ສາລະບານ
ທ່ານ ວຽງສະຫວັດ ສີພັນດອນກຳມະການສູນກາງພັກ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງແຂວງ ຫລວງນ້ຳທາທ່ານນາງ ສົມວີໄລວົງ ສຸກຂະວົງ ພັນລະຍາ
ປະຫວັດສາດແຂວງຫຼວງນໍ້າທາ ເມື່ອຫຼາຍພັນປີກ່ອນທີ່ແຂວງຫຼວງນໍ້າທາທີ່ພວກເຮົາຮູ້ຈັກໃນປັດຈຸບັນ, ໄດ້ມີຊົນເຜົ່າ ອົສໂຕຼອາເຊຍຕິກ (Austro-Asiatique), ອົສໂຕຼອິນໂດຈີນ (Austro-Indochinois) ແລະ ຊົນເຜົ່າ ອົສໂຕຼ ອິນໂດເນຊຽນ (Austro-Indonesien) ອາໄສຢູ່ເຂດແຄວ້ນດິນແດນຫຼວງນໍ້າທາ ມາປະມານ 5,000 ກ່ວາປີ ກ່ອນ ຄສ; ໂດຍອີງຕາມຂໍ້ມູນອ້າງອີງອາຍຸຂອງວັດຖຸບູຮານ ລວມມີ: ຫີນຕັ້ງ, ຜາແຕ້ມ, ເຕົາຫຼອມໂລຫະ ຄົ້ນພົບຢູ່ເຂດເມືອງນາແລ; ພົບເຄື່ອງມີທີ່ເປັນຫີນ, ເຄື່ອງປັ້ນດິນເຜົາ ຢູ່ເຂດເມືອງສິງ, ເມືອງວຽງພູຄາ ແລະ ເມືອງນາແລ. ນອກຈາກນີ້ ກໍ່ຍັງມີ ຊົນເຜົ່າດັ່ງເດີມທີ່ເຄີຍອາໄສຢູ່ເຂດນີ້ເຊັ່ນກັນ ລວມມີຊົນເຜົ່າລ້ວາ (ລະວ້າ), ກຶມມຸ, ລະເມດ ແລະ ບັນດາເຜົ່າທີ່ໃຊ້ພາສາ ມອນ-ຂະແມ; ແຕ່ຍັງບໍ່ທັນມີການຈັດຕັ້ງປົກຄອງທີ່ເປັນລະບົບເທື່ອ, ມີພຽງແຕ່ການປົກຄອງຕາມຮີດຄອງຂອງແຕ່ລະຊົນເຜົ່າ. ໃນປີ ຄສ 1353 ເຊິ່ງເປັນໄລຍະທີ່ເຈົ້າຟ້າງຸ່ມ ກຳລັງດໍາເນີນການທ້ອນໂຮມອານາຈັກລ້ານຊ້າງ ໃຫ້ເປັນປຶກແຜ່ນອັນດຽວກັນ, ເພິ່ນໄດ້ນັບເອົາເມືອງບຸນເໜືອ, ບຸນໃຕ້, ເມືອງຫຼ້າ, ເມືອງສິງ ເປັນເມືອງປາຍດ່ານທີ່ຂຶ້ນກັບການປົກຄອງຂອງເມືອງຊ້າຍ (ປັດຈຸບັນແມ່ນເມືອງໄຊ ແຂວງອຸດົມໄຊ).ມາຮອດປີ ຄສ 1587 ກໍ່ໄດ້ມີກຸ່ມຊົນເຜົ່າ ລາວຍວນ ຈາກດອຍຕຸງ, ອານາຈັກຊຽງແສນ (ໂຍນົກ) ໄດ້ອົບພະຍົບໜີຕາຍ ຈາກສັກດີນາພະມ້າ ກໍ່ຄືກອງທັບຂອງພະເຈົ້າບູເຣັງນອງ, ເຂົ້າມາຕັ້ງຖິ່ນຖານຢູ່ທົ່ງພຽງຫຼວງນໍ້າທາ ບ່ອນທີ່ເປັນປາກນ້ຳສອງສາຍມາປ່ອງກັນ (ເຊິ່ງແມ່ນ ນໍ້າທຸງ ແລະ ນໍ້າທາ, ຢູ່ເຂດບ້ານວຽງໃຕ້ ໃນປັດຈຸບັນ). ປີ ຄສ 1626 ເຈົ້າ ສີສຸດໂທ ທຳມິກກະຣາດ ແຫ່ງອານາຈັດໂຍນົກ ຫຼື ຊຽງແສນ (ຕໍ່ມາເປັນອານາຈັກລ້ານນາ)ໄດ້ພາໄພ່ພົນເຂົ້າມາເພື່ອຕິດຕາມເບິ່ງເຜົ່າລາວຍວນທີ່ອົບພະຍົບມາກ່ອນແລ້ວ, ເມື່ອເຫັນເປັນເຂດທົ່ງພຽງທີ່ອຸດົມສົມບູນ ຈຶ່ງຢາກສ້າງເມືອງໃໝ່ຂຶ້ນ ຈາກນັ້ນຈຶ່ງໄດ້ປຶກສາຫາລືກັບພະຍາ ນາແລຕາໄຟ ຜູ້ປົກຄອງເມືອງຊ້າຍ ແຫ່ງອານາຈັກລ້ານຊ້າງ, ສ່ວນຣາຊະດອນທີ່ເຂົ້າມາຢູ່ ພັດແມ່ນລາວຍວນທີ່ມາຈາກອານາຈັກໂຍນົກ (ຊຽງແສນ) ຈຶ່ງໄດ້ຕົກລົງຮ່ວມກັນສ້າງເມືອງໃໝ່ຂຶ້ນເພື່ອເປັນສັນຍາລັກແຫ່ງສຳພັນທະໄມຕີ ໂດຍຕັ້ງຊື່ວ່າ: ເມືອງຫຼວງຫົວທາ ເພື່ອເປັນ ນິມິດ ພິພັດສັດຈະ ລະຫວ່າງພະຍາທັງສອງ ຈຶ່ງໄດ້ສ້າງພະທາດເຈດີທັງສອງໄວ້. ດວງໜຶ່ງ ແມ່ນພະຍາ ສີສຸດໂທ ທຳມິກກະຣາດ ສ້າງໄວ້ ຢູ່ທິດຕາເວັນຕົກຂອງທົ່ງພຽງ ໂດຍໃສ່ຊື່ວ່າ: ພະທາດ ພູກຸກ (ພູປຸກ) ອິນທະລັງກາຊະທານີ, ປັດຈຸບັນຊື່ ພະທາດປຸມປຸກ. ດວງທີສອງ ແມ່ນພະຍາ ນາແລຕາໄຟ ສ້າງໄວ້ ຢູ່ທາງທິດຕາເວັນອອກຂອງທົ່ງພຽງ ຊື່ວ່າ: ພະທາດ ພູຜາສາດ (ປັດຈຸບັນ ບໍ່ພົບເຫັນຮ່ອງຮອຍ); ພ້ອມກັນນັ້ນ ພະຍາທັງສອງກໍ່ໄດ້ແບ່ງຊີ້ປັນແດນ ລະຫວ່າງເມືອງຊ້າຍ ແລະ ເມືອງຫຼວງຫົວທາ ເຊິ່ງຖືເປັນເມືອງໜ້າດ່ານທັງສອງ.
ໃນປີ ຄສ 1620-1629 ເຈົ້າສີສຸດໂທໄດ້ແຕ່ງຕັ້ງໃຫ້ໝື່ນຫຼວງຫານສຸລິນ ຜູ້ທີ່ນຳພາໄພ່ພົນມາຕັ້ງຖິ່ນຖານຄັ້ງທຳອິດ ໃຫ້ເປັນພະຍາປົກຄອງເມືອງຫຼວງຫົວທາ. ຈາກນັ້ນ ກໍ່ໄດ້ແຕ່ງຕັ້ງບຸດຂອງຕົນປົກຄອງເມືອງຈົນຮອດ ຄສ 1736 ລວມມີ 6 ພະຍາ ຄື:1. ເຈົ້າຊ້າງເຜືອກ ຄສ 1629-1660 2. ເຈົ້າຮາກເມືອງ (ນ້ອງຊາຍເຈົ້າຊ້າງເຜືອກ) ຄສ 1662-1672 3. ເຈົ້ານາງຂັນຄຳ ແລະ ນາງສຸທຳມາ ຄສ 1702-1709 ໄລະຍະນີ້ ເມືອງຫຼວງຫົວທາ ໄດ້ຖືກໄພພິບັດນ້ຳຖ້ວມຢ່າງໜັງໜ່ວງ, ຍ້ອນຄວາມເປັນຫ່ວງໄພ່ພົນຣາຊະດອນ, ສອງເຈົ້ານາງໄດ້ໃຊ້ເຮືອໄປກອບກູ້ເອົາຣາຊະດອນ ແຕ່ຖືກກະແສນ້ຳພັດແຮງ ເຮັດໃຫ້ສອງເຈົ້ານາງສິ້ນພະຊົນ. ບ່າວໄພ່ໄຕເມືອງຈຶ່ງໄດ້ອັງເຊີນ ວິນຍານຂອງພະນາງທັງສອງຂຶ້ນເປັນ ຫໍມະເຫສັກຫຼັກເມືອງ.ຫຼັງຈາກນັ້ນ, ບ່າວໄພ່ໄຕເມືອງ ຈຶ່ງໄປອັງເຊີນເອົາເຈົ້າໝ່ອມຫຼວງ ທີ່ເປັນເຊື້ອສາຍຂອງເຈົ້າສີສຸດໂທ ຢູ່ເມືອງຊຽງຮຸ່ງ ມາປົກຄອງເມືອງຫຼວງຫົວທາ ນັບແຕ່ ປີ ຄສ 1720 ເປັນຕົ້ນມາ. ຈາກນັ້ນ ເຈົ້າໝ່ອມນ້ອຍ ຜູ້ເປັນຫຼານຂອງເຈົ້າໝ່ອມຫຼວງ (ລູກພີ່ອ້າຍ) ທີ່ກຳລັງຮຽນຢູ່ເມືອງຫໍ້ຮູ້ຂ່າວ ຈຶ່ງກັບມາສູ້ຮົບຊິງບັນລັງກັບຜູ້ເປັນອາວ, ຝ່າຍເຈົ້າໝ່ອມຫຼວງ ຈຶ່ງໄດ້ພາໄພ່ພົງວົງສາ ໜີໄປຕັ້ງຖິ່ນຖານຢູ່ເມືອງເງິນ ແລະ ເມືອງນ່ານ (ຈັງວັດນ່ານປະເທດໄທ) ໃນປີ ຄສ 1736. ສ່ວນເຈົ້າໝ່ອມນ້ອຍກໍ່ບໍ່ໄດ້ສືບຕໍ່ຄອງເມືອງ ມີແຕ່ປຸ້ນສະດົມເອົາເງິນຄໍາ ສົມບັດ, ຂຸດກົ່ນພະທາດເຈດີ, ຫໍໂຮງ, ເກັບທ້ອນເອົາວັດຖຸມີຄ່າທັງຫຼາຍ ແລ້ວກໍ່ກັບຄືນເມືອ ເມືອງຊຽງຮຸ່ງ. ເວລານັ້ນ ຝ່າຍອານາຈັກລາວລ້ານຊ້າງ ກໍ່ຊ່ວຍຫຍັງບໍ່ໄດ້ ຍ້ອນຖືກແຍກເປັນສາມອານານຈັກແລ້ວ, ວຽງຈັນເອງ ກໍ່ຮ້ອນຮົນຍ້ອນຖືກອານານຈັກສະຫຍາມເຜົາຜານ, ເມືອງຫຼວງຫົວທາກໍ່ຕົກເປັນເມືອງສ່ວຍຂອງຊຽງຮຸ່ງອີກໄລຍະໜຶ່ງ ແຕ່ກໍ່ບໍ່ມີການປົກຄອງ ແລະ ສ້າງສາຫຍັງເລີຍ. ເຜົ່າລາວຍວນກໍ່ໜີໄປເພິ່ງເມືອງນ່ານ ແລະ ເມືອງເງິນໝົດ ເຮັດໃຫ້ເມືອງຫຼວງຫົວທາ ກາຍເປັນເຂດເປົ່າຫວ່າງກັບເປັນປ່າດົງວົງກົດ. ຈາກນັ້ນ ກໍ່ມີຄົນເຜົ່າອື່ນເຂົ້າມາຢູ່ເຊັ່ນ: ເຜົ່າຢ້າວ, ແລນແຕນ, ກໍ່ (ອາຄາ), ສີດາ, ລາຫູ ທີ່ມາຈາກອານາຈັກງ້ຽວ ເມືອງຊຽງຕຸງ (ພະມ້າ) ແລະ ເມືອງຊຽງຮຸ່ງ ອາຈານຈັກ ສິບສອງປັນນາ.ສຳລັບເມືອງສິງ ໄດ້ມີເຈົ້ານາງເຂັມມາ ເຊິ່ງເປັນນາງໝ້າຍຂອງເຈົ້າສຸລິນທາ ເຈົ້າຟ້າເມືອງຊຽງແຂງ ພ້ອມດ້ວຍບຸດຊາຍຊື່ ເຈົ້າແສງສີ ພ້ອມດ້ວຍບ່າວໄພ່ຈຳນວນໜຶ່ງໄດ້ອົບພະຍົບໜີຈາກເມືອງຊຽງແຂງ ຍ້ອນມີຄວາມຂັດແຍ່ງຍາດຊິງອຳນາດກັນ ຈຶ່ງໄດ້ລ່ອງລົງຕາມນໍ້າຂອງ ແລ້ວມາສ້າງເມືອງຊຽງກົກ, ເມືອງລ້ອງ (ເມືອງລອງ), ເມືອງກາງ, ເມືອງນາງ (ເມືອງນັງ) ຕາມລຳດັບ, ຕໍ່ຈາກນັ້ນຈຶ່ງເຂົ້າມາສ້າງເມືອງສິງໃນ ປີ ຄສ 1792 ແລະ ໄດ້ສ້າງພະທາດຫຼວງຈຽງຕຶງໃນ ປີ ຄສ 1796. ຫຼາຍປີຕໍ່ມາ, ເມືອງສິງກໍ່ກາຍເປັນເມືອງຮ້າງ ຍ້ອນການຮຸກຮານ ມ້າງເພຂອງສະຫຍາມໃນຊ່ວງປີ ຄສ 1812-1867. ຈາກນັ້ນ ເຈົ້າຟ້າ ສິລິໜໍ່ຄຳ ແຫ່ງເມືອງຊຽງແຂງ ຈຶ່ງໄດ້ຍ້າຍມາສ້າງເມືອງສິງຄືນໃໝ່ ແລະ ເປັນກະສັດປົກຄອງເມືອງສິງ ໃນຖານະເປັນເຂດປົກຄອງໜຶ່ງຕ່າງຫາກ ບໍ່ຂຶ້ນກັບຝ່າຍໃດຢ່າງຈະແຈ້ງ (ພະມ້າ, ສະຫຍາມ, ສິບສອງປັນນາ, ແລະ ລ້ານຊ້າງ). ເຈົ້າຟ້າສິລິໜໍ່ຄຳ ສິ້ນພະຊົນພະຊົນໃນ ປີ ຄສ 1901, ນັບແຕ່ນັ້ນມາ ເມືອງສິງກໍ່ສືບຕໍ່ມີເຊື້ອເຈົ້າປົກຄອງຈົນສິ້ນສຸດສະໄໝລາວຢູ່ໃຕ້ອາລັກຂາຂອງຝຣັ່ງ.
ສ່ວນ ເມືອງວຽງພູຄາ ກໍ່ເລີ່ມມີເຈົ້າປົກຄອງມາແຕ່ ຄສ 1576 ຊື່ວ່າ ພະຍາ ມະຫາໂປດ ໄດ້ເຕົ້າໂຮມຊົນເຜົ່າຂະມຸ, ລື້, ພູນ້ອຍ ເພື່ອສ້າງບ້ານແປງເມືອງ, ສ້າງຄອງອ້ອມເມືອງ ເອີ້ນວ່າ ຄອງຈຽງ ຫຼື ຄອງວຽງ, ສ້າງວັດມາຫາໂປດ ແລະ ວັດອື່ນໆອີກຫຼາຍແຫ່ງ ແຕ່ຍ້ອນສະພາບບ້ານເມືອງບໍ່ປົກກະຕິ ຖືກສັກດິນາຕ່າງດ້າວມາຮຸກຮານຫຼາຍຄັ້ງ ຈຶ່ງເຮັດໃຫ້ ເມືອງວຽງພູຄາ ບໍ່ມີເຈົ້າປົກຄອງແບບຕໍ່ເນື່ອງກັນມາ. ມາຮອດ ປີ ຄສ 1891 ພະຍາຫຼວງກົມມະຈ້າງ ໄດ້ຮັບພະຣາຊາໂອງການ ຈາກເຈົ້າ ຫຼວງສຸວັນນະລັງສີ ແຫ່ງເມືອງ ກຸສາວະດີ (ປັດຈຸບັນແມ່ນ ເມືອງເງິນ ແຂວງໄຊຍະບູລີ) ໃຫ້ມາສ້າງເມືອງຫຼວງຫົວທາຄືນໃໝ່ ພ້ອມດ້ວຍທ້າວຂຸນທັງຫົກ ແລະ ບ່າວໄພ່ຣາຊະດອນ ຈຳນວນ 500 ຄົນ ເຊິ່ງໄດ້ພາກັນແຜ້ວຖາງ ສ້າງບ້ານແປງເມືອງໃໝ່ ແລະ ສ້າງ ວັດຫຼວງຂອນ ລັດຕະນະຣາມຂຶ້ນ ໃນແຕ່ ປີ ຄສ 1892 (ປັດຈຸບັນ ກໍ່ຍັງເອີ້ນວ່າ ວັດຫຼວງຂອນ) ເພື່ອເປັນທີ່ ສັກກາລະບູຊາ ແລະ ທີ່ເພິ່ງທາງໃຈຂອງຊາວເມືອງ. ເມື່ອພະຍາຫຼວງກົມມະຈ້າງເຖິງແກ່ຂະນິດຈະກຳ ໃນ ຄສ 1906, ເຈົ້າບຸດສະຣົດ ກໍ່ໄດ້ຂຶ້ນຄອງເມືອງແທນພໍ່. ແຕ່ເຫັນວ່າ ເມືອງຫຼວງວຽງເກົ່າ (ບ້ານວຽງໃຕ້ ປັດຈຸບັນ) ມີອານາບໍລິເວນບໍ່ກ້ວາງຂວາງ ທັງນ້ຳຖ້ວມທຸກປີ ຈຶ່ງຍ້າຍເມືອງມາຕັ້ງໃກ້ກັບທົ່ງສາມໝື່ນ ເປັນບ້ານວຽງເໜືອ (ບ່ອນເກົ່າສົ້ນເດີ່ນບິນປັດຈຸບັນ) ໃນ ປີ ຄສ 1909. ພໍລ່ວງຮອດ ປີ ຄສ 1911 ໄດ້ເຮັດພິທີສັບຊາຕາເມືອງ ແລະ ຕັ້ງຫຼັກຄຳ (ຫຼັກເມືອງ) ໄວ້ ພ້ອມໃສ່ນາມເມືອງໃໝວ່າ: “ ເມືອງຣັຕະນະຄອນແກ້ວຫຼວງນໍ້າທາ ອິນຕາສັງກະຣະສິຣິໄຊຍະນະຄອນ ຈັນທາ ” ແຕ່ຊາວເມືອງທັງຫຼາຍນິຍົມຮຽກແຕ່ “ ເມືອງຫຼວງນໍ້າທາ ” ມາຮອດປັດຈຸບັນ. ແຂວງຫຼວງນ້ໍາທາ ປີ 1919. Photo by: History of Laos
ສຳລັບຊົນເຜົ່າ ໄຕ໋ດຳ ໄດ້ເຂົ້າມາຮ່ວມໃນວົງຄະນະຍາດເຊື້ອຊາດລາວແຕ່ ປີ ຄສ 1835. ລາຊາ ເຈົ້າມັນທາຕຸລາດ ແຫ່ງອານາຈັກລ້ານຊ້າງ ຫຼວງພະບາງ ສ່ວນໜຶ່ງແລ້ວ, ຕົກມາ ຄສ 1894 ກອງປຸ້ນ ຫໍ້ທຸງດຳທຸງແດງ ໄດ້ເຂົ້າມາປຸ້ນ ອານາຈັກແຖງ (ແຖນ) ເຂດພູເຈົ້າເຊີນລາ, ລ້ອງແມ່ນ້ຳແດງ, ນ້ຳດຳ (ພາກເໜືອຫວຽດນາມ) ແລະ ບຸກເຂົ້າມາຮອດເມືອງລ້ານຊ້າງ ຫຼວງພະບາງ. ເຮັດໃຫ້ເຜົ່າໄຕ໋ດຳອີກສ່ວນໜຶ່ງ ອົບພະຍົບເຂົ້າມາອີກເຂດ ແຂວງຫົວພັນ ທັງຫ້າ ທັງຫົກ ແລ້ວຜ່ານເຂົ້າມາຮອດເມືອງຫຼວງຫົວທາ, ນຳພາໂດຍ ເພຍສຸວັນນະບົວຄຳ, ແສນກ້ອງ, ເພຍຄຳມີ ແລະ ທ້າວບົວ ມາຂໍເພິ່ງບາລະມີນຳພະຍາຫຼວງກົມມະຈ້າງ ໃນ ປີ ຄສ 1895 -ໃຫ້ເພຍສຸວັນນະບົວຄຳ ພາຍາດວົງພົງພັນ ໄປຕັ້ງບ້ານຢູ່ໃຕ້ ວັດວັງອົ້ມ (ບ້ານທົ່ງອົ້ມ ປັດຈຸບັນ). -ແສນກ້ອງ ພາຈຸ້ມເຈື້ອເສື້ອສາຍ ໄປຕັ້ງບ້ານຢູ່ທົ່ງກາງ (ບ້ານນ້ຳແງ້ນ ປັດຈຸບັນ)-ເພຍຄຳມີ ພາຈຸ້ມເຈື້ອເສື້ອສາຍ ໄປຕັ້ງບ້ານຢູ່ສົບຫ້ວຍປຸ່ງ (ບ້ານປຸ່ງ ປັດຈຸບັນ)-ທ້າວບົວ ພາພີ່ນ້ອງ ໄປຕັ້ງບ້ານຢູ່ສົບນ້ຳດີ (ບ້ານທົ່ງດີເກົ່າ)-ອີກພວກໜຶ່ງ ພາກັນໄປຕັ້ງບ້ານຢູ່ເຂດຫາດໄຂ້ (ໄຈ້) ເໜືອທົ່ງອົ້ມ (ບ້ານ ທົ່ງໄຈ້ໃຕ້ ປັດຈຸບັນ) ພາຍໃຕ້ການປົກຄອງຫົວເມືອງຂຶ້ນຝຣັ່ງ, ໃນ ປີ 1914 ສັກດີນາທ້ອງຖິ່ນ ບັນດາຫົວເມືອງ ໄດ້ຖືກບັງຄັບລົດອຳນາດລົງຕ່ຳກ່ວາຄົນຝຣັ່ງ ເຮັດໃຫ້ພະຍາປົກຄອງເມືອງທັງຫຼາຍບໍ່ພໍໃຈ ຈຶ່ງພາໃຫ້ເກີດມີຂະບວນການຕໍ່ສູ້ຕ້ານຝຣັ່ງ ຂອງເຈົ້າສິຣິໜໍ່ຄຳ ເມືອງສິງ ປີ 1901, ພະຍາຄຳລື້ ໃນ ປີ 1908, ເຈົ້າຟ້າອົງຄຳ ປີ 1913 ແລະ ມີຂະບວນການຕໍ່ສູ້ຢູ່ທ້ອງຖິ່ນອື່ນໆອີກ. ມາຮອດ ຄສ 1923 ຝຣັ່ງໄດ້ປັບລົດຖານະບັນດາເມືອງ ມາເປັນກອງຫຼວງນໍ້ທາ, ກອງວຽງພູຄາ, ກອງຕົ້ນເຜິ້ງ, ກອງນາແລ, ແລະ ດ່ານບໍ່ເຕ່ນ. ປີ ຄສ 1927 ພະຍາສົມເດັດ ພະເຈົ້າສີສະຫວ່າງວົງ ແລະ ອຳນາດການປົກຄອງຫົວເມືອງຂຶ້ນຝຣັ່ງ ໄດ້ແຕ່ງຕັ້ງນາຍກອງ ຢູ່ວຽງຈັນ, ຫຼວງພະບາງ ແລະ ຂຶ້ນມາແມ່ນ ນາຍກອງຫຼວງນໍ້າທາ ຕາມລຳດັບຄື: ນາຍກອງ ອຸປະຣາດຕື້, ນາຍກອງເຈົ້າໜານອິນປັນ, ນາຍກອງສະໝຽນປານ, ນາຍກອງຄຳໄພ, ນາຍກອງຜູ, ນາຍກອງ ຫອມສູນດາຣາ. ໃນໄລຍະສົງຄາມໂລກຄັ້ງທີ 2, ຢີ່ປຸ່ນໄດ້ຢຶດອຳນາດຈາກຝຣັ່ງຢູ່ອິນດູຈີນ; ແຕ່ເມື່ອສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ ດ້ວຍການປະລາໄຊຂອງຢີ່ປຸ່ນ ຝຣັ່ງຈຶ່ງຖືໂອກາດຟື້ນອຳນາດຄືນອີກ. ພາຍໃຕ້ການນຳພາຂອງພັກຄອມມູນິດອິນດູຈີນ ແລະ ຄະນະພັກແຄ້ວນລາວ ປະເທດລາວໄດ້ປະກາດເອກະລາດໃນວັນທີ 12 ຕຸລາ ປີ 1945 ແຕ່ຝຣັ່ງທີ່ເຄີຍຄຸມອຳນາດມາແລ້ວກໍ່ກັບຄືນມາມີອຳນາດຄືນໃໝ່. ໃນດ້ານການປົກຄອງ, ເດືອນ 7 ປີ 1945 ຝຣັ່ງໄດ້ສ້າງແຂວງຫົວຂອງເຊິ່ງປະກອບມີ 3 ເມືອງຄື: ເມືອງຫຼວງນໍ້າທາ, ເມືອງສິງ ແລະ ເມືອງຫ້ວຍຊາຍ ແລະ ມີ 4 ກອງຄື: ກອງວຽງພູຄາ, ກອງນາແລ, ກອງທ່າຟ້າ ແລະ ກອງເມືອງລອງ ແລະ ດ່ານປົກຄອງບໍ່ເຕ່ນ. ປະຫວັດການປ່ຽນແປງການປົກຄອງ ກ້າວເຂົ້າສູ່ຍຸກໃໝ່ຂອງແຂວງຫຼວງນໍ້າທາ
