The words you are searching are inside this book. To get more targeted content, please make full-text search by clicking here.

ວິຊາ ການຈັດແບ່ງພືດ

Discover the best professional documents and content resources in AnyFlip Document Base.
Search
Published by Thadthasine, 2023-07-17 21:45:40

ວິຊາ ການຈັດແບ່ງພືດ

ວິຊາ ການຈັດແບ່ງພືດ

Keywords: ວິຊາ ການຈັດແບ່ງພືດ

92 ຮູບທີ6.15. ສະແດງຮູບຕົວຢ່ າງ Hornworts ສະກຸນ Anthoceros (ທີ ່ມາ https://id.wikipedia.org/wiki/Anthoceros) ຮູບທີ6.16 ສະແດງແຜນວາດການສືບພັນແບບອາໃສເພດຂອງ Anthoceros. (ທີ ່ມາ https://zh.wikipedia.org/wiki/File:Hornwort_structures.jpg


93 ບດົທ ີ7 ພດືມທີ ໍ ່ລໍາລຽງທີ ່ບໍ ່ມແີກ່ນ (Seedless vascular Plants) ເປັນກ່ ຸມພືດທີ ່ ມວີ ິວດັ ທະນາການສູງກວ່ າພດືພວກໄບຣໂອໄຟ ໂດຍເປັນກ່ ຸມພືດທີ ່ ມຊີ ີວດິ ຢ່ ູເທງິບົກເປັນ ສ່ ວນໃຫຍ່ , ມລີໍາຕົນ້ ຂະໜາດໃຫຍ່ ແລະ ມລີະບບົການລໍາລຽງ (vascular system) ທີ ່ຈະເລນີດແີລວ້ເພື ່ອລໍາລຽງ ນໍ ້າ, ເກອືແຮ່ ຈ່ານ ແລະ ອາຫານໄປລຽ້ງລໍາຕົນ້ ແລະ ທຸກພາກສ່ ວນຂອງພືດ, ເປັນກຸ່ ມພືດທີ ່ ມີວົງຈອນຊີວິດແບບ ສະຫ ັບ(alternation of generation) ເຊິ ່ ງປະກອບດ້ວຍໄລຍະສະປໍໂຣໄຟ (sporophyte) ທີ ່ ມີຂະໜາດໃຫຍ່ ແລະ ມຊີ່ວງຊວີດິທີ ່ຍາວນານກວ່າໄລຍະແກມີໂຕໄຟ (gametophyte), ການປະສມົ ພນັ ຂອງພດືກ່ ຸມນີ ້ໂດຍທົ ່ວໄປ ແມ່ນບໍ ່ ຕອ້ ງອາໃສນໍ ້າ (ຍກົ ເວັນ້ ບາງຊະນດິ ). ພືດໃນກຸ່ ມມີທໍ ່ ລໍາລຽງທີ ່ ບໍ ່ ມີແກ່ ນ (Seedless vascular Plants) ປະກອບມີ4 ສາຂາ (division) ຄື: ສາຂາ Psilophyta, Lycophyta, Sphenophyta ແລະ ສາຂາ Pterophyta ເຊິ ່ ງແຕ່ລະສາຂາມີລັກສະນະທາງສັນຖານວິທະຍາ ແລະ ຊະນິດດັ ່ງລ່ ຸມນີ ້ : I. ສາຂາ ໄຊໂລໄຟຕາ (Division Psilophyta) ເປັນພືດທີ ່ມີທໍ ່ລໍາລຽງທີ ່ ເກົ ່າແກ່ທີ ່ ສຸດ, ເຊິ ່ ງມວິວັດທະນາ ີ ການຂື ້ນມາເມື ່ອປະມານ 390-400 ລ້ານປີທີ ່ ຜ່ ານ ມາ, ແຕ່ ສ່ ວນໃຫຍ່ ສູນພັນໄປເກືອບໝົດແລ້ວເຮັດໃຫ້ໃນປັດຈຸບັນຍັງເຫ ືອພຽງ 2 ສະກຸນ (genus) ແລະ ມີ 13 ຊະນິດຄື: ສະກຸນ Psilotum ແລະ Tmesipteris. 1. ສະກຸນຊໂີລຕຸມ້ (Genus Psilotum) ມີຊື ່ ເອີ ້ນທົ ່ວໄປວ່ າ whisk fern ຫ ືຫວາຍທະນອຍ (ດັ ່ງຮຸບ 7.1) ທີ ່ ສາມາດພບົ ໄດໃ້ນເຂດຮອ້ ນ ແລະເຂດ ອົບອຸ່ ນ, ໄລຍະສະປໍໂຣໄຟຈະເດັ ່ນທີ ່ ປະກອບດ້ວຍສ່ ວນຕ່າງໆດັ ່ງນີ ້ : ລໍາຕົນ້ ທີ ່ທອດຮາບໄປກບັ ພື ້ນດນິ ເອີ ້ນວ່າ: ໄຣ ໂຊມ (rhizome) ເຊິ ່ ງບໍ ່ທນັມຮີາກແຕ່ມໄີຣຊອຍ (rhizoid) ທີ ່ ເຮດັໜາ້ທີ ່ ຢຶດເກາະ, ດູດນໍ ້າ ແລະ ແຮ່ທາດຈາກດນິ , ສ່ ວນລໍາຕົນ້ ເທິງໜາ້ດິນທີ ່ ສູງປະມານ 8 ນີ ້ວ ຫ ືຫ າຍກວ່ າ, ມີຂອບເປັນເສັນ້ , ແຕກກິ ່ ງແບບ 2 ແສກ ຫ ື ໄດໂຄ ໂທມັສ (Dichotomous), ລໍາຕົນ້ ແລະ ກິ ່ ງມີສີຂຽວເຮັດໜ້າທີ ່ ໃນການສັງເຄາະແສງ, ຕາມລໍາຕົນ້ ມີເກັດ (scale) ນ້ອຍໆເຮັດໜ້າທີ ່ ຄ້າຍຄືໃບແຕ່ບໍ ່ ແມ່ ນໃບທີ ່ ແທ້ຈິງ. ທງັລໍາຕົນ້ ໃຕດ້ ນິ ແລະ ລໍາຕົນ້ ເທິງໜາ້ດນິມທີ ໍ ່ລໍາລຽງ, ໃນນັນ້ ແພລໍາລຽງ (vascular tissue) ຂອງໄຣໂຊມເປັນໂຄງສາ້ງແບບງ່າຍໆເອີ ້ນວ່ າ: ໂພຣໂທສຕິລ (protostele) ທີ ່ ປະກອບດ້ວຍໄຊແລັມ (xylem) ທີ ່ປະກອບມີspiral tracheids ແລະ scalariform tracheid ແຕ່ບໍ ່ມີແກນກາງ (pith) ກັບໂຟແອັມ (phloem) ທີ ່ສະຫ ບັ ຢ່ ູຕາມແຊກຂອງໄຊແລມັ . ສ່ ວນແພລໍາລຽງຂອງລໍາຕົນ້ເທງິໜາ້ດນິແມ່ນ ປະກອບດ້ວຍແກນກາງ, ດັ ່ງນັນ້ຈິ ່ ງປະກອບມທີ ໍ ່ກາງ (stele) ແບບ siphonostele (ຮູບ 7.2). ເມື ່ອລໍາຕົນ້ ຈະເລີນເຕີບໂຕເຕມັ ທີ ່ ຈະມີການສ້າງກັບສະປໍ(sporangium) ຢູ່ ຕາມກິ ່ ງ, ເຊິ ່ ງກບັ ສະປໍຈະເປັນ 3 ພູ ແລະ ມີໃບເກັດຮອງຮັບ, ພາຍໃນກັບສະປໍມີສະປໍພຽງຊະນິດດຽວ (Homospore) ທີ ່ມີn ໂຄ ໂມໂຊມ, ເມືອ ກັບສະປໍແຕກສະປໍກໍ ່ ຈະປິວໄປຕກົ ໃສ່ ບ່ ອນທີ ່ ເໝາະສມົ ກໍ ່ຈະງອກເປັນຕົນ້ ແກມໂີຕໄຟຢ່ ູໃນດນິ ເຊິ ່ ງມຮູບີ ຮ່ າງຊົງ ກະບອກຂະໜາດນ້ອຍທີ ່ ແຕກກິ ່ ງແບບສອງແສກ, ພາຍນອກມີໄຣຊອຍປົກຄຸມຈໍານວນຫ າຍສ່ ວນພາຍໃນມີໄມ ຄໍໄຣຊ່ າ (mycorrhizal fungi) ອາໃສຢູ່ , ຕໍ ່ມາເມື ່ອແກມີໂຕໄຟເຕີບໂຕຂື ້ນກໍ ່ ຈະສ້າງອະໄວຍະວະສືບພັນທັງ 2 ເພດໃນຕົນ້ ດຽວກັນຄື: ອະໄວຍະວະສືບພັນເພດຜູ້ເອີ ້ນວ່ າ: ແອນທີຣີດຽມ (antheridium) ທີ ່ ເຮັດໜ້າທີ ່ ສ້າງສະ


94 ເປີມ (sperm) ເຊິ ່ ງມີລັກສະນະຕົວເປັນກຽວ ແລະ ມີຂົນຈຸລັງ (cilia) ຢ່ າງຫ ວງຫ າຍ, ສ່ ວນອະໄວຍະວະເພດແມ່ ເອີ ້ນວ່ າ: ອາຄີໂກນຽມເຮັດໜ້າທີ ່ຜະລິດຈຸລັງໄຂ່ (egg cell). ເມື ່ອສະເປີມເຄື ່ອນທີ ່ ໄປປະສົມກັບໄຂ່ ແລ້ວກາຍເປັນ ໄຊໂກດ (zygote) ແລ້ວເຕີບໂຕເປັນໜໍ ່ ລູກໂດຍມີສ່ ວນທີ ່ ເຮັດໜ້າທີ ່ ຢຶດ (foot) ຝັງລົງໄປໃນແກມີໂຕໄຟເພື ່ອດູດ ນໍ ້າ ແລະອາຫານໄປລຽ້ງໜໍ ່ລູກເຊິ ່ ງຈະຂະຫຍາຍໂຕໄປເປັນຕົນ້ ສະປໍໂຣໄຟຕໍ ່ ໄປ (ຮູບ 7.3). ຮຸບ 7.1 ຮູບຮ່ າງລັກສະນະຂອງພືດໃນສະກຸນ Psilotum (Division Psilophyt) (ທີ ່ມາ http://lifeofplant.blogspot.com/2011/01/psilotophytes.html)


95 ຮຸບ 7.2 ຮູບຮ່ າງລັກສະນະທາງສັນຖານວິທະຍາຂອງພືດສະກຸນ Psilotum (ທີ ່ມາ http://lifeofplant.blogspot.com/2011/01/psilotophytes.html) ຮູບທີ7.3. ວົງຈອນຊີວິດແບບສະຫ ັບຂອງ Psilotum (ທີ ່ມາ https://www.plantscience4u.com/2014/04/lifecycle-of-psilotum.html#.XXd Q3ZgzbIU)


96 II. ສາຂາ ໄລໂຄໄຟຕາ (Division Lycophyta) ພດືໃນສາຂານີ ້ແມ່ນມທີ ໍ ່ລໍາລຽງໃນທຸກພາກສ່ ວນຂອງລໍາຕົນ້ , ໃບ ແລະ ຮາກ, ມັກເກີດຕາມແຄມປ່ າດົງດິບ ແລະ ປ່ າດບິຊື ່ນໃນເຂດຮອ້ ນ ແລະ ຂອ້ ນຂາ້ງຮອ້ ນ, ຈະເລີນເຕີບໂຕເທິງໜ້າດິນ ຫ ື ເລືອໄປຕາມຜິວໜ້າດິນ, ໃນນັນ້ ບາງຊະນິດເປັນພືດອິງອາໃສ (epiphyte) ກບັພດືຊະນດິອື ່ນ, ພດືໃນສາຂານີມ້ ວີງົຈອນຊວິດິແບບສະຫ ບັ . ໄລໂຄໄຟຕາພົບຫ າຍທີ ່ ສຸດໃນພື ້ນໂລກໃນຍຸກຄາບໍນີເຟີຣັສເມື ່ອປະມານ 340 ລ້ານປີທີ ່ຜ່ ານມາຈົນຮອດເມື ່ອ ປະມານ 280 ລ້ານປີທີ ່ ແລວ້ ກໍ ່ ເລິ ່ມສູນພນັ ໄປເນື ່ອງຈາກມີການປ່ ຽນແປງຂອງສະພາບແວດລ້ອມ, ເຊິ ່ ງຈາກຫ ກັ ຖານ ຂອງຊາກດກຶ ດໍາບນັ ບງົບອກວ່າພດື ໃນສາຂານີ ້ ເປັນພດືຢືນຕົນ້ ສູງຫ າຍສບິແມດັ ແລະ ພດືລົມ້ ລຸກຂະໜາດນອ້ ຍແຕ່ ທີ ່ ເຫ ອືສບື ເຊື ້ອສາຍມາຮອດປະຈບຸ ນັ ແມ່ນມຂີະໜາດນອ້ ຍ, ເຊິ ່ ງມທັງ ີ ໝົດປະມານ 1,000 ຊະນິດ, ໃນນັນ້ ສະກຸນທີ ່ ພົບເຫັນຫ າຍທີ ່ສຸດໄດ້ແກ່: ສະກຸນ Lycopodium, Selaginella, Phyllogossum ແລະ ສະກຸນ Isoetes. 1. ສະກຸນ ໄລໂຄໂປລຽມ (Genus Lycopodium) ມີຊື ່ ເອີ ້ນທົ ່ວໄປວ່ າ Club moss, Ground pine ຫ ື ຫຍ້າສາມຮ້ອຍຍອດ (ດັ ່ງຮູບທີ7.4) , ມິການສືບພັນ 2 ແບບຄື: ການສບືພນັ ແບບໍ ່ ອາໃສເພດແມ່ນເກດີຂື ້ນໂດຍໄຮໂຊມຈະງອກເປັນໄຣໂຊມໃໝ່ ຂື ້ນມາ.ແລະ ການສືບ ພນັແບບອາໃສເພດຊິ ່ ງມວົງ ີ ຈອນຊີວິດແບບສະຫ ັບ ດັ ່ງນີ ້ : ຮູບທີ7.4. ສະແດງຮູບຮ່ າງລັກສະນະຂອງພືດສະກຸນ Lycopodium (Lycopodium squarrosun) (ທີ ່ມາ https://www.wikidata.org/wiki/Q3840984) 1.1. ໄລຍະສະປໍໂຣໄຟເປັນປະກອບດ້ວຍສ່ ວນຕ່ າງໆຄື: - ລໍາຕົນ້ ໃຕດ້ ິນແບບໄຣໂຊມ ແລະ ລໍາຕົນ້ ເທິງດນິທີ ່ ເລືອ ຫ ືຕັ ້ງຊື ່ ແຕ່ບໍ ່ ສູງເທົ ່າໃດເຊິ ່ ງຈະແຕກຂະແໜ ງອອກເປັນ 2 ແສກ, ໃນຜວິຂອງລໍາຕົນ້ມຈີລັງປາກໃບ ຸ (stomata).


97 - ໃບມີຂະໜາດນ້ອຍ, ມເີສັນ້ ກ່າງໃບ 1 ເສັນ້ ທີ ່ ບໍ ່ມກີ ານແຕກຂະແໜງເອີ ້ນໃບຊະນດິ ນີ ້ວ່ າ: ໄມໂຄ ຟິລ (microphyll), ເຊິ ່ ງມສີຂີຽວລຽງເປັນກຽວຮອບລໍາຕນົ . - ຮາກເປັນແບບຮາກພິເສດ (adventitious root) ທີ ່ ເກີດຂື ້ນຢ່ ູດາ້ນລ່ ຸມຂອງລໍາຕົນ້ ທີ ່ ຢ່ ູເທິງໜາ້ດິນ ແລະ ລໍາຕົນ້ທີ ່ຢ່ ູໃຕດ້ ນິ . ເມື ່ອຕົນ້ ສະປໍໂຣໄຟມີການຈະເລີນເຕີບໂຕເຕມັ ທີ ່ ຈະສາ້ງອະໄວຍະວະສບືພັນຂື ້ນໃນປາຍກິ ່ ງເອີ ້ນວ່າ: ສະຕໍ ບີລັສ (strobilus) ທີ ່ ປະກອບດ້ວຍສ່ ວນທີ ່ ຄາ້ຍຄືໃບຂະໜາດນອ້ ຍເອີ ້ນວ່ າ: ສະປໍໂຣຟິລ (sporophyll) ທີ ່ ລຽງ ຖີ ່ ໆອດັກັນແໜ້ນຮອບແກນກາງ, ບໍລິເວນກົກຂອງສະປໍໂຣຟິນຈະມີກັບສະປໍ (sporangium). ໂຄງສ້າງພາຍໃນຂອງຂອງລໍາຕົນ້ ໃນໄລຍະສະປໍໂຣໄຟປະກອບດ້ວຍ 3 ເຂດຄື: ຈຸລັງແພໜັງປົກຢູ່ ຊັນ້ ນອກ ສຸດ, ຖັດຈາກແພໜັງປົກແມ່ ນເປືອກ (cortex) ແລະ ເຂດໃນສຸດເອີ ້ນວ່ າເອັນໂດເດີມີສ (endodermis) ແລະ ທໍ ່ ກາງ (stele) ເຊິ ່ ງປະກອບດ້ວຍເພີຣີເຄິລ (pericycle), ໂຟແອັມ (phloem) ແລະ ໄຊແລັມ (xylem) ເຊິ ່ ງມຫ າຍ ີ ແສກໂດຍມີໂຟແອັມແຊກຢູ່ ລະຫວ່ າງແສກຂອງໄຊແລັມ, ໃນໄຊແລັມປະກອບດ້ວຍ sieve cell ແລະ ພາເຣັນຄີມາ (parenchyma), ແຕ່ລໍາຕົນ້ ຂອງ Lycopodium ບໍ ່ມີແກ່ ນ (pith). 1.2. ໄລຍະແກມີໂຕໄຟ ແມ່ ນເກີດຈາກສະປໍທີ ່ ປິວຫຸ ດອອກມາຈາກກັບສະປໍຂອງຕົນ້ ສະປໍໂຣໄຟເມື ່ອຕກົ ຢ່ ູໃນສະພາບແວດລອ້ ມທີ ່ ເ ໝາະສມົ ຕໍ ່ການຈະເລນີ ເຕບີ ໂຕສະປໍກໍ ່ຈະງອກເປັນຕົນ້ ແກມໂີຕໄຟຂະໜາດນອ້ຍ, ເຊິ ່ ງຖາ້ແກມໂີຕໄຟງອກຢູ່ ໃຕ້ດິນ ທີ ່ ບໍ ່ມຄີ ໍໂຣຟິນມກັ ຈະມເີຊື ້ອຣາຈໍາພວກໄມໂຄຣີຊາ (Mycorrhiza) ອາໃສຢູ່ ນໍາ, ແຕ່ຖ້າງອກຢູ່ ເທິງໜ້າດິນຈະມີ ສີຂຽວ ແລະ ມີໄຣຊອຍປົກຄຸມ. ເມື ່ອແກມໂີຕໄຟເຕບີ ໂຕເຕມັ ທກີ ໍ ່ຈະສາ້ງອະໄວຍະວະສບືພນັ ເພດຜູເ້ອີ ້ນວ່າ: ແອນ ທຣີີດຽມທີ ່ມຮີູບຮ່າງກມົ ເຮດັໜາ້ທີ ່ສາ້ງສະເປີມທີ ່ມຫີ າງລອຍ (flagellum) 2 ເສັນ້, ສ່ ວນອະໄວຍະວະສືບພັນເພດ ແມ່ເອີ ້ນວ່າ: ອາຄໂີກນຽມທີ ່ ມລີກັ ສະນະຄາ້ຍຄອື າຄໂກີ ນຽມຂອງພວກມອສ ທີ ່ ຝັງຕວົ ຢ່ ູໃນແພຈຸລັງຂອງແກມີໂຕ ໄຟໂດຍຍື ່ນສ່ ວນຂອງຈລັງເນັກ ຸ (neck cell) ອອກມາຈາກລະດບັ ຜວິ ເຊິ ່ ງພາຍໃນກະເປາະອາຄີໂກນຽມ (venter) ມີຈຸໄຂ່ 1 ຈຸລັງ. ທັງແອນທີ ່ ຣີດຽມກັບອາຄີໂກນຽມເກີດຢູ່ ເທິງແກມີໂຕໄຟດຽວກັນ, ພາຍຫ ັງການປະສົມລະຫວ່ າງ ສະເປີມກບັ ຈລຸ ັງໄຂ່ ກໍ ່ ໄດໄ້ຊໂກດຈາກນັນ້ ກໍ ່ ເຕີບໂຕເປັນໜໍ ່ ລູກ ແລະ ສະປໍໂຣໄຟຕໍ ່ ໄປ, ເມື ່ອສະປໍໂຣໄຟມຮີ າກທີ ່ ສາມາດຫາອາຫານໄດແ້ ກມໂີຕໄຟກໍ ່ ຈະຕາຍໄປ, ຈາກນັນ້ ສໍາປໍໂຣໄຟກໍ ່ ຈະເຕີບໂຕມລີ ໍາຕົນ້ ແລະ ມໃີບສີຂຽວທີ ່ ສາມາດສ້າງອາຫານເອງໄດ້ເອງ (ຮູບ 7.5).


98 ຮູບທີ7.5. ສະແດງວົງຈອນຊີວິດແບບສະຫ ັບຂອງ Lycopodium (ທີ ່ມາ https://www.plantscience4u.com/2014/04/life-cycle-of-lycopodium.html#. XXedTZgzbIU) 2. ສະກຸນ ເຊລາຈແນີ ລລາ (Genus Selaginella ) ເປັນພດືທີ ່ມີລັກສະນະທົ ່ວໄປຄ້າຍຄືກັບພືດພວກ Lycopodium ແຕ່ Selaginella (ຮູບ 7.6) ມີຂະໜ າດນ້ອຍກວ່າຈິ ່ ງມຊີ ື ່ ເອີ ້ນທົ ່ວໄປວ່າ Small clup moss ຫ ື ຫຍ້າຮັງໄກ່ເຊິ ່ ງມຢີ່ ູທົ ່ວໆໄປໃນເຂດຮອ້ ນ, ໃນເຂດໜາວ ມີໜ້ອຍ, ໃນນັນ້ມບີາງຊະນດິສາມາດທນົທານຕໍ ່ຄວາມແຫງ້ແລງ້ໄດດ້ . ີລໍາຕົນ້ ຂອງ Selaginella ທີ ່ ພົບເຫັນທົ ່ວໄປ ແມ່ ນເປັນຕົນ້ທີ ່ຢ່ ູໃນໄລຍະສະປໍໂຣໄຟຄື: ລໍາຕົນ້ ຊະນດິ ໄຣໂຊມທີ ່ ເລອືໄປຕາມໜາ້ດນິ ແລະ ມກີ ິ ່ ງຊູຂື ້ນມາເໜອືໜາ້ ດນິ ເຊິ ່ ງມກີ ານແຕກກິ ່ ງແບບໄດໂຄໂຕມສັ (ຄືແຕກກິ ່ ງລົງສູ່ ດ້ານລຸ່ ມເອີ ້ນວ່ າ: ໄຣໂຊຟໍ (rizophore) ເຊິ ່ ງບໍລິເວນ ປາຍຈະເຕີບໂຕແຕກອອກເປັນກ່ ຸມຮາກພິເສດເອີ ້ນວ່ າ: adventitious root ຫ ື ຮາກຄໍ ້າ, ພາຍໃນມີແພລໍາລຽງ ຄ້າຍຄືLycopodium, ນອກຈາກນີ ້ໃນບາງຊະນດິ ເທົ ່ານັນ້ທີ ່ ປະກອບດ້ວຍເວສເຊລ (vessel) ມີການປ່ ຽນແປງໄດ້ ດີກວ່ າເກົ ່າ) ໃນບາງຊະນດິລໍາຕົນ້ ທີ ່ ຕັ ້ງຊູຂື ້ນມານີ ້ອາດໄຕ່ພນັ ກບັ ເສາົໄດ. ້ລໍາຕົນ້ ທງັໄຣໂຊມ ແລະ ລໍາ ຕົນ້ ເທິງໜາ້ ດິນມີໃບປົກຄຸມຢູ່ ສະເໝີ, ເຊິ ່ ງໃບຈະມຂີະໜາດນອ້ ຍ, ມີສີຂຽວລຽງຕົວຕາມລວງຍາວ 4 ແຖວ, ໃບ 2 ແຖວເທິງມີ ຂະໜາດນອ້ ຍກວ່າໃບສອງແຖວທີ ່ ຢ່ ູລ່ ຸມເອີ ້ນໃບທີ ່ມຂີະໜາດຕ່າງກນັ ນີ ້ວ່າ: ເຮເທໂຣຟິນລັສລີບ(heterophyllous leaves), ໃນແຕ່ ລະໃບມີເສັນ້ ໃນ 1 ເສັນ້ , ມີປາກໃບຢູ່ ບໍລິເວນໃກ້ເສັນ້ ໃບ, ບໍລິເວນກົກໃບທາງດ້ານເທິງມີໃບ ນ້ອຍໆຄ້າຍຄືໃບເກັດ ຫ ືເຍື ່ອບາງໆເດ່ ອອກມາເອີ ້ນວ່າ: ລີ ້ນໃບ ຫ ືລກີ ູນ (ligule) ເຮັດໜາ້ທີ ່ ປ້ອງກັນຍອດອ່ ອນ ຈາກການສູນເສຍນໍ ້າ.


99 ຮູບ 7.6. ສະແດງຮູບຮ່ າງລັກສະນະຂອງພືດສະກຸນ Selaginella (ທີ ່ມາ https://en.wikipedia.org/wiki/Selaginella) ໂຄງສ້າງພາຍໃນຂອງ Selaginella ແມ່ ນມີຄວາມຄ້າຍຄືກັບ Lycopodium ຄືປະກອບມີຈຸລັງແພໜັງປົກ (epidermis), ຄອກເຕັກ (cortex) ແລະ ສະຕີລ (stele) ເຊິ ່ ງບາງຊະນດິສະຕລີດຽວ (monostele), ບາງຊະນິດ ສະຕີລມີກຸ່ ມແພລໍາລຽງ 2 ກຸ່ ມແຍກອອກຈອກຄອກເຕັກໂດຍມີທຣາບີຄິວລີ(trabeculae) ເປັນຕົວເຊື ່ ອມ, ໄຊ ແລັມປະກອບດ້ວຍເວສເຊນ (vessel) ເປັນສ່ ວນໃຫຍ່ ແລະ ມີເຕ ຄິດ (tracheid) ເຈືອປົນຢູ່ ນໍາ. ຕົນ້ ສະປໍໂຣໄຟ (sporophyte) ເມື ່ອເຕບີ ໂຕເຕມັ ທີ ່ຈະມກີ ານສບືພນັ ໂດຍສາ້ງສະຕໍບລີສັ (stro- bilus) ຫ ື ໂຄນ (cone) ຢູ່ ປາຍກິ ່ ງ, ເຊິ ່ ງປະກອບດ້ວຍສະປໍໂຣຟິລ (sporophyll) ທີ ່ມີຂະໜາດນ້ອຍລວມກັນເປັນກຸ່ ມໂດຍມີ ການຈັດລຽງກັນໃກ້ຊິດກັນຫ າຍເຮັດໃຫ້ມີລັກສະນະແຕກຕ່ າງຈາກໃບທໍາມະດາ. ໃນນັນ້ ເຊລາຈີແນລລາມີຄວາມ ແຕກຕ່ າງກັບໄລໂຄໂປລຽມຢູ່ ບ່ ອນວ່ າມັນມີສະປໍ 2 ຊະນິດເອີ ້ນວ່ າ: ເຮເຕີໂຣສະປໍຣັສ (Hetero- sporous) ຢູ່ ທີ ່ ຖານຂອງສະປໍໂຣຟິນ, ໃນນີມີ ້ ສະປໍຊະນິດໜຶ ່ ງທີ ່ ມີຂະໜາດນ້ອຍເອີ ້ນວ່ າ: ໄມໂຄຣສະປໍ (micro- spore) ເຊິ ່ ງຢ່ ູ ພາຍໃນກັບສະປໍເອີ ້ນວ່າກັບໄມໂຄຣສະປໍ ຫ ື ໄມໂຄຣສະປໍແຣງຈຽມ (microsporangium), ສະປໍໂຣຟິນທີ ່ມີໄມ ໂຄຣສະປໍແຣງຈຽມນີ ້ ເອີ ້ນວ່ າ: ໄມໂຄຣສະປໍໂຣຟິລ (microsporophyll) ເຊິ ່ ງມກັ ຈະຢ່ ູດາ້ນເທງິຂອງສະຕໍບລີສັ , ສ່ວນສະປໍອກີ ຊະນດິໜຶ ່ ງແມ່ນມຂີະໜາດໃຫຍ່ກວ່າເອີ ້ນວ່າ: ເມກາສະປໍ (megaspore) ເຊິ ່ ງຢ່ ູພາຍໃນກບັ ເມກາສະ ປໍ ຫ ື ເມກາສະປໍແຣງຈຽມ (mega sporangium) ທີ ່ມເມີ ກາສະປໍໂຣຟິລ (maga- sporophyll) ຮອງຮັບຢູ່ , ເຊິ ່ ງ ເມກາສະປໍໂຮຟິນນັນ້ມກັ ຈຢຸ ່ ູດາ້ນລຸ່ ມຂອງສະຕໍບີລັສ (ຮູບ 7.7).


