The words you are searching are inside this book. To get more targeted content, please make full-text search by clicking here.
Discover the best professional documents and content resources in AnyFlip Document Base.
Search
Published by tha sonethet, 2024-06-25 10:11:48

ແບບຮຽນ ຝຶກເວົ້າພາສາລາວ ປ. 1

SLP2_TB Content Final CRC 310524

ແບບຮຽນ ຝຶກເວົ້າພາສາລາວ ຊັ້ນປະຖົມສຶກສາ ຄະນະຮຽບຮຽງ: ພວງມະໄລ ສີສຸທໍາ ດວງມາລາ ນາກບຸນຕາ ບຸນຜົງ ສີລາເດດ ອໍາມະລີ ອາລາເທບ ພຸດທະວັນ ພິມມະທອງ ແກ້ວມະນີ ດວງວິໄລ ແກ້ວສັກສິດ ໄຊຍະວົງ ຄໍາເວີນ ພັນມາລາ ໄກ່ທອງ ມະວົງສາ ຈັນທະລາ ດວງຜາສຸກ ຄະນະກວດແກ້: ອານຸລົມ ວິໄລພອນ ອ່ອນແກ້ວ ນວນນະວົງ ພອນສິຣິ ອຸໄທວັນ ພິມເຂົ້າໜ້າໂດຍ: ລັດດາວັນ ຈິດຕະວົງ ກະຊວງສຶກສາທິການ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ 2024 ປີທີ 1 SLP2_TB1_Table_of_content.indd 1 5/28/2024 3:24:40 PM


ຄໍານໍາ ປຶ້ມແບບຮຽນຝຶກເວົ້າພາສາລາວເຫຼັ້ມນີ້ຮຽບຮຽງຂຶ້ນຕາມຫຼັກສູດ ຊັ້ນປະຖົມ ສຶກສາປີທີ 1 ສະບັບປັບປຸງໃໝ່ ເພື່ອໃຫ້ນັກຮຽນຊົນເຜົ່າໄດ້ຝຶກທັກສະການເວົ້າພາ ສາລາວຕາມກິດຈະກໍາຕ່າງໆ ທີ່ໄດ້ກໍານົດໄວ້ໃນບົດຮຽນ ໂດຍເລີ່ມແຕ່ບົດແນະນໍາ ເບື້ອງຕົ້ນຈົນເຖິງບົດທີ 29 ເພື່ອໃຫ້ຄູນໍາໃຊ້ເປັນແນວຄວາມຄິດຄຽງຄູ່ກັບປຶ້ມຄູ່ມື ຄູຝຶກເວົ້າພາສາລາວໃນການແນະນໍານັກຮຽນປະຕິບັດກິດຈະກໍາໃນແຕ່ລະບົດ. ປຶ້ມແບບຮຽນຝຶກເວົ້າພາສາລາວສະບັບປັບປຸງເຫຼັ້ມນີ້ມີຫົວຂໍ້ ແລະ ເນື້ອ ໃນ ທີ່ນໍາມາຝຶກເວົ້າກ່ຽວກັບຄໍາສັບທີ່ນໍາໃຊ້ ເພື່ອການສື່ສານໃນຊີວິດປະຈໍາວັນເປັນ ພາສາລາວ. ເຖິງຢ່າງໃດກໍຕາມການຮຽບຮຽງປຶ້ມແບບຮຽນຝຶກເວົ້າພາສາລາວເຫຼັ້ມນີ້ ກໍ ຄົງບໍ່ປາສະຈາກຂໍ້ຂາດຕົກບົກພ່ອງບາງປະການໄດ້. ສະນັ້ນ, ຖ້າທ່ານພົບເຫັນຈຸດ ບົກພ່ອງ ຫຼື ຈຸດຜິດພາດ ຂໍຄວາມຮ່ວມມືມາຍັງທ່ານສົ່ງຄໍາຄິດເຫັນມາຍັງ ສະຖາ ບັນຄົ້ນຄວ້າວິທະຍາສາດການສຶກສາ ເພື່ອຈະໄດ້ນໍາໄປເປັນຂໍ້ມູນໃນການປັບປຸງ ແກ້ໄຂຕົ້ນສະບັບໃນຄັ້ງຕໍ່ໄປໃຫ້ມີຄຸນນະພາບດີຂຶ້ນ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ SLP2_TB1_Table_of_content.indd 2 5/28/2024 3:24:40 PM


