ບູລະນະຮັກສາສວນສາທາະລະນະ ເມືອງຫຼວງນໍ້າທາ ເມືອງຫຼວງນໍ້າທາ ມີສວນສາທາລະນະໃຈກາງເມືອງ ທີ່ກໍາລັງກໍ່ສ້າງໃກ້ຈະສໍາເລັດ ແຕ່ດ້ວຍບາງເຫດຜົນເຮັດໃຫ້ການກໍ່ສ້າງໂຈະໄປຊົ່ວຄາວ ເຮັດໃຫ້ສວນສາທາລະນະທີ່ຄວນຈະສວຍງາມ ເປັນສາຖານທີ່ພັກຜ່ອນຢອນໃຈ ແລະ ເປັນບ່ອນຫຼີ້ນກິລາ-ກິດຈະກໍາ ຂອງໄວໜຸ່ມ ກໍ່ຄື ຊາວເມືອງຫຼວງນໍ້າທາ. ສິ່ງທີ່ຫຼີກລ້ຽງບໍ່ໄດ້ຫຼັງຈາກການກໍ່ສ້າງສວນດັ່ງກ່າວບໍ່ໄດ້ສືບຕໍ່ ກໍ່ແມ່ນບັນຫາຂີ້ເຫຍື້ອຊະຊາຍ ແລະ ດອກໄມ້ຫ່ຽວແຫ້ງ ສ້າງຄວາມບໍ່ສວຍງາມ ແລະ ເສົ້າໝອງໃຈ ຈົນບໍ່ຢາກຍ່າງເຂົ້າໄປໃກ້. ຂ້າພະເຈົ້າ ເປັນຄົນທີ່ມັກປູກຕົ້ນໄມ້ ແລະ ດອກໄມ້ ເຊິ່ງຕອນທີ່ຂ້າພະເຈົ້າຍັງຢູ່ນະຄອນຫຼວງວຽງຈັນ ຂ້າພະເຈົ້າໄດ້ຮູ້ຈັກດອກໄມ້ຊະນິດໜຶ່ງ ທີ່ມີຊື່ວ່າ .............., ມີລັກສະນະເປັນເຄືອ, ມີໃບກົມມົນ, ແຜ່ລາມໄປຕາມໜ້າດິນ, ອອກດອກສີເຫຼືອງງາມຕາ, ບໍາລຸງຮັກສາງ່າຍ ແລະ ອອກດອກຕະຫຼອດປີ. ເຊິ່ງດອກໄມ້ຊະນິດນີ້ ຂ້າພະເຈົ້າໄດ້ປູກໄວ້ທີ່ເຮືອນຂອງຂ້າພະເຈົ້າເອງ. ດ້ວຍຄວາມຊ່ວຍເຫຼືອຂອງຊາວໜຸ່ມ ແລະ ສະຫະພັນແມ່ຍິງແຂວງ ໃນວັນທີ ............... ຂ້າພະເຈົ້າ ພ້ອມດ້ວຍຄະນະ ຈຶ່ງໄດ້ຕັ້ງຂະບວນໄປອະນາໄມທີ່ສວນສາທາລະດັ່ງກ່າວ ແລະ ພ້ອມພາກັນປູກຕົ້ນໄມ້ ເພື່ອໃຫ້ປົກຄຸມໜ້າດິນ ແລະ ສ້າງຄວາມສວຍງາມໃຫ້ສວນສາທານະແຫ່ງນີ້ ໃຫ້ໜ້າຊົມໃຊ້ ແລະ ເປັນໃບໜ້າໃບຕາຂອງເມືອງຫຼວງນໍ້າທາ ທີ່ແຂກໄປໄທມາ ຈະສາມາດມາທ່ຽວ ແລະ ຖ່າຍຮູບໄດ້ອີກໜຶ່ງຈຸດ. image
ສູນປິ່ນປົວຕາລາຍລະອຽດ ເນື້ອໃນ ລາຍລະອຽດ ເນື້ອໃນ ລາຍລະອຽດ ເນື້ອໃນ ລາຍລະອຽດ ເນື້ອໃນລາຍລະອຽດ ເນື້ອໃນ ລາຍລະອຽດ ເນື້ອໃນ