100 ຮູບທີ7.7. ສະແດງວົງຈອນຊີວິດແບບສະຫ ັບຂອງ Selaginella (ທີ ່ມາ https://www2.mcdaniel.edu/Biology/botf99/earlyplants/page4bsel.htm) ແກມີໂຕໄຟເພດແມ່ (Female gametophyte), ເກີດຈາກເມກາສະປໍທີ ່ ຢ່ ູພາຍໃນເມກາສະປໍແຣງຈຽມມີ ການແບ່ ງຈຸລັງແບບໄມໂທຊີສຫ າຍຄັ ້ງຈົນໄດ້ແພແກມີໂທໄຟເພດແມ່ ແລ້ວດັນໃຫ້ຜະໜັງຂອງເມກາສະປໍແຕກ ອອກ, ຈາກນັນ້ ແພຂອງແກມີໂຕໄຟເພດແມ່ກໍ ່ຈະພົນ້ເດ່ອອກມາຕາມຮອຍແຕກນັນ້ ແລະ ຜະລິດອາຄີໂກນຽມຝັງຢູ່ ໃນແພພຽງແຕ່ເດ່ ຈຸລັງເນັກ (neck cell) ເຊິ ່ ງມພີຽງ 2 ຈລຸ ງັເທົ ່ານັນ້ທີ ່ພົນ້ ຂື ້ນມາຈາກແພແກມີໂຕໄຟເພດແມ່, ພາຍ ໃນອາຄີໂກນຽມມີຈຸລັງໄຂ່ ແລະ ບໍລິເວນອາຄີໂກນຽມມີໄຣຊອຍຢ່ າງຫ ວງຫ າຍ (ຮູບ 7.7). ແກມີໂຕໄຟເພດຜູ້(male gametophyte), ເກີດຈາກໄມໂຄສະປໍທີ ່ ປ່ ຽນແປງເປັນແກມີໂຕໄຟເພດຜູ້ຢູ່ ພາຍ ໃນໄມໂຄສະປໍ ແຣງຈຽມ, ໂດຍໄມໂຄສະປໍແບ່ ງຕົວແບບໄມໂທຊີສແລ້ວໄດ້2 ຈຸລັງຄື: ຈຸລັງໂພທັນລຽນ (prothallial cell) 1 ຈຸລງັທີ ່ມຂີະໜາດນອ້ ຍເຊິ ່ ງຈະເຕບີ ໂຕໄປເປັນແພສ່ ວນອື ່ນໆລວມທງັໄຣຊອຍຂອງແກມໂີຕ ໄຟ ແລະ ຈຸລັງແອນເທີຣີດຽນ (antheridial cell) 1 ຈຸລງັເຊິ ່ ງຈະແບ່ງຈລຸ ງັອກີຫ າຍຄັ ້ງແລວ້ ໄດຈ້ ລັງ ຸ ທີ ່ ເຮັດໜ້າທີ ່ຫໍ ່ ຫຸ້ມສະເປີມ, ໃນນັນ້ ຈລຸ ັງທີ ່ ຢ່ ູເຄິ ່ ງກາງຂອງສະເປີມມຂີ ົນຈຸລັງ (cilia) 2-3 ເສັນ້ ແລະມີຈໍານວນສະເປີມປະມານ 128-256 ຈຸລັງ. ການປ່ ຽນແປງເປັນແກມີໂຕໄຟເພດຜູ້ແມ່ ນເກີດຢູ່ ພາຍໃນຜະໜັງຂອງໄມໂຄສະປໍ, ເມື ່ອຜະໜັງ ຂອງໄມໂຄສະປໍແຕກສະເປີມກໍ ່ຈະລອຍນໍ ້າໄປຫາອາຄໂີກນຽມ ແລວ້ ເຂົ ້າໄປປະສມົ ກບັ ຈລຸ ງັໄຂ່ ໄດໄ້ຊໂກດ, ຈາກ ນັນ້ ໄຊໂກດກໍ ່ຈະແບ່ງຕວົ ແບບໄມໂຕຊສີ ໄດ້2 ຈຸລັງ, ເຊິ ່ ງຈລຸ ງັໜຶ ່ ງຈະປ່ ຽນແປງໄປເປັນໜໍ ່ ລູກ, ສ່ ວນອກີ ຈລຸ ງັໜຶ ່ ງມີ


101 ຮູບຮ່າງຍາວຂື ້ນແລວ້ ເຕບີ ໂຕເປັນຊສັ ເພນັ ເຊີ (suspensor) ເຮັດໜ້າທີ ່ ຜັກດັນໃຫ້ໜໍ ່ ລູກລົງໄປຝັງຢູ່ ໃນແພແກມີໂຕ ໄຟເພດແມ່ເຊິ ່ ງມອາຫານສະສົມໄວ້ຫ າຍ ີ , ໃນໜໍ ່ ລູກປະກອບດ້ວຍຊັສເພັນເຊີ, ສ່ ວນຢຶດເກາະ (foot), ຮາກ, ໃບ ແລະ ປາຍຍອດ (shoot) ຈາກນັນ້ເຕບີເປັນຕົນ້ ສະປໍໂຣໄຟໃໝ່ (ຮູບ 7.7). III. ສາຂາ ສະເຟໂນໄຟຕາ (Division Sphenophyta) ພືດໃນດີວີຊັນສະເຟໂນໄຟຕາພບົ ຫ າຍທີ ່ ສຸດໃນຍຸກຄາບໍນເີຟີຣັສຄກື ນັ ກບັ ດວີຊີ ັນໄລໂຄໄຟຕາ, ແຕ່ ຕໍ ່ມາໄດ້ ສູນ ພັນໄປເກືອບໝົດ ແລະ ຍງັເຫ ືອສືບເຊື ້ອສາຍມາຈນົ ຮອດປັດຈຸບັນພຽງ 1 ສະກຸນຄື: ສະກຸນ ອີຄິວເສຕຸ ້ມ (Equisetum) (ດັ ່ງຮູບ 7.8) ເຊິ ່ ງມຢູ່ ີປະມານ 15 ຊະນດິທີ ່ມກັ ເກດີໃນບໍລເິວນເຂດທີ ່ ເຢັນ ແລະ ຊຸ່ມ, ຍກົ ເວັນ້ ພຽງ ຊະນິດດຽວຄືEquisetum arvense ທີ ່ ເກີດໃນບ່ ອນແຫ້ງແລ້ງ. ລັກສະນະປະຈໍາຂອງພືດໃນສາຂານີມີ ້ ຄື: ຜິວ ນອກຂອງລໍາຕົນ້ ຫຍາບ, ຊາ ແລະ ຄາຍມືເພາະມີທາດຊີລີກາ (silica) ປະສົມລວມຢູ່ ໃນຂອບຈຸລັງ, ດ້ວຍເຫດນີ ້ ຄົນບູຮານຈິງນໍາເອົາພືດສາຂານີມາ ້ ຂັດພາຊະນະຕ່ າງໆ. Equisetum ມີຊື ່ ເອີ ້ນທົ ່ວໄປວ່ າ: ສົນຫາງມ້າ (Horse tail) ຫ ື ຫຍ້າທອດປ້ອງ, ລໍາຕົນ້ ໃນໄລຍະສະປໍໂຣ ໄຟປະກອບດ້ວຍສ່ ວນຕ່ າງຄື: ລໍາຕົນ້ ຊະນດິ ໄຣໂຊມທອດຮາບໄປກັບພື ້ນດິນ (ເຊິ ່ ງມຂີ ໍ ້ແລະ ປ້ອງຄກື ນັກບັ ລໍາຕົນ້ ເທິງໜ້າດິນ, ມີຮາກພິເສດ (adventitious root) ປົກຄຸມ ແລະ ລໍາຕົນ້ ເທິງໜ້າດິນເຊິ ່ ງມສີຂຽວ ີ ເຮັດໜ້າທີ ່ ສັງເຄາະ ດ້ວຍແສງ, ມຂີໍ ້ແລະ ປ້ອງທີ ່ ເຫນັ ໄດຢ້່ າງຊດັ ເຈນ, ແຕກຂະແໜງເປັນວງົອອ້ ມຂໍ ້(whorled), ຜິວຂອງລໍາຕົນ້ເປັນ ຮ່ ອງ, ມີສັນ ແລະ ມີສານພວກຊີລີກາທີ ່ ຈຸລັງຜິວເຮັດໃຫ້ລໍາຕົນ້ ຊາ, ພາຍໃນລໍາຕົນ້ ໂວ່ ບໍລິເວນປ້ອງ, ສ່ ວນຂໍປະກອບ ້ ດ້ວຍຈຸລັງທີ ່ ຕິດຕໍກັນແໜ້ນ, ມີແພຂະຫຍາຍ (meristematic tissues) ແລະ ເປັນສ່ ວນທີ ່ ອ່ ອນເຮັດໃຫ້ສາມາດດຶງ ໃຫ້ຫຸ ດອອກຈາກກັນໄດ້ຢ່ າງງ່າຍດາຍ. ນອກຈາກລໍາຕົນ້ ແລວ້ ຍັງມີໃບຂະໜາດນອ້ ຍທີ ່ ເກີດອອ້ ມໆຂໍ ້ເປັນວົງ (whorled) ເຊິ ່ ງແຕ່ລະໃບມເີສັນ້ ໃບພຽງເສັນ້ ດຽວ, ບໍລເິວນຂອງແຕ່ລະໃບເຊື ່ອມຕດິກນັ ໂອບຫຸມ້ ຂໍ ້ໄວ, ້ສ່ ວນປາຍ ຂອງໃບແບກອອກເປັນແສກເທົ ່າກບັຈາໍນວນຂອງໃບ. ຮູບທີ7.8 ສະແດງຮູບຮ່ າງລັກສະນະຂອງພືດສະກຸນ quisetum (ທີ ່ມາ https://www.notcutts.co.uk/garden-advice/problems-pests/horsetail-mares-tail/) ເມື ່ອ Equisetum ມີການຈະເລີນເຕີບໂຕເຕັມທີ ່ມັນກໍ ່ຈະສ້າງສະຕຣໍບີລັສ (strobilus), ຢູ່ ປາຍກິ ່ ງ, ເຊິ ່ ງສະ ຕຣໍບີລັສປະກອບດ້ວຍໂຄງສ້າງທີ ່ ມີລັກສະນະຄ້າຍຄັນຮົ ່ມທີ ່ ປະກອບດ້ວຍກ້ານສັນ້ ໆ ແລະ ບໍລິເວນປາຍກ້ານແຜ່ ອອກຄາ້ມຄັນຮົ ່ ມ ຫ ືໂລໂ້ດຍຕັ ້ງໄດສ້ າກກັບແກນກາງຂອງສະຕຣໍບີລັສເອີ ້ນໂຄງສາ້ງນີ ້ວ່ າ: ສະປໍແຣງຈີໂອຟໍ


102 (sporangiosphore) ເຊິ ່ ງສ່ວນທີ ່ຄ້າຍຄືຕົວຄັນຮົ ່ມນັນ້ຫັນອອກດ້ານນອກຂອງສະຕໍບີລັສ, ໃນນັນ້ມີກັບສະປໍຕິດຢູ່ ຂອບດ້ານລຸ່ ມຂອງຂອບຄັນຮົ ່ມ, ພາຍໃນກັບບສະປໍແຕ່ລະອັນມີຈຸລັງໃຫ້ກໍາເນີດສະປໍ(spore mother cell) ຢ່ າງ ຫ ວງຫ າຍເຊິ ່ ງຈະມກີ ານແບ່ງຕວົ ແບບໄມໂອຊສີ ແລວ້ ໃຫກ້ ໍາເນດີສະປໍທີ ່ມລີກັ ສະນະຄກື ນັ (homospores), ສະປໍ ແຕ່ ລະອັນມີຂອບຈຸລັງໜາ 2 ຊັນ້ , ເມື ່ອສະປໍແກ່ ແລະ ມີການປ່ ຽນແປງຂອງຄວາມຊຸ່ມເກດີຂື ້ນຜະໜັງຊັນ້ ນອກ ຂອງສະປໍທີ ່ ເອີ ້ນວ່າ Perispores ຈະມາຍຕົວອອກເປັນແຜ່ ນນອ້ ຍໆຄາ້ຍຄລືວດສະປິງທີ ່ ພນັ ເປັນກຽວອອ້ ມສະປໍຢ່ ູ ເອີ ້ນແຜ່ ນນອ້ ຍໆນີ ້ວ່ າ: ອີເລເທີ(elater) ເຮັດໜ້າທີ ່ ຊ່ ວຍກະຈາຍສະປໍໃຫ້ຫຸ ດອອກຈາກອັບສະປໍແລ້ວປິວໄປຕົກ ໃສ່ບ່ອນທີ ່ ເໝາະສມົ ກໍ ່ຈະງອກແລວເຕີບໂຕເປັນແກມີໂຕໄຟ ້ (ດັ ່ງຮູບ 7.9) ຮູບທີ7.9 ສະແດງໂຄງປະກອບສ້າງຂອງພືດສະກຸນ Equisetum. (ທີ ່ມາ https://www.delta-intkey.com/britht/terms01.htm)


103 ໄລຍະແກມີໂຕໄຟ (ຮູບ 7.10) ແມ່ ນມີຂະໜາດນ້ອຍເປັນແຜ່ ນບາງສີຂຽວ, ມໄີຣຊອຍຢ່ ູດາ້ນລ່ ຸມເອີ ້ນວ່ າ: ໂພ ທັນລັສ (prothallus) ເຊິ ່ ງອາດຈະຫຍັກເປັນຄູນ້ອຍໆ (lobe), ຢູ່ ພາຍໃນຄູປະກອບມີແອນທຣີີດຽມເຮດັໜາ້ທີ ່ ຜະລດິສະເປີມທີ ່ມລີກັ ສະນະເປັນກຽວທີ ່ມຂີນົ ຈລຸ ງັ (cilia) ຫ າຍເສັນ້ເພື ່ອເຮັດໜ້າທີ ່ລອຍນໍ ້າກັບໄຂ່ ແລະ ອາຄີໂກ ນຽມເຮັດໜ້າທີ ່ ຜະລິດໄຂ່ ເຊິ ່ ງອາດຈະຢູ່ ໃນແຜ່ ນໂພ ທັນລັສດຽວກັນ ຫ ືແຍກກັນ. ເມື ່ອສະເປີມເຂົ ້າໄປປະສົມກັບ ໄຂ່ ແລ້ວໄດ້ໄຊໂກດຈາກນັນ້ກໍ ່ຈະມີການປ່ ຽນແປງເປັນໜໍ ່ ລູກ ແລະ ຕົນ້ ສະປໍໂຣໄຟຕົນ້ ໃໝ່ຕໍ ່ ໄປ. ຮູບທີ7.10. ສະແດງວົງຈອນຊີວິດແບບສະຫ ັບຂອງ Equisetum (ທີ ່ມາ https://internationalequisetologicalassociation.yolasite.com/life-cycle.php) IV. ສາຂາ ເຕໂຣີ ໄຟຕາ (Division Pterophyta) ເປັນສາຂາທີ ່ ໃຫຍ່ທີ ່ ສຸດໃນບັນດາພືດມທີ ໍ ່ ລໍາລຽງທີ ່ ບໍ ່ ມີດອກຄືມປີ ະມານ 170 ສະກຸນ ແລະ ມີປະມານ 20,000 ຊະນດິ ເຊິ ່ ງມຊີ ື ່ ເອີ ້ນທົ ່ວໄປວ່າ: ເຟຣີນ (fern) ຫ ືຜກັ ກູດທີ ່ ແຜ່ກະຈາຍທົ ່ວໄປໃນເຂດຮ້ອນຊຸ່ມ ແລະ ເຂດ ອົບອຸ່ ນ, ບາງຊະນດິຢ່ ູໃນນໍ ້າ ຫ ືເປັນພືດອິງອາໃສ (epiphyte). ພືດໃນສາຂາເຕີໂຣໄຟຕາມີຮາກ, ລໍາຕົນ້ ແລະ ໃບທີ ່ ແທ້ຈິງ, ໃບມີຂະໜາດໃຫຍ່ ທີ ່ ມີສີຂຽວ, ມີເສັນ້ ໃບແຕກຂະແໜງຈາກເສັນ້ ກາງໃບແບບສອງແສກ (dicho-


104 tomous) ແຕ່ ບາງຊະນິດແຕກຂະແໜງແບບດາງແຫ, ມີໃບອ່ ອນມ້ວນງໍແລະ ສືບພັນດ້ວຍການຜະລິດສະປໍພາຍ ໃນອບັສະປໍທີ ່ຢ່ ູດ້ານລຸ່ ມຂອງໃບ. ຕົນ້ ພດືທີ ່ ພບົ ເຫນັ ຈດັ ຢ່ ູໃນໄລຍະສະປໍໂຣໄຟ, ລໍາຕົນ້ ແລະ ຮາກມທີ ໍ ່ ລໍາລຽງ, ລໍາຕົນ້ ມທີ ງັຊະນດິທອດຂະ ໜານກບັພື ້ນດນິ ຫ ືໃຕດ້ ນິ ເອີ ້ນວ່າ: ເຫງ ົ ້າ (rhizome), ລໍາຕົນ້ ທີ ່ຢ່ ູເທິງໜ້າດິນສາມາດງອກໄຫ (stolon) ໃຫ້ກໍາເນີ ດຕົນ້ ຜັກກູດໃໝ່ ໄດ້ເຊັ ່ນ: ຜັກກູດໃບໝາກຂາມ (Nephlolepis) ແລະ Polypodiaceae, ບາງຊະນິດມີລໍາຕົນ້ ຕັ ້ງຊື ່ ຢູ່ ໃນດິນເອີ ້ນວ່ າຣູດສະຕ໊ອກ (Root stock) ເຊັ ່ນ: ປົງທະເລ (Acrostichum), ບາງຊະນດິມລີໍາຕົນ້ ຕັ ້ງຊື ່ ແລະ ສູງເ ໜືອໜ້າດິນໄດ້ແກ່ Cyatheaceae ເຊິ ່ ງອາດສູງເຖິງ 20 ແມັດເຊັ ່ ນ: Cyathea brownie ທີ ່ ພົບໃນເກາະນໍຟອກ ແລະ Cyathea medullaris ທີ ່ພົບໃນປະເທດນິວຊີແລນ, ພາຍໃນລໍາຕົນ້ມທີ ໍ ່ລໍາລຽງແຕ່ບໍ ່ມແີຄມບຽມ ແລະ ເນື ້ອ ໄມ້. ເຟີນມີຮາກເປັນແບບຮາກພິເສດ (adventitious root) ທີ ່ມີຂະໜາດນ້ອຍ ແລະ ມີການແຕກກິ ່ ງກາ້ນເປັນກະ ຈຸ, ມີໃບທີ ່ມີຂະໜາດ ແລະ ຮູບຮ່ າງແຕກຕ່ າງກັນເຊິ ່ ງບາງຊະນິດຍາວບໍ ່ ພໍເທົ ່າໃດມິນລີແມັດ, ບາງຊະນິດຍາວຫ າຍ ຟຸດ, ມີທັງໃບດ່ ຽວ ແລະ ໃບປະສົມທີ ່ ລຽງຕົວແບບຂົນນົກ (pinnate) ຫ ື ຖ້າເປັນໃບດ່ ຽວຈະເປັນຮູບຝາມື, ຖ້າ ເປັນໃບປະສົມກໍ ່ຈະເປັນຮູບນີ ້ວມື(ທັງສອງແບບເອີ ້ນວ່ າ palmate), ໃບຂອງຜກັ ກູດເອີ ້ນວ່າ: ຟ ອນ (froun), ກ້ານ ໃບ (petiole) ແຂງ ແລະ ຍາວເຊິ ່ ງກາ້ນສ່ ວນທີ ່ ມີໃບຍ່ ອຍແຍກແຕກອອກໄປເອີ ້ນວ່າ: ເຣຄີສ (rechis) ແລະ ໃບ ຍ່ ອຍເອີ ້ນວ່ າ: ຟິນນູລ (pinnule), ບໍລິ ້ ເວນປາຍໃບມີແພຂະຫຍາຍ (apical meristem) ເຮັດໃຫ້ໃບເຕີບໂຕຢືດ ຍາວອອກໄປໄດ້, ເມື ່ອໃບຍັງອ່ ອນຢູ່ ຈະມ້ວນງໍ(circinate leaf). ເຟີນມີການສືບພັນທັງແບບອາໃສເພດ ແລະ ແບບບໍ ່ອາໃສເພດຄື: ▪ ແບບບໍ ່ ອາໃສເພດ ແມ່ ນເກີດຈາກສ່ ວນຂອງໄຣໂຊມສາມາດໃຫ້ກໍາເນີດໄຣໂຊມໃໝ່ ໄດ້ ຫ ື ໂດຍ ການເກີດຕາ (bud) ທີ ່ສາມາດຈະເລນີເຕບີໂຕເປັນພດືໃໝ່ຕໍ ່ ໄປ. ▪ ແບບອາໃສເພດ (ຮູບ 7.11) ແມ່ນເກດີຂື ້ນເມື ່ອຕົນ້ ສະປໍໂຣໄຟຈະເລນີ ເຕບີ ໂຕເຕມັ ທີ ່ ກໍ ່ຈະສາ້ງກບັ ສະປໍກະຈາຍຢ່ ູດາ້ນລ່ ຸມຂອງໃບ ຫ ືເປັນກ່ ຸມ ຫ ືຕາມຂອບຂອບໃບເອີ ້ນກ່ ຸມຂອງກບັ ສະປໍວ່າ: ຊໍຣັສ (sorus) ເຊິ ່ ງ ບາງຊະນິດຈະມີແພອິນດູຊຽມ (indusium) ຫຸ້ມຊໍຣັສໄວ້, ໃນເຟິນບາງຊະນິດມີໃບ 2 ແບບຄື: ໃບທີ ່ ສ້າງກັບສະປໍ ທີ ່ ເອີ ້ນວ່ າ: ເຟີທິນລີບ (fertile leaf) ກັບໃບທີ ່ ບໍ ່ສ້າງອັບສະປໍເອີ ້ນວ່ າ: ສະເທິຣີນລີບ (sterile reaf) ເຊິ ່ ງໃບທັງສອງ ຊະນິດມັກມີຮູບຮ່ າງລັກສະນະຄືກັນ, ຍົກເວັນຜັກກູດບາງຊະນິດທີ ່ ໃບທັງສອງນີ ້ແຕກຕ່ າງກັນເຊັ ່ ນ: ຜັກກູດເຂົາ ກວາງ (Ceratopteris) ເອີ ້ນໃບແບບນີ ້ວ່ າ: ໄດມໍຟິຊືມ (dimorphism).


105 ຮູບທີ 7.11. ສະແດງວົງຈອນຊິວີດຂອງ Pterophyta (fern) (ທີ ່ມາ http://portable586.blogspot.com/2015/03/diagram-ferns-and-spores.html) ກັບສະປໍຂອງເຟີນມີຮູບຮ່ າງກົມ ຫ ືແບນ, ມີກ້ານຍາວ, ຜະໜັງຂອງກັບສະປໍປະກອບດ້ວຍຈຸລັງໜາຊັນ້ ດຽວ ເກອືບຮອບອັບສະປໍເອີ ້ນວ່ າ: ແອນນູລັສ (annulus), ສ່ ວນຂອງຂອບຈຸລັງທີ ່ ເຫ ືອເປັນຊັນ້ ບາງໆເອີ ້ນວ່ າ: ຈຸລັງລີປ (lip cell) ຫ ື ສະໂທນຽມ (stonium) ເຊິ ່ ງເປັນບໍ ່ ລິເວນທີ ່ ຈະແຕກເມື ່ອກັບສະປໍແກ່ ແລ້ວປ່ ອຍໃຫ້ສະປໍຫຸ ດອອກ ມາ, ພາຍໃນອັບສະປໍມີສະປໍທີ ່ ມີn ໂຄ ໂມໂຊມຢ່ າງຫ ວງຫ າຍ ແລະ ມີຊະນິດດຽວ (homospore) ຍົກເວັນ້ 2 ຕະກຸນເທົ ່ານັນ້ທີ ່ມີສະປໍ 2 ຊະນິດໄດ້ແກ່: ຜັກແວ່ ນ, ແໜແດງ ແລະ ຈອກຫູໜເູປັນຕົນ້. ໄລຍະແກມີໂຕໄຟ ເປັນໄລຍະທີ ່ ເກດີຂື ້ນພາຍຫ ງັຈາກອບັ ສະປໍແຕກແລວ້ ປ່ ອຍສະປໍປິວໄປຕກົ ໃນບໍລເິວນທີ ່ ເ ໝາະສມົ ກໍ ່ຈະງອກເປັນສາຍຈລຸ ງັປະມານ 4-5 ຈລຸ ັງທີ ່ມສີຂີ ຽວ, ເຊິ ່ ງຕໍ ່ມາສາຍຈຸລງັນີກ້ ໍ ່ ຈະແບ່ງຈລຸ ັງແລວ້ ຈະເລີນ ເຕີບໂຕເປັນແຜ່ ນນອ້ ຍໆບາງໆຮູບຫົວໃຈທີ ່ ມີຂະໜາດເສັນ້ ຜ່ າສູກາງປະມານ ¼ - ½ ນີ ້ວອີ ້ນວ່ າ: ໂພ ທັນລັສ (prothallus) ທີ ່ມີໄຣຊອຍທາງດ້ານລຸ່ ມຢ່ າງຫ ວງຫ າຍເຊິ ່ ງຈດັ ເປັນໄລຍະແກມີໂຕໄຟ, ໃນນັນ້ ໂພ ທນັ ລສັຈະເຕບີ ໂຕ ຢ່ າງໄວວາ ແລະ ມີອາຍຸສັນ້ ຈາກນັນ້ ມັນຈະສາ້ງອະໄວຍະວະສືບພັນຢ່ ູທາງດາ້ນລ່ ຸມຂອງແຜ່ ນ, ຖ້າພິກແຜ່ ນໂພ ທັນລັສຂື ້ນມາຈະພົບອາຄີໂກນຽມຢ່ ູບໍລິເວນເຄິ ່ ງກາງຂອງຮອຍວໍ ້າ (notch) ເຊິ ່ ງພາຍໃນມຈີ ຸລັງໄຂ່ (egg cell), ສ່ ວນແອນທີຣີດຽມຈະກະຈາຍທົ ່ວໄປຕາມບໍລິເວນສ່ ວນປາຍຂອງໂພ ທນັ ລສັ ໂດຍແຊກຢ່ ູນໍາໄຣຊອຍເຊິ ່ ງພາຍໃນມີ ສະເປີມ (sperm), ເມື ່ອແອນທຣີີດຽມແກ່ກໍ ່ຈະປ່ ອຍສະເປີມອອກມາແລ້ວລອຍນໍ ້າເຂົ ້າໄປປະສມົ ກບັ ໄຂ່ ຢ່ ູພາຍໃນ ອາຄໂີກນຽມແລວ້ ໄດໄ້ຊໂກດທີ ່ ຈະເຕີບໂຕໄປເປັນໜໍ ່ ລູກທີ ່ ປະກອບດວ້ ຍສ່ ວນຢຶດເກາະ (foot), ຮາກ, ລໍາຕົນ້ ແລະ ໃບ, ຈາກນັນ້ ໜໍ ່ ລູກຈະເຕີບໂຕໄປເປັນຕົນ້ ເຟີນໄລຍະສະປໍໂຣໄຟ, ເຊິ ່ ງໃນໄລຍະທີ ່ ຍງັອ່ ອນສະປໍໂຣໄຟຍງັອາ ໃສຢ່ ູໃນໂພ ທນັ ລສັ ຫ ືແກມໂີຕໄຟ ໂດຍຕົນ້ ອ່ ອນຈະອາໃສດູດນໍ ້າ ແລະ ເກອືແຮ່ ຈາກແກມໂີຕໄຟຈນົ ເກດີມຮີ າກ, ໃບທີ ່ ແທຈ້ງິ ແລະ ສາມາດສງັເຄາະອາຫານໄດເ້ອງແລວ້ ໂພ ທນັລສັກໍ ່ຈະເນົ ່າເປື ່ ອຍໄປ.


106 ພືດໃນດີວີຊັນເຕີໂຣໄຟຕາຈໍາແນກອອກເປັນ 3 ເຜົ ່າ (order) ຄື: ເຜົ ່ າ Filicales, Marsileales ແລະ ເຜົ ່ າ Salviales ເຊິ ່ ງມລາຍ ີ ລະອຽດລຸ່ ມນີ ້ : 1. ເຜົ ່າ ຟີລິຊາເລ (Order Filicales) (ຮູບ 7.12 ) ເປັນເຜົ ່າທີ ່ມີສະມາຊິກຫ າຍທີ ່ ສຸດ ແລະ ຈັດເປັນເຟີນ ແທ້ຈິງ (True fern) ເຊິ ່ ງພົບຫ າຍກວ່ າ 11 ຕະກຸນ (Familly) ເຊັ ່ ນ: ຕະກຸນ Polypodiaceae ໄດ້ແກ່ : ສະກຸນ ຊາຍຜ້າສີດາ (Platycerium), ສະກຸນກະແຕໄຕ່ ໄມ້ (Drynaria), ສະກຸນຜັກກູດເງິນ (Pteris), ສະກຸນຜັກກູດ ກ້ານດໍາ (Adiantum), ຜັກກູດນາຄາຣາດ (Davallia), ຂ້າຫ ວງຫ ັງລາຍ (Asplenium), ຜັກກູດກ້າງປາ (Nephrolepis), Polypolium ແລະ ຕະກຸນ Cyatheaceae ໄດ້ແກ່ສະກຸນ Cyathea. Platycerium Adiantum Cyathea Drynaria Davallia Asplenium ຮູບທີ7.12. ສະແດງຮູບຮ່ າງລັກສະນະຂອງເຟີນບາງສະກຸນໃນ Order Filicales (ທີ ່ມາ https://www.pinterest.com.mx/pin/494410865327110787/, https://www.pinterest.com/pin/113504853093198129/ ແລະ https://www.izelplants.com/adiantum-pedatum-northern-maidenhair.html) 2. ເຜົ ່າມາຊີເລອາເລ (Order Marsileales) ເປັນເຟີນທີ ່ ອາໃສຢູ່ ໃນນໍ ້າເຊັ ່ນ: ຜັກແວ່ ນ (Marsilea sp.) ເຊິ ່ ງເປັນສະກຸນຂອງເຟີນນໍ ້າທີ ່ ມີອາຍຸຫ າຍປີເຊິ ່ ງປະກອບມີປະມານ 65 ຊະນິດທີ ່ ສາມາດພົບໄດທ້ ົ ່ ວໄປໃນ ອາຊີຕາເວັນອອກສ່ ຽງໃຕ້, ຕົວ້ ແທນໄດແ້ ກ່ : Marsilea crenata Press, Marsilea mutica ແລະMarsilea


107 quadrifolia ເປັນຕົນ້ (ດັ ່ງຮູບ 7.13). ຜັກແວ່ ນມີລໍາຕົນ້ ເປັນແບບໄຣໂຊມ ແລະ ໄຫ (stolon), ມັກເກີດໃນດິນ ຕົມ ແລະ ໃນນໍ ້າ, ມີຮາກພິເສດ (adventitious root) ທີ ່ ອອກຈາກໄຣໂຊມໃນຂໍຂອງ ້ ທຸກໆຂໍ ້, ມີໃບປະສມົ ທີ ່ມໃີບ ຍ່ ອຍ 4 ໃບ, ກາ້ນໃບແຂງ ແລະ ຍາວອອກຈາກໄຣໂຊມທາງດາ້ນເທິງຊູໃຫໃ້ບລອຍຢ່ ູເທິງໜາ້ນໍ ້າ, ເສັນ້ ໃບແຕກ ອອກເປັນ 2 ແສກແບບໄດໂຄໂທມັສ. ໃນສະພາບແວດລອ້ ມທີ ່ ເໝາະສົມ ຜກັ ແວ່ ນຈະສືບພນັ ແບບບໍ ່ ອາໃສເພດໂດຍການງອກໄຣໂຊມອອກໄປ ພອ້ ມທັງປົ ່ ງຮາກ ແລະ ໃບໃໝ່ ອກີ ດວ້ ຍ, ແຕ່ຖາ້ສະພາບແວດລອ້ ມບໍ ່ ເໝາະສົມມນັ ກໍ ່ ຈະສືບພັນແບບອາໃສເພດ ໂດຍການສ້າງສະປໍໂຣຄາປ (sporocarp) ທີ ່ ມຮີູບຮ່າງຄາ້ຍຄເືມດັ ໝາກຖົ ່ ວ, ແຂງ, ມກີ າ້ນສັນ້ ໆອອກມາຈາກກກົ ຂອງກ້ານໃບ (petiole) ເຊິ ່ ງຢ່ ູພາຍໃນມີກຸ່ ມຈຸລັງຂອງຊໍຣັສ (sorus) ທີ ່ມີກັບສະປໍຢູ່ ຢ່ າງຫ ວງຫ າຍ, ໃນນັນ້ກັບສະປໍ ມີ2 ຊະນິດຄື: ເມກາສະປໍແຣງຈຽມ (megasporangium) ທີ ່ ໃຫກ້ ໍາເນດີ ເມກາສະປໍ(megaspore) ແລະ ໄມໂຄ ສະປໍແຣງຈຽມ (microsporangium) ໃຫ້ກໍາເນີດໄຄ ສະປໍ(microspore). ເມື ່ອສະປໍໂຣຄາບ ແຕກກຸ່ມຊໍຣັສກໍ ່ ຈະອອກມາລອຍຢູ່ ໃນຜິວນໍ ້າເປັນວົງ ແລ້ວໄມໂຄສະປໍຈະປ່ ຽນເປັນແກມີໂຕໄຟເພດຜູ້ທີ ່ຜະລິດສະເປີມ ແລະ ເມກາ ສະປໍຈະປ່ ຽນເປັນແກມີໂຟເພດແມ່ທີ ່ ຜະລິດຈຸລັງໄຂ່ , ເມື ່ອສະເປີມລອຍນໍ ້າໄປປະສົມກັບຈຸລັງໄຂ່ ແລ້ວໄດ້ໄຊໂກດ ຈາກນັນ້ກໍ ່ຈະເລີນເຕີບໂຕໄປເປັນໜໍ ່ລູກ ແລະ ເຕີບໂຕເປັນຕົນ້ ຜັກແວ່ ນຕໍ ່ ໄປ (ຮູບ 7.14). ຮູບທີ7.13 ສະແດງຮູບຮ່ າງລັກສະນະຂອງເຟີນໃນ Order Marsileales (ທີ ່ມາ https://www.etsy.com/listing/670167518/15-lucky-4-leaves-water-clover-fern) 3 .


108 ຮູບທີ7.14 ສະແດງວົງຈອນຊີວິດຂອງ Marsileales (ຜັກແວ່ ນ) (ທີ ່ມາ https://www.researchgate.net/figure/Life-cycle-of-a-Heterosporous-Pteridophyte-egMarsilea_fig2_257160594) 3. ເຜົ ່າຊານເວຍເລ (Order Salviales) ເປັນກຸ່ ມເຟີນທີ ່ ເປັນພືດນໍ ້າເປັນສ່ ວນໃຫຍ່ເຊັ ່ນ: ແໜແດງ (Azolla sp.) ແລະ ຈອກຫະໜູ(Salvinia sp.) 3.1. ແໜແດງ (Azolla) ເປັນສະກຸນຜັກກູດນໍ ້າທີ ່ ປະກອບມີ7 ຊະນດິ ເຊິ ່ ງພົບທົ ່ວໄປໃນເຂດອົບອຸ່ ນ ແລະ ເຂດຮ້ອນໂດຍມັກຢູ່ ໃນບໍລິເວນນໍ ້ານິ ້ ງໆ, ຕົວແທນໄດ້ແກ່ : Azolla caroliniana, Azolla filiculoides Lam. ແລະ Azolla japonica (ດັ ່ງຮູບ 7.15) ເປັນຕົນ້ . ແໜແດງມລີໍາຕົນ້ ເປັນແບບໄຣໂຊມສັນ້ ໆທີ ່ ແຕກກິ ່ ງອອກສອງ ຂ້າງແບບສະຫ ັບ, ມຮີ າກເປັນແບບພິເສດຍາວຢ່ ູໃຕລ້ໍາຕົນ້ ເຊິ ່ ງເມື ່ອຍງັອ່ ອນຢ່ ູຈະມໝີ ວກຮາກ (root cap) ຫຸ້ມ ແລະ ຈະຫຸ ດອອກໄປເມື ່ອຮາກຈະເລີນເຕີບໂຕເຕມັ ທີ ່ ໂດຍມີຂົນຮາກ (root hair) ຂື ້ນມາແທນທີ ່ , ໃບມີຂະໜາດ ນອ້ ຍເຊິ ່ ງເປັນໃບປະສົມທີ ່ ມີໃບຍ່ ອຍ 7-10 ໃບທີ ່ ລຽງສະຫ ັບຊອ້ ນກນັ ຢ່ ູໂດຍບໍ ່ ມີກາ້ນໃບ, ໃບຍ່ ອຍແຕ່ ລະໃບ ປະກອບດ້ວຍ 2 ສ່ ວນຄື: ສ່ ວນທໜີ ຶ ່ ງຈະລອຍຢ່ ູເທງິໜາ້ນໍ ້າຕອນຍງັອ່ອນມສີຂີຽວ ແລະ ຈະມສີແີດງເມື ່ອແກ່ ຫ ືໄດ້ ຮບັ ແສງແດດເອີ ້ນໃບນີ ້ວ່າ: ດໍຊານໂລບ (dorsal lobe) ເຊິ ່ ງພາຍໃນມີຮູ ຫ ືເປັນຜົ ້ງທີ ່ ເປັນບ່ ອນຢູ່ ຂອງເທົາສີຂຽວ ແກມຟ້າ, ສ່ ວນໃບທີສອງຈະຈົມຢູ່ ໃຕ້ນໍ ້າບໍມີສີເອີ ້ນວ່ າ: ເວັນທ ອນໂລບ (ventral lobe) ເຊິ ່ ງເຂົ ້າໃຈວ່າມໜີ າ້ທີ ່ ນໍາ ເອາົນໍ ້າເຂົ ້າສ່ ູລໍາຕົນ້ ແທນຮາກ, ເປັນບ່ ອນສ້າງສະປໍໂຣຄາບ ແລະ ເຮເທີໂຣສະປໍ (heterospores).