ຮອດເດືອນ 7 ປີ 1947 ເຈົ້າຊີວິດສີສະຫວ່າງວົງໄດ້ພະຣາຊະໂອງການ ຍົກກອງຫຼວງນໍ້າທາຂຶ້ນເປັນເມືອງທີ່ວ່າການແຂວງໂດຍໃສ່ຊື່ແຂວງວ່າ: ແຂວງຫົວຂອງ ໂດຍມີເຈົ້າແຂວງ ຜັດປ່ຽນກັນຈົນຮອດປີ 1962 ເຊິ່ງມີລາຍຊື່ດັ່ງນີ້: ປານສີສຸພັນທອງ, ຄຳແສນ, ວັນຕະນວນ, ເຈົ້າສົມສະໜິດ, ສະຫາຍ ພະຍາຄໍຣະຍົກ ສຸວັນນະວົງ, ສະຫາຍ ບໍວອນວັດທະນາ. ຕໍ່ມາ ພວກລ່າເມືອງຂຶ້ນຝຣັ່ງໄດ້ເປີດສາກ ຮຸກຮານລາວເປັນຄັ້ງທີ 2 ແຕ່ ເດືອນ 3 ປີ 1946, ດຳເນີນການກວດລ້າງກຳລັງການປະຕິວັດຂອງແນວລາວອິດສະຫຼະ, ກຳລັງຫຼັກແຫຼ່ງຂອງແນວລາວຈຳນວນໜຶ່ງກໍ່ອົບພະຍົບໄປຢູ່ປະເທດໄທ ອີກສ່ວນໜຶ່ງກໍ່ລີ້ຊ້ອນຢູ່ຕາມຊົນນະບົດ. ຈາກນັ້ນ ຄະນະພັກແຄ້ວນລາວຈຶ່ງໄດ້ເຕົ້າໂຮມກຳລັງຄືນໃໝ່ ໂດຍໄດ້ສ້າງຕັ້ງກຳລັງຕໍ່ຕ້ານເປັນ 5 ເຂດຄື: ເຂດ I ຫຼວງນໍ້າທາ, ເຂດ II ໄຊຍະບູລີ, ເຂດ III ຕາເວັນອອກ, ເຂດ IV ຕາເວັນຕົກ, ເຂດ V ພາກກາງ ແລະ ພາກໃຕ້.ສຳລັບເຂດ I ມີໜ້າຊີ້ນຳຂະບວນການຕໍ່ຕ້ານຝຣັ່ງຢູ່ແຂວງຫຼວງນໍ້າທາ ແລະ ແຂວງຜົ້ງສາລີ ໂດຍແມ່ນທ່ານ ມະຫາຄຳພັນ ວິລະຈິດ ຕົວແທນທະຫານລາວອິດສະຫຼະເປັນຫົວໜ້າ. ຮອດປີ 1948 ໄດ້ສ້າງຮາກຖານຂຶ້ນຢູ່ເຂດບ້ານເມືອງສະ, ເມືອງລອງ ເຊິ່ງມີອາສາສະມັກຫວຽດນາມຈຳນວນ 92 ສະຫາຍ ເດີນທາງຈາກປະເທດໄທ ຜ່ານ ພະມ້າເປັນກຳລັງຕົ້ນຕໍຂອງກອງກຳລັງຕໍ່ຕ້ານເຂດ I. ຫຼັງຈາກນັ້ນກໍ່ໄດ້ເຄື່ອນໄຫວຕໍ່ສູ້ ແລະ ປຸກລະດົມຂົນຂວາຍປະຊາຊົນ ແລະ ຂະຫຍາຍເຂດທີ່ໝັ້ນໄປຫຼາຍແຫ່ງທົ່ວແຂວງຫຼວງນ້ຳທາ. ໃນປີ 1949 ທ່ານ ຄຳແສງ ສີວິໄລ ເຊິ່ງເປັນສະມະຊິກພັກຄອມມູນິດອິນດູຈີນຂອງລາວຄົນທຳອີດ ທັງເປັນການນຳຂັ້ນສູງຂອງລັດຖະບານລາວຕໍ່ຕ້ານໄດ້ມາຊີ້ນຳຂະບວນການຕໍ່ຕ້ານຢູ່ເຂດ I. ຕົ້ນປີ 1950 ກໍມີການນຳຂອງເຂດ II ໂດຍການນຳພາຂອງ ທ່ານ ພູມີ ວົງວິຈິດ ມາສົມທົບຊີ້ນຳພ້ອມດ້ວຍຄະນະຄື: ທ່ານ ເປົ້າ ພົມມະຈັນ, ທ່ານ ອຸດຕະມະ, ທ່ານ ຕະລຸນ, ທ່ານ ມະຫາຄຳພັນວິລະຈິດ, ທ່ານ ມະຫາສົມບູນວົງ ໜໍ່ບຸນທຳ. ໃນເດືອນ 2 ປີ 1957 ຢູ່ຖານທີ່ໝັ້ນແຫ່ງໜຶ່ງເຂດຕາແສງ ບ້ານເຜິ້ງ ເມືອງນາແລ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກແຂວງຫຼວງນ້ຳທາ ແລະ ໄດ້ແຕ່ງຕັ້ງຄະນະພັກແຂວງຈຳນວນ 5 ສະຫາຍ ໂດຍແມ່ນສະຫາຍ ໜານອິນບຸນ ເປັນເລຂາພັກພ້ອມທັງວາງແນວທາງດຳເນີນການຕໍ່ສູ້ເພື່ອປົດປ່ອຍແຂວງຫຼວງນ້ຳທາ, ປຸກລະດົມຂົນຂວາຍປະຊາຊົນ ສ້າງຕັ້ງອຳນາດການປົກຄອງປະຕິວັດ ນັບແຕ່ທ້ອງຖິ່ນຮາກຖານຂຶ້ນມາໂດຍບໍ່ຂຶ້ນກັບແຂວງຫົວຂອງ ຂອງຝ່າຍຣາຊະອານາຈັກລາວທີ່ມີສຳນັກແຂວງຢູ່ເມືອງຫ້ວຍຊາຍ. ຮອດວັນທີ 6 ພຶດສະພາ 1962 ແຂວງຫຼວງນໍ້າທາໄດ້ຮັບການປົດປ່ອຍ ແລະ ສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນ, ສູນກາງໄດ້ແຕ່ງຕັ້ງ ທ່ານ ສົມສະໜິດຄຳໃບ ເປັນເລຂາ ພັກແຂວງ. ສ່ວນເມືອງຫ້ວຍຊາຍ, ເມືອງເມິງ ແລະ ເມືອງຕົ້ນເຜິ້ງ ຍັງຢູ່ໃນການປົກຄອງ ຂອງຝ່າຍ ຣາຊະອານາຈັກລາວ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຊາດຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975, ແຂວງຫຼວງນໍ້ທາໄດ້ລວມເອົາແຂວງຫົວຂອງ ປະກອບດ້ວຍ 8 ເມືອງຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ, ເມືອງນາແລ, ເມືອງເມິງ, ເມືອງຕົ້ນເຜິ້ງ, ແລະ ເມືອງຫ້ວຍຊາຍ. ມາຮອດເດືອນ ມິຖຸນາ 1983 ສູນກາງພັກໄດ້ຕົກລົງແຍກເປັນສອງແຂວງວຄື: ແຂວງຫຼວງນໍ້ທາ ແລະ ແຂວງບໍ່ແກ້ວ ມາເຖິງປັດຈຸບັນ.
ເມືອງຫຼວງຫົວທາໃນຍຸກປະຫວັດສາດ ເປັນເຂດເປົ່າຫວ່າງ, ບໍ່ມີຄົນອາໄສຢູ່ ແລະ ເຕັມໄປດ້ວຍປ່າດົງພົງໄພອັນຕືບໜາ, ຜີບໍ່ທ່ອງ ຄົນບໍ່ທ່ຽວໃນກາລະນັ້ນ ໃນທ້າຍສັດຕະວັດ ທີ XVI ແລະ ຫ່າງຈາກຣາຊະການພະເຈົ້າໄຊຍະເສດຖາທິລາດ 15 ປີ ຄືປີ ຈສ 949 ກົງກັບ ຄສ 1587 ໄດ້ມີກຸ່ມຊົນເຜົ່າໜຶ່ງໄດ້ຍົກຍ້າຍພ່າຍໜີຈາກຖິ່ນຖານດອຍຕຸງຊຽງແສນ ປັດຈຸບັນນີ້ຂຶ້ນກັບຈັງຫວັດຊຽງຣາຍ ປະເທດໄທ. ກຸ່ມຊົນດັ່ງກ່າວ ໄດ້ແກ່ເຜົ່າຍວນ ຊຶ່ງສືບເຊື້ອສາຍແທ້ໆມາຈາກຊົນເຜົ່າຂອງ ຫຼື ກຼອມ ແລະເຄີຍຕັ້ງເປັນອານາຈັກທີ່ເຂັ້ມແຂງມາແລ້ວຊື່ວ່າ ອານາຈັກໂຍນົກ ທີ່ເປັນອານາເຂດຂອງເມືອງຊຽງແສນ (ຢູ່ປະເທດໄທ ປັດຈຸບັນ) ສາຍເຫດທີ່ພາໃຫ້ເຂົາເຈົ້າອົບພະຍົບເຂົ້າມາຕັ້ງຖິ່ນຖານໃໝ່ຄັ້ງນີ້ ແມ່ນຍ້ອນພ່າຍໜີຈາກການຮູກຮານຂອງກອງທັບພະເຈົ້າບູ່ເລ່ງນ່ອງ ແຫ່ງນະຄອນຫົງສາວະດີ ເຂົ້າມາຮຸກຮານຂະຫຍາຍອານາເຂດເຂົ້າສູ່ບັນດາອານາຈັກແຖບລຸ່ມແມ່ນໍ້າຂອງ ແລະ ແມ່ນໍ້າເຈົ້າພະຍາ ອັນມິອານາຈັກງ້ຽວ (ລັດສານຂອງພະມ້າປັດຈຸບັນ), ອານາຈັກສະຫຍາມແຫ່ງກຸງສີອະຍຸທະຍາ, ອານາຈັກລ້ານນາ ແລະ ອານາຈັກລ້ານຊ້າງ. ເມື່ອເຂົາເຈົ້າ ເຂົ້າມາຕັ້ງຖິ່ນຖານຢູ່ດິນແດນລ້ານຊ້າງແລ້ວ, ຊາດລາວລ້ານຊ້າງເອີ້ນເຂົາເຈົ້າວ່າ ລາວໂຍນົກ ແລະ ປ່ຽນມາເອີ້ນວ່າ ລາວຍວນ ຈົນເຖິງປັດຈຸບັນ. ການອົບພະຍົບຂອງເຂົາເຈົ້າແມ່ນເຂົ້າມາຜ່ານທາງບ້ານຫ້ວຍຊາຍ (ແຂວງບໍ່ແກ້ວປັດຈຸບັນ) ເດີນທາງລັດປ່າດົງໄປຕາມຮ່ອມພູຮ່ອມຫ້ວຍ ໂດຍຜ່ານເມືອງຫຼວງພູຄາເກ່ົາ ເພື່ອຊອກຫາບ່ອນທໍາມາຫາກິນ ທີ່ເປັນເຂດປ່າດົງຕຶບໜາ ກະວ່າມີຄວາມປອດໄພ ເພື່ອລີ້ຊ້ອນສັດຕູ ແລ້ວຈຶ່ງມາພົບພໍ້ດິນແດນເປົ່າວ່າງ ບໍ່ມີຜູ້ຄົນອາໄສຢູ່ກ່ອນ ຈຶ່ງພັກເຊົາຕັ້ງຖິ່ນຖານຢູ່ ລະຫວ່າງແມ່ນໍ້າສອງສາຍໄຫຼມາຄົບກັນ ຄື: ແມ່ນໍ້າ ແລະ ແມ່ນໍ້າທຸງ ເຊິ່ງທີ່ນັ້ນເປັນທົ່ງພຽງອັນດຸດົມສົມບູນ ແລະໄດ້ກາຍມາເປັນແຫຼ່ງທໍາມາຫາກິນຂອງຊາວບ້ານວຽງໃຕ້ໃນປັດຈຸບັນ. ການອົບພະຍົບເຂົາເຈົ້າມານໍາກັນທັງໝົດ 27 ຄອບຄົວ ພາຍໃຕ້ການນໍາພາໂດຍ ແສນຫານ ສຸລີນ ຢູ່ມາໄດ້ 39 ປີ ຄືປີ ຈສ 988 ກົງກັບ ປີ ຄສ 1626 ຫຼື ປີ ພສ 2169 ເດືອນ 12 ຂຶ້ນ 8 ຄໍ່າ ປີຮວາຍຍີ່ ເຈົ້າສີສຸໂທທະນະທໍາມິກະລາດ ພະຍາຄອງເມືອງຊຽງແສນໄດ້ຍົກກອງທັບຂ້າມແມ່ນໍ້າຂອງ, ຜ່ານບ້ານຫ້ວຍຊາຍ, ຜ່ານເມືອງພູຄາຕາກາດ ເພື່ອໄຕ່ຕາມຫາໄພ່ເມືອງ ເມືອງມາຮອດເມືອງຫຼວງຫົວທາແລ້ວ ເຫັນວ່າເປັນເມືອງທີ່ອຸດົມສົມບູນ ແລ້ວຈຶ່ງໄດ້ຊອກຫາສາຍສໍາພັນບ້ານໃກ້ເຮືອນຄຽງ ຈຶ່ງໄດ້ຍົກເອົາລິພົນທະຫານ ຂຶ້ນໄປເຖິງເມືອງແຈ່, ເມືອງຈຽງຮຸ່ງ ເຂດສິບສອງປັນນາ (ສປ ຈີນ ໃນປັດຈຸບັນ) ເຈົ້າສີສຸໂທທະນະທະມິກະລາດໄດ້ປະທັບຢູ່ເມືອງຈຽງຮຸ່ງເປັນເວລາ 3 ປີ ແລ້ວໄດ້ອະພິເສດສົມລົດກັບທິດາຂອງເຈົ້າຟ້າຈຽງຮຸ່ງ ຊົງພະນາມວ່າ ນາງເຂັມມ ຊຶ່ງມີໂອລົດນໍາກັນ 1 ອົງ ຊົງພະນາມວ່າ ເຈົ້າໝ່ອມຫຼວງ.ປີເປີກສີ ຈສ 990 ກົງກັບ ຄສ 1628 ຫຼື ພສ 2171 ເຈົ້າສີສຸໂທທະນະທໍາມິກະລາດ ໄດ້ເອົາລິພົນທະຫານອອກຈາກເມືອງຈຽງຮຸ່ງ ລົງໄປທາງທິດຕາເວັນອອກສ່ຽງເໜືອຂອງເມືອງຫຼວງຫົວທາ ໄປເຖິງເມືອງຊ້າຍລ້ານຊ້າງຈັນທະບູລີ (ເມືອງໄຊ ແຂວງອຸດົມໄຊ ໃນປັດຈຸບັນ) ໃນເມື່ອກ່ອນ ແມ່ນຂຶ້ນກັບນະຄອນຊຽງດົງ, ຊຽງທອງ (ແຂວງຫຼວງພະບາງ ປັດຈຸບັນ) ທີ່ເປັນເຂດແຄວ້ນປາຍດ່ານຂອງອານາຈັກລ້ານຊ້າງ.ເມືອງຫຼວງຫົວທາໃນສະໄໝກ່ອນສູ່ ເມືອງຫຼວງນໍ້າທາໃນປັດຈຸບັນ
ດັ່ງພະຍາ ນາແລໄຟ ທີ່ປົກຄອງເມືອງຊ້າຍຢູ່ກ່ອນແລ້ວ ກໍ່ມີລິພົນທະຫານເໝືອນກັນ ຈຶ່ງໄດ້ປຶກສາຫາລືກັນ ໃນການທີ່ຈະສ້າງເມືອງໃໝ່ຂຶ້ນ (ເມືອງຫຼວງຫົວທາ) ຊຶ່ງດິນແດນທີ່ຈະສ້າງໃໝ່ນັ້ນພັດເປັນດິນແດນຂອງອານາຈັກລ້ານຊ້າງ ສ່ວນປະຊາກອນທີ່ອົບພະຍົບ ຍົກຍ້າຍມາພັດເປັນຄົນຂອງອານາຈັກລ້ານນາ, ດ້ວຍເຫດຜົນດັ່ງກ່າວ ເຈົ້າສີສຸໂທທະນະທໍາມິກະລາດ ແລະ ພະຍາ ນາແລຕາໄຟ ຈຶ່ງຕົກລົງກັນສ້າງເມືອງແຫ່ງສຳພັນທະໄມຕີຕໍ່ກັນ ເພື່ອເປັນສັນຍະລັກ ແລະ ນິມິດແຫ່ງພິທີສັດຈະ ລະຫວ່າງ ເຈົ້າສີສຸໂທທະນະທໍາມິກະລາດ ແລະ ພະຍາ ນາແລຕາໄຟ ທັງສອງຈຶ່ງໄດ້ຕົກລົງກັນສ້າງວັດຂຶ້ນ 2 ຫຼັງ ຄື: ວັດກໍນ້ອຍ ແລະ ວັດກໍໃຫຍ່ ໄວ້ເປັນທີ່ລະນຶກແຫ່ງສາຍສໍາພັນທະໄມຕີນໍາກັນ.ໂດຍໃຫ້ຂຸນເສນາອາມາດທັງສອງເມືອງ ຮັກສາຂອບເຂດຂັນທະສີມາຂອງເມືອງໃຜ ເມືອງມັນ, ເມືອງໃດມີຂ້າເສີກສັດຕູມາຮົບຮາວີ ຂ້າຟັນລັນແທງກໍ່ໃຫ້ຊ່ວຍກັນ ຂັບໄລ່ສັດຕູ ອອກຈາກຂອບເຂດຂັນທະສີມາຂອງເມືອງທັງສອງ, ແລ້ວໄດ້ຕົກລົງສັນຍາກັນ ແບ່ງປັນເຂດນໍ້າແດນດິນທີ່ຕິດກັນໄປຕາມສັນພູ ແລະ ຮ່ວມຫ້ວຍ ຈົນສໍາເລັດສີ້ນທຸກປະການ. ມາເຖິງເດືອນຫົກອອກໃໝ່ 13 ຄ່ຳ ປີເປີກສີ ຈສ 990 ກົງກັບ ຄສ 1628 ຫຼື ພສ 2171 ໃນປີດຽວກັນນີ້ ພະຍາ ນາແລຕາໄຟ ທີ່ປົກຄອງເມືອງຊ້າຍຈັນທະບູລີ ແລະ ເຈົ້າສີສຸໂທທະນະທໍາມິການລາດ ທີ່ປົກຄອງເມືອງຊຽງແສນ ໄດ້ຕົກລົງນໍາກັນເອົາລິພົນທະຫານທັງສອງ ມາເມືອງຫຼວງຫົວທາ ເພື່ອມາສ້າງພະທາດ 2 ດວງອີກຄື: ພະທາດດວງທີ 1 ສ້າງໄວ້ທິງພູທາງທິດຕາເວັນຕົກສ່ຽງເໜືອຂອງເມືອງຫຼວງຫົວທາ ສ້າງໂດຍເຈົ້າສີສຸໂທທະນະທຳມິກະລາດ ໃຫ້ຊື່ວ່າ ພະທາດ ພູກຸກ ຫຼື ພະບາດ ພູປຸກ ພາຍລຸນມາເອີ້ນວ່າພະທາດ ປຸມປຸກອິນທະລັງກາຣາຊະທານີ ມາເຖິງທຸກວັນນີ້. ພະທາດດວງທີ 2 ສ້າງໄວ້ທິດຕາເວັນອອກສ່ຽງເໜືອ ຢູ່ເທິງພູຜາສາດ ໄກຈາກບ້ານນໍ້າທຸງປະມານ 2 ກິໂລແມັດ ສ້າງໂດຍພະຍາ ນາແລຕາໄຟ ພະທາດດວງນີ້ຖືກເພພັງໄປໝົດແລ້ວ ຈົນບໍ່ເຫັນຮ່ອງຮອຍ. ເດືອນ 6 ແຮມ 13 ຄ່ຳ ຈສ 991 ກົງກັບ ຄສ 1629 ຫຼື ພສ 2172 ເຈົ້າສີສຸໂທທະນະທໍາມິກະລາດ ໄດ້ກັບຄືນໄປເມືອງຊຽງແສນ ແລ້ວແຕ່ງຕັ້ງມອບໃຫ້ ແສນຫານສຸລີນ ເປັນຜູ້ປົກຄອງເມືອງຫຼວງຫົວທາ, ໃນເດືອນ 6 ອອກໃໝ່ 4 ຄ່ຳ ໃນປີດຽວກັນ ເຈົ້າສີສຸໂທຫະນະທໍາມິກະລາດໄດ້ເລື່ອນນາມມະນົດ ແສນຫານສຸລີນ ໃຫ້ເປັນ ພະຍາຫຼວງຫານສຸລີນ ເປັນຜູ້ປົກຄອງເມືອງຫຼວງຫົວທາສືບຕໍ່ໄປ, ສ້າງຕັ້ງເມືອງຫຼວງຫົວທາເປັນເມືອງຫຼວງແລ້ວ, ຍັງສ້າງຕັ້ງອີກ 2 ເມືອງໃຫ້ມາຂຶ້ນກັບ ຄື: ເມືອງກາງທາ (ຂອບເຂດເມືອງນາແລໃນປັດຈຸບັນ) ແລະ ເມືອງໜຶ່ງທີ່ແຄມປາກທາຕົກໃສ່ນໍ້າຂອງ (ເມືອງປາກທາ ປັດຈຸບັນ). ທັງ 3 ເມືອງນີ້ ຢູ່ພາຍໃຕ້ປາລະມີ ຂອງພະຍາຫຼວງຫານສຸລີນ ແລະ ຈັດເປັນເມືອງປາຍແດນ ຂອງອານາຈັກລ້ານຊ້າງ.ການປົກຄອງເມືອງຫຼວງຫົວທາ ຂອງພະຍາຫຼວງຫານສຸລີນ ມີບຸດ 7 ພະອົງ ພະຍາຫຼວງສຸລີນ ປົກຄອງເມືອງຫຼວງຫົວທາ ແຕ່ປີ ຈສ 990 ກົງກັບ ປີ ຄສ 1628 ເຖິງ ປີ ຈສ 999 ກົງກັບ ປີ ຄສ 1637 ກໍ່ໄດ້ເຖິງອະນິດຈະກໍາໄປ, ແລ້ວພະຍາເຈົ້າຊ້າງເຜືອກຜູ້ເປັນລູກຊາຍກໍ່ໄດ້ຂຶ້ນປົກຄອງເມືອງຫຼວງຫົວທາ, ພະຍາເຈົ້າຊ້າງເຜືອກ ມີອ້າຍນ້ອງນໍາກັນ 7 ພະອົງ ຄື: ເຈົ້າຊ້າງເຜືອກ, ເຈົ້າຮາກເມືອງ, ເຈົ້າຄໍາພູ, ເຈົ້າຄໍາຟອງ, ເຈົ້າຄຳຫຼ້າ, ເຈົ້ານາງຂັນຄຳ ແລະ ເຈົ້ານາງສຸທໍາມາ.
ພະຍາເຈົ້າຊ້າງເຜືອກ ປົກຄອງເມືອງຫຼວງຫົວທາ ແຕ່ປີ ຈສ 999 ກົງກັບ ປີ ຄສ 1637 ເຖິງປີ ຈສ 1030 ກົງກັບ ປີ ຄສ 1668 ກໍ່ໄດ້ເຖິງແກ່ພິລາໄລ (ປົກຄອງນານເຖິງ 31 ປີ) ຈາກນັ້ນພະຍາຫຼວງເຈົ້າຮາກເມືອງ ກໍ່ໄດ້ຄອງລາດແທນ ແຕ່ປີ ຈສ 1030 ກົງກັບ ປີ ຄສ 1668 ຈົນເຖິງປີ ຈສ 1042 ກົງກັບ ປີ ຄສ 1680 (ປົກຄອງນານເຖິງ 12 ປີ) ເມື່ອອ້າຍນ້ອງທັງ 5 ພະອົງໄດ້ເຖິງແກ່ອະນິດຈະກໍາໄປໝົດແລ້ວ, ເຈົ້ານາງຂັນຄໍາ ແລະ ເຈົ້ານາງສຸທໍາມາ ກໍ່ໄດ້ຂຶ້ນປົກຄອງເມືອງຫຼວງຫົວທາ ຕັ້ງແຕ່ປີ ຈສ 1064 ກົງກັບ ປີ ຄສ 1702 ເຖິງປີ ຈສ 1076 ກົງກັບ ປີ ຄສ 1714 ໄດ້ເກີດມີອຸທົກກະໄພນໍ້າຖ້ວມເມືອງຫຼວງຫົວທາ ພາໃຫ້ ບ່າວໄພ່ ລາສະດອນ ໄດ້ຮັບໄພພິບັດຢ່າງໃຫຍ່ຫຼວງ ເພາະມີເຄືອເຂົາກາດອອກມາຕັນແມ່ນໍ້າທາ ເຈົ້ານາງທັງສອງ ຈຶ່ງໄດ້ຮຽກເອົາຂຸນເສນາອາມາດ ແລະ ບ່າວໄພ້ລາສະດອນ ມາຮັບກະແສຄໍາສັ່ງແຫ່ງເຈົ້ານາງທັງສອງ ດັ່ງນີ້:“ເນື່ອງຈາກວ່າບ່າວໄພ່ລາສະດອນ ໄດ້ຮັບໄພພິບັດຈາກນໍ້າຖ້ວມທຸກໆປີ ເຈົ້ານາງທັງສອງຈະໄດ້ຂີ່ອອກໄປຕັດເຄືອເຂົາກາດດັ່ງກ່າວໃຫ້ຂາດ ນໍ້າຈະບໍ່ຖ້ວມເມືອງ, ບ່າວໄພ່ລາສະດອນຈະພົ້ນຈາກໄພພິບັດ, ຖ້າຫາກວ່າ ເຈົ້ານາງທັງສອງບໍ່ມີບຸນ ຫາກເສຍຊີວິດໄປ ໃຫ້ຂຸນເສນາອາມາດພ້ອມດ້ວຍບ່າວໄພ່ລາສະດອນ ຈົ່ງປະຕິບັດ ດັ່ງນີ້: ແຕ່ລະປີ ເມືອງເຖິງເດືອນ 8 ອອກໃໝ່ ແມ່ນ ວັນເສັດໃຫ້ເອົາງົວແມ່ລູກອ່ອນ 1 ໂຕ ໄປຖວາຍໃຫ້ແກ່ດວງວິນຍານຂອງເຮົາເຈົ້ານາງທັງສອງ, ການປຸງແຕ່ງອາຫານໃຫ້ເຮັດຄືກັບຕອນຍັງມີຊີວິດຢູ່.ຕໍ່ຈາກນັ້ນ ເຈົ້ານາງທັງສອງກໍ່ໄດ້ຂີ່ເຮືອ ລໍາດຽວກັນເຂົ້າໄປຕັດເຄືອເຂົາກາດແລ້ວນໍ້າກໍ່ທະລຸສຸໄຫຼຢ່າງແຮງທີ່ສຸດ ຈົນເຮັດໃຫ້ເຮືອເຈົ້ານາງທັງສອງຫຼົ້ມຈົ່ມລົງກັບກະແສນໍ້າ ເຈົ້ານາງທັງສອງໄດ້ສິ້ນພະຊົນຢ່າງກະທັນຫັນ. ເພື່ອລະນຶກເປັນກຽດຕິຄຸນໃຫ້ແກ່ເຈົ້ານາງທັງສອງ ເສນາອາມາດ ແລະ ບ່າວໄພ່ລາສະດອນ ຈຶ່ງໄດ້ອັງເຊີນດວງວິນຍານ ຂອງ ເຈົ້ານາງທັງສອງຂຶ້ນເປັນ ມະເຫສັກຫຼັກເມືອງແຕ່ນັ້ນເປັນຕົ້ນມາ.ຊົນເຜົ່າ ສີດາ
ເມື່ອ ເຈົ້ານາງທັງສອງໄດ້ສິ້ນພະຊົນແລ້ວ ເມືອງຫຼວງຫົວທາກໍ່ຂາດຜູ້ປົກຄອງເປັນເວລາ 3 ປີ, ຂຸນເສນາອາມາດ ບ່າວໄພ່ລາສະດອນ ຈຶ່ງໄດ້ອັງເຊີນເອົາ ເຈົ້າໝ່ອມຫຼວງ ທີ່ເປັນລູກຊາຍຂອງ ເຈົ້າສີສຸໂທທະນະທໍາມິກະລາດ ຢູ່ເມືອງຈຽງຮຸ່ງ ເຂດສິບສອງປັນນາ (ສປ ຈີນ ປັດຈຸບັນ) ມາປົກຄອງເມືອງຫຼວງຫົວທາ ໃນປີ ຈສ 1079 ກົງກັບ ປີ ຄສ 1717 ບ້ານເມືອງກໍ່ມີຄວາມສະຫງົບຕະຫຼອດມາ. ຕົກມາໄລຍະໜຶ່ງ ເຈົ້າໝ່ອມນ້ອຍ ຜູ້ເປັນຫຼານຊາຍ (ລູກພີ່ອ້າຍແມ່) ທີ່ໄປຮຽນຈົບກັບມາແຕ່ເມືອງຫໍ້ ໄດ້ຂ່າວວ່າຜູ້ເປັນອາວໄດ້ເປັນເຈົ້າຄອງເມືອງຫຼວງຫົວທາ ກໍ່ຄິດຢາກຊີງຄອງເມືອງກັບອາວ. ການກໍ່ສົງຄາມໃນຄັ້ງນີ້ ເຈົ້າໝ່ອມຫຼວງໄດ້ຕັ້ງທັບຢູ່ທາງທິດຕາເວັນຕົກຂອງແມ່ນໍ້າທາ ເຊິ່ງໜ້າກັບບ້ານວຽງໃຕ້ໃນປັດຈຸບັນ, ເຈົ້າໝ່ອມນ້ອຍ ຕັ້ງທັບຢູ່ທາງດ້ານຕາເວັນອອກຂອງແມ່ນໍ້າທາ ໂດຍເອົາສາຍແມ່ນໍ້າທາເປັນເຂດກັ່ນການປະເຊີນໜ້າກັນ ທັງສອງ ອາວ ກັບ ຫຼານ ໄດ້ນອງພົ້ນປະຫັດປະຫານຫຼາຍຄັ້ງ ໄດ້ເຮັດໃຫ້ພົນທະຫານລົ້ມຕາຍເປັນຈໍານວນຫຼວງຫຼາຍ ກໍາລັງເຈົ້າໝ່ອມຫຼວງໄດ້ຮັກສາເມືອງໄວ້ຢ່າງໜຽວແໜ້ນ ແຕ່ທາງເຈົ້າໝ່ອມນ້ອຍກໍ່ບໍ່ຍອມຖອຍໃນທີ່ສຸດ ເຈົ້າໝ່ອມຫຼວງມີກໍາລັງຍັງເຫຼືອໜ້ອຍ, ເພື່ອຮັກສາກໍາລັງ ແລະ ບໍ່ໃຫ້ບ່າວໄພ່ລາສະດອນເດືອດຮ້ອນ ພະອົງຈຶ່ງໄດ້ປຶກສາຫາລືນໍາ ບ່າວໄພ່ລາດສະດອນ ແລະຈຶ່ງພ້ອມກັນອົບພະຍົບໜີປະເມືອງຫຼວງຫົວທາ ລົງໄປເພິ່ງເມືອງໜານ ໃນປີ ຈສ 1095 ກົງກັບ 1733. ກອງທັບເຈົ້າໝ່ອມນ້ອຍ ຈຶ່ງເຂົ້າເມືອງໄປປຸ້ນສະດົມເອົາຊັບສົມບັດ, ຂຸດກົ່ນເອົາຊັບສີນທີ່ມີຄ່າພາຍໃນເມືອງໄປໝົດ ແລະ ເລີກທັບກັບຄືນເມືອງຈຽງຮຸ່ງ ແລ້ວປະເມືອງຫຼວງຫົວທາໃຫ້ເປັນເມືອງຮ້າງ ໃນເວລານັ້ນ ຝ່າຍອານາຈັກລ້ານຊ້າງ ກໍ່ຊ່ວຍຫຍັງບໍ່ໄດ້ ຍ້ອນວ່າ ໄດ້ແຍກອອກເປັນ 3 ອານາຈັກ ແລະ ອານາວຽງຈັນ ກໍ່ຖືກພວກສະຫຍາມເຂົ້າມາຮຸກຮານາເຜົາຜານ. ການອົບພະຍົບໜີປະເມືອງຫຼວງຫົວທາໄປເພິ່ງເມືອງໜານ ແລະ ພັກຢູ່ທີ່ນັ້ນເປັນເວລາ 3 ປີ ຈຶ່ງຂໍອະນຸຍາດນໍາເຈົ້າຊີວິດເມືອງໜານ ໄປສ້າງຕັ້ງເມືອງໃໝ່ ເອີ້ນວ່າເມືອງເງີນໃຕ້ ກຸສາວະດີ (ແຂວງໄຊຍະບູລີ ປັດຈຸບັນ) ໄລຍະເມືອງຫຼວງຫົວທາ ກາຍເປັນເມືອງຮ້າງ ດັ່ງນັ້ນ ຈຶ່ງມີຄົນເຜົ່າອື່ນເຂົ້າມາອາໄສຢູ່ເຊັ່ນ: ເຜົ່າຢ້າວ, ເຜົ່າແລນແຕນ, ເຜົ່າອາຂ່າ (ເຜົ່າກໍ່) ແລະ ເຜົ່າສີດາ ຊຶ່ງຍົກຍ້ານມາຈາກອາຈັກງ້ຽວ ເມືອງຊຽງຈຸງ ແລະ ເມືອງຈຽງຮຸ່ງ ອານາຈັກສິບສອງປັນນາ.ການປົກຄອງເມືອງຫຼວງຫົວທາ ເຈົ້າໝ່ອມຫຼວງເຈົ້າຟ້າເມືອງສິງ ກຽມຂື້ນມ້າ ປີ1908Photo by: History of Laos
ບຸນບັ້ງໄຟ ແຂວງຫຼວງນ້ໍາທາ ປີ1908- ເຈົ້າໝ່ອມຫຼວງ ສ້າງເມືອງເງີນໃຕ້ ແຕ່ປີ ຈສ 1098 ກົງກັບ ປີ ຄສ 1736 ມາຮອດ ປີ ຈສ 1113 ກົງກັບ ປີ ຄສ 1751 ເຈົ້າໝ່ອມຫຼວງ ກໍ່ໄດ້ເຖິງອະນິດຈະກໍາໄປ ລວມປີລາຊະການທັງຢູ່ເມືອງຫຼວງ ຫົວທາ ແລະ ເມືອງເງິນ ໄຕ້ກຸສາວະດີ ໄດ້ 31 ປີ. - ເຈົ້າໝ່ອມກອງ ຂຶ້ນປົກຄອງແທນ ເຈົ້າໝ່ອມຫຼວງ ແຕ່ປີ ຈສ 1113 ກົງກັບ ປີ ຄສ 1751 ຈົນເຖິງ ປີ ຈສ 1135 ກົງກັບປີ 1773 ກໍ່ເຖິງແກ່ພິລາໄລ ລວມປີຄອງລາຊະການ ໄດ້ 22 ປີ. - ເຈົ້າໝ່ອມອາດຍາມະຫາວົງ ກໍ່ໄດ້ຂຶ້ນຄອງລາດແທນ ຈົນເຖິງ ປີ ຈສ 1165 ກົງກັບ ປີ ຄສ 1803 ກໍ່ໄດ້ເຖິງແກ່ພິລາໄລໄປ ລວມປີຄອງລາຊະການ ໄດ້ 30 ປີ. - ເຈົ້າອາດຍາມະຫານາມ ກໍ່ໄດ້ຂຶ້ນຄອງລາດແທນ ຈົນເຖິງ ປີ ຈສ 1197 ກົງກັບ ປີ ຄສ 1835 ກໍ່ໄດ້ ເຖິງແກ່ພິລາໄລ ລວມປີຄອງລາດໄດ້ 32 ປີ. - ເຈົ້າອາດຍານ້ອຍ ກໍ່ໄດ້ຂຶ້ນຄອງລາດແທນ ຈົນເຖິງ ປີ ຈສ 1213 ກົງກັບ ປີ ຄສ 1851 ກໍ່ໄດ້ ເຖິງແກ່ພິລາໄລໄປ ລວມປີຄອງລາດໄດ້ 16 ປີ. - ເຈົ້າໝ່ອມເທບ ກໍ່ໄດ້ຂຶ້ນຄອງລາດແທນ ຈົນເຖິງ ປີ ຈສ 1215 ກົງກັບ ປີ ຄສ 1853 ກໍ່ໄດ້ ເຖິງແກ່ພິລາໄລໄປ ລວມປີຄອງລາດໄດ້ 2 ປີ. - ເຈົ້າໝ່ອມເຕດ ກໍ່ໄດ້ຂຶ້ນຄອງລາດແທນ ຈົນເຖິງ ປີ ຈສ 1233 ກົງກັບ ປີ ຄສ 1871 ກໍ່ໄດ້ ເຖິງແກ່ພິລາໄລໄປ ລວມປີຄອງລາດໄດ້ 18 ປີ. - ເຈົ້າໝ່ອມລັງກາ ກໍ່ໄດ້ຂຶ້ນຄອງລາດແທນ ຈົນເຖິງ ປີ ຈສ 1945 ກົງກັບ ປີ ຄສ 1883 ກໍ່ໄດ້ ເຖິງແກ່ພິລາໄລໄປ ລວມປີຄອງລາດໄດ້ 12 ປີ. - ເຈົ້າໝ່ອມພະຍາຊ້າຍພົມມີນ ຈະຂຶ້ນປົກຄອງລາດແທນ ແຕ່ອອກຈາກເມືອງເງີນໃຕ້ ກຸສາວະດີ ເພື່ອ ໄປ ຂໍການແຕ່ງຕັ້ງຈາກເຈົ້າຊີວິດເມືອງໜານ ພໍໄປຮອດບ້ານຕາແຟກ ພະອົງເລີຍເຖິງແກ່ພິລາໄລ ໄປ. ຈາກນັ້ນ ຂຸນເສນາອາມາດ ບ່າວໄພ່ໄທເມືອງຈຶ່ງໄດ້ອັງເຊີນເອົາ ເຈົ້າສຸວັນ ມາປົກຄອງເມືອງ ເງີນໃຕ້ ກຸສາວະດີ, ແຕ່ເຈົ້າຊ້າຍ, ເຈົ້າຂວາ ແລະ ບ່າວໄພ່ ບໍ່ເພີ່ງພໍໃຈ ຈຶ່ງໄດ້ພາກັນໄປອັງເຊີນ ເຈົ້າຫຼວງສິດທິສານ ຢູ່ເມືອງໜານ ມາປົກຄອງເມືອງເງີນໃຕ້ ກຸສາວະດີ. ຮອດປີ ຈສ 1253 ກົງກັບ ປີ ຄສ 1891 ເຈົ້າຊີວິດເມືອງໜານຈຶ່ງໄດ້ແຕ່ຕັ້ງ ເຈົ້າຫຼວງສິດທິສານ, ເຈົ້າຫຼວງກົມມະຈ້າງ ສຸວັນນະລັງສີ ສີຣິວາທະລາຊະພູທອນອຸດອນພູບານ ພ້ອມດ້ວຍຂຸນເສນາບ່າວໄພ່ລາສະດອນຂຶ້ນມາສ້າງເມືອງຫຼວງຫົວທາຄືນໃໝ່ ແລະ ມອບໃຫ້ ເຈົ້າຫຼວງຂາລາຍ ເປັນຜູ້ປົກຄອງເມືອງເງີນໃຕ້ ກຸສາວະດີສືບຕໍ່ໄປ. ການຍົກຍ້າຍເມືອງຫວງຫົວທາໄປສ້າງເມືອງເງິນໃຕ້ ກຸສາວະດີPhoto by: History of Laos
ຈາກເມືອງກຸສາວະດີ ກັບຄືນມາສ້າງເມືອງຫລວງຫົວທາຄືນໃໝ່ພາຍຫຼັງປະເປັນເມືອງຮ້າງໄດ້ 158 ປີ ມາຮອດປີ ຈສ 1253 ກົງກັບ ປີ ຄສ 1891 ປີຮ້ວງເໝົ້າ ເຈົ້າຫຼວງກົມມະຈ້າງ ກໍ່ໄດ້ພາຂຸນເສນາອາມາດ ບ່າວໄພ່ໄທເມືອງ ຈໍານວນໜຶ່ງອອກຈາກເມືອງ ກຸສາວະດີ ມາເຖິງເມືອງຫຼວງຫົວທາ ໄດ້ມາພັກເຊົາຢູ່ແຄມນໍ້າແງ້ນ (ຂົວນໍ້າແງ້ນປັດຈຸບັນ) ເພື່ອແຜ່ວຖາງບ່ອນຈະຕັ້ງເມືອງ, ເມື່ອສໍາເລັດແລ້ວ ເຈົ້າກົມມະຈ້າງ ກໍ່ໄດ້ກັບຄືນເມືອເມືອງ ກຸສາວະດີ ເພື່ອເຕົ້າໂຮມຊັກຊວນເອົາ ເຈົ້າຂຸນ ທັງບ່າວໄພ່ລາສະດອນ ຈໍານວນ 500 ຄົນ ແລະ ຂຸນເສນາອາມາດ ຕິດຕາມອາລັກຂາ ຈໍານວນ 16 ຄົນ, ເຈົ້າຊີວິດ ເມືອງໜານ ຈຶ່ງໄດ້ຈັດເອົາສະກັນສົ່ງຫາບ ບ້ານຕໍ່ບ້ານຈົນຮອດບ້ານພ້າວກຸດຊຽງຂອງ ແລ້ວເຜົ່າລື້ຈໍານວນໜຶ່ງຕິດຕາມມານໍາອີກ ແລ້ວຂ້າມຂອງ ຜ່ານບ້ານຫ້ວຍຊາຍ, ຜ່ານເມືອງຫຼວງພູຄາ ມາຮອດເມືອງຫຼວງຫົວທາ ໃນປີ ຈສ 1253 ກົງກັບ ປີ 1892 ຈາກນັ້ນ ຈຶ່ງພ້ອມພາກັນສ້າງເມືອງລວງຫົວທາຄືນໃໝ່, ສ້າງອາລາມວັດຫຼວງຂອນ (ປັດຈຸບັນ) ເຊິ່ງມີສາທຸ ພໍ່ເຈົ້າ ຈັນຕະ ເປັນອະທິການວັດ ມີສາມະເນານ 2 ຕົນ ຄື: ສາມາເນນ ຈັນຍາ, ສາມາເນນ ນັນຕະ ພ້ອມດ້ວຍມັກຄະທາຍົກ 2 ທ່ານ ເພື່ອອຸປະຖາກເບິ່ງແຍງ ພາຍໃນວັດ. ມາຮອດປີ ຈສ 1256 ກົງກັບ ປີ ຄສ 1894 ປີກາບສະຫງ້າ ເດືອນ 11 ແຮທ 12 ຄ່ຳ ວັນພຸດ ຈຶ່ງມີຜູ້ຕາງໜ້າ ກະສັດ 3 ປະເທດ ຄື: ປະເທດຝຣັ່ງ 1 ທ່ານ, ປະເທດອັງກິດ 1 ທ່ານ, ປະເທດໄທ 1 ທ່ານ ຊື່ວ່າ ທ່ານ ພະພົມສຸລີນ ໄດ້ມາຕົກລົງກັນມອບດິນແດນເມືອງຫຼວງຫົວທາ ທັງໝົດຂຶ້ນກັບອານາຈັກຫຼວງພະບາງ ພາຍໃຕ້ການອາລັກຂາຂອງຝຣັ່ງເສດ, ນັບເອົາຝັ່ງຊ້າຍຂອງນໍ້າຂອງຄື: ຕັ້ງແຕ່ປາກທາຈົນຮອດຊາຍແດນຫໍ້ ເມືອງຈຽງຮຸ່ງ ສິບສອງປັນນາ. ທາງຝຣັ່ງເສດ ຈຶ່ງໄດ້ມອບທຸງຊາດຂອງປະເທດຝຣັ່ງເສດໃຫ້ ເຈົ້າກົມມະຈ້າງ ໄວ້ເປັນສັນຍະລັກ, ມາເຖິງປີ ຈສ 1257 ກົງກັບ ປີ ຄສ 1895 ເດືອນ 11 ແຮມ 8 ຄ່ຳ ທ່ານ ມາລອນ ນາຍທະຫານຝຣັ່ງເສດ ມາຕັ້ງຄ້າຍຢູ່ບ້ານຫຼວງຂອນ (ບ້ານຂອນ ປັດຈຸບັນ) ແລະໄດ້ຕົກລົງແບ່ງປັນກັນໄປຕັ້ງບ້ານຢູ່ຄືດັ່ງນີ້: - ທ່ານ ແສນປ້ານເມືອງ ໄຕລື້ ມາຈາກບ້ານພ້າວກຸດຊຽງຂອງ ໃຫ້ນໍາພາ ຍາດວົງພົງພັນ ໄປ ຕັ້ງບ້ານຢູ່ເຂດຫົວນໍ້າທຸງ ແລະ ໃສ່ຊື່ບ້ານນໍ້າທຸງ ຈົນເຖິງປັດຈຸບັນ. - ເຈົ້າ ກວານສຸລີນ ເຜົ່າລວນຢວນ ໃຫ້ນໍາພາ ຍາດວົງພົງພັນໄປຕັ້ງບ້ານຢູ່ໃກ້ສົບນໍ້າຮ່ອງ ບອນ ແລະ ໃສ່ ຊື່ວ່າ ບ້ານບອນ ປັດຈຸບັນກາຍເປັນບ້ານຮ້າງແລ້ວ. - ເຈົ້າ ຫຼວງກົມມະຈ້າງ ພ້ອມດ້ວຍເສນາອາມາດ ລາຊະວົງ ເຊື້ອສາຍ ຈາຍນ້ອຍ ແລະ ຍາດວົງພົງພັນ ຈໍານວນໜຶ່ງມາຕັ້ງບ້ານຢູ່ບ້ານວຽງເກົ່າ ແລ້ວກາຍເປັນບ້ານວຽງໃຕ້ໃນ ປັດຈຸບັນ. - ທ່ານ ແສນມັງຄະນະວຸດທິ ເຊື້ອສາຍ ບ້ານຫຼວງຂອຍ ໃຫ້ມາຕັ້ງບ້ານເຮືອນຢູ່ນໍາກັນອ້ອມ ອາລາມວັດຫຼວງຂອນ ປັດຈຸບັນກາຍເປັນບ້ານຫຼວງ, ບ້ານຂອນ. - ທ່ານ ແສນຍົດ ມາຈາກເມືອງເລີຍ ໃຫ້ນໍາພາຍາດວົງພົງພັນ ໄປຕັ້ງບ້ານຢູ່ ບ້ານພຽງງາມ ເຂົາເຈົ້າຖືຜີຈ້າງພູມອນ.
