The words you are searching are inside this book. To get more targeted content, please make full-text search by clicking here.

ຂະບວນການຈັດການຮຽນການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ

Discover the best professional documents and content resources in AnyFlip Document Base.
Search
Published by tha sonethet, 2023-09-12 23:16:40

ການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ

ຂະບວນການຈັດການຮຽນການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ

Keywords: ຜູ້ຮຽນເປັນໃຈກາງ

ວິທີສອນແບບໃຊ້ບົດຮຽນສໍາເລັດຮູບ (Programed Text) 94 ວິທີສອນແບບບົດຮຽນສໍາເລັດຮ ູ ບ ການລໍາດັບປະສົບການທ ີ່ວາງໄວ້ສໍາລັບຜູ້ຮຽນ ເພ ື່ ອນໍາໄປສູ່ຄວາມຮູ້/ຄວາມ ສາມາດ ໂດຍອາໄສຫຼັກຄວາມສໍາພັນຂອງສ ິ່ ງກະຕຸ້ນກັບການຕອບສະໜອງ ຊ ຶ່ງໄດ້ ພິສູດແລ້ວວ່າມີປະສິດທິພາບ. ແນວຄິດ ບົດຮຽນສໍາເລັດຮູບຢູ່ບົນພ ື້ ນຖານຈິດຕະວິທະຍາການສຶກສາ ແລະ ຈິດຕະວິ ທະຍາການຮຽນ ໂດຍມີຫຼັກການ ແລະ ທິດສະດີການຮຽນເຂ ົ້ າມາກ່ຽວຂ້ອງ (ໄດ້ແກ່ ດS-R Theory ແລະ Reinforcement ຂອງ Skinner, Learning Theory ຂອງ Thorndike). ອົງປະກອບຂອງບົດຮຽນສໍາເລັດຮ ູ ບ ບົດຮຽນສໍາເລັດຮູບແບ່ງເປັນ 3 ລັກສະນະຄື: 1. ແບບເສນຊ ັ້ ື່ ເນ ື້ອໃນ 2. ແບບແຕກກງ ິ່ ເນ ື້ອໃນ 1 2 3 4 1 2 3 4 1 2 ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ບົດຮຽນສໍາເລັດຮູບ (Programed Text) 95 3. ແບບປະສົມ ເນ ື້ອໃນ ຂັ້ນຕອນ ແລະ ວິທີການ 1. ຂັ້ນກະກຽມ (ສໍາລັບຄູ) ບົດຮຽນສໍາເລັດຮູບຈໍາເປັນຕ້ອງໄດ້ຮັບການອອກແບບຈາກຜູ້ຊ່ຽວຊານກ່ອນ ແລະ ຕ້ອງມີການທົດລອງຕາມຫຼັກການວິໄຈ ຈຶ່ ງຈະນໍາສະເໜີໃຫ້ນັກຮຽນໄດ້ຮຽນ ຕາມກິດຈະກໍາທີ່ກໍານົດໃນບົດຮຽນນ ັ້ ນ. ສະນ ັ້ ນ, ຂ ັ້ ນຕອນຂອງການອອກແບບ ແລະ ຜະລິດບົດຮຽນສໍາເລັດຮູບສາມາດດໍາເນີນການໄດ້ຕາມລໍາດັບດ ັ່ ງນ ີ້ : 1.1 ສຶກສາຫຼັກສູດ: ພິຈາລະນາເນ ື້ອໃນຫາຂອບເຂດ, ລະດັບ, ປະເພດ, ກໍານົດ ເວລາສອນ, ຄູ່ມືຄູ ແລະ ອາດຈະມີການສໍາພາດຈາກຜູ້ຮູ້ ຊ ຶ່ ງຊ່ວຍໃຫ້ ເກີດແນວຄິດໃນການຜະລິດ. 1.2 ກໍານົດເນ ື້ອໃນ ວິຊາ ແລະ ລະດັບຂ ັ້ນ ໂດຍພິຈາລະນາວ່າເນ ື້ອໃນທີ່ ຈະ ນໍາມາຜະລິດເປັນບົດຮຽນສໍາເລັດຮູບເປັນວິຊາຫຍັງ, ໃຊ້ສອນລະດັບໃດ, ມີເນ ື້ອໃນໜ້ອຍຫຼາຍເທ ົ່າໃດ, ມີການປ່ຽນແປງເລື້ ອຍໆ ຫຼື ບໍ່. 1.3 ກໍານົດຈຸດປະສົງ: ເປັນການກໍານົດໃຫ້ຮູ້ວ່າຫຼັງຈາກຮຽນຈົບແລ້ວຜູ້ຮຽນ ຈະຮູ້ຫຍັງ ແລະ ມີຄວາມສາມາດຫຼາຍປານໃດ. 1 2 3 4 1 2 3 4 1 2 ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ບົດຮຽນສໍາເລັດຮູບ (Programed Text) 96 1.4 ວາງຂອບເຂດຂອງວຽກ: ວາງໂຄງຮ່າງ, ລໍາດັບເລ ື່ ອງກ່ອນ ແລະ ຫຼັງ ເພ ື່ອປ້ອງກັນການລືມເລ ື່ ອງບາງຕອນ. 1.5 ວິເຄາະເນ ື້ອໃນ: ເປັນຂ ັ້ ນຕອນທີ່ສໍາຄັນເພາະເປັນການແບ່ງເນ ື້ອໃນອອກ ເປັນເນ ື້ອໃນຍ່ອຍໆ ແລະ ລຽງລໍາດັບຈາກງ່າຍຫາຍາກ ໂດຍການວິ ເຄາະພາລະກິດ (Task Analysis) ເປັນແນວທາງໃຫ້ຜູ້ອອກແບບ ຫຼື ຜະລິດບົດຮຽນສໍາເລັດຮູບຮັບຮູ້ວ່າຈະເລ ີ່ ມຕ ົ້ ນຈາກຈຸດໃດ ແລະ ຈະໄປ ທາງໃດ ຈຶ່ ງຈະບັນລຸຈຸດປະສົງທ ີ່ວາງໄວ້. 1.6 ສ້າງແບບທົດສອບ: ອອກແບບເນ ື້ອໃນທີ່ ຈະທົດສອບຜູ້ຮຽນທັງກ່ອນ ແລະ ຫຼັງການຮຽນໃນບົດ ຮຽນນ ັ້ ນ ແບບທົດສອບນ ີ້ຈະເປັນເຄ ື່ ອງມືບອກ ໃຫ້ຮູ້ວ່າ: ເນ ື້ອໃນຕອນໃດມີປະສິດທິພາບ ຫຼື ບ ໍ່? ຊຶ່ ງແບບທົດສອບນ ີ້ ຕ້ອງປະເມີນໃຫ້ຄົບທຸກຈຸດປະສົງດ້ານພຶດຕິກໍາທ ີ່ວາງໄວ້ ແລະ ຕ້ອງສ້າງ ຂຶ້ນຕາມຫຼັກການສ້າງແບບທົດສອບ ມີການຫາຄ່າຄວາມເຊ ື່ ອໝ ັ້ ນ. 1.7 ຂຽນບົດຮຽນສໍາເລັດຮູບ ຫຼື ບົດຮຽນໂປຣແກຣມ: ຜູ້ອອກແບບຕ້ອງຮູ້ຂັ້ນ ຕອນການຂຽນເປັນຢ່າງດີ, ກ່ອນຈະຂຽນຕ້ອງທໍາຄວາມເຂ ົ້າໃຈກັບຂັ້ນ ຕອນການຂຽນ ໂດຍຢຶດຖືໂຄງສ້າງ ແລະ ຂອບເຂດຂອງວຽກເປັນ ພື້ນຖານ. 2. ຂັ້ນສອນ (ສໍາລບນັ ກຮຽນ) ັ 2.1 ຄູແນະນໍາບົດຮຽນສໍາເລັດຮູບໃຫ້ນັກຮຽນເຂ ົ້າໃຈຂັ້ ນຕອນການຮຽນ. 2.2 ຢາຍບົດຮຽນສໍາເລັດຮູບໃຫ້ນັກຮຽນສຶກສາດ້ວຍຕົນເອງຕາມກິດຈະກໍາທ ີ່ ບົດຮຽນກໍານົດ. 3. ຂັ້ນສະຫ ຼຸ ບ 3.1 ນັກຮຽນຈະຮູ້ຄໍາຕອບຂອງຕົນເອງຕາມບົດຮຽນ. 3.2 ຄູສະຫ ຼຸ ບໃຈຄວາມສໍາຄັນເພ ີ່ ມເຕີມສໍາຫຼັບນັກຮຽນທີ່ຕ້ອງການຮູ້. 3.3 ຄູກວດກາ ແລະ ປະເມີນຜົນງານຂອງນັກຮຽນ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ບົດຮຽນສໍາເລັດຮູບ (Programed Text) 97 ຂໍ້ດີ 1. ສົ່ງເສີມໃຫ້ນັກຮຽນໄດ້ພັດທະນາການຮຽນດ້ວຍຕົນເອງ. 2. ນັກຮຽນສາມາດນໍາຄວາມຮູ້ໄປໃຊ້ໃນຊີວິດປະຈໍາວັນໄດ້. 3. ສາມາດຫ ຼຸດເວລາການສອນຂອງຄູ. 4. ຊ່ວຍແກ້ບັນຫາການຮຽນຊ ໍ້ າຂອງນັກຮຽນ. ຂໍ້ຈໍາກັດ 1. ຂາດຜູ້ຊ່ຽວຊານໃນການອອກແບບບົດຮຽນສໍາເລັດຮູບ. 2. ຜູ້ຮຽນທີ່ອ່ານໜັງສືບໍ່ອອກຈະເປັນອຸປະສັກຕໍ່ການຮຽນບົດຮຽນສໍາເລັດຮູບ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສູນການຮຽນ (Learning Center) 98 ວິທີສອນແບບສນການຮຽນ ( ູ Learning Center) ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສູນການຮຽນ (Learning Center) 99 ສູນການຮຽນ (Learning Center) ເປັນການຈັດລະບົບຫ້ອງຮຽນ ເພ ື່ ອສ ົ່ ງເສີມໃຫ້ຜູ້ຮຽນສາມາດປະກອບກິດ ຈະກໍາການຮຽນໄດ້ຢ່າງມີປະສິດທິພາບ ກິດຈະກໍາການຮຽນອາໄສເນື້ອໃນວິຊາທີ່ຈັດ ອອກເປັນໜ່ວຍໆ ແຕ່ລະໜ່ວຍຈະມີກິດຈະກໍາ, ຈຸດປະສົງ ແລະ ເນ ື້ອໃນວິຊາແຕກ ຕ່າງກັນ, ຜູ້ຮຽນຈະຮຽນໂດຍການປະກອບກິດຈະກໍາຈາກໜ່ວຍຕ່າງໆ ຕາມທີ່ກໍານົດ ພາຍໃຕ້ການເບ ິ່ ງແຍງຂອງຄູ. ແນວຄິດ ສູນການຮຽນເປັນກິດຈະກໍາທີ່ຢູ່ບົນພ ື້ ນຖານຫຼັກການ ແລະ ທິດສະດີ 1. ການໃຊ້ສື່ປະສົມ (Multi-media Instruction). 2. ຂະບວນການກຸ່ມ (Group Process). 3. ກົດແຫ່ງຄວາມພ້ອມ (Law of Readiness). 4. ຄວາມແຕກຕ່າງລະຫວ່າງບຸກຄົນ (Individual Difference). ປະເພດຂອງສູນການຮຽນ ສູນການຮຽນແບ່ງອອກເປັນ 2 ປະເພດໄດ້ແກ່: 1. ການຈັດສູນການຮຽນໃນຫ້ອງຮຽນ ເປັນການຈັດມຸມວິຊາຕ່າງໆພາຍໃນຫ້ອງ ຮຽນ ແຕ່ລະມຸມຈະປະກອບດ້ວຍວັດຖຸ, ອຸປະກອນ ເພື່ ອສ້າງເສີມປະສົບ ການການຮຽນຂອງນັກຮຽນ. 2. ການຈັດສູນການຮຽນແບບເອກະເທດ ເປັນການຈັດຫ້ອງຮຽນໂດຍແບ່ງນັກ ຮຽນອອກເປັນກຸ່ມກິດຈະກໍາ ແຕ່ລະກຸ່ມກິດຈະກໍາຈະມີເນ ື້ອໃນທີ່ ແບ່ງໄວ້ເປັນ ໝ່ວຍໆ ນັກຮຽນຈະຮຽນເນ ື້ອໃນແຕ່ລະໜ່ວຍຈົນຄົບ ການຮຽນລັກສະນະນ ີ້ ເປັນສູນການຮຽນຢ່າງແທ້ຈິງ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສູນການຮຽນ (Learning Center) 100 ຂັ້ນຕອນການຈັດສ ູນການຮຽນ 1. ພາຍໃນໜ່ວຍການຮຽນຈະຕ້ອງມີການອອກແບບກິດຈະກໍາຢ່າງມີລະບົບ ໂດຍມີການກໍານົດຈຸດປະສົງ ແລະ ເນ ື້ອໃນໄວ້ຢ່າງຊັດເຈນ. 2. ແບ່ງເນ ື້ອໃນອອກເປັນໜ່ວຍຍ່ອຍ ໃນແຕ່ລະໜ່ວຍຍ່ອຍຈະມີຄວາມສົມບູນ ສະເພາະຕົວ ແລະ ເປັນອິດສະລະຕໍ່ກັນ ເຮັດໃຫ້ຜູ້ຮຽນສາມາດທ ີ່ ຈະເລີ່ມ ຮຽນຈາກໜ່ວຍໃດກ່ອນກໍໄດ້. 3. ແຕ່ລະເນ ື້ອໃນຄວນຈັດປະມານ 4-6 ໜວຍຍ ່ ່ອຍ ແຕ່ລະໜ່ວຍຍ່ອຍຄວນມີ ກຸ່ມນັກຮຽນຮຽນບ ໍ່ ເກີນ 10 ຄົນ. 4. ການຈັດຕາຕະລາງສອນຄວນຍືດຍຸ່ນ ແລະ ຈັດເປັນແບບໜ່ວຍເວລາ (Modular Scheduling) ໂດຍແຕ່ລະໜ່ວຍການຮຽນຈະໃຊ້ເວລາປະມານ ໜ່ວຍລະ 20-30 ນາທ. ີ ວິທີການຮຽນໂດຍສູນການຮຽນ 1. ຂັ້ນກະກຽມ (ສໍາລັບຄູ) 1.1 ສຶກສາແນວທາງການສອນ ແລະ ລາຍລະອຽດໃນສູນການຮຽນທຸກສູນ ຕະຫຼອດຮອດສຶກສາບັດສະເຫຼີຍເປັນການລ່ວງໜ້າ. 1.2 ສໍາຫຼວດ ແລະ ກວດກາສື່ການຮຽນວ່າມີຄວາມສົມບູນ ຫຼື ບໍ່. 1.3 ຈັດຫ້ອງຮຽນໃຫ້ເໝາະສົມຕາມແຜນຜັງ. ສູນສໍາຮອງ 1 2 4 3 ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສູນການຮຽນ (Learning Center) 101 1.4 ແບ່ງນັກຮຽນອອກເປັນ 4 ກຸ່ມ ໂດຍມີນັກຮຽນເກ ່ັງ, ປານກາງ ແລະ ອ່ອນ ຢູ່ປົນກັນໄປໃນແຕ່ລະກຸ່ມ. 1.5 ກຽມເຈ້ຍສໍາລັບໃຫ້ນັກຮຽນຂຽນຄໍາຕອບທຸກສູນ. 2. ຂັ້ນສອນ (ສໍາລບນັ ກຮຽນ) ັ 2.1 ໃຫ້ກຸ່ມນັກຮຽນທີ່ໄດ້ຮັບການແບ່ງແລ້ວເຂ ົ້າປະຈໍາສູນການຮຽນທ ີ່ 1-4. 2.2 ໃຫ້ຫົວໜ້າກຸ່ມອ່ານບັດຄໍາສ ັ່ງ ແລະ ໃຫ້ສະມາຊິກກຸ່ມທໍາຄວາມເຂ ົ້າໃຈ ກັບຄໍາສ ັ່ ງນ ັ້ ນ. 2.3 ໃຫ້ຫົວໜ້າກຸ່ມເກັບບັດສະເຫຼີຍໄວ້ກ່ອນ ແລະ ໃຫ້ສະມາຊິກກຸ່ມປະຕິບັດ ຕາມລໍາດັບຂ ັ້ ນຕອນທີ່ກໍານົດໄວ້ໃນບັດຄໍາສ ັ່ ງ ເມ ື່ ອສະມາຊິກກຸ່ມເຮັດ ກິດຈະກໍາສໍາເລັດແລ້ວໃຫ້ຫົວໜ້າກຸ່ມອ່ານຄໍາສະເຫຼີຍໃຫ້ສະມາຊິກກຸ່ມ ຮັບຮູ້ໄດ້. 2.4 ແຕ່ລະກຸ່ມເມ ື່ ອຮຽນຈາກສູນການຮຽນສໍາເລັດຕາມເວລາທີ່ກໍານົດ ໃຫ້ ຍ້າຍກຸ່ມໄປຮຽນໃນສູນຖັດໄປຕາມລູກສອນໃນແຜນຜັງ 1.3 ຈົນຄົບທຸກ ສູນທຸກກຸ່ມ ຈ ຶ່ ງຖືວ່າສ ິ້ ນສຸດການຮຽນ. 2.5 ຖ້າກຸ່ມໃດປະຕິບັດກິດຈະກໍາໃນສູນສໍາເລັດກ່ອນເວລາທີ່ກໍານົດ ໃຫ້ຍ້າຍ ໄປຫຼິ້ນເກມໃນສູນສໍາຮອງ ໃນຂະນະດຽວກັນຖ້າສູນໃດ້ວ່າງກໍໃຫ້ເຂ ົ້າໄປ ຮຽນໄດ້ທັນທີ ແຕ່ຖ້າສໍາເລັດພ້ອມກັນ 2 ສູນກໍໃຫ້ປ່ຽນກັນໄດ້ທັນທີ. 3. ຂັ້ນສະຫ ຼຸ ບ ການກວດຄໍາຕອບທີ່ນັກຮຽນປະຕິບັດ ເມ ື່ ອນັກຮຽນນໍາເຈ້ຍຄໍາຕອບມາສ ົ່ ງ ໃຫ້ຄູກວດຄວາມຖືກຕ້ອງຂອງນັກຮຽນທຸກກຸ່ມທັນທີ ຈະໄດ້ນໍາຂໍ້ຜິດພາດ ຄາດເຄ ື່ ອນ ຫຼື ສ່ວນໃດທີ່ນັກຮຽນຍັງບ ໍ່ ເຂ ົ້າໃຈມາອະທິບາຍເພ ີ່ ມເຕີມຫຼັງຈາກ ທີ່ນັກຮຽນທຸກກຸ່ມເຂ ົ້ າຮຽນຄົບທຸກສູນແລ້ວ ເພ ື່ອໃຫ້ນັກຮຽນໄດ້ຮັບແນວຄິດທ ີ່ ຖືກຕ້ອງຕາມເນ ື້ອໃນ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສູນການຮຽນ (Learning Center) 102 ຂໍ້ດີ 1. ນັກຮຽນມີສ່ວນຮ່ວມໃນກິດຈະກໍາການຮຽນ ໂດຍພັດທະນາໄປຕາມຂັ້ ນຕອນ ຂອງຂະບວນການຮຽນ. 2. ສົ່ງເສີມໃຫ້ນັກຮຽນໄດ້ເກີດການຮຽນດ້ວຍຕົວຂອງນັກຮຽນເປັນໃຈກາງ. 