109 ຮູບທີ7.15 ສະແດງລັກສະນະຂອງເຟີນໃນສະກຸນ Azolla (ແໜແດງ) (ທີ ່ມາ https://aquascaperoom.ca/azolla-caroliniana-1-cup-portion/) 3.2. ຈອກຫູໜູ(Salvinia) ເປັນສະກຸນເຟີນນໍ ້າເຊິ ່ ງປະກອບມີ12 ຊະນດິທີ ່ ສາດພົບໄດໃ້ນນໍານິ ້ ງ ຫ ືນໍ ້າທີ ່ ໄຫ ຊ້າໆ, ຈະເລີນເຕີບໂຕ ແລະ ຂະຫຍາຍພັນໄດ້ຢ່ າງໄວວາ, ຕົວແທນໄດ້ແກ່ : Salvinia cucullata, Salvinia auriculata ແລະ Salvinia natans (ດັ ່ງຮູບ 7.16). ຈອກຫູໜມູ ລີໍາຕົນ້ເປັນເຫງ ົ ້າກມົ , ແຕກກິ ່ ງສາຂາທອດຂະໜ ານໄປກບັ ຜິວນໍ ້າ, ມີໃບອອກວຽນຮອບເປັນ 3 ແຖວ, ໂດຍທີ ່ 2 ແຖວທີ ່ ຢ່ ູເທິງເຊິ ່ ງເປັນສ່ ວນທີ ່ ເບິ ່ ງເຫັນເປັນໃບ ລອຍນໍ ້າ, ເນື ້ອໃບໜາ ແລະ ນ່ ຸມເປັນຮູບກມົ ຫ ືກວາ້ງຫ າຍກວ່າຍາວ, ຂອບໃບຫໍໂຄງ້ຂື ້ນເຮດັ ໃຫຄ້າ້ຍຄຫື ູໜູ, ຂອບ ໃບລຽບຂະໜາດ 1-1,8 cm ຕວົ ໃບບໍ ່ປຽກນໍ ້າ, ຜວິ ໃບດາ້ນເທງິປົກຫ່ ຸມແໜນ້ ດວ້ ຍຕຸ່ມຂນົທີ ່ ຈດັລຽງເປັນແຖວເຊິ ່ ງ ຮູບຮ່າງແຖວແມ່ນບໍ ່ ເປັນລະບຽບ, ສ່ ວນຜວິ ໃບດາ້ນລ່ ຸມມຂີນົ ສນີ ໍ ້າຕານປົກຄຸມ. ສ່ ວນໃບອກີ ແຖວເປັນສ່ ວນທີ ່ ຈມົ ນໍ ້າເອີ ້ນວ່ າໃບຮາກເຊິ ່ ງສາມາດການແຕກກິ ່ ງສາຂາເຮັດໜາ້ທີ ່ ດູດນໍ ້າ ແລະ ແຮ່ ທາດ, ມີສີຂາວປົກຄຸມດ້ວຍຂົນ ສນີໍ ້າຕານ ແລະ ເປັນສ່ວນທີ ່ສາ້ງກະເປາະຫ ສືະປໍໂຣຄາບເຮັດໜ້າທີ ່ ເກບັສະປໍ. ຮູບທີ7.16 ສະແດງລັກສະນະຂອງເຟີນໃນສະກຸນ Salvinia (ຈອກຫູໜູ) (ທີ ່ມາ https://rbg-web2.rbge.org.uk/thaiferns/factsheets/index.php?q=Salvinia cucullata.xml)


110 ບດົທ ີ8 ພດືແກ່ນເປືອຍ (Gymnosperm) ຈິມໂນສະເປີມເປັນພືດທີ ່ ມີທໍ ່ ລໍາລຽງທີ ່ ມແີກ່ ນ (Seed vascular Plants) ທີ ່ ມີວິວັດທະນາການຂື ້ນເມື ່ ອ ປະມານ 350 ລາ້ນປີທີ ່ຜ່ານມາ, ເປັນພດືທີ ່ສາ້ງເມດັ ເປືອຍ (naked seeds) ທີ ່ບໍ ່ມີເນື ້ອຂອງໝາກຫໍ ່ຫຸ້ມ, ສ່ ວນໃຫຍ່ ມີຊີວິດຢູ່ ເທິງບົກ, ບາງຊະນດິ ຕອ້ ງອາໃສນໍ ້າໃນການປະສົມພັນ, ມີວົງຈອນຊີວິດແບບສະຫ ັບ (alternation of generation) ໂດຍປະກອບມີໄລຍະສະປໍໂຣໄຟ (sporophyte) ທີ ່ ມີຂະໜາດໃຫຍ່ ກວ່ າໄລຍະແກມີໂຕໄຟ ແລະ ມີຊີວິດເປັນອິດສະຫ ະເມື ່ອເຕີບໂຕເຕມັ ທີ ່ , ສ່ ວນແກມີໂຕໄຟ (gametophyte) ແມ່ ນມີຂະໜາດນ້ອຍອາໃສຢູ່ ພາຍ ໃນສະປໍໂຣໄຟ, ຕົນ້ ສະປໍໂຣໄຟປະກອບດວ້ ຍແກນກາງທີ ່ ມແີພຂະຫຍາຍ (meristematic tissue) ທີ ່ ປາຍຍອດ ແລະ ປາຍຮາກເພື ່ອສ້າງສ່ ວນຕ່ າງໆຂອງລໍາຕົນ້ ແລະ ຮາກ. ຈິມໂນສະເປີມມີທັງໝົດປະມານ 700 ຊະນິດໂດຍປະກອບມີ4 ສາຂາ (division) ຄື: ສາຂາໂຄນີເຟີໂຣໄຟ ຕາ (Division Conoferophyta), ສາຂາໄຊແຄໂດໄຟຕາ (Division Cycadophyta), ສາຂາກິງໂກໄຟຕາ (Division Ginkgophyta) ແລະ ສາຂານີໂທໄຟຕາ (Division Gnetophyta) ດັ ່ງຮູບທີ8.1, ເຊິ ່ ງແຕ່ລະສາຂາມີ ລັກສະນະທາງສັນຖານວິທະຍາ ແລະ ຊະນິດພືດດັ ່ງລຸ່ ມນີ ້ : ຮູບທີ 8.1. ສະແດງລັກສະນະຕົວຢ່ າຂອງພືດແກ່ ນເປືອຍ (Gymnosperm) ໃນສາຂາ Coniferophyta, Cycadophyta, Ginkgophyta ແລະ Gnetophyta (ທີ ່ມາ https://www.cell.com/current-biology/fulltext/S0960-9822(11)01269-3)


111 I. ສາຂາ ໄຊແຄໂດໄຟຕາ (Division Cycadophyta) 1. ລັກສະນະທົ ່ວໄປ ປົງເປັນພືດເຂດຮ້ອນທີ ່ ມີຮູບຮ່ າງລໍາຕົນ້ ຄ້າຍຄືເຟີນ ແລະ ປາມ, ລໍາຕົນ້ ເບິ ່ ງເຫັນເປັນປ້ອງສັນ້, ປາຍຍອດຈະ ມີກຸ່ ມຂອງໃບສີຂຽວເຂັມ້ , ໃບເປັນໃບປະສມົ ທີ ່ຈດັລຽງແບບຂນົ ນກົ (pinnate leave), ໃບອ່ ອນຈະມ້ວນງໍຄ້າຍໃບ ຂອງເຟີນ, ສ່ ວນບໍລິເວນຍອດຂອງລໍາຕົນ້ ຈະມີແພຂະຫຍາຍເພື ່ ອສ້າງສະຕໍບີລັສ (strobilus) ທີ ່ ເອີ ້ນວ່ າໂຄນ, ລະບົບທໍ ່ລໍາລຽງໃນສ່ ວນຂອງແພໄຊແລັມແມ່ ນພົບສະເພາະແພເທ ຄິດ (tracheid), ລໍາຕົນ້ ແລະ ຮາກບໍ ່ມີເນື ້ອໄມ້, ພາຍໃນແພຂອງຮາກພົບວ່ າທີສາຫ ່ າຍສີຂຽວແກມຟ້າພວກສະກຸນ Anabaena ຫ ື ສະກຸນ Nostoc ອາໃສຢູ່ ລະຫວ່າງຈລຸ ງັຂອງຊັນ້ເອປີເດມີ ສີ. 2. ການຈັດແບ່ ງ ພືດສ່ ວນໃຫຍ່ຢ່ ູໃນສາຂານີ ້ໄດສູ້ນພນັ ໄປແລວ້ເຊິ ່ ງທີ ່ ຮູຈ້ ກັ ກນັ ດໃີນປັດຈບຸ ນັ ໄດແ້ ກ່ ເຜົ ່າ Cycadales ເຊິ ່ ງມີ ພຽງ 1 ຕະກຸນ (family) ຄື: ຕະກຸນ Cycadaceae (ຕະກຸນປົງ) ເຊິ ່ ງມີລັກສະນະທາງສັນຖານວິທະຍາ ແລະ ຊະ ນິດດັ ່ງນີ ້ : Family Cycadaceae (ຕະກຸນປົງ) ພືດໃນລໍາດັບນີ ້ ເປັນພືດທີ ່ ເກົ ່າແກ່ທີ ່ ສຸດໃນບັນດາພືດທີ ່ ມເີມັດ ເລີ ່ ມ ປາກດົ ຕັ ້ງແຕ່ຍຸກ Mesozoic ປັດຈຸບັນເຫ ືອພຽງຕະກຸນດຽວຄື Cycadaceae ປະກອບດ້ວຍພືດ 9 ສະກຸນ (ພົບ ໃນທະວີບອາເມລິກາ 4 ສະກຸນ ອັບຟຣິກກາ 2 ສະກຸນ ອາຊີໃຕ້ ແລະ ອົດສະຕາຣີ 3 ສະກຸນ) ລວມທັງໝົດ ປະມານ 181 ຊະນິດ ສໍາລັບປະເທດໄທມີພຽງສະກຸນດຽວຄື ສະກຸນ Cycas ແລະ ພບົ ເຫນັ ຕາມພື ້ນທີ ່ທໍາມະຊາດ 5 ຊະນິດ ໄດ້ແກ່ : ປົງເຂົາ (Cycas pectinata) ປົງປ່ າ(Cycas siamensis), ໝາກພ້າວເຕົ ່າ(Cycas rumphii ), ປົງຢີ ່ ປ່ ຸນ (Cycas revolute) ຮູບ 8.2, ປົງທະເລ (Cycas rumphii ) ແລະ Zamia sp. ຮູບທີ 8.2. ຕວົຢ່ າງລາຕົນ້ ຂອງພດືໃນ Division Cycadophyta (Cycas revolute) (ທີ ່ມາ http://plantinfo.co.za/plant/cycas-revoluta/) ພືດໃນຕະກຸນປົງເປັນໄມພຸ້່ມ ຫ ືໄມຢ້ ືນຕົນ້ ເນື ້ອໄມມ້ ຢີ າງສເີຫ ືອງໃສທີ ່ ເອີ ້ນວ່ າຢາງຊັນ ລໍາຕົນ້ ມກີ ິ ່ ງກາ້ນ ສາຂາຫ າຍ ໃບມຈີ ໍານວນຫ າຍເປັນໃບດ່ ຽວ, ຕວົ ໃບແຄບ ອາດຈະແປຮູບເປັນເສັນ້ ຫ ືເປັນແຜ່ ນເກດັ ດອກເປັນ unisexual ເປັນ monoecious ຫ ື dioecious. 3. ການສືບພັນຂອງປົງ


112 ສະປໍໂຣໄຟຂະໜາດໃຫຍ່ຈະເລີນເຕີບໂຕເປັນອີດສະຫ ະ, ສ່ ວນແກມີໂຕໄຟແມ່ນອາໃສຢ່ ູໃນຕົນ້ ສະປໍໂຣໄຟ ເຊິ ່ ງມກັ ສາ້ງແກມໂີຕໄຟເພດຜູ້(male gametophyte) ແລະ ແກມີໂຕໄຟເພດແມ່ (female gametophyte) ຢູ່ ຄົນລະຕົນ້ . ຕົນ້ ເພດຜູ້ຈະສ້າງໄມໂຄ ສະຕໍບີລັສ (microstrobilus) ຍາວປະມານປະມານ 10 ຊງັຕແີມດັ ເຊິ ່ ງແກນ ກາງມສີນີໍ ້າຕານ ແລະ ອອ້ ມຮອບແກນກາງມໄີມໂຄ ສະປໍໂຣໂຊ (microsporocyte) ທີ ່ມີການແບ່ ງຕົວແບບໄມໂອ ຊີສແລ້ວໄດ້ໄມໂຄ ສະປໍ (microspore) ທີ ່ ມີໂຄ ໂມໂຊມຊຸດດຽວ, ສ່ ວນຕົ ້ນແມ່ ຈະສ້າງເມກາສະຕໍບີລັສ (megastrobilus) ຂະໜ າດໃຫຍ່ ແລະ ສັ ້ນ, ມີສີນໍ ້າຕານເຂັ ້ມ, ແຕ່ ລະໃບຈະຫຸ່ ມສະປໍ ຂະໜ າດໃຫຍ່ (megasporophyll) ເຊິ ່ ງຈະມີເຍື ່ອໄຂ່ (ovoidal body) 2 ອັນ, ຈຸລັງທີ ່ ຢ່ ູເຄິ ່ ງກາງມີໂປ ໂຕພລາຊມື ທີ ່ມສີເີຂັມ້ ຂື ້ນ ເຊິ ່ ງເຕີບໂຕເປັນອັບສະປໍຂະໜາດໃຫຍ່ (megasporangium) ເຊິ ່ ງພາຍໃນຈະສ້າງເມກາສະປໍໂຣໄຊ(megasporocyte) ທີ ່ ຖືກອ້ອມຮອບດ້ວຍແພຊັນ້ ນອກເອີ ້ນວ່ າ: Integument ແລະ ຮູເປີດ (micropyle), ເມກາສະປໍ ໂຣໄຊຈະແບ່ ງຕົວແບບໄມໂອຊີສແລ້ວໄດ້ຈຸລັງໃໝ່ 4 ຈຸລັງ, ຈາກນັນ້ 3 ຈຸລັງຈະຫາຍໄປເຫ ືອພຽງ 1 ຈລຸ ງັທີ ່ ຈະເລນີ ເຕີບໂຕເປັນສະປໍຂະໜາດໃຫຍ່ (megaspore) ດັ ່ງຮູບ 8.3. ຮູບທີ 8.3 ສະແດງວົງຈອນຊີວິດຂອງ Division Cycadophyta (ທີ ່ມາ http://www.biologydiscussion.com/life-cycle/life-cycle-of-cycas-vegetative-and-sexual-life-cycle/5766) ການຖ່ າຍລະອອງເກສອນຂອງປົງເປັນແບບ pollination droplet ຄືຢອດຂອງແຫ ວທີ ່ ຢ່ ູໃນຮູເປີດ (micropyle) ຈະເຮັດໃຫ້ຈລຸ ງັໃນບໍລເິວນນັນ້ ສະຫ າຍເປັນຮູ(pollen chamber) ແລະ ລະອອງເກສອນຈະເຕີບ


113 ໂຕຍາວເປັນຫ ອດຜ່ານເຂົ ້າໄປແລວ້ ສະເປີມກໍ ່ ເຂົ ້າໄປປະສມົ ກບັ ໄຂ່ ໄດໄ້ຊໂກດ (zygote) ແລະ ພັດທະນາເປັນສະ ປໍໂຣໄຟຕໍ ່ ໄປ. II. ສາຂາ ກງິໂກໄຟຕາ (Division Ginkgophyta) ພືດໃນດີວີຊັນນີມີ ້ ວິວັດທະນາການໜ້ອຍຫ າຍ ຫ ືເກຶອບບໍ ່ ມເີລີຍ, ເຊິ ່ ງເຄີຍພົບຊາກບູຮານ (fossil) ອາຍຸ 200 ລ້ານປີທີ ່ ຜ່ ານມາ, ໃນປະຈຸບັນເຫ ືອພຽງຊະນິດດຽວຄື: ແປ໊ະກ໊ວຍ (Ginkgo biloba) ດັ ່ງຮູບ 8.4, ເຊິ ່ ງພົບ ຫ າຍໃນເຂດອົບອຸ່ ນ ແລະ ເປັນພືດພື ້ນເມືອງຂອງຈີນທີ ່ ມີການປູກຫ າຍ, ບໍ ່ ຄ່ ອຍພົບເຫັນໃນປ່ າແຕ່ ມີການປູກ ອະນຸລັກໄວ້ຂ້າງຖະໜົນຫ ວງນະຄອນນວິຢອກປະເທດສະຫາລດັ ອາເມລກິ າ ເຊິ ່ ງມນັ ເປັນພດືທີ ່ທົນທານຕໍ ່ອາກາດ ເສຍໄດ້ດີ. ຮູບທີ 8.4 ສະແດງຮູບຮ່ າງລັກສະນະຂອງ Ginkgophyta (ແປ໊ະກ໊ວຍ, Ginkgo biloba): A. ລກັ ສະນະລໍາຕົນ້, B. ໃບອ່ ອນ, C. ໃບແກ່ , D ໝາກ, E. female gametophyte ແລະ F. male gametophyte (ທີ ່ມາ https://en.wikipedia.org/wiki/Ginkgo_biloba) 1. ລັກສະນະທົ ່ວໄປ ແປ໊ະກ໊ວຍ (Ginkgo) ເປັນພືດຢືນຕົນ້ ຂະໜາດໃຫຍ່ , ລໍາຕົນ້ ທີ ່ ເຕບີ ໂຕເຕມັ ທີ ່ ສູງປະມານ 30 ແມດັ ເຊິ ່ ງມີ ການຈະເລີນເຕີບໂຕຄພືດືທົ ່ວໄປ ແລະ ເປັນພດືປ່ ຽນໃບ, ມີແພຂະຫຍາຍຊະນດິແຄມບຽມທີ ່ ສາ້ງທໍ ່ລໍາລຽງຂັນ້ ໜຶ ່ ງ ແລະ ໃນສ່ ວນຂອງແພລໍາລຽງໄຊແລັມ (xylem) ທີມີສະເພາະເທ ຄິດ (tracheid) ແລະ ມີແພຂະຫຍາຍດ້ານຂ້າງ ເອີ ້ນວ່ າ: ຄອກແຄມບຽມ (cork cambium) ທີ ່ ເຮັດໜ້າທີ ່ສ້າງເປຶອກ (cork), ໃບເປັນໃບດ່ ຽວຮູບພດັ ຫ ືໃບວເີຊິ ່ ງ ມປີາຍໃບວໍ ້າລງົເປັນ 2 ໂລບ (lobe) ແລະ ມີສີເຫ ືອງທອງ. 2. ການສືບພັນຂອງແປ໊ະກ໊ວຍ ສະປໍໂຣໄຟມລີໍາຕົນ້ ຂະໜາດໃຫຍ່ທີ ່ ເຕບີ ໂຕເປັນອດິສະຫ ະ, ສ່ ວນແກມໂີຕໄຟບໍ ່ ເປັນອດິສະຫ ະ ແລະຫຸ ດຮູບ ຮ່າງລົງໄປຫ າຍເຊິ ່ ງຢ່ ູດາ້ນເທງິຂອງສະປໍໂຣໄຟ, ແກມີໂຕໄຟເຮັດໜ້າທີ ່ ສ້າງແກມີໂຕໄຟເພດຜູ້ແລະ ແກມີໂຕໄຟຕ໌ ເພດແມ່ ແຍກຄົນລະຕົນ້ ແບບ Diocceous plant ໂດຍຕົນ້ເພດຜູ້(maleplant) ຈະສ້າງລະອອງເກສອນເພື ່ອສ້າງ


114 ສະເປີມໃນຂັນ້ ຕໍ ່ ໄປ, ສ່ ວນຕົ ້ນເພດແມ່ (female plant) ຈະສ້າງໄຂ່ ອ່ ອນ (ovule) ເທິງກ້ານຊູທີ ່ ເອີ ້ນວ່ າ: Pedunculate ovule ເຊິ ່ ງຈະເຫັນວ່ າໄຂ່ອ່ ອນຂອງແປ໊ະກ໊ວຍບໍ ່ ໄດ້ສ້າງໃນສະຕໍບີລັສຄືກັນກັບປົງ, ເຊິ ່ ງພາຍໃນສະຕໍ ບີລັສຂະໜາດນ້ອຍ (microstrobilus) ຈະສ້າງສະປໍຂະໜາດນ້ອຍ (microspore) ແລະ ໃນໄຂ່ ອ່ ອນຈະສ້າງສະປໍ ຂະໜາດໃຫຍ່ (megaspore). ເມື ່ອສະປໍຂະໜາດນ້ອຍພັດທະນາເປັນລະອອງເກສອນແລ້ວປິວໄປຕາມລົມຕົກໃສ່ ເທິງຮັງໄຂ່ , ຈາກນັນ້ມນັກໍ ່ງອກທໍ ່ສົ ່ງລະອອງ (pollen tube) ລົງໄປຫາຮັງໄຂ່ ແລ້ວສ້າງສະເປີມເຂົ ້າໄປປະສົມກັບໄຂ່ ອ່ ອນໄດ້ໄຊໂກດ, ຫ ງັຈາກນັນ້ກໍ ່ພດັທະນາຕໍ ່ ໄປເປັນຕົນ້ ອ່ອນຢ່ ູພາຍໃນເມດັ ແລະ ກໍ ່ຈະງອກເປັນຕົນ້ ສະປໍໂຣໄຟໃນ ຂັນ້ຕໍ ່ ໄປ (ຮູບ 8.5). ຮູບທີ 8.5 ສະແດງວົງຈອນຊີວິດຂອງ Ginkgo biloba. ເຊິ ່ ງປະກອບມ: ີovulate (A) and staminate (B). two ovules on a common peduncle (C), two mature microsporangia from a staminate strobilus (D). Pollen develops from a microspore (F), in which the microgametophytes germinates (F) and develops (G) in the pollen chamber of the ovule (H). Sperm nuclei are delivered to the archegonia by pollen tubes (G). The embryo (I) develops within a seed that has a fleshy berry-like outer integument (I & J). Dittmer 1964 III. ສາຂາ ໂຄນເີຟີໂຣໄຟຕາ (Division Coniferophyta) 1. ລັກສະນະທົ ່ວໄປຂອງ Conoferophyta ລໍາຕົນ້ ໂດຍສ່ ວຍໃຫຍ່ເປັນພດືຢືນຕົນ້ ຂະໜາດໃຫຍ່ , ເນື ້ອໄມ້ມີແພແຄມບຽມເຮັດໜ້າທີ ່ ສາ້ງແພຈຸລັງ ໃໝ່ ຈາກການພດັທະນາການຈະເລນີ ເຕບີ ໂຕຂັນ້ ສອງ (secondary growth) ແລະ ມີລະບບົທໍ ່ລໍາລຽງທີ ່ ຍັງບໍ ່ມແພີ ວາສ ເຊລ (vessel) ທີ ່ ສົມບູນ, ອະໄວຍະວະສືບພັນແມ່ ນສ້າງໂຄນ (cone) ບາງຊະນດິສາ້ງໂຄນທີ ່ ມເີກດັ ໃບ (scales), ບາງຊະນິດໃບເກັດເປັນເກັດສົດໆຄ້າຍຄືໜາກເບີຣີ(berry) ເຊັ ່ ນພວກ Junipers ແລະ ສ່ ວນແກ່ ນຂອງ Yews ໂຄນຂອງແກ່ ນມີແພເອຣີລ (aril) ທີ ່ມີສີແດງຫຸ່ ມອ້ອມຮອບເມັດໄວ້.


115 2. ການຈັດຈໍາແນກພືດຂອງພືດໃນດີວີຊັນໂຄນີເຟີໂຣໄຟຕາ ພືດໃນດີວີຊັນນີມີ ້ ຊື ່ ເອີ ້ນທົ ່ວໄປວ່ າ: ຕົນ້ ແປກ ຫ ືຕົນ້ ສົນ (conifers) ເຊິ ່ ງເປັນຈິມໂນສະເປີມກຸ່ ມໃຫຍ່ທີ ່ສຸດ ຄືພົບປະມານ 7 ຕະກຸນເຊິ ່ ງມີທັງໝົດປະມານ 550 ຊະນິດ ແຕ່ ຈະສະເໜີພຽງງບາງຕະກຸນ (family) ຄື: Podocarpaceae, Cephalotaxaceae, Pinaceae, Cupressaceae ແລະ Taxodiaceae. ເກືອບທຸກຊະນິດມີ ຄວາມສໍາຄັນທາງເສດຖະກິດ, ສ່ ວນເນື ້ອໄມກ້ ໍມນີໍ ້າມນັ ແລະ ເຣຊນິທີ ່ ນໍາມາໃຊເ້ປັນຢາຮກັ ສາໂຣກ ແລະ ຜະລິດ ຜົນທາງອຸດສາຫະກໍາ ເຊັ ່ ນ: Pine (Pinus) ຮູບ 8.6, Hemlock (Tsuga), Firs (Abies), spruce (Picea), Juniper (Juniperus), Yews (Taxus) ແລະ Redwood (Sequoia) ຮູບ 8.6 ເປັນຕົນ້. ຕົນ້ ສນົ ຫ ືຕົນ້ ແປກ (pines) Redwood (Sequoia sempervirens) ຮູບທີ 8.6. ຕວົຢ່ າງລກັ ສະນະລາຕົນ້ ຂອງພດືໃນ Division Coniferophyta (ທີ ່ມາ https://pt.wikipedia.org/wiki/Pinus_jeffreyi) 2.1. Family Podocarpaceae (ຕະກຸນພະຍາໄມ້) ຮູບ 8.7, ເປັນໄມພຸ້່ມ ຫ ືໄມຢ້ ືນຕົນ້ ທີ ່ ພບົ ໃນປ່ າດິບ ທົ ່ວໄປຍກົ ເວັນ້ ພາກໃຕ້ລະດັບສູງລະຫວ່າງ 500 – 1,300 ແມດັ ຍກົ ເວັນ້ ໄມຊ້ າງຈນີ (Podocarpus motley) ພບົ ໃນປ່ າພຸພາກໃຕມ້ ລີ ໍາຕົນ້ ສູງຊະລູດ, ໃບມຂີ ະໜາດ ແລະ ຮູບຕ່າງກນັ ໄປຕາມຊະນດິ cone ແຍກເພດ ແລະ ແຍກຢ່ ູຕ່າງຕົນ້ ກນັ cone ຕົວຜູເ້ປັນຊໍ ່ ສີເຫ ືອງອ່ ອນຄາ້ຍຄກື ະຖິນນະລົງ ອອກຕາມຫ ືບໃບ, cone ເພດແມ່ ເປັນ cone ດ່ ຽວ ມີການຫຸ້ມບໍລິເວນໂຄນກ້ານ cone ໝາຫກມົ ຕິດກາ້ນທີ ່ ອວບພອງ. ຕົວຢ່ າງພືດໃນຕະກຸນນີ ້ໄດ້ແກ່ : ສາມພັນປີ, ສົນສ້ອຍ, ສົນຫາງກະຮອກ, ຈວງຜາ (Decrydium elatum), ພະຍາໄມ້, ຂຸນໄມ້, ສະມຸນລະແວງ (Podocarpus neriifolius) ແລະ ສົນໃບນ້ອຍ (Podocarpus polystachyus).


116 Family Podocarpaceae Family Cephalotaxaceae Family Pinaceae Family Cupressaceae Family Taxodiaceae ຮູບທີ 8.7. ລັກສະນະຂອງໃບ ແລະ cone ຂອງ Division Coniferophyta ໃນແຕ່ ລະຕະກຸນ (ທີ ່ມາ https://en.wikipedia.org/wiki/Podocarpaceae ແລະ https://longislandnatives.com/products/pinus-rigidapitch-pine) 2.2. Family Cephalotaxaceae (ຕະກຸນພະຍາໝາກຂາມປ້ອມ) ຮູບ 8.7, ພັນໄມວ້ ງົນີ ້ ເປັນວົງນອ້ ຍໆ ກະຈາຍພນັ ເຂົ ້າມາຕາມປ່ າດບິ ເຂາົ ແລະ ໃນປ່ າດງົດບິລະດບັ ສູງລະຫວ່າງ 1,000 – 1,800 ແມັດ. ເປັນພືດພຸ່ ມ ຫ ື ພດືຢືນຕົນ້ , ມທີ ໍ ່ນໍ ້າຢາງຊນັ ຂະໜາດໃຫຍ່, ໃບດ່ ຽວ, ມຮີູບຮ່າງ ensiform ແຄບ, ຮຽວປາຍແຫ ມຂອບຂະໜານ ກັນ ແລະ ລຽງແຜ່ ອອກເປັນ 2 ແຖວ, ຕາມແນວລ າດັບຫ ັງໃບສຂີ ຽວເຂັມ້ , ສ່ ວນທອ້ ງໃບມຕີ່ອມທີ ່ ເປັນຄາບຂາວ ປົກຄຸມໄວ້ໜາ ຕາມທາງຍາວຂອງໃບ cone ເປັນ unisexual ແຍກຕົນ້ ກນັຢ່ ູ. cone ເພດຜູ້ລວມກັນເປັນກຸ່ ມກົມ, ກຸ່ ມລະ 6-11 ດອກ, ອອກຕາມຊອກໃບ ມີກາບ ຫ ື ເກັດຮອງຮັບຢູ່ ດອກຍ່ ອຍມີເກສອນຕົວຜູ້ 7-12 ອັນ. cone


117 ເພດແມ່ເປັນດອກດ່ ຽວອອກຕາມຊອກໃບ, ໝາກກົມ, ປາຍໝາກຢັກເປັນຕິ ່ ງແຫ ມ cone ເພດຜູ້ອອກລະຫວ່ າງ ເດືອນຕຸລາຈົນເຖິງເດືອນທັນວາ. ຕົວຢ່ າງຊະນິດພືດ: ໝາກຂາມປ້ອມດົງ (Cephalotaxus griffithii ) 2.3. Family Pinaceae (ຕະກຸນສົນພູເຂົາ) ຮູບ 8.7, ເປັນໄມຢ້ ືນຕົນ້ ຂະໜາດໃຫຍ່, ລາຕົນ້ ຊື ່ກມົ , ຢ່ ູຍອດ ມນັຈະເປັນພຸ່ມຂຶ ້ນຕາມປ່ າເຂາົທົ ່ວໄປລະດບັ ສູງຕັ ້ງແຕ່ 600 ແມັດ, ໃບດ່ ຽວຮູບໃບແບບ acicular ຢູ່ ຮ່ ວມກັນເປັນ ຈຸກໆລະ 1-8 ໃບ ແລວ້ ແຕ່ ລະຊະນດິທີ ່ ໂຄນກ່ ຸມໃບມກີ າບເຫຍື ່ ອຫຸມ້ ລວມໄວ້ເອີ ້ນເຫຍື ່ ອ fascicle ດອກເປັນ unisexual ແຕ່ຢ່ ູຕົນ້ ດຽວກນັ , cone ເພດຜູ້ປະກອບດ້ວຍ microsporophyll ເກັດນ້ອຍຈໍານວນຫ າຍລຽງວຽນ ຕາມຮອບແກນ ເປັນ cone ຂະໜາດນ້ອຍປະມານ 1-2 ຊັງຕີແມັດ ຢ່ ູເປັນກ່ ຸມບໍລິເວນກາງກ່ ຸມໃບໃກປ້ າຍກິ ່ ງ microsporophyll ແຕ່ ລະກີບມີ microsporangia ຄ່ ູໜຶ ່ ງ ພາຍໃນມີmicrospore ມປີີກເປັນເຫຍື ່ອບາງ 2 ຂ້າງ, cone ເພດແມ່ປະກອບດ້ວຍ megasporophyll ຫ າຍກີບຕິດວຽນຮອບແກນເປັນ cone ຂະໜາດໃຫຍ່ ອອກເປັນ cone ດ່ ຽວ ຫ ືເປັນຄ່ ູທີ ່ ກົກກີບດ້ານເທິງຈະມີໄຂ່ ແບບ anatropous 2 ເມັດ ແຕ່ ລະເມັດມີປີກບາງ 1 ປີກ ຕາມ ລວງຍາວຂອງກີບຫ ັງຈາກປະສົມນິວເຄຣຍແລ້ວ cone ເພດແມ່ຈະກາຍເປັນໝາກ ເຊິ ່ ງຕອນຍງັອ່ ອນມີຮູບກົມ ຫ ື ຮູບໄຂ່ ຍາວ 5-8 ຊັງຕີແມັດ ກີບ megasporophyll ຕດິກນັ ເມື ່ອແກ່ ກບີຈຶ ່ ງແຍກອາ້ຈາກກນັ ເປັນກີບແຂງ ໂຄນ ກີບຕິດຢູ່ ກັບແກນຂອງ cone. ພືດໃນຕະກຸນນີມ້ ີ9 ສະກຸນ ເຊິ ່ ງປະກອບມຕີ ົນ້ ສນົ ຫ ືຕົນ້ ແປກ (pines) ທີ ່ ຢ່ ູໃນສະກຸນPinus ເຊິ ່ ງເປັນພດື ມຊີວີດິທີ ່ ເກົ ່າແກ່ທີ ່ສຸດພບົບາງຕົນ້ມອີາຍຸຫ າຍກວ່າ 5,000 ປີ, ໃບສົນເປັນຮູບເຂັມ (needle shape) ເຊິ ່ ງໃນໃບໜຶ ່ ງ ອາດມີ2 ຫ ື3 ໃບທີ ່ຢ່ ູຮ່ ວມກນັກາຍເປັນເຈ້ຍຫຸມ້ ໃບເອີ ້ນວ່າ Fascicle, ມີໂຄນ (cone) ເປັນອະໄວຍະວະສືບພັນ, ສ່ ວນໃຫຍ່ ເປັນພືດເຂດໜາວໄດ້ແກ່ ສົນສາມໃບ (Pinus kesiya), ສົນສອງໃບ (Pinus murkusii ). ສະກຸນ Abies (Firs), ສະກຸນ Picea (spruces), ສະກຸນ Tsuga (Hemlocks), ສະກຸນ Pseudotsuga (Dauglas firs) ແລະ ສະກຸນ Larix (Larches). 2.4. Family Cupressaceae (ຕະກຸນສົນແຝງ) ຮູບ 8.7, ສ່ ວນໃຫຍ່ ເປັນພັນໄມ້ໃນເຂດອົບອຸ່ ນ ມີທັງ ໝົດ 19 ສະກຸນ ພົບໃນປ່ າດົງດິບໃກ້ບໍລິເວນລ າຫ້ວຍລະດັບສູງລະຫວ່ າງ 800 – 1,200 ແມັດ. ເປັນໄມຢ້ ືນຕົນ້ ທີ ່ ບໍ ່ຜດັປ່ ຽນໃບ ສູງ 10 – 30 ແມັດ ເປັນຍອດທຶບ, ລາຕົນ້ກຽ້ງ, ເປືອກສນີວນ ຫ ືສເີທາົ ຫ ືສນີ າ້ຕານແດງ ຜວິລຽບ, ເປືອກແກ່ ລອກເປັນເກດັ ບາງມວ້ ນຫອ້ ຍລົງ, ປາຍກິ ່ ງຈະຫອ້ ຍລົງ ໂດຍກິ ່ ງອ່ ອນມສີນັ ເປັນສີ ່ຫ່ ຽມຕາມລວງຍາວ, ໃບມຂີະໜາດນອ້ ຍເປັນເກດັລຽງຊອ້ ນກນັ ເປັນຊັນ້ ຊັນ້ ລະ 4 ເກດັ ປາຍເກດັ ເປັນຕິ ່ ງແຫ ມໂຄງ້ເຂົ ້າຫາກິ ່ ງ ໃບອ່ ອນ ມີຂະໜາດໃຫຍ່ ກວ່ າໃບແກ່ ທ້ອງໃບມີຕ່ ອມຄາບຂາວເປັນທາງເຫັນຊັດເຈນໃນໃບແຫ້ງ, cone ເປັນ unisexual ຢ່ ູໃນຕົນ້ ດຽວກນັ ຫ ືຕ່າງຕົນ້ ກນັ , cone ເພດຜູ້ປະກອບດ້ວຍ microsporophyll ຮູບກົມ ລຽງຊ້ອນກັນ, ມີຂະ ໜາດນ້ອຍປະມານ 0,5 ຊັງຕີແມັດ, microsporophyll ແຕ່ ລະກີບມີ sporangia ຫ າຍອັນ, cone ເພດແມ່ມີ ລກັ ສະນະຄາ້ຍຂອງສນົ ແຕ່ມຂີະໜາດນອ້ຍກວ່າ ເມື ່ອເປັນຜນົຈະມຮີູບຮ່າງກມົ ຂະໜາດ 0,5 × 1 ຊັງຕີແມັດ, ຜົນ ແກ່ ຈະແຍກອອກເປັນ 6 ສ່ ຽງ ເມັດມີປີກສີນ ້າຕານອ່ ອນ 2 ປີກຂະໜາດບໍ ່ ເທົ ່າກນັ . ຕົວຢາງຊະນິດພືດໄດ້ແກ່ : ແປກ-ລົມ, ສົນໃບຕໍ ່ (Calocedrus macrolepis), ສົນຫາງສິງ (Chamaecyparis sp.), ສົນຈີນ, ສົນຍີ ່ ປ່ ຸນ (Cupressus spp.) ແລະ ສົນແຝງ (Thuja orientalis). 2.5. Family Taxodiaceae ຮູບ 8.7, ໄດ້ແກ່ພວກ Redwood (Sequoia sempervirens) ເຊິ ່ ງເປັນພືດ ທີ ່ ເຕີບໂຕແພ່ກະຈາຍໃນເຂດໜາວທາງຊີກໂລກເໜືອ.


