ການຄຸ້ມຄອງການນຳໃຊ້ທີ່ດີິນຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ບົດຄັດຫຍໍ້
ການສຶກສາໃນຫົວຂໍ້ການຄຸ້ມຄອງການນໍາໃຊ້ທີ່ດິນ ມີຈຸດປະສົງສຶກສາບັນຫາການຄຸ້ມຄອງ ການນໍາໃຊ້ທີ່ດິນ ແລະ ສຶກສາຄວາມຄິດເຫັນຂອງປະຊາຊົນຕໍ່ກັບການແກ້ໄຂບັນຫາການຄຸ້ມຄອງ ການນໍາໃຊ້ທີ່ດິນຂອງບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮູບແບບສຶກສາໃຊ້ ແບບຄຸນນະພາບ ແລະ ແບບປະລິມານ, ການສຶກສາທາງຄຸນນະພາບ ແມ່ນການເກັບກຳຂໍ້ມູນກ່ຽວ ກັບເນື້ອທີ່ພາຍໃນບ້ານ, ບັນຫາການຄຸ້ມຄອງການນໍາໃຊ້ທີ່ດິນ ແລະ ຄວາມຄິດເຫັນຊອງ ປະຊາຊົນທີ່ມີຕໍ່ການແກ້ໄຂບັນຫາການຄຸ້ມຄອງນໍາໃຊ້ທີ່ດິນຈາກນັ້ນຜູ້ສຶກສາໄດ້ນໍາເອົາຂໍ້ມູນຈາກ ການສໍາພາດເຈາະເລິກມາແຈກແຈງໝວດໝູ່ແລ້ວຈຶ່ງມາລຽບລຽງ ແລະ ວິເຄາະດ້ານເນື້ອຫາ ສາລະທາງຄຸນນະພາບ, ສ່ວນແບບປະລິມານແມ່ນກຳນົດເອົາປະຊາກອນພາຍໃນບ້ານໂຊກໃຫຍ່ ເປັນກຸ່ມຕົວຢ່າງ 226 ຄອບຄົວ. ຜູ້ສຶກສາໄດ້ນຳໃຊ້ແບບສອບຖາມສໍາຫຼວດ ແລະ ວິເຄາະຂໍ້ມູນ ດ້ວຍ ໂປຣແກຣມຄອມພິວເຕີ, ສະຖິຕິທີ່ໃຊ້ແມ່ນ ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າ ຜິດດຽ່ງມາດຕະຖານ ຜົນການສຶກສາພົບວ່າ:ບັນຫາການຄຸ້ມຄອງການນໍາໃຊ້ທີ່ດິນຂອງປະຊາຊົນບ້ານໂຊກໃຫຍ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມີການຄຸ້ມຄອງການນໍາໃຊ້ທີ່ດິນໃນດ້ານການສືບທອດມູນມໍລະດົກແມ່ນ ເຫັນວ່າຢູ່ໃນລະດັບຫຼາຍ (X=3.98,S.D=0.33), ສ່ວນການບຸກລຸກຈັບຈ່ອງທີ່ດິນແມ່ນເຫັນວ່າຢູ່ໃນ ລະດັບຫຼາຍເຊັ່ນກັນ (X = 3.81, SD = 0.79), ການເຊົ່າ-ສຳປະທານທີ່ບໍ່ຖືກຕ້ອງຕາມກົດໝາຍກໍ່ ເຫັນວ່າຢູ່ໃນລະດັບຫຼາຍ (8 = 3.57, S.D = 0.67), ສ່ວນການນໍາໃຊ້ທີ່ດິນຂອງລັດມອບໝາຍໃຫ້ ບໍ່ຖືກຕ້ອງຕາມກົດໝາຍກໍ່ເຊັ່ນດຽວກັນແມ່ນເຫັນວ່າຢູ່ໃນລະດັບຫຼາຍ (X = 4.05, S.D=0.63)
ແລະ ການຂຶ້ນທະບຽນ, ອອກໃບຕາດິນທີ່ບໍ່ຖືກຕ້ອງຕາມກົດໝາຍກໍ່ຢູ່ໃນລະດັບຫຼາຍ (8= 3.77. S.D=0.64) ເມື່ອພິຈາລະນາແຕ່ລະຂໍ້ແລ້ວພົບວ່າ: ການນໍາໃຊ້ທີ່ດິນຂອງລັດມອບໝາຍໃຫ້ບໍ່ ຖືກຕ້ອງຕາມກົດໝາຍເຫັນວ່າຄ່າສະເລ່ຍຢູ່ໃນລະດັບຫຼາຍກວ່າຂໍ້ອື່ນໆ
ປະຊາຊົນທີ່ມີຄວາມຄິດເຫັນຕໍ່ວິທີການແກ້ໄຂບັນຫາການຄຸ້ມຄອງການນໍາໃຊ້ທີ່ດິນດ້ວຍກົດ ໝາຍໂດຍລວມແມ່ນຢູ່ໃນລະດັບລະດັບຫຼາຍ (8 = 3.89, S.D = 0.72) ແລະ ຄວາມຄິດເຫັນຂອງ ປະຊາຊົນຕໍ່ວິທີການແກ້ໄຂບັນຫາການດ້ວຍການສຶກສາອົບຮົມໂດຍລວມແມ່ນຢູ່ໃນລະດັບຫຼາຍ (X = 3.84, S.D= 0.74). ເມື່ອພິຈາລະນາແລ້ວພົບວ່າວິທີການແກ້ໄຂບັນຫາການຄຸ້ມຄອງການນໍາໃຊ້ທີ່ດິນດ້ວຍກົດໝາຍ ແມ່ນຢູ່ໃນລະດັບຫຼາຍກວ່າສະນັ້ນປະຊາຊົນຕ້ອງໄດ້ເອົາໃຈໃສ່ຕໍ່ການປະຕິບັດລະບຽບ, ກົດໝາຍໃນການຄຸ້ມຄອງການນໍາໃຊ້ທີ່ດິນເພື່ອແກ້ໄຂບັນຫາດັ່ງກ່າວ.
-
Follow
-
0
-
Embed
-
Share
-
Upload