ຄູ່ມືຄູ ຝຶກເວົ້າພາສາລາວ ຊັ້ນປະຖົມສຶກສາ ສະບັບປັບປຸງ ຄະນະຮຽບຮຽງ: ພວງມະໄລ ສີສຸທໍາ ຄໍາເວີນ ພັນມາລາ ໄກ່ທອງ ມະວົງສາ ຈັນທະລາ ດວງຜາສຸກ ດວງມາລາ ນາກບຸນຕາ ລັດດາວັນ ຈິດຕະວົງ ບຸນຜົງ ສີລາເດດ ອໍາມະລີ ອາລາເທບ ພຸດທະວັນ ພິມມະທອງ ແກ້ວມະນີ ດວງວິໄລ ແກ້ວສັກສິດ ໄຊຍະວົງ ຄະນະກວດແກ້: ອານຸລົມ ວິໄລພອນ ອ່ອນແກ້ວ ນວນນະວົງ ພອນສິຣິ ອຸໄທວັນ ພິມເຂົ້າໜ້າໂດຍ: ເກີຢ່າງ ເລ່ຍມໍກາມາ ດ້ວຍການຮ່ວມມືກວດຜ່ານ: ແສງຟ້າ ໂຫລານຸພາບ ບຸນເລີດ ແສງສຸລິນ ຄໍາໃບ ຄໍາສີ ກະຊວງສຶກສາທິການ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ 2024 ປີທີ 1 SLP2-Table of content.indd 1 5/31/2024 11:42:15 AM
SLP2-Table of content.indd 2 5/31/2024 11:42:15 AM
ສາລະບານ ບົດແນະນໍາລວມ...................................................................................................................... 1 ບົດແນະນໍາເບື້ອງຕົ້ນກ່ຽວກັບ ການໄປ......................................................................................33 ບົດທີ 1 ເວົ້າກ່ຽວກັບ ການມາ...........................................................................................40 ບົດທີ 2 ເວົ້າກ່ຽວກັບ ມີ ແລະ ບໍ່ມີ.................................................................................... 47 ບົດທີ 3 ເວົ້າກ່ຽວກັບ ຄວາມເປັນເຈົ້າຂອງ............................................................................55 ບົດທີ 4 ເວົ້າກ່ຽວກັບ ສີ.................................................................................................... 62 ບົດທີ 5 ທວນຄືນ........................................................................................................... 69 ບົດທີ 6 ເວົ້າກ່ຽວກັບ ແນວມັກ ແລະ ຢາກໄດ້........................................................................ 76 ບົດທີ 7 ເວົ້າກ່ຽວກັບ ຄອບຄົວ.......................................................................................... 83 ບົດທີ 8 ເວົ້າກ່ຽວກັບ ຢູ່ໃສ............................................................................................... 90 ບົດທີ 9 ເວົ້າກ່ຽວກັບ ນໍາໃຜ..............................................................................................97 ບົດທີ 10 ທວນຄືນ.........................................................................................................104 ບົດທີ 11 ເວົ້າກ່ຽວກັບ ການເອົາໄປ ແລະ ເອົາມາ..................................................................113 ບົດທີ 12 ເວົ້າກ່ຽວກັບ ການເອົາໃຫ້ ແລະ ເອົາໃສ່..................................................................121 ບົດທີ 13 ເວົ້າກ່ຽວກັບ ສິ່ງທີ່ເຮັດໄດ້ ຫຼື ເຮັດເປັນ....................................................................129 ບົດທີ 14 ເວົ້າກ່ຽວກັບ ຂະໜາດ ຮູບຮ່າງ ແລະ ສີ...................................................................137 ບົດທີ 15 ເວົ້າກ່ຽວກັບ ເວລາໃດ.........................................................................................145 ບົດທີ 16 ທວນຄືນ.................................................................................................154 ບົດທີ 17 ເວົ້າກ່ຽວກັບ ຄວາມຮູ້ສຶກ.....................................................................................163 ບົດທີ 18 ເວົ້າກ່ຽວກັບ ທາງໃດ..........................................................................................171 ບົດທີ 19 ເວົ້າກ່ຽວກັບ ການເຮັດວຽກ..................................................................................180 ບົດທີ 20 ເວົ້າກ່ຽວກັບ ການເບິ່ງ, ເຫັນ ແລະ ຊອກ.................................................................189 ບົດທີ 21 ທວນຄືນ........................................................................................................198 ບົດທີ 22 ເວົ້າກ່ຽວກັບ ອາກາດ..........................................................................................207 ບົດທີ 23 ເວົ້າກ່ຽວກັບ ເປັນຫຍັງ........................................................................................216 ບົດທີ 24 ເວົ້າກ່ຽວກັບ ແຕ່ ແລະ ສະນັ້ນ...............................................................................225 ບົດທີ 25 ເວົ້າກ່ຽວກັບ ເຄີຍ ແລະ ເລື້ອຍໆ............................................................................234 ບົດທີ 26 ເວົ້າກ່ຽວກັບ ຂ້ອຍ.............................................................................................242 ບົດທີ 27 ເວົ້າກ່ຽວກັບ ສິ່ງໃດໜຶ່ງ.......................................................................................250 ບົດທີ 28 ເວົ້າກ່ຽວກັບ ສິ່ງທີ່ເກີດຂຶ້ນ...................................................................................259 ບົດທີ 29 ທວນຄືນ.........................................................................................................268 ພາກຜະໜວກ: ເກມຝຶກເວົ້າພາສາລາວ..................................................................................277 SLP2-Table of content.indd 3 5/31/2024 11:42:15 AM
ຄໍານໍາ ປຶ້ມຄູ່ມືຄູຝຶກເວົ້າພາສາລາວເຫຼັ້ມນີ້ຮຽບຮຽງຂຶ້ນຕາມຫຼັກສູດ ຊັ້ນປະຖົມສຶກສາປີທີ 1 ສະບັບປັບປຸງ ເພື່ອໃຫ້ນັກຮຽນຊົນເຜົ່າໄດ້ຝຶກທັກສະການເວົ້າພາສາລາວຕາມກິດຈະກໍາຕ່າງໆ ທີ່ໄດ້ກໍານົດໄວ້ໃນບົດຮຽນ ໂດຍເລີ່ມແຕ່ບົດແນະນໍາເບື້ອງຕົ້ນຈົນເຖິງບົດທີ 29 ເພື່ອໃຫ້ຄູນໍາໃຊ້ເປັນແນວຄວາມຄິດຄຽງຄູ່ກັບປຶ້ມແບບ ຮຽນຝຶກເວົ້າພາສາລາວໃນການແນະນໍານັກຮຽນປະຕິບັດກິດຈະກໍາໃນແຕ່ລະບົດ. ປຶ້ມຄູ່ມືຄູຝຶກເວົ້າພາສາລາວສະບັບປັບປຸງເຫຼັ້ມນີ້ມີຫົວຂໍ້ ແລະ ເນື້ອໃນທີ່ນໍາມາຝຶກເວົ້າກ່ຽວກັບຄໍາສັບ ທີ່ນໍາໃຊ້ ເພື່ອການສື່ສານໃນຊີວິດປະຈໍາວັນເປັນພາສາລາວ. ປຶ້ມຄູ່ມືຄູຝຶກເວົ້າພາສາລາວເຫຼັ້ມນີ້ໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການຈາກ ລັດຖະບານອົດສະ ຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ. ເຖິງຢ່າງໃດກໍຕາມການຮຽບຮຽງປຶ້ມຄູ່ມືຄູຝຶກເວົ້າພາສາລາວເຫຼັ້ມນີ້ ກໍຄົງບໍ່ປາສະຈາກຂໍ້ຂາດຕົກບົກ ພ່ອງບາງປະການໄດ້. ສະນັ້ນ, ຖ້າທ່ານພົບເຫັນຈຸດບົກພ່ອງ ຫຼື ຈຸດຜິດພາດ ຂໍຄວາມຮ່ວມມືມາຍັງທ່ານສົ່ງ ຄໍາຄິດເຫັນມາຍັງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເພື່ອຈະໄດ້ນໍາໄປເປັນຂໍ້ມູນໃນການປັບປຸງ ແກ້ໄຂຕົ້ນສະບັບໃນຄັ້ງຕໍ່ໄປໃຫ້ມີຄຸນນະພາບດີຂຶ້ນ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ SLP2-Table of content.indd 4 5/31/2024 11:42:15 AM
1 ແນະນໍໍາລວມ ຄູ່ມືຄູເຫຼັ້ມນີ້ຮຽບຮຽງຂຶ້ນມາ ເພື່ອຊ່ວຍໃນການຈັດຕັ້ງປະຕິບັດການສອນໃນໂຄງການຝຶກເວົ້າພາສາລາວ ສໍາລັບ ນັກຮຽນ ຂັ້ນ ປ.1 ທີ່ບໍ່ເວົ້າພາສາລາວຢູ່ໃນຄອບຄົວ. ການສອນນີ້ຈະຊ່ວຍໃຫ້ນັກຮຽນໄດ້ຮຽນເວົ້າພາສາລາວຫຼາຍຂຶ້ນ. ບົດຮຽນຝຶກເວົ້າພາສາລາວຄວນຈະສອນ 3 ຊົ່ວໂມງຕໍ່ອາທິດ. ຄູສາມາດສອນເພີ່ມອີກ 1-2 ຊົ່ວໂມງຕໍ່ອາທິດ ອີງ ຕາມຄວາມຕ້ອງການຂອງນັກຮຽນ ຫຼື ໃນກໍລະນີທີ່ບົດຮຽນຂອງອາທິດນັ້ນຍັງສອນບໍ່ສໍາເລັດ. ເຖິງຢ່າງໃດກໍຕາມ ຄູບໍ່ ຄວນສອນເກີນ 5 ຊົ່ວໂມງຕໍ່ອາທິດ. ການສອນວິຊາພາສາລາວຕາມປຶ້ມຄູ່ມືຄູ ຂັ້ນ ປ.1 ໃຫ້ສອນປົກກະຕິ 2 ຊົ່ວໂມງຕໍ່ ມື້ໃນແຕ່ລະເຊົ້າ ແລະ ຈັດຕາຕະລາງເວລາສໍາລັບການສອນຝຶກເວົ້າພາສາລາວໃຫ້ໄດ້ 1 ຊົ່ວໂມງຕໍ່ມື້ໃນຕອນບ່າຍ 3 ຫຼື 4 ມື້ຕໍ່ອາທິດ. ການສອນຝຶກເວົ້າພາສາລາວຄວນຈະຈັດໃນຊົ່ວໂມງເສີມ (ຊົ່ວໂມງນອກຫຼັກສູດ) ຫຼື ໃນເວລາທີ່ເໝາະສົມຢູ່ໃນ ຕາຕະລາງການຮຽນການສອນ. ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນສາມາດປັບຕາຕະລາງ ການຮຽນການສອນ ເພື່ອຈັດຊົ່ວໂມງສອນຝຶກເວົ້າພາສາລາວ ອີງຕາມສະພາບຂອງທ້ອງຖິ່ນ ໂດຍບໍ່ໃຫ້ມີຜົນກະທົບ ຕໍ່ຊົ່ວໂມງສອນວິຊາອື່ນ. ຖ້າໃນຫ້ອງຮຽນມີນັກຮຽນທີ່ເວົ້າພາສາລາວເປັນພາສາແມ່ (ເປັນພາສາທໍາອິດ) ຈໍານວນຫຼາຍ, ໃຫ້ຄູແຍກນັກຮຽນ ທີ່ຍັງບໍ່ສາມາດເວົ້າພາສາລາວອອກຕ່າງຫາກ ເພື່ອສອນບົດຮຽນຝຶກເວົ້າພາສາລາວໃຫ້ເຂົາເຈົ້າ. ສໍາລັບນັກຮຽນທີ່ເວົ້າ ພາສາລາວເປັນພາສາແມ່, ຄູສາມາດມອບກິດຈະກໍາອື່ນໃຫ້ເຂົາເຈົ້າປະຕິບັດ. ຖ້າຄູບໍ່ສາມາດແຍກກິດຈະກໍາໄດ້ ຫຼື ຖ້າມີນັກຮຽນທີ່ເວົ້າພາສາລາວເປັນພາສາແມ່ຈໍານວນໜ້ອຍ, ຄູສາມາດ ສອນບົດຮຽນຝຶກເວົ້າພາສາລາວໃຫ້ນັກຮຽນທຸກຄົນຮ່ວມກັນກໍໄດ້. ນັກຮຽນທີ່ເວົ້າພາສາລາວເປັນພາສາແມ່ ສາມາດ ຊ່ວຍຄູໃນການສາທິດກິດຈະກໍາການຮຽນຕ່າງໆ ແລະ ຊ່ວຍນັກຮຽນຄົນອື່ນໃນການປະຕິບັດກິດຈະກໍາເປັນຄູ່ ຫຼື ເປັນ ກຸ່ມ. ຄູຄວນເນັ້ນການຈັດກິດຈະກໍາການຮຽນການສອນ ໃຫ້ນັກຮຽນກຸ່ມທີ່ບໍ່ເວົ້າພາສາລາວເປັນພາສາແມ່. ການສອນຝຶກເວົ້າພາສາລາວສໍາລັບ ຂັ້ນ ປ.1 ແມ່ນໃຫ້ເລີ່ມຕົ້ນໃນອາທິດທີໜຶ່ງຂອງສົກຮຽນ (ອາທິດແນະນໍາ ເບື້ອງຕົ້ນ). ກ່່ຽວກັັບຫຼັັກສູູດ ຫຼັກສູດສະບັບປັບປຸງໃໝ່ ແມ່ນອີງໃສ່ສະມັດຖະພາບ. ສະມັດຖະພາບ ແມ່ນທັກສະຂອງນັກຮຽນ ເມື່ອເຂົາເຈົ້າສາ ມາດນໍາໃຊ້ຄວາມຮູ້, ທັກສະ ແລະ ທັດສະນະຄະຕິແບບເຊື່ອມໂຍງເຂົ້າກັນ. ຈຸດປະສົງຂອງບົດຮຽນ ແມ່ນສຸມໃສ່ການພັດທະນາສະມັດຖະພາບ ຊຶ່ງແຕ່ລະບົດຮຽນເປັນບາດກ້າວ ເພື່ອພັດທະ ນາສະມັດຖະພາບ. ສະມັດຖະພາບສໍາລັບຝຶກເວົ້າພາສາລາວ ທີ່ຕ້ອງໄດ້ພັດທະນາໃນ ຂັ້ນ ປ.1 ຕະຫຼອດສົກຮຽນມີຄື: ພາກທີີ I ການຟັັງ ອົງປະກອບ ຫຼັງຈົບຂັ້ນ ປ.1 ນັກຮຽນຈະສາມາດ: • ການປະຕິບັດຕາມຄໍາສັ່ງ. • ການຕອບທີ່ມີຄວາມໝາຍ. • ສະແດງຄວາມເຂົ້າໃຈຄໍາສັບ ແລະ ປະໂຫຍກທີ່ໄດ້ ແນະນໍາໃນກິດຈະກໍາ ຟັງ ແລະ ປະຕິບັດ. • ຄໍາຕອບກົງກັບຄໍາຖາມ ແລະ ສະແດງຄວາມເຂົ້າໃຈ. ພາກທີີ II ການອອກສຽງໃນພາສາລາວ ອົງປະກອບ ຫຼັງຈົບ ຂັ້ນ ປ.1 ນັກຮຽນຈະສາມາດ: ໑ SLP2 Edit 2024.indb 1 5/30/2024 2:30:59 PM
2 ໒ ການອອກສຽງ ເວົ້າລຶ້ມຄືນຄໍາສັບ ແລະ ປະໂຫຍກທີ່ໄດ້ຮຽນ ໂດຍທົ່ວໄປ ໄດ້ຖືກກັບການອອກສຽງພາສາລາວໃນລະດັບທີ່ໃກ້ຄຽງ. ພາກທີີ III ການສື່່ສານ ອົງປະກອບ ຫຼັງຈົບ ຂັ້ນ ປ.1 ນັກຮຽນຈະສາມາດ: • ການນໍາໃຊ້ຄໍາສັບທີ່ໄດ້ຮຽນ. • ການນໍາໃຊ້ຮ່າງຕົວຢ່າງປະໂຫຍກທີ່ໄດ້ຮຽນ. • ນໍາໃຊ້ຄໍາສັບທີ່ໄດ້ແນະນໍາ ແລະ ຄໍາສັບທີ່ໄດ້ຮຽນເຂົ້າ ໃນປະໂຫຍກ ເພື່ອບອກຊື່ຂອງສິ່ງຂອງ, ທ່າທາງ ຫຼື ກິດ ຈະກໍາ ແລະ ພັນລະນາ ຫຼື ອະທິບາຍ. • ນໍາໃຊ້ຮ່າງຕົວຢ່າງປະໂຫຍກທີ່ໄດ້ແນະນໍາ (ປະໂຫຍກ, ຄໍາຖາມ ແລະ ຄໍາຕອບ). • ເລືອກເຟັ້ນ ແລະ ນໍາໃຊ້ຮ່າງປະໂຫຍກຕົວຢ່າງ ເພື່ອສື່ ສານໃນກິດຈະກໍາຂອງບົດຮຽນໄດ້ຢ່າງມີຄວາມໝາຍ. ເນື້້�ອໃນບົົດຮຽນຝຶຶກເວົ້້�າພາສາລາວ ຂັ້້�ນ ປ.1 ອົງປະກອບ ລາຍລະອຽດຂອງເນື້ອໃນ ບອກກ່ຽວກັບຫົວຂໍ້ຕໍ່ໄປນີ້ໃນປະໂຫຍກຄໍາຖາມ ແລະ ຄໍາຕອບ. • ການໄປ, ການມາ, ການມີ, ການເປັນເຈົ້າຂອງ, ສິ່ງທີ່ ມັກ ແລະ ຢາກໄດ້, ເອົາມາ, ເອົາໄປ, ເອົາໃສ່, ເຮັດ, ເປັນ, ເຮັດໄດ້, ເບິ່ງ, ເຫັນ, ຊອກຫາ ແລະ ກິດຈະກໍາ ອື່ນໆ. • ບໍ່ໄປ, ບໍ່ມາ, ບໍ່ ແລະ ອື່ນໆ. ບອກກ່ຽວກັບຄອບຄົວ ແລະ ຂໍ້ມູນສ່ວນຕົວໃນ ປະໂຫຍກຄໍາຖາມ ແລະ ຄໍາຕອບ. • ສະມາຊິກໃນຄອບຄົວ ຂໍ້ມູນກ່ຽວກັບຕົນເອງ. ບອກ ຫຼື ພັນລະນາ ໂດຍໃຊ້ຄໍາສັບປະເພດ ຕ່າງໆຕໍ່ໄປນີ້ເຂົ້າໃນປະໂຫຍກຄໍາຖາມ ແລະ ຄໍາຕອບ. • ຊື່ຂອງສີ, ຄໍາຄຸນນາມອື່ນໆ, ເວົ້າກ່ຽວກັບຢູ່ໃສ, ເວົ້າກ່ຽວ ກັບໃຜ, ເວົ້າກ່ຽວກັບນໍາໃຜ, ເວົ້າກ່ຽວກັບເວລາໃດ, ເວົ້າ ກ່ຽວກັບຄວາມຮູ້ສຶກຂອງຕົນເອງ, ເວົ້າກ່ຽວກັບທິດທາງ ໄປສະຖານທີ່ໃດໜຶ່ງ, ເວົ້າກ່ຽວກັບອາກາດ, ເວົ້າກ່ຽວກັບ ເລື້ອຍໆປານໃດ. • ພັນລະນາສິ່ງໃດໜຶ່ງ ອະທິບາຍ ໂດຍນໍາໃຊ້ຄໍາສັບປະເພດຕ່າງໆເຂົ້າ ໃນປະໂຫຍກຄໍາຖາມ ແລະ ຄໍາຕອບ. ເປັນຫຍັງ, ເພາະວ່າ, ແຕ່ວ່າ, ສະນັ້ນ. ກ່່ຽວກັັບການສອນຝຶຶກເວົ້້�າພາສາລາວ ໂຄງສ້້າງ ແລະ ເນື້້�ອໃນຂອງບົົດຮຽນຝຶຶກເວົ້້�າພາສາລາວ ໂຄງສ້້າງຂອງບົົດຮຽນ ການຝຶກເວົ້າພາສາລາວ ຄວນເນັ້ນໃຫ້ນັກຮຽນໄດ້ ຟັງ, ປະຕິບັດ ແລະ ເວົ້າ. ບົດຮຽນສໍາລັບການຝຶກເວົ້າພາສາ ລາວ ມີຄຸນລັກສະນະສະເພາະ. ດັ່ງນັ້ນ, ຈຶ່ງມີການທວນຄືນບົດຮຽນ ແລ້ວຈຶ່ງຮຽນບົດໃໝ່ຕາມຂັ້ນຕອນດັ່ງນີ້: ນໍາສະເໜີ ຝຶກ ສ້າງ SLP2 Edit 2024.indb 2 5/30/2024 2:30:59 PM
3 ເນື້້�ອໃນຂອງຂັ້້�ນຕອນການຮຽນ ຕາຕະລາງດ້ານລຸ່ມ ຈະສະແດງໃຫ້ເຫັນເຖິງຈຸດປະສົງຂອງແຕ່ລະຂັ້ນຕອນໃນບົດຮຽນ, ບັນດາກິດຈະກໍາຢູ່ໃນຂັ້ນ ຕອນດັ່ງກ່າວ ແລະ ຈຸດສໍາຄັນບາງອັນທີ່ຄູສອນຕ້ອງຈື່ຈໍາໃຫ້ໄດ້ກ່ຽວກັບຂັ້ນຕອນດັ່ງກ່າວ. ຂັ້້�ນນໍໍາເຂົ້້�າສູ່່ບົົດຮຽນ ຈຸດປະສົງຂອງຂັ້ນຕອນ ບັນດາກິດຈະກໍາຢູ່ໃນຂັ້ນຕອນນີ້ ບັນດາຈຸດສໍາຄັນໆ • ທວນຄືນ ແລະ ຝຶກການອອກສຽງ ຂອງຕົວອັກສອນທີ່ໄດ້ຮຽນໃນ ວິຊາພາສາລາວ. • ຝຶກຟັງ ແລະ ສະແດງໃຫ້ເຫັນເຖິງ ຄວາມເຂົ້າໃຈກ່ຽວກັບເນື້ອໃນຈາກ ບົດຮຽນວິຊາພາສາລາວ. • ຟັງ ແລະ ປະຕິບັດ ການອອກສຽງ. • ທວນຄືນບົດຮຽນຜ່ານມາ ໂດຍ ຕອບຄໍາຖາມ. ຄູສອນຕ້ອງປ່ອຍໃຫ້ນັກຮຽນ ມີເວລາທີ່ພຽງພໍໃນການຝຶກອອກ ສຽງ ເພື່ອຊ່ວຍປັບປຸງການອອກສຽງ ພາສາລາວຂອງນັກຮຽນ. ເຖິງຢ່າງ ໃດກໍຕາມ, ການອອກສຽງຂອງນັກ ຮຽນ ແມ່ນຈະບໍ່ຖືກຕ້ອງທັງໝົດເທື່ອ ໂດຍສະເພາະໃນຊ່ວງຕົ້ນຂອງສົກ ຮຽນ. • ທວນຄືນເນື້ອໃນຈາກບົດຮຽນຝຶກ ເວົ້າພາສາລາວ ບົດກ່ອນໜ້ານີ້. ຂັ້້�ນຈັັດກິິດຈະກໍໍາການຮຽນ ຈຸດປະສົງຂອງຂັ້ນຕອນ ບັນດາກິດຈະກໍາຢູ່ໃນຂັ້ນຕອນນີ້ ບັນດາຈຸດສໍາຄັນໆ • ນໍາສະເໜີກ່ຽວກັບຄໍາສັບໃໝ່ ຂອງ ບົດນີ້. • ຮຽນຄໍາສັບໃໝ່ (ຊົ່ວໂມງທີ 1). • ຕອບຄໍາຖາມກ່ຽວກັບຮູບພາບ ເພື່ອຄາດເດົາເນື້ອໃນຂອງບົດທີ່ ໄດ້ຟັງ. • ຄູຄວນສ້າງແຮງຈູງໃຈ, ບັນຍາ ກາດ ແລະ ຊຸກຍູ້ໃຫ້ນັກຮຽນມີ ສ່ວນຮ່ວມໃນການເຮັດກິດຈະ ກໍາ. • ນໍາສະເໜີກ່ຽວກັບຄໍາສັບໃໝ່ ແລະ ເສີມສ້າງທັກສະໃນການຟັງ ໂດຍການ ປ່ອຍໃຫ້ນັກຮຽນ ຟັງ ແລະ ໂຕ້ຕອບກັບບົດເລື່ອງ ຫຼື ບົດ ອ່ານ. • ສ້າງຄວາມຄຸ້ນເຄີຍກັບຄໍາສັບ ແລະ ປະ ໂຫຍກຈາກບົດອ່ານ ຜ່ານການລຶ້ມ ຄືນຫຼາຍຄັ້ງ. • ຟັງບົດເລື່ອງ ແລະ ຕອບຄໍາຖາມ (ຊົ່ວໂມງທີ 1). • ຟັງບົດເລື່ອງ ແລະ ຫຼິ້ນບົດບາດ ສົມ ມຸດ (ຊົ່ວໂມງທີ 2). • ຟັງບົດເລື່ອງ ຫຼື ປະໂຫຍກ ແລະ ເວົ້າລຶ້ມຄືນຄໍາສັບ ຫຼື ປະໂຫຍກ ຫຼັກ (ຊົ່ວໂມງທີ 2 ແລະ 3). • ຂັ້ນຕອນນີ້ແມ່ນເໝາະສົມສໍາລັບ ການແກ້ໄຂຄວາມຜິດພາດໃນ ການເວົ້າຂອງນັກຮຽນ. • ການແກ້ໄຂຂໍ້ຜິດພາດຄວນເຮັດ ໃນທາງທີ່ດີ ຫຼື ໃນທາງບວກ. ຂັ້້�ນຝຶຶກປະຕິິບັັດ ແລະ ນໍໍາໃຊ້້ ຈຸດປະສົງຂອງຂັ້ນຕອນນີ້ ບັນດາກິດຈະກໍາ ຢູ່ໃນຂັ້ນຕອນນີ້ ບັນດາຈຸດສໍາຄັນໆ • ຝຶກເວົ້າຄໍາສັບ ຫຼື ປະໂຫຍກຕ່າງໆ ຈາກບົດຮຽນແຕ່ລະບົດ. • ເວົ້າລຶ້ມຄືນປະໂຫຍກຈາກບົດ ທີ່ໄດ້ຟັງ (ຊົ່ວໂມງທີ 1). • ຄູສອນຄວນດັດແກ້ການເວົ້າຜິດ ຂອງນັກຮຽນໃຫ້ຖືກຕ້ອງ ເມື່ອ ເວົ້າລຶ້ມຄືນຄໍາສັບ ຫຼື ປະໂຫຍກ ຕ່າງໆຢູ່ໃນຊົ່ວໂມງທີ 1. ໓ SLP2 Edit 2024.indb 3 5/30/2024 2:30:59 PM