ຜົນສໍາເລັດການເຂົ້າຮ່ວມງານມະຫາກໍາວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 (CAEXPO 2025)ໃນ ລະຫວ່າງ ວັນທີ 14-22 ກັນຍາ 2025 ຄະນະນໍາຂັ້ນສູງຈາກສູນກາງ ພ້ອມດ້ວຍຄະນະຜູ້ແທນຈາກແຂວງຫຼວງນໍ້າທາ ທັງພາກລັດ ແລະ ເອກະຊົນ ໄດ້ເຂົ້າຮ່ວມງານມະຫາກໍາວາງສະແດງ ຈີນ -ອາຊຽນ ຄັ້ງທີ 22 (CAEXPO 2025) ທີ່ນະຄອນໜານໜິ່ງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ. ພາຍໃນງານຍັງມີຄະນະນໍາຂັ້ນສູງຈາກ ສປ ຈີນ, ບັນປະເທດອາຊຽນ, ຜູ້ປະກອບການ ແລະ ອົງການຕ່າງໆຈາກ ສປ ຈີນ, ປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາອື່ນໆ ພາຍໃຕ້ແນວຄວາມຄິດ ການເສີມສ້າງຄວາມຮ່ວມມືທາງດ້ານເສດຖະກິດ, ການພັດທະນາແບບຍືນຍົງ ແລະ ການບູລະນະໃນພາກພື້ນ. ໃນເວທີທີ່ມີຄວາມໝາຍຄວາມສໍາຄັນນີ້ ຄະນະນໍາຂັ້ນສູງຈາກ ສປປ ລາວ ແລະ ແຂວງຫຼວງນໍ້າທາ ກໍໄດ້ເຂົ້າຮ່ວມພົບປະການນໍາຂັ້ນສູງຈາກ ສປ ຈີນ, ເຂົ້າຮ່ວມບັນດາກອງປະຊຸມຂັ້ນຕ່າງໆ ລວມທັງການລົງຢ້ຽມຢາມສະຖານທີ່ສໍາຄັນ ຕາມການເຊື່ອເຊີນ ໂດຍສະເພາະແມ່ນເຂົ້າຮ່ວມພິທີເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ ແລະ ບູດວາງສະແດງສີນຄ້າ ຂອງ ສປປ ລາວ ແລະ ພິທີເປີດຢ່າງເປັນທາງການງານມະຫາກໍາວາງສະແດງ ຈີນ-ອາຊຽນ ຄັ້ງທີ 22. ໃນນັ້ນ, ຄະນະນໍາຂັ້ນສູງກໍໄດ້ມີຄໍາເຫັນ ສະແດງຄວາມຊົມເຊີຍ ແລະ ຍີນດີໃຫ້ການຮ່ວມມື ໃນການພັດທະນາດ້ານການຄ້າ, ກະສີກໍາທັນສະໄໝ, ນະວັດຕະກໍາໃໝ່ໆ, ແລກປ່ຽນວັດທະນະທໍາ ແລະ ການເຊື່ອມໂຍງການທ່ອງທ່ຽວ ລະຫວ່າງ ສປປ ລາວ, ສປ ຈີນ ແລະ ບັນດາປະເທດອາຊຽນ. ຄະນະນໍາແຂວງຫຼວງນໍ້າທາ ຍັງມີຄໍາເຫັນຢູ່ໃນບາງກອງປະຊຸມ ໂດຍໄດ້ນໍາສະເໜີທີ່ຕັ້ງ, ຈຸດພິເສດ ແລະ ທ່າແຮງຂອງແຂວງ ໃນຖານະປະຕູສູ່ພາກເໜືອ ແລະ ສປ ຈີນ. ການເຂົ້າຮ່ວມງານຄັ້ງນີ້ ຍັງຈະຊ່ວຍເປີດໂອກາດດ້ານການຮ່ວມມື, ການດຶງດູດການລົງທຶນ, ການຄ້າ, ວັດທະນະທໍາ ແລະ ການທ່ອງທ່ຽວ ແກ່ແຂວງຫຼວງນໍ້າທາ ເຊິ່ງສາມາດສັງລວມຜົນສໍາເລັດ ແລະ ປະໂຫຍດທີ່ຈະໄດ້ຮັບຈາກງານ ເປັນຕົ້ນ: ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ: ສປປ ລາວ ແລະ ແຂວງຫຼວງນໍ້າທາ ໄດ້ນໍາສະ ເໜີທ່າແຮງ ໃນການສົ່ງເສີມກະສີກໍາທັນສະໄໝ, ພະລັງງານສະອາດ, ການບໍລິການ ແລະ ການທ່ອງ ທ່ຽວເປັນຕົ້ນຕໍ່ ສໍາລັບການດຶງດູດການລົງທຶນຈາກ ສປ ຈີນ. ກອງປະຊຸມການຮ່ວມມືດ້ານການລົງທຶນ ແລະ ການຄ້າ ລາວ-ຈີນ ແມ່ນຊ່ວຍສົ່ງເສີມການເຈລະຈາ ແລະ ການຮ່ວມມືໄລຍະຍາວ ດ້ານທຸລະກິດທີ່ນໍາໃຊ້ນະວັດຕະກໍາໃໝ່ ແລະ ເຂດເສດຖະກິດຊາຍແດນ. ພິທີລົງນາມເຊັນສັນຍາພັດທະນາໂຄງການທ່ອງທ່ຽວໝູ່ບ້ານຊ້າງບໍ່ເຕ່ນ ລະຫວ່າງ ອົງການປົກຄອງແຂວງຫຼວງນ້ຳທາ, ສປປ ລາວ ແລະ ກຸ່ມບໍລິສັດພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມຈຳກັດ ເປັນບາດກ້າວສໍາຄັນ ໃນການສ້າງໂອກາດການລົງທຶນທີ່ເປັນຮູບປະທໍາຢ່າງແທ້ຈິ່ງ.ການແລກປ່ຽນດ້ານສັງຄົມ ແລະ ວັດທະນະທໍາ: ຫ້ອງວາງສະແດງເມືອງແຫ່ງສະເໜ່ ແລະ ບູດ ວາງສະແດງສີນຄ້າຂອງ ສປປ ລາວ ໂດຍສະເພາະແຂວງຫຼວງນໍ້າທາ ແມ່ນໄດ້ນໍາສະເໜີ ນົກຂວາ (Silver Pheasant) ສັດປະຈໍາແຂວງ ຈາກເຂດອະນຸລັກປ່າສະຫງວນແຫ່ງຊາດນໍ້າຫ້າ ມາເປັນສັນຍາລັກຕົ້ນຕໍ່ ທາງດ້ານວັດທະນະທໍາ ແລະ ທໍາມະຊາດ ເພື່ອສ້າງການຮັບຮູ້ດ້ານການອະນຸລັກໃຫ້ແກ່ປະຊາຄົມໂລກໄດ້ຮັບຮູ້. ການວາງສະແດງຫັດຖະກໍາ, ຜະລິດຕະພັນທ້ອງຖິ່ນ ແລະ ກິດຈະກໍາວັດທະນະທໍາ ສາມາດດຶງດູດຜູ້ເຂົ້າຊົມຈໍານວນຫຼາຍ ແລະ ເສີມສ້າງການແລກປ່ຽນທາງສັງຄົມ. ສ່ວນກິດຈະກໍາການສະແດງສິລະປະວັດທະນະທໍາ ແລະ ການມີສ່ວນຮ່ວມໃນງານ ແມ່ນຊ່ວຍເຜີຍແຜ່ເອກະລັກສະເພາະຂອງ ສປປ ລາວ ແລະ ບົ່ງບອກເຖິງຄວາມຫຼາກຫຼາຍ
