ວິທີສອນແບບຄວາມຄິດລວມຍອດ (Concept Attainment Model) 144 ວິທີສອນແບບຄວາມຄ ິ ດລວມຍອດ (Concept Attainment Model) ສູນພັດທະນາສ່ືການຮຽນການສອນ, ສວສ
ວິທີສອນແບບຄວາມຄິດລວມຍອດ (Concept Attainment Model) 145 ວິທີສອນແບບຄວາມຄິດລວມຍອດ ເປັນການສອນທີ່ຊ່ວຍໃຫ້ຜູ້ຮຽນສ້າງ ຄວາມຄິດລວມຍອດ ຊ ຶ່ງເປັນຂ ໍ້ຄວາມສະແດງປະເພດຂອງສັບພະສ ິ່ ງຕາມລັກສະນະ ສະເພາະດ້ວຍຕົນເອງ, ຈາກການລວບລວມຂໍ້ມູນ, ສັງເກດຈໍາແນກປະເພດ ແລະ ຈັດໝວດໝູ່ຕົວຢ່າງທີ່ຄູນໍາສະເໜີ. ແນວຄິດ ຈຸດປະສົງສໍາຄັນຂອງການສອນຄວາມຄິດລວມຍອດ ເພ ື່ອຝຶກໃຫ້ຜູ້ຮຽນຮູ້ຈັກຄິດ, ສັງເກດ, ປຽບທຽບ, ຈໍາແນກສັບພະສ ິ່ງໃຫ້ເປັນ ໝວດໝູ່ຕາມລັກສະນະສະເພາະ, ຈົນສາມາດສ້າງຄວາມຄິດລວມຍອດດ້ວຍຕົວເອງ. ການວາງແຜນການສອນ ກອນສອນຄູຄວນກຽມຕົວດ ັ່ ງນ ີ້ : 1. ຂຽນຊ ື່ ຄວາມຄິດລວມຍອດເຊ ັ່ ນ: ຈະສອນຄວາມຄິດລວມຍອດເລ ື່ ອງສັດ ລ້ຽງກໍຂຽນໄວ້ວ່າ ìສັດລ້ຽງî 2. ກຽມຕົວຢ່າງທ ີ່ເປັນຄວາມຄິດລວມຍອດປະມານ 10 ຕົວຢ່າງເຊ ັ່ ນ: ແມວ, ໝາ, ປາ, ງົວ, ແມງກະເບ ື້ ອ, ນົກ, ໄກ່, ເປັດ, ກະຕ່າຍ, ມ້າ. 3. ກຽມຕົວຢ່າງທີ່ບໍ່ເປັນຄວາມຄິດລວມຍອດປະມານ 10 ຕົວຢ່າງເຊ ັ່ ນ: ງູ, ແມງ ງອດ, ຂ ີ້ ເຂັບ, ຍຸງ, ມົດ, ແມງມຸມ, ເສືອ, ໝີ, ແຂ້, ລີງ, ຂ ີ້ ກະເດືອນ. 4. ກຽມລັກສະນະເພາະ ຫຼື ລັກສະນະຮ່ວມທີ່ສໍາຄັນຂອງສ ິ່ ງທ ີ່ເປັນຄວາມຄິດ ລວມຍອດເຊ ັ່ ນ: ສັດລ້ຽງມີລັກສະນະສະເພາະຄື: ມີລັກສະນະສວຍງາມ ຫຼື ໜ້າຮັກ ຫຼື ແຂງແຮງ. ມີນິໄສບໍ່ຮ້າຍກາດ, ສາມາດລ້ຽງໃຫ້ຄຸ້ນໄດ້. ບໍ່ມີພິດ. ລ້ຽງໄວ້ໃນບ້ານ, ໄວ້ເບ ິ່ ງຫຼິ້ນ ຫຼື ໃຊ້ວຽກ. 5. ກຽມລັກສະນະທ ົ່ວໄປ ຊຶ່ ງບ ໍ່ ແມ່ນລັກສະນະສະເພາະເຊ ັ່ ນ: ມີຮູບຮ່າງຕ່າງກັນ. ອາໄສຢູ່ບົກ ຫຼື ໃນນໍ້ າ. ສູນພັດທະນາສ່ືການຮຽນການສອນ, ສວສ
