96 ຢູເອັສເອດ (USAID): ອົງການພັດທະນາສາກົນຂອງສະຫະລັດອາເມລິກາ ອົດສເອດ (AusAID): ອົງການຊ່ວຍເຫຼືອຕ່າງປະເທດຂອງອົດສະຕຣາລີ ຢູເອນດີພີ (UNDP): ອົງການສະຫະປະຊາຊາດດ້ານການພັດທະນາ ບຣິກສ (BRICS): ກຸມປະເທດທີ່ປະກອບດ້ວຍ ບຣາຊິນ (Brazil), ຣັດເຊຍ (Russia), ອິນເດຍ (India), ຈີນ (China), ອາຟຣິກາ ໃຕ້ (South Africa) 5. ວິທີນໍາໃຊ້ອັກສອນຫຍໍ້ 1) ໃນກໍລະນີຂຽນອັກສອນຫຍໍ້ ໂດຍສະເພາະຄໍາທີ່ຕ້ອງການຂຽນເປັນອັກສອນຫຍໍ້ໃນບົດນັ້ນ ໃຫ້ຂຽນຄໍາເຕັມກ່ອນ ແລະ ໃສ່ອັກສອນຫຍໍ້ໃນວົງເລັບກໍາກັບໄວ້. ຫຼັງຈາກນັ້ນ ສາມາດໃຊ້ ອັກສອນຫຍໍ້ໄດ້. ຕົວຢ່າງ: ກະຊວງສຶກສາທິການ ແລະ ກິລາ (ສສກ) ແມ່ນກົງຈັກໜຶ່ງຂອງລັດຖະບານ, ມີພາລະບົດ ບາດເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກກ່ຽວກັບວຽກງານການສຶກ ສາ ແລະ ກິລາໃນຂອບເຂດທົ່ວປະເທດ. ກະຊວງ ສສກ ເປັນໃຈກາງໃນການພັດທະນາຊັບພະ ຍາກອນມະນຸດ. ກະຊວງ ສສກ ປະກອບດ້ວຍຫ້ອງການ, ກົມ ແລະ ສະຖາບັນ. ນອກຈາກນັ້ນ, ກະຊວງ ສສກ ຍັງມີມະຫາວິທະຍາໄລ, ວິທະຍາໄລ, ຫົວໜ່ວຍການຈັດຕັ້ງວິຊາການ ແລະ ຫົວ ໜ່ວຍວິສາຫະກິດຈໍານວນໜຶ່ງຂຶ້ນກັບ. 2) ໃນເວລາຂຽນ ຫຼື ພິມອັກສອນຫຍໍ້ໃຫ້ຍະຫວ່າງທາງໜ້າ ແລະ ທາງຫຼັງ ຕົວຫຍໍ້ທຸກແບບ; ໃຫ້ໃສ່ຈໍ້າຂັ້ນລະຫວ່າງກຸ່ມອັກສອນຫຍໍ້ ເມື່ອໃສ່ຈໍ້າແລ້ວ ບໍ່ຈໍາເປັນຍະຫວ່າງ ໃຫ້ຂຽນອັກ ສອນ ຫຍໍ້ກຸ່ມທີສອງຕໍ່ເລີຍ. ຕົວຢ່າງ 1: ເມືອງສັງທອງມີ ຮຮ ປະຖົມສົມບູນ ແລະ ຮຮ ມັດທະຍົມສົມບູນ. ຕົວຢ່າງ 2: ອຈ.ປທ ຄໍາສີ ສຸພາວະດີ ສຈ.ດຣ ບຸນມີ ສີສະໝຸດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
97 3) ໃນກໍລະນີຂຽນອັກສອນຫຍໍ້ ໃຊ້ຢູ່ໃນເລກທີເອກະສານຫຼັງໝາຍທັບ (/) ບໍ່ຍະຫວ່າງ ບໍ່ ຕ້ອງໃສ່ຈໍ້າ ເວັ້ນເສຍແຕ່ມີຫຼາຍພາກສ່ວນຈຶ່ງໃສ່ຈໍ້າຂັ້ນໄວ້. ຕົວຢ່າງ: ເລກທີ101/ສສກ ເລກທີ01/ສສກ.ຫກ ເລກທີ203/ມຊ.ຈຕ 4) ໃນກໍລະນີຂຽນອັກສອນຫຍໍ້ ທີ່ໃຊ້ໃນປ້າຍພາຫະນະ, ເຄື່ອງໝາຍ, ຫົວໜ່ວຍວັດແທກບໍ່ ໃສ່ຈໍ້າ ແຕ່ຕ້ອງຍະຫວ່າງໄວ້ຢູ່ລະຫວ່າງອັກສອນຫຍໍ້ກັບຕົວເລກ. ຕົວຢ່າງ: ໃຊ້ໃນປ້າຍພາຫະນະ ຕົວຢ່າງ: ໃຊ້ໃນຫົວໜ່ວຍວັດແທກ ກິໂລກຣາມ ຫຍໍ້ເປັນ ກກ (kg) ກິໂລແມັດ " ກມ (km) ແມັດ " ມ (m) ຊັງຕີແມັດ " ຊມ (cm) ມີລີແມັດ " ມມ (mm) ກທ 1263 ປກສ 2609 ຂຕ 0086 ສທ 0123 ສປຊ 0259 RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
98 ບົດທີ 11 ການໃຊ້ອັກສອນສູງ ແລະ ອັກສອນຕໍ່າ 1. ຄວາມໝາຍ ການໃຊ້ອັກສອນສູງ ແລະ ອັກສອນຕໍ່າ ໝາຍເຖິງການຂຽນໃຫ້ຖືກຕາມຫຼັກຕົວອັກສອນ. ຄໍາທີ່ມັກຫຼົງກັນແມ່ນຄໍາທີ່ມີສຽງຄືກັນ ຫຼື ມີສຽງຄ້າຍຄືກັນ ແຕ່ຂຽນຕ່າງກັນ ແລະ ມີຄວາມໝາຍ ຕ່າງກັນ ໂດຍສະເພາະແມ່ນອັກສອນສູງກັບອັກສອນຕໍ່າ ທີ່ມີໄມ້ເອກ (x ່). ຄໍາທີ່ມີສຽງຄືກັນ ຫຼື ຄ້າຍຄືກັນ ແຕ່ຂຽນຕ່າງກັນ ແລະ ມີຄວາມໝາຍຕ່າງກັນໃນພາສາລາວ ມີຢ່າງຫຼວງຫຼາຍ ແຕ່ໃນທີ່ນີ້ຈະເວົ້າແຕ່ໝວດອັກສອນສູງ ແລະ ໝວດອັກສອນຕໍ່າທີ່ມີສະຫຼະ ເຄົ້າ, ວັນນະຍຸດເອກ (x ່) ແລະ ຕົວສະກົດຕາຍ ກ ດ ບ. ເພື່ອບໍ່ໃຫ້ຫຼົງກັນ ຈຶ່ງຂໍຍົກເອົາຄໍາທີ່ເປັນ ອັກສອນສູງ, ຕໍ່າ ມາເປັນຕົວຢ່າງ. 2. ຕົວຢ່າງການໃຊ້ອັກສອນສູງ ແລະ ອັກສອນຕໍ່າ 2.1 ການໃຊ້ອັກສອນສູງ ແລະ ອັກສອນຕໍ່າທີ່ມີສຽງວັນນະຍຸດເອກ ອັກສອນສູງ ອັກສອນຕໍ່າ ຂ່າ : ຫົວຂ່າ, ໄມ້ແຕ້ຂ່າ ຄ່າ : ຄຸນຄ່າ, ຄ່າຄອງຊີບ ຂູ່ : ຂົ່ມຂູ່ ຄູ່ : ຄຽງຄູ່, ຄູ່ຮັກ ໄຂ່ : ໄຂ່ເປັດ, ໄຂ່ໄກ່ ໄຄ່ : ຮັກໄຄ່, ໄຄ່ໄດ້ ໃຂ່ : ໃຂ່ (ແຫ້ງ) ໃຄ່ : ໃຄ່ພອງ ຂໍ່າ : ຂໍ່ານັບ ຄໍ່າ : ຄໍ່າມືດ ຂ່າງ : ໝາກຂ່າງ ຄ່າງ : ໂຕຄ່າງ ຂ່າຍ : ຂ່າຍນົກ, ເຄືອຂ່າຍ ຄ່າຍ : (ບໍ່ມີ) ຂ່າວ : ຂ່າວຄາວ, ຂ່າວສານ ຄ່າວ : ເຊືອກຄ່າວ ແຂ່ງ : ແຂ່ງຂັນ ແຄ່ງ : ແຄ່ງຂາ ຂິ່ງ : ປາຂິ່ງ ຄິ່ງ : ສຽງຄິ່ງໆ ຂຸ່ນ : ນໍ້າຂຸ່ນ ຄຸ່ນ : ຄຸ່ນແຄ້ນ ຂຸ່ຍ : ເປົ່າຂຸ່ຍ ຄຸ່ຍ : ມື່ນຄຸ່ຍລຸ່ຍ ເຂັ່ນ : ເຂັ່ນພ້າ ເຄັ່ນ : ເຄັ່ນແຄ້ນ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
99 ອັກສອນສູງ ອັກສອນຕໍ່າ ຂົ່ມ : ຂົ່ມເຫັງ ຄົ່ມ : (ບໍ່ມີ) ໂຂ່ງ : ທ້ອງໂຂ່ງ ໂຄ່ງ : ເສືອໂຄ່ງ ຂໍ່ : ນົກຂໍ່ ຄໍ່ : ປາຄໍ່ ສິ່ວ : ສິ່ວໄມ້ ຊິ່ວ : ງົວຊິ່ວມາໃສ່ ສູ່ : ສູ່ກິນ, ໄປສູ່ ຊູ່ : ຊຸມຊູ່, ຊູ່ຄົນ ແສ່ : ແສ່ (ມີກິ່ນເໝັນ) ແຊ່ : ແຊ່ນໍ້າ ແສ່ງ : ຕົບແສ່ງ ແຊ່ງ : ສາບແຊ່ງ ແສ່ວ : ຫຍິບແສ່ວ ແຊ່ວ : ເຈີດແຊ່ວ ສົ່ງ : ສົ່ງໄປ ຊົ່ງ : ກົ່ງຊົ່ງ ສໍ່ : ສັບສໍ່ ຊໍ່ : ຊໍ່ດອກໄມ້, ຊ້ອງຊໍ່ ສ່ອງ : ແດດສ່ອງ ຊ່ອງ : ຊ່ອງທາງ ສ່ອນ : ຕາສ່ອນ ຊ່ອນ : ຊ່ອນໄວ້(ເຊື່ອງ) ສ່ອຍ : ໜາມສ່ອຍ ຊ່ອຍ : ຊ່ອຍກັນ ສ່ວນ : ສ່ວນໜຶ່ງ ຊ່ວນ : ຊ່ວນເຊື່ອງ ສ່ວຍ : ສ່ວຍລ້າງ, ເງິນສ່ວຍ ຊ່ວຍ : ຊ່ວຍເຫຼືອ ສວ່າຍ : ສວ່າຍເຂົ້າ ຊວ່າຍ : ເຂົ້າຊວ່າຍ ເສື່ອ : ເສື່ອນອນ ເຊື່ອ : ເຊື່ອໃຈ ເສື່ອຍ : ເຢັນເສື່ອຍໆ ເຊື່ອຍ : ເຂົ້າເຊື່ອຍ ສ່ຽວ : ສ່ຽວສະຫາຍ ຊ່ຽວ : ຊ່ຽວຊານ ຖັ່ງ : ເຫຼັກໜ້າຖັ່ງ ທັ່ງ : ໄມ້ທັ່ງ ຖ່າງ : ຖ່າງຂາ ທ່າງ : ຍຸທ່າງ ຖ່ານ : ຖ່ານໄຟ ທ່ານ : ທ່ານເຈົ້າເມືອງ ຖ່າຍ : ຖ່າຍເສື້ອ ທ່າຍ : ລາຍທໍ່າທ່າຍ ຖ່າວ : ເດັກຖ່າວນ້ອຍ ທ່າວ : ລົ້ມທ່າວ ຖີ່ : ດໍານາຖີ່ ທີ່ : ເນື້ອທີ່, ທີ່ເກີດ ຖຸ່ມ : ຖຸ່ມນອງ ທຸ່ມ : ທຸ່ມເທ, ໝາກທຸ່ມ ຖຸ່ຍ : ຖຸ່ຍ (ຖົ່ມນໍ້າລາຍ) ທຸ່ຍ : ສີກຸ່ຍທຸ່ຍ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
100 ອັກສອນສູງ ອັກສອນຕໍ່າ ຖູ່ : ໄມ້ຖູ່ ທູ່ : ທູ່ (ບໍ່ມີ) ຖົ່ວ : ໝາກຖົ່ວ ທົ່ວ : ທົ່ວໄປ, ທົ່ວທີບ ໂຖ່ : ເຈົ້າໂຖ່ (ເຈົ້າມືການພະນັນ) ໂທ່ : ປະໂທ່ເອີຍ! ຖໍ່ : ໄມ້ຖໍ່ ທໍ່ : ທໍ່ໃດ, ທໍ່ນໍ້າ ຖ່ອງ : ຖ່ອງແທ້ ທ່ອງ : ທ່ອງຂຶ້ນໃຈ ຖ່ອນ : ຖ່ອນ (ຫຼຸດອອກ) ທ່ອນ : ທ່ອນໄມ້ ຖ່ອມ : ຖ່ອມຕົວ ທ່ອມ : ກະທ່ອມນ້ອຍ ຖ່ວງ : ສຸດຖ່ວງ ທ່ວງ : ທ່ວງທີ ເຖື່ອນ : ປ່າເຖື່ອນ ເທື່ອນ : ເຈື່ອນເທື່ອນ ຖ່ຽວ : ນໍ້າຖ່ຽວ(ນ້ໍາໄຫຼແຮງ) ທ່ຽວ : ທ່ອງທ່ຽວ ໄຜ່ : ໄມ້ໄຜ່ ໄພ່ : ໄພ່ພົນ ຜ່າ : ຜ່າໄມ້, ຜ່າຕັດ ພ່າ : (ບໍ່ໃຊ້) ຜ່ານ : ຜ່ານມາ, ຜ່ານຟ້າ ພ່ານ : ເພັ່ນພ່ານ ຜີ່ : ຜີ່ເບິ່ງ ພີ່ : ພີ່ນ້ອງ ຜຸ່ງ : ຜຸ່ງຜາຍ ພຸ່ງ : ພຸ່ງຂຶ້ນ ຜຸ່ຍ : ຜຸຜຸ່ຍ ພຸ່ຍ : (ບໍ່ມີ) ຜູ່ : ພຸ່ມຜູ່ ພູ່ : ແມງພູ່ ເຜັ່ນ : ເຜັ່ນຂຶ້ນ ເພັ່ນ : ເພັ່ນພ່ານ ແຜ່ : ແຜ່ຜາຍ,ເຜີຍແຜ່ ແພ່ : ແພ່ລູກ ໂຜ່ງ : ຜ່າໂຜ່ງ ໂພ່ງ : ໂພ່ງພ່າງ ຜໍ່ : ຜອມຜໍ່, ຜໍ່ດູ ພໍ່ : ພໍ່ແມ່ ຜ່ອງ : ຜ່ອງໃສ ພ່ອງ : ລາງພ່ອງ, ບົກພ່ອງ ເຜື່ອ : ເຜື່ອແຜ່ ເພື່ອ : ເພື່ອຊາດ ຝ່າ : ຝ່າຝືນ ຟ່າ : ໝາກຟ່າ ໄຫ່ : ຄ້ອນໄຫ່ຄ້ອງ ໄຮ່ : ໄຮ່ເຂົ້າ ເຫົ່າ : ໝາເຫົ່າ ເຮົ່າ : ນາເຮົ່າ ຫ່າ : ຫ່າຝົນ ຮ່າ : ຜີຮ່າ, ຮ່າພິດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
101 ອັກສອນສູງ ອັກສອນຕໍ່າ ຫ່າງ : ຫ່າງໄກ ຮ່າງ : ຮູບຮ່າງ, ຮ່າງຄີງ ຫ່າຍ : ແດງຫ່າຍໆ ຮ່າຍ : ທະນີຮ່າຍໄມ້, ກອນຮ່າຍ ຫ່າວ : ໃສ່ຫ່າວ ຮ່າວ : ຮ່າວເຮັດ, ຮ່າວເວົ້າ ຫີ່ : ຫຸ້ມຫີ່ ຮີ່ : ໄຟຮຸ່ງພໍຮິບຮີ່ ຫຸ່ງ : ໝາກຫຸ່ງ ຮຸ່ງ : ຮຸ່ງແຈ້ງ ຫຸ່ນ : ຫຸ່ນໄລ່ກາ ຮຸ່ນ : ຮຸ່ນຄົນ ຫຸ່ມ : ອຸ່ມຫຸ່ມ ຮຸ່ມ : ອຸ່ນຮຸ່ມໆ ຫູ່ : ຫົດຫູ່ ຮູ່ : ຮູ່ນາ ເຫ່ : ເຫ່ໜ້າ ເຮ່ : ຫົວເຮ່ໆ ແຫ່ : ບັ້ງແຫ່, ແຫ່ແຫນ ແຮ່ : ຫີນແຮ່, ບໍ່ແຮ່ ແຫ່ງ : ແຫ່ງຫົນ ແຮ່ງ : ແຮ່ງດີ ແຫ່ວ : ຫຍ້າແຫ່ວ ແຮ່ວ : ປ່າແຮ່ວ ຫົ່ມ : ຫົ່ມຜ້າ ຮົ່ມ : ຮົ່ມໄມ້, ຄັນຮົ່ມ ໂຫ່ : ນາໂຫ່, ໄປໂຫ່ເນື້ອ ໂຮ່ : ເສືອໂຮ່ໃສ່ ຫໍ່ : ຫໍ່ຕອງ ຮໍ່ : ຮັກຮໍ່ ຫ່ອງ : ໜ້າຫ່ອງ ຮ່ອງ : ຮ່ອງນໍ້າ ຫ່ອນ : ບໍ່ຫ່ອນເປັນ ຮ່ອນ : ຮ່ອນເຂົ້າ, ຮ່ອນຮໍາ ຫ່ອມ : ຫ່ອມດີ ຮ່ອມ : ທາງຮ່ອມ, ຮ່ອມພູ ຫ່ອຍ : ອ່ອຍຫ່ອຍ ຮ່ອຍ : ບ້ານຮ່ອຍ, ໝາກຮ່ອຍ ຫ່ວງ : ເປັນຫ່ວງ ຮ່ວງ : ຮ່ວງເຊືອກ ເຫີ່ : ເຫີ່ເຫີມ ເຮີ່ : ເຮີ່ກັນ ເຫື່ອ : ນໍ້າເຫື່ອ ເຮື່ອ : ເຮື່ອເຮືອງ ຫ່ຽວ : ຫ່ຽວແຫ້ງ ຮ່ຽວ : ປ່າຮ່ຽວ ໜັ່ນ : ສະໜັ່ນ ນັ່ນ : ນັ່ນ, ເຫັນບໍ່ ໄໜ່ : ຕົວໄໜ່ ໄນ່ : ເຂົ້າໄນ່ນໍ້າ ເໜົ່າ : ຫົວເໜົ່າ ເນົ່າ : ເນົ່າເໝັນ, ຜັກເນົ່າ ໜ່າຍ : ໜ່າຍຊັງ ນ່າຍ : ນ່ວຍນ່າຍ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
