The words you are searching are inside this book. To get more targeted content, please make full-text search by clicking here.

THE TEACHER TRAINING MANUAL FOR LEARNER CENTERED-TECHNIQUES APRIL 2022 LAO VERSION NEW COVER

Discover the best professional documents and content resources in AnyFlip Document Base.
Search
Published by Thadthasine, 2023-06-21 22:18:56

15 ວິທີສອນ

THE TEACHER TRAINING MANUAL FOR LEARNER CENTERED-TECHNIQUES APRIL 2022 LAO VERSION NEW COVER

Keywords: 15 ວິທີສອນ

ວິທີການສອນ CBLM 115 ໂມດູນ 3.2 ການສົນທະນາກຸ່ມຍ່ອຍ ຍິນດີຕ້ອນຮັບເຂົ້າສູ່ໂມດູນ 3.2 ກ່ຽວກັບການສົນທະນາກຸ່ມຍ່ອຍ. ກະລຸນາເບິ່ງ: https://www.youtube.com/watch?v=rphcuLl4ebo ພາກທີ I. ແນະນໍາການປະເມີນ A. ກະລຸນາຂຽນ “ຖ” ຖ້າປະໂຫຍກຖືກ ແລະ ຂຽນ “ຜ” ຖ້າປະໂຫຍກຫາກຜິດ 1. _____ການສົນທະນາກຸ່ມຍ່ອຍ ແມ່ນເຕັກນິກການ ຮຽນປະກອບດ້ວຍການສ້າງກຸ່ມສົນທະນານ້ອຍໆ ໂດຍມີຈຸດປະສົງໃນການພັດທະນາວຽກງານສະເພາະ ໃດໜຶ່ງ (ການສ້າງແນວຄິດ, ການແກ້ໄຂບັນຫາ ແລະ ອື່ນໆ) ຫຼືອໍານວຍຄວາມສະດວກໃຫກ້ ຸ່ມບັນລຸຄວາມ ເຫັນດີເຫັນພ້ອມກັບແນວຄວາມຄິດຂອງຄົນໃນກຸ່ມຕໍ່ ກັບຫົວຂໍ້ໃດໜຶ່ງໃນໄລຍະເວລາສະເພາະເຈາະຈົງ. 2. _____ ເຕັກນິກການສອນນີ້ເອີ້ນວ່າ “ກຸ່ມສຽງດັງຟົດ ສະໜັ່ນ”' ເພາະວ່າມັນມີສຽງດັງ ຄືກັບສຽງຂອງໂຕ ເຜິ້ງ ໃນເວລານັກຮຽນສົນທະນາກັນຢ່າງເຂັ້ມຂຸ້ນໃນ ກຸ່ມ. 3. _____ ສົນທະນາກຸ່ມຍ່ອຍເປັນຊົ່ວໂມງຮຽນທີ່ມີ ສ່ວນຮ່ວມຍາວນານ ຊຶ່ງສ້າງຂຶ້ນເພື່ອການຮຽນການ ສອນສໍາລັບທຸກຄົນໃນຫ້ອງ ແລະ ມັນກໍ່ບໍ່ຈໍາເປັນທີ່ ຈະໃຊ້ປະສົມປະສານກັບກິດຈະກໍາແກ້ບັນຫາ, ຕັ້ງ ບັນຫາ ຫຼື ເພື່ອທົບທວນຄືນຂໍ້ມູນທີ່ໄດ້ຮຽນຜ່ານມາ. 4. _____ ມັນຄ້າຍຄືກັບການລະດມົສະໝອງ ແລະ ສາມາດນໍາໃຊ້ບາງເຄື່ອງມືຂອງການລະ ດົມສະ ໝ ອງ. ການລະດົມສະໝອງແມນ່ ອອກແບບສໍາລັບ ລວມທັງໝົດທຸກຄົນໃນຫ້ອງ, ແນໃສ່ຜົນໄດ້ຮັບທີ່ເປັນ ເອກະພາບກັນ, ສ່ວນໃນການສົນທະນາກຸ່ມຍ່ອຍ, ນັກຮຽນຖືກຈັດເປັນກຸ່ມ 3 ຫາ 5 ຄົນເພ່ືອສົນທະນາ ບັນຫາ, ແລກປ່ຽນແນວຄວາມຄິດ/ ວທິ ີແກໄ້ຂຮວ່ ມ ກນັ ແລະ ນາໍສະເໜີຕ່ໍທກຸ ຄນົໃນຫອ້ ງຮຽນ. 5. _____ ການສົນທະນາກຸ່ມຍ່ອຍອາດຜະລິດບາງຜະ ລິນຕະພັນ ຊ່ງຶພາຍຫຼງັການນາໍສະເໜີແລວ້ ຄູ ສາມາດສະຫຸຼບ ແລະ ສງັເຄາະໃນຕອນທາ້ຍຂອງ ຊ່ວົໂມງຮຽນ. 6. _____ ເຕັກນກິການສນົທະນາກຸມ່ ຍອ່ ຍນີ້ບ່ໍສາມາດ ນາໍໃຊໄ້ດກ້ ບັທກຸ ວຊິ າໃນຫຼກັສດູ , ມນັໃຊໄ້ດແ້ ຕ່ ສະເພາະກບັການຮຽນ-ສອນພາສາ ແລະ ວຊິ າສງັຄມົສກຶ ສາເທ່ົານນັ້. 7. _____ ທັກສະທາງປັນຍາ: ຈດຸ ດອີນັໜ່ຶງຂອງການ ນາໍໃຊກ້ ານສນົທະນາກຸມ່ ຍອ່ ຍເຂົ້າໃນການສດິ ສອນແມນ່ ເຮັດໃຫຜ້ ເູ້ຂົ້າຮວ່ ມ ໄດຮ້ຽນຮໃູ້ນການເຮັດວຽກໃນສະພາບ ຊວີດິ ຕວົຈງິ ຊ່ງຶມກີານພິຈາລະນາຄວາມຄດິ ເຫັນຂອງຄນົ ອ່ນື (ທກັສະທາງປນັຍາຢູທ່ ່ີນແີ້ ມນ່ : ການຮວ່ ມມ)ື. 8. _____ ປະສິດທິພາບໃນການເຮັດວຽກເປັນກຸ່ມອາດ ຫຼຸດໜ້ອຍຖອຍລົງຍ້ອນການປະພຶດຄວາມບໍ່ເປັນຜູ້ໃຫຍ່ ຂອງນັກຮຽນຈາໍ ນວນໜ້ອຍໜຶ່ງ. ເຖງິຢາ່ ງໃດກ່ດໍ ,ີ ມນັ ສາມາດຄມຸ້ ຄອງໄດໂ້ດຍການອະທິບາຍຈະແຈງ້ຈດຸ ປະສງົ ຂອງການຮຽນ ແລະ ຄວາມຮບັຜິດຊອບຂອງສະມາຊກິ ແຕລ່ ະຄນົ. B. ຄໍາຖາມປາລະໄນ, ຈົ່ງເລືອກເອົາຄໍາຕອບທີ່ດີທີ່ສຸດ: 9. ກ່ອນແຕ່ລະຊົ່ວໂມງສອນກ່ຽວກັບການສົນທະນາກຸ່ມ ຍ່ອຍ ຄູຈະຕ້ອງ: ກ. ຕັດສິນໃຈວ່າຈະນໍາໃຊ້ວິທີການໃດໃຫ້ເໝາະສົມ ຂ. ກະກຽມຄໍາຖາມ ຫືຼປະເດັນສະເພາະເພື່ອການ ສົນທະນາ, ກະກຽມຈຸດການຮຽນຕົ້ນຕໍທີ່ກ່ຽວ ຂ້ອງກັບ ປະເດັນຕ່າງໆ. ຄ. ແນ່ໃຈວ່ານັກຮຽນແຕ່ລະຄົນເຂົ້າໃຈໜ້າວຽກທີ່ໄດ້ຖືກ ມອບໝາຍໃຫ້ເປັນຢ່າງດີ. ງ. ທຸກຂໍ້ທີ່ກ່າວມາຂ້າງເທິງ 10. ນີ້ຄືຂັ້ນຕອນທີໜຶ່ງໃນການດໍາເນີນການສົນທະນາກຸ່ມ ຍ່ອຍ: ກ. ຄັດເລືອກເອົາຜູ້ບັນທຶກ ຂ. ແບ່ງເປັນກຸ່ມຍ່ອຍ ຄ. ສໍາເລັດກິດຈະກໍາ ງ. ຄັດເລືອກເອົາຜູ້ນໍາສະເໜີ/ຜູ້ລາຍງານໜຶ່ງ ຫຼື ຫຼາຍຄົນ.


ວິທີການສອນ CBLM 116 ພາກທີ II. ວິທີໃຊ້ການສົນທະນາກຸ່ມຍ່ອຍ ການສົນທະນາກຸ່ມຍ່ອຍແມ່ນການສົນທະນາທີ່ຟົດຟື້ນໃນກຸ່ມນ້ອຍໆ ຊຶ່ງປົກກະຕິປະກອບດ້ວຍນັກຮຽນ 3 ຫາ 6 ຄົນ ເພື່ອຕອບຄໍາຖາມສະເພາະໃດໜຶ່ງ ຫຼືຊອກຫາຂໍ້ມູນທຊີ່ ັດເຈນຫຼາຍ. ທງັໝົດກຸ່ມໃຫຍ່ຈະຖືກແບ່ງອອກເປັນ ຫຼາຍກຸ່ມຍ່ອຍ. ມັນຖືກເອີ້ນວ່າກຸ່ມ “ຟົດຟື້ນ” ເພາະວ່າມັນປຽບກັບສຽງເຜິ້່ງ ເວລາກຸ່ມນັກຮຽນຕ່າງໆເຂົ້າຮ່ວມການ ສົນທະນາພ້ອມກັນຢ່າງຟົດຟນື້ . ການສົນທະນາກຸ່ມຍ່ອຍ ໃຊ້ເວລາ, ມີສ່ວນ ຮ່ວມສັ້ນໆ ຊງຶ່ ສ້າງຂຶ້ນເພື່ອເຂາົ້ສູ່ການບັນລະ ຍາຍ ຫຼື ການຝຶກປະຕິບັດໃນກຸ່ມໃຫຍ່ ແນໃສ່ ກະຕຸ້ນການສົນທະນາ ແລະ ມີຄໍາເຫັນ ສະທ້ອນແລກປ່ຽນແກ່ນັກຮຽນ. ມັນຄ້າຍຄືກັບ ການລະດົມສະໝອງ ແລະ ສາມາດນໍາໃຊ້ ບາງເຄື່ອງມືຂອງການລະດົມສະໝອງໄດ້. ໃນຂະນະທີ່ໃນການລະດົມສະໝອງກິດຈະ ກໍາໄດ້ຖືກອອກແບບສໍາລັບທຸກຄົນໃນຫ້ອງ ຮຽນ ດ້ວຍຈຸດປະສົງທີ່ເນັ້ນໃຫໄ້ດ້ໜຶ່ງ ຜະລິດຕະພັນ ຫຼື ຊຸດແນວຄິດທີ່ເປັນເອກະ ພາບກັນ. ສ່ວນໃນການສົນທະນາກຸ່ມຍ່ອຍ, ນັກຮຽນຖືກແບງ່ ອອກເປັນກຸ່ມຍ່ອຍ 3 ຫາ 5 ຄົນ ເພື່ອຮ່ວມກັນສົນທະນາບັນຫາໃດໜຶ່ງ, ແລກປ່ຽນຄວາມຄິດ/ວທິ ີແກ້ໄຂຂອງຕົນ ແລວ້ ນໍາມາສະເໜີຕໍ່ທຸກຄົນໃນຫ້ອງ. ໃນການສົນທະນາກຸ່ມຍ່ອຍຈະມີ ການຈະສ້າງຜະລິດ ຕະພັນຫຼາຍຢ່າງ ຊຶ່ງພາຍຫຼັງການ ນໍາສະເໜີແລວ້ ຄູເປັນຜູ້ສະຫຼຸບ ແລະ ສງັເຄາະໃນຕອນ ທ້າຍຂອງຊົ່ວໂມງຮຽນ. ເຕັກນິກດັ່ງກ່າວສາມາດນໍາໃຊ້ໄດ້ທຸກເວລາຕະຫຼອດໄລຍະຂອງຫຼັກສູດ, ໂດຍສະເພາະແມນ່ ເວລາທ່ານຢາກໃຫ້ ນັກຮຽນມີສວ່ ນຮ່ວມຢ່າງຫ້າວຫັນໃນບົດຮຽນ. ຕົວຢ່າງ, ທ່ານສາມາດບັນລະຍາຍສັ້ນໆ ຕດິຕາມດ້ວຍການຖາມຕອບ ເພື່ອການອະທິບາຍໃຫ້ຈະແຈ້ງ ຈາກນັ້ນກໍ່ຕາມດ້ວຍການສົນທະນາກຸ່ມຍ່ອຍ ເພື່ອເຊື່ອມຕໍ່ສິ່ງທີ່ທ່ານກໍາລັງ ບັນລະຍາຍໃສ່ກັບການສຶກສາ ແລະ ປະສົບການໃນຊີວິດຈງິຂອງນັກຮຽນ. ຄວາມເຂັ້ມຂຸ້ນຂອງການສົນທະນາແກ່ຍາວເຖງິ 10 ນາທີ, ຫຼືໜ້ອຍກວ່ານີ້ຖ້າສໍາເລັດໜ້າວຽກໃນໄລຍະເວລາອັນ ສັ້ນ. ຍ້ອນວ່າມີກຸ່ມຍ່ອຍຫຼາຍກຸ່ມເຮັດວຽກກຽ່ ວກັບປະເດັນດຽວກັນ, ຈຶ່ງເກີດມີວທິ ີທາງແກໄ້ຂຫຼາຍຢ່າງ ແລະ ມີ ການປະກອບສ່ວນຫຼາຍ. ຂັ້ນຕອນ ກ່ອນທຸກການສົນທະນາກຸ່ມຍ່ອຍ ຄູຕ້ອງ: (i) ຕັດສິນໃຈວ່າມນັແມ່ນວິທີການເໝາະສົນທຈີ່ ະນໍາໃຊ້; (ii) ກະກຽມ ຄໍາຖາມ/ປະເດັນສະເພາະເພອື່ ການສົນທະນາ; (iii) ກະກຽມຈຸດສໍາຄັນຂອງການຮຽນທີ່ກ່ຽວຂ້ອງກັບປະເດັນ


