97 19 ແມ່ຕູ້, ອາວ ແລະ ວຽງຢູ່ສວນຄືກັນ. ພວກເຂົາເຮັດຫຍັງ? ແມ່ຕູ້ເກືອໄກ່ ແລະ ໄລ່ໄກ່ເຂົ້າລົກ. ອາວໄລ່ ແບ້ເຂົ້າຄອກ. ວຽງເອົາຫຍ້າໃຫ້ຄວາຍກິນ. ພໍ່ ແລະ ນ້ອງຊາຍ ຢູ່ໃນສວນ. ພວກເຂົາເຮັດຫຍັງ? ພໍ່ມ້ຽນເຄື່ອງມື. ນ້ອງຊາຍອັດປະຕູ. ຫຼັງຈາກກິນເຂົ້າແລ້ວ, ທຸກຄົນພາກັນພັກຜ່ອນ. ໙໗ SLP_TB1.indb 97 28/05/2024 11:37:24
98 19 3 ປະໂຫຍກກ່ຽວກັບ ການເຮັດຫຍັງ ແມ່ເຮັດຫຍັງ? ພວກເຂົາເຮັດຫຍັງ? ພວກເຂົາເຮັດຫຍັງ? ພວກເຂົາເຮັດເຮືອນບໍ່? ພວກເຂົາຂຸດດິນບໍ່? ແມ່ຊັກເຄື່ອງ. ບໍ່. ພວກເຂົາບໍ່ໄດ້ເຮັດເຮືອນ. ບໍ່. ພວກເຂົາຂຸດດິນແລ້ວໆ. ດຽວນີ້ພວກເຂົາຫວ່ານແກ່ນ ຜັກ. ພວກເຂົາເຮັດຄອກແບ້. ພວກເຂົາເຮັດສວນ. ໙໘ SLP_TB1.indb 98 28/05/2024 11:37:24
99 19 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ແລະ ຜູ້ທີ 2 ເບິ່ງຮູບພາບນໍາກັນ ແລະ ປ່ຽນກັນເວົ້າວ່າ ເຂົາເຈົ້າເຮັດຫຍັງ? ຕົວຢ່າງ: ປ້າເກັບຜັກ. ໙໙ SLP_TB1.indb 99 28/05/2024 11:37:25
100 20 ໑໐໐ ໑ບົດທີ 20 ເວົ້າກ່ຽວກັບ ການເບິ່ງ, ເຫັນ ແລະ ຊອກ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ລີ້ ຕົ້ນຫຍ້າ ຊອກຫາ ຕົ້ນກ້ວຍ ລໍ້ ຜ້າຫົ່ມ SLP_TB1.indb 100 28/05/2024 11:37:28
101 20 ໐໑໐໑ 2 ບົດເລ່ືອງກ່ຽວກັບ ການເບິ່ງ, ເຫັນ ແລະ ຊອກ ຊອກຫາຮວກ ນາງຄໍາມີ ແລະ ນາງຈັນທີຍ່າງກາຍໜອງ. ກິກີ່ ໝາຂອງຄໍາມີ ກໍໄປນໍາເຂົາເຈົ້າ. ເບິ່ງບ່ອນນີ້. ມີຮວກຫຼາຍໆ. ເຈົ້າເຫັນມັນບໍ່? ເບິ່ງໃກ້ຕົ້ນຫຍ້ານີ້. ຂ້ອຍເຫັນຮວກ ໂຕໜຶ່ງທີ່ມີ 2 ຂາ. ກິກີ່ ຊອກຫາສັດ. ເຮົາ ພັກຢູ່ນີ້ຖ້າມັນເນາະ. ແມ່ນ. ຂ້ອຍກໍເຫັນຄືກັນ. ແມ່ນ. ຂ້ອຍເຫັນ. ມັນຍັງ ບໍ່ມີຂາເທື່ອ. ເຮົາມາຊອກຫາ ຮວກທີ່ມີຂາເນາະ. ກິກີ່ ເຮັດຫຍັງ? SLP_TB1.indb 101 28/05/2024 11:37:29
102 20 ໑໐໒ ໑ພໍດີ ກິກີ່ ເຫົ່າ. ພວກເຮົາມາຊອກຫາຮວກ ທີ່ມີ 4 ຂານໍາກັນ. ມາຊອກຢູ່ຕົ້ນຫຍ້າ ບ່ອນນີ້ເນາະ. ແມ່ນ. ຂ້ອຍກໍເຫັນ. ເປັນຕາຮັກຫຼາຍ. ກິກີ່ ເຫັນຫຍັງບໍ່? ເບິ່ງດຸ໊! ເຫັນກົບນ້ອຍບໍ່? ກິກີ່ ເຫັນກົບນ້ອຍຫຼາຍ ໂຕຢູ່ຕົ້ນຫຍ້າ. ເບິ່ງພຸ້ນ. ມີຮວກທີ່ມີ 4 ຂາ. ແມ່ນ. ຂ້ອຍກໍເຫັນ. ຂ້ອຍຢາກຊອກຫາ ກົບນ້ອຍ. SLP_TB1.indb 102 28/05/2024 11:37:31
103 20 ໒໑໐໓ 3 ປະໂຫຍກກ່ຽວກັບ ການເບິ່ງ, ເຫັນ ແລະ ຊອກ ເຈົ້າເບິ່ງເທິງຕົ້ນໄມ້ແລ້ວບໍ່? ເຈົ້າໄດ້ເບິ່ງຢູ່ບ່ອນໃດອີກແດ່? ເບິ່ງບ່ອນນັ້ນແມ! ຢູ່ກ້ອງ ຜ້າຫົ່ມ. ຂ້ອຍເຫັນສີ່ຕີນ. ເຈົ້າເຫັນບໍ່? ຂ້ອຍຊອກຫາ ນາງສວຍ ແລະ ທ້າວທອງສີ. ພວກເຂົາລີ້ຢູ່. ຂ້ອຍຊອກຫາເຂົາເຈົ້າບໍ່ເຫັນ. ແມ່ນ. ຂ້ອຍກໍເຫັນ 4 ຕີນຄືກັນ. ຂ້ອຍຊອກຫາ ເຂົາເຈົ້າເຫັນແລ້ວ. ຂ້ອຍໄດ້ເບິ່ງຢູ່ທາງຫຼັງຕົ້ນກ້ວຍ ແລະ ເທິງລໍ້ ແຕ່ບໍ່ເຫັນພວກເຂົາ. ເບິ່ງແລ້ວ ແຕ່ບໍ່ເຫັນ. ເຈົ້າເຮັດຫຍັງ? SLP_TB1.indb 103 28/05/2024 11:37:33