102 ອັກສອນສູງ ອັກສອນຕໍ່າ ໜີ່ : ຖະໜີ່ ນີ່ : ນີ່, ຟັງຂ້ອຍກ່ອນ ໜຸ່ມ : ໜຸ່ມນ້ອຍ ນຸ່ມ : ເໜັງນຸ່ມໆ ໜຶ່ງ : ໜຶ່ງຄົນ ນຶ່ງ : (ບໍ່ໃຊ້) ເໜ່ : ສະເໜ່ ເນ່ : ພຸ້ນເນ່, ວ່າເນ່ ແໜ່ : ສາລະແໜ່ ແນ່ : ຄັກແນ່, ແນ່ນອນ ໜໍ່ : ໜໍ່ໄມ້ ນໍ່ : (ບໍ່ມີ) ໜ່ວງ : ໜ່ວງໜ່ຽວ ນ່ວງ : ເຈັບນ່ວງໆ ໝໍ່າ : ສະໝໍ່າສະເໝີ ມໍ່າ : ມໍ່າເຂົ້າ ເໝົ່າ : ຖັກເໝົ່າຄວາຍ ເມົ່າ : ແມງເມົ່າ ໝ່າ : ໝ່າເຂົ້າ ມ່າ : ຄະມ່າ ໝຸ່ຍ : ໝຸ່ຍໝ່າຍ ມຸ່ຍ : ສີມຸ່ຍ ໝື່ນ : ສອງໝື່ນ ມື່ນ : ທາງມື່ນ ໝ່ອງ : ໝ່ອງແມ່ງ ມ່ອງ : ຫູມ່ອງ, ມ່ອງໄກ່ ໝ່ອນ : (ບໍ່ໃຊ້) ມ່ອນ : ໃຊ້ມ່ອນ, ລົດມ່ອນ ໝ່ອມ : ເຈົ້າໝ່ອມ, ຂະໝ່ອມ ມ່ອມ : ແມງຍ່າມ່ອມ ເຫຍົ່າ : (ບໍ່ໃຊ້) ເຍົ່າ : ຂະເຍົ່າ ຫຍ່າວ : (ບໍ່ໃຊ້) ຍ່າວ : ຍ່າວລົງ ຫຍິ່ງ : ເຢີ້ຫຍິ່ງ, ຫຍິ່ງແຂ້ວ ຍິ່ງ : ຍິ່ງດີ, ຍອດຍິ່ງ ຫຍຸ່ມ : ເປັນຫຍຸ່ມ ຍຸ່ມ : ບ້ານຍຸ່ມ ຫຍໍ່ : ຫຍອນຫຍໍ່ ຍໍ່ : ຍໍ່ຄວາຍ ຫຍ່ອມ : ຫຍ່ອມຫຍ້າ ຍ່ອມ : ຍ່ອມດີ ຫຼັ່ງ : ໄຫຼຫຼັ່ງ ລັ່ງ : ລັ່ງເລ ຫຼັ່ນ : ຫຼາຍຫຼັ່ນ ລັ່ນ : ລັ່ນປືນ ຫຼໍ່າ : ຂົມອໍ່າຫຼໍ່າ ລໍ່າ : ລໍ່າແລຫຼິງຢ້ຽມ ໄຫຼ່ : ບ່າໄຫຼ່, ເຄື່ອງອາໄຫຼ່ ໄລ່ : ໄລ່ຕີ, ໄລ່ລຽງ, ໄມ້ໄລ່ ເຫຼົ່າ : ປ່າເຫຼົ່າ ເລົ່າ : ເລົ່ານິທານ ຫຼ່າ : ໜ້າຫຼ່າ, ເຫຼືອງຫຼ່າ ລ່າ : ລ່າເນື້ອ, ລ່າເມືອງຂຶ້ນ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
103 ອັກສອນສູງ ອັກສອນຕໍ່າ ຫຼ່າງ : ໂຊກຕ່າງຫຼ່າງ ລ່າງ : ໃຕ້ກ້ອງຕະລ່າງ ຫຼ່າຍ : ຕາຫຼ່າຍ ລ່າຍ : ຕົວະລ່າຍ, ຫົວມ່າຍລ່າຍ ຫຼິ່ນ : ໄຕ້ຫຼິ່ນມາ ລິ່ນ : ເກັດລິ່ນ ຫຼິ່ວ : ຫຼິ່ວຕາ ລິ່ວ : ລອຍລິບລິ່ວ ຫຼີ່ : ກະຫຼີ່ (ແກງກະຫຼີ່) ລີ່ : ເຮັດລີ່ເອົາປາ ຫຼູ່ : ຫຼົບຫຼູ່ ລູ່ : ລູ່ທາງ ຫຼື່ງ : ໂຕຫຼື່ງ ລື່ງ : ຮູລື່ງ ເຫຼ່ : ຕາເຫຼ່ ເລ່ : ເລ່ກົນ ແຫຼ່ : ຫຼາຍແຫຼ່ ແລ່ : ແລ່ໄກ່ ແຫຼ່ງ : ແຫຼ່ງຄວາຍ, ຫຼັກແຫຼ່ງ ແລ່ງ : ແລ່ງຊີ້ນ, ແລ່ງເຄິ່ງ ຫຼົ່ນ : ຕົກຫຼົ່ນ ລົ່ນ : (ບໍ່ໃຊ້) ໂຫຼ່ : ໂຫຼ່ນໍ້າລົງ ໂລ່ : ຕາໂລ່, ໂລ່ບັງໜ້າ ໂຫຼ່ງ : ໂຫຼ່ງເລ່ງ ໂລ່ງ : ຜ້າສະໂລ່ງ, ຫ້ອງໂລ່ງ ໂຫຼ່ຍ : ໂຂະໂຫຼ່ຍ ໂລ່ຍ : ໝາກໂລ່ຍ ຫຼໍ່ : ຫຼໍ່ຫຼອມ ລໍ່ : ລໍ່ຫົວອອກ ຫຼ່ອນ : ພ້າຫຼ່ອນ ລ່ອນ : ຄ່ອນລ່ອນ ຫຼ່ອຍ : ຂະຫຼ່ອຍ ລ່ອຍ : ເປ້ຍລ່ອຍ ເຫຼີ່ຍ : ເຫຼີ່ຍພູ ເລີ່ຍ : ເພີ່ຍເລີ່ຍ ຫງ່າ : ສະຫງ່າ ງ່າ : ງ່າໄມ້ ຫງ່ຽງ : ແປ້ນຫງ່ຽງ ງ່ຽງ : ງ່ຽງປາ, ງ່ຽງເບັດ ຫວ່າ : ປາຫວ່າ ວ່າ : ເວົ້າວ່າ ຫວ່າງ : ລະຫວ່າງ, ຫວ່າງຂາ ວ່າງ : ວ່າງງານ, ວ່າງເປົ່າ ຫວ່ານ : ຫວ່ານກ້າ ວ່ານ : ວຸ່ນວ່ານ ຫວ່າວ : ປາກຫວ່າວ ວ່າວ : ຊັກວ່າວ ແຫວ່ງ : ແຫວ່ງແຂ້ວ ແວ່ງ : ສົບແວ່ງ ໂຫວ່ : ຊ່ອງໂຫວ່ ໂວ່ : ໄຟລຸກໂວ່ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
104 2.2 ໝວດອັກສອນສູງ-ອັກສອນຕໍ່າທີ່ໃຊ້ສະຫຼະເຄົ້າ ແລະ ຕົວສະກົດຕາຍ ກ ດ ບ ອັກສອນສູງ ອັກສອນຕໍ່າ ຂະ : ຂະນະນີ້, ສຸຂະພາບ ຄະ : ຄະນະຜູ້ແທນ, ສຸຄະຕິ ຂັກ : ຍ້ອມຜ້າຂັກ ຄັກ : ຄັກແນ່ ຂັດ : ຂັດຂ້ອງ, ຂັດຂວາງ ຄັດ : ຄັດຄ້ານ, ເຄັ່ງຄັດ, ຄັດເລືອກ ຂັບ : ຂັບຮ້ອງ, ຂັບຂີ່ ຄັບ : ຄັບແຄບ, ແມງຄັບ ຂາກ : ຂາກຂີ້ເທີ່ ຄາກ : ຄັນຄາກ ຂາດ : ເຊືອກຂາດ ຄາດ : ຄາດນາ ຂາບ : ກົ້ມຂາບ ຄາບ : ຄາບເຂົ້າ,ລອກຄາບ ຂິກ : ສຽງຂິກສຽງໂປງ ຄິກ : ດໍາຄິກມິກ ຂິດ : ເອົາມືຂິດ ຄິດ : ຄິດໄລ່, ຄວາມຄິດ ຂຸ : ຂຸລົງ, ຄຸ : ຄຸນໍ້າ, ຄຸເຂົ່າ ຂຸກ : ຂຸກຂິກ ຄຸກ : ຄຸກຂັງນັກໂທດ, ຄຸກຄາມ ຂຸດ : ຂຸດດິນ, ຂຸດຄົ້ນ ຄຸດ : ພະຍາຄຸດ ຂູດ : ຂູດໝາກພ້າວ, ຂູດຮີດ ຄູດ : ຄູດເກົາ, ແມວຄູດ ເຂັດ : ເຂັດຢໍາ, ເຂັດແຂ້ວ ເຄັດ : ຕີນເຄັດ, ເຄັດລັບ ເຂາະ : ເຂາະແຂວນຄໍຄວາຍ ເຄາະ : ເຄາະໄມ້, ເຄາະຮ້າຍ ໂຂກ : ໂຂກຫົວ ໂຄກ : ນາໂຄກ, ປ່າໂຄກ ໂຂບ : ໂຂບເຂົ້າ ໂຄບ : ເຂົ້າໂຄບ,ດັງໂຄບໆ ຂອກ : ຂອກນາ, ຂອກຂ້າງ ຄອກ : ຄອກສັດ, ຄອກມ້າ ສຶກ : ສຶກສາ, ຮູ້ສຶກ ຊຶກ : ໄຫ້ຊຶກໆ ສືບ : ສືບສວນ, ສືບທອດ ຊືບ : ຊືບໆຊາບໆ ສຸ : ສຸສະບູ, ສຸພາບ ຊຸ : ຊຸໄປ, ຊຸທ້ອງ ສຸກ : ໝາກໄມ້ສຸກ ຊຸກ : ຊຸກຍູ້ ສຸດ : ທີ່ສຸດ, ບໍລິສຸດ ຊຸດ : ຊຸດໂຊມ, ຄົບຊຸດ ສຸບ : ສຸບໝວກ, ສຸບເກີບ ຊຸບ : ຊຸບລ້ຽງ, ຊຸບຜັກ ສູດ : ປາສູດ, ບັ້ງສູດ, ຂີ້ສູດ ຊູດ : ຊູດໂຕະ ສູບ : ຢາສູບ, ບັ້ງສູບ ຊູບ : ຊູບລົງ, ຕູບຊູບ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
105 ອັກສອນສູງ ອັກສອນຕໍ່າ ເສະ : ເສະ (ຄໍາໄລ່ໝາ) ເຊະ : ເຕື່ອຍເຕະເຊະ ເສັດ : ເສັດສິ້ນ ເຊັດ : ເຊັດມື ເສັບ : ສັບເສັບ ເຊັບ : ຕູ້ເຊັບ ເສດ : ເສດເຫຼືອ ເຊດ : ເຊດຖາ, ເຊດເລດ ເສບ : ເສບງັນ, ເສບຕິດ ເຊບ : ເຕບເຊບ ແສກ : ແສກໜ້າ (ເວົ້າຖາກໜ້າ) ແຊກ : ແຊກແຊງ, ຖັກແຊກ ແສດ : ສີແສດ, ໝາກແສດ ແຊດ : ດັງແຊດໆ ແສບ : ແສບຕາ ແຊບ : ແຊບນົວ ໂສະ : ຂາວໂອະໂສະ ໂຊະ : ຍ່າງໂຊະເຊະ ໂສກ : ທາງເປັນໂສກ, ໂສກເສົ້າ, ຄໍາໂສກ ໂຊກ : ໂຊກດີ ໂສດ : ຍັງໂສດ ໂຊດ : ໂອດໂຊດ, ມະນີໂຊດ ສອກ : ແຂນສອກ, ສອກຫຼີກ ຊອກ : ຊອກຫາ ສອດ : ສອດແນມ, ສອດຄ່ອງ ຊອດ : ແທງຊອດ, ລູກຊອດ ສອບ : ກະສອບ, ສອບເສັງ, ສອບສວນ ຊອບ : ຊອບໃຈ, ຮັບຜິດຊອບ ເສິກ : ຕີເສິກ, ໝາກເສິກ ເຊິກ : ເຊິກເສີນ ເສືອກ : ເສືອກໄສ, ຢ່າເສືອກ ເຊືອກ : ສາຍເຊືອກ, ເຊືອກຄວາຍ ຖະ : ກອງອັດຖະ, ລັດຖະບານ ທະ : ຍຸດທະ, ສັນທະ, ປະທະ ຖັກ : ຖັກແສ່ວ ທັກ : ທັກທ້ວງ, ທັກທາຍ ຖັດ : ຖັດໄປ ທັດ : ບັນທັດ, ທັດທຽມ ຖຶບ : ມືດຖຶບ, ປ່າຖຶບ ທຶບ : ທຶບໜອງ ຖຸ : ວັດຖຸ ທຸ : ສາທຸ, ທຸເລົາ ຖູບ : ສະຖູບ (ທາດເຈດີ) ທູບ : ທູບໄຕ້, ທູບເຮືອນ ແຖບ : ແຖບບ້ານ, ແຖບຜ້າ ແທບ : ແທບກາຍ, ແທບໃກ້ ຖົກ : ຖົກອອກ, ຖົກຖຽງ ທົກ : ສະທົກສະທ້ານ, ທົກຜ້າ ຖົບ : (ບໍ່ມີ) ທົບ : ທົບເຊືອກ, ທົບທວນ ຖອກ : ຖອກນໍ້າ ຖອດ : ຖອດຖອນ ທອກ : ໝູທອກ ທອດ : ສືບທອດ, ຖ່າຍທອດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
106 ອັກສອນສູງ ອັກສອນຕໍ່າ ຖອບ : ປາກບໍ່ຖອບ (ປາກບໍ່ຂອດ) ທອບ : ທອບຕົວ, ທອບເຂົ້າ ຖຽບ : (ບໍ່ມີ) ທຽບ : ທຽບເຮືອ, ປຽບທຽບ ຜະ : ຝົນຜະ ພະ : ພະເຈົ້າ, ພະນັກງານ ຜັກ : ພືດຜັກ, ຜັກດັນ ພັກ : ພັກເຊົາ, ພັກພວກ, ພັກລັ່ນ ຜັດ : ຜັດປ່ຽນ, ສໍາຜັດ ພັດ : ພັດພາກ, ພັດລົມ ຜາກ : ໜ້າຜາກ, ຜາກໄມ້ ພາກ : ຕາຍພາກ, ພາກສ່ວນ ຜາດ : ຈາມຜາດໆ ພາດ : ຮາວພາດເຄື່ອງ, ຜິດພາດ ຜາບ : ຜາບມານ, ຜາບແພ້ ພາບ : ຮູບພາບ, ສາລະພາບ ຜິດ : ຜິດພາດ ພິດ : ຢາພິດ, ງູພິດ ຜຶກ : (ບໍ່ມີ) ພຶກ : ພຶກສາ, ພຶກໃສ່ ຜຸດ : ຈໍ່ຜຸດ, ຜຸດຜ່ອງ ພຸດ : ວັນພຸດ, ດອກພຸດ ຜຸບ : ຢາດຜຸບໆ ພຸບ : ພຸບພັບ, ລົ້ມພຸບ ຜູດ : ຜູດລຸກ ພູດ : ປັນພູດ, ພູດລວມ ເຜັດ : ໝາກເຜັດ ເພັດ : ເພັດພອຍ ເຜດ : ຜີເຜດ ເພດ : ເພດຍິງ, ສົມເພດ ແຜດ : ແຜດຮ້ອງ ແພດ : ແພດໝໍ ໂຜະ : ແຕກໂຜະ, ບັ້ງໂຜະ ໂພະ : ໂພະຢາ, ໂຈະໂພະ ຜົກ : ຜົກຈອບ ພົກ : ພົກຜ້າ, ພົກຍ່ຽວ ຜົດ : ຕຸ່ມຜົດ ພົດ : ພາບພົດ ໂຜດ : ໂຜດຜາຍ ໂພດ : ໂພດເຫຼືອ, ຫຼາຍໂພດ ຜອກ : ຜອກຜີ (ເສັ່ນຜີ) ພອກ : ພອກຄໍາ, ໝາກພອກ ເຜືອກ : ຫົວເຜືອກ, ຊ້າງເຜືອກ ເພືອກ : ເພືອກໆ ຝັກ : ຝັກພ້າ ຟັກ : ຟັກລາບ, ໝາກຟັກ, ຟັກໄຂ່ ຝັດ : ຝັດເຂົ້າ ຟັດ : ຟັດແກວ່ງ ຝາກ : ຂອງຝາກ ຟາກ : ຟາກນໍ້າ, ຟາກປູເຮືອນ ຝາດ : ຂົມຝາດ, ເຂົ້າຝາດໜຶ່ງ ຟາດ : ແສ້ຟາດ, ຟາດເຂົ້າ ຫະ : ພາຫະນະ ຮະ : ຕໍາຮະຮາມ, ຮະໜີ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
