ການພັດທະນາພະນັກງານຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
ບົດຄັດຫຍໍ້
ການສຶກສາກ່ຽວກັບການການພັດທະນາພະນັກງານຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ມີ 2 ຈຸດປະສົງ 1) ສຶກສາສະພາບການພັດທະນາພະນັກງານ ແລະ 2) ສຶກສາແນວທາງໃນ ການພັດທະນາພະນັກງານຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃຊ້ວິທີການສຶກສາແບບປະ ລິມານ ແລະ ຄຸນນະພາບ, ໂດຍໃຊ້ແບບສອບຖາມ ແລະ ແບບສໍາພາດເປັນເຄື່ອງມືເກັບກຳຂໍ້ມູນຈາກ ກຸ່ມຕົວ ຢ່າງ 196 ທ່ານ ແລະ ກຸ່ມເປົ້າໝາຍ 7 ທ່ານຢູ່ໃນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ການວິເຄາະຂໍ້ມູນແມ່ນໃຊ້ສະຖິຕິພັນລະນາ ແລະ ຂໍ້ມູນດ້ານຄຸນນະພາບ ແມ່ນນໍາມາສັງລວມ,ປຽບທຽບ ແລະ ວິເຄາະຂໍ້ມູນຕາມຈຸດປະສົງຂອງການສຶກສາ ຜົນການສຶກສາພົບວ່າ: ສະພາບການພັດທະນາພະນັກງານ ໃນ 8 ດ້ານຄື: 1) ດ້ານທິດສະດີ ການເມືອງພະນັກງານສ່ວນຫຼາຍ ແມ່ນໄດ້ຮັບການຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ ໄລຍະ 45 ວັນ, 5 ເດືອນ ແລະ 1 ປີ ແລະ ມີຈໍານວນໜ້ອຍທີ່ມີເງື່ອນໄຂໃນການໄປຍົກລະດັບຢູ່ຫວຽດນາມ ແລະ ສປ ຈີນ; 2) ດ້ານການພັດທະນາແນວຄິດ ພະນັກງານເຄິ່ງໜຶ່ງໄດ້ເຂົ້າຮ່ວມສໍາມະນາກ່ຽວກັບປະຫວັດສາດ ແລະ ວຽກງານຊາວໜຸ່ມ; 3) ດ້ານພາສາຕ່າງປະເທດໄດ້ສົ່ງພະນັກງານໄປຍົກລະດັບ ພາສາອັງກິດເປັນສ່ວນຫຼາຍ. 4) ດ້ານວິຊາການວຽກງານຊາວໜຸ່ມສ່ວນໃຫຍ່ໄດ້ຝຶກອົບຮົມຢູ່ ຫວຽດນາມ ແລະ ຈີນກ່ຽວກັບວຽກງານໂຄສະນາ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຊາວໜຸ່ມ- ເຍົາວະຊົນ; 5) ການປະຕິບັດໜ້າທີ່ວຽກງານສ່ວນໃຫຍ່ໄດ້ຮັບການພັດທະນາຄວາມຮູ້ຂອງຕົນດ້ານ ບົດບາດ ແລະ ໜ້າທີ່ຂອງສູນກາງ, ນະໂຍບາຍ, ມະຕິກອງປະຊຸມ, ລະບຽບການ, ການຂຽນແຜນຕ່າງໆ: 6) ແບບແຜນວິທີເຮັດວຽກສ່ວນໃຫຍ່ແມ່ນສຸມໃສ່ວຽກງານອົບຮົມການຂຽນຕຳແໜ່ງງານ ແລະ ຮ່າງນິຕິກຳ, ການຮ່າງເອກະສານລັດຖະການ, ການຕີລາຄາປະເມີນລັດຖະກອນ, ການເຮັດບົດ ສະຫຼຸບ ແລະ ການຂຽນລາຍງານ; 7) ດ້ານການນໍາພາຊາວໜຸ່ມໄດ້ເອົາໃຈໃສ່ໃນການຊຸກຍູ້,