ທາງດ້ານວັດທະນະທໍາຊົນເຜົ່າຂອງແຂວງຫຼວງນໍ້າທາ ແລະ ຫ້ອງວາງສະແດງເມືອງແຫ່ງສະເໜ່ຂອງ ສປປ ລາວ ກໍຖືກຮັບຄັດເລືອກ ເປັນຫ້ອງວາງສະແດງຊະນະເລີດ (The Best National Pavilion) ພາຍງານຄັ້ງນີ້ດ້ວຍ. ການພັດທະນາການທ່ອງທ່ຽວ: ສປປ ລາວແມ່ນເນັ້ນໃສ່ທ່າແຮງການທ່ອງທ່ຽວ ທາງດ້ານວັດທະນະທໍາທີ່ຫຼາກຫຼາຍ, ທໍາມະຊາດທີ່ອຸດົມສົມບູນ ແລະ ປະຫວັດສາດອັນຍາວນານ ໂດຍສະເພາະແມ່ນການທ່ອງທ່ຽວພະຈົນໄພແບບອະນຸລັກ ແລະ ປະຊາຊົນມີສ່ວນຮ່ວມ ເຊິ່ງມັນສອດ ຄ່ອງກັບນະໂຍບາຍການທ່ອງທ່ຽວແບບຍືນຍົງຂອງອາຊຽນ. ໂຄງການພັດທະນາການທ່ອງທ່ຽວໝູ່ບ້ານຊ້າງບໍ່ເຕ່ນ ເປັນໂຄງການຕົ້ນແບບການພັດທະນາການທ່ອງທ່ຽວແບບອະນຸລັກ ລວມໄປເຖິງການອະນຸລັກຊ້າງ, ທີ່ພັກແຮມ, ອາຫານ ແລະ ຫັດຖະກໍາທ້ອງຖິ່ນ, ກິດຈະກໍາພະຈົນໄພ ແລະ ການຮຽນຮູ້ສິ່ງແວດລ້ອມ. ການເຂົ້າຮ່ວມງານແມ່ນຊ່ວຍຍົກລະດັບ ພາບລັກຂອງແຂວງຫຼວງນໍ້າທານ ທ່ານະເປັນຈຸດໝາຍປາຍທາງການທ່ອງທ່ຽບແບບອະນຸລັກ ຂັ້ນຕົ້ນໆຂອງພາກເໜືອລາວ. ການຮ່ວມມືດ້ານນະວັດຕະກໍາ ແລະ ເທັກໂນໂລຊີ: ຄະນະຜູ້ແທນແຂວງຫຼວງນໍ້າທາໄດ້ເຂົ້າຢ້ຽມຊົມ ສູນນະວັດຕະກໍາການຮ່ວມມືດ້ານປັນຍາປະດິດ ຈີນ-ອາຊຽນ (AI China-ASEAN) ແລະ ເຂົ້າຮ່ວມພິທີເປີດບໍລິສັດ SX Group Intelligence Technology Co., Ltd ເຊິ່ງເປັນບໍລິສັດແຫ່ງທໍາອິດຂອງ ສປປ ລາວ ທີ່ຮ່ວມມືກັບສູນດັ່ງກ່າວ ເພື່ອພັດທະນາ AI ຢູ່ ສປປ ລາວ. ໄດ້ເຂົ້າຮ່ວມກອງປະຊຸມການຮ່ວມມືການຈັດການພາວະສຸກເສີນ ຈີນ-ອາຊຽນ ແລະ ການສະແດງຝຶກການກູ້ໄພຂ້າມແດນ ຕາມໂຄງການໜຶ່ງແລວໜຶ່ງເສັ້ນທາງ ປີ 2025 ເປັນການເປີດໂອກາດໄດ້ຮຽນຮູ້, ການຮ່ວມມືດ້ານຄວາມປອດໄພ, ການພັດທະນາບຸກຄະລາກອນ ແລະ ຄວາມຍືນຍຸນຂອງພາກພື້ນ. ການສົ່ງເສີມການຮ່ວມມືລາວ-ຈີນ-ອາຊຽນ: ການເຂົ້າຮ່ວມງານ CAEXPO 2025 ສາມາດຢືນຍັນບົດບາດຂອງ ສປປ ລາວໃນຖານະສະມາຊິກອາຊຽນ ທີ່ເຊື່ອມໂຍງການຮ່ວມມືກັບ ສປ ຈີນ ແລະ ຈັດຕັ້ງປະຕິບັດ ໂຄງການໜຶ່ງແລວໜຶ່ງເສັ້ນທາງ, ແຜນຮ່ວມມືຍຸດທະສາດ, ຄູ່ຮ່ວມສະຕາກໍາລາວ-ຈີນ, ຈີນ-ລາວ ແລະ ຕາມທິດເພື່ອນມິດ 4 ດີ. ແຂວງຫຼວງນໍ້າທາ ຍັງໄດ້ຍົກໃຫ້ເຫັນທ່າແຮງ ໃນການສະໜັບສະໜູນການຄ້າຂ້າມແດນ, ການເຊື່ອມໂຍງໂຄງລ່າງພື້ນຖານ ແລະ ການຮ່ວມມືກັບພາກພື້ນ, ການເຈລະຈາ ແລະ ລົງນາມໂຄງການຕ່າງໆ ຊ່ວຍສ້າງຄວາມເຊື່ອໝັ້ນ, ຄວາມສໍາພັນອັນດີງາມ ແລະ ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ. ປະໂຫຍດ ແລະ ທິດທາງໃນຕໍ່ໜ້າ: ການເຂົ້າຮ່ວມງານ CAEXPO 2025 ຂອງ ສປປ ລາວ ແລະ ແຂວງຫຼວງນໍ້າທາ ນໍາມາເຊິ່ງຜົນປະໂຫຍດທາງເສດຖະກິດ ຜ່ານໂຄງການລົງທຶນ ແລະ ເຄື່ອຂ່າຍການຄ້າໃໝ່. ການຍອມຮັບທາງສັງຄົມ ແລະ ວັດທະນະທໍາ ດ້ວຍການເຜີຍແຜ່ລັກສະນະສະເພາະ ແລະ ຄ່ານິຍົມການອະນຸລັກ. ການສົ່ງເສີມການທ່ອງທ່ຽວ ໂດຍສະແດງໃຫ້ເຫັນທ່າແຮງຂອງແຂວງຫຼວງນໍ້າທາ ເປັນແຫຼ່ງທ່ອງທ່ຽວແບບອະນຸລັກ. ການຮ່ວມມືດ້ານການບໍລິການ ແລະ ເທັກໂນໂລຊີ ເປັນການເປີດໂອກາດດ້ານນະວັດຕະກໍາໃໝ່ ແລະ ການພັດທະນາອັດສະລິຍະ, ການບູລະນະການໃນພາກພື້ນ ສົ່ງເສີມການຮ່ວມມື ລາວ-ຈີນອາຊຽນ ໃຫ້ເກີດສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸງເຮືອງ. ທິດທາງຂອງ ສປປ ລາວ ແລະ ແຂວງຫຼວງນໍ້າທາ ຕ້ອງໄດ້ວາງແຜນ ຂະຫຍາຍການຮ່ວມມືດ້ານກະສີກໍາທັນສະໄໝ, ພະລັງງານສະອາດ ແລະ ການທ່ອງທ່ຽວແບບອະນຸລັກ, ພັດທະນາຜະລິດຕະພັນວັດທະນະທໍາ, ຂອງທິ່ລະນຶກ ແລະ ງານຫັດຖະກໍາ ພ້ອມທັງນໍາໃຊ້ທ່າແຮງຂອງນົກຂວາ ສັນຍາລັກແຫ່ງການອະນຸລັກຂອງແຂວງ ໃຫ້ເກີດຜົນປະໂຫຍາດສູງສຸດ ເພື່ອນໍາສະເໜີໃນງານລະດັບນາໆຊາດ ອື່ນໆ, ສົ່ງເສີມການອະນຸລັກປ່າສະຫງວນແຫ່ງຊາດນໍ້າຫ້າ ເພື່ອຄວາມຍືນຍົງ ຄອບຄູ່ກັບການພັດທະ ນາ, ເປີດໂອກາດໃຫ້ຊຸມຊົນທ້ອງຖິ່ນເຂົ້າຮ່ວມ ການຮ່ວມມືລະຫວ່າງປະເທດ ເພື່ອສ້າງການພັດທະນາຢ່າງທົ່ວເຖິງ.