ສາລະບານ ໜ້າ ບົດແນະນໍາເບື້ອງຕົ້ນ ເວົ້າກ່ຽວກັບ ການໄປ................................................ 1 ບົດທີ 1 ເວົ້າກ່ຽວກັບ ການມາ............................................................. 6 ບົດທີ 2 ເວົ້າກ່ຽວກັບ ການມີ ແລະ ບໍ່ມີ................................................11 ບົດທີ 3 ເວົ້າກ່ຽວກັບ ຄວາມເປັນເຈົ້າຂອງ............................................16 ບົດທີ 4 ເວົ້າກ່ຽວກັບ ສີ.................................................................... 21 ບົດທີ 5 ທວນຄືນ........................................................................... 27 ບົດທີ 6 ເວົ້າກ່ຽວກັບ ແນວມັກ ແລະ ຢາກໄດ້.......................................31 ບົດທີ 7 ເວົ້າກ່ຽວກັບ ຄອບຄົວ...........................................................36 ບົດທີ 8 ເວົ້າກ່ຽວກັບ ຢູ່ໃສ................................................................41 ບົດທີ 9 ເວົ້າກ່ຽວກັບ ນໍາໃຜ..............................................................46 ບົດທີ 10 ທວນຄືນ...........................................................................51 ບົດທີ 11 ເວົ້າກ່ຽວກັບ ການເອົາໄປ ແລະ ເອົາມາ....................................55 ບົດທີ 12 ເວົ້າກ່ຽວກັບ ການເອົາໃຫ້ ແລະ ເອົາໃສ່...................................60 ບົດທີ 13 ເວົ້າກ່ຽວກັບ ສິ່ງທີ່ເຮັດໄດ້ ຫຼື ເຮັດເປັນ......................................65 ບົດທີ 14 ເວົ້າກ່ຽວກັບ ຂະໜາດ, ຮູບຮ່າງ ແລະ ສີ.....................................70 ບົດທີ 15 ເວົ້າກ່ຽວກັບ ເວລາໃດ...........................................................76 ບົດທີ 16 ທວນຄືນ...........................................................................81 ບົດທີ 17 ເວົ້າກ່ຽວກັບ ຄວາມຮູ້ສຶກ.......................................................85 ບົດທີ 18 ເວົ້າກ່ຽວກັບ ທາງໃດ............................................................90 ບົດທີ 19 ເວົ້າກ່ຽວກັບ ການເຮັດວຽກ....................................................95 ບົດທີ 20 ເວົ້າກ່ຽວກັບ ການເບິ່ງ, ເຫັນ ແລະ ຊອກ................................100 ບົດທີ 21 ທວນຄືນ.........................................................................105 SLP2_TB1_Table_of_content.indd 3 5/28/2024 3:24:40 PM


ບົດທີ 22 ເວົ້າກ່ຽວກັບ ອາກາດ..........................................................109 ບົດທີ 23 ເວົ້າກ່ຽວກັບ ເປັນຫຍັງ........................................................114 ບົດທີ 24 ເວົ້າກ່ຽວກັບ ແຕ່ ແລະ ສະນັ້ນ................................................119 ບົດທີ 25 ເວົ້າກ່ຽວກັບ ເຄີຍ ແລະ ເລື້ອຍໆ ............................................124 ບົດທີ 26 ເວົ້າກ່ຽວກັບ ຂ້ອຍ.............................................................129 ບົດທີ 27 ເວົ້າກ່ຽວກັບ ສິ່ງໃດໜຶ່ງ.......................................................134 ບົດທີ 28 ເວົ້າກ່ຽວກັບ ສິ່ງທີ່ເກີດຂຶ້ນ...................................................139 ບົດທີ 29 ທວນຄືນ.........................................................................144 SLP2_TB1_Table_of_content.indd 4 5/28/2024 3:24:40 PM


ບົດແນະນໍາເບື້ອງຕົ້ນ ເວົ້າກ່ຽວກັບ ການໄປ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ ແລະ ເວົ້າຄໍາສັບໃໝ່. ໄປ ໂຮງຮຽນ ພໍ່ ແມ່ ຍ່າ ຄູ ໑ 1 SLP_TB1.indb 1 28/05/2024 11:35:03


ນາງບົວໄປໂຮງຮຽນ ຍ່າຢູ່ເຮືອນ. ຮອດໂມງໄປໂຮງຮຽນ. ນາງບົວຕື່ນນອນ ອາບນໍ້າ ກິນເຂົ້າ ໄປໂຮງຮຽນ. ບົວໄປໃສ? 2 ບົດເລື່ອງກ່ຽວກັບ ການໄປ ແມ່ມາ. 2 ໒ SLP_TB1.indb 2 28/05/2024 11:35:04


ພໍ່ຢູ່ສວນ ຄູຢູ່ໂຮງຮຽນ. ປ້າຢູ່ຮ້ານຂາຍເຄື່ອງ. ສະບາຍດີ. ຫຼານຊື່ຫຍັງ? ໄປໂຮງຮຽນ. ໄປໂຮງຮຽນ. ສະບາຍດີ. ຫຼານຊື່ບົວ. ບົວໄປໃສ? ບົວໄປໃສ? ໓ 3 SLP_TB1.indb 3 28/05/2024 11:35:05


4 ມ້າຍ່າງໄປປ່າ. ເປັດຍ່າງໄປໜອງນໍ້າ. ປູໄຕ່ໄປນາ. ກາບິນໄປພູ. 3 ປະໂຫຍກກ່ຽວກັບ ການໄປຂອງສັດ ໔ SLP_TB1.indb 4 28/05/2024 11:35:07


ພໍ່ ຄູ ແມ່ ໂຮງຮຽນ ນາ ປ່າ ມ້າ ເປັດ • ນັກຮຽນຜູ້ທີ 1 ເລືອກຄົນ ຫຼື ສັດ ແລ້ວຖາມວ່າ: …ໄປໃສ? ຕົວຢ່າງ: ພໍ່ໄປໃສ? • ນັກຮຽນຜູ້ທີ 2 ເລືອກສະຖານທີ່ແລ້ວຕອບ. ຕົວຢ່າງ: ພໍ່ໄປນາ. • ແລ້ວປ່ຽນກັນເວົ້າ. 4 ຝຶກເວົ້າ ໕ 5 SLP_TB1.indb 5 28/05/2024 11:35:08