ວິທີການສອນ CBLM 117 ຕ່າງໆ; (iv) ສະເໜີຄໍາຖາມ ຫຼື ປະເດັນຕ່າງໆ (iv) ແນ່ໃຈວາ່ ນັກຮຽນແຕ່ລະຄົນເຂົ້າໃຈເປນັຢ່າງດີຕໍ່ໜ້າວຽກທີ່ຖືກ ມອບໝາຍ. ຕໍ່ໄປນີ້ແມ່ນຂັ້ນຕອນຕ່າງໆເພອ່ືດໍາເນີນການສົນທະນາກຸ່ມຍ່ອຍ: ປະກອບເປັນກຸ່ມນ້ອຍໆ. ຄູບອກໃຫນ້ ັກຮຽນສ້າງກຸ່ມທມີ່ ີສະມາຊິກແຕ່ 3 ຫາ 5 ຄົນ. ເລືອກຜູ້ບັນທຶກ. ກຸ່ມຈະເລືອກ ແລະ ແຕ່ງຕັ້ງຜູ້ບັນທຶກ ຜູ້ທີ່ຈະບັນທຶກການສົນທະນາຢູ່ພາຍໃນກຸ່ມ. ເຮັດກິດຈະກໍາໃຫ້ສໍາເລັດ. ບັນດາກຸ່ມຈະເຮັດກິດຈະກໍາໃຫ້ສາໍ ເລັດໂດຍອີງໃສ່ບັນຫາ ຫຼືວຽກການຮຽນ ແລະ ຄໍາແນະນໍາຈາກຄູ. ຄູຈະຈັດເວລາໃຫ້ 5 ຫາ 10 ນາທເີພື່ອສົນທະນາ. ນັກຮຽນຈະແລກປ່ຽນ ແລະ ສົນທະນາຈຸດຕ່າງໆຢູ່ພາຍໃນກຸ່ມ. ຄູຕ້ອງຊີ້ນໍາແຕ່ລະກຸ່ມ ແລະ ຊຸກຍູ້ໃຫບ້ ຸກຄົນເຂົ້າຮວ່ ມ. ຈາກນັ້ນ, ຄູຈະຢຸດການສົນທະນາຫຼັງຈາກເວລາທີ່ໄດ້ຈັດສັນໃຫໝ້ ົດແລ້ວ. ເລືອກຜູ້ນໍາສະເໜີໜຶ່ງຄົນ ຫຼືຫຼາຍກວ່ານັ້ນ. ກມຸ່ ຈະຕົກລົງເຫັນດີວ່າໃຜຈະເປັນຜູ້ນໍາສະເໜີຂອງເຂົາ ເຈົ້າ ແລະ ເລືອກໜຶ່ງ ຫຼືຫຼາຍກວ່ານັ້ນເພື່ອນໍາສະເໜີຜົນໄດຮ້ ັບຂອງກຸ່ມ. ລາຍງານໃຫ້ກຸ່ມໃຫຍ່. ຄູຈະບອກໃຫ້ແຕ່ລະກຸ່ມແລກປ່ຽນຄໍາເຫັນຂອງເຂົາເຈົ້າ, ດີແທແ້ ມ່ນເອົາຈຸດໜຶ່ງ (ແນວຄິດໜຶ່ງ) ຈາກແຕ່ລະກມຸ່ ໃນແຕ່ລະຄັ້ງ. ຄູຈະບັນທຶກແນວຄິດຕ່າງໆນັ້ນໄວ້ຢູ່ກະດານ ຫຼືໃສ່ແຜ່ນ ຕາຕະລາງ. ຜູ້ນໍາສະເໜີທີ່ຖືກຄັດເລືອກຈະລາຍງານຜົນໄດ້ຮັບຂອງກຸ່ມຕົນເອງຕໝໍ່ ົດຫ້ອງ. ຊ່ວງເວລາຕັ້ງຄໍາຖາມຢ່າງລະອຽດ ຫຼັງຈາກການນໍາສະເໜີ, ຄູຕັ້ງຄໍາຖາມຢ່າງລະອຽດຕໍ່ນກັຮຽນໂດຍ ຖາມກ່ຽວກັບການຮຽນທີ່ສໍາຄັນຂອງເຂົາເຈົ້າເພື່ອເນັ້ນໜັກ ແລະ ປະເມນີການຮຽນ. ຈາກນັ້ນຄູສະຫຼຸບ ສັງລວມຜົນໄດ້ຮັບທງັໝົດ, ສນົທະນາກ່ຽວກັບຈຸດຕ່າງໆ ແລະ ສະຫຼຸບ. ຄູຕ້ອງເນັ້ນໜັກໃຫ້ນັກຮຽນຮູ້ ບັນດາຈຸດສໍາຄັນຂອງການຮຽນ. ຄູຕ້ອງເຂົ້າໃຈເຖິງຄຸນລັກສະນະການຈໍາແນກທີ່ສໍາຄັນຂອງການສົນທະນາກຸ່ມຍ່ອຍ: (i) ບໍ່ຈໍາເປັນຕ້ອງມີການ ສົນທະນາແບບປິດ. ດງັ່ ນັ້ນ, ການສົນທະນາເປັນກຸ່ມສາມາດເກີດຂຶ້ນຢ່າງເປີດເຜີຍພອ້ ມກັນ; (ii) ການ ສົນທະນາແມ່ນມພີຽງແຕ່ໜຶ່ງປະເດັນ, ຄໍາຖາມ ຫຼືຈຸດໜຶ່ງເທາົ່ ນັ້ນ, ດັ່ງນັ້ນ, ບໍ່ຈາໍ ເປັນຕ້ອງມກີານວິເຄາະຢ່າງເລິກ ເຊິ່ງ; (iii) ໃຊ້ເວລາໜ້ອຍ (5-15 ນາທີ); (iv) ສາມາດນໍາໃຊ້ເປັນການເປີດຫົວເລື່ອງ ຫຼືເພອື່ ເລີ່ມຕົ້ນບົດຮຽນ; (v) ສາມາດນໍາໃຊ້ເພື່ອເສີມໃສ່ວິທກີານອື່ນໆ. ລາຍລະອຽດປຽບທຽບ ໃນຊ່ວງເວລາສົນທະນາກມຸ່ ຍ່ອຍແມ່ນຄ້າຍຄືກັບການລະດົມສະໝອງ, ລັກສະນະສໍາຄັນທີ່ຈໍາແນກນັ້ນແມນ່ ການ ສົນທະນາກຸ່ມຍ່ອຍເຮັດຢູ່ໃນຫຼາຍກຸ່ມນ້ອຍ, ໃນຂະນະທີ່ການລະດົມສະໝອງ ແມ່ນສໍາລັບທງັໝົດຫ້ອງຮຽນ. ສິ່ງທີ່ບໍ່ຄວນເຮັດ ກະລຸນາເຮັດຕາມສິ່ງທີ່ບໍ່ຄວນເຮັດ ຕາມທີ່ໄດ້ອະທິບາຍໃນການສົນທະນາແບບລະດົມສະໝອງ. 1 2 3 4 5 6


ວິທີການສອນ CBLM 118 ຜົນປະໂຫຍດ ການສົນທະນາກຸ່ມຍ່ອຍ ມີການນໍາໃຊ້ ແລະ ຜົນປະໂຫຍດດັ່ງຕໍ່ໄປນີ້: ມັນແມ່ນຂະບວນການທີ່ປະດິດສ້າງ. ທວນຄືນ/ ທົບທວນການຮຽນທີ່ຜ່ານມາ. ເຊື່ອມໂຍງອົງປະກອບ/ ແນວຄວາມຄິດ/ ຄວາມຄິດເຂົ້າກັນ. ສະທ້ອນແລກປ່ຽນສິ່ງທີ່ໄດ້ສົນທະນາກັນມາກ່ອນ. ເບິ່ງບັນຫາຕ່າງໆໃນທາງທີ່ເລິກເຊິ່ງກວ່າເກົ່າ. ການໂອນຖ່າຍຈາກບັນຫາໜຶ່ງໄປສູ່ອີກບັນຫາໜຶ່ງ. ການປະເມີນຜົນການຮຽນ. ເຊື່ອມຕໍ່ປະສົບການຊີວິດກັບທິດສະດີ. ຊ່ວຍໃຫຄ້ ູຝຶກຄົ້ນພົບຂໍ້ມູນທີ່ຂາດຫາຍໄປ ຫຼື ຄວາມເຂົ້າໃຈຜິດ ແລະ ເຮັດການແກ້ໄຂ. ຍົກບັນຫາທີ່ບໍ່ຄາດຄິດຊຶ່ງຕ້ອງໄດ້ຮັບການແກ້ໄຂເພື່ອໃຫ້ມຄີວາມກ້າວໜ້າ. ມັນເຮັດໃຫ້: ມີສ່ວນຮວ່ ມສູງ ມີຈຸດສຸມ ແລະ ກົງໄປກົງມາຫາຼຍ ຫຼາຍຄັ້ງມັນປະສົມປະສານທິດສະດີກັບປະສົບການ ສັ້ນ, ເຂມັ້ ຂຸ້ນ ແລະ ນໍາໃຊ້ຂໍ້ມນູ ຂອງນັກຮຽນເອງ, ດັ່ງນັ້ນ ນກັຮຽນຈະເປັນເຈົ້າຂອງຜົນຮັບ. ສະຫຼຸບລວມແລ້ວ, ການສົນທະນາກຸ່ມຍ່ອຍແມ່ນເຕັກນິກການຮຽນແບບຮ່ວມມືຊຶ່ງປະກອບດ້ວຍການສ້າງກຸ່ມ ສົນທະນານ້ອຍໆໂດຍມີຈຸດປະສົງໃນການພັດທະນາວຽກງານສະເພາະ (ການສ້າງແນວຄດິ , ການແກ້ບັນຫາ ແລະ ອື່ນໆ) ຫຼື ອໍານວຍຄວາມສະດວກໃຫ້ກມຸ່ ຄົນໃດໜຶ່ງສາມາດເປັນເອກະພາບກນັກ່ຽວກັບແນວຄວາມຄິດ ຂອງເຂົາເຈົ້າຕໍ່ຫົວຂໍ້ໃດໜຶ່ງໃນໄລຍະເວລາສະເພາະໃດໜຶ່ງ. ແຫຼ່ງຂໍ້ມູນ: https://kstoolkit.org/buzz-groups https://www.slideshare.net/susanti_mirawaty/buzz-group-method-ppp http://www.diffundo.com/instructions/resource15.pdf http://www.scoutbase.org.uk/library/hqdocs/facts/pdfs/fs310506.pdf


ວິທີການສອນ CBLM 119 ໂມດູນ ຄິດເອງ - ເປັນຄູ່ - ແລກປ່ຽນ ໄອຄອນ/ICON ການບັນທຶກ ເວັບບີນາ https://www.youtube.com/watch?v=e6SK1HSonIY&t=221s ການນໍາສະເໜີ ພາວເວີພອຍ https://www.slideshare.net/jugawayne/module-33-think-pair-share-laojuly-15 https://www.slideshare.net/jugawayne/module-33-think-pair-shareenglish-july-16 https://docs.google.com/forms/d/e/1FAIpQLSeqiu0HyLOTB9nNmq1PCYAnoKPnka2-yGdpjQSVrbIUgT_Q/viewform?usp=sf_link 3.3 ຄິດເອງ - ເປັນຄູ່ - ແລກປ່ຽນ


ວິທີການສອນ CBLM 120 ໂມດູນ 3.3 ຄິດເອງ - ເປັນຄູ່ - ແລກປ່ຽນ ພາກທີ I. ແນະນໍາການປະເມີນ A. ກະລຸນາເລືອກເອົາ “ຖ” ຖາ້ທ່ານຄິດວາ່ ປະໂຫຍກຖກືຕອ້ ງ ແລະ “ຜ” ຖາ້ປະໂຫຍກຜິດ. 1. _____ ເຕັກນິກຄິດເອງ-ເປັນຄູ່-ແລກປ່ຽນເປັນວິທີ ທີ່ດີເລີດໃນການເຮັດໃຫນ້ ັກຮຽນມີສ່ວນຮວ່ ມ ແລະ ຊ່ວຍໃຫເ້ຂົາເຈ້າົມີປະຕິສໍາພັນກັບເພື່ອນໃນຂະນະ ທີ່ເຂົາເຈ້າົພະຍາຍາມເຮັດສໍາເລັດໜ້າວຽກທີ່ຖືກ ມອບໝາຍຕາມບົດບາດສະເພາະຂອງຕົນ. 2. _____ ນັກຮຽນຫຼາຍຄົນພົບວ່າມັນເປັນສິ່ງທງີ່ ່າຍ ແລະ ປອດໄພກວ່າທີ່ຈະສົນທະນາກັບເພື່ອນຮວ່ ມ ຫ້ອງຮຽນຜູ້ໜຶ່ງ, ແທນທີ່ຈະສົນທະນາໃນກຸ່ມໃຫຍ່. 3. _____ ສ້າງຕໍ່ຈາກແນວຄິດຂອງຄົນອື່ນບໍ່ແມ່ນທັກ ສະເປົ້າໝາຍສໍາລັບນັກຮຽນ ເພ່ອືຮຽນໃນເຕັກນິກ ຄິດເອງ-ເປັນຄູ່-ແລກປ່ຽນ. 4. _____ ການຄິດແບບວິພາກຈະຍັງຄົງຢູ່ກັບນັກຮຽນ ຫຼາຍພາຍຫຼັງບົດສອນ ຊຶ່ງໃນນັ້ນນັກຮຽນໄດ້ມີໂອ ກາດສົນທະນາ ແລະ ມີຄໍາເຫັນສະທ້ອນກັບກ່ຽວ ກັບຫົວຂໍ້ບົດຮຽນ. 5. _____ ມີຄວາມຕ້ອງການສື່ການຮຽນການສອນ ສະເພາະສໍາລັບວິທີການສອນນີ້, ດັ່ງນັ້ນ ມັນຈຶ່ງ ເປັນການຍາກທີ່ຈະເຊື່ອມສານເຂົ້າໃນບົດຮຽນ. 6. _____ສົນທະນາກັບເພ່ອືນຜູ້ໜຶ່ງຊ່ວຍໃນການມີ ສ່ວນຮ່ວມ, ເນັ້ນຄວາມຕັ້ງໃຈ ແລະ ພັດທະນາທັກ ສະທາງສັງຄົມໄດ້ຫຼາຍທີ່ສຸດ. B. ຄໍາຖາມປາລະໄນ. ຈົ່ງເລືອກເອົາຄໍາຕອບທີ່ ຖືກຕ້ອງທີ່ສຸດ: 7. ເຕັກນກິຄດເອງ- ິ ເປັນຄ-ູ່ ແລກປ່ຽນສາມາດນາໍໃຊ້ ໃນເກອືບທກຸ ວຊິ າ ຍກົເວັນ້ : ກ. ສິລະປະກໍາ ຂ. ສຶກສາພົນລະເມືອງ ຄ. ປະຫວັດສາດ ງ. ຂ້າງເທິງນີ້ບໍ່ຖືກຈັກຂໍ້ 8. ໃນຂໍຕ້ າ່ ງໆລຸມ່ ນມີ້ ຂີໍໃ້ດທ່ີບ່ໍຖກື ກຽ່ ວກບັການຮຽນ ແບບຄດິ ເອງ-ເປັນຄ-ູ່ ແລກປ່ຽນ? ກ. ມັນເຮັດໃຫ້ທັກສະການເວົ້າ ແລະ ການຟັງຂອງ ນັກຮຽນດີຂຶ້ນ ແລະ ພັດທະນາຄວາມຄິດຂັ້ນສູງ ຂອງເຂົາເຈົ້າ. ຂ. ມັນມີປະສິດທິຜົນສູງຫຼາຍໃນການພັດທະນາ ທັດສະນະທ່າທີຂອງນັກຮຽນ, ໂດຍສະເພາະ ແມ່ນຄວາມໝັ້ນໃຈໃນຕົນເອງ ແລະ ວິທີການ ຕັ້ງຄໍາຖາມ. ຄ. ມັນເຮັດໃຫ້ເສຍເວລາ ແລະ ຍາກທີ່ຈະປະຕິ ບັດໃນຫ້ອງຮຽນທີ່ມີນັກຮຽນຈໍານວນຫຼາຍ. ງ. ມັນຊ່ວຍເຮັດໃຫກ້ ານຮຽນດໍາເນີນໄປໃນລັກ ສະນະທີ່ບໍ່ເຄັ່ງຕຶງ. 9. ໃນວິທີການສອນຕ່າງໆລຸ່ມນີ້ມຂີໍ້ໃດທີ່ບໍ່ແມ່ນ ການຮຽນແບບປະຕິສໍາພນັ? ກ. ການສົນທະນາກຸ່ມຍ່ອຍ ຂ. ສ່ວນບຸກຄົນແກ້ບັນຫາ ຄ. ຄິດເອງ - ເປັນຄູ່ - ແລກປ່ຽນ ງ. ລະດົມສະໝອງ 10. ໃນຂໍ້ຕ່າງໆລມຸ່ ນີ້ມຂີໍ້ໃດມຄີຸນລັກສະນະສໍາຄັນ ທີ່ສຸດກ່ຽວກັບການສອນແບບຄິດເອງ-ເປັນຄູ່- ແລກປ່ຽນທີ່ເຮັດໃຫວ້ ິທີສອນນີ້ມີປະສິດທິຜົນ ໃນການເອົານັກຮຽນເປັນໃຈກາງ: ກ. ວິທີການສອນນີ້ມີຄວາມສໍາຄັນ ແລະ ເປັນ ໜ້າຕື່ນເຕັ້ນສໍາລັບນັກຮຽນ ເພື່ອເຂົ້າໃຈບົດ ອ່ານໃຫ້ໄດ້ດີ. ຂ. ໃຫ້ນັກຮຽນດໍາເນີນຂັ້ນຕອນຕ່າງໆກັບ ເພື່ອນໆ ແລະ ໃຫຊ້ ອກຫາຄໍາຕອບດ້ວຍ ເຂົາເຈົ້າເອງ. ຄ. ວິທີນີ້ສະໜອງໂອກາດໃຫ້ນັກຮຽນມີຄວາມ ໝັ້ນໃຈໃນການສື່ສານກັບເພື່ອນໆ. ງ. ວທິ ີນຊີ້ ວ່ ຍນກັຮຽນໃຫມ້ ສີວ່ ນຮວ່ ມໃນການ ແລກປ່ຽນແນວຄິດກບັຜອູ້ ່ນື, ລວມທງັການ ລໍຖາ້ໃຫເ້ວລາຄນົອ່ືນ ຊ່ງຶເປັນສ່ິງສາໍຄນັໃນ ຂະບວນການຄິດ ແລະ ເຂົ້າໃຈຂອງ ເຂົາເຈົາ້.