ວິທີສອນແບບຄວາມຄິດລວມຍອດ (Concept Attainment Model) 146 ໃຫ້ປະໂຫຍດ ຫຼື ໂທດ. 6. ສະຫ ຼຸ ບເປັນກົດເກນຄື ຂຽນຄໍາອະທິບາຍຄວາມຄິດລວມຍອດຈະໄດ້ວ່າ: ìສັດລ້ຽງເປັນສັດທີ່ມີລັກສະນະສວຍງາມ ແລະ ໜ້າຮັກ ຫຼື ເຂ ັ້ ມແຂງ, ນິດໄສ ບໍ່ຮ້າຍກາດ, ສາມາດລ້ຽງໃຫ້ຄຸ້ນໄດ້, ປົກກະຕິຈະບໍ່ມີພິດ, ມະນຸດເຮົາລ້ຽງໄວ້ ເບ ິ່ ງ ຫຼື ໃຊ້ວຽກî ດັ່ ງນ ີ້ເປັນຕ ົ້ ນ. ລໍາດັບຂັ້ນການສອນ (ຂັ້ ນກ ິ ດຈະກໍາ) ຂັ້ນທ 1 ີ ສະເໜີຂໍ້ມູນ ແລະ ພະຍາຍາມລະບຸຊື່ຄວາມຄິດລວມຍອດ 1.1. ຄູສະເໜີຕົວຢ່າງທັງຕົວຢ່າງທ ີ່ເປັນຄວາມຄິດລວມຍອດ (ບວກ) ແລະ ສິ່ ງທີ່ບໍ່ ເປັນຄວາມຄິດລວມຍອດ (ລົບ). 1.2. ນັກຮຽນປຽບທຽບຕົວຢ່າງທ ີ່ເປັນບວກ ແລະ ລົບ ໂດຍພິຈາລະນາວ່າ ສ ິ່ ງທ ີ່ເປັນ ບວກມີລັກສະນະສະເພາະອັນໃດລວມກັນ. 1.3. ນັກຮຽນຕ ັ້ ງສົມມຸດຖານໄວ້ໃນໃຈ ແລ້ວທົດສອບສົມມຸດຖານນ ັ້ນ (ເມື່ ອຄູບອກ ຕົວຢ່າງເພ ີ່ ມເຕີມ). 1.4. ນັກຮຽນສະຫຼຸ ບລັກສະນະສະເພາະທີ່ຮ່ວມກັນຂອງຕົວຢ່າງທ ີ່ເປັນບວກ ແລ້ວ ພະຍາຍາມລະບຸຊື່ຄວາມຄິດລວມຍອດ. ຂັ້ນທີ 2 ທົດສອບຄວາມຖກຕື ້ອງຂອງຄວາມຄດລວມຍອດ ິ 2.1. ຄູໃຫ້ຕົວຢ່າງເພ ີ່ ມແລ້ວນັກຮຽນຈໍາແນກວ່າແຕ່ລະຕົວຢ່າງເປັນການບວກ ຫຼື ລົບ (ແມ່ນ ຫຼື ບໍ່ແມ່ນ). 2.2. ຄູຢືນຢັນສົມມຸດຖານວ່າຖືກຕ້ອງ, ບອກຊ ື່ ຄວາມຄິດລວມຍອດ ແລະ ໃຫ້ ຄໍາອະທິບາຍສັບຂອງຄວາມຄິດລວມຍອດທ ີ່ ສອດຄອງກັບລັກສະນະ ສະເພາະ. 2.3. ນັກຮຽນຍົກຕົວຢ່າງເພ ີ່ ມເຕີມ. ສູນພັດທະນາສ່ືການຮຽນການສອນ, ສວສ
ວິທີສອນແບບຄວາມຄິດລວມຍອດ (Concept Attainment Model) 147 ຂັ້ນທີ 3 ວິເຄາະຍ ຸ ດທະວິທີການຄດ ິ 3.1. ນັກຮຽນອະທິບາຍຄວາມຄິດຂອງຕົນ. 3.2. ນັກຮຽນອະພິປາຍບົດບາດຂອງສົມມຸດຖານ ແລະ ລັກສະນະສະເພາະ. 3.3. ນັກຮຽນອະພິປາຍຊະນິດ ແລະ ຈໍານວນຂອງສົມມຸດຖານທີ່ຕັ້ງໄວ້. ຂໍ້ດີ 1. ຊ່ວຍໃຫ້ນັກຮຽນສາມາດສ້າງຄວາມຄິດລວມຍອດດ້ວຍຕົນເອງ. 2. ຊວຍຝຶກການຄິດ, ການປຽບທຽບ, ຫາເຫດຜົນຈາກຂໍ້ມູນທີ່ໄດ້ຮັບ ເພ ື່ ອສະ ຫຼຸບເປັນຂ ໍ້ ຄວາມຮູ້. 