The words you are searching are inside this book. To get more targeted content, please make full-text search by clicking here.

ໄວຍາກອນລາວປັດຈຸບັນ ສວສ

Discover the best professional documents and content resources in AnyFlip Document Base.
Search
Published by tha sonethet, 2023-08-11 04:07:13

ໄວຍາກອນລາວປັດຈຸບັນ

ໄວຍາກອນລາວປັດຈຸບັນ ສວສ

Keywords: ໄວຍາກອນລາວ

46 4) ໃຊ້ໝາຍໄວ້ຫຼັງຕົວເລກ ຫຼື ຕົວອັກສອນທີ່ບອກລໍາດັບຂໍ້ (ຫຼຸດຈາກໃສ່ຈໍ້າ) ຕົວຢ່າງ: 1. ຊັ້ນອະນຸບານ: 1) ຊັ້ນອະນຸບານປີທີ 1 2) ຊັ້ນອະນຸບານປີທີ 2 3) ຊັ້ນອະນຸບານປີທີ 3 ສິ່ງທີ່ຄວນເອົາໃຈໃສ່: ໃຫ້ຍະຫວ່າງກ່ອນ ແລ້ວເປີດວົງເລັບ ຂຽນ ຫຼື ພິມຂໍ້ຄວາມໃສ່ໃຫ້ຕິດກັບວົງເລັບ ຈາກ ນັ້ນອັດວົງເລັບ ແລະ ຍະຫວ່າງ ຫຼື ເຄາະບາດໜຶ່ງ ແລ້ວຈຶ່ງຂຽນ ຫຼື ພິມຄໍາໃໝ່ຕໍ່ໄປ. ຖ້າ ກໍລະນີມີເຄື່ອງໝາຍວັກອື່ນທີ່ຈະຂຽນຕໍ່ວົງເລັບໃຫ້ໃສ່ຕິດວົງເລັບ ແລ້ວຈຶ່ງຍະຫວ່າງ. ບໍ່ຄວນໃຊ້ວົງເວັບຊ້ອນກັນຫຼາຍກວ່າ 1 ວົງໃນປະໂຫຍກໜຶ່ງ ຫຼື ຂໍ້ຄວາມໜຶ່ງ ແລະ ບໍ່ ຄວນໃຊ້ວົງເລັບຫຼາຍເກີນໄປໃນການຂຽນບົດໜຶ່ງໆ. 1.14 ວົງຢືມ « ª ì î î ì 1) ໃຊ້ເພື່ອສະແດງວ່າຄໍາ ຫຼື ຂໍ້ຄວາມນັ້ນເປັນຄໍາເວົ້າ ຫຼື ຄວາມນຶກຄິດ (ຄໍາເວົ້າຂອງຕົວ ລະຄອນ) ຕົວຢ່າງ: ìອ້າວ! ນ້ອງພວງໄພວັນ, ຄໍ່າປານນີ້ແລ້ວຍັງລໍຖ້າໃຜຢູ່?î ìນ້ອງລໍຖ້າອ້າຍສົມຫວັງມາຮັບî ລາວເວົ້າດ້ວຍນໍ້າສຽງແຜ່ວເບົາ. ìປານໃດຈຶ່ງມາຮັບ, ນີ້ກໍຄໍ່າມືດແລ້ວî ລາວບໍ່ຕອບ, ແຕ່ເບິ່ງໂມງຢູ່ແຂນ ແລ້ວຖອນໃຈ ເລິກໆຄ້າຍມີບັນຫາໃນໃຈ. 2) ໃຊ້ເພື່ອສະແດງວ່າຄໍາ ຫຼື ຂໍ້ຄວາມນັ້ນຄັດມາຈາກເອກະສານຂອງຜູ້ອື່ນ ຕົວຢ່າງ: − ìຊົນເຜົ່າ ແມ່ນກຸ່ມຄົນທີ່ມີພາສາປາກເວົ້າ, ກົກເຄົ້າປະຫວັດສາດຄວາມເປັນມາຮ່ວມ ກັນ, ມີພື້ນຖານວັດທະນະທໍາ ແລະ ສືບເຊື້ອສາຍມາຈາກບັນພະບຸລຸດດຽວກັນî (ສູນ ກາງແນວລາວສ້າງຊາດ, 2005). − ìຄັນບໍ່ອອກຈາກບ້ານ ບໍ່ເຫັນດ່ານແດນໄກ ຄັນບໍ່ໄປຫາຮຽນ ບໍ່ຫ່ອນມີຄວາມຮູ້î. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


47 3) ໃຊ້ເມື່ອຕ້ອງການໃຫ້ຜູ້ອ່ານສັງເກດຄໍາໃດຄໍາໜຶ່ງໂດຍສະເພາະ ຄໍານັ້ນອາດເປັນຄໍາທີ່ ສໍາຄັນ, ຄໍາໃຊ້ສະເພາະ ຫຼື ບາງເທື່ອກໍເປັນຄໍາທີ່ນໍາໃຊ້ຊົ່ວຄາວ. ຕົວຢ່າງ: ìຄ້າງຄືນໃນປ່າເລິກî ເປັນບົດເລື່ອງສັ້ນຂອງທ່ານຈັນທີ ເດືອນສະຫວັນທີ່ໄດ້ຮັບລາງວັນ ຊີໄຣ (SEA Write Award) ປະຈໍາປີ 1999 ອັນເປັນວັນນະກໍາສ້າງສັນຍອດຍ້ຽມແຫ່ງອາ ຊຽນ. ìຄ້າງຄືນໃນປ່າເລິກî ແມ່ນໜຶ່ງໃນບັນດາເລື່ອງສັ້ນທີ່ພິມຢູ່ໃນປຶ້ມໂຮມເລື່ອງສັ້ນທີ່ຊື່ ວ່າ: ìຊາຕາຊີວິດî ຊຶ່ງສໍານັກພິມຈໍາໜ່າຍປຶ້ມແຫ່ງລັດ ໄດ້ພິມຈໍາໜ່າຍອອກໃນປີ 1995. ສິ່ງທີ່ຄວນເອົາໃຈໃສ່: ໃຫ້ຍະຫວ່າງກ່ອນ ແລ້ວເປີດວົງຢືມ ຂຽນ ຫຼື ພິມຂໍ້ຄວາມໃສ່ໃຫ້ຕິດກັບວົງຢືມ ຈາກນັ້ນ ອັດວົງຢືມ ແລະ ຍະຫວ່າງ ຫຼື ເຄາະບາດໜຶ່ງ ແລ້ວຈຶ່ງຂຽນ ຫຼື ພິມຄໍາໃໝ່ຕໍ່ໄປ. ຖ້າກໍລະນີມີ ເຄື່ອງໝາຍວັກອື່ນທີ່ ຈະຂຽນຕໍ່ວົງຢືມໃຫ້ໃສ່ຕິດວົງຢືມແລ້ວຈຶ່ງຍະຫວ່າງ. 1.15 ວົງຢືມດ່ຽວ ë í ວົງຢືມດ່ຽວ ໃຊ້ຄືກັນກັບວົງຢືມ, ແຕ່ເປັນວົງຢືມຊ້ອນໃນຂໍ້ຄວາມທີ່ມີວົງຢືມຢູ່ແລ້ວ. ໃນ ພາສາລາວຈະບໍ່ໃຊ້ວົງຢືມດ່ຽວໂດຍລໍາພັງ, ແຕ່ໃຫ້ໃຊ້ໃນກໍລະນີຈໍາເປັນຢູ່ໃນວົງຢືມຄູ່ເທົ່ານັ້ນ. ຕົວຢ່າງ: ໃນປຶ້ມຄູ່ມືຄູຂຽນໄວ້ວ່າ: ìນັກຮຽນຈະສາມາດນໍາໃຊ້ຄໍາສັບ ëມື້ວານນີ້í ëມື້ນີ້í ëມື້ອື່ນí ເຂົ້າໃນການແຕ່ງປະໂຫຍກໄດ້î. 1.16 ວົງຕັດ <...> ວົງຕັດໃຊ້ເພື່ອໝາຍໃຫ້ຮູ້ວ່າຂໍ້ຄວາມໃນບ່ອນນີ້ຖືກຕັດອອກ ຫຼື ຖືກປະ ເພາະມັນບໍ່ສໍາ ຄັນ. ເຖິງວ່າຖືກຕັດອອກບາງຕອນ, ແຕ່ເນື້ອຄວາມຍັງຕໍ່ເນື່ອງ ແລະ ອ່ານແລ້ວເຂົ້າໃຈເນື້ອ ໃນສໍາຄັນ. ສ່ວນຫຼາຍໃຊ້ໃນການຄັດຕອນບົດວັນນະຄະດີ ຫຼື ເອກະສານ. ຕົວຢ່າງ: ໄດ້ຍິນວ່າມື້ນີ້ພໍ່ຈະໄດ້ຮັບເງິນເດືອນ, ພວກລູກຫ້າຄົນພ້ອມທັງຜູ້ເປັນເມຍຕ່າງກໍໜ້າ ຊື່ນຕາບານໄປຕາມໆກັນ. ìມື້ນີ້ ພໍ່ຈະໄດ້ຮັບເງິນເດືອນແລ້ວ ພວກລູກຕ້ອງການຢາກກິນຫຍັງ ບອກມາ?î ìກິນເຝີî ìກິນລາບî <Ö> RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


48 ìໂອ້ຍ! ກິນຫຍັງກໍກິນເທາະທະແນມໄດ້ເງິນມາກ່ອນແມ່ເອງຫາກຊິໄປຕະຫຼາດî <Ö> ພາຍຫຼັງເຊັນຮັບເງິນເດືອນແລ້ວ, ຈານເລີຍກະວ່າຈະກັບບ້ານເຮືອນ ເພື່ອປະຕິບັດຄໍາ ໝັ້ນສັນຍາກັບພວກລູກ ແລະ ພັນລະຍາ. ແຕ່ພໍຖີບລົດຮອດສີ່ແຍກທາດດໍາ, ຈານສີ ເພື່ອນ ເກົ່າທີ່ໄດ້ຈາກກັນເປັນເວລາສິບກວ່າປີ ກໍພາຈານເລີຍເຂົ້າໄປແວ່ຮ້ານອາຫານແຫ່ງໜຶ່ງທີ່ ແຄມຂອງ. ທໍາອິດຈານເລີຍຄິດວ່າກິນດື່ມກັບເພື່ອນເກົ່າພໍເປັນພິທີແລ້ວກໍຈະກັບເຮືອນ, ແຕ່ບໍ່ເປັນດັ່ງຄິດເມື່ອເບຍເຂົ້າປາກ. <Ö> 1 ໂມງກາງຄືນ, ຫຼັງຈາກພວກລູກພາກັນນອນຫຼັບໝົດແລ້ວ, ກໍມີສຽງລົດຈັກແລ່ນເຂົ້າ ມາຈອດຢູ່ຕໍ່ໜ້າເຮືອນ. <Ö> ìລົດຖີບຂອງອ້າຍເດ?î ເມຍຖາມ. ìລົດຖີບຫວະ...ອ້າຍຝາກໄວ້ເຮືອນຂອງເພື່ອນ...î ເພື່ອບໍ່ໃຫ້ເມຍລົບເລົ້າກວນໃຈ, ຈານເລີຍເອົາມືຈົກຖົງໂສ້ງຫຼັງ ເພື່ອຈະເອົາເງິນເດືອນ ທີ່ບໍ່ທັນໄດ້ຈ່າຍພໍກີບ ອັດປາກເມຍ. ແຕ່ທັນໃດ ລາວຕ້ອງສະດຸ້ງໃຈຫວໍາບັກໃຫຍ່ ເພາະເງິນ <Ö> ບໍ່ຈັກວ່າຫາຍໄປໃສ; ຄວາມມຶນເມົາຂອງຈານເລີຍສວ່າງກັບທີ່, ຈານພະຍາຍາມຈົກ ຖົງເສື້ອ, ຖົງໂສ້ງທຸກປ່ອງທຸກຫຼືບແຕ່ກໍບໍ່ເຫັນແມ່ນແຕ່ກີບດຽວ. <Ö> (ຄັດຈາກເລື່ອງ ìບົດຮຽນຊີວິດî ຂອງຈັນທີ ເດືອນສະຫວັນ) ສິ່ງທີ່ຄວນເອົາໃຈໃສ່: ໃຫ້ຍະຫວ່າງກ່ອນ ແລ້ວຈຶ່ງໃສ່ວົງຕັດ ຈາກນັ້ນຍະຫວ່າງອີກ ແລ້ວຈຶ່ງຂຽນ ຫຼື ພິມຄໍາ ຫຼື ຂໍ້ຄວາມອື່ນໃສ່ຕໍ່ໄປ. 1.17 ຈໍ້າໆ ຫຼື ເສັ້ນໄຂ່ປາ (..........................................................) ໃຊ້ໃນແບບຟອມ ຫຼື ສິ່ງພິມທີ່ຈົ່ງຫວ່າງໄວ້ເພື່ອຂຽນຕື່ມໃສ່ ເຊັ່ນ: ໃບຄໍາຮ້ອງ, ແບບ ສອບຖາມ, ແບບທົດສອບ, ບົດຝຶກຫັດ ແລະ ອື່ນໆ (ສະໄໝກ່ອນ ເພິ່ນໃຊ້ໝາຍຈໍ້າໆນີ້ໃນ ຄວາມໝາຍຂອງສາມຈໍ້າ ແລະ ວົງຕັດ, ແຕ່ປັດຈຸບັນເຊົາໃຊ້ແລ້ວ). ໃຫ້ຂຽນ ຫຼື ພິມໝາຍ ຈໍ້າໆໃສ່ຕິດກັບຄໍາທີ່ຢູ່ໜ້າ ແລະ ຫຼັງ. 1.18 ໝາຍທັບ (/) 1) ໃຊ້ຂີດຂັ້ນຈໍານວນຕົວເລກລະຫວ່າງໃຫຍ່ກັບນ້ອຍ ຫຼື ອັນລວມກັບອັນສະເພາະ ເຊັ່ນ: ເງິນເດືອນ 5/9 (ຊັ້ນ 5 ຂັ້ນ 9), ປ.5/1 (ປ.5 ຫ້ອງທີ 1), ມ.4/ຂ (ມ.4 ຫ້ອງ ຂ). RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


49 2) ໃຊ້ຂີດຂັ້ນລະຫວ່າງເລກບອກລໍາດັບຄັ້ງກັບປີເຊັ່ນ: ປະຊຸມຄັ້ງທີ 5/2018. 3) ໃຊ້ຂີດຂັ້ນຕົວເລກສະແດງວັນທີເດືອນປີເຊັ່ນ: ວັນທີ 12/12/2018. 4) ໃຊ້ຂີດຂັ້ນລະຫວ່າງຄໍາ ìແລະî ກັບ ìຫຼືî ເຊັ່ນ: ແລະ/ຫຼື (ໝາຍເຖິງຢ່າງໃດຢ່າງໜຶ່ງ ຫຼື ທັງສອງຢ່າງ). ຕົວຢ່າງ: − ຜູ້ຮັບເໝົາໝາຍເຖິງບຸກຄົນ, ນິຕິບຸກຄົນ ທີ່ເຈົ້າຂອງໂຄງການຈ້າງ ຫຼື ມອບເໝົາໃຫ້ ປະຕິບັດການກໍ່ສ້າງ ແລະ/ຫຼື ການສ້ອມແປງຕາມສັນຍາ. − ຜູ້ສະໜອງສິນຄ້າ ແລະ/ຫຼື ຜູ້ບໍລິການວຽກງານ ໝາຍເຖິງບຸກຄົນ, ນິຕິບຸກຄົນທີ່ຈັດຫາ ຫຼື ສະໜອງສິນຄ້າ ຫຼື ບໍລິການວຽກງານໃຫ້ຜູ້ຈັດຊື້-ຈັດຈ້າງຕາມສັນຍາ. (ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, 2017) 5) ໃຊ້ແທນຄໍາ ìຫຼືî ເຊັ່ນ: ຮ່ອມ/ຊອຍ, ງົວ/ຄວາຍ, ແກບ/ຮໍາ, ເມືອງ/ນະຄອນ... 6) ໃຊ້ຂີດຂັ້ນຄໍາ ຊຶ່ງມີຄວາມໝາຍຄືຄໍາວ່າ ìຕໍ່î ເຊັ່ນ: ຮຽນ 2 ຊົ່ວໂມງ/ອາທິດ, ມີລາຍຮັບ 10 ລ້ານ/ເດືອນ. 7) ໃຊ້ຂີດຂັ້ນຕົວເລກກັບຕົວອັກສອນສໍາລັບລະຫັດຕ່າງໆເຊັ່ນ: ເລກທີ 232/ສສກ. ສິ່ງທີ່ຄວນເອົາໃຈໃສ່: ເວລາຂຽນ ຫຼື ພິມບໍ່ຕ້ອງຍະຫວ່າງທາງໜ້າ ແລະ ຫຼັງໝາຍທັບ. 1.19 ໝາຍຖືກ () ໃຊ້ໝາຍຂໍ້ຄວາມທີ່ຖືກຕ້ອງ ຫຼື ຖືກເລືອກ (ໃຊ້ໝາຍໃນເວລາກວດບົດ, ຕອບແບບ ສອບຖາມ...). 1.20 ໝາຍໄຂວ່ຕີນກາ () ໃຊ້ຂີດຂ້າຄໍາທີ່ບໍ່ຖືກ ຫຼື ຂໍ້ຄວາມທີ່ບໍ່ຕ້ອງການ. ໃນວິຊາຄະນິດສາດ ເອີ້ນວ່າ ໝາຍຄູນ. 1.21 ວົງປີກກາ { } 1) ໃຊ້ໝາຍຄໍາທີ່ຢູ່ຕ່າງແຖວເຂົ້າກັນ ເພື່ອໃຫ້ຮູ້ວ່າເປັນກຸ່ມດຽວກັນ ອາດຈະໃຊ້ພຽງຂ້າງ ໃດຂ້າງໜຶ່ງກໍໄດ້. 2) ໃຊ້ໃນວິຊາຄະນິດສາດ ເພື່ອຂັ້ນກຸ່ມຕົວເລກ ຫຼື ກຸ່ມສັນຍະລັກທີ່ມີວົງເລັບ, ວົງຂໍຢູ່ແລ້ວ ໄວ້ເປັນກຸ່ມດຽວກັນ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


