The words you are searching are inside this book. To get more targeted content, please make full-text search by clicking here.
Discover the best professional documents and content resources in AnyFlip Document Base.
Search
Published by Usmile Graphic, 2026-01-04 23:57:20

Namtha Book

Namtha Book 5.1.2026

ພາຍຫຼັງພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ແລະ ພາຍໃຕ້ການຊີ້ນຳໂດຍກົງຂອງພັກປະຊາຊົນປະຕິວັດລາວ ໃນຂອບເຂດທົ່ວປະເທດ ໄດ້ເຮັດໃຫ້ຂະບວນການປະຕິວັດຂອງປະຊາຊົນລາວກ້າວຂື້ນໄລຍະໃໝ່ ຄືໄລຍະຕໍ່ສູ້ກູ້ຊາດທີ່ມີ ພັກນຳພາ, ມີການຈັດຕັ້ງ, ມີການສົມທົບຢ່າງແໜ້ນແຟ້ນໃນຂອບເຂດທົ່ວປະເທດ ແລະ ທະຫານອາສາສະໝັກຫວຽດນາມ. ໃນປີ 1950 ກຳລັງປະຕິວັດ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ກ້າວກະໂດດຂັ້ນບັນດາພະນັກງານ-ນັກຮົບ ໄດ້ຮັບການຝຶກຝົນຫຼໍ່ຫຼອມຢູ່ໃນແປວໄຟຂອງການປະຕິວັດ, ດ້ວຍນ້ຳໃຈເດັດດຽວໜຽວແໜ້ນອົດທົນ ແລະ ກ້າແກນ ເຊິ່ງໄດ້ສ້າງທ່ວງທ່າ ແລະ ບາດກ້າວອັນໃໝ່ໃຫ້ແກ່ການປະຕິວັດອັນຍຶດເຍື້ອຍາວນານ ຂອງປະຊາຊົນລາວຈາກບ່ອນກຳລັງປະຕິວັດອ່ອນນ້ອຍ ກ້າວໄປເຖິ່ງບ່ອນມີຮາກຖານການເມືອງໜັກແໜ້ນເຂັ້ມແຂງ ແລະ ລົງກໍ່ສ້າງຮາກຖານການເມືອງ-ການທະຫານ ໄດ້ຮັບການສ້າງຕັ້ງຂື້ນ ຢູ່ບ້ານມົກກູດ, ບ້ານເຜິ້ງ ໃນເດືອນ 1 ປີ 1951; ໃນນີ້ ສະຫາຍ ບຸນເຖິງ ໄດ້ເປີດກອງປະຊຸມປິດລັບຂຶ້ນຢູ່ທີ່ຫົວນ້ຳດິງ ບ້ານຜາຮູ ແລະ ບ້ານເຕີມ, ກອງປະຊຸມດັ່ງກ່າວໄດ້ປະກາດລາຍຊື່ຂອງພະນັກງານຮາກຖານລັບຂຶ້ນ ເຊິງຜູ້ທີ່ໄດ້ຮັບການກໍ່ສ້າງ, ຝຶກຝົນຫຼໍ່ຫຼອມໃຫ້ເປັນຜູ້ຊີ້ນຳຂະບວນການຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ມີພະນັກງານ ເຂົ້າຮ່ວມຄື: ສະຫາຍ ເຄິນ ບ້ານເຜິ້ງ, ສະຫາຍ ສັນ ບ້ານຜາຮູ, ສະຫາຍ ຫືນ ບ້ານພູແສ (ບ້ານພູຈະແລ), ສະຫາຍ ເຊືອງ ບ້ານພູລັນ, ສະຫາຍ ວັນ ບ້ານພູສູງ, ສະຫາຍ ສືບ ບ້ານພູໂຫນ, ສະຫາຍ ອຸດອນ,ສະຫາຍຮັກ ບ້ານກອນລາງ. ບັນດາສະຫາຍເຫຼົ່ານີ້ແມ່ນຄົນພື້ນຖານເຂດຕາແສງບ້ານເຜີ້ງ ເມືອງນາແລ ໂດຍພາຍໃຕ້ການບັນຊາ ຂອງ ສະຫາຍ ບຸນເຖິງ. ຮອດເດືອນ 3 ປີ 1952 ສະຫາຍ ບຸນເຖິງ ໄດ້ນໍາພາກຳລັງໂຄສະນາປະກອບອາວຸດຕີສັດຕູຢູ່ຄ້າຍບ້ານຜາງບົກ, ບັ້ນບຸກຕີດັ່ງກ່າວ ກຳລັງພວກເຮົາສາມາດຂ້າສັດຕູຕາຍຄາທີ່ 3 ບັກ, ບາດເຈັບ 1 ບັກ. ປີ 1952 - 1953 ກອງຫຼອນຕາແສງບ້ານເຜິ້ງ ໂດຍການນຳພາຂອງສະຫາຍ ບຸນເຖິງ ໄດ້ເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ແລະ ເຄື່ອນໄຫວຕີສັດຕູຢູ່ເຂດບ້ານຜາງບົກ, ບ້ານນາແລ, ບ້ານໂມະ ສາມາດຂ້າສັດຕູຕາຍຄາທີ່ 12 ບັກ, ບາດເຈັບ 1 ບັກ, ຢຶດປືນໄດ້ 4 ກະບອກ;ປີ 1953 - 1954 ກອງຫຼອນຕາແສງບ້ານເຜິ້ງສົມທົບຢ່າງແຫນ້ນແຟ້ນກັບທະຫານທ້ອງຖິ່ນຫຼວງນ້ຳທາ ແລະ ທະຫານອາສາສະໝັກຫວຽດນາມ ກຳລັງດັ່ງກ່າວບັນຊາໂດຍສະຫາຍ ບຸນເຖິງ ແລະ ສະຫາຍ ຄຳອ່ອນ ໄດ້ເຄື່ອນໄຫວຕີກໍາລັງທະຫານສັດຕູທີ່ເຄື່ອນໄຫວມາສ້າງຄ້າຍຢູ່ເຂດບ້ານຜາງບົກ, ບ້ານເຜິ້ງ ຕາແສງບ້ານເຜີ້ງ ແລະ ຕາແສງສະແກນ ເມືອງນາແລ ຜ່ານການສູ້ຮົບກຳລັງເຮົາສາມາດຂ້າສັດຕູຕາຍຄາສະຫນາມຮົບ 22 ບັກ, ບາດເຈັບ 13 ບັກ, ຈັບເປັນສະເລີຍເສິກ 6 ບັກ, ຢຶດປືນໄດ້ 38 ກະບອກ.ປີ 1954 – 1957 ຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຢູ່ຫຼວງນ້ຳທາ ເວົ້າສະເພາະ, ການຕໍ່ສູ້ຂອງກຳລັງປະກອບອາວຸດທ້ອງຖິ່ນ, ກຳລັງກອງຫຼອນຕາແສງບ້ານເຜີງເມືອງນາແລ ເຊິ່ງພາຍໃຕ້ການບັນຊາຂອງສະຫາຍ ບຸນເຖິງ, ສະຫາຍ ບຸນມີ, ສະຫາຍ ເຫຼືອງ, ສະຫາຍ ແພງ ໄດ້ນຳພາກຳລັງດັ່ງກ່າວເຄື່ອນໄຫວໂຄສະນາກໍ່ສ້າງຮາກຖານ, ກໍ່ສ້າງເຂດທີ່ໝັ້ນກອງຫຼອນ, ຈັດສົ່ງພະນັກງານຈຳນວນໜື່ງລົງເຄື່ອນໄຫວປິດລັບຢູ່ຕາມທ້ອງຖິ່ນເພື່ອຊ່ວຍເຫຼືອປະຊາຊົນ.ປະຫວັດເມືອງນາແລ