107 ອັກສອນສູງ ອັກສອນຕໍ່າ ຫັກ : ໄມ້ຫັກ, ແຕກຫັກ, ຫັກອອກ ຮັກ : ຮັກແພງ, ອາຮັກ ຫັດ : ເຂົ້າຫັດ, ຫັດກາຍ ຮັດ : ກອດຮັດ, ກະທັດຮັດ ຫັບ : ມະຫັບມະຫາຍ, ຫັບໃສ່ເຄື່ອງ ຮັບ : ຮັບຮອງ, ຮັບໃຊ້, ຮັບເອົາ ຫາກ : ຕ່າງຫາກ, ຫາກວ່າ ຮາກ : ຮາກໄມ້, ປວດຮາກ, ຮາກຖານ ຫາດ : ຫາດຊາຍ, ຕົ້ນຫາດ ຮາດ : ສຸກຮາດ, ຜາງຮາດ ຫາບ : ຫາບເຂົ້າ, ແບກຫາບ ຮາບ : ຮາບພຽງ, ຮາບຄາບ ຫິ : (ບໍ່ມີ) ຮິ : ຮິຂອງກິນ ຫິບ : ຫິບຮີ່, ຕາຫິບ ຮິບ : ຮິບໂຮມ ຫີດ : ຫີດຢາ ຮີດ : ຮີດຄອງ, ຂູດຮີດ ຫີບ : ຫີບເຄື່ອງ ຮີບ : ຮີບໄປ, ຮີບຮ້ອນ ຫຸດ : (ບໍ່ມີ) ຮຸດ : ໄຖຮຸດ ຫູດ : ຕົ້ນຂີ້ຫູດ ຮູດ : ຮູດເຂົ້າ, ຫຼາຍຮູດ ຫູບ : ຫູບນໍ້າ ຮູບ : ຮູບແຕ້ມ, ຮູບຊົງ ຫຶ : ຫຶ! ຮຶ : ຮຶບໍ່ໄປ, ຫົວຮຶໆ ຫຶກ : ຫຶກຫຶນ, ຫຶກໜາ ຮຶກ : ສະເອິຮຶກໆ ເຫັດ : ເຫັດປວກ ເຮັດ : ເຮັດວຽກ ເຫດ : ເຫດຜົນ, ສາເຫດ ເຮດ : ເອດເຮດ ແຫະ : ຫົວແຫະໆ ແຮະ : ແຮະຝັ່ງ, ແຮະຂ້າງ ແຫກ : ແຫກຄຸກ, ແຫກຜ້າ ແຮກ : ແຮກນາ, ແຮກສ່ຽວ ແຫດ : ແຫດຄໍ ແຮດ : ໂຕແຮດ, ນໍແຮດ ໂຫະ : ໄອໂອະໂຫະ ໂຮະ : ໂຮະໂຮມ ຫົກ : ເລກຫົກ, ໄມ້ຫົກ ຮົກ : ຮົກເຮື້ອ, ນະຮົກ ຫົດ : ຫົດຜັກ, ຫົດນໍ້າ, ຄໍຫົດ ຮົດ : ຮົດເອົາ, ໝາກຮົດ ໂຫດ : ໂຫດຮ້າຍ ໂຮດ : ໂອດໂຮດ ຫອກ : ຫອກງ້າວ ຮອກ : ໂຕກະຮອກ ຫອດ : ຫອດຫິວ ຮອດ : ຄິດຮອດ, ໄປຮອດ ຫອບ : ຫອບອູ້ມ, ຫາຍໃຈຫອບ ຮອບ : ອ້ອມຮອບ, ຮອບຄອບ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
108 ອັກສອນສູງ ອັກສອນຕໍ່າ ເຫິ : ເຫິງົວ (ເອີ້ນງົວ) ເຮິ : ເຮິຮ້າຍ, ຂີ້ເຮິ ເຫີບ : ຫີນເຫີບ, ແຕກເຫີບ ເຮີບ : ເຮີບເຫີມ ເຫືອກ : ເຫືອກແຂ້ວ ເຮືອກ : ເຮືອກສວນ, ຕົ້ນໜາມເຮືອກ ເຫືອດ : ເຫືອດຫາຍ, ເຫືອດແຫ້ງ ເຮືອດ : ໂຕເຮືອດ ຫຽກ : ຈອດຫຽກ, ຖ້ວຍຫຽກ ຮຽກ : ຮຽກຮ້ອງ, ຮຽກຊື່ ຫຽດ : ຢາຫຽດ ຮຽດ : ຮຽດປາຍ (ຮຽວ) ໜະ : ຜ້າສະໜະ (ຜ້າຮອງນັ່ງ) ນະ : ນະທີ່ນີ້ ໜັກ : ນໍ້າໜັກ, ໜັກແໜ້ນ, ໜັກໜ່ວງ ນັກ : ນັກຮຽນ ໜັດ : ຖະໜັດ ນັດ : ນັດພົບ, ໝາກນັດ ໜັບ : ສະໜັບມື, ສະໜັບສະໜູນ ນັບ : ນັບເລກ, ນັບແຕ່ ໜາດ : ໃບໜາດ, ຂະໜາດ ນາດ : ລະນາດ, ນາດນ້ອງ ໜາບ : ຂະໜາບ, ໜາບປາ ນາບ : ນາບຂູ່ ໜິ : ຕໍາໜິ ນິ : ຊໍານິຊໍານານ ໜິດ : ສະໜິດສະໜົມ ນິດ : ເນື່ອງນິດ ໜີບ : ໜີບເຕັງ ນີບ : ຄະນີບ ໜຸກ : ສະໜຸກ ນຸກ : ຕີງນຸກໆ ແໜບ : ແໜບຫຼົກຂົນ, ແໜບລົດ ແນບ : ແນບໄມ້, ແນບຂ້າງ ໜົກ : ໜຽວໜົກໆ ນົກ : ນົກເຂົາ ໜົດ : (ບໍ່ມີ) ນົດ : ກໍານົດ ໜົບ : ຂະໜົບທໍານຽມ ນົບ : ນົບໄຫວ້ ໂໜດ : ສະໂໜດ ໂນດ : ໂນດເພງ ໜອກ : ຜັກໜອກ, ໜອກງົວ ນອກ : ບ້ານນອກ, ຂ້າງນອກ ໜຽດ : ຂີ້ໜຽດຈັງໄຮ ນຽດ : ພະນຽດນົກເຂົາ ໝັກ : ປຸ໋ຍໝັກ, ສະໝັກງານ ມັກ : ມັກຮັກ, ມັກຟັງ, ສະມັກນ້ໍາ ໝັດ : ໂຕໝັດ, ໝັດໄຟ ມັດ : ຜູກມັດ, ເຂົ້າມັດໜຶ່ງ ໝັບ : ຂະໝັບ ມັບ : ຕາຍມັບ, ແຈບມັບ ໝາກ : ໝາກໄມ້, ຂັນໝາກ ມາກ : ນໍ້າມາກ, ມາກມາຍ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
109 ອັກສອນສູງ ອັກສອນຕໍ່າ ໝາດ : ໜ້າໝາດ, ໝາດຄໍ ມາດ : ບໍ່ມາດ, ໝາກມາດ, ມຸ່ງມາດ ໝີດ : ໝີດຜົມ, ໝີດຂະໝັບ ມີດ : ມີດພ້າ ໝຸ : (ບໍ່ມີ) ມຸ : ກຶມມຸ, ມຸໆສິໆ ໝຸກ : ຂະໝຸກຂະໝຸ້ຍ ມຸກ : ໄຂ່ມຸກ, ມຸກເຮືອນ, ສິ້ນມຸກ ໝຸດ : ຫໍສະໝຸດ, ມະຫາສະໝຸດ ມຸດ : ມຸດນໍ້າ, ມຸດມອດ ໝູບ : ໝູບລົງ ມູບ : ມູບມາບ ເໝັດ : ເໝັດຊິດ (ໝົດກ້ຽງ) ເມັດ : ເມັດເຂົ້າ ແໝັດ : (ບໍ່ມີ) ແມັດ : ໄມ້ແມັດ ແໝດ : (ບໍ່ມີ) ແມດ : ແມດໄວ້, ເມືອງແມດ ແໝບ : ດັງແໝບ ແມບ : ຟ້າແມບ, ແມບນໍ້າ ໂໝກ : ຕົກໂໝກ ໂມກ : ຕົ້ນໂມກ ໝົກ : ໝົກໄກ່ ມົກ : ຊົກມົກ ໝົດ : ທັງໝົດ, ໝົດກ້ຽງ ມົດ : ໂຕມົດ ໝອກ : ນໍ້າໝອກ, ສີໝອກ ມອກ : ໄມ້ມອກ, ມອກໜໍ່ໄມ້ ໝອດ : ທຸກຂະໝອດ ມອດ : ໂຕມອດ, ໄຟມອດ ໝອບ : ໝອບລົງ ມອບ : ໄມ້ມອບ, ມອບໝາຍ ຫຍະ : ຫຍະໂຕ ຍະ : ຍະອອກ, ຍະຫວ່າງ ຫຍັກ : ຫຍັກຮັງຕໍ່ ຍັກ : ຍັກກຸມພັນ, ຍັກຍອກ ຫຍັບ : ຫຍັບຍ້າຍ ຍັບ : ຍິບຍັບ ຫຍາບ : ຫຍາບຊ້າ, ຊີ້ນຫຍາບ ຍາບ : ຍ່າງຍາບໆ ຫຍິກ : ຫຍຸກຫຍິກ ຍິກ : ຍິກຄິ້ວ, ຄັນຍິກໆ ຫຍິບ : ຫຍິບແສ່ວ ຍິບ : ຍິບຍັບ ຫຍຶ : ຄວາຍຫຍຶດັງ ຍຶ : ຄຶຍຶ ຫຍຸ : ໄຕ່ຫຍຸໆ ຍຸ : ຍຸຍົງ ຫຍຸກ : ຫຍຸກຫຍິກ ຍຸກ : ຍຸກສະໄໝ, ຕົກຍຸກ ຫຍຸບ : (ບໍ່ມີ) ຍຸບ : ຍຸບລົງ, ຍຸບຍອບ ຫຍອດ : ແມງຫຍອດ ຍອດ : ຍອດໄມ້, ສຸດຍອດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
110 ອັກສອນສູງ ອັກສອນຕໍ່າ ເຫຍີບ : ຂະເຫຍີບຂຶ້ນ ເຍີບ : ຊ້າເຍີບໆ ຫຼະ : ສະຫຼະ, ອັກຂະຫຼະ ລະ : ປະລະ, ລະເວັ້ນ ຫຼັກ : ຫຼັກແຫຼ່ງ, ຫຼັກໄຊ ລັກ : ລັກລອບ ຫຼັດ : ຜັກສະຫຼັດ ລັດ : ທາງລັດ, ລັດຖະບານ ຫຼັບ : ນອນຫຼັບ, ຫຼັບໃຫຼ ລັບ : ລັບມີດ, ຄວາມລັບ, ລັບລີ້ ຫຼາກ : ຫຼາກຫຼາຍ, ສະຫຼາກ ລາກ : ລາກແກ່ ຫຼາດ : ປາຫຼາດ, ສະຫຼາດ ລາດ : ໄກ່ລາດ, ລາດຢາງ ຫຼາບ : ເຂັດຫຼາບ, ຫຼາບລາຍ ລາບ : ລາບປາ, ໂຊກລາບ ຫຼິດ : ປາສະຫຼິດ ລິດ : ລິດເດດ, ຜະລິດ ຫຼິບ : ຫຼິບເມກ, ໄກຫຼິບລີ່ ລິບ : ຫາຍລິບ ຫຼີກ : ຫຼີກທາງ, ຫຼີກເວັ້ນ ລີກ : ໄມ້ລີກ (ໄມ້ແນບຟາກ) ຫຼີບ : ດອກຫຼີບ (ຝັກຫຼອກເປົ່າ) ລີບ : ເຂົ້າລີບ ຫຼຸ : ຫຼຸຫຼັ່ງ ລຸ : ລຸລ່ວງ, ບັນລຸ ຫຼຸກ : ອຸກຂະຫຼຸກ ລຸກ : ລຸກຂຶ້ນ, ປຸກລຸກ ຫຼຸດ : ຫຼຸດພົ້ນ, ຫຼຸດລົງ ລຸດ : ໄຫຼລຸດໆ, ລຸດໆລ້າຍໆ ຫຼຸບ : ຫຼຸບລົງ, ຫຼຸບທຶນ ລຸບ : ມະລຸບປຸບປັບ ຫຼູດ : ຫຼູດມື ລູດ : ຊູດລູດ ຫຼູບ : ຫຼູບໃສ່, ຫູຫຼູບ ລູບ : ລູບຄໍາ ຫຼືບ : ຫຼືບໄມ້ ລືບ : ລືບຕອກ ເຫຼັກ : ເຫຼັກກ້າ, ເຫຼັກໄນ ເລັກ : ເລັກນ້ອຍ ເຫຼດ : ສະເຫຼດ ເລດ : ເຄດເລດ, ເລດໄນ ແຫຼະ : ນັ້ນແຫຼະ ແລະ : ອັນນີ້ ແລະ ອັນນັ້ນ ແຫຼັກ : ອາແຫຼັກ ແລັກ : ລັອກແລັກ ແຫຼັດ : ກະແຫຼັດ ແລັດ : ແດງແປັດແລັດ ແຫຼກ : ຫຍໍ້າແຫຼກ, ແຫຼກແຫຼວ ແລກ : ແລກປ່ຽນ ແຫຼດ : ແດງແຈດແຫຼດ ແລດ : ແລດໃສ່ ແຫຼບ : ແຫຼບໃບພູ, ແຫຼບເງິນ ແລບ : ເສັ້ນແລບ, ແລບລີ້ນ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
111 ອັກສອນສູງ ອັກສອນຕໍ່າ ໂຫຼະ : ຕະໂຫຼະ (ຊີ້ນໝັກ) ໂລະ : ໂລະປ່າ ຫຼົກ : ຫຼົກຫຍ້າ, ຕະຫຼົກ ລົກ : ລົກໄກ່ ຫຼົດ : ປາຫຼົດ, ສະຫຼົດໃຈ ລົດ : ລົດຂີ່,ແຂນລົດ ຫຼົບ : ຫຼົບຫຼີກ ລົບ : ລົບລ້າງ, ເລກລົບ ໂຫຼບ : ເຂົາໂຫຼບ (ເຂົາຫຼອບ) ໂລບ : ໂລບມາກ ຫຼອກ : ຫຼອກລວງ ລອກ : ລອກໜັງ, ປອກລອກ ຫຼອດ : ໝາກຫຼອດ, ຫຼອດຢາ ລອດ : ລອດປ່ອງ, ໜີລອດ ຫຼອບ : ຫຼອບຫາງ ລອບ : ໃສ່ລອບ, ລັກລອບ ເຫຼີດ : ຕະເຫຼີດ ເລີດ : ດີເລີດ ເຫຼີບ : (ບໍ່ມີ) ເລີບ : ກໍາເລີບ ເຫຼືອກ : ເຫຼືອກຕາ, ໂຕເຫຼືອກ ເລືອກ : ເລືອກເຟັ້ນ ເຫຼືອດ : ເຫຼືອດຕາ ເລືອດ : ເລືອດແດງ ຫງັກ : ຊັກຫງັກໆ ງັກ : ຢຸດສະງັກ, ງັກງັນ ຫງັດ : ເດິກສະຫງັດ ງັດ : ໄມ້ງັດ ຫງາກ : ເຫງີກຫງາກ ງາກ : ໄຫ້ງາກໆ ຫງາບ : (ບໍ່ມີ) ງາບ : ຫາວງາບໆ ຫງຸບ : (ບໍ່ມີ) ງຸບ : ກົ້ມກິນງຸບໆ ຫງຶກ : (ບໍ່ມີ) ງຶກ : ງຶກຫົວ ເຫງັກ : ຮ້ອງເຫງັກໆ ເງັກ : ຊັກເງັກໆ ແຫງັກ : (ບໍ່ມີ) ແງັກ : ແຊັກແງັກ ແຫງກ : (ບໍ່ມີ) ແງກ : ແຊກແງກ ແຫງດ : ຂິວແຫງດໆ ແງດ : (ບໍ່ມີ) ຫງົບ : ສະຫງົບ ງົບ : ງົບປະມານ ໂຫງກ : ໂຫງກໆ (ໝາຫອນ) ໂງກ : ໂງກເງກ, ເຫັດລະໂງກ ໂຫງດ : ໂຫງດເຫງດ ໂງດ : (ບໍ່ມີ) ຫງອກ : ຜົມຫງອກ ງອກ : ງອກງາມ, ຖົ່ວງອກ ຫງອດ : ຫງອດແຫງດ ງອດ : ແມງງອດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
112 ອັກສອນສູງ ອັກສອນຕໍ່າ ເຫງິ : ເຫງິງະ ເງິ : ຕົກສະເງິ ເຫງີກ : ເຫງີກຫງາກ ເງີກ : ເງີກຂັ້ນໄດ ເຫງືອກ : (ບໍ່ມີ) ເງືອກ : ໂຕເງືອກ ຫວະ : ຈັງຫວະ, ແມ່ນຫວະ? ວະ : ພາວະ, ພື່ງວະ ຫວັກ : ນົກຫວັກ ວັກ : ວັກຕອນ ຫວັດ : ເປັນຫວັດ ວັດ : ວັດວາ, ວັດແທກ ຫວາດ : ຫວາດກົວ ວາດ : ວາດພາບ, ວາດຊົງ ຫວິດ : ຫວິດນໍ້າ ວິດ : ວິດຖ່າຍ ຫວຸດ : ຫວຸດຫວິດ ວຸດ : ວຸດທິ ຫວຸບ : (ບໍ່ມີ) ວຸບ : ວຸບວາບ ເຫວດ : ພະເຫວດ ເວດ : ເວດມົນ, ເວດທະນາ ຫວົກ : (ບໍ່ມີ) ວົກ : ວົກວົນ RIES ໂຫວກ : ຮ້ອງໂຫວກເຫວກ ໂວກ : ແກ້ມໂວກ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