ເມື່ອສ້າງເມືອງໃໝ່ໄດ້ 3 ປີ ຄືປີ ຈສ 1254 ກົງກັບ ປີ ຄສ 1892 ມາເຖິງປີ ຈສ 1256 ກົງກັບ ປີ ຄສ 1894 ກອງປຸ້ນຫໍ້ທຸງດໍາ, ທຸງແດງ, ທຸງເຫຼືອງ ມາຈາກເຂດເມືອງຍຸນນານ ຍົກພົນທະຫານເຂົ້າມາປຸ້ນສະດົມອານາຈັກແຖງ ເຂດພູມົກເຈົ້າ, ເຊີນລາ ເຮັດໃຫ້ເຜົ່າໄຕດໍາຈໍານວນໜຶ່ງ ອົບພະຍົບເຂົ້າເມືອງຫຼວງຫົວທາ ໃນເດືອນ 3 ຂຶ້ນ 13 ຄ່ຳ ວັນອັງຄານປີ ຈສ 1257 ກົງກັບ ປີ ຄສ 1895 ໄດ້ມີ ຂຸນເຜົ່າໄຕດໍາ ມາເພີ່ງປາລະມີນໍາເຈົ້າຫຼວງກົມມະຈ້າງ ນໍາພາໂດຍ ທ່ານ ເພຍສຸວັນ ນະບົວຄໍາ, ທ່ານ ແສນປ້ອງ, ທ່ານ ເພຍຄໍາມີ ແລະ ທ້າວບົວ ໄດ້ຮ້ອງຂໍເປັນໄພ່ບ້ານ ໄພ່ເມືອງ ນໍາເຈົ້າຫຼວງກົມມະຈ້າງ ໂດຍຂໍຂັນອາສາເອົາວຽກບ້ານ ການເມືອງ ສັບພະສິ່ງທຸກຢ່າງ ຕາມຮີດບ້ານ ຄອງເມືອງ ແລ້ວ ເຈົ້າຫຼວງກົມມະຈ້າງ ກໍ່ຮັບເອົາແລ້ວໃຫ້ແຍກຍ້າຍໄປຕັ້ງບ້ານຢູ່ດັ່ງນີ້: - ທ່ານ ເພຍ ສຸວັນນະບົວຄໍາ ນໍາພາຈຸ້ມເຈື້ອເຊື້ອສາຍ ໄປຕັ້ງບ້ານຢູ່ວັງອົ້ມ ໃສ່ຊື່ວ່າ ບ້ານທົ່ງອົ້ມ.- ທ່ານ ແສງປ້ອງ ນໍາພາຈຸ້ມເຈື້ອເຊື້ອສາຍ ໄປຕັ້ງບ້ານຢູ່ຫົວນໍ້າແງ້ນ ແລະ ໃສ່ຊື່ ບ້ານທົ່ງກາງ ຕໍ່ມາໃສ່ຊື່ບ້ານມາເປັນບ້ານນໍ້າແງ້ນ. - ທ່ານ ເພຍຄຳມີ ນໍາພາຈຸ້ມເຈື້ອເຊື້ອສາຍ ໄປຕັ້ງບ້ານຢູ່ສົບປຸ່ງ ຕໍ່ມາໃສ່ຊື່ບ້ານເປັນບ້ານປຸ່ງ. - ທ່ານ ທ້າວບົວ ນໍາພາຈຸ້ມເຈື້ອເຊື້ອສາຍ ໄປຕັ້ງບ້ານຢູ່ສົບນໍ້າດີ ຕໍ່ມາໃສ່ຊື່ເປັນບ້ານທົ່ງດີ ແລະ ອີກຈໍານວນໜຶ່ງໄປຕັ້ງບ້ານຢູ່ແຄມຫາດໄຄ້ ແລະ ໃສ່ຊື່ບ້ານທົ່ງໃຈ້ ເຖິງປັດຈຸບັນ.ມາຮອດ ປີ ຈສ 1262 ກົງກັບ ປີ ຄສ 1900 ທາງອໍານາດການປົກຄອງຫົວເມືອງທີ່ຂຶ້ນກັບຝຣັ່ງເສດໄດ້ສ້າງຕັ້ງທີ່ວ່າການປົກຄອງດິນລາວພາກເໜືອ ຂຶ້ນທີ່ເມືອງສິງ ແລະສ້າງຕັ້ງດ່ານທະຫານ ທີ 5 ຂຶ້ນທີ່ເມືອງຜົ້ງສາລີ. ມາຮອດ ປີ ຈສ 1268 ກົງກັບ ປີ ຄສ 1906 ເຈົ້າຫຼວງກົມມະຈ້າງ ໄດ້ແກ່ອະນິດຈະກໍາໄປ. ເຈົ້ານາຍຂຸນເສນາຈຶ່ງໄດ້ອັງເຊີນເອົາ ເຈົ້າບຸດສະລົດ ຊຶ່ງເປັນລູກຊາຍຂອງເຈົ້າຫຼວງກົມມະຈ້າງ ຂຶ້ນປົກຄອງເມືອງຫຼວງຫົວທາ ແລະ ແຖມນາມມະຍົດວ່າ ເຈົ້າຫຼວງບຸດສະລົດທິລາຊະມາລາ, ເມື່ອຂຶ້ນຄອງເມືອງແລ້ວ ເຫັນວ່າບ້ານວຽງເກົ່າ (ບ້ານວຽງໃຕ້) ອານາເຂດບໍລິເວນບໍ່ກວ້າງຂວາງ, ນໍ້າກໍ່ມັກຖ້ວມທຸກປີ ຈຶ່ງນໍາພາໄພ່ພົນ ຍ້າຍມາຕັ້ງຢູ່ບ້ານວຽງໃໝ່ຂຶ້ນ ແລ້ວໃສ່ຊື່ບ້ານວຽງເໜືອ ຈົນເຖິງປັດຈຸບັນ. ແລ້ວລົງນາມໃສ່ຊື່ເມືອງໃໝ່ວ່າ ເມືອງ ລັດຕະນະຄອນແກ້ວຫຼວງນໍ້າທາອິນຕະລັງກະລະສີລະໄຊຍະມະນະຈັນທາ, ແຕ່ຊາວເມືອງນິຍົມຮຽກກັນສັ້ນໆວ່າ ເມືອງຫຼວງນໍ້າທາ ຈົນເຖິງປັດຈຸບັນ. ຮອດປີ ຈສ 1280 ກົງກັບ ປີ ຄສ 1918 ເຈົ້າຫຼວງບຸດສະລົດໄດ້ເຖິງແກ່ອະນິດຈະກໍາໄປ ເຈົ້າຂຸນມຸນນາຍ ພ້ອມດ້ວຍບ່າວໄພໄທເມືອງ ຈຶ່ງອັງເຊີນເອົາ ເຈົ້າຫຼວງພະພົມມະວົງສາ ຜູ້ເປັນລູກຊາຍຂຶ້ນປົກຄອງເມືອງຫຼວງນໍ້າທາ. ນັບແຕ່ເມືອງຫຼວງນໍ້າທາ ໄດ້ຕົກເມືອງຂຶ້ນຂອງຝຣັ່ງເສດ ນັບແຕ່ປີ ຈສ 1256 ກົງກັບ ປີ ຄສ 1894 ຈົນເຖິງ ປີ ຈສ 1276 ກົງກັບ ປີ ຄສ 1914 ອໍານາດການປົກຄອງແຕ່ລະຫົວເມືອງ ທີ່ຂຶ້ນກັບຝຣັ່ງເສດ ໄດ້ພະຍາຍາມຫຼຸດອໍານາດການປົກຄອງລົງຕ່ຳກວ່າຄົນຝຣັ່ງ ຈຶ່ງພາໃຫ້ເກີດມີການຮຸກຮືຂຶ້ນ ຂອງເຈົ້າຟ້າເມືອງສິງຢ່າງອົງອາດກ້າຫານ ເພື່ອກອບກູ້ເອົາເອກະລາດ, ອີດສະຫຼະພາບແຫ່ງຊາດ ອອກຈາກເງື່ອນມືຂອງຝຣັ່ງເສດ, ເມື່ອເກີດສະພາບຫຼໍ່ແຫຼມຂຶ້ນແນວນັ້ນ ທາງອໍານາດການປົກຄອງແຕ່ລະຫົວເມືອງ ກໍ່ບັງຄັບໃຫ້ເຈົ້ານາຍທ້ອງຖິ່ນເມືອງຫຼວງນໍ້າທາ ຕ້ອງຫຼຸດຖານະເປັນເຈົ້າຕົນເອງ ບໍ່ໃຫ້ປົກຄອງບ້ານເມືອງຕໍ່ໄປອີກ ແລະ ຂັ້ນເມືອງໃຫ້ຫຼຸດລົງເປັນພຽງ ກອງໜຶ່ງ ເທົ່ານັ້ນ. ການປົກຄອງຕາມຖານະເຈົ້າຫຼວງກໍ່ໄດ້ສິ້ນສຸດລົງ ດ້ວຍການລາອອກຂອງ ເຈົ້າຫຼວງພະພົມມະວົງສາ ນັບແຕ່ ປີ ຈສ 1285 ກົງກັບ ປີ ຄສ 1923 ເປັນຕົ້ນມາ.
ທ່ານ ເດເລເກຼ ຄົນຝຣັ່ງເສດ ໄດ້ແຕ່ງຕັ້ງ ທ້າວ ບຸນມາ ຕາແສງ ຫຼວງຂອນ ເປັນຄົນສະນິດກັບຝຣັ່ງເສດ ໃຫ້ເປັນນາຍກອງ ແລະ ແຕ່ງຕັ້ງຂ້າລາຊະການໃໝ່ຂຶ້ນ ຄື: ທ່ານໜ່ອຍບ້ານປຸ່ງ ຂຶ້ນເປັນລາຊະວົງ, ທ່ານ ໜານລ້າ, ທ່ານ ໜານກາ ຢູ່ບ້ານຫຼວງຂອນ ເປັນຜູ້ຊ່ວຍວຽກ. ທ່ານ ນາຍກອງບຸນມາຂຶ້ນຮັບໜ້າທີ່ແຕ່ປີ ຈສ 1285 ກົງກັບ ປີ ຄສ 1923 ຈົນເຖິງ ປີ ຈສ 1289 ກົງກັບ ປີ ຄສ 1927 ກໍ່ໄດ້ສິ້ນສຸດລົງ ດ້ວຍຄະຣຸໂທດຂ້າຄົນໃນປີດຽວກັນ.ຕໍ່ມາ, ເຈົ້າສີສະຫວ່າງວົງ ກະສັດແຫ່ງອານາຈັກລ້ານຊ້າງຫຼວງພະບາງ ພ້ອມດ້ວຍອໍານາດການປົກຄອງແຕ່ລະຫົວເມືອງຂຶ້ນກັບຝຣັ່ງ ຈຶ່ງໄດ້ແຕ່ງຕັ້ງເຈົ້ານາຍ ຂັ້ນນາຍກອງ ຈາກຫຼວງພະບາງ ແລະ ວຽງຈັນ ສັບປ່ຽນກັນຂຶ້ນມາເປັນ ນາຍກອງ ຄື: ນາຍກອງອຸປະລາດຕິ, ນາຍກອງ ໜານອີນປັນ, ນາຍກອງ ສະມຽນປານ, ນາຍກອງ ຄຳໄພ, ນາຍກອງ ພູ ແລະ ນາຍກອງ ພອນ.ໃນໄລຍະການປົກຄອງ ຂອງບັນການາຍກອງ ຮອດປີ ຈສ 1307 ກົງກັບ ປີ ຄສ 1945 ສົງຄາມໂລກຄັ້ງທີ 2 ໄດ້ລະເບີດຂຶ້ນ ເຮຫເໃກ້ຝ່າຍພັນທະມິດ ແລະ ຝຣັ່ງເສດ ເສຍໄຊ, ຍີ່ປຸ່ນ ກໍ່ບຸກເຂົ້າພາກພື້ນປາຊີຟີກ ອາຊີອາຄະເນ ແລະ ແຫຼມອິນດູຈີນ ຝຣັ່ງເສດກໍ່ຈັ່ງຕົວໍ່ໄດ້ ພາຍຫຼັງສົງຄາມໂລກຄັ້ງທີ 2 ໄດ້ສີ້ນສຸດລົງ ຝຣັ່ງເສດໄດ້ກັບຄືນມາມີອໍານາດຢູ່ແຫຼມອີນດູຈີນອີກ (ລາວ, ຫວຽດນາມ ແລະ ກໍາປູເຈຍ).ໃນວັນທີ 8 ກໍລະກົດ ປີ ຈສ 1309 ກົງກັບ ປີ ຄສ 1945 ຝຣັ່ງເສດ ແລະ ເຈົ້າສີສະຫວ່າງວົງ ໄດ້ຍົກກອງຫຼວງນໍ້າທາ ຂຶ້ນເປັນເມືອງຫຼວງນໍ້າທາ ແລະ ສ້າງຕັ້ງທີ່ວ່າການ ແຂວງຫົວຂອງ ມີອານາເຂດໄປເຖິງ ກອງພູຄາ, ກອງນາແລ, ກອງເມືອງສິງ ແລະ ດ່ານປົກຄອງບໍ່ເຕັ່ນ.- ເມືອງຫຼວງນໍ້າທາ ທີ່ວ່າການ ແຂວງຫົວຂອງ ຕົກຢູ່ໃນຍຸກການປົກຄອງຂອງພະລາຊະ ອານາຈັກລາວ ຈົນຮອດວັນທີ 6 ເດືອນ ພຶດສະພາ ປີ ຄສ 1962 ໄດ້ຮັບການປົດປ່ອຍ ຂອງແນວລາວຮັກຊາດ ແລ້ວປ່ຽນເປັນ ແຂວງຫຼວງນໍ້າ ຈົນເຖິງປັດຈຸບັນ ທຸກວັນນີ້. - ນັບແຕ່ແຂວງຫຼວງນໍ້າທາ ໄດ້ຮັບການປົດປ່ອຍເປັນຕົ້ນມາ ກົມການເມືອງສູນກາງພັກ ຫຼື ສູນກາງແນວລາວຮັກຊາດ ໄດ້ຊີ້ນໍາ ນໍາພາຄະນະພັກແຂວງຫຼວງນໍ້າທາ, ເວົ້າສະເພາະ ເມືອງຫຼວງນໍ້າທາ ນໍາພາປະຊາຊົນບັນດາເຜົ່າ ໃນ 8 ຕາແສງ ຄື: ຕາແສງ ຫຼວງຂອນ, ຕາແສງ ທົ່ງອົ້ມ, ຕາແສງ ບ້ານປຸ່ງ, ຕາແສງ ນໍ້າທຸງ, ຕາແສງ ສົມບູນ, ຕາແສງ ນໍ້າ ແດງ, ຕາແສງ ນາເຕີຍແລະ ຕາແສງ ບໍ່ເຕັ່ນ (ປ່ຽນມາເປັນ ຕາແສງ ຫົວນໍ້າທຸງ) ລວມ ມີ 70 ກວ່າບ້ານ ໃຫ້ຫຼຸດພົ້ນອອກຈາກລະບອບການປົກຄອງທີ່ຖືກກົດຂີ່ຂູດຮີ່, ປະຊາຊົນ ບໍ່ໄດ້ຮັບສິດສະເໝີພາບ, ບໍ່ໄດ້ເປັນເຈົ້າຂອງປະເທດຜ່ານມາເກືອບຮ້ອຍປີ ເພື່ອພ້ອມກັນ ຟື້ນຟູຊີວິດການເປັນຢູ່, ປົກປັກຮັກສາ ແລະ ສ້າງເຂດປົດປ່ອຍໃຫ້ ມີຄວາມສະຫງົບສຸກ ໝັ້ນຄົງຕະຫຼອດໄປ. - ມາຮອດປີ ຄສ 1964 ຈັກກະພັດອາເມລິກາ ແລະ ປະຕິການຝ່າຍວຽງຈັນໄດ້ສົ່ງ ພວກ ກອງປຸ່ນເຂົ້າມາກໍ່ຄວາມວຸ້ນວາຍ, ຫຼອດລວງປະຊາຊົນບັນດາເຜົ່າ ຈົນເຖິງການໃຊ້ອາວຸດ ສະກັດລັດຕີກັນ ແລະ ມາຮອດເວລາ 11 ໂມງຂອງ ວັນທີ 9 ຕຸລາ 1965 ຈັກກະພັດ ອາເມລິກາ ແລະ ປະຕິການຝ່າຍວຽງຈັນ ໄດ້ກໍ່ສົງຄາມຂຶ້ນ ທັງໃຊ້ຍົນ ເຕ 28 ມາຍິງທໍາ ລາຍ ແລະ ຖິ້ມລະເບີດ ນາບຂູ່ເຂັນຂ້າປະຊາຊົນບັນດາເຜົ່າທົ່ງພຽງ ເມືອງຫຼວງນໍ້າທາ ຢ່າງຮ້າຍກາດທີ່ສຸດ, ເຮັດໃຫ້ປະຊາຊົນຜູ້ບໍ່ມີໂທດກໍາຫຍັງລົ້ມຕາຍເປັນຈໍານວນຫຼວງຫຼາຍ, ພວກເຂົາປາບປາມ ນາບຂູ່ ແນໃສ່ເຮັດປະຊາຊົນຢ້ານກົວ ແລ່ນໂຕນໜີໄປຢູ່ເຂດຄວບຄຸມ ຂອງພວກເຂົາ.