ໂດຍລວມແລ້ວການເຂົ້າຮ່ວມງານ CAEXPO ຄັ້ງທີ 22 ຂອງ ສປປ ລາວ ແລະ ແຂວງຫຼວງນໍ້າທາ ແມ່ນປະສົບຜົນສໍາເລັດຕາມລະດັບຄາດໝາຍ ທັງໃນດ້ານການຮ່ວມມືທາງເສດຖະກິດ, ການຄ້າ, ວັດທະນະທໍາ, ການບໍລິການ ແລະ ການທ່ອງທ່ຽວ ເຊິ່ງມັນສະແດງໃຫ້ເຫັນຕາມລາຍງານຂ້າງເທິງ ແລະ ຖືເປັນບາດກ້າວສໍາຄັນໃນການສົ່ງເສີມບົດບາດຂອງ ສປປ ລາວ ໃນການຮ່ວມມືກັບ ສປ ຈີນ-ອາຊຽນທັງສອດຄ່ອງກັບວິໄສທັດ ແລະ ຈຸດສຸມພັດທະນາຂອງແຂວງຫຼວງນໍ້າທາ ໃນທ່ານະຈະເປັນສູນກາງການພັດທະນາແບບຍືນຍົງ ແລະ ການທ່ອງທ່ຽວແບບອະນຸລັກ ໃນພາກພື້ນລຸ່ມແມ່ນໍ້າຂອງຕອນເໜືອ.
ຮ້ານ Café ຫຼວງນ້ຳທານັບແຕ່ຂ້າພະເຈົ້າໄດ້ເລີ່ມມາອາໄສຢູ່ຫຼວງນໍ້າທາ ຂ້າພະເຈົ້າເຫັນວ່າ ຫຼວງນໍ້າທາ ເປັນແຂວງທີ່ມີທ່າແຮງ ມີຄົນເດີນທາງຜ່ານເຂົ້າອອກເປັນຈໍານວນຫຼາຍ ແຕ່ບໍ່ຄ່ອຍມີກິດຈະກໍາຫຍັງຫຼາຍໃຫ້ເຮັດຫຼາຍພໍທີ່ຈະເປັນຈຸດໃຫ້ຜູ້ຄົນຢຸດພັກ ຢ່າງໜ້ອຍກໍ່ຢຸດພັກຊຶມຊັບບັນຍາກາດອັນສວຍງາມຂອງເມືອງທີ່ເຕັມໄປດ້ວຍມົນສະເໜ່ແຫ່ງນີ້. ເລີ່ມຈາກການຊອກຫາຈຸດທີ່ຈະຕັ້ງຮ້ານ ຈະຕ້ອງເປັນຈຸດໃຈກາງຂອງເມືອງ ແຂກໄປໄທມາຈະໄດ້ແນມເຫັນງ່າຍ. ຂ້າພະເຈົ້າຮູ້ສຶກໂຊກດີ ເພາະໄດ້ຮ້ານທີ່ເປັນຈຸດທຳເລທີ່ຕັ້ງ ຕາມທີ່ຕັ້ງເປົ້າໝາຍໄວ້. Café ແຫ່ງນີ້ ປຽບດັ່ງຄວາມຕັ້ງໃຈມຸ້ງໝັ້ນປັ້ນແຕ່ງໃຫ້ຫຼວງນໍ້າທາມີສີສັນ, ມີສະຖານທີ່ໃຫ້ຄົນທຸກເພດໄວ ໄດ້ຊົມໃຊ້ ແລະ ນໍາສະເໜີສີລະປະຫຼວງອັນສວຍງາມໃຫ້ແຂກຄົນໄດ້ຮັບຮູ້. Café ເລີ່ມຕົ້ນສໍາຫຼວດອອກແບບ ແລະ ກໍ່ສ້າງ ໃນປີ ....... ປັດຈຸບັນແມ່ນເຮັດສໍາເລັດ ແລະ ເປີດໃຫ້ບໍລິການ ຮຽບຮ້ອຍ.