ວິທີການສອນ CBLM 121 ຍິນດີຕ້ອນຮັບເຂົ້າສູ່ໂມດູນ 3.3 ກ່ຽວກັບຄິດເອງ-ເປັນຄູ-ແລກປ່ຽນ. ກະລຸນາເບິ່ງ: https://www.youtube.com/watch?v=wW87rihT38I https://www.youtube.com/watch?v=Mig4olzUy4M ພາກທີ II. ນໍາໃຊ້ວີທີ ຄິດເອງ - ເປັນຄູ່ - ແລກປ່ຽນ ຄິດເອງ-ເປັນຄູ່-ແລກປ່ຽນ (Think-Pair-Share) ກຽ່ ວຂ້ອງກັບການຈັບຄູ່ນັກຮຽນເພື່ອສົນທະນາບັນຫາ ຫຼືຫົວຂໍ້ ໃດໜຶ່ງ; ເຈລະຈາ/ຕໍ່ລອງ ແລະ ຕົກລົງເຫັນດີກ່ຽວກັບສິ່ງທີ່ຈະແລກປຽ່ ນກັບໝູ່ໃນຫ້ອງຮຽນ. ຄ້າຍຄືກັບການ ລະດົມສະໝອງ ແລະ ການສນົທະນາກຸ່ມຍ່ອຍ, ຄິດເອງ-ເປັນຄູ່-ແລກປ່ຽນ ອາດຈະໃຊ້ເຄອື່ ງມດືຽວກັນເພື່ອສ້າງ ຄວາມເຂົ້າໃຈກ່ຽວກັບຫົວຂໍ້ສະເພາະໃດໜຶ່ງ ຫຼືກໍລະນີບັນຫາທີ່ຄູສອນມອບໝາຍໃຫ້. ມັນແມ່ນວິທີການຮຽນຮວ່ ມກນັທີ່ນັກຮຽນເຮັດວຽກຮ່ວມກັນເພື່ອແກ້ບັນຫາ ຫຼື ຕອບຄໍາຖາມກ່ຽວກັບບົດອ່ານທີ່ ຖືກມອບໝາຍໃຫ້. ວທິ ນີ້ຮຽກຮ້ອງໃຫ້ນັກຮຽນ ີ (1) ຄິດເອງ/ສ່ວນຕົວກ່ຽວກັບຫົວຂໍ້ໃດໜຶ່ງ ຫຼືຕອບຄໍາຖາມໜຶ່ງ (2) ແລກປ່ຽນແນວຄິດກັບເພື່ອນຮວ່ ມຫ້ອງຮຽນ. ການສົນທະນາກັບຄູ່/ເພື່ອນຮວ່ ມງານເຮັດໃຫ້ມີສ່ວນຮວ່ ມ, ເນັ້ນ ການເອົາໃຈໃສ່ ແລະ ຊຸກຍູ້ການມີສ່ວນຮວ່ ມຂອງນັກຮຽນໃນການເຂົ້າໃຈອຸປະກອນການອ່ານໃຫ້ຫຼາຍຂຶ້ນ. • ວິທີການນີ້ເພີ່ມທະວີການມີສວ່ ນຮ່ວມໃນຫ້ອງຮຽນ ເພາະວ່າມັນຊ່ວຍໃຫ້ນັກຮຽນທຸກຄົນໄດ້ແລກປ່ຽນ ແນວຄິດ ແລະ ຄວາມກັງວົນຂອງຕົນໄດ້ (ມີຄວາມປອດໄພສໍາລັບຜູ້ໜຶ່ງ ແລະ ຈາກນັ້ນກໍສໍາລັບທຸກຄົນ ໃນຫ້ອງຮຽນ). • ສໍາລັບນັກຮຽນຊັ້ນມັດທະຍົມ, ບາງຄັ້ງມັນອາດເປັນການຍາກທີ່ຈະໃຫ້ເຂົາເຈົ້າເວົ້າໃນກຸ່ມໃຫຍ່, ແຕ່ຖ້າຢູ່ ໃນກຸ່ມນ້ອຍ ຫືຼຢູ່ເປັນຄູ່ ເຂົາເຈົ້າອາດຮູ້ສຶກໝັ້ນໃຈ ແລະ ເຕມັ ໃຈທີ່ຈະແລກປ່ຽນແນວຄິດຕາ່ ງໆ. • ຄິດເອງ-ເປັນຄູ່-ແລກປ່ຽນຊວ່ ຍໃຫ້ນັກຮຽນທຸກຄົນໃນຫ້ອງມສີຽງ ແລະ ເຂົາເຈ້າົກໍ່ມີຄວາມພອ້ ມທີ່ຈະມີ ສ່ວນຮ່ວມໃນການສົນທະນາທີ່ໜ້າສົນໃຈ. ຂະບວນການຂອງວິທີນີ້ຄືດັ່ງຊໄື່ ດ້ບອກຄື: ໃຫ້ນັກຮຽນຄິດກ່ຽວກັບຫົວຂໍ້/ຄໍາຖາມ/ ບັນຫາ/ ໂຄງການ ແລະ ຈາກ ນັ້ນກໍ່ລວມກັນເປັນຄູ່ ເພື່ອແລກປ່ຽນຄວາມຄິດຂອງຕົນ... ຂັ້ນຕອນຕ່າງໆ • ອະທິຍາຍຈຸດປະສົງການຮຽນຂອງທ່ານໃຫຈ້ ະແຈ້ງ ແລະ ຕັດສິນໃຈວ່າກິດຈະກໍານີ້ສອດຄ່ອງກັບ ຈຸດປະສົງບໍ່. ສິ່ງສໍາຄັນແມ່ນນກັຮຽນເຂົ້າໃຈເປົ້າໝາຍແຕ່ໄລຍະເລີ່ມຕົ້ນ. ທ່ານສາມາດນໍາໃຊ້ GRASPS ສໍາລັບກິດຈະກໍານີ້ (ເບິ່ງບົດຮຽນກ່ອນກ່ຽວກັບການສົນທະນາ ກຸ່ມຍ່ອຍ). ສໍາລັບຕົວຢ່າງແມນ່ ຢູ່ທີ່ນີ້: https://www.slideshare.net/jugawayne/module-32-interactiveteachingbuzzsession-lao-jwg ທ່ານສາມາດນໍາໃຊ້ການຈັດອັນດັບທາງປັນຍາສະບັບປັບປຸງຂອງບຼູມ (BLOOM’s Revised Taxonomy6 ) (ຄວາມຄິດຂັ້ນຕໍ່າ/ຄວາມຄິດຂັ້ນສູງ) ກ່ຽວກັບທັກສະການຄິດ. 6 Lower Order Thinking/Higher Order Thinking skills


ວິທີການສອນ CBLM 122 ທ່ານຍັງສາມາດນໍາໃຊ້ WALT/WILF (ພວກເຮົາຮຽນເພື່ອ/ສິ່ງທີ່ຂ້ອຍຊອກຫາແມ່ນຫຍງັ) • ອະທິບາຍວິທີການຮຽນ ແລະ ໃຫ້ນັກຮຽນໃນຫ້ອງເລືອກວິທີ“ຈັບຄູ” ດັ່ງລຸມ່ ນ: ີ້ ຍິງກັບຊາຍ ນັກຮຽນເກັ່ງກັບນັກຮຽນເກງັ່ ນັກຮຽນເກັ່ງກັບນັກຮຽນບໍ່ເກງັ່ ນັກຮຽນບໍ່ເກັ່ງກັບນັກຮຽນບໍ່ເກງັ່ ສຸ່ມນັບເອົາ ເລືອກເພື່ອນເອງເປັນຄູ່ ເລືອກເອົາຜູ້ບໍ່ຮູ້ຈກັເປັນຄູ່ ວິທີRound robin: ຈັດນັກຮຽນເປັນວົງມົນສອງວົງ (ວງົນອກ ແລະ ວງົໃນ) ໃຫນ້ ັກຮຽນຢູ່ວົງ ນອກ ຍ່າງອ້ອມວົງໃນໄລຍະໜຶ່ງແລ້ວຄູສັ່ງໃຫ້ຢຸດ ຜູ້ໃດຢວູ່ ງົໃນເຊິ່ງໜ້າກັບຜູ້ໃດຢູ່ວົງນອກກໍ່ຈະ ເປັນຄູ່ສົນທະນາກັນ. • ຈໍາລອງຂັ້ນຕອນຕ່າງໆເພື່ອໃຫ້ແນ່ໃຈວ່ານັກຮຽນເຂົ້າໃຈນໍາໃຊ້ວິທີການຄືແນວໃດ. ຄູຕ້ອງເຮັດຕາມຂັ້ນຕອນຂອງການຮຽນແບບຄິດເອງ-ເປັນຄູ່-ແລກປ່ຽນດງັ່ ລຸ່ມນີ້: ຂັ້ນຕອນທີ 1. ຕັດສິນໃຈເລືອກເອົາບົດເລື່ອງທີ່ຈະໃຫນ້ ັກຮຽນອ່ານ ແລະ ພັດທະນາຊຸດຄໍາຖາມ ຫຼືການ ກະຕຸ້ນແນວຄວາມຄິດສໍາຄັນກ່ຽວກັບເປົ້າໝາຍເນື້ອໃນທີ່ຈະຕ້ອງຮຽນ. ຂັ້ນຕອນທີ 2. ອະທິບາຍຈຸດປະສົງຂອງວິທີການ ແລະ ໃຫຄ້ ໍາແນະນໍາສໍາລັບການສົນທະນາ. ຂັ້ນຕອນທີ 3. ຈໍາລອງຂັ້ນຕອນເພື່ອຮັບປະກັນໃຫ້ນັກຮຽນເຂົ້າໃຈວິທີການນໍາໃຊ້. ຂັ້ນຕອນທີ4. ຕິດຕາມ ແລະ ສະໜັບສະໜູນນັກຮຽນໃນຂະນະທີ່ເຂົາເຈົ້າເຮັດວຽກໂດຍຜ່ານຂັ້ນຕອນດັ່ງ ຕໍ່ໄປນີ້: T: (Think/ ຄິດເອງ): ຄູເລມີ່ ຕົ້ນໂດຍຕັ້ງຄໍາຖາມສະເພາະກ່ຽວກັບບົດເລື່ອງ. ນັກຮຽນທຸກຄົນ “ຄິດ” ເອງ ກ່ຽວກັບສິ່ງທເີ່ ຂົາເຈົ້າຮູ້ຫຼືໄດ້ຮຽນຜ່ານມາກ່ຽວກັບຫວົຂໍ້. P: (Pair/ ເປັນຄູ່) ນັກຮຽນແຕ່ລະຄົນຈະຖືກຈັບຄູ່ກັບນັກຮຽນຄົນອື່ນ ຫຼືເປັນກຸ່ມນ້ອຍ. S: (Share/ ແລກປ່ຽນ) ນັກຮຽນຮ່ວມແລກປ່ຽນແນວຄິດກັບຄູ່ເພື່ອນຮວ່ ມຫ້ອງຂອງຕົນ. ຄູຂະຫຍາຍ “ການຮ່ວມແລກປ່ຽນ” ໄປສູ່ການສົນທະນາຂອງນັກຮຽນທັງໝົດໃນຫ້ອງ. ຄິດເອງ-ເປັນຄູ່-ແລກປ່ຽນ ເປັນເຕັກນິກການຮຽນພາຍ ໃຕ້ການສອນແບບປະຕິສໍາ ພັນ ຊຶ່ງສາມາດສົ່ງເສີມ ແລະ ສະໜັບສະໜູນການ ຄິດຂັ້ນສູງ.


ວິທີການສອນ CBLM 123 ຢູ່ລຸ່ມນີ້ເປັນຟອມຕົວຢ່າງຂອງ ວິທຮີຽນແບບຄິດເອງ-ເປັນຄູ-ແລກປ່ຽນທີ່ຄູສາມາດນໍາໄປໃຊ້ໄດ້. 7 ຊື່: ວັນທີ: ຄິດເອງ-ເປັນຄູ່-ແລກປ່ຽນ /Think-Pair-Share ອ່ານຄໍາຖາມ ຫຼື ບັນຫາຕໍ່ໄປນີ້: ຄິດເອງ ຄິດດ້ວຍຕົນເອງ, ຂຽນສາມແນວຄິດທີ່ເຈ້າົມີກ່ຽວກັບຄໍາຖານ ຫຼື ບັນຫາໃສ່ 3 ແຖວຂ້າງລຸ່ມນີ້: 1 .............................................................................................................................. 2 .............................................................................................................................. 3 .............................................................................................................................. ເປັນຄູ່: ສົນທະນາກ່ຽວກັບແນວຄິດຂອງເຈົ້າກັບຄູ່/ເພື່ອນ. ໝາຍໃສ່ແຕ່ລະແນວຄິດທີ່ເວົ້າມາຂ້າງເທິງນັ້ນ, ຊຶ່ງຄູ່ຂອງເຈົ້າກໍຈົດໄວ້ເຊັ່ນກັນ. ແລ້ວ ຂຽນແນວຄິດຂອງເພື່ອນຂອງເຈົ້າທີ່ເຈົ້າບໍ່ມີ: 1 .............................................................................................................................. 2 .............................................................................................................................. 3 .............................................................................................................................. ແລກປ່ຽນ: ທົບທວນຄືນທັງໝົດແນວຄິດຂອງພວກເຈ້າົ ແລະ ຂີດວົງມົນອ້ອມແນວຄິດທີ່ພວກເຈົ້າຄິດວ່າສໍາຄັນທີ່ ສຸດ. ໜຶ່ງຄົນຂອງຄູ່ພວກເຈົ້າຈະຮ່ວມແລກປຽ່ ນແນວຄິດນີ້ກັບໝູ່ໃນຫ້ອງຮຽນທັງໝົດ. ເມື່ອເຈ້າົຟັງແນວຄິດຂອງໝົດທຸກກຸ່ມ/ຄູ່, ຂຽນໄວ້ສາມແນວຄິດທີ່ເຈ້າົມັກຕື່ມ: 1 .............................................................................................................................. 2 .............................................................................................................................. 3................................................................................................................................ https://www.readingrockets.org/strategies/think-pair-share 7 ຕົວຢ່າງ: ຄະນິດສາດ: ທົດລອງວິທີ ຄິດເອງ-ເປັນຄູ່-ແລກປ່ຽນກັບການແກ້ໂຈດບັນຫາທາງຄະນິດສາດ ພ້ອມກັບຄໍາຕອບ ທີ່ຫາຼຍກວ່າໜຶ່ງຄໍາຕອບ, ເຊັ່ນການຄາດຄະເນຄ່າ, ຮູບແບບ ແລະ ໂລຊິກ/ຕັກກະ. ວິທີການນີ້ຍັງສາມາດນໍາໃຊ້ເວລານັກຮຽນ ຕັດສິນໃຈວ່າຈະແກ້ໂຈດບັນຫາໃນວິຊາຄະນິດສາດຄືແນວໃດ. ວິທະຍາສາດ: ນໍາໃຊ້ວິທີ ຄິດເອງ-ເປັນຄູ່-ແລກປ່ຽນເພື່ອຊ່ວຍ ນັກຮຽນສ້າງສົມມຸດຖານ ຫຼື ສົນທະນາກ່ຽວກັບການອະທິບາຍການທົດລອງຂອງເຂົາເຈົ້າໃນຫ້ອງຮຽນ. ຕົວຢ່າງ, ກ່ອນການ ເຮັດທົດລອງກ່ຽວກັບຄວາມໜາແໜ້ນ, ອາດໃຫ້ນັກຮຽນນໍາໃຊ້ວິທີ ຄິດເອງ-ເປັນຄູ່-ແລກປ່ຽນ ເວລາຕັດສິນໃຈວ່າສິ່ງໃດຈະຟູ ໃນແອ່ງນໍ້າ.


ວິທີການສອນ CBLM 124 ລາຍລະອຽດປຽບທຽບ ເຊັ່ນດຽວກັນກັບການລະດົມສະໝອງ ແລະ ການສົນທະນາກຸ່ມຍ່ອຍ, ວິທີ ຄິດເອງ-ເປັນຄູ່-ແລກປ່ຽນເນັ້ນໜັກ ຄວາມຕ້ອງການຄິດຂອງສ່ວນບຸກຄົນ ແລະ ການແລກປ່ຽນແນວຄິດ ແລະ ແນວຄວາມຄິດກັບຜູ້ເປັນຄູ່ ຈາກນັ້ນກໍ່ ແລກປ່ຽນກັບທຸກຄົນໃນຫ້ອງຮຽນ. ສິ່ງທບີ່ ໍ່ຄວນເຮັດ ຄູຕ້ອງຢ່າລືມທີ່ຈະດໍາເນີນການສໍ້ຖາມ ແລະ ສະຫຼຸບການສົນທະນາຫຼັງຈາກທຸກຊົ່ວໂມງຮຽນກ່ຽວກັບການຄິດເອງເປັນຄູ່-ແລກປຽ່ ນ ໂດຍເຊື່ອມຕໍ່ການສົນທະນາກັບຄືນໄປຫາຈດຸ ປະສົງການຮຽນຕົ້ນຕໍຂອງຊົ່ວໂມງຮຽນ. ຜົນປະໂຫຍດ ມັນຊ່ວຍນັກຮຽນຄິດເອງກ່ຽວກັບຫົວຂໍ້ຫຼືການຕອບຄໍາຖາມໃດໜຶ່ງ. ມັນສອນໃຫ້ນັກຮຽນແລກປ່ຽນແນວຄິດກັບເພື່ອນໃນຫ້ອງ ແລະ ສ້າງທັກສະການສື່ສານທາງປາກເປົ່າ/ທາງວາຈາ ມັນຊ່ວຍເນັ້ນຄວາມສົນໃຈ ແລະ ເຮັດໃຫ້ນັກຮຽນມີສ່ວນຮ່ວມໃນການເຂົ້າໃຈສື່ການອ່ານ. ຕົວຢ່າງການນໍາໃຊ້ສະເພາະກັບວິຊາຕ່າງໆ ວິຊາ: ສຶກສາພົນລະເມືອງ/ພາສາລາວ/ພາສາອັງກິດ ຫຼືພາສາຝຣັ່ງ/ປະຫັວດສາດ/ພູມສາດ ທັກສະເປົ້າໝາຍ: ການສື່ສານ ເປົ້າໝາຍການປະເມີນ: ທັກສະການເວົ້າ/ ການຟັງ ໂດຍຜ່ານເກມ “ຄິດເອງ/ເປັນຄູ່/ແລປ່ຽນ”: • ການຈັບເປັນຄູ່ (ຂ້ອຍເວົ້າ/ອາ່ ນ ແລ້ວເຈົ້າເວົ້າຄືນໃນສິ່ງທຂີ່ ້ອຍເວົ້າ ແລ້ວເຮັດສະລັບກັນ ໂດຍໃຊ້ການ ອອກສຽງໃຫ້ຖືກຕ້ອງ.—ການຈື່ປະໂຫຍກຕ່າງໆທີ່ໄດ້ຍິນຂຶ້ນກບັທັກສະການຟັງ. ເພື່ອນທຄີ່ ູ່ກັນຜູ້ທີ 1 ສາມາດອ່ານອອກສຽງປະໂຫຍກຕ່າງໆ ຊຶ່ງເພ່ອືນທີ່ຄູ່ກັນຜທູ້ ີ 2 ຕ້ອງເວົ້າຄືນເປັນແຕ່ລະຄໍາ. ແລວ້ ຜັດປ່ຽນຜຽນກັນ). ວິຊາ: ວິທະຍາສາດ ເລີ່ມຫົວຂໍ້ໃໝ່, ເຊັ່ນ: • ຖ້າໜ່ວຍໂລກເປັນຮູບແບນ/ແປ ຈະເປັນແນວໃດ? • ຖ້າເຜິ້ງຕາຍກະທັນຫັນ/ສູນພນັ ຈະເປັນແນວໃດ? • ຖ້າສັດເຄິ່ງບົກເຄິ່ງນໍ້າ/ກົບຕາຍທັງໝົດ ຈະເປັນແນວໃດ? • ຖ້າເຮົາສາມາດຫວນກັບເວລາ ແລະ ພື້ນທໄີ່ ດ້ຈະເປັນແນວໃດ? • ຖ້າພວກເຮົາຕ້ອງດໍາລົງຊີວິດຢດູ່ າວເຄາະໜ່ວຍອື່ນ ຈະເປັນແນວໃດ? • ຫົວບົດສໍາລັບອ່ານໃນຫ້ອງກ່ຽວກັບຫົວຂໍ້ໃດໜຶ່ງ, “ຄວາມຈິງກ່ຽວກັບໂຄວິດ-19/ COVID-19”.


ວິທີການສອນ CBLM 125 - ໃຫ້ນັກຮຽນໃນຫ້ອງຄົ້ນຫາໃນ google ກຽ່ ວກັບ covid-19 ແລະ ຍົກເອົາບົດຄວາມອາ້ງອີງເພື່ອ “ພສິ ູດ” ວ່າມັນແມນ່ ໄວຣັດທມີ່ ະນຸດສ້າງຂຶ້ນ ຫຼືເປັນການກາຍພນັຕາມທໍາມະຊາດ. ແລ້ວໃຫ້ຈັບ ເປັນຄູ່ ແລະ ຕັດສິນໃຈຈະນໍາສະເໜີຂໍ້ຄວາມໃດ ຫຼື ທັດສະນະໃດ. ວິຊາ: ວັນນະຄະດີ(ຫວົຂໍ້ສໍາລັບແລກປ່ຽນ) • “ຮູບເງົາທີ່ດີທີ່ສຸດຂອງປີ 2022 ແມ່ນຫຍັງ?” • “ເພງອັນໃດທີ່ໄດ້ອັນດັບທີ 1 ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ? • “ຍ້ອນຫຍັງ?” ວິຊາ: ຄະນິດສາດ: (ຫົວຂໍ້/ໂຈດບັນຫາ) • ອີງຕາມອັດຕາສ່ວນການບໍລິໂພກເຂົ້າຕໍ່ຫົວຄົນ, ປະເທດລາວຈະຕ້ອງຜະລິດເຂົ້າຕໍ່າສຸດຈໍານວນ ຈັກກິໂລຕໍ່ປີເພື່ອໃຫ້ພຽງພໍກັບການບໍລິໂພກເຂົ້າຂອງປະຊາກອນໃນປັດຈະບັນ? ເລີ່ມຕົ້ນຫົວຂໍ້ໃໝ່, ເຊັ່ນ ເລຂາຄະນິດ, ບວກ, ລົບ, ສະຖິຕິ ແລະ ອື່ນໆ. • ຄໍາສັບ/ພາສາວິຊາການ (ສັບຄະນິດສາດ) • ຕັ້ງຄໍາຖາມ ຫຼື ບັນຫາຕ່າງໆ 1) ຮູບດ້ານຂ້າງນີ້ແມ່ນຮູບຫຍັງ? 2) ໃນຮູບນມີ້ ຮີູບຈະຕຸລັດຈັກອັນ? 3) ໃນຮູບນີ້ມີຮູບສີ່ແຈສາກ/rectangles ຈັກອັນ?


ວິທີການສອນ CBLM 126 ໂມດູນ ຖາມ - ຕອບ ໄອຄອນ/ICON ການບັນທຶກ ເວັບບີນາ https://www.youtube.com/watch?v=JCVTxT1XWgg ການນໍາສະເໜີ ພາວເວີພອຍ https://www.slideshare.net/jugawayne/module-34questionandanswerlaofin https://www.slideshare.net/jugawayne/module-34-question-and-answereng-eesdp-laos https://docs.google.com/forms/d/e/1FAIpQLScvCeIwdfib2PhNBwWCHoL5 pNfmjaQx5Nj2EBKPdEF2ClEdKg/viewform?usp=sf_link 3.4 ຖາມ-ຕອບ


ວິທີການສອນ CBLM 127 ໂມດູນ 3.4 ຖາມ ແລະ ຕອບ ພາກທີ I. ແນະນໍາການປະເມີນ (ຈົ່ງເລືອກເອົາຄໍາຕອບທຖີ່ ກືຕ້ອງ ແລວ້ ໝາຍ (√) ໃສ່ໃນບັອກ) 1. ການຕັ້ງຄໍາຖາມ ແລະ ຈັດກິດຈະກໍາການຮຽນ ການສອນບໍ່ແມ່ນບັນຫາໃຫຍສ່ ໍາລັບຄູ.   ຖືກ   ຜິດ 2. ມັນບໍ່ຖືກຕ້ອງສໍາລັບຄທູ ີ່ຈະກວດສອບຄວາມ ເຂົ້າໃຈຂອງນັກຮຽນ ໂດຍພຽງແຕ່ຕັ້ງຄໍາຖາມທີ່ ວ່າ “ເຈົ້າເຂົ້າໃຈບໍ່?”   ຖືກ   ຜິດ 3. ຖ້າຄູປ່ອຍປະໃຫແ້ ຕ່ນັກຮຽນເກັ່ງຕອບຄໍາຖາມ ໂດຍບໍ່ສົນໃຈວ່າຍັງມີນັກຮຽນອີກຫຼາຍຄົນທີ່ຍັງ ບໍ່ໄດ້ຕອບຈັກເທື່ອ, ຈາກນັ້ນ ນັກຮຽນອ່ອນກໍ່ຈະ ບໍ່ມັກຕອບຄໍາຖາມໃນຫ້ອງຮຽນ ແລະ ເຂົາກໍ່ຈະ ຮູ້ສຶກວ່າ:   ກ. ຄູໃຫ້ນັກຮຽນເກັ່ງຕອບເພື່ອໃຫ້ນັກຮຽນອ່ອນ ຮຽນເອົານໍາ   ຂ. ມັນບໍ່ແມ່ນໜ້າທີ່ຂອງເຂົາເຈົ້າທີ່ຈະຕອບ, ແຕ່ ເປັນໜ້າທີ່ຂອງນັກຮຽນເກັ່ງຫຼາຍກວ່າ 4. ຕາມການຄົ້ນຄວ້າວິໄຈຂອງ Mary Rowe, ຄູ ຕ້ອງບົ່ງຊື່ນັກຮຽນທຸກຄັ້ງ ເມື່ອຕັ້ງຄໍາຖາມ, ໃຫ້ ເວລາ 3 ວິນາທີແລ້ວຈຶ່ງສມຸ່ ບົ່ງຊື່ນັກຮຽນໃຫ້ ຕອບຄໍາຖາມ.   ຖືກ   ຜິດ 5. ຄູບໍ່ຄວນບົ່ງຊື່ນັກຮຽນທຸກຄງັ້ ເມື່ອຕັ້ງຄໍາຖາມ   ຖືກ   ຜິດ 6. ເປັນຫຍັງຄູຈຶ່ງໃຊ້ຫຼັກການ 3 ວນິ າທີເມ່ອືຕັ້ງຄໍາ ຖາມ? ກ. ເພື່ອໃຫ້ບູລິມາສິດແກ່ນັກຮຽນອ່ອນຕອບຄໍາຖາມ ຂ. ເພື່ອໃຫ້ນັກຮຽນອາສາສະໝັກຕອບ ຄ. ເພື່ອບົ່ງຊື່ນັກຮຽນໃຫຕ້ ອບ ງ. ເພື່ອໃຫ້ນັກຮຽນທຸກຄົນ (ຫືຼນັກຮຽນສ່ວນຫຼາຍ) ຄິດຫາຄໍາຕອບ ໂດຍຄາດວ່າຈະຖືກຮຽກຊື່ໃຫ້ ຕອບ. 7. ໃນບັນດາຂໍ້ຄວາມລຸ່ມນີ້ ຂໍ້ໃດທີ່ບໍ່ແມ່ນຄໍາຖາມ ປາຍເປີດ? ກ. ທ່ານມີຄໍາເຫັນແນວໃດຕໍ່ກັບບັນຫານີ້? ຂ. ເປັນຫຍັງເດັກຍິງຈຶ່ງຮຽນພາສາໄດ້ດີກວ່າເດັກ ຊາຍ? ຄ. ມື້ເຊົ້ານີ້ທ່ານຕື່ນນອນຈັກໂມງ? ງ. ເຮົາຕ້ອງກຽມຫຍັງແດ່ ເພື່ອປູກພືດຊະນິດນີ້? 8. ໃນຈໍານວນຈຸດປະສົງລຸ່ມນີ້ ຂໍ້ໃດທີ່ບໍ່ສາມາດນໍາ ໃຊ້ກັບຄໍາຖາມປິດໄດ້? ກ. ເພື່ອຈຸດປະກາຍການສົນທະນາ ຫຼື ໃຫ້ໄດ້ຄໍາ ຄິດເຫັນ ຂ. ເພື່ອກວດເຊັກຄວາມເຂົ້າໃຈຂອງນັກຮຽນ ຄ. ເພື່ອການຕັດສິນໃຈ ງ. ເພື່ອຊອກຮູ້ຂໍ້ມນູ ຂ່າວສານ 9. ພວກເຮົາຈະເຮັດແນວໃດເພື່ອໃຫກ້ ານຕັ້ງຄໍາ ຖາມເປັນໜ້າສົນໃຈ? ກ. ໃຫ້ມີລັກສະນະເປັນເກມການແຂ່ງຂັນ ຂ. ເຮັດໃຫ້ເປັນສ່ວນໜຶ່ງຂອງການແລກປ່ຽນ/ປະຕິ ສໍາພນັ ຄ. ເຮັດໃຫ້ມັນມີລັກສະນະເປັນການລະດົມສະໝອງ ງ. ທຸກຂໍ້ຂ້າງເທິງຖືກໝົດ 10. ໃນຈໍານວນຂໍ້ຕ່າງໆລຸ່ມນີ້ຂໍ້ໃດຕ້ອງຫຼີກເວັ້ນ ເພື່ອເຮັດໃຫ້ຄໍາຖາມເປັນຄໍາຖາມທີ່ດີ ກ. ມັນພາໃຫ້ເກີດຄວາມຢາກຮູ້ ແລະ ຢາກຮຽນ ຂ. ມັນສົ່ງເສີມການຄິດວິພາກ ຄ. ມັນສາມາດປະເມີນຄວາມເຂົ້າໃຈຂອງຜູ້ຮຽນ ງ. ມັນຈໍາກັດການເປີດກວ້າງການສົນທະນາ


