ບັນນາຮັກສາດປີ4
• 52
• 0
06. ນ. ລໍາກ້ຽງ ພົງພານິດ ພທ (ສົ່ງ ມຊ)
ການຄຸ້ມຄອງປ່າສະຫງວນດົງນາຕາດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ກໍລະນີສຶກສາ: ບ້ານໜອງໂກ່ມ ແລະ ບ້ານນາທາດ
ວິທະຍານິພົນ ປະລິນຍາໂທວິທະຍາສາດ
ສາຂາ ການຈັດການພື້ນທີ່ເພື່ອການພັດທະນາ
ທະບຽນ: Ms-SMD-07-009
ມະຫາວິທະຍາໄລແຫ່ງຊາດ
ຄະນະວິທະຍາສາດສັງຄົມ
2021
ນາງ ລຳກ້ຽງ ພົງພານິດ
(ບົດຄັດຫຍໍ້)
ບົດຄົ້ນຄວ້າການຄຸ້ມຄອງປ່າສະຫງວນດົງນາຕາດ ນະຄອນໄກສອນພົມວິຫານ ແຂວງສະຫວັນ ນະເຂດ ກໍລະນີສຶກສາບ້ານໜອງໂກ່ມ ແລະ ບ້ານນາທາດ ໄດ້ວາງຈຸດປະສົງໄວ້ 2 ຈຸດປະສົງຄື: 1) ສຶກສາສະພາບການຄຸ້ມຄອງພື້ນທີ່ປ່າສະຫງວນດົງນາຕາດປີ 2010 ແລະ ປີ 2019 ໂດຍນໍາໃຊ້ຂໍ້ ມູນຈາກການສໍາຫຼວດໄລຍະໄກ ແລະ ລະບົບສາລະສົນເທດທາງພູມີສາດ (GIS) ແລະ 2) ການມີ ສ່ວນຮ່ວມຂອງປະຊາຊົນໃນການຄຸ້ມຄອງປ່າສະຫງວນດົງນາຕາດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ປີ 2010 ແລະ ປີ 2019, ໃຊ້ວິທີການສຶກສາແບບປະລິມານ, ແບບຄຸນນະພາບ ແລະ ຮູບແບບດ້ານເຕັກນິກທາງພູມີສາດ, ສໍາລັບທາງປະສິມານແມ່ນໃຊ້ແບບຟອມສອບຖາມ ຖາມ ຕົວແທນຄອບຄົວໃນ 2 ບ້ານທີ່ເລືອກໃນກໍລະນີສຶກສາ ຊຶ່ງກ່າວເຖິງການມີສ່ວນຮ່ວມດ້ານການວາງ ແຜນ, ການມີສ່ວນຮ່ວມປະຕິບັດ, ການມີສ່ວນຮ່ວມຮັບຜົນປະໂຫຍດ ແລະ ການມີສ່ວນຮ່ວມໃນການ ປະເມີນຜົນ, ຈໍານວນຜູ້ຕອບແບບຟອມສອບຖາມ 103 ຄອບຄົວ ແລະ ໃຊ້ໂປແກຣມສໍາເລັດຮູບທາງ ຄອມພິວເຕີໃນການວິເຄາະຂໍ້ມູນ, ການສຶກສາທາງຄຸນນະພາບແມ່ນຈະມີການສໍາພາດແບບເຈາະເລິກ ກັບບຸກຄົນສໍາຄັນທີ່ກ່ຽວຂ້ອງ ໃນດ້ານການຄຸ້ມຄອງປ່າສະຫງວນດົງນາຕາດ ຈໍານວນ 4 ທ່ານ, ສ່ວນ ຮູບແບບດ້ານເຕັກນິກທາງພູມີສາດແມ່ນພັນລະນາອະພິປາຍເປັນພື້ນຖານສໍາຄັນ ແລະ ເຄື່ອງມືທີ່ໃຊ້ ໃນການຮວມລວບຂໍ້ມູນແມ່ນແບບຟອມສໍາພາດ, ຜົນຂອງການສຶກສາພົບວ່າ: ສະພາບການຄຸ້ມຄອງພື້ນທີ່ປ່າສະຫງວນດົງນາຕາດ ນະຄອນໄກສອນພົມວິຫານແຂວງສະຫວັນ ນະເຂດ ປີ 2010 ແລະ ປີ 2019 ເຫັນວ່າ: ພື້ນທີ່ມີການປ່ຽນແປງຫຼາຍທີ່ສຸດແມ່ນພື້ນທີ່ດິນປ່າໄມ້ ຫຼຸດ ລົງເຖິງ 49.80%, ຮອງລົງມາແມ່ນດິນກະສິກໍາມີການປ່ຽນແປງເພີ່ມຂຶ້ນ 27.53%, ດິນເປົ່າຫວ່າງ (ປ່າເຫຼົ່າ, ທົ່ງນາ) ເພີ່ມຂຶ້ນເຖິງ 13.12%, ດິນປຸກສ້າງກໍເພີ່ມຂຶ້ນ 9.36%, ພື້ນທີ່ນາແມ່ນຫຼຸດລົງເຖິງ0.20%, ພື້ນທີ່ສວນຢາງພາລາແມ່ນບໍ່ມີການປ່ຽນແປງ 1.11% ແລະ ພື້ນທີ່ເສັ້ນທາງກໍ່ເຊັ່ນກັນບໍ່ມີ ການປ່ຽນແປງແຕ່ຢ່າງໃດ 0.43% ເທົ່າເດີມ ແລະ ການຄຸ້ມຄອງປ່າສະຫງວນດົງນາຕາດມີວິໄສທັດ ເພື່ອຮັກສາປ່າສະຫງວນດົງນາຕາດໃຫ້ກາຍເປັນປອດຂອງຕົວເມືອງ, ຮັກສາຊີວະນາໆພັນ, ເປັນສູນ ສຶກສາຄົ້ນຄວ້າ ແລະ ເປັນສະຖານທີ່ທ່ອງທ່ຽວ ແລະ ພັກຜ່ອນຢ່ອນໃຈຂອງມວນຊົນ.
View Text Version Category : 0
• Follow
• 0
• Embed
• Share
• Upload
Related publications