3. ນັກຮຽນໄດ້ແລກປ່ຽນຂໍ້ມູນ, ຄວາມຮູ້, ຄວາມຄິດ ແລະ ປະສົບການໄດ້ຢ່າງດີ. ຂໍ້ຈໍາກັດ ຄູຕ້ອງກຽມລັກສະນະສະເພາະ ຊ ຶ່ງເປັນລັກສະນະຮ່ວມຂອງຕົວຢ່າງທີ່ນໍາສະ ເໜີໃຫ້ຖືກຕ້ອງ ເພ ື່ ອສາມາດສະຫ ຼຸ ບເປັນຄວາມຄິດລວມຍອດທີ່ຖືກຕ້ອງ ຊ ຶ່ ງອາດຈະ ເປັນເລ ື່ ອງຂ້ອນຂ້າງຍາກສໍາລັບຄູ. ຕົວຢ່າງການສອນຄວາມຄ ິ ດລວມຍອດ ເລ ື່ອງ ìສັດລ້ຽງî ຂັ້ນກະກຽມ: ກະຕຸ້ນຄວາມສົນໃຈ ຄູຊີ້ແຈງການຮຽນໃຫ້ນັກຮຽນຮູ້ວ່າ ìຫຼັງຈາກທ ີ່ ເຄີຍຮູ້ຈັກສັດລ້ຽງຕ່າງໆຫຼາຍ ຊະນິດມາແລ້ວທັງດ້ານຊ ື່ , ຮູບຮ່າງລັກສະນະ, ນິດໄສ, ອາຫານ, ທີ່ຢູ່ອາໄສ, ປະໂຫຍດ, ໂທດມື້ນີ້ນັກຮຽນຈະໄດ້ຮ່ວມກິດຈະກໍາ ຫຼື ຈະຊ່ວຍໃຫ້ຮູ້ຈັກສັດດີຂຶ້ນî. ສູນພັດທະນາສ່ືການຮຽນການສອນ, ສວສ
ວິທີສອນແບບຄວາມຄິດລວມຍອດ (Concept Attainment Model) 148 ຄູຈະບອກຊື່ສັດ ແລະ ບອກວ່າ ìແມ່ນî, ìບໍ່ ແມ່ນî ໃຫ້ນັກຮຽນຄິດເຖິງຂໍ້ມູນ ກ່ຽວກັບສັດນ ັ້ ນທຸກໆດ້ານ ເມ ື່ ອຄູບອກ ìແມ່ນî ຄັ້ ງທີ 2, 3... ໃຫ້ນັກຮຽນຄິດເຊ ື່ ອມ ໂຍງໃຫ້ໄດ້ວ່າສັດທ ີ່ ບອກນ ັ້ ນມີລັກສະນະແນວໃດທີ່ ìແມ່ນî ຄືກັນ (ຄູອາດຈະໃຫ້ນັກ ຮຽນຂຽນຄວາມຄິດລົງໃນເຈ້ຍ) ແລ້ວໃຫ້ນັກຮຽນທົດສອບຄວາມຄິດນ ັ້ ນເມ ື່ ອຄູບອກ ຊື່ສັດອ ື່ ນໆຕ ໍ່ໄປສຸດທ້າຍນັກຮຽນຈະບອກໄດ້ວ່າຄູໝາຍເຖິງຫຍັງ. ຂັ້ນກດຈະກ ິ ໍາ ຂັ້ນທ 1: ສະເໜ ີ ີຂໍ້ມູນ ແລະ ພະຍາຍາມລະບຸຊື່ຄວາມຄດລວມຍອດ ິ 1.1 ຄູສະເໜີຕົວຢ່າງທັງທ ີ່ ìແມ່ນî ແລະ ìບໍ່ ແມ່ນî ຄື ແມວ-ແມ່ນ ນັກຮຽນຄິດຄ ົ້ ນຂໍ້ມູນກ່ຽວກັບ ìແມວî ດ້ານຮູບຮ່າງ, ລັກສະນະ, ນິດໄສ, ອາຫານ, ປະໂຫຍດ, ທີ່ຢູ່ ຯລຯ. 1.2 ຄູສະເໜີຕົວຢ່າງເພ ີ່ ມເຕີມ ງູ-ບ ໍ່ ແມ່ນ ໝາ-ແມ່ນ ນັກຮຽນຄິດຄ ົ້ ນຂໍ້ມູນກ່ຽວກັບ ìໝາî ທຸກໆດ້ານເຊ ັ່ ນດຽວກັບແມວ, ພະ ຍາຍາມຫາລັກສະນະສະເພາະ ຫຼື ລັກສະນະຮ່ວມກັນຂອງແມວກັບໝາ ແລະ ອາດຈະຍົກມືເພ ື່ ອຕອບ. ຄູແນະນໍາໃຫ້ຕັ້ງສົມມຸດຖານໄວ້ໃນໃຈກ່ອນ ແລະ ທົດສອບເບ ິ່ ງວ່າຄວາມ ຄິດນ ັ້ ນຖືກຕ້ອງ ຫຼື ບ ໍ່ ໂດຍຄູຈະບອກຕົວຢ່າງເພ ີ່ ມເຕີມ. 1.3 ຄູສະເໜີຕົວຢ່າງເພ ີ່ ມເຕີມ ເສືອ-ບ ໍ່ ແມ່ນ ປາ-ບໍ່ ແມ່ນ ໝີ-ບ ໍ່ ແມ່ນ ເປັດ-ແມ່ນ ນັກຮຽນຄິດປຽບທຽບ, ຈໍາແນກ, ຈັດໝວດສັດ (ໃນໃຈ) ເພື່ ອທົດສອບສົມມຸດ ຖານທີ່ຕັ້ງໄວ້ໃນໃຈ ສູນພັດທະນາສ່ືການຮຽນການສອນ, ສວສ
ວິທີສອນແບບຄວາມຄິດລວມຍອດ (Concept Attainment Model) 149 1.4 ຄູກະຕຸ້ນໃຫ້ນັກຮຽນຄິດສະຫ ຼຸ ບລັກສະນະສະເພາະທີ່ຮ່ວມກັນຂອງ ຕົວຢ່າງສັດທ ີ່ ìແມ່ນî ແລ້ວຄິດຮຽບຮຽງເປັນຂ ໍ້ ຄວາມຄິດລວມຍອດຂອງ ຕົນເອງ ໂດຍຍັງບ ໍ່ບອກໃຜ. ຂັ້ນທ 2: ທ ີ ົດສອບຄວາມຖືກຕ້ອງຂອງຄວາມຄດລວມຍອດ. ິ 2.1 ຄູສະເໜີຕົວຢ່າງເພ ີ່ ມເຕີມໃຫ້ນັກຮຽນບອກວ່າ ìແມ່ນî ຫຼື ìບໍ່ ແມ່ນî (ເພື່ ອ ທົດສອບສົມມຸດຖານຂອງຕົນເອງ) ຄູ ນັກຮຽນ ແຂ້ ບ ໍ່ ແມ່ນ ຂ ີ້ ເຂັບ ບ ໍ່ ແມ່ນ ນົກ ແມ່ນ ໄກ່ ແມ່ນ ກະຕ່າຍ ແມ່ນ 2.2 ຄູສະເໜີຕົວຢ່າງໃຫ້ນັກຮຽນທົດສອບຈົນໝ ັ້ນໃຈວ່ານັກຮຽນທຸກຄົນຮູ້ ແລ້ວວ່າຄວາມຄິດລວມຍອດແມ່ນຫຍັງ ຈ ຶ່ ງຮ່ວມກັນສະຫ ຼຸ ບຄວາມຄິດ ລວມຍອດດ້ວຍການຊັກຖາມວ່າ ìກຸ່ມສັດທີ່ຄູບອກວ່າ ìແມ່ນî ນັກຮຽນ ຄິດວ່າມີລັກສະນະສະເພາະຮ່ວມກັນແນວໃດî. ນັກຮຽນຕອບ – ມັນເປັນສັດທ ີ່ ງາມ, ສີງາມ, ຂົນນຸ້ມ. – ໜ້າຮັກ – ຄົນມັກນໍາມາລ້ຽງ, ອາດຈະລ້ຽງໄວ້ເບ ິ່ ງ ຫຼື ໃຊ້ງານ. – ຄຸ້ນ, ບໍ່ຮ້າຍ. 2.3 ຄູກະຕຸ້ນໃຫ້ນັກຮຽນນໍາລັກສະນະສະເພາະຊ ຶ່ ງຮ່ວມກັນຂອງກຸ່ມສັດມາ ຮຽບຮຽງເປັນຂ ໍ້ ຄວາມ ແລະ ລະບຸຊື່ຄວາມຄິດລວມຍອດຢ່າງຖືກຕ້ອງ (ຕາມທີ່ຄູກຽມໄວ້) ແລ້ວອ່ານໃຫ້ໝູ່ຟັງ. ສູນພັດທະນາສ່ືການຮຽນການສອນ, ສວສ