ວິທີການສອນ CBLM 128 ຍິນດີຕ້ອນຮັບເຂົ້າສູ່ໂມດູນທີ 3.4. ກະລຸນາເບິ່ງ: https://www.youtube.com/watch?v=kFVcpzSHuDw ພາກທີ I. ວິທີນໍາໃຊ້ການຖາມ ແລະ ການຕອບ ພວກເຮົາຈໍາເປັນຕ້ອງໄດ້ຮຽນສິ່ງນີ້ບໍ່? ຄູທຸກຄົນຮູ້ນາໍ ໃຊ້ວິທີນຢ່າງມີປະສິດທິຜົນບໍ່? ີ້ ມັນບໍ່ແມ່ນເລື່ອງງ່າຍ “ສິ່ງທີ່ຄູ(ຕັ້ງຄໍາຖາມກັບນກັຮຽນໃນຫ້ອງຮຽນ) ຄາດຫວັງວ່ານັກຮຽນໃນຫ້ອງຈະຮຽນຈາກ ຂະບວນການຕັ້ງຄໍາຖາມແມ່ນຫຍັງ?” ຄູບາງຄົນອາດຕອບວ່າເຫດຜົນໃນການຕັ້ງຄໍາຖາມແມ່ນເພອື່ ກວດກາ ຄວາມເຂົ້າໃຈ.... 1. ພາຍຫຼັງທີ່ໄດ້ສອນຫຼັກການ ຫຼື ແນວຄວາມຄິດໃດໜຶ່ງ, ຄູມັກຈະຖາມວ່າ “ທຸກຄົນເຂົ້າໃຈບໍ່?”. ເຖິງວ່າເຮົາຮູ້ດີວ່ານັກຮຽນບໍ່ຕອບ - ຫຼື ແມ່ນແຕ່ຕອບ ວ່າ “ເຂົ້າໃຈ” - ເຂົາເຈົ້າອາດຈະບໍ່ເຂົ້າໃຈຢ່າງແທ້ຈິງ, ແຕ່ເຮົາກໍ່ຍັງຖາມ ເພາະຄວາມຊິນເຄີຍ. 2. ເຮົາໄດ້ຕັ້ງຄໍາຖາມທີ່ບໍ່ເປັນປະໂຫຍດນີ້ຈັກຄັ້ງຕະຫຼອດໄລຍະໝົດມື້ທີ່ເຮົາ ສອນ?


ວິທີການສອນ CBLM 129 ການຖາມ ແລະ ຕອບ ເປັນອີກຮູບແບບໜຶ່ງຂອງການສອນແບບປະຕິສໍາພັນ ທີ່ໃຊ້ຄໍາຖາມເພື່ອເພມີ່ ການປະຕິສໍາພັນລະຫວ່າງຄູກັບນັກຮຽນ. ຄໍາຖາມອາດ ມາຈາກຄູ ຫຼືນັກຮຽນ ແນໃສກ່ ວດສອບກ່ຽວກກັບການຮຽນທີ່ຜ່ານມາ, ສ້າງ ການມີສ່ວນຮ່ວມຂອງນັກຮຽນ, ກວດເບິ່ງຄວາມເຂົ້າໃຈ/ຄວາມເຂົ້າໃຈຜິດ, ປະເມີນສິ່ງທີ່ຍງັບໍ່ທັນໄດ້ຮຽນ ແລະ ສະໜອງໂອກາດໃນການຮຽນໃຫທ້ ັນການ ແລະ ອື່ນໆ. ການສົນທະນາລຸ່ມນີ້ແມ່ນໄດດ້ ັດປັບມາຈາກ: https://granite.pressbooks.pub/teachingdiverselearners/chapter/questioning-2/ ການປະຕິສໍາພັນລະຫວ່າງຄູແລະ ຜຮູ້ ຽນແມ່ນຄຸນລັກສະນະທີ່ສໍາຄັນທີ່ສຸດໃນຫ້ອງຮຽນ. ຄໍາຖາມມີຄວາມສໍາຄັນ ໃນການຊ່ວຍຜູ້ຮຽນໃຫ້ມີທັກສະພື້ນຖານ ຫຼືມີຄວາມເຂົ້າໃຈທີ່ດີກວ່າເພື່ອແກ້ບັນຫາ ຫຼືຊຸກຍູ້ໃຫ້ຄິດໃນຂັ້ນສູງເຊັ່ນ ການປະເມີນຜົນ. ແນ່ນອນ, ຄໍາຖາມອາດຈະແມນ່ ນັກຮຽນເປັນຜູ້ຖາມ ຫຼືອາດແມ່ນຄູເປັນຜູ້ຖາມ. ດງັ່ ນັ້ນ, ຄໍາ ຖາມແມ່ນເຄື່ອງມືທີ່ຈໍາເປັນສາໍ ລັບທັງການສອນ ແລະ ການຮຽນ. ສໍາລັບຄູ, ການຖາມແມ່ນທັກສະທີ່ສໍາຄັນທີ່ທຸກຄົນສາມາດຮຽນນໍາໃຊ້ໄດ້ດີ. ເຊັ່ນດຽວກັນ, ວທິ ີການທີ່ຊ່ວຍໃຫ້ ນັກຮຽນພັດທະນາຄວາມສາມາດຂອງຕົນເອງໃນການຕັ້ງຄໍາຖາມ ແລະ ສ້າງຄໍາຖາມກໍ ່ສາມາດຮຽນໄດ້. ນັກຮຽນກໍ່ ຕ້ອງການຮຽນວິທີຕງັ້ຄໍາຖາມທີ່ດີເຊັ່ນກັນ. ການຄົ້ນຄວ້າວິໄຈກ່ຽວກັບການຕັ້ງຄໍາຖາມໄດ້ຊີ້ໃຫເ້ຫັນຈະແຈ້ງວ່າສິ່ງໃດທີ່ໃຊ້ໄດ້ຜົນ. ບັນຫາທີ່ພົບເລື້ອຍຈາກ ການຄົ້ນຄວ້າວິໄຈກໍ່ຄືສ່ວນຫາຼຍບໍ່ໄດ້ໃຫ້“ເວລາລໍຖ້າ” ພຽງພໍແກ່ນັກຮຽນເພື່ອພິຈາລະນາຄໍາຕອບ; ອີກອັນໜຶ່ງກໍ່ຄື ຄູມັກຕັ້ງຄໍາຖາມປະເພດດຽວກັນຫຼາຍເກີນໄປ. (ດັດແປງຈາກ Types Of Question,, section Intro). https://oer.opendeved.net/wiki/ORBIT ຈຸດປະສົງຂອງການຕັ້ງຄໍາຖາມ. ຄູຕັ້ງຄໍາຖາມດວ້ ຍຫຼາຍເຫດຜົນ, ໂດຍທວົ່ ໄປແລ້ວ ຄໍາຖາມທີ່ມັກຕັ້ງຂຶ້ນດ້ວຍ ເຫດຜົນຕ່າງໆມີດງັ່ ລຸ່ມນີ້: ● ສ້າງຄວາມສົນໃຈ, ໃຫ້ມີສວ່ ນຮ່ວມ ແລະ ທ້າທາຍນັກຮຽນ ● ກວດເບິ່ງຄວາມຮູ້ແລະ ຄວາມເຂົ້າໃຈທີ່ມີມາກ່ອນ ● ທົບທວນຄວາມຈື່ຈໍາ, ລະດົມຄວາມຮູ້ ແລະ ປະສົບການທີ່ມີຢູ່ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມ ໝາຍໃໝ່. ● ສຸມໃສ່ການຄິດຂອງນັກຮຽນກ່ຽວກັບແນວຄິດ ແລະ ບັນຫາຫຼັກ ● ຊວ່ ຍໃຫ້ນັກຮຽນຂະຫຍາຍຄວາມຄິດຂອງເຂົາເຈົ້າຈາກແນວຄິດທີ່ເປັນຮູບປະທໍາ ແລະ ຕົວຈິງໄປສູ່ການ ວິເຄາະ ແລະ ການປະເມນີຜົນ ● ນໍາພານັກຮຽນຜ່ານຕາມລາໍ ດັບທີ່ໄດ້ວາງແຜນໄວ້ຊງຶ່ ນໍາໄປສູ່ການເສີມສ້າງຄວາມເຂົ້າໃຈທີ່ສໍາຄັນ. ● ສົ່ງເສີມການມເີຫດມີຜົນ, ການແກ້ບັນຫາ, ການປະເມີນຜົນ ແລະ ການສ້າງສົມມຸດຖານ. ● ສົ່ງເສີມການຄິດຂອງນັກຮຽນກ່ຽວກັບວິທີທາງທພີ່ ວກເຂົາໄດ້ຮຽນ.


ວິທີການສອນ CBLM 130 ປະເພດຂອງຄໍາຖາມທີ່ຖາມຈະຂຶ້ນກັບເຫດຜົນສໍາລັບຖາມມນັ. ຄໍາຖາມມກັຖືກເອີ້ນວ່າຄໍາຖາມ '”ປີດ” ຫຼືຄໍາ ຖາມ “ເປີດ”. ຄໍາຖາມປິດຊຶ່ງມີຄໍາຕອບດຽວທີ່ຈະແຈ້ງ, ມີປະໂຫຍດໃນການກວດສອບຄວາມເຂົ້າໃຈໃນເວລາອະທິບາຍ ແລະ ໃນເວລາທົບທວນຄືນ. ຖ້າທ່ານຕ້ອງການກວດສອບຄວາມຈື່, ທ່ານມັກຈະຕັງ້ຄໍາຖາມຂ້ອນຂ້າງປິດ, ຍົກຕົວຢ່າງ “ຄູວິຊາຟີຊິກຂອງເຈົ້າຊື່ຫຍັງ?” ຫື “ພວກເຮົາເອີ້ນບົດອ່ານປະເພດນີ້ ຼ ວ່າແນວໃດ?”. ໃນທາງກົງກັນຂ້າມ, ຖ້າທ່ານຕ້ອງການຊ່ວຍເຫຼືອນັກຮຽນພັດທະນາທັກສະການຄິດຂັ້ນສູງ, ທ່ານຈະຕ້ອງຕັ້ງ ຄໍາຖາມເປີດຫຼາຍກວ່າຊຶ່ງຊ່ວຍໃຫ້ນັກຮຽນສາມາດໃຫ້ຄໍາຕອບທີ່ຍອມຮັບໄດ້ຢ່າງຫຼາກຫາຼຍ. ໃນລະຫວ່າງການ ສົນທະນາໃນຫ້ອງຮຽນ ແລະ ການເຈາະຈີ້ມນັ້ນ, ການຕັ້ງຄໍາຖາມເປີດແມ່ນມີປະໂຫຍດຫຼາຍ, ຍົກຕົວຢ່າງ “ແຫຼ່ງ ຂໍ້ມູນໃດຈາກສີ່ແຫຼ່ງນີ້ມີປະໂຫຍດຫຼາຍທີ່ສຸດໃນການຊ່ວຍການຮຽນແບບສອບຖາມນີ້?”, “ດວ້ ຍການຖົກຖຽງທີ່ຂັດ ແຍ່ງກັນທັງໝົດນີ້, ທ່ານຈະສ້າງຮ້ານສັບພະສິນຄ້າໃໝ່ຢູ່ໃສ?”, “ທ່ານຄິດວ່າມັນອາດຈະ ສງົ່ ຜົນກະທົບຕໍ່ຂະໜາດ ຂອງກະແສໄຟຟ້າໃນວົງຈອນນີ້ບໍ່?” ບາງຄັ້ງການຕັ້ງຄໍາຖາມໃຊ້ເພອື່ ເຮັດໃຫ້ຄວາມສົນໃຈຂອງນັກຮຽນກັບມາສູ່ວຽກທີ່ພວມເຮດັຢູ່, ຍົກຕົວຢ່າງ: “ສົມບູນ, ເຈົ້າຄິດແນວໃດກ່ຽວກັບເລື່ອງນີ້?” ຫຼື “ເຈົ້າຕົກລົງເຫັນດີບໍ່?” (ດັດປັບຈາກ Types Of Question, section Why). ຕົວຢ່າງຄໍາຖາມທີ່ສົ່ງເສີມການສົນທະນາຢ່າງຈິງຈັງລວມມີສງິ່ ຕ່າງໆດັ່ງນີ້: ● ໃນດ້ານໜຶ່ງ ເຈົ້າກໍາລັງບອກຂ້ອຍກ່ຽວກັບເລື່ອງນີ້, ແຕ່ອີກດ້ານໜຶ່ງ ເຈົ້າເວົ້າບາງສງິ່ ທີ່ຂອ້ ນຂ້າງແຕກ ຕ່າງກັນ. ● ຂ້ອຍສົງໄສວ່າສອງຢ່າງນີ້ສາມາດເຂົ້າກັນໄດ້ແນວໃດ? ● ເຈົ້າສາມາດອະທິບາຍດ້ວຍວິທີອື່ນອີກໄດ້ບໍ່? ● ບອກພວກເຮົາອີກເທື່ອໜຶ່ງວ່າເຈົ້າໝາຍຄວາມວ່າແນວໃດ…? ● ເຈົ້າໄດ້ພຈິ າລະນາເບິ່ງມນັດ້ວຍວິທີນີ້. ຄົນປະເພດນີ້ ຫຼືຄນົປະເພດນັ້ນ ອາດຄິດກ່ຽວກັບມັນແນວໃດ? ຄໍາຖາມປະເພດນີ້ຖືກອອກແບບມາເພື່ອທ້າທາຍການຄິດຂອງນັກຮຽນ ແລະ ກະຕຸ້ນໃຫເ້ຂົາເຈ້ົາຄິດກ່ຽວກັບສິ່ງ ຕ່າງໆດ້ວຍວິທີທີ່ແຕກຕ່າງກັນ. ດ້ວຍການສ້າງສະພາບການການຄົ້ນຄິດທີ່ບໍ່ກົມກຽວກັນໃນຕົວນັກຮຽນ, ເຂົາເຈົ້າ ຕ້ອງພິຈາລະນາການຄິດຂອງຕົນຄືນໃໝ່. ຄໍາຖາມທີ່ຊ່ວຍເສີມສ້າງການຄິດຂອງນັກຮຽນອາດຈະປະກອບມີສິ່ງຕ່າງໆ ເຊັ່ນ: ● ເຈົ້າໄດ້ພຈິ າລະນາໃຊ້ຄໍາອະທິບາຍທີ່ແຕກຕ່າງກັນໃນການຄົ້ນຫາຂໍ້ມູນທີ່ເຈົ້າຕ້ອງການບໍ ່? ● ເຈົ້າເຄີຍຄິດກ່ຽວກັບການໃຊ້ຂໍ້ມູນບາງສ່ວນນີ້ເພ່ອືຊ່ວຍເຈົ້າພັດທະນາແນວຄວາມຄິດຂອງເຈົ້າບໍ່? ● ເປັນຫຍງັເຈົ້າບໍ່ລອງໃຊ້ການລະດົມສະໝອງໃນບາງບັນຫາ ແລະ ເຈ້າົຈະສາມາດແກ້ບັນຫານັ້ນແນວໃດ? ຄໍາຖາມທັງສອງແບບນີ້ ແມນ່ ໃຊ້ສະລັບກັນໄປ ເພື່ອຊ່ວຍໃຫ້ນັກຮຽນອະທິບາຍຄວາມຄິດຂອງເຂົາເຈົ້າ ແລະ ຄິດເລິກເຊິ່ງກ່ຽວກັບບັນຫາຕ່າງໆ. ການສອບຖາມທີ່ມີປະສິດຕິຜົນ. ຫຼັກຖານການຄົ້ນຄວ້າຊີ້ໃຫເ້ຫັນວ່າຄູທີ່ມີປະສິດຕິພາບ ນໍາໃຊ້ຄໍາຖາມເປີດຫຼາຍ ກວ່າຄູທີ່ມີປະສິດຕິພາບຕໍ່າກວ່າ. ແນ່ນອນການປະສົມປະສານໃນການຕັ້ງຄໍາຖາມເປີດ ແລະ ຄໍາຖາມປິດແມນ່