1 ບົດທີ 1 ເວົ້າກ່ຽວກັບ ການມາ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ມາ ເມືອເຮືອນ ເຮືອນ ອ້າຍ ນ້ອງສາວ ນ້າບ່າວ ຫຼານ 6 ໖ SLP_TB1.indb 6 28/05/2024 11:35:09


1 7 ທ້າວຄໍາມາແຕ່ໂຮງຮຽນ ລາກ່ອນນາຍຄູ ຂອບໃຈນາຍຄູ. ຄໍາຢູ່ໂຮງຮຽນ. ສຽງກະແລັ່ງດັງ. 2 ບົດເລື່ອງກ່ຽວກັບ ການມາ ຮອດໂມງເມືອເຮືອນ. ຂອບໃຈ. ມື້ອື່ນພົບກັນ. ໗ SLP_TB1.indb 7 28/05/2024 11:35:12


1 ແມ່ຢູ່ປະຕູໂຮງຮຽນ. ພໍ່ຢູ່ນາ. ນ້ອງສາວຢູ່ເຮືອນ. ນ້າບ່າວຢູ່ຮ້ານຂາຍເຄື່ອງ. ມາ ມາ ຄໍາ ເມືອເຮືອນ. ອ້າຍມາແຕ່ໃສ? ມາແຕ່ໂຮງຮຽນ. ມາແຕ່ໂຮງຮຽນ. ມາແຕ່ໂຮງຮຽນ. ຫຼານມາແຕ່ໃສ? ລູກມາແຕ່ໃສ? 8 ໘ SLP_TB1.indb 8 28/05/2024 11:35:15


1 3 ປະໂຫຍກກ່ຽວກັບ ການມາຂອງສັດ ມ້າຍ່າງມາແຕ່ປ່າ. ເປັດຍ່າງມາແຕ່ໜອງນໍ້າ. ປູໄຕ່ມາແຕ່ນາ. ກາບິນມາແຕ່ພູ. ໙ 9 SLP_TB1.indb 9 28/05/2024 11:35:17


1 ພໍ່ ແມ່ ຄູ ໂຮງຮຽນ ປ່າ ນາ ມ້າ ປູ • ນັກຮຽນຜູ້ທີ 1 ເລືອກຄົນ ຫຼື ສັດ ແລ້ວຖາມວ່າ: ... ມາແຕ່ໃສ? ຕົວຢ່າງ: ພໍ່ມາແຕ່ໃສ? • ນັກຮຽນຜູ້ທີ 2 ເລືອກສະຖານທີ່ແລ້ວຕອບ. ຕົວຢ່າງ: ພໍ່ມາແຕ່ນາ. • ແລ້ວປ່ຽນກັນເວົ້າ. ເຮືອນ ນ້ອງສາວ ອ້າຍ ກາ 4 ຝຶກເວົ້າ 10 ໑໐ SLP_TB1.indb 10 28/05/2024 11:35:19


2 ບົດທີ 2 ເວົ້າກ່ຽວກັບ ການມີ ແລະ ບໍ່ມີ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ ຫຼື ຈັບສິ່ງຂອງທີ່ພວກເຮົາມີ ແລະ ເວົ້າຄໍາສັບໃໝ່. ສໍ ໂຮງແຫຼມສໍ ຢາງລຶບ ເຈ້ຍ ປຶ້ມຂຽນ ບິກ ໑໑ 11 SLP2_TB1_L2.indd 11 30/05/2024 09:30:02


2 12 ໂຮງແຫຼມສໍ ນາງບົວມີສໍ. ລາວມີເຈ້ຍ. ລາວມີຢາງລຶບ. ລາວບໍ່ມີໂຮງແຫຼມສໍ. ນາງບົວໄປຮ້ານຂາຍເຄື່ອງ. 2 ບົດເລື່ອງກ່ຽວກັບ ການມີ ແລະ ບໍ່ມີ ຂ້ອຍມີສໍ ແຕ່ບໍ່ມີໂຮງແຫຼມສໍ. ສະບາຍດີ. ຂ້ອຍມີສໍ. ຂ້ອຍມີເຈ້ຍ. ຂ້ອຍມີຢາງລຶບ. ຂ້ອຍມີປຶ້ມຂຽນ. ຂ້ອຍມີບິກ. ບໍ່. ຂ້ອຍບໍ່ມີໂຮງແຫຼມສໍ. ເຈົ້າມີໂຮງແຫຼມສໍບໍ່? ໑໒ SLP_TB1.indb 12 28/05/2024 11:35:22


2 13 ສະບາຍດີ. ຂ້ອຍມີສໍ. ຂ້ອຍມີເຈ້ຍ. ຂ້ອຍມີຢາງລຶບ. ຂ້ອຍມີປຶ້ມຂຽນ. ຂ້ອຍມີບິກ. ນາງບົວໄປຮ້ານຂາຍເຄື່ອງບ່ອນໃໝ່. ນາງບົວມີໂຮງແຫຼມສໍແລ້ວ. ເຈົ້າມີໂຮງແຫຼມສໍບ່ໍ? ຂ້ອຍມີສໍ ແລະ ໂຮງແຫຼມສໍ. ມີ. ຂ້ອຍມີໂຮງແຫຼມສໍ. ໑໓ SLP_TB1.indb 13 28/05/2024 11:35:23