ວິທີສອນແບບຄວາມຄິດລວມຍອດ (Concept Attainment Model) 150 2.4 ເມ ື່ ອນັກຮຽນບອກຖືກ, ຄູສະເຫຼີຍ, ຢືນຢັນຄໍາຕອບວ່າ ìຖືກຕ້ອງî ແລະ ສະຫ ຼຸ ບຄວາມຄິດລວມຍອດທີ່ນັກຮຽນບອກໃຫ້ສົມບູນອີກຄ ັ້ ງ. ຂັ້ນທ 3: ວ ີ ິເຄາະຍດທະວ ຸ ິທີການຄດຂອງນ ິ ັກຮຽນ ໃຫ້ນັກຮຽນອະທິບາຍຄວາມຄິດຂອງຕົນເອງ ຕ ັ້ ງແຕ່ເມ ື່ ອຄູສະເໜີຕົວຢ່າງ ແມວ, ໝາ ຯລຯ ຕາມລໍາດັບຈົນກະທັງສາມາດສະຫຼຸ ບຄວາມຄິດລວມຍອດໄດ້ວ່າ ນັກຮຽນຕ ັ້ ງສົມມຸດຖານໄວ້ໃນໃຈແນວໃດແດ່, ປ່ຽນສົມມຸດຖານ ຫຼື ບ ໍ່ ເມ ື່ອໄດ້ຕົວ ຢ່າງເພ ີ່ ມເຕີມ ແລະ ລັກສະນະສະເພາະຂອງກຸ່ມສັດທ ີ່ເປັນຕົວຢ່າງນ ັ້ ນ ນັກຮຽນຄິດ ໄວ້ແນວໃດແດ່, ປ່ຽນການຄິດແບບໃດແດ່ຈຶ່ງສະຫຼຸ ບລັກສະນະສະເພາະໄດ້ຖືກຕ້ອງ. ສູນພັດທະນາສ່ືການຮຽນການສອນ, ສວສ
ສອນແບບການຮຽນແບບຮ່ວມມື (Cooperative Learning) 151 ວິທີສອນແບບການຮຽນແບບຮ່ວມມື (Cooperative Learning) ສູນພັດທະນາສ່ືການຮຽນການສອນ, ສວສ
ສອນແບບການຮຽນແບບຮ່ວມມື (Cooperative Learning) 152 ການຮຽນແບບຮ່ວມມື ເປັນການຈັດການຮຽນທ ີ່ ແບ່ງຜູ້ຮຽນອອກເປັນກຸ່ມ ນ້ອຍໆ ສະມາຊິກໃນກຸ່ມມີຄວາມສາມາດແຕກຕ່າງກັນ, ມີການແລກປ່ຽນຄວາມຄິດ ເຫັນ, ມີການຊ່ວຍເຫຼືອສະໜັບສະໜູນຊ ຶ່ ງກັນ ແລະ ກັນ ແລະ ມີຄວາມຮັບຜິດ ຊອບ ຮ່ວມກັນທັງໃນສ່ວນຕົວ ແລະ ສ່ວນລວມ ເພ ື່ອໃຫ້ກຸ່ມໄດ້ຮັບຄວາມສໍາເລັດຕາມເປົ້າ ໝາຍທີ່ກໍານົດ. ຫຼັກການສໍາຄັນຂອງການຮຽນແບບຮ່ວມມື 1. ສະມາຊິກໃນກຸ່ມມີເປົ້ າໝາຍຮ່ວມກັນ, ມີການເຮັດວຽກຮ່ວມກັນ, ມີການແບ່ງ ປັນວັດຖຸອຸປະກອນ, ຂໍ້ມູນຕ່າງໆໃນການເຮັດວຽກທຸກຄົນມີບົດບາດໜ້າທີ່ ແລະ ປະສົບຄວາມສໍາເລັດຮ່ວມກັນ. 2. ການປະຕິສໍາພັນມີລັກສະນະສ ົ່ ງເສີມຊ ຶ່ ງກັນ ແລະ ກັນໂດຍກົງ, ມີການແລກ ປ່ຽນຄວາມຄິດເຫັນຊ ຶ່ ງກັນ ແລະ ກັນ ແລະ ມີການອະທິບາຍຄວາມຮູ້ໃຫ້ແກ່ ໝູ່ເພ ື່ອນໃນກຸ່ມຟັງ. 3. ສະມາຊິກມີຄວາມຮັບຜິດຊອບໃນການຮຽນ ໂດຍມີການຊ່ວຍເຫຼືອສ ົ່ ງເສີມ ຊຶ່ງ ກັນ ແລະ ກັນ ເພ ື່ອໃຫ້ເກີດຄວາມສໍາເລັດຕາມເປົ້ າໝາຍກຸ່ມ. 4. ການໃຊ້ທັກສະທາງສັງຄົມ ແລະ ທັກສະການເຮັດວຽກກຸ່ມ ເພ ື່ ອຊ່ວຍໃຫ້ ການ ເຮັດວຽກກຸ່ມປະສົບຜົນສໍາເລັດ. 5. ສະມາຊິກເຮັດວຽກກຸ່ມຢ່າງມີຂັ້ນຕອນ ໂດຍໃຊ້ຂະບວນການກຸ່ມ ເພ ື່ ອຊ່ວຍ ໃຫ້ການເຮັດວຽກກຸ່ມເປັນໄປຢ່າງມີປະສິດທິພາບ. ຮູບແບບການຮຽນແບບຮ່ວມມືມີຫຼາຍຮູບແບບແຕ່ມີລັກສະນະສໍາຄັນຮ່ວມ ກັນຄື: ການຈັດແບ່ງນັກຮຽນເປັນກຸ່ມນ້ອຍປະມານ 2-6 ຄົນ ມີການຊ່ວຍເຫຼືອຊ ຶ່ ງກັນ ແລະ ກັນ, ສະມາຊິກກຸ່ມມີທັກສະໃນການເຮັດວຽກກຸ່ມ ມີການກວດສອບລາຍບຸກຄົນ ຊຶ່ງແຕ່ລະຮູບແບບຄູສາມາດນໍາໄປປັບ ແລະ ເລືອກໃຊ້ໃຫ້ເໝາະສົມກັບລະດັບຊ ັ້ ນ, ສະພາບຫ້ອງຮຽນຈົນເຖິງເນ ື້ອໃນທີ່ ສອນ. ຂັ້ນຕອນການຮຽນແບບຮ່ວມມື 1. ຊີ້ແຈງຈຸດປະສົງຂອງການຮຽນ ແລະ ການເຮັດວຽກຮ່ວມກັນ. ສູນພັດທະນາສ່ືການຮຽນການສອນ, ສວສ
ສອນແບບການຮຽນແບບຮ່ວມມື (Cooperative Learning) 153 2. ສອນ ຫຼື ໃຫ້ຂໍ້ມູນກ່ຽວກັບເນ ື້ອໃນທີ່ຕ້ອງການສອນ. 3. ຈັດກຸ່ມຜູ້ຮຽນ, ມອບໝາຍວຽກ. 4. ຜູ້ຮຽນຮຽນເຮັດວຽກຮວມກ ່ ັນ ໂດຍຕ້ອງໃຊ້ທັງທັກສະການເຮັດວຽກເປັນກຸ່ມ ແລະ ທັກສະທາງສັງຄົມ. 5. ກວດສອບຜົນງານ ແລະ ທົດສອບ. 6. ສະຫ ຼຸ ບຜົນງານຜົນການທົດສອບຂອງກຸ່ມ ແລະ ເສີມແຮງ. 7. ສະຫ ຼຸ ບບົດຮຽນ. ການຮຽນແບບຮ່ວມມືມີຫຼາຍຮູບແບບ, ຮູບແບບທີ່ນິຍົມໃຊ້ກັນມີ 3 ຮູບແບບຄື: 1. Student team-achievement devisions (STAD) ເປັນການສອນທ ີ່ ເລ ີ່ ມຕ ົ້ ນດ້ວຍການທີ່ຄູໃຫ້ຄວາມຮູ້ ຕ ໍ່ ຈາກນ ັ້ ນແບ່ງຜູ້ຮຽນເປັນກຸ່ມກຸ່ມລະ 4 ຄົນ. ເຮັດວຽກທີ່ໄດ້ຮັບມອບໝາຍຮ່ວມກັນປຽບທຽບຄໍາຕອບ ອະທິບາຍວິທີ ການຮຽນຝຶກຫັດຊ ຶ່ ງກັນ ແລະ ກັນ ແຕ່ໃນໄລຍະການທົດສອບນ ັ້ນຈະໃຫ້ເຮັດ ເປັນລາຍບຸກຄົນ ໃນຕອນທ້າຍຈ ຶ່ ງມີການຄໍານວນຄະແນນສະເລ່ຍຂອງກຸ່ມ. 2. Jigsaw ເປັນການຈັດໃຫ້ຜູ້ຮຽນທີ່ມີຄວາມແຕກຕ່າງກັນກຸ່ມລະ 5-6 ຄົນ ຮຽນຮູ້ຮ່ວມກັນໂດຍຜູ້ສອນແບ່ງບົດຮຽນເປັນເລ ື່ ອງຍ່ອຍໆ ເມ ື່ອໄດ້ຮັບມອບ ໝາຍຜູ້ຮຽນໃນກຸ່ມຈະແບ່ງພາລະກິດໄປສຶກສາເລ ື່ ອງຍ່ອຍ ແລະ ນໍາຜົນການ ສຶກສາມາລາຍງານຕໍ່ກຸ່ມ. 3. Co-op co-op ເປັນການສອນທີ່ຈັດໃຫ້ຜູ້ຮຽນໄດ້ຮ່ວມມືກັນໃນກຸ່ມ ແລະ ໄດ້ ຮ່ວມມືລະຫວ່າງກຸ່ມ ເພ ື່ອໃຫ້ບັນລຸເປົ້ າໝາຍການຮຽນຂອງຫ້ອງຮຽນຮ່ວມ ກັນ. ດ ັ່ ງນ ັ້ ນ, ຈ ຶ່ ງຕ້ອງຈັດໃຫ້ມີການແບ່ງບົດຮຽນເປັນຫົວເລ ື່ ອງຫຼັກມອບໃຫ້ ແຕ່ລະກຸ່ມຮັບຜິດຊອບໃນການສຶກສາ, ຕ ໍ່ ຈາກນ ັ້ນໃນແຕ່ລະກຸ່ມຈະມີການ ມອບໝາຍພາລະກິດໃຫ້ສຶກສາຫົວເລ ື່ ອງຍ່ອຍ ເພ ື່ ອນໍາມາສະຫ ຼຸ ບຮ່ວມກັນ ແບບ Jigsaw. ຂັ້ນຕອນການຮຽນແບບຮ່ວມມື 1. ການຮຽນຈະໄດ້ຜົນດີນັ້ນຜູ້ຮຽນຈະຕ້ອງມີທັກສະການເຮັດວຽກເປັນກຸ່ມ ແລະ ທັກສະທາງສັງຄົມ. ດ ັ່ ງນ ັ້ ນ, ຄູຈຶ່ງຈໍາເປັນຕ້ອງຝຶກທັກສະດ ັ່ງກາວໃຫ້ຜູ້ຮຽນ. ສູນພັດທະນາສ່ືການຮຽນການສອນ, ສວສ
ສອນແບບການຮຽນແບບຮ່ວມມື (Cooperative Learning) 154 2. ຄູຄວນຈັດໃຫ້ຜູ້ຮຽນທີ່ມີຄຸນລັກສະນະແຕກຕ່າງກັນເຊ ັ່ ນ: ເພດ, ຖານະທາງ ສັງຄົມ, ຄວາມສາມາດດ້ານການຮຽນເປັນຕ ົ້ ນ ລວມທັງການເຮັດວຽກທີ່ໄດ້ ຮັບໝອບໝາຍໃຫ້ສໍາເລັດຢ່າງເຕັມຄວາມສາມາດ ໂດຍທຸກຄົນມີຄວາມຮັບ ຜິດຊອບຮ່ວມກັນ. ຕົວຢ່າງການຮຽນແບບຮ່ວມມື ຕໍ່ໄປນີ້ເປັນຕົວຢ່າງການຈັດກິດຈະກໍາການຮຽນແບບຮ່ວມມືຮູບແບບໜ ຶ່ ງ ຊຶ່ງ ເປັນທີ່ນິຍົມໃຊ້ກັນຄືແບບ Jigsaw. 1. ຄູບອກຈຸດປະສົງການຮຽນແກ່ນັກຮຽນວ່າໃນການຮຽນຄັ້ ງນ ີ້ ຈະຊ່ວຍໃຫ້ມີ ຄວາມຮູ້ຄວາມເຂ ົ້າໃຈກ່ຽວກັບຄວາມສໍາພັນລະຫວ່າງ ຄົນ, ສັດ ແລະ ພືດ. 2. ນັກຮຽນຮ່ວມກັນອະພິປາຍທົບທວນຄວາມຮູ້ເດີມກ່ຽວກັບເລ ື່ ອງທ ີ່ ຈະຮຽນ. 