- ວັນທີ 27 ທັນວາ ປີ 1967 ທ່ານ ພັນເອກ ຄໍາຜາຍ ວິໄລພັນ ເປັນທີ່ປຶກສາຂອງ ອາເມລິກາ ບັນຊາຢູ່ເຂດນໍ້າຍູ້ ເມືອງຫ້ວຍຊາຍ ພວກເຂົາໄດ້ໃຊ້ກໍາລັງພິເສດ ທະຫານ ຮັບຈ້າງຂອງອາເມລິກາ (ທະຫານອາເຊ) ຈໍານວນ 2 ກອງພັນ ຄື: ກອງພັນ 105 ບັນຊາໂດຍ ທ່ານ ຮ້ອຍເອກ ກວາຍ ມີຈໍານວນພົນ 380 ຄົນ ຊຶ່ງເປັນເຜົ່າລາວເທິງແລະ ກອງພັນພິເສດປະສົມຫຼາຍເຜົ່າ ບັນຊາໂດຍທ່ານ ຮ້ອຍເອກ ນາ ມີຈໍານວນພົນ 380 ຄົນ ເຂົ້າບຸດໂຈມຕີທົ່ງພຽງ ເມືອງຫຼວງນໍ້າທາ, ບັງຄັບກວາດລ້າງເອົາປະຊາຊົນ ອົບພະຍົບໄປ ທັງເວັນ, ທັງຄືນ ໄປຢູ່ເຂດຄວບຄຸມຂອງພວກເຂົາ, ປະຊາຊົນຈໍາຕ້ອງປະເຮືອນຊານບ້ານ ຊ່ອງ, ສັດລ້ຽງ, ເຂົ້ານາທີ່ເກັບກ່ຽວ ເຕັມທົ່ງນາ ດ້ວຍຄວາມລະທົມຂົມຂື່ນທີ່ສຸດ, ຜູ້ເຖົ້າ, ເດັກນ້ອຍ, ແມ່ລູກອ່ອນ, ແມ່ມານ ຫຼາຍຄົນກໍ່ເກີດລູກກາງທາງ, ຄອບຄົວຜົວເມຍ, ພໍ່ແມ່, ລູກເຕົ້າກໍ່ພັດພາກຈາກກັນ ແລະ ຕາຍຈາກກັນກໍ່ມີ. ມາຮອດວັນທີ 21 ກຸມພາ 1973 ຝ່າຍກໍາລັງຮັກຊາດ ແລະ ຝ່າຍວຽງຈັນ ໄດ້ເຊັນສັນຍາຢຸດຍິງທົ່ວປະເທດ ແລະ ປະກາດໃຫ້ສອງກຳລັງຢຸດຮົບ ເພື່ອປະຕິບັດແນວທາງປອງດອງຊາດ ເທື່ອທີ 3 ແລ້ວຈັດສົ່ງອົບພະຍົບກັບຄືນບ້ານເດີມ. ມາຮອດເດືອນ ກຸມພາ 1974 ປະຊາຊົນເມືອງຫຼວງນໍ້າທາທີ່ຖືກສັດຕູກວາດລ້າງໄປໃນ ວັນທີ 27/12/1967 ເປັນເວລາ 7 ປີ ຈຶ່ງໄດ້ກັບຄືນສູ່ຖິ່ນຖານບ້ານເກີດຂອງຕົນ. ຫຼວງນໍ້າທາໃນທຸກວັນນີ້ ເຖິງຈະບໍ່ແມ່ນເມືອງໃຫຍ່ ບໍ່ຮີບຮ້ອນ ແລະ ບໍ່ເຕັມໄປດ້ວຍຕຶກສູງ ຫຼື ແສງສີ ແຕ່ຄວາມງາມຂອງຫຼວງນໍ້າທາ ເຕັມໄປດ້ວຍຄວາມຮຽບງ່າຍ ລຶກຊຶ້ງ ແລະ ໜ້າຫຼົງໄຫຼ ໃນແບບທີ່ຫາຈາກໃສບໍ່ໄດ້. ຫຼວງນໍ້າທາໃນປັດຈຸບັນ ເລີ່ມເປີດຮັບນັກທ່ອງທ່ຽວຫຼາຍຂຶ້ນ ແຕ່ວ່າຍັງຄົງຮັກສາສະເໜ່, ຄວາມສະຫງົບ ແລະ ຄວາມຍືນຍົງໄວ້ໄດ້ຢ່າງດີ. ມີທີ່ພັກ Homestay ທີ່ອ້າແຂນຕ້ອນຮັບນັກທ່ອງທ່ຽວສະເໝີ ເສັ້ນທາງເດີນປ່າທີ່ເຊື່ອມໂຍງກັບໝູ່ບ້າຊົນເຜົ່າ ກິດຈະກໍາທ່ອງທ່ຽວທາງທຳມະຊາດ ທີ່ໃຫ້ຄວາມຮູ້ ແລະ ປະສົບການຈິງ. ຖ້າຫາກທ່ານໄດ້ມີໂອກາດມາຢ້ຽມຢາມຈັກເທື່ອໜຶ່ງ ທ່ານຈະເຂົ້າໃຈເອງວ່າ ຄວາມງົດງາມທີ່ແທ້ຈິງ ບໍ່ຈໍາເປັນຕ້ອງໃຫຍ່ໂຕ ຂໍແຕ່ຢູ່ບ່ອນທີ່ຫົວໃຈເຮົາຮູ້ສຶກວ່າ “ພຽງພໍ” ແລະມົນສະເໜ່ຂອງຫຼວງນໍ້າທາ ໃນປັດຈຸບັນ ທີ່ຂ້າພະເຈົ້າ ຈະແບ່ງປັນກັບທ່ານຕໍ່ໄປນີ້ ຈະຊ່ວຍໃຫ້ທ່ານຮັບຮູ້ເຖິງຄວາມງົດງາມຂອງຫຼວງນໍ້າທາ ຍິ່ງຂຶ້ນ. ມົນສະເໜ່ຫຼວງນໍ້າທາ ໃນປັດຈຸບັນ
ເມືອງຫຼວງນໍ້າທາ ເປັນປະຕູສູ່ພາກເໜືອຂອງປະເທດລາວ, ຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງ ສປປລາວ, ຄອບຄຸມພື້ນທີ່ 9.325 km2 ເຊິ່ງ 85% ຂອງພື້ນທີ່ເປັນພູຜາ ມີຄວາມສູງໂດຍສະເລ່ຍ 800-2000 ແມັດ, ມີຊື່ສຽງດ້ານການຍ່າງປ່າ ແລະ ການປະຈົນໄພກາງແຈ້ງ ແນວໃດກໍ່ຕາມ ຍັງມີສະຖານທີ່ທ່ອງທ່ຽວອີກຫຼາຍແຫ່ງ ທີ່ສ້າງຄວາມເພີດເພີນໃຫ້ແກ່ນັກທ່ອງທ່ຽວ ຍ້ອນເສັ້ນທາງຫຼວງຂອງຫຼວງນໍ້າທາ ຜ່ານສະຖານທີ່ທ່ອງທ່ຽວຫຼາຍແຫ່ງ.ສະພາບອາກາດກໍ່ເຊັ່ນດຽວກັບພາກອື່ນໆຂອງປະເທດ ລະດູຝົນນັບແຕ່ເດືອນພຶດສະພາ ຫາ ເດືອນ ກັນຍາ. ອາກາດເຢັນ ແລະ ແຫ້ງແລ້ງຕັ້ງແຕ່ເດືອນຕຸລາ ຫາ ເດືອນກຸມພາ. ຊ່ວງເດຶອນມີນາ ແລະ ເດືອນເມສາເປັນເດືອນທີ່ຮ້ອນທີ່ສຸດ ອຸນຫະພູມສະເລ່ຍ ແມ່ນ 25 ອົງສາ ແຕ່ໃນຊ່ວງລະດູໜາວ ອຸນຫະພູມຈະຫຼຸດເຫຼືອ 0 ອົງສາ ໃນຄືນທີ່ອາກາດໜາວທີ່ສຸດ. ມົນສະເໝ່ ເມືອງຫຼວງນໍ້າທາ
ຄໍາວ່າ: “ພູຄາ” ຫຼື “ປູຄາ” ເປັນຊື່ຮຽກຕາມຊຸມຊົນອັນດັ້ງເດີມທີ່ຕັ້ງຖິ່ນຖານພູມລໍາເນົາຢູ່ໃນດິນແດນແຫ່ງນີ້ ໃນສະໄໝບູຮານມາ, ກຸ່ມຊົນອາໄສຢູ່ໃນທ້ອງຖິ່ນແຫ່ງນີ້ ໃນຄັ້ງປະຖົມຄົງແມ່ນກຸ່ມຊົນຂອງພວກຂອມເກົ່າທີ່ເຄີຍຮຽກກັນວ່າ: “ຂະມຸ” (ຄໍາວ່າ: ຂະມຸ ຫຼື ກໍາມຸ ໝາຍຄວາມວ່າຄົນ) ດິນແດນແຫ່ງນີ້ຈຶ່ງຕັ້ງນາມວ່າ “ເມືອງຂະມຸ” (ເມືອງຂອມເກົ່າ), ເຈົ້າຂອງເປັນຄົນດັ້ງເດີມຂອງທ້ອງຖິ່ນ ຈຶ່ງຮຽກຕົນເອງຕໍ່ຊາດອື່ນວ່າ: “ຜູ້ຂ້າ” (ໝາຍເຖິງຂ້ອຍ) ດ້ວຍເຫດນີ້ ການຮຽກຊື່ທ້ອງຖິ່ນນີ້ບາງຄຳກໍ່ຮຽກວ່າ: “ເມືອງຜູ້ຂ້າ” ບາງຄໍາກໍ່ຮຽກວ່າ: “ເມືອງພູຄາ” ແຕ່ໃນຄວາມໝາຍແລ້ວກໍໝາຍເຖິງ “ເມືອງຜູ້ຂ້າ = ເມືອງຂອງຂ້ອຍ” ນັ້ນເອງ ຫຼື ໃນແງ່ໜຶ່ງກໍ່ໝາຍເຖິງເມືອງຂອງພວກຂະມຸ ຫຼື ຂອມເກົ່າ. ນິທານຂອງພວກຂະມຸໄດ້ເວົ້າເຖິງເມືອງວຽງພູຄາຕອນໜຶ່ງວ່າ: ໃນອາດີດຕະການເຫີງນານມາແລ້ວ ມີນາຍພານຜູ້ໜຶ່ງຊື່ວ່າ ໂກນທັນຍະ ມາແຕ່ປະເທດອິນເດຍ ເພື່ອເຜີຍແຜ່ສາດສະໜາ, ເມື່ອມາຮອດເມືອງນີ້ໄດ້ຕັດເອົາຫຍ້າຄາ ມາປູນັ່ງພັກເຊົາເພື່ອສັນເຂົ້າເຫດນັ້ນທ້ອງຖິ່ນນີ້ຈຶ່ງຮຽກວ່າ: “ປູຄາ”. ບາງນິທານເຜົ່າຂະມຸສືບທອດຕໍ່ກັນມາວ່າ: ກ່ອນໜ້ານີ້ມີຜົວເມຍຄູ່ໜຶ່ງ ພ້ອມກັນມາສ້າງດິນແດນແຫ່ງນີ້ໃຫ້ກາຍເປັນບ້ານເມືອງ, ຜູ້ເປັນຜົວແມ່ນເຜົ່າຂະມຸ, ຜູ້ເປັນເມຍແມ່ນເຜົ່າລື້ ຜົວເມຍຄູ່ນີ້ໄດ້ເປັນກົກເຄົ້າໃຫ້ແກ່ຊາດເມືອງ ເຂົາເຈົ້າຈຶ່ງເອີ້ນຜົວເມຍນັ້ນວ່າ: “ປູ່ຂ້າຍ່າໄຕ” ຊື່ທ້ອງຖິ່ນນີ້ຈຶ່ງເອີ້ນວ່າ: “ປູຄາ” ຫຼື ພູຄາ ທີ່ໄດ້ມາຈາກ “ປູຂ້າຍ່າໄຕ” ນັ້ນເອງ. ຫຼືໃນການຍົກເຫດຜົນໜຶ່ງໃນສະໄໝເມືອງແຫ່ງນີ້ເປັນເມືອງຮ້າງ ຍ້ອນຖືກໄທສະຫຍາມເຂົ້າມາກວາດລ້າງ ໃນສັດຕະວັດທີ 19 ເຮັດໃຫ້ດິນແດນຕອນນີ້ກາຍເປັນເມືອງຮ້າງ ເປັນປ່າຊ້າດົງເສືອ ເມື່ອຈະເຂົ້າມາສ້າງໃໝ່ໄດ້ຫຼອກລໍ້ຊ້າງເຂົ້າໄປຫວ່າງຜາຫີນແຄບໆຊ້າງເລີຍຄາຢູ່ທີ່ນັ້ນ ແລ້ວກໍ່ພາກັນຂານສະຖານທີ່ແຫ່ງນັ້ນເອີ້ນວ່າ ຫີນຊ້າງຄາ, ພູໜ່ວຍນັ້ນເອີ້ນວ່າ ພູຄາ ສະນັ້ນ ເມືອງນີ້ຈຶ່ງເອີ້ນວ່າ: “ເມືອງພູຄາ”. ຜ່ານການຄົ້ນຄວ້າຢູ່ຫຼາຍຕຳນານ ແລະ ເອກະສານໃນທ້ອງຖິ່ນແລ້ວ ພົບເຫັນວ່າເມືອງບູຮານແຫ່ງນີ້ມີຊື່ວ່າ: “ເມືອງພູຄາ” ແຕ່ທ້າຍສັດຕະວັດທີ 13 ພຸ້ນ, ດັ່ງຕໍານານຊຽງແຂງໃນທ້າຍສັດຕະວັດທີ 13 (ສະໄໝເຈົ້າອິນປັນ ເປັນເຈົ້າຟ້າເມືອງຊຽງແຂງຜູ້ທໍາອິດ) ເອີ້ນທ້ອງຖິ່ນນີ້ເປັນ “ເມືອງຫຼວງພູຄາ”. ອີງຕາມພົງສາວະດານເມືອງຊວາ ໃນທົດສະຕະວັດທີ 6 ຂອງສັດຕະວັດທີ 14 ເຈົ້າຟ້າງຸ່ມໄດ້ຂຶ້ນມາຕີຫົວເມືອງຝ່າຍເໜືອ ແລະ ໄດ້ເອົາເຜົ່າຂະມຸຢູ່ເມືອງພູຄາລົງໄປຢູ່ຫຼວງພະບາງ (ເມືອງຊວາ) ເປັນອັນມາກ. ປະຫວັດຄວາມເປັນມາຂອງເມືອງພູຄາໃນສະໄໝດຶກດໍາບັນນັ້ນ ເປັນສິ່ງທີ່ສັນນິຖານໄດ້ວ່າມີຄົນດໍາລົງຊີວິດຢູ່ໃນດິນແດນຕອນນີ້ມາດົນນານປານໃດແລ້ວ, ຜ່ານການສໍາຫຼວດດ້ານບູຮານຄະດີພົບເຫັນວ່າເຄື່ອງໃຊ້ຂອງຄົນທ້ອງຖິ່ນນີ້ ໃນຍຸກນັ້ນ ແມ່ນເຮັດດ້ວຍຫີນແຕ່ກໍ່ພໍອ້າງອີງໄດ້ວ່າມີຄົນມາດໍາລົງຊີວິດຢູ່ບໍລິເວນນີ້ມານານກວ່າ 3.000 ປີ. ຄືແຕ່ຍຸກຫີນໃໝ່ເປັນຕົ້ນມາ ເວລານັ້ນເຂົາເຈົ້າອາໄສຢູ່ໃນຖໍ້າ - ເງີມຫີນ, ບ່ອນຢູ່ອາໄສທີ່ໃຫຍ່ກວ່າໝູ່ແມ່ນຖ້ຳພູລັນ ໃນທີ່ນີ້ເຂົາເຈົ້າໄດ້ຄວັດສະລັກໄວ້ຜາຫີນໜ້າຖ້ຳເປັນຮູບເສືອ ເຊິ່ງເອີ້ນວ່າ: “ລະວາຍຊີງອດ” (ເສືອນອນທາງ) ຢູ່ຜາຫີນຊ້າງຄາເຂົາໄດ້ສະລັກຮູບໝາ ແລະ ລູກໝາໄວ້ ຮູບນີ້ໄດ້ສະແດງໃຫ້ເຮົາຮູ້ວ່າ: ໝາຫວງລູກຂອງມັນ, ຢູ່ໃນຖ້ຳ ແລະ ເທິງພູລັນ ມີເຄື່ອງມືເຮັດດ້ວຍຫີນ ເຊັ່ນ: ຫອກ, ຂວານ, ມີດ. ມາເຖິງປັດຈຸບັນນີ້ ກໍ່ບໍ່ມີຜູ້ໃດສາມາດຊີ້ແຈງລາຍລະອຽດຄວາມເປັນມາຂອງເມືອງບູຮານໃນຍຸກນັ້ນ, ແຕ່ເມືອງພູຄາ ແຫ່ງນີ້ກໍ່ນັບວ່າເປັນເມືອງບູຮານຂອງຊົນເຜ່ົາຂະມຸ ໃນສະໄໝນັ້ນ ປະຫວັດຄວາມເປັນມາເມືອງວຽງພູຄາ
ເຊິ່ງເປັນເມືອງໜຶ່ງໃນຈໍານວນຫົວເມືອງຕ່າງໆ ເຊັ່ນ: ເມືອງປາກັນ, ເມືອງຊວາ, ເມືອງພູຄາ, ເມືອງແບ່ງ, ເມືອງຊຽງຮຸ່ງ, ເມືອງແສນ, ເມືອງເຄືອ ເປັນຕົ້ນ.ໃນຍຸກໂລຫະ ເຜົ່າຂະມຸຢູ່ເມືອງພູຄາ ເປັນຊຸມຊົນທີ່ມີຄວາມສາມາດ ຄື: ເຂົາເຈົ້າໄດ້ເອົາໂລຫະ “ທອງ-ຄຳ” ມາຫຼອມ ແລະ ຜະລິດ “ຢາງ” ເຊິ່ງພວກເຮົາເອີ້ນວ່າ: “ຄ້ອງບັ້ງ” ຫຼື ກອງບັ້ງ ຫຼື ຄ້ອງກົບ ຫຼື ກອງມະໂຫລະທຶກ. “ຢານ” ຕາມການເລົ່າສືບມາ ແລະ ການສໍາຫຼວດພື້ນທີ່ໄດ້ພົບເຫັນເສດໂລຫະຈາກການຫຼໍ່ຫຼອມຢູ່ໃນຂອບເຂດເມືອງວຽງພູຄາ ມີຢູ່ສາມແຫ່ງຄື: ທົ່ງຫຼໍ່ (ເອີ້ນທົ່ງຫຼໍ່ຍ້ອນສະຖານທີ່ນີ້ເປັນບ່ອນຫຼໍ່ຄ້ອງບັ້ງ ແລະ ເປັນແຫຼ່ງທີ່ໃຫຍ່ກວ່າໝູ່), ຖ້ຳກະຕຶບ (ຢູ່ເຂດລະມອນ), ຖ້ຳຕະຄອງຕະແຄງ (ຢູ່ເຂດນາແລ ປັດຈຸບັນເຂົ້າກັບເມືອງອຸດົມຜົນ). ດັ່ງນັ້ນ, ໃນຍຸກໂລຫະ ເມືອງວຽງພູຄາ ໄດ້ເປັນແຫຼ່ງກໍາເນີດວັດຖຸບູຮານ ຄືຄ້ອງບັ້ງຂອງເຜົ່າຂະມຸ ເປັນຈໍານວນຫຼາຍພັນໜ່ວຍ ເຊິ່ງມາຮອດປັດຈຸບັນຊາວເຜົ່າຂະມຸກໍ່ຍັງຢຶດຖືຄ້ອງເບັ້ງເປັນວິນຍານ ແລະ ສັນຍະລັກຂອງການປະຕິບັດປະເພນີຂອງຕົນຢ່າງໜຽວແໜ້ນ ແລະ ກໍ່ບໍ່ມີຊາດອື່ນ ຫຼື ເຜົ່າອື່ນໃດນໍາໃຊ້ຄ້ອງບັ້ງຢ່າງເຂົ້າກັບຊີວິດຈິດໃຈຄືດັ່ງເຜົ່າຂະມຸ. ດັ່ງນັ້ນ, ເມືອງພູຄາຍ່ອມເປັນທີ່ລືຊາຜາກົດອັນໂດດເດັ່ນ ຕໍ່ບັນດາຫົວເມືອງຕ່າງໆຂອງເຜົ່າຂະມຸ ໃນບໍລິເວນຊີກໂລກແຫ່ງນີ້ໃນຍຸກນັ້ນ. ເມືອງພູຄາກ້າວເຂົ້າສູ່ສັດຕະວັດທີ່ເຂົ້າສໍາພັນກັບຊົນຊາດລາວ-ໄຕ ພາຍຫຼັງຊົນຊາດລາວໄຕ ໄດ້ເຄື່ອນຍ້າຍລຸງມາສູ່ສຸວັນນະພຸມແລ້ວ ກໍ່ເກີດມີຄວາມສໍາພັນກັນຂຶ້ນລະຫວ່າງຄົນທີ່ຢູ່ເດີມ ແລະ ພວກທີ່ເຂົ້າມາຢູ່ໃໝ່, ການປົກຄອງຂອງເຜົ່າຂະມຸຢູ່ເມືອງພູຄາ ແລະ ຫົວເມືອງອື່ນໆຂອງເຜົ່າຂະມຸນັ້ນ ເຫັນວ່າ ເຂົາເຈົ້າໄດ້ຢູ່ເປັນປຶກແຜ່ນແໜ້ນໜາໃນແຕ່ລະບໍລິເວນ, ຫົວໜ້າທ້ອງຖິ່ນໃຫ້ການດູແລປົກຄອງເປັນຈຸ້ມເຈືອແຕ່ລະເຂດຂອງໃຜລາວ ເຂົາເຈົ້າຖືສະກຸນເປັນຫຼັກໃນການປົກຄອງກັນ, ຢູ່ເມືອງພູຄາ ເຜົ່າຂະມຸນັ້ນ ມີສອງສະກຸນໃຫຍ່ເປັນຕົ້ນຕໍກວ່າໝູ່ ຄື: ສະກຸນພວກແຄວນ ແລະ ສະກຸນພວກຣອກ. ໃນສະກຸນດັ່ງກ່າວ ມີບາງຄັ້ງກໍ່ມີຂໍ້ຂັດແຍ້ງກັນເຊັ່ນ: ດ້ານການເຊື່ອຖືເພາະມີບາງກຸ່ມເຊື່ອຖືຜີ ພໍ່ແມ່ເພາະພໍ່ແມ່ເປັນຜູ້ປະທານຊີວິດໃຫ້ເຂົາເຈົ້າ, ບາງກຸ່ມເຊື່ອຖືຜີພູຜາປ່າດົງ ເພາະວ່າ ພູຜາປ່າດົງ ແລະ ທໍາມະຊາດເຫຼົ່ານັ້ນ ເປັນປະທານໃຫ້ເຂົາມີຊີວິດຢູ່. ດັ່ງນັ້ນ, ການຂັດແຍ້ງນີ້ພາໃຫ້ເຜົ່າຂະມຸຢູ່ເມືອງພູຄາ ເກີດຂໍ້ຂັດແຍ່ງກັນ ແລະ ເຮັດສົງຄາມຂ້າຟັນກັນເປັນເຫດໃຫ້ພວກທີ່ບໍ່ຊະນະນັ້ນອອກຈາກເມືອງພູຄາລົງໄປທາງໃຕ້ຢູ່ເຂດລ້ອງນໍ້າທາ (ອາດແມ່ນເຂດເມືອງນາແລ ໃນປັດຈຸບັນ). ມາເຖິງສັດຕະວັດທີ 13 ເຂົາເຈົ້າກໍ່ມີການປົກຄອງກັນແໜ້ນໜາຂຶ້ນ ໃນກ່ອນນັ້ນ ເຂົາເຈົ້າບໍ່ເຄີຍມີການພົວພັນກັບຊົນຊາດອື່ນ ເມືອງພູຄາຂອງເຜົ່າຂະມຸໃນເວລານັ້ນ ປຽບດັ່ງໂລກໜ່ວຍໜຶ່ງຂອງເຜົ່າຂະມຸ ທີ່ມີແຕ່ພວກເຂົາ, ຊົນຊາດອື່ນແມ່ນຢູ່ໂລກໜ່ວຍອື່ນ. ເມືອງພູຄາໃນເວລານັ້ນມີຄົນຂະມຸມາອາໄສຢູ່ຢ່າງໜາແໜ້ນ, ພໍກ້າວເຂົ້າເຖິງສັດຕະວັດທີ 14 ການພົວພັນລະຫວ່າງເຜົ່າຂະມຸຢູ່ເມືອງພູຄາກັບຊົນຊາດລາວ-ໄຕ ກໍ່ໄດ້ລິເລີ່ມຂຶ້ນເປັນຄັ້ງທຳອິດ ພາຍຫຼັງເຈົ້າຟ້າງຸ່ມກະສັດລາວເມືອງຊວາຂຶ້ນສະເຫວີຍລາດ. ພະອົງໄດ້ຂຶ້ນມາທໍາສົງຄາມທ້ອນໂຮມຫົວເມືອງຝ່າຍເໜືອຈົນສຸດເຂດແດນສິບສອງປັນນາ ໄປຂຶ້ນກັບອານາຈັກລາວເມືອງຊວາ, ໃນນັ້ນ ພະອົງໄດ້ເຊີນເອົາເຜົ່າຂະມຸຢູ່ເມືອງພູຄາໃຫ້ລົງໄປຢູ່ເມືອງຊວາເປັນຈໍານວນຫຼວງຫຼາຍ ແລະ ຈົ່ງໄວ້ໃນເມືອງພູຄາພຽງແຕ່ 20 ຄອບຄົວ. ໃນເວລານັ້ນ ເຈົ້າຟ້າງຸ່ມໄດ້ມີນະໂຍບາຍອັນຖືກຕ້ອງສອດຄ່ອງຕໍ່ການຮ່ວມສໍາພັນບັນດາຊົນຊາດຊົນເຜົ່າໃນການທ້ອນໂຮມປະເທດຊາດໃຫ້ເຂັ້ມແຂງ ແລະ ເປັນອັນໜຶ່ງອັນດຽວກັນ ພະອົງໄດ້ຖືວ່າເຜົ່າຂະມຸເປັນອ້າຍ,
ສ່ວນຊົນຊາດລາວ-ໄຕ ເປັນນ້ອງ, ສັ້ນ ຈຶ່ງຍັງເປັນລະບົບເຈົ້າອ້າຍ-ເຈົ້ານ້ອງ. ເຈົ້າອ້າຍໄດ້ແກ່ພວກຂະມຸເປັນອ້າຍ, ສ່ວນຊົນຊາດລາວ-ໄຕ ເປັນນ້ອງ. ໃນກາລະຍຸກນີ້ ຈຶ່ງຮຽກວ່າ “ຍຸກແຫ່ງການເກັບຜັກໃສ່ຊ້າ ເກັບຂ້າໃສ່ເມືອງ” ເພື່ອເປັນກໍາລັງແຮງໃຫ້ແກ່ການປົກຄອງອານາຈັກເມືອງຊວາອັນກວ້າງໃຫຍ່ໄພສານຂອງເຈົ້າຟ້າງຸ່ມເວລານັ້ນ. ນັບແຕ່ກາງສັດຕະວັດ ທີ 14 ເປັນຕົ້ນມາເມືອງພູຄາບູຮານຂອງເຜົ່າຂະມຸນີ້ ກໍ່ເປັນຫົວເມືອງໜຶ່ງທີ່ຢູ່ໃນການປົກຄອງຂອງເຈົ້າແຜ່ນດິນເມືອງຊວາ; ພໍມາເຖິງສະໄໝເຈົ້າອິນປັນ (ເຈົ້າຟ້າເດັກນ້ອຍ) ປົກຄອງຊຽງແຂງນັ້ນ ເມືອງພູຄາເປັນຫົວເມືອງໜຶ່ງຢູ່ໃນປະລິມົນທົນຂອງເມືອງຊຽງແຂງ. ໃນຕໍານານເມືອງຊຽງແຂງ ໄດ້ເວົ້າວ່າ: “... ເມື່ອມີຜູ້ຄົນລັ່ງໄຫຼເຂົ້າມາຢູ່ຊຽງແຂງ ເປັນມາກລົ້ນນັ້ນ ເຈົ້າຟ້າເດັກນ້ອຍກໍ່ສັ່ງໃຫ້ຕັ້ງເປັນບ້ານເປັນເມືອງຕາມລະບຽບ ແລ້ວຕຶ່ງໄດ້ມີບ້ານ ແລະ ເມືອງທີ່ຂຶ້ນກັບຊຽງແຂງດັ່ງນີ້: ບ້ານເຫຼັກ, ບ້ານຖະລຸ, ບ້ານກອນເໝາະ, ບ້ານກອນເລີຍ, ເມືອງຖານ, ເມືອງງັນ, ເມືອງນອນ, ເມືອງແຫະ, ເມືອງຂັນ, ເມືອງໂຫຼຍ, ເມືອງບໍ່, ເມືອງວະ, ຊຽງເໜືອ, ຊຽງຂາງ, ບ້ານແປກ, ບ້ານໝອກ, ເມືອງຝັນ, ດອນໃຈ, ເມືອງຊະ. ເມືອງຊາຍ ແລະ ເມືອງຫຼວງພູຄາ...” ເຖິງຈະຢູ່ໃນປະລິມົນທົນຂອງເມືອງຊຽງແຂງກໍ່ຕາມ ບັນດາຫົວເມືອງທັງໝົດນັ້ນກໍ່ແມ່ນຢູ່ພາຍໃນອານາຈັກເມືອງຊວາ. ເຖິງຈະຂຶ້ນກັບເຈົ້າຊີວິດເມືອງຊວາ ຫຼື ເຈົ້າຟ້າຊຽງແຂງ ເມືອງພູຄາໃນໄລຍະນັ້ນ ກໍ່ບໍ່ມີເຊື້ອສາຍຂອງຊົນຊາດລາວ-ໄຕ ເຂົ້າມາປົກຄອງເປັນເຈົ້າມີແຕ່ຄົນໃນທ້ອງຖິ່ນ ຜູ້ເປັນເຈົ້າກົກເຈົ້າເລົ່າໃຊ້ສິດປົກຄອງບ້ານເມືອງໃນຂອບເຂດອິດທິພົນຂອງໃຜມັນ ແລະ ເຂົ້າເຈົ້າກໍ່ບໍ່ມີສິດປົກຄອງເປັນນາຍຜົ້ງ (ຕາແສງ) ຫຼື ໝົດເມືອງໄດ້ຢ່າງເດັດຂາດ.ມາເຖິງສັດຕະວັນທີ 16 ຊົ້ນຊັ້ນປົກຄອງໄດ້ສ້າງຖານະຕໍາແໜ່ງໃຫ້ຊາວເຜົ່າຂະມຸໃນເມືອງພູຄາ ໃຫ້ມີຍົດເປັນໝື່ນ-ແສນ, ແຕ່ຍົດສັກຕໍາແໜ່ງດັ່ງກ່າວນີ້ໄດ້ມອບໃຫ້ເຈົ້າກົກເຈົ້າເລົ່າຜູ້ມີຄວາມສາມາດໃນການປົກຄອງທ້ອງຖິ່ນ ແລະມີບົດບາດຕໍ່ເຈົ້ານາຍ ແລະ ຊາວບ້ານ, ເຈົ້ານາຍບັນຊາການປົກຄອງທ້ອງຖິ່ນ ໂດຍຜ່ານເຂົາເຈົ້າເລົ່ານີ້ໄປສູ່ປະຊາຊົນທໍາມະດາພວກທີ່ໄດ້ຮັບຍົດສັກເປັນໝື່ນແສນ ຢູ່ເມືອງພູຄາ ເຊັ່ນ: ແສນກຼຶນກຼິນ, ແສນຜາບ, ໝື່ນເກົາໆ...ຢູ່ໃນສັດຕະວັດທີ 17.ມາເຖິງສັດຕະວັດທີ 16 ສະຫຍາມໄທໄດ້ຕົກເປັນຫົວເມືອງຂຶ້ນຂອງພວກພະມ້າ, ໃນເຂດແດນລ້ານຊ້່າງຕອນຕາເວັນຕົກສ່ຽງເໜືອ ລວມທັງເມືອງພູຄາກໍ່ແມ່ນພວກພະມ້າເຂົ້າມາຢູ່, ໂດຍສະເພາະຕັ້ງແຕ່ເຈົ້າໄຊຍະເສດຖາທິລາດຂຶ້ນໄປຕີຫົວເມືອງຝ່າຍເໜືອເສຍໄຊໃຫ້ພະມ້າເປັນຕົ້ນມາ ພວກພະມ້າກໍ່ມາສ້າງເມືອງພູຄາໃຫ້ເປັນເມືອງດ່ານໜ້າຈຂອງເມືອງຕອງອູ ເພື່ອສູ້ຢັນກັບລ້ານຊ້າງ. ກະສັດພະມ້າບູເຣັງນອງ ໄດ້ໃຫ້ມະຫາໂປຕະຣຸນະວີດີ ນໍາພາໄພ່ພົນເຂົ້າມາຢູ່ເມືອງພູຄາ ຄື: ນໍາເອົາພວກລື້ ແລະ ພູນ້ອຍ ມາຢູ່ສັບປົນກັບເຜົ່າຂະມຸ, ຍ້ອນເຜົ່າລື້ ແລະ ພູນ້ອຍຖືພຸດທະສາດສະໜາ ເມື່ອເຂົ້າມາຕັ້ງເປັນບ້ານເປັນເມືອງແລ້ວ ເຂົາຈຶ່ງໄດ້ສ້າງວັດໄວ້ຫຼາຍໆແຫ່ງທີ່ເຂົາເຈົ້າສ້າງບ້ານແປງເມືອງຢູ່ ແລະ ວັດທີ່ສໍາຄັນໄດ້ແກ່: ວັດມະຫາໂປດ, ວັດໃຈວຽງ, ວັດບໍ່ກຸ້ງ, ວັດຈອມທອງ, ວັດຜາປູນ... ພາຍຫຼັງສ້າງເປັນບ້ານເມືອງແລ້ວ ເຂົ້າໄດ້ປ່ຽນຊື່ເມືອງພູຄາເດີມ ໃຫ້ເປັນຊື່ໃໝ່ທີ່ຮຽກຕາມພາສາບາລີວ່າ: “ປຸຄະເຂຣັດຖະ” ເຈົ້າມະຫາໂປດເປັນຜູ້ປົກຄອງເມືອງໃນປີ ຄສ 1567 ກົງກັບ ປີ ຈສ 929 ຫຼື ພສ 2110 ແລະ ໄດ້ສ້າງຄອງວຽງໄວ້ທີ່ໂນນພູນ້ອຍ ເຊິ່ງມີທົ່ງພຽງ ແລະ ບ້ານຄົນອ້ອມຮອບ ເພື່ອໄວ້ເປັນບ່ອນຮັບມືກັບອານາຈັກລ້ານຊ້າງໃນເວລາເກີດສົງຄາມຂຶ້ນ (ເອີ້ນວ່າຄອງຈຽງ ຫຼື ຄອງວຽງ).ໃນການປົກຄອງຂອງພວກພະມ້າ ອໍານາດ ແລະ ອິດທິພົນຂອງເຜົ່າຂະມຸເມືອງພູຄາ ແລະ ການປົກຄອງຂອງເຜົ່າຂະມຸດ້ວຍກັນບໍ່ເຊື່ອມໂຊມລົງທັງຂຶ້ນກັບການປົກຄອງຂອງພວກພະມ້າ, ເພື່ອເວັ້ນຈາການເກັບເກນເສຍຊ່ວຍໃຫ້ແກ່ຊົນຊັ້ນປົກຄອງເຜົ່າຂະມຸໃນເວລານັ້ນ ໄດ້ແຕກກະຈັດກະຈາຍ ໄປຊອກດໍາລົງຊີວິດເຮັດໄຮ່ຢູ່ທຸກຫົນແຫ່ງບໍ່ຢູ່ເປັນບ້ານໃຫຍ່ ມີແຕ່ຕັ້ງປາງຢູ່ໄຮ່ເປັນບ່ອນເລັກໆນ້ອຍໆ ແລະ ມີການດໍາລົງຊີວິດແບບພະເນຈອນໄປເລື້ອຍໆ.
ເມືອງວຽງພູຄາ ເປັນເມືອງພູດອຍຕັ້ງຢູ່ທາງທິດໃຕ້ຂອງແຂວງຫຼວງນ້ຳທາ ໄປຕາມເສັ້ນທາງ 3 ຫ່າງຈາກຫຼວງນໍ້າທາ ປະມານ 60 ກິໂລແມັດ, ມີເນື້ອທີ່ທັງໝົດ 1.866 ຕາລາງກິໂລແມັດ, ມີຊາຍແດນຕິດຈອດກັບເມືອງນ້ຳທາ, ເມືອງນາແລ ແລະ ເມືອງລອງ ຕະຫຼອດຮອດແຂວງບໍ່ແກ້ວ. ປະຊາຊົນໃນເມືອງວຽງພູຄາສ່ວນໃຫຍ່ດຳລົງຊີວິດເປັນບ້ານຊົນນະບົດນ້ອຍ ແລະ ປະກອບອາຊີບກະສິກຳເປັນອາຊີບຫຼັກ. ຊົນເຜົ່າສ່ວນໜ້ອຍໃນເມືອງຄື ອາຄາ, ມູເຊີ, ຂະມຸ, ມົ້ງ ແລະ ລາວ.ເມືອງວຽງພູຄາ ເປັນເມືອງລະຫວ່າງ ແຂວງຫຼວງນ້ຳທາ ແລະ ຫ້ວຍຊາຍ ແຂວງບໍ່ແກ້ວ. ສະນັ້ນ ຖ້ານັກທ່ອງທ່ຽວເດີນທາງອອກຈາກລາວຜ່ານຫ້ວຍຊາຍ ຫຼືເຂົ້າຈາກຊຽງຣາຍຂອງໄທ ຈະຕ້ອງໄດ້ຜ່ານເມືອງນີ້. ເມືອງວຽງພູຄາ ອ້ອມຮອບໄປດ້ວຍຖໍ້າຫີນປູນຮູບຊົງຕ່າງໆ ທີ່ແປກຕາ ແລະ ສວຍງາມຫຼາຍ. ນອກຈາກນີ້ ຍັງມີຖ້ຳໃຕ້ດິນທີ່ສວຍງາມທີ່ສຸດຢູ່ພາກເໜືອຂອງລາວ ຖ້ຳເຫຼົ່ານີ້ເກີດຂຶ້ນໂດຍການກັດເຊາະຕາມທຳມະຊາດເປັນເວລາຫຼາຍຮ້ອຍປີ ຈົນຄ່ອຍໆກາຍເປັນໂພງຖ້ຳໃຫຍ່ໃນຫີນປູນທີ່ອ່ອນແອ ຖໍ້າເຫຼົ່ານີ້ເປັນໜຶ່ງໃນຖໍ້າທີ່ງາມທີ່ສຸດແຫ່ງໜຶ່ງໃນພາກເໜືອຂອງລາວ ໃນສະໄໝກ່ອນປະຫວັດສາດ ຖ້ຳຫຼາຍແຫ່ງອາດມີຜູ້ຄົນອາໄສຢູ່, ແຕ່ປັດຈຸບັນເປັນແຫຼ່ງອາໄສຂອງຮັງນົກນາງແອ່ນ ແລະ ຝູງເຈຍ ຫຼາຍກວ່າສິບຊະນິດ, ຖໍ້າທີ່ສາມາດເຂົ້າເຖິງງ່າຍທີ່ສຸດ ແມ່ນຢູ່ໃກ້ກັບບ້ານນໍ້າແອງ (ຖໍ້າກອງລໍ) ແລະ ເຄື່ອຄ່າຍຖໍ້າທີ່ເປັນຖານຂອງຫີນປູນພູພະທາດໃກ້ກັບບ້ານທ່າຫຼວງ.ມົນສະເໝ່ ເມືອງວຽງພູຄາ
ໃນນິທານພື້ນເມືອງຄື: ນິທານເຈົ້າຟ້າເດັກນ້ອຍ (ຕາມນິທານເລົ່າສືບມາຂອງເມືອງຊຽງແຂງ-ເມືອງສິງ) ກ່າວໄວ້ວ່າ: ເຈົ້າຟ້າເດັກນ້ອຍ ເປັນຣາຊບຸດ ຂອງ ເຈົ້າຟ້າແສນຫວີຟ້າ ແຫ່ງເມືອງຊຽງຮຸ່ງຣາຊະທານີ ສິບສອງພັນນາ, ເມື່ອເກີດມາ ຣາຊະກຸມມານໄດ້ຊື່ວ່າ: ເຈົ້າຟ້າຫົວຮອກ ເປັນເດັກນ້ອຍທີ່ມີຄວາມສະຫຼຽວສະຫຼາດ ມີໄຫວພິບປະຕິພານດີເລີດ. ແຕ່ນິໄສຂີ້ດື້ຫຼາຍ, ມັກເຮັດໃຫ້ຜູ້ໃຫຍ່ໄດ້ຮັບຄວາມເດືອດຮ້ອນຈົນບໍ່ພໍໃຈ, ສຸດທ້າຍບັນດາເສນາອຳມາດໄດ້ໄປເຂົ້າເຝົ້າເຈົ້າຟ້າ ເມືອງຊຽງຮຸ່ງ ອົງບິດາເຈົ້າຟ້າຫົວຮອກ ຂໍໃຫ້ພະອົງເນລະເທດຣາຊະບຸດຂອງພະອົງອອກຈາກເມືອງ, ເນື່ອງຈາກໝໍໂຫນໄດ່ທຳນາຍໄວ້ວ່າ ຖ້າຣາຊະກຸມມານໃຫຍ່ຂຶ້ນມາ ກໍ່ຄົງຈະກໍ່ເກີດໄພອັນຕະລາຍຕໍ່ບ້ານຕໍ່ເມືອງຢ່າງໃຫຍ່ຫຼວງ. ອົງບິດາກໍ່ຈຳຍອມ ແລະ ສັ່ງໃຫ້ນຳເອົາເຈົ້າຟ້າຫົວຮອກກັບພັກພວກເດັກນ້ອຍ ຈຳນວນ 12 ຄົນ, ເຊີ່ງໃນນັ້ນເປັນໄຕລື້ 5 ຄົນ ແລະ ຂ້າ 7 ຄົນ ພ້ອມດ້ວຍບໍລິວານຈຳນວນໜຶ່ງ, ລົງໃສ່ເຮືອແພລອຍລົງຕາມກະແສແມ່ນ້ຳຂອງ ແລະ ເມື່ອອອກຈາກເມືອງມາໄດ້ຮັບຊື່ໃຫມ່ມາເປັນ ເຈົ້າຟ້າເດັກນ້ອຍ. ມື້ໜຶ່ງເຮືອແພໄຫຼລົງມາຕາມແມ່ນ້ຳຂອງ ເຈົ້າຟ້ານ້ອຍໄດ້ສັງເກດເຫັນເສືອເຜືອກ ໂຕໜຶ່ງ ແລະ ກວາງສີ ໂຕໜຶ່ງ ແລ່ນຫລິ້ນຢູ່ຕາມແຄມນ້ຳຂອງ ເຂົ້າໃຈວ່າເປັນນິມິດໝາຍທີ່ດີ ແລະ ໄດ້ຊີ້ໃຫ້ເຫັນວ່າໄຊຍະພູມແຫ່ງນີ້ເປັນທີ່ເໝາະສົມແກ່ການສ້າງບ້ານແປງເມືອງ. ແຕ່ດ້ວຍເຂດດັ່ງກ່າວເປັນເຂດປ່າຕຶບໜາ ຕາລິ່ງສູງຊັນ ບັນດາບໍລິວານບໍ່ປະສົງຢາກຈະລົງໄປຕັ້ງບ້ານເຮືອນ, ສະນັ້ນ ເຈົ້າຟ້າເດັກນ້ອຍຈຶ່ງບັງຄັບໃຫ້ບໍລິວານແຂງໃຈຂຶ້ນບົກ ແລະ ສ້າງວຽງຢູ່ທີ່ນັ້ນ ແລະ ຕັ້ງຊື່ວ່າ ວຽງຊຽງແຂງ ຫລື ຊຽງແຂງ.