ວິທີການສອນ CBLM 68 ປະສິດທິຜົນ ເພື່ອນໍາພານັກຮຽນໄປສູ່ຜົນສໍາເລັດຂອງຫັກຼສູດ, ໃນຂະນະດຽວກັນຍັງສາມາດເຮັດໃຫ້ຜູ້ຮຽນຄິດຢ່າງ ເລິກເຊິ່ງ ແລະ ຄິດແບບວພິ າກກ່ຽວກັບການຮຽນຂອງຕົນເອງອີກດ້ວຍ. ຖ້າຄູຫາກຫຼົງທາງໃນຂົງເຂດນີ້ແລ້ວ ກໍ່ຈະ ມີຜົນສະທ້ອນຕໍ່ນັກຮຽນ ຄືເຂາົເຈົ້າຈະບໍ່ໄດ້ຮຽນພ້ນືຖານຂອງການຕັ້ງຄໍາຖາມ, ການໃຫເ້ຫດຜົນ ແລະ ການແກ້ ບັນຫາຢ່າງມີປະສິດທິຜົນ. ວິທີແກ້ຄືການຕັ້ງຄໍາຖາມທເີ່ ຊື່ອມຕໍ່ໃສ່ກັບຄວາມເຂົ້າໃຈຕົ້ນຕໍ ແລະ ແນວຄວາມຄິດອັນເລິກເຊິ່ງກ່ຽວກັບຫຼັກສູດ, ແທນທີ່ຈະເນັ້ນໃສ່ຂົງເຂດສະເພາະຂອງເນື້ອໃນແບບຜວິ ເຜີນ. ບັນດາຄໍາຖາມດັ່ງກ່າວເປີດກວ້າງໄປສູ່ມຸມມອງທີ່ ຫຼາກຫຼາຍ ແລະ ເປັນແຮງບນັດານໃຈໃຫ້ກັບຄໍາຕອບທີ່ຫຼາກຫຼາຍ. ນັກຮຽນຈະຄົ້ນພົບເນື້ອໃນພ້ອມກວ່າເວລາ ເຂົາເຈ້າົເຂົ້າໃຈ ແລະ ຄົ້ນຫາຈດຸ ປະສົງ ແລະ ຄວາມກ່ຽວຂ້ອງທີ່ຈະຮຽນເອົາມັນ. ແຟ້ມສະສົມຜນົງານ ແຟ້ມສະສົມຜົນງານຂອງຜູ້ຮຽນກາຍເປັນຈຸດສະສົມຫຼັກຖານຂອງການຮຽນໃນຫ້ອງທຮີ່ ຽນແບບສອບຖາມ, ເມື່ອ ນັກຮຽນເຮັດວຽກຕາມຈງັຫວະ ແລະ ລະດັບຂອງຕົນ. ແຟມ້ ສະສົມຜົນງານສະແດງໃຫເ້ຫນັຜົນງານຂອງນັກຮຽນ ແລະ ຊຸກຍູ້ໃຫຄ້ ູໃຫຄ້ ະແນນ, ແຕ່ສິ່ງສໍາຄັນທີ່ສຸດແມ່ນເຂົາເຈົ້າສະໜອງໂອກາດເພື່ອການປະກອບຄໍາເຫັນຢ່າງຕໍ່ ເນື່ອງ, ເຮັດໃຫ້ນັກຮຽນສາມາດປັບປຸງ ແລະ ມີຄວາມກ້າວໜ້າໃນການຄ່ອຍສ້າງເສີມໃສ່ສິ່ງທີ່ຮຽນຜ່ານມາ. ຖ້າຄູຫາກຄຸ້ມຄອງຂະບວນການນີ້ບໍ່ໄດ້ດີ, ເຂົາເຈົ້າອາດກັບໄປອີງໃສ່ໜ້າວຽກໃນການປະເມີນທ້າຍການຮຽນເພື່ອ ກໍານົດຄວາມກ້າວໜ້າ ຊຶ່ງເຮັດໃຫ້ເສຍເວລາຫຼາຍ ເນື່ອງຈາກວ່າການປະເມນີແບບນີ້ມກັປັນວຽກຂະ ໜາດໃຫຍ່ທີ່ ຕ້ອງໃຫ້ຄະແນນເປັນລາຍບຸກຄົນ. ວິທີແກ້ສໍາລັບຄແູ ມ່ນເນັ້ນໃສ່ການສະສົມຫັກຼຖານການຮຽນແທນຜົນສໍາເລັດມາດຕະຖານຜ່ານຂະບວນການ ການ ຮຽນ. ເມື່ອຄູຫາກສາມາດມອບໝາຍລະດັບຂອງຜົນສໍາເລັດ ແລະ ສະໜອງຄໍາຄິດເຫັນໃນລະຫວ່າງການຮຽນຢ່າງ ທັນການ, ເຂົາເຈົ້າກໍ່ຈະເພມີ່ ສງິ່ ເຫຼົ່ານີ້ໃສ່ໃນແຟ້ມສະສົມຜົນງານຂອງຜູ້ຮຽນ, ຊຶ່ງກາຍເປັນບົດລາຍງານຄວາມຄືບ ໜ້າດານຜົນສໍາເລັດ ແທນທີ່ຈະເປັນການເກັບມ້ຽນເອກະສານທີ່ຈະຕ້ອງໄດ້ມາໄຈ້ຕາມທີຫງຼັ. ລາຍການກວດສອບ ແລະ ການໃຫ້ຄະແນນ ຄູອາດນໍາໃຊ້ລາຍການກວດສອບ, ການຮຽນຢ່າງຕໍ່ເນື່ອງ ຫຼື ເກນການໃຫ້ຄະແນນແບບຣູບຣິກ ເພື່ອນໍາພານັກ ຮຽນຜ່ານການຮຽນຂອງເຂົາເຈາົ້ ເພື່ອໃຫ້ເຂົາເຈົ້າເອົາໃຈໃສໜ່ ້າທີ່ການຮຽນຢູ່ສະເໝີ. ໃນຂະນະທີ່ວິທີນີ້ອາດມີຜົນ ປະໂຫຍດສໍາລັບນັກຮຽນ, ແຕ່ຖ້າຄວາມຕ້ອງການຫາກລວມໆ, ຄູຈະບໍ່ມີຂໍ້ມູນຕາມທີ່ຕ້ອງການເພື່ອສັງເກດ ແລະ ປະເມີນນັກຮຽນໄດ້ຢ່າງຖືກຕອ້ ງ. ນອກຈາກນັ້ນ, ມາດຕາສ່ວນ/ເກນການໃຫຄ້ ະແນນອາດຈະຖືກບິດເບືອນ, ຈໍາ ກັດການຮຽນ ແລະ ຫົວຄິດປະດິດສ້າງຂອງນັກຮຽນ. ສິ່ງດັ່ງກາ່ ວກໍ່ຈະພາໄປສູ່ຄວາມລໍາອຽງຂອງຄູ. ວິທີແກ້ຄວາມສ່ຽງສູງທີ່ອາດເກດີຂຶ້ນີ້ຄືຕ້ອງໃຫ້ແນ່ໃຈວ່າທຸກການຮຽນຢ່າງຕໍ່ເນື່ອງ ຫຼືທຸກເງືອ່ ນໄຂຜົນສໍາເລັດຕ້ອງ ກ່ຽວຂ້ອງໂດຍກງົກັບຜົນສໍາເລັດຂອງຫຼັກສູດ ແລະ ລະດັບຕ່າງໆຂອງຜົນສໍາເລັດນັ້ນໄດ້ອີງໃສ່ການຈດັລະດັບທາງ ປັນຍາຂອງ Bloom ກ່ຽວກັບການຄິດຂັ້ນສູງ. ສິ່ງດັ່ງກ່າວຮັບປະກັນວ່າທັງຄວາມເຂົ້າໃຈເນື້ອໃນຕົ້ນຕໍຂອງຫຼັກສູດ ແລະ ທັງທັກສະການຄິດວພິ າກ ແລະ ການຄິດສ້າງສັນຂອງຜູ້ຮຽນໄດ້ຖືກປະເມີນ. ຄວາມຄິດສຸດທ້າຍ
ວິທີການສອນ CBLM 69 ບໍ່ມີຮູບແບບການສອນໃດທີ່ປາສະຈາກຄວາມສ່ຽງ. ການຮຽນແບບສອບຖາມກໍ່ມີຂໍ້ຈາໍ ກັດ ແຕ່ວ່າກໍ່ຍັງຄົງເປັນວິທີ ການທີ່ຄູແລະ ນັກຮຽນຫາຼຍຄນົມກັເລືອກນໍາໃຊ້. ເຖງິຢ່າງໃດກໍ່ຕາມ, ຢາກໃຫ້ການຮຽນແບບສອບຖາມມປີະສິດທິ ຜົນ, ຄູຕ້ອງຊຶມຊັບຂະບວນການນີ້ຢ່າງເຕັມສ່ວນ, ກະກຽມທຈີ່ ະຕອບສະໜອງຄວາມຕ້ອງການຂອງນັກຮຽນຢ່າງມີ ປະສິດທິຜົນ ໃນຂະນະທີ່ປະຕິບັດເປັນຜູ້ອໍານວຍຄວາມສະດວກ. ສະໜອງຣູບຣິກໃຫ້ນັກຮຽນ ເພື່ອຕິດຕາມ ໃຫກ້ ານຊ່ວຍເຫຼືອ, ຮັບປະກນັວ່າເຂົາເຈ້າົຍັງຄົງປະຕິບັດໜາ້ວຽກ, ສ້າງທັກສະທີ່ຕ້ອງການ, ແນໃສ່ເຮັດໃຫ້ການ ຮຽນດ້ານສັງຄົມ ແລະ ດ້ານອາລົມຈິດຂອງເຂົາເຈົ້າເຂັ້ນແຂງ ພ້ອມດວ້ ຍທັກສະຄວາມພ້ອມໃນການຮຽນຕໍ່ຂັ້ນສູງ ແລະ ໃນອາຊີບໃນຕໍ່ໜ້າ. ຜົນປະໂຫຍດ (ດັ່ງນັ້ນ ເປັນຫຍັງຈຶ່ງແນະນໍາໃຫ້ໃຊ້ວິທີການນີ້?) ຂໍ້ຕ່າງໆດັ່ງຕໍ່ໄປນີ້ແມ່ນຜົນປະໂຫຍດໃນການນໍາໃຊ້ວິທີການນີ້: 1. ເສມີສ້າງເນື້ອໃນຂອງຫຼັກສດູ . ຄວາມຢາກຮູ້ຢາກເຫັນຈະກະຕຸ້ນສະໝອງ, ດງັ່ ນັ້ນ ຈຶ່ງເຮັດໃຫ້ນັກຮຽນມີ ສ່ວນຮ່ວມ. ເມື່ອແນວຄວາຄດິ ໃດໜຶ່ງຫາກຈດຸ ປະກາຍຄວາມຢາກຮູ້ຢາກເຫັນ, ກິດຈະກາໍ ກໍ່ຈະເພີ່ມຂຶ້ນໃນ ຮິບໂປແຄມປັສ໌ ຊຶ່ງເປັນບລໍ ິເວນຂອງສະໝອງທຮີ່ ັບຜິດຊອບໃນການສ້າງຄວາມຊົງຈໍາ. ເວລານັກຮຽນ ສະແດງຄວາມຢາກຮູ້ຢາກເຫນັສູງກວ່າປົກກະຕິກ່ຽວກັບຫົວຂໍ້ສະເພາະໃດໜຶ່ງ, ຄູຕ້ອງຍຶດເອົາຊ່ວງເວລານັ້ນ ໄວ້ໂດຍນໍາໃຊ້ຄໍາຖາມ ເພື່ອແນະນໍາກິດຈະກໍາສອບຖາມ ແລະ ຮັກສາມັນໄວ້ໃຫ້ຄົງຢູ່ໃນມຕື້ ໍ່ໆໄປ. 2. “ອົບອຸ່ນ” ສະໝອງສໍາລັບການຮຽນ. ເປັນທເີ່ ຊື່ອກັນວ່າ ຖ້າຄູຫາກດໍາເນີນກິດຈະກໍາສອບຖາມສັ້ນໆ ເວລາ ເລີ່ມຕົ້ນບົດສອນ, ມັນກໍ່ຈະຊ່ວຍນັກຮຽນໃຫ້ຊຶມຊັບຂໍ້ມູນຕ່າງໆຕະຫຼອດໝົດມ້ື. ຄວາມຢາກຮູ້ຢາກຫັນ ກະກຽມສະໝອງສໍາລັບການຮຽນ -- ຊວ່ ຍໃຫ້ນັກຮຽນຊໍານານຫຼາຍຂຶ້ນໃນຄວາມເຂົ້າໃຈ ແລະ ຈື່ຈາໍ ທັກສະ ແລະ ແນວຄວາມຄິດຕ່າງໆ. ວິທີທາງງ່າຍໆທີ່ຈະກະຕຸ້ນຄວາມຢາກຮູ້ຢາກເຫັນ ແມ່ນລເິລມີ່ ກິດຈະກໍາສອບ ຖາມທີ່ສ້າງຄວາມແປກໃຈ, ມຄີວາມກ່ຽວຂ້ອງກັບຫົວຂໍ້ທີ່ຫາກໍ່ຮຽນ ຊຶ່ງນັກຮຽນພົບວ່າໜ້າສົນໃຈເປັນພິເສດ, ໃຊ້ວີດີໂອນໍາເຂົ້າສູ່ບົດຮຽນ ຫຼື ແບ່ງປັນເອກະສານແຫຼ່ງຂໍມ້ ູນຕົ້ນສະບັບ. ຈາກນັ້ນ, ຕງັ້ຄໍາຖາມເປີດໃຫ້ ນັກຮຽນສ່ວນບຸກຄົນ ຫຼືເປັນກຸ່ມຕອບ. ສິ່ງນີ້ຈະຊ່ວຍລິເລມີ່ ການຮຽນໃນຫ້ອງ ດ້ວຍວິທຈີຸດປະກາຍຄວາມ ຢາກຮູ້ຢາກເຫັນ, ກະຕຸ້ນດ້ານສະຕິປັນຍາ. 3. ສົ່ງເສີມຄວາມເຂົ້າໃຈເນື້ອໃນຢ່າງເລິກເຊິ່ງ. ນັກຮຽນຈະເຂົ້າໃຈວ່າ: (i) ແນວຄິດໄດ້ພັດທະນາຄືແນວໃດ; (ii) ເປັນຫຍັງກົດເກນ ຫຼືສູດຈຶ່ງເຮັດໄດ້; (iii) ເວລາໃດເຂົາເຈ້າົຈຶ່ງສາມາດນໍາໃຊ້ກົດເກນ, ແນວຄິດ ຫຼືສູດໄດ້ ຢ່າງຖືກຕ້ອງ. ເນື່ອງຈາກວາ່ ຂະບວນການແມ່ນການຕັ້ງຄາໍ ຖາມເປີດ, ແກ້ໄຂມັນຜ່ານວທິ ີການເບື້ອງຕົ້ນ, ສ້າງນັກຮຽນໃຫເ້ຂັ້ມແຂງໃນການເປັນເຈົ້າການໃນການຮຽນຂອງຕົນ. ເຂົາເຈົ້າຈະສາມາດສ້າງຄວາມເຂົ້າໃຈ ຕໍ່ແນວຄວາມຄິດ ຜ່ານວິທີການ ແລະ ຮູບແບບການຄິດຂອງຕົນເອງ. ຫຼັກການດຽວກັນນຖີ້ ືກນໍາໃຊ້ກັບການ ຮຽນແບບປະສົບການ ຊຶ່ງເຮັດໃຫ້ນັກຮຽນເປັນໃຈກາງຂອງປະສົບການຮຽນ. 4. ຊວ່ ຍເຮັດໃຫ້ການຮຽນຄຸ້ມຄ່າ. ການສອບຖາມສາມາດຊ່ວຍໃຫ້ນັກຮຽນເຫັນຜົນຕອບແທນທແີ່ ທ້ຈງິຂອງ ການຮຽນ. ມັນສະແດງໃຫ້ນັກຮຽນເຫັນວ່າການບັນລຸຜົນຕາມການຄົ້ນພົບນັ້ນເປັນແນວໃດ ແລະ ການສ້າງ ທິດສະດີ ວິທີການໃໝ່ ຫຼື ການສະຫຼຸບເບື້ອງຕົ້ນນັ້ນເປັນລາງວັນ. ດ້ວຍເຫດຜົນດັ່ງກ່າວ, ເຂົາເຈົ້າຈ່ງຶເຕີບ ໃຫຍ່ ແລະ ມວ່ ນກັບຂະບວນການຮຽນ -- ໂດຍທີ່ພແໍ່ ມ່ ຫຼືຄູຕ້ອງເຫັນດີ. ສິ່ງດງັ່ ກ່າວ ໝາຍວ່າຄວາມພໍໃຈ ຂອງນັກຮຽນໃນການຮຽນສາມາດປັບປຸງໃຫ້ດີຂຶ້ນດ້ວຍການຝຶກປະຕິບັດການສອບຖາມແບບງ່າຍໆ.
ວິທີການສອນ CBLM 70 5. ສ້າງການຄິດລິເລີ່ມ ແລະ ການຊີ້ນໍາຕົນເອງ/ຂັບເຄື່ອນຕົນເອງ/ກຸ້ມຕົນເອງ. ນັກຮຽນສາມາດປັບປຸງບາງທັກ ສະທີ່ຖ່າຍທອດໄດ້ໃຫ້ດີຂຶ້ນ ໂດຍຜ່ານການຮຽນແບບສອບຖາມ ຊຶ່ງສ່ວນຫຼາຍກຽ່ ວຂ້ອງກັບການຄິດລິເລີ່ມ ແລະ ການຂັບເຄື່ອນຕົນເອງ. ສິ່ງດັ່ງກ່າວເຫັນໄດແ້ ຈ້ງເມື່ອພິຈາລະນາເບິ່ງຂັ້ນຕອນຂອງຂະບວນການສອບ ຖາມ. ນັກຮຽນຈະຮຽນວິທີການຕັ້ງຄໍາຖາມ, ສືບສວນ, ສົນທະນາ, ຮ່ວມມື, ປະສານງານ ແລະ ບັນລຸການ ສະຫຼຸບດ້ວຍຕົນເອງ. ເຖິງແມ່ນວ່າເຂົາເຈົ້າສາມາດແຍກສ້າງທັກສະເຫຼົ່ານີ້ຜ່ານກິດຈະກໍາອື່ນໆ, ແຕ່ການ ສອບຖາມ ແລະ ການວເິຄາະດ້ວຍຕົນເອງ ເປັນການສັງເຄາະການພັດທະນາດັ່ງກ່າວ. ທັກສະເຫຼົ່ານີ້ບພໍ່ ຽງ ແຕ່ຢັ້ງຢືນວ່າມີຜົນປະໂຫຍດ ເພາະວ່ານັກຮຽນໄດ້ຄະແນນສູງເທົ່ານັ້ນ, ແຕ່ເຂົາເຈົ້າຍັງສາມາດເລື່ອນຂຶ້ນຊັ້ນ ມັດທະຍົມຕອນປາຍ ແລະ ສູງກວ່ານັ້ນອີກ. 6. ໃຊ້ໄດ້ໃນເກືອບທຸກຫ້ອງຮຽນ. ການຮຽນແບບສອບຖາມຍັງສາມາດເປັນປະໂຫຍດສໍາລັບຄູອີກດ້ວຍ ເນື່ອງ ຈາກວ່າຄູສາມາດປັບປ່ຽນຈຸດປະສົງຂອງກິດຈະກໍາສໍາລັບເກືອບທຸກຫ້ອງຮຽນ ໂດຍບໍ່ຕ້ອງຄາໍ ນຶງເຖິງຂັ້ນຮຽນ ແລະ ລະດັບທັກສະຂອງສ່ວນບຸກຄົນ ເພາະວ່າທ່ານສາມາດ: (I) ປັບຄວາມໄວ ແລະ ເນອື້ ໃນໃຫ້ ເໝາະ ສົມກັບຄວາມຕ້ອງການຂອງນກັຮຽນ; (ii) ໃຫ້ກໍາລັງໃຈ/ຊຸກຍູ້ນັກຮຽນຜູ້ພົບຄວາມຫຍູງຸ້ຍາກໃນການເຂົ້າໃຈ ເນື້ອໃນຜ່ານນົດສອນແບບເດີມ; (iii) ສອນການຝຶກປະຕິບັດ ທີ່ແຕກຕ່າງຢ່າງສິ້ນເຊງິໂດຍນໍາໃຊ້ເນື້ອໃນ ແລະ ວທິ ີການສືບສວນທີ່ເດັ່ນ; (iv) ນໍາໃຊ້ການຝຶກປະຕິບັດແບບສອບຖາມເປັນກິດຈະກໍາ “ຕິດຕາມ”, ທົບ ທວນບົດຮຽນທັງໝົດ ຫຼືໂຄງການດ່ຽວ; (iv) ເສີມສ້າງ ແລະ ຜັນຂະຫຍາຍທຸກແນວຄວາມຄິດທີ່ກ່ຽວ ຂ້ອງ ຕາບໃດທີ່ນັກຮຽນສະແດງຄວາມຢາກຮູ້ຢາກເຫັນຕໍ່ແນວຄວາມຄິດນັ້ນ. ດວ້ ຍວິທີການດັ່ງກ່າວ ທ່ານຈະມີ ຄວາມຢືດຢູນໃນການສະໜອງບົດຝຶກຫັດແບບສອບຖາມໃຫ້ຫ້ອງຮຽນສ່ວນຫຼາຍຂອງທ່ານໃນທຸກປີ. 7. ສະເໜີການສອນທີ່ແຕກຕ່າງ. ການດໍາເນີນກິດຈະກໍາການຮຽນແບບສອບຖາມຈະຊວ່ ຍໃຫ້ທ່ານມີໂອກາດ ທີ່ຈະນໍາໃຊ້ວິທີການສອນທີ່ແຕກຕ່າງ, ດຶງດູດເອົານັກຮຽນຂອງທ່ານທີ່ມີຮູບແບບການຮຽນອັນຫຼາກຫຼາຍ. ນັກຮຽນສາມາດເຮັດວຽກດ້ວຍຕົນເອງ ຫຼື ເປັນສ່ວນໜຶ່ງຂອງກຸ່ມນ້ອຍ ຫຼື ກຸ່ມໃຫຍ່. ການຮຽນແບບສອບ ຖາມ ດ້ວຍຕົວຂອງມັນເອງມັກມີສວ່ ນກ່ຽວຂ້ອງກັບວທິ ີການຕ່າງໆເຊັ່ນການສົນທະນາ ແລະ ການຄົ້ນຄວ້າວິໄຈທີ່ ມີການແນະນໍາ. ທ່ານຍັງສາມາດສະໜອງເນື້ອໃນໃນຮູບແບບຂອງບົດຂຽນ, ບົດເວົ້າ, ວີດີໂອ ແລະ ສງິ່ ຂອງ ທີ່ເປັນພາບ ຫຼື ເປັນວັດຖຸຈງິເຊັ່ນບັອກສໍາລັບການກໍ່ສ້າງຕຶກ. ການຖ່າຍທອດເນື້ອໃນ ແລະ ວິທີການ ຕ່າງໆໃນການປະຕິບັດມັນ, ກິດຈະກໍາແບບສອບຖາມສາມາດເຮັດໃຫ້ທ່ານຕອບສະໜອງໄດ້ຕາມຄວາມ ຕ້ອງການໃນການຮຽນທີ່ແຕກຕ່າງກັນ ແລະ ຕາມຄວາມມກັຂອງນັກຮຽນຂອງທ່ານ. ກະລຸນາເບິ່ງ: https://www.youtube.com/watch?v=0vJCltsd6A0 https://www.youtube.com/watch?v=IOWn6DZrQ40 ແຫຼ່ງຂໍ້ມູນ: https://www.pinterest.com/pin/283445370272865938/ https://www.edutopia.org/article/embracing-inquiry-basedinstruction#:~:text=Inquiry%2Dbased%20instruction%20is%20a,information%20to%20support%20the ir%20investigations. https://www.prodigygame.com/main-en/blog/inquiry-based-learning-definition-benefits-strategies https://www.teachthought.com/pedagogy/4-phases-inquiry-based-learning-guide-teachers/
ວິທີການສອນ CBLM 71 ຕົວຢ່າງສໍາລັບວິຊາວິທະຍາສາດ: ໃນຫ້ອງຮຽນວິທະຍາສາດຂອງໂຮງຮຽນມັດທະຍົມ Casey ກັບຄູ Ian Schwartz (Edutopia, 2015). ໃນຫ້ອງຮຽນນີ້ນັກຮຽນຢາກຮຽນຮູ້ວ່າຫວ້ ຍນໍ້າໃນທ້ອງຖິ່ນນີ້ມີຄວາມປອດໄພສໍາລັບການລົງໄປລອຍນໍ້າ ບໍ່. ນັກຮຽນໄດ້ພາກັນໄປທ່ຽວທີ່ຫ້ວຍນໍ້າ, ໃຊ້ເວລາມື້ໜຶ່ງເກັບກໍາຂໍ້ມູນ ແລະ ມີສ່ວນຮ່ວມໃນການສົນທະນາ. ນີ້ເປັນຕົວຢ່າງ ໜຶ່ ງທີ່ດີກ່ຽວກັບການຮຽນແບບສອບຖາມ ເນື່ອງຈາກວ່າມັນໄດ້ເສີມສ້າງນັກຮຽນໃຫ້ຕັ້ງຄໍາຖາມຄົ້ນຄວ້າວິໄຈຂອງຕົນເອງ ແລະ ເກັບກໍາຂໍ້ມູນທີ່ຈໍາເປັນ. Dostál, (2015) ໄດ້ສະເໜີວ່າມັນມີຄວາມສໍາຄັນທີ່ການຮຽນແບບສອບຖາມມີການພົວພັນກັບຊີວິດ ຈິງ ເພື່ອພັດທະນາທັກສະການແກ້ບັນຫາໃນຕໍ່ໜ້າ. ນັກຮຽນຢູ່ໂຮງຮຽນມັດທະນຍົມ Casey ໄດ້ພັດທະນາຄໍາຖາມການ ຄົ້ນຄວ້າວິໄຈ ຊຶ່ງປະຕິບັດໄດ້, ກ່ຽວຂ້ອງກັບຊີວິດຈິງສໍາລັບຊຸມຊົນຂອງເຂົາເຈົ້າ. ນອກຈາກນັ້ນ, ນັກຮຽນຍັງເປັນຜູ້ຮຽນທີ່ ຫ້າວຫັນ ຊຶ່ງກົງກັນຂ້າມກັບການເປັນນັກຮຽນທີ່ເຊື່ອຍຊາ ເບື່ອຕໍ່ຂໍ້ມູນທີ່ຄູສະໜອງໃຫ້ຜ່ານການບັນລະຍາຍ ຫຼື ຜ່ານການອ່ານ ຈາກປຶ້ມແບບຮຽນ. ວີດີໂອກ່ຽວກັບເລື່ອງນີ້ມີດັ່ງລຸ່ມນີ້: https://www.youtube.com/watch?v=BbqPaKTsDIU&t=2s
ວິທີການສອນ CBLM 72 ໂມດູນ ການແກ້ບັນຫາ ໄອຄອນ/ICON ການບັນທຶກ Webinar https://www.youtube.com/watch?v=WI3icoLJ5kU ວີດິໂອສະໜັບ ສະໜູນ ກະຣຸນາເບິ່ງ: https://www.youtube.com/watch?v=Ahha-igVmJw ການນໍາສະເໜີ ທາງອອນລາຍ/ Online https://www.slideshare.net/jugawayne/module-21-problem-solving-eesdp-laofin?fbclid=IwAR3kF7XbE_LodV83xN-RGoyxH2Ql8xBvlPOKnQBL7ewdkx2OxCG04XaF50 https://www.slideshare.net/jugawayne/module-21-eesdp-problem-solving-engfin?fbclid=IwAR3wr6mswQieiOhui4zkspvDBbmHWEGQp_fPoQN4iO7XiRGZnSpnUKE984 https://docs.google.com/forms/d/e/1FAIpQLSfEmfBgid80Oq27lU65lbhQd_ghZgfq8b ZYT_Z4PqiyXeX3iw/viewform?usp=sf_link 2.1 ປະເມນີຜນົ