2 3 ປະໂຫຍກກ່ຽວກັບ ການມີ ແລະ ບໍ່ມີ ມີ. ພວກເຮົາມີໝາ. ບໍ່. ຂ້ອຍບໍ່ມີໄກ່. ຂ້ອຍມີແບ້. ພວກເຮົາມີໝາ. ພວກເຈົ້າມີໝາບ່ໍ? ຂ້ອຍມີໄກ່. ເຈົ້າມີໄກ່ບໍ່? ມີ. ພວກເຂົາມີມ້າ. ຂ້ອຍບໍ່ມີມ້າ. ພວກເຂົາມີ ມ້າບ່ໍ? 14 ໑໔ SLP_TB1.indb 14 28/05/2024 11:35:26


2 • ນັກຮຽນຜູ້ທີ 1 ເບິ່ງຮູບພາບທີ 1 ແລ້ວຖາມກ່ຽວກັບ ... ມີຫຍັງແດ່? ຕົວຢ່າງ: ເຈົ້າມີຢາງລຶບບ່ໍ? • ນັກຮຽນຜູ້ທີ 2 ເບິ່ງຮູບພາບທີ 2 ແລ້ວຕອບ. ຕົວຢາງ: ບໍ່. ຂ້ອຍບໍ່ມີຢາງລຶບ. 4 ຝຶກເວົ້າ ຮູບພາບທີ 1 (ນັກຮຽນຜູ້ທີ 1) ຮູບພາບທີ 2 (ນັກຮຽນຜູ້ທີ 2) ໑໕ 15 SLP2_TB1_L2.indd 15 30/05/2024 09:30:09


3 16 ບົດທີ 3 ເວົ້າກ່ຽວກັບ ຄວາມເປັນເຈົ້າຂອງ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ເສື້ອ ກະໂປ່ງ ໂສ້ງ ໝາກບານ ຕູ້ ກະເປົາ ໑໖ SLP_TB1.indb 16 28/05/2024 11:35:27


3 17 ເຄື່ອງໃຊ້ຂອງໃຜ? ທ້າວຄໍາ ແລະ ນ້ອງສາວມ້ຽນເຄື່ອງຂອງເຂົາເຈົ້າ. 2 ບົດເລື່ອງກ່ຽວກັບ ຄວາມເປັນເຈົ້າຂອງ ກະເປົາຂອງນ້ອງ. ກະເປົານີ້ແມ່ນຂອງໃຜ? ໝາກບານນີ້ແມ່ນຂອງໃຜ? ເອົາໝາກບານຂອງນ້ອງໄວ້ພຸ້ນ. ໝາກບານຂອງນ້ອງ. ກະເປົາຂອງອ້າຍຢູ່ພຸ້ນ. ເອົາກະເປົາຂອງນ້ອງໄວ້ພຸ້ນ. ໑໗ SLP_TB1.indb 17 28/05/2024 11:35:28


3 ປຶ້ມນີ້ແມ່ນຂອງໃຜ? ປຶ້ມນີ້ແມ່ນຂອງພວກເຮົາ. ແມ່ເຂົ້າມາ. ນ້ອງເອົາເສື້ອໄປໄວ້ຕູ້. ເສື້ອຂອງອ້າຍຄໍາ. ເສື້ອນີ້ແມ່ນຂອງໃຜ? ເອົາເສື້ອຂອງລູກໄວ້ຕູ້. ບໍ່ແມ່ນ. ເສື້ອນັ້ນແມ່ນຂອງນ້ອງ. 18 ໑໘ SLP_TB1.indb 18 28/05/2024 11:35:29


3 3 ການນໍາໃຊ້ ນີ້ ໃນປະໂຫຍກ ນີ້ແມ່ນເສື້ອຂອງອ້າຍຄໍາ. ນີ້ແມ່ນຫຍັງ? ນີ້ແມ່ນໂສ້ງຂອງລູກບໍ່? ນີ້ແມ່ນເສື້ອຂອງແມ່. ນີ້ແມ່ນກະໂປ່ງຂອງລູກ. ນີ້ແມ່ນເສື້ອຂອງພໍ່. ນີ້ແມ່ນໂສ້ງຂອງອ້າຍຄໍາ. ນີ້ແມ່ນຫຍັງ? ນີ້ແມ່ນຊຸດກະໂປ່ງຂອງເຈົ້າ. ບໍ່ແມ່ນ. ນີ້ແມ່ນໂສ້ງຂອງອ້າຍຄໍາ. ເຄື່ອງນຸ່ງນີ້ແມ່ນຂອງໃຜ? ໑໙ 19 SLP_TB1.indb 19 28/05/2024 11:35:31


3 ພໍ່ ແມ່ ຄູ • ນັກຮຽນຜູ້ທີ 1 ເລືອກເຄື່ອງ ແລະ ຖາມວ່າ: ນີ້ແມ່ນ…ຂອງໃຜ? ຕົວຢ່າງ: ນີ້ແມ່ນເຮືອນຂອງໃຜ?. • ນັກຮຽນຜູ້ທີ 2 ເລືອກເຈົ້າຂອງ ແລະ ຕອບ. ຕົວຢ່າງ: ນີ້ແມ່ນເຮືອນຂອງນາຍຄູ. • ແລ້ວປ່ຽນກັນເວົ້າ. ຍ່າ ນ້ອງສາວ 4 ຝຶກເວົ້າ ປຶ້ມຂຽນ ເສື້ອ ໂສ້ງ ໝາກບານ ເຮືອນ ກະເປົາ ຂ້ອຍ 20 ໒໐ SLP_TB1.indb 20 28/05/2024 11:35:33