ປີ 1957 – 1959 ຂະບວນການຕໍ່ສູ້ປົດປ່ອຍຊາດຂອງກຳລັງປະຕິວັດທ້ອງຖິ່ນຫຼວງນ້ຳທາແມ່ນມີທ່າຂະຫຍາຍຕົວ, ສ່ວນຢູ່ເມືອງນາແລ ພາຍຫຼັງທີ່ສະຫາຍ ບຸນມີ ຈິດດຳລົງ ໄປປະຕິບັດຫນ້າທີ່ຢູ່ຫ້ວຍຊາຍເວລາເດີນທາງກັບ ສະຫາຍ ໄດ້ຖືກວົງສະກັດຂອງສັດຕູ ແລະ ສາມາດຝ່າອອກຈາກວົງກະກັດຂອງສັດຕູໄດ້ຢ່າງປອດໄພ. ມາຮອດວັນທີ 25/11/1959 ສະຫາຍບຸນມີ ຈິດດຳລົງ ພ້ອມດ້ວຍຄະນະໄດ້ເປີດກອງປະຊຸມປິດລັບຂື້ນຢູ່ຫ້ວຍນ້ຳແລັກ ເຂດທີ່ໝັ້ນມົກກູດ ຕາແສງສະແກນ, ພ້ອມປະກາດສ້າງຕັ້ງຄະນະພັກເມືອງ ໂດຍແມ່ນ ສະຫາຍ ບຸນມີ ຈິດດຳລົງ ເປັນປະທານຄະນະພັກເມືອງ, ສະຫາຍ ເລືອງ ຄຳພັນ ເປັນຮອງປະທານເມືອງສະຫາຍ ບຸນເຖິງ ເປັນຄະນະພັກເມືອງ; ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປະກາດສ້າງຕັ້ງກອງບັນຊາການທະຫານເມືອງນາແລຢ່າງເປັນທາງການ ປະກອບມີ 2 ໝວດ, ມີຈຳນວນພົນ 64 ສະຫາຍ ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ຄຳແພງ, ສະຫາຍ ຄຳວົງ ວັນຄຳ, ສະຫາຍ ສະຫຼອງ ເປັນຜູ້ບັນຊາໝວດ.ຮອດວັນທີ 10 /05 / 1960 ຄະນະພັກ - ຄະນະບັນຊາ ນຳໂດຍສະຫາຍ ບຸນມີ ຈິດດຳລົງ ໄດ້ຕົກລົງເອົາ 2 ໝວດທະຫານເມືອງນາແລ ປະກາດເປັນຫມວດເອກະລາດຂອງທະຫານແຂວງຫຼວງນໍ້າທາ,ຜ່ານການເຄື່ອນໄຫວສູ້ຮົບຕີຕ້ານການຮຸກຮານ ກຳລັງດັ່ງກ່າວໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງ ຕີເອົາຊະນະສັດຕູໄດ້ຫຼາຍບັ້ນຮົບ. ຮອດວັນທີ 25/05/1961 ໄດ້ປະກາດ 2 ໝວດ ຂຶ້ນເປັນກອງຮ້ອຍເອກະລາດ ທະຫານແຂວງຫຼວງນ້ຳທາ ໂດຍເອີ້ນຊື່ວ່າ: ກອງຮ້ອຍ 90 ປະຈຳຢູ່ບ້ານຜາງບົກ ປະກອບມີຈໍານວນພົນ 90 ສະຫາຍ, ບັນຊາໂດຍ ສະຫາຍ ຄຳແພງ, ສະຫາຍ ຄຳວົງ ວັນຄຳ ແລະ ສະຫາຍ ອຸດອນ ລາດສະຫວ່າງ. ມາຮອດປີ 1962 ໄດ້ແຍກກອງຮ້ອຍ 90 ອອກເປັນ 5 ກອງຮ້ອຍ ແຈກຍາຍໄປປະຈຳຢູ່ແຕ່ລະເຂດ ບັນຊາໂດຍ ສະຫາຍ ຄຳແພງ, ສະຫາຍ ສະຫຼອງ, ສະຫາຍ ຄຳວົງ ວັນຄຳ ແລະ ສະຫາຍ ອຸດອນ ລາດສະຫວ່າງ ໄດ້ເຄື່ອນໄຫວປຸກລະດົມຂົນຂວາຍວຽການຮາກຖານການເມືອງ ແລະ ສາມາດຕໍ່ສູກູ້ເອົາຊະນະສັດຕູໃນທ້ອງຖິ່ນຕ່າງໆຈົນສາມາປົດປ່ອຍທົ່ວແຂວງຫຼວງນ້ຳທາໄດ້ຢ່າງສົມບູນ ໃນວັນທີ 6 ພຶດສະພາ 1962.ປີ 1963-1964 ຂະບວນການຕໍ່ສູ້ຢູ່ເມືອງນາແລ ໄດ້ຈັດຕັ້ງເປັນໝວດທະຫານເມືອງຄືນໃໝ່ ບັນຊາການໂດຍ ສະຫາຍ ເລິ, ສະຫາຍ ຈັນດີ (ຕະແຂວງ), ແລະ ສະຫາຍ ທອງວິນ ໄດ້ເອີ້ນຊື່ວ່າ: ກອງບັນຊາການທະຫານເມືອງນາແລ ພ້ອມສືບຕໍ່ເຄືອນໄຫວຕີສັດຕູ ຢູ່ເຂດຄະນຶງລະເມດ, ບ້ານໂມະ, ມົກຕະມູນ, ບ້ານຕົງລະຫາງ, ບ້ານຕົງປອດ ບັນຊາການໂດຍ ສະຫາຍ ອຸດອນ ລາດສະຫວ່າງ, ສະຫາຍ ທອງໃບ ໄຊວັນທາ, ສະຫາຍ ຄຳກ້ຽງ ແລະ ສະຫາຍ ສົມສີ ພ້ອມດ້ວຍອາສາສະໝັກຫວຽດນາມ ສາມາດຂ້າສັດຕູຕາຍຄາສະໜາມຮົບໄດ້ 13 ບັກ, ບາດເຈັບ 6 ບັກ, ຍືດອາວຸດໄດ້ 7 ກະບອກ, ຍືດໄດ້ເຂດຄວບຄຸມຂອງສັດຕູ, ປົດປອຍປະຊາຊົນອອກຈາກເຂດຄວບຄຸມຂອງສັດຕູໄດ້ຫຼາຍຕາແສງ.ປີ 1964-1971 ກຳລັງທະຫານທ້ອງຖິ່ນແຂວງຫຼວງນ້ຳທາ ໄດ້ສົມທົບກັບທະຫານອາສາສະໝັກຫວຽດນາມ ແລະ ກຳລັງກອງຫຼອນຢູ່ເຂດເມືອງນາແລ ໄດ້ເປີດບັ້ນຮົບເຄື່ອນໄຫວກວາດລ້າງກຳລັງຂອງສັດຕູຢູ່ເຂດບ້ານພູໂຫນ, ບ້ານ ເຜິ້ງ ແລະ ບ້ານ ແວນ. ສາມາດຂ້າສັດຕູໄດ້ 100 ບັກ, ບາດເຈັບ 145 ບັກ, ຈັບເປັນສະເລີຍເສີກ 95 ບັກ, ດັບສູນຄ້າຍສັດຕູໄດ້ 3 ກອງຮ້ອຍ, ສັດຕູແຕກໜີຕາຍ 379 ບັກ. ປີ 1968 ກຳລັງກອງບັນຊາການທະຫານແຂວງໄດ້ສົມທົບກັບກຳລັງ


ກອງບັນຊາການ ທະຫານເມືອງ ແລະ ກຳລັງກອງຫຼອນຂອງເມືອງນາແລ ບັນຊາການໂດຍ ສະຫາຍ ທອງຄຳ ໄຊສົງຄາມ, ສະຫາຍ ຄຳພາຍ ສະຫາຍ ບຸນທັນ ຄູນໄຊສະຫວ່າງ ໄດ້ນຳພາກຳລັງບຸກໂຈມຕີສັດຕູຢູ່ເຂດທິ່ມຫານໄກ່, ທິ່ມຜືນສາດ, ທິ່ມພູຂີ້ໄກ່, ທີ່ມບ້ານແວນ, ທິ່ມພູໂຫນ, ທີ່ມກອນຕືນ ແລະ ເຂດພູລົມ ສາມາດຂ້າສັດຕູຕາຍຄາສະໜາມຮົບ 270 ບັກ, ຈັບເປັນສະເລີຍ 11 ບັກ, ຍຶດອາວຸດທຸກຊະນິດ 370 ກະບອກ, ຍຶດລູກປືນ 200 ລູກ, ປັດເຂ່ຍສັດຕູອອກຈາກວົງສູ້ຮົບ 1,076 ບັກ.ປີ 1971-1975 ທະຫານທ້ອງຖິ່ນແຂວງຫຼວງນ້ຳທາ ບັນຊາໂດຍ ສະຫາຍ ທອງຄຳ ໄຊສົງຄາມ, ສະຫາຍ ຄຳແພງ ໄດ້ນຳພາກຳລັງຕີສັດຕູຢູ່ຄ້າຍ ບ້ານຄະນຶງລະເມດ ສາມາດປັດເຂ່ຍສັດຕູອອກຈາກວົງສູ້ຮົບ 95 ບັກ, ຂ້າຕາຍກັບທີ 51 ບັກ, ບາດເຈັບ 14 ບັກ. ໃນປີ 1972 ໄດ້ສຶບຕໍ່ເຄື່ອນໄຫວຕີສັດຕູ ຢູ່ເຂດຕາແສງບ້ານອ້ອມ, ເຂດບ້ານ ພູລວງ, ຈາກນັ້ນໄດ້ຍ້າຍສຳນັກເມືອງມາຕັ້ງຢູ່ເຂດນ້ຳເດືອ ໄດ້ດຳເນີນການຕໍ່ສູ້ສາມາດປົດປ່ອຍໄດ້ 7 ຕາແສງ, ກວມເອົາ 1/2 ຂອງພື້ນທີ່ທັງໝົດຂອງເມືອງນາແລ ຈາກນັ້ນ, ໄດ້ຍ້າຍສຳນັກເມືອງມາຕັ້ງຢູ່ຈຸດຫ້ວຍກາຍ ແລະ ຈາກຈຸດຫ້ວຍກາຍມາຕັ້ງຢູ່ບ້ານດອນຊາຍ ຕາແສງ ບ້ານອ້ອມ ພ້ອມສຶບຕໍ່ເຄື່ອນໄຫວປຸກລະດົມກຳລັງປະກອບອາວຸດເພື່ອເຄື່ອນໄຫວຕີສັດຕູຢູ່ພາກຕາເວັນຕົກຂອງເມືອງນາແລ. ປີ 1973 ໄດ້ສຶບຕໍ່ເຄືອນໄຫວຕີສັດຕູຢູ່ບັ້ນຮົບ ມົກຕະມູນ, ບັ້ນຮົບພູເທິງ ນຳພາໂດຍ ສະຫາຍ ກວານ ແກ້ວມະນີ, ສະຫາຍ ທອງດີ, ສະຫາຍ ທອງຄຳ ໄຊສົງຄາມ, ສະຫາຍ ຈັນດີ (ຕະແຂວງ) ແລະ ສະຫາຍ ທອງວິນ ສາມາດຂ້າສັດຕູ ໄດ້ 150 ບັກ, ບາດເຈັບ 22 ບັກ, ຍຶດອາວຸດທຸກຊະນິດໄດ້ 280 ກະບອກ, ລູກປືນ 6.000 ລູກ, ຍຶດສະບຽງອາຫານ 22 ໂຕນ, ລູກລະເບີດ 30 ໜ່ວຍ.ປີ 1977 ທະຫານທ້ອງຖິ່ນເມືອງນາແລ ໄດ້ສົມທົບກັບກອງຮ້ອຍ 4 ທະຫານທ້ອງຖິ່ນແຂວງ ອຸດົມໄຊ ບຸກໂຈມຕີສັດຕູ ຢູ່ເມືອງນາແລ ປົດປ່ອຍປະຊາຊົນອອກຈາກການຄວບຄຸມຂອງສັດຕູ ສາມາດດັບສູນສັດຕູໄດ້ 24 ບັກ, ບາດເຈັບ 17 ບັກ, ຍຶດອາວຸດປືນໄດ້ 10 ກະບອກ, ຍຶດລູກປືນໄດ້ 1.200 ລູກ, ລູກລະເບີດ 20 ໜ່ວຍ, ກອງທັບປະຊາຊົນລາວຈິງໄດ້ຊີ້ນໍາກໍາລັງທ້ອງຖິ່ນແຂວງຫລວງນ້ໍາທາໃຫ້ເປີດບັ້ນກວາດລາງສັດຕູອອກຈາກເມືອງນາແລ, ກອງບັນຊາການດ້ານຮົບໄດ້ຕົກລົງເອົາສະຖານທີ່ກອງບັນຊາການທະຫານແຂວງຫຼວງນ້ຳທາເປັນສູນກາງບັນຊາລວມ, ຄະນະຊີ້ນຳໄລຍະນີ້ມີທ່ານ ໄອ ສຸລິຍະແສງ, ທ່ານ ກອງສີ , ທ່ານ ບຸນເຮືອງ, ຊ່ຽວຊານຫວຽດນາມ ແລະ ຄະນະພັກແຂວງຫລວງນ້ຳທາ, ທະຫານເມືອງນາແລ, ທະຫານທ້ອງຖິ່ນ ແຂວງອຸດົມໄຊ, ເປີດບັ້ນຮົບບຸກໂຈມຕີເຂົ້າເຂດພູລວງ ເມືອງນາແລ ສາມາດ ຂ້າສັດຕູຕາຍ 15 ບັກ, ບາດເຈັບ 28 ບັກ, ຈັບພວກທີ່ລ້ຽງເກືອສັດຕູໄດ້ 247 ຄົນ. ຜ່ານຂະບວນການຕໍ່ສູ້ອັນຍຶດເຍື້ອຍາວນານ,ຄວາມເສຍສະຫຼະຂອງປະຊາຊົນບັນດາເຜົ່າເມືອງນາແລ ໃນການເຄື່ອນໄຫວຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດ ແລະ ກຸ່ມຄົນບໍ່ດີໃນໄລຍະຜ່ານມາຢ່າງອົງອາດກ້າຫ້ານເຕັມໄປດ້ວຍນ້ຳໃຈເສຍສະຫຼະ,ມານະອົດທົນມາຮອດວັນທີ່ 5 ເມສາ 1979 ເມືອງນາແລ ຂອງພວກເຮົາຈຶ່ງໄດ້ຮັບນາມມະຍົດເປັນ “ເມືອງນາແລ ວິລະຊົນ” ນັບແຕ່ນັ້ນເປັນຕົ້ນມາ.