3. ນັກຮຽນໄດ້ມີໂອກາດແລກປຽນປະສົບການຊ ຶ່ ງກັນ ແລະ ກັນ. 4. ນັກຮຽນໄດ້ມີໂອກາດນໍາຄວາມຮູ້ໄປໃຊ້ປະໂຫຍດໃນຊີວິດປະຈໍາວັນໄດ້. ຂໍ້ຈໍາກັດ ການຈັດສູນການຮຽນຂອງແຕ່ລະໜ່ວຍໃນສູນການຮຽນຈະຕ້ອງມີອົງປະກອບ ຄົບຖ້ວນດ ັ່ ງນ ີ້ : 1. ບັດຄໍາສ ັ່ງອາດຈະເປັນບັດດຽວ ຫຼື ມີຈໍານວນບັດເທ ົ່ າກັບຈໍານວນຄົນໃນກຸ່ມ ບັດຄໍາສ ັ່ ງຈະບອກເຖິງວິທີການໃນການສຶກສາເນ ື້ອໃນຕາມລໍາດັບຂ ັ້ ນຕອນ. 2. ສື່ປະກອບການຮຽນພາຍໃນຫ້ອງຈະຕ້ອງສອດຄ່ອງກັບເນ ື້ອໃນຂອງໜ່ວຍ ການຮຽນເຊ ັ່ ນ: ຮູບພາບ, ວິດີໂອ, ບົດຮຽນຄອມພິວເຕີ, ບັດຄໍາ, ໂປສະເຕີ, ເທັບບັນທຶກສຽງ, ສະໄລ ເປັນຕ ົ້ ນ. 3. ແບບທົດສອບສໍາລັບທົດສອບເນ ື້ອໃນປະຈໍາໜ່ວຍ. 4. ວັດຖຸອຸປະກອນສໍາລັບຜູ້ຮຽນເຊ ັ່ ນ: ເຄ ື່ອງປະຈັກຕາ, ເຈ້ຍ, ສໍ, ບິກ ຕາມຈໍາ ນວນນັກຮຽນ. 5. ຂະນະທີ່ນັກຮຽນກໍາລັງປະຕິບັດກິດຈະກໍາການຮຽນແຕ່ລະໜ່ວຍໃນສູນການ ຮຽນຄູຈະເຮັດໜ້າທ ີ່ ເບ ິ່ງແຍງ ແລະ ໃຫ້ຄໍາແນະນໍາຊ່ວຍເຫຼືອຕາມໂປຣແກຣມ ການຮຽນນ ັ້ ນໆດ້ວຍ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຊຸດການສອນ (Instructional Package) 103 ວິທີສອນແບບໃຊ້ຊຸດການສອນ (Instructional Package) ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຊຸດການສອນ (Instructional Package) 104 ວິທີສອນແບບໃຊ້ຊຸດການສອນແມ່ນກິດຈະກໍາການຮຽນທີ່ໄດ້ຮັບການອອກ ແບບ ແລະ ຈັດເປັນລະບົບອັນປະກອບດ້ວຍຈຸດປະສົງ, ເນ ື້ອໃນ ແລະ ວັດຖຸອຸປະ ກອນ ໂດຍກິດຈະກໍາຕ່າງໆໄດ້ຮັບການລວບລວມໄວ້ເປັນລະບຽບໃນແກັດ ເພ ື່ ອກຽມ ໄວ້ໃຫ້ຜູ້ຮຽນໄດ້ສຶກສາຈາກປະສົບການທັງໝົດ. ແນວຄິດ ຊຸດການສອນເປັນກິດຈະກໍາທີ່ຢູ່ບົນພ ື້ ນຖານຫຼັກການ ແລະ ທິດສະດີ: 1. ການໃຊ້ສື່ປະສົມ (Multi Media Instruction) ແມ່ນການໃຊ້ສື່ຫຼາຍຮູບແບບ ເພ ື່ ອຕອບສະໜອງຄວາມແຕກຕ່າງລະຫວ່າງບຸກຄົນໃນການຮັບຮູ້ ແລະ ການ ຮຽນຕາມສັກກະຍະພາບຂອງຜູ້ຮຽນ. 2. ການໃຊ້ວິທີວິເຄາະລະບົບ (System Analysis) ເປັນການພິຈາລະນາອົງ ປະກອບຄວາມສໍາພັນລະຫວ່າງຜູ້ຮຽນກັບກິດຈະກໍາ ແລະ ການປະຕິສໍາພັນ ລະຫວ່າງຜູ້ຮຽນກັບຜູ້ຮຽນໂດຍມີສ່ວນຮ່ວມໃນການສ້າງຄວາມຮູ້ດ້ວຍຕົນເອງ. ປະເພດຂອງຊຸ ດການສອນ ປະເພດຂອງຊຸດການສອນແບ່ງອອກເປັນ 3 ປະເພດໄດ້ແກ່: 1. ຊຸດການສອນສໍາລັບລາຍບຸກຄົນສາມາດຮຽນດ້ວຍຕົນເອງ (SelfInstructional Package) ປະກອບດ້ວຍບົດຮຽນສໍາເລັດຮູບ, ແບບປະເມີນຜົນ ແລະ ວັດຖຸອຸປະກອນການຮຽນ. 2. ຊຸດການສອນສໍາລັບການຮຽນເປັນກຸ່ມ ຊ ຶ່ ງຈະຈັດປະສົບການຕ່າງໆໄວ້ໃຫ້ຜູ້ ຮຽນປະກອບກິດຈະກໍາເປັນກຸ່ມຕາມຄໍາສ ັ່ ງທ ີ່ປາກົດຢູ່ໃນບັດ ໂດຍຈັດເປັນ ລັກສະນະສູນການຮຽນ (Learning Center). 3. ຊຸດການສອນປະກອບການບັນຍາຍຂອງຄູ (Instructional Package) ເປັນກິດຈະກໍາທີ່ໄດ້ຮັບການອອກແບບຢ່າງມີລະບົບ ໂດຍຈັດໄວ້ໃນແກັດສໍາ ລັບຊ່ວຍຄູສອນ ຜູ້ຮຽນສາມາດພັດທະນາປະສົບການພ້ອມໆກັນຕາມເວລາ ທີ່ກໍານົດ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຊຸດການສອນ (Instructional Package) 105 ຂັ້ນຕອນ ແລະ ວິທີການ ຊຸດການສອນສໍາລັບລາຍບກຄ ຸ ົນ 1. ຄູແນະນໍາພາບລວມຂອງຊຸດການສອນ ເພືອເປັນແນວທາງໃຫ້ນັກຮຽນໄດ້ ເຂ ົ້າໃຈເຊັ່ ນ: ລັກສະ ນະສ່ວນປະກອບ, ແນະນໍາການໃຊ້ບັດຄໍາສ ັ່ງເປັນຕ ົ້ ນ. 2. ໃຫ້ນັກຮຽນສຶກສາດ້ວຍຕົນເອງຈາກບັດຄໍາສັງ ແລະ ດໍາເນີນຕາມກິດຈະກໍາ ຂອງບັດຄໍາສ ັ່ ງຈົນຄົບຂະບວນການ. ຊຸດການສອນສໍາລັບການຮຽນເປນກັ ຸ່ມ 1. ຄູແນະນໍາຊຸດການສອນເພ ື່ອເປັນແນວທາງໃຫ້ຜູ້ຮຽນເຂ ົ້າໃຈວິທີໃຊ້. 2. ໃຫ້ນັກຮຽນແບ່ງກຸ່ມຕາມຈໍານວນຊຸດການສອນ. 3. ໃຫ້ນັກຮຽນປະຕິບັດຕາມຊຸດຄໍາສ ັ່ ງທີ່ຢູ່ໃນຊຸດການສອນ ໂດຍເລີ່ ມຕ ົ້ ນພ້ອມ ກັນ. ພາຍໃນຊຸດການສອນຈະກໍານົດຄໍາສ ັ່ ງ, ກິດຈະກໍາ ແລະ ປະເມີນ, ພາຍ ໃນຂອບຂອງເວລາ. 4. ເມ ື່ ອນັກຮຽນກຸ່ມໃດປະຕິບັດກິດຈະກໍາສໍາເລັດແລ້ວ ໃຫ້ສະຫຼັບກັບກຸ່ມອ ື່ ນ ແລະ ປະຕິບັດຕາມຄໍາສ ັ່ງໃນຊຸດການສອນຊຸດໃໝ່ທີ່ກໍານົດ. ໃນກໍລະນີທີ່ຍັງ ສະຫຼັບກຸ່ມໃໝ່ບໍ່ໄດ້ກໍຄວນຈະປະຕິບັດກິດຈະກໍາໃນຊຸດການສອນສໍາຮອງ ໂດຍສ່ວນຫຼາຍຈະເປັນກິດຈະກໍາເດີມ. ຊຸດການສອນປະກອບການບັນຍາຍຂອງຄູ 1. ຄູຕ້ອງທໍາຄວາມເຂ ົ້າໃຈຢ່າງເລິກເຊິງກັບບັດຄໍາສ ັ່ ງ, ບັດເນ ື້ອໃນ ແລະ ບັດ ກິດຈະກໍາ. 2. ຄູຕ້ອງກະກຽມການໃຊ້ວັດຖຸອຸປະກອນໃນການນໍາສະເໜີ ຫຼື ສາທິດ ແລະ ຝຶກໃຫ້ເກີດທັກສະກ່ອນການນໍາໄປໃຊ້ຈິງ. 3. ຄູຕ້ອງປະເມີນການໃຊ້ຊຸດການສອນເພ ື່ອເປັນຂໍ້ມູນສໍາລັບການປັບປຸງໃນ ໂອກາດຕໍ່ໄປ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຊຸດການສອນ (Instructional Package) 106 ຂໍ້ດີ 1. ຊ່ວຍແກ້ບັນຫາການຮຽນຊ້າຂອງນັກຮຽນ ເພາະຮຽນຈາກປະສົບການຫຼາກຫຼາຍ. 2. ຊ່ວຍສ ົ່ ງເສີມໃຫ້ນັກຮຽນຮູ້ຈັກເຮັດວຽກຮ່ວມກັບໝູ່ເພ ື່ ອນ, ຮູ້ຈັກສິດ ແລະ ໜ້າ ທີຂອງຕົນຫຼາຍຍ ິ່ ງຂ ຶ້ ນ. 3. ຊ່ວຍໃຫ້ຄູມີຄວາມສະດວກໃນການສອນ ແລະ ມີຄວາມໝ ັ້ນໃຈໃນເນື້ອໃນ ກິດຈະກໍາທ ີ່ເປັນມາດຕະຖານສະເພາະໄດ້ຜ່ານການອອກແບບຢ່າງມີລະບົບ. ຂໍ້ຈໍາກັດ ການອອກແບບ ແລະ ຜະລິດຊຸດການສອນຕ້ອງອາໄສຜູ້ຊ່ຽວຊານດ້ານເນື້ອ ໃນ, ດ້ານເຕັກໂນໂລຊີການສຶກສາ ແລະ ດ້ານສິລະປະເຮັດວຽກຮ່ວມກັນ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຄອມພິວເຕີ (Computer Assisted Instruction: CAI) 107 ວິທີສອນແບບໃຊ້ຄອມພິວເຕີ (Computer Assisted Instruction: CAI) ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຄອມພິວເຕີ (Computer Assisted Instruction: CAI) 108 ວິທີການສອນແບບໃຊ້ຄອມພິວເຕີໝາຍເຖິງການສອນທ ີ່ ເນ ັ້ ນສ ື່ ການສອນທ ີ່ ໃຊ້ເຕັກໂນໂລຊີລະດັບສູງນໍາມານໍາໃຊ້ໃນການຈັດກິດຈະກໍາການຮຽນການສອນໃຫ້ ມີປະຕິສໍາພັນກັນໄດ້ລະຫວ່າງຜູ້ຮຽນກັບຄອມພິວເຕີ. ແນວຄິດ ຫຼັກການຂອງລະບົບຄອມພິວເຕີຊ່ວຍສອນ ທຸກແນວຄິດເນ ັ້ ນທ ີ່ຈະໃຊ້ລະບົບ ຄອມພິວເຕີໃຫ້ຢູ່ໃນຖານະສື່ ສະໜັບສະໜູນກິດຈະກໍາການຮຽນການສອນໃຫ້ມີ ປະສິດທິພາບຢ່າງມີລະບົບ ໂດຍໃຊ້ຊັບພະຍາກອນໜ້ອຍທີ່ສຸດໃນສະພາບການເນື້ອ ໃນວິຊາມີຄວາມຍາວ ເໝາະສົມກັບວຸດທິພາວະທາງການຮັບຮູ້ຂອງຜູ້ຮຽນ, ຜູ້ຮຽນມີ ສ່ວນຮ່ວມກິດຈະກໍາຢ່າງກະຕືລືລົ້ນ ຜູ້ຮຽນໄດ້ຮູ້ຜົນການປະຕິບັດກິດຈະກໍາໃນທັນທີ ແລະ ຜູ້ຮຽນໄດ້ຮັບປະສົບການແຫ່ງຄວາມສໍາເລັດ. ຂັ້ນຕອນ ແລະ ວິທີການ ການຈັດການຮຽນການສອນໂດຍໃຊ້ຄອມພິວເຕີຊ່ວຍສອນ ສາມາດນໍາໃຊ້ ຮູບແບບການສອນທ ົ່ວໄປໄດ້ຫຼາຍຮູບແບບ ໂດຍເນັ້ ນການຮຽນຈາກສັງຄົມ, ການ ຮຽນຈາກຂໍ້ມູນ, ການຮຽນຈາກພຶດຕິກໍາ ແລະ ການຮຽນ ເພ ື່ ອພັດທະນາບຸກຄະລິກ ກະພາບຫຼາຍຮູບແບບ, ສາມາດສ ົ່ ງເສີມການຮຽນໂດຍເນັ້ ນນັກຮຽນເປັນໃຈກາງໄດ້ ດັ່ງຕົວຢ່າງ. ການສອນໂດຍໃຊ້ຮູບແບບການສຶກສາຄ ົ້ ນຄວ້າເປັນກຸ່ມ (Group Investigation Model) ຄື: 1. ຂັ້ນກໍານົດວິທີການຮຽນ 1.1 ຄູກະຕຸ້ນຄວາມສົນໃຈ ໂດຍຊັກຈູງອະພິປາຍກ່ຽວກັບຄອມພິວເຕີໃນຊີວິດ ປະຈໍາວັນເຊ ັ່ ນ: ຄອມພິວເຕີແມ່ນຫຍັງ? ມີຄວາມສໍາຄັນແນວໃດກັບຊີວິດ ປະຈໍາວັນ? ເປັນຕ ົ້ ນ ແລ້ວຄູສະຫ ຼຸ ບຄວາມສໍາຄັນ. 1.2 ແບ່ງນັກຮຽນເປັນກຸ່ມ. 1.3 ໃຫ້ນັກຮຽນແຕ່ລະຄົນເລືອກຫົວຂໍ້ທີ່ຈະຕ້ອງສຶກສາຄ ົ້ ນຄວ້າ. 1.4 ຄູກໍານົດເວລາໃຫ້ນັກຮຽນສຶກສາຄ ົ້ ນຄວ້າໃນແຫຼ່ງຄວາມຮູ້ທີ່ຄູແນະນໍາ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຄອມພິວເຕີ (Computer Assisted Instruction: CAI) 109 1.5 ນັກຮຽນຈະຕ້ອງເປັນຜູ້ລາຍງານຜົນການສຶກສາຄ ົ້ ນຄວ້າ. 2. ຂັ້ນການນໍາສະເໜີບັນຫາ 2.1 ຄູ ແລະ ນັກຮຽນຮ່ວມກັນອະພິປາຍປະເດັນກ່ຽວກັບປະສົບການເດີມ ດ້ານຄອມພິວເຕີຂອງນັກຮຽນ. 2.2 ຄູນໍາສະເໜີບັນຫາກວ້າງໆ ໂດຍຕັ້ງປະເດັນກະຕຸ້ນນັກຮຽນເຊ ັ່ ນ: ຄວາມ ໝາຍ, ຄຸນລັກສະນະ, ບົດບາດ, ຜົນກະທົບຂອງຄອມພິວເຕີກັບສັງຄົມ ແລະ ຊີວິດປະຈໍາວັນຂອງນັກຮຽນ. 2.3 ເນ ັ້ນໃຫ້ນັກຮຽນສະແດງຄວາມຄິດເຫັນຕໍ່ບັນຫາຕ່າງໆຢ່າງເປັນອິດສະລະ ຕາມຄວາມສາມາດຂອງນັກຮຽນແຕ່ລະຄົນ. 3. ຂັ້ນວາງແຜນ 3.1 ໃຫ້ນັກຮຽນເລືອກປະເດັນບັນຫາທີ່ຕົນເອງສົນໃຈເພື່ ອເຮັດການຄ ົ້ ນຄວ້າ ຄູຈະເປັນຜູ້ປະສານໂດຍຊ່ວຍພິຈາລະນາຄວາມເໝາະສົມຂອງຈໍານວນ ນັກຮຽນແຕ່ລະກຸ່ມໃນແຕ່ລະບັນຫາ. 3.2 ຄູຊ່ວຍແນະນໍາວິທີການເຮັດວຽກ, ແຫຼ່ງຄ ົ້ ນຄວ້າ, ກໍານົດບັນຫາ ແລະ ການລາຍງານ. 4. ຂັ້ນປະເມີນຜົນງານ 4.1 ນັກຮຽນສະເໜີຜົນງານການຄ ົ້ ນຄວ້າເຊ ັ່ ນ: ລາຍງານຕໍ່ໜ້າຫ້ອງຮຽນ, ຈັດ ການວາງສະແດງເປັນຕ ົ້ ນ. 4.2 ໃນຂະນະທີ່ນັກຮຽນສະເໜີຜົນງານຄູຈະໃຫ້ຂໍ້ມູນຍ້ອນກັບ (Feedback) ເພ ື່ ອເພ ີ່ ມເຕີມສ ິ່ ງທີ່ບົກພ່ອງໃຫ້ມີຄວາມສົມບູນ ແລະ ບັນລຸຈຸດປະສົງຕາມ ບົດຮຽນທີ່ກໍານົດໄວ້. ປະເພດຂອງຄອມພິ ວເຕີຊ່ວຍສອນ ບົດຮຽນຄອມພິວເຕີຊ່ວຍສອນມີຫຼາຍລັກສະນະເຊ ັ່ນ: ໃຊ້ເພ ື່ ອການທົດສອບ, ການແກ້ບັນຫາ, ການໃຊ້ບັນຫາສົນທະນາ, ການສາທິດ, ການສືບສວນ ເປັນຕ ົ້ ນ, ແຕ່ ລັກສະນະການສະເໜີເນ ື້ອໃນເພື່ອໃຫ້ຜູ້ຮຽນປະຕິບັດກິດຈະກໍາໄດ້ເດ ັ່ ນຊັດຄື: ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຄອມພິວເຕີ (Computer Assisted Instruction: CAI) 110 1. ໂປຣແກຣມການສອນເນື້ອໃນລາຍລະອຽດ (Tutorial Instruction) ລັກສະນະກິດຈະກໍາເປັນການສະເໜີເນ ື້ອໃນ ຜູ້ຮຽນຈະຕ້ອງຕິດຕາມເນ ື້ອໃນ, ຕອບຄໍາຖາມ, ຕັດສິນໃຈຕອບຄໍາຖາມ ແລະ ຮັບຄໍາຕອບກັບຈາກໂປຣແກຣມ ທັນທີ. 2. ໂປຣແກຣມແບບຝກທຶ ກສະ (Drill and Practice) ັ ເນ ື້ອໃນຈະມີລັກສະນະຝຶກທັກສະຜູ້ຮຽນໃນເລື່ອງໃດເລື່ ອງໜ ຶ່ງໂດຍສະເພາະ ເລ ີ່ ມຈາກບົດນໍາ, ເລືອກຄໍາຖາມ ແລະ ຄໍາຕອບ, ຕັດສິນຄໍາຕອບ, ຮູ້ຜົນຂອງ ຄໍາຕອບ, ຜູ້ຮຽນຈະຍ້ອນກັບມາຝຶກຈົນເຖິງເກນໃນລະດັບທ ີ່ ເພິງພໍໃຈໄດ້. 3. ໂປຣແກຣມຈໍາລອງສະຖານະການ (Simulation) ເນ ື້ອໃນເນັ້ນໃຫ້ການຝຶກທັກສະ ແລະ ການຮຽນໂດຍບໍ່ຕ້ອງສ່ຽງໄພ ຫຼື ເສຍ ຄ່າໃຊ້ຈ່າຍຫຼາຍ 4. ໂປຣແກຣມແບບເກນການສຶກສາ (Educational Game) ເນ ື້ອໃນຈະເລີ່ ມຈາກບົດນໍາ ເພ ື່ອໃຫ້ຜູ້ຮຽນເຂ ົ້າໃຈວິທີການ ແລະ ກົດເກນ ແລ້ວຈ ຶ່ ງສະເໜີເຫດ ການໃຫ້ຜູ້ຮຽນໄດ້ເລືອກ ເມ ື່ ອເລືອກແລ້ວມີການ ແຂ່ງຂັນ ຜູ້ຮຽນຈະຫຼິ້ນເກມຫຼາຍກວ່າໜ ຶ່ ງຄົນກໍໄດ້. ຂໍ້ດີ 1. ສົ່ງເສີມໃຫ້ນັກຮຽນເກີດການຮຽນດ້ວຍຕົນເອງເປັນຕ ົ້ ນຕໍ. 2. ເນ ື້ອໃນຂອງບົດຮຽນຈະຈັດລໍາດັບປະສົບການຈາກງ່າຍໄປຫາຍາກ. 3. ນັກຮຽນສາມາດໄດ້ຮັບຄໍາຕອບທັນທີທັນໃດ. 4. ນັກຮຽນໄດ້ຮັບຄວາມສໍາເລັດຈາກປະສົບການຂອງຕົນເອງ. 5. ນັກຮຽນສາມາດນໍາຄວາມຮູ້ໄປໃຊ້ໃນຊີວິດປະຈໍາວັນໄດ້. 6. ນັກຮຽນມີສ່ວນຮ່ວມໃນກິດຈະກໍາ. 7. ຊ່ວຍຫ ຼຸດເວລາໃນການສອນຂອງຄູ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຄອມພິວເຕີ (Computer Assisted Instruction: CAI) 111 ຂໍ້ຈໍາກັດ 1. ຂາດຜູ້ຊ່ຽວຊານໃນການອອກແບບ ແລະ ຜະລິດບົດຮຽນຄອມພິວເຕີຊ່ວຍ ສອນ. 2. ຈໍານວນຄອມພິວເຕີບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ຮຽນ. 3. ການພັດທະນາບົດຮຽນຄອມພິວເຕີຊ່ວຍສອນບໍ່ທັນກັບຄວາມກ້າວໜ້າຂອງ ໂປຣແກຣມຄອມພິວເຕີ. ສູນພັດທະນາສ່ືການຮຽນການສອນ, ສວສ