118 ຮູບທີ8.8. ສະແດງວງົຈອນຊວີດິແບບສະຫ ບັຂອງຕົນ້ ສນົ (ທີ ່ມາ https://www.sparknotes.com/biology/plants/lifecycle/section1/) 3. ການສືບພັນຂອງຕົນ້ ສນົ ຕົນ້ ສນົ ມີການສືບພັນແບບວົງຈອນຊີວິດສະຫ ັບ (ຮູບ 8.8) ລະຫວ່ າງໄລຍະສະປໍໂຣໄຟກັບໄລຍະແກມີໂຕ ໄຟເອີ ້ນວ່າວງົຈອນຊວີດິຂອງຕົນ້ ສນົ (Conifers life cycle), ໄລຍະສະປໍໂຣໄຟຂອງຕົນ້ ສນົ ສ່ວນໃຫຍ່ເປັນໄມ້ຢືນ ຕົນ້ , ບາງຊະນິດອາຍຸຍາວເຖິງ 500-5,000 ປີ, ເນື ້ອໄມ້ມີລະບົບທໍ ່ ລໍາລຽງໂດຍທີ ່ ແພໄຊແລັມບໍ ່ ມີແພວາສເຊລ (vessel) ແລະ ແພໂຟແອັມບໍມີຈຸລັງປະກອບ (companion cell), ມັກພົບສະເພາະແພເທ ຄິດ (tracheid) ແລະ ທໍ ່ນໍ ້າເຣຊນີຂະໜາດໃຫຍ່ (schizogeneus duct) ທີ ່ມີແພຈຸລັງເປັນຈຸລັງພາເຣັນຄີມາອ້ອມຮອບຢູ່ , ທໍ ່ນໍາເຣຊິນຈະ ຜະລິດ ແລະ ສະສົມສານເຣຊິນ (resin) ແລະ ຈະຖືກປ່ ອຍອອກມາເມື ່ອເປືອກໄມຖ້ ືກເຮດັ ໃຫເ້ກດີບາດແຜ. ໃບ ຂອງສົນມສີຂີ ຽວທີ ່ ມຮີູບຮ່າງແບບເຂມັ ໂດຍຈະເກີດເປັນກຸ່ ມເຊິ ່ ງອາດມີ2 ຫ ື3 ໃບທີ ່ ລວມຢ່ ູພາຍໃນເຍື ່ອຶຫຸມ້ ໃບ ເອີ ້ນວ່າ: Fascicle ແລະ ຢູ່ ບໍລິເວນຖານໃບມີabscission layer ເຮັດໃຫ້ໃບຫຸ ດຫ ົ ່ນໄປຕາມອາຍຸການຂອງໃບໃນ ແຕ່ ລະປີ, ບໍລິເວນຜິວໃບມີສານຄິວຕິນ (cutin), ຊັນ້ ຈຸລັງເອປີເດີມີສມີຜະໜັງໜາສ່ວນຊັນ້ ຈລຸ ງັທີ ່ ຢ່ ູຖັດເຂົ ້າໄປເປັນ ຈຸລັງສະເຄເຣັນຄີມາ (sclerenchyma cell), ໃນໃບປະກອບມີມີຈຸລັງປາກໃບ (stomata) ທີ ່ ຝັງຢູ່ ໃນຜິວໃບທີ ່ ເປັນແບບ Sunken stomata ເຊິ ່ ງມລັກສະນະ ີ ຄ້າຍກັບປາກໃບຂອງພືດໃນທະເລຊາຍ, ເນື ່ອງຈາກສົນມັກເກີດໃນ ເຂດໜາວເຊິ ່ ງຊ່ າງລະດູໜາວມີຄວາມຊຸ່ມໜອ້ ຍ, ພື ້ນດິນແຫງ້ແລງ້ສະນັນ້ ໃບແບບນີ ້ຈິ ່ ງຊ່ ວຍຫຸ ດການຄາຍນໍ ້າ ລະຫວ່ າງລະດູໜາວ, ອະໄວຍະວະສືບພັນຂອງສົນໄດ້ແກ່ ໂຄນ (cone) ເຊິ ່ ງສາ້ງ 2 ຊະນດິທີ ່ ຢ່ ູໃນຕົນ້ ດຽວກນັ ຄື: ໂຄນເພດຜູ້(staminate cone) ທີ ່ ເປັນອະໄວຍະວະສືບພັນເພດຜູ້ເຮັດໜ້າທີ ່ ສ້າງສະປໍຂະໜາດນ້ອຍ ແລະ ມັກ ເກີດບໍລິເວນປາຍຍອດ ແລະ ໂຄນເພດແມ່ (ovulate ຫ ືcaroellate cone) ເປັນອະໄວຍະວະສືບພັນເພດແມ່ເຊິ ່ ງ ມຂີະໜາດໃຫຍ່ກວ່າໂຄນເພດຜູເ້ຮດັໜາ້ທີ ່ສາ້ງສະປໍຂະໜາດໃຫຍ່ .


119 ໄລຍະແກມີໂຕໄຟ (gametophyte), ແກມໂີຕໄຟເພດແມ່ທີ ່ ເກດີຂື ້ນໂດຍເມກາສະປໍທີ ່ ເຫ ອືແບ່ງຈລຸ ງັແບບ ໄທໂຕຊສີຫ າຍຄັ ້ງຈນົ ໄດແພ້ ແກມໂີຕໄຟເພດແມ່ເຊິ ່ ງປະກອບມອີ າຄໂີກນຽມ 2 ຫ ື3 ຈຸລັງ ແລະ ພາຍໃນອາຄີໂກ ນຽມມີຈຸລັງໄຂ່ 1 ຈຸລັງ, ໃນນັນ້ ແກມໂີຕໄຟເພດແມ່ມແພີ ນິວເລລັສ (nucellus) ອ້ອມຮອບໄວ້. 4. ໂຄງສ້າງການສືບພັນຂອງຕົນ້ ສນົ 4.1. ໂຄນເພດຜູ້(staminate cone) ແມ່ ນມີຂະໜາດນ້ອຍເຊິ ່ ງຍາວປະມານ ½ ນີ ້ວ, ກວ້າງປະມານ ¼ ນີ ້ວ ຫ ື1-5 mm. ໂດ ຍ ເກີດ ຂື ້ນ ເປັ ນກຸ່ ມ ຢູ່ ປ າຍ ກິ ່ ງ ເຊິ ່ ງແ ຕ່ ລ ະອັນ ປະກ ອ ບ ດ້ວຍ ໄມ ໂຄ ສະປໍ ໂຣຟິ ນ (microsporophyll) ທີ ່ ມລີ ັກສະນະຄາ້ຍຄເືກດັ (scale) ນ້ອຍໆ ແລະ ແຂງໂດຍລຽງວຽນເປັນກຽວ ຫ ືຂັນ້ ໄດ ວຽນ (spiral) ຮອບແກນຂອງໂຄນ ເຊິ ່ ງໃນແຕ່ ລະໃບເກັດຂອງໂຄນປະກອບດ້ວຍໃບສະປໍຂະໜາດນ້ອຍ (microsporophyll) ແລະ ໃນແຕ່ ລະໃບສະປໍຈະສ້າງກັບສະປໍຂະໜາດນອ້ ຍເອີ ້ນວ່ າ: ໄມໂຄ ສະປໍແຣງຈຽມ (microsporangium) 2 ອນັ ເຊິ ່ ງແຕ່ລະອນັ ປະກອບດວ້ ຍສະປໍແມ່ຂະໜາດນອ້ ຍ (microspore mother cell) ເຊິ ່ ງຈະແບ່ ງຕົວແລ້ວໄດ້ໄມໂຄ ສະປໍໂຣໄຊ (microsporocyte) ຢ່ າງຫ ວງຫ າຍ, ຈາກນັນ້ ແຕ່ ລະຈຸລັງຂອງໄມໂຄ ສະ ປໍໂຣໄຊຈະແບ່ ງຕົວແບບໄມໂອຊີສແລ້ວໄດ້4 ຈລຸ ງັໃໝ່ ເອີ ້ນວ່ າ: ໄມໂຄ ສະປໍ (microspore) ທີ ່ ມີໂຄ ໂມໂຊມຊຸດ ດຽວ, ຈາກນັນ້ ແຕ່ ລະຈຸລັງໃໝ່ ຈະແບ່ ງຕົວແບບໄມໂອຊີສຕໍ ່ ໄປ ແລະ ໃນລະຫວ່ າງການພັດທະນາຈະເລີນເຕີບໂຕ ເປັນຈລຸ ງັໂພ ແທລຽນທີ ່ ປະກອບດວ້ ຍຈລຸ ງັເຈເນເີຣທບີ (generative cell) ກັບຈຸລັງທິວ (tube cell) ຈຸລັງໂພ ແທ ລຽນເຮດັ ໜາ້ທີ ່ ເປັນລະອອງເກສອນ (pollen grian) ທີ ່ມີນໍ ້າໜກັ ເບົາ ແລະ ມີປີກ 2 ຂ້າງເຮັດໃຫ້ປິວໄປຕາມລົມ ໄດ້ໄກໆ. ເມື ່ອລະອອງເກສອນໄປຕກົ ໃສ່ເທງິຮູເປີດ (microphyte) ຂອງຮັງໄຂ່ ແລະ ປ່ ອຍຂອງແຫ ວລະລາຍປາກ ຮັງໄຂ່ ໃຫ້ເປີດ, ຫ ັງຈາກນັນ້ ຈລຸ ງັໂພ ແທລລີນກໍ ່ ຈະສາ້ງທໍ ່ ລະອອງເກສອນ (pollen tube) ແລະ ຈຸລັງເຈເນເຣທີຟ ຈະແບ່ ງຕົວແບບໄມໂທຊີວແລ້ວໄດ້ຈຸລັງກ້ານ (stalk cell) ກັບຈຸລັງຮ່ າງກາຍ (body cell) ຮູບ 8.8. 4.2. ໂຄນເພດແມ່ (ovulate ຫ ືcaroellate cone) ແມ່ ນເກີດແບບດ່ ຽວໆ ຫ ື ເປັນຄູ່ ໃນບໍລິເວນກົກຂອງ ກິ ່ ງເຊິ ່ ງມຂີ ະໜາດໃຫຍ່ ກວ່ າໂຄນເພດຜູ, ້ ໂຄນເພດແມ່ ປະກອບດ້ວຍເມກາສະປໍໂຣຟິນ (megasporophyll) ທີ ່ ລຽງເປັນກຽວອ້ອມຮອບແກນກາງໂດຍແຕ່ ລະອັນຈະມີ2 ອໍວຸລ (ovule) ຕິດຢູ່ ດ້ານເທິງ, ອໍວຸນປະກອບດ້ວຍຜະ ໜັງອໍວຸນ (integument) 2 ຊັນ້ ໂດຍມຮີູເປີດເອີ ້ນວ່າ: ໄມໂຄ ໄພ (micropyle) ໃກ້ກັບແກນກາງເຊິ ່ ງເປັນທາງຜ່ ານ ຂອງລະອອງເກສອນໃຫ້ເຂົນ້ ໄປຫາອໍວຸນ, ພາຍໃນອໍວຸນມີແພນິວເຊນລັສ (nucellus) ຫ ືເມກາສະປໍແຣງຈຽມເຊິ ່ ງ ພາຍໃນມີຈຸລັງໃຫ້ກໍາເນີດເມກາສະປໍ(measpore mother cell) 1 ຈຸລັງ, ຕໍ ່ມາຈຸລັງນີ ້ຈະແບ່ງຕວົ ແບບໄມໂອຊສີ ແລ້ວໄດ້ເມກາສະປໍ(megaspore) ທີ ່ ລຽງເປັນແຖວ 4 ຈຸລງັເຊິ ່ ງແຕ່ລະຈຸລັງມີn ໂຄ ໂມໂຊມ, ຕໍ ່ມາ 3 ເມກາສະປໍ ຈະຫາຍໄປຍັງເຫ ືອພຽງແຕ່ 1 ເມກາສະປໍທີ ່ ຈະປ່ ຽນແປງເປັນແກມໂີນໄຟເພດແມ່ (female gametophyte) ຮູບ 8.8. 5. ວິທີການສືບພັນຂອງຕົນ້ ສນົ ໄລຍະການສືບພັນຂອງຕົນ້ ສົນ (Pinus sp.) ແບ່ ງອອກເປັນ 3 ໄລຍະຄື: ໄລຍະຖ່ າຍລະອອງເກສອນ (pollination), ໄລຍະປະຕິສົນທິ(fertilization) ແລະ ໄລຍະຟັກຕົວຂອງແກ່ ນ (maturation of seed), ຮູບ 8.8. 5.1. ໄລຍະຖ່ າຍລະອອງເກສອນ (pollination), ເປັນການຖ່ າຍລະອອງເກສອນໂດຍເລີ ່ມຈາກໂຄນເພດຜູ້ ປ່ ອຍລະອອງເກສອນໄປຫາໂຄນເພດແມ່ ໂດຍອາໃສລົມພາໄປ, ເຊິ ່ ງພດືຫ າຍຊະນດິມໂີຄນເພດແມ່ເກດີຢ່ ູຍອດສູງ ກວ່ າໂຄນເພດຜູ້ເພາະຊ່ ວຍປ້ອງກັນການເກີດການຖາ້ຍລະອອງເກສອນໃນຕົນ້ ດຽວກນັ .


120 5.2. ໄລຍະປະຕິສົນທິແລະ ໄລຍະຟັກຕົວຂອງແກ່ ນເລີ ່ ມຕົນ້ ເມື ່ ອແກ່ ນຈຸລັງໜຶ ່ ງຂອງສະເປີມ (ຖ້າເປັນ ຕົນ້ ສນົ ໃຊ້ເວລາພັດທະນາຕົວເອງເຖິງ 1 ປີ) ເຂົ ້າໄປປະສົມກັບໄຂ່ອ່ ອນແລ້ວໄດ້ໄຊໂກດ ແລະ ແກ່ ນຈຸລັງຂອງສະເປີ ມອີກໜຶ ່ ງຈຸລັງກໍ ່ ຈະບໍ ່ ຈະເລີນ, ພາຍຫ ັງການປະຕິສົນທິໂຄນຍັງຄົງເປັນສີຂຽວ ແລະ ໃບປະດັບກໍຍັງປິດຢູ່ , ແຕ່ ໄຊ ໂກດຈະພັດທະນາເປັນໄລຍະກ່ ອນສ້າງຕົວອ່ ອນ (proembryo) ເຊິ ່ ງໃນລະຫວ່ າງການຈະເລນີ ເຕບີ ໂຕນີ ້ຈລຸ ັງຈະ ເກີດການປ່ ຽນແປງຈົນໄດ້ຈຸລັງຢຶດ (suspensor cell) ເປັນສີ ່ ຈຸລັງ, ໃນນັນ້ ຈຸລັງດ້ານກົງກັນຂ້າມຮູເປີດຈະເຕີບໂຕ ໄປເປັນໃບລ້ຽງ (cotyledon), ໃບອ່ ອນຫຸ້ມປາຍຍອດໃບ (epicotyl) ແລະ ປາຍຮາກ (hypocotyle) ຫ ືສ່ ວນທີ ່ ຖານໃບລ້ຽງເຕີບໂຕເປັນຮາກ (radical), ສ່ ວນຂອງນີວເຊນລັດ (nucellus) ແລະ ເຈ້ຍຫຸ້ມ (integument) ຂອງ ໄຂ່ ອ່ ອນ (ovule) ເຕີບໂຕເປັນເຈ້ຍຫຸ້ມເມັດ (seed coat) ຫໍຫຸ້ມ້ ຕົນ້ ອ່ ອນ (embryo) ແລະ ແກມີໂຕໄຟເພດແມ່ ໄວ້ພາຍໃນ, ເຊິ ່ ງໂດຍປົກກະຕິແລ້ວເມັດຂອງຕົນ້ ສນົ ຈະໃຊ້ເວລາຈະເລີນເຕີບໂຕ 12 ເດືອນພາຍຫ ັງການປະຕິສົນທິ ແລະ ໃຊ້ເວລາ 2 ປີໃນການພັດທະນາຈາກເລີ ່ມເກີດໄຂ່ ອ່ ອນຈົນໄດ້ແກ່ ນ, ການງອກຂອງແກ່ ນສົນຈະໃຫ້ໃບລ້ຽງ ຫ າຍໃບ. IV. ສາຂາ ນໂທີ ໄຟຕາ (Division Gnetophyta) 1. ລັກສະນະທົ ່ວໄປ ພືດໃນດີວີຊັນນີ ້ຈະເລນີ ເຕບີໂຕຢ່ ູໃນທໍາມະຊາດ, ເປັນພດືທີ ່ມລີກັ ສະນະເຄິ ່ ງຈມິ ໂນສະເປີມກບັແອງຈໂີອສະ ເປີມ (Angiosperm) ຄື: ແພໄຊແລັມມີທໍ ່ນໍ ້າ (vessel), ໄຂ່ ອ່ ອນມີເຈ້ຍຫຸ້ມ (integument) ອ້ອມຮອບຢູ່ 2 ຊັນ້, ລັກສະນະໂຄງສ້າງຂອງລະອອງເກສອນ (pollen grains ຄືກັບເກສອນເພດຜູ້(stamen) ແລະ ເປັນພືດທີ ່ມີອຸປະ ນິໄສເອນອ່ ຽງໄປທາງແອງຈີໂອສະປີມ, ສ່ວນລກັ ສະນະໂຄງສາ້ງອື ່ນໆເປັນຈມິ ໂນສະເປິມບ່ ອນວ່າຍງັບໍ ່ທນັ ພບົ ດອກ ທີ ່ ແທຈ້ງິ ແລະ ໝາກມແກ່ ນ ີ ທີ ່ ບໍ ່ມເີນື ້ອຫໍ ່ຫຸມ້ (naked seed). ສະມາຊິກໃນດີວີຊັນນີມັກ້ ເປັນພືດທະເລຊາຍ, ເຊິ ່ ງ ເປັນໄມ້ພຸ່ ມສູງປະມານ 3-5 ຊັງຕີແມັດ ແລະ ເມື ່ອອາຍຸຍັງນ້ອຍຈະມີລັກສະນະຄ້າຍພືດໃນສະກຸນ Psilotum ແລະ ພືດສະກຸນ Equisetum, ກິ ່ ງກ້ານແຕກດ້ານຂ້າງໂດຍເກີດອ້ອມຮອບລໍາຕົນ້, ມີສີຂຽວເຮັດໃຫ້ສາມາດສັງເຄາະແສງ ໄດ້, ເມື ່ອອາຍຸໄດຫ້ າຍຂື ້ນເນື ້ອໄມຈ້ ະແຂງ, ມໃີບເກດີຂື ້ນຢ່ ູອອ້ ມຮອບຂໍ ້, ບາງຊະນິດພົບວ່ າມີແພເທ ຄດິທີ ່ ຄາ້ຍຄທື ໍ ່ vessel ຫ າຍທີ ່ສຸດ. 2. ການສືບພັນ ສະປໍໂຣໄຟຈະສ້າງອະໄວຍະວະສືບພັນຄ້າຍຄືດອກໄມເ້ຊິ ່ ງເປັນທັງພືດທີ ່ ມີເພດແຍກຕົນ້ (Dioeceous plant) ແລະ ພດືທີ ່ ເພດລວມຢ່ ູໃນຕົນ້ ດຽວກນັ (Monoeceous plant) ທີ ່ມສີະຕໍບລີສັແບບສາ້ງກັບສະປໍຂະໜາດ ນ້ອຍ (microsporangiate strobili) ທີ ່ ມີລັກສະນະກົມເຊັ ່ນ: ສະກຸນ Gnetum ແລະ ສະຕໍບີລສັທີ ່ ສ້າງໄຂ່ ອ່ ອນ (ovulate strobilus) ທີ ່ ມີລັກສະນະຍາວ, ເມື ່ອສະປໍຂະໜາດນ້ອຍ ແລະ ຂະໜາດໃຫຍ່ ເຕີບໂຕເຕັມທີ ່ ຈະເກີດ ການຖ່ າຍລະອອງເກສອນໂດຍອາໃສລົມ ແລ້ວປະສົມພັນກັນໄດ້ໄຊໂກດທີ ່ ຈະເລີນເຕີບໂຕເປັນໜໍ ່ ລູກ (embryo) ຢູ່ ພາຍໃນເມັດ, ຈາກນັນ້ເມດັກໍຈະງອກແລວ້ ຈະເລນີເຕບີໂຕເປັນຕົນ້ ສະປໍໂຣໄຟຕໍ ່ ໄປ(ຮູບ 8.11).


121 ຮູບທີ8.9 ຕົວຢ່ າຂອງພືດສາຂາ Gnetophyta ໃນສະກຸນ Welwitschia, Gnetum ແລະ Epheda (ທີ ່ມາ http://bio1152.nicerweb.com/Locked/media/ch30/Gnetophyta.html ) 3. ການຈັດຈໍາແນກ ພດືໃນລໍາດບັນີມ້ ີ3 ຕະກຸນ (ຮູບ 8.9) ເຊິ ່ ງແຕ່ລະຕະກຸນມີພຽງສະກຸນດຽວຄື: 3.1. Ephedraceae ( Ephedra ) ໄດ້ແກ່ມັ ່ງອຶ ້ ງ ຫ ືໝາຫວັງເຊິ ່ ງເປັນໄມພຸ້່ມທີ ່ ພບົ ໃນແຖບປະເທດ ຈີນ ແລະ ປະເທດເຂດໜາວ 3.2. Welwitschiaceae (Welwitschia) ເຊິ ່ ງເປັນພືດທະເລຊາຍໃນທະວີບອາຝຣກິ າເທົ ່ານັນ້. 3.3. Gnetaceae (Gnetum ) ຮູ ບ 8.10 ໃນປະເທດໄທພົບເຫັນພຽງວົງດຽວຄື Gnetaceae (ຕະກຸນໄມ້ໝາກເມືອຍ) ເປັນໄມ້ເທົາເຄືອ, ມີເນື ້ອແຂງ ມີ2-3 ຊະນດິເປັນໄມຢ້ ືນຕົນ້ ກິ ່ ງເປັນຂໍຕ້ໍ ່ກນັ ແລະ ຕາມຂໍ ້ ຈະໂປ່ ງໃຫຍ່ , ໃບດ່ ຽວຕິດຮຽງແບບກົງກັນຂ້າມ, ເສັ ້ນໃບເປັນແບບດ່ າງແຫ, ດອກເປັນ unisexual inflorescence ຢ່ ູໃນຕົນ້ ດຽວກນັ ຊໍ ່ ດອກເປັນຕົວຜູເ້ປັນ compound staminate strobilus ກາ້ນຊໍ ່ ຍາວເປັນຂໍ ້ ຕາມຂໍມ້ ດີອກຕວົ ຜູຮ້ ຽງຢ່ ູໂດຍຮອບ ດອກໜຶ ່ ງໆມກີ າບຮອງ 2 ອັນ ເຊິ ່ ງເຊື ່ອມຕດິກນັ ເປັນຂອບຄາ້ຍຄກື ບີດອກ ມີ sporangia ອັນດຽວຕອນປາຍ. ຊໍ ່ ດອກເພດແມ່ ມີກາ້ນຊໍ ່ ຍາວເປັນຂໍຮ້ ອບໆຂໍ ້, ມີເມັດໄຂ່ ຮຽງຢູ່ , ມີເຈ້ຍອ້ອມ 3 ຊັນ້ , ຊັນ້ ນອກມລີ ັກສະນະຄາ້ຍຄກື ີບດອກສອງຊັນ້ ໃນເປັນເປືອກຫຸມ້ ເມດັ ໄຂ່ ເປືອກຊັນ້ ໃນສຸດງອກຍາວເປັນທໍ ່ ເກສອນເພດແມ່ , ໝາກຂອງມັນເປັນແບບ drupe ເປັນຮູບກົມ. ຕົວຢ່ າງຊະນິດພືດ Gnetum cuspidatum (ເມືອຍ, ເມືອຍດໍາ), Gnetum leptostachyum (ເຄືອເມືອຍ) ເປັນຕົນ້.


122 ຮູບທີ 8.10 ສະແດງລັກສະນະ strobili (ຮູບຊ້າຍ) ແລະ ໝາກ (ຮູບຂວາ) ຂອງພືດໃນສະກຸນ Gnetum (ທີ ່ມາ https://alchetron.com/Gnetum) ຮູບທີ8.11 ສະແດງວົງຈອນຊີວິດແບບສະຫ ັບຂອງ Gnetophyta (ທີ ່ມhttp://cdn.biologydiscussion.com/wp-content/uploads/2017/04/clip_image026-1.jpg)


123 ບດົທ ີ9 ພດືແກ່ນຫຸມ້ ຫ ືພດືດອກ (Angiospermae) ເປັນກຸ່ ມພືດທີທໍ ່ ລໍາລຽງທີ ່ ມີແກ່ ນ (Seed vascular Plants) ທີ ່ ມີຊືວິທະຍາສາດວ່ າ Magnoliophyta ໂດຍເອີ ້ນຢ່ າງຫຍໍວ່ າ້ Angiospermae ຫ ື Angiosperms ເຊິ ່ ງເປັນກຸ່ ມພືດກຸ່ ມໃຫຍ່ກຸ່ ມໜຶ ່ ງທີ ່ ເຊິ ່ ງມີພຽງ 1 ສາຂາ ຄື: ສາຂາແອນໂທໄຟຕາ (Division Anthophyta) ເຊິ ່ ງຈະເລີນເຕີບໂຕແພ່ ກະຈາຍຈໍານວນຫ າຍໃນປັດຈຸບັນ ແລະ ມີຫ າຍກວ່ າພືດໃນສາຂາອື ່ນໆ, ເຊິ ່ ງເຊື ່ອກນັວ່າແອງຈໂີອສະເປີມມວີວີດັທະນາການມາຈາກຈມິ ໂນສະເປີມກ່ ຸມ ໜຶ ່ ງ ແຕ່ ໃນປັດຈບຸ ນັ ໄດສູ້ນພນັ ໄປແລວ້ , ໂດຍຈາກການຄົນ້ ພບົ ຊາກບູຮານຂອງແອງຈໂີອສະເປີມອາຍຸ 120 ລ້ານປີ ທີ ່ ຜ່ານມາແລວ້ ຄາດວ່າພດືແອງຈໂີອສະເປີມເຄຍີຈະເລນີ ເຕມັ ທີ ່ ໃນຍຸກຄຕີ າເຊອສັ (Cretaceous) ເຊິ ່ ງເຫ ືອຢູ່ ພຽງ ບາງຊະນິດທີ ່ຍັງຈະເລີນຢູ່ ແລະ ຈາກການລາຍງານໃນປັດຈຸບັນແມ່ ນພົບເຫັນພືດດອກຫ າຍກວ່ າ 235,000 ຊະນິດ ເຊິ ່ ງມທັງ ີ ພືດຢືນຕົນ້, ພືດເປັນພຸ່ ມ, ພດືມເີນື ້ອແຂງ, ພດື ເນື ້ອອ່ ອນ ແລະ ພດືນໍ ້າຕັ ້ງແຕ່ຂະໜາດນອ້ ຍເຊັ ່ນ: ພວກໄຂ່ ນໍ ້າ ຫ ື ຜໍາ (Lemma sp.) ຈົນເຖິງຂະໜາດໃຫຍ່ , ມີການແພ່ ກະຈາຍພັນໂດຍສ້າງດອກເປັນໄວຍະວະສືບພັນທີ ່ ຈະ ເລີນປ່ ຽນແປງມາຈາກໃບດອກ, ໂຄງສ້າງຂອງດອກປະກອບດ້ວຍກີບລ້ຽງ, ກີບດອກ, ເກສອນເພດຜູ້ ແລະ ເກສອນ ເພດແມ່ , ເຊິ ່ ງເກສອນເພດຜູ້ ແລະ ເພດແມ່ຈະສ້າງຈຸລັງສືບພັນເຂົ ້າປະສົມກັນໄດເມັດທີ ່ ຈະເລີນເຕີບໂຕຢູ່ ໃນຮັງໄຂ (ovary) ຕໍ ່ມາກໍຈະເລີນປ່ ຽນແປງເປັນໝາກ. I. ລກັ ສະນະຂອງພດືດອກ ແອງຈີໂອສະເປີມ ແລະ ຈມິ ໂນສະເປີມເປັນພດືທີ ່ ສາ້ງແກ່ນ ແຕ່ພດືທງັສອງກ່ ຸມນີກ້ ໍມຄີວາມແຕກຕ່າງກນັທີ ່ ເຫັນໄດ້ຢ່ າງຊັດເຈນຄື: ລັກສະນະຂອງອໍວຸລ (ovule) ໃນຂະນະທີ ່ ເກີດການຖ່ າຍທອດລະອອງເກສອນ, ອໍວູນຂອງ ຈິມໂນສະເປີມບໍ ່ ມີໂຄງສ້າງໃດມາຫໍ ່ ຫຸມ້ ເຊິ ່ ງກົງກັນຂາ້ມກັບອໍວຸນຂອງແອງຈີໂອສະເປີມທີ ່ ມີຮັງໄຂ່ ຫໍ ່ ຫ່ ຸມໄວ,້ ນອກຈາກນັນ້ ແລວ້ ພດືດອກຍງັມລີກັ ສະນະສະພາະຕວົທີ ່ສໍາຄນັ ໄດແ້ກ່: 1) ແພລໍາລຽງນໍ ້າ ຫ ືໄຊແລັມມີຈຸລັງເວສເຊລ (vessel cell). 2) ແພລໍາລຽງອາຫານ ຫ ືໂຟແອັມມີຈຸລັງຫ ອດຕະແກງ ແລະ ຈຸລັງປະກົບ. 3) ຖົງແອັມບ ີມີ8 ນີວເຄຍໄດ້ແກ່ ໄຂ່ 1 ນິວເຄຍ, ຊີເນີຈິດ 2 ແກ່ ນຈຸລັງ, ແອນໂທໂພດັລ 3 ແກ່ ນຈຸລັງ ແລະ ນິວເຄຍໂພລາ 2 ແກ່ ນຈຸລັງ. 4) ໃນການປະຕສິນົທຄິ ັ ້ງໜຶ ່ ງມກີ ານລວມຕວົຂອງນວິເຄຍ 2 ແຫ່ ງຄື: ໄຂ່ລວມກບັສະເປີມທີ ່ໜຶ ່ ງ ແລະ ນີວ ເຄນໂພລາລວມກັບສະເປີມທີ ່ສອງ. 5) ມີເກສອນເພດແມ່ປິດຫຸມ້ ອໍວຸນໄວ້ເຊິ ່ ງເປັນທີ ່ມາຂອງຄໍາວ່າແອງຈໂີອສະເປີມ ເຊິ ່ ງໝາຍເຖິງແກ່ ນຖືກ ຫຸ້ມ, ສ່ວນເກສອນເພດຜູກ້ ໍມອີບັ ເກສອນທີ ່ມີ4 ໄມໂຄ ສະປໍແຣນຈຽມຢູ່ ຕິດກັນເປັນຄູ່ ໂດຍແຍກເປັນ 2 ຄູ່ II. ການສບືພນັ ຂອງພດືດອກ ພືດດອກມີການສືບພັນແບບສະຫ ັບ (ຮູບ 9.1) ລະຫວ່ າງໄລຍະສະປໍໂຣໄຟກັບໄລຍະແກມີໂຕໄຟ ເອີ ້ນວ່າ: ວງົຈອນຊວີດິແບບສະຫ ບັ ເຊິ ່ ງເກດີຂື ້ນ 3 ຂັນ້ຕອນດັ ່ງນີ ້ :


124 ຮູບທີ 9.1. ສະແດງວົງຈອນຊີວິດຂອງພືດດອກ (flowering plants) (ທີ ່ມາ https://www.proprofs.com/flashcards/story.php?title=angiosperms_3) 1. ການສ້າງຈຸລັງສືບພັນ ພດືດອກມວີ ງົຈອນຊວີດິແບບສະຫ ບັ ລະຫວ່າງໄລຍະສະປໍໂຣໄຟກບັ ໄລຍະແກມໂີຕໄຟ, ເຊິ ່ ງໄລຍະສະປໍໂຣ ໄຟເປັນລັກສະນະເດັ ່ ນ ແລະ ຍງັເປັນຕົນ້ ພດືທີ ່ ພົບເຫັນກນັ ຢ່ ູທົ ່ ວໄປ, ສ່ ວນໄລຍະແກມໂີຕໄຟເປັນຊ່ ວງສາ້ງດອກ ເພື ່ອສາ້ງຈລຸ ງັສບືພນັ 2 ຊະນິດ: 1.1. ແກມີໂຕໄຟເພດຜູ້(male gametophyte), ເປັນເກສອນເພດຜູທ້ ີ ່ ປະກອບດວ້ ຍກບັ ເກສອນ (anther) ແລະ ກາ້ນຊູກບັສະປໍ(filament), ໃນນັນ້ກບັ ເກສອນມລີກັ ສະນະເປັນສອງພູຕດິກນັ ແລະ ໃນແຕ່ລະ ພູປະກອບດ້ວຍກັບລະອອງເກສອນ (pollen sec ຫ ື microsporangium) ຈ ານວນ 2-4 ອນັ , ເຊິ ່ ງພາຍໃນຈະ ມີສະປໍຂະໜາດນອ້ ຍເອີ ້ນວ່ າ: ຈຸລັງແມ່ ຂອງໄມໂຄ ສະປໍ (microspore mother cell) ທີ ່ ເກີດຈາກ microsporogenesis, ເຊິ ່ ງຈລຸ ັງແມ່ຈະແບບຕວົ ແບບໄມໂອຊສີແລວ້ ໄດ້4 ຈຸລງັ ແລະ ແຕ່ລະຈລຸ ງັເອີ ້ນວ່າ: ສະປໍຂະໜ າດນ້ອຍ (microspore) ເຊິ ່ ງພາຍໃນແກ່ນຈລຸ ງັມຈີານວນໂຄ ໂມໂຊມຊຸດດຽວ (haploid) ແລະ ຕໍ ່ມານວິ ເຄຍຈະ ແບ່ ງຕົວແບບໄມໂທຊີສແລ້ວໄດ້ນີວເຄຍ 2 ຊະນິດຄື: generative nucleus ເຮັດໜາ້ທີ ່ ຈະສາ້ງສະເປີມ 2 ຕົວ ແລະ tube nucleus ເຮດັໜາ້ທີ ່ສາ້ງທໍ ່ແທງລງົໄປຫາໄຂ່ອ່ອນ. 1.2. ແກມີໂຕໄຟເພດແມ່ (female gametophyte), ເປັນເກສອນເພດແມ່ທີ ່ ປະກອບດວ້ ຍຍອດ ເກສອນເພດແມ່ (stigma), ກ້ານເກສອນເພດແມ່ (style) ແລະ ຮັງໄຂ່ (ovary) ເຊິ ່ ງພາຍໃນຮງັໄຂ່ ປະກອບມີ ໄຂ່ ອ່ ອນ (ovule) ທີ ່ ປະກອບດ້ວຍກ້ານນໍາອາຫານສູ່ ໄຂ່ ອ່ ອນ (funculus), ເຈ້ຍຫຸ້ມໄຂ່ ອ່ ອນ (integument) ແລະ ນິວເຊນລັສ (nucellus) ເຊິ ່ ງມພີຽງ 1 ຈລຸ ງັທີ ່ພດັທະນາປ່ ຽນແປງເປັນຈລຸ ງັແມ່ຂອງເມກາສະປໍ (megaspore mother cell) ທີ ່ ມຂີະໜາດໃຫຍ່ , ເຊິ ່ ງຕໍ ່ມາເກດີການແບ່ງແກ່ ນຈຸລັງ (megasporegenesis) ຫ າຍຄັ ້ງຈນົ ໄດນ້ ວິ ເຄຍໃໝ່ 8 ແກ່ນທີ ່ ປະກອບດວຍ ້ 3 ແກ່ນຢ່ ູກງົກນັ ຂາ້ມກບັ ຮູປາກເປີດເອີ ້ນວ່າ: antipodal, ອີກ 2 ແກ່ ນຢ່ ູເຄິ ່ ງ


125 ກາງຂອງຮງັໄຂ່ເອີ ້ນວ່າ: polar nuclei ແລະ ອີກ 3 ແກ່ນຢ່ ູຕດິກບັຮູປາກເປີດ ເຊິ ່ ງປະກອບມແີກ່ນຂະໜາດໃຫຍ່ທີ ່ ສຸດທີ ່ຢ່ ູກາງນັນ້ຄໄືຂ່ ແລະ ອກີ 2 ແກ່ນດາ້ຍຂາ້ງຈະມຂີະໜາດນອ້ຍເອີ ້ນວ່າ: Synergid. 2. ການຖ່ າຍລະອອງເກສອນ ແລະ ການປະຕິສົນທິ ເມື ່ອສະອອງເກສອນເພດຜູ້(pollen grain) ປິວອອກມາຈາກກັບລະອອງເກສອນເພດຜູ້ແລ້ວໄປຕົກໃສ່ ເທິງຍອດເກສອນເພດແມ່ , ເກສອນເພດຜູ້ສ່ ວນ tube nucleus ຈະປົ ່ ງທໍ ່ ຍາວແທງລົງໄປໃນທໍ ່ຂອງກາ້ນເກສອນ ເພດແມ່ສ່ ູຮູປາກເປີດແລວ້ ຜ່ານເຂົ ້າສ່ ູນວິ ເຊນລສັ (nucellus) ຈົນເຖິງຖົງໄຂ່ ອ່ ອນ (embryo sec), ໃນຂະນະທີ ່ generative nucleus ຈະແບ່ງຕົວສາ້ງສະເປີມ 2 ຈລຸ ັງເຊິ ່ ງຈລຸ ັງໜຶ ່ ງຈະເຂົ ້າໄປປະສມົ ກບັ ໂພລານວິ ເຄຍ 2 ແກ່ ນ ແລ້ວການເປັນຈຸລັງສະສົມອາຫານ (primary endospermcell) ທີ ່ ເປັນຈດຸ ເລີ ່ ມຕົນ້ ທີ ່ ຈະເລີນເຕບີ ໂຕຕໍ ່ ໄປເປັນ ເອນໂດສະເປີມ (endosperm) ເຊິ ່ ງເປັນເນື ້ອສະສມົ ອາຫານ, ສ່ວນອກີໜຶ ່ ງຈລຸ ງັຈະເຂົ ້າໄປປະສມົ ກບັ ໄຂ່ອ່ອນແລວ້ ໄດໄ້ຊໂກດ ເຊິ ່ ງຕໍ ່ ມາກໍຈະເລີນເຕີບໂຕເປັນຕົນ້ ອ່ ອນ ແລະ ຈຸລັງຍຶດຕົວ (suspensor cell). ລັກສະນະຂອງ ການລວມຕົວຂອງສະເປີມທັງສອງກັບແກ່ ນຈຸລັງຂອງແກມີໂຕໄຟເພດແມ່ ໃນເວລາດຽວກັນນີ ້ ເອີ ້ນວ່ າ: ການ ປະຕິສົນທິຊ້ອນ (double fertilization). 3. ການພັດທະນາຂອງແກ່ນ ພາຍຫ ັງການປະຕິສົນທິໄຂ່ ອ່ ອນຈະກາຍເນັນແກ່ ນ (seed), ເຊິ ່ ງການສາ້ງແກ່ນເປັນການປັບຕວົທີ ່ສາຄນັຂອງ ພດືຫ າຍ ແລະ ເປັນອກີ ເຫດຜນົ ໜຶ ່ ງທີ ່ ເຮດັ ໃຫພ້ ດືມເີມດັ ເພີ ່ມຈາໍນວນຫ າຍທີ ່ສຸດໃນປັດຈບຸ ນັ , ເອນັ ໂດສະເປີມຂອງ ພດືດອກຫ າຍຊະນດິ ສະຫ າຍໄປກ່ ອນທີ ່ ແກ່ ນຈະເລນີ ເຕບີ ໂຕເຕມັ ທີ ່ ດັ ່ງນັນ້ ຈິ ່ ງສະສົມອາຫານໄວໃ້ນໃບລຽ້ງເຊິ ່ ງ ເປັນສ່ວນໜຶ ່ ງຂອງຕົນ້ ອ່ອນ. ຕາຕະລາງ 9.1: ສະແດງຄວາມແຕກຕ່ າງລະຫວ່ າງພືດແອງຈີໂອສະເປີມກັບພືດຈິມໂນສະເປີມ ລ/ດ ລາຍການ ຈມິ ໂນສະເປີມ ແອງຈໂີອສະເປີມ 1 ດອກ ບໍ ່ມ,ີມແີຕ່ສະຕໍບລີດັ ມດີອກເຊິ ່ ງວິວດັ ທະນາການໄປຫ າຍກວ່ າ ສະຕໍບີລັສ 2 ແກ່ ນ ບໍ ່ມຮີງັໄຂ່ຫໍ ່ຫຸມ້ ມຮີງັໄຂ່ຫໍ ່ຫຸມ້ 3 ການປະຕິສົນທິ ເກດີພຽງຄັ ້ງດຽວ ເກີດປະຕິສົນທິຊ້ອນ 4 ຄວາມຍາວຂອງ ພອນເລນທູບ ພອນເລນທູບສັ ້ນເພາະລະອອງ ເກສອນຕົວຜູ້ຕົກໃກ້ຊ່ ອງໄມໂຄ ໄຟ ຂອງຮັກໄຂ່ ມີຂະໜາດນ້ອຍ ພອນເລນທູບຍາວເພາະຕ້ອງເຕີບໂຕຜ່ ານ ສະໄຕສເ໌ຂົ ້າໄປຫາໄມໂຄ ໄພ 5 ການສົ ່ ງລະອອງ ເກສອນ ອາໃສລົມເປັນປັດໃຈສໍາຄັນພຽງຢ່ າງ ດຽວ ອາໃສປັດໃຈຫ າຍຢ່ າງເຊັ ່ນ: ນກົ , ແມງໄມ້ , ລົມ, ຄົນ ແລະ ນ ້າ 6 ແກມີໂຕໄຟ ມີຂະໜາດນ້ອຍ ມີຂະໜາດນ້ອຍກວ່ າຈິມໂນສະເປີມຄືມີ ໄມໂຄ ແກມີໂຕໄຟພຽງ 3 ແກ່ ນ ແລະ ເມ ກາແກມີໂຕໄຟມີພຽງ 8 ແກ່ ນ 7 Xylem ມີຈຸລັງເຕ ຄິດຢ່ າງດຽວ ມີທັງເຕ ຄິດ ແລະ vessel


126 III. ການຈດັຈໍາແນກພດືດອກ Division Anthophyta ມີຈໍານວນຫ າຍກວ່ າ 235, 000 ຊະນິດ, ແຈກຢາຍຢູ່ ຫ າຍກວ່ າ 13,000 ສະກຸນ ແລະ ເຕົ ້າໂຮມຫ າຍກວ່ າ 300 ຕະກຸນ ແລະ ແບ່ ງອອກເປັນ 2 ເຫ ົ ່ າ (class) ຄື: ເຫ ົ ່ າພືດໃບລຽ້ງຄ່ ູ (Class Dicotyledoneae) ແລະ ເຫ ົ ່າພດືໃບລຽ້ງດ່ ຽວ (Class Movocotyledoneae). ຕາຕະລາງ 9.2: ສະແດງຄວາມແຕກຕ່ າງລະຫວ່ າງພືດໃບລ້ຽງຄູ ແລະ ພືດໃບລ້ຽງດ່ ຽວ: ພດືໃບລຽ້ງຄ່ ູ ພດືໃບລຽ້ງດ່ ຽວ ມີໃບລ້ຽງ 2 ໃບ ມີໃບລ້ຽງ 1 ໃບ ເສັນ້ກ່າງໃບເປັນແບບດາງແຫ ເສັນ້ກ່າງໃບລຽງແບບຂະໜານ ມີລະບົບຮາກແກ້ວ ມີລະບົບຮາກຝອຍ ກ່ ຸມແພລໍາລຽງໃນລໍາຕົນ້ ລຽງຕວົ ເປັນວງົມນົ ກ່ ຸມແພລໍາລຽງໃນລໍາຕົນ້ ຢ່ ູແບບກະແຈກກະຈາຍ ມີແຄມບຽມ ແລະ ມີການເຕີບໂຕທາງຂ້າງ ສ່ ວນໃຫຍ່ ບໍ ່ ມີຄຽມບຽມ ແລະ ບໍມກີ ານເຕີບໂຕທາງ ຂ້າງ ສ່ ວນປະກອບຂອງດອກມີຈໍານວນ 4-5 ຫ ື ທະວີຄູນ ຂອງ 4-5 ສ່ ວນປະກອບຂອງດອກມີຈໍານວນ 3 ຫ ື ທະວີຄູນຂອງ 3 1. Class Monocotyledones (ພດືໃບລຽ້ງຄ່ ູ) ເປັນພດືທີ ່ ງອກມາຈາກມາຈາກເມດັທີ ່ມໃີບລຽ້ງ 2 ໃບ, ສ່ວນໃຫຍ່ເປັນໄມເ້ນື ້ອແຂງ, ມດັທໍ ່ລາລຽງນາ້ ແລະ ອາຫານມກີ ານລຽງຕວົ ກນັ ເປັນວງົ, ເສັນ້ ໃບມລີກັ ສະນະເປັນດາງແຫ ແລະ ຂອບໃບຈະເປັນຫຍກັ ສ່ ວນດອກຈະ ເປັນ 4-5 ຫ ື ຜົນຄູນຂອງ 4-5, ພືດໃບລ້ຽງຄູ່ ມີການແຜ່ ກະຈາຍຢູ່ ທຸກຫົນທຸກແຫ່ ງຂອງໂລກ, ບາງຊະນິດເປັນພືດ ເສດຖະກິດ, ບາງຊະນິດເປັນຢາສະໝຸນໄພຮັກສາໂຣກປິ ່ ນປົວພະຍາດ. ເຫ ົ ່ າພືດໃບລຽ້ງຄ່ ູພົບແລວ້ ຫ າຍກວ່ າ 170,000 ຊະນິດ, ແບ່ ງອອກເປັນ 62 ເຜົ ່ າ (order) ຕາມລະບົບ Cronquist ເຊິ ່ ງປະກອບມີຫ າຍຕະກຸນ (Family) ແຕ່ຈະຂໍກ່າວພຽງບາງເຜົ ່າ ແລະ ຕະກຸນດັ ່ງນີ ້ : 1.1. Order Verticillatae, ນັກອຸນຸກົມວິຖານມີຄວາມເຫັນວ່ າ ພືດໃນເຜົ ່ ານີ ້ ເປັນພືດທີ ່ ມີຄວາມເກົ ່າແກ່ ແລະ ຫ ້າຫ ັງທີ ່ສຸດ, ເປັນພືດຢືນຕົນ້ທີ ່ມຮູບຮ່ າງຊົງສູງໂປ່ ງ, ມີດອກແຍກເພດ ໂດຍດອກເພດຜູ້ເກີດເປັນວົງຮອບກ້ານ ຊໍ ່ ແລະ ໝາກເປັນແບບເປືອກແຂງແກ່ ນດຽວ (nut) ທີ ່ມີຄີບແຜ່ ເປັນປີກ. ຕາມຕໍາລາຈໍາແນກຂອງຮັດຊິນສັນເອີ ້ນຊື ່ ເຜົ ່ ານີ ້ວ່ າ Casuarinales ເຊິ ່ ງມີພຽງ 1 ຕະກຸນ (family) ຄື: Casuarinaceae ຫ ືຕະກຸນສົນທະເລ ເຊິ ່ ງເປັນພືດ ຢືນຕົນ້ ຫ ືພືດເປັນພຸ່ ມ, ມີອາຍຸຫ າຍປີ, ມີລໍາຕົນ້ ທີ ່ ແຂງແຮງ, ເນື ້ອໄມ້ໜຽວ, ງ່າມບີໍ ່ຫ າຍ ແຕ່ມີກິ ່ ງຂະ ແໜງສາຂາ ຫ າຍເນື ່ອງຈາກວ່ າທີອັດຕາການຈະເລີນເຕີບໂຕທາງລວງສູງຫ າຍກວ່ າລວງກວ້າງ ເຮັດໃຫ້ມີຮູບຮ່ າງໂດຍສ່ ວນລວມ ເປັນຮູບຈວຍຂວົມ້ ໂດຍກິ ່ ງຂະແໜງມີຂະໜາດນ້ອຍມັກຫ້ອຍຊື ່ລົງລຸ່ ມແຕ່ລະກິ ່ ງມີລັກສະນະເປັນເສັນກົມນ້ອຍ ແລະ ມີຂໍຄາດ ້ ຮອບກິ ່ ງຊັດເຈນ, ກິ ່ ງຈະມີສີຂຽວສາມາດສັງເຄາະແສງໄດ້ເຮັດໃຫ້ຄົນທົ ່ວໄປເຂົ ້າໃຈວ່ າເປັນໃບ. ໃບ ຈະມີຂະໜາດນ້ອຍເປັນເຍື ່ອເກັດເຊື ່ອມລວມກັບຕອນຖານ ໂດຍມີປາຍແຍກເປັນເຫ ັມ້ ນ້ອຍໆ ເຊິ ່ ງເກີດລຽງເປັນວົງ ຮອບຂໍແລະ ມີຈໍານວນ 4-16 ໃບ. ພືດຕະກຸນນີ ້ອອກດອກເປັນຊໍແຍກເພດ, ຊໍ ່ ດອກເພດຜູບ້ ໍ ່ມີກ້ານຊໍແຕ່ ຕິດລຽງ ຊ້ອນເປັນຊໍ ່ ຍາວຮຽວ ສ່ວນຊໍດອກເພດແມ່ມີລັກສະນະເປັນລູກກົມຮີ, ມີທັງກີບລວມ ແລະ ກີບດອກ ແຕ່ມີກີບປະ ດັບຂະໜາດນ້ອຍ 2 ອັນຫຸ້ມດອກຍ່ ອຍໄວ້, ເກສອນເພດຜູ້ມີ1 ອັນໂດຍມີແຜ່ ນເຈ້ຍກີບປະດັບຍ່ ອຍ 4 ອັນມາຮອງ


127 ຮັບໄວ້, ເກສອນເພດແມ່ມີຮັບໄຂ່ ແບບເທິງວົງກີບ (superior) ໂດຍມີກີບປະດັບ 1 ອັນ ແລະ ແຜ່ ນເຈ້ຍກີບປະດັບ ຍ່ ອຍ 2 ອັນມາຮອງຮັບໄວ້, ຫ້ອງຮັບໄຂ່ ແຕ່ ເດີມມີ2 ຫ້ອງແຕ່ ຕໍມາເສື ່ ອມສະພາບໄປ 1 ຫ້ອງ ໂດຍມີໄຂ່ 2 ເມັດ ແລະ ເຮັດໜ້າທີ ່ ສົມບູນໄດ້ພຽງເມັດດຽວ, ກ້ານເກສອນສັນ້ ແຕ່ ຍອດເກສອນຍາວແຍກເປັນ 2 ແສກ. ໝາກເປັນ ແບບເປືອກແຂງແກ່ ນດຽວ ເຊິ ່ ງມີຄີບແຜ່ ເປັນປີກ, ແຕ່ບາງຊະນິດອາດຈະລວມຕົວກັນເປັນແຜ່ ນກຸ່ ມ ຫ ືໝາກລວມ ທີ ່ມີກີບແຫ້ງແຂງ, ມີກີບປະດັບ 1 ອັນ ແລະ ກີບປະດັບຍ່ ອຍ 2 ອັນຫຸ້ມແຕ່ ລະໝາກໄວ້, ພາຍໃນໝາກມີແກ່ ນ 1 ແກ່ ນ ແລະ ມີຂະໜາດນ້ອຍ, ພືດຕະກຸນີມີ ້ ລະດູການອອກດອກ ແລະ ໝາກປະມານເດືອນກັນຍາເຖິງເດືອນທັນວາ. ພືດຕະກຸນສົນທະເລ ໃນມີພຽງ 1 ສະກຸນ ແລະ ມີປະມານ 40 ຊະນິດ ເຊິ ່ ງເປັນພືດປະຈໍາຖິ ່ນຂອງປະເທດອົດສະຕາ ຣີແລະ ເກາະຊາວາ ຕົວແທນໄດ້ແກ່ : ສົນທະເລ (Cusuarina aquisetifolia), ສົນປະດິພັດ (Cusuarina junghuhniana) ຮູບທີ9.2 ແລະ ສົນປັດຕາເວຍ (Cusuarina sumatrana) ເປັນຕົນ້. ສົນປະດິພັດ (Cusuarina junghuhniana) ພິກໄທ (Piper nigrum) ຮູບທີ 9.2 ຕົວຢ່ າງລກັ ສະນະຂອງພດືໃນເຜົ ່າ Verticillatae (ຮູບຊ້າຍ) ແລະ Salicales (ຮູບຂວາ) 1.2. Order Piperales ພດືໃນເຜົ ່ານີ ້ ເປັນພດືລົມ້ ລຸກ ຫ ືໄມເ້ນື ້ອອ່ອນ, ມໃີບດ່ ຽວ, ດອກມຂີະ ໜາດນ້ອຍ ແລະ ມທີ ງັສອງເພດໃນດອກດຽວກນັ , ມຊີໍ ່ ດອກແບບ spike ຫ ື raceme, ບໍ ່ມກີບີລວມແຕ່ມກັ ມກີບີປະດບັ ຮອງ ຮັບໄວ.້ ເຜົ ່ າ Piperales ປະກອບມີ 4 ຕະກຸນ (family) ແຕ່ທີ ່ ຮູຈກັ ກນັ ດີໄດແ້ ກ່ : ຕະກຸນ Piperaceae ແລະ Chloranthaceae ເຊິ ່ ງມີລັກສະນະທາງສັນຖານວິທະຍາ ແລະ ຊະນິດພດືດັ ່ງລຸ່ ມນີ: 1.2.1.Family Piperaceae (ຕະກຸນພິກໄທ - ພູ), ເປັນພດືລົມ້ ລຸກທີ ່ ເລອື ເກາະ ຫ ືຕັ ້ງຊືຫ ືອາດຈະເປັນ ໄມພຸ້່ມ, ບາງຊະນດິ ເປັນພດືລົມ້ ລຸກອວບນໍ ້າ, ຂໍຂ້ ອງລໍາຕົນ້ ພອງໂປ່ ງ ແລະ ອາດມີຮາກພິເສດແຕກງອກອອກມາ, ພາຍໃນລໍາຕົນ້ ມກີ່ ຸມຂອງທໍ ່ລໍາລຽງຢ່ ູເຊິ ່ ງກະຈາຍຕວົ ກນັ ເປັນແນວວງົຫ່າງໆ. ໃບເປັນໃບດ່ ຽວຕິດລຽງແບບສະຫ ັບ, ອາດມີຫ ືບໍ ່ມກີ ານໃບ, ຮູບຮ່າງໃບມັກສະຫ ຽງ, ເນື ້ອໃບມກັ ນຸມ້ ເພາະອມົ ນໍ ້າໄວ້ເຊິ ່ ງຖາ້ນໍາເອາົແຜ່ ນໃບມາສ່ອງກັນ້ ແສງຈະເຫັນເປັນຈຸດນໍ ້າມັນໃສກະຈາຍທົ ່ ວໄປເຮັດໃຫເ້ມື ່ ອຍ່ ອງໃບຈະມີນໍາມັນຫອມ. ອອກດອກເປັນຊໍ ່ ແບບ spike ຫ ື catkin, ດອກຍ່ ອຍມຂີ ະໜາດນອ້ ຍມເີພດຄົບ ຫ ືບາງຊະນດິ ເຊັ ່ ນ: ພກິ ໄທອາດມເີພດດຽວ, ເກສອນ ເພດຜູ້ມີ 1-10 ອັນ, ຮັງໄຂ່ 2-5 ອນັ ເຊື ່ອມລວມກນັ ເປັນຫອ້ງດຽວ. ໝາກເປັນແບບແກ່ນດຽວແຂງ (drupe) ມີ


128 ຂະໜາດນ້ອຍ. ພືດຕະກຸນພິກໄທ-ພູ ມີປະມານ 10-12 ສະກຸນ ແລະ ມີປະມານ 1,300 ຊະນດິ ເຊິ ່ ງເປັນພດືທີ ່ ຈະເລີນງອກງາມໄດ້ດີໃນເຂດຮ້ອນ ຕົວຢ່ າງໄດ້ແກ່ : ຜັກປ້ອງແດງ (Peperomia dindygulensis), ຜັກກະສັງ (Peperomia pellucid ), ພູ (Piper betel ), ພິກຫາງ (Piper longum), ພິໄທ (Piper nigrum) ຮູບທີ9.2 ແລະ ຜກັ ອີ ່ ເລດີ (Piper sarmentosum ) ເປັນຕົນ້. 1.2.2.Family Chloranthaceae (ຕະກຸນໄມ້ນຽມ), ເປັນພືດລົມ້ ລຸກ, ພືດພຸ່ ມ ຫ ືຢືນຕົນ້ , ກິ ່ ງກ້ານມັກມີ ວີຂຽວ. ໃບເປັນໃບດ່ ຽວ, ໜາ ແລະ ຕິດກົງກັນຂ້າມ, ຖານຂອງກົກໃບມັກເຊື ່ ອມລວມກັນ, ກ້ານໃບແຕ່ລະອັນມີ ເຍື ່ອ stipule ຂະໜາດນ້ອຍ ແລະ ມີກິ ່ນຫອມຕິດຢູ່ ກ້ານລະ 1 ອັນ. ພືດຕະກຸນນີ ້ອອກດອກເປັນຊໍ ່ ແບບເຊິ ່ ງມີຫ າຍ ແບບຄື: ແບບ spike, cyme, panicle ແລະ head ໂດຍທີ ່ດອກຍ່ ອຍຈະມີຂະໜາດນ້ອຍ ແລະ ມີເພດຄົບທັງສອງ ເພດ ຫ ືມີເພດດຽວໃນຕົນ້ ດຽວກັນ, ຊໍ ່ດອກເພດຜູ້ຈະອອກກິ ່ ງດອກຍ່ ອຍມີກ້ານສັນ, ຊໍ ່ດອກເພດແມ່ມັກເປັນເຍື ່ອ ຄ້າຍກີບຮອງຫຸ່ ມຮັງໄຂໂດຍປາຍກີບແບກອອກເປັນ 3 ຈັກ, ບໍ ່ ປະກົດກີບລວມ ຫ ື ຫາກມີຈະມີຊັດເຈນເຊິ ່ ງໃນ ດອກເພດແມ່ອາດຈະມີລັກສະນະເປັນ caliciform ມີກີບປະດັບຮອງຮັບດອກຍ່ ອຍ, ເກສອນເພດຜູ້ມີ1 ອັນ ຫ ື3 ອັນເຊື ່ອມລວມກັນ ແລະ ຕິດຢູ່ ກັບຂ້າງໜຶ ່ ງຂອງຮັງໄຂ່ , ເກສອນເພດແມ່ມີຮັງໄຂ່ ແບບລຸ່ ມວົງກີບ (inferior) 1 ອັນ 1 ຫ້ອງມີເມັດໄຂ່ 1 ເມັດ, ກ້ານເກສອນສັນ້ ຫ ືບໍ ່ມີ, ປາຍເກສອນບໍ ່ ແຍກເປັນແສກ, ໝາກເປັນແບບ ແກ່ ນດຽວແຂງ ຮູບກົມ ຫ ືຮີ, ແກ່ ນມີຂະໜາດນ້ອຍ ແລະ ມີນໍ ້າມັນສະສົມຢູ່ ຫ າຍ. ຕະກຸນໄມ້ນຽມແບ່ ງອອກເປັນ 3 ສະກຸນ (genus) ແລະ ມີປະມານ 40 ຊະນິດ (species) ຕົວແທນໄດ້ແກ່ : ນຽມ (Chloranthus inconspicuus) ແລະ ກະດູກໄກ່ (Chlaranthus officinalis). 1.3. Order Salicales, ເປັນພືດຢືນຕົນ້ ຂະໜາດນ້ອຍ ຫ ືຂະໜາດກາງ ຫ ືເປັນພືດພຸ່ ມ, ດອກມີເພດແຍກ ກັນ, ບໍ ່ ມີກີບລວມ, ໝ າກເປັນແບບແຫ້ງແຕກ (capsule). ພືດໃນເຜົ ່ ານີ ້ມິພຽງ 1 ຕະກຸນ (family) ຄື: Salicaceae (ຕະກຸນຫ ິວ), ເປັນພືດຢືນຕົນ້ ຫ ືພືດພຸ່ມ, ມີເພດແຍກກັນ, ກິ ່ ງຂະແໜງມັກຢ່ ອນລົງ. ໃບເປັນໃບດ່ ຽວ ຕິດລຽງແບບສະຫ ັບ, ຮູບຮ່ າງໃບແຄບຍາວໄປຈົນເຖິງຮູບໃບໂພ ແລະ ມີຍື ່ ອກ້ານໃບແຕ່ ຮ່ ວງໄວ. ພືດຕະກຸນນີ ້ ອອກດອກຊໍ ່ ແບບ catkin, ຊໍ ່ ຕັ ້ງ ຫ ືຫັນຫົວລົງ, ດອກຍ່ ອຍມີເພດດຽວ ບໍ ່ມີກ້ານດອກ ຫ ືມີກ້ານສັນ້, ມີກີບປະດັບ ທີ ່ມີລັກສະນະເປັນແຜງຂົນ ແລະ ມີຖານແກນດອກແຜ່ ເປັນຖ້ວຍໂຄ້ງຮອງຮັບດອກຍ່ ອຍ, ເກສອນເພດຜູ້ມີຕັ ້ງແຕ່ 2 ອັນຂື ້ນໄປ ໂດຍມີກ້ານເກສອນຍາວແຍກ ຫ ືຕິດກັນເລັກນ້ອຍທີ ່ຖານ, ເກສອນເພດແມ່ມີ2-4 carpel ແຕ່ລວມ ເປັນຫ້ອງດຽວ ແລະ ມີຮັງໄຂ່ ເປັນແບບເທິງວົງກີບ ແລະ ມີເມັດຈໍານວນຫ າຍ, ກ້ານເກສອນອ່ ຽງຂວາງແນວຮັງໄຂ່ , ປາຍເກສອນແຍກເປັນແສກ, ໝາກເປັນຝັກແຫ້ງແຕກຂະໜາດນ້ອຍ, ກົມ ແລະ ແບນ ເມື ່ອແກ່ເປືອກແຕກອອກ ເປັນ 2-4 ລິ ້ວ, ພາຍໃນໝາກມີແກ່ ນຈໍານວນຫ າຍ ມີຂະໜາດນ້ອຍ ແລະ ຜິວບາງ, ອອກດອກ ແລະ ໝາກໃນລະ ຫວ່ າງເດືອນທັນວ່ າເຖິງເດືອນມີນາ. ພືດຕະກຸນຫ ິວມີ4 ສະກຸນ ແລະ ມີປະມານ 300 ຊະນິດ ເຊິ ່ ງຈະເລີນເຕີບໂຕ ໄດ້ດີໃນເຂດອົບອຸ່ ນ ແລະ ເຂດໜາວ ຕົວແທນໄດ້ແກ່ : ຫ ິວ (Salix Babylonica) ຮູບທີ9.3, ໃຄ້ນໍ ້າ (Salix pyrina) ແລະ ສະນຸ່ ນ (Salix tetrasperma) ເປັນຕົນ້