104 20 ໑໐໔ 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ບອກໝູ່ຊອກຫາສັດ 5 ໂຕນີ້ ຢູ່ໃນຮູບພາບໃຫຍ່. ຕົວຢ່າງ: ຊອກຫາເສືອ. ເຫັນແລ້ວບໍ່? • ນັກຮຽນຜູ້ທີ 2 ຟັງໝູ່ເວົ້າ ແລ້ວຊອກຫາສັດຢູ່ໃນຮູບພາບໃຫຍ່. ບອກໝູ່ວ່າເຫັນ ຫຼື ບໍ່ເຫັນ. ຕົວຢ່າງ: ເຫັນເສືອແລ້ວ ຫຼື ຊອກຫາບໍ່ເຫັນ. SLP_TB1.indb 104 28/05/2024 11:37:35
21 105 ບົດທີ 21 ທວນຄືນ 1 ບົດເລ່ືອງກ່ຽວກັບ ການໄປຊອກຫາ ແມ່ຂ້ອຍຢູ່ທາງໃດ? ທ້າວທອງສີຢູ່ຕະຫຼາດ. ລາວເຫັນເດັກຍິງຜູ້ໜຶ່ງພວມຮ້ອງໄຫ້ຢູ່. ໄດ້. ອັນນີ້ເບື້ອງຊ້າຍບໍ່? ໂອ! ຂ້ອຍຮູ້ບ່ອນຂາຍຜັກ. ຢູ່ທາງໃດ? ຢູ່ພຸ້ນ! ພວກເຮົາໄປນໍາກັນບໍ່? ແມ່ນແລ້ວ. ລາວຂາຍຜັກ. ໄປ! ເຮົາລ້ຽວຊ້າຍ ແລ້ວຍ່າງໄປຊື່. ລາວຢູ່ຕະຫຼາດນີ້ບໍ່? ແມ່ນແລ້ວ. ບັດນີ້ໄປຊື່. ໂດຍ. ໄປນໍາແດ່. ເປັນຫຍັງເຈົ້າຈຶ່ງໄຫ້? ຂ້ອຍຊອກຫາແມ່ບໍ່ເຫັນ. ໑໐໕ SLP_TB1.indb 105 28/05/2024 11:37:36
106 21 ເບິ່ງທາງເບື້ອງຂວາແມ! ນ້ອງເຫັນຄົນຂາຍຜັກບໍ່? ທາງໃດນໍ? ອ້າຍຜູ້ນີ້ຊ່ວຍລູກຊອກຫາແມ່. ໂດຍ. ໂຊກດີ. ເຫັນແລ້ວ. ລາວຢູ່ພຸ້ນ. ແມ່! ແມ່! ລູກຢູ່ພີ້. ໂດຍ. ລູກຊິເອົາໜ່ວຍ ໜຶ່ງ. ໄປກ່ອນເດີ. ຂອບໃຈເດີ. ທາງນີ້. ນ້ອງເຫັນແມ່ບໍ່? ລູກຫິວເຂົ້າບໍ່? ແມ່ມີໝາກກ້ວຍ. ເອົາຈັກໜ່ວຍບໍ່? ໂອລູກ! ແມ່ພວມຊອກຫາຢູ່. ໑໐໖ SLP_TB1.indb 106 28/05/2024 11:37:37
107 21 2 ປະໂຫຍກບອກທາງ ໂອ! ທາງນັ້ນມີເຫັດຫຼາຍໆ. ແມ່ນ. ແມ່ເຫັນເຫັດແລ້ວ. ເບິ່ງທາງເບື້ອງຊ້າຍພຸ້ນ! ລູກຈື່ທາງເມືອເຮືອນບໍ່? ໂອ! ດີຫຼາຍ. ເຫັດຢູ່ທາງໃດ? ຈື່. ພວກເຮົາຍ່າງກັບທາງເກົ່າ. ລ້ຽວຊ້າຍ ແລ້ວຍ່າງຊື່ໄປອີກ. ພວກເຈົ້າມາແຕ່ໃສ? ມາແຕ່ເກັບເຫັດ. ພວກເຮົາຮອດບ່ອນແລ້ວບໍ່? ຍ່າງໄປຕາມທາງແລ້ວລ້ຽວຂວາ. ໑໐໗ SLP_TB1.indb 107 28/05/2024 11:37:37
108 21 3 ຝຶກເວົ້າ • ນັກຮຽນຜູ້ທີ1 ແລະ ຜູ້ທີ2: 1.ເບິ່ງຮູບພາບ ແລ້ວຊ່ວຍກັນຈັບຄູ່. 2. ບອກໝູ່ວ່າ: ເຂົາເຈົ້າຮູ້ສຶກແນວໃດ? ເຂົາເຈົ້າເຮັດຫຍັງ? ຕົວຢ່າງ: “ລາວຮູ້ສຶກໂສກເສົ້າ. ລາວຮ້ອງໄຫ້”. ໑໐໘ SLP_TB1.indb 108 28/05/2024 11:37:40
22 109 ບົດທີ 22 ເວົ້າກ່ຽວກັບ ອາກາດ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ຝົນ ໝອກ ແດດ ພາຍຸ ຟ້າເຫຼື້ອມ ຟ້າຜ່າ ໑໐໙ SLP_TB1.indb 109 28/05/2024 11:37:42
110 22 2 ບົດເລ່ືອງກ່ຽວກັບ ອາກາດ ດຽວນີ້ອາກາດເປັນແນວໃດ? ຍາມຝົນ ຍາມແລ້ງ ນາງຟ້າໃສ ແລະ ນາງໂອຄໍາຍ່າງໄປໂຮງຮຽນນໍາກັນ. ພວກເຂົາເວົ້າ ກ່ຽວກັບອາກາດ. ບໍ່. ຂ້ອຍບໍ່ມັກອາກາດແບບນີ້. ດິນແຫ້ງ ແລະ ມີຂີ້ຝຸ່ນຫຼາຍ. ຟ້າໃສ ເຈົ້າມັກອາກາດແນວໃດ? ຂ້ອຍມັກຕອນຟ້າມືດ ແລະ ຝົນ ຕົກແຮງ. ເຈົ້າເດ ມັກບໍ່? ຟ້າໃສ ເຈົ້າມັກອາກາດແນວ ໃດ? ຂ້ອຍມັກຕອນດິນແຫ້ງ ແລະ ແດດອອກ. ເຈົ້າເດມັກບໍ່? ບໍ່. ຂ້ອຍບໍ່ມັກອາກາດແບບນີ້. ຝົນຕົກແຮງຫຼາຍ ແລະ ຟ້າມືດ. ໑໑໐ SLP_TB1.indb 110 28/05/2024 11:37:43