ປຸກລະດົມພະນັກງານເຂົ້າຝຶກອົບຮົມໃນຫົວຂໍ້ປິ່ນອ້ອມວຽກງານ, ການຊ່ວຍເຫຼືອສັງຄົມ, ການເປັນຜູ້ນໍາ ພາກິດຈະກຳ; 8) ສ່ວນວຽກງານການພັດທະນາພະນັກງານເກືອບເຄິ່ງໜຶ່ງຂອງພະນັກງານໃນສູນກາງ ບໍ່ເຄີຍໄດ້ເຂົ້າຮັບການຍົກລະດັບການນໍາພາເຍົາວະຊົນເຂົ້າສູ່ຂະບວນການ,
ແນວທາງການພັດທະນາພະນັກງານ ໃນອະນາຄົດ ແມ່ນອີງໃສ່ການພັດທະນາໃນ 8 ດ້ານ ຄື: 1) ຄວນສົ່ງເສີມພະນັກງານໃຫ້ໄດ້ມີໂອກາດໄປຮຽນທິດສະດີການເມືອງການປົກຄອງລະດັບຕ່າງໆຢູ່ ພາຍໃນ ແລະ ຕ່າງ ປະເທດຕາມເງື່ອນໄຂ: 2) ຄວນເພີ່ມບົດບາດ ແລະ ຄວາມສໍາຄັນກ່ຽວກັບດ້ານ ການພັດທະນາແນວຄິດ ເປັນຕົ້ນແມ່ນຈັດການສໍາມະນາດ້ານຕ່າງໆກ່ຽວ ປະຫວັດສາດ, ວິທະຍາດ ສາດ, ນະໂຍບາຍ, ມະຕິກອງປະຊຸມ, ນິຕິກຳມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງຊາວໜຸ່ມຢ່າງເປັນ ປົກກະຕິ; 3) ພະນັກງານຊາວໜຸ່ມຕ້ອງໄດ້ຍົກລະດັບພາສາອັງກິດ ແລະ ພາສາຫວຽດ, ຈີນ, ຝຣັ່ງ,
ຮັດເຊຍ, ຍີ່ປຸ່ນຕາມເງື່ອນໄຂ; 4) ດ້ານວິຊາການວຽກງານຊາວໜຸ່ມຄວນສົ່ງເສີມໃຫ້ພະນັກງານໄດ້ໄປ
ຍົກລະດັບ ຫຼື ປ່າລຸງວຽກງານຊາວໜຸ່ມເຊັ່ນ: ດ້ານວຽກງານໂຄສະນາ, ການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ, ຄວາມຮູ້ດ້ານໄອທີ, ຂໍ້ມູນຂ່າວສານ, ການເປັນນັກປາຖະກະຖາ,
ການໂຄສະນາເພີ່ມຂຶ້ນ; 5) ດ້ານການປະຕິບັດໜ້າທີ່ວຽກງານ ຄວນສົ່ງເສີມການເຂົ້າຮ່ວມຝຶກອົບຮົມກ່ຽວກັບພາລະບົດບາດ-ໜ້າທີ່ຂອງສູນກາງ, ການຂຽນແຜນ, ບໍລິຫານອົງກອນ, ການຂຽນຕຳແໜ່ງງານ ແລະ ຮ່າງນິຕິກຳຕ່າງໆ, ການປະເມີນໂຄງການ ແລະ ຮ່າງເອກະສານທາງລັດຖະການ, ການສະຫຼຸບ ແລະ ຂຽນລາຍງານ; 6) ດ້ານແບບແຜນວິທີເຮັດວຽກ ຄວນມີການຈັດຝຶກອົບຮົມແບບແຜນການເຮັດວຽກ, ວິທີຂົນຂວາຍມະຫາຊົນໃຫ້ເຂົ້າການຈັດຕັ້ງ ແລະ ຮ່ວມຂະບວນການເພີ່ມຂຶ້ນ; 7) ດ້ານການນໍາພາຊາວໜຸ່ມເຂົ້າສູ່ຂະບວນການ ຄວນເພີ່ມການຈັດຝຶກອົບຮົມວຽກງານຕ່າງໆເຊັ່ນ: ການຊ່ວຍເຫຼືອ
ສັງຄົມ, ເປັນນັກໂຄສະນາ, ອອກແບບ ແລະ ເຄື່ອນໄຫວກິດຈະກຳ, ສ້າງຂະບວນການ; 8) ສ່ວນວຽກງານການພັດທະນາພະນັກງານ ຄວນສົ່ງເສີມພະນັກ ງານໃຫ້ໄດ້ຍົກລະດັບການນໍາພາເຍົາວະຊົນເຂົ້າຮູ້ຂະບວນການ ເນື່ອງຈາກວຽກງານດັ່ງ ກ່າວຍັງມີພະນັກງານຈໍານວນຫຼາຍທີ່ບໍ່ເຄີຍໄດ້ເຂົ້າຮ່ວມໃນໄລຍະຜ່ານມາ.
-
Follow
-
1
-
Embed
-
Share
-
Upload