ບັນນາຮັກສາດປີ4
  • 52
  • 0
14. ນ. ຄໍາໃບ ສີດາວົງ (ສົ່ງ ມຊ)
14. ນ. ຄໍາໃບ ສີດາວົງ (ສົ່ງ ມຊ)
ການຄຸ້ມຄອງໄຟຟ້ານ້ຳຖ້ວມຢູ່ລ້ອງນ້ຳລິນສູງ ເມືອງຄູນ ແຂວງຊຽງຂວາງ
ວິທະຍານິພົນ ປະລິນຍາໂທວິທະຍາສາດສັງຄົມ
ສາຂາ ການສຶກສາປະຊາກອນ ແລະ ການພັດທະນາ
ທະບຽນ: Mss-PDS-02-016
ມະຫາວິທະຍາໄລແຫ່ງຊາດ
ຄະນະວິທະຍາສາດສັງຄົມ
2020
ຄຳໃບ ສີດາວົງ
ໃນການສຶກສາການຄຸ້ມຄອງໄພນໍ້າຖ້ວມຢູ່ເຂດລ້ອງນໍ້າລິນສູງ ເມືອງຄູນ ແຂວງຊຽງຂວາງ ມີ ຈຸດປະສົງເພື່ອ: 1.) ສຶກສາ ຜົນກະທົບຕ່າງໆທີ່ເກີດຈາກໄພນໍ້າຖ້ວມຕໍ່ປະຊາຊົນເຂດລ້ອງນໍ້າລິນສູງ, ເມືອງຄູນ, ແຂວງຊຽງຂວາງ; 2.) ສຶກສາການຈັດການ ໄພນໍ້າຖ້ວມ ແລະ 3.) ສຶກສາການປັບຕົວ ຂອງປະຊາຊົນທີ່ຖຶກກະທົບຈາກໄພນໍ້າຖ້ວມເຂດນໍ້າລິນສູງ, ເມືອງຄູນ, ແຂວງຊຽງຂວາງ ແລະ ຜົນ ກະທົບທີ່ເກີດຈາກ. ໂດຍໃຊ້ຮູບແບບການສຶກສາທາງຄຸນນະພາບ, ນໍາໃຊ້ການສໍາພາດແບບມີໂຄງ ສ້າງເປັນເຄື່ອງມືໃນການເກັບກຳຂໍ້ມູນ ຈາກ ປະຊາກອນກຸ່ມຕົວຢ່າງ 3 ກຸ່ມຫຼັກໆເຊັ່ນ: ① ອໍານາດ ການປົກຄອງຂັ້ນເມືອງ ພ້ອມທັງຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ 2 ກຸ່ມອໍານາດການປົກຄອງ ບ້ານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນບ້ານ, ກຸ່ມຊາວບ້ານຜູ້ຖືກກະທົບຕົວ ຈິງຂອງເຂດນາລິນສູງ ລວມທັງທັງໝົດ 21 ຄົນ, ການວິເຄາະຂໍ້ມູນແມ່ນອີງໃສ່ຂໍ້ມູນທີ່ໄດ້ມາຈາກ ການບັນທຶກພາກສະໜາມ ການສໍາພາດ, ການສັງເກດການ ຜົນການສຶກສາພົບວ່າ ຜົນກະທົບທີ່ເກີດຈາກ ໄພນໍ້າຖ້ວມ ຕໍ່ປະຊາ ຊົນ ເຂດລ້ອງນໍ້າລິນສູງໃນດ້ານເສດຖະກິດ : ປະຊາຊົນແມ່ນໄດ້ຮັບຜົນກະທົບທັງພື້ນທີ່ດິນນາ ກວມເອົາ 3000 ກວ່າເຮັກຕາ, ພື້ນທີ່ກະສິກຳ ຖືກເສຍຫາຍເປັນຈໍານວນ 150 ຮຕ ແລະ ໜອງປາຂອງປະຊາຊົນຈໍານວນ 35 ຮຕ, ກະທົບຕໍ່ຊັບ ສິນ ເຮືອນຂອງປະຊາຊົນຖືກເສຍຫາຍຈໍານວນ 19 ຫຼັງຄາເຮືອນ, ເລົ້າເຂົ້າເສຍຫາຍຈໍານວນ 46 ເລົ້າ ເຂົ້າເປືອກເສຍຫາຍຈໍານວນ 86 ໂຕ່ນ, ສັດໃຫ່ຍ, ສັດນ້ອຍ ເສຍຫາຍຈໍານວນ 1000 ໂຕ, ການ ຄົມມະນາຄົມ ຖືກຕັດຂາດ, ລະບົບໄຟຟ້າຖືກຜົນກະທົບເຮັດໃຫ້ຢຸດການໃຊ້ໄຟຟ້າໃນໄລຍະນັ້ນ ລະບົບນໍ້າລິນຖືກເສຍຫາຍ ນາບໍ່ສະອາດ ປະຊາຊົນເປັນພະຍາດຜິວໜັງ, ຕາແດງ, ເປັນໄຂ້ຍຸງ, ໄຂ້ຫວັດ, ສ່ວນສັດກໍໄດ້ຮັບຜົນກະທົບເຊັ່ນວ່າ: ເປັນພະຍາດອະຫິວາສັດປີກ, ພະຍາດປາກເປື່ອຍລົງ ເລັບ; ປະຊາຊົນບໍ່ມີພື້ນທີ່ທຳການຜະລິດ, ບໍ່ມີທີ່ຢູ່ອາໄສ, ນອກຈາກນັ້ນຍັງເຮັດໃຫ້ມີປາກົດການຫຍໍ້ທໍ້ ເກີດຂື້ນ.
View Text Version Category : 0
  • Follow
  • 0
  • Embed
  • Share
  • Upload
Related publications