ການສອນແບບໂຄງງານ (Project) 112 ການສອນແບບໂຄງງານ/ໂຄງການ (Project) ສູນພັດທະນາສ່ືການຮຽນການສອນ, ສວສ


ການສອນແບບໂຄງງານ (Project) 113 ການຈັດການຮຽນການສອນແບບໂຄງງານ (ໂຄງການ) ແມ່ນການຈັດການ ສອນທີ່ຈັດປະສົບການໃນການປະຕິບັດງານໃຫ້ແກ່ເດັກ ຄືກັບການເຮັດວຽກໃນຊີວິດ ຈິງ ເພ ື່ອໃຫ້ເດັກໄດ້ປະສົບການໂດຍກົງ, ເດັກໄດ້ຮຽນວິທີການແກ້ບັນຫາ, ວິທີການ ທາງວິທະຍາ ສາດ, ເດັກຈະໄດ້ເຮັດການທົດລອງ, ໄດ້ພິສູດສ ິ່ ງຕ່າງໆດ້ວຍຕົນເອງ, ຮູ້ຈັກຫາວິທີການຕ່າງໆມາແກ້ບັນຫາ, ເດັກຈະເຮັດວຽກຢ່າງມີລະບົບຂ ັ້ ນຕອນ, ຮູ້ຈັກ ວາງແຜນ ການເຮັດວຽກ, ຝຶກການເປັນຜູ້ນໍາ, ຜູ້ປະຕິບັດຕາມ, ຝຶກການວິເຄາະ ແລະ ປະເມີນຕົນເອງ. ແນວຄ ິ ດ 1. ເພ ື່ອໃຫ້ຜູ້ຮຽນເກີດການຮຽນດ້ວຍຕົນເອງ 2. ເພ ື່ອໃຫ້ຜູ້ຮຽນເປັນຜູ້ມີຄວາມຄິດລິເລ ີ່ ມສ້າງສັນ, ຮູ້ຈັກຄິດ, ຮູ້ຈັກເຮັດ ແລະ ແກ້ບັນຫາ. 3. ເພ ື່ອໃຫ້ໂອກາດຜູ້ຮຽນໄດ້ພັດທະນາສັກກະຍະພາບຂອງຕົນເອງ. 4. ເພ ື່ອໃຫ້ຜູ້ຮຽນໄດ້ມີໂອກາດເຮັດວຽກຮ່ວມກັນ, ຝຶກຄວາມເປັນຜູ້ນໍາ ແລະ ຜູ້ ປະຕິບັດຕາມ. 5. ເພ ື່ ອຈັດປະສົບການໂດຍກົງໃຫ້ແກ່ເດັກໄດ້ນໍາໄປໃຊ້ໃນການດໍາລົງຊີວິດ. ປະເພດຂອງໂຄງງານ ໂຄງງານຕ່າງໆມີຫຼາຍລັກສະນະເຊ ັ່ນ ໂຄງງານວິທະຍາສາດ ຊ ຶ່ງເປັນໂຄງ ງານທ ີ່ ເຮັດການສຶກສາຄ ົ້ ນຄວ້າ, ທົດລອງ ເພ ື່ ອກວດສອບສົມມຸດຖານໃດສົມມຸດຖານ ໜຶ່ງທີ່ກໍານົດໄວ້ ໂດຍອາໄສວິທີການທາງວິທະຍາສາດ, ທັກສະຂະບວນການທາງວິ ທະຍາສາດ ຫຼື ເປັນໂຄງງານດ້ານອ ື່ ນໆເຊ ັ່ນ: ໂຄງງານວິຊາຊີບຕ່າງໆ ຊ ຶ່ ງຈະມີລັກສະ ນະເປັນເລ ື່ ອງຂອງການສຶກສາຄ ົ້ ນຄວ້າ, ທົດລອງ, ກວດສອບສົມມຸດຖານ ໂດຍອາ ໄສການສຶກສາວິເຄາະໃຊ້ທັກສະຂະບວນການ. ສູນພັດທະນາສ່ືການຮຽນການສອນ, ສວສ


ການສອນແບບໂຄງງານ (Project) 114 ໂຄງງານວິທະຍາສາດມີຫຼາຍປະເພດ ໃນການເຮັດໂຄງງານແຕ່ລະໂຄງງານ ຈະຕ້ອງຮູ້ວ່າເຮັດໂຄງງານປະເພດໃດ ເພື່ອຈະໄດ້ຮູ້ວ່າຈະຕ້ອງເຮັດໃນລັກສະນະໃດ ໂຄງງານວິທະຍາສາດຈະມີ 4 ປະເພດຄື: 1. ໂຄງງານປະເພດທົດລອງ ເປັນໂຄງງານທີ່ ອອກແບບທົດລອງທ ີ່ເປັນຕົວແປ ລັກສະນະຕ່າງໆ. 2. ໂຄງງານປະເພດສິ່ງປະດິດ ເປັນໂຄງງານທີນໍາຫຼັກການ, ທິດສະດີຕ່າງໆມາ ນໍາໃຊ້ ໂດຍຄິດປະດິດເຄ ື່ ອງມືເຄ ື່ອງໃຊ້ຕ່າງໆ ໂດຍອາໄສວິທີການທາງ ວິທະຍາສາດທີ່ສໍາຄັນຄື: ຕ້ອງມີການທົດລອງຫາປະສິດທິພາບ ແລະ ອາຍຸ ການໃຊ້ງານ. 3. ໂຄງງານປະເພດສໍາຫຼວດຂໍ້ມູນຄື ການສຶກສາສໍາຫຼວດຂໍ້ມູນຕ່າງໆ ແຕ່ຈະບໍ່ມີ ຕົວແປຄືປະເພດ ການທົດລອງ. 4. ໂຄງງານປະເພດທິດສະດີຕ່າງໆເປັນການສຶກສາຫຼັກການ ຫຼື ທິດສະດີຕ່າງໆ ກ່ຽວກັບວິທະຍາສາດ. ຂັ້ນຕອນການເຮັດໂຄງງານ ການເຮັດໂຄງງານມີລໍາດັບຂ ັ້ນຕອນການປະຕິບັດດ ັ່ ງນ ີ້ : 1. ຊື່ໂຄງງານ ຄືຊື່ເລ ື່ ອງທ ີ່ ຈະເຮັດ ອາດຈະເປັນເລ ື່ອງໃໝ່ ຫຼື ຫົວຂ ໍ້ ເລ ື່ ອງທີ່ໄດ້ ຈາກແບບຮຽນວິທະຍາສາດ, ວາລະສານ ຫຼື ສ ິ່ ງພິມທີ່ພົບເຫັນຈາກປາກົດ ການທາງທໍາມະຊາດ. 2. ຮ່າງໂຄງ ຄືແນວທາງ ຫຼື ຂະບວນການທ ີ່ ຈະເຮັດການທົດລອງເຊ ັ່ ນ: ການຄິດ ຫາວິທີການທົດລອງ ເພ ື່ ອກວດສອບສົມມຸດຖານ. ຕົວຢ່າງໂຄງຮ່າງໂຄງງານ – ຊື່ໂຄງງານ – ຄະນະຮັບຜິດຊອບ – ອາຈານທີ່ປຶກສາ ສູນພັດທະນາສ່ືການຮຽນການສອນ, ສວສ


ການສອນແບບໂຄງງານ (Project) 115 1. ແນວຄິດ, ທ ີ່ ມາ ແລະ ຄວາມສໍາຄັນທີ່ຕ້ອງການສຶກສາ – 2. ຫຼັກການ, ທິດສະດີ ຫຼື ເນ ື້ອໃນທີ່ກ່ຽວຂ້ອງ (ມີໃຜເຮັດຫຍັງໄວ້ກ່ອນ) – 3. ຈຸດປະສົງຂອງການທົດລອງ – 4. ສົມມຸດຖານທີ່ກໍານົດ – 5. ວິທີດໍາເນີນການທົດລອງ – 6. ງົບປະມານທີ່ໃຊ້ໃນການທົດລອງ – 7. ປະໂຫຍດທີ່ຈະໄດ້ຮັບ – 8. ຊື່ເອກະສານອ້າງອີງ – 3. ການເຮັດລາຍງານການທົດລອງຕາມໂຄງງານ ເປັນການນໍາຜົນການທົດລອງທັງໝົດມາວິເຄາະຄວາມເປັນໄປໄດ້ ແລ້ວສະຫ ຼຸ ບເປັນຮູບເຫຼັ້ມ ໂດຍຂຽນເປັນລາຍງານ ຊ ຶ່ ງມີທັງເນ ື້ອໃນ, ບົດຄັດ ຫຍ ໍ້ , ສະຫຼຸ ບຫຍ ໍ້ , ຈຸດປະສົງ, ສົມມຸດຖານ, ອະທິບາຍການທົດລອງເທ ື່ ອລະ ຂັ້ນຕອນ, ຜົນການທົດລອງ, ສະຫຼຸ ບ ແລະ ເອກະສານອ້າງອີງ. ຕົວຢ່າງໂຄງງານການສຶ ກສາເລ ື່ ອງ ການບານຂອງດອກບົວ 1. ແນວຄິດ, ທ ີ່ ມາ ແລະ ຄວາມສໍາຄັນທີ່ຕ້ອງການສຶກສາ. ການກໍານົດບັນຫາໃນການປະຕິບັດໂຄງງານເກີດຈາກການສັງເກດທີ່ນໍາໄປສູ່ ການແກ້ບັນຫາເຊ ັ່ ນ ສັງເກດວ່າດອກບົວຈະບານຕອນເຊ ົ້າປະມານ 14:00 ໂມງ, ດອກບົວຈະຫຸບ (ການສັງເກດ) ເປັນຫຍັງຈ ຶ່ງເປັນແບບນ ັ້ນ (ບັນຫາ). ສູນພັດທະນາສ່ືການຮຽນການສອນ, ສວສ