113 ບົດທີ 12 ການໃຊ້ສະຫຼະສຽງສັ້ນ ແລະ ສຽງຍາວ ສະຫຼະໃນພາສາລາວມີທັງສະຫຼະເຄົ້າ ແລະ ສະຫຼະປະສົມ ໃນສະຫຼະເຫຼົ່ານັ້ນໄດ້ແບ່ງອອກ ເປັນສອງຊະນິດຄື: ສະຫຼະສຽງສັ້ນ ແລະ ສະຫຼະສຽງຍາວ ໃຊ້ເພື່ອຈໍາແນກຄວາມໝາຍຂອງຄໍາ. ສະນັ້ນ, ການໃຊ້ສະຫຼະສຽງສັ້ນ ແລະ ສຽງຍາວຄວນໃຊ້ໃຫ້ຖືກຕ້ອງທັງການເວົ້າ ແລະ ການ ຂຽນຖ້າໃຊ້ບໍ່ຖືກຈະເຮັດໃຫ້ຄວາມໝາຍປ່ຽນແປງໄປ ໂດຍໃຫ້ສັງເກດດັ່ງນີ້: 1. ຄໍາທີ່ໃຊ້ສະຫຼະສຽງສັ້ນ ແລະ ສະຫຼະສຽງຍາວ ສ່ວນຫຼາຍມີຄວາມໝາຍແຕກ ຕ່າງກັນຢ່າງຈະ ແຈ້ງ ກໍລະນີໃຊ້ຜິດສະຫຼະ ຈະເຮັດໃຫ້ເສຍຄວາມໝາຍ. ຕົວຢ່າງ: ຕິ ກັບ ຕີ(ລາວຕິຂ້ອຍ, ລາວຕີຂ້ອຍ) ປັດ ກັບ ປາດ (ເອື້ອຍປັດໃບໄມ້, ເອື້ອຍປາດໃບໄມ້) ຟັນ ກັບ ຟານ (ລຸງໄດ້ຟັນ, ລຸງໄດ້ຟານ) 2. ຄໍາຈໍານວນໜຶ່ງ ໃຊ້ສະຫຼະສຽງສັ້ນ ຫຼື ສຽງຍາວ, ແຕ່ກໍມີຄວາມໝາຍຄືກັນ ແລະ ສາມາດໃຊ້ແທນກັນໄດ້ໝາຍຄວາມວ່າ ສາມາດໃຊ້ໄດ້ທັງສອງຄໍາ. ຕົວຢ່າງ: ສະຫຼະສຽງສັ້ນ ສະຫຼະສຽງຍາວ ຂິວ ຂີວ ຄິ້ວ ຄີ້ວ ງິ້ວ ງີ້ວ ດິ້ວ ດີ້ວ ນິ້ວ ນີ້ວ ປິວ ປີວ ຫິວ ຫີວ ອິ້ວ ອີ້ວ ຮິມ ຮີມ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
114 ສະຫຼະສຽງສັ້ນ ສະຫຼະສຽງຍາວ ຕຸ້ຍ ຕູ້ຍ ລຸງ ລູງ ມຸມ ມູມ ຯລຯ ໝາຍເຫດ: ການໃຊ້ຄໍາບາງຄໍາທີ່ໃຊ້ໄດ້ທັງສອງມີຫຼັກການດັ່ງນີ້: − ໃຫ້ເລືອກໃຊ້ຄໍາໃດຄໍາໜຶ່ງ (ຮູບຄໍາໃດໜຶ່ງ). − ໃຫ້ໃຊ້ຄໍາທີ່ເລືອກ ໃຊ້ຕະຫຼອດເອກະສານສະບັບນັ້ນ ຫຼື ປຶ້ມເຫຼັ້ມນັ້ນ. − ບໍ່ໃຊ້ຄໍາສອງຮູບປົນເປກັນໃນເອກະສານສະບັບນັ້ນ ຫຼື ປຶ້ມເຫຼັ້ມນັ້ນ (ຍົກເວັ້ນໃນ ບົດຮຽນວິຊາພາສາລາວທີ່ຕ້ອງການໃຫ້ຮູ້ຄໍາທີ່ມີຄວາມໝາຍດຽວກັນ ແຕ່ຕ່າງຮູບ), ແຕ່ເວລາເວົ້າຈະເວົ້າແນວໃດກໍໄດ້. 3. ຄໍາຈໍານວນໜຶ່ງ ໃຊ້ສະຫຼະສຽງສັ້ນ ຫຼື ສຽງຍາວມີຄວາມໝາຍຄືກັນ, ແຕ່ໃຊ້ໃນ ກໍລະນີຕ່າງກັນ. ຕົວຢ່າງ: ວັດທະນະ ກັບ ວັດທະນາ (ມີວັດທະນະທໍາ, ຄວາມວັດທະນາ) ເຄຫະ ກັບ ເຄຫາ (ເຄຫະສະຖານ, ເຄຫາຫ້ອງ) ມະຫະ ກັບ ມະຫາ (ມະຫະກໍາ, ມະຫາວິທະຍາໄລ) 4. ຄໍາທີ່ໃຊ້ສະຫຼະສຽງສັ້ນ ແລະ ສະຫຼະສຽງຍາວທີ່ມັກຂຽນຜິດ. ຕົວຢ່າງ: ຄໍາຖືກ ຄໍາຜິດ ກະວີ ກາວີ ກະຖິນ ກາຖິນ ຂຶ້ນ ຂື້ນ ຈະລາຈອນ ຈາລະຈອນ ເງິນ ເງີນ ສັກດິນາ ສັກດີນາ ສິລະປະ ສີລະປະ, ສິນລະປະ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
115 ຄໍາຖືກ ຄໍາຜິດ ສິນທໍາ ສີນທໍາ ຊະລາ (ເຖົ້າແກ່) ຊາລາ ເຊັ່ນ ເຊ່ນ ເຊິ່ງ, ຊຶ່ງ ເຊີ່ງ, ຊື່ງ ທະນະບັດ ທະນາບັດ ທະນາຄານ ທະນະຄານ ນະວະນິຍາຍ ນາວະນິຍາຍ ປະລະໄນ ປາລະໄນ ປຶ້ມຂຽນ ປື້ມຂຽນ ພະລະສຶກສາ ພາລະສຶກສາ ພະລາກອນ ພາລະກອນ ພັດຕາຄານ ພັດຕະຄານ ພື້ນຖານ ພຶ້ນຖານ ມະຫະກໍາ ມະຫາກໍາ ວັດທະນະທໍາ ວັດທະນາທໍາ ໄວຍາກອນ ໄວຍະກອນ ອະນາໄມ ອານາໄມ ອະນຸລັກ ອານຸລັກ ອະດີດ ອາດີດ ອະນາຄົດ ອານາຄົດ ອະວະສານ ອາວະສານ ອະນຸສາວະລີ ອານຸສາວະລີ ອະນຸວົງ ອານຸວົງ ອາວຸໂສ ອະວຸໂສ ອີງຕາມ ອິງຕາມ ອຸດສາຫະກໍາ ອຸດສະຫະກໍາ ຫຼິ້ນ ຫີ້ ຼນ ຯລຯ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
116 ບົດທີ 13 ການໃຊ້ສະຫຼະ ໄx ແລະ ໃx 1. ຄວາມໝາຍຂອງສະຫຼະ ໄx ແລະ ໃx ສະຫຼະ ໄx ແລະ ໃx ເປັນສະຫຼະພື້ນຖານໃນພາສາລາວທີ່ສືບທອດມາຈາກພາສາຕະກຸນໄຕ ເດີມ (Proto Tai) ປັດຈຸບັນຄົນລາວບາງເຂດ ໂດຍສະເພາະໃນແຂວງຫຼວງພະບາງ, ແຂວງໄຊ ຍະບູລີ ແລະ ຊາວໄຕດໍາ, ໄຕລື້ ຍັງອອກສຽງສະຫຼະທັງສອງນີ້ໄດ້ຄວາມແຕກຕ່າງເດີມຢູ່, ແຕ່ ຄົນລາວຫຼາຍເຂດບໍ່ສາມາດອອກສຽງສະຫຼະສອງຕົວນີ້ໃຫ້ຕ່າງກັນໄດ້ ຊຶ່ງມັກອອກເປັນ ໄx /aj/ ໄປໝົດ; ສ່ວນໄຕຂາວ, ໄຕແດງ ເມື່ອອອກສຽງ ໃx ແມ່ນອອກເປັນ ເx ີ ຊຶ່ງກໍມີບັນຫາໃນ ການຈໍາແນກຄວາມແຕກຕ່າງລະຫວ່າງສະຫຼະ ໃx ແລະ ເx ີ ຍ້ອນການປ່ຽນແປງທາງພາສາ. ການໃຊ້ສະຫຼະ ໄx ແລະ ໃx ໃນປັດຈຸບັນບໍ່ຖືກຕາມຄໍາເດີມໄດ້ປາກົດຫຼາຍ ເກີດຄວາມຜິດທາງ ຄວາມໝາຍ ແລະ ເປັນບັນຫາໃນການສະກົດຄໍາທີ່ມີສຽງສະຫຼະດັ່ງກ່າວ. ສະຫຼະໄx ແລະ ໃx ໃນເມື່ອກ່ອນຜູ້ຂຽນປຶ້ມໄວຍາກອນລາວຖືເປັນສະຫຼະພິເສດ ແຕ່ບໍ່ໄດ້ຊີ້ ແຈງລາຍລະອຽດໄວ້. ປັດຈຸບັນເມື່ອວິເຄາະຕາມຫຼັກພາສາສາດເຫັນວ່າສະຫຼະ ໄx , ສະຫຼະ ໃx ແມ່ນສະຫຼະປະສົມ ລະຫວ່າງ ອາກັບເອີ ( ກັບ ເປັນ ); ສ່ວນສະຫຼະ ໄx ແມ່ນ ສະຫຼະ xະ ກັບຕົວ ຍ ສະກົດ (j). 2. ຄໍາທີ່ໃຊ້ສະຫຼະ ໄx ແລະ ໃx ສະຫຼະ ໄx ແລະ ໃx ມີຄວາມແຕກຕ່າງກັນ ເມື່ອໄປປະກອບໃສ່ກັບພະຍັນຊະນະຈະໄດ້ ຄວາມໝາຍຕ່າງກັນ. ສະນັ້ນ, ການຂຽນຄວນປະຕິບັດຕາມຫຼັກການສະກົດໃຫ້ຖືກຕາມຄໍາ. ຄໍາ ທີ່ໃຊ້ສະຫຼະໄx ກັບຄໍາທີ່ໃຊ້ສະຫຼະ ໃx ໄດ້ມີຈຸດພິເສດບາງຢ່າງດັ່ງນິີ້: ຄໍາທີ່ໃຊ້ ໃx ແມ່ນຄໍາພື້ນຖານຂອງພາສາລາວເທົ່ານັ້ນ, ເປັນຄໍາລາວເດີມ ມີຄວາມໝາຍສະເພາະ ຕົວ ຫຼື ຫາກໃຊ້ວິທີສັງເກດການອອກສຽງ ຄໍາໃດທີ່ຊາວຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ຜົ້ງສາລີ ອອກສຽງ ໃx ຊຶ່ງເຄີຍເອີ້ນວ່າ ສະຫຼະ ໃx ໄມ້ມ້ວນ ແມ່ນໃຫ້ໃຊ້ສະຫຼະ ໃx. ນອກນີ້ ແມ່ນໃຊ້ວິທີທ່ອງຈໍາ ຫຼື ເບິ່ງຄໍານັ້ນໃນວັດຈະນານຸກົມພາສາ ລາວກໍໄດ້ ເພື່ອໃຫ້ການໃຊ້ສະຫຼະດັ່ງກ່າວຖືກຕ້ອງ. ຄໍາທີ່ໃຊ້ສະຫຼະ ໃx ມີດັ່ງນີ້: RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
117 1. ໃກ້ (ໃກ້ຄຽງ, ຢູ່ໃກ້) 2. ໃຂ່ (ແຫ້ງ, ບໍ່ອຶນ) 3. ໃຂ້ (ມໍ່, ໃກ້) 4. ໃຄ (ຫົວສີໃຄ) 5. ໃຄ່ (ໃຄ່ພອງ) 6. ໃຄ້ (ປີໃຄ້/ປີກຸນ) 7. ໃຈ (ຈິດໃຈ, ໃຈກາງ) 8. ໃຈ້ (ປີໃຈ້/ປີຊວດ) 9. ໃສ (ນໍ້າໃສ, ຢູ່ໃສ, ໄປໃສ) 10. ໃສ່ (ເອົາໃສ່, ໃສ່ໃຈ) 11. ໃສ້ (ປີໃສ້/ປີມະເສງ) 12. ໃຊ່ (ບໍ່ໃຊ່ແມ່ນ, ມິໃຊ່) 13. ໃຊ້ (ຮັບໃຊ້, ນໍາໃຊ້, ໃຊ້ສອຍ) 14. ໃຍ (ໃຍແມງມູມ, ສາຍໃຍ, ຫ່ວງໃຍ) 15. ໃດ (ອັນໃດ, ແນວໃດ, ຜູ້ໃດ, ໂຕໃດ) 16. ໃຕ (ຕັບໃຕ) 17. ໃຕ້ (ທິດໃຕ້, ຢູ່ໃຕ້) 18. ໃນ (ໃນເຮືອນ, ທາງໃນ) 19. ໃບ (ໃບໄມ້, ໃບຫູ, ໃບຄໍາຮ້ອງ) 20. ໃບ້ (ຄົນໃບ້, ບ້າໃບ້) 21. ໃຜ (ແມ່ນໃຜ, ຂອງໃຜ) 22. ໃຝ່ (ຝັກໃຝ່, ໃຝ່ຝັນ, ໃຝ່ໃຈ) 23.ໃພ້ (ລູກໃພ້) 24. ໃຫ້ (ເອົາໃຫ້, ມອບໃຫ້) 25. ໃຮ່ (ໃຮ່ນາ, ນາໃຮ່ດຽວ) 26. ໃຫງ່ (ຂີ້ໃຫງ່) 27. ໃຫຍ່ (ຍິ່ງໃຫຍ່, ໃຫຍ່ກວ່າ, ຜູ້ໃຫຍ່) 28. ໃໝ (ປັບໃໝ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
118 29. ໃໝ່ (ປີໃໝ່, ເສື້ອໃໝ່) 30. ໃຫຼ (ນອນໃຫຼ, ຫຼົງໃຫຼ) ຄໍາທີ່ໃຊ້ສະຫຼະ ໄx ຄໍາທີ່ໃຊ້ສະຫຼະໄx ຈໍານວນຫຼາຍແມ່ນຄໍາພື້ນຖານຂອງພາສາລາວ ແລະ ອີກຈໍານວນ ໜຶ່ງແມ່ນຮັບຈາກພາສາອື່ນເຂົ້າມາໃຊ້. ສໍາລັບຄໍາທີ່ຮັບຈາກພາສາອື່ນທີ່ມີສຽງສະຫຼະ ໄx ການສະກົດຄໍາແມ່ນໃຊ້ສະຫຼະ ໄx ກັບທຸກຄໍາ ເຊັ່ນ: virus ໃຫ້ສະກົດເປັນໄວຣັດ, Brunei ໃຫ້ສະກົດເປັນ ບຣູໄນ, Taiwan ໃຫ້ສະກົດເປັນ ໄຕ້ຫວັນ ແລະ ອີກຫຼາຍຄໍາ. ປຽບທຽບຄໍາທີ່ໃຊ້ສະຫຼະ ໃx ແລະ ໄx ໃກ: (ບໍ່ມີ) ໄກ: ກໍລະນີຢູ່ໜ້າ: ໄກປືນ, ໄກຕາ, ໄກຫູ, ໄກອອກ, ໄກບ້ານໄກເມືອງ, ໄກ (ບໍ່ມໍ່) ກໍລະນີຢູ່ຫຼັງ: ພູໄກລາດ, ມອງໄກ, ກົນໄກ, ຍັງໄກ, ຢູ່ໄກ, ຫ່າງໄກ, ຍາວໄກ ໃກ່: (ບໍ່ມີ) ໄກ່: ໄກ່ໂອກ, ໄກ່ແຈ້, ໄກ່ນ້ອຍ, ໄກ່ຕັອກ, ໄກ່ຂວາ, ໄກ່ເກ່ຍ ໃກ້: ມໍ່, ໃກ້ຄຽງ, ໃກ້ເຂົ້າມາ, ນັ່ງໃກ້, ຢູ່ໃກ້, ໃກ້ຈະແລ້ວ ໄກ້: ໂຕໄກ້ (ຟານໄກ້) ໃຂ: (ບໍ່ມີ) ໄຂ: ກໍລະນີໄຂຢູ່ໜ້າ: ໄຂປະຕູ, ໄຂຄວາມລັບ, ໄຂກອງປະຊຸມ, ໄຂງົວ, ໄຂຄວາຍ ກໍລະນີໄຂຢູ່ຫຼັງ: ອະສົງໄຂ, ນາງບົວໄຂ, ທຽນໄຂ, ນາງຄໍາໄຂ. ໃຂ່: (ແຫ້ງ, ຜົງ) ແຈ່ວໃຂ່, ຜ້າຕາກໃຂ່ແລ້ວ ໄຂ່: ໄຂ່ໄກ່, ໄຂ່ເປັດ, ໄຂແລນ, ໄຂ່ນົກ, ໄຂ່ງູ, ໄຂ່ມົດສົ້ມ, ໄຂ່ເຄັມ, ໄຂ່ກາ, ໄຂ່ປາ, ມອນໄຂ່, ສີໄຂ່ ໃຂ້: (ມໍ່, ໃກ້) ໄຂ້: ໄຂ້ຍຸງ, ໄຂ້ຫວັດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
119 ໃຄ: ສີໃຄ ໄຄ: ໄຄແຄວນ, ໄຄກວ່າ, ໄຄແດ່, ໄຄຫີນ, ໄຄແຜ່ນ, ຍັງໄຄ, ສີຂຽວໄຄ, ສີໄຄແຫ້ງ ໃຄ່: ໃຄ່ພອງ, ໃຄ່ບວມ, ຕາໃຄ່ ໄຄ່: ຮັກໄຄ່, ໄຄ່ຫາ, ໄຄ່ຄວນ ໃຄ້: ປີໃຄ້ (ປີກຸນ/ປີໝູ) ໄຄ້: ກົກໄຄ້ ໃງ: (ບໍ່ມີ) ໄງ: ໄງຫອຍ, ຜາລະໄງ, ໄງຂ້ອງ ໃງ່: (ບໍ່ມີ) ໄງ່: (ບໍ່ມີ) ໃງ້: (ບໍ່ມີ) ໄງ້: ໄງ້ກ້ອນຫີນ, ໄງ້ແປ້ນ ໃຈ: ກໍລະນີຢູ່ໜ້າ: ໃຈຄົນ, ໃຈສັດ, ໃຈດີ, ໃຈຮ້າຍ, ໃຈຍາວ, ໃຈສັ້ນ, ໃຈຊື່, ໃຈເຢັນ, ໃຈ ອົດ, ໃຈແຂງ, ໃຈຄົດ, ໃຈແຄບ, ໃຈກວ້າງ, ໃຈຝືດ, ໃຈໂລ່ງ, ໃຈສູ້, ໃຈເດັດ, ໃຈປຶກ, ໃຈປ່ອງ, ໃຈໜັກ, ໃຈມານ, ໃຈເບືອນ, ໃຈຖ່ອຍ, ໃຈໄຟ, ໃຈກາງ, ໃຈບາບ, ໃຈກ້າ, ໃຈດໍາ, ໃຈນ້ອຍ, ໃຈດີ, ໃຈອ່ອນ, ໃຈຄົດ, ໃຈເບົາ, ໃຈເສົ້າ, ໃຈຊື່ນ, ໃຈຫ່ອມຫໍ່, ໃຈ ຕອມ ກໍລະນີຢູ່ຫຼັງ: ນ້ອຍໃຈ, ສະບາຍໃຈ, ເບົາໃຈ, ໜັກໃຈ, ໂລ່ງໃຈ, ສົມໃຈ, ທຸກໃຈ, ດີໃຈ, ອ່ອນໃຈ, ໄວ້ໃຈ, ໝັ້ນໃຈ, ແຂງໃຈ, ຈິດໃຈ, ຖອຍໃຈ, ເຢັນໃຈ, ມ່ວນໃຈ, ທໍາໃຈ ໄຈ: ປັດໄຈ, ວິໄຈ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