ຄຳບັນຍາຍ
ຫຼັງຈາກທີ່ຂ້າພະເຈົ້າ ເດີນທາງຢ້ຽມຢາມຫຼາຍເມືອງ ຂອງແຂວງຫຼວງນໍ້າທາ ຂ້າພະເຈົ້າເຫັນຄວາມອຸດົມສົມບູນ ແລະ ຄວາມດຸໝັ້ນຂອງປະຊາຊົນແຂວງຫຼວງນໍ້າທາ. ເຂົ້າ ຕາຂຽດ ເປັນເຂົ້າຊະນິດທີ່ພົບເຫັນຫຼາຍສະເພາະແຂວງຫຼວງນໍ້າທາ ເປັນເຂົ້າໜຽວທີ່ມີຕົ້ນສູງໃຫຍ່ ເມັດກົມມົນ ແລະ ມີຄວາມຫອມເວລານຶ້ງ. ຂ້າພະເຈົ້າ ຕັດສິນຮີບໂຮມເອົາເຂົ້າຈາກບັນດາບ້ານຕ່າງໆ ມາເປັນສ້າງເປັນເຂົ້າຫຼວງນໍ້າທາ ເພື່ອສົ່ງເສີມໃຫ້ພວກເຂົາມີລາຍໄດ້ທີ່ແນ່ນອນ, ສ້າງຜະລິດຕະພັນທີ່ເປັນຂອງຕ້ອນຂອງຝາກ ແລະ ສ້າງຊື່ສຽງໃຫ້ຜະລິດຕະພັນທ້ອງຖິ່ນ. ຂ້າພະເຈົ້າ ໄດ້ປຶກສາກັບຜູ້ຊ່ຽນຊານການອອກແບບ ແລະ ພັດທະນາຜະລິດຕະພັນ ເພື່ອດຶງເອົາຄວາມເປັນຫຼວງນໍ້າທາ, ທຳມະຊາດທີ່ສວຍງາມ ແລະ ເອກະລັກຂອງທິວທັດທົ່ງນາຂອງຕົວເມືອງຫຼວງນໍ້າທາ ທີ່ຊອກເບິ່ງຈາກບ່ອນອື່ນບໍ່ໄດ້. ການພັດທະນາແບບໄດ້ເປັນໄປຢູ່ຫຼາຍເດືອນ ຈຶ່ງເກີດມີຜະລິດຕະພັນຊຸດຕົວຢ່າງ ແລະ ພັດທະນາເປັນເຂົ້າຫຼວງນໍ້າທາທີ່ອອກສູ່ທອງຕະຫຼາດໃນປັດຈຸບັນ. ເຂົ້າຕາຂຽດເຂົ້າຫຼວງນໍ້າທາ
ງານແຂ່ງຂັນແຕ້ມຮູບ