ການສອນແບບໂຄງງານ (Project) 116 2. ຫຼັກການ, ທິດສະດີ, ເນ ື້ອໃນທີ່ກ່ຽວຂອງ (ມີໃຜເຮັດຫຍງໄວ ັ ້ກ່ອນ) ສຶກສາຄ ົ້ ນຄວ້າເອກະສານຄວາມຮູ້, ບົດຄວາມ, ທິດສະດີຕ່າງໆທີ່ກ່ຽວຂ້ອງ ລວມທັງການສໍາພາດຜູ້ຊົງຄຸນວຸດທິໃນເລື່ ອງທີ່ກ່ຽວຂ້ອງ 3. ຈຸດປະສົງຂອງການສຶກສາຄນຄວ ົ້ ້າ ແລະ ການທດລອງ. ົ ເປັນການຕ ັ້ ງຂໍ້ຄິດເພ ື່ ອທ ີ່ ຈະຫາຄໍາຕອບທ ີ່ ເກີດຈາກບັນຫາ (ການບານ ແລະ ການຫຸບຂອງດອກບົວໃນເວລາທີ່ ແຕກຕ່າງກັນ) ວ່າເກີດຈາກຫຍັງ ໂດຍຄິດ ຄໍາຕອບໄວ້ຫຼາຍໆທາງເຊ ັ່ ນ ດອກບົວບານເຊ ົ້ າເນ ື່ ອງຈາກອຸນຫະພູມໃນຕອນເຊົ້ າເໝາະສົມຕ ໍ່ ການ ບານຂອງດອກບົວ. ດອກບົວບານຕອນເຊ ົ້ າເນ ື່ ອງຈາກຄວາມເຂ ັ້ ມຂອງແສງສະຫວ່າງໃນ ຕອນເຊ ົ້ າໜ້ອຍກວ່າຕອນບ່າຍ. ດອກບົວບານຕອນເຊ ົ້ າເນ ື່ອງຈາກເປັນພຶດຕິກໍາອັນເນ ື່ ອງມາຈາກກໍາມະ ພັນຂອງດອກບົວທີ່ມີມາແຕ່ກໍາເນີດ. ຈາກການຕ ັ້ ງສົມມຸດຖານໄວ້ 3 ປະເດັນ ນັກຮຽນຈະມີການກວດສອບສົມມຸດ ຖານວ່າສົມມຸດຖານໃດມີຄວາມເປັນໄປໄດ້ກໍເລືອກມາ 1 ສົມມຸດຖານ ແຕ່ຖ້າຈະມີ ການພິສູດວ່າສົມມຸດຖານໃດໜ້າຈະເປັນໄປໄດ້ຫຼາຍ ຫຼື ເປັນຈິງກໍຕ້ອງດໍາເນີນການ ຄົ້ນຄວ້າທົດລອງຕ ໍ່ໄປ (ຖາມກັບຕອບຂອງວິທີການທາງວິທະຍາສາດຕ ໍ່ໄປ). 4. ວິທີດໍາເນີນການທດລອງ ົ ວິທີດໍາເນີນການທົດລອງເພ ື່ ອນໍາໄປສູ່ການກວດສອບສົມມຸດຖານວ່າມີສິ່ງ ກໍານົດໄວ້ເປັນຈິງ ຫຼື ບໍ່ຈິງ ກໍານົດສົມມຸດຖານໄວ້ວ່າ ດອກບົວບານຕອນເຊົ້າ ໜ້າຈະເກີດຈາກຄວາມເໝາະສົມຂອງຄວາມເຂ ັ້ ມຂອງແສງສະຫວ່າງ ນັກຮຽນຕ້ອງດໍາເນີນການທົດລອງຕ ໍ່ໄປນີ້ : 1. ອອກແບບວິທີການທົດລອງ ໂດຍກໍານົດຕົວແປຕ່າງໆ, ຕົວແປມີ 3 ປະເພດດັ່ ງນ ີ້ : ຕົວແປຕົ້ນ ຄືສິ່ງທ ີ່ເປັນສາເຫດທ ີ່ ເຮັດໃຫ້ເກີດຜົນຕ່າງໆ ຫຼື ສ ິ່ ງທ ີ່ ເຮົາ ຕ້ອງການທົດລອງວ່າເປັນສາເຫດທ ີ່ ເຮັດໃຫ້ເກີດຜົນແບບນ ັ້ ນຈິງ ຫຼື ສູນພັດທະນາສ່ືການຮຽນການສອນ, ສວສ


ການສອນແບບໂຄງງານ (Project) 117 ບໍ່ ຈາກສົມມຸດຖານທີ່ກໍານົດຕົວແປນີ້ຄືຄວາມເຂ ັ້ ມຂອງແສງສະຫວ່າງ ນັ້ນເອງ. ຕົວແປຕາມ ຄືສິ່ງທ ີ່ເປັນຜົນເນ ື່ ອງຈາກຕົວແປຕົ້ນໃນທີ່ນີ້ຄືການບານ ຂອງດອກບົວ. ຕົວແປຄວບຄຸມ ຄືສິ່ງອ ື່ ນໆທ ີ່ ນອກເໜືອຈາກຕົວແປຕົ້ ນທີ່ມີຜົນຕ ໍ່ ການທົດລອງ ທ ີ່ ເຮົາບໍ່ຕ້ອງການສຶກສາຈ ຶ່ ງຕ້ອງຫາວິທີການຄວບຄຸມ ໄວ້ ເພ ື່ ອບ ໍ່ໃຫ້ມີຂໍ້ຂັດແຍ່ງຂອງການທົດລອງເຊ ັ່ ນ: ຊະນິດຂອງດອກ ບົວ, ຈໍານວນຕ ົ້ ນທີ່ນໍາມາທົດລອງ, ອຸນຫະພູມຕ່າງໆເປັນຕ ົ້ ນ. 2. ຈັດຫາວັດຖຸອຸປະກອນທີ່ຈະໃຊ້ທົດລອງ ໂດຍໃຫ້ຜູ້ທົດລອງກໍານົດ ວ່າຫາກຈະທົດລອງແລ້ວຈະໃຊ້ຫຍັງແດ່ເຊ ັ່ ນ ຕ ົ້ ນຂອງດອກບົວ, ແກັດ ເຈ້ຍ, ໂຄມໄຟທີ່ມີດອກໄຟກໍາລັງວັດຕ່າງກັນນໍາມາໃຊ້ທົດລອງ. 3. ບັນທຶກຂໍ້ມູນ ໂດຍກໍານົດເປັນຕາຕະລາງບັນທຶກຜົນ ແລະ ໃນຕາ ຕະລາງນ ັ້ ນຈະບັນທຶກຫຍັງແດ່ເຊ ັ່ ນ: ບັນທຶກໄລຍະເວລາທີ່ ເລ ີ່ ມບານ, ບັນທຶກຄວາມເຂ ັ້ ມແສງຕ່າງໆ, ບັນທຶກສ ິ່ ງທີ່ສັງເກດໄດ້ຈາກການທົດ ລອງເປັນຕ ົ້ ນ. 4. ກໍານົດໄລຍະເວລາເຮັດການທົດລອງວ່າຈະທົດລອງໃນໄລຍະເວລາ ໃດ, ຈະສັງເກດຜົນການທົດລອງແນວໃດ, ເວລາໃດ, ຈະເຮັດການ ທົດລອງໃຫ້ສໍາເລັດໃນໄລຍະເວລາໃດ ແລະ ສະຫ ຼຸ ບຜົນການທົດ ລອງເວລາໃດ. 5. ລົງມືເຮັດການທົດລອງ ນັກຮຽນເລ ີ່ ມລົງມືປະຕິບັດການທົດລອງໃຫ້ ເປັນໄປຕາມກໍານົດເວລາ. 5. ສະຫ ຼຸ ບຜົນການທດລອງ ົ ນໍາຂໍ້ມູນນ ັ້ ນມາວິເຄາະຄວາມໜ້າຈະເປັນໄປໄດ້ວ່າກົງກັບສົມມຸດຖານທ ີ່ ກໍານົດໄວ້ ຫຼື ບ ໍ່ . ຈາກນ ັ້ ນຈ ຶ່ ງນໍາມາເຮັດບົດລາຍງານໂຄງງານວິທະຍາສາດ ເພ ື່ອໃຫ້ໄດ້ຄວາມສົມບູນຍ ິ່ ງຂ ຶ້ ນ. ສູນພັດທະນາສ່ືການຮຽນການສອນ, ສວສ


ການສອນແບບໂຄງງານ (Project) 118 ການຮຽນການສອນແບບໂຄງງານ ຂໍ້ດີ ຂໍ້ຈໍາກັດ ການເຮັດໂຄງງານມີຂໍ້ຈໍາກັດດ ັ່ ງນ ີ້ : 1. ການເຮັດໂຄງງານຕ່າງໆທັງຄູຜູ້ສອນ ແລະ ເດັກຈະຕ້ອງມີຄວາມຮູ້ມີຄວາມ ເຂ ົ້າໃຈໃນເລື່ ອງທ ີ່ ເຮັດຂ້ອນຂ້າງຫຼາຍ ຕ້ອງມີການຄ ົ້ ນຄວ້າເອກະສານຄວາມ ຮູ້ຕ່າງໆ ເພ ື່ອໃຊ້ເປັນຂໍ້ມູນສະໜັບສະໜູນລະຫວ່າງເຮັດການທົດລອງ. ໂຄງງານ ຮູ້ຈັກວິທີ ສະແຫວງຫາຂໍ້ມູນ ເກີດຄວາມຮູ້ ມີບົດບາດ ແລະ ມີສ່ວນຮວມໃນ ່ ຂະບວນການ ໄດ້ນິດໄສທີ່ດີ ໃນການເຮັດ ນໍາຄວາມຮູ້ໄປໃຊ້ ປະໂຫຍດ ສົ່ງເສີມສັກກະຍະ ພາບໃຫ້ນັກຮຽນ ການເຮັດວຽກ ຮ່ວມກັນ ຄວາມຄິດລິ ເລີ່ມສ້າງສັນ ການໃຊ້ເວລາວ່າງ ໃຫ້ເປັນປະໂຫຍດ ສູນພັດທະນາສ່ືການຮຽນການສອນ, ສວສ