ຫຼາຍປີຕໍ່ມາ ເມືອງຊຽງຮຸ່ງໄດ້ຖືກ ເຈົ້າເມືອງວ້ອງ (ເມືອງຈີນ) ຮຸກຮານ ຝ່າຍເຈົ້າເມືອງວ້ອງ ຕ້ອງການເອົາເມືອງຊຽງຮຸ່ງມາຂຶ້ນກັບຕົນ ໂດຍໃຫ້ຕອບປິດສະໜາ 3 ປະການ ຖ້າສະເຫລີຍໄດ້ ເຈົ້າເມືອງຈີນຈະຖອນກຳລັງກັບຄືນ ແຕ່ຖ້າສະເຫຼີຍບໍ່ໄດ້ ເມືອງຊຽງຮຸ່ງຕ້ອງສະຫວາມິພັກຕໍ່ເມືອງຈີນ. ແຕ່ແລ້ວຫມົດເມືອງຊຽງຮຸ່ງບໍ່ມີໃຜສາມາດຕອບບັນຫານັ້ນໄດ້, ໃນທີ່ສຸດເຈົ້າຟ້າເມືອງຊຽງຮຸ່ງກໍ່ໄດ້ເຊີນເອົາຣາຊະບຸດ ທີ່ຕົນເອງເນລະເທດໄປ ກັບມາຊ່ວຍແກ້ບັນຫາໃຫ້, ເມື່ອເຈົ້າຟ້າເດັກນ້ອຍ ສາມາດແກ້ບັນຫາປິດສະໜານັ້ນໄດ້ເປັນທີ່ຮຽນຮ້ອຍແລ້ວ ກໍ່ໄດ້ຮັບລາງວັນຈາກພະບິດາຈໍານວນຫລວງຫລາຍ ຮ່ວມເຖິງໄພ່ພົນໂຍທາເພີ່ມຕື່ມ ເພື່ອສ້າງເມືອງຊຽງແຂງໃຫ້ໝັ້ນຄົງຍິ່ງຂຶ້ນ ແລ້ວກໍ່ກັບມາຄອງເມືອງຊຽງແຂງຕືນເກົ່າ.ຢູ່ມາຫລາຍປີ ເຈົ້າຟ້າເດັກນ້ອຍ ໄດ້ອອກໄປທ່ຽວຫລິ້ນດົງໄພ ໄດ້ໄປພົບປະກັບສາວນ້ອຍຄົນງາມ ຈຶ່ງຫຼົງຮັກ ແລະ ເກີດຢາກໄດ້ມາຄອງຄູ່ ເຈົ້າຟ້າເດັກນ້ອຍ ໄດ້ຮຽກຂານສາວນ້ອຍນັ້ນ ແຕ່ກໍ່ບໍ່ມີການຕອບ, ເຈົ້າຟ້າເດັກນ້ອຍຈຶ່ງໃສ່ນາມສາວນ້ອຍນັ້ນວ່າ: ນາງຫອຍສາມກົ້ນ ເພາະເຫັນປິ່ນປັກຜົມອັນງົດງາມຂອງນາງ ທີ່ເປັນຮູບຫອຍສາມຍອດ, ຫຼັງຈາກນັ້ນ ເຈົ້າຟ້າເດັກນ້ອຍ ໄດ້ພານາງຫອຍສາມກົ້ນກັບໄປຄອງເມືອງນຳ ແລະ ໄດ້ຮູ້ວ່າ ນາງເປັນທິດາຂອງເຈົ້າເມືອງບໍ່ເຫຼັກ ທີ່ມີຊື່ວ່າ ພະຍາມິໂມ ຫລື ພະຍາເມໂມ, ຜູ້ປົກຄອງຊົນເຜົ່າໃນເມືອງບໍ່ເຫຼັກໃກ້ກັບເມືອງຊຽງແຂງນັ້ນເອງ. ຫຼັງຈາກໄດ້ນາງຫອຍສາມກົ້ນໄປຄອງ ເຈົ້າເມືອງບໍ່ເຫຼັກກໍ່ໄດ້ຫຍັບເຂດແດນເມືອງ ໃຫ້ລູກເຂີຍ ເຮັດໃຫ້ອານາເຂດ ຂອງເມືອງຊຽງແຂງກວ້າງອອກໄປອີກ.ປະຫວັດເມືອງສິງ
ຈາກການວິໄຈ ຂອງ ສາດສະດາຈານ ຟອກເກີ ກາບອບສະກີ, ຈາກ ມະຫວິທະຍາໄລ ມິນສະເຕີ ປະເທດ ເຢຍລະມັນ ໄດ້ສະເໜີວ່າ: ການຄ້າຂາຍໃນຂົງເຂດນີ້ ເປັນທີ່ຮູ້ກັນວ່າມີຄວາມຈະເລີນ ແລະ ເປັນຮາກຖານຂອງຄວາມໝັ້ນຄົງດ້ານເສດຖະກິດ ກວ່າການຜະລິດກະສິກຳເຊັ່ນ: ເຂົ້າ. ເນື່ອງຈາກ ເມືອງຊຽງແຂງ (ເກົ່າ) ມີຂອບເຂດຈຳກັດ ແລະ ເປັນຈຸດຍຸດທະສາດ ທີ່ເໝາະສົມກັບການຄວບຄຸມເບິ່ງແຍງ ອານາເຂດ ທັງສອງຝັ່ງແມ່ນ້ຳຂອງ ໃນເຂດນັ້ນ. ໃນເວລານັ້ນ, ອຳນາດການເມືອງ ແລະ ອານາເຂດ ຂອງ ເມືຶອງຊຽງແຂງ ໄດ້ຂະຫຍາຍອອກໄປເລື້ອຍໆ ໂດຍສະເພາະ ໃນຊ່ວງ ຂອງ ຄ.ສ 16 ຫາ ຄ.ສ 18 ເຊິ່ງເປັນຍຸກທີ່ ບັນດາເມືອງຕ່າງໆ ຂອງ ເຜົ່າໄຕ ໃນລຸ່ມແມ່ນ້ຳຄົງ (ສາລະວິນ) ແລະ ແມ່ນ້ຳຂອງ ຕອນເທິງໄດ້ຕົກຢູ່ໃນອຳນາດ ຂອງ ພະມ້າ ເຊີ່ງໄດ້ຂະຫຍາຍອານາເຂດ ຕັ້ງແຕ່ເຂດຊຽງແສນ ຂຶ້ນໄປຈົນຮອດ ເຂດ ສິບສອງພັນນາ. ໃນນີ້, ຕຳນານ ເມືຶອງຊຽງແຂງ ໄດ້ໃຫ້ຂໍ້ມູນທີ່ໜ້າສົນໃຈວ່າ: ສະໄໝນັ້ນ ເມືອງຊຽງແຂງ ໄດ້ແບ່ງອອກເປັນ ສອງເຂດ ໄດ້ແກ່ເຂດທີ່ຢູ່ພາຍໃຕ້ການປົກຄອງ ຂອງ ເຈົ້າຟ້າ ໂດຍກົງ, ເຊີ່ງມີ ທັງໝົດ 85 ໝູ່ບ້ານ ແລະ ເຂດ “ທັບພອງ” ເຊີ່ງອາດຈະແມ່ນເຂດພິເສດທາງການທະຫານ ທີ່ ກະສັດ ພະມ້າໄດ້ມອບໃຫ້ ເຈົ້າຟ້າ ເມືຶອງຊຽງແຂງ ປົກຄອງ ໂດຍກົງ. ເຊີ່ງເຂດ ທັບພອງ ທີ່ຂຶ້ນກັບ ເມືຶອງຊຽງແຂງນີ້ ປະກອບມີ 4 ເຂດ ທັບພອງ ຄື: ເມືອງວະ (7 ໝູ່ບ້ານ), ເມືອງຍູ້ (8 ໝູ່ບ້ານ), ຊຽງລາບ (10 ໝູ່ບ້ານ) ແລະ ເມືອງຍອງ (ທີ່ເປັນທັບພອງ ຂອງ ຊຽງແຂງ ຊົ່ວຄາວ). ທີ່ໜ້າສົນໃຈກໍ່ຄື ທັບພອງທັງໝົດ ແມ່ນຕັ້ງຢູ່ ຝັ່ງຂວາ ຂອງ ແມ່ນ້ຳຂອງ ທັງໝົດ. ເຊີ່ງອາດຈະເປັນ ດ່ານໜ້າ ຂອງ ພະມ້າ ໃນການປ້ອງກັນ ອິດທິພົນຂອງ ເມືອງຈີນ. ເຖິງວ່າຕຳນານເມືອງຊຽງແຂງບໍ່ໄດ້ລະບຸເຖິງການສົ່ງສ່ວຍ (ບັນນາການ) ສູ່ ເມືອງຈີນໂດຍຜ່ານ ເມືອງຊຽງຮຸ່ງກໍ່ຕາມ ແຕ່ຝ່າຍຈີນກໍ່ໄດ້ຮັກສາອິດທິພົນຂອງຕົນໄວ້ ແຕ່ຝ່າຍຈີນກໍ່ຍັງຄົງຮັກສາອິດທິພົນຂອງຕົນໄວ້ ດັ່ງປະກົດໃນເອກະສານຫລາຍສະບັບທີ່ໄດ້ກ່າວວ່າ “ ເມືອງຊຽງແຂງ ນີ້ຫາກມີ ຫໍ້ (ຈີນ) ເປັນພໍ່, ມີ ມ່ານ (ພະມ້າ) ເປັນແມ່ ” ແລະ ພະນາມຂອງເຈົ້າຟ້າ ກໍ່ຍັງມີການກ່າວອ້າງຄື “ ຈັກຈາດ້ວຍນາມມະຍົດ ແຫ່ງ ເຈົ້າເມີງຊຽງແຂງ ຕາມດັ່ງ ພະຄະສັດ ຫໍ້ ອ່ານ ຄະສັດ ມ່ານ ທານນັ້ນ ຫາກຫ້າງທານຂຶ້ນເຖິງຍົດເຈົ້າຟ້າວ່າ: ສົມເດັດ ເສດຖະປະຣາມິນທະມະຫາ ຣິນທາທິປັດຕິ ປະຣັມມະນາດບໍຣົມບົວພິຕະຣາຊະພິດ ທັມມະທະຣະ ພະອົງເປັນເຈົ້າແຜ່ນດິນຫໍຄຳ ອົງພະເປັນເຈົ້າຢູ່ຍອດ ຂະໝ່ອມໃນຂົງສິລິ ໄຊຍະກັກຂະຣະມະຫາທານີຫລວງ ເມືອງຊຽງແຂງ ຫໍຄຳ ”.ໃນຊ່ວງ ປາຍ ຄ.ສ 18 ເຊີ່ງເປັນຍຸກທີ່ ພະມ້າເສື່ອມຖອຍ, ກອງທັບພະມ້າໄດ້ຖອຍຂຶ້ນໄປທາງເໜືອ ເນື່ອງຈາກ ກອງທັບລ້ານຊ້າງ ແລະ ລ້ານນາ ໄດ້ໂຈມຕີ. ປີ ຄ.ສ 1804 ເມືອງຊຽງແສນ ທີ່ໝັ້ນແຫ່ງສຸດທ້າຍຂອງພະມ້າ ຖືກຕີແຕກ ຈາກ ກອງທັບສະຫຍາມ ຮ່ວມກັບ ພັນທະມິດຄື: ລ້ານຊ້າງ ແລະ ລ້ານນາ. ໃນຊ່ວງນັ້ນ ເມືອງຊຽງໃໝ່ ແລະ ເມືອງນ່ານ ເຊິ່ງເປັນ ເມືອງຂຶ້ນຂອງ ສະຫຍາມແລ້ວ ໄດ້ພະຍາຍາມຂະຫຍາຍອິດທິພົນ ເຂົ້າສູ່ ເມືອງຊຽງແຂງ, ເຖິງວ່າ ເມືອງຊຽງແຂງ ຕັ້ງຢູ່ “ ຂອບເຂດແຫ່ງການແຊກແຊງ “ ແຕ່ກໍ່ບໍ່ຕົກເປັນເມືອງຂຶ້ນເທື່ອ ເພາະວ່າຕັ້ງໃນຂອບເຂດ ອິດທິພົນຂອງ ຈີນ ແລະ ພະມ້າ. ດັ່ງນັ້ນ ອິດທິພົນຂອງ ສະຫຍາມ ແລະ ພັນທະມິດ ຈຶ່ງບໍ່ສາມາດດຶງເອົາ ເມືອງຊຽງແຂງ ເຂົ້າມາເປັນຂອງຕົນໄດ້. ເພາະສະນັ້ນ, ຈຶ່ງບໍ່ຕ້ອງສົງໄສເລີຍວ່າ ເປັນຫຍັງກອງທັບຂອງ ເມືອງນ່ານ ຈຶ່ງຍົກທັບໄປຕິດິນແດນ ທາງທິດເໜືອເລື້ອຍໆ ກໍ່ເພາະມີຈຸດປະສົ່ງກວາດຕ້ອນເອົາຜູ້ຄົນ ຈາກແຖບນັ້ນລົງມາສູ່ເຂດຂອງຕົນ ແລະ ເພື່ອບໍ່ໃຫ້ຝ່າຍພະມ້າ ແລະ ຝ່າຍກົງກັນຂ້າມ ໃຊ້ເຂດດັ່ງກ່າວເປັນຖານທີ່ໝັ້ນ ເພື່ອບຸກໂຈມຕີ ເຂດທີ່ເປັນອິດທິພົນຂອງສະຫຍາມ. ໃນຕຳນານ ເມືອງຊຽງແຂງ ແລະ ເມືອງນ່ານ ຕ່າງໄດ້ລະບຸເຖິງການກວາດຕ້ອນເອົາຜູ້ຄົນ ຈາກ ເມືອງຊຽງແສນ, ເມືອງສິງ ແລະ ເມືອງໃກ້ຄຽງຫລາຍຄັ້ງເຊັ່ນ: ປີ ຄ.ສ 1805, 1812 ແລະ 1838 ໄປຕັ້ງຢູ່ໃນເຂດເມືອງນ່ານ.
ໃນນີ້ ຫລັງຈາກປີ 1838 ທົ່ງພຽງເມືອງສິງ ໄດ້ຖືກປະຮ້າງ ບໍ່ມີຜູ້ຄົນອາໄສຢູ່ເປັນເວລາດົນ ເຫລືອແຕ່ຊົນເຜົ່າຕ່າງໆ ທີ່ອາໄສຕາມພູດອຍ ເຊີ່ງໄດ້ເສຍສ່ວຍເປັນເຄື່ອງປ່າຂອງດົງ ໃຫ້ສະຫຍາມ ໂດຍຜ່ານ ເມືອງນ່ານ.ຫຼັງຈາກເກີດເພດໄພອິດຫິວທີ່ເມືອງຍູ້, ເຈົ້າກອງໄຕໄດ້ອອກຄຳສັ່ງໃຫ້ປະຊາຊົນ ອົບພະຍົບ ໄປຕັ້ງຖິ່ນຖານໃໝ່ໃນເມືອງສິງ (ເມືອງສິງ ແຂວງ ຫຼວງນ້ຳທາ ໃນປັດຈຸບັນ) ເພາະເປັນທີ່ຮາບກວ້າງຂວາງທີ່ສຸດໃນເຂດເມືອງຊຽງແຂງ. ໃນບັນດາສະໜົມຂອງ ເຈົ້າກອງໄຕ ມີທິດາຂອງ ເຈົ້າຟ້າເມືອງພົງ (ເມືອງພົງ ຫົວເມືອງຕອນໃຕ້ ຂອງ ສິບສອງພັນນາ) ຊື່ ນາງບົວຄຳ ໂດຍໄດ້ຮັບການມອບໝາຍໃຫ້ໄປບຸກເບີກສ້າງສາເມືອງສິງ, ແຕ່ເນື່ອງຈາກ ນາງບົວຄຳ ໄດ້ລັກລອບໄປມີຄວາມສຳພັນກັບ ທ້າວພະຍາຫຼາຍຄົນ ຈຶ່ງຢ້ານຄວາມຜິດ ເລີຍໜີກັບໄປເມືອງພົງ ກ່ອນທີ່ເຈົ້າຟ້າ ສີໜໍ່ຄຳ ເຈົ້າຟ້າອົງໃໝ່ ຂອງເມືອງຊຽງແຂງ ຈະມາເຖິງເມືອງສິງ ໃນປິ ຄ.ສ 1885. ຫຼັງຈາກທີ່ ນາງບົວຄຳ ເສັຍຊີວິດໄປ ນາງກໍ່ໄດ້ກາຍເປັນ ໜຶ່ງໃນສີ່ ຂອງ ເຈົ້າມະເຫສັກ ຫຼັກເມືອງ ທີ່ປົກປັກຮັກສາ ພະທາດຊຽງຕຶງ ທີ່ ນາງໄດ້ມາບູລະນະໄວ້ ໃນຄາວມາບຸກເບີກສ້າງ ເມືອງສິງ ໂດຍມີການສ້າງຫໍບູຊາຜີ ນາງບົວຄຳ ໄວ້ຢູ່ທິດຕາເວັນຕົກ ຂອງ ພະທາດຊຽງຕຶງ.ໃນປີ ຄ.ສ 1881, ເຈົ້າຟ້າກອງໄຕ ໄດ້ຂຶ້ນຄອງຣາຊ ເປັນເຈົ້າຟ້າເມືອງຊຽງຕຸງ ແລະ ໄດ້ແຕ່ງຕັ້ງ ເຈົ້າຟ້າສີໜໍ່ຄຳ ເຊີ່ງເປັນໂອລົດຂອງ ເຈົ້າຟ້າເມືອງຊຽງແຂງອົງກ່ອນ ຂຶ້ນຄອງເມືອງຊຽງແຂງ. ເຈົ້າຟ້າສີໜໍ່ຄຳ ໄດ້ຮັບພາລະກິດ ຄືຕ້ອງຍ້າຍເມືອງຫລວງ ຈາກ ວຽງຈອມທອງ (ເມືອງຍູ້) ຂ້າມແມ່ນ້ຳຂອງ ໄປສ້າງເມືອງໃໝ່ ໃນເຂດທົ່ງຮາບນ້ຳສິງ-ນ້ຳດ້າຍ ເຊີ່ງເປັນເຂດ ທີ່ ນາງບົວຄຳ ໄດ້ໄປບຸກເບີກໄວ້ແລ້ວ. ໃນປີ ຄ.ສ 1887 ເມືອງສິງໄດ້ສ້າງສຳເລັດ ປະຊາຊົນ ປະມານພັນກວ່າຄົນ ໄດ້ອົບພະຍົບ ຂ້າມນ້ຳຂອງ ຍ້າຍເຂົ້າມາຢູ່ໃນເຂດເມືອງສິງ ດັ່ງຕຳນານເມືອງຊຽງແຂງໄດ້ລະບຸໄວ້: “ສັກກະຣາຊ 1148 ຕົວ ເດີນ 4 ວຸທິໄດ້ 10 ຄໍ່າ ເຈົ້າຟ້າເປັນປະທານ ທ້າວພະຍາ ຂ້າໄພ່ທັງມວນ ພ້ອມກັນອອກມາຈາກ ເສວຽງນ້ຳແກ້ວ ເຂົ້າມາສະຖິດພະໄສ ໃນມະຫານັກຄະຣະ ສິງຫາກຸບປະສິສະໄຊຍະຣາຊທານີ ມີຊື່ວ່າ ວຽງໄຊຍະສິງຫາ ວ່າວຽງຈອມສິງແລ, ເຈົ້າຟ້າເປັນເຄົ້າ ຂ້າໄພ່ທັງມວນພ້ອມກັນ ເຂົ້າວຽງໃໝ່ຈອມສິງ ໃນວັນປີ ສັກກະຣາຊ 1148 ຕົວ ເດີນ 4 ຂຶ້ນ 10 ຄ່ຳເມີງວັນ 5 ໄທກັດໄຄ້ ລຶກຟ້າໄດ້ 3 ຕົວ ຍາມທ່ຽງວັນ (ກົງກັບວັນອັງຄານ ທີ 03 ກຸມພາ ຄ.ສ 1887) ເຈົ້າຟ້າກໍ່ສະເດັດເຂົ້າວຽງໃໝ່ ຂຶ້ນຫໍໂຮງໃໝ່ໃນວັນນັ້ນແລ ຕາມວ່າເຈົ້າຟ້າຕົນນັ້ນ ໄດ້ເຂົ້າມາຕັ້ງຢູ່ວຽງຈອມສິງແລ້ວ ດັ່ງທ່ານກໍ່ໄດ້ຕັ້ງໃນ ຣາຊາທັມ 10 ປະການ”.ສາຍເຫດຫລັກຂອງການຍ້າຍເມືອງຫຼວງ ໄປ ເມືອງສິງ ກໍ່ເພາະວ່າ ຢູ່ເຂດເມືອງຍູ້ ແລະ ເມືອງຊຽງແຂງເກົ່ານັ້ນ ບໍ່ມີບ່ອນປຸກຝັງພຽງພໍ, ທົ່ງນາຄັບແຄບຫລາຍ ຜົນຜະລິດເຂົ້າ ແລະ ພືດຜັກອື່ນໆ ບໍ່ພຽງພໍທີ່ຈະລ້ຽງປະຊາຊົນໄດ້, ນອກຈາກນີ້ ກໍ່ຍັງມີສາຍເຫດອື່ນ ຄືທີ່ຕັ້ງຂອງເມືອງສິງ ຢູ່ຝັ່ງຊ້າຍແມ່ນ້ຳຂອງ ເຊິ່ງຫ່າງໄກ ແລະ ປອດໄພຈາກການຮຸກຮານຂອງ ພະມ້າພໍສົມຄວນ ເພາະເມືອງຊຽງແຂງ ໄດ້ຍຸດຕິການສົ່ງບັນນາການໄປສຳນັກພະມ້າ ທີ່ ກຸງອັງວະແລ້ວ ຫລັງຈາກ ພະເຈົ້າມິນດົງ ກະສັດພະມ້າ ສະຫວັນນະຄົດ ໃນປີ ຄ.ສ 1180. ເມືອຝ່າຍສະຫຍາມ ແລະ ເມືອງນ່ານຊາບຂ່າວການຍ້າຍເມືອງ ກໍ່ບໍ່ໄດ້ກີດຂວາງ ແຕ່ກໍ່ລໍຈັງຫວະ-ໂອກາດ ແລະ ລໍຟັງເບີ່ງສະຖານະການ ເນື່ອງຈາກສະຫຍາມເຫັນວ່າ ພະມ້າ ບໍ່ໄດ້ເປັນໄພການເມືອງຕໍ່ສະຫຍາມແລ້ວ. ເຖິງຢ່າງໃດກໍ່ຕາມ, ເຫດການບ້ານເມືອງໄດ້ປ່ຽນແປງອີກຄັ້ງໜື່ງ ເມືອປີ ຄ.ສ 1885 ຈັກກະພັດອັງກິດ ໄດ້ບຸກຍຶດ ກຸງອັງວະໄດ້ ແລະ ເຂົ້າຍິດຄອງ ປະເທດພະມ້າ ແລະ ໄດ້ອ້າງກຳມະສິດປົກຄອງ ວ່າ ເມືອງຊຽງຕຸງ ເມືອງຊຽງແຂງ ແລະ ລັດສານ ທັງຫລາຍ ທີ່ເປັນເມືອງຂຶ້ນຂອງພະມ້າມາກ່ອນຕ້ອງຍອມຮັບການປົກຄອງຂອງ ອັງກິດ.