4 ໔ • ໃຊ້ຄໍາສັບ ຫຼື ປະໂຫຍກຕ່າງໆ ຈາກ ບົດຮຽນແຕ່ລະບົດ ເພື່ອສື່ສານ. • ຕັ້ງຄໍາຖາມ ແລະ ຕອບເປັນຄູ່ (ຊົ່ວໂມງທີ 2). • ຄູສອນບໍ່ຄວນດັດແກ້ສິ່ງທີ່ນັກ ຮຽນເວົ້າຜິດໃນເວລາທີ່ນັກຮຽນ ກໍາລັງປະຕິບັດກິດຈະກໍາການ ຝຶກແບບເປັນຄູ່ ຫຼື ເປັນກຸ່ມຢູ່ໃນ ຊົ່ວໂມງທີ 2 ແລະ 3. • ປະຕິບັດກິດຈະກໍາຝຶກເວົ້າໃນ ປຶ້ມແບບຮຽນເປັນຄູ່ ຫຼື ກຸ່ມ (ຊົ່ວໂມງທີ 3). • ຄູຄວນບັນທຶກຂໍ້ຜິດພາດທີ່ມັກ ເກີດຂຶ້ນຫຼາຍທີ່ສຸດ ແລະ ສາທິດ ການໃຊ້ຢ່າງຖືກຕ້ອງ ໃນພາກ ສະຫຼຸບຂອງຊົ່ວໂມງຮຽນນີ້. • ໃນຊົ່ວໂມງວິຊາອື່ນໆ ຄູຄວນ ເປີດໂອກາດຫຼາຍຂຶ້ນ ເພື່ອໃຫ້ ນັກຮຽນໄດ້ຝຶກ ແລະ ນໍາໃຊ້ຄໍາ ສັບ ແລະ ປະໂຫຍກຈາກບົດຮຽນ ຝຶກເວົ້າພາສາລາວ. ຂັ້້�ນສະຫຼຸຸບ ຈຸດປະສົງຂອງຂັ້ນຕອນນີ້ ບັນດາກິດຈະກໍາຢູ່ໃນຂັ້ນຕອນນີ້ ບັນດາຈຸດສໍາຄັນໆ • ສະຫຼຸບສັງລວມຈຸດສໍາຄັນ ທີ່ໄດ້ຮຽນຈາກບົດ ຫຼື ຫົວຂໍ້ ດັ່ງກ່າວ. • ທວນຄືນຈຸດສໍາຄັນຈາກບົດ ຫຼື ຊົ່ວໂມງດັ່ງກ່າວ ລວມທັງຄໍາສັບໃໝ່ ແລະ ປະ ເພດຂອງປະໂຫຍກ. • ທວນຄືນ ແລະ ກວດແກ້ຄວາມຜິດ ໃນການເວົ້າຂອງນັກຮຽນໃນບົດ ຫຼື ຊົ່ວໂມງ ດັ່ງກ່າວ. • ຄູ ສ ອ ນ ສ າ ມ າ ດ ກ ວ ດ ເ ບິ່ ງ ຄວາມເຂົ້າໃຈຂອງນັກຮຽນ ໃນຕອນທ້າຍຂອງຊົ່ວໂມງ ຮຽນ ເພື່ອຊ່ວຍວາງແຜນສໍາ ລັບບົດຕໍ່ໄປ. ຕາຕະລາງການສອນຝຶຶກເວົ້້�າພາສາລາວ ບົດຮຽນຝຶກເວົ້າພາສາລາວຄວນຈະສອນ 3 ຊົ່ວໂມງຕໍ່ອາທິດ. ຄູສາມາດສອນເພີ່ມອີກ 1-2 ຊົ່ວໂມງຕໍ່ອາທິດ ອີງ ຕາມຄວາມຕ້ອງການຂອງນັກຮຽນ ຫຼື ໃນກໍລະນີທີ່ບົດຮຽນຂອງອາທິດນັ້ນຍັງສອນບໍ່ສໍາເລັດ. ເຖິງຢ່າງໃດກໍຕາມ ຄູບໍ່ ຄວນສອນເກີນ 5 ຊົ່ວໂມງຕໍ່ອາທິດ. ຄວາມກ່່ຽວຂ້້ອງລະຫວ່່າງບົົດຮຽນວິິຊາພາສາລາວ ແລະ ບົົດຮຽນຝຶຶກເວົ້້�າພາສາລາວ ໃນຕອນຕົ້ນຂອງແຕ່ລະບົດຮຽນໃນຫຼັກສູດຝຶກເວົ້າພາສາລາວ ແມ່ນຈະມີຄໍາແນະນໍາບອກວ່າ: ບົດດັ່ງກ່າວນັ້ນ ກ່ຽວຂ້ອງກັບບົດໃດໃນວິຊາພາສາລາວ. ຕົວຢ່າງ: ການສອນບົດແນະນໍາເບື້ອງຕົ້ນຂອງຝຶກເວົ້າພາສາລາວ ແມ່ນສອນ ໃນໄລຍະອາທິດແນະນໍາເບື້ອງຕົ້ນຂອງວິຊາພາສາລາວ ບົດທີ 1 ຝຶກເວົ້າພາສາລາວ ແມ່ນສອນໃນອາທິດດຽວກັນກັບ ບົດທີ 1 ຂອງວິຊາພາສາລາວ ແລະ ສ່ວນບົດອື່ນກໍປະຕິບັດຄຽງຄູ່ກັນໄປ. ໃນບົດຮຽນວິຊາພາສາລາວ ຂັ້ນ ປ.1 ນັກຮຽນຈະໄດ້ຮຽນສຽງ, ຄໍາສັບ ແລະ ປະໂຫຍກ ພ້ອມທັງກິດຈະກໍາການເວົ້າ. ກິດຈະກໍາໃນບົດຮຽນ ແມ່ນຖືກອອກແບບສໍາລັບນັກຮຽນທຸກຄົນລວມທັງນັກຮຽນທີ່ເວົ້າພາສາລາວເປັນພາສາແມ່. ແຕ່ ວ່າ, ເພື່ອເຮັດໃຫ້ກິດຈະກໍາວິຊາພາສາລາວເໝາະສົມສໍາລັບນັກຮຽນຜູ້ທີ່ເວົ້າພາສາລາວບໍ່ເກັ່ງ, ຄູຕ້ອງປັບປຸງກິດຈະ ກໍາເຫຼົ່ານີ້. SLP2 Edit 2024.indb 4 5/30/2024 2:30:59 PM
5 ນັກຮຽນຜູ້ທີ່ບໍ່ເວົ້າພາສາລາວຢູ່ໃນຄອບຄົວຈະຕ້ອງການຝຶກຫຼາຍກວ່າ ເວລາທີ່ຈັດໃນແຕ່ລະບົດຮຽນຂອງວິຊາ ພາສາລາວ ເຊັ່ນ: ຝຶກຈໍາແນກສຽງ, ການຟ້ອງສຽງ ແລະ ຜັນສຽງ, ການໃຊ້ຄໍາສັບ ແລະ ປະໂຫຍກ. ບົດຮຽນຝຶກເວົ້າ ພາສາລາວຂັ້ນ ປ.1 ຖືກອອກແບບມາ ເພື່ອໃຫ້ມີເວລາຝຶກບາງເນື້ອໃນ ໃນບົດຮຽນວິຊາພາສາລາວຫຼາຍຂຶ້ນຄື: - ບາງຄັ້ງບົດຮຽນຝຶກເວົ້າພາສາລາວຈະແນະນໍາບາງເນື້ອໃນກ່ອນ ທີ່ຈະສອນເນື້ອໃນບົດຮຽນວິຊາພາສາລາວ ເພື່ອ ໃຫ້ນັກຮຽນໄດ້ຄຸ້ນເຄີຍກັບເນື້ອໃນດັ່ງກ່າວກ່ອນທີ່ຈະໄດ້ອ່ານ ແລະ ຂຽນ. - ບາງຄັ້ງບົດຮຽນຝຶກເວົ້າພາສາລາວຈະໃຫ້ຝຶກ ແລະ ຂະຫຍາຍເນື້ອໃນອອກໃນບົດຮຽນວິຊາພາສາລາວແລ້ວ. ກິດຈະກໍາ ຟັງ ແລະ ປະຕິບັດ ໃນບົດຮຽນຝຶກເວົ້າພາສາລາວ ຈະຕ້ອງໃຊ້ຮູບພາບໃນປຶ້ມແບບຮຽນວິຊາພາສາ ລາວ. ຄໍາແນະນໍາສໍາລັບກິດຈະກໍານີ້ ຈະຢູ່ໃນແຜນການສອນຂອງແຕ່ລະຊົ່ວໂມງສອນ (ຢູ່ໃນຄູ່ມືຄູເຫຼັ້ມນີ້). ສື່່ການຮຽນການສອນຫຼັັກທີ່່ນໍໍາໃຊ້້ໃນການສອນຝຶຶກເວົ້້�າພາສາລາວ 1.ປື້້�ມແບບຮຽນຝຶຶກເວົ້້�າພາສາລາວ - ສໍາລັບນັກຮຽນສື່ການຮຽນການສອນທີ່ສໍາຄັນທີ່ສຸດ ແມ່ນປຶ້ມແບບຮຽນຝຶກເວົ້າພາສາລາວ. - ຄູຍັງຈະຕ້ອງໃຊ້ປຶ້ມແບບຮຽນຝຶກເວົ້າພາສາລາວ ເພື່ອຊີ້ໃສ່ຮູບພາບໃນການອະທິບາຍເນື້ອໃນບົດຮຽນ ແລະ ເພື່ອ ອ່ານບົດເລື່ອງໃຫ້ນັກຮຽນຟັງ. 2.ປຶ້້�ມແບບຮຽນວິິຊາພາສາລາວ ຄູຍັງຈະຕ້ອງນໍາໃຊ້ປຶ້ມແບບຮຽນວິຊາພາສາລາວ ສໍາລັບກິດຈະກໍາ ຟັງ ແລະ ປະຕິບັດຂອງທຸກບົດໃນການຝຶກ ເວົ້າພາສາລາວ. 3.ປຶ້້�ມຄູ່່ມືືຄູູ ຄູຈະຕ້ອງນໍາໃຊ້ປຶ້ມຄູ່ມືຄູເຫຼັ້ມນີ້ ເພື່ອເປັນທິດທາງການສອນຂອງຕົນ. 4.ຊຸຸດເກມຝຶຶກເວົ້້�າພາສາລາວ ຄູສອນ ແລະ ນັກຮຽນຈໍາເປັນຕ້ອງໄດ້ໃຊ້ສື່ການສອນແບບຕ່າງໆຢູ່ໃນຊຸດເກມການຫຼິ້ນ ສໍາລັບການຝຶກເວົ້າພາສາ ລາວ ທີ່ສະໜອງໃຫ້ແຕ່ລະໂຮງຮຽນ. ສື່ການສອນຢູ່ໃນຊຸດເກມການຫຼິ້ນປະກອບດ້ວຍ: ກ. ບັດຄໍາສັບ. ຂ. ບັດເກມ ບິງໂກ. ຄ. ບັດເລື່ອງ. ສໍາລັບເກມ ບິງໂກ ຄູສອນເອົາກ້ອນຫີນຂະໜາດນ້ອຍ ຈໍານວນ 6 ກ້ອນ ໃຫ້ນັກຮຽນແຕ່ລະຄົນ. ຄໍາແນະນໍາສໍາລັບການຫຼິ້ນທຸກເກມ ແມ່ນຢູ່ໃນພາກຜະໜວກຢູ່ໃນປຶ້ມຄູ່ມືຄູ. ເກມການຫຼິ້ນຈະນໍາໃຊ້ຢູ່ໃນບົດ ທວນຄືນແຕ່ລະບົດ (ບົດທີ 5, 10, 16, 21, 29). ນອກຈາກນີ້, ຄູສອນຍັງສາມາດນໍາໃຊ້ເກມການຫຼິ້ນຕ່າງໆ ໄດ້ໃນຕອນ ທ້າຍຂອງບົດຮຽນຝຶກເວົ້າພາສາລາວ ຫຼື ໃນເວລາໃດໜຶ່ງ ເພື່ອເປັນກິດຈະກໍາອົບອຸ່ນ, ກິດຈະກໍາກະຕຸ້ນ ຫຼື ເພື່ອຄວາມ ມ່ວນຊື່ນໃນຕອນທ້າຍຂອງການຮຽນ. ພ້ອມດຽວກັນນີ້, ເກມການຫຼິ້ນຕ່າງໆຍັງສາມາດຖືກນໍາໃຊ້ໃນຊົ່ວໂມງທີ 4 ຂອງ ວິຊາຝຶກເວົ້າພາສາລາວໃນແຕ່ລະອາທິດນໍາອີກ. 5.ຕຸຸກກະຕາເຈ້້ຍ ສື່ການຮຽນການສອນທີ່ສໍາຄັນອື່ນໆສໍາລັບຄູ ແມ່ນຕຸກກະຕາເຈ້ຍ ຄູຕ້ອງສາທິດການພົວພັນໂອ້ລົມ ຫຼື ການສົນທະນາ ເພື່ອແນະນໍາວິທີການໃຊ້ຄໍາສັບ ແລະ ປະໂຫຍກໃໝ່. ຄູຕ້ອງ ເວົ້າຄໍາເວົ້າຂອງທັງສອງຝ່າຍໃນຄູ່ສົນທະນາ ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈວ່າ ຄູພວມສາທິດການເວົ້າຂອງຫຼາຍຄົນ, ໕ SLP2 Edit 2024.indb 5 5/30/2024 2:30:59 PM
6 ຈະເປັນການດີ ຖ້ານໍາໃຊ້ຕຸກກະຕາເຈ້ຍທີ່ເຂົ້າໃຈງ່າຍ. ຕຸກກະຕາເຈ້ຍເຫຼົ່ານີ້ແມ່ນເຮັດງ່າຍດ້ວຍເຈ້ຍ, ບິກ ຫຼື ສໍສໍາລັບແຕ້ມຮູບ, ໄມ້ ແລະ ສະກ໊ອດ. ຖ້າທ່ານບໍ່ມີສະກ໊ອດ, ທ່ານສາມາດສອດສໍໃສ່ເຈ້ຍແທນ. ເມື່ອໃຊ້ຕຸກກະຕາເຈ້ຍ, ຈົ່ງຕັ້ງຊື່ໃຫ້ມັນ ແລ້ວບອກຊື່ຂອງຕຸກກະຕາເຈ້ຍໃຫ້ນັກຮຽນຮູ້ ຕັ້ງແຕ່ເລີ່ມຕົ້ນກິດຈະກໍາ. ຈັບຕຸກກະຕາໄວ້ໃຫ້ຊື່ໃນຄະນະທີ່ຄູພວມເວົ້າ. ເໜັງຕີງຕຸກກະຕາເຈ້ຍນ້ອຍໜຶ່ງ ເວລາຕຸກກະຕາພວມເວົ້າ. ກິິດຈະກໍໍາການຮຽນການສອນຝຶຶກເວົ້້�າພາສາລາວ ບົດຮຽນຝຶກເວົ້າພາສາລາວເກືອບທຸກບົດ ແມ່ນມີໂຄງສ້າງທີ່ຄືກັນ. ນັ້ນໝາຍຄວາມວ່າ: ແຕ່ລະຊົ່ວໂມງ (ຊົ່ວໂມງ ທີ 1, 2 ແລະ 3) ປະກອບດ້ວຍປະເພດກິດຈະກໍາອັນດຽວກັນເກືອບໝົດທຸກຂໍ້. ມີພຽງບົດທວນຄືນເທົ່ານັ້ນ (ບົດທີ 5, 10, 16, 21, 29) ທີ່ມີໂຄງສ້າງແຕກຕ່າງໜ້ອຍໜຶ່ງ ແລະ ປະກອບໄປດ້ວຍກິດຈະກໍາທີ່ແຕກຕ່າງອອກໄປ ນັ້ນໝາຍຄວາມ ວ່າ: ຖ້າຄູສອນກໍາລັງສອນດ້ວຍຄວາມໝັ້ນໃຈຢູ່ໃນຊົ່ວໂມງທີ 1 ຂອງບົດທີ 1, ຄູອາດຈະສອນດ້ວຍຄວາມໝັ້ນໃຈໃນ ຊົ່ວໂມງທີ 1 ຢູ່ໃນບົດອື່ນໆ. ໃນຊົ່ວໂມງທີ 2 ແລະ 3 ກໍຄ້າຍຄືກັນ. ຕາຕະລາງລຸ່ມນີ້ຈະກໍານົດກ່ຽວກັບຂັ້ນຕອນ ແລະ ກິດຈະກໍາຕ່າງໆ ຢູ່ໃນແຕ່ລະຊົ່ວໂມງຂອງຝຶກເວົ້າພາສາລາວ ແລະ ຂໍ້ມູນສໍາຄັນບາງອັນສໍາລັບຄູສອນ (ບາງກິດຈະກໍາຈະມີຄວາມແຕກຕ່າງກັນ ຢູ່ໃນບົດທວນຄືນແຕ່ລະບົດ ແລະ ໖ SLP2 Edit 2024.indb 6 5/30/2024 2:31:00 PM
7 ຄໍາແນະນໍາສະເພາະຕ່າງໆ ແມ່ນຈະມີໃຫ້ຢູ່ໃນແຜນການສອນຂອງແຕ່ລະບົດ. ຊົ່່ວໂມງຮຽນທີີ 1 ຂັ້ນຕອນໃນ ບົດຮຽນ ກິດຈະກໍາ ເນື້ອໃນປຶ້ມແບບຮຽນ ຈຸດປະສົງ ຂໍ້ມູນສໍາຄັນສໍາລັບຄູສອນ ຂັ້ນນໍາເຂົ້າສູ່ ບົດຮຽນ ຟັງ ແລະ ປະ ຕິບັດ ປຶ້ມແບບຮຽນວິຊາພາສາ ລາວ, ບົດຮຽນຜ່ານມາ • ນັ ກ ຮ ຽ ນ ຝຶ ກ ທັກສະ ການຟັງ. • ຈຸດສຸມຂອງກິດຈະກໍານີ້ ແມ່ນກ່ຽວກັບທັກສະການຟັງຂອງນັກຮຽນ. ບໍ່ຈໍາເປັນຕ້ອງບັງຄັບ ໃຫ້ນັກ ຮຽນເວົ້າ ແຕ່ຖ້ານັກຮຽນຕ້ອງການ ນັກຮຽນກໍອາດຈະເວົ້າໄດ້. • ຈັດກິດຈະກໍານີ້ໃຫ້ເປັນກິດຈະກໍາອົບອຸ່ນທີ່ມ່ວນຊື່ນ ດ້ວຍການເຮັດທ່າທາງແບບເກີນ ຄວາມຈິງ ແລະ ກະຕຸກຊຸກຍູ້ນັກຮຽນໃຫ້ເຂົ້າຮ່ວມໃນກິດຈະກໍາທີ່ມ່ວນຊື່ນ. ການອອກສຽງ ບໍ່ມີຢູ່ໃນປຶ້ມແບບຮຽນ • ນັກຮຽນຝຶກອອກ ສຽງຄໍາສັບຕ່າງໆ ເປັນພາສາລາວ. • ເວົ້າດັງໆ. • ເວົ້າລຶ້ມຄືນສຽງ ຫຼື ຄໍາສັບຕ່າງໆຈັກ 2-3 ເທື່ອ. • ຊີ້ໄປທີ່ປາກຂອງຄູ ເພື່ອໃຫ້ນັກຮຽນເບິ່ງເຫັນການເຄື່ອນໄຫວຂອງປາກ. • ຍ່າງໄປມາ ເພື່ອໃຫ້ນັກຮຽນໝົດທຸກຄົນເບິ່ງເຫັນ ແລະ ໄດ້ຍິນສຽງ. • ຢ່າຄາດຫວັງວ່າ: ນັກຮຽນຈະສາມາດເວົ້າລຶ້ມຄືນສຽງຕ່າງໆ ໄດ້ຢ່າງຖືກຕ້ອງຕັ້ງແຕ່ຕອນ ຕົ້ນ. ທວນຄືນບົດ ຮຽນຜ່ານມາ ປຶ້ມແບບຮຽນຝຶກເວົ້າພາ ສາລາວ, ບົດຮຽນຜ່ານມາ • ນັກຮຽນທວນຄືນ ເນື້ອໃນຂອງ ບົດຮຽນບົດ ຜ່ານມາ. • ສຸມໃສ່ເນື້ອໃນ ແລະ ພາສາຫຼັກໆຈາກບົດຮຽນບົດຜ່ານມາ. • ໃຫ້ເວລານັກຮຽນໄດ້ກະກຽມຄໍາຕອບຂອງນັກຮຽນຮ່ວມກັນ. ໗ SLP2 Edit 2024.indb 7 5/30/2024 2:31:00 PM
8 ໘ ຂັ້ນຈັດກິດຈະ ກໍາການຮຽນ ຮຽນຄໍາສັບໃໝ່ ປຶ້ມແບບຮຽນຝຶກເວົ້າ ພາສາລາວ, ກິດຈະກໍາ ຮຽນຄໍາສັບໃໝ່ • ແນະນໍາໃຫ້ນັກ ຮຽນຮູ້ຈັກກັບຄໍາ ສັບໃໝ່ ຈາກບົດທີ່ ໄດ້ຟັງໃນບົດຮຽນ ບົດດັ່ງກ່າວ. • ລຶ້ມຄືນຄໍາສັບແຕ່ລະຄໍາ 2-3 ເທື່ອ. • ຄູ ຫຼື ນັກຮຽນສາມາດແປຄໍາສັບໃຫ້ເປັນພາສາແມ່ຂອງນັກຮຽນ, ຖ້າເປັນໄປໄດ້. • ໃຊ້ທ່າທາງ, ວັດຖຸ ແລະ ຕົວຢ່າງຕ່າງໆ ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈຄໍາສັບໃໝ່ໄດ້ງ່າຍ ຂຶ້ນ. ຕອບຄໍາຖາມ ກ່ຽວກັບ ຮູບພາບ ປຶ້ມແບບຮຽນຝຶກເວົ້າ ພາສາລາວ, ບົດເລື່ອງ • ນັກຮຽນຄາດເດົາ ຊື່ ແລະ ເນື້ອໃນ ຂອງບົດເລື່ອງ. • ຄໍາຖາມປິດ 2-3 ຄໍາຖາມ ເພື່ອຊ່ວຍໃຫ້ນັກຮຽນມີຄວາມຄຸ້ນເຄີຍກັບຊື່ຂອງບົດເລື່ອງ ຕົວຢ່າງ: ນີ້ແມ່ນຫຍັງ? ນັກຮຽນຢູ່ໃສ? ສິ່ງນີ້ຈະຊ່ວຍໃຫ້ນັກຮຽນເຂົ້າໃຈໄດ້ດີຂຶ້ນໃນເວລາ ຟັງ. • ອະນຸຍາດໃຫ້ນັກຮຽນໃຊ້ພາສາແມ່ຂອງຕົນ ເພື່ອຄາດເດົາວ່າ ບົດເລື່ອງດັ່ງກ່າວ ແມ່ນ ກ່ຽວກັບຫຍັງ. ຟັງ ແລະ ຊີ້ໃສ່ ຮູບພາບ ປຶ້ມແບບຮຽນຝຶກເວົ້າ ພາສາລາວ, ບົດເລື່ອງ • ນັກຮຽນຝຶກ ທັກສະການຟັງ. • ແນະນໍາໃຫ້ ນັກຮຽນຮູ້ຈັກກັບ ຄໍາສັບໃໝ່ ແລະ ປະເພດຂອງ ປະໂຫຍກ. • ອ່ານແບບຊ້າໆ ໃນຂະນະທີ່ກໍາລັງຊີ້ໃສ່ຮູບພາບ. • ໃຊ້ທ່າທາງປະກອບໃນເວລາທີ່ຄູອ່ານ, ຖ້າເປັນໄປໄດ້. • ເນັ້ນໜັກໃສ່ຄໍາສັບໃໝ່ ແລະ ປະເພດປະໂຫຍກດ້ວຍນໍ້າສຽງຂອງຄູ. ຕອບຄໍາຖາມ ກ່ຽວກັບບົດ ເລື່ອງ ປຶ້ມແບບຮຽນຝຶກເວົ້າ ພາສາລາວ, ບົດເລື່ອງ • ຄູກວດເບິ່ງ ເພື່ອ ຊ່ວຍໃຫ້ນັກຮຽນ ເຂົ້າໃຈບົດເລື່ອງ ໄດ້ດີຂຶ້ນ. • ໃຊ້ຄໍາຖາມປິດແບບງ່າຍໆ. • ບໍ່ຕ້ອງຄາດຫວັງໃຫ້ນັກຮຽນຕອບຄໍາຖາມ ໂດຍໃຊ້ຄໍາສັບ ຫຼື ປະໂຫຍກຈາກບົດຮຽນ. • ໃຊ້ຄໍາຖາມແບບງ່າຍໆ ເພື່ອກວດເບິ່ງຄວາມເຂົ້າໃຈຂອງນັກຮຽນ. ຖ້ານັກຮຽນຍັງບໍ່ເຂົ້າໃຈ ດີປານໃດ, ຄູສາມາດອະທິບາຍ, ໃຊ້ທ່າທາງ ຫຼື ໃຊ້ພາສາແມ່ ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈ ໄດ້ດີຂຶ້ນ. ຈາກນັ້ນ, ກໍອ່ານບົດເລື່ອງອີກຄັ້ງ. SLP2 Edit 2024.indb 8 5/30/2024 2:31:00 PM
9 ຂັ້ນຝຶກປະຕິ ບັດ ແລະ ນໍາ ໃຊ້ ເວົ້າລຶ້ມຄືນ ຄໍາສັບ ຫຼື ປະ ໂຫຍກຈາກບົດ ເລື່ອງ ປຶ້ມແບບຮຽນຝຶກເວົ້າ ພາສາລາວ, ບົດເລື່ອງ • ນັກຮຽນຝຶກ ເວົ້າຄໍາ ສັບໃໝ່ ແລະ ປະ ເພດ ປະໂຫຍກ. • ອ່ານປະໂຫຍກຕ່າງໆແບບຊ້າໆ, ຊັດເຈນ, ດັງໆ ແລະ ລຶ້ມຄືນ 3-4 ເທື່ອ, ຖ້າຈໍາເປັນ. • ຄູຄວນແກ້ໄຂຂໍ້ຜິດພາດທີ່ນັກຮຽນເຮັດໃຫ້ຖືກຕ້ອງ. • ຖ້ານັກຮຽນບໍ່ໄດ້ເຂົ້າຮ່ວມໝົດທຸກຄົນ, ຄູບອກໃຫ້ນັກຮຽນ ເວົ້າລຶ້ມຄືນປະໂຫຍກໃນກຸ່ມ ນ້ອຍໆ. • ຄູຍ່າງໄປມາທົ່ວຫ້ອງ ແລະ ຟັງເບິ່ງນັກຮຽນໝົດທຸກຄົນ. ຂັ້ນສະຫຼຸບ ຄູສະຫຼຸບ ບົດຮຽນ ບໍ່ມີຢູ່ໃນປຶ້ມແບບຮຽນ • ຄູທວນຄືນຈຸດສໍາ ຄັນຂອງບົດນີ້. • ສະຫຼຸບຫົວຂໍ້ ແລະ ເນື້ອໃນຕົ້ນຕໍຂອງຊົ່ວໂມງຮຽນ ຕົວຢ່າງ: ມື້ນີ້ພວກເຮົາຮຽນກ່ຽວກັບ ການມັກ ແລະ ບໍ່ມັກ. ນັກຮຽນບອກວ່າມັກຫຍັງ ແລະ ບໍ່ມັກຫຍັງ. • ໃຊ້ພາສາແມ່ຂອງນັກຮຽນ ເພື່ອສະຫຼຸບສັງລວມຈຸດສໍາຄັນທີ່ໄດ້ຮຽນ, ຖ້າເປັນໄປໄດ້ບອກ ໃຫ້ນັກ ຮຽນຄົນໜຶ່ງແປເປັນພາສາລາວ. ຊົ່່ວໂມງຮຽນທີີ 2 ຂັ້ນຕອນໃນ ບົດຮຽນ ກິດຈະກໍາ ເນື້ອໃນປຶ້ມແບບຮຽນ ຈຸດປະສົງ ຂໍ້ມູນສໍາຄັນສໍາລັບຄູ ຂັ້ນນໍາເຂົ້າສູ່ ບົດຮຽນ ຟັງ ແລະ ປະຕິ ບັດ ປຶ້ມແບບຮຽນວິຊາພາສາ ລາວ, ບົດຮຽນຜ່ານມາ • ນັກຮຽນຝຶກທັກສະ ການຟັງ ເບິ່ງລາຍລະອຽດສໍາລັບກິດຈະກໍານີ້ຢູ່ໃນບົດທີ 1. ໙ SLP2 Edit 2024.indb 9 5/30/2024 2:31:00 PM
10 ໑໐ ການອອກສຽງ ບໍ່ມີຢູ່ໃນປຶ້ມແບບຮຽນ • ນັກຮຽນຝຶກອອກ ສຽງຄໍາສັບຕ່າງໆ ເປັນພາສາລາວ. ເບິ່ງລາຍລະອຽດສໍາລັບກິດຈະກໍານີ້ຢູ່ໃນບົດທີ 1. ທວນຄືນບົດ ຮຽນຜ່ານມາ ປຶ້ມແບບຮຽນຝຶກເວົ້າ ພາສາລາວ, ບົດຮຽນ ຜ່ານມາ • ນັກຮຽນທວນຄືນ ເນື້ອໃນຂອງບົດ ຮຽນບົດຜ່ານມາ. • ສຸມໃສ່ຄໍາຖາມທວນຄືນກ່ຽວກັບຄໍາສັບ ແລະ ປະໂຫຍກສໍາຄັນຈາກບົດຮຽນບົດຜ່ານມາ. ບໍ່ຈໍາເປັນຕ້ອງທວນຄືນລາຍລະອຽດທຸກອັນກໍໄດ້. • ໃຫ້ເວລານັກຮຽນໄດ້ກະກຽມຄໍາຕອບ ຕໍ່ກັບຄໍາຖາມທວນຄືນຮ່ວມກັນ ກ່ອນທີ່ຈະຕອບ. • ຖ້ານັກຮຽນຕອບຄໍາຖາມດ້ວຍພາສາແມ່ຂອງນັກຮຽນ, ກໍໃຫ້ຮັບເອົາຄໍາຕອບດັ່ງກ່າວ ແລ້ວ ແປເປັນພາສາລາວ. ຈາກນັ້ນ, ກໍຊ່ວຍນັກຮຽນໃຫ້ເວົ້າລຶ້ມຄືນອີກ. ຂັ້ນຈັດກິດຈະ ກໍາການຮຽນ ຫຼິ້ນບົດບາດ ສົມມຸດ ປຶ້ມແບບຮຽນຝຶກເວົ້າ ພາສາລາວ, ບົດເລື່ອງ • ນັ ກຮ ຽນຝຶ ກທັ ກ ສະການຟັງ. • ນັກຮຽນຝຶກເວົ້າ ຄໍາສັບ ແລະ ປະ ໂຫຍກຕ່າງໆ ຈາກບົດຮຽນ. • ກິດຈະກໍານີ້ຈະເຮັດໃຫ້ນັກຮຽນບາງຄົນມີຄວາມຫ້າວຫັນ (ດ້ວຍການຫຼິ້ນບົດບາດສົມມຸດ) ແລະ ນັກຮຽນຄົນອື່ນໆຈະໄດ້ເບິ່ງ ແລະ ຟັງ. ຢ່າບັງຄັບໃຫ້ນັກຮຽນຫຼິ້ນບົດບາດສົມມຸດ ຖ້າ ນັກຮຽນບໍ່ຕ້ອງການ. • ນັກຮຽນບາງຄົນອາດຕ້ອງການທີ່ຈະຫຼິ້ນບົດບາດສົມມຸດ ແຕ່ອາດບໍ່ຢາກເວົ້າ. ຄູຄວນອະ ນຸຍາດໃຫ້ນັກຮຽນສະແດງທ່າທາງແບບງຽບໆ ໃນເວລາທີ່ຄູກໍາລັງອ່ານບົດເລື່ອງດັ່ງກ່າວ. • ອ່ານຊ້າໆ ແລະ ຊ່ວຍນັກຮຽນທີ່ອອກມາຢູ່ໜ້າກະດານຫຼິ້ນບົດບາດສົມມຸດ. ກະຕຸກຊຸກຍູ້ ໃຫ້ນັກຮຽນໃຊ້ທ່າທາງ ແລະ ການສະແດງອອກຜ່ານໜ້າຕາ. ເວົ້າລຶ້ມຄືນ ຄໍາສັບ ຫຼື ປະ ໂຫຍກຈາກບົດ ເລື່ອງ ປຶ້ມແບບຮຽນຝຶກເວົ້າ ພາສາລາວ, ບົດເລື່ອງ • ນັກຮຽນຝຶກເວົ້າ ຄໍາສັບ ແລະ ປະ ໂຫຍກຕ່າງໆ ຈາກ ບົດຮຽນ. • ຊ່ວຍນັກຮຽນໃຫ້ເວົ້າຄໍາສັບ ແລະ ປະໂຫຍກຕ່າງໆໃຫ້ຖືກຕ້ອງ ໂດຍການສາທິດໃຫ້ເບິ່ງ 2-3 ເທື່ອ ແລະ ບອກໃຫ້ນັກຮຽນເວົ້າລຶ້ມຄືນ. • ຄູຄວນແກ້ໄຂການເວົ້າຂອງນັກຮຽນໃຫ້ຖືກຕ້ອງ. • ແກ້ໄຂຂໍ້ຜິດພາດໃຫ້ຖືກຕ້ອງດ້ວຍການຍ້ອງຍໍຄວາມພະຍາຍາມຂອງນັກຮຽນ, ສາທິດໃຫ້ ນັກຮຽນເບິ່ງຮູບແບບທີ່ຖືກຕ້ອງ ແລະ ໃຫ້ຄໍາເຫັນແບບທາງບວກ ເມື່ອນັກຮຽນລຶ້ມຄືນຢ່າງ ຖືກຕ້ອງ. SLP2 Edit 2024.indb 10 5/30/2024 2:31:00 PM