ວິທີການສອນ CBLM 131 ຂຶ້ນກັບສິ່ງທີ່ກໍາລັງສອນ ແລະ ຈຸດປະສົງຂອງບົດຮຽນ. ເຖງິຢ່າງໃດກໍ ່ຕາມ, ຄູຜູ້ທີ່ບໍ່ຕັ້ງຄໍາຖາມເປີດໃນບົດຮຽນ ອາດຈະສະໜອງສິ່ງທ້າທາຍດ້ານສະຕິປັນຍາທີ່ບໍ່ພຽງພໍສໍາລບັນັກຮຽນ. ການຕັ້ງຄໍາຖາມແມ່ນໜຶ່ງໃນບັນດາຂົງເຂດທີ່ໄດ້ຄົ້ນຄວ້າຢ່າງກວ້າງຂວາງໃນການສອນ ແລະ ການຮຽນ. ນແີ້ ມ່ນ ຍ້ອນວ່າ ມັນມີຄວາມສໍາຄັນເປັນໃຈກາງໃນຂະບວນການຮຽນການສອນ. ການຄົ້ນຄວ້າໄດ້ຈໍາແນກ 3 ປະເພດ ຄື: ການຖາມທີ່ມີປະສິດຕິຜົນແມນ່ ຫຍັງ? ຄໍາຖາມຊຸກຍູ້ການມີສ່ວນຮ່ວມຂອງນັກຮຽນ ແລະ ສົ່ງເສີມການຕອບຂອງນັກຮຽນແນວໃດ? ຄໍາຖາມພັດທະນາຄວາມສາມາດທາງດ້ານສະຕິປັນຍາຂອງນັກຮຽນແນວໃດ? ການຖາມທ່ີມປີະສິດຕິຜນົແມນ່ ຫຍງັ? ການຖາມທີ່ມີປະສິດທິຜົນແມນ່ ເມື່ອມັນຊ່ວຍໃຫ້ນັກຮຽນມີສວ່ ນຮ່ວມໃນຂະບວນການຮຽນ ໂດຍການປະກອບຄໍາ ຕອບຢ່າງຫ້າວຫັນ. ການສຶກສາວິໄຈຕ່າງໆ (Borich 1996; Muijs ແລະ Reynolds 2001; Morgan ແລະ Saxton 1994; Wragg ແລະ Brown 2001) ໄດ້ແນະນໍາວ່າບົດຮຽນທີ່ການຖາມມປີະສິດຕິຜົນມີແນວໂນ້ມ ທີ່ຈະມີຄຸນລັກສະນະດັ່ງຕໍ່ໄປນີ້: ມີການວາງແຜນກ່ຽວກັບຄໍາຖາມ ແລະ ຕິດພັນກັບຈຸດປະສົງຂອງບົດຮຽນ. ການຮຽນທັກສະພື້ນຖານໄດ້ຖກືຍົກສູງຂຶ້ນ ໂດຍມີຄໍາຖາມເປັນປະຈໍາຫັງຼຈາກການເຜີຍແຜ່ເນື້ອໃນໃໝໆ່ ທີ່ຖືກ ແບ່ງອອກເປັນຂັ້ນຕອນນ້ອຍໆ. ແຕ່ລະຂັ້ນຕອນຄວນປະຕິບັດຕາມການປະຕິບັດທີ່ໄດ້ແນະນໍາແລ້ວ ຊຶ່ງເປີດ ໂອກາດໃຫ້ນັກຮຽນສາມາດສງັລວມສິ່ງທເີ່ ຂົາເຈົ້າໄດ້ຮຽນ ແລະ ເຮັດໃຫ້ຄູສາມາດກວດສອບຄວາມເຂົ້າໃຈ. ຄໍາຖາມປິດແມ່ນຖືກໃຊ້ເພື່ອກວດກາຄວາມເຂົ້າໃຈ ແລະ ທບົທວນຄືນ. ຄໍາຖາມເປີດມີອິດທິພົນເໜືອກ່ວາ. ລໍາດັບການຕໍ່ເນື່ອງຂອງຄໍາຖາມຕ່າງໆໄດ້ຖືກວາງແຜນໄວ້ ດັ່ງນັ້ນລະດັບສະຕິປັນຍາກໍຈະເພີ່ມຂຶ້ນເມື່ອມີການຕັ້ງ ຄໍາຖາມຕໍ່ໄປເລື້ອຍ. ສິ່ງນຮີ້ ບັປະກັນການນໍາພານັກຮຽນໄປສູ່ການຕອບຄໍາຖາມທີ່ຮຽກຮອ້ ງໃຫ້ມີທັກສະການຄິດ ຂັ້ນສູງ, ແຕ່ວ່າໄດ້ຮັບການສະໜັບສະໜູນໄປຕາມຄໍາຖາມທີ່ຮຽກຮ້ອງໃຫມ້ ີທັກສະການຄິດທີ່ມີຄວາມຊັບຊ້ອນ ໜ້ອຍ. ນັກຮຽນມີໂອກາດຕັ້ງຄໍາຖາມຂອງຕົນເອງ ແລະ ຊອກຫາຄໍາຕອບດ້ວຍຕົນເອງ. ເຂົາເຈົ້າໄດ້ຖືກຊຸກຍູ້ໃຫ້ ມີຄໍາຄິດເຫັນແລກປຽ່ ນຊຶ່ງກັນ ແລະ ກັນ. ບັນຍາກາດໃນຫ້ອງຮຽນແມ່ນບ່ອນໜຶ່ງທີ່ນັກຮຽນຮູ້ສຶກວ່າຕົນເອງມີຄວາມປອດໄພພໍທີ່ຈະຮັບຄວາມສຽ່ ງ, ກ້າທີ່ຈະ ສ່ຽງ ແລະ ເຮັດຜິດພາດ.


ວິທີການສອນ CBLM 132 ການສຶກສາວິໄຈສະແດງໃຫ້ ເຫັນເຖິງຄວາມສໍາຄັນຂອງ ການໃຊ້ຄໍາຖາມເປີດທີ່ເປັນ ຄໍາຖາມລະດັບສູງເພື່ອພັດ ທະນາທັກສະໃນການຄິດຂັ້ນ ສູງຂອງນັກຮຽນ. ເຫັນໄດ້ຈະ ແຈ້ງວ່າຕ້ອງມີຄວາມສົມດ ູນ ລະຫວ່າງຄໍາຖາມເປີດ ແລະ ຄໍາຖາມປິດ, ຂຶ້ນກັບຫວົຂໍ້ ແລະ ຈດຸ ປະສົງຂອງບົດຮຽນ. ຄໍາຖາມປິດເຊັ່ນ “ຕວົເລກຕໍ່ ໄປໃນລໍາດັບຕໍ່ເນື່ອງນີ້ແມ່ນຫຍັງ?”, ສາມາດຂະຫຍາຍໄດດ້ ້ວຍຄໍາຖາມຕິດຕາມມາເຊັ່ນ “ທ່ານໄດ້ເຮັດສງິ່ ນັ້ນ ແນວໃດ?”. ການສຶກສາວິໄຈສະແດງໃຫ້ເຫນັວ່າຄູທີ່ມີປະສິດຕິພາບນໍາໃຊ້ຄໍາຖາມຂັ້ນສູງ ແລະ ຄໍາຖາມເປີດໄດ້ຫຼາຍກວ່າຄູ ມີປະສິດຕິພາບໜ້ອຍ. ເຖິງຢ່າງໃດກໍ ່ຕາມ, ການຄົ້ນຄວ້າວິໄຈຍັງໄດ້ສະແດງໃຫເ້ຫັນວ່າຄໍາຖາມທີ່ຖາມໂດຍທງັຄູທີ່ມີປະສິດຕິພາບສູງ ແລະ ຄມູ ີປະສິດຕິພາບໜ້ອຍ ສ່ວນຫຼາຍເປັນຄໍາຖາມໃນຂນັ້ ຕໍ່າ ແລະ ເປັນຄໍາຖາມປິດ. ຄາດຄະເນວ່າ 70-80 ສ່ວນຮ້ອຍຂອງຄໍາຖາມທີ່ສຸມໃສ່ການຮຽນທັງໝົດຮຽກຮ້ອງໃຫ້ມີການຕອບຕາມຄວາມຈິງທງີ່ ່າຍດາຍ, ໃນຂະນະທີ່ ມີພຽງແຕ່ 20-30 ເປີເຊັນຂອງບັນດາຄໍາຖາມທີ່ນໍາພານັກຮຽນໄປສູ່ການອະທິບາຍ, ຊແີ້ ຈງ, ຂະຫຍາຍຄວາມ, ສັງລວມ ຫຼືຖອດຖອນເອົາໃຈຄວາມ. ເວົ້າອີກຢ່າງໜຶ່ງ, ມພີຽງແຕ່ຄໍາຖາມສ່ວນໜ້ອຍເທາົ່ ນັ້ນທີ່ຮຽກຮ້ອງໃຫ້ນັກ ຮຽນໃຊ້ທັກສະການຄິດຂັ້ນສູງ. ຄໍາຖາມເຮັດໃຫ້ນັກຮຽນມີສ່ວນຮ່ວມ ແລະ ສົ່ງເສີມການຕອບແນວໃດ? ມັນບໍ່ສໍາຄັນວ່າຄໍາຖາມຂອງທ່ານຈະດີແລະ ມໂີຄງສ້າງທດີ່ ີຖ້ານັກຮຽນຂອງທ່ານບໍ່ຕອບ. ນີ້ສາມາດເປັນບັນຫາ ກັບນັກຮຽນທີ່ຂີ້ອາຍ ຫຼືນັກຮຽນອາຍຸສູງທີ່ບໍ່ເຄີຍຊ ິນກັບການສອນແບບປະຕິສໍາພັນທີ່ສູງ. ມັນຍັງສາມາດເປັນບັນ ຫາກັບນັກຮຽນທີ່ບໍ່ສົນໃຈກັບໂຮງຮຽນ ຫຼື ບໍ່ສົນໃຈການຮຽນ. ການຄົ້ນຄ້ວາວິໄຈໄດ້ລະບຸວ່າມີຫຼາຍວິທີການທີ່ມີ ປະໂຫຍດໃນການຊຸກຍູ້ການຕອບຄໍາຖາມຂອງນັກຮຽນ. (ເບິ່ງ Borich 1996; Muijs ແລະ Reynolds 2001; Morgan ແລະ Saxton 1994; Wragg ແລະ Brown 2001; Rowe 1986; Black ແລະ Harrison 2001; Black et al. 2002.) ການຕອບຂອງນັກຮຽນແມ່ນໄດ້ຖືກປັບປຸງໃຫ້ດີຂຶ້ນຢູ່ບ່ອນ: ● ມີບັນຍາກາດໃນຫ້ອງຮຽນທນີ່ ັກຮຽນຮູ້ສຶກປອດໄພ ແລະ ຮູວ້ ່າເຂົາເຈົ້າຈະບໍ່ຖືກວິພາກວິຈານ ຫຼືຖືກ ເຍາະ ເຍີ້ຍຖ້າເຂົາເຈົ້າຕອບຜິດ. ● ມີການກະຕຸ້ນເພື່ອໃຫ້ນັກຮຽນມີຄວາມໝັ້ນໃຈໃນການພະຍາຍາມຕອບຄໍາຖາມ ກ່ຽວຂ້ອງ ອະທິບາຍ ສົມທຽບອັນຕ່າງ ຈື່ຈໍາ ເຂົ້າໃຈ ນໍາໃຊ້ ວິເຄາະ ປະເມີນຜົນ ປະດິດສ້າງ ພັນລະນາ ບອກຊື່ ຄົ້ນພົບ ຂຶ້ນລາຍການ ຂຽນ ສົມທຽບ ສົນທະນາ ຄາດການ ວາງໂຄງຮ່າງ ຮຽບຮຽງຄືນ ສໍາເລັດ ນໍາໃຊ້ ກວດເບິ່ງ ວາດພາບ ຈັດລໍາດັບ ແກ້ໄຂ ກວດເບິ່ງ ອະທິບາຍ ກໍານົດ ຈັດປະເພດ ສືບສວນ ຢັ້ງຢືນ ປະເມີນ ໃຫ້ບູລິມາສິດ ຂໍ້ສະເໜີ ໃຫ້ຄະແນນ ຕັດສິນໃຈເລືອກ ວາງແຜນ ຄິດຂຶ້ນ ປະພັນ ອອກແບບ ສ້າງ ຈິນຕະນາ ການ