50 1.22 ວົງຂໍ [ ] 1) ໃຊ້ໝາຍຄໍາ ຫຼື ຂໍ້ຄວາມເພື່ອແຍກອອກຈາກຂໍ້ຄວາມອື່ນ ໃນກໍລະນີທີ່ຂໍ້ຄວາມນັ້ນມີ ການໃຊ້ວົງເລັບຢູ່ແລ້ວ. 2) ໃຊ້ໃນປຶ້ມວັດຈະນານຸກົມສໍາລັບບອກຄໍາອ່ານ. ຕົວຢ່າງ: ຜະລິດ [ຜະຫຼິດ] ກ. ເຮັດໃຫ້ເກີດມີຂຶ້ນຕາມທີ່ຕ້ອງການ ໂດຍອາໄສແຮງງານ ຫຼື ເຄື່ອງຈັກ. 3) ໃຊ້ໃນວິຊາຄະນິດສາດ ເພື່ອຂັ້ນກຸ່ມຕົວເລກ ຫຼື ສັນຍະລັກທີ່ມີວົງເລັບ, ວົງປີກກາຢູ່ແລ້ວ. 4) ໃຊ້ໃນວິຊາວິທະຍາສາດ ເພື່ອຂັ້ນກຸ່ມຕົວເລກ ຫຼື ສັນຍະລັກເພື່ອສະແດງຄວາມໝາຍຕ່າງໆ. 1.23 ໝາຍຂີດຂັ້ນ / // /// 1) ໃຊ້ໃນວິຊາພາສາສາດ ເຊັ່ນ: x ົວະ , x ົວ ... ປ p, ຕ t, ຈ , ກ , ອ ... 2) ໃຊ້ຂີດຂັ້ນຂໍ້ຄວາມໃນບົດອ່ານ ເພື່ອຢຸດພັກປົງສຽງໃຫ້ຖືກຕ້ອງ ເຊັ່ນ: /ໃຊ້ຂັ້ນໃຈຄວາມ ຍ່ອຍ ຫຼື ໝາຍບ່ອນຍະຫວ່າງ (ຢຸດໜ້ອຍໜຶ່ງ); // ໃຊ້ຂັ້ນໃຈຄວາມທີ່ໃຫຍ່ກວ່າຍະຫວ່າງ ຫຼື ໝາຍບ່ອນໝາຍຈຸດ, ຈໍ້າຈຸດ (ຢຸດພັກປານກາງ); /// ໃຊ້ຂັ້ນບ່ອນສຸດປະໂຫຍກ ຫຼືໝາຍບ່ອນ ໝາຍຈໍ້າ, ໝາຍຖາມ (ຢຸດພັກຫັນໃຈ). 1.24 ໝາຍດອກຈັນ (∗) 1) ໃຊ້ເພື່ອໝາຍເຫດ ແລະ ມີຄໍາອະທິບາຍ. 2) ໃຊ້ໝາຍຫົວຂໍ້ທີ່ນ້ອຍກວ່າຕົວອັກສອນ. 1.25 ໝາຍກາລັນ (x ໌) ໃຊ້ໝາຍຕົວອັກສອນທີ່ບໍ່ຕ້ອງອອກສຽງ ຫຼື ໃຊ້ສໍາລັບຂ້າຕົວອັກສອນທີ່ບໍ່ຕ້ອງການ ອອກສຽງ ເພື່ອຮັກສາຮູບສັບເດີມໄວ້. ເວລາຂຽນເຄື່ອງໝາຍກາລັນໃສ່ຕົວອັກສອນທີ່ຊ້ອນ ກັນຫຼາຍຕົວຕ້ອງໃຫ້ເຄື່ອງໝາຍຢູ່ເທິງຕົວສຸດທ້າຍ. ເຄື່ອງໝາຍກາລັນນີ້ ໃຊ້ໃນກໍລະນີຂຽນຕາມເຄົ້າສັບ ເພື່ອສຶກສາຄົ້ນຄວ້າເທົ່ານັ້ນ, ສ່ວນ ການຂຽນທົ່ວໄປນັ້ນ ໃນປັດຈຸບັນ ບໍ່ຈໍາເປັນໃຊ້ໝາຍກາລັນ ເພາະພາສາລາວຂຽນຕາມສຽງ ຢ່າງມີຫຼັກການ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


51 ຕົວຢ່າງ: ກາຣັນຕ໌ ອ່ານວ່າ ກາລັນ ສາສຕຣ໌ ອ່ານວ່າ ສາດ ວຽງຈັນທນ໌ ອ່ານວ່າ ວຽງຈັນ ຄອນເສີຣ໌ຕ ອ່ານວ່າ ຄອນເສີດ ຟິລ໌ມ ອ່ານວ່າ ຟິມ 1.26 ການຫຍໍ້ໜ້າ ການຫຍໍ້ໜ້າເປັນຮູບແບບການຈັດໜ້າເຈ້ຍ ຫຼື ໜ້າປຶ້ມ. ໃນເວລາຂຽນ ຫຼື ພິມແຖວຕົ້ນ ຂອງວັກ ໃນເອກະສານພາສາລາວໃຫ້ຫຍັບຫົວແຖວເຂົ້າ ໂດຍສະເພາະແມ່ນການຂຽນໜັງ ສືທາງການ, ຕໍາລາທາງວິຊາການ ແລະ ແບບຮຽນຕ່າງໆ. 1) ຫຍໍ້ໜ້າເມື່ອຂຶ້ນຕົ້ນເລື່ອງ, ຂຶ້ນຕົ້ນຂໍ້ຄວາມໃໝ່ ຫຼື ຫຼັງຈາກມີຫົວຂໍ້ໃຫຍ່. ຖ້າມີຫົວຂໍ້ ນ້ອຍກໍໃຫ້ຫຍັບຫົວແຖວເຂົ້າຫຼຸດກັນເປັນຊັ້ນໆລົງໄປ. 2) ຫຍໍ້ໜ້າໃນເມື່ອຂຶ້ນຕົ້ນບົດກາບກອນ ຕາມຮູບແບບຂອງກາບກອນແຕ່ລະປະເພດ (ໂດຍທົ່ວໄປແລ້ວ ວັກຂຶ້ນຕົ້ນຂອງບາດໃຫ້ຫຍັບຫົວແຖວເຂົ້າ). ຕົວຢ່າງ: ຄໍາຮ້ອຍແກ້ວ ໜັງສືທີ່ແຕ່ງຂຶ້ນ ຂຽນຂຶ້ນ ຕາມຄໍາເວົ້າທໍາມະດາ ບໍ່ໄດ້ຫາຄໍາສໍາຜັດໃຫ້ຄ່ອງກັນ ແລະ ບໍ່ ມີກໍານົດຄໍາເອກຄໍາໂທ ຫຼື ວັກຕອນໃຫ້ແນ່ນອນ ຮຽກວ່າຄໍາຮ້ອຍແກ້ວ. ມູນເຫດທີ່ຮຽກໜັງສືປະເພດນີ້ວ່າ ຮ້ອຍແກ້ວນັ້ນ ເນື່ອງຈາກ ໜັງສືຂອງລາວເຮົາແຕ່ ບູຮານ ສ່ວນຫຼາຍເປັນເລື່ອງກ່ຽວຂ້ອງໃນທາງສາສະໜາ ຊຶ່ງແປມາຈາກປາລີ. ການແປນັ້ນ ເພິ່ນຍົກຄໍາປາລີຂຶ້ນມາແປເທື່ອລະຄໍາ ຈຶ່ງມີຄໍາປາລີກັບຄໍາລາວຂັ້ນສັບຫວ່າງກັນໄປ. ຄໍາປາ ລີກັບຄໍາລາວຂັ້ນກັນນີ້ມີລັກສະນະຄືກັນກັບຮວດໝາກປັດ ອັນເປັນເຄື່ອງປະດັບຄໍຂອງຄົນ ບູຮານ ຄືມີແກ້ວໜ່ວຍນ້ອຍໜ່ວຍໃຫຍ່ ຫຼື ໜ່ວຍມົນໜ່ວຍຍາວຂັ້ນກັນໄປ. ດັ່ງນັ້ນຈຶ່ງຮຽກວ່າ ໜັງສືແປແບບຮ້ອຍແກ້ວ. (ຄັດຈາກປຶ້ມ ìປະໂຫຍດຂອງວັນນະຄະດີî ຂອງມະຫາສິລາ ວີຣະວົງ, ໜ້າ 4) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


52 ສະຫຼຸບຫຍໍ້ວິທີໃຊ້ບາງເຄື່ອງໝາຍວັກຕອນໃນເວລາຂຽນ ແລະ ພິມ ເຄື່ອງໝາຍ ຊື່ ວິທີນໍາໃຊ້ໃນການຂຽນ ແລະ ພິມ ï ຈໍ້າ ຂຽນ ຫຼື ພິມຈໍ້າໃສ່ຕິດກັບທ້າຍຄໍາ ຫຼັງຈາກນັ້ນ ຈຶ່ງຍະຫວ່າງ ຫຼື ເຄາະບາດໜຶ່ງ ແລ້ວຈຶ່ງພິມຄໍາໃໝ່ຕໍ່ໄປ (ການໃສ່ໝາຍຈໍ້າ ລະຫວ່າງກາງຕົວເລກ ຫຼື ຕົວອັກສອນຫຍໍ້ບໍ່ຕ້ອງຍະຫວ່າງ). , ຈຸດ ຂຽນ ຫຼື ພິມຈຸດໃສ່ຕິດກັບທ້າຍຄໍາ ຫຼັງຈາກນັ້ນ ຈຶ່ງຍະຫວ່າງ ຫຼື ເຄາະບາດໜຶ່ງແລ້ວຈຶ່ງພິມຄໍາໃໝ່ຕໍ່ໄປ. ; ຈໍ້າຈຸດ ຂຽນ ຫຼື ພິມຈໍ້າຈຸດໃສ່ຕິດກັບທ້າຍຄໍາ ຫຼັງຈາກນັ້ນ ຈຶ່ງຍະ ຫວ່າງ ຫຼື ເຄາະບາດໜຶ່ງ ແລ້ວຈຶ່ງພິມຄໍາໃໝ່ຕໍ່ໄປ. : ສອງຈໍ້າ ຂຽນ ຫຼື ພິມສອງຈໍ້າໃສ່ຕິດກັບທ້າຍຄໍາ ຫຼັງຈາກນັ້ນຈຶ່ງຍະ ຫວ່າງ ຫຼື ເຄາະບາດໜຶ່ງ ແລ້ວຈຶ່ງພິມຄໍາໃໝ່ຕໍ່ໄປ. ? ໝາຍຖາມ ຂຽນ ຫຼື ພິມໝາຍຖາມໃສ່ຕິດກັບທ້າຍຄໍາ ຫຼັງຈາກນັ້ນຈຶ່ງຍະ ຫວ່າງ ຫຼື ເຄາະບາດໜຶ່ງ ແລ້ວຈຶ່ງພິມຄໍາໃໝ່ຕໍ່ໄປ. ເມື່ອໃສ່ ໝາຍຖາມແລ້ວ ຈະບໍ່ໃສ່ໝາຍຈໍ້າ ຫຼື ຈຸດອີກ. - ຂີດຕໍ່ ຂຽນ ຫຼື ພິມໝາຍຂີດຕໍ່ໃຫ້ຕິດກັບຄໍາຢູ່ໜ້າ ແລະ ຫຼັງ (ບໍ່ຕ້ອງ ຍະຫວ່າງ ຫຼື ບໍ່ຕ້ອງເຄາະ; ຍົກເວັ້ນທີ່ໃຊ້ເປັນຫົວຂໍ້ ແລະ ເລກລົບ). _____ ຂີດກ້ອງ ໃຊ້ສໍາລັບຂີດກ້ອງ (ປັດຈຸບັນນິຍົມໃຊ້ຕົວເຂັ້ມ ຫຼື ຕົວເນີ້ງແທນ). ... ສາມຈໍ້າ ຂຽນ ຫຼື ພິມສາມຈໍ້າໃສ່ຕິດກັບທ້າຍຄໍາ ຫຼັງຈາກນັ້ນຈຶ່ງຍະ ຫວ່າງ ຫຼື ເຄາະບາດໜຶ່ງ ແລ້ວຈຶ່ງພິມຄໍາໃໝ່ຕໍ່ໄປ. ໆ ໝາຍຊໍ້າ ຂຽນ ຫຼື ພິມໝາຍຊໍ້າໃສ່ຕິດກັບຄໍາທີ່ຕ້ອງການຊໍ້ານັ້ນ ຈາກນັ້ນ ຈຶ່ງຍະຫວ່າງ ຫຼື ເຄາະບາດໜຶ່ງ ແລ້ວຈຶ່ງພິມ ຄໍາໃໝ່ຕໍ່ໄປ. ຯລຯ ເກາະລະ ແລະອື່ນໆ ຍະຫວ່າງແລ້ວຈຶ່ງຂຽນ ຫຼື ພິມເຄື່ອງໝາຍເກາະລະໃສ່ ຈາກ ນັ້ນໃສ່ຈໍ້າຍະຫວ່າງ ຫຼື ເຄາະບາດໜຶ່ງ ແລ້ວຈຶ່ງພິມຄໍາໃໝ່ຕໍ່ໄປ. Ñ ໝາຍລຶ້ມຄືນ ຂຽນ ຫຼື ພິມໝາຍລຶ້ມຄືນຢູ່ກ້ອງຄໍາ ຫຼື ຂໍ້ຄວາມທີ່ຕ້ອງການ ລຶ້ມຄືນ (ປັດຈຸບັນບໍ່ນິຍົມໃຊ້, ໃຫ້ພິມຄືນຄໍາ ຫຼື ຂໍ້ຄວາມແທນ). ! ໝາຍທ້ວງ ຂຽນ ຫຼື ພິມໝາຍທ້ວງໃສ່ຕິດກັບຄໍາອຸທານ ຫຼື ຄໍາສອນສຽງ ທໍາມະຊາດ ຈາກນັ້ນຈຶ່ງຍະຫວ່າງ ແລ້ວພິມຄໍາໃໝ່ຕໍ່ໄປ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


53 ເຄື່ອງໝາຍ ຊື່ ວິທີນໍາໃຊ້ໃນການຂຽນ ແລະ ພິມ ( ) ວົງເລັບ ຍະຫວ່າງກ່ອນແລ້ວເປີດວົງເລັບຂຽນ ຫຼື ພິມຄໍາ ຫຼື ຂໍ້ຄວາມ ໃສ່ ໃຫ້ຕິດກັບວົງເລັບ ຈາກນັ້ນອັດວົງເລັບຍະຫວ່າງ ຫຼື ເຄາະ ບາດໜຶ່ງ ແລ້ວຈຶ່ງພິມຄໍາໃໝ່ຕໍ່ໄປ. ຖ້າກໍລະນີມີເຄື່ອງໝາຍ ວັກຕອນອື່ນທີ່ຈະຂຽນຕໍ່ວົງເລັບ ໃຫ້ໃສ່ຕິດກັບວົງເລັບ ແລ້ວ ຈຶ່ງຍະຫວ່າງ. ì î « ª ວົງຢືມ ຍະຫວ່າງກ່ອນແລ້ວເປີດວົງຢືມ ຂຽນ ຫຼື ພິມຄໍາ ຫຼື ຂໍ້ ຄວາມ ໃສ່ໃຫ້ຕິດກັບວົງຢືມ ຈາກນັ້ນອັດວົງຢືມຍະຫວ່າງ ຫຼື ເຄາະ ບາດໜຶ່ງ ແລ້ວຈຶ່ງພິມຄໍາໃໝ່ຕໍ່ໄປ. ຖ້າກໍລະນີມີເຄື່ອງໝາຍ ວັກຕອນອື່ນທີ່ຈະຂຽນຕໍ່ວົງຢືມ ໃຫ້ໃສ່ຕິດກັບວົງຢືມ ແລ້ວຈຶ່ງ ຍະຫວ່າງ. <Ö> ວົງຕັດ ຍະຫວ່າງກ່ອນແລ້ວຈຶ່ງໃສ່ວົງຕັດ ຈາກນັ້ນ ຍະຫວ່າງອີກ ແລ້ວ ຈຶ່ງພິມຄໍາ ຫຼື ຂໍ້ຄວາມ ອື່ນໃສ່ຕໍ່ໄປ. ............... ຈໍ້າໆ ຂຽນ ຫຼື ພິມໝາຍຈໍ້າໆໃສ່ໃຫ້ຕິດກັບຄໍາທີ່ຢູ່ໜ້າ ແລະ ຫຼັງ. ໝາຍເຫດ: ບາງເຄື່ອງໝາຍທີ່ນໍາມາໃຊ້ໃໝ່ ເຊັ່ນ: ເຄື່ອງໝາຍວົງຕັດ (<Ö>) ແລະ ໝາຍຂີດ ຂັ້ນ (/ // ///) ສໍາລັບການອ່ານ ແມ່ນຢືມມາຈາກພາສາຣັດເຊຍ ແລະ ເລີ່ມໃຊ້ໃນພາສາລາວ ແຕ່ປີ 1997 ເປັນຕົ້ນມາ. ສ່ວນເຄື່ອງໝາຍວົງຢືມດ່ຽວ (ë í) ແມ່ນຢືມມາຈາກພາສາອັງກິດ ແລະ ເລີ່ມໃຊ້ແຕ່ປີ 2018 ເປັນຕົ້ນມາ. 2. ບາງເຄື່ອງໝາຍພື້ນຖານໃນວິຊາຄະນິດສາດ + ບວກ - ລົບ x ຄູນ ÷ ຫານ ± ບວກ ຫຼື ລົບ : ຕໍ່, ອັດຕາສ່ວນ = ເທົ່າກັບ ≠ ບໍ່ເທົ່າ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


54 ∼ ທຽບເທົ່າ ≈ ປະມານ ∴ ເພາະສະນັ້ນ > ຫຼາຍກວ່າ < ໜ້ອຍກວ່າ ≥ ຫຼາຍກວ່າ ຫຼື ເທົ່າກັບ ≤ ໜ້ອຍກວ່າ ຫຼື ເທົ່າກັບ • ຈໍ້າ, ເມັດ, ຈຸດ (ຈຸດໜຶ່ງ) ↔ ເສັ້ນຊື່ → ເວັກເຕີ  ສ່ວນຂອງເສັ້ນຊື່, ທ່ອນຊື່ ∧ ∠ ມຸມ // ຂະໜານກັນ ⊥ ຕັ້ງສາກ ∆ ສາມແຈ ສີ່ລ່ຽມຈະຕຸລັດ ວົງມົນ , ຟຸດ ຫຼື ລິບດາ „ ນິ້ວ ຫຼື ວິລິບດາ ∞ ບໍ່ມີທີ່ສິ້ນສຸດ, ອະສົງໄຂ ∩ ສ່ວນໂຄ້ງຂອງວົງມົນ, ການຕັດ; ∪ ການໂຮມ ° ອົງສາ ∑ ຜົນບວກທັງໝົດ, ຊິກມາ ƒ ຕໍາລາ ∈ ເປັນອົງປະກອບຂອງ ∉ ບໍ່ເປັນອົງປະກອບຂອງ ⊂ ອະນຸກຸ່ມ ∫ ສັງຄະນິດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