ວິທີການສອນ CBLM 73 ໂມດູນ 2.1 ການແກ້ບັນຫາ ຍິນດີຕ້ອນຮັບເຂົ້າສູ່ໂມດູນ 1.2 ກ່ຽວກັບການແກ້ບັນຫາ. ພາກທີ I. ແນະນໍາການປະເມີນ ກະລຸນາຂຽນ “ຖ” ຖ້າປະໂຫຍຖືກຕ້ອງ ແລະ ຂຽນ “ຜ” ຖ້າປະໂຫຍກຜິດ. ບົດທົດສອບນີ້ສາມາດນໍາໃຊ້ສໍາລັບກ່ອນ ແລະ ຫຼັງການຮຽນ: _____1. ການສອນແບບແກບ້ ັນຫາແມ່ນກິດຈະກໍາ ການຮຽນທີ່ເນັ້ນໃຫຜ້ ຮູ້ ຽນກໍາໄດ້ທັກສະຂະບວນ ການ ສໍາລັບການນໍາໃຊ້ໃນຊີວິດຈິງ. ເພື່ອໃຫ້ສິ່ງດັ່ງ ກ່າວເກີດຂຶ້ນໄດ້, ການຄັດເລືອກເອົາບັນຫາເພື່ອໃຫ້ ນັກຮຽນໃນຫ້ອງຝຶກປະຕິບັດນນັ້ ຄວນມີການນໍາໃຊ້ ໄດ້ໃນຊີວິດຈິງຢູ່ສະເໝີ. _____2. ຄວາມສາມາດຂອງຜູ້ຮຽນໃນການແກ້ ບັນຫາບໍ່ມີຄວາມແຕກຕ່າງກັນຕາມສະຕິປັນຍາ, ຄວາມຮ,ູ້ ປະສົບການ, ອາລົມຈິດທີ່ມມີາກ່ອນ. _____3. ໃນການສອນແບບແກ້ບັນຫາ ຄູຕ້ອງຄັດ ເລືອກ ແລະ ຕັ້ງບັນຫາທີ່ໃຫໂ້ອກາດຜູ້ຮຽນໄດ້ນໍາໃຊ້ ແນວຄິດຂອງຕົນ ແລະ ທົດສອບແນວຄວາມຄິດທີ່ ໄດ້ຮຽນຜ່ານມາຈາກໜ່ວຍວິຊາຮຽນ/ບົດຮຽນທີ່ຕົນ ກໍາໄດ້ ແລະ ເຫັນດ້ວຍຕົນເອງວ່າ ຖືກຕ້ອງຕາມ ສະຖານະການ/ຊັບພະຍາກອນ ຫຼືຄວາມເປັນຈິງບ.ໍ່ _____4. ການສອນແບບແກບ້ ັນຫາ ແມ່ນກິດຈະ ກໍາທີ່ນໍາໃຊ້ ຂັ້ນຕອນວິທະຍາສາດເຂົ້າໃນການຈດັ ຕັ້ງກິດຈະກໍາ. _____5. ຜ່ານການແກ້ບັນຫາ, ຜູ້ຮຽນໄດ້ຄວາມຮູ້ ແລະ ຄວາມເຂົ້າໃຈຈາກປະສົບການໂດຍກົງ ແລະ ໄດ້ຮັບທັກສະຕ່າງໆເຊັ່ນການປະເຊີນບັນຫາ, ການ ວິເຄາະບັນຫາ ແລະ ການຕັດສິນໃຈທີ່ເປັນປະ ໂຫຍດໃນຊີວິດຈິງ, ທັງໃນປັດຈຸບັດ ແລະ ອະນາຄົດ. _____6. ໃນການປະດິດສ້າງສົມມຸດຖານເພື່ອແກ້ ບັນຫາ, ຜຮູ້ ຽນພະຍາຍາມເດາົວິທີແກ້ ໂດຍນໍາໃຊ້ ຄວາມຮູ້, ປະສົບການ ແລະ ການວິເຄາະທີ່ມີຢູ່. ຂັ້ນ ຕອນນີ້ຍັງບໍ່ຈໍາເປັນຕ້ອງມີການພິສູດ ຫຼື ຫຼັກຖານຕົວ ຈິງ ຈົນກວ່າຈະເລືອກເອົາສມົມຸດຖານສຸດທ້າຍສໍາ ລັບຂັ້ນຕອນຕໍ່ໄປ. _____7. ວທິ ີແກ້ສໍາລັບທຸກບັນຫາແມ່ນການຮັບຮູ້ ບັນຫາ ແລະ ກໍານົດສາເຫດຕົ້ນຕໍຂອງບັນຫາ. ແຕ່ ວ່າບັນຫາທີ່ຄ້າຍຄືກັນອາດເກີດຈາກເຫດການທີ່ ແຕກຕ່າງກັນ ແລະ ບັນຫາທີ່ແທ້ຈິງອາດອາດບໍ່ ປາກົດໃຫ້ເຫັນແຈ້ງປາຍໃດ. ເພື່ອແກ້ບັນຫາຢ່າງ ເຕັມສ່ວນ, ສິ່ງສໍາຄັນແມ່ນຊອກໃຫ້ໄດ້ສາເຫດຕົ້ນຕໍ ຂອງບັນຫາຊຶ່ງຮຽກວ່າ “ການວິເຄາະສາເຫດຕົ້ນຕໍ” ຂອງບັນຫາ. ປະເມີນຜົນ
ວິທີການສອນ CBLM 72 _____8. ໂດຍລວມແລ້ວ, ການເກັບກໍາຂໍ້ມູນ, ການສອບຖາມຈາກຊ່ຽວຊານ ແລະ ການເກັບກໍາຂໍ້ ມູນຈາກແຫຼ່ງຂໍ້ມູນທຫີ່ າຼກຫຼາຍ ບໍ່ມີຜົນກະທົບຫຍັງ ໃນການແກ້ບັນຫາ. _____9. ການສອນແບບແກບ້ ັນຫາບໍ່ເໝາະສໍາລັບ ວິຊາຕ່າງໆ ນອກຈາກວິຊາຄະນິດສາດເທົ່ານັ້ນ. 10. ເພ່ອືສໍາເລັດໃນການຊ່ວຍຜູ້ຮຽນໃຫ້ມີຄວາມຊໍາ ນານໃນການຈດັການກັບຂະບວນການແກ້ບັນຫາ, ໜ້າວຽກໃດຂອງຄູດັ່ງລຸ່ມນີ້ມີຄວາມກ່ຽວຂ້ອງໜ້ອຍ ທີ່ສຸດ? (ປາລະໄນ/ຈງ່ົເລືອກເອົາຄໍາຕອບທີ່ຖືກຕ້ອງ ສໍາລັບທ່ານ) ກ) ກໍານົດແຕ່ລະຂັ້ນຕອນຂອງຂະບວນການຮຽນ ຂ) ດໍາເນີນການຄົ້ນຄວ້າວໄິຈ ແລະ ຊອກຫາຂໍ້ ມູນຈາກແຫຼ່ງຂໍ້ມູນຄວາມຮູທ້ ຫີ່ ຼາກຫຼາຍ. ຄ) ໃຫຂ້ ໍ້ມູນເລິກເຊິ່ງກຽ່ ວກັບທກັສະທາງສັງຄົນ ແລະ ມະນຸດສໍາພັນ. ງ) ໃຫ້ທຸກຄໍາຕອບຕໍ່ທຸກຄໍາຖາມຂອງນັກຮຽນ. ກະລຸນາກະກຽມບົດສອນໂດຍນໍາໃຊ້ວິທີການສອນນີ້. ເງື່ອນໄຂການປະຕິບັດວຽກ: ຄສູ າມາດອອກແບບບົດສອນໂດຍນໍາໃຊ້ວິທີການນີ້. ພາກທີ II. ວິທີນໍາໃຊ້ເຕັກນິກການແກ້ບັນຫາໃນຫ້ອງຮຽນ ທັກສະການແກ້ບັນຫາແມ່ນມຄີວາມຈໍາເປັນໃນທຸກຂົງເຂດຂອງຊີວິດ ແລະ ກິດຈະກໍາແກ້ບັນຫາໃນຫ້ອງຮຽນສາ ມາດເປັນວິທີທາງທີ່ດເີລີດໃນການກະກຽມນັກຮຽນໃຫ້ພ້ອມທີ່ຈະແກ້ບັນຫາໃນສະຖານະການຊີວິດຈິງ. ບໍ່ວ່າຈະຢູ່ ໂຮງຮຽນ, ບ່ອນເຮັດວຽກ ຫຼືການພົວພັນທາງສັງຄົນ, ຄວາມສາມາດໃນການວິເຄາະວິພາກບັນຫາໃດໜຶ່ງ, ແຕມ້ ແຜນວາດທີ່ບົ່ງບອກທຸກອົງປະກອບຂອງບັນຫາຜ່ານກິດຈະກໍາ ແລວ້ ກະກຽມແຜນວິທແີກທ້ ີ່ເປັນໄປໄດ້ ເປັນໜຶ່ງ ໃນບັນດາທັກສະທີ່ມີຄຸນຄາ່ທີ່ສຸດທີ່ເຮັດໃຫ້ສາມາດຮຽນເອົາໄດ້ໃນຊີວິດ. ຈົ່ງສຶກສາລູກຫຼານຂອງທ່ານກ່ຽວກັບທັກສະການແກ້ ບັນຫາ ເລີ່ມຕງັ້ແຕ່ຍັງນ້ອຍຢູ່ໂຮງຮຽນສາມາດອໍາ ນວຍຄວາມສະດວກຜ່ານບັນດາກິດຈະກໍາການແກ້ ບັນຫາໃນຫ້ອງຮຽນ. ຄວາມພະຍາຍາມດັ່ງກ່າວ ສົ່ງເສີມສະຕິປັນຍາ4 ລວມທງັການພັດທະນາທາງ ສັງຄົມ ແລະ ສາມາດປະກອບເຄື່ອງມທືີ່ນັກຮຽນ ຕ້ອງການໃນການແກ້ບັນຫາຕະຫຼອດຊີວິດຂອງ ເຂົາເຈ້າົ. ສິ່ງທີ່ເຂົາເຈົ້າຮຽນກຽ່ ວກັບການແກ້ບັນຫາ ຕ້ອງສາມາດນໍາໃຊ້ໄດ້ຢ່າງງ່າຍດາຍໃນທຸກວິຊາ (ຄະນິດສາດ, ພາສາ, ວິທະຍາສາດທໍາມະຊາດ ຫຼື ວິທະຍາສາດສັງຄົມ) ຫຼື ຂົງເຂດ/ສະພາບການຈາກ ຊີວິດຈິງ (ການສຶກສາ, ການເຮດັວຽກ, ຢູ່ເຮືອນ). 4 ສະຕິປັນຍາໝາຍເຖິງ ການພົວພັນກັບຂະບວນການທາງຈດິທີ່ ມີສ່ວນກ່ຽວຂ້ອງກັບຄວາມຮູ້, ການຮຽນ ແລະ ຄວາມເຂົ້າໃຈສິ່ງ ຂອງ/ວັດຖຸ. ວິທີແກ້ຕົ້ນຕແໍ ມ່ນຂຶ້ນກັບວິທີກາໍ ນົດ, ວາງຂອບ ຫຼື ຕັ້ງບັນຫາ ເພາະວ່າມັນສາມາດວາງຂອບຄືນໃໝ່ໄດ້ ເພື່ອຄວາມຈະແຈ້ງ. ການແກ້ບັນຫາແມ່ນຂະບວນ ການປ່ຽນຄໍາອະທິບາຍບັນຫາໃດໜຶ່ງເປັນວິທີການ ແກ້ບັນຫາດັ່ງກ່າວ, ໂດຍນາໍ ໃຊ້ຄວາມຮູ້ຂອງເຮົາ ເອງກ່ຽວກັບຂົງເຂດຂອງບັນຫາ ແລະ ໂດຍອີງໃສ່ ຄວາມສາມາດຂອງເຮົາໃນການຄັດເລືອກ ແລະ ນໍາ ໃຊ້ວິທີການ, ເຕັກນິກ ແລະ ເຄອື່ ງມືແກ້ບັນຫາທີ່ ເ ໝາະສົມ. ສິ່ງນເີ້ປັນແນວຄວາມຄິດຊຶ່ງຄູ ແລະ ນັກ ຮຽນຕ້ອງມັກ ແລະ ເນັ້ນໜັກຫຼາຍກວ່າ ແທນການ ເນັ້ນແຕ່ຂະບວນການ ຫຼືວິທີການເທົ່ານັ້ນ (ເພາະວ່າ ມີຫາຼຍແບບ ຫຼືຫຼາຍວິທີການຄື: 4 ຂັ້ນຕອນ, 5 ຂັ້ນ ຕອນ, 8 ຂັ້ນຕອນ).
ວິທີການສອນ CBLM 72 ໃນເທັກນິກການສອນແບບສອບຖາມນີ້, ຮູບແບບທີ່ສະເໜີແມ່ນສອດຄ່ອງກັບລະດັບຂອງການສອບຖາມທີ່ໄດ້ ອະທິບາຍໃນໂມດູນ 2.0: ບໍ່ມຄີວາມຂັດແຍ່ງລະຫວ່າງ 4 ຂນັ້ ຕອນ, 5 ຂັ້ນຕອນ ແລະ 6 ຂນັ້ ຕອນ (ຫຼືແມ່ນແຕ່ 8 ຂັ້ນຕອນ ແລະ ອື່ນໆ) ແຕ່ມີພຽງລະດັບຂອງຄວາມຄືບໜ້າຂອງຂັ້ນຕອນຍ່ອຍທຽບໃສ່ 4 ຂັ້ນຕອນໃນເບື້ອງຕົ້ນ. ຮູບແບບຕ່າງໆ 4 ຂັ້ນຕອນ 5 ຂັ້ນຕອນ (IDEAL) 6 ຂັ້ນຕອນ 1. UNDERSTAND 1. ເຂົ້າໃຈ 1. IDENTIFY 1. ລະບຸ 1. ຕັ້ງບັນຫາ 2. DEFINE 2. ກໍານົດ 2. ກໍານົດສາເຫດຕົ້ນຕໍ 2. PLAN 2. ວາງແຜນ 3. EXPLORE/ ANALYZE 3. ຄົ້ນຫາ/ວິເຄາະ 3. ພັດທະນາການແກ້ ໄຂບັນຫາ ຫຼ າຍຂຶ ້ນ 4. ເືລອກິວີທແກ້ ໄຂ 3. DO PLAN 3. ປະຕິບັດແຜນ 4. ACTION 4. ປະຕິບັດ 5. ຈັດຕັ້ງປະຕິບັດວິທີແກ້ 4. EVALUATE 4. ປະເມີນຜົນ 5. LOOK BACK 5. ເບິ່ງຄືນ 6. ປະເມີນຜົນໄດ້ຮັບ ຮູບແບບ 4 ຂັ້ນຕອນມີພຽງ “ເຂົ້າໃຈ”, “ວາງແຜນ”, “ປະຕິບັດແຜນ”, “ປະເມີນຜົນ” ໄດ້ຮັບ. ໃນຄູ່ມືນີ້ສ່ວນຫຼາຍພວກເຮົາເນັ້ນໃສ່ຮູບແບບພື້ນຖານຂອງ 5 ຂັ້ນຕອນ ທີ່ຂະຫຍາຍ 4 ຂັ້ນຕອນໃນຂະບວນ ການທໍາອິດ, ຄແືຍກ “ເຂົ້າໃຈ” ເປັນ 2 ຂະບວນການຍ່ອຍ: ລະບຸ + ກໍານົດ. ຈາກນັ້ນ ຈະແບ່ງ “ຂັ້ນຕອນການວາງ ແຜນ” ອອກເປັນການ “ຄົ້ນຫາ” ຫຼື ການ “ວິເຄາະ” ສາເຫດ ຫຼື“ການໃຫ້”, ແລ້ວຈຶ່ງຄັດເລືອກແນວທາງແກ້ໄຂທີ່ຈະ ດໍາເນີນ ຫຼື ສິ່ງທີ່ພວກເຮົາມັກຮຽກກັນວ່າ “ສົມມຸດຖານ”. “ເຮັດ” ແມ່ນຖືກກໍານົດຄືນເປັນ “ການປະຕິບັດ” ຄືກັບ ການທົດລອງເພ່ອືທົດສອບສົມມຸດຖານຂອງພວກເຮົາ. “ປະເມີນຜົນ” ກໍ່ຖືກຕັ້ງຄືນໃໝເ່ ປັນການ “ເບິ່ງຄືນ” ຫ ທົບ ຼື ທວນຄືນໃນຮູບແບບຂອງ 5 ຂັ້ນຕອນ. ສະຫຼຸບລວມ, ການແກ້ບັນຫາແມ່ນການປະຕິບັດທີ່ກໍານົດຫາໃດໜຶ່ງ; ກໍານົດສາເຫດຂອງບັນຫາ; ລະບຸ, ຈັດລາ ໍດັບ ຄວາມສໍາຄັນ ແລະ ຄັດເລືອກວິທີທາງແກ້ໄຂ ແລະ ຈັດຕັ້ງປະຕິບັດການແກ້ບັນຫາ. ທັກສະການແກ້ບັນຫາໝາຍເຖິງຄວາມສາມາດຂອງເຮົາໃນການແກ້ບັນຫາຢ່າງມີປະສິດທິຜນົ ແລະ ທັນເວລາ. ຕາມວິທີການຮຽນແບບສອບຖາມແລ້ວ, ຄເູປັນຜູ້ຕັ້ງບັນຫາ ແລະ ມອບໝາຍໃຫ້ກຸ່ມນັກຮຽນເພື່ອສົນທະນາ ແລະ ວິເຄາະດ້ວຍຄໍາເຫັນສຸດທ້າຍຄືການສະເໜີວິທີແກ້ຫຼືດໍາເນນີການແກ້ບັນຫາທີ່ຕັ້ງຂຶ້ນ. ດັ່ງນັ້ນ, ເຂົາເຈົ້າຈະເກັບກໍາ ການແກ້ບນັຫາ ການແກ້ ບັນຫາ 6 ຂັ້ນຕອນການ ແກ້ບັນຫາ
ວິທີການສອນ CBLM 73 ຂໍ້ມູນຕ່າງໆ ຫຼືຫຼັກຖານໂດຍຜ່ານການທົດລອງ ຫຼືການຄໍານວນ ແນໃສ່ພິສູດວິທແີກ້ບັນຫາຂອງຕົນ ຫັງຼຈາກນັ້ນ ເຂົາເຈ້າົສາມາດປະເມນີຜົນຂະບວນການ ແລະ ຜົນຮັບຂອງຕົນ. INQUIRY BASED TEACHING STRATEGY Problem Statement -- Determine what is to be investigated and formulate a question or hypothesis Data Collection -- Gather as much information about the topic from appropriate sources Analysis -- Examine and discuss the findings and provide explanation or clarity Conclusions -- Based in analysis, determine solutions related to the original problem statement ປະເມີນຜົນ ວິທີການສອນແບບສອບຖາມ ການຕັ້ງບັນຫາ -- ລະບຸວ່າຈະສືບສວນຫາຫຍງັ ແລະ ຕງັ້ຄໍາຖາມ ຫຼືຂໍ້ສົມມຸດຖານ ການເກັບກໍາຂໍ້ມູນ -- ຮີບໂຮມຂມໍ້ ູນຫຼາຍເທົ່າທີ່ຈະ ຫຼາຍໄດ້ກ່ຽວກັບຫວົຂໍ້ຈາກແຫງຼ່ ຂໍ້ມນູ ທີ່ຖືກຕ້ອງ ການວິເຄາະ -- ກວດເບິ່ງ ແລະ ສົນທະນາສິ່ງທີ່ຄນົ້ ພົບ ແລະ ໃຫ້ຄໍາອະທິບາຍ ຫືຼອະທິບາຍໃຫຈ້ ະແຈ້ງ ຂໍ້ສະຫຼຸບ -- ອີງຕາມການວິເຄາະ, ກໍານົດວິທີແກ້ທ່ີ ກ່ຽວຂ້ອງກັບກັບການຕັ້ງບັນຫາໃນເບື້ອງຕົ້ນ
ວິທີການສອນ CBLM 74 ຄໍາເຕອືນ/ຫຼັກການແນະນໍາສໍາລັບຜູ້ສອນ: ຄູຕ້ອງສາມາດນໍາພານັກຮຽນໃນຂະບວນການແກ້ບັນຫາ ແລະ ອາດເຮັດຕາມການແນະນໍາດັ່ງລຸ່ມນີ້: (i) ສ້າງແບບຈໍາລອງວິທີການແກບ້ ັນຫາທີ່ເປັນປະໂຫຍດ. ການແກ້ບັນຫາອາດເປັນການຍາກ ແລະ ບາງຄັ້ງ ກໍ່ໜ້າເບື່ອ; ການສ້າງແບບຈະຕ້ອງສອດຄ່ອງ ແລະ ນໍາໃຊແ້ ຕ່ເລີ່ມຕົ້ນພາກຮຽນ ເພື່ອໃຫ້ກໍາໄດ້ຮູບແບບ ແລະ ຂະບວນການ. ສະແດງໃຫ້ນັກຮຽນເຫັນການເປັນແບບຢ່າງຂອງທ່ານຄືມີຄວາມອົດທນົ ແລະ ພາກ ພຽນໃນການເຮັດຕາມໂຄງສ້າງຂອງວິທີການ. ເນັ້ນວິທີການຂອງທ່ານເມື່ອທ່ານນໍາໃຊ້ມັນເພື່ອໃຫ້ນັກ ຮຽນເຫັນການເຊື່ອມຕໍ່ຕ່າງໆ. (ii) ສອນໃນສະຖານະການສະເພາະ; ຫ້ອງຮຽນ ວິທະຍາສາດ (ຊວີະສາດ/ເຄມີສາດ/ຟີຊິກ) ແລະ ຄະນິດ ສາດ ຈະມີສະຖານະການທີ່ແຕກຕ່າງກັນກັບຫ້ອງຮຽນ ພາສາ (ລາວ/ອັງກິດ/ຝຣັ່ງ) ຫຼື ຫ້ອງຮຽນ ສງັຄົມສຶກ ສາ (ປະຫວັດສາດ, ພມູ ສາດ, ສຶກສາພນົລະເມືອງ). ສອນທັກສະການແກ້ບັນຫາໃນສະຖານະການທີ່ ສາມາດນໍາໃຊ້ໄດ້ (ຍົກຕົວຢ່າງ ການຄໍານວນເສດສ່ວນຂອງໂມເລກູນໃນວິຊາເຄມີສາດ). ນໍາໃຊ້ບັນຫາ ຈາກຊີວິດຈິງໃນການອະທິບາຍ, ໃຫຕ້ ົວຢ່າງ ແລະ ໃນການສອບເສັງ. ບໍ່ຄວນສອນການແກ້ບັນຫາເປັນ ທັກສະທີ່ເອກະລາດ, ນາມມະທໍາ ທີ່ບໍ່ມີການການຝຶກປະຕິບດັຕົວຈງິໃນສະຖານະການຂອງຫ້ອງຮຽນ ຫຼື ບົດຮຽນຂອງທ່ານ. (iii) ຊ່ວຍນັກຮຽນເຂົ້າໃຈບັນຫາ; ນີ້ຄືຈຸດເລີ່ມຕົ້ນຂອງການກໍານົດ ຫຼືວາງຂອບຂອງບັນຫາຢ່າງເໝາະສົມ. ນັກຮຽນສາມາດເຂົ້າໃຈລັກສະນະຂອງບັນຫາຈະແຈ້ງຂຶ້ນ ແລະ ໄດ້ທິດທາງໃນການແກ້ບັນຫາຈາກ ນິຍາມດັ່ງກ່າວ. ເພື່ອແກ້ບັນຫາ, ນັກຮຽນຕ້ອງກໍານົດຈຸດໝາຍສຸດທ້າຍ. ຂັ້ນຕອນນີ້ມີຄວາມສໍາຄັນເພື່ອສໍາເລັດການຮຽນ ທັກສະການແກ້ບັນຫາ. ຖ້າທາ່ ນຫາກສໍາເລັດໃນການຊ່ວຍນັກຮຽນຕອບຄໍາຖາມ “ແມ່ນຫຍັງ?” ແລະ “ເປັນຫຍັງ?”, ຫາຄໍາຕອບຕໍ່ຄໍາຖາມ “ຄແືນວໃດ?” ກໍ່ຈະເຮັດໃຫ້ງ່າຍຂຶ້ນ. (iv) ໃຊ້ເວລາໃຫ້ພຽງພໍ; ດງັ່ ທີ່ໄດສ້ ະເໜີຜ່ານມາ, ຕ້ອງໄດ້ໃຫ້ຮູບແບບຂອງການແກ້ບັນຫາແຕ່ເລີ່ມຕົ້ນພາກ ຮຽນ ເພື່ອໃຫ້ນັກຮຽນມເີວລາພຽງພໍໃນການຊຶມຊັບມັນ ແລະ ເຮັດໃຫມ້ ນັກາຍເປັນທງັທັກສະ ແລະ ທັດສະນະທ່າທີ. ເວລາແຕ່ງບົດສອນ, ຈົ່ງກໍນົດເວລາໃຫພ້ ຽງພໍເພື່ອຄວາມເຂົ້າໃຈບັນຫາ ແລະ ກໍານົດຈດຸ ໝາຍ, ທັງສໍາລັບສ່ວນບຸກຄົນ ແລະ ສໍາລັບທຸກຄົນໃນຫ້ອງ; ຈັດການກັບຄໍາຖາມຂອງທ່ານ ແລະ ຂອງ ນັກຮຽນຂອງທ່ານ; ຊອກຫາ, ຄົ້ນພົບ ແລະ ແກ້ຂໍ້ຜິດພາດ ແລະ ແກ້ບັນຫາທງັໝົດພາຍໃນຊົ່ວໂມງຮຽນ ດຽວ. (v) ຕັ້ງຄໍາຖາມ ແລະ ມີຂໍ້ສະເໜີ; ໃຫນ້ ັກຮຽນຄາດຄະເນວ່າ “ຈະມີຫຍັງເກີດຂຶ້ນຖ້າຫາກວ່າ …” ຫຼືອະທິ ບາຍ ວ່າເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ. ສິ່ງດັ່ງກ່າວຈະຊວ່ ຍເຂົາເຈ້າົໃນການພັດທະນາທັກສະການຄິດວິເຄາະ ສ້າງແບບ ວິທີການ ແກ້ບັນຫາ ສອນໃນ ສະ ຖານະ ການ ສະເພາະ ຊ່ວຍ ນັກຮຽນ ໃຫ້ເຂາົ້ໃຈ ບັນຫາ ໃຊເ້ວລາ ໃຫ້ພຽງພໍ ຕັ້ງຄໍາຖາມ ແລະ ໃຫ້ ຄໍາແນະນາໍ ເຊື່ອມສານ ຄວາມຜິດ ພາດ ໃສ່ຄວາມ ເຂົ້າໃຈຜິດ
ວິທີການສອນ CBLM 75 ແລະ ການຄິດແບບນິຣະໄນ/ສະຫຼຸບສັງລວມ. ນອກນັ້ນ, ຕັ້ງຄໍາຖາມ ແລະ ມຂີໍ້ສະເໜແີນະກ່ຽວກັບວິທີ ການ ເພື່ອຊຸກຍູ້ນັກຮຽນໃຫ້ມີການສະທ້ອນແລກປ່ຽນກ່ຽວກັບວິທີການແກ້ບັນຫາທເີ່ ຂົາເຈົ້ານໍາໃຊ້. (vi) ເຊື່ອມຕໍ່ຄວາມຜິດພາດໃສ່ຄວາມເຂົ້າໃຈຜິດ. ສະທ້ອນແລກປ່ຽນ ແລະ ປະເມີນຜົນຕົນເອງ, ທົບທວນຄືນ ຂັ້ນຕອນຕ່າງໆທີ່ເປັນວິທີການ ແລະ ເພ່ອືກວດຄືນວ່າມີການຄໍານວນທີ່ຜິດພາດບໍ່ ຊຶ່ງອາດເກີດຈາກ ຄວາມບໍ່ເຂົ້າໃຈຢ່າງເລິກເຊິ່ງບາງອົງປະກອບ ຫຼືບາງຕົວປ່ຽນ ຊຶ່ງເຮັດໃຫກ້ າຍເປັນຄວາມຊິນເຄີຍຂອງຜູ້ ຮຽນ. ນໍາໃຊ້ຂໍ້ຜິດພາດເປັນຫກຼັຖານຂອງຄວາມບໍ່ເຂົ້າໃຈ ແລະ ແກ້ໄຂມັນ, ບໍ່ຄວນປະໝາດ ຫຼືຄາດເດົາ ແບບສຸ່ມເອົາ. ພະຍາຍາມຄົ້ນພົບຄວາມບໍ່ເຂົ້າໃຈ ແລະ ແກໄ້ຂມັນ. ພວກເຮົາທຸກຄົນສາມາດຮຽນຮູ້ຈາກ ຄວາມຜິດພາດ. ຍັງມີອີກຮູບແບບອື່ນທີ່ຄູສາມາດນໍາໃຊ້ (ດັງນັ້ນ ຄູມີທາງເລືອກຫຼາຍທາງ) ຄືຮູບແບບການແກ້ບັນຫາຂອງ Woods, ໂດຍນໍາໃຊ້ຂັ້ນຕອນຕ່າງໆດັ່ງອະທິຍາຍລຸ່ມນີ້ (ຄູເປັນຜູ້ມີແນວຄິດທີ່ດີທີ່ສຸດໃນການເລືອກນໍາໃຊ້ຮູບ ແບບໃດສໍາລັບວິຊາ/ໜ່ວຍວິຊາ/ຫົວຂໍ້ຂອງບົດຮຽນ): - ຮູບແບບແກ້ບັນຫາຂອງ Wales/Woods ກໍ ານົດສະພາບການ ຄວາມິຈງແມ່ ນຫຍັງ? ແມ່ ນບັນຫາຫຍັງ? ກໍ ານົດເົປ ້ າຫມາຍ • ຂ້ອຍຕ້ອງການຜົນໄດ້ຮັບອັນ ໃດ? ສ້ າງແນວຄວາມິຄດເພື ່ ອບັນລຸ ເົປ້ າ ຫມາຍ. ເືລອກແນວຄວາມິຄດີ ່ທີດີ ່ທສຸ ດ. ແນວຄວາມິຄດໃດຈະເຮັ ດວຽກ? ສ້ າງແຜນຈັດຕັ ້ງປະຕິ ບັດແນວິຄດ ເປັ ນແຕ່ ລະຂັ ້ນຕອນ ຂ້ອຍຈະໃຊ້ຂັ ້ນຕອນໃດແດ່ ? ໍດາເີນນການປະຕິ ບັດ (ເຮັ ດຕາມແຜນ) ີມຫຍັງໃນຂັ ້ນຕໍ ່ ໄປ? ທົບທວນືຄນິວີທແກ້ /ຂະບວນການ. ສ້ າງຄວາມຮູ ້ີ ່ ທໄດ້ມາໃຫ້ໜັກແໜ້ ນ (ຂ້ອຍໄດ້ບັນລຸ ຈຸ ດໝາຍແລ້ວໍ ່ບ? ຂ້ອຍໄດ້ປັບປຸ ງ ຂະບວນການໍ ່ບ? ຂ້ອນໄດ້ຮຽນຮູ້ຫຍັງ?)