ນາແລເປັນເມືອງພູດອຍຕັ້ງຢູ່ທາງທິດຕາເວັນຕົກສຽງໃຕ້ຂອງແຂວງຫຼວງນ້ຳທາ, ເປັນເມືອງທີ່ມີແມ່ນໍ້າທາຕັດຜ່ານຕະຫຼອດແນວເຊິ່ງເປັນເສັ້ນທາງການຄ້າແບບດັ້ງເດີມຂອງເມືອງ ແລະ ແຂວງຕ່າງໆ. ໃນອາດີດ ເມືອງນາແລເຄີຍເປັນຈຸດໃຈກາງຂອງການຂົນສົ່ງສິນຄ້າຕາມລຳແມ່ນ້ຳທາ ເຊິ່ງເປັນແມ່ນໍ້າທີ່ຄົດລ້ຽວເປັນໄລຍະທາງ 325 ກິໂລແມັດ ຫ່າງຈາກຊາຍແດນຈີນ ຜ່ານຮ່ອມພູນ້ຳທາ ມຸ້ງໜ້າໄປທາງໃຕ້. ແມ່ນ້ຳສາຍນີ້ໄຫຼ່ໄປສູ່ແມ່ນ້ຳຂອງ ແລະ ຊຽງຣາຍຂອງປະເທດໄທ. ປະຊາກອນສ່ວນໃຫ່ຍໃນເມືອງນາແລສ່ວນຫຼາຍແມ່ນຊົນເຜົ່າມອນ-ຂະແມ (82%), ປະກອບດ້ວຍຊົນເຜົ່າຂະມຸຣົກ, ຂະມຸກູເນ, ຂະມຸລິວ, ເຜົ່າຂະມຸຢຸນ, ສ່ວນປະຊາກອນທີ່ຍັງເຫຼືອແມ່ນເຜົ່າໄຕລື້.ເນື່ອງຈາກພື້ນທີ່ 98% ຂອງເມືອງນາແລ ເປັນພູດອຍປະຊາຊົນສ່ວນຫຼາຍແມ່ນເຮັດໄຮ່ ເພື່ອໝູນວຽນດຳລົງຊີວິດ. ການຕັ້ງຖິ່ນຖານໃໝ່ແມ່ນເປັນສ່ວນໜຶ່ງທີ່ປ່ຽນແປງຊີວິດຂອງຊຸມຊົນ, ໂດຍມີຫຼາຍໝູ່ບ້ານຖືກລວມຕົວເຂົ້າດ້ວຍກັນ ຫຼື ຍ້າຍໄປໃກ້ກັບເສັ້ນທາງຫຼວງນ້ຳທາ ແລະ ແຄມແມ່ນ້ຳ.ເມືອງນາແລປັດຈຸບັນນີ້ ເມືອງນາແລ ມີບົດບາດນໍາເຂົ້າໃນການຈໍາໜ່າຍສິນຄ້າ ແລະ ໃຫ້ບໍລິການຄົມມະນາຄົມຂົນສົ່ງ ໃຫ້ແກ່ບັນດາໝູ່ບ້ານນ້ອຍແຄມແມ່ນໍ້າທາ. ເມືອງນາແລ ເປັນທີ່ຕັ້ງຂອງຊຸມຊົນຂະມຸ ແລະ ໄຕລື້ ທີ່ໄດ້ຕັ້ງຖິ່ນຖານລຽບຕາມແມ່ນ້ຳຂອງ. ເຊັ່ນດຽວກັບຫຼາຍຊົນເຜົ່າໃນພາກເໜືອຂອງລາວ, ຊາວເຜົ່າຂະມຸບໍ່ແມ່ນພຸດທະສາສະນິກະຊົນ, ແຕ່ປະຕິບັດນັບຖືສາສະໜາຜີໃນແບບຂອງຕົນເອງ. ເມືອງນາແລແຫ່ງນີ້ ກຳລັງຈະກາຍເປັນເມືອງທີ່ຖືກພັດທະນາ ເນື່ອງຈາກມີຫຼາຍໂຄງການສໍາຄັນ ທີ່ກຳລັງຈັດຕັ້ງປະຕິບັດ ແລະ ກຳລັງມີແຜນກໍ່ສ້າງ ບໍ່ວ່າຈະເປັນ ໂຮງງານໄຟຟ້າພະລັງງານນໍ້າ ນໍ້າທາ 1, ລະບົບເມືອງອັດສະລິຍະ, ໂຄງການພະລັງງານໝູນວຽນລົມ ແລະ ແສງອາທິດ, ການກໍ່ສ້າງຕາຂ່າຍໄຟຟ້າ ແລະ ການເຊື່ອມໂຍງເຊື່ອມຈອດຄົມມະນາຄົມ. ມົນສະເໜ່ ເມືອງນາແລ


ຫຼວງນໍ້າທາທີ່ຂ້າພະເຈົ້າຫຼົງຮັກໃນປັດຈຸບັນ ມີຫຼາຍທ່າແຮງບົ່ມຊ້ອນ ບໍ່ພຽງແຕ່ເປັນສູນກາງທາງການຄ້າທີ່ສໍາຄັນ ຍັງມີສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແລະ ຄວາມຫຼາກຫຼາຍຂອງຊົນເຜົ່າ. ດ້ວຍຄວາມງຽບສະຫງົບ ແລະ ຄວາມເປັນມິດຂອງຜູ້ຄົນຊາວຫຼວງນໍ້າທາ ກໍ່ໃຫ້ເກີດການພັດທະນາພາຍໃນຈິດໃຈ ກໍ່ໃຫ້ເກີດຄວາມຮັກ ໃນທຳມະຊາດ ແລະ ຄວາມສະຫງົບຂອງເມືອງແຮງນີ້. ເຮັດໃຫ້ຂ້າພະເຈົ້າ ໄດ້ເລີ່ມຢາກເຮັດຫຍັງເພື່ອຊ່ວຍເຫຼືອເມືອງແຫ່ງນີ້ ໂດຍເລີ່ມຈາກສອງມືນ້ອຍໆຂອງຂ້າພະເຈົ້າ. ມົນສະເໜ່ທີ່ບໍ່ເຊື່ອມຄາຍ ຂອງຫຼວງນໍ້າທາ ແລະ ນໍ້າໃຈທີ່ແບ່ງປັນ““