55  ລິຂະສິດ  ຈົດທະບຽນໄວ້ແລ້ວ ISBN ເລກໝາຍປຶ້ມມາດຕະຖານສາກົນ @ ທີ່ $ ໂດລາ & ແລະ ∃ ປາກົດມີ ∀ ທຸກໆ ∧ ແລະ ∨ ຫຼື % ສ່ວນຮ້ອຍ, ເປີເຊັນ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


56 ບົດທີ6 ຕົວເລກລາວ ແລະ ການນັບ 1. ຕົວເລກ ຕົວເລກລາວມີ 10 ຮູບດັ່ງນີ້: ໐ ໑ ໒ ໓ ໔ ໕ ໖ ໗ ໘ ໙ ສູນ ໜຶ່ງ ສອງ ສາມ ສີ່ ຫ້າ ຫົກ ເຈັດ ແປດ ເກົ້າ ນອກຈາກໃຊ້ຕົວເລກລາວແລ້ວ ຄົນລາວຍັງໃຊ້ຕົວເລກອາຣັບ ແລະ ໂຣແມັງ. ຕົວເລກອາຣັບມີ 10 ຮູບດັ່ງນີ້: 0 1 2 3 4 5 6 7 8 9 ສູນ ໜຶ່ງ ສອງ ສາມ ສີ່ ຫ້າ ຫົກ ເຈັດ ແປດ ເກົ້າ ຕົວເລກໂຣແມັງນິຍົມໃຊ້ ມີ 10 ຮູບດັ່ງນີ້: I II III IV V VI VII VIII IX X ໜຶ່ງ ສອງ ສາມ ສີ່ ຫ້າ ຫົກ ເຈັດ ແປດ ເກົ້າ ສິບ 2. ການນັບ ການນັບມີ 2 ວິທີ: ນັບເປັນຈໍານວນ ແລະ ນັບເປັນລໍາດັບທີ. ການນັບເປັນຈໍານວນ ແມ່ນການນັບທໍາມະດາ ເຊັ່ນ: ໜຶ່ງ ສອງ ສາມ ສີ່ ຫ້າ ຫົກ ເຈັດ ແປດ ເກົ້າ...ສິບ...ຮ້ອຍ...ພັນ...ໝື່ນ...ແສນ...ລ້ານ...ຕື້. ການນັບເປັນລໍາດັບທີແມ່ນການນັບບອກລໍາດັບທີ ໂດຍເອົາຄໍາວ່າ "ທີ" ມາໃສ່ຢູ່ໜ້າຈໍາ ນວນນັບ ເຊັ່ນ: ທີ ໑ ທີ ໒ ທີ ໓...ວັນທີ ໑ ວັນທີ ໒ ວັນທີ ໓...ຄັ້ງທີ ໑ ຄັ້ງທີ ໒ ຄັ້ງທີ ໓... ໝາຍເຫດ: ຮູບເລກ 8 ລາວມີຫຼາຍຮູບ ເຊັ່ນ: ໘ ໘ ໘ ໘ ໘ ໘ ໘ ໘ ໘ ໘ ແຕ່ການພິມ ໃນປຶ້ມແບບຮຽນ ແລະ ສື່ການຮຽນການສອນ ຄວນເລືອກເອົາຮູບທີ່ເໝາະສົມ ເຊັ່ນ: ໘ ໘ ໘ ເປັນຕົ້ນ. 3. ການຂຽນຕົວເລກບອກຈໍານວນ ການຂຽນຕົວເລກບອກຈໍານວນມີຫົວໜ່ວຍ, ຫົວສິບ, ຫົວຮ້ອຍ, ຫົວພັນ, ໝື່ນ, ແສນ, ລ້ານ, ຕື້. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


57 ຫົວໜ່ວຍມີໜຶ່ງຕົວເລກຄື: ໐ ໑ ໒ ໓ ໔ ໕ ໖ ໗ ໘ ໙ ຫົວສິບມີສອງຕົວເລກ ຕົວຢ່າງ: ເອົາ ໑ ຕັ້ງໂຮມກັບ ໐ = ໑໐ (ສິບ) " ໑ " ໑ = ໑໑ (ສິບເອັດ) " ໑ " ໕ = ໑໕ (ສິບຫ້າ) " ໒ " ໐ = ໒໐ (ຊາວ) " ໙ " ໐ = ໙໐ (ເກົ້າສິບ) ຯລຯ ຫົວຮ້ອຍມີສາມຕົວເລກ ຕົວຢ່າງ: ເອົາ ໑ ຕັ້ງໂຮມກັບ ໐໐ = ໑໐໐ (ຮ້ອຍ) " ໒ " ໒໐໐ = ໒໐໐ (ສອງຮ້ອຍ) " ໙ " ໙໙ = ໙໙໙ (ເກົ້າຮ້ອຍເກົ້າສິບເກົ້າ) ຯລຯ ຫົວພັນມີສີ່ຕົວເລກ ຕົວຢ່າງ: ເອົາ ໑ ຕັ້ງໂຮມກັບ ໐໐໐ = ໑.໐໐໐ (ໜຶ່ງພັນ) " ໒ " ໐໐໐ = ໒.໐໐໐ (ສອງພັນ) " ໙ " ໐໐໐ = ໙.໐໐໐ (ເກົ້າພັນ) ຯລຯ ໝື່ນມີຫ້າຕົວເລກ ຕົວຢ່າງ: ເອົາ ໑ ຕັ້ງໂຮມກັບ ໐໐໐໐ = ໑໐.໐໐໐ (ໜຶ່ງໝື່ນ ຫຼື ສິບພັນ) " ໒ " ໐ ໐໐໐ = ໒໐.໐໐໐ (ສອງໝື່ນ ຫຼື ຊາວພັນ) " ໙ " ໐ ໐໐໐ = ໙໐.໐໐໐ (ເກົ້າໝື່ນ ຫຼື ເກົ້າສິບພັນ) ຯລຯ ແສນມີຫົກຕົວເລກຕົວຢ່າງ: ເອົາ ໑ ຕັ້ງໂຮມກັບ ໐໐໐໐໐ = ໑໐໐.໐໐໐ (ໜຶ່ງແສນ ຫຼື ຮ້ອຍພັນ) " ໒ " ໐໐໐໐໐ = ໒໐໐.໐໐໐ (ສອງແສນ ຫຼື ສອງຮ້ອຍພັນ) " ໙ " ໐໐ ໐໐໐ = ໙໐໐.໐໐໐ (ເກົ້າແສນ ຫຼື ເກົ້າຮ້ອຍພັນ) ຯລຯ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


58 ລ້ານມີເຈັດຕົວເລກ ຕົວຢ່າງ: ເອົາ ໑ ຕັ້ງໂຮມກັບ ໐໐໐ ໐໐໐ = ໑.໐໐໐.໐໐໐ (ໜຶ່ງລ້ານ) " ໒ " ໐໐໐ ໐໐໐ = ໒.໐໐໐.໐໐໐ (ສອງລ້ານ) " ໙ " ໐໐໐໐໐໐ = ໙.໐໐໐.໐໐໐ (ເກົ້າລ້ານ) " ໑໐ " ໐໐໐ ໐໐໐ = ໑໐.໐໐໐.໐໐໐ (ສິບລ້ານ) " ໑໐໐ " ໐໐໐ ໐໐໐ = ໑໐໐.໐໐໐.໐໐໐ (ຮ້ອຍລ້ານ) ຯລຯ ຕື້ມີສິບຕົວເລກ ຕົວຢ່າງ: ເອົາ ໑.໐໐໐ ຕັ້ງໂຮມກັບ ໐໐໐ ໐໐໐ = ໑.໐໐໐.໐໐໐.໐໐໐ (ໜຶ່ງຕື້) " ໒.໐໐໐ " ໐໐໐ ໐໐໐ = ໒.໐໐໐.໐໐໐.໐໐໐ (ສອງຕື້) ຯລຯ ໝາຍເຫດ: ການນັບຫົວໜ່ວຍແມ່ນນັບແຕ່ຂວາຫາຊ້າຍ, ເວລາອ່ານ ອ່ານແຕ່ຊ້າຍຫາຂວາ ຕົວຢ່າງ: ວິທີອ່ານ: ໑.໓໖໘. ໔໕໙ (ໜຶ່ງລ້ານສາມແສນຫົກສິບແປດພັນສີ່ຮ້ອຍຫ້າສິບເກົ້າ) ວິທີນັບ, ຖ້າຈໍານວນນັບຫາກມີຫຼາຍກວ່າເກົ້າແລ້ວໃຫ້ນັບດັ່ງນີ້: ຕົວຢ່າງ: ໑໐ (10): ສິບ ໑໖ (16): ສິບຫົກ ໑໑ (11): ສິບເອັດ ໑໗ (17): ສິບເຈັດ ໑໒ (12): ສິບສອງ ໑໘ (18): ສິບແປດ ໑໓ (13): ສິບສາມ ໑໙ (19): ສິບເກົ້າ ໑໔ (14): ສິບສີ່ ໒໐ (20): ຊາວ ໑໕ (15): ສິບຫ້າ ໒໑ (21): ຊາວເອັດ ໒໖ (26): ຊາວຫົກ ໒໒ (22): ຊາວສອງ ໒໗ (27): ຊາວເຈັດ ໒໓ (23): ຊາວສາມ ໒໘ (28): ຊາວແປດ ໒໔ (24): ຊາວສີ່ ໒໙ (29): ຊາວເກົ້າ ໒໕ (25): ຊາວຫ້າ ໓໐ (30): ສາມສິບ ໓໑ (31): ສາມສິບເອັດ ໓໙ (39): ສາມສິບເກົ້າ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


59 ໓໒ (32): ສາມສິບສອງ ໔໐ (40): ສີ່ສິບ ... ໔໑ (41): ສີ່ສິບເອັດ ໔໙ (49): ສີ່ສິບເກົ້າ ໔໒ (42): ສີ່ສິບສອງ ໕໐ (50): ຫ້າສິບ ... ໕໑ (51): ຫ້າສິບເອັດ ໕໙ (59): ຫ້າສິບເກົ້າ ໕໒ (52): ຫ້າສິບສອງ ໖໐ (60): ຫົກສິບ ... ໖໑ (61): ຫົກສິບເອັດ ໖໙ (69): ຫົກສິບເກົ້າ ໖໒ (62): ຫົກສິບສອງ ໗໐ (70): ເຈັດສິບ ... ໗໑ (71): ເຈັດສິບ ເອັດ ໗໙ (79): ເຈັດສິບເກົ້າ ໗໒ (72): ເຈັດສິບສອງ ໘໐ (80): ແປດສິບ ... ໘໑ (81): ແປດສິບເອັດ ໘໙ (89): ແປດສິບເກົ້າ ໘໒ (82): ແປດສິບສອງ ໙໐ (90):ເກົ້າສິບ ... ໙໑ (91): ເກົ້າສິບເອັດ ໙໙ (99): ເກົ້າສິບເກົ້າ ໙໒ (92): ເກົ້າສິບສອງ ໑໐໐ (100): ໜຶ່ງຮ້ອຍ ... ໑໐໑ (101): ຮ້ອຍເອັດ ໑໐໙ (109): ຮ້ອຍເກົ້າ ໑໐໒ (102): ຮ້ອຍສອງ ໑໑໐ (110): ຮ້ອຍສິບ ໑໑໑ (111): ຮ້ອຍສິບເອັດ ໑໒໑(121): ຮ້ອຍຊາວເອັດ ... ໑໓໑ (131): ຮ້ອຍສາມສິບເອັດ ຯລຯ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


60 ກໍລະນີພິເສດໃນການນັບ: 1) ກໍລະນີເລກໜຶ່ງຢູ່ທ້າຍແຕ່ຫົວສິບຂຶ້ນໄປອ່ານວ່າ: ເອັດ ຕົວຢ່າງ: ໑໑ : ສິບເອັດ ບໍ່ແມ່ນສິບໜຶ່ງ ໒໑ : ຊາວເອັດ ບໍ່ແມ່ນສອງສິບໜຶ່ງ ໑໑໑ : ຮ້ອຍສິບເອັດ ບໍ່ແມ່ນຮ້ອຍສິບໜຶ່ງ ໑໐໐໑ : ໜຶ່ງພັນໜຶ່ງ ບໍ່ແມ່ນພັນເອັດ ໑໐໐໙ : ໜຶ່ງພັນເກົ້າ ບໍ່ແມ່ນພັນເກົ້າຮ້ອຍ ໑.໑໐໐ : ພັນເອັດ ຫຼື ພັນໜຶ່ງຮ້ອຍ ໑໑.໐໐໐ : ສິບເອັດພັນ ... 2) ກໍລະນີເວົ້າຕັດຈໍານວນຫົວຮ້ອຍທີ່ມີເລກສູນຊຶ່ງຢູ່ຫຼັງຫົວພັນຂຶ້ນໄປນິຍົມເວົ້າດັ່ງນີ້: 1.100 ນິຍົມເວົ້າ: ພັນເອັດ 1.900 ນິຍົມເວົ້າ: ພັນເກົ້າ 11.000 ນິຍົມເວົ້າ: ໝື່ນເອັດ 1.100.000 ນິຍົມເວົ້າ: ລ້ານເອັດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


61 ບົດທີ 7 ວິທີປະສົມອັກສອນ 1. ຄວາມໝາຍຂອງການປະສົມອັກສອນ ເພິ່ນປະດິດຕົວອັກສອນຂຶ້ນ ເພື່ອໃຊ້ບັນທຶກສຽງຕ່າງໆທີ່ຄົນເຮົາໃຊ້ເວົ້າຈາກັນ. ການເວົ້າຈາ ກັນນັ້ນ ບາງເທື່ອກໍເປັ່ງສຽງອອກຄັ້ງດຽວ ບາງເທື່ອກໍຫຼາຍຄັ້ງ; ສຽງທີ່ເປັ່ງອອກມາຄັ້ງໜຶ່ງໆນັ້ນ ເພິ່ນຮຽກວ່າ "ພະຍາງî. ເພາະສະນັ້ນ ຄໍາໜຶ່ງໆ ອາດມີໜຶ່ງ ຫຼື ຫຼາຍພະຍາງຕ່າງກັນ. ການປະສົມອັກສອນແມ່ນການເອົາພະຍັນຊະນະ ແລະ ສະຫຼະ, ວັນນະຍຸດ ຫຼື ຕົວສະກົດ ປະກອບເຂົ້າກັນໃຫ້ເປັນພະຍາງ ຫຼື ຄໍາ. ຄໍາເວົ້າໃນພາສາລາວສ່ວນຫຼາຍເປັນຄໍາມີພະຍາງດຽວ ຫຼື ສ່ວນດຽວເຊັ່ນ: ນົກ, ຫນູ, ປູ, ປາ, ເປັດ,ໄກ່, ບິນ, ຂາວ, ເຈົ້າ, ເພິ່ນ, ສູງ, ກັບ, ແລະ, ໂອຍÖ ແຕ່ບາງຄໍາກໍມີຫຼາຍພະຍາງ ເຊັ່ນ: ກະບຸງ ເປັນຄໍາ 1 ມີ 2 ພະຍາງ ຄັນຄາກ ເປັນຄໍາ 1 ມີ 2 ພະຍາງ ປະເທດ ເປັນຄໍາ 1 ມີ 2 ພະຍາງ ນະຄອນ ເປັນຄໍາ 1 ມີ 2 ພະຍາງ ສັນຕິພາບ ເປັນຄໍາ 1 ມີ 3 ພະຍາງ ມິດຕະພາບ ເປັນຄໍາ 1 ມີ 3 ພະຍາງ ເອກະລາດ ເປັນຄໍາ 1 ມີ 3 ພະຍາງ ອະທິປະໄຕ ເປັນຄໍາ 1 ມີ 4 ພະຍາງ ສະເຖຍລະພາບ ເປັນຄໍາ 1 ມີ 4 ພະຍາງ ປະຊາທິປະໄຕ ເປັນຄໍາ 1 ມີ 5 ພະຍາງ ລັດຖະທໍາມະນູນ ເປັນຄໍາ 1 ມີ 5 ພະຍາງ 2. ວິທີປະສົມອັກສອນເຂົ້າເປັນພະຍາງ ວິທີປະສົມອັກສອນເຂົ້າເປັນພະຍາງ ແມ່ນການເອົາພະຍັນຊະນະ ແລະ ສະຫຼະ ປະກອບ ໃສ່ກັນໃຫ້ອ່ານອອກສຽງເປັນຄໍາເວົ້າໄດ້. ການປະສົມພະຍັນຊະນະໃສ່ກັບພະຍັນຊະນະ ແລະ ປະສົມສະຫຼະໃສ່ກັບສະຫຼະນັ້ນ ເປັນ ພຽງແຕ່ການປະສົມພະຍັນຊະນະໃຫ້ເປັນພະຍັນຊະນະປະສົມ ແລະ ປະສົມສະຫຼະໃຫ້ເປັນ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