111 22 ຍາມໜາວ ຍາມຮ້ອນ ມື້ພັກພາກຮຽນ ໂອຄໍາ ແລະ ຟ້າໃສ ພໍ້ກັນ. ຟ້າໃສມັກອາກາດຮ້ອນ ແຕ່ໂອຄໍາບໍ່ມັກ. ບໍ່. ຂ້ອຍບໍ່ມັກອາກາດແບບນີ້. ກາງຄືນໜາວຫຼາຍ ແລະ ຕອນ ເຊົ້າມີໝອກ. ຟ້າໃສ ເຈົ້າມັກອາກາດແນວໃດ? ຂ້ອຍມັກອາກາດໜາວຕອນກາງ ຄືນ ແລະ ມີໝອກຕອນເຊົ້າ. ເຈົ້າເດ ມັກບໍ່? ບໍ່. ຂ້ອຍບໍ່ມັກອາກາດແບບນີ້. ມັນຮ້ອນ ໂພດ, ພາຍຸແຮງ ແລະ ຟ້າຮ້ອງສຽງດັງ ມັນເປັນຕາຢ້ານຫຼາຍ. ໂອຄໍາ ເຈົ້າມັກອາກາດແນວໃດ? ຂ້ອຍມັກອາກາດຮ້ອນ ແລະ ມີພາຍຸ ຟ້າຮ້ອງແບບນີ້. ເຈົ້າເດ ມັກບໍ່? ໑໑໑ SLP_TB1.indb 111 28/05/2024 11:37:44
112 22 3 ປະໂຫຍກກ່ຽວກັບ ອາກາດ ເບິ່ງແມ! ຟ້າຄຶ້ມມາແລ້ວຝົນຊິຕົກບໍ່? ຟ້າເຫຼື້ອມ ແລະ ຟ້າຜ່າຢູ່ໃກ້ໆນີ້. ຝົນເຊົາຕົກແລ້ວ ແລະ ແດດອອກ. ພາຍຸມາຮອດແລ້ວ. ລົມພັດແຮງ. ເບິ່ງແມ! ພາຍຸຜ່ານໄປແລ້ວ. ເບິ່ງພຸ້ນແມ! ມີຮຸ້ງ. ດຽວນີ້ ຝົນພວມຕົກ. ຝົນຕົກແຮງຫຼາຍ. ຟ້າພວມຄຶ້ມຂຶ້ນ. ພາຍຸພວມມາ. ຝົນຊິຕົກແລ້ວ. ບໍ່. ຝົນຊິບໍ່ຕົກດອກ! ໑໑໒ SLP_TB1.indb 112 28/05/2024 11:37:46
113 22 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ເບິ່ງແຕ່ລະຮູບພາບ ແລ້ວບອກໝູ່ວ່າ: ເຈົ້າມັກ ຫຼື ບໍ່ມັກອາກາດ ແນວນັ້ນ. ຕົວຢ່າງ: ຂ້ອຍມັກອາກາດຮ້ອນ. • ແລ້ວປ່ຽນກັນເວົ້າ. ໑໑໓ SLP_TB1.indb 113 28/05/2024 11:37:47
114 23 ໑໑໔ ບົດທີ 23 ເວົ້າກ່ຽວກັບ ເປັນຫຍັງ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ອ່ານປຶ້ມນິທານ ເຮັດວຽກບ້ານ ສານກະຕ່າ ຫຍິບເສື້ອ ເອົາຝຸ່ນໃສ່ຜັກ SLP_TB1.indb 114 28/05/2024 11:37:49
115 23 ໑໑໕ 2 ບົດເລ່ືອງກ່ຽວກັບ ການຖາມ ເປັນຫຍັງ ເຈົ້າອ່ານນິທານໃຫ້ຂ້ອຍຟັງໄດ້ບໍ່? ຄອບຄົວຂອງທ້າວພັນກິນເຂົ້າແລງແລ້ວ. ພວກເຂົາກະກຽມວຽກ ສໍາລັບມື້ອື່ນ. ນ້ອງສາວເອົາປຶ້ມນິທານໄປຫາແມ່. ນ້ອງສາວເອົາປຶ້ມນິທານໄປຫາພໍ່. ເພາະວ່າ ແມ່ຫຍິບເສື້ອ ໃຫ້ພໍ່. ລາວຊິນຸ່ງມື້ອື່ນ. ເພາະວ່າ ພໍ່ສານ ກະຕ່ານີ້ໃຫ້ແມ່. ລາວຊິໃຊ້ມື້ອື່ນ. ເປັນຫຍັງ? ພໍ່. ອ່ານປຶ້ມນິທານ ໃຫ້ລູກຟັງໄດ້ບໍ່? ແມ່. ອ່ານປຶ້ມນິທານ ໃຫ້ລູກຟັງໄດ້ບໍ່? ເປັນຫຍັງ? ບໍ່ໄດ້ເທື່ອ. ບໍ່ໄດ້ເທື່ອ. SLP_TB1.indb 115 28/05/2024 11:37:51
116 23 ໑໑໖ ນ້ອງສາວເອົາປຶ້ມນິທານໄປຫາອ້າຍ. ເພາະວ່າ ອ້າຍເຮັດວຽກບ້ານ. ຕ້ອງສົ່ງຄູມື້ອື່ນ. ເປັນຫຍັງ? ໄດ້ໆ ອ້າຍຊິອ່ານ ນິທານໃຫ້ນ້ອງຟັງເດີ. ເມື່ອນ້ອງນອນຫຼັບ ແລ້ວອ້າຍຈຶ່ງຊິເຮັດ ວຽກບ້ານ. ອ້າຍ. ອ່ານປຶ້ມນິທານໃຫ້ນ້ອງຟັງໄດ້ບໍ່? ເປັນຫຍັງ? ເພາະວ່າ ນ້ອງບໍ່ ຢາກນອນຄົນດຽວ. ນ້ອງຢາກຟັງນິທານດຽວນີ້ອີ່ຫຼີ. ບໍ່ໄດ້ເທື່ອ. SLP_TB1.indb 116 28/05/2024 11:37:51