ວິທີການສອນ CBLM 76 ຂັ້ນຕອນຕ່າງໆ ກໍານົດບັນຫາ/ເຂົ້າໃຈບັນຫາ ລະບົບ. ໃຫ້ນັກຮຽນລະບຸລະບບົທີ່ກໍາລັງສຶກສາຢູ່ (ຍົກຕົວຢ່າງ, ການເຊ່ອືມໂລຫະທ່ີກຽ່ ວຂອ້ ງກບັພະລງັງານ ທ່ີແນນ່ ອນ) ໂດຍອະທິບາຍຂໍ້ມູນທີ່ໄດ້ມາຈາກການຕັ້ງບັນຫາ. ການແຕ້ມແຜນວາດເປັນວິທີການທີ່ດີສໍາລັບ ດໍາເນີນຂັ້ນນີ້. ຄວາມຮູ້/ທີ່ໄດ້ ແລະ ແນວຄວາມຄິດ. ຂຶ້ນລາຍການທີ່ຮູ້ກ່ຽວກັບບັນຫາ ແລະ ກໍານົດຄວາມຮູ້ທີ່ຕ້ອງການເພື່ອ ເຂົ້າໃຈ (ແລະ ຖ້າເປັນໄປໄດ້) ແກ້ໄຂມັນ. ສິ່ງທີ່ບໍ່ຮູ້. ເມື່ອທ່ານໄດ້ລາຍການທີ່ຮູ້ກ່ຽວກັບບັນຫາແລ້ວ, ການກໍານົດສິ່ງທີ່ບໍ່ຮູ້ກໍ່ຈະງ່າຍຂຶ້ນ. ໂດຍທົ່ວໄປ ແລ້ວ ສິ່ງທີ່ບຮໍ່ ູ້ຄືຄໍາຕອບຂອງບັນຫາ, ແຕ່ມນັອາດຈະມີສງິ່ ທີ່ບໍ່ຮູ້ອື່ນໆອີກ. ຈົ່ງແນ່ໃຈວາ່ ນັກຮຽນຂອງທ່ານ ເຂົ້າໃຈໃນສິ່ງທີ່ຄາດວ່າຈະຄົ້ນພົບໄດ້. ຫົວໜ່ວຍ ແລະ ເຄື່ອງໝາຍ. ລັກສະນະໜຶ່ງທີ່ສໍາຄັນຂອງການແກ້ບັນຫາແມ່ນການສອນນັກຮຽນໃຫຮ້ ູ້ວິທີຄັດ ເລືອກ, ໃຫຄ້ ວາມໝາຍ ແລະ ນໍາໃຊ້ຫົວໜ່ວຍ ແລະ ເຄື່ອງໝາຍ. ຈົ່ງເນັ້ນການນໍາໃຊ້ບັນດາຫົວໜ່ວຍເວລາທີ່ ໃຊ້ມນັ ໄດ້. ພັດທະນາຄວາມຊິນເຄີຍໃນການນໍາໃຊ້ຫົວໜ່ວຍ ແລະ ເຄື່ອງໝາຍທເີ່ ໝາະສົມດ້ວຍຕົນເອງຢູ່ ສະເໝີ. ຂໍ້ຈໍາກັດ. ທຸກບັນຫາມີຂໍ້ຈໍາກັດທີ່ໄດ້ກໍານົດ ຫຼື ມີເບື້ອງຫຼັງຂອງຂໍ້ຈໍາກັດ. ສອນນັກຮຽນໃຫ້ຊອກຫາແຕ່ຄໍາ ສັບຈໍາເປັນ ຕ້ອງລະເລີຍ ຫຼືການສົມມດຸ ສາມາດຊ່ວຍກໍານົດຂໍ້ຈໍາກັດ. ເງື່ອນໄຂຂອງຜົນສໍາເລັດ. ຊວ່ ຍນັກຮຽນໃຫ້ພິຈາລະນາແຕ່ເບື້ອງຕົ້ນ ວ່າມີຄໍາຕອບທີ່ມໂີລຊິກປະເພດໃດແດ່. ຈະມີຄຸນລັກສະນະໃດແດ່? ຕວົຢ່າງເຊັ່ນ ບັນຫາກຽ່ ວກັບປະລິມານ ຮຽກຮ້ອງຄໍາຕອບໃນຮບູ ແບບຂອງຫວົ ໜ່ ວຍທີ່ເປັນຕົວເລກ (ຍົກຕົວຢ່າງ, ຜົນຜະລິດເປັນໂດລາ/ກິໂລກຣາມ, ຊັງຕີແມັດມົນທົນ ແລະ ອື່ນໆ) ໃນຂະນະ ທີ່ຄໍາຕອບທີ່ຮຽກຮ້ອງດ້ານປະສິດທິຜົນ ຈະແມ່ນໃນຮູບແບບຂອງຕົວເລກສູງສຸດ ຫຼື ຕໍ່າສຸດ. ຄິດເຖິງມັນ “ປ່ອຍໃຫ້ມັນເປັນໄປ”. ນໍາໃຊຂ້ ັ້ນຕອນນີ້ເພື່ອຕຶກຕອງບັນຫາ. ຕາມຫຼັກການແລວ້ , ນັກຮຽນຈະ ພັດທະນາຮູບພາບໃນແນວຄິດກ່ຽວກັບບັນຫາທີ່ຢູ່ໃນມືໃນຂັ້ນຕອນນີ້. ກໍານົດຄວາມຮູ້ສະເພາະ. ນກັຮຽນຈະຕ້ອງກໍານົດເອງຄວາມຮູ້ເບື້ອງຫຼັງຈາກຮູບພາບ, ຈາກຕົວຢ່າງ ແລະ ບັນຫາທີ່ຄວບຄຸມບົດຮຽນ. ເກັບກໍາຂໍ້ມູນ. ຊຸກຍູ້ນັກຮຽນໃຫ້ເກັບກໍາຂໍ້ມູນທີ່ຊັດເຈນ ເຊັ່ນປັດໄຈການປ່ຽນແປງ, ຄ່າຄົງທີ່ ແລະ ຕາຕະລາງ ທີ່ຕ້ອງການເພື່ອແກ້ບັນຫາ. 1 2
ວິທີການສອນ CBLM 77 ວາງແຜນການແກ້ບັນຫາ/ສ້າງແຜນ ພິຈາລະນາວິທີທາງທີ່ເປັນໄປໄດ້. ສ່ວນຫຼາຍປະເພດຂອງວິທີແກ້ຈະຖືກກໍານົດໂດຍປະເພດ ຂອງບັນຫາ. ມີບາງວິທແີກ້ບນັຫາທົ່ວໄປຄື: ຄໍານວນ; ເຮດັໃຫ້ງ່າຍຂຶ້ນ; ນໍາໃຊ້ສົມຜົນ; ເຮັດເປັນ ແບບຢ່າງ, ແຜນວາດ, ຕາຕະລາງ ຫືຼແຜນພມູ ຫຼືເຮັດກັບຄນືຫຼັງ. ຄັດເລືອກເອົາວິທີການທີ່ດີທີ່ສຸດ. ຊ່ວຍນັກຮຽນໃນການເລືອກວິທີການທີ່ດີທີ່ສຸດໂດຍເຕືອນອີກຄັ້ງໃຫ້ເຂົາເຈົ້າ ຄໍານຶງເຖິງສິ່ງທເີ່ ຂົາເຈົ້າຕ້ອງການຄົ້ນພົບ ຫຼືຄິດໄລ່. ດໍາເນີນການຕາມແຜນ/ລົງມືປະຕິບັດ ຈົ່ງມີຄວາມອົດທົນ. ບັນຫາຫຼາຍຢ່າງບໍ່ສາມາດແກ້ໄດ້ໂດຍໄວ ຫຼື ແກ້ໄດ້ໃນຄັ້ງທໍາອິດໂລດ. ແຕ່ກໍ່ມີ ບາງກໍລະນີທີ່ການດໍາເນີນວິທກີານແກ້ໄດ້ໂດຍຜ່ານຂັ້ນຕອນງ່າຍໆ. ຈົ່ງມີຄວາມພະຍາຍາມ. ຖ້າແຜນການຫາກບໍ່ສໍາເລັດໃນທັນທີ, ບໍ່ຄວນປ່ອຍໃຫ້ນັກຮຽນທໍ້ໃຈ. ຊຸກຍູ້ ໃຫ້ເຂົາເຈົ້າທົດລອງວິທີການອນື່ ແລະ ພະຍາຍາມທົດລອງຕໆໍ່ ໄປ. ເບິ່ງຄືນ ຊຸກຍູ້ໃຫ້ນັກຮຽນມີຄໍາເຫັນສະທ້ອນແລກປ່ຽນ. ເມື່ອວິທີການແກ້ໃດໜຶ່ງໄດ້ບັນລຸ, ນັກຮຽນຕ້ອງຖາມ ຕົນເອງດ້ວຍບັນດາຄໍາຖາມດັ່ງຕໍ່ໄປນີ້: ຄໍາຕອບມີຄວາມໝາຍບໍ່? ຄໍາຕອບສອດຄ່ອງກັບເງື່ອນໄຂທີ່ໄດ້ສ້າງຂຶ້ນໃນຂັ້ນຕອນທີ 1 ບໍ່? ຂ້ອຍໄດ້ຕອບຕາມຄໍາຖາມແລ້ວບໍ່? ຂ້ອຍໄດ້ຮຽນຮຫູ້ ຍັງໃນການເຮດັສິ່ງນີ້? ຂ້ອຍສາມາດແກ້ບັນຫານີ້ດ້ວຍວິທີທາງອື່ນບໍ່? ການເສີມສ້າງສໍາລັບຄູ: ຄວາມເປັນໄປໄດ້ໃນການດໍາເນີນການແກ້ບັນຫາໃນຫ້ອງຮຽນ ສະໜອງຄວາມເປັນມາ: ໃນບາງຊົ່ວໂມສອນ, ມັນອາດມີຄວາມເໝາະສມົ ໃນການສົນທະນາກ່ຽວກັບທິດສະດີ ແລະ ວິທີການທີ່ກຽ່ ວຂ້ອງກັບຫົວຂໍ້ຂອງບົດຮຽນ ດວ້ ຍລະດບັໂດຍລວມທແີ່ ທດເໝາະ, ແລ້ວນໍາໃຊ້ການສົນທະນາ ດັ່ງກ່າວເປັນພື້ນຖານໃນການນໍາເຂົ້າສູ່ປະເດັນທີ່ຍົກຂຶ້ນໃນບົດຝຶກຫັດ/ວຽກບ້ານ. ໃນຊົ່ວໂມງຮຽນກຽ່ ວກັບສະຖິຕ, ິ ວຽກບ້ານໄດ້ເຜີຍໃຫຮ້ ູ້ວ່ານັກຮຽນມີຄວາມຫຍຸ້ງຍາກຫຼາຍກ່ຽວກັບແນວຄິດ ໜຶ່ງທີ່ສໍາຄັນນັ້ນຄືຕົວຄາດການ/ຕົວປະມານ. ຊົ່ວໂມງຮຽນໜຶ່ງທີ່ປະສົບຜົນສໍາເລັດແມ່ນມີການໃຊ້ເວລາເຄິ່ງ ໜຶ່ງໃນການສຶກສາກ່ຽວກັບນິຍາມ ແລະ ຄຸນສົມບັດທີ່ກຽ່ ວຂ້ອງ, ດວ້ ຍການໃຫ້ຕົວຢ່າງຫາຼຍໆໃນສິ່ງທີ່ແມ່ນ ແລະ ບແໍ່ ມ່ນຕວົຄາດການ/ຕວົປະມານ. ສິ່ງດັ່ງກ່າວຊີ້ແຈງກ່ຽວກັບປະເດັນທີ່ກຽ່ ວຂ້ອງ ແລະ ຈາກນັ້ນ ມນັກໍ່ ເປັນໄປໄດ້ທີ່ຈະກັບຄືນໄປຫາຄໍາຖາມຂອງວຽກບ້ານ ແລະ ອະທິບາຍແຈ້ງເຖິງວິທີນໍາໃຊ້ແນວຄິດພື້ນຖານ ແນວໃດໃນທຸກຄໍາຖາມ. 3 5 4
ວິທີການສອນ CBLM 78 ອ່ານ ແລະ ສ້າງຄໍາຖາມ: ໃນຫຼາຍຊົ່ວໂມງສອນ ມັນຈະເປນັປະໂຫຍດໃນການຊຸກຍູ້ນັກຮຽນໃຫ້ອ່ານຄໍາຖາມໃຫ້ ລະອຽດ ແລະ ຊມຶ ຊັບເອົາຂໍ້ມນູ ຈາກຄໍາຖາມ. ໃນຫຼາຍຂົງເຂດການນໍາໃຊ້ສິ່ງດັ່ງກ່າວອາດຖືກຊຸກຍູ້ໂດຍຜ່ານການ ສັງເກດຊຶ່ງໃນ "ໂລກຕົວຈິງ", ບັນຫາຈິງຮຽກຮ້ອງໃຫ້ມີຄວາມພະຍາຍາມ ແລະ ຄວາມຄິດຢ່າງໜັກເພື່ອຕັດ ສິນໃຈ ວ່າແມ່ນສິ່ງໃດທີ່ສໍາຄັນກ່ຽວກບັບັນຫາເຫຼົ່ານັ້ນ ແລະ ວິທີການທາງຄະນິດສາດໃດທີ່ອາດພາໃຫ້ເກີດຜົນ. ກໍານົດຂະບວນການຄິດ: ໃນຫຼາຍຊົ່ວໂມງສອນ ການສົນທະນາກ່ຽວກັບຂະບວນການຄິດ ທີ່ນັກຮຽນຕ້ອງການມີ ສ່ວນຮ່ວມໃນຂະນະທີ່ຊອກຫາວິທີແກ້ບັນຫານັ້ນ ກໍ່ຈະໄດຜ້ ົນ: ໃນແຕ່ລະຂັ້ນຕອນ, ນັກຮຽນຕ້ອງການທີ່ຈະ ສາມາດຕັດສິນໃຈວ່າ "ຂ້ອຍຄວນເຮັດຫຍັງໃນຂັ້ນຕໍ່ໄປ"? ໃນຊົ່ວໂມງຮຽນກຽ່ ວກັບສະຖິຕິ, ມີຫຼາຍວິທີສໍາລັບການຄໍານວນຄວາມເປັນໄປໄດ້ ໂດຍນໍາໃຊ້ສູດສອງຢ່າງຄື ສູດຂອງ Bayes ແລະ ສູດຄວາມເປັນໄປໄດ້ທງັໝົດ. ໃນຂນັ້ ຕອນທີ່ເໝາະສົມໃດໜຶ່ງ, ສວ່ ນຫຼາຍມັນໄດ້ຜົນ ໃນການສະແດງຜົນຮັບດ່ັງກ່າວດ້ວຍສີທີ່ຕ່າງຈາກ "ວິທີແກ້ບັນຫາ", ເພື່ອເຕືອນນັກຮຽນພຽງວ່າຍ້ອນຫຍັງ ການຄໍານວນຄັ້ງຕໍ່ໄປຈຶ່ງເໝາະສົມທີ່ຈະດໍາເນີນການ. ເຊັ່ນດຽວກັນ, ໃນການອະທິບາຍວທິ ີການກໍາຈັດຂອງ Gauss ໃນການໝູນໃຊ້ມາຕຣິສ໌/matrices, ມນັສາມາດເປນັປະໂຫຍດໄດ້ຖາ້ຈະເອົາສອີອ້ ມຮອບຕາຕາ່ ງໆ ທ່ີສາໍຄນັ ແລະ ກຸມ່ ຕາທ່ີຖກືນາໍໃຊຢ້ ຂູ່ ນັ້ຕອນຕາ່ ງໆຂອງການຄາໍນວນ. ນໍາໃຊ້ຕົວຢ່າງ: ສ່ວນຫຼາຍມນັໄດ້ຜົນດີໃນການລະດົມແນວຄິດ ແລະ ເຕັກກນິກໂດຍອີງໃສ່ຕົວຢ່າງຈາກຊີວິດຈິງ. ໃນຊົ່ວໂມງຮຽນກຽ່ ວກັບສະຖິຕິ, ນັກຮຽນຈະພົບພໍ້ແນວຄວາມຄິດຂອງ "ຄ່າທີ່ຜິດປົກກະຕ/ິoutliers", ຊຶ່ງ ແມ່ນການເວົ້າເຖິງຄ່າໃນຊຸດຂໍ້ມູນ ທີ່ເບິ່ງຄວື່າຫາ່ ງໄກຈາກຂໍ້ມູນສ່ວນໃຫຍ່ທີ່ເຄີຍຮູ້ຈັກ. ໃນສະພາບການ ຂອງໂລກຕົວຈິງ, ຄວາມຜິດປກົກະຕິດັ່ງກ່າວສາມາດເປັນໄປໄດ້ ຍ້ອນວ່າ, ເຊັ່ນຕົວຢ່າງ, ຄວາມຜິດພາດ ຂອງເຄື່ອງມື. ການຄົ້ນພົບຮູ/ປ່ອງທີ່ມີຊື່ສຽງໃນຊັ້ນໂອໂຊນ, ຢເູ່ ໜືອເຂດອັງຕາກຕິກ/ Antarctica (ຂົ້ວໂລກ ໃຕ້), ສະແດງໃຫເ້ຫັນທັງສອງຢ່າງຄືຄວາມສໍາຄັນ ແລະ ຄວາມຫຍຸ້ງຍາກໃນການຈດັການກັບບັນຫາ ດັ່ງກ່າວໃນສະພາບຂອງ "ໂລກແຫ່ງຄວາມຈງິ": ປ່ອງດັ່ງກ່າວໄດ້ຖືກຄົ້ນພົບໂດຍໃຊ້ໝາກປຸ່ມເປົ້າຂອງ ອຸຕຸນິຍົມ, ແຕ່ຫຼັງຈາກນັ້ນຄໍາຖາມ ກໍເກີດຂຶ້ນວ່າເປັນຫຍັງດາວທຽມອຸຕຸນິຍົມທີ່ສັງເກດພື້ນທີ່ດຽວກັນ ກ່ອນ ໜ້ານີ້ຄືບໍ່ໄດ້ລະບຸມາກ່ອນ. ມັນໄດ້ກາຍເປັນວ່າໂປແກຼມຄອມພີວເຕີທີ່ໃຊ້ໃນການວິເຄາະຂໍ້ມູນຈາກດາວ ທຽມໄດ້ຖືກຂຽນໄວ້ເປັນການປະຕິເສດ, ຍ້ອນວ່າມັນແມ່ນ "ຄ່າທີ່ຜິດປົກກະຕິ/outliers", ທີ່ເກີດຈາກຂໍ້ຜິດ ພາດຂອງເຄື່ອງມື, ການອ່ານທີ່ແທ້ຈິງຊຶ່ງຄວນຈະຖືກເປີດເຜີຍກ່ຽວກັບປ່ອງໂອໂຊນຈ່ງຶບໍ່ໄດ້ຮັບຄວາມສົນ ໃຈ, ຈົນມນັ ໄດ້ຖືກຄົ້ນພົບດ້ວຍອີກວິທີທາງໜຶ່ງ. ກະກຽມ ແລະ ເຮັດໂຄງສ້າງ: ໃຫແ້ ນ່ໃຈວ່າຫ້ອງຮຽນໄດ້ຖືກກະກຽມເປັນຢ່າງດີດວ້ ຍໂຄງສາ້ງທີ່ຖືກຕ້ອງ: ມີແນວ ຄວາມຄິດບາງຢ່າງກ່ຽວກັບສິ່ງນີ້ ຊຶ່ງສາມາດພົບໄດ້ຢູ່ຂ້າງເທງິ, ແລະ ຍັງມີຢູ່ໃນພາກສວ່ ນ “ການກະກຽມ ແລະ ການວາງແຜນ”. ອະທິບາຍ, ຈາກນັ້ນສະຫຼຸບສັງລວມ: ກຽມຕວົລື້ມຄືນສິ່ງຕາ່ ງໆ ຊຶ່ງຈະເຫັນເລື້ອຍໆວ່າຈະເລີ່ມຈາກມຸມມອງທີ່ ແຕກຕ່າງກັນເລັກນ້ອຍ ແລະ ສະຫຼຸບແນວຄິດທີ່ທ່ານກໍາລັງພະຍາຍາມ, ຕວົຢ່າງເຊັ່ນ: ເຮດັເປັນຈດຸ /ເຮັດເປັນຫຍໍ້ ໜ້າ /bullet.
ວິທີການສອນ CBLM 79 ສັງເກດຜູ້ຊົມຜູ້ຟັງຂອງທ່ານ: ເອົາໃຈໃສ່ຢ່າງລະມັດລະວັງວ່ານັກຮຽນໄດ້ຕິດຕາມສິ່ງທີ່ກ່າວມາ ຫຼື ບໍ່: ມັນມີເບາະ ແສຫຼາຍປະເພດທີ່ສາມາດຊ່ວຍໃຫຮ້ ູ້ໃນເລື່ອງນີ້, ລວມມກີານໃຊ້ພາສາກາຍ ແລະ ການສະແດງອອກທາງໜ້າ ຕາ, ພ້ອມທັງຄໍາຖາມເຈາະຈົງ ຫຼື ການອຸທານຕ່າງໆທີ່ເຂົາເຈາົ້ເວົ້າອອກມາ. ຊ ຸກຍູ້ການມີສ່ວນຮ່ວມ: ເຖິງແມ່ນວ່າເວລາຄູສອນໃນຫ້ອງຮຽນກໍາລັງຄວບຄມຸ ການສົນທະນາ (ຊຶ່ງມັກເກີດຂຶ້ນ ໃນຊົ່ວໂມງຮຽນວິທີແກ້ບັນຫາ), ຄູຄວນຮັບປະກັນວ່ານັກຮຽນຈະຖືກສົ່ງເສີມໃຫເ້ວົ້າອອກມາ ຖ້າມບີາງຢ່າງທີ່ບໍ່ ຈະແຈ້ງ, ຫຼື ຜິດ. ໃຫ້ນັກຮຽນມີສ່ວນຮ່ວມ: ເຕັກນິກໜຶ່ງອີກທີ່ຊ່ວຍໃຫ້ນັກຮຽນມີສ່ວນຮວ່ ມ, ເຖິງແມ່ນວ່າຄສູ ອນໃນຫ້ອງຮຽນກໍາລັງ ຄວບຄຸມການສົນທະນາກໍຕາມ ແຕ່ບາງຄັ້ງກໍ ່ຖາມບາງສິ່ງບາງຢ່າງໄປເລື້ອຍໆເຊັ່ນ: "ມີໃຜບອກຂ້ອຍໄດ້ບໍ່ວ່າຈະ ມີຫຍັງເກີດຂຶ້ນໃນຂັ້ນຕໍ່ໄປ". ວິທີການນີ້ສາມາດປ່ຽນແປງໄດ້ຫາຼຍແບບໂດຍການຖາມນັກຮຽນສະເພາະບາງຢ່າງ ທີ່ຄ້າຍຄືກັນ, ແຕ່ວ່າ ເຖງິຈະມີການນໍາໃຊ້ວິທີການລະອຽດອັນໃດກໍ່ຕາມ, ຄູຕ້ອງມີສະຕິກ່ຽວກັບອັນຕະລາຍຈາກ ນັກຮຽນສອງປະເພດຄືນັກຮຽນປະເພດທີ່ "ກະຕືລືລົ້ນ/ກ້າວລາ້ວ/ອວດເກັ່ງ", ຜູ້ທມີ່ ັກສະແດງອອກວ່າເຂົາຮູ້ຫຼາຍ, ເຮັດໃຫ້ນັກຮຽນຄົນອື່ນມີຄວາມຢ້ານກົວ ທໍ້ຖອຍໃຈ, ແລະ ນັກຮຽນອີກປະເພດໜຶ່ງທີ່ມີຄວາມລະອາຍ ຫຼື ກະວົນ ກະວາຍ, ຜູ້ທີ່ຕ້ອງການໄດ້ຮັບການຊຸກຍູ້ ເພື່ອຕອບສະໜອງໃນສະພາບການດັ່ງກ່າວ. ໃຊ້ການເຮັດບົດຝຶກຫັດຕໍ່ໄປເລື້ອຍໆເພື່ອກວດສອບຄວາມເຂົ້າໃຈ: ສາມາດບອກນັກຮຽນລ່ວງໜ້າວ່າເຂົາເຈົ້າຈະ ມີບົດຝຶກຫັດໃຫເ້ຮັດຢູ່ໃນຫ້ອງຮຽນ ຊຶ່ງເປັນກິດຈະກໍາຕໍ່ເນື່ອງມາຈາກອັນກ່ອນ, ຫຼື ແມ່ນຕົວຢ່າງອີກອັນໜຶ່ງຂອງ ບົດຝຶກຫັດທີ່ເຂົາເຈົ້າໄດ້ເຮັດ/ກະກຽມມາແລ້ວ. ນັກຮຽນສາມາດເຮັດວຽກເຫຼົ່ານີ້ ເປັນກຸ່ມນ້ອຍໆ ແລ້ວມີການ ລາຍງານຄືນໃນນາມກຸ່ມ. ໃຫ້ເວລາພຽງພໍສໍາລັບນັກຮຽນ: ຖ້າທ່ານເອົາວຽກໃຫ້ນັກຮຽນເຮັດໃນຫ້ອງຊຶ່ງແມ່ນການເຮດັບົດຝຶກຫັດ ຕໍ່ຈາກ ບົດຝຶກຫັດທີ່ພວກເຂົາໄດເ້ຮັດມາກ່ອນ/ກະກຽມໄວ້ແລ້ວ, ໃຫ້ເວລາພຽງພໍແກ່ນັກຮຽນເພື່ອເຮັດໃຫ້ມັນສໍາເລັດຢ່າງ ສົມບູນ ຫຼື ຢ່າງໜ້ອຍກໍ ່ເຮັດຜ່ານໄປໄດ້ຫຼາຍສົມຄວນເພື່ອຈະໄດ້ຮັບປະໂຫຍດຕື່ມຈາກການອະທິບາຍຕໍ່ໄປ. ຄູ: ຈົ່ງຫຼີກເວັ້ນສິ່ງທ້າທາຍດັ່ງຕໍ່ໄປນີ້: ອ່ານອອກສຽງດັງໆ: ຢ່າພຽງແຕ່ອ່ານອອກມາ ຫືຼ ບອກນັກຮຽນໃຫອ້ ່ານ, ຄູຜຮູ້ ັບຜິດຊອບຄວນໄດ້ພິມວທິ ີແກ້ /ຄໍາຕອບອອກມາກ່ອນແລ້ວສະໜອງໃຫ້ນັກຮຽນ. ຂ້າມສ່ວນໜຶ່ງ ຂອງຄໍາອະທິບາຍ: ຢ່າ “ຂ້າມ” ຈຸດລະອຽດໃນການໃຫ້ເຫດຜົນຍ້ອນຄິດວ່າມນັ “ງ່າຍ” ຫຼື “ຈະແຈ້ງ” ແລ້ວ. ຮັກສາລະດັບຄວາມເລກິ ເຊິ່ງທີ່ສອດຄ່ອງຂອງຄໍາອະທິບາຍ ແລະ ຈ່ງົຢ່າລືມວ່າຈດຸ ທີ່ “ຈະແຈ້ງ” ສໍາລັບ ທ່ານ ອາດຈະບໍ່ເປັນຄືດັ່ງນັ້ນກັບນັກຮຽນຂອງທ່ານ. ຟ້າວຟັ່ງ: ຢ່າໄປໄວເກີນໄປ. ພະຍາຍາມປົກປິດຄວາມຜິດພາດ: ຢ່າຢ້ານທີ່ຈະຍອມຮັບຄວາມຜິດພາດໃນເວລາທມີ່ ັນເກີດຂຶ້ນ ຫຼື ຍອມຮັບວ່າ ມີບາງສິ່ງບາງຢ່າງທີ່ທ່ານບໍ່ຮູ້. ຖ້ານັກຮຽນຕັ້ງຄໍາຖາມທີ່ທາ່ ນຮູ້ສຶກວ່າທ່ານບໍ່ສາມາດແກ້ບັນຫາ/ຕອບຄໍາຖາມໄດ້ ຢ່າງຖືກຕ້ອງ/ພຽງພໍທັນທີໃນເວລານັ້ນ, ຈາກນັ້ນຢ່າເວົ້າແບບບໍ່ມີສາລະ ຫຼື ສະເໜີຄໍາອະທິບາຍທີ່ບໍ່ຊັດເຈນ. ບອກ
ວິທີການສອນ CBLM 80 ນັກຮຽນວ່າທ່ານຈະເບິ່ງຄືນຄໍາຖາມຂອງເຂົາເຈ້າົ ແລະ ຈະອະທິບາຍໃຫເ້ຂົາເຈົ້າຮູ້ຕາມພາຍຫຼັງ. ບັນທຶກເອົາທຸກ ຄໍາຖາມ ຫຼື ຂໍ້ຂ້ອງໃຈທີ່ແກ້ຍັງບໍ່ໄດ້ແລະ ໃຫແ້ ນ່ໃຈວ່າທ່ານ ໄດ້ຄໍາຕອບກັບມາຫາເຂົາເຈົ້າ. ຜົນປະໂຫຍດ ການແກ້ບັນຫາແມ່ນມີຄວາມນິຍົມຫຼາຍໃນວິຊາຄະນິດສາດ. ມັນພດັທະນາຄວາມເກັ່ງຄວາມສາມາດທາງຄະນິດ ສາດ. ມັນສະໜອງໃຫ້ນັກຮຽນເຄື່ອງມືໃນການນໍາໃຊ້ຄວາມຮູ້ທາງຄະນິດສາດຂອງເຂົາເຈົ້າ ເພື່ອແກ້ຂໍ້ສົມມດຸ ຖານ ແລະ ແກ້ບັນຫາໃນໂລກຕົວຈິງ. ການແກ້ບັນຫາເປັນເລື່ອງທີ່ມວ່ ນຊື່ນ. ມັນຊ່ວຍເຮດັ ໃຫນ້ ັກຮຽນເຮັດວຽກ ຕາມຈງັຫວະບາດກ້າວຂອງຕົນເອງ ແລະ ຕັດສິນໃຈກ່ຽວກັບວິທີທີ່ເຂົາເຈົ້າຄົ້ນຫາເພື່ອແກ້ບັນຫາ. ທັກສະການແກ້ບັນຫາສ້າງຄວາມໝັ້ນໃຈ. ນັກຮຽນຮຽນທີ່ຈະຊອກຫາສິ່ງທ້າທາຍຈາກມຸມມອງທີ່ສົດໆໃໝ່ໆ. ເພາະສະນັ້ນ, ເຂົາເຈົ້າຕ້ອງໃຊ້ການສ່ຽງໄພໃນການຄິດໄລ່ຫາຼຍຂຶ້ນ. ຖ້ານັກຮຽນຝຶກຊ້ອມການແກ້ບັນຫາຢ່າງບໍ່ ຢຸດຢັ້ງ, ເຂົາເຈົ້າຈະສາມາດພດັທະນາສະຕິຕໍ່ສະຖານະການ ແລະ ສັງຄົມໄດ້ຫຼາຍຂຶ້ນ. ນອກຈາກນັ້ນ, ເຂົາເຈົ້າຍັງ ຮຽນຮູ້ທີ່ຈະຈັດການກັບເວລາ ແລະ ພັດທະນາຄວາມອົດທົນອີກດ້ວຍ. ຄວາມສາມາດໃນການແກ້ບັນຫາແມ່ນເຊື່ອມຕໍ່ກັບ ທັກສະອື່ນໆອີກຈໍານວນໜຶ່ງ, ລວມທັງ: ທັກສະວິເຄາະ ມຫີວົຄິດນະວດັຕະກາໍໃໝໆ່ ແລະ ມຫີວົ ຄດິປະດດິສາ້ງ ແນວຄິດຮອບດ້ານ ການປັບຕົວ ແລະ ຄວາມຢືດຢູນ ລະດັບຄວາມສາມາດໃນການນໍາພາ ມີແນວຄິດລເິລີ່ມ ການປັບປຸງຄືນໃໝ່ໃຫ້ໄວ (ເພື່ອປະເມີນຄືນ ໃໝ່ເມື່ອຄວາມຄິດທໍາອິດຂອງທ່ານບໍ່ໄດ້ຜົນ) ທັກສະຫຼັກອື່ນໆໃນການແກ້ບັນຫາ ລວມມີ: ການຟັງຢ່າງຫ້າວຫັນ ການວິເຄາະ ການຄົ້ນຄວ້າວິໄຈ ມີຫວົຄິດປະດິດສ້າງ ການສື່ສານ ການເພິ່ງພາອາໄສ/ຂຶ້ນກັບ ການຕັດສິນໃຈ ການສ້າງທີມ ແຫຼ່ງຂມໍ້ ູນ: https://uwaterloo.ca/centre-for-teaching-excellence/teaching-resources/teachingtips/developing-assignments/cross-discipline-skills/teaching-problem-solving-skills https://asq.org/quality-resources/problemsolving#:~:text=Problem%20solving%20is%20the%20act,The%20problem%2Dsolvin g%20process https://www.economicsnetwork.ac.uk/handbook/gta/52
ວິທີການສອນ CBLM 80 ໂມດູນ ການຮຽນແບບໂຄງການ ໄອຄອນ/ICON ການບັນທຶກການ ສໍາມະນາທາງ ອອນລາຍ/ Webinar https://www.youtube.com/watch?v=VawW-57yuoM ກະຣຸນາເບິ່ງຕື່ມ: https://www.youtube.com/watch?v=LMCZvGesRz8&t=145s ການນໍາສະເໜີທາງ ອອນລາຍ (Power Point) https://www.slideshare.net/jugawayne/module-22-project-basedlearning-presentation-lao-versionfinal?fbclid=IwAR1WLtC0vmv_kItwwfPjZYyuqn0Z316obTmo3RopVRHQ067OBSloySCZpU https://www.slideshare.net/jugawayne/module-22-project-basedlearning-english-versionfinal-1-july21?fbclid=IwAR1c94rSdxCigZwMdyVezNdTr8wrS5AwhWfh5WL6esvoZdch-SjItYPlJk https://docs.google.com/forms/d/e/1FAIpQLSfTrlTdbPfW0JT0mcGVZXaXFKz1EuVBIl66IJyVgPEPTo3g/viewform?usp=sf_link 2.2 ການຮຽນແບບໂຄງການ
ວິທີການສອນ CBLM 81 ໂມດູນ 2.2 ການຮຽນແບບໂຄງການ ຍິນດີຕ້ອນເຂົ້າສູ່ໂມດູນ 2.2 ກຽ່ ວກັບການຮຽນແບບໂຄງການ. ພາກທີ I. ແນະນໍາການປະເມີນ ໃບຂໍ້ມູນ: ໂມດູນນີ້ຖືກອອກແບບສໍາລັບຄູເພື່ອໃຫ້ຮູ້ກຽ່ ວກັບການສອນແບບ ໂຄງການ ຊຶ່ງຈະສົນທະນາເຖິງວິທີຈັດຕັ້ງປະຕິບັດວິທີນ.ີ້ ໜ້າວຽກ ແລະ ໃບງານ: ກະລຸນາຂຽນ “ຖ” ຖ້າປະໂຫຍກຖືກ ແລະ ຂຽນ “ຜ” ຖ້າປະໂຫຍກຫາກຜິດ. _______1. PBL ຫຼືການຮຽນແບບໂຄງການແມນ່ ວທິ ີການຮຽນທ່ີນກັຮຽນກາໍນດົບນັຫາໃນໂລກຕວົຈງິແລະ ພດັທະນາວທິ ີແກ. ້ _______2. PBL ຍງັສອນໃຫນ້ ກັຮຽນສາມາດຄວບຄມຸ ການຮຽນຂອງເຂົາເຈາົ້ ຊ່ງຶເປັນບາດກາ້ວທາໍອິດໃນ ຖານະທ່ີເປັນຜຮູ້ ຽນຕະຫຼອດຊວີດິ . _______3. ການຮຽນແບບໂຄງການບໍ່ມີແຜນວິເສດ ຫຍັງ, ທ່ານສາມາດນໍາໃຊ້ເພື່ອນໍາພາທ່ານເອງ. ມັນມີ ຄວາມຢືດຢູນ ແລະ ແມ່ນເຄື່ອງມືການວາງແຜນຫຼັກສູດ ທີ່ມກັນໍາໃຊ້ເພື່ອ “ເຊື່ອນສານ” ກັບວິທີການຮຽນອື່ນໆ ເຊັ່ນການຮຽນແບບຫຼິ້ນເກມ, ການຮຽນແບບປະສົມ ປະສານ, ການຮຽນທີ່ອີງໃສ່ສະຖານທີ່ ແລະ ອື່ນໆ. _______4. ຜ່ານ PBL, ນັກຮຽນຈະຮຽນວິທີການ ພົວພັນກັບຜູ້ໃຫຍ່ ແລະ ອົງການຈັດຕັ້ງຕ່າງໆ. _______5. ໂຄງການຕົວຈິງມີສ່ວນຮ່ວມໃນແນວຄິດ ແລະ ຈິດໃຈຂອງນັກຮຽນ. ມັນແມ່ນຄວາມກ່ຽວຂ້ອງກັບ ໂລກຕົວຈິງ ແລະ ສົ່ງເສີມການຮຽນຕະຫຼອດຊີວິດ. _______6. ດ້ວຍ PBL, ນັກຮຽນບໍ່ໄດ້ສ້າງແນວຄິດ ລິເລີ່ມ ແລະ ທັດສະນະທ່າທີທີ່ດີຕໍ່ການເຮັດວຽກ. _______7. ໃນການຮຽນແບບໂຄງການ, ນັກຮຽນເປັນ ເຈົ້າຂອງໂຄງການຢ່າງເປັນອິດສະຫຼະ, ເລີ່ມຈາກການວາງ ແຜນຈົນຮອດການສໍາເລັດໂຄງການ, ໂດຍບໍ່ມີຄູເຂົ້າຮ່ວມ ນອກຈາກການຊີ້ແຈງ ຈຸດປະສົງ ແລະ ຜົນສໍາ ເລັດຂອງເປົ້າໝາຍ ແລະ ກົນໄກການປະເມີນຜົນ. _______8. ການຮຽນແບບໂຄງການຊ່ວຍພັດທະນາ ທັກສະການຈ້າງງານຂອງນັກຮຽນ ຫຼື ທັກສະຂອງສະຕະ ວັດທີ21 ສໍາລັບນັກຮຽນ ແລະ ກະກຽມເຂົາເຈ້າົສໍາລັບ ການສຶກສາຊັ້ນສູງ. (ii) ຈົ່ງເລືອກເອົາຄໍາຕອບທີ່ຖືກຕອ້ ງ (ກ ຫຼື ຂ) 9. ຂໍ້ໃດດັ່ງຕໍ່ໄປນີ້ເປັນຂັ້ນຕອນທີ່ຖືກຕ້ອງໃນການຈັດຕັ້ງ ປະຕິບັດໂຄງການຈິງ? ກ. ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ → ຈຸດປະສົງ → ສົມມດຸ ຖານ → ວີທີການ → ການ ວິເຄາະຂໍ້ມູນ ແລະ ການອະທິບາຍ → ສະຫຼຸບ ແລະ ຂໍ້ສະເໜີແນະ. ຂ. ສົມມຸດຖານ → ທີ່ມາ ແລະ ຄວາມສໍາຄັນຂອງ ບັນຫາ → ຈຸດປະສົງ → ການວິເຄາະຂໍ້ມູນແລະ ການອະທິບາຍ → ວິທີການ → ສະຫຼຸບ ແລະ ຂໍ້ ສະເໜີແນະ. 10. ບັນດາຕົວປ່ຽນໃນສົມມຸດຖານດັ່ງຕໍ່ໄປນີ້ແມ່ນຕົວ ປ່ຽນຫຍັງແດ່? “ຄວາມເຂັ້ມຂອງສີຂຽວຂອງໃບຜັກບົ່ວຫົວ ໃຫຍ່ມີສ່ວນກ່ຽວຂ້ອງກັບປະລິມານຂອງໄນໂຕຣເຈັນທີ່ຕື່ມ ໃສ່ໃນດິນ”. ກ. ຄວາມເຂັ້ມຂອງສີຂຽວຂອງໃບຜັກບົ່ວຫົວໃຫຍ່ ແມ່ນຕົວປ່ຽນອິດສະຫຼະ/ເອກະລາດ; ປະລິມານ ຂອງໄນໂຕຣເຈັນແມ່ນຕົວປ່ຽນທີ່ຂຶ້ນກັບ. ຂ. ປະລິມານຂອງໄນໂຕຣເຈັນແມ່ນຕົວປ່ຽນອິດສະ ຫຼະ/ເອກະລາດ; ຄວາມເຂັ້ມຂອງສີຂຽວຂອງໃບ ຜັກບົ່ວຫົວໃຫຍ່ແມ່ນຕົວປ່ຽນທີ່ຂຶ້ນກັບ.