ກົງກັບຕອນເຊົ້າ ຂອງວັນທີ 27 ພຶດສະພາ 2023 ນີ້, ໄດ້ມີການສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສັກ ແລະ ຢອດຢ່າແຫ່ງຊາດ ຢູ່ທີ່ ຫໍວັດທະນະທໍາ ແຂວງຫຼວງນໍ້າທາ ແລະໄດ້ມີຫຼາຍພາກສ່ວນ ລວມມີ: ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ, ຮອງພະແນກ, ຕາງໜ້າ 8 ບ້ານເທດສະບານແຂວງ, ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວແຂວງ, ພະແນກສາທາລະນະສຸກແຂວງ, ພະແນກຊັບພະຍາກອນ ແລະ ສິງແວດລ້ອມແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ສະຫະພັນແມ່ຍິງແຂວງ, ປກສ ແຂວງ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ສະຫະພັນກຳມະບານແຂວງ, ຄະນະໂຄສະນາອົບຮົມແຂວງ, ຫ້ອງວ່າການແຂວງ, ເລຂາ, ຮອງເລຂາ, ສະມະຊິກຊາວໜຸ່ມ, ຄູ-ອາຈານ ຕະຫຼອດຮອດນັກຮຽນ-ນັກສຶກ. ເຊິ່ງຄອບຄົວແລະ ຂ້າພະເຈົ້າ ກໍ່ໄດ້ມີສ່ວນຮ່ວມສໍາຄັນໃນງານຄັ້ງນີ້. ຂ້າພະເຈົ້າ ໄດ້ປະກອບສ່ວນມອບເບ້ຍໄມ້ ຈໍານວນ 10.000 ກວ່າຕົ້ນ ຖືກຂົນມາແຕ່ນະຄອນຫຼວງວຽງຈັນ ເພື່ອແຈກຢາຍໃຫ້ແຕ່ລະອົງການຈັດຕັ້ງ ນໍາໄປປູກຕາມຂອບເຂດພື້ນທີ່ ທີ່ຕົນເອງຮັບຜິດຊອບ. ຄອບຄົວຂອງຂ້າພະເຈົ້າ ເລືອກນໍາພາປູກຕົ້ນໄມ້ຢູ່ເຂດປ່າທີ່ເປັນແຫຼ່ງຕົ້ນນໍ້າຂອງນໍ້າທາ ເຖິງແມ່ນວ່າການເດີນທາງຈະຕ້ອງໄດ້ຍ່າງຂຶ້ນຄ້ອຍຂຶ້ນພູແຕ່ເຊົ້າມືດ ພ້ອມດ້ວຍສຳພາລະຕົ້ນໄມ້ ແລະ ຈອບສຽບ ບັນດາອຸປະກອນປູກຕົ້ນໄມ້. ເຫດຜົນທີ່ຄອບຄົວຂ້າພະເຈົ້າເລືອກລົງປູກຕົ້ນໄມ້ຢູ່ເຂດນີ້ ແມ່ນເນື່ອງຈາກເຂດດັ່ງກ່າວໄດ້ມີການລາຍງານວ່າມີການລັກລອບຕັດຕົ້ນໄມ້ ເຊິ່ງສ່ຽງຕໍ່ການເຮັດໃຫ້ແຫຼ່ງຕົ້ນນໍ້າເຫືອດແຫ້ງ ໃນອະນາຄົດອັນໃກ້ນີ້. ນອກຈາກຈະເປັນການຮັກສາປ່າແຫຼ່ງຕົ້ນນ້ຳ ຍັງມີຄວາມໝາຍທາງສັນຍະລັກອັນສໍາຄັນ ທີ່ສະທ້ອນໃຫ້ຊາວເມືອງຫຼວງນໍ້າທາໄດ້ຮັບຮູ້ວ່າການນໍາຂອງແຂວງໄດ້ເອົາໃຈໃສ່ຕໍ່ແຫຼ່ງຕົ້ນນໍ້າ ແລະ ປ່າໄມ້ຕົ້ນນໍ້າ ເພື່ອຮັກສາໄວ້ແຫຼ່ງປ່າ ແລະ ປ່າອັນອຸດົມສົມບູນໄວ້ໃຫ້ລູກຫຼານຊາວຫຼວງນໍ້າທາໃນອະນາຄົດ. ຫຼັງຈາກສໍາເລັດການປູກປ່າໃນຊ່ວງເຊົ້າ ທ່ານເຈົ້າແຂວງ ພ້ອມດ້ວຍຂ້າພະເຈົ້າ ແລະຄະນະ ກໍ່ເດີນທາງໄປຫໍວັດທະນະທໍາແຂວງ ເພື່ອຮ່ວມປະຖັກກະຖາ ແລະ ຢ້ຽມຢາມ booth ຕ່າງໆ ບໍ່ວ່າຈະເປັນສິນຄ້າຂອງແຂວງ, ທະນາຄານ ແລະ ບ່ອນຢອດຢາ. ເຊິ່ງກ່ອນທີ່ຈະເຂົ້າໄປພາຍໃນອາຄານຫໍວັດທະນະທໍາແຂວງ ຂ້າພະເຈົ້າໄດ້ແວ່ແຈກຢາຍອາຫານ, ນໍ້າ ແລະ ນົມ ໃຫ້ກັບນ້ອງໆນັກຮຽນທີ່ມາຮ່ວມງານດັ່ງກ່າວນໍາ. ເປັນໂຊກດີຂອງຂ້າພະເຈົ້າ ທີ່ຫົວໜ້າສະຫະພັນແມ່ຍິງແຂວງ ຊ່ວຍເປັນພາລະຈັດກຽມອາຫານ ແລະ ເຄື່ອງດື່ມໃຫ້ເດັກນ້ອຍ ຕາມກຳລັງຊັບທີ່ຂ້າພະເຈົ້າມອບໃຫ້. ພາຍໃນ, ຫໍວັດທະນະທໍາແຂວງ ໄດ້ມີການກ່າວປາຖັກກະຖາວັນເດັກ, ມີການຟ້ອມສະແດງຄວາມສາມາດ ແລະ ການມອບລາງວັນໃຫ້ກັບນັກຮຽນເກັ່ງ ເຊິ່ງຂ້າພະເຈົ້າກໍ່ໄດ້ປະກອບສ່ວນທຶນຮອນເລັກນ້ອຍ ເພື່ອໃຫ້ນັກຮຽນເກັ່ງທັງຫຼາຍ ມີກຳລັງໃຈສືບຕໍ່ຮໍ່າຮຽນ. ວັນທີ 1 ມິຖຸນາ 2023 ວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສັກຢາຢອດຢາແຫ່ງຊາດ.


