ບັນນາຮັກສາດປີ4
• 52
• 0
ທ. ເຮີ່ປ່າວ ພທ (ສົ່ງ ມຊ)
ການສຳຫຼວດທີ່ດິນເພື່ອປູກໄມ້ຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ຈໍາກັດໃນປ່າຜະວິດແຫ່ງຊາດພູເຢີຍ ເຂດຄຸ້ມຄອງ ເມືອງເຟືອງ ແຂວງວຽງຈັນ
ວິທະຍານິພົນ ປະລິນຍາໂທວິທະຍາສາດ
ສາຂາ ການຈັດການພື້ນທີ່ເພື່ອການພັດທະນາ
ທະບຽນ: Ms-SMD-07-012
ມະຫາວິທະຍາໄລແຫ່ງຊາດ
ສາຂາວິທະຍາສາດສັງຄົມ
2022
ທ. ເຮີ່ປ່າວ
(ບົດຄັດຫຍໍ້)
ການສຶກສາເລື່ອງ ການສໍາຫຼວດທີ່ດິນເພື່ອປູກໄມ້ຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ ໃນປ່າຜະລິດແຫ່ງຊາດພູເຍີຍ ເຂດຄຸ້ມຄອງເມືອງເຟືອງ ແຂວງວຽງຈັນ ມີຈຸດປະສົງຄື ສຶກສາ ສະພາບການສໍາຫຼວດທີ່ດິນເພື່ອປູກໄມ້, ສຶກສາບັນຫາໃນການສໍາຫຼວດທີ່ດິນເພື່ອປູກໄມ້, ສຶກສາ ແນວທາງແກ້ໄຂບັນຫາການສໍາຫຼວດທີ່ດິນເພື່ອປູກໄມ້. ເປັນການສຶກສາແບບຄຸນນະພາບ ແລະ ນໍາ ໃຊ້ເຕັກນິກທາງພູມີສາດເຂົ້າຊ່ວຍ, ວິເຄາະຂໍ້ມູນແບບເນື້ອໃນ.
ຜົນການສຶກສາພົບວ່າ:ສະພາບການສໍາຫຼວດທີ່ດິນເພື່ອປູກໄມ້ດ້ານຂະບວນການສໍາຫຼວດເຫັນວ່າ ເປັນຂະບວນການ ດີ, ມີການປະຊຸມປຶກສາຫາລື, ມີການກະກຽມເອກະສານ, ດຳເນີນການແຕ່ລະຂັ້ນຕອນ, ມີການ ປະສານສົມທົບກັບແຕ່ລະພາກສ່ວນທີ່ກ່ຽວຂ້ອງຢ່າງເປັນລະບົບ. ດ້ານການກຳນົດພື້ນທີ່ເຫັນວ່າ ອີງໃສ່ນິຕິກຳເປັນຫຼັກເຊັ່ນ ກົດໝາຍດ້ານທີ່ດິນ ແລະ ກົດໝາຍວ່າດ້ວຍປ່າໄມ້ ໂດຍກໍານົດເອົາເຂດ ທີ່ເປັນປ່າຊຸດໂຊມ, ພູປອກໂລ້ນ ແລະ ເຂດຖາງປ່າເຮັດໄຮ່ເລື່ອນລອຍຂອງປະຊາຊົນ ແລະ ຜ່ານ ການສໍາຫຼວດແມ່ນມີການຮັບຮອງເອົາພື້ນທີ່ປູກໄມ້ຄື ປ່າເຫຼົ່າ 1,353 ເຮັກຕາ ແລະ ໄຮ່ເລື່ອນລອຍ ຂອງປະຊາຊົນ 110.61 ເຮັກຕາ.
View Text Version Category : 0
• Follow
• 0
• Embed
• Share
• Upload
Related publications