4 21 ບົດທີ 4 ເວົ້າກ່ຽວກັບ ສີ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ ແລະ ເວົ້າຄໍາສັບໃໝ່. ສີຂາວ ສີເຫຼືອງ ສີແດງ ສີຟ້າ ສີຂຽວ ສີດໍາ ໒໑ SLP_TB1.indb 21 28/05/2024 11:35:33


4 22 ການແຕ້ມຮູບ ແລະ ລະບາຍສີ 2 ບົດເລື່ອງກ່ຽວກັບ ສີ ພວກເຮົາມີສໍສີຫຼາຍກ້ານ. ມີສີຂາວ, ສີ ເຫຼືອງ, ສີແດງ, ສີຟ້າ, ສີດໍາ, ສີແສດ (ສີ ສົ້ມ), ສີຂຽວ ແລະ ສີມ່ວງ. ພວກເຮົາ ມາແຕ້ມຮູບເນາະ! ນີ້ແມ່ນຮູບແຕ້ມ ຂອງນາງບົວ. ບົວເວົ້າເບິ່ງ! ຮູບນີ້ແມ່ນພໍ່ຂອງຫຼານ ແລະ ຫຼານ. ເສື້ອຂອງພໍ່ສີແດງ. ຊຸດຂອງຫຼານສີມ່ວງ. ໒໒ SLP_TB1.indb 22 28/05/2024 11:35:35


4 23 ນີ້ແມ່ນຮູບແຕ້ມຂອງທ້າວຄໍາ. ຄໍາ ເວົ້າເບິ່ງ! ຮູບນີ້ແມ່ນ ນ້າບ່າວຂອງຫຼານ. ໂສ້ງ, ເສື້ອຂອງລາວສີຟ້າ ແລະ ສີເຫຼືອງ. ນີ້ແມ່ນຮູບແຕ້ມຂອງທ້າວກິ. ກິເວົ້າເບິ່ງ! ຮູບນີ້ແມ່ນນົກສອງໂຕ. ນົກມີສີແສດ ແລະ ສີມ່ວງ. ນີ້ແມ່ນຮູບແຕ້ມຂອງນາງດາລາ. ດາລາເວົ້າເບິ່ງ! ຮູບນີ້ແມ່ນຮຸ້ງ. ມັນມີສີເຫຼືອງ, ສີແສດ, ສີຂຽວ ແລະ ສີຟ້າ. ໒໓ SLP_TB1.indb 23 28/05/2024 11:35:36


4 3 ປະໂຫຍກກ່ຽວກັບ ສີຂອງເຄື່ອງ ບົວ ເຄື່ອງຂອງເຈົ້າມີສີຫຍັງແດ່? ໂບຂອງຂ້ອຍສີບົວ. ກິບຜົມສີຟ້າ. ແວ່ນສີຂຽວ ແລະ ຫວີນີ້ສີເຫຼືອງ. ໂສ້ງພວກເຂົາສີຟ້າ. ເສື້ອຂອງພວກເຂົາສີເຫຼືອງ ແລະ ສີຂຽວ. ເສື້ອຂອງລາວສີເຫຼືອງບ່ໍ? ບໍ່ແມ່ນ. ເສື້ອຂອງລາວສີແສດ. ຊຸດຂອງຂ້ອຍສີແດງ. ເສື້ອຂອງຂ້ອຍສີດໍາ ແລະ ສີຂາວ. ຊຸດຂອງເຈົ້າສີຫຍັງ? 24 ໒໔ SLP_TB1.indb 24 28/05/2024 11:35:38


4 • ນັກຮຽນຜູ້ທີ 1 ເບິ່ງຮູບພາບທີ 1 ຢູ່ຂ້າງລຸ່ມນີ້ ແລ້ວຖາມສີຂອງເຄື່ອງຢູ່ໃນຮູບ ພາບ. ຕົວຢ່າງ: ໂຮງຮຽນເປັນສີຫຍັງ? • ນັກຮຽນຜູ້ທີ 2 ເບິ່ງຮູບພາບທີ 2 ຢູ່ໜ້າຕໍ່ໄປ ແລ້ວຕອບຄໍາຖາມ ຕົວຢ່າງ: ໂຮງຮຽນເປັນສີຂາວ ແລະ ສີຟ້າ. ຮູບທີ 1 4 ຝຶກເວົ້າ ໒໕ 25 SLP_TB1.indb 25 28/05/2024 11:35:39


4 ຮູບທີ 2 26 ໒໖ SLP_TB1.indb 26 28/05/2024 11:35:39


5 ບົດທີ 5 ທວນຄືນ 1 ບົດເລື່ອງກ່ຽວກັບ ການໄປ ແລະ ມາ ແບ້ຍ່າງມາ ແລະ ຍ່າງໄປ ແບ້ຍ່າງໄປ. ມັນໄປໃສ? ແບ້ບໍ່ຍ່າງໄປພູ. ມັນບໍ່ຍ່າງໄປປ່າ. ມັນໄປໃສ? ແບ້ຍ່າງໄປສວນ. ສວນຂອງແມ່ນາງບົວ. ໒໗ 27 SLP_TB1.indb 27 28/05/2024 11:35:40