““


ຖືກໄລຍະທີ່ຄອບຄົວຂອງຂ້າພະເຈົ້າ ມາຮັບໜ້າທີ່ເປັນເຈົ້າແຂວງ ແລະຕົງກັບແຜນງານຂອງໂຄງການ ຫ່ວງໃຍ ໄປເຖິງ ທີ່ເປັນປະທານ ໂດຍ ຍາປ້າ ນາລີ ສີສຸລິດ ທີ່ແຕ່ລະປີເພີ່ນຈະເປີດລະດົມທຶນຈາກບັນດານັກທຸລະກິດ ແລະ NGOs ທົ່ວປະເທດ ເພື່ອຮີບໂຮມມາສ້າງໂຮງຮຽນ, ຊ່ວງເຫຼືອແຂວງຕ່າງໆທີ່ຂາດເຂີນ ເຊິ່ງປີ 2023 ກໍ່ແມ່ນການຊ່ວຍເຫຼືອ ກໍ່ສ້າງ ຫໍພັກນັກຮຽນ ຊ່ວຍໂຮງຮຽນປະຖົມ ສົມບູນນ້ຳເງິນ ທີ່ເມືອງວຽງພູຄາ.ຂ້າພະເຈົ້າ ເຮັດໜ້າທີ່ອໍານວຍຄວາມສະດວກ ແລະ ຮ່ວມເດີນທາງກັບຄະນະໂຄງການ ຫ່ວງໃຍໄປເຖິງ ໃນການລົງສໍາຫຼວດພື້ນທີ່ກ່ອນກໍ່ສ້າງ, ຕິດຕາມການກໍ່ສ້າງ, ລະດົມທຶນ ແລະ ມອບຮັບຫໍພັກດັ່ງກ່າວ. ເຖິງແມ່ນວ່າເສັ້ນທາງທີ່ຈະເຂົ້າເຖິງໂຮງຮຽນດັ່ງກ່າວ ຈະເປັນຫຼຸມບໍ່ ຫຼື ຂີ້ຝຸ່ນໄງກຸ້ມ ຊຳໃດ ກໍ່ບໍ່ໄດ້ເຮັດໃຫ້ຄວາມຕັ້ງໃຈຂອງຄະນະໂຄງການ ເສື່ອມຖອຍລົງ. ກົງກັນຂ້າມ ກັບສິ່ງທີ່ຄະນະ ແລະ ຂ້າພະເຈົ້າ ໄດ້ພົບເຫັນ ພັດສ້າງຄວາມທໍ້ໃຈ ແລະ ນໍ້າຕາອຶງຕັນໃນເອີກ ຍ້ອນຄວາມຍາກລໍາບາກຂອງນັກຮຽນປະຖົມ ທີ່ອາໄສໃນຕູ້ຍົກສູງ ຂະໜາດ 2 x 2 ແມັດ ແລະ ແອ້ມຝາຕາມມີຕາມເກີດ ຍ້ອນຄວາມຢາກຮໍ່າຮຽນສຶກສາ ເຮັດໃຫ້ພວກເຂົາຕ້ອງຈາກຄອບຄົວ ພໍ່ແມ່ທີ່ອົບອຸ່ນ ມາຮ່ວມອາໄສເປັນກຸ່ມ ແລະ ຝາກຄວາມຫວັງໄວ້ໃຫ້ຄູອາຈານຊ່ວຍສິດສອນ ແລະ ສັ່ງສອນແທນພໍ່ແມ່. ອຸປະກອນໃຊ້ສ້ອຍໃນຊີວິດປະຈໍາວັນ ຂາດເຂີນ, ເຂົ້າໜົມ ນໍ້າແດງ ເປັນສິ່ງທີ່ພວກເຂົາເອື້ອມບໍ່ເຖິງ ເພາະຕ້ອງແພງເງິນໄວ້ຊື້ສິ່ງທີ່ຈຳເປັນກວ່າ ເຊັ່ນ: ອຸປະກອນການສຶກສາ, ອາຫານ ແລະ ຢາ. ການກິນຢູ່ຂອງພວກເຂົາ ແມ່ນອາໄສເຮືອນຄົວລວມ ໂດຍມີຄູອາຈານຢູ່ໂຮງຮຽນເຮັດໜ້າທີ່ນໍາພານັກຮຽນປູກຜັກ ເພື່ອເປັນອາຫານໃນຊີວິດປະຈໍາ ຫຼັງຈາກເລີກຮຽນ. ສິ່ງທີ່ກ່າວມານີ້ ລ້ວນແຕ່ກະທົບຕໍ່ໃຈຂອງຄະນະໂຄງການ ແລະ ຂ້າພະເຈົ້າຢ່າງທີ່ສຸດ. ຫຼາຍຕໍ່ຫຼາຍຄັ້ງ ທີ່ຂ້າພະເຈົ້າເດີນທາງໄປຢ້ຽມຢາມ ໂຮງຮຽນເປົ້າໝາຍດັ່ງກ່າວ, ບາງຢ່າງທີ່ຂ້າພະເຈົ້າ ພໍຈະຈັດກຽມໄວ້ສໍາລັບນັກຮຽນ ແລະ ຄູອາຈານ ເຊັ່ນ: ເຄື່ອງນຸ່ງ, ອາຫານ, ຢາ ແລະ ອຸປະກອນການສຶກ ເຊິ່ງນອກເໜືອຈາກພາລະກິດລະດົມທຶນເພື່ອມາສ້າງຫໍພັກໃຫ້ນັກສຶກສາ ເຮັດໃຫ້ພວກເຂົາມີຮອຍຍິ້ມອຸ່ນໃຈ ຄ່ອຍໆປະກົດຂຶ້ນມາເປື້ອນໃບໜ້າຂອງພວກເຂົາ, ກໍ່ໃຫ້ເກີດຄວາມສຸກໃຈອິ່ມອຸ່ນ ໃຫ້ຂ້າພະເຈົ້າເຊັ່ນດຽວກັນ. ມື້ທີ່ຂ້າພະເຈົ້າ ມີຄວາມພູມໃຈ ແລະ ສຸກໃຈທີ່ສຸດ ກໍ່ແມ່ນມື້ທີ່ຄະນະໂຄງການຫ່ວງໃຍໄປເຖິງ ແລະ ຂ້າພະເຈົ້າ ບັນລຸໄດ້ການກໍ່ສ້າງຫໍພັກໃຫ້ນັກຮຽນ ເຊິ່ງມີການມອບຮັບຢ່າງເປັນທາງການ ໃນວັນທີ 23 ຕຸລາ 2023 , ເປັນມື້ທີ່ຄວາມພະຍາຍາມ ກໍ່ເກີດສໍາເລັດຜົນ ແລະ ຈະສ້າງຄຸນປະໂຫຍດອັນໃຫຍ່ຫຼວງໃຫ້ນັກຮຽນ ແລະ ຄູອາຈານ ຕໍ່ໄປ. ນອກຈາກນັ້ນ, ຍັງໄດ້ມີການມອບ-ຮັບໂຮງຮຽນ ມັດທະຍົມຕົ້ນ ພູລາ ເມືອງນາແລ ແຂວງຫລວງນຳ້ທາ.ມອບຫໍພັກຍິງ-ຊາຍ ທີ່ເມືອງວຽງພູຄາ ແລະ ມອບໂຮງຮຽນທີ່ເມືອງນາແລ


ຈາກນັ້ນ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ ພ້ອມດ້ວຍຄອບຄົວກໍ່ໄດ້ມອບອຸປະກອນຮັບໃຊ້ຫ້ອງການ, ການຮຽນ - ການສອນ ແລະ ອຸປະກອນຮັບໃຊ້ສວນຄົວເປັນຕົ້ນແມ່ນ ມອບຄອມພິວເຕີຕັ້ງໂຕະ 1 ຊຸດ, ປຣິນເຕີສີ 1 ເຄື່ອງ, ພັດລົມ 4 ໜ່ວຍ, ໂຕະ - ຕັ່ງ 10 ຊຸດ, ກະດານຂາວ 3 ແຜ່ນ ແລະ ບົວຫົດນໍ້າ 10 ໜ່ວຍ ລວມມູນຄ່າ 35.000.000 ກີບ. ກ່າວມອບໂດຍ ທ່ານ ວຽງສະຫວັນ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຫຼວງນໍ້າທາ ພ້ອມດ້ວຍຄອບຄົວ ແລະ ກ່າວຮັບໂດຍທ່ານ ພອນໄຊ ແຫຼ້ດົງແສງ ເລຂາໜ່ວຍພັກ ອຳນວຍການໂຮງຮຽນ ມສ ສາມັກຄິີ ພ້ອມດ້ວຍຄະນະ. ໂອກາດນີ້ ທ່ານເຈົ້າແຂວງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຄູ - ອາຈານ ແລະ ນ້ອງນັກຮຽນ ກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄູ - ອາຈານ ແລະ ນ້ອງນັກຮຽນທີ່ຍາດມາໄດ້ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຄູ - ອາຈານຈົ່ງສືບຕໍ່ສ້າງບຸກຂະລາກອນຂອງຊາດ ໃຫ້ມີຄວາມຮູ້ຄວາມສາມາດມີຄວາມກ້າວໜ້າ ແລະ ທ່ານຍັກໄດ້ຍົກໃຫ້ເຫັນສະພາບການຜັນແປຂອງໂລກ ເຮັດໃຫ້ເສດຖະກິດມີການປ່ຽນແປງ ຕໍ່ກັບບັນຫາດັ່ງກ່າວທ່ານກໍ່ໄດ້ໃຫ້ກໍາລັງໃຈສົ່ງເສີມຄູ - ອາຈານຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ຄວາມຮັບຜີດຊອບຂອງຕົນໃຫ້ສໍາເລັດ, ສົມກັບເປັນແມ່ພີມຂອງຊາດ, ຊອກຮູ້ປະສົບການອັນໃໝ່ມາພັດທະນາວຽກງານການສຶກສາໃຫ້ມີຄວາມກ້າວໜ້າ ,ມີຄຸນນະພາບທຽບເທົ່າລະດັບສາກົນ ແລະ ນ້ອງນັກຮຽນທຸກຄົນຈົ່ງສຸມໃສ່ການສຶກສາເພື່ອພັດທະນາຕົນເອງ,ຄອບຄົວ ແລະປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າຂື້ນໄປເລື້ອຍໆ. ມອບຄອມພິວເຕີໃຫ້ໂຮງຮຽນທີ່ເມືອງນາແລ