120 ໃຈ່: (ບໍ່ມີ) ໄຈ່: (ບໍ່ມີ) ໃຈ້: ມື້ກາບໃຈ້, ປີໃຈ້, ໄຈ້: ຊອກໄຈ້, ໄຈ້ຜັກ, ໄຈ້ຝ້າຍ, ໄຈ້ແຍກ, ໄຈ້ເຂົ້າ, ໄຈ້ຜົມ, ໄຈ້ຖົງ ໃສ: ໃສສ່ອງ, ໃສເຢັນ, ໃສໆ, ໃສສະອາດ, ສ່ອງໃສ, ຢູ່ໃສ, ຢູ່ໃສໆ ໄສ: ໃຊ້ຕີນໄສ, ໃຊ້ກົບໄສ, ໄສໄຍ, ກ່າວປາໄສ, ນິດໄສ, ກະໄສ, ອາໄສ, ພິໄສ ໃສ່: ໃສ່ໃນ, ໃສ່ໃຈ, ໃສ່ຄວາມ, ໃສ່ຖົງ, ໃສ່ໂທດ, ໃສ່ໄລ ໄສ່: ຜັກໄສ່, ນົກໄສ່ ໃສ້: (ບໍ່ມີ) ໄສ້: ໄສ້ຄົນ, ໄສ້ສັດ, ໄສ້ບິກ, ໄສ້ສໍ, ໄສ້ອ່ອນ, ໄສ້ແກ່, ໄສ້ປາ, ໄສ້ໄກ່, ໄສ້ຕັນ, ໄສ້ຂີ້, ໄສ້ກອກ, ໄສ້ເສິກ, ໄສ້ຕິ່ງ, ໄສ້ທຽມ, ໄສ້ເສືອ (ລໍຊໍ), ລໍາໄສ້, ໜອນບອນໄສ້, ສາວ ໄສ້ໃຫ້ກາກິນ ໃຊ: ໃຊໃດ (ຍາມໃດ, ເວລາໃດ), ບໍ່ແມ່ນໃຊ ບໍ່ຮອດໃຊເທື່ອ (ສັບທ້ອງຖິ່ນ) ໄຊ: ໄຊໜາມ, ໄຊລັ່ນ, ໄຊລອບ, ໄຊຊະນະ, ພະລານໄຊ, ວິລະໄຊ, ດວງໄຊ, ໄຊຍະບູ ລີ, ໄຊບົວທອງ, ເວັບໄຊ, ໄຊກົບສະກີ, ມາກໄຊ, ມີໄຊ, ສິດທິໄຊ, ພະໄຊ ໃຊ່: ບໍ່ໃຊ່ແມ່ນ, ບໍ່ໃຊ່ວ່າ, ບໍ່ໃຊ່ເປັນ ໄຊ່: (ບໍ່ມີ) ໃຊ້: ນໍາໃຊ້, ໃຊ້ແຮງງານ, ໃຊ້ຜູ້ອື່ນ, ໃຊ້ລົດ, ໃຊ້ທາງ, ໃຊ້ສະໝອງ, ໃຊ້ວິທີ, ໃຊ້ຫົວຄິດ, ໃຊ້ມື, ໃຊ້ເຄື່ອງຈັກ, ໃຊ້ຍົນ, ໃຊ້ພາຫະນະ ໄຊ້: ໄຊ້ໜີ້, ໄຊ້ແທນ, ໄຊ້ເວນ, ໄຊ້ກໍາ, ຊັກໄຊ້ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
121 ໃຍ: ໃຍແມງມູມ, ໃຍກ້ານບົວ, ສາຍໃຍ, ທາວໃຍ, ສາວໃຍ, ເຍື້ອໃຍ ໄຍ: ລໍາໄຍ, ໄສໄຍ, ຢອກໄຍ ໃຍ່: (ບໍ່ມີ) ໄຍ່: (ບໍ່ມີ) ໃຍ້: (ບໍ່ມີ) ໄຍ້: (ບໍ່ມີ) ໃດ: ອັນໃດ, ຜູ້ໃດ, ແຕ່ໃດ, ຄາວໃດ, ຍາມໃດ, ເມື່ອໃດ ໄດ: ຂັ້ນໄດ, ໄດນາໂມ, ຕົ້ນຈັນໄດ, ແທ້ໄດ ໃດ່: (ບໍ່ມີ) ໄດ່: (ບໍ່ມີ) ໃດ້: (ບໍ່ມີ) ໄດ້: ໄດ້, ໄດ້ໄປ, ໄດ້ກິນ, ໄດ້ເຮັດ, ໄດ້ເວລາ, ໄດ້ເລື່ອງ, ໄດ້ຮັບ, ໄດ້ຜ່ານ, ໄດ້ລ່ອງ, ໄດ້ຍິນ, ໄດ້ຟັງ ໃຕ: ໃຕໄກ່, ໃຕເປັດ, ໃຕນົກ ໄຕ: ໄຕດໍາ, ໄຕແດງ, ໄຕລື້, ໄຕເຂີນ, ໄຕຍວນ, ໄຕເມີ້ຍ, ໄຕຫງວຽນ, ກະໄຕ, ເຜົ່າໄຕ, ພູອັນໄຕ, ເມືອງຈັນໄຕ, ພະໄຕປີດົກ, ຫໍໄຕ ໃຕ່: (ບໍ່ມີ) ໄຕ່: ໄຕ່ເຊືອກ, ໄຕ່ງ່າໄມ້, ໄຕ່ສັນພູ, ໄຕ່ຕາມຖາມເລື່ອງ, ໄຕ່ສວນ, ມົດໄຕ່, ແມວໄຕ່, ໜູໄຕ່ ໃຕ້: ຢູ່ໃຕ້, ພາກໃຕ້, ທິດໃຕ້, ບ້ານໃຕ້, ໃຕ້ອໍານາດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
122 ໄຕ້: ໄຕ້ໄຟ, ໄຕ້ທຽນ, ໄຕ້ໄຟສາຍ ໃຖ: (ບໍ່ມີ) ໄຖ: ໄຖນາ, ໝາກສົບໄຖ, ຫົວໄຖ, ດາວໄຖ, ຖູໄຖ ໃຖ່: (ບໍ່ມີ) ໄຖ່: ໄຖ່ເຄື່ອງນຸ່ງ, ເອົາເງິນໄຖ່ຄືນ ໃຖ້: (ບໍ່ມີ) ໄຖ້: (ບໍ່ມີ) ໃທ: (ບໍ່ມີ) ໄທ: ໄທບ້ານ, ໄທເມືອງ, ໄທໃຕ້, ໄທເໜືອ, ໄທວຽງຈັນ, ໄທຊຽງຂວາງ, ໄທເພິ່ນ, ໄທ ໂຕ, ຜູ້ໄທ, ຄົນໄທ, ອຸໄທ, ເມືອງໄທ, ອໍລະໄທ, ລຶໄທ, ສົມພະໄທ ໃທ່: (ບໍ່ມີ) ໄທ່: ຖົງໄທ່, ໄທ່ຈານ, ໄທ່ປ່ານ, ໄທ່ເຂົ້າ, ໄທ່ເງິນ ໃທ້: (ບໍ່ມີ) ໄທ້: ຜີໄທ້ ໃນ: ໃນເຮືອນ, ໃນໃຈ, ໃນບ້ານ, ໃນຫ້ອງ,ໃນບົດເລື່ອງ, ໃນສາຍຕາ, ໃນທ້ອງ, ໃນລົດ, ໃນຂອບເຂດ, ພາຍໃນ ໄນ: ໄນຝ້າຍ, ໄນຕາ, ເຈຍລະໄນ, ເຫຼັກໄນ, ປາໄນ, ບຣູໄນ, ວິໄນ, ໄນຍະ, ໝາໄນ, ຄວາມໝາຍໂດຍໄນ ໃນ່: (ບໍ່ມີ) ໄນ່: ໄນ່ນ້ໍາ, ເຂົ້າໝ່າໄນ່ແລ້ວ, ໜູໄນ່ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
123 ໃນ້: (ບໍ່ມີ) ໄນ້: (ບໍ່ມີ) ໃບ: ໃບໄມ້, ໃບຕອງ, ໃບພັດ, ໃບໜ້າ, ໃບສະເໜີ, ໃບມີດ, ໃບໝວກ, ໃບບີນ, ໃບ ຢັ້ງຢືນ, ທອງໃບ, ຄໍາໃບ, ໃບຄໍາຮ້ອງ, ໃບຂັບຂີ່, ໃບຫູ, ໃບດີກາ, ໃບຄໍ້ ໄບ: ສໍາໄບ, ໝາກໄບ, ໜອງໄບການ ໃບ່: (ບໍ່ມີ) ໄບ່: ປາກໄບ່ຢູ່ແບັບໆ, ຄົນຂີ້ໄບ່ ໃບ້: ຄົນໃບ້, ຕາໃບ້, ປາກໃບ້ ໄບ້: (ບໍ່ມີ) ໃປ: (ບໍ່ມີ) ໄປ: ໄປໃສ, ໄປບ້ານ, ໄປໆມາໆ, ໄປວຽກ, ໄປການ, ໄປໂຮງຮຽນ ໃປ່: (ບໍ່ມີ) ໄປ່: ເອົາມາໄປ່, ຊັ້ນລະໄປ່ ໃປ້: (ບໍ່ມີ) ໄປ້: (ບໍ່ມີ) ໃຜ: ແມ່ນໃຜ, ໃຜໆກໍຕາມ ໄຜ: (ບໍ່ມີ) ໃຜ່: (ບໍ່ມີ) ໄຜ່: ໄມ້ໄຜ່, ໄຜ່ໜາມ, ໄຜ່ບ້ານ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
124 ໃຜ້: (ບໍ່ມີ) ໄຜ້: (ບໍ່ມີ) ໃຝ: (ບໍ່ມີ) ໄຝ: ໄຝຢູ່ແກ້ມ, ມີໄຝ ໃຝ່: ໃຝ່ຝັນ, ໃຝ່ຫາ, ໃຝ່ຮູ້ໃຝ່ຮຽນ ໄຝ່: ໄຝ່ແຍກອອກ, ໄຝ່ໄປໄຝ່ມາ ໃຝ້: (ບໍ່ມີ) ໄຝ້: (ບໍ່ມີ) ໃພ: (ບໍ່ມີ) ໄພ: ໄພພິບັດ, ໄພຮ້າຍ, ໄພສົງຄາມ, ໄພນໍາ, ໄພລິນ, ໄພສານ, ໄພພະນອມ, ອະໄພ, ໄພອຶດຫິວ, ໄພຫຍ້າ, ພົງໄພ, ໄຫໄພ, ນ້ໍາໄພ, ພິດໄພ, ໂພຍໄພ, ອຸທົກກະໄພ ໃພ່: (ບໍ່ມີ) ໄພ່: ໄພ່ຟ້າ, ຂ້າໄພ່, ໄພ່ພົນ ໃພ້: ລູກໃພ້, ນອງໃພ້, ເອື້ອຍໃພ້ ໄພ້: ໃບໄພ້, ຫຼິ້ນໄພ້ ໃຟ: (ບໍ່ມີ) ໄຟ: ໄຟຟ້າ, ໄຟໄໝ້, ໄຟສາຍ, ໄຟແຈ້ງ, ໄຟມອດ, ດັງໄຟ, ດອກໄຟ, ໝາກໄຟ, ລົດໄຟ, ເຮືອໄຟ, ປືນໄຟ, ລູກໄຟ ໃຟ່: (ບໍ່ມີ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
125 ໄຟ່: (ບໍ່ມີ) ໃຟ້: (ບໍ່ມີ) ໄຟ້: (ບໍ່ມີ) ໃມ: (ບໍ່ມີ) ໄມ: ໄມເອົາມາເປັນລູກ, ທ້າວໄມ, ນາງໄມ ໃມ່: (ບໍ່ມີ) ໄມ່: ໄມ່ກ້ຽງ, ອໍລະໄມ່ໜ້າ, ໄມ່ຄໍາດີ (ສັບທ້ອງຖິ່ນ) ໃມ້: (ບໍ່ມີ) ໄມ້: ໄມ້ປ່ອງ, ໄມ້ຈິງ, ໄມ້ຖູ່, ໄມ້ດູ່, ໄມ້ແດງ, ໄມ້ຈິ້ມແຂ້ວ, ໄມ້ຫີບ, ໄມ້ແສ້, ໄມ້ສ້າວ, ໄມ້ຄໍ້າ, ໄມ້ຂາງ, ໄມ້ຂື່, ໄມ້ກອນ,ໄມ້ສີຍົວ, ໄມ້ແບບ ໃຢ: ໃຢ! ໂຕຫາກວ່າແນວນັ້ນ, ໃຢ! ຂອງວ່າມີແຕ່ທໍ່ນີ້ ໄຢ: ໃຊ້ຕີນໄຢ, ແມງໄຢ ໃຢ່: (ບໍ່ມີ) ໄຢ່: (ບໍ່ມີ) ໃຢ້: (ບໍ່ມີ) ໄຢ້: (ບໍ່ມີ) ໃລ: (ບໍ່ມີ) ໄລ: ໄລປະຕູ, ໄລແມງພ່ ູ, ໄລຕໍ່, ໄລກອນ, ໄລນ້ໍາ, ລືມໄລ, ບົວໄລ, ລໍາໄລ, ປາຝາໄລ ໃລ່: (ບໍ່ມີ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
126 ໄລ່: ໄລ່ໜີ, ໄລ່ງົວ, ໄລ່ຄວາຍ, ໄລ່ເລກ, ໄລ່ມື້ໄລ່ຍາມ, ຄິດໄລ່, ໜໍ່ໄລ່ ໃລ້: (ບໍ່ມີ) ໄລ້: ລູບໄລ້ ໃວ: (ບໍ່ມີ) ໄວ: ໄວວາ, ວ່ອງໄວ, ໄວປາກ, ໄວຕາ, ໄວຣັດ, ໄວລຸ້ນ, ໄວໄຟ, ໄວອາຍຸ, ໄວເດັກ, ໄວ ຊະລາ, ໄວກາງຄົນ, ຍ່າງໄວ, ກິນໄວ ໃວ່: (ບໍ່ມີ) ໄວ່: ບິນໄວ່ໆ ໃວ້: (ບໍ່ມີ) ໄວ້: ໄວ້ໂຕ, ໄວ້ໃຈ, ໄວ້ທຸກ, ໄວ້ອາໄລ, ໄວ້ໜ້າ, ເອົາໄວ້, ໄວ້ໃສ ໃຫ: (ບໍ່ມີ) ໄຫ: ໄຫເງິນ, ໄຫປາແດກ, ໄຫນໍ້າ, ໄຫຫີນ, ຊ່າງໄຫ ໃຫ່: (ບໍ່ມີ) ໄຫ່: (ບໍ່ມີ) ໃຫ້: ໃຫ້ໃຜ, ໃຫ້ໄດ້, ໃຫ້ໄປ, ໃຫ້ມາ, ໃຫ້ເຮັດວຽກ, ໃຫ້ພອນ ໄຫ້: ຮ້ອງໄຫ້, ໄຫ້ນໍາ ໃອ: (ບໍ່ມີ) ໄອ: ໄອໄກ່, ໄອຄອກໆ, ເປັນໄອ, ໄອຍະການ, ລາວໄອເຕັກ ໃອ່: ໃອ່! ແມ່ນແລ້ວ, ໃອ່! ບັດນີ້ລະຊິແລ້ວ (ອຸທານ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
127 ໄອ່: ໄອ່! ສັງມາເປັນແນວນີ້? (ອຸທານ) ໃອ້: (ບໍ່ມີ) ໄອ້: (ບໍ່ມີ) ໃຮ: (ບໍ່ມີ) ໄຮ: ຕົ້ນໄຮ, ໂຕໄຮ, ໄຮ! ກະດຽວວ່າຮູ້ແລ້ວ (ອຸທານ) ໃຮ່: ໃຮ່ນາ ໄຮ່: ໄຮ່ສາລີ, ໄຮ່ເຂົ້າ, ໄຮ່ຝ້າຍ, ຊາວໄຮ່ ໃຮ້: (ບໍ່ມີ) ໄຮ້: ທຸກໄຮ້, ໄຮ້ສາລະ, ໄຮ້ປັນຍາ, ຂີ້ໄຮ້, ໄຮ້ຄວາມໝາຍ ໃຫງ: (ບໍ່ມີ) ໄຫງ: (ບໍ່ມີ) ໃຫງ່: ຂີ້ໃຫງ່, ໃຫງ່ກຸ້ມທີບ ໄຫງ່: (ບໍ່ມີ) ໃຫງ້: (ບໍ່ມີ) ໄຫງ້: (ບໍ່ມີ) ໃຫຍ: (ບໍ່ມີ) ໄຫຍ: ເຮັດໄຫຍໃສ່, ຊັກຮັກແຮ້ໄຫຍໃສ່ ໃຫຍ່: ໃຫຍ່ໂຕ, ໃຫຍ່ຫຼວງ, ໃຫຍ່ຂຶ້ນ, ເມືອງໃຫຍ່, ຍິ່ງໃຫຍ່, ຜູ້ໃຫຍ່ ໄຫຍ່: (ບໍ່ມີ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
128 ໃຫຍ້: (ບໍ່ມີ) ໄຫຍ້: (ບໍ່ມີ) ໃໝ: ປັບໃໝ, ໃໝເອົາເງິນ, ໃໝເອົາຄວາມ, ຖືກໃໝ ໄໝ: ໄໝຄໍາ, ໄໝຫຼາບ, ໄໝມ້ອນ, ໄໝບໍ່ລັງ, ຜ້າໄໝ, ສິ້ນໄໝ, ໄໝລາວ, ໄໝຍອດ ໃໝ່: ໃໝ່ອ່ຽມ, ປີໃໝ່, ເສື້ອໃໝ່, ອັນໃໝ່, ໃບໜ້າໃໝ່ ໄໝ່: (ບໍ່ມີ) ໃໝ້: (ບໍ່ມີ) ໄໝ້: ໄຟໄໝ້, ຈູດໄໝ້ດີ ໃຫຼ: ນອນໃຫຼ, ຫຼົງໃຫຼ, ໃຫຼປາກເວລານອນ ໄຫຼ: ໄຫຼນ້ໍາ, ລ່ຽນໄຫຼ, ນໍ້າໄຫຼ, ນໍ້າຕາໄຫຼ, ເຫຼັກໄຫຼ ໃຫຼ່: (ບໍ່ມີ) ໄຫຼ່: ບ່າໄຫຼ່, ເຄື່ອງອາໄຫຼ່ລົດ ໃຫຼ້: (ບໍ່ມີ) ໄຫຼ້: (ບໍ່ມີ) ໃຫວ: (ບໍ່ມີ) ໄຫວ: ດິນໄຫວ, ຫວັ່ນໄຫວ, ສະຫວ່າງສະໄຫວ, ທອງສະໄຫວ, ນາງຄໍາໄຫວ ໃຫວ່: (ບໍ່ມີ) ໄຫວ່: (ບໍ່ມີ) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
129 ໃຫວ້: (ບໍ່ມີ) ໄຫວ້: ໄຫວ້ວອນ, ໄຫວ້ພະ, ໄຫວ້ຜີ, ໄຫວ້ຫໍ, ໄຫວ້ພະຈັນ, ນົບໄຫວ້, ຂາບໄຫວ້ ນອກນີ້ອາດຍັງມີບາງຄໍາທີ່ລາວຮັບຈາກພາສາອື່ນມາໃຊ້ຊຶ່ງມີສຽງ ໄx /aj/ ທີ່ບໍ່ທັນໄດ້ຮິບ ໂຮມມາສະເໜີໃນນີ້ການຂຽນສະກົດຄໍາເຫຼົ່ານັ້ນ ກໍໃຫ້ປະຕິບັດຕາມຫຼັກການດັ່ງທີ່ກ່າວມາແລ້ວ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