129 ຫ ິວ (Salix Babylonica) ກໍ ່ ເດືອຍ (Castanopsis acuminatissima) ຮູບທີ 9.3 ຕົວຢ່ າງລກັ ສະນະຂອງພດືໃນເຜົ ່າ Salicales (ຮູບຊ້າຍ) ແລະ Fagales (ຮູບຂວາ) 1.4. Order Fagales, ກຸ່ ມພືດທີ ່ ຈັດຢູ່ ໃນເຜົ ່ານີ ້ສ່ ວນໃຫຍ່ເປັນພືດຢືນຕົນ້, ມີໃບດ່ ຽວຕິດລຽງແບບສະຫ ັບ, ຊໍດອກເປັນແບບ catkin, ດອກມັກມີເພດດຽວ, ດອກຍ່ອຍບໍ ່ມີກີບລວມແຕ່ມີກາບຮອງດອກຫຸ້ມຮັບໄວ້, ຮັງໄຂ່ ມັກມີ2 ຫ້ອງແຕ່ລວມກັນເປັນຫ້ອງດຽວ ແລະ ເປັນຮັງໄຂ່ ແບບລຸ່ ມວົງກີບ (inferior) ແລະມີໝາກແບບເປືອກ ແຂງແກ່ ນດຽວ (nut). ເຜົ ່ າ Fagales ແບ່ ງອອກເປັນ 2 ຕະກຸນ (family) ໄດ້ແກ່ : ຕະກຸນ Betulaceceae ແລະ Fagaceae ເຊິ ່ ງມີລັກສະນະສັນຖານວິທະຍາ ແລະ ຊະນິດພືດດັ ່ງລຸ່ ມນີ: 1.4.1.Family Betulaceceae (ຕະກຸນກໍາລັງເສືອໂຄ່ ງ), ເປັນພືດຢືນຕົນ້ ຫ ືພືດພຸ່ ມ, ບໍລິເວນທີ ່ ເກິດຕາຈະ ມີເກັດແຂງຫຸ້ມໄວ້. ໃບເປັນໃບດ່ ຽວຕິດລຽງແບບສະຫ ັບ, ມິເຈ້ຍກ້ານໃບ, ແຜ່ ນໃບບາງ, ຂອບໃບຫຍັກຄ້າຍແຂ້ວ ເລື ່ອຍ ແລະ ເສັນ້ ໃບຊື ່ . ດອກຈະເກີດເປັນຊໍ ່ ແບບ catkin ຫ້ອຍຫົວລົງ, ມີກາບຮອງຊໍ ່ດອກຫຸ້ມຮອງຮັບຖານກ້ານຊໍ ່ ຢູ່ ຫ າຍຊັນ້, ຊໍ ່ ດອກເພດຜູ້ມີດອກຫ າຍແຕ່ຫ ົ ່ນງ່າຍ ສ່ ວນຊໍ ່ ດອກເພດແມ່ມີດອກບໍ ່ຫ າຍປານໃດ, ມີເກສອນເພດຜູ້ມີ 1-4 ອັນ ແລະ ເກສອນເພດແມ່ເປັນແບບລຸ່ ມວົງກບີ ເຊິ ່ ງພາຍໃນມີ2 ຫ້ອງທີ ່ ລວມກັນເປັນ 1 ຫ້ອງ ພາຍໃນຫ້ອງມີ ເມັດໄຂ່ 4 ເມັດ, ມີກ້ານເກສອນ 2 ອັນ, ໝາກເປັນແບບເປືອກແຂງແກ່ ນດຽວຂະໜາດນ້ອຍເຊິ ່ ງອາດຈະມີຄີບຕິດ ແລະ ມີກາບຮອງຄ້າຍໃບກຸ້ມໝາກໄວ້ພາຍໃນໝາກມີແກ່ ນ 1 ແກ່ ນ, ລະດູການອອກດອກ ແລະ ໝາກໃນລະ ຫວ່ າງເດືອນຕຸລາເຖິງເດືອນມີນາ. ພືດໃນຕະກຸນກໍາລັງເສືອໂຄ່ ງມີ6 ສະກຸນ ແລະ ມີປະມານ 110 ຊະນິດ ຕົວແທນ ໄດ້ແກ່: ກໍາລັງເສືອໂຄ່ ງ (Betula alnoides) ແລະ ກໍ ່ສ້ອຍ (Carpinus viminae) ເປັນຕົນ້. 1.4.2.Family Fagaceae (ຕະກຸນກໍ), ເປັນພືດຢືນຕົນ້ ຫ ືພືດພຸ່ ມຂະໜາດໃຫຍ່ , ບາງຊະນິດບໍປ່ ຽນໃບ. ໃບເປັນໃບດ່ ຽວຕິດລຽງແບບສະຫ ັບ, ມີເຈ້ຍກ້ານໃບ, ເສັນ້ ໃບດ້ານລຸ່ ມນູນເດັ ່ ນຊັດ, ຂອບໃບເປັນຫຍັກວໍ ້າເລິກ, ເນື ້ອໃບໜຽວ. ດອກຈະເກີດເປັນຊໍ ່ ເຊິ ່ ງຊໍ ່ດອກເພດຜູ້ເປັນແບບ catkin ຫ້ອຍຫົວລົງ ສ່ ວນຊໍ ່ດອກເພດແມ່ມີດອກ ບໍ ່ຫ າຍເກີດເປັນກຸ່ ມພວງ, ກີບລວມດອກຍ່ ອຍເພດຜູ້ມີ3-7 ກີບ ແລະ ດອກຍ່ ອຍເພດແມ່ມີ4-8 ກີບ, ເກສອນເພດ ຜູ້ມີ4-40 ອັນ ເຊິ ່ ງກ້ານເກສອນເປັນເສັນ້ ຍາວຢູ່ ແຍກກັນ, ເກສອນເພດແມ່ມີຮັງໄຂ່ ແບບລຸ່ ມວົງກີບ 1 ອັນ ພາຍໃນ ມີ3-4 ຫ້ອງ ໂດຍແຕ່ ລະຫ້ອງມີເມັດໄຂ່ 2 ເມັດ, ມີໝາກແບບເປືອກແຂງແກ່ ນດຽວ ເຊິ ່ ງຢູ່ ຖານມີກາບຮອງໝາ ກລຽງຊ້ອນກັນຢູ່ ຫ າຍຊັນ້ ໂດຍຜິວຂອງກາບຮອງເປັນຂົນນຸ້ມ ແລະ ຊັນ້ ຂອງກາບຮອງນີ ້ ເອີ ້ນວ່ າ cupul ຫ ື involucre, ພາຍໃນໝາກມີແກ່ ນພຽງ 1 ແກ່ ນທີ ່ ມີຂະໜາດໃຫຍ່ ແລະ ມີນໍ ້າມັນສະສົມຢູ່ ຫ າຍ, ລະດູການ


130 ອອກດອກ ແລະ ໝາກໃນລະຫວ່ າງເດືອນສິງຫາເຖິງເດືອນພະຈິກ. ພືດຕະກຸນກໍ ່ມີ9 ສະກຸນ ແລະ ມີປະມານ 600 ຊະນິດ ເຊິ ່ ງພົບຕັ ້ງແຕ່ປ່ າດົງດິບພື ້ນທີ ່ຮາບຈົນເຖິງປ່ າດົງດິບພູເຂົາລະດັບສູງ ແລະ ບາງຊະນິດພົບໃນປ່ າດິບແລ້ງ ຕົວແທນໄດ້ແກ່ : ກໍ ່ ເດືອຍ (Castanopsis acuminatissima) ຮູບທີ9.3, ກໍ ່ ຫີນ (Castanopsis piriformis), ກໍ ່ ບ້ າ ນ (Castanopsis wallichii ), ກໍ ່ ນົ ກ (Lithocarpus polystachyus), ກໍ ່ ກ ະ ດຸ ມ (Quercus semiserrata) ແລະ ກໍ ່ແປ້ນ (Quercus wangsaiensis) ເປັນຕົນ້. 1.5. Order Urticales ພືດໃນເຜົ ່ ານີມ້ ທີ ັງໄມລ້ ົມ້ ລຸກ, ໄມພຸ້່ມ ແລະ ໄມຢ້ ືນຕົນ້ , ດອກມຂີ ະໜາດນອ້ ຍ ແລະ ຫຸ ດຈໍານວນລງົຈນົບໍ ່ມກີ ບີດອກ, ດອກມກັ ມສີຂີຽວ, ມເີພດຄບົ ຫ ືມເີພດດຽວ, ເກສອນເພດຜູມ້ ຈີໍານວນບໍ ່ ແນ່ ນອນ ແຕ່ ມັກມີຈໍານວນເທົ ່າກບັກບີຮອງ ແລະ ຕດິ ຕັ ້ງຊື ່ກບັກບີຮອງດອກ, ຮງັໄຂ່ ເປັນແບບເທິງວົງກບີ ເຊິ ່ ງພາຍ ໃນມີ 1-2 ຫ້ອງແຕ່ ມັກລວມເປັນຫ້ອງດຽວ ແລະ ມີເມັດດຽວ, ໝາກອາດເປັນແບບໝາກປີກດຽວ (samara), ໝ າກເປືອກແຂງແກ່ ນດຽວ (nut), ໝາກແຫ້ງແກ່ ນຫ ້ອນ (achene), ໝາກເມັດດຽວແຂງ (drupe) ຫ ື ບາງຊະນິດ ເປັນໝາກລວມ ແລະ ພາຍໃນໝາກມເີມດັທີ ່ມນີໍ ້າ ຫ ືນໍ ້າມນັສະສມົ ຢ່ ູ. ເພິ ່ນແບ່ ງພດືໃນເຜົ ່ານີ ້ອອກເປັນ 4 ຕະກຸນ, ແຕ່ ຈະສະເໜີພຽງບາງຕະກຸນ (family) ໄດ້ແກ່ : ຕະກຸນ Family Cannabidaceae, Moraceae ແລະ Family Urticaceae ເຊິ ່ ງມີລັກສະນະສັນຖານວິທະຍາ ແລະ ຊະນິດພືດດັ ່ງລຸ່ ມນີ: 1.5.1. Family Cannabidaceae (ຕະກຸນຊາ), ເປັນພດືລົມ້ ລຸກຂະໜາດໃຫຍ່ທີ ່ມລີ ໍາຕົນ້ ຕັ ້ງຊື ່ ຫ ືທອດ ເລອື , ການສະແດງເພດແມ່ນຜນັ ແປໄປຕາມສະພາບແວດລອ້ ມເຊັ ່ນ: ຖາ້ຊ່ ວງວັນສັນ້ ຈະປະກດົ ເຫນັ ເພດຄບົ . ລໍາ ຕົນ້ ເປັນພືດ annual ທີ ່ມລີໍາຕົນ້ ແຂງແຮງ ແລະ ສູງປະມານ 1-4 ແມດັ , ໃບລາຕົນ້ ມຫີ່ ຽມເລັກນອ້ ຍ ແລະ ທຸກ ພາກສ່ ວນມີຂົນນຸ້ມ ແລະ ໜຽວປົກຄຸມ. ໃບເປັນໃບດ່ ຽວແບບ palmately vein ຫ ືໃບປະສົມແບບ palmate, ການຕິດລຽງຂອງໃບຕອນໃກ້ໂຄນຕົນ້ ເປັບແບບກົງກັນຂ້າມ ແຕ່ ສ່ ວນທີ ່ ຢູ່ ເທິງຂື ້ນມາລຽງແບບວຽນ, ແຜ່ ນໃບທີ ່ ເກີດຢູ່ ບໍລິເວນໂຄນຕົນ້ ມັກມີແສກວໍ ້າ 5-7 ແສກສ່ ວນໃບທີ ່ ຢູ່ ສ່ ວນເທິງຂື ້ນໄປມັກບໍ ່ມີແສກ, ຂອບໃບໂດຍທົ ່ວໄປ ເປັນຈັກຫ່ າງໆ, ຜິວໃບດ້ານເທິງມີຂົນແຂງຫລາບປົກຄຸມຢູ່ , ກ້ານໃບຍາວ, ກົກກ້ານໃບມີເຍື ່ ອກ້ານໃບເປັນເສັນ້ ຊື ່ ແລະ ມີອາຍຸຄົງທົນ. ດອກເພດດຽວເກີດເປັນຊໍ ່ຫ າຍຮູບແບບເຊັ ່ນ: panicle ແລະ raceme ເຊິ ່ ງເກີດຢູ່ ປາຍຍອດ ຫ ື ຫ ບືກິ ່ ງ, ມີກີບປະດັບຄ້າຍໃບຮອງຮັບຢູ່ , ດອກຍ່ ອຍມີກີບຮອງ 5 ກີບ, ບໍ ່ມີກີບດອກ, ດອກເພດແມ່ເກີດເປັນດອກ ດ່ ຽວ ຫ ືເປັນກຸ່ ມເຊິ ່ ງມີກາບປະດັບທີ ່ມີລັກສະນະຄ້າຍຄືໃບໂດຍມີສີຂຽວເຂັມ້ ແລະ ມີຈຸລັງຂົນເປັນຕ່ ອມຕິດຢູ່ ຮອງ ຮັບດອກໄວ້ແລະ ດອກຍ່ ອຍຈະເກີດຢູ່ ໃນຫ ືບກິ ່ ງ ຫ ືປາຍຍອດ ໂດຍກີບ 1 ກີບແຕ່ມີລັກສະນະຄ້າຍຄືໃບປະດັບ ແຕ່ບາງຫໍໂອບຮັງໄຂ່ ໄວ້, ເກສອນເພດຜູ້ມີ5 ອັນ ໂດຍມີກ້ານເກສອນທີ ່ຍາວ ແລະ ຕິດຢູ່ ເທິງກີບຮອງ, ເກສອນເພດ ແມ່ມີຮັງໄຂ່ ແບບເທິງວົງກີບໂດຍມີ1 ອັນ ແລະ ມີເມັດໄຂ່ 1 ເມັດ. ໝາກເປັນແບບໝາກແຫ້ງແກ່ ນຫ ້ອນມີຜິວລຽບ , ສີເຫ ືອງ ຫ ືສີນໍ ້າຕານເຊີ ່ ງພາຍໃນມີແກ່ ນຂະໜາດນ້ອຍເຊິ ່ ງເນື ້ອໃນແກ່ ນມີນໍ ້າມັນ, ລະດູການອອກດອກ ແລະ ປະ ມານ 5 ເດືອນຫ ັງການງອກ. ພືດໃນຕະກຸນຊາມີພຽງ 2 ສະກຸນ ແລະ ມີ 4 ຊະນິດ, ຕົວຢ່ າງໄດ້ແກ່ : ຊາ (Cannabis sativa ) ແລະ ຮ໊ອບ (Humulus lupulus) ເປັນຕົນ້. 1.5.2. Family Moraceae (ຕະກຸນໝາກມີ ້ ), ເປັນພດືຢືນຕົນ້ ຫ ືພດືພຸ່ມຂະໜາດໃຫຍ່ , ທຸກພາກສ່ ວນ ມນີໍ ້າຢາງຂາວເຂັມ້ (latex), ບາງຊະນດິມກີ ານປ່ ຽນໃບ. ມໃີບເປັນໃບດ່ ຽວທີ ່ ມຂີະໜາດແຕກຕ່າງກນັ ຕາມແຕ່ລະ ຊະນດິຂອງພດື , ເນື ້ອໃບໜຽວ, ຜວິ ໃບດາ້ນລ່ ຸມຂອ້ ນຂາ້ງຫຍາບ, ຂອບໃບລຽບແຕ່ບາງຊະນດິອາດເປັນຄື ້ນ ຫ ືເປັນ ຈກັ ແສກວໍ ້າເລກິ ຕິດລຽງແບບສະຫ ັບ, ແຜ່ ນໃບມີເຈ້ຍກ້ານໃບ 2 ແຜ່ ນຕິດປະກົບກ້ານໃບ ຫ ື ຫຸ້ມຕາໄວ້ເຫັນຊັດ ເຈນເຊິ ່ ງເມື ່ ອຫຸ ດຫ ົ ່ ນຈະເຫັນເປັນຮອຍວົງຮອບກາ້ນ. ດອກເກີດເປັນຊໍ ່ ແບບ cymose, ບາງຊະນິດເປັນ


131 hypenthodium ເຊິ ່ ງຊໍ ່ ດອກຈະເກີດຢ່ ູຫ ືບໃບ ຫ ືປາຍກິ ່ ງ ຫ ື ລາຕົນ້ ຫ ືຮາກທີ ່ ພົນ້ ໜາ້ດິນ, ດອກຍ່ ອຍມເີພດ ດຽວ, ຊໍ ່ ດອກເພດແມ່ມຂີ ະໜາດໃຫຍ່ ກວ່ າຊໍ ່ ດອກເພດຜູ.້ ເກສອນເພດຜູມ້ ີ4 ອັນຕິດກງົກນັ ຂາ້ມກບັ ກບຮອງ ິ ສ່ ວນເກສອນເພດແມ່ ມີຮັງໄຂ່ ແບບເທິງວົງກບີ ເຊິ ່ ງພາຍໃນມສີອງຫ້ອງແຕ່ ມັກລວມກັນເປັນຫ້ອງດຽວ ແລະ ມີເມັດ ໄຂ່ 1 ເມັດ. ອອກໝາກຫ າຍແບບຕາມຊະນດິ ເຊັ ່ ນ: ໝາກແຫ້ງແກ່ ນຫ ້ອນ, ແກ່ ນດຽວແຂງ, syconium ແລະ ໝາກລວມ, ແກ່ ນມນີ ໍ ້າ ແລະ ສະສົມອາຫານ. ຕະກຸນໝາກມີມ້ ີ55 ສະກຸນ ແລະ ມປີ ະມານ 2,300 ຊະນິດ, ຕົວຢ່ າງໄດ້ແກ່ : ໝ າກມີ ້ (Artocarpus heterophyllus ), ຕົ ້ນໄຊ (Ficus annulata), ຕົ ້ນໂພ (Ficus religiosa) ແລະ ຕົນ້ມອນ (Morus alba) ເປັນຕົນ້. 1.5.3. Family Urticaceae (ຕະກຸນຕ ໍາແຍ), ເປັນພດືລົມ້ ລຸກ ຫ ືພດືພຸ່ມທີ ່ມອີາຍຸປິດຽວ ຫ ືຫ າຍປີ, ບາງ ຊະນດິ ເປັນພດື ໃຫເ້ສັນ້ ໃຍ, ລໍາຕົນ້ ແລະ ກາ້ນໃບມນີໍ ້າຢາງໃສຢ່ ູພາຍໃນ, ຕົນ້ ແລະ ໃບມຂີນົ ຄນັ ປົກຄຸມເຊິ ່ ງເປັນຈຸ ລງັຕ່ອມທີ ່ມນີໍ ້າທາດຄນັ ປະເພດແຄນຊຽມອອກຊາເລດ (calcium oxalate) ເຮັດໃຫ້ເກີດອາການຄັນຄາຍແກ່ ຜິວ ໜັງ. ມີໃບດ່ ຽວຕິດລຽງແບບກົງກັນຂ້າມ ຫ ື ແບບສະຫ ັບ, ໃບບາງແຜ່ ນໃບກວ້າງ, ຂອບໃບເປັນແບບແຂວ້ ເລື ່ອຍ. ອອກດອກເປັນຊໍ ່ ແບບ cyme ຫ ື head ຫ ື ດອກດ່ ຽວມີເພດແຍກກັນ. ເກສອນເພດຜູ້ມີ 4-5 ອັນ ເຊິ ່ ງຕິດ ກົງກັນຂ້າມກັບກິບລວມ ສ່ ວນເກສອນເພດແມ່ ມີຮັງໄຂ່ 1 ອັນແບບເທິງວົງກີບ ຫ ື ລຸ່ ມວົງກີບ, ມີໝາກເປັນແບບໝ າກແຫ້ງແກ່ ນຫ ້ອນ ຫ ື ໝາກແກ່ ນດຽວແຂງ ຂະໜາດນ້ອຍ. ຕະກຸນຕໍາແຍມີ 42 ສະກຸນ ແລະ ມີປະມານ 600 ຊະນິດ, ຕົວຢ່ າງໄດ້ແກ່ : ຕໍາແຍຊ້າງ (Dendrocnide stimulans), ຫຍາ້ບົ ້ງຫານ (Laportea interrupta) ຮູບທີ 9.4 ແລະ ຫຍ້າໝອນຕາຍ (Pouzolzia pentandra ) ເປັນຕົນ້. 1.6. Order Santalales ພດື ໃນເຜົ ່ານີມ້ ກັ ມດີອກເພດດ່ ຽວ, ກບີລວມມຂີະໜາດນອ້ ຍ ແລະ ມລີກັ ສະນະ ຄາ້ຍຄໃືບ, ເກສອນເພດຜູເ້ຊື ່ອມຕດິຢ່ ູກາງກບີດອກ, ເກສອນເພດແມ່ມີ2-3 ອນັ ໂດຍຈະເຊື ່ອມລວມກນັ ເປັນຫອ້ງ ດຽວ ເຊິ ່ ງພາຍໃນຮງັໄຂ່ມເີມດັ ໄຂ່ບໍ ່ຫ າຍປານໃດ, ມໝີ າກເປັນແບບເປືອກແຂງແກ່ ນດຽວ ຫ ື ແກ່ ນດຽວແຂງ ເຊິ ່ ງມີ ເມັດພຽງ 1 ເມັດ, ບາງຊະນິດມີໝາກທຽບລັກສະນະຄ້າຍໝາກມີເນື ້ອຫ າຍແກ່ ນ (berry), ແກ່ນມເີນື ້ອເຍື ່ອສະສມົ ອາຫານ ແລະ ມີຕົ ້ນອ່ ອນຕັ ້ງຊື ່ . ພືດໃນເຜົ ່ ານີ ້ມີຫ າຍຕະກຸນ (family) ແຕ່ ທີ ່ ຮູຈັກກັນດີໄດ້ແກ່ : ຕະກຸນ Santalaceae, Loranthaceae ແລະ ຕະກຸນ Balanopharaceae ເຊິ ່ ງແຕ່ລະຕະກຸນມີລັກສະນະສັນຖານວິທະຍາ ແລະ ຊະນິດພືດດັ ່ງລຸ່ ມນີ: 1.6.1. Family Santalaceae (ຕະກຸນໄມຈ້ ນັ ), ເປັນພດືຢືນຕົນ້ ຂະໜາດນອ້ ຍ ຫ ືພືດພຸ່ ມ ຫ ື ພືດລົມ້ ລຸກ, ໃບເປັນໃບດ່ ຽວຕິດລຽງແບບສະຫ ັບ, ບາງຊະນິດຜິວໃບອາດມີເສັນເຍື ່ ອຄຸມຢູ່ , ຊໍ ່ ດອກມີຫ າຍແບບເຊັ ່ ນ: head, spike, raceme, panicle ໂດຍຊໍ ່ ຈະເກີດຢູ່ ບໍລິເວນຫ ືບໃບ ຫ ືປາຍກິ ່ ງ, ດອກຍ່ ອຍມີຂະໜາດນ້ອຍ ແລະ ມີເພດຄົບທັງເພດຜູ້ແລະ ເພດແມ່ ຫ ືມີເພດດຽວໂດຍອີກເພດໜຶ ່ ງເສື ່ອມສະພາບ, ກີບລວມມີ4-5 ອັນຢູ່ ກາງແນວ ກີບລວມແຕ່ລະກີບ ໂດຍມີຖານເຊື ່ອມຕິດກັບຫ ອດກີບລວມ, ເກສອນແຕ່ລະອັນຈະມີຂົນຕິດຢູ່ ດ້ານຫ ັງ, ເກສອນ ເພດແມ່ມີ3-5 ອັນເຊື ່ອມລວມກັນເປັນຫ້ອງດຽວ ໂດຍມີຮັງໄຂ່ ເປັນແບບໃຕ້ວົງກີບແຕ່ອາດມີບາງຊະນິດເປັນເທິງ ວົງກີບພາຍໃນມີເມັດໄຂ່ 3 ຊະນິດ, ໝາກເປັນແບບແກ່ ນດຽວແຂງ ຫ ືໝາກແຫ້ງແກ່ ນຫ ້ອນ ເຊິ ່ ງພາຍໃນບັນຈຸແກ່ ນ ທີ ່ບໍ ່ມີເປືອກຫຸ້ມ. ພືດໃນຕະກຸນໄມ້ຈນັມປີະມານ 26 ສະກຸນ ແລະ ມປີະມານ 250 ຊະນດິເຊິ ່ ງແພ່ກະຈາຍພນັ ໃນ ເຂດຮ້ອນ, ໄດ້ແກ່ : ສັງວານພະອິນ (Cassytha filiformis) ແລະ ໄມ້ຈັນ (Santalum album) ຮູບທີ9.4.


132 ຫຍາ້ບົ ້ງຫານ (Laportea interrupta) ໄມ້ຈັນ (Santalum album) ຮູບທີ 9.4 ຕົວຢ່ າງລກັ ສະນະຂອງພດືໃນເຜົ ່າ Urticales (ຮູບຊ້າຍ) ແລະ Santalales (ຮູບຂວາ) 1.6.2. Family Loranthaceae (ຕະກຸນໄມກ້ າຝາກ), ເປັນພດືລົມ້ ລຸກທີ ່ ມກັ ຕດິ ເກາະຢ່ ູເທິງຕົນ້ ໄມອ້ ື ່ ນ ໂດຍອາໃສຮາກເຈາະດູດ (haustoria), ມີໃບເປັນໃບດ່ ຽວຕິດລຽງແບບກົງກັນຂ້າມ, ຂະໜາດຂອງໃບມີຕັ ້ງແຕ່ ກວ້າງຈົນເຖິງແຄບ ຫ ື ເປັນແຜ່ ນເຍື ່ ອເກັດ, ຂອບໃບລຽບ, ເນື ້ອໃບໜາ, ມີອາຍຸຍືນ. ດອກເກີດເປັນຊໍ ່ ແບບ dichasium ຫ ືເປັນດອກດ່ ຽວທີ ່ ເກີດໃນຫ ືບໃບ, ດອກມີເພດຄົບທັງເພດຜູ້ແລະ ເພດແມ່ , ກີບລວມມີ4-6 ກີບ ຈັດລຽງເປັນ 2 ວົງຊັນ້ ເຊິ ່ ງກີບອາດຈະແຍກ ຫ ືຖານລວມກັນເປັນຫ ອດທີ ່ ເປີດແຜ່ ອອກຊີກດຽວ, ບາງຊະນິດກີບ ດອກດ້ານນອກຈະຫຸ ດຮູບຮ່ າງໄປເປັນຂອບຈັກ ຫ ືຂອບວົງແຫວນທີ ່ ບໍ ່ ລຽບເອີ ້ນວ່ າ calyculus ຕິດຢູ່ ທີ ່ຖານຂອງ ດອກ, ເກສອນເພດຜູ້ມີ4-6 ອັນເຊິ ່ ງຕິດຕາມແນວກາງຂອງກີບລວມຕອນເທິງ, ເກສອນເພດແມ່ມີ3-4 ອັນເຊື ່ອມ ລວມກັນເປັນຫ້ອງດຽວ ເຊິ ່ ງມີຮັງໄຂ່ເປັນແບບລຸ່ ມວົງກີບ ແລະ ມີເມັດໄຂ່ທີ ່ ບໍ ່ສົມບູນ, ມີໝາກທຽມແບບມີ ເໜືອ ຫ າຍແກ່ ນ ຫ ືແກ່ ນດຽວແຂງ, ໝາກມີເປືອກໜຽວ ຫ ືແຂງ ພາຍໃນໝາກມີພຽງ 1 ແກ່ ນທີ ່ ບໍ ່ ມີເປືອກຫຸ່ ມ, ການ ອອກດອກ ແລະ ໝາກແມ່ ນຢູ່ ລະຫວ່ າງເດືອນກໍລະກົດເຖິງເດືອນທັນວາ. ພືດຕະກຸນໄມ້ກາຝາກມີ 21 ສະກຸນ ແລະ ມປີ ະມານ 500 ຊະນດິທີ ່ ມກັ ກະຈາຍພັນທົ ່ ວໄປໃນເຂດຮອ້ ນ ແລະ ເຄິ ່ ງເຂດຮອ້ ນໃນລັກສະນະຂອງພືດ ປາຣາສິດ ຫ ືເຄິ ່ ງປາຣາສິດ, ຕົວແທນໄດແ້ ກ່ : ກາຝາກເຫ ືອງ (Dendrophthoe falcate), ກາຝາກໝາກມ່ ວງ (Dendrophthoe pentandra), ກາຝາກໝາກກໍ ່ (Helixanthera parasitica), ກາຝາກແດງ (Elytranthe albida), ປຣະທັດທອງ (Macrosolen avensis) ແລະ ກາຝາກຕີນປູ (Viscum articulatum ) ເປັນຕົນ້. 1.6.3. Family Balanopharaceae (ຕະກຸນໝາກມີ ້ດິນ), ເປັນພືດບຽນ ຫ ືກາຝາກໂດຍແທ້ຈິງ ເຊິ ່ ງຈັດ ເປັນພືດລົມ້ ລຸກທີ ່ ບໍ ່ ມີຄໍໂຣຟີນ ແລະ ບໍ ່ ມີລະບົບຮາກ, ອະໄວຍະວະດໍາລົງຊີວິດປ່ ຽນຮູບໄປເປັນຫົວ (tuber) ຫ ື ເຫງ ົ ້າ (rhizome) ສີແດງ ຫ ືສີເຫ ືອງເກາະຕິດກັບຮາກພືດໃຕ້ດິນຕື ້ນໆເຊິ ່ ງມີຮາກເຈາະດູດແຝງຢູ່ ກັບແພຈຸລັງຂອງ ຮາກພືດທີ ່ ເກາະ. ລໍາຕົນ້ເປັນລໍາໃຕ້ດິນ ບໍ ່ມີໃບແຕ່ປ່ ຽນສະພາບໄປເປັນເກັດລຽງເຫ ື ່ອມກັນ, ດອກເກີດເປັນຊໍຄ້າຍຊໍ ່ ດອກແບບ spadix ຫ ືspike ຫ ືraceme ທີ ່ ອັດກັນແໜ້ນເປັນຊໍ ່ ດອກແຍກເພດແຕ່ຢ່ ູບໍ ່ ໄກກັນ, ຊໍ ່ ອ່ ອນຈະຢູ່ ເທິງ ຜິວດິນພຽງເລັກນ້ອຍ ສ່ ວນຊໍ ່ ແກ່ ຈະສົ ່ງກ້ານຂື ້ນມາເທິງຜິວດິນເປັນກຸ້ມ ຫ ືເປັນກະຈຸກ, ດອກຍ່ ອຍມີກ້ານດອກ ແລະ ມີກາບຮອງດອກຫຸ້ມແນບຕິດກັບກ້ານດອກ, ດອກເພດແມ່ບໍ ່ມີກີບດອກ, ກີບລວມມີຈໍານວນ 4-5 ອັນ, ເກ ສອນເພດຜູ້ມີຈໍານວນ 3-5 ອັນເຊື ່ ອມຕດິກັນ, ເກສອນເພດແມ່ມີຮັງໄຂ່ 1 ອັນເປັນຮັງໄຂ່ ແບບລຸ່ ມວົງກີບ ແລະ ມີ ເມັດໄຂ່ ຈໍານວນຫ າຍ, ໝາກເປັນໝາກແຫ້ງຂະໜາດນ້ອຍ ແລະ ມີຮູບຮີເຊິ ່ ງພາຍໃນມີເມັດຂະໜາດນ້ອຍ, ເກີດ