ການສອນແບບໂຄງງານ (Project) 119 2. ເລ ື່ ອງທ ີ່ ຈະເຮັດຕ້ອງເປັນສ ິ່ ງທ ີ່ໃກ້ຕົວ, ຜົນທີ່ໄດ້ຄວນເກີດປະໂຫຍດແກ່ນັກ ຮຽນ ຫຼື ບຸກຄົນໃນທ້ອງຖິນ. 3. ເລ ື່ ອງທ ີ່ ເຮັດຕ້ອງເໝາະສົມກັບໄວຂອງເດັກ ແລະ ເດັກສາມາດທົດລອງໄດ້. 4. ການອອກແບບທົດລອງຈະຕ້ອງຄວບຄຸມຈຸດປະສົງທີ່ກໍານົດໃຫ້. 5. ລະຫວ່າງການເຮັດໂຄງງານຈະຕ້ອງມີການແກ້ບັນຫາ ເດັກຈະຕ້ອງມີຄວາມ ຮູ້ຄວາມເຂ ົ້າໃຈເລື່ ອງຂອງຂະບວນການແກ້ບັນຫາ ແລະ ຂະບວນການທາງ ວິທະຍາສາດ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບແກ້ບັນຫາ (The Problem-Solving Method) 120 ວິທີສອນແບບແກ້ບັນຫາ (The Problem-Solving Method) ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບແກ້ບັນຫາ (The Problem-Solving Method) 121 ແນວຄິດ ວິທີສອນແບບແກ້ບັນຫາເປັນວິທີສອນທ ີ່ ເນ ັ້ນໃຫ້ຜູ້ຮຽນຄິດແກ້ບັນຫາຢ່າງ ເປັນຂະບວນການ ໂດຍອາໄສແນວຄິດແກ້ບັນຫາດ້ວຍວິທີການນໍາເອົາວິທີການສອນ ແບບນິລະໄນ (Deductive) ຄືການສອນແບບຈາກກົດເກນໄປຫາຄວາມຈິງປີກຍ່ອຍ (ຈາກຫຼັກການໄປຫາຕົ່ວຢ່າງ). ການລວບລວມຂະບວນການຄິດທັງ 2 ແບບເຂົ້າ ດ້ວຍກັນເຮັດໃຫ້ເກີດເປັນຮູບແບບວິທີສອນແບບແກ້ບັນຫາຊ ຶ່ ງມີລັກສະນະດ ັ່ ງນ ີ້ : ຂັ້ນ ຄໍາອະທິບາຍ 1. ກໍານົດບັນຫາ ບັນຫາຈະເປັນຂໍ້ສົງໄສ, ສິ່ ງສັບສົນຄຸມເຄ ື່ ອ, ສ ິ່ ງບ ໍ່ ແນ່ນອນ ຫຼື ຄວາມບໍ່ຮູ້ຈິງ ແລະ ມີຄວາມປາຖະໜາຢາກຮູ້. ກໍານົດອອກ ໄປໃຫ້ຊັດເຈນວ່າສ ິ່ ງທີ່ຕ້ອງການຢາກຮູ້ແມ່ນຫຍັງ. 2. ຂັ້ນຕັດສິນໃຈ ທີ່ຈະວາງແຜນ ແກ້ບັນຫາ ບັນຫາທີ່ກໍານົດໄວ້ໃນຂໍ້ 1 ພໍຈະຄ ົ້ ນຄວ້າຫາຂໍ້ມູນໄດ້ຈາກ ໃສ. 3. ຂັ້ນເກັບກໍາຂ ໍ້ ມູນ ລົງມືຄົ້ນຄວ້າ ແລະ ເກັບກໍາຂໍ້ມູນ ການເກັບກໍາຂໍ້ມູນນ ີ້ ບາງ ເທື່ອໄດ້ມາເລັກນ້ອຍ ຜູ້ຮຽນຈະຟ້າວສະຫ ຼຸ ບອອກມາທັນທີບໍ່ ໄດ້ ຕ້ອງພະຍາຍາມຫາຂໍ້ມູນໃຫ້ໄດ້ຄົບຖ້ວນເສຍກ່ອນ. 4. ຂັ້ນຕ ັ້ ງສົມມຸດ ຖານ ຈາກຂໍ້ມູນໃນຂໍ້ 3 ຜູ້ຮຽນຈະລອງ ìເດົາî, ìທວາຍî ຫຼື ìຄາດ ຄະເນî ໄດ້ແດ່ແລ້ວວ່າ ອັນໃດຄືຄໍາຕອບຂອງບັນຫາ ແລະ ອາດຈະທວາຍໄວ້ຫຼາຍໆຢ່າງ. 5. ຂັ້ນພິສູດ ນໍາເອົາຂໍ້ສົມມຸດຖານທີ່ຕັ້ງໄວ້ຫຼາຍໆຢ່າງນ ັ້ ນ ເລືອກສະເພາະ ທາງທ ີ່ເປັນໄປໄດ້ມາພິສູດ ໂດຍການທົດລອງ (ຖ້າເຮັດໄດ້) ຫຼື ກວດສອບດ້ວຍເອກະສານ (ໜັງສືຕ່າງໆ, ວາລະສານ ຯລຯ ຫຼື ໂດຍການສັງເກດ, ສອບຖາມ ຯລຯ) 6. ຂັ້ນວິເຄາະ ວິເຄາະຂໍ້ມູນເບ ິ່ ງວ່າສົມມຸດຖານໃດມີຫຼັກຖານສະໜັບສະ ໜູນຫຼາຍທີ່ສຸດ 7. ສະຫ ຼຸ ບຜົນ ສະຫ ຼຸ ບລົງໄປວ່າຄວນເຊ ື່ ອສົມມຸດຖານໃດ ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບແກ້ບັນຫາ (The Problem-Solving Method) 122 ຈຸດປະສົງຂອງການສອນໂດຍໃຊ້ວິທີນີ້ຄື 1. ເປັນຂະບວນການທີ່ຝຶກທັກສະການສັງເກດ, ການເກັບກໍາຂໍ້ມູນ, ການວິ ເຄາະຂໍ້ມູນ, ການຕີຄວາມ ແລະ ການສະຫ ຼຸ ບ. 2. ເປັນການຝຶກການຄິດແກ້ບັນຫາຢ່າງມີເຫດຜົນ ແລະ ມີຫຼັກການອັນຈະເປັນ ປະໂຫຍດຕໍ່ ການທີ່ຜູ້ຮຽນຈະນໍາວິທີການນ ີ້ໄປປະຕິບັດ ເພ ື່ອໃຊ້ແກ້ບັນຫາໃນ ຊີວິດປະຈໍາວັນໄດ້. 3. ເປັນການຝຶກການເຮັດວຽກເປັນກຸ່ມ ແລະ ເປັນການແລກປ່ຽນຂໍ້ມູນ, ຄວາມ ຮູ້ຄວາມຄິດ ແລະ ປະສົບການແກ່ກັນ ແລະ ກັນຂອງຜູ້ຮຽນ. ຂັ້ນຕອນ ຂ ັ້ ນກະກຽມ 1. ຄູຕ້ອງສຶກສາແຜນການສອນ, ເນ ື້ອໃນ, ຈຸດປະສົງການສອນຢ່າງລະອຽດ. 2. ຄູຈະຕ້ອງກໍານົດກິດຈະກໍາໃຫ້ເປັນໄປຕາມລໍາດັບຂ ັ້ ນຕອນ. ຂັ້ນດໍາເນ ີ ນການສອນ 1. ຂັ້ນກໍານົດບັນຫາ ເນ ັ້ນໃຫ້ນັກຮຽນເຫັນບັນຫາ ແລະ ຂອບເຂດຂອງບັນຫາ. 2. ຂັ້ນຕັດສິນໃຈທີ່ ຈະວາງແຜນແກ້ບັນຫາ, ນັກຮຽນແບ່ງກຸ່ມ, ກໍານົດວິທີການທ ີ່ ຈະຄ ົ້ ນຄວ້າຫາຂໍ້ມູນຈາກແຫ່ງຕ່າງໆ. 3. ຂັ້ນເກັບກໍາຂໍ້ມູນ, ລົງມືຄົ້ນຄວ້າ ແລະ ເກັບລວບລວມຂໍ້ມູນ. 4. ຂັ້ນຕ ັ້ ງສົມມຸດຖານ ເປັນຂ ັ້ ນວາງແນວທາງທ ີ່ ຈະຫາຄໍາຕອບຂອງບັນຫາ, ນັກ ຮຽນຈະຕ້ອງຕ ັ້ ງສົມມຸດຖານວ່າ ບັນຫານ ັ້ ນໆຈະມີສາເຫດມາຈາກໃສ ຫຼື ວິທີ ການແກ້ບັນຫານ ັ້ ນໜ້າຈະແກ້ໄຂດ້ວຍວິທີໃດ. 5. ຂັ້ນພິສູດ ນໍາເອົາສົມມຸດຖານທີ່ຕັ້ງໄວ້ຫຼາຍໆຢ່າງມາທົດລອງພິສູດ ຫຼື ພິຈາ ລະນາແບ່ງປະເພດກວດສອບ. 6. ຂັ້ນວິເຄາະ ພິຈາລະນາເບ ິ່ ງວ່າຂໍ້ມູນໃດມີຫຼັກການມີຫຼັກຖານສະໜັບສະໜູນ ຫຼາຍ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບແກ້ບັນຫາ (The Problem-Solving Method) 123 7. ສະຫ ຼຸ ບ ນັກຮຽນສາມາດສະຫຼຸ ບຫຼັກສໍາຄັນ ຫຼື ສາມາດປະເມີນວິທີການແກ້ ບັນຫາ ຫຼື ເລືອກວິທີການໃດທີ່ໄດ້ຜົນດີທີ່ສຸດໃນການແກ້ບັນຫາ. ຂັ້ນປະເມີ ນຜົນ ຄູປະເມີນຜົນການເຮັດວຽກຂອງນັກຮຽນ, ຊ ີ້ ແຈງຂໍ້ດີ ແລະ ຂໍ້ບົກພ່ອງ ເພື່ອ ໃຫ້ນັກຮຽນປັບປຸງແກ້ໄຂຕໍ່ໄປ. ແຜນວາດສະແດງຂ ັ້ ນຕອນວິທີສອນແບບແກ້ບັນຫາ ຂັ້ນກະກຽມ – ສຶກສາແຜນການສອນ. – ກໍານົດກິດຈະກໍາ. ຄູ ຂັ້ນດໍາເນີນການສອນ – ຂັ້ນກໍານົດບັນຫາ – ຂັ້ນຕັດສິນໃຈທີ່ ຈະວາງແຜນແກ້ບັນຫາ – ຂັ້ນເກັບກໍາຂໍ້ມູນ – ຂັ້ນຕ ັ້ ງສົມມຸດຖານ – ຂັ້ນພິສູດ – ຂັ້ນວິເຄາະ – ຂັ້ນສະຫ ຼຸ ບຜົນ ນັກຮຽນ ຂັ້ນປະເມີນຜົນ ຄູປະເມີນຜົນການເຮັດວຽກຂອງນັກຮຽນ ຄູ ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບແກ້ບັນຫາ (The Problem-Solving Method) 124 ຕົວຢ່າງວິທີສອນແບບແກ້ບັນຫາ (ວິຊາພາສາ) ການສອນເລອງຄ ື່ ໍາກໍາມະ ຂັ້ນກະກຽມ ຄູສຶກສາແຜນການສອນ, ຈຸດປະສົງການສອນ, ເນ ື້ອໃນ ແລະ ກໍານົດກິດຈະ ກໍາທ ີ່ຈະໃຊ້ ຄືຈະໃຊ້ວິທີສອນແບບແກ້ບັນຫາ. ຂັ້ນດໍາເນນການສອນ ີ 1. ຂັ້ນກໍານົດບັນຫາ ຄໍາກໍາມະແມ່ນຫຍັງ, ແບ່ງເປັນຈັກຊະນິດ, ໃຫ້ນັກຮຽນສຶກ ສາຄ ົ້ ນຄວ້າຈາກເອກະສານ ຫຼື ໜັງສື ຫຼື ວັດຈະນານຸກົມ ຫຼື ປຶ້ ມແບບຮຽນທ ີ່ ໃຊ້ປະກອບການຮຽນຕ່າງໆ. ກໍານົດກິດຈະກໍາໃຫ້ນັກຮຽນເຂ ົ້າໃຈ, ນັກຮຽນ ທໍາຄວາມເຂ ົ້າໃຈບັນຫາ ແລະ ຂອບເຂດຂອງບັນຫາ. 2. ຂັ້ນຕດສັ ນໃຈທ ິ ີ່ ຈະວາງແຜນ ນັກຮຽນແບ່ງກຸ່ມ, ຮ່ວມກັນວາງແຜນທ ີ່ ຈະແກ້ ບັນຫາ ຫຼື ຄ ົ້ ນຄວ້າວ່າຄໍາກໍາມະແມ່ນຫຍັງ, ແບ່ງອອກເປັນຈັກຊະນິດ, ມີ ຊະນິດໃດແດ່. 3. ຂັ້ນເກັບຂໍ້ມູນ ນັກຮຽນຈະຄ ົ້ ນຄວ້າ ແລະ ເກັບຂໍ້ມູນ ìຄໍາກໍາມະî ຫາຄໍາຕອບ ຕ່າງໆມາໄຈ້ແຍກປະເພດວ່າເປັນຄໍາກໍາມະ ຫຼື ບ ໍ່ ແລະ ຖ້າເປັນຄໍາກໍາມະຈະ ເປັນກຸ່ມດ້ຽວກັນ ຫຼື ກຸ່ມທ ີ່ ແຕກຕ່າງກັນ ແລະ ຈະແບ່ງກຸ່ມອອກເປັນຈັກ ຊະນິດ ແຕ່ລະຊະນິດມີລັກສະນະແນວໃດ. 4. ຂັ້ນຕງສ ັ້ ົມມ ຸດຖານ ນໍາຄໍາກໍາມະທ ີ່ ລວບລວມມາແລ້ວຕ ັ້ ງສົມມຸດຖານວ່າ ທຸກຄໍາທ ີ່ ເລືອກເປັນຄໍາກໍາມະ ແລະ ມີລັກສະນະເດ ັ່ນແນວໃດ, ແບ່ງອອກ ເປັນຈັກກຸ່ມ ແລະ ຄໍາໃດຄວນຢູ່ໃນກຸ່ມໃດ. 5. ຂັ້ນວິເຄາະ ບອກລັກສະນະຄໍານິຍາມຂອງ ìຄໍາກໍາມະî ແບ່ງຊະນິດຂອງກໍາມະ. 6. ສະຫຼຸບ ນັກຮຽນອອກມາອະທິບາຍຄໍານິຍາມເລ ື່ ອງຄໍາກໍາມະ ແລະ ຊະນິດ ຂອງຄໍາກໍາມະພ້ອມຍົກຕົວຢ່າງໄດ້. ຂັ້ນປະເມີນ ຄູປະເມີນຜົນການເຮັດວຽກຂອງນັກຮຽນ ຊ ີ້ ແຈງຂໍ້ບົກພ່ອງ ແລະ ຂໍ້ດີຂອງແຕ່ ລະກຸ່ມອາດຈະກໍານົດໃຫ້ເຮັດບົດຝຶກຫັດເພ ີ່ ມເຕີມ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບແກ້ບັນຫາ (The Problem-Solving Method) 125 ຕົວຢ່າງວິທີສອນແບບແກ້ບັນຫາ (ວິຊາຄະນ ິດສາດ) ການສອນທິດສະດີ amxan =am+n ຂັ້ນກະກຽມ ຄູສຶກສາແຜນການສອນ, ຈຸດປະສົງຂອງການສອນ, ເນ ື້ອໃນ ແລະ ກໍານົດ ວິທີ ຫຼື ກິດຈະກໍາການຮຽນ. ຂັ້ນດໍາເນນການສອນ ີ 1. ຂັ້ນກໍານົດບັນຫາ ໃຫ້ນັກຮຽນເຂ ົ້າໃຈທິດສະດີ ແລະ ຫາວິທີຈະທົດລອງ ຫຼື ພິສູດອອກມາ. 2. ຂັ້ນຕດສັ ນໃຈທ ິ ີ່ ຈະວາງແຜນ ນັກຮຽນວາງແຜນທ ີ່ ຈະຄ ົ້ ນຄວ້າ ຫຼື ແກ້ບັນຫາ ອາດຈະໃຊ້ວິທີການແບ່ງກຸ່ມ ຫຼື ເຮັດວຽກດ່ຽວ. 3. ຂັ້ນເກັບກໍາຂໍ້ມູນ ນັກຮຽນຈະຄ ົ້ ນຄວ້າ ຫຼື ທໍາຄວາມເຂ ົ້າໃຈ a ແມ່ນຫຍັງ am ຫຼື an ແມ່ນຫຍັງ. 4. ຂັ້ນຕງສ ັ້ ົມມ ຸດຖານ ນັກຮຽນທົດລອງໃສ່ຕົວເລກແທນ a ໃຫ້ a ມີຈໍານວນທ ີ່ ເທ ົ່ າກັນ ແລະ a ມີຕົວເລກຕ່າງກັນ ແລະ ແທ່ນທ ີ່ໃນ a ແລະ ຫາຕົວເລກ ແທນທ ີ່ m ແລະ n. 5. ຂັ້ນວເຄາະ ິ ພິຈາລະນາວ່າຖ້າ a ມີຈໍານວນເທ ົ່ າກັນ ແລະ a ມີຈໍານວນທ ີ່ ແຕກຕ່າງກັນຈະໄດ້ຜົນເທ ົ່າໃດ. 6. ສະຫຼຸບ ນັກຮຽນສາມາດອະທິບາຍໄດ້ວ່າ amxan =am+n ໄດ້ຖ້າ a ມີຖານເທົ່າ ກັນ ແລະ m ເປັນຈໍານວນໜ ຶ່ງ n ເປັນຈໍານວນໜ ຶ່ ງ ນັກຮຽນສາມາດຂຽນທິດ ສະດີ ແລະ ອະທິບາຍໄດ້. ຂັ້ນປະເມີນຜົນ ຄູປະເມີນຜົນ ແລະ ກໍານົດໃຫ້ເຮັດບົດຝຶກຫັດເພ ີ່ ມເຕີມອີກ ໂດຍໃຊ້ທິດສະດີ ໃກ້ຄຽງກັນ ໃຫ້ນັກຮຽນທົດລອງ ຫຼື ພິສູດອອກມາ. ຕົວຢ່າງວິທີສອນແບບແກ້ບັນຫາ (ວິຊາສຸ ຂະສ ຶກສາ) ບັນຫາອຸປະຕິເຫດທ ີ່ ເກີດຂ ຶ້ນໃນຊີວິດປະຈໍາວັນ ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບແກ້ບັນຫາ (The Problem-Solving Method) 126 ຂັ້ນກະກຽມ ຄູສຶກສາແຜນການສອນ, ຈຸດປະສົງການສອນ, ເນ ື້ອໃນ ແລະ ກໍານົດວິທີ ຫຼື ກິດຈະກໍາການຮຽນ, ຈັດກຽມເອກະສານທ ີ່ຈະໃຊ້ໃນການຄົນຄວ້າ ຫຼື ແຫຼ່ງຂໍ້ມູນ. ຂັ້ນດໍາເນນການສອນ ີ 1. ຂັ້ນກໍານົດບັນຫາ ນັກຮຽນຕ ັ້ ງບັນຫາ ìອຸປະຕິເຫດທ ີ່ ເກີດຂ ຶ້ນໃນຊີວິດປະຈໍາ ວັນî ສຶກສາຄວາມໝາຍ ຫຼື ບັນຫາ ແລະ ຂອບເຂດຂອງບັນຫາ. 2. ຂັ້ນຕດສັ ນໃຈທ ິ ີ່ ຈະວາງແຜນ ນັກຮຽນວາງແຜນການເຮັດວຽກຮ່ວມກັນ, ສຶກ ສາຄ ົ້ ນຄວ້າຂໍ້ມູນຕາມເອກະສານ, ໜັງສື, ໜັງສືພິມ ຯລຯ. 3. ຂັ້ນເກັບກໍາຂໍ້ມູນ ນັກຮຽນຈະຄ ົ້ ນຄວ້າ, ລວບລວມຂໍ້ມູນ, ຈໍານວນປະເພດ ສາເຫດ ແລະ ວິທີປ້ອງກັນອຸປະຕິເຫດ. 4. ຂ ັ້ ນຕງສ ັ້ ົມມ ຸດຖານ ລວບລວມຂໍ້ມູນ, ນິຍາມຄວາມໝາຍຂອງຄໍາ ìອຸປະຕິ ເຫດî ຈໍາແນກສາເຫດໃຫຍ່ໄດ້ 3 ຫົວຂ ໍ້ : ຄົນ, ຍານພາຫະນະ, ສ ິ່ ງແວດລ້ອມ ແລະ ກໍານົດຕໍ່ໄປວ່າຈະມີວິທີປ້ອງກັນແບບໃດຈາກສາເຫດທີ່ກ່າວມານ ັ້ ນ. 5. ຂັ້ນວເຄາະ ິ ຫາຫຼັກຖານຂໍ້ມູນ, ທິດສະດີທີ່ປະກອບເຖິງສາເຫດ ແລະ ວິມີ ປ້ອງກັນທ ີ່ໄດ້ຜົນວ່າມີແບບໃດແດ່. 6. ສະຫຼຸບ ນັກຮຽນສະຫຼຸ ບຜົນຂອງສາເຫດ ແລະ ບັນຫາທີ່ພົບຈາກການສຶກສາ ຄົ້ນຄວ້າ ແລະ ແລກ ປ່ຽນຄວາມຮູ້ກັນພາຍໃນກຸ່ມ. ຂັ້ນປະເມີນຜົນ ຄູປະເມີນຜົນ ອາດຈະເພ ີ່ ມເຕີມຂໍ້ມູນຄວາມຮູ້ ຫຼື ແນະນໍາຂະບວນການເຮັດ ວຽກຂອງນັກຮຽນ ແລະ ໃຫ້ເຮັດແບບວັດ ແລະ ປະເມີນຜົນ ຫຼື ບົດຝຶກຫັດ. ຂໍ້ດີ 1. ເປັນການຝຶກນັກຮຽນໃຫ້ເຮັດວຽກຮ່ວມກັນເປັນກຸ່ມ ຝຶກຄວາມຮັບຜິດຊອບໃນ ວຽກທ ີ່ໄດ້ຮັບມອບ ໝາຍໃຫ້ເຮັດ. 2. ຝຶກນັກຮຽນໃຫ້ຮູ້ຈັກການຄ ົ້ ນຄວ້າ ຫຼື ສະແຫວງຫາຂໍ້ມູນຈາກແຫຼ່ງຄວາມຮູ້ ຕ່າງໆ. 3. ຝຶກວິທີຄິດຢ່າງມີລະບົບມີຫຼັກການ ແລະ ມີເຫດຜົນ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບແກ້ບັນຫາ (The Problem-Solving Method) 127 4. ຝຶກການຄິດວິເຄາະ ແລະ ການຕັດສິນໃຈຢ່າງມີລະບົບ. 5. ສ້າງປະສົບການໃຫ້ແກ່ນັກຮຽນໃຫ້ຮູ້ຈັກວິທີການແກ້ບັນຫາ. 6. ເປັນການສອນເນ ັ້ ນນັກຮຽນເປັນໃຈກາງຄູຈະມີບົດບາດໜ້ອຍລົງ. ຂໍ້ຈໍາກັດ 1. ນັກຮຽນຈະຕ້ອງມີທັກສະໃນການຄົ້ ນຄວ້າຂໍ້ມູນ. 2. ນັກຮຽນຈະຕ້ອງຮູ້ຈັກການເຮັດວຽກຮ່ວມກັບຜູ້ອື່ນ ກ້າຫານທ ີ່ ຈະສະແດງ ຄວາມຄິດເຫັນ ແລະ ຍອມຮັບຄວາມຄິດເຫັນຂອງຜູ້ອື່ນໆ. 3. ການສອນດ້ວຍວິທີສອນແບບແກ້ບັນຫາອາດຈະໃຊ້ສອນໄດ້ທຸກວິຊາແຕ່ບໍ່ ຄວນໃຊ້ວິທີດຽວທຸກວິຊາ. 4. ຄູຜູ້ສອນຄວນກຽມເນ ື້ອໃນ, ແຫຼ່ງຄ ົ້ ນຄວ້າຂໍ້ມູນ, ຕະຫຼອດຈົນເຖິງວັດຖຸ ອຸປະກອນທີ່ຈໍາເປັນຕ້ອງໃຊ້ໃນການວິເຄາະຂໍ້ມູນໄວ້ລ່ວງໜ້າ. 5. ບັນຫາທີ່ນໍາມາຄວນເປັນບັນຫາທີ່ໜ້າສົນໃຈ ແລະ ເປັນປະໂຫຍດຕໍ່ຜູ້ຮຽນ. ບົດບາດຂອງຄູ 1. ຈັດກຽມບັນຫາ, ສະຖານະການ ຫຼື ຂໍ້ມູນທ ີ່ ມາກະຕຸ້ນຜູ້ຮຽນໃຫ້ສະແຫວງຫາ ຄວາມຮູ້. 