11 ຂັ້ນຝຶກປະຕິ ບັດ ແລະ ນໍາ ໃຊ້ ຖາມ ແລະ ຕອບຄໍາຖາມ ເປັນຄູ່ ປຶ້ມແບບຮຽນຝຶກເວົ້າ ພາສາລາວ, ບົດເລື່ອງ • ນັກຮຽນໃຊ້ຄໍາສັບ ແລະ ປະໂຫຍກ ບາງປະໂຫຍກ ຈາກບົດຮຽນ ເພື່ອສື່ສານດ້ວຍ ຂໍ້ຄວາມແບບ ງ່າຍໆ. • ໃຫ້ນັກຮຽນພະຍາຍາມໃຊ້ຄໍາສັບໃໝ່ ແລະ ປະໂຫຍກຈາກບົດນີ້. • ກະຕຸກຊຸກຍູ້ໃຫ້ນັກຮຽນນໍາໃຊ້ຄໍາສັບ ແລະ ປະໂຫຍກແບບງ່າຍໆ ຖ້ານັກຮຽນຍັງບໍ່ທັນສາ ມາດນໍາໃຊ້ປະໂຫຍກຕ່າງໆຈາກບົດນີ້ໄດ້ເທື່ອ. • ອະນຸຍາດໃຫ້ນັກຮຽນສື່ສານນໍາກັນໄດ້. ປ່ອຍໃຫ້ນັກຮຽນໃຊ້ທັກສະພາສາລາວ ທີ່ຮຽນຢູ່ ໃນບົດນີ້ ຫຼື ບົດອື່ນໆ. • ຢ່າຟ້າວແກ້ໄຂຂ້ໍຜິດພາດຢູ່ໃນກິດຈະກໍານີ້. ໃຫ້ຈົດບັນທຶກຂໍ້ຜິດພາດໃດໜຶ່ງໄວ້ ເພື່ອແກ້ໄຂ ຂໍ້ຜິດພາດໃຫ້ຖືກຕ້ອງ ຢູ່ໃນຂັ້ນຕອນຕໍ່ໄປຂອງບົດຮຽນ. • ຄູຍ່າງໄປມາໃຫ້ທົ່ວຫ້ອງ ແລະ ຟັງການເວົ້າຂອງຄູ່ ຫຼື ກຸ່ມຕ່າງໆ. ຄູໃຫ້ການຊ່ວຍເຫຼືອ ຖ້າ ນັກຮຽນບໍ່ເວົ້າຫຍັງເລີຍ. • ຖ້ານັກຮຽນຄູ່ໃດຍັງບໍ່ພ້ອມທີ່ຈະເວົ້າຫຍັງເລີຍ, ຄູສາມາດຈັດໃຫ້ນັກຮຽນໄປຢູ່ໃນຄູ່ ຫຼື ກຸ່ມ ທີ່ສາມາດເວົ້າໄດ້ ເພື່ອໃຫ້ນັກຮຽນໄດ້ຟັງ. ຂັ້ນສະຫຼຸບ ຄູສະຫຼຸບ ບົດຮຽນ ບໍ່ມີຢູ່ໃນປຶ້ມແບບຮຽນ • ຄູທວນຄືນຈຸດສໍາ ຄັນຂອງບົດນີ້. • ໃຊ້ພາສາແມ່ຂອງນັກຮຽນ ເພື່ອສະຫຼຸບສັງລວມຈຸດສໍາຄັນທີ່ໄດ້ຮຽນ, ຖ້າເປັນໄປໄດ້ ບອກ ໃຫ້ນັກຮຽນຄົນໜຶ່ງແປເປັນພາສາລາວ. • ຫຼັງຈາກສະຫຼຸບສັງລວມເປັນພາສາແມ່ຂອງນັກຮຽນແລ້ວ ໃຫ້ສະຫຼຸບສັງລວມເປັນພາສາ ລາວນໍາ. ຊົ່່ວໂມງຮຽນທີີ 3 ຂັ້ນຕອນໃນ ບົດຮຽນ ກິດຈະກໍາ ເນື້ອໃນປຶ້ມແບບ ຮຽນ ຈຸດປະສົງ ຂໍ້ມູນສໍາຄັນສໍາລັບຄູສອນ ຂັ້ນນໍາເຂົ້າສູ່ ບົດຮຽນ ຟັງ ແລະ ປະຕິ ບັດ ປຶ້ມແບບຮຽນ ວິຊາພາສາລາວ, ບົດຮຽນຜ່ານມາ • ນັກຮຽນຝຶກທັກ ສະການຟັງ ເບິ່ງລາຍລະອຽດສໍາລັບກິດຈະກໍານີ້ຢູ່ໃນບົດທີ 1. ໑໑ SLP2 Edit 2024.indb 11 5/30/2024 2:31:00 PM
12 ໑໒ ການອອກສຽງ ບໍ່ມີຢູ່ໃນປຶ້ມແບບ ຮຽນ • ນັກຮຽນຝຶກອອກ ສຽງຄໍາສັບຕ່າງໆ ເປັນພາສາລາວ ເບິ່ງລາຍລະອຽດສໍາລັບກິດຈະກໍານີ້ຢູ່ໃນບົດທີ 1. ທວນຄືນບົດ ຮຽນຜ່ານມາ ປຶ້ມແບບຮຽນຝຶກ ເວົ້າພາ ສາລາວ, ບົດຮຽນຜ່ານມາ • ນັກຮຽນທວນຄືນ ເນື້ອໃນຂອງບົດ ຮຽນບົດຜ່ານມາ • ໃນບົດຮຽນບາງບົດ, ຄູໃຊ້ຕຸກກະຕາເຈ້ຍ ເພື່ອສາທິດການຖາມ ແລະ ຕອບຄໍາຖາມຈາກບົດຮຽນ ບົດຜ່ານມາ. ເມື່ອຄູໃຊ້ຕຸກກະຕາເຈ້ຍ, ເຄື່ອນຍ້າຍໄປມາ ແລະ ປ່ຽນສຽງຂອງຄູ ເພື່ອໃຫ້ນັກຮຽນ ເຂົ້າໃຈໄດ້ວ່າ: ຕຸກກະຕາກໍາລັງເວົ້າຢູ່. • ໃນບົດຮຽນບາງບົດ, ຕຸກກະຕາເຈ້ຍຖາມ ແລະ ຕອບຄໍາຖາມທວນຄືນກັບນັກຮຽນ. ພະຍາຍາມ ເຮັດໃຫ້ຕຸກກະຕາເປັນຕົວລະຄອນທີ່ມີຄວາມມ່ວນຊື່ນ ເພື່ອໃຫ້ນັກຮຽນຢາກເວົ້າກັບມັນ. ຂັ້ນຈັດກິດຈະ ກໍາການຮຽນ ຕອບຄໍາຖາມ ກ່ຽວກັບຮູບ ພາບ ປຶ້ມແບບຮຽນຝຶກ ເວົ້າພາ ສາລາວ, ປະໂຫຍກກ່ຽວ ກັບ….. • ນັກຮຽນຄາດເດົາ ຫົວຂໍ້ ແລະ ເນື້ອ ໃນຂອງປະໂຫຍກ ຕ່າງໆ. • ຈຸດປະສົງຂອງຄໍາຖາມເຫຼົ່ານີ້ ແມ່ນເພື່ອຊ່ວຍນັກຮຽນໃຫ້ສາມາດເຂົ້າໃຈປະໂຫຍກຕ່າງໆ ທີ່ມີ ຢູ່ໃນບົດໄດ້. • ໃຊ້ຄໍາຖາມປິດແບບງ່າຍໆ, ສັ້ນໆ ເຊັ່ນ: ນັ້ນແມ່ນຫຍັງ? ລາວກໍາລັງເຮັດຫຍັງ? • ອະນຸຍາດໃຫ້ນັກຮຽນໃຊ້ພາສາແມ່ຂອງນັກຮຽນໄດ້ ເພື່ອຄາດເດົາກ່ຽວກັບຫົວຂໍ້ ແລະ ເນື້ອໃນ ຂອງປະໂຫຍກຕ່າງໆ. ຫຼັງຈາກນັ້ນ, ຄູແປຄໍາເວົ້າຂອງນັກຮຽນເປັນພາສາລາວ. ຟັງ ແລະ ຊີ້ໃສ່ ຮູບພາບ ປຶ້ມແບບຮຽນຝຶກ ເວົ້າພາ ສາລາວ, ປະໂຫຍກກ່ຽວ ກັບ….. • ນັກຮຽນຝຶກແອບ ທັກສະການຟັງ, ແ ນ ະ ນໍ າ ໃ ຫ້ ນັ ກ ຮຽນຮູ້ກ່ຽວກັບຄໍາ ສັບໃໝ່ເພີ່ມເຕີມ ແລະ ປະເພດປະ ໂຫຍກຕ່າງໆ. • ອ່ານຊ້າໆ ໃນຂະນະທີ່ຊີ້ໃສ່ຮູບພາບ. • ໃຊ້ທ່າທາງຕ່າງໆ ໃນຂະນະທີ່ຄູອ່ານ, ຖ້າເປັນໄປໄດ້. • ເນັ້ນໃສ່ຄໍາສັບໃໝ່ ແລະ ປະເພດປະໂຫຍກຕ່າງໆ ດ້ວຍນໍ້າສຽງຂອງຄູ. SLP2 Edit 2024.indb 12 5/30/2024 2:31:00 PM
13 ເວົ້າລຶ້ມຄືນຄໍາ ສັບ ຫຼື ປະ ໂຫຍ ກ ຈາກບົດທີ ໄດ້ຟັງ ປຶ້ມແບບຮຽນ ຝຶກເວົ້າພາສາ ລາວ, ປະໂຫຍກ ກ່ຽວກັບ… • ນັກຮຽນຝຶກເວົ້າຄໍາ ສັບ ຫຼື ປະໂຫຍກ ຕ່າງໆ ຈາກບົດ ຮຽນ. • ຄູຄວນແກ້ໄຂຂໍ້ຜິດພາດຂອງນັກຮຽນໃຫ້ຖືກຕ້ອງ. • ຖ້ານັກຮຽນບໍ່ໄດ້ເຂົ້າຮ່ວມໝົດທຸກຄົນ, ຄູບອກໃຫ້ນັກຮຽນເວົ້າລຶ້ມຄືນປະໂຫຍກໃນກຸ່ມນ້ອຍ. • ຄູຍ່າງໄປມາທົ່ວຫ້ອງ ແລະ ຮັບຟັງນັກຮຽນໝົດທຸກຄົນ. ກິດຈະກໍາ ຝຶກ ປະຕິບັດ ແລະ ນໍາໃຊ້ ກິດຈະກໍາການ ຝຶກເວົ້າ ປຶ້ມແບບຮຽນຝຶກ ເວົ້າພາ ສາລາວ, ກິດຈະກໍາການຝຶກ • ນັກຮຽນໃຊ້ຄໍາສັບ ແລະ ປະໂຫຍກ ຕ່າງໆ ຈາກບົດ ຮຽນ ເພື່ອສື່ສານ ນໍາກັນ. • ໃຫ້ນັກຮຽນພະຍາຍາມໃຊ້ຄໍາສັບໃໝ່ ແລະ ປະໂຫຍກຕ່າງໆຈາກບົດຮຽນນີ້. • ກະຕຸກຊຸກຍູ້ໃຫ້ນັກຮຽນໃຊ້ຄໍາສັບ ແລະ ວະລີແບບງ່າຍດາຍ ຖ້ານັກຮຽນຍັງບໍ່ສາມາດໃຊ້ ປະໂຫຍກຕ່າງໆຈາກບົດຮຽນນີ້ໄດ້ເທື່ອ. • ອະນຸຍາດໃຫ້ນັກຮຽນສື່ສານນໍາກັນ ປ່ອຍໃຫ້ນັກຮຽນໃຊ້ທັກສະທາງພາສາ ທີ່ນັກຮຽນໄດ້ຮຽນໃນ ບົດຮຽນບົດນີ້ ຫຼື ບົດຮຽນບົດອື່ນ. • ຢ່າຟ້າວດັດແກ້ໄຂຂໍ້ຜິດພາດຢູ່ໃນກິດຈະກໍານີ້ ໃຫ້ບັນທຶກຂໍ້ຜິດພາດໃດໜຶ່ງໄວ້ ເພື່ອໃຫ້ເຂົາ ສາມາດແກ້ໄຂໃຫ້ຖືກຕ້ອງ ຢູ່ໃນຂັ້ນຕອນຕໍ່ໄປຂອງບົດຮຽນ. • ຄູຍ່າງໄປມາໃຫ້ທົ່ວຫ້ອງ ແລະ ຟັງການເວົ້າຂອງຄູ່ ຫຼື ກຸ່ມຕ່າງໆ ໃຫ້ການຊ່ວຍເຫຼືອນັກຮຽນ ຖ້າ ນັກຮຽນບໍ່ເວົ້າຫຍັງເລີຍ. • ຖ້ານັກຮຽນຄູ່ໃດຍັງບໍ່ພ້ອມທີ່ຈະເວົ້າຫຍັງເລີຍ ຄູສາມາດຈັດໃຫ້ນັກຮຽນໄປຢູ່ໃນກຸ່ມຂອງຄູ່ທີ່ສາ ມາດເວົ້າໄດ້ ເພື່ອໃຫ້ນັກຮຽນໄດ້ຟັງ. ຂັ້ນສະຫຼຸບ ຄູສະຫຼຸບບົດ ຮຽນ ບໍ່ມີຢູ່ໃນປຶ້ມແບບ ຮຽນ • ຄູທວນຄືນຈຸດສໍາ ຄັນຂອງບົດນີ້. • ໃຊ້ພາສາແມ່ຂອງນັກຮຽນ ເພື່ອສະຫຼຸບສັງລວມຈຸດສໍາຄັນທີ່ໄດ້ຮຽນໃນບົດນີ້, ຖ້າເປັນໄປໄດ້ ບອກໃຫ້ນັກຮຽນຄົນໜຶ່ງແປເປັນພາສາລາວ. • ຫຼັງຈາກສະຫຼຸບສັງລວມເປັນພາສາແມ່ຂອງນັກຮຽນແລ້ວ ໃຫ້ສະຫຼຸບສັງລວມເປັນພາສາລາວນໍາ. • ຖາມນັກຮຽນວ່າ: ຍັງມີຫຍັງອີກບ່ໍຈາກບົດຮຽນບົດນີ້ ທີ່ນັກຮຽນຕ້ອງການທີ່ຈະສືບຕໍ່ຝຶກ ຫຼື ມີກິດ ຈະກໍາໃດບໍທີ່ນັກຮຽນຕ້ອງການປະຕິບັດຄືນອີກ. ໃຫ້ຈົດບັນທຶກຄໍາຕອບຕ່າງໆຂອງນັກຮຽນ. • ຄູສາມາດວາງແຜນສໍາລັບຊົ່ວໂມງທີ 4 ຖ້ານັກຮຽນຍັງບໍ່ສາມາດປະຕິບັດກິດຈະກໍາຕ່າງໆໃຫ້ສໍາ ເລັດໄດ້ເທື່ອ ຖ້ານັກຮຽນຈໍາເປັນຕ້ອງໄດ້ທວນຄືນ ແລະ ຝຶກຕື່ມອີກ ຫຼື ຖ້າມີກິດຈະກໍາທີ່ນັກຮຽນ ຕ້ອງການຈະເຮັດຄືນອີກ. ໑໓ SLP2 Edit 2024.indb 13 5/30/2024 2:31:00 PM
14 ໑໔ ຊົ່່ວໂມງຮຽນທີີ 4 ຄູອາດຈັດສອນບົດຮຽນນີ້ ໂດຍອີງໃສ່ຄວາມຕ້ອງການຂອງນັກຮຽນ ຕົວຢ່າງ: • ສໍາເລັດກິດຈະກໍາໃດໜຶ່ງຈາກອາທິດນັ້ນ ທີ່ຍັງປະຕິບັດບໍ່ທັນແລ້ວເທື່ອ. • ທວນຄືນເນື້ອໃນຂອງອາທິດນັ້ນ ຫຼື ຂອງອາທິດກ່ອນ ດ້ວຍການລຶ້ມຄືນກິດຈະກໍາໃດໜຶ່ງ ຈາກຊົ່ວໂມງທີ 1 ຫາ 3. • ຫຼິ້ນເກມທີ່ຢູ່ໃນພາກພະໜວກ ຂອງຄູ່ມືຄູ. • ປະຕິບັດກິດຈະກໍາ ຟັງ ແລະ ປະຕິບັດ ຫຼື ກິດຈະກໍາອື່ນໆ ໂດຍອີງໃສ່ປຶ້ມແບບຮຽນພາສາລາວ, ເນື້ອໃນຂອງບົດຮຽນບົດອື່ນໆ ຫຼື ກິດຈະກໍາປະຈໍາວັນຢູ່ໃນໂຮງຮຽນ. • ຮ້ອງເພງລາວ ໂດຍອີງໃສ່ລະດັບທີ່ເໝາະສົມກັບນັກຮຽນ ຂັ້ນ ປ.1. ກ່່ຽວກັັບການວັັດ ແລະ ປະເມີີນຜົົນ ການວັັດ ແລະ ປະເມີີນເພື່່ອສະຫຼຸຸບຜົົນການຮຽນ ການວັດ ແລະ ປະເມີນເພື່ອສະຫຼຸບຜົນການຮຽນ ແມ່ນບໍ່ໄດ້ປະຕິບັດຢູ່ໃນໂຄງການຝຶກເວົ້າພາສາລາວ. ນັກຮຽນຈະບໍ່ໄດ້ເອົາຄະແນນສໍາລັບຝຶກເວົ້າພາສາລາວ. ຈຸດປະສົງຂອງຝຶກ ເວົ້າພາສາລາວນີ້ ແມ່ນເພື່ອຍົກລະດັບທັກສະພາສາລາວຂອງນັກຮຽນ. ດັ່ງນັ້ນ, ຄູຄວນຈະປະເມີນທັກສະການຟັງ ແລະ ເວົ້າພາສາລາວຢູ່ພາຍໃນວິຊາພາສາລາວເທົ່ານັ້ນ ໂດຍອີງຕາມ ລະບົບການວັດ ແລະ ປະເມີນເພື່ອສະຫຼຸບຜົນການຮຽນດັ່ງກ່າວ. ການວັັດ ແລະ ປະເມີີນເພື່່ອປັັບປຸຸງການຮຽນ ການວັດ ແລະ ປະເມີນເພື່ອປັບປຸງການຮຽນ (ການປະເມີນເວລາຮຽນ) ແມ່ນຕ້ອງປະເມີນຕະຫຼອດໄລຍະການຮຽນ ເພື່ອໃຫ້ຄູສາມາດເຂົ້າໃຈຄວາມຫຍຸ້ງຍາກໃນການຮຽນ ແລະ ຫາວິແກ້ໄຂ ເພື່ອຊ່ວຍນັກຮຽນຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ກ່ອນທີ່ບົດຮຽນຈະສິ້ນສຸດລົງ. ນອກຈາກນີ້, ການວັດ ແລະ ປະເມີນເພື່ອປັບປຸງການຮຽນ ຍັງຊ່ວຍໃຫ້ຄູເຂົ້າໃຈໄດ້ວ່າ: ນັກຮຽນຄົນໃດມີຄວາມໝັ້ນໃຈ ແລະ ອາດສາມາດບັນລຸໄດ້ເກີນລະດັບທີ່ຄາດຫວັງໄວ້. ຄູຄວນຊອກຫາວິທີ ຫຼື ກິດຈະກໍາອື່ນ ເພື່ອທ້າທາຍຄວາມສາມາດຂອງນັກຮຽນ. ຄູບໍ່ຈໍາເປັນຕ້ອງໃຊ້ການສອບເສັງ ຫຼື ເກນຣູບຣິກສໍາລັບການວັດ ແລະ ປະເມີນເພື່ອປັບປຸງການຮຽນ. ຄູຄວນສັງເກດການຮຽນຂອງນັກຮຽນແຕ່ລະຄົນ ໃນເວລາທີ່ນັກຮຽນປະຕິບັດ ກິດຈະກໍາການຮຽນຂອງທຸກໆຊົ່ວໂມງຮຽນ. ຄູສາມາດສັງເກດເບິ່ງໄດ້ງ່າຍໆວ່າ: ນັກຮຽນມີຄວາມກ້າວໜ້າອັນໃດ ຫຼື ບ່ໍ, ຖ້າທຽບໃສ່ລະດັບຄວາມສາມາດທີ່ຄາດຫວັງໄວ້. SLP2 Edit 2024.indb 14 5/30/2024 2:31:00 PM
15 ຄໍໍາແນະ ນໍໍາ ການ ສັັງເ ກ ດ ສໍໍາ ລັັບ ການປະເ ມີີນເ ພື່່ ອ ປັັບ ປຸຸງ ການຮຽນ ການປະຕິບັດການວັດ ແລະ ປະເມີນເພື່ອປັບປຸງການຮຽນໃນບົດຮຽນໃຫ້ເບິ່ງໃນພາກແນະນໍາລວມໄດ້ອະທິບາຍຢູ່ຕາຕະລາງລຸ່ມນີ້: ກິດຈະກໍາ ນັກຮຽນຕ້ອງການຄວາມຊ່ວຍເຫຼືອ ເພີ່ມເຕີມຫຼາຍ ( ) ນັກຮຽນຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມໜ້ອຍໜຶ່ງ ( ) ນັກຮຽນສາມາດປະຕິບັດກິດຈະກໍາໄດ້ ( ) ຟັງ ແລະ ປະຕິບັດ ນັກຮຽນປະຕິບັດຕາມຄໍາແນະນໍາຜິດ ໝົດ ຫຼື ນັກຮຽນປະຕິບັດຕາມນັກຮຽນຄົນ ອື່ນເທົ່ານັ້ນ ຫຼື ນັກຮຽນບໍ່ປະຕິບັດຕາມຄໍາ ແນະນໍາ. ນັກຮຽນປະຕິບັດຕາມຄໍາແນະນໍາສ່ວນຫຼາຍຜິດ. ນັກຮຽນປະຕິບັດຕາມຄູແນະນໍາ ແຕ່ອາດ ຈະມີບາງບ່ອນຜິດ. ການອອກສຽງ ຄູບໍ່ສາມາດເຂົ້າໃຈໄດ້ວ່າ ນັກຮຽນ ອອກສຽງໃດ ຫຼື ເວົ້າຄໍາສັບໃດ, ນັກຮຽນບໍ່ ອອກສຽງ ຫຼື ບໍ່ເວົ້າຄໍາສັບ. ນັກຮຽນອອກສຽງ ຫຼື ເວົ້າຄໍາສັບຕາມຄູ ສ່ວນຫຼາຍບໍ່ຈະແຈ້ງ ນັກຮຽນອອກສຽງ ຫຼື ເວົ້າຄໍາສັບຕາມ ຄູ ສ່ວນຫຼາຍຄູສາມາດເຂົ້າໃຈໄດ້ ວ່ານັກຮຽນ ອອກສຽງໃດ ຫຼື ເວົ້າຄໍາສັບໃດ. ກິດຈະກໍາ ການຝຶກ ຊົ່ວໂມງທີ 1 ນັກຮຽນເວົ້າລຶ້ມຄືນປະໂຫຍກຜິດໝົດ ຫຼື ນັກຮຽນບໍ່ເວົ້າລຶ້ມຄືນປະໂຫຍກ. ນັກຮຽນເວົ້າລຶ້ມຄືນປະໂຫຍກສ່ວນຫຼາຍຜິດ. ນັກຮຽນເວົ້າລຶ້ມຄືນປະໂຫຍກ ສ່ວນຫຼາຍ ຖືກ. ກິດຈະກໍາການ ຝຶກ ຊົ່ວໂມງທີ 2 ນັກຮຽນບໍ່ໄດ້ນໍາໃຊ້ຄໍາສັບ ຫຼື ປະໂຫຍກຈາກບົດຮຽນນີ້ ໃນການຖາມ ແລະ ຕອບຄໍາຖາມ ຫຼື ນັກຮຽນບໍ່ເວົ້າ. ນັກຮຽນນໍາໃຊ້ບາງຄໍາສັບ ຫຼື ບາງປະໂຫຍກ ຈາກບົດຮຽນນີ້ ໃນການຖາມ ແລະ ຕອບຄໍາຖາມ ແຕ່ຍັງມີຫຼາຍບ່ອນຜິດ. ນັກຮຽນນໍາໃຊ້ບາງຄໍາສັບ ຫຼື ບາງປະ ໂຫຍກ ຈາກບົດຮຽນນີ້ ໃນການຖາມ ແລະ ຕອບຄໍາຖາມ ແຕ່ອາດຈະມີບາງບ່ອນຜິດ. ກິດຈະກໍາການ ຝຶກ ຊົ່ວໂມງທີ 3 ນັກຮຽນບໍ່ໄດ້ນໍາໃຊ້ຄໍາສັບ ແລະ ປະ ໂຫຍກຈາກບົດຮຽນນີ້ໃນການຖາມ ແລະ ຕອບຄໍາຖາມ ຫຼື ນັກຮຽນບໍ່ພະຍະຍາມສື່ ສານດ້ວຍພາສາລາວ. ນັກຮຽນນໍາໃຊ້ຄໍາສັບ ແລະ ປະໂຫຍກ ຈາກບົດຮຽນນີ້ໃນ ການຖາມ ແລະ ຕອບຄໍາຖາມ ແຕ່ຍັງມີຫຼາຍບ່ອນຜິດ. ນັກຮຽນນໍາໃຊ້ຄໍາສັບ ແລະ ປະໂຫຍກ ຈາກບົດຮຽນນີ້ໃນການຖາມ ແລະ ຕອບຄໍາ ຖາມ ແຕ່ອາດຈະມີບາງບ່ອນຜິດ, ນັກຮຽນພະ ຍະຍາມສື່ສານດ້ວຍພາສາລາວ. ໑໕ SLP2 Edit 2024.indb 15 5/30/2024 2:31:00 PM
16 ໑໖ ກິດຈະກໍາຕ່າງໆທີ່ຢູ່ໃນຫ້ອງທໍາອິດເບື້ອງຊ້າຍຂອງຕາຕະລາງ ເຊັ່ນ: ຟັງ ແລະ ປະຕິບັດ, ການອອກສຽງ, ກິດຈະ ກໍາການຝຶກ ມີຄວາມເໝາະສົມສໍາລັບການວັດ ແລະ ປະເມີນເພື່ອປັບປຸງການຮຽນ ຍ້ອນວ່າ: ຄູສາມາດສັງເກດເບິ່ງ ການເວົ້າ ແລະ ການຟັງຂອງນັກຮຽນ. ນອກຈາກນັ້ນ, ຄູຍັງສາມາດປະຕິບັດການວັດ ແລະ ປະເມີນເພື່ອປັບປຸງການ ຮຽນ ໃນເວລາໃດໜຶ່ງຢູ່ໃນເວລາສອນ. ເນື້ອໃນຢູ່ຫ້ອງທີ 2 ໃນຕາຕະລາງ ໄດ້ອະທິບາຍກ່ຽວກັບການຮຽນຂອງນັກຮຽນຜູ້ທີ່ຢູ່ໄກກັບລະດັບທີ່ຄາດຫວັງ ໄວ້. ໝາຍຄວາມວ່າ: ນັກຮຽນຜູ້ນັ້ນມີຄວາມຈໍາເປັນຕ້ອງໄດ້ຮັບການຊ່ວຍເຫຼືອເພີ່ມເຕີມຫຼາຍຈາກຄູ. ຕົວຢ່າງ: ຖ້າ ນັກຮຽນຜູ້ໜຶ່ງ ປະຕິບັດຕາມນັກຮຽນຄົນອື່ນເທົ່ານັ້ນ ໝາຍຄວາມວ່າ: ນັກຮຽນຜູ້ດັ່ງກ່າວມີລະດັບພາສາລາວທີ່ຢູ່ໄກກັບ ລະດັບທີ່ຄາດຫວັງໄວ້. ຄູຄວນໃຫ້ການຊ່ວຍເຫຼືອເພີ່ມເຕີມຫຼາຍແກ່ນັກຮຽນຜູ້ດັ່ງກ່າວ ໃນການປະຕິບັດກິດຈະກໍາດັ່ງ ກ່າວ ແລະ ກິດຈະກໍາຢູ່ໃນບົດຮຽນບົດຕໍ່ໆໄປ. ເນື້ອໃນຢູ່ຫ້ອງທີ 3 ໃນຕາຕະລາງໄດ້ອະທິບາຍກ່ຽວກັບການຮຽນຂອງນັກຮຽນທີ່ບໍ່ທັນຢູ່ໃນລະດັບທີ່ຄາດຫວັງໄວ້ ເທື່ອ. ໝາຍຄວາມວ່າ: ນັກຮຽນມີຄວາມຈໍາເປັນຕ້ອງໄດ້ຮັບການຊ່ວຍເຫຼືອເພີ່ມເຕີມຈາກຄູ. ຕົວຢ່າງ: ຖ້ານັກຮຽນຜູ້ໜຶ່ງ ປະຕິບັດຕາມຄໍາແນະນໍາສ່ວນຫຼາຍຜິດ ໝາຍຄວາມວ່າ: ນັກຮຽນຜູ້ດັ່ງກ່າວຍັງບໍ່ທັນສາມາດບັນລຸໄດ້ຕາມລະດັບທີ່ ຄາດຫວັງໄວ້. ຄວນໃຫ້ການຊ່ວຍເຫຼືອເພີ່ມເຕີມແກ່ນັກຮຽນຜູ້ດັ່ງກ່າວ ໃນການປະຕິບັດກິດຈະກໍາດັ່ງກ່າວ ແລະ ກິດຈະ ກໍາຢູ່ໃນບົດຮຽນບົດຕໍ່ໄປ. ເນື້ອໃນຢູ່ຫ້ອງສຸດທ້າຍໃນຕາຕະລາງໄດ້ອະທິບາຍກ່ຽວກັບ ຄວາມສາມາດທີ່ປະຕິບັດກິດຈະກໍາໄດ້ ຂອງນັກຮຽນ ເພື່ອໃຫ້ສໍາເລັດຕາມຈຸດປະສົງຂອງກິດຈະກໍາດັ່ງກ່າວ. ຖ້ານັກຮຽນຄົນໜຶ່ງສະແດງໃຫ້ເຫັນເຖິງການບັນລຸຜົນສໍາເລັດ ໄດ້ຕາມລະດັບຄາດໝາຍທີ່ວາງໄວ້ນັ້ນ, ຄູກໍສາມາດສັງເກດເຫັນໄດ້ວ່າ: ການຊ່ວຍເຫຼືອທີ່ຄູສະໜອງໃຫ້ນັກຮຽນຜູ້ນັ້ນ ມີຄວາມເໝາະສົມ ຢູ່ແລ້ວ. ຈາກນັ້ນ, ຄູຈຶ່ງສາມາດວາງແຜນ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອໃນລະດັບຕາມຄວາມຈໍາ ເປັນ ແລະ ຕ້ອງການສໍາລັບນັກຮຽນຕໍ່ໄປໄດ້. ຕົວຢ່າງ: ສໍາລັບກິດຈະກໍາການຟັງ ແລະ ປະຕິບັດ, ຖ້ານັກຮຽນຄົນໃດໜຶ່ງ ພວມ ປະຕິບັດຕາມຄູແນະນໍາ ແຕ່ອາດຈະມີບາງບ່ອນຜິດ, ໝາຍຄວາມວ່າ: ນັກຮຽນຜູ້ນັ້ນໄດ້ບັນລຸຜົນສໍາເລັດພໍສົມ ຄວນ ແລະ ຄູສາມາດສືບຕໍ່ສອນຟັງ ແລະ ປະຕິບັດ ໃນລັກສະນະດຽວກັນໃຫ້ແກ່ນັກຮຽນຜູ້ນັ້ນໃນບົດຮຽນບົດຕໍ່ໄປໄດ້. ຄູຄວນເຂົ້າໃຈວ່າ: ຖ້ານັກຮຽນຜູ້ໃດໜຶ່ງຍັງບໍ່ສາມາດບັນລຸໃນການປະຕິບັດກິດຈະກໍາໃດໜຶ່ງໃນລະດັບທີ່ຄາດ ຫວັງໄວ້ໄດ້, ນັກຮຽນຄົນດັ່ງກ່າວ ອາດຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມສໍາລັບຫຼາຍໆກິດຈະກໍາ, ບໍ່ມີພຽງແຕ່ກິດ ຈະກໍາທີ່ຄູສອນສັງເກດເຫັນເທົ່ານັ້ນ. ຕົວຢ່າງ: ກິດຈະກໍາການຝຶກຢູ່ໃນຊົ່ວໂມງທີ 2, ຖ້ານັກຮຽນຜູ້ໃດໜຶ່ງ ບໍ່ໄດ້ນໍາໃຊ້ ຄໍາສັບ ຫຼື ປະໂຫຍກ ຈາກບົດຮຽນນີ້ໃນການຖາມ ແລະ ຕອບຄໍາຖາມ ນັກຮຽນຄົນນັ້ນອາດຕ້ອງການຄວາມຊ່ວຍເຫຼືອ ເພີ່ມເຕີມທັງໃນຂະນະທີ່ເຮັດກິດຈະກໍາຢູ່ໃນຂັ້ນນໍາເຂົ້າສູ່ບົດຮຽນ ແລະ ໃນຂັ້ນຝຶກປະຕິບັດ ແລະ ນໍາໃຊ້ຂອງບົດຮຽນ. ໃນບາງກໍລະນີ, ນັກຮຽນອາດສາມາດບັນລຸໃນການປະຕິບັດກິດຈະກໍາໃດໜຶ່ງໄດ້ເກີນລະດັບທີ່ຄາດຫວັງໄວ້. ໝາຍ ຄວາມວ່າ: ນັກຮຽນບາງຄົນອາດຕ້ອງການກິດຈະກໍາທີ່ທ້າທາຍຂຶ້ນໃນບົດຮຽນບົດຕໍ່ໄປ. ຖ້າບົດຮຽນເປັນໄປແບບຊ້າ ຫຼື ງ່າຍເກີນໄປສໍາລັບນັກຮຽນຜູ້ໃດໜຶ່ງ, ນັກຮຽນຜູ້ດັ່ງກ່າວກໍຈະບໍ່ໄດ້ຮຽນສິ່ງໃໝ່ເພີ່ມ. ສຸດທ້າຍນັກຮຽນຜູ້ນັ້ນອາດຈະບໍ່ ເອົາໃຈໃສ່ເຂົ້າຮ່ວມໃນກິດຈະກໍາຕ່າງໆ ແລະ ອາດຈະລົບກວນນັກຮຽນຜູ້ອື່ນ. ຄູສາມາດບັນທຶກຜົນຂອງການສັງເກດໃສ່ປຶ້ມຂຽນຂອງຕົນໃນຂະນະສອນ ຫຼື ຫຼັງຊົ່ວໂມງສອນ. ຄູສາມາດໃຊ້ຮູບ ແບບໃດໜຶ່ງ ໃນການບັນທຶກຜົນຂອງການສັງເກດສໍາລັບການວັດ ແລະ ປະເມີນເພື່ອປັບປຸງການຮຽນ ແຕ່ອາດຈະບໍ່ມີ ຮູບແບບທີ່ເປັນມາດຕະຖານສໍາລັບການປະເມີນນີ້. ເຖິງຢ່າງໃດກໍຕາມ, ຄູສາມາດນໍາໃຊ້ຂໍ້ມູນໃນຕາຕະ ລາງລຸ່ມນີ້ ເພື່ອເປັນແບບຢ່າງໜຶ່ງໃນການປະເມີນ ເຊັ່ນ: ຄູນໍາໃຊ້ລາຍການກວດແກ້ ໂດຍໃຊ້ເຄື່ອງໝາຍເປັນຮູບອີໂມຈິທີ່ຍິ້ມ ( ) ໃຊ້ອີໂມຈິສໍາລັບລະດັບທີ່ມີ ຄວາມສາມາດປະຕິບັດຕາມຄູແນະນໍາໄດ້, ເຄື່ອງໝາຍເປັນຮູບອີໂມຈິທໍາມະດາ ( ) ໃຊ້ອີໂມຈິສໍາລັບ ນັກຮຽນຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມໜ້ອຍໜຶ່ງ ແລະ ເຄື່ອງໝາຍເປັນຮູບອີໂມຈິທີ່ໂສກ ເສົ້າ ( ) ໃຊ້ອີໂມຈິສໍາລັບ ນັກຮຽນທີ່ຕ້ອງການຄວາມຊ່ວຍເພີ່ມເຕີມຫຼາຍ ດັ່ງຕົວຢ່າງລຸ່ມນີ້: SLP2 Edit 2024.indb 16 5/30/2024 2:31:00 PM