ວິທີການສອນ CBLM 133 ● ມວີິທີທີ່ “ບໍ່ຍົກມື” ເພື່ອຕອບ, ເມື່ອທ່ານເລືອກຜູ້ຕອບ ແທນທີ່ຈະໃຫເ້ຂົາເຈົ້າສະໝັກຕອບ ● ຈົ່ງ “ໃຫ້ເວລາລໍຖ້າ” ກ່ອນທີ່ຈະຮ້ອງເອົາຄໍາຕອບ. ການຄົ້ນຄວ້າວິໄຈໄດ້ແນະນໍາວ່າສ່ວນຫຼາຍໃຫ້ເວລາ 3 ວິນາທີສໍາລັບຄໍາຕອບແມ່ນເໝາະສົມສໍາລັບຄໍາຖາມ, ມີການພິສູດວ່າຄໍາຖາມທີ່ຊັບ ສົນຫຼາຍອາດຈະຕ້ອງ ໃຊ້ເວລາລໍຖ້າດົນກວ່າ. ການຄົ້ນຄວ້າສະແດງໃຫເ້ຫັນວ່າເວລາລໍຖ້າໂດຍສະເລ່ຍຢູ່ໃນຫ້ອງຮຽນແມ່ນປະ ມານ 1 ວນິ າທີ (Rowe 1986; Borich 1996). ຄໍາຖາມພັດທະນາຄວາມສາມາດທາງດ້ານສະຕິປັນຍາຂອງນັກຮຽນແນວໃດ? ຄໍາຖາມລະດັບຕໍ່າປົກກະຕິແລ້ວແມ່ນຕ້ອງການຄໍາຕອບທີ່ເປັນຈິງ ແລະ ເປັນຄໍາອະທິບາຍຊຶ່ງຂ້ອນຂ້າງງ່າຍທີ່ ຈະໃຫ້. ຄໍາຖາມທີ່ມລີະດັບສູງຂຶ້ນຮຽກຮ້ອງໃຫ້ນັກຮຽນມີການຄິດທີ່ມີຊັບຊ້ອນຫຼາຍກວ່າ; ເປັນຄໍາຖາມທີ່ມີຄວາມ ສັບສົນຫຼາຍ ແລະ ຍາກກວ່າທີ່ຈະຕອບ. ຄໍາຖາມລະດັບສູງ ແມ່ນຈດຸ ໃຈກາງຂອງການພັດທະນາສະຕິປັນຍາ ຂອງນັກຮຽນ ແລະ ຫຼັກຖານການຄົ້ນຄວ້າຊີ້ໃຫ້ເຫັນວ່າລະດັບຄວາມສໍາເລັດຂອງນັກຮຽນສາມາດເພີ່ມຂຶ້ນໂດຍ ການເຂົ້າເຖິງແນວຄິດເປັນປະຈໍາ. (ເບິ່ງ Borich 1996; Muijs ແລະ Reynolds 2001; Morgan ແລະ Saxton 1994; Wragg ແລະ Brown 2001; Black ແລະ Harrison 2001.) ເມື່ອທ່ານກໍາລັງວາງແຜນຄໍາຖາມລະດັບສູງ, ທ່ານຈະເຫັນວາ່ ມັນມີປະໂຫຍດທີ່ຈະນໍາໃຊ້ທດິ ສະດີຈັດລະດັບທາງ ປັນຍາຂອງບຼູມ/ Bloom’s taxonomy ກຽ່ ວກັບຈດຸ ປະສົງຂອງການສຶກສາ. (Bloom ແລະ Krathwohl 1956) ເພື່ອຊ່ວຍເຮັດໂຄງສ້າງຄໍາຖາມຊຶ່ງຈະຕ້ອງມີການຄິດຂັ້ນສູງ. Bloom’s taxonomy ແມນ່ ການຈັດປະເພດຂອງ ລະດັບຂອງພຶດຕິກໍາທາງປັນຍາທີ່ສໍາຄັນໃນການຮຽນ. Bloom’s taxonomy ໄດ້ແບງ່ ປນັຍາໃນການຮຽນອອກ ເປັນຫົກລະດັບຂອງຄວາມຊັບຊ້ອນ ແລະ ເປັນນາມະທໍາ. ການຈັດລະດັບທາງປັນຍາຂອງບຼູມ/ ປະດດິສ້າງ ປະເມີນຜົນ ວິເຄາະ ນໍາໃຊ້ ເຂົ້າໃຈ ຈື່ຈາໍ ພິສູດຈຸດຢືນ ຫຼືການຕັດສິນໃຈ: ປະເມີນຄາ່ , ຕໍ່ລອງ, ປ້ອງກັນ, ຕັດສິນ, ຄັດເລືອກ, ສະ ໜັບສະໜູນ, ຄ່ານິຍົມ, ວພິ າກວິຈານ, ສັ່ງຊາ ສ້າງການເຊື່ອມຕໍ່ລະຫວ່ງແນວຄິດຕາ່ ງໆ: ຈໍາແນກອັນແຕກຕ່າງ, ຈັດຕັ້ງ, ເກາະ ກ່າຍ, ສົມທຽບ, ເບິ່ງດ້ານກົງກັນຂາ້ມ, ຈໍາແນກ, ກວດກາ, ທົດລອງ, ຕັ້ງຄໍາຖາມ, ທົດສອບ ນໍາໃຊ້ຂໍ້ມູນໃນສະພາບການໃໝ່: ຈັດການ, ຈັດຕັ້ງປະຕິບັດ, ແກໄ້ຂ, ນາໍ ໃຊ,້ ສາທິດ, ໃຫ້ຄວາມໝາຍ, ດາໍ ເນີນ, ວາງຕາຕະຕາງ, ວາດເປັນຮ່າງ ອະທິບາຍແນວຄິດ ຫຼືແນວຄວາມຄິດ: ຈດັລະດັບ, ພັນລະນາ, ສົນທະນາ, ອະທິບາຍ, ຈາໍ ແນກ, ລະບຸທີ່ຕັ້ງ, ຮັບຮູ້, ລາຍງານ, ຄັດເລືອກ ທົບທວນຄວາມຈິງ ແລະ ແນວຄວາມຄິດພື້ນຖານ: ລະບ,ຸ ເຮັດສໍາເນົາ , ຈັດລາຍການ, ຈື່ຈໍາ, ລື້ມຄືນ, ບອກກ່າວ ຜະລິດວຽກໃໝ່ ຫຼື ສ້າງຕົ້ນສະບັບ ອອກແບບ, ປະກອບ, ສ້າງ, ຄາດເດົາ, ພດັທະນາ, ຮຽບຮຽງ, ປະພັນ, ສືບສວນ


ວິທີການສອນ CBLM 134 ໃນການຈັດລະດັບນີ້, ການຈ່ຈືໍາຄວາມຮູ້ທີ່ກຽ່ ວຂ້ອງແມ່ນທັກສະແນວຄິດຂັ້ນຕໍ່າທີ່ສຸດ ແລະ ການປະດິດສ້າງແມ່ນ ແນວຄິດຂັ້ນສູງທີ່ສຸດ. Bloom ໄດ້ຄົ້ນຄວ້າຫຼາຍພັນຄໍາຖາມທີ່ຄູຖາມເປັນປະຈໍາ ແລະ ຈັດປະເພດຄໍາຖາມຕ່າງໆ. ການຄົ້ນຄວ້າຂອງເພ່ນິ ແລະ ຂອງຄົນອື່ນໆ, ຊີ້ໃຫເ້ຫັນວ່າຄໍາຖາມທີ່ສຸມໃສ່ການຮຽນທີ່ສຸດ - ທີ່ຖາມໃນຫ້ອງຮຽນແມ່ນຕົກຢູ່ໃນສອງ ປະເພດທໍາອິດ, ມີຄໍາຖາມບໍ່ຫາຼຍປານໃດທີ່ຕົກຢູ່ໃນໝວດອື່ນທີ່ກ່ຽວຂ້ອງກັບທັກສະການຄດິຂັ້ນຕໍ່າ. ຄວາມຍາກ/ລົ້ມເຫຼວທົ່ວໄປຂອງການຕັ້ງຄໍາຖາມ ແລະ ວິທີການແກ້ໄຂທສີ່ າມາດເປນັໄປໄດ້ ເຖິງແມ່ນວ່າຄໍາຖາມແມ່ນຮູບແບບທົ່ວໄປທີ່ສຸດຂອງການປະຕິສໍາພັນລະຫວ່າງຄູກັບນັກຮຽນ, ມັນເປັນການຍຸຕິ ທໍາທີ່ຈະເວົ້າວ່າຄໍາຖາມຕ່າງໆບໍ່ໄດ້ຖືກຕັດສິນເປັນຢ່າງດີ ຫຼື ມຜີົນດີຕໍ່ການຮຽນສະເໝໄີປ. ພາກນີ້ກໍານົດບາງ ຈຸດຫຍຸ້ງຍາກທົ່ວໄປຂອງການຕັ້ງຄໍາຖາມ ແລະ ແນະນໍາບາງວິທີເພື່ອຫຼີກເວັ້ນຄວາມຫຍງຸ້ຍາກດັ່ງກ່າວ. ຍັງບໍ່ທັນຈະແຈ້ງກ່ຽວກັບເຫດຜົນທີ່ທ່ານກໍາລັງຕັ້ງຄໍາຖາມ: ທ່ານຈະຕ້ອງມີຄໍາເຫັນສະທ້ອນແລກປ່ຽນກຽ່ ວກັບ ປະເພດບົດຮຽນທີ່ທ່ານກໍາລັງແຕ່ງ. ມນັແມ່ນໜຶ່ງໃນບ່ອນທທີ່ ່ານສຸມໃສ່ຄວາມຈິງ, ຫັຼກການຕ່າງໆ ແລະ ລໍາດັບ ຂອງການກະທໍາບໍ່? ຖ້າເປັນແນວນັ້ນ, ທ່ານກໍ ່ຈະມັກຕັ້ງຄໍາຖາມປິດທີ່ກ່ຽວຂ້ອງກັບຄວາມຮູ້ ຫຼື ມັນແມ່ນບົດຮຽນ ທີ່ທ່ານກໍາລັງສຸມໃສ່ການສ້າງຄວາມເຂົ້າໃຈ, ແນວຄວາມຄດິ ແລະ ນາມະທໍາເປັນຫຼັກ? ໃນກໍລະນີດັງກ່າວ ທ່ານ ຈະມັກໃຊ້ຄໍາຖາມເປີດ ຊຶ່ງກ່ຽວຂ້ອງກັບການວິເຄາະ, ການສງັເຄາະ ແລະ ການປະເມີນຜົນ. ການຕັ້ງຄໍາຖາມປິດຫຼາຍແມ່ນຕ້ອງການພຽງແຕ່ຄໍາຕອບສັ້ນໆ: ມັນຈະຊວ່ ຍໄດ້ຖ້າທ່ານວາງແຜນມີຄໍາຖາມເປີດ ໄວ້ລ່ວງໜ້າ. ອີກວິທີການໜຶ່ງແມ່ນການແກ່ຍາວໄລຍະເວລາຕອບໂດຍການເວົ້າບາງຢ່າງເຊັ່ນ “ຂ້ອຍບໍ່ຕ້ອງການ ຄໍາຕອບທີ່ຕໍ່າກວ່າ 15 ຄໍາ”. ຕັ້ງຫຼາຍຄໍາຖາມໃນເວລາດຽວກັນ: ການຖາມກ່ຽວກັບບັນຫາທີ່ຊັບຊ້ອນມັກຈະເຮັດໃຫ້ມີຄໍາຖາມທີ່ຊັບຊ້ອນ. ເນື່ອງຈາກວ່າຄໍາຖາມເຫຼົ່ານແີ້ ມ່ນທາງປາກເປົ່າຫຼາຍກວ່າຂຽນ, ນັກຮຽນອາດຈະເຂົ້າໃຈຍາກໃນສິ່ງທີ່ຕ້ອງການ ແລະ ພາໃຫ້ເຂົາເຈົ້າສັບສົນ. ໃນເວລາທີ່ທ່ານກໍາລັງຈັດການກັບຫົວຂໍ້ທີ່ຊັບຊ້ອນ, ທ່ານຈໍາເປັນຕ້ອງຕັ້ງບັນຫາ ຕ່າງໆໃຫຕ້ ົວເອງກ່ອນ ແລະ ສຸມໃສ່ແຕ່ລະຄໍາຖາມກຽ່ ວກບັແນວຄິດດຽວເທົ່ານັ້ນ. ມັນຍັງຊ່ວຍໃນການນໍາໃຊ້ ພາສາ ແບບໂດຍກົງ, ໜັກແໜນ້ ແລະ ມີໜ້ອຍຄໍາເທົ່າທີ່ເປນັໄປໄດ້. ການຕັ້ງຄໍາຖາມທີ່ຍາກໂດຍບໍ່ໄດ້ສ້າງຂຶ້ນເພື່ອເຂົາເຈົ້າ: ສງິ່ ນີ້ຈະເກີດຂຶ້ນເມື່ອບໍ່ມີການວາງແຜນຕັ້ງຄໍາຖາມຕາມ ລໍາດັບທີ່ມີຄວາມຫຍຸ້ງຍາກເພມີ່ ຂຶ້ນ. ການຈດັລໍາດັບຄໍາຖາມເປັນສິ່ງຈໍາເປັນເພື່ອຊ່ວຍໃຫ້ນັກຮຽນກ້າວໄປສູ່ ລະດັບຄວາມຄິດຂັ້ນສູງ. ການຕັ້ງຄໍາຖາມທີ່ຜີວເຜີນ: ມັນເປັນໄປໄດ້ທີ່ຈະຕັງ້ຫາຼຍຄໍາຖາມແຕ່ບໍ່ສາມາດເຂົ້າເຖິງຈດຸ ໃຈກາງຂອງປະເດັນ ໄດ້. ທ່ານສາມາດຫຼີກເວັ້ນບນັຫານີ້ໂດຍການວາງແຜນການສອບຖາມກ່ອນລ່ວງໜ້າ. ທ່ານສາມາດສ້າງເປັນຄໍາ ຖາມຕິດຕາມມາເພື່ອຂະຫຍາຍຄໍາຕອບ.