117 23 ໑໑໗ 3 ປະໂຫຍກກ່ຽວກັບ ເຫດຜົນ ເພາະວ່າ ເອື້ອຍຊ່ວຍແມ່ ກຽມເຂົ້າສວາຍ. ເພາະວ່າຢາກໃຫ້ຜັກງາມ. ແມ່ເຮັດຫຍັງ? ເປັນຫຍັງ? ເປັນຫຍັງ? ເພາະວ່າ ຝົນຊິຕົກ. ເອົາຄັນຮົ່ມໄປນໍາເດີ. ເປັນຫຍັງ? ເອື້ອຍ, ເຮົາຫຼິ້ນນໍາກັນເນາະ. ແມ່ເອົາຝຸ່ນໃສ່ຜັກ. ເປັນຫຍັງເຈົ້າຈຶ່ງຊັກເສື້ອ? ເພາະວ່າ ຂ້ອຍເຮັດອາຫານເຮ່ຍໃສ່ເສື້ອ. ດຽວນີ້ ບໍ່ໄດ້. SLP_TB1.indb 117 28/05/2024 11:37:52
118 23 ໑໑໘ 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ເບິ່ງຮູບພາບຢູ່ເບື້ອງຊ້າຍ ແລ້ວຖາມວ່າ: ເປັນຫຍັງ...? ຕົວຢ່າງ: ເປັນຫຍັງລາວຈຶ່ງກິນເຂົ້າ? • ນັກຮຽນຜູ້ທີ 2 ເບິ່ງຮູບຢູ່ເບື້ອງຂວາ ແລ້ວຕອບ. ຕົວຢ່າງ: ເພາະວ່າລາວຫິວເຂົ້າ. ແລ້ວປ່ຽນກັນເວົ້າ. ນັກຮຽນຜູ້ທີ 1 ນັກຮຽນຜູ້ທີ 2 SLP_TB1.indb 118 28/05/2024 11:37:54
24 119 ບົດທີ 24 ເວົ້າກ່ຽວກັບ ແຕ່ ແລະ ສະນັ້ນ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ໂດດຂຶ້ນ ໂງ່ນຫີນ ໄຟ ຄວັນໄຟ ໄດ້ກິ່ນ ໑໑໙ SLP_TB1.indb 119 28/05/2024 11:37:57
120 24 2 ບົດເລ່ືອງທີ່ນໍາໃຊ້ ແຕ່ ແລະ ສະນັ້ນ ກິກີ່ຢູ່ໃສ? ນາງຄໍາມີມາແຕ່ໂຮງຮຽນ. ລາວເອີ້ນ ກິກີ່ ໝາຂອງລາວ ແຕ່ວ່າມັນ ບໍ່ມາ. ສະນັ້ນ, ຄໍາມີຈຶ່ງໄປຊອກຫາມັນ. ລາວເຫັນອ້າຍຂອງລາວ: ອ້າຍຊີ້ໃສ່ໂງ່ນຫີນ. ສະນັ້ນ, ຄໍາມີ ຈຶ່ງໄປບ່ອນນັ້ນ. ຄໍາມີເຫັນ ກິກີ່ ຫຼິ້ນກັບ ແບ້ນ້ອຍ ແບ້ນ້ອຍໂດດ, ກິກີ່ ກໍໂດດຄື ກັນ. ແບ້ນ້ອຍຍ່າງໄປຕໍາ ກິກີ່ ແລະ ກິກີ່ ກໍຍ່າງໄປຕໍາແບ້ນ້ອຍ. ແບ້ນ້ອຍຮ້ອງ ແບ້! ແບ້! ສະນັ້ນ, ກິກີ່ ຈຶ່ງເຫົ່າ ໂງ່ງ! ໂງ່ງ! ບໍ່. ແຕ່ອ້າຍໄດ້ຍິນສຽງໝາ ເຫົ່າຢູ່ພຸ້ນ. ນ້ອງຊອກຫາ ກິກີ່. ນ້ອງເອີ້ນ ມັນ ແຕ່ວ່າມັນບໍ່ມາ. ອ້າຍ ເຫັນມັນບໍ່? ຄໍາມີ ນ້ອງເຮັດຫຍັງ? ໑໒໐ SLP_TB1.indb 120 28/05/2024 11:37:58
121 24 ຫຼັງຈາກນັ້ນ ຄໍາມີເອີ້ນໃສ່ກິກີ່, ມັນກໍແລ່ນມາຫາລາວ. ຄໍາມີລູບຫົວມັນ. ແບ້ນ້ອຍ ໂດດຂຶ້ນໂງ່ນຫີນ ສູງ. ກິກີ່ພະຍາຍາມໂດດຂຶ້ນໂງ່ນ ຫີນແຕ່ກໍບໍ່ໄດ້. ກິກີ່ ເງີຍຂຶ້ນເບິ່ງ ແບ້ນ້ອຍ ແລະ ເຫົ່າດັງ ໂງ່ງ! ໂງ່ງ! ກິກີ່. ເຈົ້າເປັນໝາ, ເຈົ້າໂດດຂຶ້ນ ຄືແບ້ບໍ່ໄດ້. ແຕ່ກໍບໍ່ເປັນຫຍັງ. ໝາ ເຮັດໄດ້ຫຼາຍຢ່າງທີ່ແບ້ເຮັດບໍ່ໄດ້. ຄໍາມີພາກິກີ່ເມືອເຮືອນ. ໑໒໑ SLP_TB1.indb 121 28/05/2024 11:37:59
122 24 3 ປະໂຫຍກທີ່ນໍາໃຊ້ ແຕ່ ແລະ ສະນັ້ນ ແມ່ນແລ້ວ. ພາຍຸນັ້ນ ໄດ້ນໍາເອົາລົມແຮງ ແລະ ຟ້າເຫຼື້ອມມາ, ແຕ່ບໍ່ມີຝົນ. ສະນັ້ນ, ເຮົາຈຶ່ງຕ້ອງຫົດສວນ. ນ້ອງຊາຍຢາກໄປໂຮງຮຽນ ແຕ່ວ່າ ລາວຍັງນ້ອຍ. ລາວ ຊິເລີ່ມເຂົ້າຮຽນປີໜ້າ. ນ້ອງສາວຂ້ອຍ ແລະ ນ້ອງຊາຍເຈົ້າ ອາຍຸເທົ່າກັນ. ສະນັ້ນ, ເຂົາເຈົ້າຈຶ່ງ ເລີ່ມເຂົ້າຮຽນນໍາກັນ. ພວກເຮົາເຮັດວຽກຫຼາຍແລ້ວ. ພັກ ກ່ອນເນາະ! ແຕ່ວ່າ ເຮົາໃກ້ຈະແລ້ວໆ. ເຮົາເຮັດໃຫ້ແລ້ວກ່ອນເນາະ! ຂ້ອຍໄດ້ກິ່ນຄວັນ ແຕ່ວ່າ ຂ້ອຍບໍ່ເຫັນໄຟ. ລົມພັດມາແຕ່ທາງນັ້ນ. ສະນັ້ນ, ໄຟອາດໄໝ້ຢູ່ທາງຫຼັງພູ. ໑໒໒ SLP_TB1.indb 122 28/05/2024 11:38:01