130 ບົດທີ 14 ວິທີຂຽນຄໍາໃນພາສາລາວ ວິທີຂຽນຄໍາໃນພາສາລາວແມ່ນອີງຕາມລັກສະນະ ແລະ ຈຸດພິເສດຂອງພາສາລາວ. ຄໍາໃນ ພາສາລາວທີ່ພວກເຮົາໃຊ້ຢູ່ປັດຈຸບັນມີ 3 ກຸ່ມຄື: ຄໍາລາວເດີມ, ຄໍາທີ່ມີເຄົ້າມາຈາກພາສາປາລີ- ສັນສະກິດ ແລະ ຄໍາທີ່ມີເຄົ້າມາຈາກພາສາຕ່າງປະເທດ. ດັ່ງນັ້ນ ວິທີຂຽນພາສາລາວຄວນສະ ກົດຕາມສຽງ ແຕ່ຕ້ອງມີຫຼັກການ. 1. ວີທີຂຽນຄໍາລາວເດີມ ຄໍາລາວເດີມແມ່ນຄໍາລາວແທ້ໆ ຊຶ່ງບໍ່ໄດ້ມີເຄົ້າ ຫຼື ບໍ່ໄດ້ຢືມມາຈາກພາສາອື່ນ. ວິທີຂຽນຄໍາ ລາວເດີມຕ້ອງຂຽນຕາມສຽງ ໂດຍຖືເອົາສຽງວຽງຈັນເປັນຫຼັກ ເພາະສຽງວຽງຈັນເປັນສຽງກາງ ຊຶ່ງຄົນລາວພາກຕ່າງໆຟັງແລ້ວເຂົ້າໃຈດີ. ຕົວຢ່າງ: ຂຽນຕາມສຽງທ້ອງຖິ່ນ ຂຽນຕາມສຽງກາງ (ວຽງຈັນ) ໂຫ ຫົວ ເອີ້ຍ ເອື້ອຍ ເບີໄມ້ ໃບໄມ້ ເນີເຮືອນ ໃນເຮືອນ ຄວາຍລ່ອນ ຄວາຍດ່ອນ ບໍ່ໄລ້ ບໍ່ໄດ້ 2. ວິທີຂຽນຄໍາທີ່ມີເຄົ້າມາຈາກພາສາປາລີ-ສັນສະກິດ ຄໍາພາສາລາວທີ່ມີເຄົ້າມາຈາກພາສາປາລີ ແລະ ສັນສະກິດນັ້ນ, ເຖິງວ່າຮູບການຂຽນພ້ຽນ ຈາກຮູບເດີມແລ້ວກໍຕາມ, ແຕ່ກໍຕ້ອງຮັກສາຫຼັກການຂຽນຂອງມັນ ທັງນີ້ກໍເພື່ອຮັກສາຄວາມ ໝາຍຂອງມັນໄວ້. ວິທີຂຽນຄໍາທີ່ມີເຄົ້າມາຈາກພາສາປາລີ-ສັນສະກິດມີດັ່ງນີ້: 1) ຂຽນໃຫ້ຖືກຕາມສຽງພາສາລາວ ຄໍາລາວທີ່ມີເຄົ້າມາຈາກພາສາປາລີ-ສັນສະກິດ ສ່ວນຫຼາຍໄດ້ແຜງມາເປັນຄໍາລາວ ຕາມສຽງພາສາລາວ ແລະ ຮູບການຂຽນກໍພ້ຽນຈາກຮູບເດີມໄປແລ້ວ. ດັ່ງນັ້ນ, ການຂຽນກໍ ຕ້ອງໃຫ້ຖືຕາມສຽງພາສາລາວເປັນຫຼັກ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
131 − ໃຊ້ຕົວ ລ ແທນຕົວ ຣ ເຊັ່ນ: ລັດຖະບານ, ລະດູ, ລະຫັດ, ລາສະດອນ, ລາຕີ, ລາສີ, ລົດ, ໂລຄາ, ອະນຸລັກ... − ໃຊ້ຕົວ ຮ ແທນຕົວ ຣ ເຊັ່ນ: ຮັກສາ, ນັກຮົບ, ເຫຼົ່າຮົບ, ເສນາຮັກ, ນະຮົກ, ບູຮານ... 2) ຂຽນໃຫ້ຖືກຕາມວິທີແປງອັກສອນ ການຂຽນຕ້ອງໃຫ້ຖືກຕາມວິທີແປງອັກສອນ (ດັ່ງໄດ້ກ່າວມາແລ້ວໃນບົດທີ 8) ເຊັ່ນ: ວິທີແປງສະຫຼະ, ພະຍັນຊະນະ ແລະ ວັນນະຍຸດ. 3) ຂຽນໃຫ້ຖືກຕາມຫຼັກການພິເສດໃນການແປງຄໍາຈາກພາສາປາລີ-ສັນສະກິດ ມາເປັນຄໍາ ພາສາລາວ ກ. ຖ້າຄໍາໃດໃນພາສາປາລີ-ສັນສະກິດມີ 2 ພະຍາງຂຶ້ນໄປ ແປງມາເປັນພະຍາງດຽວ ຫຼື ເປັນພະຍາງສຸດທ້າຍບໍ່ມີພະຍາງອື່ນຕໍ່ ໃຫ້ໃຊ້ຕົວສະກົດທັງ 8, ແຕ່ຖ້າຍັງມີພະຍາງອື່ນຕໍ່ໄປ ອີກໃຫ້ຮັກສາສຽງພະຍາງເດີມໄວ້. ຕົວຢ່າງ: ຄໍາເຄົ້າ ຄໍາພະຍາງດຽວ ຄໍາຫຼາຍພະຍາງ ສຸຂະ ສຸກ ສຸຂະພາບ, ສຸຂາພິບານ ສິລະປະ ສິນ ສິລະປະກໍາ, ສິລະປະກອນ ເອກະ ເອກ ເອກະພາບ, ເອກະຊົນ ຂ. ຖ້າຄໍາໃດໃນພາສາປາລີ-ສັນສະກິດມີ 2 ພະຍາງຂຶ້ນໄປ ແລະ ເປັນສະຫຼະ xະ, ເມື່ອ ປ່ຽນມາເປັນຄໍາລາວມີພະຍາງດຽວ ແລະ ເປັນສະຫຼະ ໂxະ ຕ້ອງໄດ້ຕື່ມສຽງພະຍາງທີ 2 ອີກ ເພື່ອຮັກສາຄວາມໝາຍເດີມໄວ້. ຕົວຢ່າງ: ຄໍາເຄົ້າ ຄໍາພະຍາງດຽວ ຄໍາຫຼາຍພະຍາງ ພະລະ ພົນ ພົນລະເມືອງ ວະຈະນະ ພົດ ພົດຈະນານຸກົມ ຊະນະ ຊົນ ຊົນນະບົດ ທະສະ ທົດ ທົດສະວັດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
132 ຄ. ຖ້າຄໍາໃດໃນພາສາປາລີ-ສັນສະກິດມີຕົວສະກົດຮຽງກັນຢູ່ 2 ຕົວ (ພະຍັນຊະນະສັງ ໂຍກ), ໃນເວລາປ່ຽນເປັນຄໍາລາວ ມີພະຍາງດຽວໃຫ້ໃຊ້ຕົວສະກົດທັງ 8 ຕາມສຽງຂອງລາວ; ຖ້າເປັນຄໍາຫຼາຍພະຍາງໃຫ້ຮັກສາສຽງພະຍາງເດີມໄວ້. ໃນກໍລະນີມີຕົວ ຣ ຄວບຢູ່ນໍາໃຫ້ຕັດ ຕົວ ຣ ອອກ. ຕົວຢ່າງ: ຄໍາເຄົ້າ ຄໍາພະຍາງດຽວ ຄໍາຫຼາຍພະຍາງ ສັຈຈະ ສັດ ສັດຈະທໍາ, ສັດຈະທັດ ພຸທທະ ພຸດ ພຸດທະສາສະໜາ ສາສຕຣະ ສາດ ສາດຕະສິນ ຈິຕຕະ ຈິດ ຈິດຕະວິທະຍາ 4) ຂຽນໃຫ້ຖືກຕາມວິທີປະກອບຄໍາສະໝາດ (ຄໍາປະສົມ) ແລະ ຄໍາສົນທິ ການຂຽນຄໍາປະສົມ ຄວນຄໍານຶງເຖິງຫຼັກການຕໍ່ຄໍາແບບສະໝາດ ຕາມໄວຍາກອນປາ ລີ-ສັນສະກິດ ເຊັ່ນ: ລັດຖະບານ (ລັດຖະ+ປາລະ), ສັນຕິສຸກ (ສັນຕິ+ສຸຂະ), ທໍລະນີວິທະ ຍາ (ທໍລະນີ+ວິທະຍາ), ຄະນະບໍດີ (ຄະນະ+ປະຕິ)... ນອກຈາກນັ້ນ, ກໍຄໍານຶງເຖິງຫຼັກການສົນທິ ຊຶ່ງໄດ້ກ່າວມາແລ້ວໃນບົດທີ 9 ເຊັ່ນ: ວິທະ ຍາຄານ (ວິທະຍະ+ອາຄະຣະ), ມະຫັດສະຈັນ (ມະຫາ+ອັດສະຈັນ), ປະຊາທິປະໄຕ (ປະຊາ +ອະທິປະໄຕ)... 5) ໃຊ້ສະຫຼະ ໄx ພຽງຕົວດຽວ ການຂຽນຄໍາລາວທີ່ມີເຄົ້າມາຈາກພາສາປາລີ-ສັນສະກິດ ອອກສຽງສະຫຼະ ໄx ໃຫ້ໃຊ້ ສະຫຼະ ໄx ໄມ້ມາຍຕົວດຽວເທົ່ານັ້ນ, ບໍ່ໃຊ້ສະຫຼະ ໃx ແລະ x ັຍ ເຊັ່ນ: ວິໄນ, ວິໄຈ, ວິໄສທັດ, ອາໄສ, ນິດໄສ... 3. ວິທີຂຽນຄໍາທີ່ມີເຄົ້າມາຈາກພາສາຕ່າງປະເທດ ຄໍາທີ່ມີເຄົ້າມາຈາກພາສາຕ່າງປະເທດ ໃນພາສາລາວປະກອບດ້ວຍ ຄໍາທີ່ມາຈາກພາສາ ຂະແມ, ຝຣັ່ງ, ອັງກິດ, ໄທ, ຈີນ, ຫວຽດ ແລະ ອື່ນໆ. ການຢືມຄໍາຈາກພາສາໃດ ກໍແມ່ນການລອກ ເອົາສຽງຂອງພາສານັ້ນ ໃຫ້ຄືສຽງເດີມທີ່ສຸດ ເທົ່າທີ່ສຽງ ແລະ ອັກສອນຂອງພາສາລາວມີໃຊ້ ໂດຍສະເພາະແມ່ນສັບທາງວິທະຍາສາດ, ເຕັກໂນໂລຊີ, ສັບສະເພາະ ແລະ ອື່ນໆ. ການຂຽນ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
133 ຄໍາທີ່ມີເຄົ້າມາຈາກພາສາຕ່າງປະເທດໃຫ້ປະຕິບັດດັ່ງນີ້: 1) ຄໍາທີ່ໄດ້ແປງມາເປັນພາສາລາວແລ້ວ ຊຶ່ງພ້ຽນຈາກພາສາເດີມ ແລະ ນິຍົມໃຊ້ກັນຢ່າງ ແພ່ຫຼາຍແລ້ວ ກໍໃຫ້ນໍາໃຊ້ ຫຼື ຂຽນແນວນັ້ນຕໍ່ໄປເຊັ່ນ: ກໍາຈັດ, ກັງວົນ, ຈະເລີນ, ຕໍາຫຼວດ... (ຂ.); ເຕົ້າຮູ້, ຍີ່ຫໍ້, ຫຸ້ນ... (ຈ.), ເຝີ, ຍໍ່, ບັນກວນ...(ຫວ.). 2) ຄໍາໃດຢືມມາຈາກ 2 ພາສາ ແລະ ໃຊ້ຄຽງຄູ່ກັນໄປ (ຝຣັ່ງ, ອັງກິດ) ໃຫ້ພິຈາລະນາວ່າ ເຮົາຢືມຄໍານັ້ນມາຈາກພາສາໃດກ່ອນ ແລະ ໃຫ້ສະກົດຄໍາຕາມພາສາທີ່ຢືມມາກ່ອນ. ຄໍາໃດທີ່ ໃຊ້ມາຢ່າງກວ້າງຂວາງ ແລະ ຊິນເຄີຍແລ້ວ ກໍຄວນຮັກສາໄວ້ ສ່ວນຄໍາທີ່ຢືມມາໃໝ່ ກໍກໍານົດວ່າ ຈະສະກົດຕາມພາສາໃດ ແລ້ວນໍາໃຊ້ໃຫ້ເປັນເອກະພາບກັນ. ໃນເອກະສານທາງການນັ້ນ, ຄໍາ ດຽວບໍ່ຄວນສະກົດຄໍາເປັນ 2 ພາສາ. ຕົວຢ່າງ: − ຄໍາທີ່ໃຊ້ມາກ່ອນແລ້ວ: ເອເລັກໂຕຣນິກ, ອິນເດຍ, ຣັດເຊຍ, ວິຕາມິນ, ນໍ້ານິນ, ປາແລັດ ສະຕິນ, ແອັດສະປາຍ, ອາກຊັງຕີນ, ລຸກຊໍາບວກ, ເຕັກໂນໂລຊີ... ບາງຄໍາທີ່ໃຊ້ມາແລ້ວ ແຕ່ເຫັນວ່າ ບໍ່ເໝາະສົມກັບຍຸກສະໄໝປັດຈຸບັນ ກໍປັບປຸງປ່ຽນແປງໃຊ້ ຄໍາທີ່ເໝາະສົມກວ່າ ເປັນຕົ້ນແມ່ນຊື່ບາງປະເທດ, ຊື່ສະຖານທີ່ ແລະ ອື່ນໆ ທີ່ສັງຄົມຍອມຮັບ ແລະ ເປັນທີ່ເຂົ້າໃຈດີກວ່າຄໍາທີ່ໃຊ້ມາກ່ອນ ເຊັ່ນ: ນິວຊີແລນ, ສະວີເດນ, ຈໍແດນ, ມຽນມາ, ເຈນີວາ... − ຄໍາທີ່ຢືມມາໃໝ່ ກໍໃຫ້ຂຽນຕາມສຽງພາສາອັງກິດ ເຊັ່ນ: ເອດ, ຄອມພິວເຕີ, ໄວຣັດ, ດາວໂຫຼດ... 3) ການຂຽນທັບສັບພາສາຕ່າງປະເທດ − ຄວນໃຊ້ພະຍັນຊະນະ, ສະຫຼະ ແລະ ຕົວສະກົດທີ່ກົງ ຫຼື ໃກ້ຄຽງກັບພາສາເດີມ, ແຕ່ບໍ່ ຄວນໃຫ້ຕົວໜັງສືເຫຼືອຢູ່ໃນຄໍາ ແລະ ບໍ່ນໍາໃຊ້ເຄື່ອງໝາຍກາລັນ. − ການຂຽນທັບສັບສາມາດໃຊ້ຕົວ ຣ, ສະກົດພິເສດກາງຄໍາ (ຖ້າຈໍາເປັນ) ແລະ ອັກສອນ ຄວບຕົວອື່ນໆລວມທັງຕົວ ວ ໄດ້. − ການຂຽນຄໍາທີ່ອອກສຽງສະຫຼະ ໄx ໃຫ້ໃຊ້ສະຫຼະ ໄx ໄມ້ມາຍຕົວດຽວເທົ່ານັ້ນ. − ສ່ວນຕົວສະກົດພິເສດທ້າຍຄໍາໃຊ້ສະເພາະຄໍາທີ່ຈໍາເປັນທີ່ສຸດເທົ່ານັ້ນ (ໃຊ້ໃນທາງໂຟ ເນຕິກ). RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
134 ບົດທີ 15 ການຍະຫວ່າງ (ການເວັ້ນວັກ) 1. ຄວາມໝາຍການຍະຫວ່າງ ການຍະຫວ່າງ ໝາຍເຖິງການເຮັດໃຫ້ມີໄລຍະຫ່າງລະຫວ່າງຄໍາ, ຂໍ້ຄວາມ ຫຼື ປະໂຫຍກໜຶ່ງໆ ເພື່ອໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍຢ່າງຖືກຕ້ອງຕາມຄວາມຕ້ອງການຂອງຜູ້ຂຽນ. ການຂຽນພາສາລາວ ໄດ້ກໍານົດໃຫ້ຂຽນຕົວໜັງສືຕິດຕໍ່ກັນໄປ ຊຶ່ງແຕກຕ່າງຈາກພາສາຕ່າງ ປະເທດທີ່ທຸກໆຄໍາຈະມີການຍະຫວ່າງຢ່າງຊັດເຈນ. ເຖິງຢ່າງໃດກໍຕາມ ການຂຽນພາສາລາວກໍ ຍັງມີຄວາມຈໍາເປັນໃຫ້ມີການຍະຫວ່າງ ເພື່ອຈະຊ່ວຍໃຫ້ຜູ້ອ່ານສາມາດແຍກຂໍ້ຄວາມໄດ້ຖືກ ຕ້ອງ, ເຂົ້າໃຈເນື້ອໃນໄດ້ຢ່າງຊັດເຈນ ແລະ ສະດວກໃນການອ່ານອອກສຽງ. ການຍະຫວ່າງນອກ ຈາກໃຊ້ເພື່ອສື່ສານລະຫວ່າງຜູ້ຂຽນ ແລະ ຜູ້ອ່ານແລ້ວ, ຍັງເປັນຫຼັກເກນໃນການຂຽນພາສາ ລາວອີກດ້ວຍ, ຖ້າຍະຫວ່າງຜິດບ່ອນ ກໍຈະພາໃຫ້ຄວາມໝາຍຜິດໄປດ້ວຍ. 2. ຮູບແບບຂອງການຍະຫວ່າງ ການຍະຫວ່າງມີ 2 ຮູບແບບ (2 ຂະໜາດ) ຄື: ຮູບແບບທີ 1: ການຍະຫວ່າງນ້ອຍ ເປັນການຈົ່ງໄລຍະຫ່າງໂດຍກໍານົດຄວາມກວ້າງເທົ່າ ກັບຕົວອັກສອນໜຶ່ງຕົວ ຫຼື ເທົ່າກັບການເຄາະແປ້ນພິມ 1 ເທື່ອ. ຮູບແບບທີ 2: ການຍະຫວ່າງໃຫຍ່ ເປັນການຈົ່ງໄລຍະຫ່າງໂດຍກໍານົດຄວາມກວ້າງເທົ່າ ກັບຕົວອັກສອນສອງຕົວ ຫຼື ເທົ່າກັບການເຄາະແປ້ນພິມ 2 ເທື່ອຂຶ້ນໄປ. ການພິຈາລະນາໃນການຍະຫວ່າງນ້ອຍ ຫຼື ໃຫຍ່ແມ່ນໃຫ້ເບິ່ງຄວາມເໝາະສົມຂອງເອກະ ສານ, ຄວາມສວຍງາມໃນການຈັດຮູບແບບເປັນຫຼັກ ຫຼື ການຕັ້ງ Tab ໃນການພິມ. ແຕ່ສ່ວນຫຼາຍ ໃຫ້ໃຊ້ການຍະຫວ່າງນ້ອຍເປັນຕົ້ນຕໍ. 3. ປະເພດຂອງການຍະຫວ່າງ ການຍະຫວ່າງມີ 3 ປະເພດ (3 ກໍລະນີ) ຄື: ປະເພດທີ 1: ຕ້ອງຍະຫວ່າງ ປະເພດທີ 2: ບໍ່ຕ້ອງຍະຫວ່າງ ປະເພດທີ 3: ຍະຫວ່າງ ຫຼື ບໍ່ຍະຫວ່າງກໍໄດ້ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