62 ສະຫຼະປະສົມເທົ່ານັ້ນ. ການປະສົມແບບນັ້ນ ຍັງເປັນຄໍາເວົ້າບໍ່ທັນໄດ້ເທື່ອ. ຖ້າຈະໃຫ້ເປັນຄໍາ ຫຼື ໃຫ້ອ່ານອອກສຽງເປັນຄໍາເວົ້າໄດ້ ຕ້ອງເອົາພະຍັນຊະນະເຄົ້າ ຫຼື ພະຍັນຊະນະປະສົມ ແລະ ສະຫຼະເຄົ້າ ຫຼື ສະຫຼະປະສົມນັ້ນປະສົມໃສ່ກັນອີກ. ເພື່ອຢາກໃຫ້ສຽງຂອງຄໍາເວົ້າຂຶ້ນ, ລົງ, ຕໍ່າ, ສູງຕ່າງຈາກສຽງຂອງພະຍັນຊະນະ ແລະ ສະຫຼະເດີມນັ້ນ ກໍໃຊ້ເຄື່ອງໝາຍວັນນະຍຸດ ຫຼື ໃຊ້ຕົວ ສະກົດເປັນເຄື່ອງປ່ຽນສຽງ ແລ້ວຜັນສຽງໄປຕາມສໍານຽງສຽງເວົ້ານັ້ນ. ວິທີປະສົມອັກສອນເຂົ້າເປັນພະຍາງນັ້ນ ເພິ່ນໃຊ້ອັກສອນ 3 ໝວດຄື: ພະຍັນຊະນະ, ສະ ຫຼະ ແລະ ວັນນະຍຸດປະສົມກັນຈຶ່ງຈະອ່ານອອກສຽງເປັນພະຍາງໄດ້ດັ່ງນີ້: 1) ຕ້ອງມີພະຍັນຊະນະເປັນເຄື່ອງໝາຍໃຊ້ແທນສຽງທີ່ຜັນແປໄປຕາມສີສັນຂອງສຽງຕ່າງໆ; 2) ຕ້ອງມີສະຫຼະ ຊຶ່ງນັບວ່າເປັນພື້ນສຽງທີ່ເປັ່ງອອກມາຈາກລໍາຄໍ; 3) ຕ້ອງມີວັນນະຍຸດ ເປັນສິ່ງບັງຄັບໃຫ້ພະຍາງມີສຽງ ຂຶ້ນ-ລົງ, ຕໍ່າ-ສູງ ຕາມຄວາມຕ້ອງການ. ສະນັ້ນ, ພະຍາງໜຶ່ງໆ ຈຶ່ງຕ້ອງມີອັກສອນປະສົມກັນຕັ້ງແຕ່ 3 ສ່ວນຂຶ້ນໄປ ແລະ ສູງສຸດບໍ່ ເກີນ 5 ພາກສ່ວນ ດັ່ງໂຄງສ້າງລຸ່ມນີ້: ພະຍາງ (1) ພະຍັນຊະນະຕົ້ນ (2) ພະຍັນຊະນະຄວບ (3) ສະຫຼະ (4) ວັນນະຍຸດ (5) ຕົວສະກົດ ປາ ປ xາ - ຂີ່ ຂ x ີ x ່ ຊ້າງ ຊ xາ x ້ ງ ຊວ້ານ ຊ ວ xາ x ້ ນ ວິທີປະສົມອັກສອນມີ2 ຢ່າງຄື: ແມ່ອະອາ ແລະ ແມ່ສະກົດທັງ 8. ສໍາລັບພະຍາງທີ່ປະສົມ ດ້ວຍສະຫຼະພິເສດ, ຖ້າກໍານົດຕາມຮູບສະຫຼະ (ຖ້າບໍ່ອີງໃສ່ສຽງ) ຈະເປັນວິທີປະສົມອັກສອນ ແບບແມ່ອະອາ. ກ. ແມ່ອະອາ ແມ່ອະອາ ແມ່ນການເອົາພະຍັນຊະນະ, ສະຫຼະ ແລະ ວັນນະຍຸດປະສົມເຂົ້າກັນ ຊຶ່ງມີ 2 ຢ່າງຄື: ແມ່ອະອາທໍາມະດາ ແລະ ແມ່ອະອາໃສ່ເຄື່ອງໝາຍວັນນະຍຸດ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


63 1) ແມ່ອະອາທໍາມະດາ ແມ່ນການເອົາພະຍັນຊະນະກັບສະຫຼະປະສົມກັນ ທໍາມະດາບໍ່ມີ ເຄື່ອງໝາຍວັນນະຍຸດ ແຕ່ມີສຽງວັນນະຍຸດໃນຕົວ. ຕົວຢ່າງ: ກ + xະ = ກະ ຂ + xະ = ຂະ ຄ + xາ = ຄາ ງ + xາ = ງາ ຊ + x ີ = ຊີ ດ + x ີ = ດີ ມ + x ື = ມື ບ + x ື = ບື ຄ + x ຸ = ຄຸ ຄ + x ູ = ຄູ 2) ແມ່ອະອາໃສ່ວັນນະຍຸດ ແມ່ນການເອົາພະຍັນຊະນະກັບສະຫຼະປະສົມກັນ ແລ້ວໃສ່ ເຄື່ອງໝາຍວັນນະຍຸດ. ຕົວຢ່າງ: ຂ + xາ + x ່ = ຂ່າ ຄ + xາ + x ່ = ຄ່າ ທ + xາ + x ່ = ທ່າ ນ + xາ + x ້ = ນ້າ ບ + xາ + x ່ = ບ່າ ປ + x ີ + x ່ = ປີ່ ຜ + x ູ + x ້ = ຜ້ ູ ຍ + x ູ + x ້ = ຍູ້ ພ + x ີ + x ້ = ພີ້ ມ + x ື + x ້ = ມື້ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


64 ຂ. ແມ່ສະກົດທັງ 8 ເມື່ອເອົາພະຍັນຊະນະ, ສະຫຼະ ແລະ ວັນນະຍຸດປະສົມເຂົ້າກັນ ຊຶ່ງຮຽກວ່າ ແມ່ອະອາ ນັ້ນ ຍັງຂຽນຄໍາເວົ້າບໍ່ໄດ້ຄົບຖ້ວນເທື່ອ. ເພື່ອຢາກຂຽນຄໍາເວົ້າໃຫ້ໄດ້ຄົບຖ້ວນພຽງພໍກໍຕ້ອງ ເອົາແມ່ອະອາປະກອບກັບຕົວສະກົດທັງ 8 ຄື : ກ ງ ຍ ດ ນ ບ ມ ວ ແລ້ວຈະເຮັດໃຫ້ສະຫຼະ ບາງຕົວປ່ຽນຈາກຮູບເດີມໄປເປັນຮູບອື່ນດັ່ງທີ່ໄດ້ກ່າວມາແລ້ວ. ການປະສົມແມ່ສະກົດທັງ 8 ມີ2 ຢ່າງຄື: ສະກົດທັງ 8 ທໍາມະດາ ແລະ ສະກົດທັງ 8 ໃສ່ເຄື່ອງໝາຍວັນນະຍຸດ ຄື: 1) ສະກົດທັງ 8 ທໍາມະດາ ແມ່ນການເອົາພະຍັນຊະນະປະສົມສະຫຼະ ແລ້ວຕື່ມຕົວສະກົດ ເຂົ້ານໍາບໍ່ໃສ່ວັນນະຍຸດ. ຕົວຢ່າງ: ນ + xາ + ກ = ນາກ ບ + xາ + ດ = ບາດ ຊ + xາ + ຍ = ຊາຍ ລ + xາ + ນ = ລານ ຫ + xາ + ດ = ຫາດ ຮ + xາ + ບ = ຮາບ ປ + xາ + ງ = ປາງ ສ + xາ + ວ = ສາວ ຈ + xາ + ມ = ຈາມ ຫຼ + xາ + ຍ = ຫຼາຍ 2) ສະກົດທັງ 8 ໃສ່ວັນນະຍຸດ ແມ່ນການປະສົມພະຍັນຊະນະ,ສະຫຼະ ແລະ ຕົວສະກົດ ເຂົ້າກັນ ແລ້ວໃສ່ເຄື່ອງໝາຍວັນນະຍຸດ. ຕົວຢ່າງ: ກ + xາ + ນ + x ່ = ກ່ານ ຄ + xາ + ນ + x ້ = ຄ້ານ ສ + xອ + ງ + x ່ = ສ່ອງ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


65 ຊ + xວ + ຍ + x ່ = ຊ່ວຍ ປ + xາ + ນ + x ້ = ປ້ານ ພ + xອ + ມ + x ້ = ພ້ອມ ຟ + xາ + ວ + x ້ = ຟ້າວ ຕ + x ື + ນ + x ້ = ຕື້ນ ວ + xາ + ວ + x ່ = ວ່າວ ຍ + xອ + ຍ + x ່ = ຍ່ອຍ 3. ລັກສະນະຂອງພະຍາງ ອີງຕາມປະເພດສະຫຼະທີ່ປະກອບກັບພະຍັນຊະນະ, ພະຍາງ ມີ2 ລັກສະນະຄື: ພະຍາງ ເປີດ ແລະ ພະຍາງປິດ. ແຕ່ເມື່ອອີງໃສ່ຄວາມສາມາດຜັນສຽງຕາມວັນນະຍຸດຂອງພະຍາງນັ້ນ, ເຮົາຈະເຫັນພະຍາງເປັນອີກສອງລັກສະນະຄື: ພະຍາງຄໍາເປັນ ແລະ ຄໍາຕາຍ. ລັກສະນະນີ້ມີ ຄວາມສໍາຄັນຕໍ່ກັບການກໍານົດລະດັບສຽງ. 3.1 ພະຍາງເປີດ ແລະ ພະຍາງປິດ ພະຍາງເປີດ (ໄຂ) ແມ່ນພະຍາງທີ່ປະກອບດ້ວຍສຽງພະຍັນຊະນະຕົ້ນ, ສຽງສະຫຼະ ແລະ ສຽງວັນນະຍຸດ (ບໍ່ມີສຽງພະຍັນຊະນະທ້າຍ ຫຼື ບໍ່ມີຕົວສະກົດ) ເຊັ່ນ: ປາ ຄູ ໂຕ ເຕະ ງົວ ເຈຍ ແມ່ ເມືອ... ພະຍາງປິດ (ອັດ) ແມ່ນພະຍາງທີ່ປະກອບດ້ວຍສຽງພະຍັນຊະນະຕົ້ນ, ສຽງສະຫຼະ, ສຽງວັນນະຍຸດ ແລະ ສຽງພະຍັນຊະນະທ້າຍ (ສຽງຕົວສະກົດ ລວມທັງສະຫຼະພິເສດທີ່ມີສຽງ ຕົວສະກົດຢູ່ໃນຕົວ) ເຊັ່ນ: ປາກ ຄູນ ໂຕນ ເຕັກ ງວງ ຈຽບ ແມ່ນ ເມືອງ ໄປ ນໍາ ເອົາ ... ສະຫຼຸບແລ້ວ, ພະຍາງເປີດແມ່ນພະຍາງທີ່ບໍ່ມີຕົວສະກົດ ຫຼື ບໍ່ມີສຽງພະຍັນຊະນະທ້າຍ ພະຍາງ; ສ່ວນພະຍາງປິດແມ່ນພະຍາງທີ່ມີຕົວສະກົດ ຫຼື ມີສຽງພະຍັນຊະນະທ້າຍພະຍາງ. 3.2 ພະຍາງຄໍາເປັນ ແລະ ຄໍາຕາຍ ຄໍາເປັນ ແມ່ນພະຍາງທີ່ປະສົມດ້ວຍສະຫຼະສຽງຍາວທີ່ບໍ່ມີຕົວສະກົດ, ພະຍາງທີ່ ປະສົມດ້ວຍສະຫຼະພິເສດ ແລະ ພະຍາງທີ່ມີຕົວສະກົດ ງ ຍ ນ ມ ວ ເຊັ່ນ: RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


66 − ສະຫຼະສຽງຍາວ: ອາ ອີ ອື ອູ ເອ ແອ ໂອ ເອີ ອໍ ອົວ ເອຍ ເອືອ − ສະຫຼະພິເສດ: ໄອ ໃອ ເອົາ ອໍາ − ຕົວສະກົດ ງ ຍ ນ ມ ວ (ສະຫຼະສຽງສັ້ນ ແລະ ສຽງຍາວ): ອັງ ອາງ ອິງ ອີງ... ອຸຍ ອູຍ ໂອຍ... ອອນ ເອີນ ອຽນ... ອາມ ເອີມ ເອືອມ... ອາວ ອິວ ອຽວ... ຄໍາຕາຍ ແມ່ນພະຍາງທີ່ປະສົມດ້ວຍສະຫຼະສຽງສັ້ນທີ່ບໍ່ມີຕົວສະກົດ ແລະ ພະຍາງທີ່ມີ ຕົວສະກົດ ກ ດ ບ ເຊັ່ນ: − ສະຫຼະສຽງສັ້ນ: ອະ ອິ ອຶ ອຸ ເອະ ແອະ ໂອະ ເອິ ເອາະ ອົວະ ເອັຍ ເອຶອ − ຕົວສະກົດ ກ ດ ບ (ສະຫຼະສຽງສັ້ນ ແລະ ສຽງຍາວ): ອັກ ອາກ ອິກ... ອຶດ ອືດ ອຸດ ອູດ... ເອັບ ເອບ ແອັບ ແອບ... RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


67 ບົດທີ8 ການແປງອັກສອນ ແລະ ການແຜງຄໍາ 1. ການແປງອັກສອນ 1.1 ຄວາມໝາຍຂອງການແປງອັກສອນ ການແປງອັກສອນ ແມ່ນການປ່ຽນແປງຕົວອັກສອນດ້ວຍວິທີຕ່າງໆ ໃຫ້ພ້ຽນຈາກຮູບ ເດີມ ເພື່ອໃຊ້ໃນການແຕ່ງຄໍາປະພັນ ຫຼື ຮຽບຮຽງຄໍາເວົ້າໃຫ້ຖືກຕ້ອງ, ສອດຄ່ອງກັບຫຼັກ ການຂຽນ ແລະ ການປາກເວົ້າຂອງພາສາລາວ. 1.2 ວິທີແປງອັກສອນ ການແປງອັກສອນມີ2 ຢ່າງຄື: ແປງສະຫຼະ ແລະ ພະຍັນຊະນະ. 1.2.1 ວິທີແປງສະຫຼະ ການແປງສະຫຼະແມ່ນການປ່ຽນຮູບຂອງສະຫຼະໜຶ່ງ ໃຫ້ເປັນຮູບຂອງສະຫຼະອື່ນ; ສະ ຫຼະທີ່ແປງນັ້ນ ສ່ວນຫຼາຍມາຈາກຄໍາປາລີ-ສັນສະກິດ ແລະ ແປງບາງຕົວເທົ່ານັ້ນ ຊຶ່ງມີວິທີ ແປງດັ່ງນີ້: 1) ແປງສະຫຼະ xະ ເປັນສະຫຼະ xາ ໄດ້ໃນບາງພະຍາງຂອງບາງຄໍາ ວະນະ ແປງເປັນ ວະນາ, ພະນາ (ປ່າ) ຣຸກຂະ " ຣຸກຂາ (ຕົ້ນໄມ້) ຜະລະ " ຜະລາ, ຜະຫຼາ (ໝາກໄມ້, ຜົນ) ພະລະ " ພະລາ (ກໍາລັງ, ຄົນ ) ສະກະລະ " ສາກົນ (ສາກົນ, ທົ່ວໄປ) ສຸນທະຣະ " ສຸນທະຣາ,ສຸນທະລາ (ດີ, ງາມ) ວະຈະ " ວາຈາ (ຄວາມເວົ້າ) ສະມັຕຖະ " ສາມາດ (ສາມາດ) ອະທິຈຈະ " ອາທິດ (ຕາເວັນ, ໄລຍະເວລາເຈັດມື້) ອະພັພພະ " ອາພັບ (ບໍ່ສົມຄວນ, ວາດສະໜານ້ອຍ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


68 2) ແປງສະຫຼະ xະ ເປັນສະຫຼະ x ິ ໄດ້ໃນບາງພະຍາງຂອງບາງຄໍາ ວະຣຸນະ ແປງເປັນ ວິຣຸນ, ວິລຸນ, ພິລຸນ (ຝົນ) ວະຊີຣະ " ວິຊຽນ (ເພັດ, ສາຍຟ້າ) ວັຈຈະ " ວິຈຈະ, ວິດ (ອຸດຈະລະ, ອາຈົມ, ບ່ອນຖ່າຍ) 3) ແປງສະຫຼະ xະ ເປັນສະຫຼະ x ຸ ເຊຕະວະນະ ແປງເປັນ ເຊຕຸພົນ (ຊື່ວັດແຫ່ງໜຶ່ງໃນສະໄໝພຸດທະການ) ສັມມະຕິ " ສົມມຸດ (ສິ່ງທີ່ອ້າງເພື່ອປຽບທຽບ, ອ້າງວ່າເປັນ ຢ່າງນັ້ນຢ່າງນີ້, ຕາງວ່າ, ຕິຕາງ) ມັງຄະລະ " ມຸງຄຸນ (ຄວາມຈະເລີນ, ເຫດທີ່ນໍາມາຊຶ່ງຄວາມ ຈະເລີນ) ມັງກຸຕະ " ມຸງກຸດ (ເຄື່ອງກຽດສຸບຫົວ) 4) ແປງສະຫຼະ xະ (x ັx) ເປັນສະຫຼະ ເxະ (ເx ັx) ປັນຈະ ແປງເປັນ ເບັງ (ຂັນໝາກເບັງ = ຂັນຫ້າ) ມັນຈະ " ເມັງ (ຕຽງ) ປັນຊະຣະ " ເບັງຊອນ (ປ່ອງຢ້ຽມ, ຊ່ອງ, ຮູ) ວັຊຊະຄາຕະກະ " ເພັດຊະຄາດ (ຜູ້ປະຫານນັກໂທດ) ວັຊຣະ " ເພັດ (ແກ້ວຊະນິດໜຶ່ງທີ່ມີຄ່າ) ປັນຈາລະ " ເປັງຈານ (ຊື່ເມືອງໃນປະເທດອິນເດຍສະໄໝກ່ອນ) 5) ແປງສະຫຼະ xະ (x ັx) ເປັນ ສະຫຼະ ໂxະ ( x ົx) ນັນທະ ແປງເປັນ ນົນ (ຄວາມມ່ວນ, ຄວາມຍິນດີ, ຄວາມອອນຊອນ) ສຸຄັນທະ " ສຸຄົນ (ຫອມ) ມັນຕະ " ມົນ (ຄໍາສັກສິດ, ຄໍາສໍາລັບເສກເປົ່າ) ຊະນະ " ຊົນ (ຄົນ) ພະລະ " ພົນ (ກໍາລັງຄົນ) ກຸສະລະ " ກຸສົນ (ຜົນຂອງຄວາມດີ) ປະຖະມະ " ປະຖົມ (ທໍາອິດ, ລໍາດັບທໍາອິດ) ປະທະ " ບົດ (ຂໍ້ຄວາມເລື່ອງໜຶ່ງ ຫຼື ຕອນໜຶ່ງ) ອະນາຄະຕະ " ອະນາຄົດ (ເວລາທີ່ຍັງບໍ່ທັນມາເຖິງ) ນາຍະກະ " ນາຍົກ (ຜູ້ເປັນຫົວໜ້າ, ຜ້ ູນໍາພາ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