17 ຊື່ຂອງນັກຮຽນ ການຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ ນ. … ເກີນລະດັບທີ່ຄາດ ຫວັງໄວ້ . ທ. … ສໍາຄັນທີ່ສຸດກໍຄື: ຄູຕ້ອງສາມາດອ່ານການບັນທຶກລາຍລະອຽດສໍາລັບການວັດ ແລະ ປະເມີນເພື່ອປັບປຸງການ ຮຽນ ຈາກແຕ່ລະບົດໄດ້ແບບງ່າຍໆ ແລະ ຕ້ອງຮູ້ວ່າ: ນັກຮຽນຜູ້ໃດທີ່ຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມ, ຜູ້ດັງກ່າວ ຕ້ອງການຄວາມຊ່ວຍເຫຼືອຫຼາຍປານໃດ ແລະ ຕ້ອງການຢູ່ໃນກິດຈະກໍາໃດ. ໃນບາງຄັ້ງນັກຮຽນໝົດທຸກຄົນກໍຕ້ອງການ ຄວາມຊ່ວຍເຫຼືອເພີ່ມເຕີມໃນກິດຈະກໍາໃດໜຶ່ງ ແລະ ບາງຄັ້ງກໍມີພຽງນັກຮຽນບາງຄົນເທົ່ານັ້ນທີ່ຕ້ອງການຄວາມຊ່ວຍ ເຫຼືອເພີ່ມເຕີມ. ຕົວຢ່າງ: ການປະເມີນແຕ່ລະຊົ່ວໂມງໃນໜຶ່ງບົດຮຽນ ບົດທີ ... ຊົ່ວໂມງທີ 1 ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ ຊົ່ວໂມງທີ 2 ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ ຊົ່ວໂມງທີ 3 ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ ສະນັ້ນ, ຕາຕະລາງການປະເມີນໃນໜຶ່ງບົດຮຽນຂອງຄູຈະມີລັກສະນະດັ່ງນີ້: ບົດທີ... ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ ໑໗ SLP2 Edit 2024.indb 17 5/30/2024 2:31:01 PM
18 ໑໘ ການໃຊ້້ຜົົນຂອງການວັັດ ແລະ ປະເມີີນເພື່່ອປັັບປຸຸງການຮຽນສໍໍາລັັບການແຕ່່ງບົົດສອນ ຈຸດປະສົງຂອງການວັດ ແລະ ປະເມີນຜົນເພື່ອປັບປຸງການຮຽນ ແມ່ນເພື່ອເຂົ້າໃຈກ່ຽວກັບຄວາມຄືບໜ້າຂອງນັກ ຮຽນ ເພື່ອໃຫ້ຄູສາມາດສະໜອງການຊ່ວຍເຫຼືອທີ່ຖືກຕ້ອງ ໃຫ້ແກ່ນັກຮຽນໄດ້ໃນບົດຮຽນບົດຕໍ່ໆໄປ. ນັ້ນໝາຍຄວາມ ວ່າ: ຄູຄວນຈະນໍາໃຊ້ຜົນການປະເມີນດັ່ງກ່າວນີ້ ເຂົ້າໃນການວາງແຜນການສອນສໍາລັບຊົ່ວໂມງສອນຕໍ່ໆໄປ. ດ້ານ ລຸ່ມ ແມ່ນຂໍ້ແນະນໍາບາງອັນກ່ຽວກັບການນໍາໃຊ້ຜົນຂອງການວັດ ແລະ ປະເມີນເພື່ອປັບປຸງການຮຽນ ໃນເວລາແຕ່ງບົດ ສອນ. ກິດຈະກໍາຝຶກເວົ້າ ພາສາລາວ ການຊ່ວຍເຫຼືອເພີ່ມເຕີມສໍາລັບນັກຮຽນທີ່ ພົບຄວາມຫຍຸ້ງຍາກ ກິດຈະກໍາເສີມສໍາລັບນັກຮຽນທີ່ ຕ້ອງການສິ່ງທ້າທາຍ ກິດຈະກໍາຟັງ ແລະ ປະຕິບັດ • ອ່ານ ແລະ ເຮັດທ່າທາງຕ່າງໆ 2-3 ເທື່ອ ກ່ອນຈະບອກໃຫ້ນັກຮຽນເຮັດທ່າທາງດັ່ງ ກ່າວ. • ແບ່ງນັກຮຽນໃນຫ້ອງອອກເປັນ 2 ສ່ວນ ແລະ ເຮັດກິດຈະກໍາກັບແຕ່ລະກຸ່ມແບບແຍກກັນ ເພື່ອໃຫ້ຄູສາມາດສັງເກດເບິ່ງນັກຮຽນໄດ້ ຢ່າງໃກ້ຊິດ ແລະ ສາມາດຊ່ວຍເຫຼືອນັກຮຽນ ໄດ້. • ລຶ້ມຄືນກິດຈະກໍາຟັງ ແລະ ປະຕິບັດໃນເວລາ ອື່ນໆໃນອາທິດດັ່ງກ່າວ ເຊັ່ນ: ໃນຕອນຕົ້ນຂອງ ມື້ເຂົ້າຮຽນ ຫຼື ຫຼັງຈາກພັກກິນເຂົ້າສວາຍ ເພື່ອ ເປັນກິດຈະກໍາອົບອຸ່ນ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈ ເພື່ອເວົ້າ ປະໂຫຍກຕ່າງໆ ໃນເວລາທີ່ນັກຮຽນ ກໍາລັງເຮັດທ່າທາງຕ່າງໆຢູ່ນັ້ນ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈນໍາພາ ປະຕິບັດກິດຈະກໍາຢູ່ໜ້າກະດານ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈທໍາການ ຊ່ວຍເຫຼືອນັກຮຽນທີ່ມີຄວາມໝັ້ນໃຈ ໜ້ອຍກວ່າ ເພື່ອປະຕິບັດທ່າທາງ ຕ່າງໆ. ກິດຈະກໍາອອກສຽງ • ຄູນໍາພານັກຮຽນອອກສຽງຄໍາສັບ ແລະ ປະ ໂຫຍກໃນກິດຈະກໍາ. • ຄູອອກສຽງຄໍາສັບ ແລ້ວຊີ້ໃສ່ປາກ ແລະ ສະ ແດງໃຫ້ນັກຮຽນເຫັນຮູບປາກຂອງຄູ ໃນເວລາ ທີ່ຄູອອກສຽງຢູ່ນັ້ນ. • ຍ່າງໄປມາໃຫ້ທົ່ວຫ້ອງ ແລະ ຮັບປະກັນໃຫ້ ນັກຮຽນໝົດທຸກຄົນເບິ່ງ ແລະ ໄດ້ຍິນສຽງ ຫຼື ຄໍາສັບ ທີ່ຄູເວົ້າອອກໄປໄດ້ຢ່າງຊັດເຈນ. • ຕື່ມສຽງ ຫຼື ຄໍາສັບອື່ນໆທີ່ເປັນສຽງເປົ້າໝາຍ ເພີ່ມໃສ່ນໍາ ເພື່ອເປັນການຝຶກແອບເພີ່ມເຕີມ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈນໍາພາ ປະຕິບັດກິດຈະກໍາຢູ່ໜ້າກະດານ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈແລ້ວໄປ ນັ່ງກັບນັກຮຽນທີ່ມີຄວາມໝັ້ນໃຈໜ້ອຍ ແລະ ຊ່ວຍນັກຮຽນຝຶກແອບການອອກ ສຽງ ຫຼື ເວົ້າຄໍາສັບຕ່າງໆ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈເວົ້າຄໍາ ສັບອື່ນທີ່ຂຶ້ນຕົ້ນດ້ວຍສຽງດັ່ງກ່າວນີ້. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈສ້າງປະ ໂຫຍກຕ່າງໆ ທີ່ມີສຽງດັ່ງກ່າວນີ້ ເຊັ່ນ: ຄ-ຄູຂີ່ຄວາຍ. • ໃຫ້ນັກຮຽນທີ່ພົບບັນຫາເລື່ອງການ ຮຽນມານັ່ງຢູ່ດ້ານໜ້າ ເພື່ອໃຫ້ຄູສາ ມາດແນະນໍາເພີ່ມເຕີມໄດ້ ໃນເວລາທີ່ ນັກຮຽນກໍາລັງຝຶກອອກສຽງ ຫຼື ເວົ້າຄໍາ ສັບຕ່າງໆຢູ່ນັ້ນ. SLP2 Edit 2024.indb 18 5/30/2024 2:31:01 PM
19 • ໃຫ້ນັກຮຽນເວົ້າລຶ້ມຄືນສຽງ ຫຼື ຄໍາສັບທີ່ຍາກ ປະມານ 2-3 ເທື່ອ. ເມື່ອຄໍາສັບເຫຼົ່ານັ້ນມີຢູ່ ໃນບົດຮຽນບົດໃດໜຶ່ງ (ບໍ່ພຽງແຕ່ຢູ່ໃນບົດຮຽນ ຂອງຝຶກເວົ້າພາສາລາວເທົ່ານັ້ນ). • ປຽບທຽບສຽງທີ່ເປັນພາສາແມ່ຂອງນັກຮຽນ ແລະ ພາສາລາວ ເພື່ອໃຫ້ນັກຮຽນເຫັນວ່າ: ມັນແຕກຕ່າງ ແລະ ຄ້າຍຄືກັນແນວໃດ. • ສອນຊົ່ວໂມງທີ 4 ໃນອາທິດທີ່ສຸມໃສ່ກິດຈະ ກໍາການອອກສຽງຈາກບົດນີ້. ກິດຈະກໍານໍາເຂົ້າສູ່ ບົດຮຽນ (ຄູສາມາດໃຫ້ການ ຊ່ວຍເຫຼືອເພີ່ມເຕີມ ຢູ່ໃນກິດຈະກໍາ ເຫຼົ່ານີ້ ຖ້ານັກຮຽນ ຍັງບໍ່ທັນສາມາດ ບັນລຸໄດ້ຕາມ ລະດັບທີ່ຄາດໝາຍ ໄວ້ໃນເວລາ ປະຕິບັດກິດຈະກໍາ ການຝຶກ) • ນໍາໃຊ້ຕຸກະຕາເຈ້ຍ ເພື່ອສາທິດການປະຕິບັດ ກິດຈະກໍາການຖາມ ແລະ ຕອບຄໍາຖາມ, ລວມທັງຄໍາຖາມຄາດເດົາ ແລະ ຄໍາຖາມ ເພື່ອ ກວດເບິ່ງຄວາມເຂົ້າໃຈຢ່າງຮອບດ້ານກ່ຽວ ກັບບົດເລື່ອງທີ່ໄດ້ຟັງ. • ເມື່ອຄູຖາມຄໍາຖາມໃດໜຶ່ງ, ປ່ອຍໃຫ້ນັກຮຽນ ມີເວລາກະກຽມຄໍາຕອບຂອງນັກຮຽນ ໂດຍ ເຮັດວຽກເປັນຄູ່. ບໍ່ຕ້ອງຖາມຫາຄໍາຕອບແບບ ທັນທີທັນໃດ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈ ຊ່ວຍ ເຫຼືອໃນການສາທິດກິດຈະກໍາດັ່ງກ່າວ ສໍາລັບນັກຮຽນໃນຫ້ອງ. • ຖາມຄໍາຖາມທີ່ທ້າທາຍຫຼາຍຕື່ມຈັກ 1 ຫຼື 2 ຄໍາຖາມກ່ຽວກັບບົດເລື່ອງຕໍ່ກັບ ນັກຮຽນທີ່ມີຄວາມໝັ້ນໃຈ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈສາທິດ ການຫຼິ້ນບົດບາດສົມມຸດ ກ່ອນທີ່ຈະ ໃຫ້ນັກຮຽນຄົນອື່ນໆຫຼິ້ນບົດບາດສົມ ມຸດດັ່ງກ່າວ. • ນໍາໃຊ້ຕຸກະຕາເຈ້ຍ ເພື່ອສາທິດການຫຼິ້ນບົດ ບາດສົມມຸດກ່ອນ ທີ່ຈະໃຫ້ນັກຮຽນພະຍາຍາມ ຫຼິ້ນບົດບາດສົມມຸດ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈເວົ້າໄປ ນໍາໃນເວລາທີ່ນັກຮຽນກໍາລັງຫຼິ້ນບົດ ບາດສົມມຸດ. ກິດຈະກໍາການຝຶກ ໃນຊົ່ວໂມງທີ 1 ແບ່ງປະໂຫຍກຍາວໆອອກເປັນສ່ວນສັ້ນໆ ສໍາລັບກິດຈະກໍາ ເວົ້າລຶ້ມຄືນປະໂຫຍກ. ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈ ນັ່ງກັບ ນັກຮຽນທີ່ມີຄວາມໝັ້ນໃຈໜ້ອຍກວ່າ ໃນ ເວລາປະຕິບັດກິດຈະກໍາເວົ້າລຶ້ມຄືນ ເພື່ອ ໃຫ້ການຊ່ວຍເຫຼືອເພີ່ມເຕີມ. ກິດຈະກໍາການຝຶກ ໃນຊົ່ວໂມງທີ 2 • ສາທິດໃຫ້ເບິ່ງກ່ຽວກັບກິດຈະກໍາການຖາມ ແລະ ຕອບ ແບບເປັນຄູ່ ໂດຍໃຊ້ຕຸກກະຕາ ເຈ້ຍໃຫ້ນັກຮຽນເບິ່ງກ່ອນ ເຊັ່ນ: ຄູຖາມ, ຕຸກ ກະຕາຕອບ. • ໃຊ້ຕຸກກະຕາເຈ້ຍ ເພື່ອຝຶກກິດຈະກໍາການ ຖາມ ແລະ ຕອບແບບເປັນຄູ່ຮ່ວມກັບນັກຮຽນ ກ່ອນ ແລ້ວຈຶ່ງໃຫ້ນັກຮຽນປະຕິບັດກິດຈະກໍາ ດັ່ງກ່າວແບບເປັນຄູ່ ເຊັ່ນ: ຕຸກກະຕາຖາມແລ້ວ ນັກຮຽນຕອບ. • ສາທິດກິດຈະກໍາຮ່ວມກັບນັກຮຽນທີ່ມີ ຄວາມໝັ້ນໃຈຢູ່ໜ້າກະດານ. • ໃນບາງຄັ້ງກໍໃຫ້ຈັບຄູ່ນັກຮຽນທີ່ມີຄວາມ ໝັ້ນໃຈໃຫ້ຢູ່ນໍາກັນ ເພື່ອໃຫ້ຝຶກເວົ້າ ໃນລະດັບທີ່ສູງກວ່ານັກຮຽນຄົນອື່ນ. ໑໙ SLP2 Edit 2024.indb 19 5/30/2024 2:31:01 PM
20 ໒໐ • ຄູຍ່າງໄປມາທົ່ວຫ້ອງ ແລະ ໃຫ້ການຊ່ວຍເຫຼືອ ຄູ່ໃດໜຶ່ງ ທີ່ພົບຄວາມຫຍຸ້ງຍາກ. ສາທິດການ ຖາມ ແລະ ຕອບຄໍາຖາມ ໃຫ້ນັກຮຽນເບິ່ງ ແລະ ຊ່ວຍໃຫ້ນັກຮຽນເວົ້າລຶ້ມຄືນຕາມ ຫຼັງຄູ. • ຖ້ານັກຮຽນທີ່ມີຄວາມໝັ້ນໃຈ ເຮັດກິດ ຈະກໍາດັ່ງກ່າວໄດ້ສໍາເລັດກ່ອນ, ໃຫ້ ນັກຮຽນເຮັດກິດຈະກໍາດັ່ງກ່າວຄືນອີກ ໂດຍໃຊ້ຄໍາສັບ ຫຼື ປະໂຫຍກທີ່ແຕກ ຕ່າງອອກໄປ ເຊັ່ນ: ໃຊ້ຄໍາສັບ ໄດ້ແທນ ທີ່ຈະເປັນຄໍາສັບ ເປັນ. • ຖ້ານັກຮຽນທີ່ມີຄວາມໝັ້ນໃຈເຮັດກິດ ຈະກໍາດັ່ງກ່າວໄດ້ສໍາເລັດກ່ອນ, ໃຫ້ນັກ ຮຽນໄປນັ່ງກັບຄູ່ອື່ນ ແລະ ໃຫ້ການ ຊ່ວຍເຫຼືອນັກຮຽນ. ກິດຈະກໍາການຝຶກ ໃນຊົ່ວໂມງທີ 3 • ສາທິດກິດຈະກໍາກັບຕຸກກະຕາເຈ້ຍ ກ່ອນທີ່ຈະ ໃຫ້ນັກຮຽນເຮັດກິດຈະກໍາດັ່ງກ່າວ. • ກ່ອນທີ່ຈະໃຫ້ນັກຮຽນເຮັດກິດຈະກໍາແບບ ເປັນຄູ່, ໃຫ້ເວົ້າຄໍາຖາມ ແລະ ຄໍາຕອບເປັນ ຕົວຢ່າງ 1 ຫຼື 2 ຄໍາຖາມ. ຈາກນັ້ນ, ກໍບອກ ໃຫ້ນັກຮຽນເວົ້າລຶ້ມຄືນຕາມຫຼັງຄູ 2-3 ເທື່ອ. ຍ່າງໄປມາທົ່ວຫ້ອງ ແລະ ຮັບປະກັນວ່າ: ເດັກ ນ້ອຍໝົດທຸກຄົນກໍາລັງເວົ້າລຶ້ມຄືນປະໂຫຍກ ດັ່ງກ່າວ. • ອ່ານຄໍາແນະນໍາກ່ຽວກັບວິທີຊ່ວຍເຫຼືອນັກຮຽນ ທີ່ບໍ່ສາມາດປະຕິບັດກິດຈະກໍາໄດ້ ຢູ່ໃນແຜນ ການສອນສໍາລັບກິດຈະກໍານີ້. • ສາທິດກິດຈະກໍາຮ່ວມກັບນັກຮຽນທີ່ມີ ຄວາມໝັ້ນໃຈ ຢູ່ໜ້າກະດານ. • ໃນບາງເທຶ່ອ, ກໍໃຫ້ຈັບຄູ່ນັກຮຽນທີ່ມີ ຄວາມໝັ້ນໃຈໃຫ້ຢູ່ນໍາກັນ ເພື່ອໃຫ້ນັກ ຮຽນສາມາດຝຶກເວົ້າໃນລະດັບທີ່ສູງ ກວ່ານັກຮຽນຄົນອື່ນໆ. • ຖ້ານັກຮຽນທີ່ມີຄວາມໝັ້ນໃຈເຮັດກິດ ຈະກໍາດັ່ງກ່າວໄດ້ສໍາເລັດກ່ອນ, ແລ້ວ ໃຫ້ນັກຮຽນເຮັດກິດຈະກໍາເສີມໃດໜຶ່ງ ເຊັ່ນ: - ຝຶກກິດຈະກໍາດັ່ງກ່າວຄືນອີກ ໂດຍໃຊ້ ຄໍາສັບ ຫຼື ປະໂຫຍກທີ່ແຕກຕ່າງອອກ ໄປ ເຊັ່ນ: ໃຊ້ຄໍາສັບ ໄດ ແທນທີ່ຈະເປັນ ້ ຄໍາສັບ ເປັນ. - ພະຍາຍາມເລົ່າເລື່ອງທີ່ຢູ່ໃນປຶ້ມແບບ ຮຽນໃຫ້ໝູ່ຟັງ ໂດຍໃຊ້ຄໍາເວົ້າຂອງນັກ ຮຽນເອງ. • ຄູຍ່າງໄປມາທົ່ວຫ້ອງ ແລະ ໃຫ້ການຊ່ວຍ ເຫຼືອຄູ່ໃດໜຶ່ງ ທີ່ພົບຄວາມຫຍຸ້ງຍາກ. ເວົ້າຄໍາ ຖາມ ແລະ ຄໍາຕອບແບບງ່າຍໆ ເພື່ອຊ່ວຍ ເຫຼືອນັກຮຽນໃຫ້ສາມາດເວົ້າລຶ້ມຄືນຕາມຫຼັງ ຄູ. ຈາກນັ້ນ, ກໍຊຸກຍູ້ໃຫ້ນັກຮຽນພະຍາຍາມ ເວົ້າດ້ວຍຕົນເອງ ໃນເວລາທີ່ຄູກໍາລັງຟັງຢູ່. - ຫຼິ້ນເກມ ບັດຄໍາສັບ (ເບິ່ງລາຍລະອຽດ ໃນພາກຜະໜວກຂອງຄູ່ມືຄູ). - ຫຼິ້ນເກມ ຂ້ອຍເປັນນັກສືບ ຫຼື ຂ້ອຍ ແມ່ນໃຜ (ເບິ່ງລາຍລະອຽດ ໃນພາກ ຜະໜວກຂອງຄູ່ມືຄູ) • ໃຫ້ນັກຮຽນຄູ່ໃດທີ່ມີຄວາມໝັ້ນໃຈໜ້ອຍໄປ ນັ່ງກັບຄູ່ນັກຮຽນທີ່ມີຄວາມໝັ້ນໃຈກວ່າ ຟັງ ຄໍາຖາມ ແລະ ຄໍາຕອບຕ່າງໆຂອງນັກຮຽນ. ນັກຮຽນທີ່ມີຄວາມໝັ້ນໃຈໜ້ອຍພະຍາຍາມ ເວົ້າລຶ້ມຄືນຕາມຫຼັງນັກຮຽນຄົນອື່ນໆ ຖ້ານັກ ຮຽນຕ້ອງການ. SLP2 Edit 2024.indb 20 5/30/2024 2:31:02 PM
21 ກິດຈະກໍາທຸກອັນ • ຈັດກຸ່ມນັກຮຽນທີ່ມີຄວາມໝັ້ນໃຈໜ້ອຍກວ່າ ໄປຢູ່ກັບນັກຮຽນທີ່ມີຄວາມໝັ້ນໃຈສໍາລັບກິດ ຈະກໍາບາງອັນ. ເຖິງຢ່າງໃດກໍຕາມ, ຢ່າເຮັດ ສິ່ງນີ້ສໍາລັບທຸກກິດຈະກໍາ. ນອກຈາກນີ້, ຍັງ ສາມາດຈັດໃຫ້ນັກຮຽນທີ່ມີຄວາມໝັ້ນໃຈໄດ້ ເຮັດສິ່ງທີ່ທ້າທາຍຂຶ້ນ. • ຢືນ ຫຼື ນັ່ງຢູ່ກັບນັກຮຽນທີ່ມີຄວາມໝັ້ນໃຈ ໜ້ອຍກວ່າ ໃນເວລາທີ່ນັກຮຽນເຮັດກິດຈະກໍາ ດັ່ງກ່າວ ແລະ ໃຫ້ການຊ່ວຍເຫຼືອເພີ່ມເຕີມສໍາ ລັບນັກຮຽນດ້ວຍການສາທິດໃຫ້ເບິ່ງກ່ຽວກັບ ຄໍາສັບ ແລະ ປະໂຫຍກຕ່າງໆເສີມຂະຫຍາຍ ປະໂຫຍກຂອງນັກຮຽນ ຫຼື ຊຸກຍູ້ໃຫ້ນັກຮຽນ ໃຊ້ພາສາລາວ ແນວໃດກໍໄດ້ທີ່ນັກຮຽນຮູ້ແລ້ວ ເພື່ອສື່ສານແນວຄວາມຄິດຂອງນັກ ຮຽນ. • ຈັດກຸ່ມນັກຮຽນທີ່ມີຄວາມໝັ້ນໃຈໃຫ້ ຢູ່ນໍາກັນສໍາລັບກິດຈະກໍາບາງອັນ ເພື່ອໃຫ້ນັກຮຽນໄດ້ເຮັດກິດຈະກໍາທີ່ ທ້າທາຍຮ່ວມກັນ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈ ສາທິດ ກິດຈະກໍາຕ່າງໆ ໃຫ້ທຸກຄົນໃນຫ້ອງ ເບິ່ງ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈ ຍົກຕົວ ຢ່າງຄໍາສັບ ຫຼື ປະໂຫຍກຕ່າງໆເພີ່ມ ຂຶ້ນ ເພື່ອຝຶກກິດຈະກໍາດັ່ງກ່າວ. • ໃຊ້ເວລາກັບກິດຈະກໍາທີ່ມີຄວາມຫຍຸ້ງຍາກ ຮ່ວມກັບນັກຮຽນໃຫ້ຫຼາຍຂຶ້ນ. ຄູສອນຈັດ ການສອນຊົ່ວໂມງທີ 4 ສໍາລັບຝຶກເວົ້າພາສາ ລາວ ຖ້ານັກຮຽນບໍ່ສາມາດປະຕິບັດກິດຈະກໍາ ຕ່າງໆສໍາເລັດ ຢູ່ໃນ 3 ຊົ່ວໂມງໄດ້. • ຈັດການສອນຊົ່ວໂມງທີ 4 ສໍາລັບຝຶກເວົ້າ ພາສາລາວ ແລະ ລຶ້ມຄືນກິດຈະກໍາຕ່າງໆ ໃນ ເວລານີ້. ລຶ້ມຄືນກິດຈະກໍາຕ່າງໆ ຈາກຂັ້ນນໍາ ເຂົ້າສູ່ບົດຮຽນຂອງບົດກ່ອນທີ່ຈະລຶ້ມຄືນກິດ ຈະກໍາການຝຶກ. ສິ່ງນີ້ຈະເປັນການກະກຽມ ນັກຮຽນສໍາລັບກິດຈະກໍານີ້. • ຈັດການສອນຊົ່ວໂມງທີ 4 ສໍາລັບຝຶກເວົ້າ ພາສາລາວ ແລະ ຫຼິ້ນເກມຕ່າງໆທີ່ຢູ່ໃນຄູ່ມືຄູ ຫຼື ຮ້ອງເພງລາວໃນຊ່ວງເວລານີ້. • ຍ້ອງຍໍໃນຄວາມພະຍາຍາມຂອງນັກຮຽນ ເຖິງແມ່ນວ່າ ນັກຮຽນອາດເຮັດຜິດກໍຕາມ. ຊຸກຍູ້ນັກຮຽນ ແລະ ຊົມເຊີຍຜົນສໍາເລັດ ຕ່າງໆຂອງນັກຮຽນທີ່ເຮັດໄດ້. ຢ່າກວດແກ້ ນັກຮຽນຫຼາຍເກີນຂອບເຂດ ແລະ ຢ່າເຮັດໃຫ້ ນັກຮຽນຮູ້ສຶກຂາຍໜ້າຢູ່ໜ້າກະດານ. ສິ່ງນີ້ ຈະເຮັດໃຫ້ແຮງຈູງໃຈຂອງນັກຮຽນຫຼຸດໜ້ອຍ ຖອຍລົງ ແລະ ຖ້ານັກຮຽນມີແຮງຈູງໃຈຕໍ່າ ມັນກໍຈະສົ່ງຜົນກະທົບຕໍ່ກັບຜົນສໍາເລັດທາງ ການຮຽນຂອງນັກຮຽນ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈໃຫ້ການ ຊ່ວຍເຫຼືອນັກຮຽນທີ່ມີຄວາມໝັ້ນໃຈ ໜ້ອຍກວ່າ ແຕ່ບໍ່ໃຫ້ເຮັດສິ່ງນີ້ສໍາລັບ ກິດຈະກໍາທຸກຢ່າງ. • ໃຫ້ນັກຮຽນທີ່ມີຄວາມໝັ້ນໃຈໃນຊົ່ວ ໂມງສອນທີ 4 ສໍາລັບຝຶກເວົ້າພາສາ ລາວ. ເອົາບາງສິ່ງບາງຢ່າງທີ່ໜ້າສົນ ໃຈມານໍາ. ຈາກນັ້ນ, ກໍເອົາໃຫ້ໝູ່ໃນ ຫ້ອງເບິ່ງ ແລະ ບອກກັບນັກຮຽນຄົນ ອື່ນໆວ່າມັນແມ່ນຫຍັງໃນພາສາລາວ. ຕົວຢ່າງ: ນັກຮຽນສາມາດເອົາຂົນນົກ ຫຼື ແມງໄມ້ທີ່ໜ້າສົນໃຈ, ເຄື່ອງຫັດຖະ ກໍາ ຫຼື ເຄື່ອງຫຼິ້ນອັນໃດໜຶ່ງທີ່ຕົນມັກ ມານໍາ. • ມອບໝາຍວຽກເພີ່ມເຕີມໃຫ້ແກ່ນັກ ຮຽນທີ່ມີຄວາມໝັ້ນໃຈ ເພື່ອເອົາໄປ ເຮັດຫຼັງເລີກຮຽນ ເຊັ່ນ: ໄປຟັງເພງ ລາວ ແລະ ພະຍາຍາມຮຽນຮູ້ກ່ຽວ ກັບຄໍາສັບບາງຄໍາ, ຖາມຊື້ເຄື່ອງເປັນ ພາສາລາວ ເມື່ອນັກຮຽນເຂົ້າໄປໃນ ເມືອງ, ເວົ້າພາສາລາວກັບນັກທ່ອງ ທ່ຽວທີ່ເຂົ້າມາໃນໝູ່ບ້ານຂອງນັກຮຽນ ຫຼື ຊອກຫາຊື່ພາສາລາວ ໒໑ SLP2 Edit 2024.indb 21 5/30/2024 2:31:02 PM