““


ວັນທີ 31 ພຶດສະພາ 2024 ປະດິດສະຖານຮູບປັ້ນແສງອາລຸນຂອງແຂວງຫຼວງນໍ້າທາ ລະນຶກເຖິງວັດປົດປ່ອຍຂອງແຂວງຫຼວງນໍ້າທາ ວັນທີ 6 ພຶດສະພາ 2024 ເມືອງຫຼວງນໍ້າທາ ທີ່ເຕັມໄປດ້ວຍມົນສະເໜ່ ແລະ ປະຫວັດສາດການປະຕິວັດຂອງຊາດລາວ, ຈຸດວົນວຽນໃກ້ຂົ້ວທາງຂຶ້ນຄ້າຍທະຫານ ບ່ອນທີ່ເປັນເຮືອນພັກຂອງເຈົ້າແຂວງ ແຂວງຫຼວງນໍ້າທາ ມີການສັນຈອນແບບທີ່ບໍ່ເປັນໄປຕາມທິດທາງຂອງວົງວຽນ, ຜູ້ຂັບຂີ່ທີ່ສັນຈອນຜ່ານ ແມ່ນສັນຈອນແບບທາງ 3 ແຍກ ເພາະລົດຈັກ ລົດນ້ອຍ ແມ່ນສັນຈອນ ຕາມລົດບັນທຸກສິນຄ້າ ທີ່ມີຂະໜາດຍາວ ແລະ ບໍ່ສາມາດສັນຈອນຜ່ານວົນວຽນໄດ້.ຈຸດດັ່ງກ່າວ ສ້າງຄວາມກັງວົນໃຈໃຫ້ຂ້າພະເຈົ້າເປັນຢ່າງຍິ່ງ ເພາະວ່າປະຊາຊົນຜູ້ສັນຈອນຜ່ານຈຸດນັ້ນ ແມ່ນສ່ຽງຕໍ່ການເກີດອຸປະເຫດຫຼາຍທີ່ສຸດ. ຂ້າພະເຈົ້າຈຶ່ງຕັດສິນໃຈປຶກສາກັບຄອບຄົວ ໂດຍອີງໃສ່ງົບປະມານ ທີ່ຂ້າພະເຈົ້າມີ ແລະ ພໍເຮັດໄດ້ ເພື່ອປັບປຸງວົງວຽນຈຸດດັ່ງກ່າວໃຫ້ປອດໄພ ແລະ ເປັນສັນຍະລັກທີ່ຈະບອກເລົ່າເລື່ອງລາວປະຫວັດສາດຂອງເມືອງ.ວົງວຽນຂົວວັງເງິນ ຖືກປັບປຸງ ແລະ ເປີດນໍາໃຊ້ ໃນວັນທີ 31 ພຶດສາພາ 2024 ທີ່ຜ່ານມາ ໂດຍມີຮູບປັ້ນປະຕິມະກໍາ “ແສງອາລຸນຂອງຫຼວງນໍ້າທາ” ຕັ້ງໂດ່ດເດັ່ນສະຫງ່າ ເພື່ອເລົ່າຂານປະວັດສາດການປະຕິວັດຂອງເມືອງຫຼວງນໍ້າທາ. ຮູບປັ້ນແສງອາລຸນຂອງຫຼວງນໍ້າທາ ຖືກປັ້ນຢູ່ທີ່ສະຖາບັນວິຈິດສິນແຫ່ງຊາດລາວ ໃຊ້ເວລາ 2 ເດືອນ ຈຶ່ງສໍາເລັດ ແລະ ຂົນສົ່ງມາທີ່ແຂວງຫຼວງນໍ້າທາ. ຄວາມໝາຍຂອງຮູບປັ້ນທະຫານອຸ້ມລູກແມ່ນເປັນຕົວແທນຂອງເຫຼົ່າທະຫານທີ່ໄດ້ຜ່ານສະໜາມຮົບ ຕໍ່ສູ້ເພື່ອປົດປ່ອຍແຂວງຫຼວງນໍ້າທາ, ທ່າທາງການຍ່າງສະຫງ່າຜ່າເຜີຍ ສື່ຄວາມໝາຍເຖິງຄວາມພາກພູມໃຈໃນໄຊຊະນະທີ່ຢາດມາໄດ້ຈາກສົງຄາມ. ຮູບປັ້ນແມ່ຍິງເປັນຕົວແທນຂອງແມ່ຍິງຈາກແຕ່ລະຊົນເຜົ່າໃນແຂວງຫຼວງນໍ້າທາ, ເຄື່ອງແຕ່ງກາຍແບບລວມໆທົ່ວໄປ ໂດຍບໍ່ເຈາະຈົງວ່າແມ່ນຊົນເຜົ່າໃດໜຶ່ງ ສື່ຄວາມໝາຍເຖິງ ຄວາມອົດທົນ ແລະ ໝັ້ນທ່ຽງ ຂອງແມ່ຍິງຫຼວງນໍ້າທາ.ຮູບປັ້ນທັງສອງ ດ້ວຍທວງທ່າກຳລັງກ້າວຍ່າງ ໂດຍມີປາຍທາງແມ່ນແຂວງຫຼວງນໍ້າທາ ເຕັມປຽມດ້ວຍຄວາມໂຫຍຫາບ້ານເກີດເມືອງນອນ, ມີຄວາມຫວັງ ແລະ ປະນິພານອັນໃສ່ສ່ອງ ໃນການກັບມາສ້າງສາ ແລະ ພັດທະນາ ແຂວງຫຼວງນໍ້າທາ ໃຫ້ຮຸ່ງເຮືອງ ດັ່ງແສງອາລຸນໃໝ່ຂອງຫຼວງນໍ້າທາ. ເຊິ່ງຮູບປັ້ນດັ່ງກ່າວສ້າງຂຶ້ນເພື່ອລະນຶກເຖິງຄຸນງາມຄວາມດີຂອງອ້າຍນ້ອງທະຫານຜູ້ເສຍສະຫຼະ ພ້ອມທັງສະເຫຼີມສະຫຼອງວັນປົດປ່ອຍຫຼວງນໍ້າທາ ຄົບຮອບ 62 ປີ (6/5/1962 - 6/5/2024).


““


ບູລະນະພຸດທະສິມມາ ພະທາດຊຽງຕຶງ ເມືອງສິງ ສູນລວມສັດທາຊາວເມືອງສິງ ແຂວງຫຼວງນ້ຳທາພະທາດຫຼວງຊຽງຕຶງ ເມືອງສິງ ຕັ້ງຢູ່ເທິງຈອມພູ ທາງທິດຕາເວັນ ຕົກສຽງໃຕ້ ຂອງເມືອງສິງ ຫ່າງຈາກເທດສະບານເມືອງສິງ ໄປທາງແຂວງຫຼວງນ້ຳທາ 5 ກິໂລແມັດ. ມີເສັ້ນທາງ ຈາກຕີນພູ ຂຶ້ນໄປຮອດຕົວພະທາດ ສອງເສັ້ນທາງ ຄື: ທາງຍ່າງ ແມ່ນມີຂັ້ນໄດຂຶ້ນ ມີຄວາມຍາວປະມານ 750 ແມັດ ແລະ ເສັ້ນທາງລົດໃຫ່ຍຂຶ້ນ ແມ່ນປູຢາງ ມີຄວາມຍາວປະມານ 1000 ແມັດ. ພະທາດຫຼວງຊຽງຕຶງ ເປັນແຫຼ່ງທ່ອງທ່ຽວ ທາງດ້ານປະຫວັດສາດ ແລະ ວັດທະນາທຳ, ເປັນພະທາດເກົ່າແກ່, ເປັນສູນລວມ ຄວາມສັດທາຂອງຊາວເມືອງສິງ ມາແຕ່ບູຮານນະການ ເຊິ່ງຖືກຮັບຮອງເອົາ ເປັນມູນມໍລະດົກວັດທະນາທຳ ຂອງ ແຂວງຫຼວງນ້ຳທາ ຜ່ານມາຫຼາຍປີແລ້ວ.ຕຳນານ ພະທາດຫຼວງຊຽງຕຶງ ໄດ້ເລົ່າຂານສືບທອດຕໍ່ໆກັນມາວ່າ: ພະພຸດທະເຈົ້າ ໄດ້ເດີນທາງມາຈາກ ເມືອງລັງກາທິບ ແລະ ໄດ້ຜ່ານມາເຖິງ ໜ່ວຍພູ ທ່ີພະທາດຊຽງຕຶງ ຕັ້ງຢູ່ໃນປັດຈຸບັນ ແລະ ປະຊາຊົນ ກໍ່ໄດ້ເອົາວັດຖຸທານ ແລະ ຂອງທານມາຖວາຍ ໃຫ້ພະພຸດທະເຈົ້າ ໄດ້ສັນ (ກິນ) ແລະ ພະພຸດທະເຈົ້າ ກໍ່ໄດ້ເທດສະໜາທຳ ໃຫ້ແກ່ປະຊາຊົນ ແລະ ໄດ້ກ່າວສັ່ງສອນ ໃຫ້ຊາວເມືອງ ແຫ່ງນີ້ ຖືສິນກິນທານ ແລະ ກ່ອນທີ່ພະພຸດທະເຈົ້າ ຈະຈາກໄປ ໄດ້ສັ່ງໄວ້ກັບ ພະມະຫາອະນົນເຖຣະ ຜູ້ຕິດຕາມຂອງຕົນ ໄວ້ວ່າ “ໃນເມື່ອເຮົາ ຫາກໄດ້ປະລິນິພານ ໄປແລ້ວ ໃຫ້ພະອານົນເຖຣະເຈົ້າ ເອົາກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ພ້າມິດຂູບດ້າມຄຳ ຂອງເຮົາ ມາຈຸກໍ່ໄວ້ເໜືອດອຍ (ເທິງພູ) ຊຽງຕຶງ ແຫ່ງນີ້ ເພື່ອໄວ້ປົກປັກຮັກສາ ດິນແດນເມືອງແຫ່ງນີ້ ຕໍ່ໄປ. ຫຼັງຈາກນັ້ນ ກໍ່ໄດ້ເດີນທາງໄປສູ່ປ່າເຊຕະວັນ ແລະ ອີກສອງປີຕໍ່ມາ ພະພຸດທະເຈົ້າ ກໍ່ໄດ້ປະລິນິພານ (ຕາຍ).ດັ່ງນັ້ນ ພະອານົນເຖຣະເຈົ້າ ຈຶ່ງໄດ້ນຳເອົາ ກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູບດ້າມຄຳ ຂອງພະພຸດທະເຈົ້າ ມາມອບໃຫ້ພະມະຫາເຖຣະເຈົ້າ ທີ່ຢູ່ເມືອງແຫ່ງນີ້ ຕາມຄຳບອກຂອງພະພຸດທະເຈົ້າ ແລະ ສິ່ງຂອງເຫຼົ່ານີ້ ໄດ້ຖືກເກັບຮັກສາໄວ້ ໃນຫີບຄຳ ຢູ່ໃນເມືອງແຫ່ງນີ້ ເປັນເວລາ 7 ຊົ່ວເຈົ້າຟ້າ ທີ່ປົກຄອງເມືອງແຫ່ງນີ້ເຊິ່ງ ເປັນເວລາ 400 ປີ ແລະ ມີພະສຳພູຕະເຖຣະຕົນໜຶ່ງ ທີ່ມີລູກສິດ 500 ຕົນ ທີ່ໄດ້ຮັກສາຫີບຄຳນີ້ ໄດ້ 20 ປີ. ຈາກນັ້ນ ຈິ່ງໄດ້ຮູ້ຂ່າວວ່າ ມີພະຍາຕົນໜຶ່ງ ຊື່ວ່າ “ພະຍາອະໂສກະທຳມະລາຊາ” ເປັນຜູ້ທີ່ມີຊື່ສຽງໂດ່ງດັງ ໃນການສ້າງວັດວາອາຮາມ ແລະ ກໍ່ສ້າງເຈດີ ໄດ້ເຖິງ 84,000 ດວງ ຢູ່ທຸກຫົນແຫ່ງໃນໂລກ. ດັ່ງນັ້ນ ພະສຳພູຕະເຖຣະຜູ້ນີ້ ຈຶ່ງໄດ້ໄປອັນເຊີນເອົາ ພະຍາອະໂສກະທຳມະລາຊາ ມາສ້າງພະທາດ ຢູ່ໃນເມືອງແຫ່ງນີ້. ເຊິ່ງພະຍາອະໂສກະທຳມະລາຊາ ກໍ່ໄດ້ເດີນທາງມາຕາມຄຳເຊີນ ແລະ ພະສຳພູຕະເຖຣະຕົນນັ້ນ ພ້ອມດ້ວຍລູກສິດ 500 ຕົນ; ກໍ່ໄດ້ເອົາຫີບຄຳ ທີ່ໄດ້ເກັບຮັກສາກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູບດ້າມຄຳມາມອບໃຫ້ ພະຍາອະໂສກະທຳມະລາຊາ ເພື່ອກໍເຈດີ. ໂດຍພະຍາອະໂສກະທຳມະລາຊາ ກໍ່ໄດ້ຫາເລີກງາມຍາມດີ ແລະ ກໍ່ເຈດີ ກວມເອົາຫີບຄຳທີ່ບັນຈຸກະດູກຄໍຫອຍ, ຫີນລັບພ້າຊາຍຄຳ ແລະ ມີດຂູດດ້າມຄຳຂອງພະພຸດທະເຈົ້າ ຢູ່ທີ່ເໜືອດອຍ (ເທິງພູ) ຊຽງຕຶງ ໃນເດືອນຈຽງເພັງ ປີ ພສ 400 ເພື່ອໄວ້ໃຫ້ ຊາວເມືອງໄດ້ສັກກາລະບູຊາ ແລະ ເປັນພະທາດຄູ່ບ້ານຄູ່ເມືອງແຫ່ງນີ້ ຕະຫຼອດໄປ ແລະ ໄດ້ກຳນົດເອົາມື້ 15 ຄ່ຳ ເດືອນກຳ ຊົນເຜົ່າໄຕລື້ ເຊິ່ງກົງກັບເດີອນ 12 ລາວ ຫຼື ເດືອນຈຽງເພັງ ຂອງທຸກໆປີ ເປັນມື້ນະມັດສະການພະທາດ ຕະຫຼອດມາ.