ວິທີການສອນ CBLM 83 ພາກທີ II. ການນໍາໃຊ້ການຮຽນແບບໂຄງການ ແຫຼ່ງຂໍ້ມູນ: pinterest ການຮຽນແບບໂຄງການ (ຫຼືມກັຈະເອີ້ນວ່າ PBL) ໃຫໂ້ ອກາດການຮຽນທີ່ດີ, ໜ້າປະທັບໃຈ, ເລິກເຊິ່ງ ແລະ ເປັນ ໂອກາດການຮຽນທີ່ມີຈຸດປະສງົສໍາລັບນັກຮຽນ. ອີງໃສ່ການຮຽນທີ່ນັກຮຽນໄດ້ຮຽນມາກ່ອນ, ທັກສະການຄົ້ນຄວ້າ ແລະ ທັກສະການຄິດແບບວພິ າກໄດ້ຖືກນໍາມາທົດສອບເພື່ອແກ້ບັນຫາ ຫຼືເຮັດວຽກໃຫສ້ ໍາເລັດ. ສິ່ງທ້າທາຍໃນ ຊີວິດຈິງໄດ້ຖືກທົດສອບຫຼືຈໍາລອງຂຶ້ນຢູ່ໃນລະດັບຫ້ອງຮຽນ. ດ້ວຍ PBL, ນັກຮຽນໄດຮ້ ັບຄວາມຮູ້ແລະ ທັກສະໂດຍການເຮັດວຽກເປັນໄລຍະເວລາຍາວນາມ (ໜງຶ່ ອາທິດ ຫຼື ໜຶ່ງພາກຮຽນ) ເພື່ອສືບສວນ ແລະ ຕອບຮັບກັບຄວາມຈິງ (ຊີວິດຈງິ), ການມີສວ່ ນຮວ່ ມ ແລະ ຄໍາຖາມທີ່ຊັບຊ້ອນ, ບັນຫາ ຫຼືສິ່ງທ້າທາຍ. ມັນແມ່ນບ່ອນທີ່ນັກຮຽນໄດ້ຮຽນໂດຍມີສ່ວນຮ່ວມຢ່າງຫ້າວຫັນ ໂດຍສ່ວນຕົວ ໃນການ ທ້າທາຍໃນຊີວິດຈິງທີ່ມີຄວາມໝາຍ. ຄູໄດ້ມອບໃຫ້ເຂົາເຈົ້າແກ້ບັນຫາຂອງໂລກຕົວຈງິ ຫຼື ຕອບຄໍາຖາມທີ່ຊັບ ຊ້ອນ ຫຼືສ້າງແບບໂຄງການ, ແລະ ອື່ນໆ. ດັ່ງນັ້ນ, ເຂົາເຈົ້າຈະສາມາດສະແດງຄວາມຮູ້ແລະ ທັກສະຂອງຕົນ ໂດຍການສ້າງຜະລິດຕະພັນສາທາລະນະ ຫຼືການນໍາສະເໜຕີໍ່ຜູ້ຊົມທີ່ແທ້ຈິງ. ໂຄງການລົດຢາງເພື່ອໃຫ້ເຂົ້າໃຈການນໍາໃຊ້ປະຕິບັດຕົວຈິງຂອງ “ແຮງຂັບເຄື່ອນ/propulsion”. ຈັບພາບຈາກໜ້າຈໍ: https://mycrafts.com/diy/how-to-make-a-rubber-band-air-car/ ໃສ່ເກືອຫຼາຍສໍ່າໃດ ຈຶ່ງເຮັດໃຫ້ໄຂ່ຟູນໍ້າ
ວິທີການສອນ CBLM 84 ໂດຍໄດ້ມີໂອກາດໃນການຮຽນແບບນີ້ ນັກຮຽນພັດທະນາຄວາມຮູ້ດ້ານເນື້ອໃນຢ່າງເລິກເຊິ່ງກວ່າ ພ້ອມທງັນັບຖື ສິ່ງທີ່ສໍາຄັນ, ການຮວ່ ມມ, ືຄວາມຄິດສ້າງສັນ ແລະ ທັກສະການສື່ສານ. “PBL” ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງໃນໂຮງຮຽນ ແລະ ສະຖານທີ່ການສຶກສາອື່ນໆ, ໂດຍມີການນໍາໃຊ້ທີ່ຫຼາກ ຫຼາຍແຕກຕ່າງກັນ. ເຖິງຢ່າງໃດກໍ ່ຕາມ, ມັນມີຄຸນລັກສະນະສໍາຄັນທີ່ແຕກຕ່າງ ລະຫວ່າງ "ການເຮັດໂຄງການ" ກັບການເຂົ້າຮວ່ ມຢ່າງຈິງຈັງໃນການຮຽນແບບໂຄງການ. ພວກເຮົາເຫັນວ່າມນັ ເປັນປະໂຫຍດທີ່ຈະຈໍາແນກ “ໂຄງການເຮັດເຂົ້າໜົມຫວານ” – (ໂຄງການສັ້ນ, ໃຊ້ ການປັນລະຍາທີ່ສັ້ນ ເຮັດຂຶ້ນພາຍຫຼັງທີ່ຄູກວມເອົາເນື້ອໃນຂອງໜ່ວຍວິຊາຮຽນຕາມວິທີສອນປົກກະຕິ) - ຈາກໂຄງການ “ຫຼັກສູດຫຼັກ/ຕນົ້ ຕໍ”, ຊຶ່ງໃນນີ້ໂຄງການ/ໜ່ວຍວິຊາເປັນສ່ວນໜຶ່ງ. ໃນການຮຽນແບບໂຄງການ, ໂຄງການແມ່ນ ພາຫະນະສໍາລັບການສອນຄວາມຮູ້ແລະ ທັກສະທີ່ສໍາຄັນທີ່ນັກຮຽນຕ້ອງການຮຽນ. ໂຄງການດັ່ງກ່າວປະກອບມີຫຼັກສູດ ແລະ ການສອນ. ໃນທາງກົງກັນຂ້າມກັບໂຄງການເຮັດເຂົ້າໜົມ, “PBL ຮຽກຮ້ອງໃຫ້ມີການຄິດແບບວພິ າກ, ການ ແກ້ບັນຫາ, ການ ຮວ່ ມມືແລະ ການສື່ສານໃນຫຼາຍຮູບແບບ. ເພື່ອຕອບຄໍາຖາມທີ່ນໍາເຂົ້າສູ່ບັນຫາ ແລະ ປະດິດສ້າງວຽກງານທມີ່ ີ ຄນຸ ນະພາບສູງ, ນັກຮຽນຕ້ອງໄດ້ປະຕິບັດຫຼາຍກວ່າຈື່ຂໍ້ມນູ . ເຂົາເຈ້າົ ຕ້ອງໃຊ້ທັກສະໃນການຄິດຂັ້ນສູງ ແລະ ຮຽນເຮັດວຽກເປັນທມີ.” ອົງປະກອບຕົ້ນຕໍຂອງການຮຽນແບບໂຄງການ ເຮັດວຽກເປັນກຸ່ມ ນອກຫ້ອງຮຽນ ຄູ/ຜູ້ບັນລະຍານມີ ບົດບາດເປັນຜູ້ອໍານວຍ ຄວາມສະດວກ ນັກຮຽນເປັນເຈົ້າຂອງໂຄງການ ຂະຫຍາຍເວລາຍາວ ອອກ ຄໍາຖາມ/ບັນຫາເພື່ອ ຂັບເຄື່ອນກິດຈະກໍາ ການຮຽນແບບ ໂຄງການ
ວິທີການສອນ CBLM 85 ຂັ້ນຕອນການດໍາເນີນ ຂ້າງລຸ່ມນີ້ແມ່ນບາດກ້າວຕ່າງໆໃນການຈັດຕັ້ງປະຕິບັດ PBL. ຄູຕ້ອງເຂົ້າໃຈວ່າຂັ້ນຕອນຕ່າງໆອາດຈະບໍ່ຈໍາເປັນ ຕ້ອງເປັນໄປຕາມລໍາດັບນີ້, ຕົວຢ່າງທ່ານອາດຈະຈັດກິດຈະກໍາເຂົ້າສູ່ບົດຮຽນກ່ອນຕັ້ງຄໍາຖາມນໍາ. ຖວື່າຄູ່ມນີ້ ື ເປັນຄໍາແນະນໍາ/ ຝຶກນັກຮຽນໃຫ້ເລີ່ມຕົ້ນດໍາເນີນໂຄງການ PBL ຂອງເຂົາເຈົ້າ: ຂັ້ນຕອນທີ 1. ເລີ່ມດ້ວຍຄໍາຖາມນໍາ. PBL ເລີມ່ ຈາກຄູຕັ້ງ ຄໍາຖາມທີ່ຈໍາເປັນ ເພື່ອບອກນັກຮຽນຄົ້ນຫາສິ່ງທ້າທາຍ ທີ່ເປັນເອກະລັກສະເພາະຕົວຈງິ. ສິ່ງທ້າທາຍທແີ່ ທ້ຈິງ ແມ່ນສິ່ງທີ່ໃກ້ຊິດກັບສະພາບຊີວິດຈິງ ແລະ ກ່ຽວຂ້ອງກັບ ຫຼັກສູດ ຫຼືສິ່ງທີ່ຕ້ອງການຮຽນ. ຄູຕ້ອງວາງເນື້ອໃນບັນຫາ ແລະ ສົນທະນາເລື່ອງນີ້ກັບກຸ່ມນັກຮຽນໂດຍໃຊ້ເຕັກນິກ ຕ່າງໆຂອງການສອນແບບປະຕິສໍາພັນ. ຄູອາດຈະໃຊ້ແຜນ ວາດຊ່ວຍຈື່ ຫຼືເຕັກນິກແບບກ້າງປາເພື່ອເຮັດກິດຈະກໍານີ້ ໃຫສ້ ໍາເລັດ. ຂັ້ນຕອນທີ 2. ຮັກສາເຫດການທີ່ນໍາເຂົ້າ. ຂັ້ນຕອນຕໍ່ໄປແມນ່ ໃຫ້ຄູຊັກຈູງ ນັກຮຽນເຂົ້າຮ່ວມການສົນທະນາທີ່ໜ້າ ສົນໃຈ ແລະ ກະຕຸ້ນໃຫ້ຄິດ ເອີ້ນວ່າເຫດການນໍາເຂົ້າ. ເຫດການນໍາເຂົ້າແມ່ນ ກິດຈະກໍາທີ່ຄູໃຊ້ເພື່ອນໍາພານັກຮຽນໄປສູ່ຄໍາຖາມ, ປະເດັນ ຫຼື ບັນຫາ ທີ່ໜ້າສົນໃຈ ແລະ ກິດຈະກໍາທີ່ກະຕຸ້ນຄວາມຢາກຮູ້ຢາກເຫນັ ຂອງເຂົາເຈົ້າໃຫ້ຮຽນຫາຼຍກວ່າເກົ່າ. ສິ່ງທີ່ດີແມ່ນການເລມີ່ ຕົ້ນ ດ້ວຍເຫດການທີ່ໜ້າຕື່ນເຕນັ້ , ໜ້າຈົດຈາໍ ແລະ ເຫດການທີ່ບໍ່ຄາດຄິດ. ຕົວຢາ່ ງທີ່ດ ແມ່ນການເດີນທາງໄປພາກສະໜາມ ີ ເຊັ່ນໄປໃນປ່າໃກ້ໂຮງຮຽນ ຫຼືຢູ້ໃກ້ກັບ ຊຸມຊົນ ແລະ ຕັ້ງຄໍາ ຖາມທີ່ກະຕຸ້ນຄວາມຄິດທີ່ກຽ່ ວຂອ້ ງກັບບົດຮຽນ. ເນື່ອງຈາກສະພາບຂອງໂຄວິດ 19, ການເດີນທາງໄປພາກ ສະໜາມດັ່ງກ່າວອາດຈະເປັນຈິງ ຫຼືເປັນການສົມມຸດຂຶ້ນ (ຜ່ານສື່ມວນຊົນທີ່ຫຼາກຫຼາຍ/ ແຫຼ່ງຂມໍ້ ູນຈາກວີດີໂອ). ຫຼືຄູສາມາດເຮັດບາງສິ່ງບາງຢ່າງທີ່ໜ້າຕື່ນເຕັ້ນໃນຫ້ອງຮຽນຄືການວາງຖັງຂເີ້ຫຍື້ອຂອງຫ້ອງຮຽນຢູ່ທາງໜ້າຫ້ອງ ຮຽນໃຫ້ທຸກຄົນເຫັນເພື່ອເນັ້ນການແຍກຂີ້ເຫຍື້ອ ແລະ ກວດເບິ່ງຕາມຕາຕະລາງຝຸ່ນບົ່ມວ່າມີວັດຖຸໃດແດ່ທີ່ ສາມາດເອົາໄປເຮັດຝຸ່ນບົ່ມໄດ້, ເປັນການນໍາໄປສູ່ການຮຽນວທິ ະຍາສາດກ່ຽວກັບ “ວັດຖຸ” ແລະ ອື່ນໆ. ຄູຕ້ອງຄິດເຖິງເຫດການໃດໜຶ່ງເພື່ອດຶງດູດຄວາມສົນໃຈຂອງນັກຮຽນໃນຫອ້ ງຮຽນ. ຂັ້ນຕອນທີ 3. ພັດທະນາ "ຕ້ອງການຮູ້". ຄູຈະ ເຮັດວຽກຮ່ວມກັບນັກຮຽນ ເພື່ອກໍານົດສິ່ງທີ່ເຂົາເຈົ້າຕ້ອງການ ຢາກຮູ້ເພື່ອຕອບຄໍາຖາມນໍາ ແລະ ວິທີທີ່ເຂົາ ເຈົ້າ ອາດຈະພົບຄໍາຕອບ. ຄູຕ້ອງໃຊ້ວິທີການສອນແບບ ສອບຖາມເພື່ອກະຕຸ້ນນັກຮຽນໃຫ້ຕັ້ງຄໍາຖາມ. ຄູອາດ ຈະໃຊ້ແຜນວາດຊ່ວຍຈື່ ຫຼື ເຕັກນິກດາວກະຈາຍເພື່ອພັດທະນາສິ່ງທີ່ຕ້ອງການໃຫ້ນັກຮຽນຮູ້ເພື່ອໃຫ້ເຂົາເຈົ້າ ສາມາດຕອບຄໍາຖາມນໍາໄດ້. ຂັ້ນຕອນ ຮັກສາເຫດ ການນໍາເຂົ້າ ພັດທະນາຄວາມ ຕ້ອງການຢາກຮູ້
ວິທີການສອນ CBLM 86 ຂັ້ນຕອນທີ 4. ເວລາຂອງການຮຽນແບບໂຄງການ. ຄວາມສໍາເລັດ ຂອງ PBL ແມ່ນຢູ່ໃນການເຮັດວຽກເປັນກຸ່ມ, ຊຶ່ງຮຽກຮ້ອງໃຫ້ຜູ້ຮຽນຮຽນ ຮ່ວມກັນເພື່ອສົນທະນາ, ຕລໍ່ ອງ/ອ້າງເຫດຜົນ, ພິສູດ ແລະ ຮັບຮູ້ ຫຼາຍທັດສະນະກ່ຽວກັບປະເດນັໃດໜຶ່ງ ເພື່ອສ້າງ/ເລືອກຜະລິດຕະພັນ ຫຼື ການກະທໍາທີ່ເໝາະສມົ ແລະ ດີທີ່ສຸດ. ສິ່ງນີ້ເກີດຂຶ້ນ ຈາກການສໍາຜັດກັບເລື່ອງການຮຽນ ແລະ ກິດຈະກໍາ ການຮຽນຕໍ່ໆໄປ. ເວລາຂອງ PBL ເກີດຂຶ້ນເມື່ອນັກຮຽນທແີ່ ບ່ງກັນເປັນຫຼາຍກມຸ່ ຍ່ອຍ ພ້ອມ ກັນສົນທະນາຢ່າງມີສຽງດັງ (buzz) ເພື່ອລະບຸບນັຫາ ແລະ ກໍານົດສິ່ງທີ່ເຂົາເຈ້າົຮູ້ກ່ຽວກັບບັນຫາ (ຄວາມຮູ້ພ້ນືຖານ), ສິ່ງທີ່ເຂາົເຈົ້າຕ້ອງການຮຽນເພີ່ມເຕມີ (ຫວົຂໍ້ຕ່າງໆເພື່ອຄົ້ນຄວ້າ) ແລະ ບ່ອນທີ່ເຂົາເຈ້າົ ຕ້ອງຊອກຫາເພື່ອຊອກຫາຂໍ້ມນູ (ຖານຂໍ້ມູນ, ການສໍາພາດ ແລະ ອື່ນໆ). ບັນດາກຸ່ມຄວນຂຽນບັນຫາດັ່ງກ່າວເປັນບົດວິພາກ ຫຼືບັນຫາຄົ້ນຄວ້າ. ເຂົາເຈ້າົອາດ ຈະຕ້ອງການຄວາມຊ່ວຍເຫຼືອ ຈາກຄູຜູ້ທີ່ຕ້ອງເລາະໄປມາເພອື່ ກວດກາຄວາມຄືບໜ້າຂອງກຸ່ມຕ່າງໆ. ຄູອາດຈະແນະນໍານັກຮຽນໃນການພັດທະນາບັນຫາຄົ້ນຄວ້າທີ່ດີ. ນັກຮຽນຄວນຕັດສິນໃຈຕາມພາລະບົດບາດ ຂອງກຸ່ມ ແລະ ຕາມການມອບໝາຍໜ້າທີ່ຮັບຜິດຊອບໃນຫົວຂໍ້ຄົ້ນຄວ້າທີ່ຈໍາເປັນ ເພື່ອໃຫເ້ຂົາເຈົ້າເຂົ້າໃຈບັນຫາ ຂອງຕົນຢ່າງເຕັມສ່ວນ. ຈາກນັ້ນນັກຮຽນຈະພັດທະນາສົມມດຸ ຖານເບື້ອງຕົ້ນຂຶ້ນເພື່ອ “ທົດສອບ” ເມື່ອເຂົາເຈົ້າ ຄົ້ນຄວ້າວິທີແກ້. ຈົ່ງຢ່າລືມວ່າ: ບັນຫາຄົ້ນຄວ້າ ແລະ ສົມມຸດຖານສາມາດປ່ຽນແປງ ຫຼັງຈາກນັກຮຽນພົບວ່າຂໍ້ມູນບໍ່ສາມາດ ຢັ້ງຢືນຄວາມເຊື່ອໃນເບື້ອງຕົ້ນຂອງເຂົາເຈົ້າໄດ້. ຂັ້ນຕອນທີ 5. ການສະຫຼຸບ ແລະມີຄໍາເຫັນສະທ້ອນ ແລກປ່ຽນ. ນັກຮຽນຊອກຫາແຫງຼ່ ຂໍ້ມູນເພື່ອພັດທະ ນາຄວາມຮູ້ພື້ນຖານທເີ່ ຮັດໃຫ້ເຂົາເຈົ້າເຂົ້າໃຈ. ຫຼັງ ຈາກການຄົ້ນຄ້ວາ, ນັກຮຽນຂຽນບົດລາຍງານຂອງ ກຸ່ມ, ສ້າງຜະລິດຕະພັນ (ເຊັ່ນ: ໂປສເຕີ, ຫຼືຮູບ ແບບ ຂອງໂຄງການ) ຫຼື ການນໍາສະເໜີທີ່ສັງເຄາະ ການຄົ້ນຄວ້າຂອງເຂົາເຈ້າົ, ອະທິບາຍສິ່ງທ້າທາຍ ແລະ ບັນຫາ ແລະ ຍົກໃຫ້ເຫັນການຮຽນ ທີ່ໄດ້ມາຈາກຂະບວນການ. ອາດຮ້ອງຂໍ ໃຫ້ນັກຮຽນບັນທຶກການຮຽນຂອງເຂົາເຈົ້າ (ທາງ ດ້ານເນື້ອໃນ ແລະ ຂະບວນການ) ທຸກໆມື້ຈົນກວ່າຈະ ສໍາເລັດການສະຫຼຸບຂອງ PBL ຊຶ່ງເປັນສ່ວນໜຶ່ງຂອງ ໄລຍະສະທ້ອນແລກປ່ຽນຄໍາເຫນັ . ຮູບແບບຂອງການປະເມີນທ້າຍພາກຮຽນແມ່ນຂຶ້ນກັບຄູ ສອນທັງໝົດທີ່ຈະຕັດສິນໃຈ. ຄູຕ້ອງອະທິບາຍໃຫນ້ ັກ ຮຽນກ່ຽວກັບຂໍ້ກໍານົດການລາຍງານ/ການຍື່ນສະເໜີ. ຄູ ອາດອາດຈະປະຕິບັດຂັ້ນຕອນນີ້ຄືກັບງານວາງສະແດງ ການຄົ້ນຄວ້າ, ຊຶ່ງນັກຮຽນສາມາດຮ່ວມມກືັນນໍາສະເໜີ ໂຄງການຂອງເຂົາເຈົ້າ. ຈາກນັ້ນ ຄູຕ້ອງໄດ້ປະເມີນຜົນ ຜະລິດ ແລະ ການປະຕິບັດວຽກ ຂອງກຸ່ມໂດຍການນໍາໃຊ້ ຮູບແບບຣູບຣິກ ທີ່ໄດ້ກໍານົດ ແລະ ຕົກລົງກັບນັກຮຽນມາກອ່ ນ, ກວດກາເບິ່ງວ່ານັກຮຽນໄດ້ສື່ສານບັນຫາ, ເບື້ອງຫຼັງ, ວິທີການຄົ້ນຄວ້າ, ວິທີແກ້ຢ່າງຈະແຈ້ງ (ຄວາມເປັນ ໄປໄດ້ ແລະ ການຄົ້ນຄວ້າເປັນຖານ) ແລະ ແຫງຼ່ ຂໍ້ມູນ ແລະ ເພື່ອຕດັສິນໃຈວ່າສະມາຊິກກຸ່ມທັງໝົດເຂົ້າຮວ່ ມຢ່າງຕງັ້ໜ້າ ຜຟƢe Ƭງ ສາ ທາ ລະນະລະນະ ຄາຖາມນ i າi ສງິ່ ທາທາຍ e ທກັ ສະ ສຕວ 21ະນະ ສອບຖາມ ເລກິ ເຊງິ່ ຕອງການ e ຢາກຮ Ƣe ເນອື້ ໃນທີ່ ສາi ຄນັ ວພິ າກ & ທບົ ທວນ ມສີຽງ & ການເລອືກ
ວິທີການສອນ CBLM 87 ຫຼື ບໍ່. ການໃຫ້ຄະແນນຂອງໝູ່ເພື່ອນທີ່ເປັນສະມາຊິກໃນແຕລ່ ະກຸ່ມ, ລະຫວ່າງກຸ່ມຕໍ່ກຸ່ມ ຈະເປັນປະໂຫຍດຕໍ່ຄູສອນເພອື່ ວັດແທກການເຂົ້າຮ່ວມຂອງນັກ ຮຽນແຕ່ລະຄົນໃນແຕ່ລະກຸ່ມ. ຂໍ້ຜິດພາດທົ່ວໄປຂອງຄູ ຖ້າປະຕິບັດວິທີການຮຽນແບບໂຄງການບໍ່ໄດ້ດີ, PBL ສາມາດສູນເສຍອໍານາດຂອງມັນໃນການໃຫ້ໂອກາດການ ຮຽນທີ່ມີຄວາມໝາຍ, ມີຈຸດປະສົງ ແລະ ມີພະລງັຫຼາຍຂຶ້ນ. ດງັ່ ນັ້ນ, ມັນຕ້ອງໄດ້ຮັບການຈັດຕງັ້ປະຕິບັດເປັນຢ່າງດີ, ແລະ ຄູຕ້ອງຮູ້ສິ່ງທີ່ບໍ່ຄວນເຮັດ, ເພື່ອໃຫສ້ າມາດນໍາໃຊ້ໄດ້ຢ່າງມີປະສິດທິຜົນ. ນແີ້ ມ່ນຄໍາແນະນໍາບາງຢ່າງ ກ່ຽວກັບສິ່ງທີ່ບໍ່ຄວນເຮັດທໄີ່ ດ້ດາວໂຫຼດມາຈາກ: https://www.edutopia.org/article/5-pbl-pitfallsavoid: ການຂາດການເຊື່ອມຕໍ່ກບັໂລກຕວົຈງິ PBL ທີ່ມີປະສິດທິຜົນເຊື່ອມຕໍ່ນັກຮຽນກັບການຮຽນຮູ້ໂລກແຫ່ງຄວາມເປັນຈິງ ໂດຍປິ່ນອ້ອມ ຄໍາຖາມທີ່ທ້າທາຍ. ເມື່ອ PBL ຂາດການເຊື່ອມຕໍ່ກັບໂລກຕົວຈິງ, ມັນສາມາດເຮັດໃຫ້ຮູ້ສກຶວ່າມັນ ເປັນສິ່ງທຽມ/ປະດິດ ແລະ ສາມາດສູນເສຍອໍານາດໃນການກະຕຸ້ນນັກຮຽນໃຫ້ມີສວ່ ນຮ່ວມໃນການ ຮຽນຢ່າງເລິກເຊິ່ງ. ຄູສາມາດສ້າງສາຍພົວພນັກັບໂລກຕົວຈິງໂດຍການສືບສວນ/ສືບຫາກ່ຽວກັບບັນຫາໃນທ້ອງຖິ່ນ ຫຼືໃນທວົ່ ໂລກ, ເຊື່ອມຕໍ່ກັບຄວາມສົນໃຈ ແລະ ຄວາມກງັວົນສວ່ ນຕົວຂອງນັກຮຽນ, ຈໍາລອງຜົນງານໃນອາຊີບ ຫຼື ຈໍາລອງ ຂະບວນການໃນອາຊີບເພ່ອືແກ້ບັນຫາໃນໂລກຕົວຈິງ. ໃນການເຮັດວຽກກັບຄເູພື່ອອອກແບບ PBL, ທ່ານຄວນຖາມວ່າ, "ທ່ານຕ້ອງການໃຫ້ນັກຮຽນຈ່ຫືຍັງຈາກປະສົບ ການນີ້ໃນ 10 ປີຕໍ່ໜ້າ?" ຄໍາຖາມນີ້ຊ່ວຍໃຫພ້ ວກເຮົາເຂົ້າໃຈແນວຄວາມຄິດຫຼັກ ແລະ ການເຊື່ອມຕໍ່ກັບໂລກ ຕົວຈິງຢ່າງໜັກແໜ້ນ. ສຸມໃສ່ຜົນຜະລິດຕະຫຼອດຂະບວນການ ການຮຽນແບບໂຄງການແມ່ນກ່ຽວກັບໂຄງການແມ່ນບໍ່? ມັນບໍ່ແມ່ນສະເໝີໄປ. ໃນຂະນະທນີ່ ັກຮຽນ ຮຽນຮູ້ວິທີການປະດິດສ້າງ ແລະ ປັບແຕງ່ ຜະລິດຕະພນັການຮຽນທີ່ນໍາສະເໜີສູ່ສາທາລະນະຈະມີ ຄຸນຄ່າທີ່ແທ້ຈິງ, ແຕ່ຫົວໃຈສໍາຄັນຂອງການຮຽນແບບໂຄງການ ແມ່ນມກີໍາລັງແຮງເພາະວ່າມນັ ແມ່ນຂະບວນການຮຽນທີ່ມີການຊຸກຍູ້ດ້ວຍການສອບຖາມ. ຖ້າພວກເຮົາຄິດວ່າຜະລິດຕະພັນດັ່ງກ່າວເປັນ ຈດຸ ໝາຍປາຍທາງ, ການສອບຖາມແມ່ນເຄື່ອງຈັກ ທີ່ເຮັດໃຫລ້ ົດເມສາມາດມີພະລັງນໍາພາພວກເຮົາໄປຫາທີ່ນນັ້ . ການຊັກຊວນນັກຮຽນໃຫ້ມສີ່ວນຮ່ວມ ໃນຂະບວນການສອບຖາມ ເປນັການແນະນໍາໃຫ້ເຂົາເຈ້າົຕັ້ງຄໍາຖາມທີ່ມີ ຄວາມໝາຍເພື່ອການສືບສວນບັນຫາໃນໂລກແຫ່ງຄວາມຈງິທີ່ໜ້າສົນໃຈ. ຜ່ານຂັ້ນຕອນດັ່ງກ່າວ, ນັກຮຽນຈະ ສ້າງທັກສະໃນການແກ້ບັນຫາທີ່ສໍາຄັນ ແລະ ຮຽນວິທີແກ້ບັນຫາທີ່ຊັບຊ້ອນຢ່າງມີຫົວຄິດປະດິດສ້າງ. PBL ແມ່ນມີກໍາລັງແຂງແກ່ນເພາະວ່າມັນສອນໃຫ້ນັກຮຽນບໍ່ພຽງແຕ່ຮູ້ເນື້ອໃນ ແລະ ການພັດທະນາຜະລິດຕະພັນ ເທົ່ານັ້ນ ແຕ່ຈະສອນໃຫຮ້ ຽນຜາ່ ນການສອບຖາມຄືແນວໃດ. 1 2