69 ສັງຄະມະ " ສັງຄົມ (ການພົບປະ, ການຄົບຫາສະມາຄົມກັນ, ການ ເຂົ້າໝູ່ເຂົ້າພວກ) ນິຍະມະ " ນິຍົມ (ການກໍານົດ, ຄວາມແນ່ໃຈ, ນັບຖື, ມັກ, ເຫຼື້ອມ ໃສ, ຊົມຊອບ, ຊື່ນຊອບ. 6) ແປງສະຫຼະ xະ ເປັນ ສະຫຼະ x ໍ(xອx) ເມື່ອມີຕົວ ຣ ຢູ່ຫຼັງ ວະຣະ ແປງເປັນ ພອນ (ດີ, ປະເສີດ) ຈະຣະ " ຈອນ (ໄປ) ວານະຣະ " ວານອນ (ລີງ) ອຸທະຣະ " ອຸທອນ (ທ້ອງ) ນະຄະຣະ " ນະຄອນ (ເມືອງ) ອຸທາຫະຣະນະ " ອຸທາຫອນ (ຕົວຢ່າງ, ການອ້າງອີງ, ການຍົກຂຶ້ນ ໃຫ້ເຫັນ) ອຸປະກະຣະນະ " ອຸປະກອນ (ເຄື່ອງມື, ເຄື່ອງໃຊ້ໃນການປະກອບ ວຽກງານ) ສະໂມສະຣະ " ສະໂມສອນ (ບ່ອນປະຊຸມ, ໂຮງປະຊຸມ, ການປະ ຊຸມ, ການໂຮມກັນ) 7) ແປງສະຫຼະ xະ ເປັນ x ັເມື່ອມີຕົວ ຍ ຢູ່ທາງຫຼັງ ແລ້ວແປງ ຍ ເປັນໄx (x ັຍ) ວິນະຍະ ແປງເປັນ ວິນັຍ ປ່ຽນເປັນ ວິໄນ (ລະບຽບ, ຂໍ້ກໍານົດເພື່ອປະຕິ ບັດ) ອາສະຍະ " ອາສັຍ ປ່ຽນເປັນ ອາໄສ (ເພິ່ງພາ, ເພິ່ງ, ອ້າງ, ບ່ອນ ເພິ່ງ, ທີ່ອ້າງ). ສະມະຍະ " ສະມັຍ ປ່ຽນເປັນ ສະໄໝ (ເວລາ, ຄາວ). ອາລະຍະ " ອາລັຍ ປ່ຽນເປັນ ອາໄລ (ບ່ອນຢູ່, ບ່ອນເຊົາ, ຄວາມ ຫ່ວງ, ຄວາມຄຶດຮອດ) ວະຍະ " ວັຍ ປ່ຽນເປັນ ໄວ (ສໍ່າອາຍຸ) ພະຍະ " ພັຍ ປ່ຽນເປັນ ໄພ (ເຫດຮ້າຍ, ອັນຕະລາຍ) ອະພະຍະ " ອະພັຍ ປ່ຽນເປັນ ອະໄພ (ບໍ່ມີໄພ, ບໍ່ເອົາຜິດນໍາ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


70 8) ແປງ xະ ເປັນ x ໍາ (x ັມ) ເມື່ອມີຕົວ ມ ຢູ່ທາງຫຼັງ ອະມາຕະຍະ ແປງເປັນ ອັມມາດ ປ່ຽນເປັນ ອໍາມາດ (ຂ້າລາຊະການທີ່ປຶກສາ) ອະມະຣິນທະ " ອັມມະລິນ ປ່ຽນເປັນ ອໍາມະລິນ (ພະອິນ, ຜູ້ເປັນ ໃຫຍ່ຂອງເທວະດາ ) ອະມະຕະ " ອັມມະຕະ ປ່ຽນເປັນ ອໍາມະຕະ (ບໍ່ຕາຍ, ຕະຫຼອດໄປ) ອະມະຣະ " ອັມມອນ ປ່ຽນເປັນ ອໍາມອນ (ບໍ່ຕາຍ, ເທວະດາ) 9) ແປງສະຫຼະ xະ ເປັນສະຫຼະ ໂx, ເx ົາ ເມື່ອມີຕົວ ວ ຢູ່ທາງຫຼັງ ນະວະ ແປງເປັນ ເນົາ (ເກົ້າ,ໃໝ່, ຢູ່) ນະວະຣັດຕະນະ " ເນົາວະຣັດ ປ່ຽນເປັນ ເນົາວະລັດ (ແກ້ວເກົ້າປະການ) ຊະວະນະ " ເຊົາ, ເຊົາວະນະ (ປັນຍາ, ຄວາມສະຫຼາດ) ສະວະນີ " ເສົາວະນີ (ຄໍາເວົ້າທີ່ຄວນຟັງ) ສິນທະວະ " ສິນເທົາ (ແມ່ນໍ້າ, ຊື່ມ້າໃນເລື່ອງບູຮານ) 10) ແປງສະຫຼະ xະ (x ັx) ເປັນສະຫຼະ ເxາະ ໄດ້ໃນບາງພະຍາງຂອງບາງຄໍາ ແຕ່ຫາກວ່າມີພະຍາງຕໍ່ໄປໃຫ້ຕັດພະຍາງນັ້ນອອກ. ວິຄະຣະຫະ ແປງເປັນ ວິເຄາະ (ແຍກອອກເປັນແຕ່ລະສ່ວນ, ຮິ່ນຕອງ, ພິຈາ ລະນາ) ສັງຄະຫະ " ສົງເຄາະ (ອຸດໜູນ, ເອື້ອເຟື້ອ) ສັງຄະຫະ " ສັງເຄາະ (ສັງລວມ, ລວມເຂົ້າກັນ) ປັນດະກະ " ບັນເດາະ (ກະເທີຍ) ອະນຸຄະຫະ " ອະນຸເຄາະ (ການຊ່ອຍເຫຼືອ, ຄວາມກະລຸນາ) ນະວະຄະຫະ " ນົບພະເຄາະ (ດາວເກົ້າໜ່ວຍ) 11) ແປງສະຫຼະ xະ ເປັນສະຫຼະ x ໍໄດ້ໃນບາງພະຍາງຂອງບາງຄໍາ ປະຣິຫາຣະ ແປງເປັນ ບໍລິຫານ (ອອກກໍາລັງ,ຈັດການ) ປະຣິເວນ " ບໍລິເວນ (ພື້ນທີ່ທີ່ກໍານົດ) ປະຣິສຸດທິ " ບໍລິສຸດ (ສົດ, ບໍ່ມີຫຍັງປົນ) ປະຣິວາຣະ " ບໍລິວານ (ຜູ້ແວດລ້ອມ, ລູກນ້ອງ) ປະຣິປຸນນະ " ບໍລິບູນ (ຄົບຖ້ວນ, ເຕັມ) ປະຣິໂພຄະ " ບໍລິໂພກ (ກິນ, ໃຊ້) ປະຣິຈາຄະ " ບໍລິຈາກ (ເອົາໃຫ້, ແຈກຢາຍ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


71 12) ແປງສະຫຼະ x ິເປັນສະຫຼະ x ຶ ປາຣາຊິກະ ແປງເປັນ ປາຣາຊຶກ (ໂທດສະຖານໜັກຂອງພະສົງ) ຫິງສາ " ຫຶງສາ (ຄວາມບຽດບຽນ) ລິງຄະ " ລຶງຄະ, ລຶງ (ອະໄວຍະວະເພດຊາຍ) ສິກສາ " ສຶກສາ (ການຮຽນ) 13) ແປງສະຫຼະ x ິເປັນສະຫຼະ ເx ວິຕານະ ແປງເປັນ ເພດານ (ຝາດ້ານເທິງຂອງຫ້ອງ, ເຂດສູງສຸດ) ສິລາ " ເສລາ (ຫີນ) 14) ແປງສະຫຼະ x ິເປັນສະຫຼະ ເxຍ (xຽx) ວະຊິຣະ ແປງເປັນ ວິຊຽນ (ເພັດ, ສາຍຟ້າ) ວິຣະ " ພຽນ (ອົດທົນ, ກ້າ) ສິຣະ " ສຽນ (ຫົວ) ພາຫິຣະ " ພາຫຽນ (ພາຍນອກ) ສະຖິຣະ " ສະຖຽນ (ໝັ້ນຄົງ) ສະຖິຣະພາວະ " ສະເຖຍລະພາບ (ຄວາມໝັ້ນຄົງ) ແຕ່ໃນເມື່ອມີ ຣ ຕາມຫຼັງແຕ່ບໍ່ແມ່ນພະຍາງທ້າຍໃຫ້ແປງ x ິເປັນ ເxຍ ໄດ້. ທິຣະຄະ ແປງເປັນ ເທຍລະຄາ (ຍາວ,ໄກ, ຍືນ, ໝັ້ນ) ຈິຣະກາລະ " ເຈຍລະການ (ເວລາເຫິງນານ) ນິຣະມັນຕະ " ເນຍລະມົນ, ນິມົນ (ເຊີນໃຊ້ສໍາລັບພະສົງ) ຕິຣັດສານະ " ເດຍລະສານ (ສັດ) 15) ແປງສະຫຼະ x ິເປັນສະຫຼະ ໄx ໄດ້ໃນບາງພະຍາງຂອງຄໍາ ພິທູຣະ ແປງເປັນ ໄພທູນ (ແກ້ວຕາແມວ) ພິປຸຣະ " ໄພບູນ (ຄວາມເຕັມປ່ຽມ) ອິສະວະຣະ " ໄອສວນ (ເທບພະເຈົ້າຂອງສາສະໜາພາມ) ວິຈິດຕະ " ໄພຈິດ (ງາມ, ງົດງາມ) ວິໂຣຈະນະ " ໄພໂລດ (ຮຸ່ງເຮືອງ, ສົດໃສ) ວິສາລະ " ໄພສານ (ກວ້າງຂວາງ, ກວ້າງໃຫຍ່) 16) ແປງສະຫຼະ x ີເປັນສະຫຼະ x ິຫຼື ເx ສີລະ ແປງເປັນ ສິນ (ສິນ, ຂໍ້ປະຕິບັດ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


72 ນີລະ " ນິນ (ດໍາ) ສີນາ " ເສນາ (ທະຫານ, ກອງທັບ) ສີມາ " ເສມາ (ເຂດ, ແດນ, ຮູບເຄື່ອງຫມາຍເຂດແດນສິມ ຫຼືເມືອງ) 17) ແປງສະຫຼະ x ີເປັນສະຫຼະ x ືໄດ້ໃນບາງພະຍາງຂອງບາງຄໍາ ແລະ ມີໃຊ້ໜ້ອຍເຊັ່ນວ່າ: ພີຊະ ແປງເປັນ ພືດ (ແກ່ນ, ພືດພັນ) 18) ແປງສະຫຼະ x ຸເປັນສະຫຼະ x ູ, ໂx, ເx ົາ, x ົວ ອະຕຸຣະ ແປງເປັນ ອາດູນ (ເດືອດຮ້ອນ, ເປັນທຸກ) ປູຣານະ " ບູຮານ (ກ່ອນກີ້) ສຸພາ " ໂສພາ (ງາມ) ສຸພາວະ " ໂສພາບ (ປະພຶດດີ, ງາມ, ຄ່ຽມຄົມ) ສຸພະຣະ " ໂສພອນ, ສຸພອນ (ລ້ຽງງ່າຍ, ເບິ່ງແຍງງ່າຍ) ສຸຄັນທະ " ໂສຄົນ, ສຸຄົນ (ກິ່ນຫອມ) ມຸຫະ " ໂມຫະ (ຄວາມຫຼົງ) ຍຸວະ " ເຍົາ (ອ່ອນ, ໜຸ່ມ) ຍຸວະຊະນະ " ເຍົາວະຊົນ (ຄົນໜຸ່ມ) ຍຸວະລັກຂະນະ " ເຍົາວະລັກ (ນາງຜູ້ມີຮູບງາມ) ສຸວະຄົນ " ເສົາວະຄົນ (ຂອງຫອມ) ຍຸຣະຍາຕ " ຍົວລະຍາດ (ຍ່າງຍ້າຍ) 19) ແປງສະຫຼະ ເx ເປັນສະຫຼະ ໄx ເມື່ອມີຕົວ ຍ ຢູ່ທາງຫຼັງ ເວຍຍາກະຣະນະ ແປງເປັນ ໄວຍາກອນ (ລະບຽບຂອງພາສາ) ອະທິປະເຕຍຍະ " ອະທິປະໄຕ (ຄວາມເປັນໃຫຍ່) 20) ແປງສະຫຼະ ໂx ເປັນ ອະວະ, ເx ົາ ໂອກາສະ ແປງເປັນ ອະວະກາດ (ບ່ອນວ່າງ, ປ່ອງ) ໂອສາຣະ " ອະວະສານ (ສຸດ, ໝົດ, ຈົບ) ໂອຕາຣະ " ອະວະຕານ (ແບ່ງ, ລົງມາເກີດ) ໂມລີ " ເມົາລີ (ເກົ້າຜົມ) ໂພຊະນະ " ເພົາຊະນະ (ເຄື່ອງກິນ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


73 21) ແປງສະຫຼະ ໄx ເປັນສະຫຼະ ແx ໄວທະຍາ ແປງເປັນ ແພດ (ໝໍ, ໝໍຢາ) ໄສນະຍາ " ແສນຍາ (ທະຫານ, ກອງທັບ, ກອງທະຫານ) ໄສນະຍາອະນຸພາວະ " ແສນຍານຸພາບ (ອໍານາດທາງທະຫານ) 1.2.2 ວິທີແປງພະຍັນຊະນະ ການແປງພະຍັນຊະນະ ແມ່ນການແປງພະຍັນຊະນະປາລີມາເປັນພະຍັນຊະນະລາວ ເພື່ອໃຫ້ແທດເໝາະກັບການຜັນສຽງ, ການປາກເວົ້າ ແລະ ການຂີດຂຽນ, ແຕ່ບໍ່ແມ່ນຈະ ແປງໝົດທຸກຕົວ. 1) ແປງ ຕ ເປັນ ດ ຕີກາ ແປງເປັນ ດີກາ (ໃບແຈ້ງຂ່າວ) ກຸຕິ " ກຸດີ (ເຮືອນຂອງພະສົງ) ຄະຕິ " ຄະດີ (ເລື່ອງ, ທາງ, ເຫດ) ປິຕາ " ບິດາ (ພໍ່) ມາຕາ " ມາດາ (ແມ່) ຕາຣາ " ດາລາ (ດາວ, ນັກສະແດງ) ກັນຕາຣະ " ກັນດານ (ລໍາບາກ, ຝືດເຄືອງ, ທາງລໍາບາກ, ປ່າ) ມຸກຕາ " ມຸກດາ (ແກ້ວມຸກດາ, ຊື່ແກ້ວຊະນິດໜຶ່ງ) 2) ແປງ ປ ເປັນ ບ ປາຣະມີ ແປງເປັນ ບາລະມີ (ຄວາມເຕັມປ່ຽມ, ຄຸນຄວາມດີ) ປະວະຣະ " ບໍວອນ (ປະເສີດ, ເລີດລໍ້າ) ປະຣິວາຣະ " ບໍລິວານ (ຜູ້ແວດລ້ອມ, ລູກນ້ອງ) ປະຣິໂພຄະ " ບໍລິໂພກ (ກິນ,ໃຊ້) ປະຣິກາຣະ " ບໍລິການ (ຮັບໃຊ້, ປະຕິບັດ, ຊ່ວຍເຫຼືອ) ປະຣິຈາຄະ " ບໍລິຈາກ (ເອົາໃຫ້,ໃຫ້, ສະລະ) ປະຣິເວນະ " ບໍລິເວນ (ພື້ນທີ່ທີ່ກໍານົດ) ປະຣິປຸນນະ " ບໍລິບູນ (ຄົບຖ້ວນ, ເຕັມ) ປະຣິສຸດທິ " ບໍລິສຸດ (ຜ່ອງໃສ, ສະອາດ, ບໍ່ມີຄວາມຜິດ) ປະຣິປະທະ " ບໍລິບົດ (ຄໍາ ຫຼື ຂໍ້ຄວາມແວດລ້ອມທີ່ຊ່ອຍໃຫ້ ເຂົ້າໃຈ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


74 ປະຣະມະ " ບໍລົມ (ທີ່ສຸດ, ຢ່າງຍິ່ງ) ປຸນຍະ " ບຸນ (ຄວາມດີ) 3) ແປງ ວ ເປັນ ພ ເທວີ ແປງເປັນ ເທພີ (ນາງກະສັດ) ວິທີ " ພິທີ (ແບບຢ່າງ, ທໍານຽມ) ວິທູຣະ " ພິທູນ (ແກ້ວພິທູນ) ວານິຊະ " ພານິດ (ການຄ້າ) ວີຣະ " ພີລະ (ເກັ່ງກ້າ, ອາດຫານ) 4) ແປງ ປ ເປັນ ຜ ປຣາກະຕະ ແປງເປັນ ຜາກົດ (ເກີດຂຶ້ນ, ສະແດງອອກໃຫ້ເຫັນ) ປະສົມ " ຜະສົມ (ປົນກັນ, ເອົາເຂົ້າກັນ) ປາສາທະ " ຜາສາດ (ເຮືອນທີ່ມີຫຼັງຄາເປັນຍອດ) ໂປຣດ " ໂຜດ,ໂປດ (ປ່ອຍໃຫ້ເປັນອິດສະຫຼະ, ກະລຸນາ) ປາບ " ຜາບ (ຂູ່, ນາບຂູ່) 5) ແປງ ຕຣ ເປັນ ກ ຫຼື ຕ ສານຕຣາ ແປງເປັນ ສານຕາ (ໜັງສືແຕ່ງຕັ້ງ) ຜ້າໄຕຣ " ຜ້າໄກ (ຜ້າ 3 ຜືນ: ຜ້າສະບົງ, ຜ້າສະງຽບ ແລະ ຜ້າຄຸມ) ຢືນຕຣົງ " ຢືນກົງ (ຢືນຊື່) ຕຣຶກຕຣອງ " ກຶກກອງ ຫຼື ຕຶກຕອງ (ພິຈາລະນາໃຫ້ລະອຽດ) ແຕຣວົງ " ແກ (ບີບແກ) 6) ແປງ ທ ເປັນ ຕ ອິນທາ ແປງເປັນ ອິນຕາ (ພະອິນ) 7) ແປງ ກ ເປັນ ຂ ກາບ ແປງເປັນ ຂາບ 8) ແປງ ຕ ເປັນ ຖ ຍາມແຕ ແປງເປັນ ຍາມແຖ (ໃກ້ທ່ຽງ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


75 9) ແປງ ຣ ເປັນ ຮ ບູຣານະ ແປງເປັນ ບູຮານ (ເກົ່າ) ຣັກສະ " ຮັກສາ ນັກຣົບ " ນັກຮົບ 10) ແປງ ຣ ເປັນ ລ ອະນຸຣັກ ແປງເປັນ ອະນຸລັກ (ຮັກສາໃຫ້ຄົງເດີມ) ຣະຖະ " ຣົຖ ປ່ຽນເປັນ ລົດ (ພາຫະນະ) ຣະສະ " ຣົສ " ລົດ (ລົດຊາດ) ສະມະຣະສະ " ສົມຣົສ " ສົມລົດ (ແຕ່ງດອງ) 11) ແປງ ຮ ເປັນ ລ ຮາງວັນ ແປງເປັນ ລາງວັນ ສັງຮວມ " ສັງລວມ ຮວບຮວມ " ລວບລວມ 1.2.3 ວິທີແປງວັນນະຍຸດ 1) ແປງສຽງສາມັນເປັນສຽງເອກ (x ່) ສະເໜ ແປງເປັນ ສະເໜ່ ຝຣັງ " ຝຣັ່ງ ຍີປຸນ " ຍີ່ປຸ່ນ 2) ແປງສຽງໂທ (x ້) ເປັນສຽງເອກ (x ່) ເລີ້ມ ແປງເປັນ ເລີ່ມ ເລື້ອງ " ເລື່ອງ ເພີ້ມ " ເພີ່ມ ມຸ້ງໝາຍ " ມຸ່ງໝາຍ 2. ການແຜງຄໍາ 2.1 ຄວາມໝາຍຂອງການແຜງຄໍາ ການແຜງຄໍາແມ່ນການປ່ຽນແປງຄໍາທີ່ມີພະຍາງໜຶ່ງໃຫ້ເປັນຄໍາທີ່ມີສອງພະຍາງ, ຖ້າ ເປັນ ຄໍາປາລີ-ສັນສະກິດ ກໍແມ່ນຄໍາທີ່ຖືກດັດແປງມາໃຫ້ເປັນຄໍາລາວທີ່ມີພະຍາງດຽວ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


