ການນຳໃຊ້ເຕັກໂນໂລຊີໃນການພັດທະນາຕົນເອງຂອງບຸກຄະລາກອນຢູ່ສະພາປະຊາຊົນແຂວຊຽງຂວາງ
ບົດຄັດຫຍໍ້
ການສຶກສາເລື່ອງ ການນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະ ຕົນເອງຂອງບຸກຄະລາກອນຢູ່
ສະພາປະຊາຊົນແຂວງຊຽງຂວາງ ມີຈຸດປະສົງສຶກສາ ການນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາ
ຕົນເອງຂອງບຸກຄະລາກອນ, ບັນຫາທີ່ເປັນອຸປະສັກໃນການນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະ
ນາຕົນເອງ ແລະ ແນວທາງໃນການແກ້ໄຂບັນຫາທີ່ເປັນອຸປະສັກໃນການນຳໃຊ້ເຕັກໂນໂລຊີເຂົ້າໃນ
ການພັດທະນາຕົນເອງຂອງບຸກຄະລາກອນຢູ່ສະພາປະຊາຊົນແຂວງຊຽງຂວາງ ເປັນການສຶກສາ
ແບບຄຸນນະພາບ, ນຳໃຊ້ແບບພາດເປັນເຄື່ອງມື, ກຸ່ມເປົ້າໝາຍມີ 15 ທ່ານ ແລະ ເຮັດການ
ວິເຄາະຂໍ້ມູນແບບຄຸນນະພາບ, ຜົນການສຶກສາພົບວ່າ:
ການນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາຕົນເອງຂອງບຸກຄະລາກອນພົບວ່າ ບຸກຄະລ
ກອນ ນຳໃຊ້ເຄື່ອງຄອມພິວເຕີໃນການຫາຂໍ້ມູນ, ພັດທະນາດ້ານການຕີພິມ ແລະ ທັກສະໃນການ
ເຮັດວຽກ, ດ້ານເຕັກໂນໂລຊີໂທລະຄົມມະນາຄົມ ແມ່ນເຫັນວ່າ ສ່ວນຫຼາຍພະນັກງານແມ່ນນຳເຕັກ
ໂນໂລຊີດັ່ງກ່າວມາທັງພັດທະນາຕົນເອງ ແລະ ວຽກງານ ຍ້ອນວ່າເຕັກໂນໂລຊີດັ່ງກ່າວບໍ່ມີບ່ອນ
ຈ້າງຮຽນ ຈຳເປັນຕ້ອງຮຽນຮູ້ເອງ ແລ້ວນໍາມາພັດທະນາຕົນເອງ, ຝຶກທັກສະ ແລະ ປັບໃຊ້ໃນວຽກ
ງານເຊັ່ນ: ການສົ່ງອີເມວຜ່ານລະບົບຄອມພິວເຕີ ຫຼື ຜານແບບພິເຄຊັນຕ່າງໆ ແລະ ດ້ານເຕັກໂນ
ໂລຊີການສື່ສານນັ້ນແມ່ນເຫັນວ່າ ບຸກຄະລາກອນແມ່ນມີການນຳໃຊ້ຫຼາຍໃນປັດຈຸບັນໂດຍສະເພາະ
ການສື່ສານທີ່ຂອງໄວທັນໃຈ ເຮັດວຽກໄດ້ງ່າຍ ໂດຍບຸກຄະລາກອນມີການນຳເຕັກໂນໂລຊີນີ້ມາ
ພັດທະນາຕົນເອງຢ່າງວ່ອງໄວ ແລະ ສາມາດເຮັດໃຫ້ວຽກງານດີຂຶ້ນເລື້ອຍໆ.
ບັນຫາຂອງການນຳເຕັກໂນໂລຊີເຄື່ອງຄອມພິວເຕີ, ເຕັກໂນໂລຊີໂທລະຄົມມະນາຄົມ ແລະ
ເຕັກໂນໂລຊີການສື່ສານນັ້ນມາພັດທະນາຕົນເອງ ຂອງບຸກຄະລາກອນ ຢູ່ສະພາປະຊາຊົນແຂວງ
View Text Version Category : 47
  • Follow
  • 0
  • Embed
  • Share
  • Upload
Related publications