ວິທີການສອນ CBLM 88 ບໍ່ມີການວາງແຜນການຮຽນທີ່ປິ່ນອ້ອມມາດຕະຖານ ແລະ ທັກສະເປົ້າໝາຍ ບາງຄັ້ງ, ຄູອາດອ້າງວ່າໂຮງຮຽນບໍ່ໄດ້ຮັບຜົນການຮຽນທີ່ເດນັ່ ຂອງນັກຮຽນໂດຍຜ່ານການຮຽນແບບ ໂຄງການ/ PBL, ແຕວ່ ່າອາດຈະບໍ່ມີຂະບວນການອອກແບບການຮຽນແບບໂຄງການທີ່ປິ່ນອ້ອມ ມາດຕະຖານ ແລະ ທັກສະເປົ້າໝາຍ. ນີ້ບແໍ່ ມ່ນ ຈະເວາົ້ວ່າມັນບໍ່ມີຄ່າຫຍັງໃນການໃຊ້ວິທີການ ເປີດຕໍ່ກັບ PBL ຄືກັບເວລາທີ່ຄົ້ນຫາ (Genius Hour). ການອະນຸຍາດໃຫ້ນັກຮຽນ ລະບຸບັນຫາຂອງຕົນເອງເພ່ອືແກ້ ແລະ ອອກແບບການສືບຫາຂອງເຂົາເຈົ້າເອງ ສາມາດເຮັດໃຫ້ມພີະລັງແຮງທີ່ສຸດ. ແຕ່ສໍາລັບຄູສອນໃນຫ້ອງຮຽນສວ່ ນໃຫຍ່, ຄວາມເປັນຈິງແມ່ນ PBL ຕ້ອງໄດ້ແກ້ໄຂເນື້ອໃນມາດຕະຖານທີ່ໄດ້ ກໍານົດໄວ້. ວິທີແກ້ທີ່ລຽບງ່າຍ ຄືໃນໄລຍະເລີ່ມຂະບວນການວາງແຜນ ຄູສາມາດຄິດຫາຈຸດສຸດທ້າຍໄວ້ໃນໃຈ. ບໍ່ວ່າ ຄູຈະກໍາລັງແກ້ໄຂຂອບເຂດເນອື້ ໃນອັນດຽວ ຫຼືກໍາລັງອອກແບບໜ່ວຍງານວິຊາການ, ການສົນທະນາກ່ຽວ ກັບມາດຕະຖານ ແລະ ວທິ ີທີ່ເຂົາເຈົ້າສາມາດເຊື່ອມໂຍງກັບໂອກາດການຮຽນໃນຊີວິດຕົວຈິງກໍ່ຕາມ ມັນລ້ວນແຕ່ ແມ່ນບ່ອນທີ່ທີ່ມີປະສິດທິພາບທີ່ສຸດໃນການເລີ່ມຕົ້ນວາງແຜນການຮຽນແບບໂຄງການ. ສິ່ງດັ່ງກ່າວຄວນ ຕິດຕາມດ້ວຍການລະບຸວິທີທີນ່ ັກຮຽນຈະສາທິດວ່າກໍາໄດ້ຄວາມຮູ້ ແລະ ທັກສະທີ່ເປັນເປາົ້ໝາຍຕາມທີ່ ໄດ້ລະບຸໄວ້ໃນລະຫວ່າງຂະບວນການຮຽນ, ການພັດທະນາຜະລິດຕະພັນ ແລະ ການນໍາສະເໜີໂຄງການ ໃຫ້ດີ ທີ່ສຸດ. ການປະເມີນການຮຽນຂອງສ່ວນບຸກຄົນຜ່ານການເຮັດວຽກໃນກຸ່ມ ຄູອາດພາດໃນຄວາມພະຍາຍາມທີ່ຈະປະເມີນການຮຽນຂອງສ່ວນບຸກຄົນ ຜ່ານຜະລິດຕະພນັຂອງກຸ່ມ ຊຶ່ງເປັນໜ້າວຽກທເີ່ ປັນໄປໄດ້ຍາກ. ໃນຂະນະທີ່ການປະເມີນຜະລິດຕະພັນສຸດທ້າຍແມ່ນມຄີວາມສໍາ ຄັນ. ແຕ່ສິ່ງສໍາຄັນຄືຕ້ອງວາງແຜນການປະເມີນການຮຽນຂອງສ່ວນບຸກຄົນທັງໃນລະຫວ່າງການຮຽນ ແລະ ຫັງຼການຮຽນ ໂດຍຜ່ານການຮຽນໜ່ວຍວິຊາທຮີ່ ຽນແບບໂຄງການ. ການປະເມີນໃນລະຫວ່າງ ການຮຽນມີຄວາມສໍາຄັນເປັນພິເສດ, ດັ່ງນັ້ນ ທ່ານສາມາດຊວ່ ຍນັກຮຽນລະບຸ ແລະ ແກ້ໄຂຊ່ອງຫວ່າງຕະຫຼອດ ການຮຽນໜ່ວຍວິຊາ. ບໍ່ໃສ່ໃຈທີ່ຈະສ້າງວັດທະນະທໍາກ່ຽວກັບຫ້ອງຮຽນທີ່ມກີານຮ່ວມມືກັນ ວັດທະນາທໍາໃນຫ້ອງທຮີ່ ຽນແບບໂຄງການມີລັກສະນະ, ມີຄວາມຮູ້ສຶກ ແລະ ມີສຽງທແີ່ ຕກຕ່າງຈາກ ສ່ວນຫຼາຍຂອງຫ້ອງຮຽນແບບດັ່ງເດີມ. ໃນຫ້ອງຮຽນແບບໂຄງການ ນັກຮຽນເປັນເຈົ້າການໃນການ ຮຽນຂອງຕົນ. ເຂົາເຈົ້າຮ່ວມມກືັບເພື່ອນ ແລະ ຜູ້ໃຫຍ່ໃນບັນດາວຽກທີ່ມຄີວາມໝາຍ ຊຶ່ງສວ່ ນຫຼາຍ ເປັນວຽກທເີ່ ຮັດເປັນກຸ່ມ. ແນວຄິດການເປັນເຈົ້າການດັ່ງກ່າວມີພະລັງ ແລະ ຜົນຈາກການຄົ້ນຄວ້າໄດ້ ສະແດງໃຫເ້ຫັນວ່າມນັສາມາດເພີ່ມທະວີການມີສ່ວນຮ່ວມ ແລະ ປິດຊ່ອງຫວ່າງໃນຜົນສໍາເລັດ. ຖ້ານັກຮຽນຫາກບໍ່ເຄີຍມີສວ່ ນຮ່ວມໃນສະພາບແວດລ້ອມທີ່ເນັ້ນການເຮັດວຽກເປັນທີມປະເພດນີ້ມາກ່ອນກໍ່ຕາມ, ແຕ່ມັນອາດສ້າງສິ່ງທ້າທາຍທແີ່ ທ້ຈິງສໍາລັບເຂົາເຈົ້າ ແລະ ສາໍ ລັບການຄຸ້ມຄອງນັກຮຽນທຸກຄົນໃນຫ້ອງ. ວິທີການ ໂດຍເຈດຕະນາເພື່ອສ້າງຫ້ອງຮຽນທີ່ມີການຮ່ວມມືກັນ ສາມາດມີຄວາມສໍາຄັນເພ່ອືເຮັດໃຫ້ການຈັດຕັ້ງປະຕິບັດ ການຮຽນແບບໂຄງການໄດ້ຮບັຜົນສໍາເລັດ. ວທິ ີການຕ່າງໆລວມທັງການໃຫ້ນັກຮຽນເຮັດສິ່ງທີ່ທ້າທາຍນ້ອຍໆ (ເຊັ່ນສິ່ງທ້າທາຍຂອງມາສແ໌ ມໂລວ/marshmallow) ເພື່ອມຄີໍາເຫັນສະທ້ອນແລກປຽ່ ນກ່ຽວກັບຜົນສໍາເລັດໃນ ວິທີການເຮັດວຽກເປັນກຸ່ມ ແລະ ສ້າງໂອກາດໃຫ້ນັກຮຽນມີສຽງໃນການສ້າງກົດລະບຽບໃນຫ້ອງຮຽນ… ລັກສະນະທີ່ຄຸ້ມຄ່າທີ່ສຸດຢ່າງໜຶ່ງຂອງການຈັດຕັ້ງປະຕິບັດການຮຽນແບບໂຄງການທີ່ດີຄື ການເຫັນນັກຮຽນເຕີບ ໃຫຍ່ຂະຫຍາຍຕົວເປັນຜຮູ້ ຽນທີ່ເອກະລາດ ແລະ ມີສ່ວນຮ່ວມ. ດວ້ ຍການຈັດການລ່ວງໜ້າກັບຂຸມ/ກັບດັກກ່ອນທີ່ ມັນອາດຈະເກີດຂຶ້ນໃນການຮຽນແບບໂຄງການ, ຄູແລະ ຜູບ້ ໍລິຫານສາມາດໄຂປະສົບການທີ່ມີພະລັງ ຊຶ່ງນໍາໄປ ສູ່ຜົນສໍາເລັດສູງຂອງນັກຮຽນ ແລະ ເຮັດໃຫນ້ ັກຮຽນເຕີບໃຫຍ່ໃນຖານະທີ່ເປັນຜູ້ຮຽນຕະຫອຼດຊີວິດ. 3 4 5
ວິທີການສອນ CBLM 89 ລາຍລະອຽດປຽບທຽບ ໃນການເຂົ້າໃຈການຮຽນແບບໂຄງການ, ມັນເປັນການດີທີ່ຈະປຽບທຽບມນັກັບການຮຽນແບບແກ້ບັນຫາ ດງັ່ ຂ້າງ ລຸ່ມນີ້, ຊຶ່ງການຮຽແບບໂຄງການ ແມ່ນເນັ້ນໜັກການສ້າງຜະລິດຕະພັນ ໃນຂະນະທີກ່ ານຮຽນແບບແກ້ບັນຫາ ແນໃສ່ເພື່ອສ້າງວິທີແກ້ບັນຫາ. ກະລຸນາເບິ່ງໂມດູນ 2.1 - ການແກ້ບັນຫາ ເພ່ອືເປັນການອ້າງອີງ. ການຮຽນແບບແກ້ບັນຫາ ສິ່ງທ່ີຄ້າຍຄືກັນ ການຮຽນແບບໂຄງການ ມີຫຼາຍວິຊາ/ຫຼັກສູດບູລະນາການ ຊຸກຍູ້ນັກຮຽນໃຫ້ມີສ່ວນ ຮ່ວມໃນວຽກຈິງ ວິຊາດຽວ ຜົນໄດ້ຮັບ: ເຂ້ົາໃຈເລິກເຊ່ິງ; ສ້າງ ທິດສະດີ ຈັດການກັບແຫຼ່ງຂ້ໍມູນທີ່ ຫຼາກຫຼາຍ ຜົນໄດ້ຮັບ: ເຂ້ົາໃຈສະເພາະ ກໍລະນີ; ຜະລິດຕະພັນທີ່ໃຊ້ວຽກໄດ້ ກິດຈະກໍາຫຼັກ: ສອບຖາມກ່ຽວກັບ ສະພາບຂອງບັນຫາ ນັກຮຽນເປັນໃຈກາງ, ເຮັດ ວຽກເປັນກຸ່ມຍ່ອຍ ກິດຈະກໍາຫຼັກ: ຜະລິດຜົນຮັບທີ່ນໍາ ໃຊ້ໄດ້ ຫຼັກການຈັດຕ້ັງ: ມີການແນະນໍາການ ຮຽນ ຄູເປັນຜູ້ແນະນໍາ/ຜູ້ອໍາ ນວຍຄວາມສະດວກສໍາ ລັບການຮຽນ ແລະ ແນະ ນໍາແແຫ່ຼງຂໍ້ມູນ ຫຼັກການຈັດຕ້ັງ: ຈັດການໂຄງການ ຮຽນດ້ວຍຕົນເອງ: ນັກຮຽນເປັນໃຈ ກາງຢ່າງເຕັມສ່ວນ ໃນສະພາບທີ່ ລະບຸໄວ້ລ່ວງໜ້າແບບລວມໆ ຈໍາລອງສະພາບທາງວິຊາ ຊີບ ຮຽນດ້ວຍຕົນເອງ: ນັກຮຽນເປັນໃຈ ກາງດ້ວຍການລະບຸໄວ້ລ່ວງໜ້າ ຂອບເຂດເວລາ ກຸ່ມ; ນັກຮຽນລະບຸບັນຫາ ການປະເມີນຜົນໃນ ລະຫວ່າງການຮຽນ ແລະ ເນັ້ນການປະຕິບັດງານ (ປະເມີນດ້ວຍຕົນເອງ ແລະ ປະເມີນໂດຍເພ່ືອນ) ສ່ວນບຸກຄົນ ຫຼືກຸ່ມ; ຄູລະບຸບັນຫາ ປົກກະຕິຈະສ້ັນ (ພາຍໃນໜຶ່ງອາທິດ) ຍາວກວ່າ (ພາຍໃນຫຼາຍອາທິດ ຫຼື ພາຍໃນຫຼາຍເດືອນ) ນັກຮຽນກໍານົດຂັ້ນຕອນປະຕິບັດ ຜົນຮັບ: ນັກຮຽນສ້າງວິທີແກ້ ເນັ້ນໃຊ້ຄໍາຖາມເປີດ ຫຼື ໜ້າວຽກ ຄູກໍານົດຂັ້ນຕອນການປະຕິບັດ ຜົນຮັບ: ນັກຮຽນສ້າງຜະລິດຕະພັນ ໃດໜຶ່ງ (ອຸປະກອນເປັນຮູບ ຫຼື ເປັນ ສື່ຕ່າງໆ) ຈົ່ງຊາບວ່າການຮຽນແບບໂຄງການໄດ້ຖືກວິພາກວິຈານວ່າ ຍາກໃນການຈັດຕັ້ງ, ມີລາຄາແພງ ແລະ ໃຊ້ເວລາຫຼາຍ ສໍາລັບຄູ. ໃນຖານະທີ່ເປັນຄູ, ຄວາມຫຍຸ້ງຍາກຜ່ານຂະບວນການນໍາໃຊ້ວິທີຮຽນແບບໂຄງການກໍ່ຈະຖືກທົດແທນ ດ້ວຍຜົນປະໂຫຍດທີ່ນໍາມາສນູ່ ັກຮຽນ. ສໍາລັບຄູທີ່ມີແນວຄິດສ້າງສັນ (ການຮຽນດ້ວຍຕົນເອງຕະຫຼອດຊີວິດ), ມັນ ກໍ່ບໍ່ຍາກທີ່ຈະເຮັດ, ລາຄາບໍ່ແພງ ແລະ ໄດ້ຜົນຕອບແທນມະຫາສານໃນດ້ານຜົນສໍາເລັດການຮຽນຂອງນັກຮຽນ. ຜົນປະໂຫຍດ ຜົນປະໂຫຍດທີ່ຮູ້ຈັກຈາກການຮຽນແບບໂຄງການມີດັ່ງລຸ່ມນີ້:
ວິທີການສອນ CBLM 90 ການຮ່ວມມື: ຄວາມສໍາພັນທຖີ່ ືກສ້າງຕັ້ງຂຶ້ນໃນລະຫວ່າງການຮ່ວມມືແມ່ນພາກສ່ວນໃຫຍໜ່ ຶ່ງຂອງການຮຽນ ແບບໂຄງການ. ບພໍ່ ຽງແຕ່ນັກຮຽນໄດຮ້ ຽນວທິ ີການເຮັດວຽກທີ່ດີຂຶ້ນໃນກຸ່ມເທົ່ານັ້ນ - ແຕ່ຍັງໄດ້ຈັດໃຫ້ເຂົາ ເຈົ້າມີຄວາມເຫນັຂອງຕົນເອງ, ຟງັຄໍາເຫັນຄົນອື່ນ ແລະ ແກ້ຂຂໍ້ ັດແຍ່ງ ຫາກມີຂໍ້ຂັດແຍ່ງເກີດຂຶ້ນ - ເຂົາເຈ້າົຈະ ສ້າງຄວາມສໍາພັນໃນທາງບວກກັບຄູ ຊຶ່ງເປັນການເສີມສ້າງໃຫຮ້ ູ້ວ່າການຮຽນທີ່ຍິ່ງໃຫຍ່ຄແືນວໃດ. ນັກ ຮຽນ ຍັງສ້າງຄວາມສໍາພັນກັບສະມາຊິກໃນຊຸມຊົນເວລາເຮັດວຽກໃນໂຄງການຕ່າງໆ, ໄດ້ຮັບຄວາມເຂົ້າໃຈ ຢ່າງ ເລິກເຊິ່ງກ່ຽວກັບອາຊີບ ແລະ ນອກເໜືອຈາກອາຊີບອີກດ້ວຍ. ການແກ້ບັນຫາ: ນັກຮຽນຮຽນວິທີການແກ້ບັນຫາທີ່ສໍາຄັນສໍາລັບເຂົາເຈົ້າ, ລວມທັງບັນຫາທີ່ແທ້ຈິງຂອງຊຸມ ຊົນຍິ່ງມີປະສິດທິພາບຍິ່ງຂຶ້ນ - ແມ່ນແຕ່ຮຽນຈາກຄວາມລົ້ມເຫຼວ ແລະ ອາດເປັນໄປໄດ້ທີ່ຈະເລີ່ມຕົ້ນໃໝ່. ຫົວຄິດປະດິດສ້າງ: ນັກຮຽນນໍາໃຊ້ທັກສະການຄິດປະດິດສ້າງເພື່ອສ້າງສັນອອກແບບຜະລິດຕະພັນໃໝ່ ແລະ ຄວາມເປັນໄປໄດ້ສໍາລັບໂຄງການຕ່າງໆ. ຄວາມເຂົ້າໃຈຢ່າງເລິກເຊິ່ງ: ນກັຮຽນເສມີສ້າງທັກສະການຄນົ້ ຄວ້າຂອງເຂົາເຈ້າົ ແລະ ເຮດັໃຫ້ການຮຽນຂອງ ຕົນເລິກເຊິ່ງຕໍ່ເນື້ອໃນທີ່ນໍາໃຊ້ ນອກເໜືອຈາກຂໍ້ມູນຄວາມຈິງ ຫຼືການຈື່ຈາໍ . ຄວາມໝັ້ນໃຈໃນຕົນເອງ: ນກັຮຽນຄົ້ນຫາຄໍາຄິດເຫັນຂອງເຂົາເຈ້າົ ແລະ ຮຽນທີ່ຈະມີຄວາມພາກພູມໃຈໃນ ວຽກງານຂອງຕົນເອງ, ສົ່ງເສມີອົງການ ແລະ ຈຸດປະສົງຂອງເຂົາເຈົ້າ. ການຄິດແບບວິພາກ: ນັກຮຽນຮຽນທີ່ຈະເບິ່ງບັນຫາດ້ວຍສາຍຕາແບບແນວຄິດວິພາກ, ຕັ້ງຄໍາຖາມ ແລະ ມີ ວິທີແກ້ທເີ່ ປັນໄປໄດ້ມາພອ້ ມສາໍ ລັບໂຄງການຂອງເຂົາເຈົ້າ. ຄວາມອົດທົນ: ໃນການເຮັດວຽກກ່ຽວກັບໂຄງການ, ນັກຮຽນຈະຮຽນຈັດການກັບອຸປະສັກຕ່າງໆ ຢ່າງມີປະສິດ ທິຜົນຫຼາຍຂຶ້ນ, ສ່ວນຫຼາຍຮຽນຈາກຄວາມລົ້ມເຫວຼ ແລະ ອາດເປັນໄປໄດ້ທີ່ຈະເລີ່ມຄືນຈາກຈດຸ ເລີ່ມຕົ້ນ. ການບໍລິຫານໂຄງການ: ນັກຮຽນໄດ້ຮຽນວິທີການຄຸ້ມຄອງໂຄງການ ແລະ ວຽກທີ່ຖືກມອບໝາຍແນວໃດ ເພ່ອື ໃຫມ້ ີປະສິດຕິຜົນສູງຂຶ້ນ. ຄວາມຢາກຮູ້ຢາກເຫັນ: ນັກຮຽນໄດ້ຄົ້ນຫາຄວາມຢາກຮູ້ຢາກເຫັນຂອງເຂົາເຈົ້າ, ຕັ້ງຄໍາຖາມ ແລະ ສ້າງ ຄວາມຮັກໃໝ່ໃນການຮຽນ. ການສ້າງຄວາມເຂັ້ມແຂງ: ນກັຮຽນເປັນເຈົ້າຂອງໂຄງການຂອງເຂົາເຈົ້າ, ມຄີໍາຄິດເຫັນສະທ້ອນແລກປ່ຽນຕໍ່ ໂຄງການ ແລະ ພູມໃຈຕໍ່ຄວາມກ້າວໜ້າ ແລະ ຜົນສໍາເລັດຂອງຕົນ. https://www.pblworks.org/what-is-pbl https://appletasticlearning.com/2020/08/27/project-based-learning/ https://tiie.w3.uvm.edu/blog/entry-events-for-project-based-learning/#.YDTDr-gzY2w https://www.bookwidgets.com/blog/2017/06/what-is-project-based-learning-15-pbl-ideas-fitfor-your-classroom ວີດີໂອຕ່າງໆສະແດງເຖິງຮູບແບບການດໍາເນີນການຮຽນແບບໂຄງການ https://www.pblworks.org/videowater-quality-project https://www.pblworks.org/what-is-pbl
ວິທີການສອນ CBLM 91 ຕົວຢ່າງ: ຕົວຢ່າງການຮຽນແບບໂຄງການ: ປະເພດທົດລອງ ຫົວຂໍ້ໂຄງການ: ການສືບພັນ ແລະ ການຈະເລີນເຕີບໂຕຂອງພືດ ຂັ້ນຕອນທີ 1: ຄໍາຖາມນໍາ ຄວາມແຕກຕ່າງລະຫວ່າງການສືບພັນທີ່ອາໄສເພດ ແລະ ການສືບພັນທີ່ບໍ່ອາໄສເພດ ແລະ ການຈະເລີນ ເຕີບໂຕຂອງພືດແມນ່ ຫຍັງ? ຂັ້ນຕອນທີ 2: ຍດຶຖເືຫດການນໍາເຂົ້າ • ແບ່ງນັກຮຽນເປັນກຸ່ມຍ່ອຍ • ຄູອາດພານັກຮຽນໄປທັດສະນະສຶກສາຢູ່ສວນເຜາະພັນພືດ/ເຮືອນເຜາະພັນພືດ EXPLORATORY EXPERIMENTAL INVENTION THEORETICAL TYPES OF PBL 1 2 ປະເພດຂອງການ ຮຽນແບບໂຄງການ ປະເພດຄົ້ນຫາ/ສໍາຫຼວດ ປະເພດທົດລອງ ປະເພດຄົ້ນຄິດຂຶ້ນໃໝ່ ປະເພດຕາມທິດສະດີ
ວິທີການສອນ CBLM 92 • ນັກຮຽນເກັບກໍາຂໍ້ມູນກ່ຽວກັບວ່າມພີືດຊະນິດໃດແດທ່ ີ່ສືບພນັໂດຍອາໄສເພດ, ມີຊະນິດໃດແດ່ທີ່ສືບພັນໂດຍບໍ່ອາໄສເພດ ແລະ ມພີືດຊະນິດໃດທີ່ສາມາດສືບພັນໄດ້ດ້ວຍທັງ ສອງວິທີ. ນັກຮຽນ ອາດສໍາພາດຜູ້ບໍລິຫານສວນເຜາະພັນພືດ ເພື່ອໃຫ້ໄດ້ຂໍ້ມູນກ່ຽວກັບການສືບພັນຂອງ ພືດແຕ່ລະຊະນິດ. ຂັ້ນຕອນທີ 3: ພັດທະນາຄວາມຕ້ອງການຢາກຮູ້ ນັກຮຽນສົນທະນາໃນກຸ່ມຕ່າງໆ: • ແນວພັນພດືໃດທີ່ເຂົາເຈົ້າສົນໃຈຈະປູກ? • ເງື່ອນຂອງພືດທີ່ຈະປູກມຫີຍັງແດ່? (ແສງສະຫວ່າງ, ນໍ້າ, ດນິ , ....)? • ຈະປູກ ແລະ ບົວລະບັດຮັກສາແນວໃດ? • ໃນຂັ້ນຕອນນີ້, ຄູໃຫ້ຄໍາແນະນໍາ/ຂໍ້ມູນສະເພາະແກ່ນັກຮຽນ ຊຶ່ງເຂົາເຈົ້າຕ້ອງຮູ້ກ່ອນເຂົາເຈົ້າຈະດໍາ ເນີນໂຄງການ. ສິ່ງດັ່ງກ່າວອາດລວມມີ: (i) ຄວາມຮູ້ທມີ່ ີມາກ່ອນກ່ຽວກັບຫວົຂໍ້ (ii) ຄໍາແນະນໍາກ່ຽວກັບຄວາມປອດໄພ (iii) ອາທິບາຍໜ້າວຽກທີ່ຮຽກຮ້ອງໃຫນ້ ັກຮຽນຕ້ອງປະຕິບັດໃນໄລຍະດໍາເນີນໂຄງການ. (iv) ສົ່ງຜົນງານ ແລະ ໄລຍະເວລາຂອງໂຄງການ. - ຕົວຢ່າງການມອບໝາຍໃຫແ້ ຕ່ລະກຸ່ມ: ແຕ່ລະກຸ່ມອາດຖືກມອບພືດທແີ່ ຕກຕ່າງກັນເພື່ອດໍາເນີນການສືບສວນ/ສືບຫາ ເຊັ່ນດັ່ງລຸ່ມນີ້: ກຸ່ມທີ 1: ກິ່ງດອກກຸຫຼາບຫາຼຍກິ່ງ, ເມັດໝາກຖົ່ວ ກຸ່ມທີ 2: ຂີງ, ເມັດໝາກຖົ່ວຂຽວ ກຸ່ມທີ 3: ໝາກເຫຼັ່ນ, ເມັດຜິກໄທຂາວ ກຸ່ມທີ 4: Kalanchoe blossfeldiana Poellnitz, ແກ່ນໝາກເຂືອ ກຸ່ມທີ 5: ອ້ອຍ, ເມັດສາລີ ກຸ່ມທີ 6: ຫວົຜັກບົ່ວ/ຫົວຜັກທຽມ, ເມັດຂອງຜັກຊະນິດໜຶ່ງ ຂັ້ນຕອນທີ 4: ເວລາຂອງການຮຽນແບບໂຄງການ ນັກຮຽນວາງແຜນ ແລະ ອອກແບບວິທີປູກແນວພັນພືດທີ່ເຂົາເຈົ້າໄດ້ເລືອກເອົາ. ອ່ານເອກະສານທີ່ກ່ຽວຂ້ອງ ຫຼື ອ່ານບັນທຶກຈາກການໄປທັດສະນະສຶກສາ. 1. ເບື້ອງຫງຼັ ແລະ ຄວາມໝາຍຂອງບັນຫາ ການຜະລິດແມ່ນຫຍັງ? ການສືບພັນຂອງພືດມີປະເພດຫຍັງແດ່? ຍົກບັນຫາ/ຈດຸ ປະສົງຂອງການສຶກສາວິໄຈ 2. ຈຸດປະສົງ 3. ສົມມຸດຖານ (ທ່ານຈື່ວິທີການສອນຕ່າງໆຄັ້ງກ່ອນໆໄດ້ບໍ່?) ຕົວປ່ຽນອິດສະຫະຼ ຕົວປ່ຽນຂຶ້ນກັບ/ຕົວປຽ່ ນຕາມ 3 4