ເມື່ອອີງຕາມ ຕຳນານຂອງພະທາດຫຼວງຊຽງຕຶງ ໄດ້ໃຫ້ຮູ້ວ່າ: ເມືອງສິງ ໃນປະຈຸບັນນີ້ ມີຄົນອາໄສ ແລະ ດຳລົງຊິວິດຢູ່ ເປັນເວລາ 2,500 ກວ່າປີຜ່ານມາແລ້ວ. ນອກຈາກນັ້ນ ພະທາດຫຼວງຊຽງຕຶງ ກໍ່ໄດ້ຖືກປະຕິສັງຂອນ ຈາກເຈົ້າຟ້າສາມອົງ ຄື: ພະຍາແຕນ ໃຫ້ບູລະນະປະຕິສັງຂອນໃໝ່ ໃນປີ ຄສ 1591, ເຈົ້າແສງສີຂະຕິຍະວົງສາ ບູລະນະປະຕິສັງຂອນຂຶ້ນໃໝ່ ໃນປີ ຄສ 1792, ເຈົ້າຟ້າສິຫຼີໜໍ່ຄຳ ບູລະນະປະຕິສັງຂອນຂຶ້ນໃໝ່ ໃນປີ ຄສ 1873. ພະທາດຊຽງຕຶງ ໃນປັດຈຸບັນນີ້ ປະຊາຊົນຈັດງານບຸນ ເພື່ອສະຫຼອງ ແມ່ນໄລຍະດຽວກັນກັບການສະຫຼອງ ພະທາດຫຼວງວຽງຈັນ ຂອງທຸກໆປີ.ປະຫວັດຄວາມເປັນມາ ຂອງພະທາດຊຽງຕຶງເມືອງສິງ ເຮັດໃຫ້ຂ້າພະເຈົ້າເຂົ້າໃຈວ່າວັດແຫ່ງນີ້ ມີຄວາມສຳຄັນຫຼາຍຕໍ່ຊາວເມືອງສິງ ກໍ່ຄືຊາວແຂວງຫຼວງນໍ້າທາ ເພື່ອຮັກສາໄວ້ປະຫວັດສາດ ແລະ ມໍລະດົກຂອງຊາດ ຂ້າພະເຈົ້າພ້ອມກັບຄອບຄົວ ຈຶ່ງໄດ້ຖະນຸບໍາລຸງວັດດັ່ງກ່າວ ຮ່ວມກັບຄະນະແນວໂຮມ ໂດຍອີງຕາມແຜນງານການບູລະນະເປັນແຕ່ລະໄລຍະ ເຊິ່ງເລີ່ມຕົ້ນ ກໍ່ແມ່ນການປັບປຸງບໍລິເວນວັດ ໃຫ້ສະອາດງາມຕາ ຮອງຮັບນັກທ່ອງທ່ຽວທີ່ມາຢ້ຽມຊົມ. ໃນບໍລິເວນວັດ ມີການປັບໜ້າດິນ ເພື່ອເຮັດສວນດອກໄມ້, ບ່ອນຈອດລົດ, ສ້າງກຸຕິ ສໍາລັບພະ ແລະ ສ້າງຫ້ອງນໍ້າ ສໍາລັບນັກທ່ອງທ່ຽວ. ຂ້າພະເຈົ້າ ແລະ ຄອບຄົວ ໄດ້ເປັນເຈົ້າພາບງານບຸນກະຖິ່ນ ແລະ ງານສະຫຼອງພະທາດຊຽງຕຶງ ນັບແຕ່ປີ ...... ເພື່ອຖະນຸບໍາລຸງສາດສະໜາ, ພັດທະນາແຫຼ່ງເຕົ້າໂຮມຈິດໃຈຂອງປະຊາຊົນ ແລະ ນໍາພາປະຊາຊົນຫັນໜ້າເຂົ້າວັດຫຼາຍຂຶ້ນ.


