ຜົນກະທົບຈາກການປ່ຽນແປງການນຳໃຊ້ທີ່ດິນຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ບົດຄັດຫຍໍ້
ການວິເຄາະພື້ນທີ່ເພື່ອການວາງແຜນພັດທະນາເຂດສະຖານີລົດໄຟເມືອງໄຊ ມີ 3 ຈຸດປະສົງ ຄື: 1) ເພື່ອສຶກສາລັກສະນະລວມຂອງພື້ນທີ່ເຂດສະຖານີລົດໄຟເມືອງໄຊ ແຂວງອຸດົມໄຊ, 2) ເພື່ອ ວິເຄາະຄວາມສໍາພັນຂອງພື້ນທີ່ເຂດສະຖານີລົດໄຟກັບປັດໄຈທາງກາຍະພາບ, ເສດຖະກິດ ແລະ ສັງຄົມ, 3) ສຶກສາຫາແນວທາງການຈັດການພື້ນທີ່ເພື່ອວາງແຜນພັດທະນາເຂດສະຖານີລົດໄຟເມືອງ ໄຊ ແຂວງອຸດົມໄຊ ເຊິ່ງເປັນວິທີການສຶກສາແບບຄຸນນະພາບ ແລະ ເຕັກນິກທາງສາລະສົນເທດ ພູມີສາດ (GIS) ໂດຍໄດ້ມີການທົບທວນເອກະສານ ແລະ ຂັ້ນຕອນຕ່າງໆທາງເຕັກນິກຂອງລະບົບ ສາລະສົນເທດພູມີສາດ (GIS) ລວມເຖິງຂໍ້ມູນທຸຕິຍະພູມ ແລະ ຂໍ້ມູນປະຖົມມະພູມ ທີ່ໄດ້ມາຈາກ ການສໍາພາດຜູ້ຊົງຄຸນນະວຸດທິຈາກບັນດາຂະແໜງການທີ່ກ່ຽວຂ້ອງຈຳນວນ 7 ທ່ານ ເຊິ່ງປະກອບ ດ້ວຍອໍານາດການປົກຄອງບ້ານ ຈຳນວນ 5 ທ່ານ ເພື່ອໃຫ້ໄດ້ຕາມຈຸດປະສົງຂອງການສຶກສາ ແລະ ຜົນຂອງການສຶກສາພົບວ່າ :
ລັກສະນະພູມສັນຖານຂອງພື້ນທີ່ເຂດສະຖານີລົດໄຟເມືອງໄຊເປັນພື້ນທີ່ໜຶ່ງທີ່ມີລະດັບຄວາມສູງ ທີ່ບໍ່ແຕກໂຕນກັນຫຼາຍປານໃດ ມີລະດັບສູງສະເລ່ຍປະມານ 740 ແມັດ ພື້ນທີ່ດັ່ງກ່າວເປັນທີ່ຮາບພຽງ ມີເນື້ອທີ່ກວ້າງຂວາງ, ລັກສະນະການນໍາໃຊ້ທີ່ດິນເຂດສະຖານີລົດໄຟເປັນພື້ນທີ່ທີ່ກວມເອົາອັດຕາສ່ວນ ຫຼາຍກວ່າໝູ່ແມ່ນທີ່ດິນກະສິກຳ ເຊິ່ງໃນອະນາຄົດພື້ນທີ່ສາມາດສ້າງເປັນຟື້ນທີ່ພັດທະນາໄດ້.