76 2.2 ລັກສະນະຂອງຄໍາແຜງ ຢູ່ໃນຄວາມລາວທົ່ວໄປ, ພວກເຮົາອາດຈະສັງເກດໄດ້ວ່າ ຄໍາໃດເປັນຄໍາແຜງນັ້ນມີລັກ ສະນະ ດັ່ງນີ້: 1) ຄໍາແຜງແມ່ນຄໍາທີ່ມີສອງພະຍາງຂຶ້ນໄປ ພະຍາງຕົ້ນແມ່ນ xະ ຫຼືx ໍາ 2) ຄໍາແຜງນັ້ນ ເມື່ອແຜງອອກແລ້ວ, ບາງເທື່ອມີຄວາມໝາຍຄືກັນກັບຄໍາເດີມບາງເທື່ອ ມີຄວາມໝາຍຄ້າຍຄຽງ, ແຕ່ບາງເທື່ອຊ້ໍາພັດມີຄວາມໝາຍຕ່າງກັບຄໍາເດີມ. 3) ຄໍາແຜງສ່ວນຫຼາຍໃຊ້ສໍາລັບຄໍາທີ່ເປັນນາມມະທໍາ. 4) ພະຍັນຊະນະຕົ້ນພະຍາງຄໍາທີໜຶ່ງຂອງຄໍາແຜງນັ້ນ ແມ່ນພະຍັນຊະນະຕົ້ນພະຍາງ ຂອງ ຄໍາຮູບເດີມຄໍາລາວແທ້. 5) ໃນແມ່ສະກົດທັງແປດຂອງຄໍາລາວເດີມນັ້ນ ເປັນສະຫຼະໃນແມ່ສະກົດທັງແປດຂອງ ພະຍາງທີສອງຂອງຄໍາແຜງ. 6) ພະຍັນຊະນະຂອງພະຍາງທີສອງຂອງຄໍາແຜງແມ່ນ ດ, ນ, ພ, ຮ ຫຼື ລ 2.3 ຫຼັກການແຜງຄໍາ ໃນການເອົາຄໍາມາແຜງນັ້ນ ຕ້ອງໄດ້ຄັດເລືອກ ຫຼືຊອກຫາວ່າ ຄໍາໃດທີ່ແຜງອອກແລ້ວ ຍັງ ມີຄວາມໝາຍໃນຄວາມລາວ. ດັ່ງນັ້ນ, ຈຶ່ງຕ້ອງເອົາໃຈໃສ່ບາງບັນຫາດັ່ງນີ້: 1) ຄໍາທີ່ເອົາມາແຜງໄດ້ນັ້ນ ຕ້ອງແມ່ນຄໍາລາວເດີມແທ້, ເປັນຄໍາມີພະຍາງດຽວ. 2) ຖ້າແມ່ນຄໍາທີ່ມາຈາກພາສາປາລີ-ສັນສະກິດ ກໍຕ້ອງແມ່ນຄໍາທີ່ມີພະຍາງດຽວ ເມື່ອ ເວລາແຜງແລ້ວ. 3) ຕ້ອງແມ່ນຄໍາທີ່ປະກອບດ້ວຍຕົວສະກົດແມ່ທັງແປດ. 2.4 ວິທີແຜງຄໍາ ການແຜງຄໍາມີວິທີແຜງແຕ່ລະຄໍາບໍ່ຄືກັນດັ່ງນີ້: 1) ແຜງຄໍາດ້ວຍວິທີຕື່ມສະຫຼະ x ໍາ ໃສ່ພະຍັນຊະນະຕົ້ນພະຍາງແລ້ວຕື່ມພະຍັນຊະນະ ນ, ໜ, ດ, ລ, ຮ ເປັນຕົວແກນຂອງພະຍາງທີສອງ. ຕົວຢ່າງ: ຄໍາເດີມ ຄໍາແຜງ ເກີດ ແປງເປັນ ກໍາເນີດ ກົດ " ກໍານົດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


77 ຄໍາເດີມ ຄໍາແຜງ ຈົນ " ຈໍານົນ ແຈກ " ຈໍາແນກ ຈົງ " ຈໍານົງ ຕິ " ຕໍານິ ທາຍ " ທໍານາຍ ພັກ " ພໍານັກ ສຽງ " ສໍານຽງ ເສົາ " ສໍາເນົາ ອວຍ " ອໍານວຍ ອາດ " ອໍານາດ ຊານ " ຊໍານານ ຈ່າຍ " ຈໍາໜ່າຍ ແຕ່ງ " ຕໍາແໜ່ງ ແສງ " ສໍາແດງ ເສັດ " ສໍາເລັດ ສອງ " ສໍາຮອງ ແຜງຄໍາດ້ວຍການຕື່ມສະຫຼະ xະ ໃສ່ພະຍັນຊະນະຕົ້ນພະຍາງ ແລ້ວຕື່ມພະຍັນຊະນະ ນ, ໜ, ລ, ຫຼ ເປັນຕົວແກນຂອງພະຍາງທີສອງ. ຕົວຢ່າງ: ສຸກ ແປງເປັນ ສະໜຸກ ຂານ " ຂະໜານ ຖັດ " ຖະໜັດ ຖີ່ " ຖະໜີ່ ເຕີ່ນ " ຕະເລີ່ນ ຕຶງ " ຕະລຶງ ຕູດ " ຕະລູດ ກັບ " ກະລັບ ໄຖ " ຖະໄຫຼ ສັບ " ສະຫຼັບ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


78 ສັກ " ສະຫຼັກ ສາກ " ສະຫຼາກ ໂສກ " ສະໂຫຼກ ສອງ " ສະຫຼອງ ເຕີດ " ຕະເຫຼີດ 2) ແຜງຄໍາດ້ວຍວິທີຕື່ມພະຍັນຊະນະຕົວອື່ນ ປະກອບກັບສະຫຼະເດີມຂອງພະຍາງຕົ້ນ ພະຍັນຊະນະເດີມຂອງພະຍາງຕົ້ນປ່ຽນເປັນຕົວອື່ນ ແຕ່ໃຫ້ປະກອບກັບສະຫຼະ x ໍາ. ຕົວຢ່າງ: ແປງ ແປງເປັນ ຈໍາແລງ ເປີ " ບໍາເລີ ປຸງ " ບໍາລຸງ 3) ແຜງດ້ວຍວິທີຕື່ມພະຍາງທີ່ມີສຽງສະຫຼະ ຄືກັບສຽງສະຫຼະຂອງພະຍາງເດີມລົງຂ້າງ ທ້າຍແຕ່ຂຶ້ນຕົ້ນດ້ວຍຄໍາເກົ່າ. ຕົວຢ່າງ: ຊອມ ແປງເປັນ ຊອມລອມ ຊົມ " ຊົມລົມ ຊຸມ " ຊຸມນຸມ ຈໍາ " ຈໍານໍາ ຈອງ " ຈໍານອງ ຊຶງ " ຊຶງລຶງ ຊອນ " ຊອນລອນ ສວຍ " ສວຍລວຍ 4) ແຜງຄໍາດ້ວຍວິທີຕື່ມພະຍັນຊະນະ ທີ່ປະກອບດ້ວຍສະຫຼະ xະ ລົງຂ້າງໜ້າຂອງພະ ຍາງເດີມ ເພື່ອສ້າງເປັນພະຍາງໜຶ່ງອີກ. ຕົວຢ່າງ: ນາບ ແປງເປັນ ຂະນາບ ຄອງ " ປະຄອງ ຊຸມ " ປະຊຸມ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


79 ສານ " ປະສານ ພັນ " ພະນັນ ພາດ " ພະລາດ 5) ຖ້າຄໍາໃດທີ່ມາຈາກພາສາປາລີ-ສັນສະກິດ ຊຶ່ງມີສອງ ຫຼືສາມພະຍາງຂຶ້ນໄປ ແລ້ວ ນັ້ນ ຕ້ອງປ່ຽນແປງພະຍັນຊະນະຕົ້ນຂອງຄໍາໃຫ້ເປັນສໍານຽງຂອງພາສາລາວ. ວິທີນີ້ເອີ້ນ ວ່າ ການປ່ຽນແປງພະຍາງຕົ້ນຂອງຄໍາ. ຕົວຢ່າງ: ອໍລະຫົນ ແປງເປັນ ອົນລະຫົນ ສາລະວົນ " ສົນລະວົນ ອຸສະຫະ " ອົດສາ 6) ແຜງຄໍາໃນພາສາຂະແມ ມາເປັນຄໍາລາວ ຕົວຢ່າງ: ຕັອມນຽບ ແປງເປັນ ທໍານຽບ ຕັອມເນະ " ຕໍານິ ຂລາງ " ຂັງ (ເຄື່ອງລາງຂອງຂັງ) ກັອມລັງ " ກໍາລັງ ກັອງວັອລ " ກັງວົນ ຕຣັອງ " ຕົງ, ກົງ ຊຣານ " ສໍາລານ ບັອມເຣີ " ບໍາເລີ ໂຣລຶກ " ລະລຶກ ບັອງເກີດ " ບັງເກີດ ບັອມບັດ " ບໍາບັດ ປຣໍຊຸມ " ປະຊຸມ ປຣໍມອລ " ປະມວນ ປຣໍເມິລ " ປະເມີນ ພໍານັກ " ພັກ ໂຣບຽບ " ລະບຽບ ຈັອມນຸມ " ຊຸມນຸມ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


80 7) ແປງຄໍາອຸປະສັກ ຄໍາອຸປະສັກ ແມ່ນຄໍາທີ່ປະກອບເຂົ້າໜ້າຄໍານາມ ແລະ ຄໍາກໍາມະ (ກິລິຍາ) ເພື່ອ ອະທິບາຍ ຫຼື ຂະຫຍາຍຄໍານາມ ແລະ ຄໍາກໍາມະໃຫ້ແຈ້ງຂຶ້ນຕື່ມ. ການແປງຄໍາອຸປະສັກ ທີ່ໃຊ້ນໍາໜ້າຄໍາປາລີ-ສັນສະກິດມີດັ່ງຕໍ່ໄປນີ້: ສຸພາວະ ແປງເປັນ ສຸພາບ, ໂສພາບ (ຮຽບຮ້ອຍ) ສຸຈຣິຕະ " ສຸຈະລິດ (ສັດຊື່) ສຸພາສິຕະ " ສຸພາສິດ (ຄໍາເວົ້າອັນດີ) ທຸຊະນະ " ທຸລະຊົນ, ທໍລະຊົນ (ຄົນຊົ່ວ) ທຸຈະຣິຕະ " ທຸຈະລິດ (ບໍ່ສັດຊື່) ນິທຸກຂະ " ນິລະທຸກ (ປາສະຈາກຄວາມທຸກ) ນິໂທສະ " ນິລະໂທດ (ຍົກໂທດໃຫ້) ນິຣະພະຍະ " ນິລະໄພ (ບໍ່ມີອັນຕະລາຍ) ນິຣະນາມະ " ນິລະນາມ (ບໍ່ມີຊື່) ນິຣະຄຸນະ, ເນຣະຄຸນະ " ເນລະຄຸນ (ບໍ່ຮູ້ບຸນຄຸນ) ສັງຈະຣະ " ສັນຈອນ (ການທຽວໄປມາຮ່ວມກັນ) ວິວິທະ+ພັນດະ " ພິພິທະພັນ (ຂອງຕ່າງໆທີ່ໂຮມໄວ້ເພື່ອປະ ໂຫຍດໃນການສຶກສາ) ອະຕິຕະ " ອະດີດ (ເວລາທີ່ລ່ວງໄປແລ້ວ) ອະນາຄະຕະ " ອະນາຄົດ (ເວລາທີ່ຍັງບໍ່ທັນມາເຖິງ) ອະນຸຊະ " ອະນຸຊາ (ນ້ອງ) ອະທັມມະ " ອະທໍາ (ບໍ່ມີສິນທໍາ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


81 8) ແປງຄໍາປັດໄຈ ຄໍາປັດໄຈ ແມ່ນຄໍາທີ່ໃຊ້ປະກອບ ຫຼື ຕໍ່ທ້າຍຄໍາ. ການແປງຄໍາປັດໄຈທີ່ໃຊ້ຕໍ່ທ້າຍ ຄໍາປາລີ-ສັນສະກິດມີດັ່ງຕໍ່ໄປນີ້: ຕົວຢ່າງ: ນາຍະກະ ແປງເປັນ ນາຍົກ (ຫົວໜ້າ, ຜ້ ູນໍາ) ປູຊະອະນີຍະ " ປູຊະນີຍະ (ຄວນບູຊາ) ທັດສະອະນີຍະ " ທັດສະນີຍະ (ເປັນຕາເບິ່ງ) ຄະມະນາຄົມ " ຄົມມະນາຄົມ (ການໄປການມາ) ປະເຣສະອະນີຍະ " ໄປສະນີ (ວິທີການສົ່ງໜັງສື ແລະ ຫີບຫໍ່ສິ່ງຂອງ ໂດຍມີອົງການທີ່ຕັ້ງຂຶ້ນເປັນຜູ້ຮັບສົ່ງ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


82 ບົດທີ 9 ວ່າດ້ວຍສົນທິ 1. ຄວາມໝາຍ ສົນທິແມ່ນການເອົາຄໍາເຄົ້າພາສາປາລີ ແລະ ສັນສະກິດຕັ້ງແຕ່ສອງຄໍາຂຶ້ນໄປມາເຊື່ອມຕໍ່ ເຂົ້າກັນໃຫ້ເປັນຄໍາດຽວ ໂດຍມີການປ່ຽນແປງສະຫຼະ ຫຼື ພະຍັນຊະນະ ເຮັດໃຫ້ສຽງພະຍາງຫຼັງ ຂອງຄໍາໜ້າກົມກືນກັບສຽງພະຍາງໜ້າຂອງຄໍາຫຼັງ. 2. ປະເພດ ສົນທິມີ 3 ປະເພດ ຄື: ສະຫຼະສົນທິ, ພະຍັນຊະນະສົນທິ ແລະ ນິກຄະຫິດສົນທິ ຊຶ່ງມີຫຼັກການ ໃນການສົນທິດັ່ງຕໍ່ໄປນີ້. 3. ຫຼັກການສົນທິ 3.1 ສະຫຼະສົນທິ ສະຫຼະສົນທິ ແມ່ນການເຊື່ອມຕໍ່ສະຫຼະກັບສະຫຼະ. ພະຍາງຫຼັງຂອງຄໍາໜ້າລົງທ້າຍ ດ້ວຍສຽງສະຫຼະ ແລະ ພະຍາງໜ້າຂອງຄໍາຫຼັງກໍຂຶ້ນຕົ້ນດ້ວຍສະຫຼະ. ສະຫຼະຫຼັງຂອງຄໍາໜ້າ ເອີ້ນວ່າສະຫຼະໜ້າ ແລະ ສະຫຼະໜ້າຂອງຄໍາຫຼັງເອີ້ນວ່າສະຫຼະຫຼັງ. ຕົວຢ່າງ: ກໍາມະ + ອາຊີບ = ກໍາມາຊີບ ກ. ໝວດຄໍາທີ່ມີສະຫຼະໜ້າແມ່ນ xະ ຫຼື xາ 1) ຖ້າສະຫຼະຫຼັງແມ່ນ xະ ຫຼື xາ ໃຫ້ໂຮມເຂົ້າກັນເປັນ xາ ຕົວດຽວ ຕົວຢ່າງ: ສຸຂະ + ອະພິປາລະ = ສຸຂາພິບານ (ການຮັກສາສຸຂະພາບ) ກໍາມະ + ອະທິການ = ກໍາມາທິການ ( ກໍາມະການສູງສຸດ) ຣາຊະ + ອະທິຣາຊະ = ລາຊາທິລາດ (ການປົກຄອງໂດຍຖືຜູ້ປົກຄອງເປັນໃຫຍ່) ພະລະ + ອະທິການ = ພະລາທິການ (ກົມພະລາທິການກອງທັບ) ປັນນະ + ອະທິການ = ບັນນາທິການ (ຜູ້ກວດແກ້) ທັນຍະ + ອາຫານ = ທັນຍາຫານ (ອາຫານປະເພດຜັກ) ອະນະ + ອາມະຍະ = ອະນາໄມ (ຄວາມສະອາດ, ຄວາມບໍ່ມີໂລກ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


83 ເສວະກະ + ອາມາດ = ເສວະກະມາດ (ຂ້າລາຊະການໃນລາຊະວັງ ແລະ ອາມາດ) ກໍາມະ + ອາຊີບ = ກໍາມາຊີບ (ອາຊີບການອອກແຮງງານ) ທະນະ + ອາຄານ = ທະນາຄານ (ບ່ອນດໍາເນີນກິດຈະການດ້ານການເງິນ) ພັດຕະ + ອາຄານ = ພັດຕາຄານ (ຮ້ານອາຫານ) ຈິດຕະ + ອານຸພາບ = ຈິດຕານຸພາບ (ອໍານາດແຫ່ງຈິດ) ສິລະປະ + ອາກອນ = ສິລະປາກອນ (ບ່ອນເກີດແຫ່ງສິລະປະ) ມັງສະ + ອາຫານ = ມັງສາຫານ (ອາຫານປະເພດຊີ້ນ) ຄະມະນະ + ອາຄົມ = ຄະມະນາຄົມ, ຄົມມະນາຄົມ (ການຂົນສົ່ງໄປ-ມາ) ປະຊາ + ອະພິປານ = ປະຊາພິບານ (ການປົກຄອງຊາວເມືອງ) ປະຊາ + ອະທິປະໄຕ = ປະຊາທິປະໄຕ (ປະຊາຊົນເປັນໃຫຍ່) ອັດຕາ + ອະທິປະໄຕ = ອັດຕາທິປະໄຕ (ຖືຕົນເອງເປັນໃຫຍ່) ເສນາ + ອະທິການ = ເສນາທິການ (ກອງທະຫານ) ມະຫາ + ອານິສົງ = ມະຫານິສົງ (ຜົນບຸນອັນໃຫຍ່ຫຼວງ) ວິທະຍາ + ອາລະຍະ = ວິທະຍາໄລ (ສະຖານການສຶກສາຂັ້ນຕໍ່າກວ່າມະຫາ ວິທະຍາໄລ) 2) ຖ້າສະຫຼະຫຼັງແມ່ນໄມ້ກັນ ( x ັ) ແລະ ມີຕົວສະກົດໃຫ້ໂຮມເຂົ້າກັນເປັນໄມ້ກັນ ( x ັ ) ຕົວດຽວ ຕົວຢ່າງ: ນິຣະ + ອັນຕະຣະ = ນິລັນດອນ (ຊົ່ວຟ້າດິນສະຫຼາຍ, ບໍ່ມີທີ່ສິ້ນສຸດ) ມະຫາ + ອັນນົບ = ມະຫັນນົບ (ແມ່ນໍ້າໃຫຍ່, ທະເລໃຫຍ່) ມະຫາ + ອັນຕະລາຍ = ມະຫັນຕະລາຍ (ອັນຕະລາຍໃຫຍ່) ມະຫາ + ອັນທະກາຣະ = ມະຫັນທະການ (ຄວາມມືດມົວທີ່ໃຫຍ່ຫຼວງ) ມະຫາ + ອັດສະຈັນ = ມະຫັດສະຈັນ (ຄວາມງຶດງໍ້ຫຼາຍ ຫຼື ຢ່າງໃຫຍ່) ປະຣະມາ + ອັດຖະ = ປະລະມັດຖະ (ຂໍ້ຄວາມລະອຽດ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


84 3) ຖ້າສະຫຼະຫຼັງແມ່ນ x ິຫຼື x ີມີຕົວສະກົດໃຫ້ໂຮມເຂົ້າກັນເປັນ x ິຫຼື x ີ, ຖ້າບໍ່ມີຕົວສະກົດ ໃຫ້ແປງເປັນ ເx ຕົວຢ່າງ: ຊະນະ + ອິນທະ = ຊະນິນທະ (ຜູ້ເປັນໃຫຍ່ແຫ່ງຄົນທັງຫຼາຍ, ເຈົ້າຊີວິດ) ນະຣະ + ອິນທະ = ນະລິນທະ, ນະລິນ, ນໍລິນ (ຈອມຄົນ, ເຈົ້າແຜ່ນດິນ) ມະຫາ + ອິສິ = ມະເຫສີ (ເມຍໃຫຍ່, ເມຍກົກ, ເມຍເຈົ້າຊີວິດ) ນະຣະ + ອິສວນ = ນະເລສວນ (ພະເຈົ້ານະເລສວນ) 4) ຖ້າສະຫຼະຫຼັງແມ່ນ x ຸຫຼື x ູໃຫ້ໂຮມເຂົ້າກັນເປັນ x ຸຫຼື x ູ ຫຼື ແປງເປັນ ໂx ກໍໄດ້ ຕົວຢ່າງ: ມັກຄະ + ອຸເທສະ = ມັກຄຸເທດ (ຜູ້ບອກທາງ, ຜູ້ນໍາທ່ຽວ) ຣາຊະ + ອຸປະຖໍາ = ລາຊູປະຖໍາ (ການຄໍ້າຊູຂອງພະລາຊາ) ເອກະ + ອຸດຕະຣະ = ເອກຸດຕະລະ (ຄວາມເປັນຍອດຍິ່ງ, ເກີນໜຶ່ງ) ນະຣະ + ອຸດຕະມະ = ນະໂລດົມ (ຄົນຜູ້ສູງສຸດ) ອະຣຸນະ + ອຸທະຍະ = ອະລຸນໂນໄທ (ຍາມເຊົ້າ, ຍາມຕາເວັນເລີ່ມຂຶ້ນ) ຍຸດທະ + ອຸປາຍະ = ຍຸດໂທບາຍ (ວິທີຕໍ່ສູ້, ວິທີສູ້ຮົບ) ນະຍະ + ອຸປາຍະ = ນະໂຍບາຍ (ວິທີການປະຕິບັດຕ່າງຈາກລະບຽບ) 5) ຖ້າສະຫຼະຫຼັງແມ່ນ ເx, ໄx, ໂx, ເx ົາ ໃຫ້ໂຮມເຂົ້າກັນເປັນ ເx, ໄx, ໂx, ເx ົາ ຕົວຢ່າງ: ມະຫາ + ເອລາວັນ = ມະເຫລາວັນ (ຊ້າງໃຫຍ່, ຊ້າງ 3 ຫົວໃນນິຍາຍ) ໂພຄະ + ໄອສະຫວັນ = ໂພໄຄສະຫວັນ (ຊັບສົມບັດ) ມະຫາ + ໂອລານ = ມະໂຫລານ (ຍິ່ງໃຫຍ່, ກວ້າງໃຫຍ່, ຄຶກຄື້ນ) ມະຫາ + ໂອສົດ = ມະໂຫສົດ (ຢາສັກສິດ, ຊື່ພະໂພທິສັດຊາດໜຶ່ງ) ມະຫາ + ເອົາລານ = ມະເຫົາລານ (ຄວາມມ່ວນຊື່ນຫຼາຍ) ໝາຍເຫດ: ສໍາລັບຕ ົວ ອ ບໍ່ອອກສຽງຈຶ່ງຈັດເປັນພະຍັນຊະນະທີ່ອາໄສສະຫຼະ. ດັ່ງນັ້ນ, ຈຶ່ງຈັດວ່າ ເປັນການຕໍ່ເຂົ້າກັບສະຫຼະ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


85 ຂ. ໝວດຄໍາທີ່ມີສະຫຼະໜ້າແມ່ນ x ິຫຼື x ີ 1) ຖ້າສະຫຼະຫຼັງແມ່ນ x ິຫຼື x ີໃຫ້ໂຮມເຂົ້າກັນເປັນ x ິຫຼື x ີຕົວໃດຕົວໜຶ່ງ ກໍໄດ້ ຕົວຢ່າງ: ທໍລະນີ+ ອິນທະ = ທໍລະນິນທະ (ຜູ້ເປັນໃຫຍ່ໃນແຜ່ນດິນ, ເຈົ້າແຜ່ນດິນ) ມຸນິ + ອິນທະ = ມຸນິນທະ (ຈອມນັກປາດ ໝາຍເຖິງພະພຸດທະເຈົ້າ) ໂກສີ + ອິນທະ = ໂກສິນທະ (ເທບພະເຈົ້າແຫ່ງສາສະໜາພາມ) 2) ຖ້າສະຫຼະຫຼັງແມ່ນສະຫຼະອື່ນນອກຈາກ x ິຫຼື x ີໃຫ້ແປງ x ິຫຼື x ີເປັນຕົວ ຍ ກ່ອນ ແລ້ວ ຈຶ່ງໂຮມເຂົ້າກັນ ຕົວຢ່າງ: ອັກຄີ ແປງເປັນ ອັກຄະຍະ + ອາຄາຣະ = ອັກຄະຍາຄານ (ເຮືອນໄຟ) ສາມັກຄີແປງເປັນ ສາມັກຄະຍະ + ອາຈາຣ = ສາມັກຄະຍາຈານ (ຄວາມ ພ້ອມພຽງຂອງອາຈານ) ຣັຕຕິ ແປງເປັນ ຣັດຕະຍະ + ໂອພາສະ = ລັດຕະໂຍພາດ (ແສງສະ ຫວ່າງໃນຍາມກາງຄືນ: ແສງ ເດືອນ, ແສງດາວເປັນຕົ້ນ) ມະຕິ ແປງເປັນ ມະຕະຍະ + ອະທິປາຍະ = ມັດຕະຍາທິບາຍ (ການຊີ້ ແຈງ ຫຼື ການອະທິບາຍ ຕາມການຕົກລົງກັນ, ຕາມ ຄວາມເຫັນ) ກິດຕິ ແປງເປັນ ກິດຕະຍະ + ອາກະຣະ = ກິດຕະຍາກອນ (ບໍ່ເກີດ ແຫ່ງຊື່ສຽງ) ຣະຕິ ແປງເປັນ ຣັດຕະຍະ + ອາຣະມະນະ = ລັດຕະຍາລົມ (ຄວາມຮູ້ ສຶກແຫ່ງຄວາມຮັກ, ອາລົມ ພໍໃຈ) ມາລີ ແປງເປັນ ມາລະຍະ + ອາພະຣະນະ = ມາລະຍາພອນ (ເຄື່ອງປະ ດັບດ້ວຍດອກໄມ້) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


86 ຄ. ໝວດຄໍາທີ່ມີສະຫຼະໜ້າແມ່ນ x ຸຫຼື x ູ 1) ຖ້າສະຫຼະແມ່ນ x ຸຫຼື x ູສົນທິກັບ x ຸຫຼື x ູໃຫ້ໂຮມເຂົ້າກັນເປັນ x ຸຫຼື x ູ ຕົວຢ່າງ: ຄະຣຸ + ອຸປະກອນ = ຄະລູປະກອນ (ເຄື່ອງມືຂອງຜູ້ສອນ, ສື່ການສອນຂອງຄູ) ຄະຣຸ + ອຸປະເທສະ = ຄະລູປະເທດ (ຄໍາແນະນໍາສັ່ງສອນຂອງຄູ) ຄະຣຸ + ອຸປະຖໍາ = ຄະລູປະຖໍາ (ຄວາມດູແລເບິ່ງແຍງຂອງຄູ) 2) ຖ້າສະຫຼະຫຼັງແມ່ນສະຫຼະອື່ນນອກຈາກ x ຸຫຼື x ູໃຫ້ແປງ x ຸຫຼື x ູເປັນຕົວ ວ ກ່ອນ ແລ້ວ ຈຶ່ງໂຮມເຂົ້າກັນ ຕົວຢ່າງ: ສິນທຸ ແປງເປັນ ສິນທະວະ + ອາຈາຣະຍະ = ສິນທະວາຈານ (ຜູ້ຝຶກມ້າ) ຈັກຂຸ ແປງເປັນ ຈັກຂະວະ + ອາພາສະ = ຈັກຂະວາພາດ (ເຈັບຕາ) ຈັກຂຸ ແປງເປັນ ຈັກຂະວະ + ອາຍາຕະນະ = ຈັກຂະວາຍະຕະນະ (ຄວາມຮັບຮູ້ ທາງຕາ) ເຫຕຸ ແປງເປັນ ເຫຕະວະ + ອະເນກະ = ເຫຕະວາເນກ (ຫຼາຍເລື່ອງ, ຫຼາຍເຫດ ການ) ທະນຸ ແປງເປັນ ທະນະວະ + ອາຄົມ = ທັນວາຄົມ (ເດືອນທັນວາ) 3.2 ພະຍັນຊະນະສົນທິ ພະຍັນຊະນະສົນທິແມ່ນການເຊື່ອມຕໍ່ຄໍາສອງຄໍາເຂົ້າກັນດ້ວຍພະຍັນຊະນະ ຊຶ່ງມີວິທີ ດັ່ງນີ້: 1) ລົບພະຍັນຊະນະ ຖ້າພະຍັນຊະນະຊ້ອນກັນສອງຕົວໃຫ້ລົບຕົວໜຶ່ງອອກ (ຖ້າມີພະຍັນຊະນະຊ້ອນກັນຢູ່ ສອງຕົວ ຊຶ່ງຕົວໜຶ່ງເປັນຕົວສະກົດ ແລະ ຕົວໜຶ່ງເປັນຕົວແກນ ໃຫ້ລົບຕົວສະກົດຂອງພາ ສາປາລີອອກ ແລ້ວໃຊ້ຕົວສະກົດລາວແທນບ່ອນນັ້ນ ໂດຍໃຫ້ຖືກຕ້ອງຕາມແມ່ສະກົດທັງ ແປດຂອງພາສາລາວ). ຕົວຢ່າງ: ປຸພພ + ກາຣີ = ບຸບພະກາລີ (ຄົນຜູ້ມີບຸນຄຸນ, ຜູ້ມີພະຄຸນ) ຣັຕຖະ + ປາລະ = ລັດຖະບານ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


87 2) ວິທີຕື່ມ ຫຼື ເພີ່ມພະຍັນຊະນະ ຖ້າມີສະຫຼະຢູ່ຫຼັງໃຫ້ຕື່ມພະຍັນຊະນະຕົວໃດຕົວໜຶ່ງ ຄື: ລ ຍ (ญ) ທ ຕົວຢ່າງ: ຈະຕຸ + ອັງຄະ = ຈະຕຸລົງ (ອົງປະກອບ 4 ຢ່າງ ຄື ກອງຊ້າງ, ກອງມ້າ, ກອງລົດ ແລະ ກອງທະຫານ) ນິຣະ + ພະຍະ = ນິລະໄພ (ບໍ່ມີໄພ) ອຸ + ອາຫຣ = ອຸທາຫອນ (ຕົວຢ່າງ, ສິ່ງທີ່ຍົກຂຶ້ນມາເປັນຕົວຢ່າງ) 3) ການແປງພະຍັນຊະນະ ການແປງພະຍັນຊະນະ ມີ 2 ຢ່າງ ຄື: (1) ແປງພະຍັນຊະນະຄູ່ເຊັ່ນ: ປະຕິເປັນ ປັຈຈະ ຕົວຢ່າງ: ປະຕິ + ເອກະ ເປັນ ປັດເຈກະ (ພະພຸດທະເຈົ້າ) ປະຕິ + ອຸປປັນນະ ເປັນ ປັດຈຸບັນ (ດຽວນີ້) (2) ແປງພະຍັນຊະນະດ່ຽວ • ແປງ ຕ ເປັນ ທ ຕົວຢ່າງ: ຄັນຕັພພະ ເປັນ ຄັນທັບພະ (ເທວະດາທີ່ຊ່ຽວຊານທາງດ້ານສິລະປະ) • ແປງ ຣ ເປັນ ລ ແລ້ວແປງເປັນ ນ ຕົວຢ່າງ: ມະຫາສາຣ ເປັນ ມະຫາສາລະ = ມະຫາສານ (ປະໂຫຍດຫຼາຍ) 4) ການຊ້ອນພະຍັນຊະນະ − ຊ້ອນ ญ: ກະຕະ + ญ ູເປັນ ກຕັญญູ= ກະຕັນຍູ (ຮູ້ບຸນຄຸນ) − ຊ້ອນ ญ: ປຣິ + ญາ ເປັນ ປຣິญญາ = ປະລິນຍາ (ຄວາມຮອບຮູ້) − ຊ້ອນ ญ: ປ + ญາ ເປັນ ປັญญາ = ປັນຍາ (ຄວາມຮູ້, ຄວາມສະຫຼາດ) − ຊ້ອນ ญ: ວິ + ญາณ ເປັນ ວິญญາณ = ວິນຍານ (ເຄື່ອງຮັບຮູ້ທີ່ມີຢູ່ໃນຕົວຄົນເຮົາ) 3.3 ນິກຄະຫິດສົນທິ ນິກຄະຫິດສົນທິ ແມ່ນການເຊື່ອມຕໍ່ຄໍາສອງຄໍາໃຫ້ເຂົ້າເປັນຄໍາດຽວ ດ້ວຍການປ່ຽນແປງ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


88 ນິກຄະຫິດ. ໝາຍຄວາມວ່າ ພະຍາງຫຼັງຂອງຄໍາໜ້າເປັນນິກຄະຫິດ. ກ່ອນຈະຕໍ່ເຂົ້າກັນຕ້ອງ ປ່ຽນນິກຄະຫິດເປັນພະຍັນຊະນະ ໂດຍອີງຕາມຫຼັກການຂອງນິກຄະຫິດສົນທິ. ຮູບນິກຄະ ຫິດເປັນແບບນີ້x ໍໃຫ້ອ່ານວ່າ ອັງ. 1) ເມື່ອນິກຄະຫິດຕໍ່ກັບສະຫຼະ ຕ້ອງແປງນິກຄະຫິດເປັນຕົວ ມ ຕົວຢ່າງ: ສໍປ່ຽນເປັນ ສມອ່ານວ່າສະມະ+ ອາຄົມ ເປັນ ສະມາຄົມ (ການປະຊຸມ, ການເຂົ້າ ຮ່ວມໝູ່, ການໄປມາຫາສູ່ກັນ) ສໍປ່ຽນເປັນ ສມອ່ານວ່າສະມະ+ ອາທານ ເປັນ ສະມາທານ (ການຖືເອົາຂໍ້ປະຕິບັດ ສະມາທານສິນ, ການຕັ້ງໝັ້ນໃນ ສິນ) ສໍປ່ຽນເປັນ ສມອ່ານວ່າສະມະ+ ອາຈາຣະ ເປັນ ສະມາຈານ (ການປະພຶດພິດໃນ ກາມຕາມຮີດຄອງປະເພນີຜົວເມຍ) ສໍປ່ຽນເປັນ ສມອ່ານວ່າສະມະ+ ໂອສະຣະ ເປັນ ສະໂມສອນ (ບ່ອນປະຊຸມ, ຫໍ ປະຊຸມ, ບ່ອນເຕົ້າໂຮມກັນ, ບ່ອນຮວມກັນ) 2) ເມື່ອນິກຄະຫິດຕໍ່ເຂົ້າກັບພະຍັນຊະນະວັກ ໃຫ້ແປງນິກຄະຫິດເປັນພະຍັນຊະນະຕົວ ສຸດທ້າຍຂອງວັກ ນັ້ນກ່ອນ ແລ້ວຈຶ່ງຕໍ່ກັນ. ຕົວຢ່າງ: ສໍ ປ່ຽນເປັນສງ ອ່ານວ່າສັງ + ຄະມະ ເປັນ ສັງຄົມ (ການຄົບຫາສະມາຄົມກັນ) ສໍ ປ່ຽນເປັນສງ ອ່ານວ່າສັງ + ກະຣະ ເປັນ ສັງກອນ (ຄວາມກ່ຽວຂ້ອງ, ຄວາມ ສັບປົນ ເຊັ່ນ ສັງກອນປະໂຫຍກ) ສໍ ປ່ຽນເປັນສນ ອ່ານວ່າສັນ + ຈະຣະ ເປັນ ສັນຈອນ (ເດີນໄປ, ທ່ຽວໄປເຊັ່ນການ ສັນຈອນໄປມາຕາມທ້ອງຖະໜົນ) ສໍ ປ່ຽນເປັນສນ ອ່ານວ່າສັນ + ນິວາສະເປັນ ສັນນິວາດ (ການຢູ່ຮ່ວມກັນເຊັ່ນ ບຸບເພສັນນິວາດເຄີຍຢູ່ຮ່ວມກັນໃນ ຊາດກ່ອນ) ສໍ ປ່ຽນເປັນສນ ອ່ານວ່າສັນ + ຖານະ ເປັນ ສັນຖານ (ຮູບຮ່າງ, ລັກສະນະ, ວາດ ຊົງເຊັ່ນ ພູມສັນຖານປະເທດລາວ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