3. ຈັດນັກຮຽນໃນຫ້ອງເປັນກຸ່ມກຸ່ມລະ 5-6 ຄົນ ໂດຍໃຫ້ນັກຮຽນແຕ່ລະກຸ່ມທີ່ມີ ຜົນສໍາເລັດທາງການຮຽນແຕກຕ່າງກັນ ເກ ັ່ງ, ປານກາງ ແລະ ອ່ອນ. 4. ມອບໝາຍໃຫ້ນັກຮຽນແຕ່ລະກຸ່ມສຶກສາເລ ື່ ອງຄວາມສໍາຄັນລະຫວ່າງຄົນ, ສັດ ແລະ ພືດ. 5. ນັກຮຽນແຕ່ລະກຸ່ມຈັດແບ່ງເນ ື້ອໃນເປັນເລ ື່ ອງຍ່ອຍ ແລະ ແບ່ງພາລະກິດໃຫ້ ສະມາຊິກໃນກຸ່ມໄປສຶກເລ ື່ ອງຍ່ອຍເຫຼົ່ານ ັ້ ນ, ບາງຄົນອາດຈະສຶກສາເລ ື່ ອງ ຄວາມສໍາພັນລະຫວ່າງຄົນ ແລະ ສັດ, ບາງຄົນສຶກສາເລ ື່ ອງສັດ ແລະ ພືດ, ບາງຄົນສຶກສາເລ ື່ ອງພືດ ແລະ ຄົນເປັນຕ ົ້ ນ. 6. ຫຼັງຈາກການສຶກສາຄ ົ້ ນຄວ້ານັກຮຽນມາພົບກຸ່ມເພ ື່ ອລາຍງານຜົນການສຶກສາ ແລະ ສະຫ ຼຸ ບຄວາມຮູ້ກ່ຽວກັບຄວາມສໍາພັນລະຫວ່າງຄົນ, ສັດ ແລະ ພືດ. 7. ນັກຮຽນປຽບທຽບຄໍາຕອບລະຫວ່າງກຸ່ມ, ຄູກວດສອບຂ ໍ້ ສະຫ ຼຸບຂອງກຸ່ມ, ທົດ ສອບຄວາມຮູ້ລາຍບຸກຄົນ ແລະ ຄໍານວນເປັນຄະແນນສະເລ່ຍຂອງກຸ່ມ. 8. ຄູໃຫ້ການຊົມເຊີຍການຮ່ວມມືຂອງກຸ່ມ. 9. ນັກຮຽນ ແລະ ຄູຮ່ວມກັນສະຫ ຼຸ ບຄວາມສໍາພັນລະຫວ່າງຄົນ, ສັດ ແລະ ພືດ. ສູນພັດທະນາສ່ືການຮຽນການສອນ, ສວສ
155 ເອກະສານອ້າງອ ີ ງ ພາສາໄທ กรมวชาการิ , กระทรวงศึกษาธการิ . การจดกระบวนการเรัยนรีู ้ ที่ผู้ เรยนส ี ําคนทั ี่สุดตาม พระราชบญญั ัติการศึกษาแห่ งชาติพ.ศ. 2542. โรงพมพิ กานสาสนา ์ , พิมพครั้ง ์ ที่ 2 พ.ศ. 2543. กรมวชาการิ , กระทรวงศึกษาธการิ . การสอนทเน ี่ ้ นผู ้ เรยนเป ี ็นศนยูกลาง์ (คูมื ่อการพฒ ั นาโรงเรยนเขี ้ าสู ่ มาตรฐานการศึกษา). โรงพมพิ การสาสนา ์ , 2543. ศูนยพั ์ฒนาการนิเทศและเร่ งรดคัุณภาพการศึกษาขนพ ั้ นฐาน ื้ , สํานกงานคณะกรรมการ ั การศึกษาขนพ ั้ นฐาน ื้ , กระทรวงศึกษาธการิ . ìการจดกัจกรรมการเริยนรีู ้ ที่เน้ นบท บาทและการมีส่ วนรวมของผู่ ้ เรยนี î ในหนงสั ือ แนวทางการนิเทศการจดกัจกรรม ิ การเรยนรีู ้ เพอพ ื่ ฒนาั 4 H. โรงพมพิองค์ สงเคราะห ์ทหารผ์ ่ านศึก, พ.ศ. 2559. ເວັບໄຊ www.obec.go.th ສູນພັດທະນາສ່ືການຮຽນການສອນ, ສວສ