ການໃຫ້ບໍລິການຢູ່ພະແນກກວດເຂດນອກ ໂຮງໝໍມະໂຫສົດ
ບົດຄັດຫຍໍ້
ການສຶກສາເລື່ອງ “ການໃຫ້ບໍລິການຢູ່ພະແນກກວດເຂດນອກຂອງໂຮງໝໍມະໂຫສົດ” ມີ 2 ຈຸດ ປັດສົງຄື: 1) ສຶກສາຄວາມຄິດເຫັນຜູ້ໃຊ້ບໍລິການຢູ່ພະແນກກວດເຂດນອກຂອງໂຮງໝໍມະໂຫສົດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ 2) ສຶກສາບັນຫາ ແລະ ແນວທາງໃນການປັບປຸງການໃຫ້ ບໍລິການຢູ່ພະແນກກວດເຂດນອກໂຮງໝໍມະໂຫສົດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ໂດຍ ໃຊ້ຮູບແບບການສຶກສາແບບປັດລິມານ ແລະ ຄຸນນະພາບ. ກຸ່ມຕົວຢ່າງ ແບບປະລິມານແມ່ນຜູ້ມາໃຊ້ ບໍລິການຢູ່ພະແນກກວດເຂດນອກໂຮງໝໍມະໂຫສົດຈຳນວນ 217 ຄົນ ແລະ ແບບຄຸນນະພາບແມ່ນ ພະນັກງານແພດໝໍ ຈຳນວນ 5 ທ່ານ. ເຄື່ອງມືທີ່ໃຊ້ໃນການເກັບກຳຂໍ້ມູນແມ່ນແບບສອບຖາມ ແລະ ແບບສໍາພາດ, ການວິເຄາະຂໍ້ມູນດ້ານປະລິມານແມ່ນນໍາໃຊ້ໂປແກມສໍາເລັດຮູບທາງຄອມພິວເຕີ ໂດຍ ສະຖິຕິທີ່ໃຊ້ໄດ້ແກ່: ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜິດດ່ຽງມາດຕະຖານ; ສໍາລັບດ້ານ ຄຸນນະພາບແມ່ນໄດ້ນໍາເອົາຂໍ້ມູນຈາກການສໍາພາດມາວິເຄາະເນື້ອໃນ, ການທົດສອບສົມມຸດຖານແມ່ນ ໄດ້ນໍາໃຊ້ T-test ແລະ ຄ່າ F-test (one-way ANOWA) ຜົນການສຶກສາພົບວ່າ:
1) ລະດັບຄວາມຄິດເຫັນຂອງຜູ້ມາໃຊ້ບໍລິການຢູ່ພະແນກກວດເຂດນອກໂຮງໝໍມະໂຫສົດ ໂດຍລວມຢູ່ໃນລະດັບກາງ ມີຄ່າສະເລ່ຍ 3.39 ແລະ ຄ່າຜິດດ່ຽງມາດຕະຖານ 1.03 (X=3.39, S.D 1.03). ຫາກພິຈາລະນາໄປໃນແຕ່ລະປັດເດັນເຫັນວ່າມີສອງຕົວຊີ້ວັດທີ່ຢູ່ໃນລະດັບ ຫຼາຍເຊັ່ນ: ດ້ານການປິ່ນປົວດີ (X = 3.64, SD = 0.93), ຮອງລົງມາແມ່ນດ້ານການບົ່ງມະຕິດີ (X = 3.64, SD = 0.95), ນອກຈາກນີ້ ຍັງມີຄວາມຄິດເຫັນໃນລະດັບປານກາງເຊັ່ນ: ດ້ານຄວາມສະອາດ 8 (X = 3.34, S.D = 1.09), ດ້ານຄວາມສະດວກດີ (X = 3.33. S.D = 1.13), ດ້ານຄວາມພໍໃຈຂອງຜູ້
ມາໃຊ້ບໍລິການ (X = 3.23, S.D = 1.03) ແລະ ສຸດທ້າຍ ແມ່ນດ້ານການຕ້ອນຮັບດີ (X = 3.18, S.D 1.06).
2) ປັນຫາ ແລະ ແນວທາງໃນການປັບປຸງການໃຫ້ບໍລິການຢູ່ພະແນກກວດເຂດນອກໂຮງ ໝໍມະໂຫສົດ ໃນຕ້ານຕ່າງເຊັ່ນ: ເພີ່ມພະນັກງານຕ້ອນຮັບເພື່ອຫຼຸດຜ່ອນຄວາມອຶດເມື່ອຍຂອງພະນັກ ງານ, ຈັດອົບຮົມດ້ານຈັນຍາບັນ-ຈັນຍາທໍາແພດໝໍ ແລະ ທັດສະນະໃນການເວົ້າຈາ, ໃຫ້ ພະນັກງານອະນາໄມມາປັດຈໍາຕະຫຼອດເວລາ, ຈັດສັນຖັງໃສ່ຂີ້ເຫຍື້ອໃນບ່ອນທີ່ສາມາດແນມເຫັນ ງ່າຍ, ເຮັດປ້າຍທີ່ໄດ້ມາດຖານກວ່າເກົ່າ, ຈັດສັນສະຖານທີ່ລໍໃຫ້ກ້ວາງຂວາງ, ຈັດສັນສະຖານທີ່ ຈອດລົດໃຫ້ສະດວກສະບາຍຂຶ້ນ ໂດຍເນັ້ນໃສ່ນະໂຍບາຍ 5 ປີ 1 ພໍໃຈ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການທີ່ດີ, ມີຄວາມຍຸດຕິທຳ ແລະ ບໍ່ມີສຽງຈັນວ່າຈາກສັງຄົມ.
3) ການທົດສອບຄວາມແຕກຕ່າງ ຂອງລະດັບຄວາມຄິດເຫັນຂອງຜູ້ມາໃຊ້ບໍລິການຢູ່ພະແນກກວດເຂດນອກໂຮງໝໍມະໂຫສົດ ລະຫວ່າງຜູ້ທີ່ມາໃຊ້ບໍລິການທີ່ມີ ອາຍຸ, ອາຊີບ ແລະ ລະການດັບສຶກສາຕ່າງກັນມີລະດັບຄວາມຕິດເຫັນຕໍ່ການໃຊ້ບໍລິການໂດຍລວມແມ່ນບໍ່ມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05 ໂດຍສະແດງຄ່າ P>0.05 ໂດຍບໍ່ຍອມຮັບສົມມຸດຖານທີ່ຕັ້ງໄວ້.
-
Follow
-
0
-
Embed
-
Share
-
Upload