2. ກະຕຸ້ນໃຫ້ຜູ້ຮຽນເກີດຄວາມຢາກຮູ້ຢາກສະແຫວງຫາຄໍາຕອບ. 3. ຈັດສະພາບແວດລ້ອມໃຫ້ເອ ື້ ອຕ ໍ່ ການເຮັດວຽກເປັນກຸ່ມ ຫຼື ໃຫ້ນັກຮຽນເກີດ ການຮຽນດ້ວຍຕົນເອງ. 4. ຊ່ວຍເຫຼືອໃຫ້ຄໍາແນະນໍາຜູ້ຮຽນໃນການເຮັດວຽກຮ່ວມກັນເປັນກຸ່ມຕ ັ້ ງແຕ່ ການວາງແຜນ, ການຈັດບົດບາດໜ້າທ ີ່ , ການລົງມືເຮັດວຽກ, ການວິເຄາະຂ ໍ້ ມູນ ຯລຯ. 5. ກະກຽມ ແລະ ຊ່ວຍເຫຼືອຜູ້ຮຽນກ່ຽວກັບແຫຼ່ງຄ ົ້ ນຄວ້າ ແລະ ໜັງສືເອກະສານ ຕ່າງໆ. 6. ໃຫ້ຄວາມຮູ້ຄວາມເຂ ົ້າໃຈກ່ຽວກັບທັກສະທາງສັງຄົມ ແລະ ທັກສະໃນການ ເຮັດວຽກຮ່ວມກັນ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສືບສວນຫາຄວາມຮູ້ເປັນກຸ່ມ (Group Investigation Model) 128 ວິທີສອນແບບສບສວນຫາຄວາມຮ ື ູ້ເປັນກຸ່ມ (Group Investigation Model) ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສືບສວນຫາຄວາມຮູ້ເປັນກຸ່ມ (Group Investigation Model) 129 ວິທີສອນແບບສືບສວນຫາຄວາມຮູ້ເປັນກຸ່ມ ເປັນການສອນທ ີ່ ເນ ັ້ນໃຫ້ຜູ້ຮຽນ ມີອິດສະລະໃນການສຶກສາຫາຄວາມຮູ້, ຮູ້ຈັກການເຮັດວຽກຮ່ວມກັນເປັນກຸ່ມ ແລະ ການສຶກສາຫາຄວາມຮູ້ຈາກແຫຼ່ງຕ່າງໆ  ຝຶກວິທີການສືບສວນຫາ ຄວາມຮູ້  ວິເຄາະບັນຫາ  ສໍາຫຼວດລວບລວມຂໍ້ມູນ  ຕັ້ງສົມມຸດຖານ  ສະຫ ຼຸ ບຜົນຢ່າງມີເຫດຜົນ  ຝຶກຂະບວນການກຸ່ມ  ການເປັນຜູ້ນໍາ/ສະມາຊິກກຸ່ມ  ຍອມຮັບຟັງຄວາມຄິດເຫັນຂອງ ຜູ້ອື່ນ  ສ້າງນິດໄສມັກສືບສວນ ຄົ້ນຄວ້າຫາຄວາມຮູ້  ການຄ ົ້ ນຄວ້າຫາຂໍ້ມູນເພື່ອ ຕອບບັນຫາດ້ວຍຕົນເອງ  ຝຶກການກ້າຄິດກ້າສະແດງ  ການຕັດສິນໃຈ  ຄວາມຮັບຜິດຊອບ  ມຸ່ງໝ ັ້ນໃນການເຮັດວຽກໃຫ້ ສໍາເລັດ ຈຸດປະສົງ ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສືບສວນຫາຄວາມຮູ້ເປັນກຸ່ມ (Group Investigation Model) 130 ຂັ້ນທ 6 ີ ທົບທວນບັນຫາ ນັກຮຽນຮ່ວມກັນພິຈາລະນາປະເດັນບັນຫາທີ່ຕ້ອງການຮູ້ອີກຄັ້ງ ຖ້າຕ້ອງການຄ ົ້ ນຫາຄໍາຕອບເພ ີ່ມໃຫ້ດໍາເນີນການຕາມຂ ັ້ ນທ ີ່ 1 ໃໝ່. ຂັ້ນທ 5ີ ລາຍງານຜົນງານ ແລະ ຂະບວນການເຮັດວຽກ ນັກຮຽນກັບເຂ ົ້ າກຸ່ມ ລວບລວມຮຽບຮຽງຂໍ້ມູນສະເໜີຕໍ່ທີ່ປະຊຸມ ທັງດ້ານຂ ໍ້ ສະຫ ຼຸບຂອງກຸ່ມ ແລະ ວິທີການສືບສວນຫາຄວາມຮູ້ຂອງກຸ່ມ. ຂັ້ນທ 4ີ ລົງມືປະຕິບັດ ກຸ່ມລົງມືປະຕິບັດຕາມແຜນງານ ແຍກຍ້າຍກັນໄປຄົ້ ນຄວ້າຫາ ຄວາມຮູ້ເປັນກຸ່ມຍ່ອຍ ຫຼື ລາຍບຸກຄົນ. ຂັ້ນທ 3ີ ວາງແຜນງານ ກຸ່ມວາງແຜນແບ່ງວຽກໄປສຶກສາຫາຄວາມຮູ້ຈາກແຫຼ່ງຕ່າງໆ ເຊ ັ່ ນ ຫ້ອງສະໝຸດ, ວັດ, ດ້ວຍວິທີ່ຕ່າງໆ, ຕາມກຸ່ມຄິດເຊ ັ່ ນ ອ່ານ ເອກະສານ, ສໍາພາດ ຯລຯ. ຂັ້ນທ 2ີ ພິຈາລະນາບັນຫາ ນັກຮຽນໝົດຊ ັ້ ນພິຈາລະນາບັນຫາ ຫຼື ເລ ື່ ອງທີ່ຄູນໍາສະເໜີແບ່ງ ເປັນປະເດັນຍ່ອຍໆແບ່ງກຸ່ມ, ເລືອກປະເດັນຍ່ອຍ ເພ ື່ ອຄ ົ້ ນຫາເພີ່ມ ເຕີມ. ຂັ້ນທ 1ີ ສະເໜີບັນຫາ ກະຕຸ້ນໃຫ້ນັກຮຽນຢາກຮູ້ຢາກຮຽນກະຕືລືລົ້ນທ ີ່ ຈະສຶກສາ ແລະ ແກ້ບັນຫາ (ອາດຈະໃຊ້ສື່ໂທລະພາບ, ພາບ, ຂ່າວ) ລໍາດັບຂັ້ນການສອນ ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສືບສວນຫາຄວາມຮູ້ເປັນກຸ່ມ (Group Investigation Model) 131 ຕົວຢ່າງການສອນແບບສ ື ບສວນຫາຄວາມຮູ້ເປັນກຸ່ມ ເລ ື່ອງ ìແຫຼ່ງທໍາມະຊາດî ຂັ້ນກະກຽມ ກະຕຸ້ນຄວາມສົນໃຈ ຄູສົນທະນາເຖິງຊັບພະຍາກອນທໍາມະຊາດຕ່າງໆທີ່ນັກຮຽນຮູ້ຈັກເຊ ັ່ ນ: ປ່າໄມ້, ນ ໍ້ າ, ພູເຂົາ ຯລຯ ຂັ້ນກດຈະກ ິ ໍາ ນັກຮຽນຄິດ ແລະ ເຮັດວຽກ ຂັ້ນທີ 1 ສະເໜີບັນຫາ 1.1. ຄູຕິດຮູບພາບທ ີ່ ສະແດງແຫຼ່ງທໍາມະຊາດ ແລ້ວຕ ັ້ ງຄໍາຖາມກະຕຸ້ນໃຫ້ ນັກຮຽນຄິດກ່ຽວກັບຮູບພາບເຊ ັ່ ນ: ນັກຮຽນເຫັນພາບນ ີ້ ແລ້ວຄິດເຖິງ ເລ ື່ ອງຫຍັງແດ່. ຂັ້ນທີ 2 ກະຕຸ້ນໃຫ້ນັກຮຽນຄິດແກ້ບັນຫາ 2.1. ໃຫ້ນັກຮຽນຮ່ວມກັນພິຈາລະນາບັນຫາໃນຂັ້ນ 1 ແບ່ງເປັນ ປະເດັນຍ່ອຍໆເຊ ັ່ ນ – ກໍາເນີດຂອງແຫຼ່ງນ ໍ້ າທໍາມະຊາດ. – ປະໂຫຍດທີ່ໄດ້ຈາກແຫຼ່ງນ ໍ້ າທໍາມະຊາດ. – ສາເຫດຂອງການເນ ົ່ າເສຍຂອງແຫຼ່ງນ ໍ້ າທໍາມະຊາດ. – ວິທີປ້ອງກັນ ແລະ ແກ້ໄຂບັນຫາແຫຼ່ງນ ໍ້າເປື້ ອນ. 1.2. ໃຫ້ນັກຮຽນເຂ ົ້ າກຸ່ມໆລະ 4-5 ຄົນ ເລືອກປະເດັນຍ່ອຍທ ີ່ ແບ່ງໄປກຸ່ມ ລະ 1 ປະເດັນ ເພ ື່ ອສຶກສາຄ ົ້ ນຄວ້າເພ ີ່ ມເຕີມ. ຂັ້ນທີ 3 ການວາງແຜນ ນັກຮຽນແຕ່ລະກຸ່ມຮ່ວມກັນວາງແຜນການສຶກສາຄ ົ້ ນຄວ້າ ວ່າຈະຫາແຫຼ່ງ ຄວາມຮູ້ຈາກໃສດ້ວຍວິທີໃດ, ຄູຈະເປັນຜູ້ເບ ິ່ງແຍງ ແລະ ໃຫ້ຄໍາປຶກສາ. ຂ ັ້ ນທີ 4 ລົງມືປະຕິບັດງານ ນັກຮຽນໄປຄົ້ ນຄວ້າຫາຄວາມຮູ້ຕາມແຫຼ່ງຕ່າງໆຕາມທ ີ່ໄດ້ວາງແຜນໄວ້ເຊ ັ່ ນ: ຫ້ອງສະໝຸດ, ສໍາພາດຄູຄົນອ ື່ ນ ຯລຯ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບສືບສວນຫາຄວາມຮູ້ເປັນກຸ່ມ (Group Investigation Model) 132 ຂັ້ນທີ 5 ລາຍງານຜົນງານ ແລະ ຂະບວນການເຮັດວຽກ. ນັກຮຽນກັບເຂ ົ້ າກຸ່ມນໍາຂໍ້ມູນທ ີ່ໄດ້ມາຮຽບຮຽງເປັນຂ ໍ້ ຄວາມສະເໜີຕໍ່ທີ່ປະຊຸມ ທັງດ້ານຂ ໍ້ ສະຫ ຼຸ ບຄວາມຮູ້ຂອງປະເດັນທ ີ່ ເລືອກສຶກສາ ແລະ ວິທີການສືບສວນຫາ ຄວາມຮູ້ຂອງກຸ່ມ. ຂັ້ນທີ 6 ທົບທວນ ນັກຮຽນໝົດຊ ັ້ ນຮ່ວມກັນພິຈາລະນາຄວາມຮູ້ທີ່ໄດ້ກ່ຽວກັບແຫຼ່ງນ ໍ້ າທໍາມະ ຊາດ ຖ້າຍັງບ ໍ່ເປັນໜ້າພໍໃຈ, ຕ້ອງການຄ ົ້ ນຫາເພ ີ່ ມເຕີມໃຫ້ດໍາເນີນການຕາມຂ ັ້ ນທ ີ່ 1 ໃໝ່ອີກຄ ັ້ ງໜ ຶ່ ງ. ຂໍ້ດີ 1. ເປັນການຝຶກວິທີການຄ ົ້ ນຄວ້າຫາຄວາມຮູ້ດ້ວຍຕົນເອງຢ່າງມີລະບົບລະບຽບ. 2. ຜູ້ຮຽນໄດ້ຮູ້ວິທີການເຮັດວຽກເປັນກຸ່ມຢ່າງມີປະສິດທິພາບ. ຂໍ້ຈໍາກັດ 1. ຄູຕ້ອງໃຊ້ເວລາໃນການກະກຽມການສອນໃຫ້ພ້ອມກ່ອນສອນດ ັ່ ງນ ີ້ :  ກະກຽມເລ ື່ ອງທ ີ່ຈະສອນ ເປັນເລ ື່ ອງທ ີ່ ສອດຄ່ອງກັບສະພາບບັນຫາໃນ ສັງຄົມ ສາມາດກະຕຸ້ນຄວາມຄິດ ແລະ ການອະພິປາຍໄດ້ກວ້າງຂວາງ.  ກຽມເອກະສານປະກອບການຄ ົ້ ນຄວ້າ ແລະ ກຽມບຸກຄະລາກອນ ແລະ ສະຖານະການທີ່ນັກຮຽນຈະໄປສອບຖາມ, ສໍາພາດ. 2. ນັກຮຽນທ ີ່ ຈະຮຽນດ້ວຍວິທີ່ນີ້ໃຫ້ໄດ້ຜົນ ຕ້ອງມີທັກສະໃນການເຮັດວຽກເປັນ ກຸ່ມເຊ ັ່ນ: ການເປັນຜູ້ນໍາ, ຜູ້ປະຕິບັດຕາມ, ການວາງແຜນວຽກ, ການມອບ ໝາຍວຽກ ແລະ ກໍານົດໜ້າທີ່ຮັບຜິດຊອບ, ການລວບລວມຂໍ້ມູນ ແລະ ສະ ຫຼຸບ. ດ ັ່ ງນ ັ້ ນ, ຄູຈະຕ້ອງກຽມນັກຮຽນໃຫ້ພ້ອມ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 133 ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 134 ຂະບວນການກຸ່ມສໍາພັນໝາຍເຖິງຂະບວນການຂ ັ້ ນຕອນ, ວິທີການ ຫຼື ພຶດຕິ ກໍາຕ່າງໆ ທ ີ່ ຈະຊ່ວຍໃຫ້ການດໍາເນີນງານເປັນກຸ່ມເປັນໄປຢ່າງມີປະສິດທິພາບຄືໄດ້ ທັງຜົນງານດີ ແລະ ໄດ້ທັງຄວາມຮູ້ສຶກ ແລະ ຄວາມສໍາພັນທີ່ດີລະຫວ່າງຜູ້ຮ່ວມງານ. ການສອນໂດຍໃຊ້ຂະບວນການກຸ່ມສໍາພັນມີລັກສະນະດ ັ່ ງນ ີ້ : 1. ຖືຜູ້ຮຽນເປັນໃຈກາງ ເປີດໂອກາດໃຫ້ນັກຮຽນມີໂອກາດເຂົ້າຮຽນໃນກິດຈະກໍາ ການຮຽນຢ່າງທ ົ່ ວເຖິງ ແລະ ຫຼາຍທີ່ສຸດເທ ົ່ າທ ີ່ ຈະເຮັດໄດ້. 2. ຖືກຸ່ມເປັນແຫຼ່ງຄວາມຮູ້ທີ່ສໍາຄັນ ເປີດໂອກາດໃຫ້ນັກຮຽນໄດ້ລົມກັນ, ປຶກສາ ຫາລື, ແລກປ່ຽນຄວາມຄິດເຫັນ ແລະ ປະສົບການຊ ຶ່ ງກັນ ແລະ ກັນ, ອັນຈະ ຊ່ວຍໃຫ້ນັກຮຽນເກີດການຮຽນກ່ຽວກັບພຶດຕິກໍາຂອງຕົນເອງ ແລະ ຜູ້ອື່ນ ແລະ ຮູ້ຈັກທ ີ່ຈະປັບຕົວໃຫ້ສາມາດຢູ່ ແລະ ເຮັດວຽກຮ່ວມກັບຜູ້ອື່ນໄດ້ດີອີກ ທັງຈະຊ່ວຍໃຫ້ນັກຮຽນໄດ້ຮຽນ, ຮູ້ຂໍ້ມູນ ແລະ ທັດສະນະທ ີ່ ກວ້າງ ແລະ ຫຼາກ ຫຼາຍ. 3. ຖືການຄ ົ້ ນພົບດ້ວຍຕົນເອງ ຄູຈະເປັນຜູ້ຈັດປະສົບການຮຽນທີ່ສົ່ງເສີມໃຫ້ນັກ ຮຽນໄດ້ຄົ້ນຫາ ແລະ ຄ ົ້ ນພົບຄໍາຕອບດ້ວຍຕົນເອງ ຊ ຶ່ ງຈະມີຜົນໃຫ້ນັກຮຽນ ຈົດຈໍາໄດ້ດີ. 4. ເນ ັ້ ນຂະບວນການຄວບຄູໄປກັບຜົນງານ ໂດຍການສົ່ ງເສີມໃຫ້ນັກຮຽນໄດ້ຄິດ ວິເຄາະເຖິງຂະບວນການກຸ່ມ ແລະ ຂະບວນການຕ່າງໆທ ີ່ ເຮັດໃຫ້ເກີດຜົນ ງານ ຊ ຶ່ງປະສິດທິພາບຂອງຜົນງານຂ ຶ້ນຢູ່ກັບປະສິດທິພາບຂອງຂະບວນການ ດ້ວຍ, ການຮຽນກ່ຽວກັບຂະບວນການຈ ຶ່ງເປັນສ ິ່ ງຈໍາເປັນທ ີ່ ຈະຊ່ວຍໃຫ້ຜົນງານ ດີຂຶ້ນ. 5. ເນ ັ້ ນການນໍາຄວາມຮູ້ໄປໃຊ້ໃນຊີວິດປະຈໍາວັນ ໂດຍໃຫ້ຜູ້ຮຽນມີໂອກາດຄິດ ຫາແນວທາງທ ີ່ ຈະນໍາຄວາມຮູ້ຄວາມເຂ ົ້າໃຈໃນຊີວິດປະຈໍາວັນ. ກິດຈະກໍາການຮຽນການສອນທ ີ່ໃຊ້ຫຼັກການສອນຂອງກຸ່ມສໍາພັນມີລັກສະນະດ ັ່ ງນ ີ້ : 1. ກິດຈະກໍາໃຫ້ຜູ້ຮຽນປະຕິບັດ ເພ ື່ອໃຫ້ເກີດປະສົບການ, ກິດຈະກໍາຈະມີລັກ ສະນະເອ ື້ ອອໍານວຍ ໃຫ້ຜູ້ຮຽນມີບົດບາດໃນການຮຽນຢ່າງທ ົ່ ວເຖິງ ແລະ ຫຼາຍ ທີ່ສຸດເທ ົ່ າທ ີ່ ຈະເຮັດໄດ້. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 135 2. ກິດຈະກໍາມີລັກສະນະເປັນກິດຈະກໍາກຸ່ມນ້ອຍ ຊ່ວຍໃຫ້ຜູ້ຮຽນໄດ້ມີໂອກາດ ເຂ ົ້ າຮ່ວມກິດຈະກໍາຢ່າງທ ົ່ ວເຖິງ ສາມາດແລກປ່ຽນຂໍ້ມູນຄວາມຄິດເຫັນ ແລະ ປະສົບການຊ ຶ່ ງກັນ ແລະ ກັນ. 3. ກິດຈະກໍາມີລັກສະນະທີ່ນັກຮຽນຈະຕ້ອງຄ ົ້ ນຫາຄໍາຕອບດ້ວຍຕົວເອງ ຄູຈະ ເຮັດໜ້າທີ່ອໍານວຍຄວາມສະດວກໃນການຮຽນຫຼາຍກວ່າເຮັດໜ້າທ ີ່ເປັນຜູ້ ຖ່າຍທອດຄວາມຮູ້. 4. ກິດຈະກໍາປະກອບໄປດ້ວຍຂ ັ້ ນຕອນຂອງການວິເຄາະ ແລະ ອະພິປາຍກ່ຽວ ກັບຂະບວນການຕ່າງໆທີ່ກ່ຽວຂ້ອງເຊ ັ່ ນ: ຂະບວນການເຮັດວຽກ, ຂະບວນ ການແກ້ບັນຫາ ຯລຯ ຊ ຶ່ ງມີຜົນຕ ໍ່ ການເຮັດວຽກ ແລະ ຜົນງານ. 5. ກິດຈະກໍາປະກອບໄປດ້ວຍການອະພິປາຍຫາວິທີການ ແລະ ແນວທາງໃນ ການນໍາຮູ້ຄວາມທີ່ໄດ້ຮັບໄປໃຊ້ຈິງໃນຊີວິດປະຈໍາວັນ. ຂັ້ນຕອນ 1. ຈຸດປະສົງ (ຄູຕ້ອງສຶກສາແຜນການສອນ, ເນ ື້ອໃນ ແລະ ຕັ້ ງຈຸດປະສົງການສອນ) ດ້ານເນ ື້ອໃນ (ຈຸ ດປະສົງທ ົ່ວໄປ) 1) ..................... 2) ..................... (ຈຸດປະສົງແງ່ພຶດຕິກໍາ) 3) ..................... ດ້ານກຸ່ມສໍາພັນ (ຈຸ ດມຸ່ງໝາຍທ ົ່ວໄປ) 1) ..................... 2) ..................... (ຈຸດປະສົງແງ່ພຶດຕິກໍາ) 3) ..................... ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 136 2. ເນ ື້ອໃນຕນຕ ົ້ ໍ ຫຼື ຄວາມຄິດລວມຍອດ (ຄູຕ້ອງທໍາຄວາມເຂ ົ້າໃຈເນື້ອໃນຕົ້ ນຕໍ ແລະ ຄວາມຄິດລວມຍອດ ເພ ື່ອໃຊ້ ເປັນຫຼັກໃນການອອກແບບກິດຈະກໍາສໍາລັບຜູ້ຮຽນ) 3. ສື່ການຮຽນການສອນ 4. ກິດຈະກໍາການຮຽນການສອນ ກ. ຂ ັ້ ນນໍາ 1. ..................... ເປັນການກຽມພ້ອມໃຫ້ນັກຮຽນ, ສ້າງບັນຍາ 2. ..................... ກາດໃຫ້ເໝາະສົມຕ ໍ່ ການຮຽນທ ີ່ ຈະຕາມມາ ຂ. ຂ ັ້ ນກດຈະກ ິ ໍາ 3. ..................... ເປັນການໃຫ້ນັກຮຽນລົງມືເຮັດກິດຈະກໍາທ ີ່ ກຽມໄວ້ ເພ ື່ອໃຫ້ນັກຮຽນມີສ່ວນຮ່ວມ ແລະ ຮັບຜິດຊອບໃນການຮຽນຂອງຕົນ ແລະ ເພື່ອ ໃຫ້ນັກຮຽນເກີດປະສົບການທ ີ່ ຈະສາມາດນໍາ ມາວິເຄາະອະພິປາຍໃຫ້ເກີດການຮຽນ ຄວາມຮູ້. 