89 ສໍ ປ່ຽນເປັນສມ ອ່ານວ່າສັມ + ພາສະ ເປັນ ສໍາພາດ (ແລກປ່ຽນຄວາມຄິດເຫັນ, ເວົ້ານໍາກັນ, ເວົ້າຕໍ່ກັນ, ຈາລະຈາກັນ) ສໍ ປ່ຽນເປັນສມ ອ່ານວ່າສົມ + ມະຕິ ເປັນ ສົມມຸດ (ຕົກລົງກັນ, ບັນຍັດຂຶ້ນ, ຕັ້ງ ຂຶ້ນ, ການກໍານົດຕັ້ງຂຶ້ນ, ການເຫັນດີ ພ້ອມກັນຕັ້ງຂຶ້ນ, ຄວາມຍິນດີນໍາກັນ) 3) ເມື່ອນິກຄະຫິດຕໍ່ກັບພະຍັນຊະນະວັກເສດ ໃຫ້ແປງນິກຄະຫິດເປັນຕົວ ງ ແລ້ວຈຶ່ງຕໍ່ເຂົ້າກັນ ຕົວຢ່າງ: ສໍ ປ່ຽນເປັນ ສງ ອ່ານວ່າສັງ + ຫຣ ເປັນ ສັງຫອນ (ຄວາມບັນດົນໃຈ, ເຫດທີ່ເກີດ ຂຶ້ນ ໂດຍບັງເອີນ, ລາງສັງຫອນ) ສໍ ປ່ຽນເປັນ ສງ ອ່ານວ່າສັງ + ຄມ ເປັນ ສັງຄົມ (ການຄົບຫາສະມາຄົມກັນ) ສໍ ປ່ຽນເປັນ ສງ ອ່ານວ່າສັງ + ວຣ ເປັນ ສັງວອນ (ຄວາມລະວັງຕົວ, ຄວາມ ສະຫງົບ ສະຕິອາລົມ) ສໍ ປ່ຽນເປັນ ສງ ອ່ານວ່າສັງ + ໂຍຄ ເປັນ ສັງໂຍກ (ການປະກອບເຂົ້າ, ການ ສະກົດຕົວໜັງສື) ສໍ ປ່ຽນເປັນ ສງ ອ່ານວ່າສົງ + ສາຣ ເປັນ ສົງສານ (ຄວາມອີດູກູນາ, ການວົນວຽນ ຂອງ ຊີວິດ, ໂລກເມືອງຄົນ) ສໍ ປ່ຽນເປັນ ສງ ອ່ານວ່າສັງ + ຫາຣ ເປັນ ສັງຫານ (ຂ້າ, ທໍາລາຍຊີວິດ) ສໍ ປ່ຽນເປັນ ສງ ອ່ານວ່າສັງ + ສັນ ເປັນ ສັງສັນ (ພົບປະສົນທະນາ, ທໍາຄວາມ ລຶ້ງແກວ່ນ) ໝາຍເຫດ: ພະຍັນຊະນະວັກໃນພາສາປາລີ ກ ວັກ: ก ข ค ฆ ง จ ວັກ: จ ฉ ช ฌ ญ ฏ วัก: ฏ ๗ ฑ ฒ ณ ต วัก: ต ถ ท ธ ນ ป วัก: ป ผ พ ภ ม เสดวัก: ย ร ล ว ส ห ฬ xฦ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


90 ບົດທີ 10 ການໃຊ້ອັກສອນຫຍໍ້ 1. ຄວາມໝາຍ ແລະ ຮູບແບບຂອງອັກສອນຫຍໍ້ 1.1 ຄວາມໝາຍຂອງອັກສອນຫຍໍ້ ອັກສອນຫຍໍ້ແມ່ນຕົວອັກສອນທີ່ໃຊ້ຂຽນຫຍໍ້ຄໍາໃຫ້ສັ້ນລົງ ເພື່ອຄວາມສະດວກໃນ ການຂຽນ ໂດຍຈະໃຊ້ເຄື່ອງໝາຍຈໍ້າໃສ່ໄວ້ທ້າຍຂອງຕົວອັກສອນຫຍໍ້ ຫຼື ບໍ່ໃຊ້ກໍໄດ້. ຕາມຫຼັກການຂອງພາສາລາວ ທີ່ໃຊ້ກັນມາແຕ່ບູຮານນະການນັ້ນ, ເວລາຂຽນອັກສອນ ຫຍໍ້ຕ້ອງໃສ່ຈໍ້າ ເພື່ອປ້ອງກັນບໍ່ໃຫ້ກາຍເປັນຄວາມໝາຍອື່ນ ໂດຍສະເພາະແມ່ນອັກສອນ ຫຍໍ້ທີ່ມີຕົວ ວ ແລະ ຕົວ ອ ຢູ່ກາງ. ປັດຈຸບັນ, ການຂຽນອັກສອນຫຍໍ້ທີ່ມີ 2 ຕົວຂຶ້ນໄປຈະບໍ່ ນິຍົມໃສ່ເຄື່ອງໝາຍຈໍ້າ ທັງນີ້ກໍເພື່ອຄວາມວ່ອງໄວ, ປະຢັດເວລາ ແລະ ເນື້ອທີ່. ແຕ່ອັກສອນ ຫຍໍ້ທີ່ມີຕົວດຽວກໍຍັງຮັກສາການໃສ່ເຄື່ອງໝາຍຈໍ້າໃສ່ໄວ້ຢູ່ ເພື່ອບໍ່ໃຫ້ຫຼົງກັບຄໍາທີ່ຢູ່ໃກ້ຄຽງ. 1.2 ຮູບແບບຂອງອັກສອນຫຍໍ້ ຕົວອັກສອນຫຍໍ້ມີຫຼາຍຮູບແບບ, ແຕ່ທີ່ໃຊ້ເປັນທາງການມີ 3 ຮູບແບບດັ່ງລຸ່ມນີ້: ຮູບແບບທີ 1: ໃສ່ຈໍ້າລະຫວ່າງກາງອັກສອນຫຍໍ້ ຕົວຢ່າງ: ຄ.ສ (ຄຣິດຕະສັກກະລາດ) ພ.ສ (ພຸດທະສັກກະລາດ) ສ.ປ.ປ ລາວ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ຮູບແບບທີ 2: ໃສ່ຈໍ້າທ້າຍ ຕົວຢ່າງ: ທ. (ທ້າວ) ນ. (ນາງ) ບ. (ບ້ານ) ມ. (ເມືອງ) ຂ. (ແຂວງ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


91 ເມື່ອມີອັກສອນຫຍໍ້ຫຼາຍຕົວ (2 ຕົວຂຶ້ນໄປ) ໃຫ້ຈໍ້າທີ່ຕົວສຸດທ້າຍພຽງຈໍ້າດຽວ. ຕົວຢ່າງ: ສປປ. ລາວ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ອຈ. (ອາຈານ) ສຈ. (ສາດສະດາຈານ) ຮູບແບບທີ 3: ບໍ່ໃສ່ຈໍ້າ ແຕ່ໃຫ້ຍະຫວ່າງທາງໜ້າ ແລະ ຫຼັງອັກສອນຫຍໍ້ທີ່ຕິດຄໍາ (ອັກສອນຫຍໍ້ແຕ່ 2 ຕົວຂຶ້ນໄປ), ສ່ວນຕົວອັກສອນຫຍໍ້ໃຫ້ຂຽນຕິດກັນ ຕົວຢ່າງ: ຄສ (ຄຣິດຕະສັກກະລາດ) ພສ (ພຸດທະສັກກະລາດ) ສປປ ລາວ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ເມື່ອມີອັກສອນຫຍໍ້ຫຼາຍກຸ່ມຕ້ອງໃສ່ຈໍ້າຂັ້ນລະຫວ່າງກຸ່ມ. ຕົວຢ່າງ: ຮສ.ປອ (ຮອງສາດສະດາຈານ ປະລິນຍາເອກ) ສຈ.ດຣ (ສາດສະດາຈານ ດອກເຕີ) ອຈ.ປທ (ອາຈານ ປະລິນຍາໂທ) 2. ວິທີຂຽນອັກສອນຫຍໍ້ 2.1 ໃຊ້ພະຍັນຊະນະຕົ້ນຂອງພະຍາງທໍາອິດຂອງຄໍາເປັນຕົວຫຍໍ້ 1) ຖ້າເປັນຄໍາດຽວໃຫ້ໃຊ້ຕົວຫຍໍ້ຕົວດຽວເຖິງວ່າຄໍານັ້ນຈະມີຫຼາຍພະຍາງກໍຕາມ. ຕົວຢ່າງ 1: ຄໍາທີ່ມີພະຍາງດຽວ ທ້າວ ຫຍໍ້ເປັນ ທ. ນາງ î ນ. ບ້ານ î ບ. ເມືອງ î ມ. ແຂວງ î ຂ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


92 ຕົວຢ່າງ 2: ຫຍໍ້ຄໍາທີ່ມີຫຼາຍພະຍາງ ປະຖົມ ຫຍໍ້ເປັນ ປ. ມັດທະຍົມ íí ມ. ຄຸນນາມ íí ຄ. ກໍາມະ íí ກ. 2) ຖ້າໃຊ້ຕົວຫຍໍ້ພຽງຕົວດຽວແລ້ວເຮັດໃຫ້ເກີດຄວາມສັບສົນ ອາດຈະໃຊ້ພະຍັນຊະນະ ຕົ້ນຂອງຄໍາຖັດໄປເປັນຕົວຫຍໍ້ຕື່ມກໍໄດ້. ຕົວຢ່າງ: ອາຈານ ຫຍໍ້ເປັນ ອຈ ຕໍາຫຼວດ íí ຕຫຼ ທະຫານ íí ທຫ 3) ຄໍາມີຫຼາຍພະຍາງໃຫ້ຮັກສາພະຍັນຊະນະຕົ້ນຂອງພະຍາງແຮກ ແລະ ພະຍັນຊະນະ ຕົ້ນຂອງພະຍາງທ້າຍຄໍາໄວ້ເປັນຕົວຫຍໍ້. ຕົວຢ່າງ: ສາດສະດາຈານ ຫຍໍ້ເປັນ ສຈ ບັນນາທິການ íí ບກ ວັດທະນະທໍາ íí ວທ ສະຖານທູດ íí ສທ 2.2 ການຫຍໍ້ຄໍາສະໝາດ ແລະ ຄໍາປະສົມ 4) ຖ້າເປັນຄໍາສະໝາດໃຫ້ຖືເປັນຄໍາດຽວ ແລະ ໃຊ້ພະຍັນຊະນະຕົ້ນຂອງພະຍາງທໍາອິດ ພຽງຕົວດຽວ. ຕົວຢ່າງ: ມະຫາວິທະຍາໄລ ຫຍໍ້ເປັນ ມ. ວິທະຍາໄລ íí ວ. 5) ຖ້າເປັນຄໍາປະສົມ ໃຊ້ພະຍັນຊະນະຕົ້ນຂອງແຕ່ລະຄໍາ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


93 ຕົວຢ່າງ: ໂຮງຮຽນ ຫຍໍ້ເປັນ ຮຮ ໂຮງໝໍ íí ຮໝ ຮ້ອຍເອກ íí ຮອ ຮ້ອຍໂທ íí ຮທ 6) ຖ້າຄໍາປະສົມປະກອບດ້ວຍຄໍາຫຼາຍຄໍາ ອາດຈະເລືອກສະເພາະພະຍັນຊະນະຕົ້ນຂອງ ຄໍາທີ່ເປັນໃຈຄວາມສໍາຄັນ ແຕ່ບໍ່ຄວນເກີນ 4 ຕົວ ຕົວຢ່າງ: ມັດທະຍົມສົມບູນ ຫຍໍ້ເປັນ ມສ ຊາວໜຸ່ມປະຊາຊົນປະຕິວັດລາວ î ຊປປລ ສະຫະປະຊາຊາດ î ສປຊ ທະນາຄານພັດທະນາລາວ î ທພລ ແຮງງານສະຫວັດດີການສັງຄົມ î ຮສສ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ î ປທສ 7) ຫຍໍ້ດ້ວຍການຮັກສາພະຍັນຊະນະຕົ້ນຂອງຄໍາຕົ້ນ ແລະ ພະຍາງທ້າຍຂອງຄໍາທ້າຍ. ຕົວຢ່າງ: ມະຫາວິທະຍາໄລສະຫວັນນະເຂດ ຫຍໍ້ເປັນ ມຂ 8) ຖ້າໃຊ້ພະຍັນຊະນະຕົ້ນຂອງແຕ່ລະຄໍາແລ້ວເຮັດໃຫ້ເກີດຄວາມສັບສົນ ກໍໃຫ້ໃຊ້ພະຍັນ ຊະນະຕົ້ນຂອງພະຍາງຖັດໄປແທນ. ຕົວຢ່າງ: ສາທາລະນະສຸກ ຫຍໍ້ເປັນ ສທ ສຶກສາທິການ î ສສ ຫ້ອງການ î ຫກ 2.3 ການຫຍໍ້ຄໍາທີ່ມີພະຍັນຊະນະປະສົມ 9) ຖ້າພະຍາງມີພະຍັນຊະນະປະສົມກໍຂຽນເປັນພະຍັນຊະນະປະສົມ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


94 ຕົວຢ່າງ: ຫຼວງພະບາງ ຫຍໍ້ເປັນ ຫຼບ ຈົດໝາຍ î ຈໝ (ສະໄໝກອນໃຊ ່ ຈມ) ້ 2.4 ການຫຍໍ້ຄໍາທີ່ມີອັກສອນຄວບ 10) ຄໍາທີ່ມີພະຍັນຊະນະຕົ້ນເປັນອັກສອນຄວບ ໃຫ້ໃຊ້ອັກສອນຕົວໜ້າຕົວດຽວ. ຕົວຢ່າງ: ກວາງ ຫຍໍ້ເປັນ ກ. ຝຣັ່ງ ຫຍໍ້ເປັນ ຝ. 2.5 ຕົວຫຍໍ້ບໍ່ຄວນໃຊ້ສະຫຼະ ຍົກເວັ້ນອັກສອນຫຍໍ້ທີ່ເຄີຍໃຊ້ມາກ່ອນຢ່າງເປັນທາງການແລ້ວ. 2.6 ຕົວຫຍໍ້ທີ່ມີຕົວດຽວ (ບໍ່ນັບຕົວເລກ) ຕ້ອງມີຈໍ້າກໍາກັບສະເໝີ, ສ່ວນຕົວຫຍໍ້ທີ່ມີຕັ້ງແຕ່ 2 ຕົວຂຶ້ນໄປບໍ່ໃຊ້ຈໍ້າກໍໄດ້. ຕົວຢ່າງ: ປະຖົມສຶກສາປີທີ 1 ຫຍໍ້ເປັນ ປ.1 ມັດທະຍົມສຶກສາປີທີ 5 ຫຍໍ້ເປັນ ມ.5 3. ວິທີອ່ານອັກສອນຫຍໍ້ ການອ່ານອັກສອນຫຍໍ້ຕ້ອງອ່ານຕາມຄໍາເຕັມ. ຍົກເວັ້ນກໍລະນີຄໍາເຕັມນັ້ນຍາວຫຼາຍ ແລະ ອັກສອນຫຍໍ້ ຫຼື ຄໍາຫຍໍ້ນັ້ນເປັນທີ່ຍອມຮັບກັນໄປແລ້ວ. ຕົວຢ່າງ 1: ຮຮ ອ່ານວ່າ ໂຮງຮຽນ ທ. ” ທາວ້ ນ. ” ນາງ ຕົວຢ່າງ 2: ພສ ອ່ານວ່າ ພໍສໍ ຄສ ອ່ານວ່າ ຄໍສໍ ສປປ ລາວ ອ່ານວ່າ ສໍປໍປໍ ລາວ ຫຼື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


95 ສສ ຫວຽດນາມ ອ່ານວ່າ ສໍສໍ ຫວຽດນາມ ຫຼື ສາທາລະນະລັດ ສັງຄົມນິຍົມຫວຽດນາມ ສປ ຈີນ ອ່ານວ່າ ສໍປໍ ຈີນ ຫຼື ສາທາລະນະລັດ ປະຊາຊົນຈີນ ສ. ຣັດເຊຍ ອ່ານວ່າ ສະຫະພັນຣັດເຊຍ ສ. ອາເມຣິກາ ອ່ານວ່າ ສະຫະລັດອາເມຣິກາ ຕົວຢ່າງ 3: ເລກທີ15/ນຍ ອ່ານວ່າ ເລກທີ15 ທັບ ນໍຍໍ ໝາຍເຫດ: ສໍາລັບຊື່ສະເພາະຂອງປະເທດ, ຊື່ຂອງບຸກຄົນ, ຊື່ບ້ານ, ຊື່ເມືອງ, ຊື່ແຂວງ ໃຫ້ ຮັກສາຄໍາຫຼັກໄວ້ເຊັ່ນ: ລາວ, ຫວຽດນາມ, ຈີນ, ຣັດເຊຍ, ອາເມຣິກາ... ສໍາລັບຊື່ຂອງບຸກຄົນໃຫ້ ຮັກສານາມສະກຸນໄວ້ເຊັ່ນ: ສ. ບຸບຜານຸວົງ, ສ. ເດຊາຄໍາພູ, ພ.ພວງສະບາÖ ບ.ຕານມີໄຊ, ມ. ໄຊທານີ, ຂ.ອຸດົມໄຊ, ຂ.ຊຽງຂວາງ... 4. ການຢືມຄໍາຫຍໍ້ຈາກພາສາຕ່າງປະເທດ ຕົວຢ່າງ: ດຣ (Dr): ດອກເຕີ ທີວີ (TV): ໂທລະພາບ ຊີດີ (CD): ແຜ່ນຊີດີ ວີຊີດີ (VCD): ແຜ່ນວີຊີດີ ຢູເອັສບີ (USB): ອຸປະກອນບັນທຶກຂໍ້ມູນ ແອວຊີດີ (LCD): ເຄື່ອງສາຍ ອີຢູ (EU): ສະຫະພາບເອີຣົບ ເອັນຈີໂອ (NGO): ອົງການທີ່ບໍ່ຂຶ້ນກັບລັດຖະບານ ອຸຍແນດສະໂກ (UNESCO): ອົງການ ການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ແຫ່ງສະຫະປະຊາຊາດ ອຸຍນີເຊັບ (UNICEF): ອົງການສະຫະປະຊາຊາດສໍາລັບເດັກ ອາຊຽນ (ASEAN): ກຸ່ມປະເທດອາຊີຕາເວັນອອກສ່ຽງໃຕ້ ໄຈກາ (JICA): ອົງການຮ່ວມມືສາກົນຍີ່ປຸ່ນ ຄອຍກາ (KOICA): ອົງການຮ່ວມມືສາກົນ ສ.ເກົາຫຼີ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES


Click to View FlipBook Version