ການນຳໃຊ້ພື້ນທີ່ດິນກະສີກຳໃນເຂດໂຄງການຊົນລະປະທານນ້ຳມັງ 3 ເຂດບ້ານໂພນແກ້ວ, ນ້ຳຍາມ, ໂພນໂຮງນາຝ້າຍ ແລະ ບ້ານໂພນງາມ ເມືອງທຸລະຄົມ ແຂວງວຽງຈັນ
ບົດຄັດຫຍໍ້

ການສຶກສາຫົວຂໍ້ “ການປ່ຽນແປງການນໍາໃຊ້ພື້ນທີ່ດິນກະສິກຳໃນເຂດໂຄງການຊົນລະປະທານນ້ຳມັງ 3 ເມືອງທຸລະຄົມ ແລະ ແຂວງວຽງຈັນ. ເຊິ່ງມີຈຸດປະສົງຄື: 1) ສຶກສາການປ່ຽນແປງການນໍາໃຊ້ພື້ນທີ່ດິນ ກະສິກຳໃນເຂດໂຄງການຊົນລະປະທານນ້ຳມັງ3 ໃນປີ 2010 ຫາ ປີ 2020 ແລະ 2) ສຶກສາປັດໄຈທີ່ເຮັດ ໃຫ້ມີການປ່ຽນແປງການນໍາໃຊ້ພື້ນທີ່ດິນກະສິກຳໃນເຂດໂຄງການຊົນລະປະທານນ້ຳມັງ 3. ປະຊາກອນໃນ ການສຶກສາໃນຄັ້ງໄດ້ແກ່ປະຊາຊົນຊາວກະສິກອນ ທີ່ມີດິນກະສິກຳໃນເຂດໂຄງການຊົນລະປະທານນ້ຳມັງ 3. ບັນດາເຖົ້າແກ່ແນວໂຮມ ແລະ ນາຍບ້ານ ພ້ອມດ້ວຍປະຊາຊົນ, ບ້ານລະ 4 ທ່ານ. ລວມທັງໝົດເປັນ 16 ທ່ານ, ການກຳນົດຂະໜາດພື້ນທີ່ຕົວຢ່າງແມ່ນແບບສະເພາະເຈາະຈົງຄືກຳນົດເອົາບໍລິເວນພື້ນທີ່ດິນ ກະສິກຳ ທີ່ນໍາໃຊ້ໃນເຂດໂຄງການຊົນລະປະທານນໍ້າມັງ 3 ເມືອງທຸລະຄົມ ແຂວງວຽງຈັນ ໂດຍໃຊ້ການ ວິເຄາະທາງລະບົບສາລະສົນເທດພູມີສາດ, ຜົນການສຶກສາພົບວ່າ

ການປ່ຽນແປງການນໍາໃຊ້ພື້ນທີ່ດິນກະສິກຳໃນເຂດໂຄງການຊົນລະປະທານນີ້ມັງ 3 ໃນປີ 2010 ແລະ ປີ 2020 ພື້ນທີ່ທີ່ມີການປ່ຽນແປງຫຼາຍກວ່າໝູ່ ແມ່ນດິນນາ ມີການປ່ຽນແປງຫຼຸດລົງຈາກເນື້ອທີ່ ຂົງເຂດກະສິກຳ 57.96% ມາຮອດປີ 2020 ຍັງເຫຼືອພຽງແຕ່ 47.33% ເຫັນວ່າຫຼຸດລົງເຖິງ 10.63% ສ່ວນ ຮ້ອຍ ຂົງເຂດອຸດສາຫະກໍາ 19.58% ມາຮອດປີ 2019 ແມ່ນເພີ່ມຂຶ້ນເປັນ 24.86%,

ປັດໄຈຕ່າງໆທີ່ພາໃຫ້ເກີດການປ່ຽນແປງການນຳໃຊ້ພື້ນທີ່ດິນກະສິກຳໃນເຂດໂຄງການຊົນລະ ປະທານນໍ້າມັງ 3 ເຫັນວ່າ ມີຫຼາຍປັດໄຈຄື: ປັດໄຈດ້ານການນໍາໃຊ້ຊົນລະປະທານ ຍ້ອນການຂະຫຍາຍ ຊົນລະປະທານຈຶ່ງເຮັດໃຫ້ພື້ນທີ່ປ່າໄມ້, ພື້ນທີ່ເປົ່າວ່າງປ່ຽນແປງມາເປັນດິນກະສິກຳຫຼາຍຂຶ້ນຍ້ອນວ່າພື້ນທີ່ ດັ່ງກ່າວສາມາດໄດ້ຮັບນໍ້າຈາກຊົນລະປະທານ, ປັດໄຈທາງດ້ານນະໂຍບາຍຂອງລັດ ແລະ ການຂະຫຍາຍ
ຜັງເມືອງເປັນປັດໄຈໜຶ່ງທີ່ເຮັດໃຫ້ດິນກະສິກຳປ່ຽນແປງມາເປັນພື້ນທີ່ປຸກສ້າງຍ້ອນນະໂຍບາຍໃນການ ພັດທະນາການສ້າງເສັ້ນທາງ ແລະ ໂຄງລ່າງພື້ນຖານຕ່າງໆ ແລະ ປັດໄຈທາງດ້ານລາຄາທີ່ດິນ ເປັນອີກ ປັດໄຈເນື່ອງຈາກມີການຕັດເສັ້ນທາງແລ້ວ ແນ່ນອນລາຄາທີ່ດິນທີ່ຕິດທາງແມ່ນລາຄາສູງຂຶ້ນ ຈຶ່ງເຮັດໃຫ້ ຄອບຄົວທີ່ມີຕົນໃກ້ເສັ້ນທາງປັບປ່ຽນໃຫ້ເປັນດິນປຸກສ້າງ ແລະ ໂຄສະນາຂາຍ.
View Text Version Category : 47
  • Follow
  • 0
  • Embed
  • Share
  • Upload
Related publications