123 24 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ເບິ່ງຮູບພາບ ແລ້ວຖາມໝູ່ວ່າ: ເຈົ້າມັກອັນໃດ? • ນັກຮຽນຜູ້ທີ 2 ເບິ່ງຮູບພາບ ແລ້ວຕອບວ່າມັກອັນໃດ ແຕ່ບໍ່ມັກອັນໃດ. ຕົວຢ່າງ: ຂ້ອຍມັກກິນເຂົ້າໜົມ ແຕ່ບໍ່ມັກກິນເຜັດ. • ແລ້ວປ່ຽນກັນເວົ້າ. ໑໒໓ SLP_TB1.indb 123 28/05/2024 11:38:04
124 25 ບົດທີ 25 ເວົ້າກ່ຽວກັບ ເຄີຍ ແລະ ເລື້ອຍໆ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ແມງມຸມ ແຂ້ວແມງ ແມງງອດ ແກ້ວບາດຕີນ ຕາເວັນ ນົກເຄົ້າ ໑໒໔ SLP_TB1.indb 124 28/05/2024 11:38:09
125 25 2 ບົດເລ່ືອງທີ່ນໍາໃຊ້ ເລື້ອຍໆ ແລະ ບໍ່ເຄີຍ ການເອົາໃຈໃສ່ ທຸກໆມື້ ກ່ອນທີ່ອ້າຍຂອງບຸນທົງນຸ່ງເຄື່ອງ ລາວຈະທຸ່ງເສື້ອຂອງລາວ. ທຸກໆມື້ ກ່ອນທີ່ອ້າຍຂອງບຸນທົງອອກໄປນອກ ລາວຖູແຂ້ວ. ອ້າຍເຄີຍເຫັນ ແມງມຸມໃນເສື້ອ. ຢ້ານຖືກແມງມຸມກັດ. ນ້ອງກໍຢ້ານຖືກ ແມງມຸມກັດຄືກັນ. ເປັນຫຍັງອ້າຍຈຶ່ງເຮັດ ແນວນັ້ນເລື້ອຍໆ? ນ້ອງບໍ່ເຄີຍເຫັນຫຍັງ ຕົກອອກມາ. ໑໒໕ ເປັນຫຍັງ ອ້າຍຈຶ່ງ ຖູແຂ້ວເລື້ອຍໆ? ເພາະວ່າ ເປັນການ ຮັກສາແຂ້ວ. ບາງເທື່ອນ້ອງກໍລືມ ຖູແຂ້ວ ແຕ່ບໍ່ເຄີຍ ເປັນຫຍັງ. ບໍ່ເຄີຍບໍ? ບໍ່ແມ່ນ ຕິ! ນ້ອງເຄີຍເຈັບ ແຂ້ວຢູ່. ໂອ! ແມ່ນແລ້ວ. ນ້ອງລືມ. SLP_TB1.indb 125 28/05/2024 11:38:10
126 25 ທຸກໆມື້ ກ່ອນທີ່ອ້າຍຂອງບຸນທົງໃສ່ເກີບ ລາວຊິຍົກເກີບຂຶ້ນເຄາະໆ ໃສ່ກັນ. ທຸກໆມື້ ເມື່ອອ້າຍຂອງບຸນທົງອອກໄປນອກ ລາວໃສ່ເກີບ. ແຕ່ອ້າຍເຄີຍເຫັນ ແມງງອດຢູ່ໃນເກີບ. ຢ້ານຖືກແມງງອດ ຕອດ. ເພາະວ່າ ເກີບຮັກສາຕີນ. ບໍ່ເຄີຍບໍ? ບໍ່ແມ່ນຕິ! ຕີນນ້ອງເຄີຍຖືກແກ້ວ ບາດ. ເປັນຫຍັງອ້າຍຈຶ່ງ ເຮັດແນວນັ້ນເລື້ອຍໆ? ນ້ອງບໍ່ເຄີຍເຫັນຫຍັງ ຕົກອອກມາ. ເປັນຫຍັງອ້າຍຈຶ່ງ ໃສ່ເກີບເລື້ອຍໆ? ໂອ! ແມ່ນແລ້ວ. ນ້ອງລືມ. ນ້ອງກໍຢ້ານຖືກມັນ ຕອດຄືກັນ. ນ້ອງມັກຍ່າງຕີນເປົ່າ ແຕ່ບໍ່ເຄີຍເປັນຫຍັງ. ໑໒໖ SLP_TB1.indb 126 28/05/2024 11:38:11
127 25 3 ປະໂຫຍກທີ່ນໍາໃຊ້ ເລື້ອຍໆ, ບາງເທື່ອ ແລະ ບໍ່ເຄີຍ ຕາເວັນຂຶ້ນຕອນເຊົ້າ. ບໍ່ເຄີຍຂຶ້ນຕອນສວາຍ. ຂ້ອຍຕື່ນນອນແຕ່ເຊົ້າເລື້ອຍໆ. ຂ້ອຍມັກຕື່ນນອນແຕ່ເຊົ້າ ແຕ່ບາງເທື່ອຂ້ອຍກໍຕື່ນສວາຍ. ຂ້ອຍບໍ່ເຄີຍຕື່ນນອນແຕ່ເຊົ້າ. ໃນຍາມຮ້ອນ ຂ້ອຍໄປລອຍ ນໍ້າເລື້ອຍໆ. ຂ້ອຍບໍ່ເຄີຍເຫັນນົກເຄົ້າຈັກເທື່ອ ແຕ່ວ່າ ບາງເທື່ອຂ້ອຍໄດ້ຍິນສຽງມັນຮ້ອງ. ບາງເທື່ອ ຂ້ອຍໄປລອຍນໍ້າ ແຕ່ ຂ້ອຍບໍ່ມັກ. ເວລາມັນຮ້ອນຂ້ອຍ ມັກອາບນໍ້າ. ເຈົ້າເຄີຍເຫັນນົກເຄົ້າບໍ່? ມັນອອກຫາກິນຕອນກາງຄືນ. ຂ້ອຍເຄີຍເຫັນມັນ. ໑໒໗ SLP_TB1.indb 127 28/05/2024 11:38:12