4. ..................... 5. ..................... ຄ. ຂ ັ້ ນອະພິປາຍ 6. ..................... ເປັນການໃຫ້ຜູ້ຮຽນ ມີໂອກາດໄດ້ແລກປຽນ ປະສົບການ, ຄວາມຄິດ, ຄວາມຮູ້ສຶກ ແລະ ການຮຽນທ ີ່ ເກີດຂ ຶ້ ນ. 7. ..................... ງ. ຂ ັ້ ນສະຫ ຼຸ ບ ແລະ ນໍາໄປໃຊ້ 8. ..................... ເປັນຂ ັ້ ນຂອງຂະບວນການລວບລວມຄວາມ ຄິດເຫັນ ແລະ ຂໍ້ມູນຕ່າງໆ ຈົນໄດ້ຂໍ້ສະຫ ຼຸ ບທ ີ່ ຊັດເຈນ ແລະ ເປັນຂ ັ້ ນກະຕຸ້ນໃຫ້ຜູ້ຮຽນນໍາ ເອົາການຮຽນ ຫຼື ຄວາມຮູ້ໄປປະຕິບັດ ຫຼື ໃຊ້ ໃນຊີວິດປະຈໍາວັນ. 9. ..................... ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 137 5. ປະເມີນຜົນ ຄູຈໍາເປັນຕ້ອງປະເມີນຜົນເບ ິ່ ງວ່ານັກຮຽນໄດ້ຄວາມຮູ້ບັນລຸຈຸດໝາຍທີ່ຕັ້ງໄວ້ ຫຼື ບ ໍ່ . ຄູຄວນກໍານົດລົງໄປຊັດເຈນວ່າ ຈະໃຊ້ວິທີການແບບໃດໃນການປະ ເມີນຜົນຈຸດມຸ່ງໝາຍແຕ່ລະຂໍ້ທັງດ້ານເນ ື້ອໃນ ແລະ ດ້ານກຸ່ມສໍາພັນ. 6. ພາກຜະໜວກ (ລາຍລະອຽດຂອງສ, ຈ ື່ ດປະສ ຸ ງ, ໃບຄວາມຮ ົ ູ້ ຫຼື ສ ິ່ ງຕ່າງໆທ ີ່ໃຊ້) ຕົວຢ່າງການສອນ ເລ ື່ ອງ ສໍານວນ, ຄໍາພັງເພີຍ, ສຸພາສິດ ຈຸດປະສົງ ດ້ານເນ ື້ອໃນ 1. ນັກຮຽນບອກຄໍານິຍາມສໍານວນ, ຄໍາພັງເພີຍ ແລະ ສຸພາສິດ. 2. ນັກຮຽນບອກຄໍາສໍານວນ, ຄໍາພັງເພີຍ ແລະ ສຸພາສິດ. 3. ນັກຮຽນອະທິບາຍຄວາມໝາຍຂອງຄໍາສໍານວນ, ຄໍາພັງເພີຍ ແລະ ສຸພາສິດ ນັ້ນໄດ້ຖືກຕ້ອງ. 4. ນັກຮຽນສາມາດຂຽນເລ ື່ ອງ ຫຼື ນິທານປະກອບຄໍາສໍານວນ, ຄໍາພັງເພີຍ ແລະ ສຸພາສິດໄດ້. ດ້ານກຸ່ມສໍາພັນ ເພ ື່ອຝຶກທັກສະການເຮັດວຽກຮ່ວມກັນ 1. ນັກຮຽນສາມາດວາງແຜນການເຮັດວຽກໄດ້. 2. ນັກຮຽນສາມາດແບ່ງວຽກກັນເຮັດ ແລະ ຮ່ວມມືກັນເຮັດວຽກໄດ້. 3. ນັກຮຽນສາມາດເຮັດວຽກຕາມໜ້າທີ່ທີ່ໄດ້ຮັບມອບໝາຍ. 4. ນັກຮຽນສາມາດປະເມີນຜົນງານຕາມເກນໄດ້. 5. ນັກຮຽນສາມາດວິເຄາະບັນຫາການເຮັດວຽກໄດ້. ເນ ື້ອໃນ ຫຼື ຄວາມຄດລວມຍອດ ິ 1. ສໍານວນແມ່ນ ຕົວຢ່າງ ຄໍາພັງເພີຍແມ່ນ ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 138 ຕົວຢ່າງ ສຸພາສິດແມ່ນ ຕົວຢ່າງ ສໍານວນ, ຄໍາພັງເພີຍ ແລະ ສຸພາສິດທີ່ນັກຮຽນຄວນຮູ້ ແລະ ຄວາມໝາຍ 1. 2. 3. 4. 5. ຯລຯ 2. ການອ່ານອອກສຽງຕ້ອງຮູ້ຈັກການໃຊ້ຈັງຫວະທໍານອງສຽງໃຫ້ສອດຄອງຕາມ ເນ ື້ ອເລ ື່ ອງ. 3. ໃນການເຮັດວຽກຮ່ວມກັນໃຫ້ໄດ້ຜົນດີ ກຸ່ມຄວນວາງແຜນວຽກຮ່ວມກັນກ່ອນ ຈັດສັນແບ່ງວຽກກັນ ຕາມຄວາມເໝາະສົມ ໂດຍທຸກຄົນເຮັດວຽກຕາມໜ້າທີ່ທີ່ ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບ ແລະ ຮູ້ຈັກຕັດສິນໃຈຢ່າງມີຫຼັກ ການ ແລະ ເຫດຜົນ. 4. ທັກສະໃນການວິເຄາະບັນຫາຂອງກຸ່ມນັບວ່າເປັນທັກສະທີ່ສໍາຄັນຂອງການ ເຮັດວຽກຮ່ວມກັນເປັນກຸ່ມ. ສື່ການຮຽນການສອນ 1. ພາບສໍານວນ, ຄໍາພັງເພີຍ, ສຸພາສິດ. 2. ໃບຄວາມຮູ້ເລ ື່ ອງສໍານວນ, ຄໍາພັງເພີຍ, ສຸພາສິດ, ບົດຝຶກຫັດ. 3. ເຈ້ຍສໍາລັບຂຽນເລື່ ອງປະກອບສໍານວນ, ຄໍາພັງເພີຍ, ສຸພາສິດ. ກິດຈະກໍາການຮຽນການສອນ ຂ ັ້ ນນໍາ ຄູເອົາພາບສໍານວນ, ຄໍາພັງເພີຍ ແລະ ສຸພາສິດມາໃຫ້ນັກຮຽນເບ ິ່ ງ ແລະ ຖາມວ່າກົງກັບສໍານວນ, ຄໍາພັງເພີຍ, ສຸພາສິດ ຫຼື ບໍ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 139 ຂັ້ນກດຈະກ ິ ໍາ 1. ຄູແຈກໃບຄວາມຮູ້ເລ ື່ ອງສໍານວນ, ຄໍາພັງເພີຍ ແລະ ສຸພາສິດໃຫ້ນັກຮຽນສຶກ ສາ ໂດຍແບ່ງນັກຮຽນເປັນກຸ່ມກຸ່ມລະ 5-6 ຄົນ. 1.1. ໃຫ້ນັກຮຽນສຶກສາໃບຄວາມຮູ້ເລ ື່ ອງສໍານວນ, ຄໍາພັງເພີຍ ແລະ ສຸພາ ສິດ ໂດຍພິຈາລະນາ.  ຄໍານິຍາມຂອງສໍານວນ.  ຈໍາແນກປະເພດຂອງຄໍາທັງ 3 ປະເພດ.  ຄວາມໝາຍຂອງສໍານວນ, ຄໍາພັງເພີຍ ແລະ ສຸພາສິດໃນແຕ່ລະສໍານວນ. 1.2. ໃຫ້ນັກຮຽນແຕ່ລະກຸ່ມເລືອກສໍານວນ, ຄໍາພັງເພີຍ, ສຸພາສິດໃນໃບຄວາມ ຮູ້ເລືອກສະເພາະສໍານວນ, ຄໍາພັງເພີຍ, ສຸພາສິດທ ີ່ ເຄີຍພົບໃນໜັງສືທັກ ສະສໍາພັນທ ີ່ ເຄີຍຮຽນມາແລ້ວ ຫຼື ກໍາລັງຮຽນຢູ່. 1.3. ໃຫ້ນັກຮຽນປຶກສາຫາກິດຈະກໍາທ ີ່ຈະອອກໄປທວາຍຄໍາພັງເພີຍ, ສໍານວນ, ສຸພາສິດໃຫ້ກຸ່ມອ ື່ ນຕອບ. 1.4. ໃຫ້ນັກຮຽນສ ົ່ ງຕົວແທນອອກມາທວາຍສໍານວນ, ຄໍາພັງເພີຍ ແລະ ສຸ ພາສິດ. 1.5. ໃຫ້ນັກຮຽນສ ົ່ ງຕົວແທນອອກມາເປັນກໍາມະການຕັດສິນການແຂ່ງຂັນ ໂດຍພິຈາລະນາຕາມປະເພດດັ່ ງນ ີ້ :  ກິດຈະກໍາທີ່ຈັດ ສ ື່ ຄວາມໝາຍກົງກັບສໍານວນ, ຄໍາພັງເພີຍ ແລະ ສຸພາສິດ ນ ັ້ ນໆ.  ການອະທິບາຍຄວາມໝາຍຊັດເຈນຜູ້ຟັງສາມາດເຂ ົ້າໃຈ.  ບອກວ່າສໍານວນ, ສຸພາສິດ, ຄໍາພັງເພີຍ ຢູ່ໃນປຶ້ ມທັກສະສໍາພັນເລ ື່ອງໃດ ຯລຯ 2. ຄູໃຫ້ນັກຮຽນເລືອກສໍານວນ, ຄໍາພັງເພີຍ ແລະ ສຸພາສິດທີ່ນັກຮຽນສົນໃຈກຸ່ມ ລະ 1 ຄໍາ. 3. ຄູໃຫ້ນັກຮຽນແຕ່ລະກຸ່ມປຶກສາ ແລະ ຕົກລົງກັນວ່າ ຈະຊ່ວຍກັນແຕ່ງເລ ື່ອງເປັນ ຂໍ້ຄວາມ ຫຼື ນິທ່ານໃຫ້ກົງກັບສໍານວນ, ຄໍາພັງເພີຍ, ສຸພາສິດນ ັ້ນໆແນວໃດ, ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 140 ໃຫ້ແຕ້ມຮູບສໍານວນ, ຄໍາພັງເພີຍ, ສຸພາສິດນ ັ້ນໆ, ປະກອບ ແລະ ມີວິທີແບ່ງ ວຽກກັນແນວໃດ. 4. ຄູຢ່າຍເຈ້ຍແຕ້ມຮູບ ແລະ ເຈ້ຍສໍາລັບຂຽນເລ ື່ອງລາວ, ໃຫ້ນັກຮຽນລົງມືເຮັດ ວຽກຕາມເວລາທີ່ກໍານົດ. 5. ເມ ື່ ອໝົດເວລາຄູໃຫ້ແຕ່ລະກຸ່ມນໍາຮູບ ແລະ ແຕ້ມສໍານວນ, ຄໍາພັງເພີຍ ແລະ ສຸພາສິດມາຕິດໃສ່ເຈ້ຍ. ຂັ້ນອະພິປາຍ 1. ຄູໃຫ້ແຕ່ລະກຸ່ມສ ົ່ ງຕົວແທນອອກມາອະທິບາຍເຖິງສໍານວນ, ຄໍາພັງເພີຍ ແລະ ສຸພາສິດນ ັ້ ນໆພ້ອມກັນອະທິບາຍຄວາມໝາຍຂອງສໍານວນນ ັ້ ນໆ. 2. ຄູໃຫ້ຕົວແທນຂອງກຸ່ມອອກມາອ່ານຂ ໍ້ ຄວາມ ຫຼື ເລ ົ່ າເລ ື່ ອງລາວທີ່ກົງກັບສໍາ ນວນ, ຄໍາພັງເພີຍ ແລະ ສຸພາສິດທີ່ນັກຮຽນແຕ້ມຮູບໄວ້ແລ້ວ. 3. ຄູໃຫ້ນັກຮຽນຊ່ວຍກັນພິຈາລະນາເຖິງຮູບແຕ້ມ, ຄວາມໝາຍ ແລະ ເລ ື່ ອງລາວ ທີ່ແຕ່ງປະກອບວ່າກົງກັບສໍານວນ, ຄໍາພັງເພີຍ ແລະ ສຸພາສິດນ ັ້ ນໆ ຫຼື ບ ໍ່. 4. ຄູຖາມນັກຮຽນກ່ຽວກັບບັນຫາໃນການເຮັດວຽກກຸ່ມວ່າມີຫຍັງແດ່ ແລະ ຄວນ ແກ້ໄຂແນວໃດໃນເລື່ ອງ.  ການແບ່ງວຽກ  ການປະຕິບັດຂອງແຕ່ລະຄົນ  ຄວາມພໍໃຈໃນຜົນງານ  ຂໍ້ທີ່ຄິດວ່າດີ ແລະ ຂໍ້ທີ່ຄວນແກ້ໄຂ ຂ ັ້ ນສະຫ ຼຸ ບ ແລະ ນໍາໄປໃຊ້ ຄູໃຫ້ນັກຮຽນຮ່ວມກັນອະພິປາຍບັນຫາຈົນໄດ້ຂໍ້ສະຫ ຼຸ ບຈົນສາມາດນໍາໄປໃຊ້ ໃນໂອກາດຕໍ່ໄປ 1. ຄູໃຫ້ຕົວແທນແຕ່ລະກຸ່ມຮ່ວມກັນເປັນກໍາມະການຕັດສິນຜົນງານຕາມ ເກນທີ່ກໍານົດໄວ້ 2. ຄູນໍາຂໍ້ບົກພ່ອງ ຫຼື ບັນຫາທີ່ຄົ້ນພົບມາອະທິບາຍ ແລະ ຊ ີ້ ແຈງແກ້ໄຂ. 3. ຄູໃຫ້ນັກຮຽນເຮັດບົດຝຶກຫັດ. ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 141 ການປະເມີນຜົນ 1. ໃນການປະເມີນຜົນຈຸດປະສົງດ້ານເນ ື້ອໃນ ຄູເຮັດແບບຝຶກຫັດທົດສອບ ເລ ື່ ອງສໍານວນ, ຄໍາພັງເພີຍ ແລະ ສຸພາສິດມາທົດສອບນັກຮຽນ. 2. ໃນການປະເມີນຕາມຈຸດປະສົງດ້ານກຸ່ມສໍາພັນໃຫ້ຄູສັງເກດຈາກການເຮັດ ວຽກກຸ່ມຂອງນັກຮຽນຕາມປະເດັນທ ີ່ ລະບຸໄວ້ໃນຈຸດປະສົງ ວ່ານັກຮຽນເຮັດ ໄດ້ ຫຼື ບ ໍ່ ຫາກມີບັນຫາໃຫ້ນໍາບັນຫານ ັ້ ນຂ ຶ້ ນມາອະພິປາຍ ເພື່ ອຫາທາງແກ້ ໄຂແລ້ວຕິດຕາມຜົນການປະຕິບັດຂອງນັກຮຽນໃນໂອກາດຕໍ່ໄປ. ຕົວຢ່າງ ການສອນເລ ື່ ອງນີ້ມີຄຸນລັກສະນະກົງກັບຫຼັກການຮຽນ ແລະ ຫຼັກ ການສອນກຸ່ມສໍາພັນມີດັ່ງນ ີ້ : 1. ຄູໃຫ້ນັກຮຽນເປັນຜູ້ປະຕິບັດຕະຫຼອດນັກຮຽນຮຽນຄໍາສໍານວນ, ຄໍາພັງເພີຍ ແລະ ຄໍາສຸພາສິດຮ່ວມກັນ ແລະ ເລືອກຫາກິດຈະກໍາທ ີ່ຈະອອກໄປທວາຍໝູ່ ເພ ື່ ອນນັກຮຽນຈະຕ້ອງລົງມືປະຕິບັດ ໂດຍຕ້ອງຮ່ວມກັນຄິດ, ອະພິປາຍ, ແຕ້ມຮູບເຮັດວຽກຮ່ວມກັນຈ ຶ່ ງສອດຄ່ອງກັບຫຼັກການສອນ ໂດຍຖືຜູ້ຮຽນເປັນ ໃຈກາງ. 2. ໃນການເຮັດກິດຈະກໍາຮ່ວມກັນ ນັກຮຽນມີໂອກາດໄດ້ຟັງ ແລະ ສ ໍ້ ຖາມໝູ່ ເພ ື່ ອນຄົນອ ື່ ນໆ ຫຼື ເວ ົ້ າສະແດງຄວາມຄິດເຫັນ, ແລກປ່ຽນຄວາມຄິດເຫັນ, ເລືອກໃຊ້ຄວາມຄິດເຫັນ, ຕັດສິນໃຈຮ່ວມກັນ ຈ ຶ່ ງຖືວ່າຖືກຸ່ມເປັນຄວາມຮູ້ທີ່ ສໍາຄັນ. 3. ຄູໃຫ້ນັກຮຽນຊ່ວຍກັນຄ ົ້ ນຫາຂໍ້ບົກພ່ອງຂອງກັນ ແລະ ກັນ ໂດຍຄູເປັນຜູ້ ຊ່ວຍກວດສອບໃຫ້ອີກເທ ື່ ອໜ ຶ່ ງ ຈ ຶ່ ງຖືວ່າເປັນການຄ ົ້ ນພົບດ້ວຍຕົວເອງເປັນ ວິທີການສໍາຄັນໃນການຮຽນ. 4. ຄູຖາມນັກຮຽນກ່ຽວກັບບັນຫາໃນການເຮັດວຽກເປັນກຸ່ມ ແລະ ໃຫ້ນັກຮຽນ ອະພິປາຍບັນຫາຈົນໄດ້ຂໍ້ ສະຫ ຼຸ ບທ ີ່ ສາມາດນໍາໄປໃຊ້ໄດ້ໃນໂອກາດຕໍ່ໄປ ກໍ ສອດຄ່ອງກັບການເນ ັ້ ນຂະບວນການຄວບຄູ່ກັບຜົນງານ. 5. ຄູຝຶກໃຫ້ນັກຮຽນອອກມາເລ ົ່ າເລ ື່ ອງ ຫຼື ເລ ົ່ ານິທານ ແລະ ໃຫ້ນັກຮຽນເຮັດບົດ ຝຶກຫັດເປັນການຝຶກການເວ ົ້ າ ແລະ ຂຽນ ຊ ຶ່ງຈະເປັນປະໂຫຍດແກ່ນັກຮຽນ ແລະ ສາມາດເຂ ົ້າໃຈສໍານວນ, ຄໍາພັງເພີຍ, ສຸພາສິດໄດ້ຖືກຕ້ອງ ນັກຮຽນ ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 142 ສາມາດນໍາໄປໃຊ້ໄດ້ຖືກຕ້ອງເປັນການເນ ັ້ ນການນໍາຄວາມຮູ້ໄປໃຊ້ໃນຊີວິດ ປະຈໍາວັນ. ຂໍ້ດີຂອງການຈັດການຮຽນການສອນໂດຍໃຊ້ຂະບວນການກຸ່ມສໍາພັນ 1. ຄູສາມາດຝຶກໃຫ້ນັກຮຽນຮູ້ຈັກວາງແຜນການເຮັດວຽກກ່ອນລົງມືເຮັດຮ່ວມ ກັນ ແລະ ຍັງສາມາດຝຶກໃຫ້ຮູ້ຈັກແບ່ງວຽກຢ່າງທ ົ່ ວເຖິງ, ການວາງແຜນການ ເຮັດວຽກ ແລະ ຮູ້ຈັກແບ່ງວຽກກັນເຮັດເປັນຂະບວນການເຮັດວຽກທີ່ຈະຊ່ວຍ ໃຫ້ຜົນງານມີຄຸນນະພາບຫຼາຍຂ ຶ້ນ ແລະ ເປັນການຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຝຶກຝົນທັກສະໃນການສະແດງບົດບາດໜ້າທ ີ່ ຂອງຜູ້ນໍາກຸ່ມ ແລະ ສະ ມາຊິກກຸ່ມທີ່ດີ. 2. ຄູສໍ້ຖາມ ແລະ ໃຫ້ນັກຮຽນອະພິປາຍບັນຫາໃນການເຮັດວຽກກຸ່ມວ່າມີຫຍັງ ແດ່ ແລະ ຄວນແກ້ໄຂແບບໃດ ເປັນສ ິ່ ງທ ີ່ ຈະຊ່ວຍຝຶກໃຫ້ນັກຮຽນຮູ້ຈັກການ ວິເຄາະບັນຫາຂອງກຸ່ມ ແລະ ຫາທາງແກ້ໄຂບັນຫາຂອງກຸ່ມ ເປັນທັກສະທ ີ່ ສໍາຄັນຂອງການເຮັດວຽກກຸ່ມໃຫ້ມີປະສິດທິພາບ. 3. ຕົວແທນນັກຮຽນແຕ່ລະກຸ່ມອອກມາເປັນກໍາມະການຕັດສິນຜົນງານຕາມ ເກນທ ີ່ໃຫ້ໄວ້ແຕ່ຕ້ອງເປັນການຝຶກໃຫ້ນັກຮຽນໄດ້ ຮູ້ວິທີການຕັດສິນໃຈຢ່າງມີ ຫຼັກການ ແລະ ເຫດຜົນ ເປັນການຝຶກທັກສະການເຮັດວຽກກຸ່ມທີ່ດີ. ຂໍ້ຈໍາກັດ ການຈັດການຮຽນການສອນໂດຍໃຊ້ຂະບວນການກຸ່ມສໍາພັນ ຄູຕ້ອງຄໍານຶງເຖິງ ຫຼັກການແບ່ງກຸ່ມ. ຂະໜາດຂອງກຸ່ມ ກິດຈະກໍາບາງປະເພດຕ້ອງການກຸ່ມນ້ອຍໆ ແລະ ບາງກິດ ຈະກໍາຕ້ອງການກຸ່ມຂະໜາດໃຫຍ່ ບາງກິດຈະກໍາສາມາດຍືດຍຸ່ນຂະໜາດຂອງກຸ່ມ ໄດ້ ກຸ່ມຂະໜາດນ້ອຍຄວນມີຂະໜາດ 2-5 ຄົນ ຂະໜາດໃຫຍ່ປະມານ 10-20 ຄົນ ຂະໜາດທ ີ່ ເໝາະຄື 6-8 ຄົນ ລັກສະນະຂອງສະມາຊິກໃນກຸ່ມ ການແບ່ງກຸ່ມໂດຍທົ່ວໄປຄວນໃຫ້ມີນັກຮຽນ ທີ່ມີຄວາມສາມາດແຕກຕ່າງກັນໄປ ເພື່ອໃຫ້ແຕ່ລະກຸ່ມມີຊັບພະຍາກອນທີ່ຫຼາກຫຼາຍ. ການແບ່ງກຸ່ມຕາມຄວາມສະໝັກໃຈບໍ່ ຄວນເຮັດເລ ື້່ ອຍໆ ເພາະຈະເຮັດໃຫ້ນັກຮຽນ ສູນພັດທະນາສ່ືການຮຽນການສອນ, ສວສ