5 28 ນາງບົວມາແຕ່ຮ້ານຂາຍ ເຄື່ອງ. ລາວເຫັນແບ້. ແມ່ມາ. ແມ່! ແບ້ມາ! ໄປ! ນີ້ແມ່ນສວນຂອງຂ້ອຍ. ໄປ! ໄປ! ໄປ! ມັນໄປແລ້ວ. ມັນໄປໃສ? ແມ່ບໍ່ຮູ້. ມັນອອກໄປແລ້ວ. ໒໘ SLP_TB1.indb 28 28/05/2024 11:35:42


5 29 2 ປະໂຫຍກກ່ຽວກັບ ສີ ດາລາ ດອກໄມ້ຂອງເຈົ້າມີສີຫຍັງແດ່? ກິ ເຈົ້າມີແມງປໍສີຂຽວບ່ໍ? ທ້າວກິ ມີແມງປໍ. ເຈົ້າມີແມງປໍສີຫຍັງແດ່? ຂ້ອຍມີແມງປໍສີຟ້າ ແລະ ສີແດງ. ດອກໄມ້ຂອງຂ້ອຍມີ ສີຂາວ, ສີແດງ, ສີມ່ວງ ແລະ ສີແສດ. ບໍ່ມີ. ດອກໄມ້ມີສີເຫຼືອງບໍ່? ມີ. ໒໙ SLP_TB1.indb 29 28/05/2024 11:35:43


5 • ນັກຮຽນຜູ້ທີ 1 ຊີ້ໃສ່ສິ່ງຂອງຕ່າງໆຢູ່ໃນຫ້ອງ ແລະ ຖາມ ... ຂອງໃຜ? ຕົວຢ່າງ: ກະເປົາຂອງໃຜ? • ນັກຮຽນຜູ້ທີ 2 ຕອບຄໍາຖາມ. ຕົວຢ່າງ: ກະເປົາຂອງຄູ. • ແລ້ວປ່ຽນກັນເວົ້າ. 3 ຝຶກເວົ້າ 30 ໓໐ SLP_TB1.indb 30 28/05/2024 11:35:44


6 ໓໑ 31 ບົດທີ 6 ເວົ້າກ່ຽວກັບ ແນວມັກ ແລະ ຢາກໄດ້ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ຢາກໄດ້ ຜ້າເຊັດ ເຄື່ອງນຸ່ງ ໝວກ ໝາກໄມ້ ໝາກກ້ວຍ ໝາກກ້ຽງ ມັກ SLP_TB1.indb 31 28/05/2024 11:35:45


6 32 ໓໒ ຂ້ອຍມັກສີຂຽວ. ຂອບໃຈ. 2 ບົດເລື່ອງກ່ຽວກັບ ແນວມັກ ເຈົ້າມັກອັນໃດ? ນາງສວຍໄປເຮືອນຂອງນາງບົວ. ນາງບົວເອົາໝາກໄມ້ອອກມາ. ພວກເຂົາໄປຫ້ວຍ. ນາງບົວເອົາຜ້າເຊັດໄປສອງຜືນ. ຂ້ອຍມີໝາກກ້ວຍ ແລະ ໝາກກ້ຽງ. ເຈົ້າມັກອັນໃດ? ຂ້ອຍມັກໝາກກ້ຽງ. ຂອບໃຈ. ຂ້ອຍມີຜ້າເຊັດສີແດງ ແລະ ສີຂຽວ. ເຈົ້າມັກສີໃດ? SLP_TB1.indb 32 28/05/2024 11:35:46


33 6 ໓໓ ພວກເຂົາກັບເມືອເຮືອນ. ເຄື່ອງນຸ່ງຂອງພວກເຂົາປຽກ. ນາງບົວ ເອົາເຄື່ອງນຸ່ງຂອງລາວອອກມາ. ແມ່ຂອງນາງສວຍ ມາແຕ່ຕະຫຼາດ. ລາວເອົາກິບຜົມມາ. ຂ້ອຍມີເຄື່ອງນຸ່ງຫຼາຍແນວ. ເຈົ້າມັກແນວໃດ? ແມ່ມີກິບຜົມມາໃຫ້ພວກລູກ. ລູກມັກອັນໃດ? ລູກມັກອັນນັ້ນ. ຂອບໃຈ. ຂ້ອຍມັກເສື້ອ ແລະ ໂສ້ງ. ຂອບໃຈ. SLP_TB1.indb 33 28/05/2024 11:35:48


34 6 ໓໔ ເຈົ້າມັກໝວກອັນນີ້ບໍ່? 3 ປະໂຫຍກກ່ຽວກັບ ແນວມັກ ແລະ ຢາກໄດ້ ເຈົ້າຢາກໄດ້ຫຍັງ? ເຈົ້າຢາກໄດ້ຫຍັງ? ເຈົ້າຢາກໄດ້ຫຍັງ? ຂ້ອຍຢາກໄດ້ກະເປົາ. ຂ້ອຍຢາກໄດ້ປຶ້ມຂຽນ. ຂ້ອຍຢາກໄດ້ໝວກ. ຂ້ອຍມັກກະເປົາສີເຫຼືອງ. ຂ້ອຍມັກຮູບກົບ. ບໍ່. ຂ້ອຍບໍ່ມັກອັນນີ້. ຂ້ອຍມັກອັນນັ້ນ. ເຈົ້າມັກສີໃດ? ເຈົ້າມັກຮູບໃດ? SLP_TB1.indb 34 28/05/2024 11:35:50