ວິທີການສອນ CBLM 93 ຕົວປ່ຽນຄວບຄຸມ 4. ວິທີວິທະຍາ ອຸປະກອນ ແລະ ທາດເຄມີ ຂັ້ນຕອນ/ຫຼັກເກນ 5. ວິເຄາະຜົນ 6. ສະຫຼຸບສັງລວມ ແລະ ຂໍ້ສະເໜີແນະ ຕົວຢ່າງ: ການທົດລອງການຮຽນແບບໂຄງການ 1. ເບື້ອງຫຼັງ ແລະ ຄວາມໝາຍຂອງບັນຫາ ພືດຕ່າງໆເປັນສິ່ງທມີ່ ີຊີວິດ ຊຶ່ງການສືບພັນຂອງພືດມີຢສູ່ ອງປະເພດຄື: ການສືບພັນໂດຍອາໄສເພດ ແລະ ການສືບພັນໂດຍບໍ່ອາໄສເພດ. ການສືບພັນໂດຍອາໄສເພດ ແມ່ນຜົນຈາກການສືບພັນຂອງລູກຫຼານ ໂດຍການປະສມົ ຂອງເຊື້ອທີ່ເຮັດໃຫ້ລູກ ຫຼານມພີັນທຸກໍາທແີ່ ຕກຕ່າງຈາກພໍ່ແມ. ່ ການສືບພັນໂດຍບໍ່ອາໄສເພດ, ທາງທີ່ກົງກັນຂ້າມ, ການຜະລິດລູກຫຼານໂດຍບໍ່ມີການລວມຕົວຂອງຈຸລັງເຊື້ອ ເຮັດໃຫ້ລູກຫຼານມພີັນທຸກໍາທີ່ຄກືັນກັບຂອງພໍ່ແມ.່ ດັ່ງນັ້ນ, ໂຄງການນີ້ຈ່ງຶມີຈຸດປະສົງເພື່ອສຶກສາຄວາມແຕກ ຕ່າງກັນໃນການສືບພັນຂອງພືດ ແລະ ການຈະເລີນຂະຫຍາຍຕົວຂອງພືດ ເພ່ອືໃຫ້ຂໍ້ມູນແກ່ຜູ້ທີ່ມັກປູກພືດ, ໂດຍສະເພາະແມ່ນປູກພືດສວນ ແລະ ພືດປະດັບ. 2. ຈຸດປະສົງ 1) ເພື່ອສຶກສາການງອກຂອງຕົ້ນອ່ອນຂອງຂີງ ແລະ ຂອງເມັດຖົ່ວຂຽວ 2) ເພື່ອສຶກສາການຈະເລີນຂະຫຍາຍຕົວຂອງພືດທັງສອງຊະນິດພາຍໃນໄລຍະ 3 ອາທິດ 3. ສົມມຸດຖານ: ຂີງ ແລະ ເມດັຖົ່ວຂຽວ ມຄີວາມຕ່າງກັນໃນການງອກຂອງຕົ້ນອ່ອນ ແລະ ໄລຍະເວລາຂອງການ ຈະເລີນຂະຫຍາຍຕົວຢ່າງເຕັມສ່ວນ. ຕວົປ່ຽນອິດສະຫຼະ: ຊະນິດຂອງພືດ (ຂງີແລະ ເມດັຖົ່ວຂຽວ) ຕວົປ່ຽນຕາມ/ຂຶ້ນກັບ: ການງອກ ແລະ ຈະເລີນຂະຫຍາຍຕົວຂອງພືດ ຕວົປ່ຽນຄວບຄຸມ: ດນິ 4. ວິທີການ/ຂັ້ນຕອນ - ຕວົຢ່າງ: ຂີງ ແລະ ເມັດຖົ່ວຂຽວ - ອຸປະກອນ: ໂຖ/ກະຖາງສໍາລັບປູກ / ສວນຂອງໂຮງຮຽນ ດິນປູກຝັງ ສຽມ/ຈກົ /ຊ້ວນ ບວົຫົດນໍ້າ - ຂັ້ນຕອງຕ່າງໆ ກະກຽມບ່ອນປູກ (ໂຖ/ກະຖາງ, ສວນຂອງໂຮງຮຽນ, ....) ວິທີປູກ ແລະ ບວົລະບັດຮັກສາ
ວິທີການສອນ CBLM 94 5. ສັງເກດ ແລະ ບັນທຶກຜົນໄດ້ຮັບ: ການງອກເປັນແຕ່ລະໄລຍະ ແລະ ການຈະເລີນຂະຫຍາຍຕົວຂອງພືດ ເກັບກໍາຂໍ້ມູນແນວໃດ (ຕິດຕາມ ແລະ ບັນທຶກການງອກ ແລະ ການຈະເລີນຂະຫຍາຍຕວົຂອງພືດໃນແຕ່ລະ ມື້ເຊັ່ນ: ການປົ່ງຂອງຮາກ/ການປົ່ງໃບ /ຈໍານວນໃບ/ ຄວາມສູງ /ຖ່າຍຮູບ ຫຼືແຕ້ມແຕ່ລະຂນັ້ ຕອນ/ ໄລຍະທີ່ ພືດເຕີບໃຫຍ່ຢ່າງເຕັມສວ່ ນ. 6. ອະທິບາຍຜົນໄດ້ຮັບ ແລະ ສະຫຼຸບ (ແຕ້ມການປ່ຽນແປງຂອງພືດເປັນແຕ່ລະໄລຍະ, ສົມທຽບລັກສະນະການ ງອກ ແລະ ການຈະເລີນຂະຫຍາຍຕົວຂອງພືດທັງສອງຊະນດິ ໃນໄລຍະຫ່າງສະເພາະ) 7. ຂໍ້ສະເໜແີນະ ສາມາດສ້າງໂຄງການໃໝ່ໂດຍການທົດສອບພືດຊະນດິອື່ນ ແລະ ນໍາໃຊ້ພາກສ່ວນຂອງພືດເພື່ອທົດສອບ ການສືບພັນ. ຂັ້ນຕອນທີ5: ການສັງລວມ ແລະ ການສະທ້ອນແລກປຽ່ ນຄໍາເຫັນ - ນັກຮຽນແລກປຽ່ ນຜົນໄດ້ຮັບຂອງການຄົ້ນຄວ້າໂດຍການນໍາສະເໜີຂອງກຸ່ມ, ຄະອາດຈດັຊົ່ວໂມງ ການນໍາສະເໜີຕ່າງຫາກ: ໃນຕົວຢ່າງຂອງພວກເຮົາ, ຄູສາມາດບອກແຕ່ລະກຸ່ມນັກຮຽນໃຫ້ສົ່ງແຜນວຽກຂອງເຂົາເຈົ້າ ໂດຍມີການສະເໜີຂັ້ນ ຕອນຕ່າງໆທີ່ເຂົາເຈົ້າຈະປະຕບິ ັດເພື່ອສໍາເລັດໂຄງການ ຊຶ່ງຈະອີງໃສ່ສິ່ງທີ່ເຂົາເຈົ້າຄົ້ນພົບຈາກການໄປທັດສະນະ ສຶກສາ ແລະ ຈາກຄວາມເຂົ້າໃຈຈຸດປະສົງຂອງໂຄງການ. ອາດຈະມີການມອບສົ່ງແຜນ ພາຍຫຼັງໄດ້ຮັບການມອບ ໝາຍໂຄງການໄປແລ້ວ 1 ອາທິດ. ພາຍຫຼັງໄດ້ຮັບແຜນວຽກຕ່າງໆຈາກນັກຮຽນທຸກຄົນແລວ້ , ຄູກວດເບິ່ງທຸກແຜນວຽກ ແລະ ປະກອບຄໍາເຫັນເພື່ອ ການປັບປຸງພາຍໃນ 2 ຫາ 3 ມື້ຫງຼັຈາກໄດ້ຮັບແຜນ ແລະ ເພື່ອເຮັດໃຫໂ້ຄງການການສໍາເລັດເປັນຢ່າງດີ. 5
ວິທີການສອນ CBLM 95 ໂມດູນ ການສອນແບບປະຕິສໍາພັນ ໄອຄອນ/ICON ການບັນທຶກເວັບ ບີນາ/Webinar https://www.youtube.com/watch?v=MofbXY6Cbo4 ກະຣຸນາເບິ່ງຕື່ມ: https://www.youtube.com/watch?v=YjvRd9_pGik (ວິທີທີ່ເຮັດໃຫຫ້ ້ອງຮຽນທາງອອນລາຍມີປະຕິສໍາພັນຍິ່ງຂຶ້ນ) ການນໍາສະເໜີ ພາວເວີພອຍທາງ ອອນລາຍ/ Online https://www.slideshare.net/jugawayne/module-30interactiveteachingeesdplaofin?fbclid=IwAR0y5j8NSObPggS6vgsmaqW-hcasNG3nVXxz-EMsnAXZMQ9e7ks84LOrefk https://www.slideshare.net/jugawayne/module-30-interactive-teaching-eesdpeng?fbclid=IwAR233F1rd0BpAK1Q1aojDJ4IKslijqwx3kChMS87Q4z4CRYVGpxVXB7s8Fw https://docs.google.com/forms/d/e/1FAIpQLSc3Wsehha8d9AxcP0yQrfUdVG4kYL C8W0R4O_IAP0HlNRCmmg/viewform?usp=sf_link 3.0 ການສອນແບບປະຕິສໍາພັນ
ວິທີການສອນ CBLM 96 ໂມດູນ 3. ການສອນແບບປະຕິສໍາພັນ ຍິນດີຕ້ອນຮັບເຂົ້າສູ່ໂມດູນ 3. ພາກທີ I. ແນະນໍາການປະເມີນ ໃບຂໍ້ມູນ: ໂມດູນນເີ້ນັ້ນໃສ່ການສົນທະນາກ່ຽວກັບການສອນແບບປະຕິສໍາພັນ ແລະ ການຈັດຕັ້ງປະຕິບັດວິທີການ ນີ້ແນວໃດ.ໜ້າວຽກ ແລະ ໃບງານ: ກະລຸນາຂຽນ “ຖ” ຖ້າຄໍາຕອບຖືກ ແລະ ຂຽນ “ຜ” ຖ້າຄາໍ ຕອບຫາກຜິດ. ບົດນີ້ ສາມາດນໍາໃຊ້ເປັນບົດທົດສອບກ່ອນ ແລະ ຫຼັງການຮຽນໄດ້. ______ 1. ຮູບແບບການສອນແບບປະຕິສໍາພັນ ໄດ້ຖືກອອກແບບໂດຍປິ່ນອ້ອມຫັກຼການອັນງ່າຍ ດາຍ ຄື: ຖ້າບໍ່ມີການນໍາໃຊ້ຕົວຈງິ, ນັກຮຽນມັກຈະບໍ່ ເຂົ້າໃຈເອກະສານການຮຽນໄດ້ຢ່າງເລິກເຊິ່ງ. ______ 2. ຄູທີ່ໃຊ້ຮູບແບບການສອນແບບປະຕິ ສໍາພັນແມ່ນມີຄວາມພ້ອມດີກວ່າໃນການປະເມີນ ວ່ານັກຮຽນກໍາໄດ້ເນື້ອໃນ/ສື່ຂອງວິຊາທີ່ໄດ້ໃຫໄ້ປນັ້ນ ໄດ້ດີສໍ່າໃດ. ______ 3. ການນໍາໃຊ້ວິທີການສອນທີ່ມີການສື່ ສານສອງທາງຈະຊ່ວຍໃຫ້ທ່ານສາມາດປັບຕົວໄດ້ ໄວ ໃນຂະບວນການ ແລະ ວິທີການ. ______ 4. ການສອນແບບປະຕິສໍາພັນບໍ່ສາມາດ ນໍາໃຊ້ໃນຫ້ອງຮຽນທີ່ມີນັກຮຽນຈໍານວນຫຼາຍ. ______ 5. ການສອນທີ່ມກີານສື່ສານສອງທາງ ຈະ ກໍາຈັດຄວາມເສີຍເມຍີຂອງນກັຮຽນ, ແລະ ເມື່ອ ນັກຮຽນມີສວ່ ນຮ່ວມຫຼາຍຂຶ້ນ, ທ່ານກໍ ່ຈະມີຄວາມ ມ່ວນຊື່ນຫຼາຍຂຶ້ນເຊັ່ນກັນ. ______6. ການສອນແບບປະຕິສໍາພັນເຮັດໃຫ້ ຂະບວນການຮຽນເຂັ້ມແຂງ. ______ 7. ການສອນແບບປະຕິສໍາພັນຈັດຂຶ້ນຍາກ, ມັນມີການວົນແຊວ ແລະ ຈະລົບກວນຫ້ອງ ຮຽນອື່ນໆ. (ຄໍາຖາມປາລະໄນ, ຈົ່ງເລືອກເອົາຄໍາຕອບທີ່ດີທີ່ສຸດ): 8. ໃນຂໍ້ຕ່າງໆລຸ່ມນີ້ຂໍ້ໃດທ່ີບໍ່ມີປະໂຫຍດສໍາລັບ ການຮຽນແບບປະຕິສໍາພັນ: ກ. ມັນພາໃຫ້ເກີດມີຄວາມຄິດ ແລະ ແນວຄິດ ສ້າງສັນ. ຂ. ມັນສ້າງພຽງແຕ່ການສື່ສານຈາກຄູຫານັກ ຮຽນ ເທົ່ານັ້ນ. ຄ. ມັນຊ່ວຍນັກຮຽນໃຫ້ເຕົ້າໂຮມກັນ/ຮ່ວມມືກັນ ງ. ມັນປະຕິບັດໂດຍປົກກະຕິໃນການສົນທະນາ ກຸ່ມ ແລະ ເຮັດໃຫ້ນັກຮຽນມີສ່ວນຮ່ວມ. 9. ໃນຂໍ້ຕ່າງໆລຸ່ມນີ້ຂໍ້ໃດທ່ີບໍ່ແມ່ນເຕັກນິກການ ສອນຢູ່ພາຍໃຕ້ການສອນແບບປະຕິສໍາພັນ: ກ. ຄິດເອງ-ເປັນຄູ່-ແລກປ່ຽນ ຂ. ການຮຽນແບບສອບຖາມ ຄ. ການສົນທະນາໃນກຸ່ມຍ່ອຍ ງ. ການລະດົມສະໝອງ ຈ. ຂ້າງເທິງນີ້ບໍ່ມີຈັກຂໍ້ 10. ໃນຂໍ້ຕ່າງໆລຸ່ມນີ້ ຂໍ້ໃດທີ່ມີລັກສະນະສໍາຄັນທີ່ ສຸດຂອງການສອນແບບປະຕິສໍາພັນ ທີ່ເຮັດໃຫ້ມັນ ເປັນວິທີການທີ່ມີປະສິດທິຜົນ ເພື່ອກະກຽມນັກຮຽນ ໃຫ້ມີທັກສະທາງສັງຄົມ: ກ. ມັນສອນນັກຮຽນດ້ວຍວິທີທາງທີ່ເຮັດໃຫ້ເຂົາ ເຈົ້າມີສ່ວນຮ່ວມຢ່າງຫ້າວຫັນໃນຫ້ອງຮຽນ. ຂ. ມັນເປັນໜ້າສົນໃຈ ແລະ ໜ້າຕື່ນເຕັ້ນສໍາລັບ ນັກຮຽນ. ຄ.ເວລາສ່ວນຫຼາຍແມ່ນຜ່ານການປະຕິສໍາພັນ ລະຫວ່າງຄູກັບນັກຮຽນ. ງ. ທຸກຂໍ້ຂ້າງເທິງນີ້ຖືກໝົດ.
ວິທີການສອນ CBLM 1 ເງື່ອນໄຂການປະຕິບັດ: ຄູສາມາດອອກແບບບົດສອນໂດຍນໍາໃຊ້ວິທີການນີ້. ພາກທີ II. ວິທີນໍາໃຊ້ການສອນແບບປະຕິສໍາພັນ ຈົ່ງສັງເກດການປະກອບຕົ້ນຕໍຂອງຄໍາ: “Inter” (ລະຫວ່າງ) ແລະ “action" (ການກະທໍາ/ປະຕິບັດ) - ດງັ່ ນັ້ນ, ທຸກ ການປະຕິບັດລະຫວ່າງ ຫຼືມີສວ່ ນຮ່ວມຂອງ 2 ຄົນຂຶ້ນໄປແມ່ນ = ປະຕິສໍາພັນ/ interaction, ເຊັ່ນການປະຕິສໍາ ພັນລະຫວ່າງຄູກັບນັກຮຽນ. ລະຫວ່າງ 2 ປະເທດ ຫຼືລະຫວ່າງ 2 ທາດເຄມີເຊັ່ນໂຊດາ ກັບນໍ້າສົ້ມ (ກໍ່ຈະແຕກ ບຸມ!). ການສອນແບບປະຕິສໍາພັນແມ່ນທັງໝົດກ່ຽວກັບການສອນນັກ ຮຽນ ໃນລັກສະນະທີ່ເຮັດໃຫ້ເຂົາເຈ້າົມີສ່ວນຮ່ວມຢ່າງຫ້າວຫັນ ໃນຂະບວນການຮຽນຂອງຕົນ. (ທຸກເຕັກນິກເອົາຜຮູ້ ຽນເປັນໃຈ ກາງແມ່ນການປະຕິສໍາພັນ ບໍ່ແມ່ນເປັນແຕ່ຜູ້ທີ່ເມີນເສຍ/ບໍຫ່ ້າວ ຫັນ ແລະ ເນັ້ນໃສ່ບົດບາດຂອງຜູ້ຮຽນໃນການຮຽນດ້ວຍຕົນເອງ ຊຶ່ງຄູຕ້ອງເປັນຜູ້ຊໍານານໃນການອໍານວຍຄວາມສະດວກ). ມີຫາຼຍວິທີທແີ່ ຕກຕ່າງກັນເພື່ອສ້າງໃຫ້ມີສ່ວນຮ່ວມດງັ່ ກ່າວໃນ ການສອນ. ເວລາສ່ວນຫາຼຍແມ່ນຜ່ານ: (i) ການປະຕິສໍາພັນລະຫວ່າງຄູກັບນັກຮຽນ ແລະ (ii) ການປະຕິສໍາພນັລະຫວ່າງ ນັກຮຽນດ້ວຍກັນ. ສົມທຽບລັກສະນະຂອງການປະຕິສໍາພັນ ໃນການເອົາຄູເປັນໃຈກາງ: ໃນການເອົານັກຮຽນເປັນໃຈກາງ: ເນັ້ນໃສ່ຜູ້ສອນ ເນັ້ນໃສ່ທັງຜູ້ຮຽນ ແລະ ທັງຜູ້ສອນ ຜູ້ສອນເວົ້າ: s ຜູ້ສອນໃຫແ້ ບບຢ່າງ: ນັກຮຽນປະຕິສໍາພັນກັບຜູ້ສອນ ແລະ ປະຕິ ສໍາພັນກັບນັກຮຽນດ້ວຍກັນ ນັກຮຽນເຮັດວຽກຜູ້ດຽວ ນັກຮຽນເຮັດວຽກເປັນຄູ່, ເປັນກຸ່ມ ຫຼືຜູ້ດຽວ ຊຶ່ງຂຶ້ນກັບຈຸດປະສົງ ຂອງກິດຈະກໍາ ຜູ້ສອນຕິດຕາມ ແລະ ກວດແກ/້ແກ້ໄຂ ທຸກຄໍາເວົ້າຂອງນັກຮຽນ ນັກຮຽນເວົ້າ ໂດຍທີ່ຜູ້ສອນບຕໍ່ ້ອງຕິດຕາມຢູ່ຕະຫຼອດເວລາ; ຜູ້ ສອນສະໜອງຄໍາເຫັນສະທ້ອນ/ແກ້ໄຂເມື່ອມີການຕັ້ງຄໍາຖາມ ມີແຕ່ຜູ້ສອນເທົ່ານັ້ນທີ່ເລືອກຫວົຂໍ້ຕ່າງໆ ນັກຮຽນສາມາດມີບາງທາງເລອືກກ່ຽວກັບຫົວຂໍ້ ຜູ້ສອນປະເມີນຜົນການຮຽນຂອງນັກຮຽນ ນັກຮຽນປະເມີນຜົນການຮຽນດ້ວຍຕົນເອງ ແລະ ຄູກໍ່ປະເມນີຜົນ ການຮຽນຂອງນັກຮຽນເຊັ່ນກັນ ຫ້ອງຮຽນງຽບ/ບໍ່ວົນແຊວ ສ່ວນຫຼາຍຫ້ອງຮຽນຈະມີສຽງດັງ/ວົນແຊວ ແລະ ບຫໍ່ ວ່າງເນືອ່ ງ ຈາກວ່ານັກຮຽນ ຮຽນຮູ້ແລະ ສື່ສານກັນຢ່າງຫ້າວຫັນຫຼາຍຂນຶ້ .
ວິທີການສອນ CBLM 2 ຈົ່ງຮັບຮູ້ວ່າໃນສະພາບການໃໝ່ຂອງໂລກ ທ່າມກາງ ແລະ ຫຼັງການລະບາດຂອງໂຄວິດ-19, ສ່ວນຫຼາຍການປະຕິ ສໍາພັນດັ່ງກ່າວຈະເປັນໃນຮູບແບບດີຈີຕອນ/DIGITAL ຫຼື ຜ່ານຊ່ອຕ່າງໆງຂອງດີຈີຕອນ (ເມັດເຊນເຈີ/ Messenger/, ວັດແ ັອບ/WhatsApp/, ຊູມ/ZOOM/, ພົບຜ່ານກູໂກ/Google Meet ແລະ ອື່ນໆ) ແລະ ບມໍ່ ພີຽງ ແຕ່ເຊິ່ງໜ້າກັນໃນຫ້ອງຮຽນເທາົ່ ນັ້ນ. ການປະຕິສໍາພັນທາງສັງຄົມ ແລະ ອາລົມຈິດໃນການຮຽນ ຊ່ວຍເດັກໃຫ້ຮຽນຮູ້ທັກສະທີ່ເຂົາເຈົ້າຈະນໍາຕິດໂຕໄປ ຕະຫຼອດຊີວິດ; ເຂົາເຈ້າົຈະພັດທະນາບຸກຂະລິກທີ່ເຂັ້ນແຂງ ຊຶ່ງຈະເຮັດໃຫ້ເຂົາເຈົ້າມຄີວາມຢືດຢູນທີ່ຕ້ອງການ ເພື່ອດໍາລົງຊີວິດຢ່າງມີຄວາມສຸກ ແລະ ມີສຸຂະພາບແຂງແຮງດີ. ບາງເຕັກນິກການສອນພາຍໃຕ້ການສອນແບບປະຕິສໍາພັນລວມມ:ີ ທ່ານສາມາດຄິດຫາວິທີທາງນໍາໃຊ້ວິທີນີ້ຜ່ານ ການຮຽນເຊິ່ງໜ້າ, ໃນສະພາບຂອງຫ້ອງຮຽນ ລວມທັງວິທີການຮຽນຜ່ານທາງດີຈີຕອນ/ອອນລາຍໄດ້ບໍ່? (i) ການລະດົມສະໝອງ (ii) ການສົນທະນາໃນກຸ່ມຍ່ອຍ; (iii) ຄິດເອງ-ເປັນຄູ່-ແລກປ່ຽນ; (iv) ຖາມ - ຕອບ. ການຮຽນແບບປະຕິສໍາພັນຊ່ວຍນັກຮຽນ ຮຽນໄດ້ 6 ເທົ່າຫຼາຍກວ່າການຮຽນຈາກບົດສອນເປີດທາງອອນລາຍຈໍາ ນວນຫຼາຍ5 / MOOCs (Massive Open Online Courses5 ). ການສຶກສາວິໄຈຂອງມະຫາວທິ ະຍາໄລ Carnegie Mellon ໄດ້ຄົ້ນພົບວ່າວິທີການໃຈກາງໃນການຮຽນ ຢູ່ເບືອງຫຼັງຂອງ MOOCs ຊງຶ່ ລວມເອົາການເບິ່ງ ແລະ ເກບັກໍາຂໍ້ມູນຈາກການສອນທາງວີດີໂອແມ່ນບໍ່ ໄດ້ປະສິດທິຜົນເທົ່າກັບວິທີການຮຽນແບບປະຕິສໍາພັນ. 5 ບົດສອນເປີດທາງອອນລາຍຈໍານວນຫາຼຍ/Massive Open Online Courses (MOOCs) ເປັນບົດສອນທາງອອນ ລາຍທບີ່ ໍ່ເສຍເງນິ ມີສໍາລັບທກຸ ຄນົທີ່ເຂົ້າໄປລົງທະບຽນ. MOOCs ສະໜອງວິທີທາງທີ່ບແໍ່ ພງ ແລະ ຢືດຢູນສໍາລັບການ ຮຽນທັກສະໃໝ່. (ແຫຼ່ງຂໍ້ມນູ : www.educationworld.com)
ວິທີການສອນ CBLM 99 ສໍາລັບການສະທ້ອນແລກປ່ຽນ: ຈົ່ງພິຈາລະນາບັນດາປະເດັນດັ່ງຕໍ່ໄປນີ້ແລະ ຮ່ວມກັນກັບເພື່ອນຮວ່ ມງານຂອງທ່ານຊອກໃຫໄ້ດ້ວິທແີກ້ ໃນຊ່ອງ ການຮຽນການດໍາເນີນການ (Learning Action Cell) ຂອງທ່ານ. 1. ລະຫວ່າງການຮຽນພ້ອມກັນ/Synchronous ທຽບກັບການຮຽນບໍ່ພ້ອມກັນ/ Asynchronous ມີຄວາມ ແຕກຕ່າງແນວໃດ? (ທ່ານສາມາດໃຊ້ google ເພື່ອຄົ້ນຫາໄດ້) 2. ການຮຽນພ້ອມກັນ ແມ່ນວິທີຮຽນແບບປະຕິສໍາພັນບໍ່? 3. ມີສິ່ງທ້າທາຍຫຍັງແດ່ໃນການຈັດຕັ້ງປະຕິບັດວິທີການສອນທີ່ເອົານັກຮຽນເປັນໃຈກາງໃນໂຮງຮຽນຢູ່ ລາວ? 4. ໃນການຄັດເລືອກນໍາໃຊ້ວິທີການສອນ ມີຕົວປ່ຽນໃດແດ່ທີ່ສາໍ ຄັນກວ່າໝູ່ທີ່ຕ້ອງໄດ້ຄໍານຶງເຖິງ? 5. ພວກເຮົາຈະເຮັດແນວໃດເພື່ອເຮັດໃຫບ້ ົດສອນມີປະຕິສໍາພັນຫຼາຍຂຶ້ນສໍາລັບຜູ້ຮຽນຢູ່ລາວ? ມີເຄື່ອງມືຫຼື ວິທີນໍາໃຊ້ໃດແດ່ທີ່ເໝາະສົມ? 6. ມີຄວາມຈໍາເປັນທີ່ຈະຕ້ອງມີນະໂຍບາຍທີ່ທັນສະໄໝຕື່ມບໍ່ ເພ່ອືສັງລວມ ແລະ ສະໜັບສະໜູນການສອນ ແບບປະຕິສໍາພັນ?