135 3.1 ກໍລະນີຕ້ອງຍະຫວ່າງ ກໍລະນີຕ້ອງຍະຫວ່າງ ໝາຍເຖິງລະຫວ່າງ ຄໍາ, ຂໍ້ຄວາມ ຫຼື ປະໂຫຍກນັ້ນຕ້ອງຍະ ຫວ່າງສະເໝີ ຖ້າບໍ່ຍະຫວ່າງຖືວ່າບໍ່ຖືກຕ້ອງ. ໃນການຂຽນ ຫຼື ພິມໜັງສືໃນພາສາລາວ ມີຫຼັກເກນການຍະຫວ່າງດັ່ງນີ້: 3.1.1 ການຍະຫວ່າງໃນປະໂຫຍກ ແລະ ຂໍ້ຄວາມ 1. ຍະຫວ່າງເມື່ອຈົບປະໂຫຍກສົມບູນ ໃນທ້າຍປະໂຫຍກໃຫ້ໃສ່ເຄື່ອງໝາຍຈໍ້າ, ຍະຫວ່າງ ແລ້ວຈຶ່ງຂຽນປະໂຫຍກໃໝ່ຕໍ່ໄປ. ຕົວຢ່າງ: ìວັນນະຄະດີ ເປັນສິ່ງສະແດງຈິດໃຈ ແລະ ວັດທະນະທໍາຂອງຊາດດີກວ່າແນວອື່ນ. ວັນນະຄະດີເປັນພະຍານຫຼັກຖານບອກໃຫ້ຮູ້ຄວາມເປັນຢູ່, ຄວາມຄິດ, ຄວາມເຫັນ, ຮີດຄອງປະເພນີຂອງຊາດໃນສະໄໝຕ່າງໆ ດີກວ່າປະຫວັດສາດ ເພາະປະຫວັດສາດ ບັນທຶກໄວ້ແຕ່ເຫດການພາຍນອກທີ່ເກີດຂຶ້ນແລ້ວ ສ່ວນວັນນະຄະດີ ສະແດງເຖິງອໍາ ນາດອັນສໍາຄັນ ທີ່ຝັງຢູ່ໃນຈິດໃຈຂອງປະຊາຊາດ ອັນເປັນສະມຸດຖານຂອງເຫດ ການທີ່ ຜາກົດອອກມາພາຍນອກ. ດັ່ງນັ້ນ ວັນນະຄະດີ ຈຶ່ງເປັນຮາກຖານຂອງຄວາມເປັນຊາດ ຢ່າງເລິກເຊິ່ງ ຖ້າຂາດຮາກຖານຄືວັນນະຄະດີນີ້ແລ້ວ ຊາດຂອງເຮົາອາດຖືກລຶບລ້າງ ສູນຫາຍໄປເທື່ອລະນ້ອຍ ຈົນກັບກາຍເປັນຊາດອື່ນໄປ ເພາະບໍ່ມີຫຼັກໃຫ້ຖືວ່າ ຕົນມີ ລັກສະນະອັນແທ້ຈິງເປັນຢ່າງໃດ. ປັດຈຸບັນ ຄວາມເປັນຢູ່ພາຍນອກຂອງມະນຸດໃກ້ຄຽງ ກັນຫຼາຍ ຍ້ອນອໍານາດຂອງວິທະຍາສາດ ແລະ ອິດທິພົນຂອງຊາວຕາເວັນຕົກî. (ຄັດຈາກປຶ້ມ ìປະໂຫຍດຂອງວັນນະຄະດີî ຂອງມະຫາສິລາ ວີຣະວົງ. ພິມປີ1996. ໜ້າ 29) ໝາຍເຫດ: ເຄື່ອງໝາຍຂີດກ້ອງ ໝາຍເຖິງຕົວຢ່າງບ່ອນຍະຫວ່າງ 2. ໃນປະໂຫຍກຍາວໃຫ້ຍະຫວ່າງ ເພື່ອຂັ້ນໃຈຄວາມຍ່ອຍໃນປະໂຫຍກ (ທີ່ນ້ອຍ ກວ່າຈຸດ) ເພື່ອໃຫ້ຜູ້ອ່ານເຂົ້າໃຈຊັດເຈນ ແລະ ຢຸດພັກໜ້ອຍໜຶ່ງເວລາອ່ານອອກສຽງ ຕົວຢ່າງ: ìແຕ່ວ່າ ຫຼັງຈາກເຈລະຈາກັນເກືອບເດືອນໜຶ່ງແລ້ວ ທັງສອງຝ່າຍສາມາດເປັນ ເອກະສັນກັນ ເຊັນຖະແຫຼງການຮ່ວມສະບັບໜຶ່ງ. ຖະແຫຼງການຮ່ວມສະບັບນັ້ນ ໄດ້ເວົ້າ ວ່າ ທັງສອງຝ່າຍພ້ອມກັນເຫັນດີວ່າ ຈະຊອກທຸກວິທີທາງໃຫ້ໄປເຖິງບ່ອນຕົກລົງກັນໄດ້ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
136 ໃນທຸກບັນຫາຢ່າງພໍໃຈແກ່ສອງຝ່າຍ ເພື່ອພ້ອມກັນສ້າງສາບ້ານເມືອງລາວ ໃຫ້ມີສັນຕິ ພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນî. (ຄັດຈາກປຶ້ມ ìຄວາມຊົງຈໍາຂອງຊີວິດເຮົາ ໃນຂະບວນວິວັດແຫ່ງປະຫວັດສາດຂອງປະເທດລາວî ຂອງທ່ານພູມີວົງວິຈິດ. ພິມປີ 1987. ໜ້າ 91) 3. ໃນປະໂຫຍກປະສົມ ໃຫ້ຍະຫວ່າງທາງໜ້າຄໍາຕໍ່ ຫຼື ຄໍາສັນທານ (ຍົກເວັ້ນຄໍາ ìແລະî ìຫຼືî ທີ່ຕ້ອງຍະຫວ່າງທາງໜ້າ ແລະ ຫຼັງ) ຕົວຢ່າງ: ຂ້ອຍກິນເຂົ້າ ແລ້ວກໍໄປໂຮງຮຽນ. ລາວກິນເຂົ້າແລ້ວ ຈຶ່ງອ່ານໜັງສື ຝົນຕົກ ແຕ່ແດດອອກ. ຂ້ອຍຈະຮຽນການຊ່າງ ຖ້າພໍ່ແມ່ເຫັນດີ. 3.1.2 ການຍະຫວ່າງລະຫວ່າງຄໍາ ແລະ ວະລີ 1. ຍະຫວ່າງລະຫວ່າງຄໍາ (ຫຼາຍພະຍາງ) ໃນວະລີ ຫຼື ກຸ່ມຄໍາ ຕົວຢ່າງ: ຮຽນແລ້ວ ຮຽນອີກ ຮຽນເລື້ອຍໆໄປ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ສາທາລະນະລັດ ປະຊາຊົນຈີນ 2. ຍະຫວ່າງລະຫວ່າງຊື່ ກັບນາມສະກຸນ ຕົວຢ່າງ: ທ້າວຄໍາມີ ສີສະຫງ່າ ນາງແດງ ແພງພົງພັນ 3. ຍະຫວ່າງລະຫວ່າງຊື່ ຫຼື ນາມສະກຸນ ກັບຕໍາແໜ່ງ ຕົວຢ່າງ: ທ່ານພົມມີນັນທະວົງ ຜູ້ອໍານວຍການໂຮງຮຽນມັດທະຍົມສາທິດ ທ່ານຄໍາແພງ ນາຍບ້ານບ້ານດົງໂດກ 4. ຍະຫວ່າງລະຫວ່າງຍົດ (ຊັ້ນ) ກັບຊື່ ຕົວຢ່າງ: ພົນເອກ ຄໍາໄຕ ສີພັນດອນ ພົນເອກ ສີສະຫວາດ ແກ້ວບຸນພັນ ພົນເອກ ຈັນສະໝອນ ຈັນຍາລາດ ພົນໂທ ສະໝານ ວິຍະເກດ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
137 5. ຍະຫວ່າງລະຫວ່າງພະນາມກັບຖານັນດອນສັກ ຕົວຢ່າງ: ສົມເດັດເຈົ້າມະຫາອຸປະຣາດ ເພັດຊະຣາດ ຣັດຕະນະວົງສາ 6. ຍະຫວ່າງລະຫວ່າງຄໍານໍາໜ້ານາມແຕ່ລະຊະນິດ ຕົວຢ່າງ: ສາດສະດາຈານ ດອກເຕີ ບຸນຕຽມ ພິດສະໄໝ 7. ຍະຫວ່າງລະຫວ່າງຕົວອັກສອນຫຍໍ້ກັບຂໍ້ຄວາມທົ່ວໄປ ຕົວຢ່າງ: ລັດຖະທໍາມະນູນແຫ່ງ ສປປ ລາວແມ່ນກົດໝາຍພື້ນຖານຂອງ ສປປ ລາວ. 8. ຍະຫວ່າງຕົວໜັງສືກັບຕົວເລກ ຕົວຢ່າງ: − ຊັ້ນປະຖົມສຶກສາປີທີ 5 − ລຸງຄໍາພັນລ້ຽງງົວ 100 ໂຕ − ກອງປະຊຸມຈະຈັດຂຶ້ນໃນເວລາ 8:00 ໂມງ ຂອງວັນຈັນ, ວັນທີ 21 ຕຸລາ 2019 − ເດີ່ນເປຕັງກວ້າງ 4 ແມັດ, ຍາວ 15 ແມັດ − ເຂົ້າສານ 12 ກິໂລ ລາຄາ 110.000 ກີບ 9. ຍະຫວ່າງລະຫວ່າງຕົວໜັງສືລາວກັບຕົວໜັງສືພາສາອື່ນ ຕົວຢ່າງ: ເວລາພິມເອກະສານແລ້ວ ໃຫ້ save as ໄວ້ທີ່ My Documents ຫຼື Desktop. ເວລາຈະເອົາ file ເອກະສານອອກຈາກຄອມພິວເຕີກໍcopy ໃສ່ USB. 10. ຍະຫວ່າງຢ່ ູທາງໜ້າ ແລະ ຫຼັງຄໍາ ìແລະî, ìຫຼືî ຕົວຢ່າງ: ìວິທີຂຽນຄໍາລາວ ແລະ ຄໍາທີ່ເອົາມາຈາກພາສາອື່ນແມ່ນວິທີສະກົດຕາມສຽງທີ່ ເຄີຍໃຊ້ກັນຢູ່ປະເທດລາວî. (ຄັດຈາກ ພະລາຊະໂອງການເລກທີ 10, ລົງວັນທີ 27/1/1949 ກ່ຽວກັບຫຼັກການຂຽນທາງລາຊະການຕາມອັກຂະຫຼະລາວ) ìພະຍາງແມ່ນສຽງໜຶ່ງໃນຄໍາ, ຈະມີຄວາມໝາຍ ຫຼື ບໍ່ມີ ກໍຕາມ. ຄໍາໜຶ່ງອາດມີພະ ຍາງດຽວ ຫຼື ຫຼາຍພະຍາງî. (ຄັດຈາກປຶ້ມ ìໄວຍາກອນລາວ ພາກທີໜຶ່ງ ອັກຂະຫຼະວິທີî ສະບັບລາຊະບັນດິດສະພາລາວ. ໜ້າ 10) RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
138 ໝາຍເຫດ: ການຍະຫວ່າງທາງໜ້າ ແລະ ຫຼັງຄໍາ ແລະ ຫຼືເປັນຫຼັກເກນທີ່ໄດ້ປະຕິບັດກັນມາແຕ່ ເຫິງນານ ໂດຍສະເພາະໃນປະໂຫຍກທີ່ມີການແຈກແຈງແຕ່ 3 ລາຍການຂຶ້ນໄປ ຊຶ່ງມີເຄື່ອງໝາຍ ຈຸດຂັ້ນ 2 ລາຍການມາກ່ອນແລ້ວ ທັງນີ້ກໍເພື່ອຄວາມສະດວກໃນການອ່ານ ແລະ ຄວາມສວຍ ງາມໃນການຂຽນ. ຕົວຢ່າງ: ວັນລັດຖະການມີ 5 ວັນຄື: ວັນຈັນ, ວັນອັງຄານ, ວັນພຸດ, ວັນພະຫັດ ແລະ ວັນສຸກ. ສ່ວນ ວັນພັກມີ 2 ວັນຄື: ວັນເສົາ ແລະ ວັນອາທິດ. 11. ຍະຫວ່າງລະຫວ່າງຊື່ບໍລິສັດ, ທະນາຄານ...ກັບຄໍາ ìຈໍາກັດî, ìມະຫາຊົນî ທີ່ຢູ່ທ້າຍຊື່ ຕົວຢ່າງ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ 12. ຍະຫວ່າງລະຫວ່າງຊື່ສະຖານທີ່ຕ່າງໆ ເຊັ່ນ: ຮ່ອມ, ຖະໜົນ, ຄຸ້ມ, ໜ່ວຍ, ບ້ານ ເມືອງ ແຂວງ (ຫຼື ອາດໃສ່ເຄື່ອງໝາຍຈຸດຂັ້ນກໍໄດ້) ຕົວຢ່າງ: ບ້ານແບງຄໍາ ເມືອງແບງ ແຂວງອຸດົມໄຊ ຮ່ອມ 1 ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ບ້ານຜາສຸກ ນະຄອນຫຼວງພະບາງ ແຂວງຫຼວງພະບາງ 13. ຍະຫວ່າງຢູ່ໜ້າ ແລະ ຫຼັງເຄື່ອງໝາຍ: ວົງເລັບ, ວົງຢືມ, ວົງຂໍ, ວົງຕັດ, ວົງປີກກາ (ເບິ່ງຕົວຢ່າງໃນບົດເຄື່ອງໝາຍວັກຕອນ) 14. ຍະຫວ່າງຢູ່ຫຼັງເຄື່ອງໝາຍ: ຈໍ້າ, ຈຸດ, ຈໍ້າຈຸດ, ສອງຈໍ້າ, ສາມຈໍ້າ, ໝາຍຖາມ, ໝາຍ ຊໍ້າ, ເກາະລະ, ໝາຍທ້ວງ (ເບິ່ງຕົວຢ່າງໃນບົດເຄື່ອງໝາຍວັກຕອນ) 15. ຍະຫວ່າງຢູ່ຫຼັງຂໍ້ຄວາມທີ່ເປັນຫົວຂໍ້ ຕົວຢ່າງ: ຄໍາເຄົ້າ ແມ່ນຄໍາເວົ້າຄໍາໜຶ່ງ ທີ່ມີຄວາມໝາຍຢ່າງໜຶ່ງມາແຕ່ດັ້ງເດີມ. 16. ຍະຫວ່າງທາງໜ້າ ແລະ ຫຼັງຄໍາ ìໄດ້ແກ່î ຕົວຢ່າງ: ຜູ້ຊະນະເລີດໃນການແຂ່ງຂັນຊ່ວງເຮືອທີ່ທ່າວັດຈັນປະຈໍາປີ 2019 ປະເພດ ຊາຍ ໄດ້ແກ່ ລີສອດປາກນໍ້າຄານ ນະຄອນຫຼວງພະບາງ. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