ວິທີສອນແບບໃຊ້ຂະບວນການກຸ່ມສໍາພັນ 143 ຂາດປະສົບການໃນການເຂົ້ າກຸ່ມກັບຄົນອ ື່ ນ. ບົດບາດຂອງຄູ ບົດບາດໃນການກຽມການສອນ ຄູຈໍາເປັນຕ້ອງກຽມຕົວໃຫ້ພ້ອມ, ກຽມບົດ ສອນໃຫ້ລະອຽດ, ພະຍາຍາມຈັດລໍາດັບການສອນໃຫ້ເປັນໄປຢ່າງເໝາະສົມ, ຄິດ ກິດຈະກໍາໃຫ້ໜ້າສົນໃຈ ແລະ ກຽມອຸປະກອນໄວ້ໃຫ້ພຽງພໍ ແລະ ພ້ອມທ ີ່ ຈະນໍາໄປ ໃຊ້. ບົດບາດໃນການດໍາເນີນກິດຈະກໍາການສອນ ຄູຄວນພະຍາຍາມເຮັດໜ້າທີ່ຕ່າງໆຕໍ່ໄປນີ້:  ສ້າງບັນຍາກາດທ ີ່ ເອ ື້ ອອໍານວຍຕ ໍ່ການຮຽນໃຫ້ຫຼາຍທີ່ສຸດເທ ົ່ າທ ີ່ ຈະເຮັດໄດ້.  ຮັບຟັງ ແລະ ສະໜັບສະໜູນສ ົ່ ງເສ ີ່ ມຜູ້ຮຽນໃຫ້ມີກໍາລັງໃຈຕໍ່ ການຮຽນ.  ເປີດໂອກາດ ແລະ ກະຕຸ້ນໃຫ້ຜູ້ຮຽນໄດ້ມີສ່ວນຮ່ວມໃນກິດຈະກໍາການຮຽນ ຢ່າງທ ົ່ ວເຖິງ.  ອໍານວຍຄວາມສະດວກຕ່າງໆ.  ສະແດງຄວາມຄິດເຫັນ ແລະ ໃຫ້ຂໍ້ມູນທ ີ່ເປັນປະໂຫຍດແກ່ຜູ້ຮຽນຕາມວາ ລະ ແລະ ໂອກາດທີ່ ເໝາະສົມ.  ສະໜັບສະໜູນສ ົ່ ງເສ ີ່ ມ ແລະ ນໍາທາງໃຫ້ຜູ້ຮຽນໄດ້ຮຽນ ແລະ ຮູ້ວິທີວິເຄາະ ພຶດຕິກໍາການຮຽນ.  ຊ່ວຍເຊ ື່ອມໂຍງຄວາມຄິດເຫັນຂອງຜູ້ຮຽນ ແລະ ສະຫຼຸ ບຜົນການຮຽນ, ພ້ອມ ທັງກະຕຸ້ນໃຫ້ຜູ້ຮຽນໄດ້ນໍາຄວາມຮູ້ໄປໃຊ້.  ຄວບຄຸມຂະບວນການຮຽນໃຫ້ບັນລຸຕາມເປົ້ າໝາຍທີ່ກໍານົດໄວ້. ບົດບາດໃນການຕດຕາມຜ ິ ນການສອນ ົ ການຮຽນຈະເກີດປະໂຫຍດແກ່ຜູ້ຮຽນຢ່າງສູງຫາກຜູ້ຮຽນສາມາດນໍາໄປໃຊ້ ໃນຊີວິດປະຈໍາວັນໄດ້ ຄວາມຮັບຜິດຊອບຂອງຄູຈຶ່ງໝາຍເຖິງການປະເມີນຜົນໃນ ໄລຍະສັ້ນ ແລະ ໄລຍະຍາວ, ການປະເມີນຜົນ ໃນບາງເລືອງ ຫຼື ບາງສ່ວນເຮັດໄດ້ ທັນທີໃນຂະນະທີ່ ສອນ ຫຼື ຫຼັງການສອນ ແຕ່ບາງເລ ື່ ອງຕ້ອງຕິດຕາມຜົນເປັນໄລຍະຄູ ຈຶ່ງບ ໍ່ ຄວນລະເລີຍການຕິດຕາມຜົນການຮຽນຂອງຜູ້ຮຽນ ແລະ ໃຫ້ກໍາລັງໃຈ ຫຼື ໃຫ້ຄໍາ ແນະນໍາແກ່ຜູ້ຮຽນເພ ີ່ ມເຕີມຕາມຄວາມເໝາະສົມ. ສູນພັດທະນາສ່ືການຮຽນການສອນ, ສວສ


Click to View FlipBook Version