ວິທີການສອນ CBLM 100 ໂມດູນ ການລະດົມສະໝອງ ໄອຄອນ/ICON ການບັນທຶກເວັບບີ ນາ/Webinar https://www.youtube.com/watch?v=C19MtOjY8UE ການນນໍາສະເໜີ ພາວເວີພອຍທາງ ອອນລາຍ https://www.slideshare.net/jugawayne/module-31brainstorming-laofin-july9?fbclid=IwAR2zOAZkTF3-48gyjlPxoK3ABvzQpZvRjfQTLBrxgdNkviM3WUg1wduXgM https://www.slideshare.net/jugawayne/module-31-brainstorming-engfin?fbclid=IwAR3sGE6mSLCI1iouwsGNrg44EckbrHuEW0i1mFMplHRX8nnzRSA Ng8sG7rM https://docs.google.com/forms/d/e/1FAIpQLSdajwKJFwxNeEE-zVrPjAEZeskg6pXXKZH1XShdnfTwCah_w/viewform?usp=sf_link ການລະດົມສະໝອງ 3.1
ວິທີການສອນ CBLM 101 ໂມດູນ 3.1 ການລະດົມສະໝອງ ພາກທີ I. ແນະນໍາການປະເມີນ (i) ກະລຸນາເລືອກຂຽນ “ຖ” ຖ້າປະໂຫຍກຖືກ ແລະ ຂຽນ “ຜ” ຖ້າປະໂຫຍກຜິດ. 1. _____ ການລະດົມສະໝອງແມ່ນວທິ ີການ ທີ່ນໍາໃຊ້ເພື່ອສ້າງແນວຄິດ ແນໃສ່ແກ້ບັນຫາທີ່ ກໍານົດໄວ້ຢ່າງຈະແຈ້ງ. ນັກຮຽນສາມາດມີ ຄວາມຄິດຫຼາກຫຼາຍ ແລະ ສ້າງການເຊື່ອມຕໍ່ ລະຫວ່າງເຂົາເຈົ້າ ເພື່ອຄົ້ນພົບວິທີແກ້ທມີ່ ີ ທ່າແຮງ. 2. _____ ໃນລະຫວ່າງການສອນກ່ຽວກັບການ ລະດົມສະໝອງ, ຄູຕ້ອງຫຼີກເວນັ້ ການວິພາກ ວິຈານ ຫຼື ໃຫ້ລາງວັນແກ່ແນວຄິດ. 3. _____ ຄູນໍາໃຊ້ການລະດົມສະໝອງເພື່ອ ເກັບກໍາແນວຄິດ ແລະ ການສະເໜີຕ່າງໆຂອງ ຜູ້ຮຽນພຽງບາງຄົນ. 4. _____ ການລະດົມສະໝອງປະສົມປະສານ ວິທີການແກ້ບັນຫາທີ່ຜ່ອນຄາຍ ແລະ ບໍ່ເປັນ ທາງການ. ຄູຊຸກຍູ້ນັກຮຽນໃຫຄ້ ິດ ແລະ ມແີນວ ຄິດ ເຖິງວ່າທໍາອິດອາດບໍ່ໄດ້ຄວາມໝາຍກໍ່ ຕາມ. 5. _____ ຄູບໍ່ອະນຸຍາດໃຫນ້ ັກຮຽນເວົ້າສງິ່ ທີ່ຢູ່ໃນ ໃຈຂອງເຂົາເຈົ້າ ໂດຍບໍ່ໄດ້ຜ່ານການຄັດຕອງ ແລະ ຢ້ານຈະຖືກເບງິ່ ວ່າແປກ. 6. ____ ເມື່ອການລະດົມສະໝອງເລີ່ມຕົ້ນ ບມໍ່ ີ ໃຜສາມາດປະຕິເສດແນວຄິດໃດໜຶ່ງ ເພາະວ່າ ມັນສ້າງບັນຍາກາດທີ່ເປີດກວາ້ງ ແລະ ມີ ຄວາມເຊື່ອໝັ້ນ. 7. _____ ການຕັດສິນ ແລະ ການວິເຄາະໃນກິດ ຈະກໍາການລະດົມສະໝອງຈໍາກັດການເກີດ ຄວາມຄິດ ແລະ ຫົວຄິດປະດິດສ້າງ. (ii) (ຄໍາຖາມປາລະໄນ, ຈົ່ງເລືອກເອົາຄໍາຕອບ ທີ່ດີທີ່ສຸດ): 8. ໃນບັນດາຂໍ້ຕ່າງໆດັ່ງຕໍ່ໄປນີ້ ຂໍ້ໃດບໍ່ນອນໃນ ຫຼັກການຂອງການລະດົມສະໝອງ? ກ. ພະຍາຍາມດຶງເອົາແນວຄດິ ໃຫ້ຫຼາຍເທົ່າທີ່ ຈະຫຼາຍໄດ້ ຂ. ບໍ່ມີຄໍາຕອບໃດຜິດ ຄ. ຈົ່ງໃຫເ້ວລາຫຼາຍຂຶ້ນຕາມທີ່ນັກຮຽນ ຕ້ອງການ ງ. ກໍານົດຂອບເຂດເວລາ 9. ໃນບັນດາຂໍ່້ດັ່ງຕໍ່ໄປນີ້ຂໍ້ໃດແມນ່ ຈດຸ ປະສົງທີ່ ຖືກຕ້ອງຂອງການລະດົມສະໝອງ? ກ. ເພື່ອສົ່ງເສມີທັກສະຄວາມຄິດຂັ້ນສູງຂອງ ນັກຮຽນ (ຊຸກຍູ້ການວິເຄາະ ແລະ ການປະ ເມີນຜົນທາງເລືອກ/ແນວຄິດ) ຂ. ເພື່ອໃຫໂ້ອກາດນັກຮຽນທຂີ່ ີ້ອາຍສະແດງ ອອກເຖິງແນວຄິດຂອງຕົນ ຄ. ເພື່ອສ້າງແນວຄິດກ່ຽວກັບຫົວຂໍ້ໃດໜຶ່ງໃຫ້ ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ງ. ເພື່ອກໍາຈັດຄວາມຢ້ານທີ່ຈະລມົ້ ເຫວຼ ຈ. ທຸກຂໍ້ທີ່ກ່າວມາຂ້າງເທງິນີ້ 10. ໃນບັນດາຂໍ່້ດັ່ງຕໍ່ໄປນີ້ ຂໍ້ໃດແມ່ນເຄື່ອງມືຂອງ ການລະດົມສະໝອງ? ກ. ແຜນວາດຊ່ວຍຈ່ື ຂ. ແຜນພູບແບບກ້າງປາ ຄ. ດາວກະຈາຍ ງ. ທຸກຂໍ້ທີ່ກ່າວມາຂ້າງເທງິນີ້
ວິທີການສອນ CBLM 102 ພາກທີ II. ນໍາໃຊ້ການລະດົມສະໝອງແນວໃດ ການລະດົມສະໝອງແມ່ນວິທກີານທີ່ນໍາໃຊ້ເພື່ອສ້າງແນວຄິດ ແນໃສແ່ ກ້ບັນຫາທີ່ກໍານົດໄວ້ຢ່າງຈະແຈ້ງ. ໃນ ສິ່ງແວດລ້ອມຫ້ອງຮຽນບ່ອນທີ່ມີເງື່ອນໄຂການຄວບຄຸມ ແລະ ສະພາບ ແວດລ້ອມໃນການຄິດແບບອດິສະຫຼະ, ນັກຮຽນເຂົ້າຫາບັນຫາໂດຍວິທີ ການດັ່ງກ່າວດ້ວຍຄໍາຖາມທີ່ວາ່ "ພວກເຮົາຈະເຮັດແນວໃດ?". ຈາກວິທີນີ້, ນັກຮຽນສາມາດສ້າງແນວຄິດທີ່ຫຼາກຫຼາຍ ແລະ ສ້າງການເຊື່ອມຕໍ່ລະຫວ່າງ ເຂົາເຈ້າົເພື່ອຄົ້ນຫາວິທແກ້ ີ ທີ່ມທີ່າແຮງ. ການລະດົມສະໝອງປະສົມປະສານວິທີການແກ້ບັນຫາທີ່ຜອ່ ນຄາຍ ແລະ ບໍ່ ເປັນທາງການດ້ວຍການຄິດແບບຂ້າງຄຽງ. ມັນຊຸກຍູ້ຄົນໃຫຄ້ ິດ ແລະ ມແີນວ ຄິດ ເຖິງວ່າທໍາອິດອາດບໍ່ໄດ້ຄວາມໝາຍກໍ່ຕາມ. ບາງແນວຄິດດັ່ງກ່າວ ສາມາດເປັນຕົ້ນກໍາເນີດ/ຕົ້ນສະບັບຂອງການແກ້ບັນຫາ, ເປນັວິທີແກ້ບັນຫາທີ່ປະດິດສ້າງ, ໃນຂະນະດຽວກັນບາງ ແນວຄິດກໍ່ເປັນການຈດຸ ປະກາຍໃຫ້ມີແນວຄິດຫຼາຍຂຶ້ນ ຊຶ່ງຊວ່ ຍໃຫຄ້ ົນຮູ້ສຶກບໍ່ສະດຸດ ໂດຍຊຸກຍູ້ເຂົາເຈ້າົໃຫອ້ ອກ ຈາກຂອບ (ວິທີຄິດປົກກະຕິຂອງເຂົາເຈົ້າ). ເມື່ອແນວຄິດທັງໝົດໄດ້ຖືກກໍານົດໄວ້ລ່ວງໜ້າ, ຄູຈະປະເມີນຜົນແນວຄິດຕ່າງໆໃນຕອນທ້າຍຂອງຊົ່ວໂມງຮຽນ - ນີ້ແມ່ນເວລາທີ່ຈະຊອກຫາວິທີແກ້ຕື່ມອີກ, ນໍາໃຊ້ວິທີການແບບທໍາມະດາ. ຂັ້ນຕອນຕ່າງໆ ຄູສາມາດນໍາໃຊ້ 3 ຂັ້ນຕອນຕົ້ນຕໍໃນການດໍາເນີນການສອນແບບລະດົມສະໝອງ: ຂັ້ນຕອນທີ 1. ນໍາພາການສົນທະນາ. ຄູຕ້ອງ ສາມາດນໍາພາການສົນທະນາໂດຍຕັ້ງບັນຫາທີ່ຢາກແກ້ ຊຶ່ງສອດຄ່ອງກັບໜ້າວຽກການຮຽນ. ຂັ້ນຕອນທີ 2. ກະກຽມກມຸ່ ຕາ່ ງໆ. ຄູຕ້ອງກະກຽມ ນັກຮຽນໃນຫ້ອງໂດຍເກັບກໍາແນວຄິດຕ່າງໆຂອງ ເຂົາເຈ້າົ ແລະ ຊ່ວຍເຂົາເຈົ້າໃນການຈັດຕັ້ງແນວຄິດ ດັ່ງກ່າວ. ຄູອາດສະເໜເີຄື່ອງມືການລະດົມສະໝອງ ແນວໃດກໍ່ໄດ້ ເພື່ອໃຫ້ໄດແ້ ນວຄິດຈາກນັກຮຽນ: (i) ກຣາຟີກ/ແຜນພມູ ; (ii) ແຜນວາດຊ່ວຍຈ່; (iii) ື ແຜນ ພູມແບບກ້າງປາ; (iv) ແຜນຜັງວຽກ/Flowcharts; (v) ການວິເຄາະແບບ SWOT ; (vi) ດາວກະຈາຍ; (vii) ແຜນຜັງຄວາມສໍາພນັ/Affinity Diagrams; (viii) ແຜນວາດແນວຄວາມຄດິ /Concept Maps ແລະ ອື່ນໆ. ຂັ້ນຕອນທີ 3. ນໍາສະເໜີບັນຫາ. ນັກຮຽນສະໜອງສິ່ງນໍາເຂົ້າ ແລະ ສົນທະນາກ່ຽວກັບປະເດັນຢ່າງ ອິດສະຫຼະ. ກະກຽມ ກຸ ່ ມ ໍນາສະເໜີ ບັນຫາ ໍນາພາ ການ ສົນທະນາ
ວິທີການສອນ CBLM 103 ສິ່ງທີ່ບໍ່ຄວນເຮັດ ໃນລະຫວ່າງການສອນກ່ຽວກັບການລະດົມສະໝອງ, ຄູຕ້ອງຫຼີກເວັ້ນການວິພາກວິຈານ ຫຼື ໃຫ້ລາງວັນແກ່ແນວ ຄິດ. ທ່ານກໍາລັງພະຍາຍາມເປີດໂອກາດ ແລະ ທໍາລາຍການຄາດຄະເນທີ່ບໍ່ຖືກຕ້ອງກ່ຽວກັບຂໍ້ຈໍາກັດຂອງບັນຫາ. ການຕັດສິນ ແລະ ການວິເຄາະໃນຂັ້ນຕອນນີ້ເຮັດໃຫ້ການສ້າງແນວຄິດຢຸດຊະງັກ ແລະ ຈາໍ ກັດຫົວຄິດປະດິດສ້າງ. ລຸ່ມນີ້ແມ່ນການສົນທະນາກ່ຽວກັບແຜນພູມອັນຫຼາກຫາຼຍ ຊຶ່ງ ສາມາດນໍາໃຊ້ໃນການຝຶກປະຕິບັດການລະດົມສະໝອງ. ແຜນພູມແມ່ນເຄື່ອງມືການຮຽນການສອນທີ່ນໍາໃຊ້ເພື່ອຈັດວາງຂໍ້ ມູນ ແລະ ແນວຄິດຕາມທິທທີາງທີ່ເຊື່ອມຕໍ່ກັນໄດ້ງ່າຍ, ເຂົ້າໃຈ ແລະ ເຂົ້າເຖິງໄດ້ງ່າຍ. ໂດຍເຊື່ອມສານເນື້ອໃນຂຽນກບັຮູບປະຈັກຕາ, ແຜນພູມ/ແຜນ ວາດສະແດງໃຫເ້ຫັນສາຍພວົພັນ ແລະ ການເຊື່ອມຕໍ່ ລະຫວ່າງ ແນວຄວາມຄິດຕ່າງໆ, ຄໍາສັບ ແລະ ຄວາມເປັນຈິງ ຊຶ່ງສະແດງ ໃຫ້ເຫັນດັ່ງລຸ່ມນີ້: (ກ) ໂຄງສ້າງພື້ນຖານ; (ຂ) ແຜນພູມຂອງ Venn; (ຄ) ແຜນພມູ ຈັດລໍາດັບຕາມຫົວຂໍ້. ຄູຕ້ອງເລີ່ມຕົ້ນ ເລືອກກະກຽມແຜນພູມໃດໜຶ່ງໃນບັນດາແຜນພູມເຫຼົ່ານີ້ ແລະ ໃຫ້ນັກຮຽນແລກປ່ຽນແນວຄິດຂອງເຂົາເຈ້າົດ້ວຍການເຕີມໃສ່ ບ່ອນຫວ່າງ. ແຜນພູບແບບຂອງ VENN ແຜນວາດແນວຄວາມຄິດ ແຜນຜັງວຽກ ກະລຸນາເບິ່ງ: https://www.youtube.com/watch?v=mNFk9AQhKAA I. ປະໂຫຍກກ່ຽວກັບຫົວຂໍ້/ ແນວຄິດຕົ້ນຕໍ A. ລາຍລະອຽດທີ່ສະໜັບສະໜູນ 1. ຕົວຢ່າງ ກ. ລາຍລະອຽດ ຂ. ລາຍລະອຽດ 2. ຕົວຢ່າງ 3. ລາຍລະອຽດທີ່ສະໜັບສະໜູນ II. ສືບຕໍ່ພັດທະນາແນວຄິດຕົ້ນຕໍ III. ສັງລວມ/ ສະຫຼຸບ/ ປິດ ໂຄງສ້າງພື້ນຖານ ແຜນພູມຈັດລໍາດັບຕາມຫົວຂໍ້
ວິທີການສອນ CBLM 104 ເຄື່ອງມືການລະດົມສະມອງ: ແຜນພູມຕ່າງໆ (i) ແຜນວາດຊ່ວຍຈື່. ແຜນວາດຊ່ວຍຈື່ເປັນແຜນພມູ ອີກປະເພດໜຶ່ງ ຊຶ່ງສາມາດນໍາໃຊ້ເປັນເຄອື່ ງມືການລະດົມ ສະມອງ ເພື່ອຊ່ວຍໃຫ້ຄວາມຄິດລ່ຽນໄຫດຼີໂດຍບໍ່ຕ້ອງກັງວົນກ່ຽວກັບລໍາດັບ ແລະ ໂຄງສ້າງ. ມັນຊວ່ ຍໃຫ້ ນັກຮຽນຈັດແນວຄິດຂອງຕົນໃນໂຄງສ້າງປະຈັກຕາ ເພື່ອຊ່ວຍໃນການວິເຄາະ ແລະ ຈື່ຈາໍ . ມັນສະແດງເຖິງໜ້ າວຽກ, ຄໍາສັບຕ່າງໆ, ບັນດາແນວຄວາມຄິດ ຫຼືຂໍ້ຄວາມທີ່ຕໃໍ່ ສ່ກັນ ແລະ ຈັດວາງໂດຍປິ່ນອ້ອມແນວຄວາມ ຄິດຕົ້ນຕໍ/ໃຈກາງ ຫຼື ປິ່ນອອ້ ມວິຊາ ໂດຍນໍາໃຊ້ການແຕ້ມແຜນພມູ ທີ່ບໍ່ໄປ ຕາມເສັ້ນຊື່ ຊຶ່ງຊ່ວຍນັກຮຽນໃນການ ສ້າງຂອບວຽກຕາມສັນຊາດຍານ ໂດຍປິ່ນອ້ອມແນວຄວາມຄິດຕົ້ນຕໍ. ແຜນວາດຊ່ວຍຈື່ສາມາດປ່ຽນຈາກ ລາຍການຂໍ້ມນູ ດ່ຽວທີ່ຊໍ້າຊາກເປັນ ແຜນພູມທມີ່ ີສີສັນ, ໜ້າຈ່ືຈໍາ ແລະ ມີ ການຈັດສັນທີ່ດີຊຶ່ງດໍາເນີນຢ່າງສອດ ຄ່ອງກັບວິທີແບບທໍາມະຊາດຂອງສະ ໝອງຂອງທ່ານໃນການເຮັດສິ່ງຕ່າງໆ. ໃນການນໍາໃຊ້ແຜນວາດຊ່ວຍຈື່ຄູອາດ ຄິດສ້າງ ແລະ ຂຽນແນວຄິດຕນົ້ ຕໍກ່ຽວ ກັບຫົວຂໍ້ໃສ່ກະດານ ຫຼືໃສ່ບດົສອນທີ່ ຈະນໍາໄປສົນທະນານໍາກັນ. ຈາກນັ້ນ, ຄູຈະຕື່ມກິ່ງຕ່າງໆໃນແຜນ ວາດ ແລະ ຊຸກຍູ້ໃຫນັກຮຽນແລກປ່ຽນ ້ ຄວາມຄິດຂອງຕົນ. ເມື່ອນັກຮຽນ ເກືອບທຸກຄົນ ໄດແ້ ລກປ່ຽນແນວຄິດ ຂອງຕົນແລ້ວ ຄູຈະສືບຕໍ່ໃນການເຮັດແຜນວາດ ແລະ ອະທິບາຍແຈ້ງການຕໍ່ໃສ່ກັນໂດຍນໍາໃຊ້ອຸປະກອນ ຕ່າງໆ ເຊັ່ນໃຊ້ສີເປັນລະຫັດສໍາລັບກິ່ງ/ງ່າ ຫຼື ແຕ້ມຮູບໃສ່. ກະລຸນາເບິ່ງ: https://www.youtube.com/watch?v=xCyjFipytRE ii) ແຜນພູມແນວຄວາມຄິດເປັນເຕັກນິກການລະດົມສະໝອງແບບໜຶ່ງທີ່ໃຫ້ທ່ານເຮັດເປັນຮູບປະຈັກຕາກ່ຽວກັບ ແນວຄວາມຄິດ ແລະ ແນວຄດິຕ່າງໆ. ນອກນັ້ນ ຍັງເອີ້ນວ່າການເຮັດ “ແຜນວາດຊ່ວຍຈື່” ຊຶ່ງເຕັກນິກດັ່ງກ່າວເລີ່ມຕົ້ນດ້ວຍຄໍາຖາມຄົ້ນຄວ້າ ຫຼື ແນວ ຄິດຕົ້ນຕໍ, ຈາກນັ້ນກໍຕື່ມກິ່ງ/ງ່າ ພ້ອມກັບຄໍາທີ່ມີຄວາມໝາຍຄ້າຍຄືກັນ, ຫົວຂໍ້ທີ່ກ່ຽວຂ້ອງ, ຄໍາສັບຫຼັກ ແລະ ຕົວຢ່າງ. ແຜນວາດຊ່ວຍຈື່
ວິທີການສອນ CBLM 105 ໝາຍເຫດ: Free Mind ເປັນໂປຣແກມຟຣີແຜນວາດຊ່ວຍຈື່/ mind-mapping ທີ່ຂຽນເປັນພາສາຈາວາ/Java. ທ່ານສາມາດ ດາວໂຫລດໄດ້ຈາກນີ້: https://sourceforge.net/projects/freemind/files/freemind/1.0.0/FreeMind-WindowsInstaller-1.0.0-max-java-installer-embedded.exe/download?use_mirror=udomain&download= (ii) ແຜນພູມແບບກ້າງປາ. ແຜນພູມແບບກ້າງປາ ເປັນເຄື່ອງມືວິເຄາະສາເຫດ ທີ່ຊ່ວຍລະບຸຫຼາຍ ສາເຫດທີ່ເປັນໄປໄດ້ຈາກຜົນກະທົບ ຫຼື ບັນຫາ ໃດໜຶ່ງ. ອຸປະກອນທີ່ນໍາໃຊ້ທວົ່ ໄປຄືເຟິດ/ມາກ ເກີ້, ເຈ້ຍ ຫຼືກະດານຂາວ ທຕີ່ ້ອງການໃນການ ເຮັດແຜນພູມແບບກ້າງປາ. ຄູຕ້ອງນໍາໃຊ້ຜົນ ຈາກແຜນພູມນີ້ເພື່ອອໍານວຍຄວາມສະດວກຄື: (ກ) ນັກຮຽນເຫັນດີເປັນເອກະພາບກ່ຽວກັບຂໍ້ ຄວາມຂອງບັນຫາ (ຜົນກະທົບ). ຈົ່ງຂຽນຂໍ້ ຄວາມໄວ້ຢູ່ໃຈກາງກໍ້າຂວາຂອງເຈ້ຍແຜ່ນໃຫຍ່ ຫຼືຂອງກະດານ. ຂີດອ້ອມເອົາມັນ ແລ້ວ ແຕ້ມລູກສອນເປັນ ແນວນອນຈາກຊ້າຍຍາວໄປຫາມັນ. (ຂ) ລະດົມສະໝອງກ່ຽວກັບປະເພດຕົ້ນຕໍຂອງສາເຫດທີ່ພາໃຫ້ເກີດບັນຫາ. ອາດໃຊ້ຫວົຂໍ້ຕ່າງໆເຊັ່ນ: ວິທີການ; ເຄື່ອງຈກັ (ອຸປະກອນ); ຄົນ (ກໍາລັງຄົນ); ວັດສະດຸ/ອຸປະກອນ; ການວັດແທກ; ສິ່ງແວດລ້ອມ. ແຜນພູມແບບກ້າງປາ ສາເຫດຕາ່ ງໆ ຜົນກະທົບ
ວິທີການສອນ CBLM 106 (ຄ) ແຕ້ມປະເພດຕ່າງໆຂອງສາເຫດເປັນງ່າທີ່ອອກຈາກລູກສອນຫຼັກ; (ງ) ລະດົມສະໝອງທຸກສາເຫດທເີ່ ປັນໄປໄດ້ຂອງບັນຫາ. ຕັ້ງຄໍາຖາມ "ເປັນຫຍັງສິ່ງດັ່ງກ່າວຈ່ງຶເກີດ ຂຶ້ນ?" ເມື່ອແຕ່ລະແນວຄິດອອກມາ ຄູຂຽນມັນເປັນງ່າໜຶ່ງຈາກປະເພດທີ່ເໝາະສົມ. ສາເຫດ ຕ່າງໆສາມາດຂຽນໃສ່ຫຼາຍບ່ອນ ຖ້າມັນມີສ່ວນກຽ່ ວຂ້ອງກບັຫຼາຍປະເພດ. (ຈ) ຕັ້ງຄໍາຖາມຊໍ້າອີກວ່າ "ເປັນຫຍັງມັນຈຶ່ງເກີດຂຶ້ນ?" ສໍາລັບແຕ່ລະສາເຫດ. ໃຫ້ຂຽນກິ່ງຕ່າງໆຂອງ ສາເຫດ ຕໍ່ໃສ່ງ່າສາເຫດ. ສືບຕໍ່ຖາມ "ເປັນຫຍັງ?" ແລະ ຄິດຄົ້ນໃຫໄ້ດ້ລະດັບທີ່ເລິກກວາ່ ຂອງ ສາເຫດ. ຊັ້ນຂອງກິ່ງ/ ງ່າບົ່ງບອກເຖິງການພວົພັນລະຫວ່າງສາເຫດຕ່າງໆ. (ສ) ເມື່ອກມຸ່ ຕ່າງໆໝດົແນວຄິດ, ເນັ້ນຄວາມສນົ ໃຈໃສບ່ ອ່ ນທີ່ແຜນພມູ ມີແນວຄດິ ໜ້ອຍ; (ຊ) ສັງລວມແນວຄດິ ແລະ ສ້າງສົມມຸດຖານ. ກະລຸນາເບິ່ງ: https://www.youtube.com/watch?v=JbRx5pw-efg (iii) ແຜນຜັງວຽກ/Flowcharts. ແຜນຜັງວຽກເປັນແຜນພມູ ປະເພດໜຶ່ງທີ່ສະແດງເຖິງການດາໍ ເນີນວຽກ ຫືຼ ຂະບວນການ. ແຜນຜັງວຽກຍັງສາມາດກໍານົດວ່າເປັນແຜນພູມທີ່ສະແດງແຕ່ລະຂັ້ນຕອນຂອງວິທີການ ເພື່ອແກ້ໜ້າວຽກໃດໜຶ່ງ. ແຜນຜັງວຽກສະແດງເປັນບັອກສ໌ (boxes) ຫຼາຍປະເພດຂອງຂັ້ນຕອນຕ່າງໆ ແລະ ຕາມລໍາດັບໂດຍມີລູກສອນເຊື່ອມຕໍ່ບັອກສ໌ຕ່າງໆໃສ່ກັນ. ກະລຸນາເບິ່ງ: https://www.youtube.com/watch?v=iJmcgQRk048 ຜົນກະທົບຈາກການ ພາດເວລາ ທີ່ກໍານົດໃຫ້ ຄົນ ຜູ້ບໍລິຫານຂັ້ນຈູລະພາກ ສາເຫດຍ່ອຍ 1.1 ວິທີການ ການວດັແທກ ເຄື່ອງຈກັ ສິ່ງແວດລອ້ ມ ອຸປະກອນ ຄຸ້ມຄອງເຄັ່ງຄັດ ສາເຫດຍ່ອຍ 2.1 ບໍ່ໄດ້ຕິດຕາມຄວາມຄືບໜາ້ ສາເຫດຍ່ອຍ 3.1 ເລຂານຸການບໍ່ຢູ່ ສາເຫດຍ່ອຍ 1.2 ລູກບໍ່ສະບາຍ ສາເຫດຍ່ອຍ 1.3 ຫ້ອງການ/ໂຮງຮຽນຮ້ອນຫາຼຍ ສາເຫດຍ່ອຍ 5.1 ໂຕະເຮັດວຽກບໍ່ໝັ້ນຄົງ ສາເຫດຍ່ອຍ 6.1 ເຄື່ອງເຮັດກາເຟເພ ສາເຫດຍ່ອຍ 4.1 ຂາດການກໍານົດບູລມິ າສິດ ສາເຫດຍ່ອຍ 2.2 ຕົວປ່ຽນທີ່ຄາດບໍ່ເຖິງ ສາເຫດຍ່ອຍ 2.3 ຂາດການວາງແຜນ ສາເຫດຍ່ອຍ 2.4 ບໍ່ມີຈຸດໝາຍໄລຍະສັ້ນ ສາເຫດຍ່ອຍ 3.2 ບໍ່ມີຄວາມຮັບຜິດຊອບ ສາເຫດຍ່ອຍ 3.3 ບໍ່ມີແຜນເວລາ ສາເຫດຍ່ອຍ 3.4 ລົດເພ ສາເຫດຍ່ອຍ 4.2 ການເຊື່ອມຕໍ່ອິນເຕີເນັດບໍ່ໄດ້ດີ ສາເຫດຍ່ອຍ 4.3 ຄອມພີວເຕຊີ້າ ສາເຫດຍ່ອຍ 4.4 ບໍ່ມີໄຟຟ້າ ສາເຫດຍ່ອຍ 5.2 ເພື່ອນຮ່ວມງານ/ໃນຫ້ອງຮຽນແຊວ ສາເຫດຍ່ອຍ 5.3 ບໍ່ມີເຈັ້ຍສໍາລັບພິມ ສາເຫດຍ່ອຍ 6.2 ປາກກາເມິກໝົດ ສາເຫດຍ່ອຍ 6.3 ນໍ້າເມີກເຄື່ອງພິມໝົດ ສາເຫດຍ່ອຍ 6.4
ວິທີການສອນ CBLM 107 ໃນການນໍາພານັກຮຽນນໍາໃຊ້ແຜນຜັງວຽກ, ຄູຕ້ອງຮູ້ຄວາມໝາຍຂອງເຄື່ອງໝາຍຕ່າງໆຄື: ເຄື່ອງໝາຍ ຄວາມໝາຍ ຕົວສຸດທ້າຍ ເຄື່ອງໝາຍຕົວສຸດທ້າຍສະແດງເຖິງຈຸດເລີ່ມຕົ້ນ ຫຼື ຈຸດສຸດທ້າຍຂອງ ລະບົບ. ຂະບວນການ ເປັນບອກສ໌ທີ່ຊີ້ໃຫ້ເຫັນບາງການປະຕິບັດວຽກສະເພາະ. ເອກະສານ ສິ່ງນີ້ສະແດງເຖິງສິ່ງພິມ ເຊັ່ນເອກະສານ ຫຼື ບົດລາຍງານ. ການຕັດສິນໃຈ ຮູບດອກຈັນສະແດງເຖິງການຕັດສິນໃຈ ຫືຼ ຈຸດແຍກອອກ. ເສັ້ນຕ່າງໆທີ່ ອອກຈາກຮູບນີ້ສະແດງວ່າມີສະພາບການຫຼາຍຢ່າງທີ່ເປັນໄປໄດ້ ຊຶ່ງນໍາໄປ ສູ່ຂະບວນການຍ່ອຍຕ່າງໆ. ຂໍ້ມູນ ຮູບນີ້ໝາຍເຖິງຂໍ້ມູນທີ່ເຂົ້າ ຫຼື ອອກຈາກລະບົບ. ສິ່ງນໍາເຂົ້າອາດເປັນ ເອກະສານສໍາລັບອ່ານ ຫຼື ຂໍ້ມູນທີ່ຈະຕ້ອງເກັບກໍາ. ສິ່ງທີ່ອອກໝາຍເຖິງຜົນ ຮັບ ຫຼື ຜະລິດຕະພັນທີ່ຈະຕ້ອງສົ່ງ. ເອກະສານອ້າງອີງໃນໜ້າ/On-Page Reference ເຄື່ອງໝາຍນີ້ອາດມີຕົວໜັງສືຢູ່ໃນ ຊຶ່ງບອກໃຫ້ຮູ້ວ່າວຽກຍັງສືບຕໍ່ດໍາເນີນ ໂດຍເຊື່ອມຕໍ່ໃສ່ກັບເຄື່ອງໝາຍທີ່ມີຕົວອັກສອນດຽວກັນຢູ່ບ່ອນໃດໜຶ່ງໃນ ໜ້າເຈ້ຍດຽວກັນ. ເອກະສານອ້າງອີງນອກໜ້າ/Off-Page Reference ເຄື່ອງໝາຍນີ້ອາດມີຕົວໜັງສືຢູ່ໃນ ຊຶ່ງບອກໃຫ້ຮູ້ວ່າວຽກຍັງສືບຕໍ່ດໍາເນີນ ໂດຍເຊື່ອມຕໍ່ໃສ່ກັບເຄື່ອງໝາຍທີ່ມີຕົວອັກສອນດຽວກັນຢູ່ບ່ອນໃດໜຶ່ງທີ່ບໍ່ ໄດ້ຢູ່ໃນໜ້າເຈ້ຍດຽວກັນ. ເລື່ອນໄປ ຫຼື ທາງແຄບ/ຄໍແກ້ວ ລະບຸວ່າມີການເລື່ອນໄປ/ເຍື້ອນໄປ ຫຼື ມີທາງແຄບ/ຄໍແກ້ວ. ການໄຫຼ/ໄປຕາມ ເສັ້ນໝາຍເຖິງການໄຫຼ/ໄປຕາມຂອງລໍາດັບ ແລະ ທິດທາງຂອງຂະບວນ ການ.