““


ໄພພິບັດນໍ້າຖ້ວມຫຼວງນໍ້າທາ ວັນທີ 9 ກັນຍາ 2024 ວິກິດນໍ້າຖ້ວມຢູ່ຫຼວງນໍ້າທາ ເຫດການສະເທືອນໃຈຂອງຄົນທົ່ວປະເທດ ມີຄວາມຮ້າຍແຮງ ແລະ ສົ່ງຜົນກະທົບເປັນວົງກວ້າງ ສິ່ງທີ່ເຮັດໃຫ້ໜ້າເປັນຫ່ວງ ແລະ ຫວັ່ນໃຈທີ່ສຸດ ແມ່ນຍັງມີພໍ່ແມ່ປະຊາຊົນຫຼາຍຄອບຄົວ ຍັງຕິດຄ້າງຢູ່ພາຍໃນບ້ານເຮືອນ ທີ່ລະດັບນໍ້າສູງຖ້ວມຊັ້ນ 1 ແລະ ລະດັບກໍ່ເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ. ກະແສນໍ້າໄຫຼເຂົ້າຖ້ວມຢ່າງກະທັນຫັນ ບໍ່ສາມາດເຄື່ອນຍ້າຍຊັບສິນ ບາງຄົນກໍ່ໜີບໍ່ທັນ ໄປຈົນເຖິງຂ່າວທີ່ສ້າງຄວາມເສົ້າໂສກ ກໍ່ຄືການເສຍຊີວິດ 1 ຄົນ ຍ້ອນເຫດການນໍ້າຖ້ວມນີ້ດ້ວຍ. ນອກຈາກ ຂ້າພະເຈົ້າ ຈະອອກໜ້າໃນການຊ່ວຍລະດົມທຶນ, ເຂົ້າປາອາຫານແຫ້ງ ແລະ ເຄື່ອງໃຊ້ທີ່ຈໍາເປັນໃນໄລຍະອຸທົບກະໄພ, ການກະກຽມອາຫານເພື່ອສະໜອງໃຫ້ ພະນັກງານທ້ອງຖິ່ນ ພ້ອມດ້ວຍອ້າຍນ້ອງທະຫານ ທີ່ໂຮມແຮງໂຮມໃຈກັນ ເລັ່ງກໍາລັງເຂົ້າໃຫ້ການຊ່ວຍເຫຼືອ ເນື່ອງຈາກວ່າມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນຂໍ້ຈໍາກັດທາງດ້ານອຸປະກອນ ເຊັ່ນ: ເຮືອ ເຮັດໃຫ້ການຊ່ວຍເຫຼືອແກ່ຍາວໄປທັງເວັນທັງຄືນ. ຂ້າພະເຈົ້າ ພ້ອມດ້ວຍໝູ່ຄະນະ ບໍ່ກ້າຫຼັບຢ່າງເຕັມຕາ ກໍ່ຍ້ອນວ່າ ລໍຖ້າ ແລະ ກຽມພ້ອມຮັບມືກັບທຸກສະຖານະການທີ່ອາດຈະເກີດຂຶ້ນ. ຂ້າພະເຈົ້າເຝົ້າຕິດຕາມການຄົ້ນຫາຜູ້ປະສົບໄພ ເປັນໄປຢ່າງຍາກລໍາບາກພໍສົມຄວນ ທັງກະແສນໍ້າທີ່ພັດແຮງ ແລະ ເປັນຊ່ວງເວລາກາຄືນ ເຮັດໃຫ້ການຄົ້ນຫາຍາກຂຶ້ນໄປຕື່ມ. ສະຖານະການຍິ່ງເພີ່ມຄວາມສ່ຽງຂຶ້ນຊັກໄຊ້ ເນື່ອງຈາກມີລາຍງານວ່າ ເຂື່ອນນໍ້າທາ 3 ທີ່ເປັນບ່ອນກັກເກັບນໍ້າມວນມະຫາສານ ບໍ່ສາມາດລະບາຍນໍ້າໄດ້ທັນ ເຮັດໃຫ້ນໍ້າລົ້ນເຂື່ອນ ເຊິ່ງປະຊາຊົນທີ່ອາໄສຢູ່ລຸ່ມເຂື່ອນ ຈະໄດ້ຮັບຜົນກະທົບໂດຍກົງ ເຊິ່ງຄວາມປອດໄພຂອງປະຊາຊົນ ແມ່ນສິ່ງທີ່ຂ້າພະເຈົ້າກັງວົນໃຈທີ່ສຸດ ແຕ່ກໍ່ໂຊກດີທີ່ບໍ່ໄດ້ເກີດເຫດການດັ່ງກ່າວຂຶ້ນ. ໃນວັນທີ 10 ກໍ່ພໍມີຂ່າວນໍ້າຫຼຸດລົງເຂົ້າມາ ແຕ່ກໍ່ຍັງມີບາງຈຸດທີ່ລະດັບນໍ້າຍັງເທົ່າເກົ່າ ແຕ່ຂ້າພະເຈົ້າກໍ່ຍັງສືບຕໍ່ໃຫ້ການຊ່ວຍເຫຼືອ ທັງການລະດົມທຶນ, ລະດົມສິ່ງຂອງ, ເຮັດອາຫານໄປແຈກຢາຍໃຫ້ທັງອ້າຍນ້ອງທະຫານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ປະສົບໄພ. ພາຍຫຼັງທີ່ມີເຫດການນໍ້າຖ້ວມ ການນໍາເເຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຊ່ວຍເຫຼືອປະຊາຊົນຢ່າງຮີບດ່ວນ ບໍ່ວ່າຈະເປັນເລື່ອງອາຫານ, ເຄື່ອງນຸ່ງ ແລະ ທີ່ພັກເຊົາຊົ່ວຄາວ. ຫຼັງຈາກ ສະພາບນໍ້າຖ້ວມໄດ້ບົກແຫ້ງລົງເເລ້ວ, ຜູ້ປະສົບໄພທີ່ໄປອາໃສຢູ່ສູນພັກຊົ່ວຄາວກໍ່ໄດ້ກັບຄືນໄປອາໃສຢູ່ເຮືອນຂອງຕົນເອງ. ວຽກງານການຊ່ວຍເຫຼືອ ບໍ່ໄດ້ຢຸດເທົ່ານັ້ນ ອົງການປົກຄອງເເຂວງສືບຕໍ່ຊ່ວຍເຫຼືອປະຊາຊົນເຮັດອານາໄມ, ປັບປຸງປົວເເປງເຮືອນຊານໃຫ້ເຂົາເຈົ້າ, ເພື່ອໃຫ້ສາມາດເຂົ້າໄປຢູ່ອາໃສໄດ້, ເເຈກຢາຍເຄື່ອງໃຊ້ທີ່ຈໍາເປັນ. ສ່ວນການຊ່ວຍເຫຼືອປະຊາຊົນໃນໄລຍະຍາວ ແມ່ນລໍຖ້າການເກັບກໍາຂໍ້ມູນຜົນເສຍຫາຍທັງໝົດຢ່າງລະອຽດ ຈຶ່ງວາງແຜນການຊ່ວຍເຫຼືອປະຊາຊົນເປັນລໍາດັບຕໍ່ໄປ. ຂໍ້ມູນສະຫຼຸບເບື້ອງຕົ້ນກ່ຽວກັບບັນດາຄອບຄົວ ເເລະ ບ້ານທີ່ໄດ້ຮັບຜົນກະທົບໄດ້ເທົ່ານັ້ນ ເຊີ່ງມີຈໍານວນ 37 ບ້ານ,ປະຊາຊົນ 4.159 ຄົນ, ມີປະຊາຊົນ 18 ບ້ານ ໄດ້ຮັບຜົນກະທົບໜັກ ເເລະໃນເຫດການຄັ້ງນີ້ມີຜູ້ເສຍຊີວິດ 1 ຄົນ.


ວັນທີ 11 ກັນຍາ 2025 ນີ້ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ໄດ້ມອບ-ຮັບລົດຮັບສົ່ງຄົນເຈັບ ແລະ ລົດກູ້ໄພສຸກເສີນ ໃຫ້ແກ່ໂຮງໜໍແຂວງ ແລະ ອົງການກາແດງແຂວງຫຼວງນໍ້າທາ. ໂດຍການເຂົ້າຮ່ວນຂອງທ່ານ ອ່ອນຈັນ ຄໍາພາວົງ ຮອງເລຂາພັກແຂວງ, ມີຮອງເຈົ້າແຂວງ, ທ່ານນາງ ສົມວິໄລວົງ ສຸຂະວົງ ປະທານມູນນິທິຍ່າຫຼານ, ຫົວໜ້າພະແນກ-ຮອງຫົວໜ້າພະແນການການທີ່ກ່ຽວຂ້ອງເຂົ້າຮ່ວມ.ລົດທີ່ນໍາມາມອບໃນຄັ້ງນີ້ມີຈໍານວນ 2 ຄັນ, ລວມມູນຄ່າທັງໜົດ 120,000 ໂດລາສະຫາລັດ, ໂດຍການກ່າວມອບຂອງທ່ານນາງ ສົມວິໄລວົງ ສຸຂະວົງ ປະທານມູນນິທິຍ່າຫຼານຮັບໂດຍອໍານວຍການໂຮງໜໍແຂວງ ແລະ ຫົວໜ້າອົງການກາແດງແຂວງຫຼວງນໍ້າທາ. ລົດດັ່ງກ່າວແມ່ນຈະໄດ້ນໍາໃຊ້ເຂົ້າໃນວຽກງານພາຍໃນໂຮງໜໍແຂວງ ແລະ ອົງການກາແດງແຂວງຫຼວງນໍ້າທາ ໃຫ້ມັນດີຂື້ນ.ມອບ-ຮັບລົດຮັບສົ່ງຄົນເຈັບ ແລະ ລົດກູ້ໄພສຸກເສີນຄຳບັນຍາຍ


ມອບ-ຮັບເຮືອນ ແລະ ເຄືອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວທຸກຍາກ ຢູ່ບ້ານປຸງສ້ຽວ ເມືອງສີງ ແຂວງຫຼວງນໍ້າທາພິທີມອບ-ຮັບເຮືອນ ແລະ ເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທຸກຍາກ ຢູ່ເມືອງສີງ ວັນທີ 18 ມີນາ 2025, ຢູ່ບ້ານປຸ່ງສ້ຽວ, ເມືອງສີງ, ແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບເຮືອນ 2 ຫຼັງ ແລະ ເຄື່ອງໃຊ້ສອຍໃນຄົວເຮືອນ ໃຫ້ແກ່ຄອບຄົວທຸກຍາກຂາດເຂີນ ໂດຍການເຂົ້າຮ່ວມຂອງ ທ່ານ ກອນແກ້ວ ບັນນະວົງ ຄະນະປະຈໍາພັກເມືອງ ແລະ ທ່ານ ນາງ ສົມວິໄລວົງ ສຸຂະວົງ ພັນລະຍາທ່ານເຈົ້າແຂວງຫຼວງນໍ້າທາ.ລາຍລະອຽດການຊ່ວຍເຫຼືອ: ກິດຈະກຳປຸກສ້າງເຮືອນ 2 ຫຼັງ ແລະ ມອບເຄື່ອງອຸປະໂພກ (ເຄື່ອງສຸຂະອະນາໄມ, ຜ້າຫົ່ມ, ສາດ, ໝອນ). ມູນຄ່າທັງໝົດ: 19,800,000 ກີບ.ແຫຼ່ງທຶນ: ໄດ້ຮັບການສະໜັບສະໜູນຈາກ ທ່ານ ນາງ ສົມວິໄລວົງ ສຸຂະວົງ (ຄອບຄົວທ່ານເຈົ້າແຂວງ), ອົງການກາແດງແຂວງ ແລະ ທຶນສົມທົບຈາກບ້ານ.ໃນໂອກາດນີ້, ທ່ານ ກອນແກ້ວ ບັນນະວົງ ໄດ້ຕາງໜ້າໃຫ້ທ່ານເຈົ້າເມືອງ ມອບໃບຍ້ອງຍໍໃຫ້ແກ່ ທ່ານ ນາງ ສົມວິໄລວົງ ສຸຂະວົງ ເພື່ອສະແດງຄວາມຂອບໃຈທີ່ໄດ້ປະກອບສ່ວນທຶນຮອນເຂົ້າໃນການຊື້ເຄື່ອງຊ່ວຍເຫຼືອ ແລະ ປຸກສ້າງເຮືອນໃນຄັ້ງນີ້.


Click to View FlipBook Version