128 25 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ເບິ່ງຮູບພາບແລ້ວຖາມວ່າ: ເຈົ້າເຄີຍ...ບໍ່? ຕົວຢ່າງ: ເຈົ້າເຄີຍກິນເຂົ້າໜຽວບໍ່? • ນັກຮຽນຜູ້ທີ 2 ຕອບຄໍາຖາມ ຕົວຢ່າງ: ເຄີຍກິນ ຫຼື ກິນເລື້ອຍໆ. • ແລ້ວປ່ຽນກັນຖາມ. ໑໒໘ SLP_TB1.indb 128 28/05/2024 11:38:15
26 129 ບົດທີ 26 ເວົ້າກ່ຽວກັບ ຂ້ອຍ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ແຂກ ອາຍຸ ວັນເກີດ ມັກ ມັກຫຼາຍ ມັກຫຼາຍທີ່ສຸດ ໑໒໙ SLP_TB1.indb 129 28/05/2024 11:38:17
130 26 2 ບົດເລ່ືອງກ່ຽວກັບ ຂ້ອຍ ແຂກຂອງໂຮງຮຽນ ມື້ໜຶ່ງ ມີແຂກມາຢ້ຽມຢາມໂຮງຮຽນຂອງນາງແກ້ວ. ແຂກຜູ້ນັ້ນເຂົ້າ ມາໃນຫ້ອງຮຽນ. ລາວຖາມນັກຮຽນວ່າ: ໑໓໐ ແຂກເລືອກຖາມນັກຮຽນຄົນໜຶ່ງວ່າ: ເຈົ້າຊື່ຫຍັງ? ເຈົ້າຢູ່ບ້ານໃດ? ເຈົ້າອາຍຸຈັກປີ? ເຈົ້າເປັນນັກຮຽນ ປ.2 ບໍ່? ຂ້ອຍຊື່ ນາງແກ້ວ. ຂ້ອຍອາຍຸ 7 ປີ. ຂ້ອຍຢູ່ບ້ານດອນນາ. ບໍ່. ຂ້ອຍແມ່ນນັກຮຽນ ປ.1. ພວກຫຼານ ເວົ້າ ພາສາລາວໄດ້ບໍ່? ໄດ້. ພວກຫຼານ ເວົ້າໄດ້. ນັກຮຽນທຸກຄົນຕອບວ່າ: SLP_TB1.indb 130 28/05/2024 11:38:18
131 26 ໑໓໑ ຫຼັງຈາກນັ້ນ ແຂກໄດ້ລົມກັບຄູ. ໂອ! ເຮົາມາລອງຕອບຄໍາຖາມ ເບິ່ງເນາະ! ເຈົ້າມັກກິນຫຍັງ? ນັກຮຽນທຸກຄົນເວົ້າພາສາລາວເກັ່ງເນາະ. ຂອບໃຈນາງແກ້ວ. ເຈົ້າເວົ້າ ພາສາລາວເກັ່ງຫຼາຍ. ໂອ! ເຈົ້າມີມ້າບໍ່? ເຈົ້າມັກເຮັດຫຍັງ? ດີຫຼາຍຊົມເຊີຍນັກຮຽນ ແລະ ຄູເດີ. ຂ້ອຍມັກແກງປາ. ແມ່ນແລ້ວ. ຂ້ອຍມີມ້ານ້ອຍ ສີຂາວໂຕໜຶ່ງ. ຂ້ອຍມັກຂີ່ມ້າ. ແຂກດີໃຈຫຼາຍ. ແມ່ນແລ້ວ. ເຂົາເຈົ້າເວົ້າໄດ້ດີ. SLP_TB1.indb 131 28/05/2024 11:38:19
132 26 3 ປະໂຫຍກກ່ຽວກັບ ຕົນເອງ ໑໓໒ ຂ້ອຍຄືກັນ. ຂ້ອຍບໍ່ມັກກິນປີ້ງຊີ້ນໝູ. ຂ້ອຍມັກ ກິນປີ້ງປາ. ມື້ວານນີ້ ເຈົ້າອາຍຸໄດ້ 6 ປີ ແຕ່ ວ່າມື້ນີ້ແມ່ນວັນເກີດຂອງເຈົ້າ. ເຈົ້າຈັກປີ? ຂ້ອຍອາຍຸ 7 ປີ. ເຈົ້າມັກເຮັດຫຍັງ? ຂ້ອຍມັກແຕ່ງກິນກັບ ແມ່ ແລະ ແມ່ຕູ້. ບ້ານເຈົ້າຢູ່ໃສ? ຂ້ອຍຢູ່ບ້ານນີ້ ແລະ ເຈົ້າເດ? ເຈົ້າມັກອາຫານໃດຫຼາຍທີ່ສຸດ? ຂ້ອຍມັກກິນປີ້ງຊີ້ນໝູ. ຂ້ອຍຢູ່ບ້ານປ່າໃໝ່. ຂ້ອຍບໍ່ເຄີຍໄປບ້ານ ນັ້ນຈັກເທື່ອ. SLP_TB1.indb 132 28/05/2024 11:38:20
133 26 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ເບິ່ງຮູບພາບ ແລ້ວເວົ້າກ່ຽວກັບຕົນເອງ. ຕົວຢ່າງ: ຂ້ອຍຊື່ຈ່ອຍ, ອາຍຸ 7 ປີ, ຢູ່ບ້ານປ່າໃໝ່, ຂ້ອຍມັກຕຶກເບັດ. • ແລ້ວປ່ຽນກັນ ໃຫ້ນັກຮຽນຜູ້ທີ 2 ເວົ້າ. ໑໓໓ SLP_TB1.indb 133 28/05/2024 11:38:22
134 27 ໑໓໔ ບົດທີ 27 ເວົ້າກ່ຽວກັບ ສິ່ງໃດໜຶ່ງ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບພາບ, ເວົ້າຄໍາສັບ ແລະ ວະລີໃໝ່. ແມງໄມ້ ບົ້ງ ມົດ ຮູ ແມງວັນ ຍຸງ SLP2_TB1_L27.indd 134 29/05/2024 14:09:11