ວິທີການສອນ CBLM 108 ການນໍາໃຊ້ແຜນຜັງວຽກມີຜົນປະໂຫຍດດັ່ງນີ້: (i) ມັນຊ່ວຍຊີ້ແຈງຂະບວນການທີ່ສະລັບຊັບຊ້ອນ (ii) ມັນກໍານົດຂັ້ນຕອນທ່ີຈໍາເປັນເພື່ອສໍາເລັດຈຸດ ປະສົງໃດໜຶ່ງ; (iii) ມັນຊວ່ ຍຜູ້ຮຽນໄດ້ຈາກການ ແລກປ່ຽນຄວາມເຂົ້າໃຈຕໍ່ຂະບວນການ ແລະ ສາມາດນໍາໃຊ້ຄວາມຮູ້ດັ່ງກ່າວເພື່ອເກັບກໍາຂໍ້ມູນ, ລະບຸບັນຫາ, ເນັ້ນໃສ່ການສົນທະນາ ແລະ ລະບຸ ແຫຼ່ງຂມໍ້ ູນ; (iv) ມັນເປັນພື້ນຖານສໍາລັບການອອກ ແບບຂະບວນການໃໝ່. (iv) ການວິເຄາະ SWOT (ຈຸດແຂງ, ຈຸດອ່ອນ, ໂອກາດ, ໄພຂມົ່ ຄູ່). ພວກເຮົາສາມາດເວົ້າໄດ້ວ່າຈດຸ ປະສົງ ຂອງການວິເຄາະ SWOT ແມ່ນເພື່ອສຶກສາສະພາບແວດລອ້ ນທັງພາຍໃນ ແລະ ພາຍນອກຂອງສະຖາ ບັນ/ໂຮງຮຽນ/ກຸ່ມຄົນ/ສ່ວນບກຸ ຄົນ, ໂດຍຜ່ານການກໍານົດ ແລະ ການວເິຄາະບັນດາຈດຸ ແຂງ ແລະ ຈຸດ ອ່ອນຂອງອົງກອນພ້ອມດ້ວຍໂອກາດ ແລະ ໄພຂມົ່ ຂູ່ທີ່ອາດຈະປະເຊີນ. ການວິເຄາະ SWOT ມີຜົນປະໂຫຍດເພາະຈະໄດ້ວທິ ີການແກ້ໄຂບັນຫາໃດໜຶ່ງ. SWOT ຫຍໍ້ມາຈາກ Strengths/ຈຸດແຂງ, Weaknesses/ຈຸດອ່ອນ, Opportunities/ກາລະໂອກາດ ແລະ Threats/ໄພ ຂົ່ມຂູ່, ດັ່ງນັ້ນ ການວເິຄາະ SWOT ເປັນເຕັກນິກໜຶ່ງສໍາລັບປະເມນີ 4 ລັກສະນະດັ່ງກ່າວ ໃນໂຄງການ ຂອງວິຊາວິທະຍາສາດທໍາມະຊາດ (ຊີວະສາດ, ເຄມີສາດ ແລະ ຟີຊິກ) ລວມທງັຂອງວິຊາສັງຄົມສຶກສາ (ປະຫວັດສາດ, ສຶກສາພົນລະເມືອງ, ພູມສາດ). ມັນເປັນເຄື່ອງມືການຄິດ ຊຶ່ງນັກຮຽນສາມາດນໍາໄປໃຊ້ ກັບທຸກລັກສະນະໃນຊີວິດຈິງເພື່ອການຕັດສິນໃຈ. ວິທີການວິເຄາະ ພາຍໃນ ພາຍນອກ ຈຸດແຂງ ສ້າງ, ເສີມຕື່ມ ຈຸດອ່ອນ ແກ້, ຫຼຸດຜ່ອນ ໂອກາດ ຄົ້ນຫາ , ຂະຫຍາຍ ໄພຂົ່ມຂູ່ ຫຼີກເວັ້ນ ເລີ່ມຕົ້ນ ສິ່ງນໍາເຂົ້າ ຂະບວນການ ຂະບວນການ ສິ້ນສຸດ
ວິທີການສອນ CBLM 109 ນັກຮຽນສາມາດວເິຄາະ SWOT ເພື່ອຖອດເອົາສິ່ງທີ່ດີທີ່ສດຸ ຈາກສິ່ງທີ່ໄດ້ຮັບ ແລະ ເພື່ອຜົນປະໂຫຍດສູງ ສຸດຂອງເຂົາເຈົ້າ. ການນໍາໃຊ້ວິທີດັ່ງກ່າວສາມາດຫຼຸດຜ່ອນໂອກາດໃນການລົ້ມເຫຼວ ໂດຍເຂົ້າໃຈເຖິງສິ່ງ ທີ່ຍັງຂາດ ແລະ ກໍາຈັດອັນຕະລາຍທີ່ອາດເຂົ້າເຖິງທ່ານໂດຍບໍ່ຮູ້ສຶກຕົວ. ກະລຸນາເບິ່ງ: https://www.youtube.com/watch?v=JXXHqM6RzZQ ສໍາລັບຄູທີ່ຈະອໍານວຍຄວາມສະດວກໃນການນໍາໃຊ້ການວິເຄາະແບບ SWOT, ຄູຈະຕ້ອງ: (i) ລະບຸຈດຸ ປະສົງ ແລະ ຕັດສິນໃຈເລືອກເອົາໂຄງການຫຼັກ ຫຼື ວິທີການວິເຄາະ ແລ້ວມອບໃຫ້ ນັກຮຽນ. ອະທິບາຍ 4 ດ້ານ ແລະ ຈໍາແນກຄວາມໝາຍຂອງຈຸດແຂງ, ຈຸດອ່ອນ, ກາລະໂອກາດ ແລະ ໄພຂົ່ມຂູ່. S/ຈຸດແຂງແມນ່ ຊັບພະຍາກອນ ຫຼື ຄວາມສາມາດທີ່ອົງກອນ, ຊຸມຊົນ, ໂຄງການ ຫຼືບຸກຄົນໃດໜຶ່ງສາມາດນໍາໃຊ້ຢ່າງມີປະສິດທິຜົນເພ່ອືບັນລຸຈຸດປະສົງຂອງຕົນ. W ແທນໃຫ້ແກ່ຈຸດ ອ່ອນ. ນີ້ແມ່ນຂໍ້ເສຍປຽບທີ່ທ່ານໄດ້ຮັບຮູ້ປຽບທຽບກັບຄົນອື່ນ. ຈຸດອ່ອນແມ່ນສິ່ງທັງໝົດທີ່ທ່ານ ເຮັດບໍ່ໄດ້ດີຊຶ່ງສາມາດກີດຂວາງທ່ານຈາກການບັນລຸຈຸດໝາຍ ແລະ ຈຸດປະສົງຂອງບໍລິສັດ/ອົງກອນ. O/ກາລະໂອກາດໝາຍເຖິງປັດໄຈພາຍນອກ ທີ່ເອື້ອອໍານວຍຊຶ່ງສາມາດໃຫ້ອົງກອນໄດ້ ປະໂຫຍດດ້ານການແຂ່ງຂັນ. ຕົວຢ່າງ: ຖ້າປະເທດໃດໜຶ່ງ ຫຼຸດພາສີ, ຜູ້ຜະລິດລົດໃຫຍ່ສາມາດ ສົ່ງລົດຂອງຕົນອອກສູ່ຕະຫຼາດໃໝ່, ເພີ່ມຍອດຂາຍ ແລະ ສ່ວນແບ່ງໃນຕະຫຼາດ. T/ໄພຂົ່ມຂູ່ ໝາຍເຖິງປັດ ໄຈທີ່ມີທ່າແຮງທີ່ຈະເປັນອັນຕະລາຍຕໍ່ອົງກອນ. ຄູຄວນອະທິບາຍວ່າ ຈຸດແຂງ ແລະ ຈຸດອ່ອນ ແມ່ນປັດໄຈພາຍໃນ, ໃນຂະນະທີ່ໂອກາດ ແລະ ໄພຂົ່ມຂູ່ແມ່ນປັດໄຈພາຍນອກ. ຫຼັງຈາກນັ້ນ, ນັກຮຽນກໍ່ຈະ: (ii) ສ້າງຕາຕະລາງ. ແຕ້ມຮູບຈະຕຸລັດຂະໜາດໃຫຍ່ອັນໜຶ່ງ ແລ້ວແບ່ງເປັນສີ່ຈະຕຸລັດນ້ອຍໆ. (iii) ໃສ່ຫົວຂໍ້ໃນແຕ່ລະຊ່ອງ. (iv) ເພີ່ມຈຸດແຂງ ແລະ ຈຸດອ່ອນ. (v) ສ້າງບົດສະຫຼຸບ. ບອກໃຫ້ນັກຮຽນສະເໜີ ຜົນໄດ້ຮັບຂອງຕົນ ແລະ ຂໍ້ສະຫຼຸບ, ຮ່ວມກັບຄູສັງ ລວມຄວາມເຂົ້າໃຈຫຼັກ ແລະ ການຮຽນຕ່າງໆ. ຈຸດແຂງ ຈຸດອ່ອນ • ບ່ອນຢູ່ເຂົ້າເຖິງງ່າຍສໍາລັບຄອມຄົວເວລາມາຫາ ແລະ ມາ ຢ້ຽມຢາມ • ຄູຫາກໍ່ຜ່ານການຝຶກອົບຮົມກ່ຽວກັບວິທີເອົານັກຮຽນ ເປັນໃຈກາງ • ມີຄ່ມືຄູໃໝ່ທີ່ເປັນບ່ອນອີງສໍາລັບວິຊາວິທະຍາສາດ, ຄະນິດສາດ ແລະ ພາສາ • ຄູມາຈາກຊົນເຜົ່າດຽວກັນ ແລະ ສາມາດສື່ສານໄດ້ຢ່າງມີ ປະສິດທິຜົນກວ່າ • ຜູ້ອໍານວຍການໄດ້ຜ່ານການຝຶກອົບຮົມຫາຼຍຄັ້ງ • ບໍ່ມີພະນັກງານພຽງພໍ ແລະ ບໍ່ມີຄະນະຄູພຽງພໍ ເພື່ອບໍລິຫານນັກຮຽນ • ມີລາຍງານວ່າມີການຂົ່ມເຫງັລະຫວ່າງນັກຮຽນ ດ້ວຍກັນ • ບໍ່ມີທຶນພຽງພໍເພື່ອດໍາເນີນກິດຈະກໍານອກຫຼັກສູດ ເຊັ່ນບໍ່ມີອຸປະກອນກິລາ, ບໍ່ມີເດີ່ນກິລາ ແລະ ອື່ນໆ • ການເຊື່ອມຕໍ່ກັບອິນເຕີເນັດມີຈາໍ ກັດ ແລະ ຜ່ານ ພຽງໂທລະສັບສ່ວນຕົວຂອງຄູເທົ່ານັ້ນ • ສະມາຄົນພໍ່ແມ່ນັກຮຽນ ແລະ ຄູຍັງບໍ່ທັນຫາ້ວຫັນ
ວິທີການສອນ CBLM 110 ໂອກາດ ໄພນາບຂູ່ • ໄດ້ຮັບການສະໜັບສະໜູນຈາກກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານກຸ່ມຕ່າງໆ • ມີທຶນການສຶກສາທີ່ເປັນໄປໄດ້ໃນການຍົກລະດັບຄູ • ມີການສ້າງເສັ້ນທາງໃໝ່ລະຫວ່າງເມືອງຕ່າງໆ • ມີພື້ນທີ່ຫວ່າງສໍາລັບຂະຫຍາຍສິ່ງອໍານວຍຄວາມສະດວກ ໃນອະນາຄົດ • ຄົ້ນພົບວິທີທາງເຮັດໃຫ້ຈຸດອ່ອນໜ້ອຍລົງ • ລະດົມພໍ່ແມ່ນັກຮຽນໃຫ້ກວດກາເບິ່ງຫຼັກສູດການສຶກສາ ນັກຮຽນ • ກຸ່ມພ່ແໍ ມ່ນັກຮຽນກັບຄູສາມາດຄົ້ນພົບແຫຼ່ງ ຊັບພະຍາກອນເພື່ອການປັບປຸງໂຮງຮຍນໃຫ້ດີຂຶ້ນ • ການແຜ່ລະບາດຂອງພະຍາດ covid-19 ແລະ ການປິດໂຮງຮຽນ • ການປ່ຽນແປງຂອງພູມອາກາດເຮັດໃຫ້ສະພາບ ອາກາດຜ່ານມາຮ້າຍແຮງລົງ • ການຂາດແຄນນໍ່້າໃຊ້ນາບຂູ່ສຸຂະພາບຂອງນັກ ຮຽນ ແລະ ຄູ ຕົວຢ່າງ ການວິເຄາະ SWOT ຂອງໂຮງຮຽນ (v) ດາວກະຈາຍ. ຄູຕ້ອງເຂົ້າໃຈຜົນປະໂຫຍດຂອງເຄື່ອງມືດາວກະຈາຍ ແລະ ສາມາດສອນມັນໃຫ້ກັບຜູ້ຮຽນ. ເວລາມີໃຜຜູ້ໜຶ່ງໃນຫ້ອງມີແນວຄິດທີ່ດີ (ຊຶ່ງໃນກໍລະນີນີ້, ອາດແມນ່ ຄູ), ມັນເປັນການດີທີ່ໃຫ້ພະຍາຍາມ ເຂົ້າໃຈແນວຄິດນັ້ນ ແລະ ວິທກີານຂອງມັນເປັນແນວໃດ ແລະ ອື່ນໆ ແລະ ຄໍາຕອບທົ່ວໄປແມ່ນຕັ້ງຄໍາຖາມ ຕ່າງໆກັບຜູ້ທີ່ມີແນວຄິດນັ້ນຄື: ມັນມີມູນຄ່າເທົ່າໃດ? ຜົນປະໂຫຍດມີຫຍັງແດ່? ແລະ ອື່ນໆ. ກະລຸນາເບິ່ງ: https://www.youtube.com/watch?v=11poGPteJdI ການຕັ້ງຄໍາຖາມທີ່ເນັ້ນ 6 ຢ່າງຄື: ໃຜ, ແມ່ນຫຍັງ, ຢູ່ໃສ, ເວລາໃດ, ເປັນຫຍັງ + ແນວໃດ [5 Ws (who, what, where, when, why) + H (how)] ແມ່ນວິທີທາງທີ່ມຄີຸນຄ່າເພື່ອເຂົ້າໃຈແນວຄດິ ໃໝ່ ແລະ ເປັນ ການທ້າທາຍເພື່ອໃຫແ້ ນ່ໃຈວາ່ ລັກສະນະທີ່ກ່ຽວຂ້ອງກັບແນວຄິດນັ້ນທັງໝົດ ໄດ້ຮັບການພິຈາລະນາກ່ອນ ການຈັດຕັ້ງປະຕິບັດວຽກໃດກໍ່ຕາມ. ເພື່ອໃຫໄ້ດ້ປະໂຫຍດສູງສຸດຈາກວິທີທາງນີ້, ສິ່ງສໍາຄັນແມ່ນການຕັ້ງຄໍາ ຖາມຢ່າງເປັນລະບົບ ແລະ ເປັນທີ່ເຂົ້າໃຈເປັນຢ່າງດີ. ນັ້ນຄືເຫດຜົນດີ ທີ່ທ່ານຄວນ ເຮັດບົດຝຶກຫັດການຕັ້ງຄໍາຖາມ ຢ່າງເປັນລະບົບ ແລະ ເປັນທີ່ ເຂົ້າໃຈດີ ທຸກຄັ້ງທ່ີທ່ານຄົ້ນຫາ ແນວຄິດໃໝ່. ແຜນພູມດາວ ກະຈາຍເປັນວິທີທາງທເີ່ ປັນ ປະໂຫຍດໃນການເຮັດບົດຝຶກ ຫັດແບບນີ້. ມັນເປັນຮູບແບບ ຂອງການລະດົມສະໝອງທີ່ ເນັ້ນໃສ່ການສ້າງຄໍາຖາມແທນ ທີ່ຈະແມ່ນຄໍາຕອບ. ມນັ ສາມາດນໍາໃຊ້ຊໍ້າໆຫຼາຍຄັ້ງ ໂດຍຕັ້ງຄໍາຖາມເພີ່ມເຕີມກຽ່ ວ ກັບຄໍາຕອບຂອງຄໍາຖາມຊຸດ ໃຜ ແມ່ນຫຍັງ ຢູ່ໃສ ເປັນຫຍັງ ເວລາໃດ ແນວໃດ ບັນຫາ
ວິທີການສອນ CBLM 111 ກ່ອນໆໄດ້. ຄູຄວນມອບໝາຍບັນຫາ ແລະ ນັກຮຽນຈະເລີ່ມຕົ້ນຕັ້ງຄໍາຖາມໂດຍເຊື່ອມຕໍ່ໃສ່ຮູບດາວ ຈົນກວ່າ ມັນຈະກະຈາຍຫຼາຍອອກ. ສງິ່ ດັ່ງກ່າວຂຶ້ນກັບຂອບເຂດຂອງບົດຝຶກຫັດ ທ່ານອາດຕ້ອງການມີຊົ່ວໂມງສອນ ກ່ຽວກັບດາວກະຈາຍຕື່ມອີກ ເພື່ອຄົ້ນຫາຄໍາຕອບຕໍ່ຄໍາຖາມໃນເບື້ອງຕົ້ນນີ້ໃນຕໍ່ໜ້າ. (vi) ແຜນວາດຄວາມສໍາພັນ/Affinity Diagrams. ຂະບວນການກ່ຽວກັບແຜນວາດຄວາມສໍາພັນຊ່ວຍໃຫ້ ນັກຮຽນໃນກຸ່ມຄິດໄປເລິກກວ່າທີ່ເຄີຍຄິດຜ່ານມາ ແລະ ໝວດໝູ່ທີ່ຄາດຄິດໄວ້ກ່ອນ. ເຕກັນິກດງັ່ ກ່າວເຂົ້າ ເຖິງຄວາມຮູ້ ແລະ ຄວາມເຂົ້າໃຈທີ່ສໍາຄນັ ຊຶ່ງມຢີູ່ແຕ່ບໍ່ໄດ້ຖືກກະຕຸນ້ ໃນສັນຊາດຍານຂອງພວກເຮົາ. ແຜນ ວາດຄວາມສໍາພນັ ມີຢປູ່ ະມານ 40 ຫາ 60 ຫວົຂໍ້/ລາຍການ; ເຖິງຢ່າງໃດກໍ່ຕາມ, ມັນກບໍ່ ໍ່ແປກທີ່ຈະເຫນັມີເຖງິ 100 ຫາ 200 ຫົວຂໍ້. ແຜນວາດຄວາມສໍາພັນແມ່ນການຈັດແນວຄິດໃຫ້ມີການສໍາພັນກັນແບບທໍາມະຊາດ ຫຼື ຮ່ວມກັນ. ຕວົ ຢ່າງ: ໝາກກ້ວຍ, ໝາກແອັບເປີນ ແລະ ໝາກກ້ຽງຖືກຈດັ ເຂາົ້ເປັນກຸ່ມໝາກໄມ,້ສວ່ ນໝາກຖົ່ວຍາວ, ໂບຣ ໂກລີ ແລະ ແຄຣອດຖືກລວມເຂົ້າກັນເປັນກຸ່ມຜັກ. ແຜນວາດຄວາມສໍາພນັຊ່ວຍທີມຕ່າງໆໃນການກະຕຸ້ນ ຫົວຄິດປະດິດສ້າງ ແລະ ສັນຊາດຍານຂອງເຂົາເຈ້າົ. ໂດຍພື້ນຖານແລ້ວ, ທັກສະທກີ່ ໍາລັງພດັທະນາຢູ່ທີ່ນີ້ແມ່ນການຈັດປະເພດ ຫຼືສ້າງການເປັນໝວດໝູ່ບັນດາ ແນວຄິດ/ແນວຄວາມຄິດໃຫຍໆ່ ທີ່ກວມເອົາລາຍລະອຽດນ້ອຍໆທີ່ມີຄວາມໝາຍ. ນັກຮຽນຕ້ອງສາມາດ ຖອດໄດ້ຫຼືວິເຄາະບັນດາແນວຄວາມຄິດຕົ້ນຕໍຈາກແນວຄວາມຄິດຍ່ອຍຕ່າງໆ, ແບບດຽວກັນກັບການຈັດ ໃນແຜນວາດຊ່ວຍຈື່ ຫຼື ໃນດາວກະຈາຍ. ໃນວິຊາຄະນິດສາດ, ທ່ານສາມາດເວົ້າໄດ້ວ່າແນວຄວາມຄິດທ່ີ ໃກ້ຄຽງທ່ີສຸດຄື“ຕວົຫານລວມ/common denominator”. ສິ່ງສໍາຄັນສໍາລັບຄູແມ່ນໃຫ້ຮວູ້ າ່ ຈະໃຊ້ແຜນວາດຄວາມສໍາພນັເວລາໃດ. ຕໍ່ໄປນແີ້ ມ່ນສະຖານະການວ່າ ຈະນໍາໃຊ້ໄດ້ເວລາໃດ: (i) ເວລາທີ່ທ່ານປະເຊນີກບັຄວາມເປັນຈງິ ຫືຼແນວຄິດຫາຼຍຢ່າງທສີ່ ບັສນົວຸ່ນວາຍທປີ່ ະກດົ ໃຫເ້ຫນັ; (ii) ເມື່ອບນັຫາ/ປະເດັນຕ່າງໆເບິ່ງຄວື່າໃຫຍ່ເກນີໄປ ຫຼືເກນີກວ່າຈະເຂົ້າໃຈໄດ້; (iii) ເວລາຈໍາເປນັຕ້ອງມີຄວາມເຫັນດີເປນັເອກະພາບຂອງທຸກຄນົ ໃນກຸ່ມ. ສະຖານະການທົ່ວໄປຄື: (i) ພາຍຫຼັງການຝກຶ ປະຕບິດັການລະດົມສະໝອງ (ii) ເວລາວິເຄາະຂໍ້ມູນທາງປາກເປາົ່ /ທາງວາຈາ, ເຊັ່ນຜນົຮັບຂອງການສໍາຫຼວດໃດໜຶ່ງ (iii) ເວລາເກບັກໍາ ແລະ ຈັດສັນຊຸດຂໍ້ມູນຫາຼຍໆ (iii) ເວລາພັດທະນາສາຍພົວພນັ ຫຼືຫວົບົດລະຫວ່າງແນວຄິດຕ່າງໆ (iv) ເວລາຫຼຸດຜ່ອນຄຸນລກັສະນະຂອງປະເພດຕ່າງໆ ຊຶ່ງສາມາດແກ້ໄຂໄດ້ໃນລະດບັສູງກວ່າ ກະລຸນາເບິ່ງ: https://www.youtube.com/watch?v=f9sfJTp8tzc
ວິທີການສອນ CBLM 112 ສໍາລັບຄູ, ມີອຸປະກອນທີ່ຕ້ອງການຄື: ເຈ້ຍນ້ອຍຕິດ/Sticky notes ຫຼື ບັດນ້ອຍ, ເຟິດຂຽນ/marking pens, ເຈ້ຍ ແລະ ພື້ນທີ່ກວ້າງ (ຝາຫ້ອງ, ໂຕະ ຫຼື ພື້ນຫ້ອງ). ຕໍ່ໄປນີ້ແມ່ນຂັ້ນຕອນຕ່າງໆທີ່ຄວນປະຕິບັດຕາມໃນການນໍາໃຊ້ແຜນວາດຄວາມສາ ໍພັນ: ໃຊ້ເຟິດບັນທຶກເອົາແຕ່ລະແນວຄິດແຍກໃສ່ ເຈ້ຍນ້ອຍຕິດ ຫຼືບັດນ້ອຍແຕ່ລະແຜ່ນ (ໃນລະຫວ່າງການຮຽນແບບລະດົມສະໝອງ, ໃຫ້ຂຽນແຕ່ລະແນວຄິດໂດຍກົງໃສ່ເຈ້ຍນ້ອຍຕິດ ຫຼື ບັດ ນ້ອຍ ຖ້າທ່ານຫາກກະວ່າຕໍ່ຈາກນັ້ນຈະມີກິດຈະກໍາທີ່ຈະໃຊ້ແຜນວາດຄວາມສໍາພັນຫຼັງຈາກການລະດົມ ສະໝອງ). ສຸ່ມກະຈາຍບັດບັນທຶກຫຍໍ້ຕ່າງໆໃສ່ພ້ນືທີ່ເຮັດວຽກກວ້າງສົມຄວນເພື່ອໃຫ້ແຕລ່ ະຄົນສາມາດເຫັນບັດ ບັນທຶກທັງໝົດໄດ.້ ທຸກຄົນຢູ່ກຸ່ມໃຫຍ່ມາເຕົ້າໂຮມກັນອ້ອມບັດບັນທຶກຫຍໍ້ຕ່າງໆ ແລະ ເຂົ້າຮ່ວມໃນກິດຈະກໍາຕໍ່ ໄປ. ໃຊ້ເຟິດເພື່ອໃຫວ້ ຽກທີ່ຂຽນອອກສາມາດອ່ານໄດ້ຢ່າງຈະແຈ້ງຈາກໄກ. ຖ້າໃຊ້ບິກທໍາມະດາຂຽນມັນກໍ່ຈະອ່ານບໍ່ ອອກເມື່ອຢູ່ໄກ. ການຂຽນ/ບັນທຶກແນວຄິດຕ່າງໆ ຄວນໃຫ້ຫຍໍ້ໂດຍບໍ່ໃຫ້ຍາວກາຍ 7 ຄໍາສບັ. ຊອກຫາແນວຄິດທີ່ເບິ່ງຄວື່າມຄີວາມກ່ຽວຂ້ອງກັນໃນບາງດ້ານ ແລະ ວາງພວກ ມັນຕໍ່ຂ້າງກັນໄປ. ພະຍາຍາມຊອກຫາຄວາມສໍາພັນລະຫວ່າງຄວາມຄິດຂອງແຕ່ລະບຸກຄົນ ແລະ ໃຫສ້ ະມາຊິກ ໃນທີມພອ້ ມກັນຈດັລຽງແນວຄດິຕ່າງໆ (ໂດຍບໍ່ເວົ້າຫຍັງ) ເປັນ 5 ຫາ 10 ກຸ່ມທີ່ກຽ່ ວຂ້ອງ. ເຮັດຊໍ້າອີກ ຈົນກ່ວາບັດບັນທຶກທັງໝົດຖືກຈັດເປັນກຸ່ມ. ມັນບໍ່ເປັນຫຍັງທີ່ຈະມີ "ບັນທຶກໂດດດ່ຽວ" ທເີ່ ບິ່ງຄືວ່າບໍ່ 1 2 ກຸ່ມທີ 1 ກຸ່ມທີ 2 ກຸ່ມທີ 3 ກຸ່ມທີ4 ກຸ່ມທີ 5
ວິທີການສອນ CBLM 113 ເໝາະສມົ ທີ່ຈະຈັດເຂົ້າກຸ່ມໃດໜຶ່ງ. ມັນຍັງເປັນການດີເຊັ່ນກັນທີ່ຈະຍ້າຍໄປຕໍ່ໃສ່ກຸ່ມອື່ນຂອງບັນທຶກທີ່ຜູ້ ອື່ນຍ້າຍມາແລ້ວ. ຖ້າບັດບັນທກຶ ເບິ່ງຄືວ່າເປັນຂອງສອງກມຸ່ , ໃຫ້ເຮັດຕື່ມບັດບັນທຶກອັນທີສອງອີກ. ສິ່ງສໍາຄັນທີ່ສຸດແມ່ນບໍ່ໃຫ້ໃຜປາກເວົ້າໃນໄລຍະກໍາລັງເຮັດຂັນ້ ຕອນນີ້. ຈດຸ ສຸມຄວນຈະແມນ່ ການຊອກ ຫາ ແລະ ຈັດກຸ່ມແນວຄິດທີ່ກ່ຽວຂ້ອງກັນ. ມັນຍັງມີຄວາມສໍາຄັນເຊັ່ນກັນທີ່ຈະເອີ້ນສິ່ງເຫຼົ່ານວີ້ ່າ “ການຈັດກຸ່ມ”. ຢ່າຈັດ ວາງບັນທຶກໄວ້ໃນການຈັດລຽງໃດໆ ຫຼືກໍານົດປະເພດໃດ ຫຼືຫົວຂໍ້ໃດລ່ວງໜ້າ. ເລີ່ມຕົ້ນການສົນທະນາກັບທີມງານຂອງທ່ານ. ຈາກຄວາມສໍາພັນເຫຼົ່ານີ້, ພະຍາຍາມກໍານົດໝວດໝູ່ ແລະ ສ້າງບົດສະຫຼຸບ ຫຼື ເຮັດບັດຫວົຂໍ້ ສໍາລັບແຕ່ລະກມຸ່ ຫຼື ໝວດໝູ່. ທ່ານສາມາດປຶກສາຫາລືກ່ຽວກັບຮູບຮ່າງຂອງຕາຕະລາງ, ຮູບແບບທີ່ໜ້າ ປະຫຼາດໃຈ, ແລະ ໂດຍສະເພາະແມ່ນເຫດຜົນຂອງການຍ້າຍບັດບັນທຶກທີ່ມີການໂຕ້ຖຽງກັນ. ປຽ່ ນແປງ ແລະ ຍ້າຍແນວຄິດໄປ-ມາ ຕາມຄວາມຈໍາເປັນ. ເມື່ອແນວຄິດຕ່າງໆຖືກຈັດເປັນກຸ່ມຕາມຄວາມພໍໃຈຂອງ ທີມແລວ້ , ໃຫ້ເລືອກຫົວຂໍ້ສໍາລັບແຕ່ລະກຸມ່ . ເພື່ອເຮັດແນວນັ້ນ, ໃຫເ້ບງິ່ ບັນທຶກໃນແຕ່ລະກຸ່ມທີມ່ ີຄວາມ ໝາຍເຂົ້າກັບກຸ່ມ. ວາງມັນຢູ່ເທງິສຸດຂອງກຸ່ມ. ຖ້າບໍ່ມີບັນທຶກດັ່ງກ່າວ, ຂຽນຕື່ມອນັໜຶ່ງ. ປົກກະຕິແລວ້ ມັນເປັນປະໂຫຍດທີ່ຈະຂຽນ ຫຼື ເນັ້ນບັນທຶກນີ້ດ້ວຍສີຕ່າງກັນ. ບັດຫົວຂໍ້ຄວນລະບຸຢ່າງຈະແຈງ້ສາຍໄຍຊັກນໍາທົ່ວໄປສໍາລັບທຸກໆໝວດໝູ່ ແລະ ຄວນອະທິບາຍເຖິງສາຍໄຍ ຊັກນໍາດັ່ງກ່າວ. ລວມກຸ່ມເຂົ້າໃນ "ກຸ່ມໃຫຍ່", ຖ້າເຫັນວ່າເໝາະສົມ. ໂຮມເອົາແນວຄິດທັງໝົດເຂົ້າກັບປະເພດ/ໝວດໝູ່ ທີ່ຖືກລະບຸໂດຍຈັດວາງແນວຄິດຕ່າງໆຢູ່ ພາຍໃຕ້ບັດຫົວຂໍ້. ການຈັດວາງແນວຄິດຕ່າງໆແມ່ນອີງໃສ່ "ຄວາມຮູ້ສຶກນຶກຄິດ", ບໍ່ແມ່ນຜ່ານການຄິດ ແບບວິພາກ. ຮຽນເພີ່ມຈາກ: https://creately.com/blog/diagrams/types-of-graphic-organizers/ https://simplemind.eu/how-to-mind-map/basics/ https://asq.org/quality-resources/fishbone/ https://www.visual-paradigm.com/tutorials/flowchart-tutorial/ https://www.slideshare.net/mahmudulmithun/what-is-swot-analysis/ https://www.mindtools.com/pages/article/newTMC_05.htm/ https://www.mindtools.com/pages/article/newCT_91.htm#:~:text=Starbursting %20is%20useful%20way%20of,the%20initial%20set%20of%20questions/ https://asq.org/quality-resources/affinity/ 3 4
ວິທີການສອນ CBLM 114 ໂມດູນ ການສົນທະນາກຸ່ມຍ່ອຍ ໄອຄອນ/ICON ການບັນທຶກ Webinar https://www.youtube.com/watch?v=6IWG3btvVZQ ການນໍາສະ ເໜີ ພາວເວີພອຍ https://www.slideshare.net/jugawayne/module-32-interactiveteachingbuzzsession-lao-jwg https://www.slideshare.net/jugawayne/module-32-interactive-teaching-buzz-engsession-final https://docs.google.com/forms/d/e/1FAIpQLSfU9SGlBRF4bXbZOhe3N_h3dBro1z x6Lr67_Id2uff78umzyw/viewform?usp=sf_link 3.2 ການສົນທະນາກຸ່ມຍ່ອຍ