35 6 ໓໕ 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ຊີ້ໃສ່ 2 ຮູບພາບຢູ່ໃນແຕ່ລະກ່ອງ ແລະ ຖາມວ່າ: ... ເຈົ້າ ມັກອັນໃດ? ຕົວຢ່າງ: ຊີ້ໃສ່ຮູບໝາກກ້ຽງ ແລະ ຮູບໝາກກ້ວຍແລ້ວຖາມ. • ນັກຮຽນຜູ້ທີ 2 ຕອບຄໍາຖາມ. ຕົວຢ່າງ: ຂ້ອຍມັກໝາກກ້ຽງ. • ແລ້ວປ່ຽນກັນເວົ້າ. ປຶ້ມນິທານ SLP_TB1.indb 35 28/05/2024 11:35:51


7 36 ໓໖ ຄອບຄົວ ບົດທີ 7 ເວົ້າກ່ຽວກັບ ຄອບຄົວ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ວົ້າຄໍາສັບ ແລະ ວະລີໃໝ່. ປູ່ ແມ່ ພໍ່ ອາວ ອາ ເອື້ອຍ ນ້ອງຊາຍ ແອນ້ອຍ SLP_TB1.indb 36 28/05/2024 11:35:52


37 7 ໓໗ 2 ບົດເລື່ອງກ່ຽວກັບ ຄອບຄົວ ເດັກນ້ອຍມີຈັກຄົນ? ທ້າວຄໍາ, ທ້າວກິ, ນາງບົວ ແລະ ນາງດາລາ ເວົ້າກ່ຽວກັບຄອບຄົວຂອງເຂົາເຈົ້າ. ກິ ຄອບຄົວຂອງເຈົ້າມີຈັກຄົນ? ຄອບຄົວຂອງຂ້ອຍມີ 6 ຄົນ. ຂ້ອຍມີເອື້ອຍ 2 ຄົນ ແລະ ນ້ອງຊາຍ 1 ຄົນ. ຂ້ອຍມີນ້ອງສາວຜູ້ໜຶ່ງ. ໃນຄອບຄົວຂອງຂ້ອຍມີແຕ່ສອງອ້າຍນ້ອງ. ເຈົ້າເດຄໍາ, ເຈົ້າມີອ້າຍນ້ອງຈັກຄົນ? SLP_TB1.indb 37 28/05/2024 11:35:53


38 7 ໓໘ ດາລາ ຄອບຄົວຂອງເຈົ້າມີ ຈັກຄົນ? ເຈົ້າເດບົວ, ມີແຕ່ເຈົ້າກັບອ້າຍບໍ່? ຄອບຄົວຂອງຂ້ອຍມີ 7 ຄົນ. ຂ້ອຍມີອ້າຍ 2 ຄົນ ແລະ ນ້ອງຊາຍ 2 ຄົນ. ບໍ່. ພວກເຮົາຍັງມີແອນ້ອຍອີກ. SLP_TB1.indb 38 28/05/2024 11:35:54


39 7 ໓໙ 3 ປະໂຫຍກກ່ຽວກັບ ຈໍານວນຄົນໃນຄອບຄົວ ຄອບຄົວຂອງຂ້ອຍມີ 4 ຄົນ. ບໍ່. ຂ້ອຍມີແຕ່ພໍ່, ແມ່, ອາວ, ອາ, ເອື້ອຍ ແລະ ນ້ອງຢູ່ນໍາ. ຄໍາ ຄອບຄົວຂອງເຈົ້າມີຈັກຄົນ? ບົວ ຄອບຄົວຂອງເຈົ້າມີຈັກຄົນ? ຄອບຄົວຂອງຂ້ອຍມີ 8 ຄົນ: ປູ່, ຍ່າ, ພໍ່, ແມ່, ອາ, ອ້າຍ, ຂ້ອຍ ແລະ ແອນ້ອຍ. ກິ, ປູ່ ແລະ ຍ່າຢູ່ນໍາເຈົ້າບ່ໍ? SLP_TB1.indb 39 28/05/2024 11:35:56


40 7 ໔໐ 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ຖາມກ່ຽວກັບຄອບຄົວຂອງໝູ່. ຕົວຢ່າງ: ຄອບຄົວຂອງເຈົ້າມີຈັກຄົນ? • ນັກຮຽນຜູ້ທີ 2 ຕອບຄຳຖາມ ແລະ ຊີ້ໃສ່ຮູບພາບ. ຕົວຢ່າງ: ຄອບຄົວຂອງຂ້ອຍມີ 6 ຄົນ: ພໍ່, ແມ່, ເອື້ອຍ, ອ້າຍ, ນ້ອງຊາຍ ແລະ ຂ້ອຍ. • ແລ້ວປ່ຽນກັນເວົ້າ. SLP_TB1.indb 40 28/05/2024 11:35:56