133 ດອກ ແລະ ໝາກໃນລະຫວ່ າງເດືອນກັນຍາເຖິງເດືອນກຸມພາ. ພືດໃນຕະກຸນມາກມີ ້ດິນມີ3 ສະກຸນ ແລະ ມີປະ ມານ 16 ຊະນິດ ເຊິ ່ ງພົບໃນປ່ າຂອງເຂດຮ້ອນຊຸ່ມທີ ່ ໃນຜິວດິນມີປຸຸ໋ ຍຫ າຍຕົວແທນໄດ້ແກ່ : ໂຫຣາຕີນໝາ (Balanopphora abbreviata), ກາກໝາກລືສີ(Balanopphora fungosa), ໝາກມີ ້ດິນ (Balanopphora harlandii ), ກາກໝາກ (Balanopphora latisepala) ແລະ ບົວຜຸດ (Balanopphora laxiflora) ເປັນຕົນ້. 1.7. Order Aristolochiales ພືດໃນຕະກຸນນີມ້ ີກີບຢ່ ູພຽງຊັນດຽວ ເຊິ ່ ງມີລັກສະນະຄາ້ຍຄືກີບດອກ, ເກສອນເພດຜູ້ມີຫ າຍ ແລະ ຢູ່ ແຍກກັນ, ຮັງໄຂ່ ເປັນແບບລຸ່ ມວົງກີບ ເຊິ ່ ງຖາ້ພາຍໃນຮງັໄຂ່ ແບ່ງເປັນ 3-6 ຫ້ອງ. ທາງອະນຸກມົ ວິຖານໄດຈ້ ໍາແນກພືດໃນເຜົ ່ ານີ ້ອອກເປັນ 3 ຕະກຸນ (family) ແຕ່ ທີ ່ ຮູຈກັ ກັນດີໄດ້ແກ່ : ຕະກຸນ Aristolochiaceae, Rafflesiaceae ແລະ ຕະກຸນ Rafflesiaceae ເຊິ ່ ງແຕ່ລະຕະກຸນມີລັກສະນະສັນຖານວິທະ ຍາ ແລະ ມີຕັວຢ່ າງຊະນິດດັ ່ງລຸ່ ມນີ: ໄກ່ ຟ້າ (Aristolochia labeosa ) ຜັກໄຜ່ ນ ້າ (Polygonum hydropiper ) ຮູບທີ 9.5 ຕົວຢ່ າງລກັ ສະນະຂອງພດືໃນເຜົ ່າ (ຮູບຊ້າຍ) ແລະ Polygomales (ຮູບຂວາ) 1.7.1. Family Aristolochiaceae (ຕະກຸນໄມໄ້ກ່ ຟ້າ), ເປັນພືດລົມ້ ລຸກ ຫ ືພືດເລອື , ມເີນື ້ອໄມອ້່ ອນ ນິມ້ , ຖາ້ພິຈາລະນາແພຈຸລັງທີ ່ ຜ່ າຕັດຕາມລວງຂວາງຂອງລໍາຕົນ້ ຈະເຫັນແນວຂອງ medullary rays ຂ້ອງຂ້າງ ກວ້າງ. ໃບເປັນໃບດ່ ຽວ, ມີກ້ານໃບຍາວຕິດລຽງແບບລະຫ ັບ, ຮູບຮ່ າງໃບຂ້ອງຂ້າງກົມ, ຖານໃບວໍ ້າເວົ ້າປາຍມົນ, ເສັນ້ ໃບຫ ັກກະຈາຍຈາກຖານໃບ, ເນື ້ອໃບນຸ້ມໜຽວ, ຂອບໃບລຽບ. ອອກດອກເປັນດອກດ່ ຽວຂະໜາດກາງ ຫ ື ຂະໜາດໃຫຍ່ , ກ້ານດອກຍາວເຊິ ່ ງມີດອກທີ ່ ຍາວປະມານ 10-18 ຊັງຕີເມັດຢູ່ ສ່ ວນປາຍກ້ານ, ກີບຮອງມີ 3 ກີບ ເຊື ່ ອມຕິດກັນພອງໂປ່ ງເປັນກະພຸງ້ເຊິ ່ ງມີກີບງອນແຜ່ ອອກມາຄ້າຍຄືຫາງໄກ່ ມີລາຍເປັນທາງສິນໍ ້າຕານປົນສີມ້ວງ ສ່ ວນສີພື ້ນເປັນສີມ້ວງປົນສີຂາວ, ເນື ້ອກີບຮອງມີຮອຍຍັງເປັນຮ່ ອງ ແລະ ກີບມີກິ ່ນເໝັນເລັກນ້ອຍ, ເກສອນເພດຜູ້ ມີ6-36 ອັນຕີດລຽງຢູ່ ຮອບກ້ານເກສອນເພດແມ່ ຫ ືຕິດເທິງຮັງໄຂ່ , ກ້ານເກສອນແຍກກັນ, ເກສອນເພດແມ່ມີຮັງ ໄຂ່ ເປັນແບບໃຕ້ວົງກີບເຊິ ່ ງພາຍໃນມີ4-6 ຫ້ອງ ແລະ ແຕ່ ລະຫ້ອງມີເມັດໄຂ່ ຈໍານວນຫ າຍ, ໝາກເປັນແບບ ແຫ້ງ ແຕກຕາມຮອຍປະສານ (septicidal capsule) ພາຍໃນມີແກ່ ນຂະໜາດນ້ອຍເຊິ ່ ງອາດມີອາຫານສະສົມພາຍໃນ ຫ າຍ, ລະດູການເກີດດອກ ແລະ ໝາກໄດ້ຕະຫ ອດປີ. ພືດໃນຕະກຸນໄກ່ ຟ້າມີ 7 ສະກຸນ ແລະ ມີປະມານ 400 ຊະນິດ, ຕົວຢ່ າງໄດ້ແກ່ : ນົກກະທຸງ (Aristolochia brasiliensis ), ກະເຊົ ້າສີດາ (Aristolochia indica ) ແລະ ໄກ່ ຟ້າ (Aristolochia labeosa ) ຮູບທີ9.5.


134 1.7.2. Family Rafflesiaceae (ຕະກຸນກະໂຖນລືສີ), ເປັນພືດບຽດບຽນ ຫ ືປາຣາສິດ, ບໍ ່ ມີຄໍໂຣຟີນ ແລະ ບໍ ່ມີລະບົບຮາກ ໂດຍຝັງຕົວ ຫ ືເກາະຕິດຢູ່ ກັບຮາກພືດຊະນິດອື ່ນ, ລໍາຕົນ້ ໃຕ້ດິນເປັນແບບ tuber ສ່ ວນລໍາຕົນ້ ເທິງໜ້າດິນສັນ້ ແລະ ແບນ. ໃບມີລັກສະນະເປັນກາບຮູບສາມຫ ່ ຽມ ຫ ືເຄິ ່ ງວງົມົນ ເຊິ ່ ງມີປະມານ 10 ໃບປົກຄຸມ ສ່ ວນລຸ່ ມຂອງຕົວດອກ. ດອກເປັນດອກດ່ ຽວເຊິ ່ ງມີເພດດຽວເກີດເປັນກຸ່ ມຄ້າຍດອກເຫັດ, ເມື ່ອຍັງຈູມມີຮູບກົມ ແລະ ດອກເສັນ້ ຜ່ ານສູນກາງປະມານ 4-6 ຊັງຕີແມັດ ແຕ່ເມື ່ອບານເຕັມທີ ່ ຈະມີເສັນ້ ຜ່ ານສູກາງ 15-20 ຊັງຕີແມັດ (ມີລາຍງານວ່ າໃນປ່ າຂອງປະເທດມາເລເຊຍມີຂະໜາດດອກທີ ່ ກວາ້ງເຊິ ່ ງມີເສັນ້ ຜ່ ານສູນກາງວັດໄດ້60-90 ຊັງຕີ ແມັດ ແລະ ມີນໍ ້າໜັກປະມານ 10 ກີໂລກ າມ), ກີບລວມມີ4-10 ກີບຕິດກັນເປັນຫ ອດຕໍ ່ຈາກຖານຮອງດອກເປັນ perianth tube ກີບອົມນໍ ້າ ປາຍກີບແຍກເປັນແສກປະມານ 10 ແສກ ກີບດອກມີສີແດງສົດ ແລະ ມີຈຸດສີເຫ ືອງຢູ່ ທົ ່ວໄປ ຕອນກາງຂອງ perianth tube ຈະມີແຜ່ ນເຈ້ຍເປັນວົງແຫວນ corona ເຊິ ່ ງຢູ່ ຜິວຕອນເທິງຈະມີເສັນ້ ຝອຍ ຍາວຈໍານວນຫ າຍປົກຄຸມໄວ້ເລິກລົງໄປໃນຫ ອດເປັນບ່ ອນຕິດຂອງເກສອນເພດຜູ້, ເກສອນເພດຜູ້ມີຈໍານວນປະ ມານ 20 ອັນ ຫ ືຫ າຍກວ່ າ ກັບເກສອນມີຮູເປີດຕອນປາຍ, ເກສອນເພດແມ່ມີຮັງໄຂ່ 1 ອັນເປັນແບບລຸ່ ມວົງກີບພາຍ ໃນອາດມີຮູ ແລະ ມີເມັດໄຂ່ ຈໍານວນຫ າຍ. ໝາກເປັນແບບມີເນື ້ອຫ າຍແກ່ ນ ເຊິ ່ ງມີສີຂາວນວນ ແລະ ມີຂົນ, ພາຍ ໃນໝາກມີແກ່ ນຂະໜາດນ້ອຍແຕ່ມີອາຫານສະສົມ, ລະດູການເກີດດອກ ແລະ ໝາກຈະຢູ່ ລະຫວ່ າງເດືອນພະຈິກ ເຖິງເດືອນມັງກອນ. ກະໂຖນລືສີມີ 7 ສະກຸນ ແລະ ມີປະມານ 27 ຊະນິດ, ຕົວຢ່ າງໄດ້ແກ່ : ບົວຕຶງ (Rafflesia manillana), ບົ ວ ຜຸ ດ (Rafflesia patma), ບົ ວ ຄັ ່ ງ (Rhizanthes zippelii ), ກ ະໂຖ ນ ລ າສີ (Sapria himalayana) ແລະ ກະໂຖນນາງສີດາ (Sapria poilanei ) ເປັນຕົນ້. 1.8. Order Polygomales ຕະກຸນທີ ່ ສໍາຄນັ ມຄີ :ືFamily Polygonaceae (ຕະກຸນຜກັ ໄຜ່ ນໍ ້າ), ເປັນວັດ ຊະພືດ ຫ ືຜກັ ລົມ້ ລຸກຂະໜາດນອ້ ຍ ຫ ືຂະໜາດກາງເຊິ ່ ງມກັ ພື ້ນທີ ່ ແຄມນໍ ້າ ຫ ືຊຸ່ມນໍ ້າ, ລໍາຕົນ້ ມນີໍ ້າທີ ່ມລີ ົດຊາດ ຂອ້ງຂາ້ງສົມ້ ຫ ືເຜດັ ເລກັ ນອ້ ຍ, ມຂິໍປ້ ະກດົຢ່ ູເປັນຊ່ ວງໆເຮດັ ໃຫລ້ໍາຕົນ້ ພອງໂປ່ ງຢ່ ູບໍລເິວນດັ ່ງກ່າວເຊິ ່ ງສາມາດເຫນັ ໄດ້ຢ່ າງຊດັ ເຈນ, ແຕ່ມບີ າງສະກຸນເປັນໄມຢ້ ືນຕົນ້. ມໃີບດ່ ຽວເປັນຮູບໃບຫອກ, ຂອບໃບລຽບ ແລະ ຕດິລຽງແບບ ສະຫ ັບ ຫ ືກງົກນັ ຂາ້ມ ຫ ືເປັນວົງອອ້ ມຂໍ ້, ມີເຈຍ້ ກາ້ນໃບໂອບເຊື ່ອມປະກບົ ກນັ ເປັນຫ ອດຫຸມ້ ຮອບລໍາຕົນ້ ບໍລິ ເວນເໜອືຂໍ ້ເອີ ້ນຫ ອດນີ ້ວ່າ ochrea. ອອດອກເປັນຊໍ ່ ແບບ spike, raceme, panicle ຫ ື ມີລັກສະນະແບບປະສົມ , ດອກຍ່ອຍມຂີະໜາດນອ້ ຍມເິພດຄບົ , ມພີ ຽງຊະນດິດຽວທີ ່ມເີພດດຽວ. ເກສອນເພດຜູມ້ ີ6-7 ອັນ, ມີຮັງໄຂ່ 1 ອບັ ເປັນຮູບສາມແຈເຊິ ່ ງເປັນແບບເທິງວົງກີບພາຍໃນມີ 3-2 ຊ່ ອງເຊືອມລວມກັນ ແລະ ມີເມັດໄຂ່ 1 ເມັດ, ມີ ໝ າກເປັນແບບແຫ້ງແກ່ ນຫ ້ອນເປັນຮູບສາມແຈ ຫ ື ກົມແບບ. ຕະກຸນຜກັ ໄຜ່ ນໍ ້າມີ32 ສະກຸນ ແລະ ມປີະມານ 800 ຊະນິດ, ຕົວຢ່ າງໄດ້ແກ່ : ພວງຊົມພູ (Antigonon leptopus), ຜກັ ບົ ້ງສົມ້ (Fagopyrum cymosum), ຜັກໄຜ່ ນ ້າ (Polygonum hydropiper) ຮູ ບ ທີ9.5, ຜັ ກ ໄຜ່ , ຜັ ກ ແ ພ ວ (Polygonum odoratum), ຂີ ້ຂ າບ ຫີນ (Muehlenbeckia platyclada) ແລະ ຜກັ ກາດສົມ້ (Rumex crispus). 1.9. Order Chemodiales ພດືໃນເຜົ ່ານີ ້ສ່ ວນໃຫຍ່ເປັນວດັ ຊະພດືລົມ້ ລຸກ, ບາງຊະນດິ ເປັນພືດພຸ່ ມ ຫ ື ເປັ ນເຄອື , ເປັນພດືທີ ່ທນົທານຕໍ ່ສະພາບແວດລອ້ ມທີ ່ ແຫງ້ແລງ້, ໃບເປັນໃບດ່ ຽວຕດິລຽງແບບສະຫ ບັ ຫ ືກງົກນັຂາ້ມ, ບໍ ່ມເີຈຍ້ກາ້ນໃບ, ມດີອກຂະໜາດນອ້ຍເຊິ ່ ງມກັ ເກດີອດັ ລວມກນັ ເປັນກ່ ຸມກອ້ນ ແຕ່ບໍ ່ມກີບີດອກ, ຊັນ້ເກສອນເພດ ແມ່ ມີຮັງໄຂ່ ຫ າຍຫ້ອງ, ຕົນ້ ອ່ ອນໃນເມດັມກັ ໂຄງ້ ຫ ືມວ້ ນຕວົ ຮອບແພສະສມົ ອາຫານ. ພດືໃນເຜົ ່ານີ ້ປະກອບດວ້ ຍ ພືດ 6 ຕ ະກຸ ນ (family) ແ ຕ່ ທີ ່ ຮູຈັກ ກັນ ດີໄດ້ແ ກ່ : ຕ ະກຸ ນ Chenopodiaceae, Amaranthaceae,


135 Nyctaginaceae, Aizoaceae ແລະ ຕະກຸນ Basellaceae ເຊິ ່ ງແຕ່ລະຕະກຸນມີລັກສະນະທາງສັນຖານວິທະຍາ ແລະ ຊະນິດດັ ່ງລ່ ຸມນີ ້ : 1.9.1. Family Chenopodiaceae (ຕະກຸນຊະຄາມ), ເປັນພດືລົມ້ ລຸກອວບນໍ ້າ ແລະ ມອີ າຍຸຫ າຍປີ, ມີ ພຽງບາງຊະນດິທີ ່ ເປັນພືດພຸ່ ມ, ບາງຊະນິດຂອງມັກນໍ ້າທະເລປະສົມນໍ ້າຈືດ (brackish water) ຫ ືນໍ ້າເຄັມ, ລໍາຕົນ້ ມີ ຂໍ ່ ໂພງປ່ ອງ. ໃບເປັນໃບດ່ ຽວຕິດລຽງແບບສະຫ ັບ, ໃບອວບນໍ ້ານຸ້ມໜາ, ຖ້າເປັນພືດນໍ ້າທະເລປົນນໍ ້າຈືດຕົວໃບຈະ ຫຸ ດຮູບລົງເປັນເສັນ້ ອວບນໍ ້າຫ າຍ, ບາງຊະນິດປ່ ຽນແປງເປັນໃບເກັດ, ພືດໃນຕະກຸນນີ ້ບໍ ່ ມີເຈ້ຍກ້ານໃບ. ດອກເກີດ ເປັນດອກຊໍ ່ ແບບ spike ອັດແໜ້ນ ຫ ືpanicle ເຊິ ່ ງດອກຍ່ ອຍມີຂະໜາດນ້ອຍ ແລະ ມີກາບປະດັບຮອງຮັບ, ກີບ ລວມມີ5 ກີບແຍກ ຫ ືຕິດກັນລຽງຕົວເປັນຊັນ້ດຽວ ກີບມີສີຂຽວ ມີລັກສະນະເປັນເປັນກາບດອກ ແລະ ມີອາຍຸທົນ ທານ, ເກສອນເພດຜູ້ມີ5 ອັນເຊິ ່ ງອາດແຍກ ຫ ືຕິດກັນເປັນຫ ອດຢູ່ ຖານ ກ້ານເກສອນຕິດກາງກີບລວມ, ເກສອນ ເພດແມ່ມີຮັງໄຂ່ 1 ອັນເປັນແບບເທິງວົງກີບພາຍໃນມີ2-3 ຫ້ອງເຊື ່ອມຕິດກັນເປັນຫ້ອງດຽວ ເຊິ ່ ງບັນຈຸເມັດໄຂ່ 1 ເມັດ ຍອດເກສອນມີ2-3 ແສກ. ໝາກເປັນແບບເປືອກແຂງແກ່ ນດຽວຂະໜາດນ້ອຍມີຮູບໄຕ ແລະ ມີກີບລວມ ຮອງຮັບໄວ້ພາຍໃນໝາກມີແກ່ ນຂະໜາດນ້ອຍ ແລະ ມີອາຫານສະສົມ, ອອກດອກ ແລະ ໝາກແມ່ ນຢູ່ ປະມານ 4- 5 ເດືອນຫ ັງຈາກການງອກ. ຕະກຸນຊະຄາມມີ 102 ສະກຸນ ແລະ ມີປະມານ 1,400 ຊະນິດ, ຕົວຢ່ າງໄດ້ແກ່ : ຜັກ ກາດແດງ (Beta vulgaris), ໂຄເຊຍ (Kochia scoparia), ປຸ໋ ອຍເລັງ (Spinacia oleracea) ແລະ ຊະຄາມ (Suaeda australis) ຮູບທີ9.6. ຊະຄາມ (Suaeda australis) ຄາເນຊັນ (Dianthus caryophyllus ) ຮູບທີ 9.6 ຕົວຢ່ າງລກັ ສະນະຂອງພດືໃນເຜົ ່າ Chemodiales (ຮູບຊ້າຍ) ແລະ Caryophyllales (ຮູບຂວາ) 1.9.2. Family Amaranthaceae (ຕະກຸນຜັກຫົມ), ເປັນວັດຊະພດືລົມ້ ລຸກທີ ່ ອວບນໍ ້າ ແລະ ມອີ າຍຸປິ ດຽວ ຫ ື ຫ າຍປີ, ບາງຊະນິດເປັນພືດຜັກ ຫ ື ໄມ້ປະດັບ. ໃບເປັນໃບດ່ ຽວຕິດລຽງແບບສະຫ ັບ ຫ ື ກົງກັນຂ້າມ, ຂອບ ໃບລຽບ, ຜິວໃບມຂີ ົນໂດຍສະເພາະຢ່ າງຍິ ່ ງໃບອ່ ອນ. ອອກດອກເປັນຊໍ ່ ຫ າຍແບບເຊັ ່ ນ: spike, raceme ແລະ capitate ທີ ່ ຢ່ ູອດັ ກນັແໜນ້, ດອກຍ່ອຍມຂີະໜາດນອ້ ຍ ແລະ ມເີພດຄບົ , ກີບລວມມີ5 ກີບແຍກ ຫ ືຕິດກັນບາງ ສ່ ວນເປັນແຜ່ ນເຍື ່ອຜິວມນັ ເຊິ ່ ງມກັ ມີສີແລະ ມີອາຍຸຍືນຍາວເພາະເປັນແຜ່ ນເຍື ່ອແຫ້ງ ເກສອນເພດຜູ້ມີ 5 ອັນແຍກ ຫ ືຕິດຢູ່ ກາງກີບລວມ ກ້ານເກສອນມັກຕິດກັນເປັນຫ ອດບາງ ເຊິ ່ ງສ່ ວນເທິງຂອງຫ ອດອາດເປັນຄື ້ນ ຫ ືເປັນຝອຍ ຄ້າຍກີບດອກຂັນ້ ສະຫ ັບກັນກັບໆເກສອນ, ເກສອນເພດແມ່ ມີຮັງໄຂ່ 1 ອັນ ເຊິ ່ ງເປັນແບບເທິງວົງກີບພາຍໃນມີ2-3 ຫ້ອງລວມກັນເປັນ 1 ຫ້ອງ ແລະ ມີໄຂ່ 1 ເມັດ. ໝ າກມີຫ າຍແບບຄື: ໝ າກແຫ້ງແຕກແບບຝາປິດ


136 (circumscissile casule), utricle ແລະ ໝາກເປືອກແຂງແກ່ ນດຽວ ຂະໜາດນ້ອຍ ພາຍໃນໝາກມີແກ່ ນຂະ ໜາດນ້ອຍມີຮູບຮ່ າງກົມນູນ ຜິວເມັດມີສີດໍາເປັນມັນວາວ ແລະ ພາຍໃນມີອາຫານສະສົມ, ລະດູການອອກດອກ ແມ່ ນເກີດໄດ້ຕະຫ ອດປີ. ຕະກຸນຜັກຫົມມີທັງໝົດ 64 ສະກຸນ ແລະ ມີປະມານ 800 ຊະນິດ, ຕົວຢ່ າງພືດໃນ ຕະກຸນນີ ້ໄດ້ແກ່ : ພັນງູ (Achyranthes aspera), ເຄືອເຂົ ້າຕອກ (Aerva sanguinolenta), ຜັກເປັດແດງ (Alternanthera ficoides), ຜັກຫົມໃບແດງ (Amaranthus caudatus), ຜັກຫົມ (Amaranthus lividus), ຜັກຫົມໜ າມ (Amaranthus spinosus), ຜັກຫົມສວນ (Amaranthus tricolor), ຫອນໄກ່ (Celosia argentea), ດອກສາມປີ (Gomphrena globosa) ແລະ ຜັກແພວແດງ (Iresine herbstii ). 1.9.3. Family Nyctaginaceae (ຕະກຸນດອກເຈ້ຍ), ເປັນພືດລົມ້ ລຸກ, ພືດເປັນພຸ່ ມ ຫ ື ພືດເປັນເຄືອ ແລະ ບາງຊະນດິ ເປັນພດືຢືນຕົນ້ ຂະໜາດນອ້ ຍ. ໃບເປັນດ່ ຽວເຊິ ່ ງຕິດລຽງແບບກງົກນັ ຂາ້ມ ຫ ືສະຫ ັບ, ຂອບໃບ ລຽບ, ບາງຄັ ້ງເນື ້ອທີ ່ ໃບສອງຂາ້ງບໍ ່ ເທົ ່າກນັ . ອອກດອກເປັນຊໍ ່ຫ າຍແບບແຕ່ມກັ ເປັນ cymose ເຊິ ່ ງແຕ່ ລະດອກມີ ເພດຄົບ ແລະ ມີກາບປະດັບ involucre ທີ ່ມີສີສົດຮອງຮັບດອກໄວ້, ກີບລວມມີ5 ກີບເຊື ່ອມຕິດກັນເປັນຫ ອດ ຫ ື ຮູບປາກແກ ມີລັກສະນະຄ້າຍກີບດອກ ແລະ ບໍລິເວນສ່ ວນລຸ່ ມຂອງຫ ອດມີອາຍຸທົນທານຫຸ້ມອ້ອມໝາກ, ເກສອນ ເພດຜູມ້ ຈີ ໍານວນຕັ ້ງແຕ່ 1 ຂື ້ນໄປ ເຊິ ່ ງປົກກະຕິມີຈໍານວນ 5-8 ອັນ ແລະ ມີຂະໜາດບໍ ່ ເທົ ່າກັນ, ເກສອນເພດແມ່ ແບບເທິງວົງກີບ 1 ອນັ ເຊິ ່ ງພາຍໃນມີ1 ຫ້ອງ ແລະ ມີໄຂ່ 1 ເມັດ. ໝາກແບບແຫ້ງແກ່ ນຫ ້ອນ ໂດຍມີກີບຮອງ ອ້ອມໝາກ, ໝາກມີລັກສະນະເປັນກີບ ຫ ືເປັນຮ່ ອງສັນ, ພາຍໃນໝາກມີແກ່ນທີ ່ມີຂະໜາດນ້ອຍ ແລະ ມີອາຫານ ສະສົມ, ການອອກດອກ ແລະ ໝາກແມ່ ນສາມາດດອກໄດ້ຕະຫ ອດປີ. ຕະກຸນດອກເຈ້ຍມີ 28 ສະກຸນ ແລະ ມີ ປະມານ 300 ຊະນິດ, ຕົວຢ່ າງພືດໃນຕະກຸນນີ ້ໄດ້ແກ່ : ຜັກເບ້ຍຫີນ (Boerhavia diffusa), ຜັກຂົມຫີນ (Boerhavia erecta), ຜັກມຽກ (Boerhavia repanda), ກຸ ດຈີນ (Bougainvillea glaba), ດອກເຈ້ຍ (Bougainvillea spectabilis), ບານຄໍ ່ າ (Mirabilis jalapa), ຄັດເຄົ ້າໝູ (Pisonia aculeate) ແລະ ແສງ ຈັນ (Pisonia grandis ). 1.9.4.Family Aizoaceae (ຕະກຸນຜັກເບ້ຍຫີນ), ເປັນພືດລົມ້ ລຸກ ຫ ືພຸ່ ມເຕ້ຍ, ມີອາຍຸຫ າຍປີ, ອວບນໍ ້າ ແລະ ເປັນພືດທີ ່ມົນຄວາມແຫ້ງແລ້ງໄດ້ດີ. ໃບເປັນໃບດ່ ຽວຕິດລຽງແບບກົງກັນຂ້າມ ແລະ ຕິດຢູ່ ໃກ້ກັນຈົນເບິ ່ ງເຫັນ ວ່ າຄ້າຍຄືຕິດແບບເປັນວົງອ້ອມຕົນ້ , ສ່ ວນສະກຸນທີ ່ ຢູ່ ໃນບ່ ອນແຫ້ງແລ້ງຈະເປັນພືດອວບນໍ ້າ ແລະ ບໍ ່ມີໃບ. ດອກ ເປັນດອກດ່ ຽວ ແລະ ມີຄົບທັງເພດຜູ້ແລະ ເພດແມ່ , ກາບດອກມີ4-5 ກາບ ຫ ືທະວີຄູນ ເຊິ ່ ງມີສີຂຽວຕິດຢູ່ ກັບ ຖານຂອງຮັງໄຂ່ , ເປັນກຸ່ ມພືດທີ ່ ບໍ ່ມີກີບດອກ ແຕ່ເກສອນເພດຜູ້ບາງອັນປ່ ຽນລັກສະນະຄ້າຍຄືກີບດອກ, ເກສອນ ເພດຜູ້ມີຈໍານວນເທົ ່າກັບກີບດອກຕິດລຽງລະຫວ່ າງກາບ ບາງຊະນິດມີເກສອນເພດຜູ້ຫ າຍເຊິ ່ ງບາງສ່ ວນເປັນໝັນ ແລະ ປ່ ຽນແປງສະພາບໄປຄ້າຍຄືກີບດອກຈໍານວນຫ າຍ ເຮັດໃຫ້ມີລັກສະນະຄ້າຍຄືດອກຂອງພືດກຸ່ ມຜ່ ານຕາເວັນ, ເກສອນເພດແມ່ມີຮັງໄຂ່ 1 ອັນ ໂດຍມີທັງແບບລຸ່ ມວົງກີບ ແລະ ແບບເທິງວົງກີບ ຍອດເກສອນມີຫ າຍ ພາຍໃນຮັງ ໄຂ່ ແບ່ ງອອກເປັນຫ້ອງຕັ ້ງແຕ່ 2-20 ຫ້ອງ ຫ ືຫ າຍກວ່ າ ເຊິ ່ ງມີເມັດໄຂ່ ຫ າຍເມັດ. ໝາກມີຫ າຍແບບເຊັ ່ ນ: ໝາກ ແຫ້ງແຕກກາງພູ, ໝາກມີເນື ້ອແກ່ ນຫ າຍ ແລະ ໝາກເປືອກແຂງແກ່ ນດຽວ ພາຍໃນໝາກມີແກ່ ນຈໍານວນຫ າຍ ແລະ ມີອາຫານສະສົມ, ລະດູການອອກດອກ ແລະ ໝາກຈະຢູ່ ລະຫວ່ າງເດືອນມີຖຸນາເຖິງເດືອນກັນຍາ. ຕະກຸນຜັກເບ້ຍ ຫີນມີປະມານ 130 ສະກຸນ ແລະ ມີປະມານ 1,200 ຊະນິດ ຕົວຢ່ າງໄດ້ແກ່ : ຜັກເບ້ຍຂຽວ (Glinus lotoides), ຜັກຂວງ (Glinus oppositifolius), ຫຍ້າໄຂ່ ເຫົາ ຫ ືຫຍ້ານົກເຂົາ (Mollugo pentaphylla), ຜັກເບ້ຍທະເລ


137 (Sesuvium portulacastrum), ຜັກ ເບ້ຍ (Trianthema decandra) ແ ລະ ຜັກ ເບ້ຍຫີ ນ (Trianthema portulacastum). 1.9.5.Family Basellaceae (ຕະກຸນຜັກປັງ), ເປັນພືດເລືອລົມ້ ລຸກທີ ່ ມີອາຍຸຫ າຍປີ, ມີຮາກເປັນຫົວ, ລໍາຕົນ້ ແລະ ໃບອວບນໍ ້ ່ າເຊິ ່ ງເມື ່ອຍ່ ອງຈະເປັນເມືອກມື ່ນ. ໃບເປັນໃບດ່ ຽວໜາ ແລະ ນຸ້ມ, ຂອບໃບລຽບ ແລະ ໃບ ຕິດລຽງແບບສະຫ ັບ, ແຜ່ ນໃບແຜ່ ກວ້າງ. ດອກເປັນຊໍ ່ ແບບ spike ໂດຍທີ ່ ດອກຍ່ ອຍຈະມີຂະໜາດນ້ອຍມີຄົບທັງ ເພດຜູ້ແລະ ເພດແມ່, ກາບດອກມີ5 ກາບຕິດກັນຢູ່ ຖານ ແລະ ມີກາບປະດັບຂະໜາດນອຍ 2 ອັນຮອງຮັບຢູ່ , ກາບ ດອກຈະມີສີມ້ວງຊົມພູຫ ືສີມ້ວງເຂັມ້ ແລະ ມີອາຍຸທົນທານ, ກຸ່ ມພືດໃນຕະກຸນນີ ້ຈະບໍ ່ມີກີບດອກ, ເກສອນເພດຜູ້ ມີ5 ອັນຕິດຢູ່ ຖານຂອງການດອກ, ເກສອນເພດແມ່ເປັນແບບເທິງວົງກີບໂດຍມີຮັງໄຂ່ 1 ອັນ ພາຍໃນຮັງໄຂມີ3 ຊ້ອງທີ ່ ລວມກັນເປັນ 1 ຫ້ອງ ພາຍໃນຫ້ອງຮັງໄຂ່ມີເມັດໄຂ່ 1 ເມັດ, ຍອດເກສອນແຍກເປັນ 3 ແສກ. ໝາກເປັນ ແບບແກ່ ນດຽວແຂງ ມີ3 ພູເຊິ ່ ງເມື ່ອແກ່ຈັດຈະມີສີມ້ວງເຂັມ້ , ພາຍໃນໝາກມີແກ່ ນແຂງ ແລະ ມີອາຫານສະສົມ, ລະດູການອອກດອກ ແລະ ໝາກຈະຢູ່ ລະຫວ່ າງເດືອນມີຖິນາເຖິງເດືອນຕຸລາ. ຕະກຸນຜັກປັງມີ 5 ສະກຸນ ແລະ ມີ ປະມານ 22 ຊະນດິ, ຕວົ ຢ່ າງພດືໃນຕະກຸນນີ ້ໄດແ້ກ່: ຜກັ ປັງຍອດຂາວ (Basella alba) ແລະ ຜກັ ປັງຍອດແດງຄັ ່ງ (Basella rubra). 1.10. Order Caryophyllales ກ່ ຸມພດືໃນເຜົ ່ານີ ້ສ່ ວນໃຫຍ່ເປັນພດືລົມ້ ລຸກ ເຊິ ່ ງອາດຈະເປັນພດືຊຸ່ມນໍ ້າ ຫ ື ອວບນໍ ້າ, ໃບມກັ ຕິດລຽງແບບກງົກນັ ຂາ້ມ ຫ ືແບບເປັນວົງຮອບ, ເຈຍ້ ກາ້ນໃບມຂີ ະໜາດນອ້ ຍຫ ືອາດບໍ ່ ມເີລີຍ, ດອກຍັງມີຮັງໄຂ່ ແບບເທິງວົງກີບ ແລະ ຮູບຮ່ າງຂອງດອກມີສັດສົມສົມດຸນ, ມີກີບດອກຊັດເຈນ, ເກສອນເພດຜູ້ມີ ຈໍານວນບໍ ່ຫ າຍປານໃດ, ເກສອນເພດແມ່ມຮີ ງັໄຂ່ 1 ອນັ . ພດືທີ ່ ຢ່ ູໃນເຜົ ່ານີ ້ແບ່ງອອກເປັນຫ າຍຕະກຸນ (family) ໄດ້ແກ່ : ຕະກຸນ Caryophyllaceae ແລະ Portulacaceae ເຊິ ່ ງແຕ່ລະຕະກຸນມີລັກສະນະທາງສັນຖານວິທະຍາ ແລະ ຊະນິດດັ ່ງລ່ ຸມນີ ້ : 1.10.1. Family Caryophyllaceae (ຕະກຸນດອກແມງກະເບື ້ອ), ເປັນພືດລົມ້ ລຸກທີ ່ ມີອາຍຸປີດຽວ ຫ ື ຫ າຍປີ, ນິຍົມປູກເປັນໄມ້ດອກປະດັບ, ລໍາຕົນ້ ມີຂໍພ້ ອງໂປ່ ງ. ໃບເປັນໃບດ່ ຽວຕິດລຽງແບບກົງກັນຂາ້ມ ຫ ື decussate, ຮູບໃບຍາວ ຫ ື ຮູບໃບຫອກ, ຂອບໃບລຽບ, ກກົ ກາ້ນໃບໂອບຫ່ ຸມລໍາຕົນ້ເລກັ ນອ້ ຍ. ດອກອອກເປັນ ດອກດ່ ຽວ ຫ ືດອກຊໍ ່ ແບບ cyme ໂດຍເກີດຢູ່ ປາຍຊໍ ່ ແລະ ມຄີບົທງັເພດຜູ້ແລະ ເພດແມ່ , ກາບດອກມີ4-5 ກາບ ແຍກກັນ ເຊິ ່ ງອາດຕິດກັນຢູ່ ບໍລິເວນຖານ ເປັນກາບທີ ່ມີອາຍຸທົນທານ, ກີບດອກມີ 4-5 ກີບແຍກກັນ ກົກກີບມັກ ລຽງຄອດໂຄ້ງ ປາຍກີບເປັນຄື ້ນ ແລະ ເປັນຈັກ, ເກສອນເພດຜູມ້ ຈີ ໍານວນສອງເທົ ່າຂອງກບີດອກໂດຍລຽງຕວົ ເປັນ ສອງຊັນ້ ເຊິ ່ ງເກສອນຊັນ້ ນອກຈະຢູ່ ກາງດີບດອກ, ເກສອນເພດແມ່ ມີຮັບໄຂ່ ແບບເທິງວົງກີບ ຫ ືເຄິ ່ ງກາງວົງກີບ ພາຍໃນທີ2-5 ຫ້ອງທີ ່ລວມກັນເປັນ 1 ຫອ້ງເຊິ ່ ງມເີມດັ ໄຂ່ຫ າຍເມດັ ກ້ານເກສອນມີ2-5 ອັນແຍກກັນ ຫ ືຕິດກັນຢູ່ ຖານ. ມີໝາກເປັນແບບແຫ້ງແຕກ ຫ ື utricle, ພາຍໃນໝາກມີແກ່ ນຈໍານວນຫ າຍ, ແກ່ ນມີລັກສະນະແຍກ ແລະ ມີ ອາຫານສະສົມ, ລະດູການດອກ ແລະ ໝາກຈະຢູ່ ລະຫວ່ າງເດືອນມີນາເຖິງເດືອນມີຖຸນາ. ຕະກຸນດອກແມງກະເບື ້ອ ມີປະມານ 80 ສະກຸນ ແລະ ມີປະມານ 2,000 ຊະນິດ, ຕົວແທນໄດ້ແກ່ : ດອກຄາເນຊັນ (Dianthus caryophyllus ) ຮູບທີ9.6. 1.10.2. Family Portulacaceae (ຕະກຸນຜັກເບ້ຍ), ເປັນພືດລຸ້ມລຸກທີ ່ ຊຸ່ມນໍ ້າ ຫ ືອວບນໍ ້າທີ ່ ມີອາຍຸປີ ດຽວ ຫ ື ຫ າຍປີ, ການເຕີບໂຕຂອງລໍາຕົນ້ ເປັນລັກສະນະແຜ່ ກະຈາຍ, ຜິວເປັນມັນ. ໃບເປັນໃບດ່ ຽວ, ອວບນໍ ້າ, ການຕິດລຽງຂອງໃບເປັນແບບສະຫ ັບ ຫ ື ກົງກັນຂ້າມ, ມີເຈ້ຍກ້ານໃບທີ ່ມີລັກສະນະເປັນເສັນ້ຂົນ. ດອກມີທັງດອກ