ວິທີການສອນ CBLM 135 ການຕັ້ງຄໍາຖາມແລ້ວຕອບເອງ: ມັນແມ່ນຫຍັງ? ຄວາມລມົ້ ເຫວຼນີ້ມັກຈະເຊື່ອມໂຍງກັບບັນຫາອື່ນອີກ: ບໍ່ໃຫ້ ເວລານັກຮຽນຄິດກ່ອນທີ່ເຂົາເຈົ້າຈະຕອບ. ສ້າງ “ເວລາລຖໍ ້າ” ເປັນການເປີດໂອກາດໃຫ້ນັກຮຽນຕອບ. ທ່ານ ສາມາດເວົ້າວ່າ “ຄິດກຽ່ ວກັບຄາໍ ຕອບຂອງເຈ້າົເປັນເວລາ 3 ວິນາທີ, ຫຼັງຈາກນັ້ນຄູຈະຖາມ”. ທ່ານຍັງສາມາດໃຫ້ ຄໍາແນະນໍາເພື່ອຊວ່ ຍຕື່ມ. ການຕັ້ງຄໍາຖາມທີ່ບໍ່ຖືກຕ້ອງ “ເດົາສິ່ງທີ່ຢູ່ໃນຫວົຂອງຂ້ອຍ”: ບາງຄງັ້ຄູຕັ້ງຄໍາຖາມເປດີແຕ່ຄາດຫວັງວ່າຈະໄດ້ ຄໍາຕອບປິດ. ຖ້າທ່ານມີຄວາມຄິດທີ່ຈະແຈ້ງກ່ຽວກັບຄໍາຕອບທີ່ທ່ານຕ້ອງການ, ມັນອາດຈະດີກວ່າທີ່ຈະບອກ ນັກຮຽນໂດຍການອະທິບາຍໃຫ້ເຂົາເຈົ້າຮແູ້ ທນທີ່ຈະພະຍາຍາມໄປຫາບ່ອນນັ້ນໂດຍຜ່ານການຖາມແບບນີ້. ຈົ່ງ ຢ່າລືມວ່າ, ຖ້າທ່ານຕັ້ງຄໍາຖາມເປີດທ່ານຕ້ອງຄາດຫວງັວ່າຈະໄດ້ຮັບຄໍາຕອບຫຼາຍໆຢ່າງ. ຮັບຮູ້ທຸກຄໍາຕອບ. ສິ່ງນີ້ ສາມາດເຮັດໄດ້ງ່າຍໂດຍການເວົ້າວ່າ “ຂອບໃຈ”. ສຸມໃສ່ນັກຮຽນຈໍານວນໜ້ອຍ ແລະ ບໍ່ກ່ຽວຂ້ອງກັບນັກຮຽນທັງໝົດໃນຫ້ອງ: ວິທີໜງຶ່ ໃນການຫຼີກເວັ້ນສິ່ງນແີ້ ມ່ນ ເຮັດໃຫ້ນັກຮຽນທັງໝົດຂຽນຄໍາຕອບຂອງເຂົາເຈົ້າຕໍ່ຄໍາຖາມປິດ ແລະ ຫັງຼຈາກນັ້ນໃຫທ້ ຸກຄົນພ້ອມກັນຍົກ/ໃຫ້ຄໍາ ຕອບ. ຄູບາງຄົນໃຊ້ກະດານຂະໜາດນ້ອຍສໍາລັບສິ່ງນີ້. ຄວາມເປັນໄປໄດ້ອີກຢ່າງໜຶ່ງ, ຊງຶ່ ອາດຈະມີປະສິດທິຜົນ ຫຼາຍກວ່າສໍາລັບຄໍາຖາມເປີດ, ນັ້ນຄືການໃຊ້ “ບໍ່ຍົກມື”, ແຕ່ທ່ານເລືອກເອົາຜູ້ຕອບແທນທີ່ຈະໃຫເ້ຂົາເຈົ້າອາສາ ສະໝັກຕອບ. ປະໂຫຍດອັນໜຶ່ງຂອງສິ່ງນີ້ຄືທ່ານສາມາດຖາມນັກຮຽນໃນລະດັບຄວາມຫຍຸ້ງຍາກຕ່າງໆທໝີ່ າະ ສົມ. ນີ້ເປັນວິທີທີ່ດີຂອງການຈາໍ ແນກຄວາມແຕກຕ່າງເພື່ອຮບັປະກັນການລວມ/ເຊື່ອມເຂົ້າກັນ. ປະຕິບັດຢ່າງບໍ່ມີປະສິດຕິຜົນຕໍ່ຄໍາຕອບທີ່ບໍ່ຖືກຕ້ອງ ຫຼື ຄວາມຄິດທີ່ບໍ່ຖືກຕ້ອງ: ບາງຄັ້ງຄູກັງວົນວ່າຕົນເອງມີ ຄວາມສ່ຽງທີ່ຈະທໍາລາຍຄວາມນັບຖືຕົນເອງຂອງນັກຮຽນໂດຍການແປງຄໍາຕອບຂອງເຂົາເຈົ້າ. ມັນມຫີຼາຍວິທີໃນ ການຈັດການກັບສິ່ງນີ້ໄປໃນທາງບວກ, ເຊັ່ນ: ການກະຕຸ້ນເຕືອນ ແລະ ການຄ່ອຍເສີມເພື່ອຊ່ວຍນັກຮຽນແກ້ ຄວາມຜິດພາດຂອງເຂົາເຈ້າົ. ສິ່ງສໍາຄັນຄືທ່ານຈະຕ້ອງແກ້ຂໍ້ຜິດພາດທີ່ລະອຽດອ່ອນ ຫຼື ທາງທີ່ດີ, ໃຫນ້ ັກຮຽນ ຄົນອື່ນແປງຄໍາຕອບເຫຼົ່ານັ້ນ. ບໍ່ເອົາໃຈໃສ່ຄໍາຕອບຂອງນັກຮຽນຢ່າງຈິງຈັງ: ບາງຄັ້ງຄູພຽງແຕ່ບໍ່ສົນໃຈຕໍ່ຄໍາຕອບທີ່ບໍ່ຄ່ອຍຈະແຈ້ງ. ເຂົາເຈົ້າຍັງ ບໍ່ສາມາດເຫັນຜົນສະທ້ອນຂອງຄໍາຕອບເຫຼົ່ານີ້ ແລະ ພາດໂອກາດທີ່ຈະເສີມສ້າງໃສ່ມນັ. ທ່ານສາມາດຖາມ ນັກຮຽນວ່າເປັນຫຍັງເຂົາເຈົ້າຈຶ່ງໃຫ້ຄໍາຕອບນັ້ນ ຫຼື ມີສິ່ງໃດທີ່ເຂົາເຈົ້າຕ້ອງການເພີ່ມບໍ່. ທາ່ ນຍັງສາມາດບອກໃຫ້ ນັກຮຽນຄົນອື່ນຂະຫຍາຍຄໍາຕອບ. ສິ່ງສໍາຄັນຄືບໍ່ຄວນຕັດນກັຮຽນອອກ ແລະ ກ້າວຕໍ່ໄປໄວເກີນໄປຖ້າເຂົາເຈົ້າ ຕອບຜິດ.. ຄໍາແນະນໍາພາກປະຕິບັດ ໃຫຈ້ ະແຈ້ງວ່າເປັນຫຍັງທ່ານຈງຶ່ ຕັ້ງຄໍາຖາມ. ໃຫ້ແນ່ໃຈວ່ານັກຮຽນຈະເຮັດໃນສິ່ງທີ່ທ່ານຕອ້ ງການໃຫ້ເຂົາ ເຈົ້າເຮັດ. ວາງແຜນລໍາດັບຄໍາຖາມທີ່ຄ່ອຍເພີ່ມຄວາມທ້າທາຍໃນຄວາມຕ້ອງການດ້ານສະຕິປັນຍາຂອງນັກຮຽນ. ໃຫນ້ ັກຮຽນມເີວລາຕອບ ແລະ ໃຫ້ຄໍາແນະນໍາເພື່ອຊ່ວຍເຂົາເຈົ້າຖ້າຈາໍ ເປັນ. ຖາມໂດຍບົ່ງຕົວເອົາ ແທນທີ່ ຈະໃຫ້ເຂົາເຈົ້າອາສາສະໝັກເພ່ອືຕອບຄໍາຖາມ.


ວິທີການສອນ CBLM 136 ການສະທອ້ ນແລກປ່ຽນ ເບ່ິງຄນືອກີເທ່ືອໜ່ຶງກຽ່ ວກບັລາຍການຂອງຄວາມຫຍງຸ້ຍາກ/ລມົ້ເຫຼວ ແລະ ຄດິຫາການສອນຂອງຕນເອງ. ົ ທາ່ ນ ໄດຕ້ ກົໃນສະພາບນບີ້່ໍໃນບດົຮຽນທ່ີຜາ່ ນມາ? ທາ່ ນຈະຈະຫຼີກເວັນ້ ມນັໄດແ້ ນວໃດ? ກະລຸນາເບິ່ງ: https://granite.pressbooks.pub/teachingdiverselearners/chapter/questioning-2/ https://granite.pressbooks.pub/teachingdiverselearners/chapter/questioning-2/ https://www.vevox.com/10-interactive-quiz-styles-to-engage-your-audience https://www.mentimeter.com/blog/interactive-classrooms/interactive-quizzes-to-make-theclassroom-fun


ວິທີການສອນ CBLM 137 V. ສະຫຼຸບຫຍໍ້ ເພື່ອສະຫຸບຼຫຍໍ້, ເພື່ອເປັນການຊ່ວຍຕາມການສະເໜີຂອງລາວ ໃນການຊອກຫາວິທີໃນການປັບປຸງການ ສອນໃຫ້ມີຄຸນນະພາບຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃຫ້ດີຂຶ້ນ, ປຶ້ມ ຄູ່ມືການຮຽນທີ່ອີງໃສ່ ສະມັດຖະພາບເປັນພື້ນຖານກ່ຽວກັບວິທີການສອນນີ້ໄດ້ຖືກອອກແບບ ເພື່ອຊ່ວຍໃຫ້ຄູລາວສອນ ແລະ ໃຫ້ການຮຽນດີຂຶ້ນກວ່າເກົ່າ. ດ້ວຍຜົນການຮຽນທີ່ດີຂຶ້ນກວ່າເກົ່າ ກໍ່ຈະ ຕາມມາດ້ວຍການເພີ່ມຂຶ້ນຂອງການຈ້າງງານ ແລະ ການພັດທະນາຜູ້ຮຽນໃນສະຕະວັດທີ 21 ໃຫກ້ າຍເປັນຜູ້ນໍາ, ຜູ້ປະກອບການ ແລະ ຜູ້ອອກແຮງງານໃນອະນາຄົດ. ແທ້ຈິງແລ້ວ, ປຶ້ມຄູ່ມືສະບັບນີ້, ໃນຂະນະທີ່ອຸທິດໂດຍກົງໃຫ້ແກ່ຄູທຸກຄົນ ໄດ້ຖືກອອກແບບມາສໍາລັບພັດທະນາທັງທັກສະທາງວິຊາ ການ ແລະ ທັງທັກສະທາງສະຕິປັນຍາຂອງນັກຮຽນ, ເພື່ອຮັບປະກັນວ່າເຂົາເຈົ້າມີຄວາມພອ້ ມ ສໍາລັບເປັນກໍາລັງແຮງງານ. ປຶ້ມຄູ່ມືນີ້ຄວນໄດ້ຮັບການປະຕິບັດເປັນເອກະສານສອນ/ຮຽນດ້ວຍຕນົເອງ ຊຶ່ງ ສາມາດນໍາໃຊ້ເປັນຄູ່ມືແນະນໍາ ສໍາລັບ: (i) ການຝຶກອົບຮົມຄູ ທັງສໍາລັບການສ້າງຄູ ແລະ ທັງສໍາລັບ ຄູປະຈໍາການ; (ii) ການຝຶກອົບຮົມຄູຝຶກ ທີ່ສະຖາບັນສ້າງຄູ; (iii) ການຝຶກອົບຮົມການນໍາພາການສອນ ໃຫແ້ ກ່ຜູ້ອໍານວຍການໂຮງຮຽນ; (iv) ການຕິດຕາມເພື່ອຝຶກ ແລະ ໃຫຄ້ ໍາປຶກສາໃນຂັ້ນໂຮງຮຽນ ແລະ ກຸ່ມ ໂຮງຮຽນ; (v) ການຮຽນຂອງແຕ່ລະບຸກຄົນ ແລະ ບາງທີ ອາດໃຊ້ເປັນເອກະສານອ້າງອີງເພື່ອຊີ້ນໍາການປັບປຸງການສອນ ແລະ ການຮຽນໃນອາຊີວະສຶກສາ ແລະ ການ ສຶກສາຊັ້ນສູງ. ປຶ້ມຄູ່ມແືມ່ນການລວມເອົາວິທີການສອນຕ່າງໆເພື່ອດຶງດູດ, ສົ່ງເສີມ, ຊັກຊວນ, ສ້າງຄວາມສົນໃຈ ແລະ ກະຕຸ້ນ ຈິດໃຈໄວຫນຸ່ມ ແລະ ຜູ້ສູງອາຍຸທີ່ມຄີວາມຢາກຮູ້ຢາກເຫັນ ແລະ ຈນິ ຕະນາການເພື່ອພັດທະນາການຕອບ ສະໜອງໃນທາງບວກກ່ຽວກັບການຄິດແບບວິພາກ, ແບບປະດິດສ້າງ, ແບບນະວັດຕະກໍາໃໝ່ ແລະ ສ້າງສັນ ເພື່ອຕອບສະໜອງສະພາບການຕົວຈິງ. ຫຼັງຈາກການຄົ້ນຫາ, ການສຶກສາ ແລະ ການຮຽນຊຶມຊັບເອົາເນື້ອໃນຈາກປຶ້ມຄູ່ມືນີ້ແລ້ວ, ຄາດວ່າ ຄູຈະກຽມພ້ອມທີ່ຈະນໍາໃຊ້ວິທີການສອນຕ່າງໆໃນຫ້ອງຮຽນຂອງເຂົາເຈ້ົາດັ່ງທີ່ເຂົາເຈົ້າ ເຫັນວ່າເໝາະສົມ. ຜູ້ອໍານວຍການໂຮງຮຽນ ແລະ ຜູ້ອໍານວຍການວິທະຍາໄລຄູຕ່າງໆຕ້ອງກຽມພ້ອມທີ່ຈະສະໜັບສະໜູນຄູ ແລະ ຮັບ ຮອງເອົາການປ່ຽນແປງ ແລະ ການພັດທະນາວິຊາຊີບແບບຕໍ່ເນື່ອງ (CPD) ຊຶ່ງຈະຖືກແນະນໍາ ຢູ່ພາຍໃນ ໂຮງຮຽນ, ໃນລະດັບເມືອງ, ໃນລະດັບແຂວງ ແລະ ໃນລະດັບຊາດ. ຄູຕ້ອງໄດ້ຮັບການຝຶກ ແລະ ໄດ້ຮັບຄໍາແນະ ນໍາໃນການສະແຫວງຫາການປ່ຽນແປງ, ແລະ ການປ່ຽນແປງຈະສາມາດເກີດຂຶ້ນ


ວິທີການສອນ CBLM 138 ໄດ້ກໍ່ຕໍ່ເມື່ອມີຄວາມຕັ້ງໃຈທາງ ດ້ານການເມືອງທີ່ເຂັ້ມແຂງໃນຖັນແຖວຜູ້ນໍາຂອງໂຮງຮຽນ ແລະ ຜູ້ ບໍລິຫານການສຶກສາ. ປຶ້ມຄູ່ມືຄູໃໝ່ສໍາລັບຊັ້ນມັດທະຍົມສຶກສາໄດ້ຮັບການປັບປຸງ ແລະ ວິທີການສອນທີ່ຫາຼກຫຼາຍ ກໍ່ໄດ້ຖືກນໍາໃຊ້ເຂົ້າ ໃນການຖ່າຍທອດການສອນຊຶ່ງໄດ້ຂຽນໃສ່ໃນແຕ່ລະບົດສອນ ໃນແຕ່ລະພາກຂອງ ປຶ້ມຄູ່ມືຄູ. ມັນຕ້ອງໃຊ້ເວລາ ເຊັ່ນກັນ ສໍາລັບຄູທີ່ຈະສາມາດຮັບຮອງເອົາການນໍາໃຊ້ຮູບແບບການສອນ ແບບໃໝ່ໃນການຖ່າຍທອດບົດຮຽນໃນ ຫ້ອງຮຽນຂອງຕົນ. ສໍາລັບຄູໃນສະຖາບັນສ້າງຄູ, ຄູຈະສອນຕາມວິທີທີ່ພວກເພິ່ນໄດ້ຖືກສອນມາ. ສະນັ້ນ, ດ້ວຍ ການສະໜອງໂອກາດການຮຽນທີ່ດີກວ່າ ໃຫ້ແກ່ເຂົາເຈົ້າໃນເວລາທີ່ຍັງເປັນນັກຮຽນຄູ, ຈະເຮັດໃຫ້ສະພາບການຮຽນດີຂຶ້ນຫຼາຍເມື່ອນັກຮຽນຄູ ທີ່ຈບົການສຶກສາຈະຖືກບັນຈເຸ ຂົ້າໃນວຽກງານຕ່າງໆຂອງໂຮງຮຽນ. -


Click to View FlipBook Version