22 ໒໒ ຂອງພືດບາງຢ່າງ ຫຼື ສັດບາງໂຕ ທີ່ມີຢູ່ໃນ ໝູ່ບ້ານ. ຈາກນັ້ນ, ກໍໃຫ້ນັກຮຽນມາເວົ້າ ກັບຄູກ່ຽວກັບໜ້າວຽກເພີ່ມເຕີມດັ່ງກ່າວ. ນັກຮຽນບາງຄົນ ອາດຕ້ອງການທີ່ຈະເວົ້າ ໃຫ້ໝູ່ທຸກຄົນໃນຫ້ອງຟັງ. ຊົ່ວໂມງທີ 4 ຂອງຝຶກເວົ້າພາສາລາວ ແມ່ນເວລາທີ່ດີ ເພື່ອໃຫ້ນັກຮຽນໄດ້ນໍາສະເໜີໜ້າວຽກດັ່ງ ກ່າວຂອງຕົນໃຫ້ໝູ່ຟັງ. ກ່່ຽວກັັບວິິທີີການຮຽນເວົ້້�າພາສາລາວຂອງນັັກຮຽນຢູ່່ໃນໂຮງຮຽນ ຂໍ້ມູນທົ່ວໄປກ່ຽວກັບການຮຽນພາສາລາວຂອງນັກຮຽນຊົນເຜົ່າ ຄົນທີ່ຮຽນພາສາເພີ່ມເຕີມໄດ້ຢ່າງມີປະສິດທິຜົນນັ້ນ ຕ້ອງຜ່ານຂະບວນການດັ່ງນີ້: • ນໍາໃຊ້ພາສາດັ່ງກ່າວເຂົ້າໃນການສື່ສານຢ່າງມີຄວາມໝາຍ, ໃນສະຖານະການທີ່ສາມາດເຂົ້າໃຈກັບສິ່ງທີ່ເກີດຂຶ້ນ ເຖິງແມ່ນວ່າ ເຂົາເຈົ້າບໍ່ຮູ້ຄວາມໝາຍຂອງທຸກຄໍາສັບກໍຕາມ. • ລະດັບຂອງພາສາທີ່ໃຊ້ໃນການສື່ສານຕ່າງໆ ຄວນໃຫ້ສູງກວ່າລະດັບຂອງຜູ້ຮຽນໜ້ອຍໜຶ່ງ. • ການສື່ສານຄວນດໍາເນີນໃນກິດຈະກໍາທີ່ມີບັນຍາກາດ ເພື່ອໃຫ້ຜູ້ຮຽນໄດ້ສຸມໃສ່ການປະກອບສ່ວນ ບໍ່ແມ່ນຮຽນ ແຕ່ພາສາ. • ບໍ່ຄວນໃຫ້ຜູ້ຮຽນມີຄວາມກົດດັນໃນເວລາຮຽນ. ຖ້າເຂົາເຈົ້າບໍ່ພ້ອມທີ່ຈະເວົ້າກໍບໍ່ຕ້ອງເວົ້າເທື່ອ, ຈະຕ້ອງລໍຖ້າຈົນ ກວ່າເຂົາເຈົ້າມີຄວາມສາມາດ ແລະ ມີຄວາມພ້ອມຈຶ່ງພະຍາຍາມສື່ສານ. ໃນຂະນະທີ່ເຂົາເຈົ້າສື່ສານຢູ່ນັ້ນ ບໍ່ຄວນ ກວດແກ້ໃນທັນທີເວລາເວົ້າບໍ່ຖືກ. • ນັກຮຽນຕ້ອງການໂອກາດນໍາໃຊ້ສິ່ງທີ່ເຂົາເຈົ້າໄດ້ຮຽນມາເຂົ້າໃນການສື່ສານເຊັ່ນດຽວກັນ. ບໍ່ພຽງພໍທີ່ຈະໃຫ້ເຂົາເຈົ້າ ເວົ້າລຶ້ມຄືນເທົ່ານັ້ນ. ການຄົ້້�ນຄວ້້າໃນທົ່່ວໂລກກ່່ຽວກັັບວິິທີີການທີ່່ນັັກຮຽນ ຮຽນພາສາເພີ່່ມເຕີີມໄດ້້ສະຫຼຸຸບເປັັນ 2 ປະເດັັນຫຼັັກຄືື: • ລະດັບພັດທະນາການຮຽນຂອງຜູ້ຮຽນແມ່ນຄືກັນ ບໍ່ວ່າຈະແມ່ນການຮຽນພາສາໃດກໍຕາມ. • ຄວາມໄວໃນການຮຽນຮູ້ຂອງນັກຮຽນ ແລະ ລະດັບຄວາມສາມາດຂອງເຂົາເຈົ້າຈະແຕກຕ່າງກັນຫຼາຍ ຈາກນັກ ຮຽນຜູ້ໜຶ່ງໄປຫາອີກຜູ້ໜຶ່ງ. ຂັ້້�ນຕອນການພັັດທະນາການຮຽນພາສາຂອງເດັັກ ຄູຕ້ອງເຂົ້າໃຈແຕ່ລະໄລຍະຂອງການຮຽນຮູ້ ທີ່ນັກຮຽນຕ້ອງຜ່ານ ຕ້ອງຕອບສະໜອງ ແລະ ຕ້ອງຮັບມືຕາມ ຄວາມຕ້ອງການຂອງເຂົາເຈົ້າໃນແຕ່ລະໄລຍະ ເພື່ອໃຫ້ນັກຮຽນມີຄວາມສາມາດໃນການເວົ້າພາສາລາວໃຫ້ໄດ້ຫຼາຍທີ່ ສຸດ. SLP2 Edit 2024.indb 22 5/30/2024 2:31:02 PM
23 ໄລຍະທີີ 1 ພາສາລາວ ຫຼືື ພາສາເພີ່່ມເຕີີມ ພຶດຕິກໍາການຮຽນຂອງນັກຮຽນໃນ ໄລຍະນີ້ ວິທີການສອນສໍາລັບໄລຍະນີ້ ຕົວຢ່າງ • ນັກຮຽນສືບຕໍ່ເວົ້າພາສາທີ່ຕົນ ໃຊ້ຢູ່ໃນຄອບຄົວ ແຕ່ກໍຢຸດເວົ້າ ເມື່ອຮູ້ສຶກວ່າ ບໍ່ມີໃຜເຂົ້າໃຈເຂົາ ເຈົ້າ. • ໃນອາທິດທີ 1-2, ນັກຮຽນຈະ ເລີ່ມເຂົ້າໃຈຄໍາສັບພາສາລາວ ທີ່ຖືກໃຊ້ທົ່ວໄປ, ໃຊ້ເລື້ອຍໆເປັນ ປະຈໍາ. • ນັກຮຽນຕອບດ້ວຍທ່າທາງທີ່ ສະແດງອອກທາງຮ່າງກາຍ. • ນັກຮຽນບາງຄົນຈະສະແດງ ຄວາມກ້າຫານ ເພື່ອພະຍາຍາມ ຮຽນແບບໃນການໃຊ້ພາສາລາວ ແຕ່ບາງຄົນຈະຮ່ວມກິດຈະກໍາ ໂດຍບໍ່ເວົ້າໃນເວລາທີ່ນັກຮຽນ ຄົນອື່ນໆເວົ້າ. ເຂົາເຈົ້າຈະສັງ ເກດການຢ່າງງຽບໆ (ອາດງຽບ ໄປເປັນເດືອນ). • ຄູຄວນໃຊ້ທ່າທາງ, ຮູບພາບ ແລະ ວັດຖຸຈິງ ເພື່ອຊ່ວຍໃນການ ສື່ສານຄວາມໝາຍຕ່າງໆ. • ຄູບໍ່ຄວນບັງຄັບໃຫ້ນັກຮຽນເວົ້າ ໃນກໍລະນີທີ່ນັກຮຽນບໍ່ພ້ອມ. • ຄູຄວນສື່ສານແບບຈູງໃຈ ຫຼື ໃຫ້ກໍາລັງໃຈກັບນັກຮຽນໃນຂະ ນະທີ່ເຂົາເຈົ້າຍັງສືບຕໍ່ງຽບ ຫຼື ຕອບໃນພາສາທີ່ເຂົາເຈົ້າໃຊ້ ຢູ່ໃນຄອບຄົວ. • ຖ້ານັກຮຽນບໍ່ເຂົ້າໃຈ ຫຼື ສື່ສານ ກັບຄູບໍ່ໄດ້ຄູຄວນຂໍໃຫ້ສະມາ ຊິກຊຸມຊົນຊ່ວຍແປພາສາ ຢ່າງ ໜ້ອຍໃນອາທິດແນະນໍາເບື້ອງ ຕົ້ນ. • ຄູຄວນເຮັດໃຫ້ນັກຮຽນຮູ້ສຶກ ເປັນທີ່ຍິນດີຕ້ອນຮັບ, ຮູ້ສຶກ ປອດໄພ, ໝັ້ນໃຈ ແລະ ຮູ້ສຶກ ວ່າ ຕົນເອງເປັນສ່ວນໜຶ່ງຂອງ ຫ້ອງຮຽນ. • ເວລາຄູສື່ສານກັບນັກຮຽນຄວນໃຊ້ ທ່າທາງ ແລະ ພາສາມືແບບເກົ່າ ທຸກໆມື້ ເມື່ອໃຫ້ຄໍາສັ່ງແນະນໍານັກ ຮຽນ ເຊັ່ນ: ນັ່ງລົງ, ເບິ່ງກະດານ, ຟັງ, ເວົ້ານໍາຫຼັງຄູ. • ໃນເວລາປະຕິບັດກິດຈະກໍາການ ຝຶກໃນແຕ່ລະບົດຮຽນຢູ່ໃນອາທິດ ທໍາອິດຂອງສົກຮຽນ ປ່ອຍໃຫ້ນັກ ຮຽນໄດ້ຟັງນັກຮຽນຄົນອື່ນເວົ້າ ຫຼື ຟັງຄູເວົ້າຢູ່ແບບມິດໆ ຖ້ານັກຮຽນ ຍັງບໍ່ພ້ອມທີ່ຈະເວົ້າ. • ເມື່ອນັກຮຽນເວົ້າເປັນພາສາແມ່ ຂອງເຂົາເຈົ້າ ແມ່ນໃຫ້ຮັບຟັງການ ປະກອບສ່ວນຂອງເຂົາເຈົ້າຢ່າງຕັ້ງ ໃຈ ແລະ ຖ້າເປັນໄປໄດ້ກໍອາດຈະ ເວົ້າຊໍ້າຄືນເປັນພາສາລາວແບບ ງ່າຍໆ ຫຼື ອາດບອກໃຫ້ນັກຮຽນຄົນ ອື່ນແປເປັນພາສາລາວ. • ນັກຮຽນຮູ້ສຶກຢ້ານຜິດພາດ ແລະ ບໍ່ມີຄວາມໝັ້ນໃຈ ຈະບໍ່ ກ້າສະແດງອອກໃນສະພາບ ແວດລ້ອມໃໝ່ທີ່ບໍ່ຄຸ້ນເຄີຍ. • ຄູຄວນຍອມຮັບລະດັບການ ເຂ້ົາຮ່ວມທີ່ນັກຮຽນເລືອກ ບໍ່ ວ່າຈະໜ້ອຍ ຫຼື ຫຼາຍເທົ່າໃດ ກໍຕາມ. • ຖ້ານັກຮຽນຍັງບໍ່ສາມາດເວົ້າພາສາ ລາວໄດ້ເທື່ອ ກໍໃຫ້ທໍາການຍ້ອງຍໍ ການກະທໍາຕ່າງໆ ທີ່ນັກຮຽນເຮັດ ເຊັ່ນ: ຕັ້ງໃຈຟັງ, ມາເຂົ້າຫ້ອງໄດ້ທັນ ເວລາ ຫຼື ຊ່ວຍວຽກໝູ່ໃນຫ້ອງຮຽນ. • ຖ້ານັກຮຽນກໍາລັງພະຍາຍາມເວົ້າ ພາສາລາວ ກໍໃຫ້ທໍາການຍ້ອງຍໍ ແລະ ກະຕຸກຊຸກຍູ້ໃຫ້ນັກຮຽນເວົ້າ ໃຫ້ຫຼາຍຂຶ້ນ ເຖິງແມ່ນວ່ານັກຮຽນ ອາດຈະເວົ້າຜິດກໍຕາມ. ໒໓ SLP2 Edit 2024.indb 23 5/30/2024 2:31:02 PM
24 ໒໔ ໄລຍະທີີ 2 ເລີ່່ມຄຸ້້�ນເຄີີຍກັັບພາສາລາວ ພຶດຕິກໍາການຮຽນຂອງນັກຮຽນໃນ ໄລຍະນີ້ ວິທີການສອນສໍາລັບໄລຍະນີ້ ຕົວຢ່າງ • ນັກຮຽນເລີ່ມເຂົ້າໃຈ, ຄຸ້ນເຄີຍກັບ ພາສາລາວ. • ຄູສືບຕໍ່ໃຊ້ທ່າທາງ, ຮູບພາບ ແລະ ວັດຖຸຈິງ ເພື່ອຊ່ວຍໃນ ການສ່ືສານຄວາມໝາຍຂອງ ທຸກໆຫົວຂໍ້ໃໝ່ໆ. • ສະແດງທ່າທາງຕາມບົດອ່ານ ຢູ່ໃນແຕ່ລະບົດຮຽນ ເມື່ອຄູອ່ານ ອອກສຽງ. • ນັກຮຽນເລີ່ມທັກທາຍ, ເອີ້ນຊື່ວັດ ຖຸສິ່ງຂອງ ແລະ ການກະທໍາຕ່າງໆ ເລີ່ມມີສ່ວນຮ່ວມໃນການຮ້ອງເພງ ແລະ ເວ້ົາຕາມສິ່ງທີ່ຜູ້ອ່ືນເວົ້າ. • ນັກຮຽນເລີ່ມໃຊ້ຄໍາສັ່ງ ແລະ ໂຄງ ສ້າງທີ່ຄຸ້ນເຄີຍ ເຊັ່ນ: ມານີ້, ອອກ ໄປ, ຂອງຂ້ອຍ, ຂ້ອຍຢາກ....., ຂ້ອຍເຮັດໄດ້, ຂ້ອຍມີ..... • ນັກຮຽນໃຊ້ຄໍາສັບພາສາລາວ ແລະ ປະໂຫຍກພ້ືນຖານພ້ອມກັບ ການສະແດງທ່າທາງໃນການສື່ ສານ (ນັກຮຽນບາງຄົນຍັງໃຊ້ຄໍາ ສັບຈໍານວນໜ້ອຍໜຶ່ງ). • ນັກຮຽນຕ້ອງເອື່ອຍອີງໃຫ້ຄູຊ່ວຍ ໃນການຂະຫຍາຍປະໂຫຍກຂອງ ຕົນ ເພ່ືອສື່ສານໃຫ້ໄດ້ຄວາມໝາຍ ເຕັມໆ • ນັກຮຽນເລ່ີມມີຄວາມໝັ້ນໃຈຫຼາຍ ຂ້ຶນ ແລະ ພ້ອມທີ່ຈະລອງໃຊ້ພາ ສາລາວ. • ນັກຮຽນມີຄວາມເຂົ້າໃຈໃນສິ່ງທີ່ ເຂົາເຈົ້າໄດ້ຍິນ ຫຼາຍກວ່າຄວາມ ໝັ້ນໃຈໃນການເວົ້າ. • ນັກຮຽນເລີ່ມສ້າງ ແລະ ສະສົມຄໍາ ສັບຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. • ນັກຮຽນເວົ້າຜິດພາດຫຼາຍໃນເວ ລາທີ່ເຂົາເຈົ້າພະຍາຍາມສະແດງ ຄວາມຄິດເຫັນເປັນພາສາລາວ. • ຄູນໍາໃຊ້ບາງປະໂຫຍກຊ້ໍາໄປ ຊໍ້າມາ. ຄູອ່ານປຶ້ມນິທານ ໂດຍ ສະເພາະຫົວຂ້ໍທ່ີຢ້ໍາຄືນໂຄງ ສ້າງປະໂຫຍກທ່ີຄືກັນ. ຄູສືບຕໍ່ ເຮັດກິດຈະກໍາທີ່ຊຸກຍູ້ໃຫ້ນັກ ຮຽນມີສ່ວນຮ່ວມຢ່າງຕັ້ງໜ້າ ບໍ່ວ່າຄວາມສາມາດ ຫຼື ຄວາມ ພະຍາຍາມໃນການໃຊ້ພາສາ ລາວຂອງນັກຮຽນ ຈະເປັນແນວ ໃດກໍຕາມ (ລວມທັງການໃຊ້ ຮູບພາບ ແລະ ວັດຖຸສິ່ງຂອງ). • ຄູສືບຕໍ່ຊ່ວຍໃຫ້ນັກຮຽນມີສ່ວນ ຮ່ວມຢ່າງຕ້ັງໜ້າ. ຄູຊ່ວຍໃຫ້ ນັກຮຽນແປຄວາມໝາຍໃນພາ ສາລາວທີ່ຕົນຢາກສື່ອອກມາ ໂດຍໃຫ້ນັກຮຽນເວົ້າແບບໃດກໍ ໄດ້. ຫຼັງຈາກນັ້ນ, ຄູຈຶ່ງເວົ້າລຶ້ມ ຄືນ ແລະ ຂະຫຍາຍປະໂຫຍກ ເພື່ອໃຫ້ມີຄວາມໝາຍຫຼາຍ ຂຶ້ນ. • ເວົ້າຄໍາສັ່ງແນະນໍາ ຫຼື ຄໍາອະທິ ບາຍທີ່ເວົ້າທຸກມື້ ໃນແບບທີ່ຄ້າຍ ຄືເກົ່າ ເພື່ອໃຫ້ນັກຮຽນຄຸ້ນເຄີຍ ກັບຄໍາເວົ້າເຫຼົ່ານັ້ນ ເຊັ່ນ: ຮູບພາບ ຢູ່ໃນປຶ້ມ ຫຼື ໃນພາສາລາວ, ນີ້ ແມ່ນ..... • ຊຸກຍູ້ໃຫ້ນັກຮຽນເວົ້າ ແລະ ປະຕິ ບັດຕາມຄູໃນກິດຈະກໍາຕ່າງໆ ເຖິງແມ່ນວ່າ ນັກຮຽນຫາກໍສາ ມາດເວົ້າໄດ້ພຽງບາງສຽງ ຫຼື ບາງ ຄໍາສັບເທົ່ານັ້ນ. • ເວລານັກຮຽນເວົ້າດ້ວຍພາສາ ລາວ, ຮັບແລ້ວຂະຫຍາຍຄໍາເວົ້າ ຂອງນັກຮຽນ ຕົວຢ່າງ: ນັກຮຽນ ອາດເວົ້າ ເຕົ່າ ແລະ ກະຕ່າຍ ແລ່ນ ຄູຈະຂະຫຍາຍໃຫ້ຄື: ແມ່ນ ແລ້ວ ເຕົ່າ ແລະ ກະຕ່າຍພວມ ແລ່ນ. ພວກມັນແລ່ນແຂ່ງກັນ. SLP2 Edit 2024.indb 24 5/30/2024 2:31:02 PM
25 ໄລຍະທີີ 3 ມີີຄວາມໝັ້້�ນໃຈໃນການນໍໍາໃຊ້້ພາສາລາວ ພຶດຕິກໍາການຮຽນຂອງນັກຮຽນໃນໄລ ຍະນີ້ ວິທີການສອນສໍາລັບໄລຍະນີ້ ຕົວຢ່າງ • ນັກຮຽນສະແດງໃຫ້ເຫັນວ່າ: ຕົນ ສາມາດເຂົ້າໃຈຫຼາຍຂຶ້ນ ແລະ ມີ ຄວາມໝັ້ນໃຈຫຼາຍຂຶ້ນໃນການສື່ ສານເປັນພາສາລາວ. • ຄູສືບຕໍ່ໃຊ້ທ່າທາງ, ວັດຖຸ ຫຼື ຮູບ ຈິງ ເພື່ອຊ່ວຍໃນການສ່ືສານ ຄວາມໝາຍຂອງທຸກໆຫົວຂໍ້ ໃໝ່. • ເມື່ອນັກຮຽນເວົ້າພາສາແມ່ຂອງ ນັກຮຽນຢູ່ໃນຫ້ອງຮຽນ, ນໍາ ໃຊ້ສິ່ງນີ້ ເພື່ອເປັນຂົວຕໍ່ໄປຫາ ພາສາລາວ. • ນັກຮຽນສາມາດສື່ສານໃນຫຼາກ ຫຼາຍສະຖານະການ ແລະ ກັບຫຼາກ ຫຼາຍບຸກຄົນ. • ນັກຮຽນສາມາດເວົ້າຢ່າງຄ່ອງ ແຄ້ວກວ່າເກົ່າ. • ນັກຮຽນສາມາດເຂົ້າໃຈໃນການ ໃຊ້ພາສາລາວຮຽນວິຊາອື່ນ. • ນັກຮຽນໃຊ້ປະໂຫຍກທີ່ຖືກຕ້ອງ ຫຼື ຫຼັກໄວຍາກອນຫຼາຍຂຶ້ນ. • ນັກຮຽນອອກສຽງຖືກຕ້ອງ ແລະ ຊັດເຈນກວ່າເກົ່າ. • ນັກຮຽນເປັນຜູ້ລິເລີ່ມໃນການສື່ ສານເປັນພາສາລາວ. ນັກຮຽນ ໝູນໃຊ້ທັກສະການອ່ານຂອງຕົນ ເຂົ້າໃນການຮຽນພາສາລາວໃຫ້ ໄດ້ຫຼາຍຂຶ້ນ. • ຄູສືບຕໍ່ປ່ອຍໃຫ້ນັກຮຽນໃຊ້ ພາສາແມ່ຂອງເຂົາເຈົ້າ. ຫຼັງ ຈາກນັ້ນ, ກໍຊ່ວຍເຂົາເຈົ້າແປຂໍ້ ສະຫຼຸບ. • ຄູໃຫ້ຫົວຂໍ້ ແລະ ສ້າງປະເພດ ກິດຈະກໍາ ເພື່ອໃຫ້ນັກຮຽນໄດ້ ສື່ສານ ແລະ ມີປະສົບການ ຫຼາຍຂຶ້ນໃນການໃຊ້ພາສາ ລາວ. • ຄູສືບຕໍ່ໃຫ້ນັກຮຽນໄດ້ຮຽນຮູ້ ສະພາບແວດລ້ອມໃໝ່ໆ ແລະ ຄໍາສັບໃໝ່ໆ ຜ່ານປຶ້ມນິທານ ແລະ ການຮຽນວິຊາອື່ນ. • ຄູສາມາດຊ່ວຍນັກຮຽນແປບາງ ຄໍາສັບທີ່ນັກຮຽນເວົ້າອອກມາ ເປັນພາສາລາວ ຫຼື ອາດບອກ ໃຫ້ນັກຮຽນຄົນອື່ນຊ່ວຍ. • ຊຸກຍູ້ໃຫ້ນັກຮຽນເວົ້າໃຫ້ຫຼາຍ ໆໃນເວລາປະຕິບັດກິດຈະກໍາ ການຝຶກຢູ່ໃນແຕ່ລະບົດ, ເຖິງ ແມ່ນວ່ານັກຮຽນອາດຈະເວົ້າ ຜິດກໍຕາມ. • ຍ້ອງຍໍນັກຮຽນໃນການສື່ສານ ຂໍ້ຄວາມດັ່ງກ່າວອອກເປັນພາ ສາລາວ ໃນເວລາປະຕິບັດກິດ ຈະກໍາການຝຶກ ເຖິງແມ່ນວ່າ ນັກຮຽນອາດຈະເວົ້າຜິດກໍຕາມ. • ນໍາໃຊວິທີຕ່າງໆຈາກໂຄງການ ຝຶກເວົ້າພາສາລາວ ຢູ່ໃນບົດ ຮຽນວິຊາອື່ນໆນໍາ ເຊັ່ນ: ບອກ ໃຫ້ນັກຮຽນຝຶກອອກສຽງຄໍາສັບ ຍາກໆທີ່ນັກຮຽນພົບເຫັນຢູ່ໃນ ບົດຮຽນໃດໜຶ່ງ ຫຼື ບອກໃຫ້ນັກ ຮຽນຟັງ ແລະ ປະຕິບັດ ເມື່ອຄູ ໃຫ້ຄໍາສັ່ງແນະນໍາ. ນັກຮຽນຂັ້ນ ປ.1 ບາງຄົນອາດຢູ່ໃນໄລຍະທີ 1 ຮອດ 2-3 ເດືອນ, ຖ້າເຂົາເຈົ້າຍັງຮູ້ສຶກແປກໃໝ່ທີ່ໄດ້ຮຽນໃນສະ ພາບແວດລ້ອມທີ່ໃຊ້ພາສາລາວ ແລະ ບໍ່ມີຄວາມກະຕືລືລົ້ນໃນການເຂົ້າຮ່ວມກິດຈະກໍາ. ນັກຮຽນບາງຄົນພັດທະນາ ຈາກໄລຍະທີ 1 ໄປຫາໄລຍະທີ 3 ໃນຂັ້ນ ປ.1 ໄດ້. ຖ້າວ່າເຂົາເຈົ້າມີຄວາມກະຕືລືລົ້ນສູງ ແລະ ໄດ້ຝຶກເວົ້າພາສາລາວ ພາຍໃນ ແລະ ພາຍນອກໂຮງຮຽນ. ເຖິງແນວໃດກໍຕາມ, ນັກຮຽນສ່ວນໃຫຍ່ ແມ່ນໄດ້ຝຶກສະເພາະແຕ່ຢູ່ໃນໂຮງຮຽນເທົ່ານັ້ນ. ມັນເປັນຄວາມຫຍຸ້ງຍາກ ທີ່ຈະໃຫ້ນັກຮຽນເຫຼົ່ານີ້ມີຄວາມກະຕືລືລົ້ນ ແລະ ຫາໂອກາດຝຶກດ້ວຍຕົນເອງ. ມີທ່າອ່ຽງຫຼາຍກວ່າທີ່ນັກຮຽນຈະຢູ່ໃນ ໄລຍະທີ 2 ເມື່ອຈົບຂັ້ນ ປ.1 ແລະ ອາດກ້າວໄປບໍ່ຮອດໄລຍະທີ 3 ຈົນຮອດຂັ້ນ ປ.3. ໒໕ SLP2 Edit 2024.indb 25 5/30/2024 2:31:02 PM
26 ໒໖ ຂໍ້້�ມູູນທົ່່ວໄປກ່່ຽວກັັບການສອນພາສາເພີ່່ມເຕີີມ ສໍາລັບນັກຮຽນທີ່ເລີ່ມເຂົ້າໂຮງຮຽນ ໂດຍເວົ້າພາສາລາວຍັງບໍ່ໄດ້ດີ, ນັກຮຽນຈະບໍ່ສາມາດເຂົ້າໃຈຄູ ຫຼື ເນື້ອໃນ ຂອງບົດ ນັກຮຽນຈະບໍ່ສາມາດຮຽນອ່ານ ແລະ ຂຽນພາສາລາວໄດ້ດີ. ຍ້ອນວ່າທັກສະການເວົ້າພາສາລາວເປັນພື້ນ ຖານສໍາຄັນສໍາລັບການອ່ານ ແລະ ຂຽນ ເຂົາເຈົ້າກໍຈະບໍ່ມີຄວາມກ້າວໜ້າສູ່ລະດັບການສຶກສາທີ່ສູງຂຶ້ນ. ສະນັ້ນ, ຄູຄວນເອົາໃຈໃສ່ຊ່ວຍໃຫ້ນັກຮຽນໄດ້ເວົ້າພາສາລາວເພີ່ມເຕີມ. 1.ສົ່່ງເສີີມໃຫ້້ນັັກຮຽນໃຊ້້ພາສາແມ່່ຂອງເຂົົາເຈົ້້�າມາເປັັນເຄື່່ອງມືືໃນການຮຽນ ກ. ເມື່ອນັກຮຽນເຂົ້າຮຽນຂັ້ນ ປ.1, ນັກຮຽນຈະຮູ້ຈັກວິທີການສື່ສານເປັນພາສາແມ່ຂອງນັກຮຽນແລ້ວ. ນັກຮຽນ ໄດ້ຮຽນຮູ້ກ່ຽວກັບທັກສະການສື່ສານ ແລະ ການຄົ້ນຄິດເປັນພາສາແມ່ຂອງນັກຮຽນແລ້ວ. ນອກຈາກນີ້, ນັກຮຽນຍັງໄດ້ຮຽນຮູ້ຂໍ້ມູນສໍາຄັນກ່ຽວກັບສິ່ງແວດລ້ອມ ແລະ ສັງຄົມທີ່ອ້ອມຕົວ. ຖ້າບໍ່ອະນຸຍາດໃຫ້ໃຊ້ ພາສາແມ່ຢູ່ໃນໂຮງຮຽນ, ຄູສອນກໍຈະບໍ່ສາມາດຕໍ່ຍອດທັກສະເຫຼົ່ານີ້. ຂ. ການນໍາໃຊ້ພາສາແມ່ຂອງນັກຮຽນ, ຢ່າງໜ້ອຍກໍຕ້ອງປະມານ 2-3 ອາທິດທໍາອິດຂອງການເຂົ້າໂຮງຮຽນ, ເພື່ອໃຫ້ນັກຮຽນຮູ້ສຶກສະບາຍຢູ່ໃນຫ້ອງຮຽນ. ສິ່ງນີ້ຈະສາມາດຫຼຸດຜ່ອນຄວາມກັງວົນ ຫຼື ຄວາມຢ້ານໃນເວລາ ເລີ່ມຕົ້ນເຂົ້າຮຽນໃໝ່ເທົ່ານັ້ນ. ຄ. ເມື່ອຈໍາເປັນກໍອະນຸຍາດໃຫ້ນັກຮຽນນໍາໃຊ້ພາສາແມ່ຢູ່ໃນໂຮງຮຽນ ເພື່ອສະແດງໃຫ້ນັກຮຽນ ເຫັນວ່າ: ໂຮງ ຮຽນກໍເປັນບ່ອນທີ່ຍິນດີຕ້ອນຮັບນັກຮຽນໝົດທຸກຄົນ ບໍ່ວ່າຈະອາໄສຢູ່ບ່ອນໃດ ຫຼື ຈະເວົ້າພາສາໃດຢູ່ໃນ ຄອບຄົວກໍຕາມ. ງ. ຄູສາມາດໃຊ້ພາສາແມ່ຂອງນັກຮຽນ ເພື່ອສະໜັບສະໜູນການຮຽນຢູ່ໃນຫ້ອງຮຽນໄດ້. ຕົວຢ່າງ: ຄູສອນ ຫຼື ນັກຮຽນສາມາດໃຊ້ພາສາແມ່ ເພື່ອໃຫ້ຄໍາສັ່ງແນະນໍາ ຫຼື ເພື່ອອະທິບາຍສິ່ງຍາກໆກ່ອນທີ່ນັກຮຽນຈະເວົ້າ ພາສາລາວດ້ວຍຄວາມໝັ້ນໃຈ. ຈ. ຄູສາມາດນໍາໃຊ້ພາສາແມ່ຂອງນັກຮຽນ ເພື່ອເປັນເຄື່ອງມືສໍາລັບການສອນພາສາລາວໃຫ້ພວກເຂົາ. ຊຸກຍູ້ຊ່ວຍເຫຼືອໃຫ້ນັກຮຽນເວົ້າພາສາລາວ. ແຕ່ບໍ່ຕ້ອງຫ້າມການນໍາໃຊ້ພາສາແມ່ຢູ່ໃນໂຮງຮຽນ ເພາະວ່າ ນີ້ຈະ ເຮັດໃຫ້ນັກຮຽນຮູ້ສຶກໂດດດ່ຽວ, ບໍ່ສາມາດເຂົ້າຮ່ວມກິດຈະກໍາການຮຽນໄດ້ ແລະ ຄວາມສາມາດທີ່ຕົນໄດ້ສ້າງຂຶ້ນມາ ແລ້ວບໍ່ມີປະໂຫຍດ. ຕາຕະລາງລຸ່ມນີ້ ແມ່ນຕົວຢ່າງບາງອັນກ່ຽວກັບວິທີການນໍາໃຊ້ພາສາແມ່: ວິທີການນໍາໃຊ້ພາສາແມ່ ເຫດຜົນ • ອະທິບາຍແບບຫຍໍ້ໆກ່ຽວກັບຫົວຂໍ້ຂອງບົດ ຫຼື ກິດຈະກໍາໃດໜຶ່ງ ເປັນພາສາແມ່ຂອງນັກຮຽນ ກ່ອນທີ່ຄູຈະເລີ່ມຕົ້ນສອນ. ວິທີການນີ້ຈະຊ່ວຍໃຫ້ນັກຮຽນສາມາດຄາດເດົາຄວາມ ໝາຍຂອງຄໍາສັບພາສາລາວທີ່ບໍ່ຄຸ້ນເຄີຍຢູ່ໃນບົດຮຽນໄດ້. • ໃຊ້ພາສາແມ່ ເພື່ອທໍາການລະດົມສະໝອງ ຫຼື ທໍາການກະຕຸ້ນກ່ອນຄູຈະເລີ່ມຕົ້ນຂໍ້ໃໝ່ ຫຼື ກ່ອນ ຄູຈະອ່ານບົດອ່ານ. ຈາກນັ້ນ, ກໍຊ່ວຍນັກຮຽນເວົ້າ ແນວຄິດດັ່ງກ່າວເປັນພາສາລາວ. ວິທີການນີ້ຈະຊ່ວຍໃຫ້ນັກຮຽນສາມາດກໍານົດຄໍາສັບ ໃໝ່ທີ່ເປັນພາສາລາວ ທີ່ນັກຮຽນຈໍາເປັນຕ້ອງຮູ້ສໍາລັບຂໍ້ໃໝ່ ຫຼື ບົດອ່ານດັ່ງກ່າວ. ນອກຈາກນີ້, ມັນກໍຍັງຊ່ວຍໃຫ້ນັກຮຽນຈື່ ຈໍາໄດ້ຄວາມຮູ້ທີ່ມີຢູ່ແລ້ວກ່ຽວກັບຫົວຂໍ້ດັ່ງກ່າວ ຊຶ່ງຈະຊ່ວຍ ໃຫ້ນັກຮຽນເຂົ້າໃຈກ່ຽວກັບສິ່ງທີ່ໄດ້ຍິນທີ່ເປັນພາສາລາວໄດ້. SLP2 Edit 2024.indb 26 5/30/2024 2:31:02 PM