8 ໔໑ 41 ບົດທີ 8 ເວົ້າກ່ຽວກັບ ຢູ່ໃສ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ຢູ່ກ້ອງ ຢູ່ຂ້າງ ຢູ່ຫຼັງ ຢູ່ເທິງ ຢູ່ໃກ້ ຢູ່ໄກ ຢູ່ໃນ SLP_TB1.indb 41 28/05/2024 11:35:58


8 42 2 ບົດເລື່ອງກ່ຽວກັບ ຢູ່ໃສ ເຄື່ອງຂອງຂ້ອຍຢູ່ໃສ? ທ້າວກິກຽມຕົວທີ່ຈະອອກໄປນໍາພໍ່. ເອື້ອຍກວາດເຮືອນຢູ່ໃກ້ລາວ. ຍັງ. ໂອ! ນັ້ນເດ ເສື້ອຂອງນ້ອງຢູ່ໃນຕູ້. ນ້ອງເບິ່ງຢູ່ຂ້າງໄຫນໍ້າແລ້ວບໍ່? ຍັງ. ໂອ! ນີ້ເດ ຕຸກນໍ້າຂອງ ນ້ອງຢູ່ຂ້າງໄຫນໍ້າ. ເສື້ອຂອງນ້ອງຢູ່ໃສ? ນ້ອງເບິ່ງຢູ່ໃນຕູ້ແລ້ວບໍ່? ເກີບຂອງນ້ອງຢູ່ໃສ? ນ້ອງເບິ່ງຢູ່ກ້ອງຕັ່ງແລ້ວບໍ່? ຍັງ. ໂອ! ນີ້ເດ ເກີບຂອງນ້ອງຢູ່ກ້ອງຕັ່ງ. ຕຸກນໍ້າຂອງນ້ອງຢູ່ໃສ? ໔໒ SLP_TB1.indb 42 28/05/2024 11:36:00


43 8 ກະເປົາຂອງນ້ອງຢູ່ໃສ? ຍັງ. ໂອ! ນີ້ເດ ກະເປົາ ຂອງນ້ອງຢູ່ທາງຫຼັງປະຕູ. ນ້ອງເບິ່ງຢູ່ທາງຫຼັງປະຕູແລ້ວບໍ່? ໝວກຂອງນ້ອງຢູ່ໃສ? ໂດຍ. ເບິ່ງແລ້ວ. ໂອ! ນີ້ເດ ໝວກຂອງນ້ອງຢູ່ຖ້ານນີ້. ນ້ອງເບິ່ງຢູ່ເທິງຖ້ານ ແລ້ວບໍ່? ບໍ່ແມ່ນຖ້ານນັ້ນ. ເບິ່ງຖ້ານນີ້. ນ້ອງໄດ້ເຄື່ອງຄົບທຸກຢ່າງແລ້ວບໍ່? ໂດຍ. ຂອບໃຈເດີເອື້ອຍ. ໔໓ SLP_TB1.indb 43 28/05/2024 11:36:02


44 8 ໔໔ 3 ປະໂຫຍກກ່ຽວກັບ ແລ້ວ ແລະ ຍັງ ແມວຢູ່ໃສ? ແມວຢູ່ໃນກະຕ່າ. ໜູຢູ່ໃສ? ໜູຢູ່ກ້ອງໂຕະ. ແມວຢູ່ໃສ? ແມວຢູ່ກ້ອງໂຕະ. ໜູຢູ່ກ້ອງໂຕະບໍ່? ບໍ່. ມັນໜີໄປແລ້ວ. ແມວຢູ່ໃສ? ແມວຢູ່ເທິງຮົ້ວ. ໜູໜີໄປແລ້ວບໍ່? ຍັງ. ມັນຍັງຢູ່ເທິງຮົ້ວ. ແມວຢູ່ໃສ? ແມວຢູ່ໃກ້ໜູ. ໜູຢູ່ໃນຮູບໍ່? ບໍ່. ມັນໜີໄປແລ້ວ. ໜູຢູ່ໃສ? ໜູຢູ່ຂ້າງຮົ້ວ. ແມວຢູ່ໃສ? ແມວໜີໄປແລ້ວບໍ່? ຍັງ. ມັນຢູ່ຕໍ່ໜ້າໜູ. SLP_TB1.indb 44 28/05/2024 11:36:03


45 8 ໔໕ 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ເບິ່ງຮູບພາບ ແລ້ວຖາມວ່າ: ເຄື່ອງຢູ່ໃສ? ຕົວຢ່າງ: ໝາກບານຢູ່ໃສ? • ນັກຮຽນຜູ້ທີ 2 ເບິ່ງຮູບພາບ ແລະ ຕອບຄຳຖາມ. ຕົວຢ່າງ: ໝາກບານຢູ່ກ້ອງໂຕະ. • ແລ້ວປ່ຽນຜຽນກັນຖາມ ແລະ ຕອບ. SLP_TB1.indb 45 28/05/2024 11:36:03


9 46 ໔໖ ບົດທີ 9 ເວົ້າກ່ຽວກັບ ນໍາໃຜ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ ແລະ ເວົ້າຄໍາສັບໃໝ່. ໝູ່ ນໍາກັນ ຜູ້ດຽວ ຄືກັນ ປ້າ ປ້າ SLP_TB1.indb 46 28/05/2024 11:36:04


Click to View FlipBook Version