135 27 ໑໓໕ 2 ບົດເລ່ືອງກ່ຽວກັບ ແມງໄມ້ ແມງໄມ້ທີ່ຢູ່ໃນສວນຂອງພວກເຮົາ ຄູພານັກຮຽນຫ້ອງ ປ.1 ໄປເບິ່ງໃນສວນ: ທ້າວພັນຮ້ອງຂຶ້ນວ່າ: ມັນອາໄສຢູ່ຮູ. ມັນມີຈັກຂາ? ມັນມີ 6 ຂາ ມັນກິນຫຍັງ? ມັນກິນບົ້ງ. ຫຼານຄິດວ່າມັນ ກິນຫຼາຍແນວ. ມົດອາໄສຢູ່ໃນສວນຂອງພວກ ເຮົາເນາະ. ບົ້ງກໍຢູ່ນີ້ຄືກັນບໍ່? ແມ່ນແລ້ວ. ໂຕບົ້ງອາໄສຢູ່ ໃນສວນຂອງພວກເຮົາຄືກັນ. ມັນແມ່ນແມງຫຍັງ? ມັນແມ່ນມົດ. ມັນອາໄສຢູ່ໃສ? ຊອກຫາແມງໄມ້ໃນສວນແລ້ວ ມາເລົ່າໃຫ້ຄູຟັງ. ຫຼານເຫັນແມງໄມ້ແລ້ວ. SLP_TB1.indb 135 28/05/2024 11:38:25
136 27 ໑໓໖ ຫຼັງຈາກນັ້ນ, ນາງຈັນທີຮ້ອງຂຶ້ນວ່າ: ມັນແມ່ນແມງມຸມ. ມີ 8 ຂາ. ມີແມງວັນ ແລະ ຍຸງຢູ່ໃນໃຍ ແມງມຸມ. ຫຼານຄິດວ່າ ແມງ ມຸມຊິກິນພວກມັນ. ແມ່ນແລ້ວ. ແມງວັນ ແລະ ຍຸງອາໄສຢູ່ໃນສວນຂອງ ພວກເຮົາຄືກັນ. ມັນອາໄສຢູ່ໃນໃຍ. ມັນແມ່ນໂຕຫຍັງ? ມັນອາໄສຢູ່ໃສ? ມັນມີຈັກຂາ? ມັນກິນຫຍັງ? ແມງມຸມຈຶ່ງອາໄສຢູ່ໃນສວນຂອງ ພວກເຮົາເນາະ. ແມງວັນ ແລະ ຍຸງ ກໍອາໄສຢູ່ໃນສວນຂອງພວກເຮົາບໍ່? ຫຼານເຫັນແມງໄມ້ແລ້ວ. SLP_TB1.indb 136 28/05/2024 11:38:28
137 27 ໑໓໗ 3 ປະໂຫຍກກ່ຽວກັບ ວັດຖຸສິ່ງຂອງ ມັນເຮັດຈາກຫຍັງ? ເອົາໄວ້ເຮັດຫຍັງ? ເຈົ້າໃຊ້ມັນແນວໃດ? ເອົາໄວ້ເປົ່າໃສ່ເພງ. ມັນເຮັດຈາກໄມ້ໄຜ່. ເປົ່າລົມໃສ່ ແລະ ເອົານິ້ວມືຂຶ້ນລົງຕາມຮູ. ມັນເຮັດຈາກຫຍັງ? ເຈົ້າໃຊ້ມັນແນວໃດ? ມັນເຮັດຈາກໄມ້, ເຈ້ຍ ແລະ ເຊືອກ. ດຶງແລ່ນເວລາມີລົມ ເພື່ອ ເຮັດໃຫ້ມັນບິນຂຶ້ນແບບນີ້. ເອົາໄວ້ເຮັດຫຍັງ? ເອົາໄວ້ຫຼິ້ນ. ອັນນັ້ນເອີ້ນວ່າຫຍັງ? ມັນເອີ້ນວ່າ ວ່າວ. ອັນນັ້ນເອີ້ນວ່າຫຍັງ? ເອີ້ນວ່າ ຂຸ່ຍ. SLP_TB1.indb 137 28/05/2024 11:38:30
138 27 ໑໓໘ 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ເບິ່ງຮູບພາບ ແລ້ວຖາມວ່າ: ¬ ເອີ້ນວ່າຫຍັງ? ¬ ເອົາໄວ້ເຮັດຫຍັງ? • ນັກຮຽນຜູ້ທີ 2 ເບິ່ງຮູບພາບ ແລ້ວຕອບຄໍາຖາມ. ຕົວຢ່າງ: ¬ ເອີ້ນວ່າ ຟອຍ. ¬ ເອົາໄວ້ກວາດເຮືອນ. SLP_TB1.indb 138 28/05/2024 11:38:35
28 ໑໓໙ 139 ບົດທີ 28 ເວົ້າກ່ຽວກັບ ສິ່ງທີ່ເກີດຂຶ້ນ 1 ຮຽນຄໍາສັບ ຫຼື ວະລີໃໝ່ • ຟັງຄໍາສັບ, ວະລີໃໝ່ ແລະ ເວົ້າຄືນ. • ຊີ້ໃສ່ຮູບ, ເວົ້າຄໍາສັບ ແລະ ວະລີໃໝ່. ແຂນຫັກ ໂຮງໝໍ ໂອບແຂນ ທ່ານໝໍ ກະດູກ ປິ່ນປົວ SLP_TB1.indb 139 28/05/2024 11:38:37
140 28 ໑໔໐ 2 ບົດເລ່ືອງກ່ຽວກັບ ສິ່ງທີ່ເກີດຂຶ້ນ ນາງຄໍາມີແຂນຫັກ ຄໍາມີໂອບແຂນມາໂຮງຮຽນ. ມື້ວັນເສົາ ຫຼານປີນຕົ້ນໄມ້ ແລ້ວຕົກລົງ ມາ. ແຂນເບື້ອງຊ້າຍຂອງຫຼານມັນບໍ່ຊື່ ແລະ ເຈັບຫຼາຍ. ພໍ່ ແລະ ແມ່ ພາຫຼານໄປໂຮງໝໍ. ຢູ່ໂຮງໝໍ. ທ່ານໝໍໄດ້ສ່ອງໄຟຟ້າເບິ່ງ ກະດູກແຂນຫຼານ ແລ້ວເຫັນວ່າມັນຫັກ. ເປັນຫຍັງນໍ? ເລົ່າໃຫ້ພວກ ເຮົາຟັງແດ່. SLP_TB1.indb 140 28/05/2024 11:38:38