139 17. ຍະຫວ່າງທາງໜ້າ ແລະ ຫຼັງຄໍາ ìເຊັ່ນ:î (ໃນຄວາມໝາຍວ່າ ຍົກຕົວຢ່າງ) ຕົວຢ່າງ: ແຫຼ່ງທ່ອງທ່ຽວທີ່ແຂວງອຸດົມໄຊມີຫຼາຍແຫ່ງ ເຊັ່ນ: ຖໍ້າຈອມອອງ ເມືອງໄຊ, ປ່າຫີນ ເມືອງຮຸນ, ນໍ້າກັດຢໍລະປ່າ ເມືອງໄຊ, ວັດພະເຈົ້າສິງຄໍາ ເມືອງຫຼາ, ນໍ້າຕົກຕາດຕະແລ ເມືອງຮຸນ, ຖໍ້າກຸດ ເມືອງງາ ແລະ ອື່ນໆ. 18. ຍະຫວ່າງທາງໜ້າຄໍາ ìເປັນຕົ້ນî ທີ່ຢ່ ູຫຼັງລາຍການ ຕົວຢ່າງ: ປີ 2015 ທົ່ວປະເທດມີແຫຼ່ງຜະລິດໄຟຟ້າທີ່ສ້າງສໍາເລັດ 38 ແຫ່ງ ທຽບໃສ່ປີ 2010 ເພີ່ມຂຶ້ນ 26 ແຫ່ງ, ມີບັນດາແຫຼ່ງຜະລິດພະລັງງານໄຟຟ້າທີ່ສ້າງຂຶ້ນໃໝ່ ເຊັ່ນ: ນໍ້າງື່ມ 2, ເທີນ-ຫີນບູນພາກຂະຫຍາຍ, ນໍ້າອູ 2, ນໍ້າອູ 5, ນໍ້າອູ 6, ນໍ້າຄານ 2, ນໍ້າງຽບ 2, ໂຮງງານ ຄວາມຮ້ອນຫົງສາລິກໄນ ເປັນຕົ້ນ ຊຶ່ງສາມາດຜະລິດພະລັງງານໄຟຟ້າໄດ້ 33.315 ລ້ານກິໂລວັດໂມງຕໍ່ປີ. (ແຫຼ່ງຂໍ້ມູນຈາກ: www.poweringprogress.org. July 10, 2019) 19. ຍະຫວ່າງຢູ່ຫຼັງຄໍາ ìວ່າî ໃນກໍລະນີທີ່ຂໍ້ຄວາມຕໍ່ມາມີລາຍລະອຽດ ຫຼື ເປັນປະໂຫຍກ ຕົວຢ່າງ: ìຄຸນສົມບັດ ແປວ່າ ສິ່ງທີ່ມີປະຈໍາຕົວ ຊຶ່ງເປັນຄວາມດີ ແລະ ສິນທໍາປະຕິວັດ ແປ ວ່າ ຄວາມຍຸຕິທໍາ ທີ່ທຸກຄົນຮັບເອົາໄດ້ ແລະ ໄດ້ປ່ຽນແປງອັນເກົ່າ ມາຖືເອົາອັນໃໝ່ແລ້ວî. ìຄົນເຮົາຖ້າຢາກເປັນຜູ້ດີຕ້ອງຕໍ່ສູ້ກັບແນວຄິດເດີມຂອງຕົນເອງ ເພື່ອປະຕິບັດແຕ່ ຄວາມດີ, ລະຖິ້ມຄວາມຊົ່ວດ້ວຍຄວາມຕື່ນຕົວສະໝັກໃຈ ໂດຍບໍ່ຖ້າໃຫ້ຜູ້ໃດມາບັງຄັບ ຈຶ່ງຈະເຮັດໃຫ້ແຕ່ລະຄົນກາຍເປັນຄົນທີ່ດີເລີດທີ່ເພິ່ນເອີ້ນວ່າ ມະນຸດ ຊຶ່ງຈະຢູ່ນໍາກັນ ຫຼາຍປານໃດກໍບໍ່ຜິດຖຽງກັນຈັກເທື່ອ, ອາການເປັນແນວນັ້ນເພິ່ນເອີ້ນວ່າ ຄວາມສາມັກຄີî. (ຄັດຈາກປຶ້ມ ìຄຸນສົມບັດໃໝ່ ແລະ ສິນທໍາປະຕິວັດî ຂອງທ່ານພູມີ ວົງວິຈິດ. ພິມຄັ້ງທີ 2, ປີ 2013. ໜ້າ 11 ແລະ 13) ໃນກໍລະນີໃຊ້ຄໍາ ìວ່າî ທີ່ຂໍ້ຄວາມຕໍ່ໄປເປັນຄໍາຢືມຄໍາເວົ້າຂອງຜູ້ອື່ນ ຫຼື ຂໍ້ຄວາມ ຄັດຈາກເອກະສານອ້າງອີງອື່ນໃຫ້ໃສ່ສອງຈໍ້າ ແລ້ວຈຶ່ງຍະຫວ່າງ. ຕົວຢ່າງ: ຈົ່ງອະທິບາຍຄໍາສຸພາສິດທີ່ວ່າ: ìຢູ່ໃຫ້ເຮັດດີ ໜີໃຫ້ເພິ່ນຄິດຮອດî ທ່ານໄກສອນ ພົມວິຫານກ່າວວ່າ: ìຕ້ອງນໍາເອົາການສຶກສາໄປກ່ອນກ້າວໜຶ່ງî RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
140 3.2 ການບໍ່ຍະຫວ່າງ ກໍລະນີບໍ່ຕ້ອງຍະຫວ່າງ ໝາຍເຖິງລະຫວ່າງ ຄໍາ ຫຼື ຂໍ້ຄວາມນັ້ນ ໃຫ້ຂຽນຕິດກັນໄປບໍ່ ຕ້ອງຍະຫວ່າງ ຖ້າຍະຫວ່າງຖືວ່າບໍ່ຖືກຕ້ອງ. 1. ບໍ່ຍະຫວ່າງລະຫວ່າງຄໍານໍາໜ້າຊື່ກັບຊື່ (ບາ, ອີ່, ທ້າວ, ນາງ, ທ່ານ, ທ່ານນາງ, ຍານາງ, ສະຫາຍ, ສະຫາຍນາງ, ພະ) ຕົວຢ່າງ: ບາຄໍາ ອີ່ຫຼ້າ ທ້າວບຸນມີ ນາງແກ້ວມະນີ ທ່ານພູມີ ທ່ານນາງຄໍາແພງ ສະຫາຍຄໍາພູນ ສະຫາຍນາງບຸນເພັງ ພະບຸນລ່ວມ 2. ບໍ່ຍະຫວ່າງລະຫວ່າງຄໍາທີ່ໃຊ້ແທນຄໍານໍາໜ້າຊື່ຕ່າງໆກັບຊື່ ທີ່ເອີ້ນຕາມປະເພນີໃນສັງ ຄົມລາວ ເພື່ອໃຫ້ເໝາະສົມກັບກາລະເທສະ ແລະ ບຸກຄົນ (ພໍ່, ອ້າຍ, ອາວ, ນ້າ, ລຸງ, ພໍ່ຕູ້, ພໍ່ເຖົ້າ, ແມ່, ເອື້ອຍ, ນ້ອງ, ອາ, ປ້າ, ແມ່ເຖົ້າ, ແມ່ຕູ້, ທິດ, ຊຽງ ຯລຯ) ຕົວຢ່າງ: ພໍ່ຄໍາພັນ ລຸງບຸນທັນ ອ້າຍບຸນຕາ ເອື້ອຍນາລີ ແມ່ຕູ້ສາ 3. ບໍ່ຍະຫວ່າງລະຫວ່າງບັນດາສັກ, ສະມະນະສັກ, ຖານັນດອນສັກກັບນາມ ຕົວຢ່າງ: ພະຍານັນທະເສນ ເຈົ້າສຸລິຍະວົງສາ ເຈົ້າສຸວັນນະພູມາ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
141 ສະເດັດເຈົ້າສຸພານຸວົງ 4. ບໍ່ຍະຫວ່າງລະຫວ່າງຄໍານໍາໜ້າຊື່ທີ່ເປັນຕໍາແໜ່ງ ຫຼື ອາຊີບ ຕົວຢ່າງ: ນາຍຄູຄໍາ ອາຈານພິມມະສອນ ທ່ານໝໍທອງດີ ມະຫາສິລາ 5. ບໍ່ຍະຫວ່າງລະຫວ່າງຄໍານໍາໜ້າຊື່ກັບຊື່ໜ່ວຍງານ ຕົວຢ່າງ: ກະຊວງສຶກສາທິການ ແລະ ກິລາ ສະຫະພັນບານເຕະແຫ່ງຊາດລາວ ໂຮງໝໍມິດຕະພາບ ໂຮງຮຽນມັດທະຍົມສົມບູນວຽງຈັນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ສະມາຄົມເຟີນີເຈີລາວ ບໍລິສັດລັດວິສາຫະກິດໂຮງພິມສຶກສາ 6. ບໍ່ຍະຫວ່າງລະຫວ່າງຄໍານໍາໜ້າຊື່ກັບຊື່ສະຖານທີ່ (ໂຮງ ເຮືອນ ຮ້ານ ບ້ານ ເມືອງ ແຂວງ...) ຕົວຢ່າງ: ໂຮງໝໍມະໂຫສົດ ເຮືອນພັກແຄມງື່ມ ຮ້ານຄອມພິວເຕີ ບ້ານວຽງຈະເລີນ ເມືອງຍອດອູ ແຂວງຜົ້ງສາລີ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
142 7. ບໍ່ຍະຫວ່າງທາງໜ້າ ແລະ ຫຼັງຄໍາ ìເຊັ່ນî ທີ່ມີຄວາມໝາຍວ່າ ìເໝືອນî, ìຢ່າງî, ìດັ່ງî ຫຼື ທີ່ມີຄວາມໝາຍວ່າ ìຮຸ່ນຄົນî ຕົວຢ່າງ: ໃຈດໍາເຊັ່ນກາ ເປັນເຊັ່ນນີ້ ເຊັ່ນດຽວກັນ ຫຼາຍເຊັ່ນຄົນ 8. ໃນກໍລະນີໃຊ້ຄໍາ ìວ່າî ແຕ່ບໍ່ມີລາຍລະອຽດຕໍ່ໄປ ກໍບໍ່ຕ້ອງຍະຫວ່າງ ຕົວຢ່າງ: ຮັ່ງເພິ່ນຈຶ່ງວ່າດີ ມີເພິ່ນຈຶ່ງວ່າພີ່ນ້ອງ 9. ບໍ່ຍະຫວ່າງທາງໜ້າ ແລະ ຫຼັງເຄື່ອງໝາຍຂີດຕໍ່ທີ່ຢູ່ລະຫວ່າງຄໍາ, ໝາຍທັບ ຕົວຢ່າງ: ວັດຈະນານຸກົມລາວ-ອັງກິດ ຂົວມິດຕະພາບລາວ-ໄທ ກໍ່ສ້າງ ແລະ/ຫຼື ສ້ອມແປງ ຫ້ອງ ມ.3/1 3.3 ກໍລະນີຍະຫວ່າງກໍໄດ້ ບໍ່ຍະຫວ່າງກໍໄດ້ ການຍະຫວ່າງ ແລະ ບໍ່ຍະຫວ່າງທີ່ກ່າວມານັ້ນເປັນຫຼັກເກນໃນການປະຕິບັດ, ແຕ່ບາງ ຄັ້ງອາດຈະຍະຫວ່າງ ຫຼື ບໍ່ຍະຫວ່າງກໍໄດ້ ທັງນີ້ຂຶ້ນຢູ່ກັບດຸນພິນິດຂອງຜູ້ຂຽນ ແລະ ເນື້ອໃນ ຄວາມໝາຍ ນັບທັງອາລົມທີ່ຈະສື່ສານອອກໄປໃນສະຖານະການຕ່າງໆ. 1. ຈະຍະຫວ່າງ ຫຼື ບໍ່ຍະຫວ່າງທາງໜ້າ ແລະ ຫຼັງຄໍາ ìແລະî, ìຫຼືî ກໍໄດ້ ຖ້າວ່າເປັນຄໍາຕໍ່ ລະຫວ່າງຄໍາກັບຄໍາ (ໃນປະໂຫຍກທີ່ມີການແຈກແຈງພຽງແຕ່ 2 ລາຍການ) ການຂຽນແບບມີຍະຫວ່າງ ການຂຽນແບບບໍ່ຍະຫວ່າງ ຕົວຢ່າງ: ພໍ່ ແລະ ແມ່ ພໍ່ແລະແມ່ ອ້າຍ ແລະ ນ້ອງ ອ້າຍແລະນ້ອງ ເຂົ້າ ແລະ ນໍ້າ ເຂົ້າແລະນໍ້າ ຊຶ່ງກັນ ແລະ ກັນ ຊຶ່ງກັນແລະກັນ ໃຫ້ກັນ ແລະ ກັນ ໃຫ້ກັນແລະກັນ ແລະ ອື່ນໆ ແລະອື່ນໆ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
143 ການຂຽນແບບມີຍະຫວ່າງ ການຂຽນແບບບໍ່ຍະຫວ່າງ ຕົວຢ່າງ: ຫຼື ບໍ່ ຫຼືບໍ່ ຫຼື ໃດ ຫຼືໃດ ຫຼື ຍັງ ຫຼືຍັງ 2. ຈະຍະຫວ່າງ ຫຼື ບໍ່ຍະຫວ່າງທາງໜ້າ ແລະ ຫຼັງເຄື່ອງໝາຍວົງເລັບ ( ), ວົງຢືມ ì î ກໍໄດ້ ໃນກໍລະນີມີເນື້ອທີ່ຈໍາກັດ ແລະ ຕ້ອງການຈັດແຖວໃຫ້ສວຍງາມ 3. ຈະຍະຫວ່າງ ຫຼື ບໍ່ຍະຫວ່າງກໍໄດ້ຖ້າຄວາມໝາຍຂອງຂໍ້ຄວາມບໍ່ປ່ຽນແປງ ແລະ ເວລາ ອ່ານບໍ່ໄດ້ຢຸດພັກໃນບ່ອນທີ່ຍະຫວ່າງ ການຂຽນແບບມີຍະຫວ່າງ ການຂຽນແບບບໍ່ຍະຫວ່າງ ກະລຸນາຮັດສາຍແອວ ໃນຂະນະນັ່ງ ກະລຸນາຮັດສາຍແອວໃນຂະນະນັ່ງ ຮ້ານ ວັດສະດຸກໍ່ສ້າງ ຮ້ານວັດສະດຸກໍ່ສ້າງ RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
144 ເອກະສານອ້າງອີງ ກະຊວງສຶກສາ. ໄວຍາກອນສໍາລັບຊັ້ນມັດທະຍົມປີທີ 1. 1983 ກະຊວງສຶກສາທິການ. ໄວຍາກອນລາວ ພາກ 1, ອັກຂະຫຼະວິທີ. ຄະນະກໍາມະການວັນນະຄະດີ, 1954. ກະຊວງສຶກສາທິການ. ໄວຍາກອນລາວ ພາກ 1, ອັກຂະຫຼະວິທີ. ຄະນະກໍາມະການວັນນະຄະດີ. ພິມເທື່ອທີ 4, 1964. ກະຊວງສຶກສາທິການ. ໄວຍາກອນລາວ ພາກ 1, ອັກຂະຫຼະວິທີ. ຄະນະກໍາມະການວັນນະຄະດີ. ພິມເທື່ອທີ 6, 1968. ກະຊວງສຶກສາທິການ, ສິລະປະກອນ ແລະ ກິລາຍຸວະຊົນ. ໄວຍາກອນລາວ, ພາກທີ 1 ອັກຂະຫຼະ ວິທີ. ສະບັບລາຊະບັນດິດສະພາລາວ, ພິມເທື່ອທີ 1, 1972. ກະຊວງສຶກສາທິການ, ກິລາ ແລະ ທໍາມະການ. ໄວຍາກອນລາວ ອຸດົມ 1. ກົມຄົ້ນຄວ້າ ແລະ ຮຽບຮຽງຈັດພິມ, 1980. ກະຊວງມະຫາດໄທ ແລະ ທໍາມະການ. ອັກຂະຫຼະສະມະຍະ ວ່າດ້ວຍຕົວໜັງສືລາວ (ສະບັບ ອັດສໍາເນົາ). 1950. ຄະນະກໍາມະການອັກສອນສາດ ແລະ ວັນນະຄະດີ. ອັກຂະຫຼະວິທີ. ຈັດພິມປີ 1960. ສິລາ ວີຣະວົງ, ມະຫາ. ປະຫວັດໜັງສືລາວ. ພິມເທື່ອທີ 2, 1995. ສິລາ ວີຣະວົງ, ມະຫາ. ປະໂຫຍດຂອງວັນນະຄະດີ. ຈັດພິມຄືນໂດຍຫໍສະໝຸດແຫ່ງຊາດ, 1996. ພະລາຊະໂອງການ ເລກທີ 10. ກ່ຽວກັບຫຼັກການຂຽນທາງລາຊະການຕາມແມ່ອັກຂະຫຼະລາວ. ສະບັບລົງວັນທີ 27/1/1949. ພາສາລາວ (LANGUE LAOTIENNE). ວຽງຈັນ, 1924. ໄວຍາກອນລາວ 1 ອັກຂະຫຼະວິທີ. ຫໍສະໝຸດປະເທດລາວ ພິມເທື່ອທີ 1, 1935. ໄວຍາກອນພາສາລາວ (GRAMMAIRE LAOTIENE). ປາຣີ, 1937. ພູມີ ວົງວິຈິດ. ໄວຍາກອນລາວ. ຫ້ອງການສຶກສາສູນກາງ ພິມຈໍາໜ່າຍ, ພິມເທື່ອທີໜຶ່ງ,1967. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES
145 ພູມີ ວົງວິຈິດ. ຄວາມຊົງຈໍາຂອງຊີວິດເຮົາ ໃນຂະບວນວິວັດແຫ່ງປະຫວັດສາດຂອງປະເທດລາວ. ພິມທີ່ວິສາຫະກິດການພິມຈໍາໜ່າຍສຶກສາ, 1987. ພູມີ ວົງວິຈິດ. ຄຸນສົມບັດໃໝ່ ແລະ ສິນທໍາປະຕິວັດ. ພິມຄັ້ງທີ 2 ໂດຍສໍານັກພິມນັກປະພັນລາວ, 2013. ອັກຂະຫຼະ ແລະ ສະກົດຄໍາໃນພາສາລາວ, 1944. ອ່ອນແກ້ວ ນວນນະວົງ ແລະ ຄະນະ. ໄວຍາກອນລາວປັດຈຸບັນ, ພາກທີ 1 ອັກຂະຫຼະວິທີ. ພິມ ທີ່ວິສາຫະກິດການພິມຈໍາໜ່າຍສຶກສາ, 2000. RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES RIES