138 ດ່ ຽວ ແລະ ດອກຊໍ ່ ແບບ raceme ເຊິ ່ ງມີຄົບທັງເພດຜູ້ແລະ ເພດແມ່ , ກາບດອກມີ5 ກາບ ມີສີຂຽວ ແລະ ມີອາຍຸ ຄົງທົງ, ກີບດອກມີ 4-5 ກີບ ຫ ື ທະວີຄູນ ກີບດອກຈະບາງນິມ້ ຊໍ ້າງ່າຍ ມີສີສົດໃສເຫັນໄດ້ຢ່ າງຊັດເຈນ ແລະ ບານ ໃນເວລາທີ ່ມີແດດກ້າແຕ່ຫ່ ຽວຫ ົ ່ນງ່າຍ ກີບດອກຈະແຍກກັນ ຫ ືຕິດກັນເລັກໜ້ອຍຢູ່ ບໍລິເວນຖານ, ເກສອນເພດຜູ້ ມຈີໍານວນເທົ ່າກບັກບີດອກ ຫ ືຫ າຍກວ່າຕດິຢ່ ູກາງກບີດອກ, ເກສອນເພດແມ່ມຮີ ງັໄຂ່ 1 ອັນເປັນແບບເທິງວົງກີບ ເຊິ ່ ງພາຍໃນມີ1 ຫ້ອງ ແລະ ມີເມັດໄຂ່ 1 ເມັດ ຫ ື ຫ າຍກວ່ າ. ໝາກເປັນແບບແຫ້ງແຕກແບບຝາປິດ ພາຍໃນໝາກ ມີແກ່ ນທີ ່ ມີອາຫານສະສົມ, ລະດູການອອກດອກ ແລະ ໝາກແມ່ ນສາມາດອອກໄດ້ຕະຫ ອດປີ. ຕະກຸນຜັກເບ້ຍມີ 19 ສະກຸນ ເຊິ ່ ງມີປະມານ 500 ຊະນິດ ໄດ້ແກ່ : ຜັກເບ້ຍໃຫຍ່ (Protulaca oleracea), ສາລະພັດພິດ (Protulaca pilosa), ຜັກເບ້ຍໝູ (Protulaca quadrifida), ໂສມຄົນ (Talinum paniculatum), ໂສມ ເກົາຫ ີ (Talinum triangulare) ແລະ ແພຊຽງໄຮ້ (Protulaca grandiflora). 1.11. Order Ranales ກ່ ຸມພືດທີ ່ ຈດັ ໄວໃ້ນເຜົ ່ ານີ ້ ເປັນພືດທີ ່ ມເີນື ້ອໄມອ້່ ອນ ເຊິ ່ ງອາດເປັນພືດລົມ້ ລຸກ ຫ ື ໄມ້ເລືອ, ດອກມີອົງປະກອບຄົບທຸກວງົຊັນ້ ເຊິ ່ ງກບີອາດຈະມຫີ າຍກບີ ຫ ືຫ າຍຊັນ້ ແລະ ລັກສະນະຂອງກີບອາດ ຄາ້ຍຄກື ນັ , ຮັ ່ງໄຂ່ມທີ ງັແບບເທິງວົງກີບຈົນເຖິງລຸ່ ມວົງກບີ , ພາຍໃນຮງັໄຂ່ ອາດມຫີ າຍຫອ້ງເຊິ ່ ງອາດຈະແຍກກນັ ຫ ື ລວມກັນ, ຖານຮອງດອກມັກຂະຫຍາຍໃຫຍ່ ຫ ື ຢືດອອກ, ເກສອນເພດຜູ້ມີຈໍານວນຫ າຍ ແລະ ມັກຕິດລຽງວຽນ ຢ່ ູໃຕຮ້ ງັໄຂ່ , ແກ່ ນມຕີ ັ ້ງແຕ່ 1 ຈນົ ເຖິງຫ າຍແກ່ນເຊິ ່ ງມກັ ມອີ າຫານສະສມົ ຢ່ ູ. ກ່ ຸມພດື ໃນເຜົ ່ານີ ້ນກັ ພດືສາດມກັ ລົງ ຄວາມເຫນັ ວ່າເປັນກ່ ຸມພດືໃບລຽ້ງຄ່ ູທີ ່ມລີກັ ສະນະເກົ ່າກ່ອນຢ່ ູຫ າຍທີ ່ ສຸດ ເຊິ ່ ງແບ່ງອອກເປັນຫ າຍຕະກຸນ (family) ໄດ້ແກ່: ຕະກຸນ Nymphaeaceae, Ceratophyllaceae ແລະ ຕະກຸນ Ranunculaceae ເຊິ ່ ງແຕ່ລະຕະກຸນມີລັກ ສະນະທາງສັນຖານວິທະຍາ ແລະ ຕົວຢ່ າງຊະນິດດັ ່ງລ່ ຸມນີ ້ : 1.11.1. Family Nymphaeaceae (ຕະກຸນບົວ), ເປັນພືດລົມ້ ລຸກທີ ່ ມອີ າຍຸຫ າຍປີ, ມເີຫງ ົ ້າເປັນຫົວ ຫ ື ເປັນທ່ອນກມົ ຍາວ ແລະ ແຕກຂະແໜງກະຈາຍອອກໄປເອີ ້ນວ່າ ໄຫ (stolon) ຝັງຈົມຢູ່ ໃນດິນຕົມ, ມີຮາກສີຂາວ ອ່ ອນເປັນຝອຍ, ທຸກສ່ ວນຂອງພືດມນີໍ ້າຢາງຂາວຂຸນ້ ເຊິ ່ ງເມື ່ອຖືກລມົ ຈະປ່ ຽນເປັນສມີ ວ້ ງອ່ ອນ ແລະ ມລີກັ ສະນະ ເປັນເສັນ້ ໃຍ. ໃບເປັນໃບດ່ ຽວຮູບຮ່ າງກມົ ຫ ືມຖີ ານໃບວໍ ້າ, ໃບນຸມ້ ໜຽວ, ຂອບໃບລຽບ ຫ ືເປັນແຂວ້ ເລື ່ ອຍ, ດາ້ນລ່ ຸມຂອງໃບມເີສັນ້ ນນູ ຊດັ ເຈນ, ກ້ານໃບຕິດຢູ່ ລຸ່ ມໃບບໍລິເວນກາງ, ໃບອ່ ອນມ້ວນຈາກຂອບໃບພົບກັນຢູ່ ຕອນ ກາງໃບ, ໃບແກ່ ລອຍແປະຜວິນໍ ້າ ຫ ືຊູພົນ້ ນໍ ້າ, ຜວິ ໃບມຂີນົ ຫ ືທາດເຄອືບບໍ ່ ປຽກນໍ ້າ, ກາ້ນໃບຍາວຜວິລຽບ ຫ ືມີ ປ່ ຸມໜາມ, ກາ້ນນຸມ້ ຫ ືແຂງ ແລະ ພາຍໃນເປັນຫອ້ງບນັ ຈນຸ ໍ ້າຢາງໄວ.້ ຕະກຸນບວົ ອອກດອກດ່ ຽວ ໂດຍມັກມິຂະໜ າດໃຫຍ່ , ມີສີສົດໃສ, ມກີ ິ ່ນຫອມ, ມຄີບົທງັເພດຜູ້ແລະ ເພດແມ່ ຖານຮອງດອກຂະຫຍາຍໃຫຍ່ , ເກສອນເພດຜູ້ ມຈີໍານວນຫ າຍ ແລະ ມກັ ຕດິລຽງວຽນຢ່ ູໃຕຮ້ງັໄຂ່ , ເມດັມຕີ ັ ້ງແຕ່ 1 ຈນົ ເຖງິຫ າຍເມດັ ເຊິ ່ ງມກັ ມອີາຫານສະສມົ ຢ່ ູ. ຕະກຸນບົວມີ 8 ສະກຸນ ແລະ ມີປະມານ 50 ຊະນິດ ຕົວແທນໄດ້ແກ່ : ຄຽມຊິກ (Euryale ferox), ບົວບາ (Nymphoides indica), ບາເຫ ືອງ (Nymphoides hastatum), ບົວອຸ ບົນ (Nympheae lotus), ບົວຫ ວງ (Melumbo nucifera) ຮູບທີ9.7 ແລະ ບວົກະດົ ້ງ (Victoria rigia).


139 ບົວຫ ວງ (Melumbo nucifera) ຈໍາປາປ່ າ(Paramicheria baillonii ) ຮູບທີ 9.7 ຕົວຢ່ າງລກັ ສະນະຂອງພດືໃນເຜົ ່າ Ranales (ຮູບຊ້າຍ) ແລະ Magnoliales (ຮູບຂວາ) 1.11.2. Family Ceratophyllaceae (ຕະກຸນສາຫ ່ າຍຫາງມ້າ), ເປັນພືດລົມ້ ລຸກທີ ່ ມອີ າຍຸຫ າຍປີ, ມັກ ລອຍຢ່ ູໜາ້ນໍ ້າ ຫ ືໃຕນ້ໍ ້າ, ບໍ ່ມຮີາກ ແລະ ກິ ່ ງມກີ ານແຕກສາຂາຫ າຍ, ໃບມີລັກສະນະເປັນໃບດ່ ຽວຍາວແຄບ ຫ ື ເປັນ ເສັນ້, ໃບມກັ ແຕກເປັນສອງແສກ, ຂອບໃບເປັນຫຍກັ , ບໍ ່ມກີ າ້ນໃບ, ໃບຕດິ ລຽງເປັນວງົຊັນ້ ໜາແໜນ້ ຮອບຂໍ ້. ສາ ຫ່ າຍຫາງມາ້ມດີອກເປັນເພດດ່ ຽວແຕ່ຢ່ ູໃນຕົນ້ ດຽວກນັ , ດອກເພດຜູເ້ປັນກະຈກຸ ສຂີ າວແຕ່ບໍ ່ມກີບີດອກ ແລະ ກາ້ນ ດອກ ມີເກສອນຈໍານວນ 8-18 ອັນ ແລະ ມີອາຍຸທົນທານ, ດອກເພດແມ່ ເກີດເປັນດອກດ່ ຽວເຊິ ່ ງມຮັງໄຂ່ ີ 1 ອັນ ເປັນແບບເທິງວົງກີບພາຍໃນມີ 1 ຫ້ອງ ແລະ ມີເມັດໄຂ່ 1 ເມັດ, ໝາກເປັນແບບແຫ້ງແກ່ ນຫ ້ອນ, ລະດູການ ອອກດອກ ແລະ ໝາກຈະຢູ່ ລະຫວ່ າງເດືອນພຶດສະພາເຖິງເດືອນສິງຫາ. ຕະກຸນສາຫ ່ າຍຫາງມ້າມີພຽງ 1 ສະກຸນ ແລະ ມີ 3 ຊະນິດ, ໄດ້ແກ່ : ສາຫ ່ າຍຫາງມ້າ (Ceratophyllum demersum ). 1.11.3. Family Ranunculaceae (ຕະກຸນພວງແກວ້ກຸດັ ່ນ), ເປັນພດືລົມ້ ລຸກ, ພດືເລອື ຫ ືພດືເປັນພຸ່ມ ທີ ່ມເີນື ້ອໄມອ້່ ອນ ແລະ ມອີາຍຸປີດຽວ ຫ ືຫ າຍປີ. ໃບເປັນໃບດ່ ຽວ ຫ ືໃບປະສົມແບບ pinnate, ການຕິດລຽງຂອງ ໃບເປັນແບບສະຫ ັບ. ດອກມີທັງດອກດ່ ຽວ ແລະ ດອກຊໍ ່ ແບບ raceme ເຊິ ່ ງດອກຈະມີເພດຄົບ, ກາບດອກມີ3-5 ກາບ ມີລັກສະນະຄ້າຍຄືກັບກີບດອກຕິດລຽງຊ້ອນເຫ ື ່ອມກັນ, ກີບດອກມີ5 ກີບ ຫ ືຫ າຍກວ່ າ ເຊິ ່ ງຢູ່ ແຍກກັນ ບາງ ຊະນິດປ່ ຽນແປງຮູບໄປເປັນຕ່ ອມນໍ ້າຫວານ, ເກສອນເພດຜູ້ມີຈໍານວນຫ າຍໂດຍຕິດລຽງແບບວຽນ, ເກສອນເພດ ແມ່ມີຈໍານວນຫ າຍ ແລະ ຢູ່ ແຍກກັນ ໂດຍແຕ່ ລະອັນມີ1 ຫ້ອງ ແລະ ມີເມັດໄຂ່ ຈໍານວນບໍ ່ ແນ່ ນອນ. ໝາກມີທັງ ແບບແຕກແນວດຽວ, ແຫ້ງແກ່ ນຫ ້ອນ ແລະ ໝາກມີເນື ້ອຫ າຍແກ່ ນ ພາຍໃນມີແກ່ ນທີ ່ມີອາຫານສະສົມຫ າຍ, ການ ເກີດຂອງດອກ ແລະ ໝາກແມ່ ນສາມາເກີດໄດ້ຕະຫ ອດປີ. ຕະກຸນພວງແກວ້ ກຸດັ ່ນມປີ ະມານ 40 ສະກຸນ ແລະ ມີ ປະມານ 1,500 ຊະນິດ, ຕົວຢ່ າງໄດ້ແກ່ : ພວງແກ້ວມະນີ (Clematis paniculata), ພວງແກວ້ກຸດັ ່ນ (Clematis smilacifolia) ແລະ ບຸຫງາແຕ່ ງງານ (Clematis subpeltata). 1.12. Order Magnoliales ພືດໃນເຜົ ່ ານີ ້ ເປັນພືດພຸ່ ມ, ພືດຢືນຕົນ້ ຫ ືເປັນເຄືອ, ມີໃບດ່ ຽວເຊິ ່ ງຕິດລຽງ ແບບສະຫ ັບ, ກີບດອກມີຫ າຍຊັນ້ ໆລະ 3 ກີບ, ມີຮັງໄຂ່ ແບບເທີງວົງກບີຫ າຍອັນທີ ່ ຕດິ ວຽນຢ່ ູເທງິຖານຂອງແກນ ດອກເຊິ ່ ງຢືດຂະຫຍາຍຂື ້ນໄປ. ພືດໃນເຜົ ່ານີ ້ປະກອບດວ້ ຍຕະກຸນຫ າຍຕະກຸນ (family) ແຕ່ຕະກຸນທີ ່ ໜາ້ສນົ ໃຈ ໄດ້ແກ່ : ຕະກຸນ Magnoliaceae (ຕະກຸນຈໍາປາ), ເປັນພືດພຸ່ ມ ຫ ື ພດືຢືນຕົນ້ , ເນື ້ອໄມມ້ ກັ ມກີ ິ ່ນຫອມ, ມີໃບດ່ ຽວ ຮູບໃບຫອກ ຂອບລຽບ ແລະ ຕິດລຽງແບບວຽນ, ມີ ້ ເຈ້ຍກ້ານໃບຂະໜາດໃຫຍ່ ຫຸ້ມປິດຕາ ຫ ື ຍອດອ່ ອນໄວ້.


140 ຕະກຸນຈໍາປາອອກດອກດ່ ຽວຂະໜາດໃຫຍ່ເຊິ ່ ງເຫນັ ໄດຢ້່ າງຊດັ ເຈນ, ມກີ ິ ່ນກອມແຮງ, ດອກເກີດຢ່ ູປາຍຍອດ ຫ ື ປາຍກິ ່ ງ, ມເີພດູຄບົ , ຖານດອກເປັນແກນເດມີ ຂະຫຍາຍຂື ້ນໄປເປັນຮູບຈວຍເຊິ ່ ງເປັນບ່ ອນຕດິຂອງຮງັໄຂ່ , ເກສອນ ເພດຜູ້ມີຈໍານວນຫ າຍເຊິ ່ ງຢ່ ູແຍກກນັ , ເກສອນເພດແມ່ມຈີາໍນວນຫ າຍ ແລະ ຢ່ ູແຍກກນັ ເປັນແບບເທິງວົງກີບ ພາຍ ໃຍມີ 1 ຫັອງ ແລະ ມີເມັດໄຂ່ 2 ເມັດ, ເກີດໝາກແບບແຕກແນວດຽວແຕ່ ລວມກັນເປັນພວງ ບາງຊະນິດເປັນ ໝ າກມີເນື ້ອຫ າຍແກ່ ນ ຫ ື ຄ້າຍຄືໝາກແບບປີກດຽວ, ພາຍໃນໝາກມີເມັດຂະໜາດໃຫຍ່ . ຕະກຸນຈໍາປາມີ 12 ສະກຸນ ແລະ ມີປະມານ 210 ຊະນິດ, ຕົວຢ່ າງຂອງພືດໃນຕະກຸນນີໄດ້ແກ່ : ຈ າປີດົງ (Kmeria duperreana), ຍີ ່ຫຸບນອ້ ຍ (Magnolia coco), ຈໍາປີ (Michalia alba), ຈໍາປາ (Michalia champaca), ຈ າປາປ່ າ(Paramicheria baillonii ) ຮູບທີ9.7 ແລະ ຈໍາປີຫ ວງ (Michalia rajaniana). 1.13. Order Annonales ກ່ ຸມພດືໃນເຜົ ່ານີ ້ ເປັນພດືທີ ່ມເີນື ້ອໄມ້ເຊິ ່ ງມທີ ງັພືດພຸ່ ມ, ເປັນເຄືອ ແລະ ພືດຢືນ ຕົນ້ , ມີໃບດ່ ຽວຕິດລຽງແບບສະຫ ັບ, ດອກມີເພດຄົບ ໂດຍມີກີບດອກແຍກກັນມີລັກສະນະເປັນກີບລວມ, ເກສອນເພດຜູມ້ ຫີ າຍ ແລະ ຢ່ ູແຍກກນັ , ເກສອນເພດແມ່ມຮີ ງັໄຂ່ຫ າຍອນັ ເຊິ ່ ງແຍກກນັ ຫ ືອາດຢູ່ ຕິດກັນ, ອອກ ໝາກແບບ berry ເຊິ ່ ງພາຍໃນມເີມດັ ຂະໜາດໃຫຍ່ ແລະ ມແພີ ສະສມົ ອາຫານ. ກ່ ຸມພືດໃນເຜົ ່ານີ ້ປະກອບດວ້ ຍ ຕະກຸນ (family) ຄືຕະກຸນ: Annonaceae ແລະ Eupomatiaceae, ແຕ່ ຈະກ່ າວພຽງ 1 ຕະກຸນຄື: Family Annonaceae (ຕະກຸນກະດັງງາ), ເປັນໄມ້ພຸ່ ມ, ໄມລ້ ົມ້ ລຸກທີ ່ມໜີ າມຂໍກ່ ຽວຕາມຂໍ ້ຫ ືໄມຢ້ ືນຕົນ້ , ເນື ້ອໄມ້ແລະ ໃບມກີ ິ ່ນ ແລະ ມຕີ່ອນນໍ ້າມນັ , ເປືອກຊັນ້ ໃນລອກໄດ້ແລະ ເປັນແຜ່ນດາງແຫບາງໆ, ກິ ່ ງນອ້ ຍໆມກັ ມໃີສປ້ ະກດົຢ່ ູ. ມີໃບດ່ ຽວຕິດລຽງແບບສະຫ ັບ ຂອບໃບລຽບ ແລະ ກົກກ້ານໃບໂປ່ ງ. ກະດັງງາອອກດອກດ່ ຽວ ຫ ື ເປັນກຸ່ ມ ເຊິ ່ ງອອກທີ ່ ຫ ບືກິ ່ ງ ຫ ືປາຍກິ ່ ງ, ດອກມີສັດສ່ ວນສົມດຸນ ແລະ ມີເພດຄົບ, ເກສອນເພດຜູ້ມີຈໍານວນຫ າຍ, ກ້ານ ເກສອນສັນ້ ອດັ ບຽດຕິດກນັ ລຽງວຽນຕດິ ເທງິຖານແກນດອກ ເຊິ ່ ງຢືດເດ່ ຂະຫຍາຍເປັນຮູບເນນີ ໂຄງ້ນນູ , ເກສອນ ເພດແມ່ມຈີາໍ ນວນຫ າຍເຊິ ່ ງຢ່ ູແຍກກນັ ແລະ ເປັນແບບເທິງວົງກີບ ພາຍໃນຮັງໄຂ່ ແຕ່ ລະອັນມີ 1 ຫ້ອງ ແລະ ມີເມັດ ໄຂ່ຕັ ້ງແຕ່ 1 ເມດ, ອອກໝາກແບບ ັ ມເີນື ້ອຫ າຍແກ່ ນ ຕດິຢ່ ູເທງິແກນດອກ ບາງຊະນດິອາດເຊື ່ອມຕດິກນັ ເປັນໝາກ ກຸ່ ມ, ພາຍໃນໝາກມີເມັດຂະໜາດໃຫຍ່ ຜິວຫຸ້ມເມັດແຂງ ແລະ ມັນ, ມີອາຫານສະສົມ. ຕະກຸນກະດັງງາມີປະມານ 80 ສະກຸ ນ ແລະ ມີ 850 ຊະນິດ, ຕົວແທ ນໄດ້ແກ່ : ຈໍາປູນ (Anaxagorea javanica), ໝ າກ ຂຽບ (Anaxagorea squamosa), ກະດັງງາ (Cananga odorata) ຮູບທີ9.8, ສາຍຫຍຸດ (Desmos chinensis), ຕີນຕັ ່ ງ (Desmos dumosus), ລໍ າດວນ (Melodorum fruticosum) ແລະ ນົມ ແມ ວ (Rauwenhoffia siamensis). 1.14. Order Laurales ພດື ໃນເຜົ ່ານີທ້ ງັໝດົ ເປັນໄມທ້ ີ ່ມແີກ່ນ, ເຊິ ່ ງປະກອບມຕີ່ອມນໍ ້າມນັກິ ່ນຫອມ, ມີ ໃບດ່ ຽວໂດຍຕິດລຽງແບບສະຫ ັບ ຫ ືແບບກງົກນັ ຂາ້ມ, ດອກມເີພດຄບົ ຫ ືມເີພດດຽວ, ເກສອນເພດຜູມ້ ບີ ໍ ່ ຫ າຍ ປານໃດ, ມີຮັບໄຂ່ ເປັນແບບເທິງວົງກີບ ຫ ື ແບບເຄິ ່ ງກາງວົງກີບ. ພືດໃນເຜົ ່ າ Laurales ປະກອບມີ 7 ຕະກຸນ (family) ແຕ່ ຈະສະເໜີບາງຕະກຸນຄື: ຕະກຸນ Lauraceae, Myristicaceae ແລະ ຕະກຸນ Menispermaceae ເຊິ ່ ງແຕ່ລະຕະກຸນມີລັກສະນະທາງສັນຖານວິທະຍາ ແລະ ຕົວຢ່ າງຊະນິດດັ ່ງລ່ ຸມນີ ້ : 1.14.1. Family Lauraceae (ຕະກຸນອົບເຊີຍ), ເປັນພດືລົມ້ ລຸກ ຫ ືພດືຢືນຕົນ້ທີ ່ມເີປືອກ ແລະ ເນື ້ອໄມ້ ທີ ່ມກີ ິ ່ນຫອມ, ມໃີບດ່ ຽວຕດິລຽງແບບສະຫ ບັ ຂອບໃບລຽບ ຫ ືວໍ ້າເປັນລອນ ເນື ້ອໃບໜາໜຽວ. ອອກດອກເປັນຊໍ ່ ເຊິ ່ ງມີຫ າຍແບບເຊັ ່ ນ: panicle, raceme, spike ແລະ umbel ດອກຍ່ ອຍມີຄົບທັງເພດຜູ້ແລະ ເພດແມ່ ຫ ື ມີ ເພດດຽວ, ດອກມີຂະໜາດນ້ອຍ ແລະ ມີສິເຫ ືອງອົມຂຽວ, ກີບລວມມີ2 ວົງຊັນ້ ໆລະ 3 ກີບ ແລະ ຢູ່ ແຍກກັນ,


141 ເກສອນເພດຜູ້ມີ 4 ວົງຊັນ້ ຊັນ້ ລະ 3 ອັນ ໂດຍວົງຊັນ້ ໃນເປັນໝັນ ກັບເກສອນຕິດກັບກ້ານຢູ່ ສ່ ວນຖານ ກັບເກ ສອນມີຮູເປີດທີ ່ມີລັກສະນະເປັນລິ ້ນເປີດ-ປິດຂື ້ນລົງ, ເກສອນເພດແມ່ ມີຮັງໄຂ່ 1 ອັນແບບເທິງວົງກີບພາຍໃນມີ 1 ຫ້ອງ ແລະ ມີໄຂ່ 1 ເມັດ ຍອດເກສອນແຍກເປັນ 3 ແສກ. ໝາກເປັນແບບແກ່ ນດຽວແຂງ ຫ ື ໝາກມີເນື ້ອຫ າຍ ແກ່ ນໂດຍມີກີບລວມທີ ່ມີອາຍຸທົນທານຮອງຮັບໝາກໄວ້, ພາຍໃນໝາກມີແກ່ ນທີ ່ບໍ ່ມີແພສະສົມອາຫານ, ການເກີດ ດອກ ແລະ ໝາກຈະຢູ່ ລະຫວ່ າງເດືອນມີນາເຖິງເດືອນມິຖຸນາ. ຕະກຸນອົບເຊີຍມີປະມານ 45 ສະກຸນ ແລະ ມີ ປະມ ານ 1 ,100 ຊ ະນິດ, ຕົວຢ່ າງໄດ້ແ ກ່ : ໝ າກ ດູ ກ (Beilschmiedia roxburghiana), ອົບເຊີຍ (Cinnamomus bejolghota) ຮູບ 9.8, ເທບທາໂຣ (Cinnamomus porrectum), ຊະເອມ (Cinnamomus subavenium), ກາລະບູນ (Cinnamomus zeylanicum), ຈວງຫອມ (Neocinnamomum caudatum ), ອາ ໂວກາໂດ້ (Persea americana ) ແລະ ສະມຸນແວ້ງ (Temmodaphne thailandica ). ກະດັງງາ (Cananga odorata) ອົບເຊີຍ (Cinnamomus bejolghota) ຮູບທີ 9.8 ຕົວຢ່ າງລກັ ສະນະຂອງພດືໃນເຜົ ່າ Annonales (ຮູບຊ້າຍ) ແລະ Laurales (ຮູບຂວາ) 1.14.2. Family Myristicaceae (ຕະກຸນຈັນເທດ), ເປັນພດືລົມ້ ລຸກຂະໜາດໃຫຍ່ ຫ ືພດືຢືນຕົນ້, ພດື ປ່ ຽນໃບ, ເປືອກຊັນ້ ໃນມັກມີນໍ ້າຢ່ າງແດງ ແລະ ຕົນ້ ມກີ ິ ່ນຫອມ. ໃບເປັນໃບດ່ ຽວຕິດລຽງແບບສະຫ ັບ, ຂອບໃບ ລຽບ, ເນື ້ອໃບໜຽວໜາ ແລະ ມີຈຸດຕ່ ອມນໍ ້າມັນໃນເນື ້ອໃບ. ດອກເປັນດອກຊໍ ່ ໂດຍມີຫ າຍແບບເຊັ ່ນ: raceme, corymb ແລະ head ຫ ືແບບອື ່ນໆ, ດອກຍ່ ອຍມີຂະໜາດນ້ອຍ ແລະ ມີເພດດຽວ, ກາບດອກມີ3 ກາບ ແລະ ມີ ຖານຕິດກັນ, ບໍ ່ ປະກົດມີກີບດອກ, ເກສອນເພດຜູ້ມີຈໍານວນບໍ ່ ແນ່ ນອນໂດຍທີຕັ ້ງແຕ່ 3 – 30 ອັນ ກ້ານເກສອນ ເຊື ່ອມຕິດກັນເປັນຫ ອດ ຫ ືແຜ່ເປັນຮູບຈານໂຄ້ງ, ເກສອນເພດແມ່ມີຮັງໄຂ່ 1 ອັນເປັນແບບເທິງວົງກີບ ໂດຍພາຍໃນ ມີ1 ຫ້ອງ ແລະ ມີໄຂ່ 1 ເມັດ. ໝາກເປັນແບບແກ່ ນດຽວແຂງ ພາຍໃນມີແກ່ ນທີ ່ມີປຸຍເຈ້ຍສີສົດຫຸ້ມແກ່ ນ, ແກ່ ນມີ ແພສະສົມອາຫານພວກສານນໍ ້າມັນ, ລະດູການອອກດອກ ແລະ ໝາກຈະຢູ່ ລະຫວ່ າງເດືອນມີນາເຖິງເດືອນມີຖຸນາ. ຕະກຸນຈັນເທດມີ 16 ສະກຸນ ແລະ ມີປະມານ 380 ຊະນດິ , ຕວົ ຢ່ າງພືດໃນຕະກຸນນີ ້ໄດແ້ ກ່ : ໝາກມ່ວງເລືອດ ນ້ອຍ (Knema angustifolia ), ຈັນເຂົາ (Knema cinera ), ເລືອດປາໄຫ (Knema conferta ), ເລືອດ ຄວາຍ (Knema erratica), ເລືອດກວາງ (Knema linifolia), ຈັນເທດ (Myristica fragrans ), ຈັນແດງ (Myristica iners ) ແລະ ຈັນປ່ າ (Myristica cinnamonum ).


Click to View FlipBook Version