ນອກຈາກນັ້ນ, ເມື່ອປີ ຄ.ສ 1886 ເກີດມີບັນຫາພາຍໃນຂອງເມືອງຊຽງຕຸງ ແລະ ເມືອງຊຽງແຂງ ຫລັງຈາກເຈົ້າຟ້າກອງໄຕ ທິວົງຄົດ, ໂອລົດຂອງເຈົ້າຟ້າເມືອງຊຽງຕຸງຂຶ້ນຄອງຣາຊ ແລະ ອ້າງວ່າຫົວເມືອງຊາຍແດນຂອງຊຽງແຂງ ເຊັ່ນຊຽງລາບ ເປັນດິນແດນຂອງຊຽງຕຸງ. ເຊິ່ງການສູ້ຮົບດັ່ງກ່າວ ໄດ້ມີທ້າວພະຍາເມືອງຕ່າງໆຄື: ເມືອງຊຽງລາບ, ຊຽງກົກ ແລະ ເມືອງລອງ ໄປສະໜັບສະໜູນຝ່າຍຊຽງຕຸງ ແຕ່ສຸດທ້າຍ ເຈົ້າຟ້າສີໜໍ່ຄຳ ສາມາດເອົາຊະນະຝ່າຍຊຽງຕຸງໄດ້. ການທີ່ບ້ານເມືອງຊຽງແຂງເກີດມີຄວາມບໍ່ສະຫງົບ ເຮັດໃຫ້ຝ່າຍສະຫຍາມ ແລະ ເມືອງນ່ານເປັນກັງວົນເລື່ອງຊາຍແດນຂອງຕົນ. ຕົ້ນປີ ຄ.ສ 1889 ຝ່າຍສະຫຍາມໄດ້ຕັດສິນໃຈສົ່ງກອງທັບເມືອງນ່ານ ໄປບີບບັງຄັບເຈົ້າຟ້າຊຽງແຂງ ສົ່ງບັນນາການ ໃຫ້ ບາງກອກ ນັບແຕ່ນັ້ນມາ ເມືອງຊຽງແຂງກໍ່ຕົກເປັນເມືອງຂຶ້ນຂອງສະຫຍາມ ໂດຍມີເມືອງນ່ານເປັນຝ່າຍຄວບຄຸມດູແລເມືອງຊຽງແຂງ ອີກຕໍ່ໜຶ່ງ.ໃນວັນທີ 18/11/1889 ເຈົ້າຟ້າສີໜໍ່ຄຳ ເຈົ້າຟ້າເມືອງສິງ ໄດ້ດີ່ມນ້ຳພິພັດສັດຕະຍາ (ດື່ມນ້ຳສາບານ) ທີ່ ວັດຫລວງ ເມືອງສິງ ຕໍ່ໜ້າຕົວແທນຝ່າຍເມືອງນ່ານ ແລະ ຍິນຍອມສົ່ງສ່ວຍບັນນາການ ໄປຖວາຍແກ່ເຈົ້າຊີວິດສະຫຍາມ ທີ່ ບາງກອກ, ເຫດຜົນນີ້ ໄດ້ເປັນຂໍ້ອ້າງທີ່ທາງສະຫຍາມກ່າວ ແຕ່ ຝ່າຍອັງກິດ ເຊີ່ງນຳໂດຍ ທ່ານ ອາເຊີ (Archer) ຮອງກົງສຸນອັງກິດ ປະຈໍາຊຽງໃໝ່ ໄດ້ສົງໃສໃນຂໍ້ດັ່ງກ່າວ ແລະ ກ່າວອ້າງວ່າ ສະຖານະຂອງເມືອງຊຽງແຂງ ແມ່ນຍັງບໍ່ຈະແຈ້ງ ຕ້ອງພິຈາລະນາໃຫ້ຮອບຄອບເປັນພິເສດ ດັ່ງນັ້ນ ທາງເມືອງຊຽງແຂງ ຄວນຢຸດເຊົາການສົ່ງສ່ວຍບັນນາການໄປ ບາງກອກກ່ອນ ໃນຊ່ວງທີ່ອັງກິດ ແລະ ສະຫຍາມເຈລະຈາກັນຢູ່.ໃນການເຈລະຈາຄັ້ງນັ້ນ ທັງສອງຝ່າຍຍັງບໍ່ສາມາດຕັດສິນໃຈໄດ້ກ່ຽວກັບເມືອງຊຽງແຂງ, ແຕ່ຕົ້ນປິ 1892 ຈັກກະພັດຝຣັ່ງ ໄດ້ເຂົ້າມາມີສ່ວນຮ່ວມໃນຂົງເຂດນີ້ ເຊີ່ງຝຣັ່ງເລັງເຫັນວ່າ ແມ່ນ້ຳຂອງ ເປັນເສັ້ນທາງສຳຄັນໃນການເຊື່ອມຕໍ່ກັບຈີນຕອນໃຕ້. ໂດຍທີ່ລັດຖະບານຝຣັ່ງໄດ້ ສະເໜີກັບລັດຖະບານອັງກິດໃນວັນທີ 16/02/1892 ວ່າ: ອານານິຄົມຂອງອັງກິດ ບໍ່ຄວນຂະຫຍາຍອອກມາຝັ່ງກົງກັນຂ້າມຂອງແມ່ນ້ຳຂອງ ເຫດຜົນນີ້ ເປັນການສະແດງອອກເປັນຄັ້ງທຳອິດ ຂອງ ຝຣັ່ງ ໃນການກະກຽມເອົາ ແມ່ນ້ຳຂອງ ເປັນເສັ້ນຊາຍແດນຂອງ ຝຣັ່ງ ແລະ ອັງກິດ ໃນອາຊີຕາເວັນອອກສ່ຽງໃຕ້. ໃນທີ່ສຸດ ຝຣັ່ງ ໄດ້ກົດດັນໃຫ້ ສະຫຍາມເຊັນສັນຍາ ໃນວັນທີ 03/10/1893 ໂດຍກຳນົດໃນມາດຕາທີ 1 ວ່າ: ລັດຖະບານສະຫຍາມ ໄດ້ປະກາດຍົກເລີກການຮຽກຮ້ອງດິນແດນຝັ່ງຊ້າຍທັງໝົດ ຂອງ ແມ່ນ້ຳຂອງ ພ້ອມທັງບັນດາເກາະດອນຕ່າງໆ ທີ່ຢູ່ຕາມລຳແມ່ນ້ຳຂອງ ແລະ ມາດຕາທີ 3 ວ່າ: ຫ້າມບໍ່ໃຫ້ລັດຖະບານສະຫຍາມ ຕັ້ງປ້ອມສູນກາງ ແລະ ຄ້າຍທະຫານ ໃນຂອບເຂດລັດສະໝີ 25 ກມ ຂອງຝັ່ງຂວາແມ່ນ້ຳຂອງ.ສຳລັບສົນທິສັນຍາ ຝຣັ່ງເສດ ແລະ ສະຫຍາມ ປີ 1893 ນີ້ ມີຜົນໂດຍກົງກັບ ອະນາຄົດຂອງ ເມືອງຊຽງແຂງຢ່າງຫຼີກລ້ຽງບໍ່ໄດ້ຄື: ຖ້າຊຽງແຂງຕົກເປັນເມືອງຂຶ້ນຂອງ ສະຫຍາມ, ຝຣັ່ງເສດກໍ່ສາມາດອ້າງຢ່າງມີເຫດຜົນວ່າ ບັນດາຫົວເມືອງຝັ່ງຊ້າຍແມ່ນ້ຳຂອງ ລວມທັງເມືອງຫລວງ ຄື ເມືອງສິງ ຕ້ອງຕົກເປັນດິນແດນຂອງ ຝຣັ່ງເສດ ສ່ວນຫົວເມືອງຝັ່ງຂວາ ຄື ເມືອງຍູ້, ຊຽງລາບ ຕ້ອງເປັນເຂດທີ່ບໍ່ມີທະຫານ ໃນລັດສະໝີ 25 ກມ ຕາມທີ່ຕົກລົງ. ສ່ວນອັງກິດສາມາດຮຽກຮ້ອງ ອານາເຂດທັງໝົດຂອງຊຽງແຂງໄດ້ ຍ້ອນການອ້າງເຖິງ ຄວາມສຳພັນແບບເມືອງສ່ວຍ ລະຫວ່າງຊຽງແຂງ ແລະ ຊຽງຕຸງ ທີ່ເຄີຍມີມີແຕ່ກ່ອນ ແລະ ຍັງບໍ່ທັນສິ້ນສຸດ. ໃນຂະນະທີ່ຝຣັ່ງເສດ ເລີ່ມການຮຽກຮ້ອງເອົາເມືອງຊຽງແຂງຝັ່ງຊ້າຍແມ່ນ້ຳຂອງນັ້ນ ເຊີ່ງຍັງບໍ່ມີສົນທິສັນຍາລະຫວ່າງ ອັງກິດ-ສຫຍາມເທຶ່ອ ເພາະມີພຽງແຕ່ຂໍ້ຕົກລົງທີ່ວ່າ: ອັງກິດເຫັນພ້ອມທີ່ເມືອງຊຽງແຂງ ເປັນເມືອງສ່ວຍຂອງ ສະຫຍາມແຕ່ໃນຂະນະທີ່ສະຫຍາມຈະປະກາດຍຸບເລີກອະທິປະໄຕເໜືອດິນແດນຊຽງແຂງ ຝ່າຍອັງກິດກໍ່ມີສົນທິສັນຍາ ທີ່ຈະຮຽກຮ້ອງດິນແດນຊຽງແຂງທັງສອງຝັ່ງແມ່ນ້ຳຂອງທັງໝົດ ເພື່ອແກ້ໄຂບັນຫາຊາຍແດນດັ່ງກ່າວ ອັງກິດ ແລະ ຝຣັ່ງເສດ ໄດ້ຕົກລົງກັນກຳນົດອານາເຂດພື້ນທີ່ເປັນກາງ ແລະ ເປັນເອກະລາດເຊິ່ງມີ
ຄວາມຍາວບໍ່ໜ້ອຍກວ່າ 100 ໄມໃນເຂດລຸ່ມແມ່ນ້ຳຂອງຕອນເທິງ. ເພື່ອບັນລຸນະໂຍບາຍຂອງອັງກິດ ໃນອາຊີອາຄະເນ ຄືບໍ່ໃຫ້ແຄວ້ນຕົງແກັງ (ຫວຽດນາມເໜືອ) ຂອງ ຝຣັ່ງເສດ ແລະ ພະມ້າ ຂອງອັງກິດ ມີດິນຈອດຕິດກັນ ເປັນຜົນໃຫ້ເກີດແນວຄວາມຄິດກ່ຽວກັບ “ລັດກັນຊົນ” ເຊີ່ງເມືອງຊຽງແຂງເປັນແກນຫຼັກຂອງແນວຄວາມຄິດດັ່ງກ່າວ.ສຳລັບລາຍລະອຽດຂອງລັດກັນຊົນ ທັງຝຣັ່ງເສດ ແລະ ອັງກິດ ມີຄວາມຄິດທີ່ແຕກຕ່າງກັນເຊັ່ນ: ລັດຖະບານອັງກິດຮຽກຮ້ອງສະເພາະບໍລິເວນຝັ່ງແມ່ນ້ຳຂອງ ໃນເຂດເມືອງຊຽງແຂງເທົ່ານັ້ນ, ສະນັ້ນຈຶ່ງສະເໜີໃຫ້ລັດກັນຊົນ ຄອບຄຸມບາງເຂດທີ່ເຄີຍຂຶ້ນກັບເມືອງຫລວງພະບາງ ເຊັ່ນ: ເມືອງຫລວງນ້ຳທາ ແລະ ວຽງພູຄາ. ສ່ວນລັດຖະບານຝຣັ່ງເສດເຫັນວ່າ ຂໍ້ສະເໜີຂອງຝ່າຍອັງກິດມີຈຸດປະສົງໃນການກີດກັນການຄ້າລະຫວ່າງ ອິນໂດຈີນຝຣັ່ງເສດ ກັບ ມົນທົນຢຸນນານຂອງ ຈີນ ໂດຍທີ່ ຝຣັ່ງເສດສະເໜີໃຫ້ ມີລັດກັນຊົນ ທີ່ກວມເອົາທັງສອງຝັ່ງແມ່ນ້ຳຂອງ ບໍ່ສະເພາະ ແຕ່ເຂດເມືອງຊຽງແຂງ. ການເຈລະຈາລະຫວ່າງສອງຈັກກະພັດ ອັງກິດ ແລະ ຝຣັ່ງເສດໄດ້ຢືດເຍື້ອຈົນເຖິງເດືອນ 4 ປີ 1895, ທັງສອງຝ່າຍຍັງບໍ່ສາມາດຕົກລົງກັນໄດ້ ທັງສອງຝ່າຍກໍ່ປ່ຽນກົນລະຍຸດໃໝ່ ໂດຍການສົ່ງຜູ້ແທນຂອງຕົນໄປເກ້ຍກ່ອມ ເຈົ້າຟ້າສີໜໍ່ຄຳ ທີ່ເມືອງຊຽງແຂງ. ສຸດທ້າຍ ການເຈລະຈາ ເກ້ຍກ່ອມ ແລະ ອື່ນໆ ກໍ່ຕ້ອງຢຸດລົງ ໃນເດືອນ 5 ປີ 1895 ເມື່ອ ຮອງຂ້າຫລວງອັງກິດໃນລັດສານ ນຳເອົາກອງທະຫານເກີຄ່າ (ທະຫານເນປານ) ຈຳນວນ 2 ກອງ ແລະ ກອງທະຫານມ້າຊິກ (ທະຫານອິນເດຍ) ຈຳນວນໜຶ່ງເຂົ້າມາໃນຊຽງແຂງ ແລະ ດຶງທຸງຊາດອັງກິດ (ທຸງຢູນຽນແຈັກ) ຂຶ້ນສູ່ຍອດເສົາທຸງ ຂໍຫໍຄຳເມືອງສິງ ເຊີ່ງອັງກິດໄດ້ພະຍາຍາມ ບັງຄັບໃຫ້ຊຽງແຂງ ຍ້ອມຮັບອະທິປະໄຕຂອງຕົນເທິງດິນແດນຊຽງແຂງ. ແຕ່ການກະທຳດັ່ງກ່າວກັບເຮັດໃຫ້ ເຈົ້າຟ້າ ກັບເຈົ້າພະຍາບໍ່ຍິນຍອມຮັບຄຳຮຽກຮ້ອງຂອງອັງກິດ ເຈົ້າຟ້າສີໜໍ່ຄຳ ໄດ້ນໍາເອົາສະມາຊິກ ຈຳນວນໜຶ່ງໜີໄປເມືອງຫລວງພູຄາ ຫລື ຫລວງນ້ຳທາ ທາງຕາເວັນອອກສ່ຽງໃຕ້ ຂອງ ເມືອງສິງ ປະມານ 40 ກມ ເຊິ່ງເປັນເຂດແດນຂອງຝຣັ່ງເສດ ແລະ ຂໍການສະໜັບສະໜູນຈາກຂ້າຫລວງຝຣັ່ງເສດ, ເຈົ້າຟ້າສີໜໍ່ຄຳມີຄຳສັ່ງໃຫ້ເຈົ້າພະຍາ ແລະ ປະຊາຊົນຂອງຕົນທັງໝົດ ປະຕິເສດການຮ່ວມມືກັບອັງກິດ.ເນື່ອງຈາກການສູ້ຮົບຍາດແຍ່ງເມືອງສິງບໍ່ສຳເລັດ ຝ່າຍອັງກິດໄດ້ກັບໄປເຈລະຈາກັບຝຣັ່ງເສດອີກຄັ້ງ ທີ່ ນະຄອນຫລວງລອນດອນ, ການເຈລະຈາໄດ້ສິ້ນສຸດລົງໃນວັນທີ 15/01/1896 ເມືອທັງສອງຝ່າຍໄດ້ປະກາດຂໍ້ຕົກລົງກັນ ເຊິ່ງກຳນົດການແບ່ງແຍກ ເມືອງຊຽງແຂງ ອອກເປັນສອງສ່ວນຕາມແລວແມ່ນ້ຳຂອງ. ໃນວັນທີ 10/05/1896 ຕົວແທນທັງສອງຝ່າຍໄດ້ພົບກັນທີ່ເມືອງສິງ ແລະ ຕົກລົງກ່ຽວກັບການຖອນທະຫານອັງກິດອອກໄປຈາກ ເມືອງຊຽງແຂງ, ຫລັງຈາກນັ້ນການຖອນທະຫານອອກໄປ ເຈົ້າຟ້າເມືອງສິງກໍ່ກັບມາປົກຄອງເມືອງຊຽງແຂງ ເຊີ່ງປົກຄອງໃນຖານະ ເປັນເມືອງຂຶ້ນຂອງຝຣັ່ງເສດ ທີ່ ເຫລືອດິນແດນພຽງເຄີ່ງດຽວ ສ່ວນອີກເຄິ່ງໜຶ່ງຕ້ອງຕົກເປັນຂອງອັງກິດ.ສຳລັບເມືອງສິງ ເມື່ອຕົກຢູ່ໃຕ້ອຳນາດການປົກຄອງຂອງຝຣັ່ງເສດ ໃນຖານະ ເມືອງໃນອາລັກຂາ (Protectorate) ແຕ່ຕາມສະພາບຄວາມເປັນຈິງ ເຈົ້າຟ້າເມືອງສິງໄດ້ເສັຍສິດໃນການປົກຄອງຂອງຕົນໄປແລ້ວ. ເມືອເຈົ້າຟ້າອົງຄຳ ພະຍາຍາມຮຽກຮ້ອງເອກະລາດຈາກຝຣັ່ງເສດ ໂດຍສົມທົບ ແລະ ຄົບຄິດກັບກຸ່ມທະຫານໂຈຍຫໍ້ຈາກຈີນ ທີ່ເຂົ້າມາປຸ້ນສະດົມໃນພາກເໜືອຂອງລາວ ຕັ້ງແຕ່ປີ 1914. ເມື່ອເຖິງວັນທີ 06 ເມສາ 1916 ຝຣັ່ງເສດໄດ້ຈັດການບັນຫາຕ່າງໆ, ໄດ້ປົດເຈົ້າຟ້າອົງຄຳ ອອກຈາກຕໍາແໜ່ງເຈົ້າຟ້າເມືອງສິງ ແລະ ສັ່ງຍຸບເລີກສະຖາບັນເຈົ້າຟ້າ ພ້ອມທັງກ່າວຫາເຈົ້າຟ້າອົງຄຳວ່າ ເປັນຜູ້ກະທຳຜິດທາງອາຍາ, ລະເມີດກົດໝາຍບ້ານເມືອງ ແລະ ຖືກໂທດທາງການເມືອງ ເຮັດໃຫ້ເຈົ້າຟ້າອົງຄຳ ເຊີ່ງເປັນເຈົ້າຟ້າອົງສຸດທ້າຍຂອງ ເມືອງສິງ ຕ້ອງໜີໄປເມືອງພົງ ໃນເຂດ ສິບສອງພັນນາ ຂອງ ຈີນ ເປັນການສິ້ນສຸດເຈົ້າຟ້າເມືອງສິງ ທີ່ມີ ວັດທະນະທຳ ຮິດຄອງ ປະເພນີ ຢ່າງໜ້າສົນໃຈປະໄວ້ໃຫ້ພວກເຮົາໄດ້ສຶກສາກັນ.
ເມືອງສິງຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອສຸດຂອງຫຼວງນໍ້າທາ ຕິດກັບປະເທດມຽນມ້າ ແລະ ມົນທົນ ຢູນນານ. ເມືອງສິງເປັນເມືອງເກົ່າແກ່ເປັນສູນກາງການປົກຄອງ ແລະ ເສດຖະກິດ ມີຄວາມສູງຈາກລະດັບໜ້ານໍ້າທະເລ 540 – 2094 ແມັດ, ພື້ນທີ່ດິນສ່ວນໃຫຍ່ເປັນປ່າໄມ້ ແລະ ໄຮ່ນາຢູ່ເທິງພູເຂົາ. ອາກາດຈະເຢັນ ແລະ ແຫ້ງ ໃນຊ່ວງເດືອນພະຈິກ ຫາ ເດືອນກຸມພາ, ອຸນຫະພູມຈະຫຼຸດລົງເຫຼືອ 5 ອົງສາ ໃນຕອນກາງຄືນ. ອຸນຫະພູມສະເລ່ຍ 25 ອົງສາ. ລະດູໜາວ ຈຳເປັນຈະຕ້ອງໃສ່ເສື້ອກັນໜາວໜາໆ ຕັ້ງແຕ່ຕອນເຊົ້າຈົນຮອດຄ່ຳ. ເດືອນມີນາ ຫາ ເດືອນເມສາ ເປັນຊ່ວງທີ່ຮ້ອນທີ່ສຸດ ອຸນຫະພູມຈະສູງເຖິງ 40 ອົງສາ. ຝົນຕົກໃນຊ່ວງເດືອນພຶດສະພາ ຫາ ເດືອນກັນຍາ. ເມືອງສິງ ມີປະຊາກອນທັງໝົດ 23.500 ຄົນ ກະຈາຍໂຕຢູ່ໃນ 95 ໝູ່ບ້ານ ໜຶ່ງໃນເຫດຜົນທີ່ຄວນມາຢ້ຽມຢາມເມືອງສິງ ແມ່ນຄວາມຫຼາກຫຼາຍຂອງຊົນເຜົ່າ ຍ້ອນວ່າເປັນສູນກາງທາງດ້ານວັດທະນະທໍາດັ້ງເດີມ ຂອງ ໄທລື້, ໄທເໜືອ ແລະ ອາຂ່າ ລວມເຖິງເປັນສູນກາງການຄ້າຂອງຊາວໄທດໍາ, ມົ້ງ, ເຍົ້າມ່ຽນ ແລະ ໂລໂລ່. ຊົນເຜົ່າທີ່ພົບເຫັນຫຼາຍທີ່ສຸດ ກວມເອົາເຄິ່ງໜຶ່ງຂອງປະຊາກອນ ແມ່ນຊົນເຜົ່າອາຂ່າ, ຮອງລົງມາຊົນເຜົ່າອາຂ່າ. ມົນສະເໜ່ ເມືອງສິງ
ຫາກອີງຕາມຕຳນານຂອງເຈົ້າຟ້າສີລີໜໍ່ຄຳສ້າງເມືອງສິງ ທີ່ເຈົ້າໃໜ່ຍາວົງຂຽນໄວ້ ໃນຊຸມປີ 1880 ອັນເປັນໄລຍະການ ກໍ່ຕັ້ງເມືອງສິງນັ້ນແລ້ວ, ດີນເມືອງລອງໃນໄລຍະນັ້ນ ຍັງຂື້ນ ກັບເມືອງສິງຢູ່ ແລະ ສຳນັກງານເມືອງດຽວ ນີ້ກໍ່ເປັນພຽງ ບ້ານ ນ້ອຍໆບ້ານໜື່ງ ເຊີ່ງພະຍາຫຼວງໄດ້ນຳຊາວບ້ານ, ບ້ານ ໜອງຄຳ ມາສ້າງໄວ້ເປັນຜູ້ທຳອິດໃນປີ 1901 ຂອງຄິດຕະການ. ມາເຖິງປີ 1957 ຄືສະໄໝການຕໍ່ສູ້ກູ້ຊາດ ແນວຄວາມຄິດ ທີ່ຈະແຍກ ເຂດເປັນເມືອງໜື່ງອີກຕ່າງຫາກ ເນື່ອງຈາກວ່າ ເນື້ອທີທີ່ຂື້ນ ກັບເມືອງສິງກໍ່ກ້ວາງໃຫ່ຍຫຼາຍ ແລະ ປະຊາກອນ ກໍ່ເພີ່ມຂື້ນ ໜ້າແໜ້ນກ່ວາເກົ່ານັ້ນ ຈຶ່ງເປັນຮູບການທີ່ຈະຈັດກົງຈັກການບໍລິຫານເມືອງຂື້ນ. - ກໍ່ເລີ່ມເປັນຮູບເປັນຮ່າງຂື້ນມາແລ້ວຈົນຮອດປີ 1962 ການສ້າງຕັ້ງເມືອງລອງໃຫ້ເປັນ ເມືອງໜຶ່ງນັ້ນຈີ່ງປະກົດກາຍເປັນຈິງ. ໂດຍເປັນ ທ່ານ ເມືອງແສງ ເປັນເຈົ້າເມືອງຜູ້ທຳອິດ ແລະ ມີສຳນັກງານຕັ້ງຢູ່ ບ້ານ ສະ ປັດຈຸບັນ. - ປີ 1968 ສົງຄາມມີຄວາມດຸເດືອດເກີດຢູ່ທົ່ວແຂວງພາກເໜືອ, ດັງນັ້ນ ເພີ່ນຈິ່ງຕັດ ສີນໃຈຍ້າຍສໍານັກເມືອງໄປໄວ້ຢູ່ເຂດຊາຍເເດນເມືອງລອງຕໍ່ເມືອງສິງ ເປັນການ ຊົ່ວຄາວ. ຮອດປີ 1969 ສຳນັກງານ ໄດ້ຍ້າຍໄປຢູ່ເມືອງມອມ (ບ້ານ ມອມ) ໃກ້ໆ ກັບຊາຍແດນຈີນທາງທີດເໜືອຂອງເມືອງສີງ ແລະ ປັດຈຸບັນ ຂື້ນກັບເມືອງສິງ. - ປີ 1973 ເມືອສົງຄາມເລີມສະຫງົບລົງ ເພີນຈີ່ງໄດ້ຕົກ ລົງຍ້າຍ ສໍານັກງານເມືອງກັບມາ ຢູ່ທົ່ງພຽງຕີນພູກອງເຈງ ແຄມແມ່ນ້ຳລອງ. - ປີ 1975 ເມືອສັນຕິພາບກັບຕາວຂື້ນມາສູ່ທ້ອງຖີນນີ້ແລ້ວ ເພີ່ນຈຶ່ງໄດ້ຕົກລົງຍ້າຍສໍານັກ ເມືອງມາຕັ້ງຢູ່ ບ້ານ ເທດສະບານ ປັດຈຸບັນ ເຊິ່ງເວລານັ້ນຕັ້ງຕິດຢູ່ວັດ ບ້ານ ຫຼວງພາ ຄຳ, ເວລາ ຕໍ່ມາສຳນັກເມືອງຍັງບໍ່ທັນມີທີ່ຕັ້ງທີ່ເປັນອັນແນ່ນອນ ເລີ່ມມີຄວາມພະຍາຍາມ ທີ່ຢາກໄປຕັ້ງຢູ່ ບ້ານ ປ່າຄາ ແຕ່ໃນທີ່ສຸດມາເຖີງປີ 1993 ເມື່ອໄດ້ສຳເລັດຜັງເທດສະ ບານເມືອງລອງ ແລ້ວ ສະນັ້ນ ກໍ່ເລີຍຕັ້ງຢູ່ແຫ່ງປັດຈຸບັນ ເປັນການຖາວອນ, ຫຼັງຈາກນັ້ນ ປະຊາຊົນກໍ່ທະຍອຍພາກັນມາຕັ້ງຖີ່ນຖານທີ່ເທດສະບານນີ້ ນັບມື້ນັບຫຼາຍຂື້ນເລື້ອຍໆ ຈົນຮອດປັດຈຸບັນ.ປະຫວັດເມືອງລອງຊົນເຜົ່າ ໄຕເໜືອ
ເມືອງລອງ ເປັນເມືອງພູດອຍທາງທິດໃຕ້ຂອງເມືອງສິງ, ມີຊາຍແດນຕິດກັບມຽນມາ ແລະໄທ. ໃນເມືອງນີ້ມີຊົນເຜົ່າສ່ວນໜ້ອຍ 9 ເຜົ່າ, ໃນນັ້ນມີເຜົ່າໄຕລື້, ໄຕດຳ, ມົ້ງ, ຢ້າວ, ອາຄາ, ມູເຊີ ແລະ ຊຽງກົກ ເປັນເມືອງທ່າເຮືອນ້ອຍລຽບຕາມແມ່ນ້ຳຂອງ ຫ່າງຈາກເມືອງສິງປະມານ 72 ກິໂລແມັດ, ໂດຍສ່ວນໃຫ່ຍ ໃຫ້ບໍລິການພໍ່ຄ້າຊາວຈີນທີ່ຄ້າຂາຍສິນຄ້າຕາມລຳແມ່ນ້ຳຂອງ. ຕະຫຼາດເຊົ້າຂອງເມືອງນີ້ ເປັນທີ່ຂຶ້ນຊື່ລືຊາ ໂດຍສະເພາະແມ່ນ ແມ່ຍິງຊາວອາຄານຸ່ງຊຸດຊົນເຜົ່າມາຂາຍເຄື່ອງ. ເມືອງລອງແມ່ນເມືອງທີ່ມີຄວາມສະຫງົບ ແລະ ມີສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງລອງ ໄວ້ໃຫ້ຄຳແນະນໍາສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ໃຫ້ກັບນັກທ່ອງທ່ຽວ. ມົນສະເໜ່ ເມືອງລອງ