27 • ຖ້າຄູຈະນໍາໃຊ້ທັງພາສາແມ່ ແລະ ພາສາລາວ ເພື່ອນໍາສະເໜີຂໍ້ມູນ ຫຼື ເພື່ອອະທິບາຍສິ່ງຕ່າງໆ, ແມ່ນໃຫ້ນໍາໃຊ້ພາສາແມ່ກ່ອນ. ຈາກນັ້ນ, ກໍເວົ້າ ລຶ້ມຄືນຂໍ້ມູນດັ່ງກ່າວເປັນພາສາລາວ. ຈົ່ງຢ່າໃຊ້ ພາສາລາວກ່ອນ ແລ້ວຈຶ່ງເວົ້າລຶ້ມຄືນເປັນພາສາ ແມ່ຂອງນັກຮຽນ. ການນໍາໃຊ້ພາສາແມ່ກະກຽມໃຫ້ນັກຮຽນກ່ອນທີ່ຈະຟັງ ເປັນພາສາລາວ. ນັກຮຽນຮູ້ວ່າຈະໄດ້ຟັງກ່ຽວກັບຫຍັງ ຊຶ່ງ ຈະເຮັດໃຫ້ນັກຮຽນສາມາດຄາດເດົາກ່ຽວກັບຄວາມໝາຍ ຂອງຄໍາສັບທີ່ບໍ່ຄຸ້ນເຄີຍໄດ້ ແລະ ຍັງສາມາດເຂົ້າໃຈກ່ຽວກັບ ແນວຄວາມຄິດຫຼັກໄດ້ ເຖິງແມ່ນວ່າຈະບໍ່ເຂົ້າໃຈທຸກຄໍາສັບ ກໍຕາມ. • ເມື່ອມີຄໍາສັບພາສາລາວຄໍາໃໝ່ຢູ່ໃນບົດຮຽນໃດ ໜຶ່ງ, ໃຫ້ໃຊ້ເວລາແປ ຫຼື ອະທິບາຍຄວາມໝາຍ ຂອງຄໍາສັບນັ້ນ ໃຫ້ນັກຮຽນຟັງເປັນພາສາແມ່ ຂອງນັກຮຽນ. ການອະທິບາຍ ຫຼື ແປຄໍາສັບສໍາຄັນຕ່າງໆ ເປັນ ພາສາແມ່ ແມ່ນວິທີການທີ່ງ່າຍດາຍ ແລະ ວ່ອງໄວ ເພື່ອ ຊ່ວຍໃຫ້ນັກຮຽນເຂົ້າໃຈສິ່ງດັ່ງກ່າວ. • ໃຫ້ນັກຮຽນປະກອບຄວາມຄິດເປັນພາສາແມ່ ໃນກໍລະນີເຂົາເຈົ້າບໍ່ສາມາດເວົ້າເປັນພາສາລາວ ໄດ້ ແລ້ວຊ່ວຍໃຫ້ເຂົາເຈົ້າເວົ້າເປັນພາສາລາວ ໂດຍນໍາໃຊ້ຄໍາສັບ ແລະ ປະໂຫຍກທີ່ງ່າຍໆ. ວິທີນີ້ຈະຊ່ວຍໃຫ້ນັກຮຽນສາມາດປະກອບສ່ວນເຂົ້າໃນ ບົດຮຽນໄດ້ ເຖິງແມ່ນວ່າທັກສະດ້ານພາສາລາວຂອງນັກຮຽນ ຍັງບໍ່ທັນເຂັ້ມແຂງເທື່ອ. ນອກຈາກນີ້, ມັນຍັງເປັນໂອກາດດີ ທີ່ຈະສອນຄໍາສັບ ຫຼື ປະໂຫຍກທີ່ກ່ຽວຂ້ອງກັບບົດຮຽນເປັນ ພາສາລາວ. • ໃນຕອນທ້າຍຂອງບົດຮຽນ ຫຼື ກິດຈະກໍາ, ກວດ ກາເບິ່ງຄວາມເຂົ້າໃຈຂອງນັກຮຽນ ໂດຍໃຫ້ນັກ ຮຽນເວົ້າເປັນພາສາແມ່. ຈາກນັ້ນ, ກໍຊ່ວຍໃຫ້ນັກ ຮຽນແປເປັນພາສາລາວ. ວິທີການນີ້ແມ່ນວິທີການທີ່ວ່ອງໄວ ເພື່ອກວດເບິ່ງວ່າ ນັກຮຽນເຂົ້າໃຈເນື້ອໃນຂອງບົດຮຽນ ຫຼື ກິດຈະກໍາແລ້ວ ຫຼື ບ່ໍ ເຖິງແມ່ນວ່ານັກຮຽນຈະມີບັນຫາເລື່ອງພາສາລາວກໍຕາມ. ນອກຈາກນີ້, ມັນຍັງເປັນວິທີການທີ່ມີປະສິດທິພາບອັນໜຶ່ງ ເພື່ອພັດທະນາທັກສະດ້ານພາສາລາວຂອງນັກຮຽນ. • ສະຫຼຸບແບບຫຍໍ້ໆກ່ຽວກັບບົດຮຽນ ຫຼື ກິດຈະກໍາ ເປັນພາສາແມ່ຂອງນັກຮຽນໃນຕອນທ້າຍຂອງ ກິດຈະກໍາ. ສິ່ງນີ້ຈະຊ່ວຍນັກຮຽນໃຫ້ສະທ້ອນຄືນກ່ຽວກັບສິ່ງທີ່ຖືກ ເວົ້າອອກໄປເປັນພາສາລາວ ແລະ ເຕີມເຕັມຊ່ອງວ່າງເລື່ອງ ຄວາມເຂົ້າໃຈຂອງພວກເຂົາ. 2.ແນະນໍໍາອາທິິດທໍໍາອິິດ ເພື່່ອເປັັນການເລີ່່ມຕົ້້�ນຮຽນພາສາເພີ່່ມເຕີີມ ໂດຍໃຊ້້ຄໍໍາສັັບ ແລະ ປະໂຫຍກທີ່່ໃຊ້້ໃນຊີີວິິດປະ ຈໍໍາວັັນ ການເລີ່ມເຂົ້າໂຮງຮຽນເປັນສິ່ງທ້າທາຍສໍາລັບນັກຮຽນທຸກໆຄົນ. ຍ້ອນວ່າ ສະພາບແວດລ້ອມຂອງຫ້ອງຮຽນ ແມ່ນ ແຕກຕ່າງຫຼາຍຈາກສະພາບແວດລ້ອມຢູ່ບ້ານຂອງເຂົາເຈົ້າ. ດ້ວຍເຫດນີ້, ຈຶ່ງໄດ້ມີພາກແນະນໍາເບື້ອງຕົ້ນສໍາລັບອາທິດ ທໍາອິດຂອງການເຂົ້າຮຽນຂອງນັກຮຽນ ຂັ້ນ ປ.1. ສໍາລັບນັກຮຽນຜູ້ທີ່ບໍ່ເວົ້າພາສາລາວ ແລ້ວມາເຂົ້າໂຮງຮຽນໃນສະພາບ ແວດລ້ອມທີ່ເວົ້າພາສາລາວນັ້ນ ຈະເປັນປະສົບການທີ່ໜ້າອາຍ ແລະ ຢ້ານສົມຄວນ. ເຂົາເຈົ້າອາດຈະມີຄວາມຮູ້ສຶກ ວ່າຍາກຫຼາຍທີ່ຕ້ອງຮຽນພາສາລາວ. ນັກຮຽນຈະຮຽນພາສາລາວໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນກວ່າ ຖ້າຫາກເຂົາເຈົ້າເຂົ້າໃຈຄວາມສໍາຄັນ ແລະ ຄຸນປະໂຫຍດຂອງການຮຽນພາສາລາວ. ຄູຄວນສ້າງທັດສະນະຄະຕິດ້ານຄຸນຄ່າທາງພາສາລາວໃຫ້ແກ່ນັກຮຽນ ນັບ ຕັ້ງແຕ່ມື້ທໍາອິດຂອງການເຂົ້າຮຽນ. ເພື່ອໃຫ້ສາມາດບັນລຸໄດ້ສິ່ງດັ່ງກ່າວນີ້, ຄູສາມາດນໍາໃຊ້ວິທີຕ່າງໆທີ່ມີຢູ່ໃນຕາຕະ ລາງລຸ່ມ. ໒໗ SLP2 Edit 2024.indb 27 5/30/2024 2:31:02 PM
28 ໒໘ ວິທີ ຕົວຢ່າງ • ຢ່າບັງຄັບໃຫ້ນັກຮຽນໃຊ້ພາສາລາວ ແຕ່ຈົ່ງເປີດ ໂອກາດໂດຍນໍາໃຊ້ກິດຈະກໍາທີ່ດຶງດູດ ເພື່ອໃຫ້ ນັກຮຽນໄດ້ມີສ່ວນຮ່ວມຖ້າວ່າເຂົາເຈົ້າຕ້ອງການ. • ກິດຈະກໍາຕ່າງໆໃນບົດຮຽນຂອງວິຊາຝຶກເວົ້າພາສາ ລາວແຕ່ລະບົດ ຈະເປີດໂອກາດໃຫ້ແກ່ນັກຮຽນໄດ້ເວົ້າ ພາສາລາວ. ຖ້ານັກຮຽນບາງຄົນຍັງບໍ່ພ້ອມທີ່ຈະເວົ້າ ຢູ່ໃນກິດຈະກໍາການຝຶກ, ຄູສາມາດຈັດສັນນັກຮຽນດັ່ງ ກ່າວໃຫ້ໄປນັ່ງໃນກຸ່ມນັກຮຽນທີ່ມີຄວາມໝັ້ນໃຈໃນ ການເວົ້າພາສາລາວ ເພື່ອໃຫ້ນັກຮຽນທີ່ຍັງບໍ່ໝັ້ນໃຈດັ່ງ ກ່າວໄດ້ນັ່ງຟັງ ໂດຍບໍ່ຕ້ອງເວົ້າຫຍັງ. • ເວລາວາງແຜນບົດສອນ ຈົ່ງວາງແຜນວ່າ: ຄູຈະ ສອນແນວໃດສໍາລັບນັກຮຽນຜູ້ທີ່ບໍ່ເຂົ້າໃຈຄໍາເວົ້າ ຂອງຄູ. • ວາງແຜນໃຊ້ຮູບພາບ, ວັດຖຸ ແລະ ທ່າທາງຕ່າງໆທີ່ຄູສາ ມາດນໍາໃຊ້ໃນເວລາສອນບົດຮຽນ. ຖ້າຄູບໍ່ສາມາດເວົ້າ ພາສາແມ່ຂອງນັກຮຽນ, ກໍຂໍໃຫ້ຄູຜູ້ອື່ນ ຫຼື ສະມາຊິກ ຊຸມຊົນຄົນຜູ້ໃດໜຶ່ງບອກຄູກ່ຽວກັບຄໍາສັບສໍາຄັນຕ່າງໆ ທີ່ຄູສາມາດນໍາໃຊ້ຢູ່ໃນບົດຮຽນຂອງຕົນໄດ້. • ຂໍໃຫ້ຜູ້ປົກຄອງມາຮ່ວມໃນບົດຮຽນແນະນໍາເບື້ອງ ຕົ້ນ ເພື່ອຊ່ວຍແປພາສາລາວໃຫ້ນັກຮຽນ. • ນັກຮຽນທີ່ຈົບມັດທະຍົມ ຫຼື ສະມາຊິກພະນັກງານລັດ ຖະບານທີ່ບໍານານແລ້ວ ອາດຈະມາເຂົ້າຮ່ວມ ແລະ ຊ່ວຍໃນການສອນໄດ້. • ສ້າງ ແລະ ນໍາໃຊ້ຕຸກກະຕາເຈ້ຍ ເພື່ອສາທິດຮູບ ແບບການສື່ສານເປັນພາສາລາວ ເພື່ອວ່າຄູຈະບໍ່ ຕ້ອງເອື່ອຍອີງການມີສ່ວນຮ່ວມຂອງນັກຮຽນ. • ຖ້າຄູຕັ້ງຄໍາຖາມກັບນັກຮຽນຜູ້ທີ່ບໍ່ຍອມຕອບ, ຄູກໍສາ ມາດເວົ້າວ່າ: ເຮົາລອງມາຖາມຕຸກກະຕາເຈ້ຍເບິ່ງວ່າ ລາວຊິຮູ້ບໍ່ ແລະ ກໍຕັ້ງຄໍາຖາມຕໍ່ກັບຕຸກກະຕາເຈ້ຍ ຫຼັງ ຈາກນັ້ນ, ໃນຖານະຕຸກກະຕາເຈ້ຍ, ຄູກໍຕອບຄໍາ ຖາມ. • ສືບຕໍ່ເວົ້າກັບນັກຮຽນຜູ້ທີ່ງຽບ ແລະ ໃຫ້ເຂົາເຈົ້າມີ ສ່ວນຮ່ວມໃນທຸກໆກິດຈະກໍາ ແລະ ປັບປຸງກິດຈະ ກໍາ ເພື່ອໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມຢ່າງງຽບໆ • ຖ້າເຂົາເຈົ້າເປັນຕົວລະຄອນໃນນິທານ ໃຫ້ຄູເປັນຜູ້ເວົ້າ ໃນການສົນທະນາ ໃນເວລາທີ່ນັກຮຽນເປັນຜູ້ສະແດງ ການກະທໍາຕ່າງໆ. 3.ສ້້າງໂອກາດໃຫ້້ໄດ້້ຝຶຶກຫຼຼາຍໆ ຜູ້ທີ່ຈະຮຽນພາສາເພີ່ມເຕີມໄດ້ດີ ຕ້ອງມີຄວາມສົນໃຈຢາກຮຽນ ແລະ ກໍໄດ້ຝຶກນໍາໃຊ້ພາສາຢ່າງພຽງພໍ. ບົດຮຽນ ແຕ່ລະບົດບໍ່ຄວນແນະນໍາຄໍາສັບ ແລະ ປະໂຫຍກໃໝ່ໆເທົ່ານັ້ນ, ຄວນຈັດເວລາໃຫ້ພຽງພໍ ເພື່ອການທວນຄືນການຮຽນ ຈາກບົດຮຽນກ່ອນ, ເວລາສໍາລັບຝຶກນໍາໃຊ້ຄໍາສັບ ແລະ ປະໂຫຍກໃໝ່ທີ່ໄດ້ແນະນໍາໃນບົດຮຽນ. ສິ່ງນີ້ແມ່ນສໍາຄັນ ທີ່ສຸດໃນເວລາທີ່ນັກຮຽນເວົ້າພາສາລາວ ຢູ່ໃນໂຮງຮຽນເທົ່ານັ້ນ ສະນັ້ນ, ຄູຄວນຈະ: • ຮັບປະກັນໃຫ້ມີເວລາພຽງພໍ ເພື່ອເຮັດທຸກໆກິດຈະກໍາຂອງບົດຮຽນຝຶກເວົ້າພາສາລາວໃຫ້ສໍາເລັດ. • ຖ້າວ່າ 3 ຊົ່ວໂມງຕໍ່ອາທິດບໍ່ພຽງພໍ ສໍາລັບການສອນຝຶກເວົ້າພາສາລາວ ໃຫ້ຄູຈັດອີກຊົ່ວໂມງໜຶ່ງເພີ່ມເຕີມ ໃຫ້ເປັນ 4 ຊົ່ວໂມງຕໍ່ອາທິດ. • ເປີດໂອກາດໃຫ້ນັກຮຽນໄດ້ນໍາໃຊ້ຄໍາສັບ ແລະ ປະໂຫຍກທີ່ເຄີຍຮຽນໃນຝຶກເວົ້າພາສາລາວ ເອົາເຂົ້າໃນການຮຽນ ວິຊາອຶ່ນໆ ແລະ ໃນການສື່ສານປະຈໍາວັນໃນໂຮງຮຽນ. SLP2 Edit 2024.indb 28 5/30/2024 2:31:02 PM
29 ໝາຍເຫດ: ຂໍ້ຄວນເອົາໃຈໃສ່ສໍາລັບຄູສອນທີ່ເປັນຄົນຊົນເຜົ່າ ຄູຊົນເຜົ່າມີຂໍ້ໄດ້ປຽບບາງອັນ ເມື່ອສອນນັກຮຽນຊົນເຜົ່າ. ຖ້າຄູເວົ້າພາສາດຽວກັນກັບນັກຮຽນ, ຄູສາມາດໃຊ້ ພາສາແມ່ ເພື່ອຊ່ວຍນັກຮຽນໃນການປັບຕົວເຂົ້າກັບການເຂົ້າໂຮງຮຽນ, ເພື່ອສອນພາສາລາວໃຫ້ນັກຮຽນ ແລະ ເພື່ອ ອະທິບາຍເນື້ອໃນຫຼັກສູດທີ່ຂ້ອນຂ້າງສັບສົນ ກ່ອນທີ່ນັກຮຽນຈະມີຄວາມໝັ້ນໃຈໃນການໃຊ້ພາສາລາວ. ນອກຈາກນີ້, ຄູສອນທີ່ມາຈາກກຸ່ມຊົນເຜົ່າດຽວກັນ ຊຶ່ງເປັນຊຸມຊົນ ແມ່ນຈະສາມາດສື່ສານກັບນັກຮຽນຂອງຕົນ, ສະມາຊິກຊຸມຊົນ ໄດ້ຢ່າງງ່າຍດາຍ ແລະ ອາດຈະເປັນປະໂຫຍດກັບຊີວິດປະຈໍາວັນ ຢູ່ໃນໝູ່ບ້ານດັ່ງກ່າວ. ພ້ອມດຽວກັນນີ້, ຄູສອນ ຊົນເຜົ່າສາມາດເປັນຕົວແບບທີ່ດີທີ່ສຸດສໍາລັບເດັກນ້ອຍຊົນເຜົ່າ ເພື່ອໃຫ້ປະສົບຜົນສໍາເລັດໃນການຮຽນຂອງຕົນ ແລະ ເພື່ອບັນລຸໄດ້ຕາມເປົ້າໝາຍດ້ານອາຊີບຂອງນັກຮຽນ. ເຖິງຢ່າງໃດກໍຕາມ, ສໍາລັບຄູສອນທີ່ເປັນຄົນຊົນເຜົ່າ ແມ່ນຕ້ອງພະຍາຍາມເປັນພິເສດ ເພື່ອໃຫ້ສາມາດສອນ ພາສາລາວໃຫ້ຖືກຕ້ອງ. ນັກຮຽນຈະຮຽນແບບການເວົ້າພາສາລາວ ຈາກການເວົ້າພາສາລາວຂອງຄູ. ຖ້າຄູເວົ້າພາສາ ລາວແບບຜິດໆ, ນັກຮຽນກໍຈະເວົ້າຜິດເຊັ່ນດຽວກັນ. ການຝຶກເວົ້າພາສາລາວ, ຄູຕ້ອງຮັບປະກັນການອອກສຽງ, ການ ເລືອກຄໍາສັບ ແລະ ການໃຊ້ໄວຍາກອນໃຫ້ຖືກຕ້ອງ. ປະຕິບັດຕາມການເລືອກຄໍາສັບ ແລະ ໄວຍາກອນໃນປຶ້ມແບບ ຮຽນ. ຖ້າວ່າທ່ານບໍ່ແນ່ໃຈ, ຂໍໃຫ້ຄູທີ່ເວົ້າພາສາລາວໄດ້ດີຊ່ວຍກວດການອອກສຽງຂອງຄູ. 4. ການສອນການອອກສຽງ ພາກສັັງລວມຂໍ້້�ມູູນກ່່ຽວກັັບການສອນການອອກສຽງ ພາສາແມ່ ແມ່ນພາສາທີ່ບຸກຄົນໃດໜຶ່ງຮຽນເວົ້າເປັນພາສາທໍາອິດ ແລະ ໃຊ້ເປັນພາສາສື່ສານຫຼັກໃນຄອບຄົວ ຈົນເຮັດໃຫ້ສຽງຂອງພາສານັ້ນກາຍເປັນສຽງພື້ນຖານໂດຍທໍາມະຊາດ ຊຶ່ງເຮັດໃຫ້ການຮຽນພາສາອື່ນ ຫຼື ພາສາທີສອງ ພົບຄວາມຫຍຸ້ງຍາກໃນການຜັນສຽງ ເພາະວ່າ ສຽງຂອງແຕ່ລະພາສາມັນຈະມີຄວາມແຕກຕ່າງກັນ. ສະນັ້ນ, ການ ຮຽນພາສາທີສອງ ຈຶ່ງຕ້ອງໃຊ້ເວລາຫຼາຍໃນການຝຶກອອກສຽງ ຈຶ່ງຈະສາມາດອອກສຽງເຫຼົ່ານັ້ນໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ. ແຕ່ບາງຄົນເວລາເວົ້າພາສາອື່ນກໍຍັງອອກສຽງພາສາແມ່ຂອງຕົນ. ບາງຈຸດສໍາຄັນຈໍາເປັນທີ່ຄວນເອົາໃຈໃສ່ ໃນເວລາສອນການອອກສຽງໄດ້ອະທິບາຍດັ່ງລຸ່ມນີ້: • ການຮຽນອອກສຽງຈໍາເປັນຕ້ອງໃຫ້ນັກຮຽນໄດ້ຍິນສຽງດັ່ງກ່າວກ່ອນ. ການເວົ້າຊ້າ ແລະ ຈະແຈ້ງເປັນໜ້າວຽກ ທີ່ບໍ່ງ່າຍສໍາລັບຄູ ແຕ່ການຕິດຕາມ ແລະ ການກວດຄືນກ່ຽວກັບວິທີການເວົ້າ ແລະ ລະດັບຄວາມໄວຂອງ ການເວົ້າດ້ວຍຕົນເອງກໍມີຄວາມສໍາຄັນ. • ການຮຽນອອກສຽງພາສາລາວອາດຈະໃຊ້ເວລາດົນ ບໍ່ຄວນຄາດຫວັງໃຫ້ນັກຮຽນອອກສຽງ ຫຼື ເວົ້າຄໍາສັບພາ ສາລາວໄດ້ດີຕັ້ງແຕ່ເລີ່ມຕົ້ນຮຽນຢູ່ ຂັ້ນ ປ.1. • ເນັ້ນໃສ່ຄວາມເຂົ້າໃຈໃນສິ່ງທີ່ເວົ້າ. ຈຸດປະສົງຂອງການຮຽນການອອກສຽງຢູ່ ຂັ້ນ ປ.1 ແມ່ນເພື່ອຊ່ວຍໃຫ້ ນັກຮຽນສາມາດອອກສຽງຄໍາສັບ ແລ້ວໃຫ້ຜູ້ອື່ນສາມາດເຂົ້າໃຈໄດ້. • ຈຸດສໍາຄັນຂອງການຮຽນອອກສຽງ ແມ່ນການໃຫ້ໂອກາດນັກຮຽນໄດ້ຝຶກຟັງການອອກສຽງ, ຝຶກເວົ້າຄໍາສັບໃນ ບົດຮຽນຂອງໂຄງການຝຶກເວົ້າພາສາລາວ ແລະ ບົດຮຽນອື່ນໆ ດ້ວຍການລຶ້ມຄືນກິດຈະກໍາການອອກສຽງທຸກໆ ອາທິດ. ນອກນີ້, ຄູຈະຕ້ອງໃຫ້ນັກຮຽນໄດ້ຝຶກການອອກສຽງຄໍາສັບຍາກ ດ້ວຍການເວົ້າຕາມຫຼັງຄູໃນແຕ່ລະ ບົດຮຽນ ແລະ ຫຼິ້ນເກມກ່ຽວກັບການອອກສຽງຢູ່ພາກຜະໜວກໃນຄູ່ມືຄູເວລາໃດກໍໄດ້. ຄວາມຫຍຸ້້�ງຍາກຂອງນັັກຮຽນໃນການຈໍໍາແນກສຽງ ລະບົບສຽງພາສາແມ່ຂອງນັກຮຽນ ມີຜົນສະທ້ອນຕໍ່ກັບການອອກສຽງໃນພາສາອື່ນໆ. ດັ່ງນັ້ນ, ນັກຮຽນຜູ້ທີ່ເວົ້າ ພາສາແມ່ທີ່ແຕກຕ່າງຈາກພາສາລາວ ຈະພົບຄວາມຫຍຸ້ງຍາກໃນການອອກສຽງພາສາລາວ. ຕົວຢ່າງ: ນັກຮຽນຜູ້ທີ່ເວົ້າ ພາສາແມ່ ຊຶ່ງບໍ່ມີວັນນະຍຸດຈະພົບຂໍ້ຫຍຸ້ງຍາກໃນການຜັນສຽງໃນພາສາລາວ ແຕ່ນັກຮຽນເຫຼົ່ານີ້ອາດຈະບໍ່ມີບັນຫາໃນ ໒໙ SLP2 Edit 2024.indb 29 5/30/2024 2:31:02 PM
30 ໓໐ ການອອກສຽງຄໍາສັບທີ່ມີຕົວສະກົດ. ແຕ່ນັກຮຽນຜູ້ທີ່ເວົ້າພາສາແມ່ ຊຶ່ງບໍ່ມີຕົວສະກົດໃນຄໍາສັບອາດຈະມີບັນຫາໃນ ການອອກສຽງຄໍາສັບພາສາລາວທີ່ມີຕົວສະກົດ. ຕົວຢ່າງ: ຄວາມຫຍຸ້ງຍາກໃນການອອກສຽງຂອງນັກຮຽນອາດຈະມີ ຄວາມແຕກຕ່າງກັນຄືດັ່ງນີ້: • ວັນນະຍຸດ. ຕົວຢ່າງ: ໄມ້ເອກ, ໄມ້ໂທ… • ຕົວສະກົດ. ຕົວຢ່າງ: ຕົກ-ຕົບ, ກັບ-ກັດ, ນົບ-ນົກ, ລົດ-ລົກ. • ສະຫຼະປະສົມ. ຕົວຢ່າງ: ເxຶອ-ເxືອ, xົວະ-xົວ, ເxັຍ-ເxຍ. • ຄໍາສັບທີ່ມີພະຍັນຊະນະຄວບ. ຕົວຢ່າງ: ກວ, ຂວ, ຄວ, ຖວ, ທວ, ສວ, ຊວ. • ສະຫຼະສຽງສັ້ນ ແລະ ສຽງຍາວ. ຕົວຢ່າງ: xະ-xາ, xິ-xີ, xຸ-xູ... • ພະຍັນຊະນະທີ່ເອົາລົມຫາຍໃຈອອກ ແລະ ພະຍັນຊະນະທີ່ບໍ່ເອົາລົມຫາຍໃຈອອກ. ຕົວຢ່າງ: ກ ຫຼື ຄ, ປ ຫຼື ພ, ຕ ຫຼື ທ. • ພະຍັນຊະນະທີ່ມີສຽງຢູ່ໃນຫຼອດຄໍ ແລະ ພະຍັນຊະນະທີ່ບໍ່ມີສຽງຢູ່ໃນຫຼອດຄໍ. ຕົວຢ່າງ: ປ ຫຼື ບ, ຕ ຫຼື ດ. ຕົວຢ່າງຂ້າງເທິງນີ້ ແມ່ນສ່ວນໜຶ່ງຂອງຄວາມຫຍຸ້ງຍາກໃນການຮຽນ ຊຶ່ງນັກຮຽນໄດ້ປະເຊີນ. ດັ່ງນັ້ນ, ຄູຄວນ ເອົາໃຈໃສ່ຕິດຕາມ ແລະ ຈໍາແນກສິ່ງທ້າທາຍຕົ້ນຕໍທີ່ນັກຮຽນແຕ່ລະຄົນໄດ້ພົບ ເພື່ອຊອກຫາວິທີການຊ່ວຍເຫຼືອໃນ ການອອກສຽງຂອງນັກຮຽນ. ຫຼັງຈາກນັ້ນ, ຄູຈຶ່ງເນັ້ນໃສ່ການອອກສຽງທີ່ນັກຮຽນພົບຄວາມຫຍຸ້ງຍາກເຫຼົ່ານັ້ນ ດ້ວຍ ການນໍາໃຊ້ເກມ, ເພງຕ່າງໆ ແລ້ວໃຫ້ນັກຮຽນຝຶກການອອກສຽງ, ເວົ້າອອກສຽງຄໍາສັບໃຫ້ຖືກຕ້ອງ ແລະ ຊັດເຈນ. ຖ້າ ນັກຮຽນສາມາດອອກສຽງໃນກິດຈະກໍາການອອກສຽງ ໃນບົດຮຽນຂອງຝຶກເວົ້າພາສາລາວແລ້ວ ຄູຈະຕ້ອງຫຼຸດຜ່ອນ ການຝຶກສຽງດັ່ງກ່າວ ດ້ວຍການລຶ້ມຄືນກິດຈະກໍາການອອກສຽງໃນບົດຮຽນອື່ນທີ່ຢູ່ປຶ້ມແບບຮຽນແທນ. ວິິທີີທີ່່ຄູູສາມາດຍົົກລະດັັບອັັດຕາຄວາມໄວຂອງການຮຽນ ແລະ ລະດັັບຄວາມຫຼ່່ຽນໄຫຼຼທີ່່ນັັກຮຽນສາມາດ ເຮັັດໄດ້້ ການຄົ້ນຄວ້າໄດ້ສະແດງໃຫ້ຮູ້ວ່າ: ອັດຕາການຮຽນ ແລະ ຄວາມສໍາເລັດໃນການຮຽນຂອງນັກຮຽນ ແມ່ນມີຄວາມ ແຕກຕ່າງກັນ ແຕ່ສໍາລັບນັກຮຽນທີ່ຢູ່ໃນຫ້ອງໜຶ່ງນັ້ນ ຄູສາມາດເຮັດໄດ້ບາງຢ່າງ ເພື່ອຊຸກຍູ້ການຮຽນຮູ້ເປັນໄປແບບ ວ່ອງໄວຂຶ້ນ ແລະ ເຮັດໃຫ້ນັກຮຽນທຸກຄົນປະສົບຜົນສໍາເລັດ. 1.ການສ້້າງສະພາບແວດລ້້ອມໃນຫ້້ອງຮຽນ ທີ່່ມີີການສື່່ສານໃຫ້້ນັັກຮຽນສາມາດຝຶຶກໃຊ້້ພາສາລາວ ຖ້ານັກຮຽນຢູ່ໃນຫ້ອງທີ່ເຂົາເຈົ້າສາມາດເວົ້າສະເພາະເວລາຕອບຄໍາຖາມຄູເທົ່ານັ້ນ, ນັກຮຽນກໍຈະບໍ່ຮຽນເວົ້າພາ ສາລາວໄດ້ດີເທົ່າທີ່ຄວນ. ຖ້ານັກຮຽນຢູ່ໃນຫ້ອງຮຽນຮູ້ສຶກວ່າ ໄດ້ຮັບການສົ່ງເສີມໃຫ້ສື່ສານແບບສະບາຍ ສະບາຍກັບ ຄູ ແລະ ໝູ່ຄູ່ ເຂົາເຈົ້າກໍຈະມີໂອກາດໄດ້ຝຶກເວົ້າພາສາລາວຢ່າງພຽງພໍ ເພື່ອໃຫ້ຮຽນໄດ້ດີຂຶ້ນ. ຄູສາມາດນໍາໃຊ້ວິທີຕ່າງໆ ທີ່ມີຢູ່ໃນຕາຕະລາງດ້ານລຸ່ມນີ້ ເພື່ອຊຸກຍູ້ ແລະ ສະໜັບສະໜູນໃຫ້ມີການສື່ສານກັນ ຫຼາຍໆ. SLP2 Edit 2024.indb 30 5/30/2024 2:31:02 PM
31 ກິດຈະກໍາ ຕົວຢ່າງ • ນໍາພານັກຮຽນໄປຢູ່ໃນສະພາບແວດລ້ອມ ທີ່ມີການ ເວົ້າພາສາລາວ ບ່ອນທີ່ເຂົາເຈົ້າຄຸ້ນເຄີຍ ແລະ ພໍໃຈ ທີ່ຈະເຂົ້າຮ່ວມ. • ໃຊ້ປຶ້ມນິທານ ແລະ ປຶ້ມຮູບພາບ (ການຫຼິ້ນບົດບາດ ສົມມຸດ, ການລົມກັນກ່ຽວກັບນິທານ, ການແຕ້ມຮູບ ກ່ຽວກັບນິທານ ແລ້ວເວົ້າກ່ຽວກັບຮູບທີ່ຕົນແຕ້ມ ແລະ ອ່ືນໆ). • ໃຊ້ເກມທີ່ປະກອບດ້ວຍການເວົ້າພາສາລາວ ໃຊ້ສິ່ງ ຂອງຕ່າງໆທີ່ໜ້າສົນໃຈທີ່ຄູ, ນັກຮຽນ ຫຼື ຜູ້ປົກຄອງ ນໍາເອົາມາໃຫ້ໝູ່ເບິ່ງໃນຫ້ອງຮຽນ ແລະ ເລົ່າສູ່ໝູ່ຟັງ ເຊັ່ນ: ສິ່ງຂອງຈາກສິ່ງແວດລ້ອມຄື ຮັງນົກ, ແມງໄມ້ ແປກປະຫຼາດ, ຫີນເຫຼື້ອມ, ຂົນທີ່ມີຫຼາຍສີ ແລະ ອື່ນໆ. • ກິດຈະກໍາການຝຶກຂອງທຸກໆບົດຮຽນໃນຝຶກເວົ້າ ພາສາລາວ ແມ່ນສຸມໃສ່ການສື່ສານ. ຖ້າວ່າບໍ່ມີ ເວລາພຽງພໍທີ່ຈະເຮັດກິດຈະກໍາເຫຼົ່ານີ້ ໃຫ້ສໍາເລັດ ພາຍໃນ 3 ຊົ່ວໂມງຕໍ່ບົດໜຶ່ງ, ໃຫ້ຄູຈັດຊົ່ວໂມງຮຽນ ອີກຊົ່ວໂມງໜຶ່ງໂດຍສະເພາະ. • ຄູສາມາດຈັດຊົ່ວໂມງຮຽນທີ 4 ຂອງຝຶກເວົ້າພາສາ ລາວ ໂດຍສະເພາະການຫຼິ້ນເກມຕ່າງໆ ທີ່ກໍານົດ ໄວ້ຢູ່ໃນພາກຜະໜວກຂອງຄູ່ມືຄູນີ້ ຫຼື ສໍາລັບການ ພັນລະນາສິ່ງຂອງຕ່າງໆທີ່ນັກຮຽນເອົາມາສະເໜີ. 2.ການແກ້້ໄຂຂໍ້້�ຜິິດພາດຢ່່າງມີີປະສິິດທິິພາບດ້້ານພາສາລາວຂອງນັັກຮຽນ ຖ້ານັກຮຽນຖືກຕໍານິ ຫຼື ທັກທ້ວງ ເວລາເຂົາເຈົ້າເວົ້າພາສາລາວຜິດ ກໍຈະບໍ່ກ້າສະແດງອອກ ຫຼື ບໍ່ພະຍາຍາມ ສື່ສານເປັນພາສາລາວອີກ. ຖ້ານັກຮຽນຖືກຍ້ອງຍໍເວລາທີ່ເຂົາເຈົ້າພະຍາຍາມເວົ້າພາສາລາວ ກໍຈະມີຄວາມເອົາໃຈໃສ່ ໃນການໃຊ້ພາສາລາວຢູ່ເລື້ອຍໆ ແລະ ນີ້ເປັນວິທີການຮຽນທີ່ດີທີ່ສຸດ. ການເຮັດຜິດເປັນເລື່ອງປົກກະຕິສໍາລັບການຮຽນ ພາສາເພີ່ມເຕີມ. ເມື່ອນັກຮຽນໃຊ້ພາສາລາວຜິດໃນການສື່ສານ, ຄູຄວນຫາວິທີທາງເປັນແບບຢ່າງໃນການໃຊ້ພາສາລາວຢ່າງຖືກ ຕ້ອງໃນການສື່ສານໃນຂັ້ນຕໍ່ໄປ. ຄູບໍ່ຄວນຢຸດການສື່ສານ ເພື່ອແກ້ໄຂຂໍ້ຜິດພາດ ນອກຈາກວ່າ ມັນເກີດຂຶ້ນໃນກິດຈະ ກໍາການຝຶກຫຼັກໄວຍາກອນໃດໜຶ່ງ ເຊັ່ນ: ໃນການລຶ້ມຄືນປະໂຫຍກຈາກບົດຮຽນ. ວິທີທີ່ດີທີ່ສຸດສໍາລັບການແກ້ໄຂຄວາມຜິດໃນການເວົ້າຂອງນັກຮຽນ ເອີ້ນວ່າ: ວິທີການແກ້ໄຂດ້ວຍການສະທ້ອນ ຄືນ. ໃນວິທີນີ້ ຄູຮັບຄໍາເວົ້າຂອງນັກຮຽນແລ້ວສະທ້ອນຄືນ ໂດຍນໍາໃຊ້ສຽງ, ຄໍາສັບ ຫຼື ຫຼັກໄວຍະກອນທີ່ຖືກຕ້ອງແທນ ຕົວຢ່າງ: ນັກຮຽນເວົ້າ ຄູຕອບ ຫຼານມີ 2 ອ້າຍ ຫຼານມີອ້າຍ 2 ຄົນ ເນາະ ອັນນີ້ແມ່ນໂຕມາ ແມ່ນແລ້ວ. ອັນນີ້ແມ່ນໂຕ ມ້າ ລາວຂີ່ລົດຕົກ ໂອ ລາວຂີ່ລົດລົ້ມ ເຈັບບໍ່? 3.ການສ້້າງໃຫ້້ນັັກຮຽນເຂົ້້�າໃຈຈຸຸດປະສົົງສໍໍາລັັບການຮຽນຝຶຶກເວົ້້�າພາສາລາວ ການຮຽນຝຶກເວົ້າພາສາລາວ ແມ່ນຊັດເຈນສໍາລັບຄູ ແຕ່ມັນອາດຈະບໍ່ຊັດເຈນສໍາລັບນັກຮຽນວ່າ: ການຮຽນເວົ້າ ພາສາລາວນັ້ນຈະມີຜົນປະໂຫຍດແນວໃດ. ປະເດັນນີ້ຈະເປັນບັນຫາ ໂດຍສະເພາະໃນຊຸມຊົນທີ່ບໍ່ເວົ້າພາສາລາວ ຍົກເວັ້ນແຕ່ໃນໂຮງຮຽນ. ນັກຮຽນຈະບໍ່ຄ່ອຍເຂົ້າໃຈວ່າເປັນຫຍັງຕົນຈຶ່ງຕ້ອງຮຽນເວົ້າພາສາລາວ. ໓໑ SLP2 Edit 2024.indb 31 5/30/2024 2:31:02 PM