141 28 ໑໔໑ ທ່ານໝໍໄດ້ໃສ່ຢາໃຫ້ຫຼານບໍ່ເຈັບ. ຫຼັງ ຈາກນັ້ນ, ທ່ານໝໍໄດ້ເຮັດໃຫ້ແຂນຂອງ ຫຼານຊື່ຄືນ. ຕໍ່ຈາກນັ້ນ, ທ່ານໝໍໄດ້ເອົາສິ່ງທີ່ໜັກໆ ມາໃສ່ແຂນຂອງຫຼານ. ມັນເອີ້ນວ່າໂອບ. ຫຼັງຈາກຫຼານຮູ້ເມື່ອແລ້ວ, ທ່ານໝໍໄດ້ ບອກຫຼານວ່າ: ຫຼານຕ້ອງໄດ້ໂອບແຂນ ໄວ້ 6 ອາທິດ. ເມື່ອເອົາໂອບອອກແລ້ວ, ແຂນຂອງ ຫຼານກໍຊິດີຄືນຄືເກົ່າ. SLP2_TB1_L28.indd 141 29/05/2024 14:07:06
142 28 ໑໔໒ 3 ປະໂຫຍກກ່ຽວກັບ ມີຫຍັງເກີດຂຶ້ນ ແຕ່ເຊົ້າ ກ່ອນຕາເວັນຂຶ້ນ, ແບ້ໄດ້ບຸ ປະຕູຮົ້ວສວນ. ແບ້ໄດ້ເຂົ້າໄປໃນສວນ. ມັນເລີ່ມ ກິນຜັກ. ທ້າວທອງສີຕື່ນນອນ. ລາວໄດ້ຍິນ ສຽງດັງ. ລາວຈຶ່ງລຸກຂຶ້ນໄປແນມເບິ່ງ ຂ້າງນອກ ແລ້ວເຫັນແບ້ຢູ່ໃນສວນ. ລາວແລ່ນອອກໄປນອກເຮືອນ ແລະ ໄລ່ແບ້ໜີໄປ. ລາວໄດ້ໃຊ້ເຊືອກມັດຮົ້ວ ໃຫ້ແໜ້ນດີ. SLP_TB1.indb 142 28/05/2024 11:38:41
143 28 ໑໔໓ 4 ຝຶກເວົ້າ • ນັກຮຽນຜູ້ທີ 1 ເບິ່ງຮູບພາບ 1 ແລະ 2 ແລ້ວບອກໝູ່ວ່າມີຫຍັງ ເກີດຂຶ້ນ. • ນັກຮຽນຜູ້ທີ 2 ເບິ່ງຮູບພາບ 3 ແລະ 4 ແລ້ວບອກໝູ່ວ່າມີຫຍັງ ເກີດຂຶ້ນ. 1 2 3 4 SLP_TB1.indb 143 28/05/2024 11:38:46
144 29 ໑໔໔ ບົດທີ 29 ທວນຄືນ 1 ບົດເລື່ອງທີ່ນໍາໃຊ້ ເປັນຫຍັງ ແລະ ເພາະວ່າ ທ້າວວຽງ ແລະ ນ້ອງຊາຍໄປຫາຟືນ. ນ້ອງຊາຍເຫັນແມງກະເບື້ອ ໃຫຍ່ມາຕອມດອກໄມ້. ແມງກະເບື້ອກິນຫຍັງ? ເປັນຫຍັງມັນຈຶ່ງຕອມດອກໄມ້? ເພາະວ່າ ແມງກະເບື້ອມັກດູດນໍ້າ ຫວານ. ເບິ່ງທາງໃນດອກໄມ້ນີ້ ແມ! ມັນມີນໍ້າຫວານ. ແຕ່ອ້າຍວ່າແມງກະເບື້ອບໍ່ມີປາກ. ຄັນຊັ້ນມັນດື່ມນໍ້າແນວໃດ? ເບິ່ງແມງກະເບື້ອແມ! ມັນຈະກິນດອກໄມ້ບໍ່? ບໍ່ ແມງກະເບື້ອບໍ່ກິນດອກໄມ້ ເພາະ ວ່າ ມັນບໍ່ມີປາກ. SLP_TB1.indb 144 28/05/2024 11:38:47
145 29 ໑໔໕ ອ້າຍຮູ້ກ່ຽວກັບແມງກະເບື້ອໄດ້ ແນວໃດ? ອ້າຍຮູ້ ເພາະວ່າ ອ້າຍມັກເບິ່ງ ທຸກຢ່າງໃກ້ໆ. ມາເບິ່ງໃກ້ໆນີ້ແມ! ໂອ ແມງກະເບື້ອພວມໃຊ້ງວງ ດູດນໍ້າຂຶ້ນ. ແມ່ນແລ້ວ. ມັນຍາວຫຼາຍນໍ! ນ້ອງບໍ່ເຄີຍເຫັນມາກ່ອນ. ມັນແມ່ນງວງດູດນໍ້າ. ແມງກະເບື້ອໃຊ້ ງວງດູດນໍ້າຫວານອອກ. ໂອ! ນັ້ນແມ່ນຫຍັງ? ມາເບິ່ງໃກ້ໆນີ້ແມ! SLP_TB1.indb 145 28/05/2024 11:38:50
146 29 ໑໔໖ 2 ບົດເລ່ືອງກ່ຽວກັບ ອາກາດ ແລະ ລະດູ ເຈົ້າເຄີຍປູກເຂົ້າໃນຍາມໜາວບໍ່? ບໍ່ເຄີຍ. ຍາມນັ້ນຝົນບໍ່ຕົກ. ເຈົ້າຕໍ່າຜ້າໃນຍາມໃດ? ເປັນຫຍັງເຈົ້າຈຶ່ງແປງເຮືອນ ໃນຍາມຮ້ອນ? ເປັນຫຍັງເຈົ້າຈຶ່ງແຕ່ງກິນທຸກໆມື້? ທຸກໆມື້ຄອບຄົວຂ້ອຍຫິວເຂົ້າ. ຂ້ອຍຈຶ່ງຕ້ອງແຕ່ງກິນທຸກໆມື້. ເຈົ້າປູກເຂົ້າໃນຍາມໃດ? ຂ້ອຍປູກເຂົ້າໃນຍາມຝົນ. ຂ້ອຍຕໍ່າຜ້າໃນຍາມແລ້ງ. ເພາະວ່າ ຂ້ອຍຕ້ອງແປງກ່ອນ ທີ່ລະດູຝົນມາ. SLP_TB1.indb 146 28/05/2024 11:38:51