ຄວາມສໍາພັນຂອງພື້ນທີ່ເຂດສະຖານີລົດໄຟປະກອບມີ 2 ປັດໄຈຄື: ປັດໄຈກາຍະພາບ ປະກອບມີ 3 ຢ່າງຄື: 1) ຟື້ນທີ່ດັ່ງກ່າວມີຕາໜ່າງເສັ້ນທາງຄົມມະນາຄົມຂົນສົ່ງທີ່ສາມາດໃຊ້ໃນການ ສັນຈອນໄປມາໄດ້ຢ່າງສະດວກສະບາຍໃນທຸກລະດູການ ແລະ ມີບາງເສັ້ນທາງກໍຍັງສາມາດເຊື່ອມຕໍ່ ເຂົ້າກັນກັບເສັ້ນທາງຫຼວງແຫ່ງຊາດ, 2) ເຂດພື້ນທີ່ດັ່ງກ່າວມີແມ່ນາຫີນ ແລະ ສາຍນໍາມາສາຍນໍ້າເຫຼົ່ານີ້ແມ່ນສາມາດສະໜອງນໍ້າໄດ້ພຽງພໍໃນເວລາສ້າງສະຖານີລົດໄຟເມືອງໄຊ, 3) ໃນການ ສ້າງສະຖານີລົດໄຟແມ່ນຈະມີຜົນປະໂຫຍດຕໍ່ຊຸມຊົນບໍ່ວ່າຈະເປັນການສ້າງອາຊີບໃຫ້ກັບປະຊາຊົນ ສ່ວນສະຖານີລົດໄຟຈະມີກຳລັງແຮງງານພຽງພໍໃນການດໍາເນີນງານໃນວຽກງານຕ່າງໆ, ປັດໄຈ ເສດຖະກິດ-ສັງຄົມປະກອບມີ 4 ຢ່າງຄື: 1) ທີ່ຕັ້ງຂອງສະຖານີລົດໄຟສາມາດເອື້ອຍອານວຍຫຼາຍ ດ້ານໃຫ້ແກ່ຕະຫຼາດເປັນຕົ້ນແມ່ນການຂົນສົ່ງສິນຄ້າແມ່ນຈະເຮັດໃຫ້ໄວຂຶ້ນ, ຄ່າໃຊ້ຈ່າຍຫຼຸດລົງ ສ່ວນ ສະຖານີແມ່ນຈະມີການລໍາລຽງສິນຄ້າເຂົ້າ-ອອກໄດ້ເປັນປະຈໍາ ແລະ ສະໝໍ່າສະເໝີ, 2) ຖ້າມີການ ສ້າງສະຖານີລົດໄຟໃນເຂດເມືອງໄຊແມ່ນຈະສະດວກສະບາຍໃຫ້ກັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງ ທ່ຽວໄດ້ເປັນຢ່າງດີ ທັງປະຢັດເວລາໃນການເດີນທາງ, ປະຢັດຄ່າໃຊ້ຈ່າຍ ແລະ ເຮັດໃຫ້ມີທາງ ເລືອກໃນການເດີນທາງຫຼາຍຂຶ້ນ, 3) ການສ້າງສະຖານີລົດໄຟແລ້ວຈະບໍ່ມີຜົນກະທົບຕໍ່ການເດີນທາງ ທາງອາກາດຫຼາຍສ່ວນສະຖານີລົດໄຟແມ່ນຈະໄດ້ຜູ້ໂດຍສານເພີ່ມຂື້ນ, 4) ໃນອະນາຄົດຖ້າສ້າງ
ສະຖານີລົດໄຟ ແມ່ນຈະສະດວກໃຫ້ກັບປະຊາຊົນທີ່ຈະເດີນທາງໄປຍັງແຂວງ ຫຼື ເມືອງຕ່າງໆ ເຮັດໃຫ້ຜູ້ທີ່ຕ້ອງການເດີນທາງໄປຫາເມືອງ ຫຼື ແຂວງຕ່າງໆນັ້ນສາມາດໃຊ້ການບໍລິການລົດໄຟ ແລະ ມາຕໍ່ລົດໂດຍສານໄປຍັງພື້ນທີ່ຕ່າງໆໄດ້ສະດວກ.
ແນວທາງໃນການຈັດການຟື້ນທີ່ເພື່ອວາງແຜນພັດທະນາເຂດສະຖານີລົດໄຟເມືອງໄຊມີຄື ສ້າງແຜນຜັງກຳນົດການຂະຫຍາຍຕົວເມືອງໃໝ່ໃນອະນາຄົດ, ຄວນຈະວາງແນວທາງການຈັດການການນໍາໃຊ້ທີ່ດິນໃຫ້ເປັນລະບຽບ, ກິດຈະການຕ່າງໆທີ່ຈະເກີດຂຶ້ນໃນອານາຄົດ ໂດຍການກຳນົດທີ່ດິນຈະປຸກສ້າງແມ່ນຕ້ອງໃຫ້ໄປຕາມກອບຂອງຜັງເມືອງ, ຄວນມີການປັບປຸງເສັ້ນທາງຄົມມະນາຄົມເຂົ້າອອກພື້ນທີ່ສະຖານີລົດໄຟຈາກທາງ 2 ເລນເປັນ 4 ເລນເພື່ອຮອງຮັບການຂະຫຍາຍຕົວໃນອະນາຄົດຈົນເຖິງການກຳນົດລະບຽບ ແລະ ຂໍ້ກຳນົດຕ່າງໆໃນການຄຸ້ມຄອງການນໍາໃຊ້ທີ່ດິນ ແລະ ພັດທະນາພື້ນທີ່ໃຫ້ສອດຄ່ອງກັບສະພາບຕົວຈິງ.
-
Follow
-
0
-
Embed
-
Share
-
Upload