32 ຄູສາມາດແກ້ໄຂບັນຫານີ້ໄດ້ດ້ວຍວິທີການດັ່ງລຸ່ມນີ້: ວິທີແກ້ໄຂ ຕົວຢ່າງ ເຮັດໃຫ້ການຮຽນພາສາລາວມີບັນຍາກາດ ທີ່ມ່ວນຊື່ນ. • ຫຼິ້ນເກມຕ່າງໆທີ່ກໍານົດໄວ້ໃນພາກຜະໜວກຂອງຄູ່ມືຄູເຫຼັ້ມ ນີ້ ຖ້າມີເວລາວ່າງໃນຊົ່ວໂມງຮຽນໃດໜຶ່ງ ຫຼື ກ່ອນທີ່ນັກຮຽນ ຈະເລີກຮຽນທຸກມື້. • ຈັດຊົ່ວໂມງທີ 4 ຂອງຝຶກເວົ້າພາສາລາວທຸກອາທິດ ສະເພາະ ການຫຼິ້ນເກມ. • ຈັດເວລາເປັນປົກກະຕິສໍາລັບຮ້ອງເພງພາສາລາວທີ່ງ່າຍດາຍ. ສ້າງບັນຍາກາດໃຫ້ນັກຮຽນໄດ້ສື່ສານກັບ ບຸກຄົນທີ່ເວົ້າພາສາລາວ. • ຂໍໃຫ້ແຂກຮັບເຊີນມາສະເໜີຫົວຂໍ້ບົດຮຽນໃຫ້ແກ່ນັກຮຽນ ໃນຫ້ອງ. • ໄປທັດສະນະສຶກສາຢູ່ສະຖານທີ່ ທີ່ເວົ້າພາສາລາວ. • ຂຽນຈົດໝາຍຈາກນັກຮຽນໃນຫ້ອງນີ້ ເຖິງນັກຮຽນໃນໂຮງ ຮຽນອື່ນໆ ເພື່ອເລົ່າກ່ຽວກັບໂຮງຮຽນ ແລະ ຊຸມຊົນຂອງຕົນ ແລະ ຮັບຈົດໝາຍກັບຄືນ (ຄູອ່ານໃຫ້ນັກຮຽນຟັງ). ຍ້ອງຍໍຄວາມເອົາໃຈໃສ່ຂອງນັກຮຽນ ໃນ ການເວົ້າພາສາລາວ. • ໃຫ້ລາງວັນ ຫຼື ໃບຍ້ອງຍໍປະຈໍາອາທິດສໍາລັບນັກຮຽນຄົນ ໃດຄົນໜຶ່ງ ທີ່ສະແດງອອກເຖິງຄວາມພະຍະຍາມທີ່ຈະເວົ້າ ພາສາລາວ (ອາດບໍ່ແມ່ນນັກຮຽນທີ່ເກັ່ງກວ່າໝູ່ ແຕ່ຈະເປັນ ນັກຮຽນທີ່ສະແດງຄວາມກ້າວໜ້າ ຫຼື ຄວາມພະຍະຍາມ ຫຼາຍກວ່າໝູ່). ອິິດທິິພົົນຂອງການເວົ້້�າພາສາລາວໃນແຕ່່ລະພາກຂອງປະເທດ ແຕ່ລະພາກຂອງປະເທດລາວ ຈະມີຜູ້ເວົ້າພາສາລາວໃນແບບທີ່ແຕກຕ່າງກັນຫຼາຍ. ສໍາລັບຫຼາຍໆຄໍາສັບທີ່ມີ ຄວາມໝາຍດຽວກັນ ໃນແຕ່ລະພາກກໍຈະແຕກຕ່າງກັນ ໃນເລື່ອງການນໍາໃຊ້ຄໍາສັບ ເຊັ່ນ: ຄໍາໃດຈະຖືກນໍາໃຊ້ຫຼາຍກວ່າ ກັນໃນແຕ່ລະພາກ. ນອກຈາກນັ້ນ, ກໍຍັງມີຄວາມແຕກຕ່າງກັນຢູ່ຫຼາຍອັນໃນເລື່ອງການອອກສຽງ ແລະ ວິທີການເວົ້າ. ຕົວຢ່າງ: ຄໍາສັບທີ່ປະກອບດ້ວຍອັກສອນຕໍ່ໄປນີ້ ຈະຖືກອອກສຽງແຕກຕ່າງກັນໃນແຕ່ລະພາກຄື: ໃx, ດ, ລ, ຜ, ພ, ຝ, ຟ. ໃນການຮຽນເວົ້າພາສາລາວ ນັກຮຽນຕ້ອງສື່ສານເປັນພາສາທ້ອງຖິ່ນຂອງເຂົາເຈົ້າກ່ອນ ແລະ ຕ້ອງຮູ້ວ່າ: ພາສາ ລາວທີ່ເຂົາເຈົ້າຮຽນຈາກປຶ້ມແບບຮຽນວິຊາພາສາລາວ ແລະ ປຶ້ມແບບຮຽນຝຶກເວົ້າພາສາລາວນັ້ນ ມີຄວາມແຕກຕ່າງ ກັນຈາກການເວົ້າໃນແຕ່ລະທ້ອງຖິ່ນ. ໓໒ SLP2 Edit 2024.indb 32 5/30/2024 2:31:02 PM
33 ບົດແນະນໍາເບື້ອງຕົ້ນ ເວົ້າກ່ຽວກັບ ການໄປ (ສອນເວລາດຽວກັນກັບບົດແນະນໍາເບື້ອງຕົ້ນຂອງວິຊາພາສາລາວ) 3 ຊົ່ວໂມງ I. ຈຸຸດປະສົົງ ໃຫ້້ນັັກຮຽນສາມາດ: 1. ສະແດງທ່່າທາງປະກອບຕາມຄໍໍາສັ່່ງຂອງຄູູໃນຫ້້ອງຮຽນ. 2. ຖາມ ແລະ ຕອບຄໍໍາຖາມ: ນີ້້ແມ່່ນໃຜ? .....ໄປໃສ? 3. ໃຊ້້ຄໍໍາສັັບ: ໄປ, ໂຮງຮຽນ, ພໍ່່, ແມ່່, ຍ່່າ ແລະ ຄູູໃນປະໂຫຍກກ່່ຽວກັັບ ການໄປ. II. ການປະເມີີນເພື່່ ອປັັບປຸຸງການຮຽນ ຄູຄວນສັງເກດການຮຽນຂອງນັກຮຽນແຕ່ລະຄົນ ໃນຂະນະທີ່ນັກຮຽນປະຕິບັດກິດຈະກໍາການຮຽນຂອງທຸກໆຊົ່ວ ໂມງຮຽນ. ຄູສາມາດບັນທຶກຜົນຂອງການສັງເກດໄວ້ໃນປຶ້ມຂຽນໄດ້ຢູ່ໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. ຄູຄວນນໍາ ໃຊ້ຜົນການປະເມີນດັ່ງກ່າວນີ້ເຂົ້າໃນການວາງແຜນການສອນສໍາລັບຊົ່ວໂມງສອນຕໍ່ໆໄປ. ສາມາດເບິ່ງຂໍ້ມູນກ່ຽວກັບ ການນໍາໃຊ້ຜົນການປະເມີນເພື່ອປັບປຸງການຮຽນໃນພາກແນະນໍາລວມຂອງຄູ່ມືຄູສະບັບນີ້ ແລະ ບົດແນະນໍາເບື້ອງຕົ້ນ ຫາບົດືິ 2. III. ເນ້ືືອໃນຕົ້້ນຕໍໍ 1. ຝຶຶກກ່ຽວ່ ກັບການປະຕິ ັ ບັິ ດັຕາມຄໍາທັໍ ກັທາຍ ແລະ ຄໍາສັ່ໍ ງຂອງ ່ ຄູູ. 2. ເວົ້້າກ່່ຽວກັັບ ການໄປ. 3. ບອກຊື່່ຂອງຄົົນ, ສັັດ ແລະ ສະຖານທີ່່ຕ່່າງໆ. IV. ສ່ືືການຮຽນການສອນ 1. ປຶ້້ມແບບຮຽນ ແລະ ຄູ່່ມືືຄູູຝຶຶກເວົ້້າພາສາລາວ. 2.ຕຸຸກກະຕາເຈ້້ຍ ເພື່່ອໃຊ້້ເປັັນຮູູບແບບຂອງການສື່່ສານ. V. ກິິດຈະກໍໍາການຮຽນການສອນ ຊົ່ວໂມງທີ 1 1. ຂັ້ ້ ນນໍໍາເຂົ້້າສູ່່ບົົດຮຽນ 1.1 ຟັັງ ແລະ ປະຕິິບັັດ (5 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູເວົ້າ ແລະ ສະແດງທ່າທາງປະກອບໄປພ້ອມ. ສະບາຍດີ ນາຍຄູ ສະບາຍດີ ນັກຮຽນ (ເວົ້າສະບາຍດີ ແລະ ນົບພ້ອມ) ເຂົ້າມາ, ຄູເວົ້າ ແລະ ສະແດງທ່າທາງ ແລະ ໃຫ້ນັກຮຽນປະຕິບັດຕາມ. ນັ່ງລົງ, ເບິ່ງກະດານ, ຢືນຂຶ້ນ, ອອກໄປ • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຄູເບິ່ງຕົວຢ່າງການປະເມີນຜົນເພື່ອປັບປຸງການຮຽນຕາມຕາຕະລາງລຸ່ມນີ້: ໓໓ SLP2 Edit 2024.indb 33 5/30/2024 2:31:02 PM
34 ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ 1.2 ການອອກສຽງ (5 ນາທີີ) ຂັ້ນຕອນການສອນ ຄໍາສັບ ຄູເວົ້າຄໍາສັບຢູ່ເບື້ອງຂວາໃຫ້ນັກຮຽນຟັງຢ່າງຈະແຈ້ງ 2-3 ເທື່ອ ສະບາຍດີ, ນາຍຄູ, ນັກຮຽນ, ເຈົ້າ, ຂ້ອຍ ຂ້ອຍຊື່... ນັກຮຽນຝຶກເວົ້າໄປຕາມຄູ. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຄູເບິ່ງຕົວຢ່າງການປະເມີນຜົນເພື່ອປັບປຸງການຮຽນຕາມຕາຕະລາງລຸ່ມນີ້: ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ 1.3 ທວນຄືືນການເວົ້້າປະໂຫຍກ (10 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູນໍາໃຊ້ຕຸກກະຕາເຈ້ຍ ເພື່ອສາທິດການຖາມ ແລະ ຕອບ. - ເຈົ້າຊື່ຫຍັງ? ຂ້ອຍຊື່ນ້ອຍ. - ເຈົ້າຊື່ຫຍັງ? ຂ້ອຍຊື່..... (ຊື່ຂອງຄູ). ຄູໃຫ້ນັກຮຽນຖາມຊື່ຂອງຕຸກກະຕາເຈ້ຍ. (ຄູຕອບໃຫ້ຕຸກກະຕາເຈ້ຍ) - ເຈົ້າຊື່ຫຍັງ? ຂ້ອຍຊື່ນ້ອຍ. ນັກຮຽນປະຕິບັດກິດຈະກໍາເປັນຄູ່, ປ່ຽນຜຽນກັນຖາມຊື່ ແລະ ຕອບ. - ເຈົ້າຊ່ືຫຍັງ? ຂ້ອຍຊື່..... 2. ຂັ້ ້ ນຈັັດກິິດຈະກໍໍາການຮຽນ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຮຽນຄໍາສັບ ຫຼື ວະລີໃໝ່ ກິດຈະກໍາຮຽນຄໍາສັບ ຫຼື ວະລີໃໝ່ ບົດຮຽນແນະນໍາ ເບື້ອງຕົ້ນຂໍ້ທີ 1 ໃນປຶ້ມແບບຮຽນຝຶກເວົ້າພາສາລາວ. - ຄູອ່ານແຕ່ລະຄໍາສັບຊ້າໆ ແລະ ຊີ້ໃສ່ ຮູບພາບ ໃຫ້ນັກຮຽນເວົ້າຄືນ. - ໃຫ້ນັກຮຽນພະຍາຍາມຊ້ ແລະ ເວົ້າ ີ ຄໍາສັບ ດ້ວຍຕົນເອງ. ບົດເລື່ອງກ່ຽວກັບ ການໄປ ຄູອ່ານບົດແນະນໍາເບື້ອງຕົ້ນ ຂໍ້ທີ 2 ບົດເລ່ືອງ ໃນປຶ້ມແບບ ຮຽນຝຶກເວົ້າພາສາລາວ. - ຄູອ່ານຊ້າໆ ແລະ ຊີ້ໃສ່ຮູບພາບທີ່ຖືກກັບ ການອ່ານ. - ຄູອະທິບາຍ ຫຼື ແປຄໍາສັບຕາມຄວາມ ຕ້ອງການຂອງນັກຮຽນ. 1 2 ໓໔ SLP2 Edit 2024.indb 34 5/30/2024 2:31:02 PM
35 ຄູອ່ານຄືນບົດເລື່ອງກ່ຽວກັບ ການໄປ ແລະ ໃຫ້ນັກຮຽນຊີ້ ໃສ່ຮູບພາບພ້ອມກັນ. - ຄູຕັ້ງຄໍາຖາມ - ໃຫ້ນັກຮຽນຈັບຄູ່ ແລະ ກະກຽມຄໍາຕອບ. - ຄູເລືອກນັກຮຽນບາງຄູ່ໃຫ້ຕອບ. ຕົວຢ່າງ: - ນີ້ແມ່ນຫຍັງ? (ໂຮງຮຽນ) - ນາງບົວໄປໃສ? (ໄປໂຮງຮຽນ) 3. ຂັ້ ້ນຝຶຶກປະຕິິບັັດ ແລະ ນໍໍາໃຊ້້ (10 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຄູອ່ານເລື່ອງຂໍ້ທີ 2 ຄືນ ຮອດປະໂຫຍກຄໍາຖາມ ບົວໄປໃສ່? ໃຫ້ ນັກຮຽນເວົ້າພ້ອມກັນ ໄປໂຮງຮຽນ. ບອກໃຫ້ນັກຮຽນເວົ້າ (ໄປໂຮງຮຽນ) ໃນ ເວລາທີ່ຄູກັວກມື. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຄູເບິ່ງຕົວຢ່າງການປະເມີນຜົນເພື່ອປັບປຸງການຮຽນຕາມຕາຕະລາງລຸ່ມນີ້: ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ 4. ຂັ້ ້ ນສະຫຸຼຼບ (3 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູສະຫຼຸບບົດຮຽນໃນຊົ່ວໂມງຜ່ານມາ: - ຮຽນຄໍາສັບ ຫຼື ວະລີໃໝ່ - ບົດເລື່ອງກ່ຽວກັບ ການໄປ ຄໍາສັບ: ໄປ, ໂຮງຮຽນ, ພໍ່, ແມ່, ຍ່າ, ຄູ ວະລ: ໄປໂຮງຮຽນ ີ ປະໂຫຍກຄໍາຖາມ: ບົວໄປໃສ່? ຊົ່ວໂມງທີ 2 1. ຂັ້ ້ ນນໍໍາເຂົ້້າສູ່່ບົົດຮຽນ 1.1 ຟັັງ ແລະ ປະຕິິບັັດ (5 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ - ຄູເວົ້າ ແລະ ສະແດງທ່າທາງປະກອບໄປພ້ອມ. - ຄູເວົ້າ ແລະ ສະແດງທ່າທາງ ແລ້ວນັກຮຽນປະຕິບັດຕາມ. - ຄູໃຫ້ນັກຮຽນເວົ້າໄປນໍາຕາມຄວາມສາມາດ. ສະບາຍດີ ນາຍຄູ, ສະບາຍດີ ນັກຮຽນ (ເວົ້າສະບາຍດີ ແລະ ນົບ) ເຂົ້າມາ, ນັ່ງລົງ, ເບິ່ງກະດານ, ເບິ່ງປຶ້ມ, ຢືນຂຶ້ນ, ອອກໄປ, ມານ້ີ, ໄປປະຕູ. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໄວ້ໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຄູເບິ່ງຕົວຢ່າງການປະເມີນຜົນເພື່ອປັບປຸງການຮຽນຕາມຕາຕະລາງລຸ່ມນີ້: ໓໕ SLP2 Edit 2024.indb 35 5/30/2024 2:31:02 PM
36 ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ 1.2 ການອອກສຽງ (5 ນາທີີ) ຂັ້ນຕອນການສອນ ຄໍາສັບ ຄູເວົ້າຄໍາສັບ ແລະ ວະລີຢູ່ເບື້ອງຂວານີ້ໃຫ້ນັກຮຽນຟັງຢ່າງ ຈະແຈ້ງ 2-3 ເທື່ອ . ເຂົ້າມາ, ອອກໄປ, ໂຮງຮຽນ, ກະດານ, ປຶ້ມ ນັກຮຽນຝຶກເວົ້າໄປຕາມຄູ. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານ.ີ້ • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼືຫຼັງຊົ່ວໂມງສອນ. • ຄູເບິ່ງຕົວຢ່າງການປະເມີນຜົນເພື່ອປັບປຸງການຮຽນຕາມຕາຕະລາງລຸ່ມນີ້: ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ 1.3 ທວນຄືືນບົົດຮຽນຜ່່ານມາ (12 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ - ຄູຊີ້ໃສ່ຮູບພາບໃນບົດແນະນໍາເບື້ອງຕົ້ນ ຂໍ້ທີ 2 ບົດເລ່ືອງ ແລ້ວ ຕັ້ງຄໍາຖາມ. - ຄູຈັບຄູ່ນັກຮຽນກະກຽມຄໍາຕອບ ແຕ່ລະຄໍາຕອບໃຫ້ເວລາ 10 ວິນາທີ. - ຄູເລືອກບາງຄູ່ຕອບຄໍາຖາມ. - ນີ້ແມ່ນຫຍັງ? (ໂຮງຮຽນ). - ນີ້ແມ່ນໃຜ? (ນາງບົວ). - ນາງບົວໄປໃສ? (ໄປໂຮງຮຽນ). ຄູເວົ້າຄໍາຖາມ ແລະ ຄໍາຕອບອກເ ີ ທື່ອໜຶ່ງ. 2. ຂັ້ ້ ນຈັັດກິິດຈະກໍໍາການຮຽນ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ບົດເລື່ອງກ່ຽວກັບ ການໄປ - ຄູຈັດໃຫ້ນັກຮຽນຈໍານວນໜຶ່ງສະແດງບົດບາດສົມມຸດຢູ່ໜ້າ ກະດານ ໃນຂະນະທີ່ຄູອ່ານເລື່ອງ. - ຄູອ່ານເລື່ອງຢູ່ໃນປຶ້ມແບບຮຽນ ແລະ ຊຸກຍູ້ໃຫ້ນັກຮຽນທີ່ຢູ່ໜ້າ ກະດານເວົ້າຕາມຫຼັງ. - ໃຫ້ນັກຮຽນສະແດງເປັນນາງບົວ, ແມ່, ຍ່າ, ພໍ່, ປ້າ ແລະ ນາຍຄູ. - ໃຫ້ນັກຮຽນເວົ້າຕາມຄວາມສາມາດ ຂອງຕົນ. ຄູອ່ານເລື່ອງອີກເທື່ອໜຶ່ງ ແລະ ໃຫ້ນັກຮຽນທຸກຄົນເວົ້າ ໄປໃສ? ໄປໂຮງຮຽນ ໄປພ້ອມຄູ. ຄູອ່ານຊ້າໆໃຫ້ນັກຮຽນປະຕິບັດ ແລະ ໃຫ້ທຸກຄົນເວົ້າ ໄປໃສ? ໄປໂຮງຮຽນ. ຄູເລືອກເອົານັກຮຽນຜູ້ອື່ນປ່ຽນຜຽນກັນສະແດງບົດບາດສົມມຸດ ໃນແບບດຽວກັນ. ຊຸກຍູ້ໃຫ້ນັກຮຽນທຸກຄົນເວົ້າ ໄປໃສ? ໄປໂຮງຮຽນ ໄປພ້ອມຄືເກົ່າ. 2 ໓໖ SLP2 Edit 2024.indb 36 5/30/2024 2:31:03 PM
37 3. ຂັ້ ້ນຝຶຶກປະຕິິບັັດ ແລະ ນໍໍາໃຊ້້ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຄູສະແດງທ່າທາງໃດໜຶ່ງ ໂດຍບໍ່ເວົ້າຄໍາສັບ ແລະ ໃຫ້ນັກຮຽນ ເດົາວ່າ ແມ່ນຫຍັງ?. ຕົວຢ່າງ: ຄູສະແດງການເຂົ້າມາ ແລະ ນັກຮຽນເວົ້າ: ເຂົ້າມາ. - ໃຫ້ເລືອກເອົາຄໍາສັບ ແລະ ວະລີທີ່ ນັກຮຽນໄດ້ຮຽນແລ້ວໃນບົດນີ້. ຕົວຢ່າງ: ເຂົ້າມາ, ນັ່ງລົງ, ເບິ່ງກະດານ, ຢືນຂຶ້ນ, ໄປປະຕູ, ອອກໄປ. - ຄູຊ່ວຍນັກຮຽນເວົ້າຖ້າຈໍາເປັນ. ໃຫ້ນັກຮຽນອາສາສະໝັກອອກມາທາງໜ້າກະດານ ແລະ ສະ ແດງທ່າທາງໃຫ້ໝູ່ເດົາແບບດຽວກັນ. ຖ້ານັກຮຽນບໍ່ໝັ້ນໃຈ, ໃຫ້ເຂົາເຈົ້າອອກ ມາເປັນຄູ່. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຄູເບິ່ງຕົວຢ່າງການປະເມີນຜົນເພື່ອປັບປຸງການຮຽນຕາມຕາຕະລາງລຸ່ມນີ້: ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ 4. ຂັ້ ້ ນສະຫຸຼຼບ (1 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູສະຫຼຸບບົດຮຽນໃນຊົ່ວໂມງຜ່ານມາ: ຄູນໍາພານັກຮຽນທວນຄືນຄໍາສັບ, ວະລີ ແລະ ປະໂຫຍກທີ່ໄດ້ຮຽນ ຜ່ານມາ ວະລ: ໄປໃສ?, ໄປໂຮງຮຽນ, ເຂົ້າມາ, ີ ນັ່ງລົງ, ເບິ່ງກະດານ, ຢືນຂຶ້ນ, ໄປປະຕູ, ອອກໄປ. ຊົ່ວໂມງທີ 3 1. ຂັ້ ້ ນນໍໍາເຂົ້້າສູ່່ບົົດຮຽນ 1.1 ຟັັງ ແລະ ປະຕິິບັັດ (5 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ - ຈັດໃຫ້ນັກຮຽນຫຼິ້ນເກມ ວຽງເວົ້າວ່າ (ເບິ່ງພາກຜະໜວກຂອງຄູ່ມື ຄູ ເກມທີ 1). - ໃຫ້ນັກຮຽນອາສາສະໝັກມາປ່ຽນຜຽນກັບຄູຕາມຄວາມ ສາມາດ. ວຽງເວົ້າວ່າ: ຢືນຂຶ້ນ, ນັ່ງລົງ, ເບິ່ງ ກະດານ, ເບິ່ງປຶ້ມ, ມານ້ີ, ອອກໄປ, ເຂົ້າມາ, ໄປນັ່ງບ່ອນ, ໄປປະຕູ • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໄວ້ໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຄູເບິ່ງຕົວຢ່າງການປະເມີນຜົນເພື່ອປັບປຸງການຮຽນຕາມຕາຕະລາງລຸ່ມນີ້: ໓໗ SLP2 Edit 2024.indb 37 5/30/2024 2:31:03 PM
38 ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ 1.2 ການອອກສຽງ (5 ນາທີີ) ຂັ້ນຕອນການສອນ ສຽງ ແລະ ຄໍາສັບ ຄູເວົ້າຄໍາສັບຢູ່ເບື້ອງຂວານີ້ໃຫ້ນັກຮຽນຟັງຢ່າງຈະແຈ້ງ 2-3 ເທື່ອ. ພໍ່, ແມ່, ຍ່າ, ປ້າ, ມ້າ, ເປັດ, ປູ, ກາ ນັກຮຽນຝຶກເວົ້າໄປຕາມຄູ. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານ.ີ້ • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼືຫຼັງຊົ່ວໂມງສອນ. • ຄູເບິ່ງຕົວຢ່າງການປະເມີນຜົນເພື່ອປັບປຸງການຮຽນຕາມຕາຕະລາງລຸ່ມນີ້: ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ 1.3 ທວນຄືືນບົົດຮຽນຜ່່ານມາ (10 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູຊີ້ໃສ່ຮູບພາບໃນບົດແນະນໍາເບື້ອງຕົ້ນ ຂໍ້ທີ 2 ບົດເລ່ືອງ ແລະ ສາທິດການຖາມ ແລະ ຕອບ ນໍາຕຸກກະຕາເຈ້ຍໂຕໜຶ່ງ. - ນີ້ແມ່ນໃຜ? (ນີ້ແມ່ນນາງບົວ). - ນີ້ແມ່ນໃຜ? (ນີ້ແມ່ນແມ່ (ຍ່າ, ພໍ່, ປ້າ, ນາຍຄູ). - ນາງບົວໄປໃສ? (ໄປໂຮງຮຽນ). 2. ຂັ້ ້ ນຈັັດກິິດຈະກໍໍາການຮຽນ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ປະໂຫຍກກ່ຽວກັບ ການໄປຂອງສັດ ຄູຊີ້ໃສ່ຮູບພາບສັດແຕ່ລະໂຕຢູ່ໃນບົດແນະນໍາເບື້ອງຕົ້ນ ຂໍ້ທີ 3 ປະໂຫຍກກ່ຽວກັບການໄປຂອງສັດ ແລະ ຖາມວ່າ: ນີ້ແມ່ນຫຍັງ? ຊຸກຍູ້ໃຫ້ນັກຮຽນຕອບວ່າ: ມ້າ, ເປັດ, ປູ, ກາ. ຄູຊີ້ໃສ່ແຕ່ລະສະຖານທີ່ຢູ່ ຂໍ້ທີ 3 ແລະ ຖາມວ່າ: ນີ້ແມ່ນຫຍັງ? ຊຸກຍູ້ໃຫ້ນັກຮຽນຕອບວ່າ: ປ່າ, ໜອງ, ນາ, ພູ. ຄູອ່ານປະໂຫຍກໃນແຕ່ລະຮູບພາບຊ້າໆ ດ້ວຍການເອົານິ້ວມືຊ້ໃສ່ ີ ຂ້າງຮູບພາບ. - ຄູອ່ານປະໂຫຍກອີກເທື່ອໜຶ່ງ ແລະ ໃຫ້ນັກຮຽນເອົານິ້ວມືຊີ້ໃສ່ ຮູບພາບໄປພ້ອມຄູ. ມ້າຍ່າງໄປປ່າ, ເປັດຍ່າງໄປໜອງນ້ໍາ, ປູໄຕ່ໄປນາ, ກາບິນໄປພູ. 3 ໓໘ SLP2 Edit 2024.indb 38 5/30/2024 2:31:04 PM
39 - ຄູອ່ານປະໂຫຍກອີກ ແລະ ຊຸກຍູ້ໃຫ້ນັກຮຽນເວົ້າປະໂຫຍກລຶ້ມ ຄືນເທື່ອລະປະໂຫຍກ. (ຖ້າວ່ານັກຮຽນບໍ່ສາມາດເວົ້າໄດ້ ແມ່ນເວົ້າຕາມປະໂຫຍກລຸ່ມນ້ກໍໄດ້: ມ້າ ີ ໄປ ປ່າ, ເປັດໄປໜອງນ້ໍາ, ປູໄປນາ, ກາ ໄປພູ ) 3. ຂັ້ ້ນຝຶຶກປະຕິິບັັດ ແລະ ນໍໍາໃຊ້້ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຝຶກເວົ້າ - ກິດຈະກໍາຝຶກເວົ້າ ບົດແນະນໍາເບື້ອງຕົ້ນ ຂໍ້ທີ 4 ໃນປຶ້ມແບບຮຽນ ຝຶກເວົ້າພາສາລາວ. - ຄູແບ່ງນັກຮຽນເປັນ 2 ກຸ່ມ. - ນໍາໃຊ້ຕຸກກະຕາເຈ້ຍສາທິດໃຫ້ນັກ ຮຽນເບິ່ງກ່ອນ. - ໃຫ້ຜູ້ຖາມເລືອກເອົາຜູ້ໃດກໍໄດ້ຈາກ ຮູບພາບ ແລະ ໃຫ້ຜູ້ຕອບເລືອກ ເອົາສະຖານທີ່ໃດກໍໄດ້ຈາກຮູບ ພາບ (ບໍ່ມີຄູ່ທີ່ຖືກ ຫຼື ຜິດ). ວິທີຊ່ວຍເຫຼືອນັກຮຽນກໍລະນີທີ່ປະຕິບັດບໍ່ໄດ້: - ຄູຊ້ໃສ່ຮູບພາບພໍ່ ແລ້ວເວົ້າວ່າ: ພໍ່ໄປໃສ? ຈາກນັ້ນ, ໃ ີ ຫ້ກຸ່ມທີ 1 ເວົ້າລຶ້ມຄືນ. - ຄູຊ້ໃສ່ຮູບພາບນາ ແລ້ວເວົ້າວ່າ: ພໍ່ໄປນາ ຈາກນັ້ນ, ໃ ີ ຫ້ກຸ່ມທີ 2 ເວົ້າລຶ້ມຄືນ. - ໃຫຄ້ ູປະຕິບັດການສອນຮູບພາບຕໍ່ໆໄປຄືນກັນກັບຮູບພາບທີ 1 ແລະ ຮູບພາບ ທີ ທີ 2. ທີ - ຖ້າວ່າມເີວລາໃຫ້ນັກຮຽນປະຕິບັດກິດຈະກໍາເປັນຄູ່ • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຄູເບິ່ງຕົວຢ່າງການປະເມີນຜົນເພື່ອປັບປຸງການຮຽນຕາມຕາຕະລາງລຸ່ມນີ້: ລ.ດ ຊື່ ແລະ ນາມສະກຸນ ຟັງ ແລະ ປະຕິບັດ ການອອກສຽງ ກິດຈະກໍາການຝຶກ ໝາຍເຫດ 1 ນາງລີ 2 ທ້າວກິ 4. ຂັ້ ້ ນສະຫຸຼຼບ (3 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຄູສະຫຼຸບບົດຮຽນໃນຊົ່ວໂມງຜ່ານມາ. ຕົວຢ່າງ: ຄູເປີດປຶ້ມແບບຮຽນບົດແນະນໍາເບື້ອງຕົ້ນໃຫ້ນັກ ຮຽນເບິ່ງ, ຊີ້ໃສ່ຮູບພາບຕ່າງໆ ແລ້ວເວົ້າວ່າ: ບົດນີ້ແມ່ນຮຽນກ່ຽວ ກັບການໄປ. ຄໍາວ່າ: ໄປ ເວົ້າແນວໃດໃນພາສາຂອງພວກນ້ອງ? ພວກ ນ້ອງໄດ້ຟັງເລື່ອກ່ຽວກັບການໄປໂຮງຮຽນ. ນີ້ແມ່ນນາງບົວ. ລາວ ໄປໂຮງຮຽນ. ແລ້ວພວກນ້ອງໄດ້ຟັງປະໂຫຍກກ່ຽວກັບໂຕສັດ. ມ້າ ຍ່າງໄປປ່າ, ເປັດຍ່າງໄປໜອງນ້ໍາ, ປູໄຕ່ໄປນາ, ກາບິນໄປພູ ພວກເຮົາຮຽນກ່ຽວກັບການໄປເນາະ! ບາດນີ້ພວກນ້ອງໄປ ໃສ? ໄປບ້ານເນາະ! 4 ໓໙ SLP2 Edit 2024.indb 39 5/30/2024 2:31:04 PM
40 1 ບົດທີ 1 ເວົ້າກ່ຽວກັບ ການມາ (ສອນເວລາດຽວກັນກັບບົດທີ 1 ຂອງວິຊາພາສາລາວ) 3 ຊົ່ວໂມງ I. ຈຸຸດປະສົົງ ໃຫ້້ນັັກຮຽນສາມາດ: 1. ສະແດງທ່່າທາງປະກອບຕາມຄູູບອກກ່່ຽວກັັບອຸຸປະກອນ ຫຼືື�ວັັດຖຸຸສິ່່ງຂອງ ແລະ ການກະທໍໍາໃນຫ້້ອງຮຽນ. 2. ຖາມ ແລະ ຕອບຄໍໍາຖາມ ນີ້້ແມ່່ນຫຍັັງ? (ທີ່່ພົົວພັັນກັັບອຸຸປະກອນ ຫຼືື�ວັັດຖຸຸສິ່່ງຂອງໃນຫ້້ອງຮຽນ) 3. ຖາມ ແລະ ຕອບຄໍໍາຖາມ: .....ມາແຕ່່ໃສ? 4. ໃຊ້້ຄໍໍາສັັບ: ມາ, ຫຼຼານ, ຄູູ, ນ້້າບ່່າວ, ອ້້າຍ, ນ້້ອງ ສາວ, ເຮືືອນ, ໂຮງຮຽນ ໃນປະໂຫຍກກ່່ຽວກັັບ ການມາ. II. ການປະເມີີນເພື່່ ອປັັບປຸຸງການຮຽນ ຄູຄວນສັງເກດການຮຽນຂອງນັກຮຽນແຕ່ລະຄົນ ໃນຂະນະທີ່ນັກຮຽນປະຕິບັດກິດຈະກໍາການຮຽນຂອງທຸກໆຊົ່ວ ໂມງຮຽນ. ຄູສາມາດບັນທຶກຜົນຂອງການສັງເກດໄວ້ໃນປຶ້ມຂຽນໄດ້ຢູ່ໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. ຄູຄວນນໍາ ໃຊ້ຜົນການປະເມີນດັ່ງກ່າວນີ້ເຂົ້າໃນການວາງແຜນການສອນສໍາລັບຊົ່ວໂມງສອນຕໍ່ໆໄປ. ສາມາດເບິ່ງຂໍ້ມູນກ່ຽວກັບ ການນໍາໃຊ້ຜົນການປະເມີນເພື່ອປັບປຸງການຮຽນໃນພາກແນະນໍາລວມຂອງຄູ່ມືຄູສະບັບນີ້ ແລະ ບົດແນະນໍາເບື້ອງຕົ້ນ ຫາບົດທີ 2. III.ເນ້ືື�ອໃນຕົ້້ ນຕໍໍ 1. ທວນຄືືນ ແລະ ຝຶຶກກ່່ຽວກັັບການປະຕິິບັັດຕາມຄໍໍາທັັກທາຍ ແລະ ຄໍໍາສັ່່ງຂອງຄູູ. 2. ເວົ້້າກ່່ຽວກັັບ ການມາ. 3. ບອກຊື່່ຂອງຄົົນ, ສັັດ ແລະ ສະຖານທີ່່ຕ່່າງໆ. IV. ສ່ືື�ການຮຽນການສອນ 1. ປຶ້້�ມແບບຮຽນ ແລະ ຄູ່່ມື� ຄູູືຝຶຄູູ ຶກເວົ້້� າພາສາລາວ. 2.ຕຸຸກກະຕາເຈ້້ຍເພື່່ອໃຊ້້ເປັັນຮູູບແບບຂອງການສື່່ສານ. ຊົ່ວໂມງທີ 1 V. ກິິດຈະກໍໍາການຮຽນການສອນ 1. ຂັ້ ້ ນນໍໍາເຂົ້້າສູ່່ບົົດຮຽນ 1.1 ຟັັງ ແລະ ປະຕິິບັັດ (5 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູເວົ້າ ແລະ ສະແດງທ່າທາງປະກອບໄປພ້ອມ ສະບາຍດີຄູ ສະບາຍດີນັກຮຽນ (ເວົ້າ ສະບາຍດີ ແລະ ນົບພ້ອມ) ເຂົ້າມາ, ນັ່ງລົງ, ເບິ່ງກະດານ, ເປີດປຶ້ມ, ຢືນຂຶ້ນ, ໄປ ປ່ອງຢ້ຽມ, ໄປປະຕູ, ອອກໄປ. ຄູເວົ້າ ແລະ ສະແດງທ່າທາງ ແລ້ວນັກຮຽນປະຕິບັດຕາມ. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຂັ້ນຕອນການປະເມີນໃຫ້ປະຕິບັດຄືກັນກັບບົດແນະນໍາເບື້ອງຕົ້ນ. ໔໐ SLP2 Edit 2024.indb 40 5/30/2024 2:31:04 PM
41 1 1.2 ການອອກສຽງ (5 ນາທີີ) ຂັ້ນຕອນການສອນ ສຽງ ແລະ ຄໍາສັບ ຄູເວົ້າຄໍາສັບທີ່ຂຶ້ນຕົ້ນດ້ວຍສຽງພະຍັນຊະນະ ປ ຢູ່ເບື້ອງຂວານີ້. ໄປ, ປະຕູ, ປ່ອງຢ້ຽມ, ປຶ້ມ ຄູເວົ້າຊື່ ແລະ ອອກສຽງພະຍັນຊະນະ ປ ແລ້ວພານັກຮຽນເວົ້ານໍາ ກັນ. ປ ຄູຂຽນຕົວ ປ ໃສ່ກະດານ. ປ ຄູພານັກຮຽນເວົ້າຄໍາສັບຢູ່ເບື້ອງຂວານີ້. ໄປ, ປະຕູ, ປ່ອງຢ້ຽມ, ປຶ້ມ • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຂັ້ນຕອນການປະເມີນໃຫ້ປະຕິບັດຄືກັນກັບບົດແນະນໍາເບື້ອງຕົ້ນ. 1.3. ທວນຄືືນບົົດຮຽນຜ່່ານມາ (10 ນາທີີ) ຂັ້ນຕອນການສອນ ຄໍາສັບ,ວະລີ ແລະ ປະໂຫຍກ ຄູນໍາໃຊ້ຕຸກກະຕາເຈ້ຍ ເພື່ອສາທິດການຖາມ ແລະ ຕອບ. - ເຈົ້າໄປໃສ? ຂ້ອຍໄປກະດານ. - ນ້ອຍໄປໃສ? ນ້ອຍໄປປະຕູ. ຄູໃຊ້ຕຸກກະຕາເຈ້ຍຕັ້ງຄໍາຖາມ ແລະ ຕອບກັບນັກຮຽນ 2-3 ຄົນ. ເຈົ້າໄປໃສ? ຫຼື ນ້ອຍໄປໃສ? ນ້ອຍໄປ… ນັກຮຽນປະຕິບັດກິດຈະກໍາເປັນຄູ່, ຍ່າງໄປມາອ້ອມຫ້ອງຮຽນ ແລະ ປ່ຽນຜຽນກັນຖາມ ແລະ ຕອບ. ເຈົ້າໄປໃສ? ໄປປະຕູ, ໄປປ່ອງຢ້ຽມ, ໄປກະດານ… 2. ຂັ້ ້ ນຈັັດກິິດຈະກໍໍາການຮຽນ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຮຽນຄໍາສັບ ຫຼື ວະລີໃໝ່ ເຮັດກິດຈະກໍາຮຽນຄໍາສັບ ຫຼື ວະລີໃໝ່ ບົດທີ 1 ຂໍ້ທີ 1 ໃນປຶ້ມ ແບບຮຽນຝຶກເວົ້າພາສາລາວ. - ຄູູອ່່ານແຕ່່ລະຄໍໍາສັັບຊ້້າໆ ແລະ ຊີ້້ ໃສ່່ຮູູບພາບ. - ໃຫ້້ນັັກຮຽນເວົ້້າຄືືນ. - ໃຫ້້ນັັກຮຽນພະຍາຍາມຊີ້້ໃສ່ຮູ່ ູບ ພາບ ແລະ ເວົ້້າຄໍໍາສັັບດ້້ວຍຕົົນເອງ. ບົດເລື່ອງກ່ຽວກັບ ການມາ ຄູຊີ້ໃສ່ຮູບພາບທີ 1 ໃນຂັ້ນຕອນທີ 2 ແລ້ວຖາມນັກຮຽນວ່າ: ທ້າວຄໍາຢູ່ໃສ?. - ອ່່ານຊ້້າໆ ແລະ ຊີ້້ໃສ່່ຮູູບພາບທີ່່ຖືືກກັັບ ການອ່່ານ. - ອະທິິບາຍ ຫຼືື ແປຄໍໍາສັັບຕາມຄວາມຕ້້ອງ ການຂອງນັັກຮຽນ. ຄູອ່ານຄືນບົດເລື່ອງ ແລະ ໃຫ້ນັກຮຽນຊີ້ໃສ່ຮູບພາບພ້ອມກັນ. 1 2 ໔໑ SLP2 Edit 2024.indb 41 5/30/2024 2:31:04 PM
42 1 - ຄູຊີ້ໃສ່ຮູບພາບ ແລະ ຕັ້ງຄໍາຖາມ. - ຄູໃຫ້ນັກຮຽນຈັບຄູ່ ແລະ ກະກຽມຄໍາຕອບ. - ຄູເລືອກນັກຮຽນບາງຄູ່ໃຫ້ຕອບ. ຕົວຢ່າງ: - ນີ້້ແມ່່ນຫຍັັງ? (ເຮືືອນ, ໂຮງຮຽນ) - ທ້້າວຄໍໍາມາແຕ່່ໃສ? (ມາແຕ່່ໂຮງຮຽນ) 3. ຂັ້ ້ນຝຶຶກປະຕິິບັັດ ແລະ ນໍໍາໃຊ້້ (10 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຄູອ່ານເລື່ອງ ຂໍ້ທີ 2 ຄືນ ຮອດປະໂຫຍກຄໍາຖາມ ຫຼານມາແຕ່ ໃສ? ໃຫ້ນັກຮຽນເວົ້າພ້ອມກັນ ມາແຕ່ໂຮງຮຽນ. - ບອກໃຫ້້ນັັກຮຽນເວົ້້າດັັງໆ (ມາແຕ່່ໂຮງ ຮຽນ) ໃນເວລາທີ່່ຄູູກັັວກມືື. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼືຫຼັງຊົ່ວໂມງສອນ. • ຂັ້ນຕອນການປະເມີນໃຫ້ປະຕິບັດຄືກັນກັບບົດແນະນໍາເບື້ອງຕົ້ນ. 4. ຂັ້ ້ ນສະຫຸຼຼບ (3 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູສະຫຼຸບບົດຮຽນໃນຊົ່ວໂມງຜ່ານມາ: - ຮຽນຄໍາສັບໃໝ່. - ບົດເລື່ອງກ່ຽວກັບການມາ. - ຄໍໍາສັັບ ແລະ ວະລີີ: ມາ, ເຮືືອນ, ເມືືອ ເຮືືອນ, ອ້້າຍ, ນ້້ອງສາວ, ນ້້າບ່່າວ, ຫຼຼານ. - ບົົດເລື່່ອງກ່່ຽວກັັບການມາ: ທ້້າວຄໍໍາມາ ແຕ່່ໃສ? ມາແຕ່່ໂຮງຮຽນ. ຊົ່ວໂມງທີ 2 1. ຂັ້ ້ ນນໍໍາເຂົ້້າສູ່່ບົົດຮຽນ 1.1 ຟັັງ ແລະ ປະຕິິບັັດ (5 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູເວົ້າ ແລະ ສະແດງທ່າທາງປະກອບໄປພ້ອມ. ສະບາຍດີຄູ ສະບາຍດີນັກຮຽນ (ເວົ້າ ສະບາຍດີ ແລະ ນົບພ້ອມ) ເຂົ້າມາ, ນັ່ງລົງ, ເບິ່ງກະດານ, ຊ້ີກະດານ, ເປີດປຶ້ມ, ຢືນຂຶ້ນ, ມານ້ີ, ໄປນັ່ງບ່ອນ, ອອກໄປ, ໄປປະຕູ, ໄປ ປ່ອງຢ້ຽມ. - ຄູເວົ້າ ແລະ ສະແດງທ່າທາງ ແລ້ວນັກຮຽນປະຕິບັດຕາມ. - ໃຫ້ນັກຮຽນເວົ້າໄປນໍາໃນກໍລະນີຢາກເວົ້າເທົ່ານັ້ນ. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຂັ້ນຕອນການປະເມີນໃຫ້ປະຕິບັດຄືກັນກັບບົດແນະນໍາເບື້ອງຕົ້ນ. ໔໒ SLP2 Edit 2024.indb 42 5/30/2024 2:31:05 PM
43 1 1.2 ການອອກສຽງ (5 ນາທີີ) ຂັ້ນຕອນການສອນ ສຽງ ແລະ ຄໍາສັບ ຄູເວົ້າຄໍາສັບທີ່ລົງທ້າຍດ້ວຍສຽງ xາ. ປາ, ໝາ, ກາ, ມ້າ. ຄູເວົ້າຊື່ ແລະ ອອກສຽງ xາ ແລ້ວນໍາພານັກຮຽນເວົ້ານໍາກັນ. xາ ຄູຂຽນສະຫຼະ xາ ໃສ່ກະດານ. xາ ຄູພານັກຮຽນເວົ້າຄໍາສັບ. ປາ, ໝາ, ກາ, ມ້າ. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໄວ້ໃນເວລາສອນ ຫຼືຫຼັງຊົ່ວໂມງສອນ. • ຂັ້ນຕອນການປະເມີນໃຫ້ປະຕິບັດຄືກັນກັບບົດແນະນໍາເບື້ອງຕົ້ນ. 1.3 ທວນຄືືນບົົດຮຽນຜ່່ານມາ (10 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ - ຄູຊີ້ໃສ່ຮູບພາບໃນບົດທີ 1 ຂໍ້ທີ 2 ບົດເລ່ືອງ ແລ້ວຕັ້ງຄໍາຖາມ. - ຄູຈັບຄູ່ນັກຮຽນກະກຽມຄໍາຕອບ ແຕ່ລະຄໍາຕອບໃຫ້ເວລາ 10 ວິນາທີ. - ຄູເລືອກບາງຄູ່ຕອບຄໍາຖາມ. - ນີ້ແມ່ນຫຍັງ? (ເຮືອນ, ຮ້ານຂາຍ ເຄື່ອງ, ໂຮງຮຽນ). - ນີ້ແມ່ນໃຜ? (ທ້າວຄໍາ). - ທ້າວຄໍາມາແຕ່ໃສ? (ມາແຕ່ໂຮງ ຮຽນ). ຄູເວົ້າຄໍາຖາມ ແລະ ຄໍາຕອບອີກເທື່ອໜຶ່ງແລ້ວຊ່ວຍໃຫ້ນັກຮຽນ ເວົ້າຄືນ. 2. ຂັ້ ້ ນຈັັດກິິດຈະກໍໍາການຮຽນ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ບົດເລື່ອງກ່ຽວກັບ ການມາ - ຄູຈັດໃຫ້ນັກຮຽນຈໍານວນໜຶ່ງສະແດງບົດບາດສົມມຸດຢູ່ໜ້າ ກະດານ ໃນຂະນະທີ່ຄູອ່ານເລື່ອງ. - ຄູອ່ານເລື່ອງຢູ່ໃນປຶ້ມແບບຮຽນ ແລະ ຊຸກຍູ້ໃຫ້ນັກຮຽນທີ່ຢູ່ໜ້າກະ ດານເວົ້າຕາມຫຼັງ. - ໃຫ້ນັກຮຽນສະແດງເປັນທ້າວຄໍາ, ນາຍຄູ, ພໍ່, ແມ່, ນ້າບ່າວ ແລະ ນ້ອງ ສາວ. - ໃຫ້ນັກຮຽນເວົ້າຕາມຄວາມສາມາດ ຂອງຕົນ. ຄູອ່ານເລື່ອງອີກເທື່ອໜຶ່ງ ແລະ ຊຸກຍູ້ໃຫ້ນັກຮຽນທຸກຄົນເວົ້າວ່າ: ມາແຕ່ໃສ? ມາແຕ່ໂຮງຮຽນ ໄປພ້ອມຄູ. ຄູອ່ານຊ້າໆໃຫ້ນັກຮຽນປະຕິບັດ ແລະ ໃຫ້ທຸກຄົນເວົ້າ ມາແຕ່ໃສ? ມາແຕ່ ໂຮງຮຽນ. ຄູເລືອກເອົານັກຮຽນຜູ້ອື່ນປ່ຽນຜຽນກັນສະແດງບົດບາດສົມມຸດ ໃນແບບດຽວກັນ. ຊຸກຍູ້ໃຫ້ນັກຮຽນທຸກຄົນເວົ້າ ມາແຕ່ ໃສ? ມາແຕ່ໂຮງຮຽນ ໄປພ້ອມຄືເກົ່າ. 2 ໔໓ SLP2 Edit 2024.indb 43 5/30/2024 2:31:05 PM
44 1 3. ຂັ້ ້ນຝຶຶກປະຕິິບັັດ ແລະ ນໍໍາໃຊ້້ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຄູສະແດງທ່າທາງກ່ຽວກັບວັດຖຸສິ່ງຂອງ ຫຼື ການກະທໍາໃດໜຶ່ງ ແລະ ໃຫ້ນັກຮຽນເດົາວ່າ: ແມ່ນຫຍັງ? ຕົວຢ່າງ: ນັ່ງລົງ, ຢືນຂຶ້ນ, ມາແຕ່ປະຕູ, ມາຫາໂຕະ, ໄປຫາ ກະດານ. - ຄູບໍ່ຕ້ອງເວົ້າຄໍາສັບທີ່ກ່ຽວຂ້ອງ. - ເລືອກເອົາຄໍາສັບ ແລະ ວະລີທີ່ ນັກຮຽນໄດ້ຮຽນແລ້ວໃນບົດນີ້. - ຄູສະແດງທ່າທາງໃດກໍໄດ້ທີ່ສະແດງ ເຖິງການມາ ແລະ ໄປ. ໃຫ້ນັກຮຽນອາສາສະໝັກອອກມາໜ້າກະດານ ແລະ ເຮັດແບບ ດຽວກັນ. ຖ້ານັກຮຽນບໍ່ໝັ້ນໃຈ, ໃຫ້ເຂົາເຈົ້າອອກ ມາເປັນຄູ່. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຂັ້ນຕອນການປະເມີນໃຫ້ປະຕິບັດຄືກັນກັບບົດແນະນໍາເບື້ອງຕົ້ນ. 4. ຂັ້ ້ ນສະຫຸຼຼບ (1 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູສະຫຼຸບບົດຮຽນໃນຊົ່ວໂມງຜ່ານມາ: ຄູນໍາພານັກຮຽນທວນຄືນຄໍາສັບ, ວະລີ ແລະ ປະໂຫຍກທີ່ໄດ້ຮຽນຜ່ານມາ ຄໍາສັບ: ນາຍຄູ, ພໍ່, ແມ່, ໜ້າບ່າວ ແລະ ນ້ອງສາວ. ວະລີ: ນັ່ງລົງ, ຢືນຂຶ້ນ, ມາແຕ່ປະຕູ, ມາຫາ ໂຕະ, ມາແຕ່ໂຮງຮຽນ. ປະໂຫຍກຄໍາຖາມ: ຄໍາມາແຕ່ໃສ? ຊົ່ວໂມງທີ 3 1. ຂັ້ ້ ນນໍໍາເຂົ້້າສູ່່ບົົດຮຽນ 1.1 ຟັັງ ແລະ ປະຕິິບັັດ (5 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ - ຄູຈັດໃຫ້ນັກຮຽນຫຼິ້ນເກມວຽງ ເວົ້າວ່າ (ເບິ່ງພາກຜະໜວກຂອງ ຄູ່ມືຄູ ເກມທີ 1). - ໃຫ້ນັກຮຽນອາສາສະໝັກມາປ່ຽນຜຽນກັບຄູ ໃນກໍລະນີຢາກເຮັດ ເທົ່ານັ້ນ. ຢືນຂຶ້ນ, ນັ່ງລົງ, ເບິ່ງກະດານ, ຊ້ີກະ ດານ, ເປີດປຶ້ມ, ຢືນຂຶ້ນ, ມານ້ີ, ອອກໄປ, ເຂົ້າມາ, ໄປປະຕູ, ໄປປ່ອງຢ້ຽມ, ໄປນັ່ງ ບ່ອນ • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດຂະນະສອນ ຫຼື ຫຼັງຊົ່ວໂມງສອນ. • ຂັ້ນຕອນການປະເມີນໃຫ້ປະຕິບັດຄືກັນກັບບົດແນະນໍາເບື້ອງຕົ້ນ. ໔໔ SLP2 Edit 2024.indb 44 5/30/2024 2:31:05 PM
45 1 1.2 ການອອກສຽງ (5 ນາທີີ) ຂັ້ນຕອນການສອນ ສຽງ ແລະ ຄໍາສັບ ຄູທວນຄືນການອອກສຽງສະຫຼະ xາ. ໝາ, ກາ, ປາ, ຕາ, ບາ, ຂາ. ຄູເວົ້າຄໍາສັບທີ່ລົງທ້າຍດ້ວຍສຽງ xະ ຢູ່ເບື້ອງຂວານີ້. ປະ, ສະ, ກະບະ, ສະຫຼະ. ຄູເວົ້າສຽງ xະ ແລະ ພານັກຮຽນເວົ້ານໍາກັນ. xະ. ຄູຂຽນສະຫຼະ xະ ໃສ່ກະດານ. xະ. ຄູພານັກຮຽນເວົ້າຄໍາສັບ ຢູ່ເບື້ອງຂວານີ້. ປະ, ສະ, ກະບະ, ສະຫຼະ. • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼືຫຼັງຊົ່ວໂມງສອນ. • ຂັ້ນຕອນການປະເມີນໃຫ້ປະຕິບັດຄືກັນກັບບົດແນະນໍາເບື້ອງຕົ້ນ. 1.3 ທວນຄືືນບົົດຮຽນຜ່່ານມາ (10 ນາທີີ) ຂັ້ນຕອນການສອນ ຄໍາສັບ, ວະລີ ແລະ ປະໂຫຍກ ຄູຊີ້ໃສ່ຮູບພາບໃນບົດທີ 1 ຂໍ້ທີ 2 ບົດເລ່ືອງ ແລະ ສາທິດການ ຖາມ ແລະ ຕອບ ໂດຍນໍາໃຊ້ຕຸກກະຕາເຈ້ຍໂຕໜຶ່ງ. - ນີ້ແມ່ນໃຜ? (ນີ້ແມ່ນທ້າວຄໍາ). - ນີ້ແມ່ນແມ່ (ພໍ່, ນ້າບ່າວ, ນ້ອງສາວ). - ທ້າວຄໍາມາແຕ່ໃສ? (ມາແຕ່ໂຮງ ຮຽນ). ຄູນໍາໃຊ້ຕຸກກະຕາເຈ້ຍ ເພື່ອຖາມນັກຮຽນໃນແບບດຽວກັນ. - ນີ້ແມ່ນໃຜ? - ມາແຕ່ໃສ? 2. ຂັ້ ້ ນຈັັດກິິດຈະກໍໍາການຮຽນ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ປະໂຫຍກກ່ຽວກັບ ການມາຂອງສັດ ຄູຊີ້ໃສ່ສັດແຕ່ລະໂຕຢູ່ໃນບົດທີ 1 ຂໍ້ທີ 3 ປະໂຫຍກກ່ຽວກັບການ ມາຂອງສັດ ແລະ ຖາມວ່າ: ນີ້ແມ່ນຫຍັງ? ຊຸກຍູ້ໃຫ້ນັກຮຽນຕອບວ່າ: ມ້າ, ເປັດ, ປູ, ກາ. ຄູຊີ້ໃສ່ແຕ່ລະສະຖານທີ່ຢູ່ຂໍ້ທີ 3 ແລະ ຖາມ ນີ້ແມ່ນຫຍັງ? ຊຸກຍູ້ໃຫ້ນັກຮຽນຕອບວ່າ: ປ່າ, ໜອງ, ນາ, ພູ. ຄູອ່ານປະໂຫຍກໃນແຕ່ລະຮູບພາບ ດ້ວຍການເອົານິ້ວມືຊີ້ໃສ່ ຂ້າງຮູບພາບ. ຄູອ່ານຊ້າໆ. - ຄູອ່ານປະໂຫຍກອີກເທື່ອໜຶ່ງ ແລະ ໃຫ້ນັກຮຽນເອົານິ້ວມືຊີ້ໃສ່ຮູບ ພາບໄປພ້ອມຄູ. ຄູອ່ານປະໂຫຍກອີກ ແລະ ຊຸກຍູ້ໃຫ້ນັກຮຽນເວົ້າປະໂຫຍກລຶ້ມຄືນ ເທື່ອລະປະໂຫຍກ. ມ້າຍ່າງມາແຕ່ປ່າ, ເປັດຍ່າງມາແຕ່ໜອງນ້ໍາ, ປູໄຕ່ມາແຕ່ນາ, ກາບິນມາແຕ່ພູ. 3 ໔໕ SLP2 Edit 2024.indb 45 5/30/2024 2:31:05 PM
46 1 3. ຂັ້ ້ນຝຶຶກປະຕິິບັັດ ແລະ ນໍໍາໃຊ້້ (12 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຝຶກເວົ້າ - ກິດຈະກໍາຝຶກເວົ້າ ບົດທີ 1 ຂໍ້ທີ 4 ໃນປຶ້ມແບບຮຽນ. - ຄູແບ່ງນັກຮຽນອອກເປັນ 2 ກຸ່ມ ວິທີຊ່ວຍເຫຼືອນັກຮຽນກໍລະນີທີ່ປະຕິບັດບໍ່ໄດ້: - ຄູຊີ້ໃສ່ຮູບພາບພໍ່ ແລ້ວເວົ້າວ່າ: ພໍ່ມາແຕ່ໃສ? ຈາກນັ້ນໃຫ້ນັກຮຽນ ກຸ່ມທີ 1 ເວົ້າລຶ້ມຄືນ. - ຄູຊີ້ໃສ່ຮູບພາບນາ ແລ້ວເວົ້າວ່າ: ພໍ່ມາແຕ່ນາ. ຈາກນັ້ນ, ໃຫ້ນັກ ຮຽນກຸ່ມທີ 2 ເວົ້າລຶ້ມຄືນ. - ໃຫ້ຄູປະຕິບັດການສອນຮູບພາບຕໍ່ໆໄປຄືນກັນກັບຮູບພາບທີ 1 ແລະ ຮູບພາບທີ 2. - ຖ້າວ່າມີເວລາໃຫ້ນັກຮຽນປະຕິບັດກິດຈະກໍາເປັນຄູ່. - ນໍາໃຊ້ຕຸກກະຕາເຈ້ຍສາທິດໃຫ້ ນັກຮຽນເບິ່ງກ່ອນ. - ໃຫ້ຜູ້ຖາມເລືອກເອົາຜູ້ໃດກໍໄດ້ຈາກ ຮູບພາບ ແລະ ໃຫ້ຜູ້ຕອບເລືອກເອົາ ສະຖານທີ່ໃດກໍໄດ້ຈາກຮູບພາບ (ບໍ່ມີ ຄູ່ທີ່ຖືກ ຫຼື ຜິດ). • ສັງເກດການຮຽນຂອງນັກຮຽນແຕ່ລະຄົນໃນກິດຈະກໍານີ້. • ບັນທຶກຜົນຂອງການສັງເກດໃນເວລາສອນ ຫຼື ຫຼັງຊົ່ວໂມງສອນ. • ຂັ້ນຕອນການປະເມີນໃຫ້ປະຕິບັດຄືກັນກັບບົດແນະນໍາເບື້ອງຕົ້ນ. 4. ຂັ້ ້ ນສະຫຸຼຼບ (1 ນາທີີ) ຂັ້ນຕອນການສອນ ຂໍ້ມູນເພີ່ມເຕີມ ຄູສະຫຼຸບບົດຮຽນໃນຊົ່ວໂມງຜ່ານມາ: - ປະໂຫຍກກ່ຽວກັບການມາຂອງສັດ. - ຝຶກເວົ້າກ່ຽວກັບການໄປ ແລະ ການມາ. ຕົວຢ່າງ: ຄູເປິດປຶ້ມແບບຮຽນ ບົດທີ 1 ໃຫ້ນັກຮຽນເບິ່ງ ແລະ ຊີ້ໃສ່ຮູບພາບຕ່າງໆ ແລ້ວເວົ້າວ່າ: ບົດຮຽນນີ້ແມ່ນກ່ຽວກັບການ ມາ. - ຄໍາວ່າ: ມາ ເວົ້າແນວໃດໃນພາສາຂອງ ພວກນ້ອງ? - ພວກນ້ອງໄດ້ຟັງເລື່ອງກ່ຽວກກັບ ການມາໂຮງຮຽນ. ນີ້ແມ່ນທ້າວຄໍາ, ລາວມາໂຮງຮຽນ ແລ້ວພວກນ້ອງ ໄດ້ຟັງກ່ຽວກັບໂຕສັດ ມ້າມາແຕ່ປ່າ, ເປັດມາແຕ່ໜອງນໍ້າ, ປູມາແຕ່ນາ, ກາມາແຕ່ພູ. ພວກເຮົາຮຽນກ່ຽວກັບ ການມາເນາະ! ມື້ອື່ນ ພວກນ້ອງມາ ໂຮງຮຽນບໍ່? ມາເດີ! 4 ໔໖ SLP2 Edit 2024.indb 46 5/30/2024 2:31:05 PM