Ministry of Home Affairs ວາລະສານ ກະຊວງພາຍໃນ ວິໄສທັດກວາງໄກ ບໍລິຫານໂປ ້ ່ ງໃສ ວິຊາການກ້ າວໄກ ບໍລິການວອງໄວ ຈິດໃຈເບີກບານ ່ ສະບັບທີ 8 2022 ການປົກຄອງ ການບໍລິການທີ່ດີຄືໝາກຫົວໃຈຂອງການປົກຄອງ
ກະຊວງພາຍໃນ Ministry of Home Affairs 2 ສາລະບັນ ຄະນະບັນນາທິການ ຄະນະຊີ້ນຳ ທ່ານ ປອ ທອງຈັນ ມະນີໄຊ ທ່ານ ນິສິດ ແກ້ວປັນຍາ ຄະນະບັນນາທິການ ທ່ານ ນ. ວິໄລທອນ ສູນທອນໄຊມົງຄຸນ ທ່ານ ນ. ຄຳພູນ ແກ້ວສະຫວັນ ທ່ານ ນ. ແພງພັນ ດວງປະຊາ ທ່ານ ໄຊວິສິດ ກິ່ງແກ້ວ ຄະນະເນື້ອໃນ ທ່ານ ສີວິໄລ ສິດທິໄທ ທ່ານ ນ. ກັນລະຍາ ພົມມະວົງສາ ທ່ານ ນ. ພູວອນ ອານຸວົງ ທ່ານ ນ. ໄພທູນ ບຸດສະວົງ ຈັດໜ້າ ແລະ ອອກແບບ ທ່ານ ນ. ກັນລະຍາ ພົມມະວົງສາ ກອງປະຊຸມສະຫຼຸບຕີລາຄາ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໜ້າ 3 ພິທີຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ລົງໃສ່ແຜນທີ່ພູມສັນຖານ ແລະ ການຮັບຮອງບົດບັນທຶກເຂດແດນເຊື່ອມຕໍ່ລະຫວ່າງແຂວງ ໜ້າ 23 ແລກປ່ຽນບົດຮຽນວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 06 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໜ້າ 26 ຜົນສຳເລັດການເຂົ້າຮ່ວມກອງປະຊຸມຫົວໜ້າລັດຖະກອນອາຊຽນ ຄັ້ງທີ 21 ໜ້າ 27 ພິທີມອບ-ຮັບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ປະຈຳປີ 2021 ໜ້າ 9
ກອງປະຊຸມສະຫຼຸບຕີລາຄາ ຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ກອງປະຊຸມສະຫຼຸບ, ຕີລາຄາ, ປະ ເມີນຜົນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ໄຂຂຶ້ນໃນ ວັນທີ 15-16 ກັນຍາ 2022 ທີ່ຫໍປະຊຸມ ແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ມີ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳ ລະດັບຊາດກ່ຽວກັບການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ມີບັນ ດາທ່ານການນຳພັກ-ລັດຂັ້ນສູງ, ບັນດາ ລັດຖະມົນຕີ, ຫົວໜ້າອົງການອ້ອມຂ້າງ ສູນກາງ, ເຈົ້າແຂວງ, ເຈົ້າຄອງນະຄອນ ຫຼວງວຽງຈັນ, ເຈົ້າເມືອງ, ເຈົ້ານະຄອນ, ພະນັກງານທີ່ກ່ຽວຂ້ອງຂອງບັນດາ ກະຊວງ, ອົງການ ແລະ ທ້ອງຖິ່ນ, ວິລະ ຊົນແຮງງານ, ນັກພັດທະນາດີເດັ່ນແຫ່ງ ຊາດ, ຕົວແທນບຸກຄົນ ແລະ ການຈັດຕັ້ງ ດີເດັ່ນ, ຕົວແທນບັນດາຫົວໜ່ວຍທຸລະ ກິດ, ຜູ້ປະກອບການ ແລະ ສື່ມວນຊົນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ ໃນໄລຍະ ຜ່ານມາ (2016-2020) ແລະ ວາງທິດ ທາງແຜນການແຕ່ນີ້ຮອດປີ 2025, ຈັດ ພິທີຍ້ອງຍໍ ນັກພັດທະນາ, ບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນໃນຂະ ບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ແລະ ປະກາດເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຮອດປີ 2025. ທ່ານ ພັນຄຳ ວິພາວັນ, ກຳມະການ ກົມການເມືອງສູນກາງພັກ ນາຍົກລັດຖະ ມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄດ້ມີຄໍາເຫັນກ່າວເປີດ ກອງປະຊຸມວ່າ: ການຈັດຕັ້ງປະຕິບັດເນື້ອ ໃນການແຂ່ງຂັນຮັກຊາດ ແລະ ພັດທະ ນາ ຕາມ 04 ເນື້ອໃນຂອງພັກ ແລະ ລັດຖະບານ ໃນລະຍະຜ່ານມາ ທາມກາງ ສະພາບແວດລ້ອມສາກົນ ແລະ ພາກພື້ນ ມີການຜັນແປໄປຢ່າງໄວວາ, ສັບສົນ, ຄາດຄະເນໄດ້ຍາກ ແລະ ການແຜ່ລະບາດ ຢ່າງໜັກໜ່ວງຂອງພະຍາດໂຄວິດ 19 ເຊິ່ງເຕັມໄປດ້ວຍກາລະໂອກາດ ແລະ ສິ່ງ ທ້າທາຍນັ້ນ ເຫັນວ່າຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ ໄດ້ມີ ບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີ ຜົນສໍາເລັດໃນຫຼາຍດ້ານ: ຮັບປະກັນໃຫ້ ປະເທດຊາດສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມ ເປັນເອກະລາດ, ອໍານາດອະທິປະໄຕ ແລະ ໝາກຜົນຂອງການປະຕິວັດ ໄດ້ຮັບການ ປົກປ້ອງຢ່າງແຂງແຮງ; ເຖິງວ່າປະເທດ ເຮົາຈະມີຄວາມຫຍຸ້ງຍາກທາງດ້ານການ ເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ ຖືກຜົນກະທົບຢ່າງໜັກໜ່ວງຈາກການ ແຜ່ລະບາດຂອງພະຍາດໂຄວິດ 19, ແຕ່ ພວກເຮົາຍັງສາມາດຢັບຢັ້ງບໍ່ໃຫ້ເກີດ ເຫດການທົດຖອຍຮ້າຍແຮງຕໍ່ເສດ ຖະກິດ-ສັງຄົມ, ລະບົບການເມືອງຢູ່ຮາກ ຖານບ້ານ ໄດ້ຮັບປັບປຸງໃຫ້ມີຄວາມ ໜັກແໜ້ນ, ເຂັ້ມແຂງຂຶ້ນ; ຄຸນນະພາບ ຊີວິດຂອງປະຊາຊົນບັນດາເຜົ່າໄດ້ຮັບ ການປັບປຸງ ແລະ ຍົກລະດັບຂຶ້ນເປັນ ກ້າວໆ; ຊົນນະບົດໄດ້ຮັບການພັດທະ ນາຢ່າງຕໍ່ເນື່ອງ ໂດຍມີສ່ວນຮ່ວມຢ່າງ ຕັ້ງໜ້າ ເປັນເຈົ້າການຂອງປະຊາຊົນບັນ ກະຊວງພາຍໃນ Ministry of Home Affairs 3
ດາເຜົ່າ, ຄອບຄົວທຸກຍາກ, ບ້ານ ທຸກຍາກໄດ້ຮັບການແກ້ໄຂເປັນກ້າວ ໆມາ; ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບ ດ້ານສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ, ກຳລັງປະກອບອາວຸດ ກໍ ໄດ້ຮັບການປັບປຸງກໍ່ສ້າງກາຍເປັນກຳ ລັງທີ່ໜັກແໜ້ນ ທາງດ້ານການເມືອງແນວຄິດ ແລະ ມີແບບແຜນທັນ ສະໄໝ. ຕະຫຼອດໄລຍະ 05 ປີ (2016-2020) ແລະ ໄລຍະປີ 2020 ມາເຖິງປັດຈຸບັນເຖິງແມ່ນວ່າພັກລັດຖະບານ ໄດ້ສຸມໃສນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາດ້ວຍ ການບຸກບືນສູ້ຊົນປານໃດກໍຕາມ, ແຕ່ ພວກເຮົາກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ທ້າທາຍຕໍ່ບົດບາດການນຳພາຂອງ ພັກ ແລະ ການຄຸ້ມຄອງຂອງລັດ. ທັງໝົດນັ້ນ ລ້ວນແຕ່ຊີ້ບອກເຖິງສະ ພາວະຄວາມເປັນຈິງທາງດ້ານການ ເມືອງ, ເສດຖະກິດ, ວັດທະນະທຳສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງ ກຳແໜ້ນ ແລະ ພິຈາລະນາຢ່າງ ພາວະວິໄສ ເພື່ອເປັນພື້ນຖານໃນ ການວາງທິດທາງໜ້າທີ່ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາ ປະເທດຂອງພວກເຮົາ ໃນຊຸມປີຕໍ່ໜ້າ ໃຫ້ມີການຫັນປ່ຽນໄປສູ່ລວງເລິກ ໄດ້ ຢ່າງແທ້ຈິງ. ໃນໂອກາດດຽວກັນ ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງ ພັກ ລັດຖະມົນຕີກະຊວງພາຍໃນ ໄດ້ ສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນການຮອດປີ 2025 ໂດຍ ໄດ້ຍົກໃຫ້ເຫັນວ່າ:ລັດຖະບານໄດ້ ເປີດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍ ວຽກງານ 03 ສ້າງເຂົ້າສູ່ລວງເລິກ, ຕິດ ພັນກັບການພັດທະນາຊົນນະບົດເພື່ອ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ໃນປີ 2015 ແລະ ກອງປະຊຸມຊຸກຍູ້ຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະ ຊາຊົນໃນປີ 2019 ເປັນຕົ້ນມາ ຄະນະ ພັກ-ຄະນະນໍາແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖີ່ນ ໄດ້ຈັດຕັ້ງປະຕິບັດຢ່າງ ຕັ້ງໜ້າ ແລະ ເປັນລະບົບຕາມ 5 ຂັ້ນຕອນຂອງການແຂ່ງຂັນ ເປັນຕົ້ນ ວາງແຜນການ, ແຕ່ງຕັ້ງຄະນະຊີ້ນໍາ, ເປີດຂະບວນການແຂ່ງຂັນ, ປຸກລະ ດົມ, ຊຸກຍູ້, ຕິດຕາມກວດກາ ແລະ ສະຫຼຸບລາຍງານຂະບວນແຂ່ງຂັນ ເປັນແຕ່ລະໄລຍະ, ເຊິ່ງສາມາດສັງ ລວມການຍ້ອງຍໍຜົນງານ 05 ປີ (2016-2020) ໃຫ້ບຸກຄົນ ແລະ ກົມກອງຈາກບັນດາກະຊວງ, ອົງການ ທຽບເທົ່າ, ບັນດາແຂວງ ແລະ ນະຄອນ ຫຼວງວຽງຈັນທົ່ວປະເທດ ໄດ້ຈຳນວນ 40 ພາກສ່ວນ, ສະເໜີຍ້ອງຍໍແຕ່ລະ ປະເພດລວມທັງໝົດ 92.250 ມີບຸກ ຄົນ 86.327 ທ່ານ ແລະ ກົມກອງ ກະຊວງພາຍໃນ Ministry of Home Affairs 4 5.923 ກົມກອງ. ໃນນີ້ກະຊວງອົງການ ທຽບເທົ່າລວມມີ 23 ພາກສ່ວນສະເໜີ ຍ້ອງຍໍແຕ່ລະປະເພດລວມທັງໝົດ 19.449 ມີບຸກຄົນ 19.008 ທ່ານ ແລະ ກົມກອງ 441 ກົມກອງ; 16 ແຂວງ ແລະ 01 ນະຄອນຫຼວງວຽງຈັນ ລວມມີ 17 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 72.801 ໃນນີ້ມີບຸກຄົນ 69.ທ່ານ ແລະ 3.437 ກົມກອງ; ພ້ອມນີ້ ຍັງໄດ້ມອບຫຼຽນປະເພດຕ່າງໆ ໃຫ້ບຸກຄົນ ແລະ ກົມກອງດີເດັ່ນ ມີ ຫຼຽນໄຊແຮງງານ ຊັ້ນ I ມອບໃຫ້ ບຸກຄົນມີ 2.945 ທ່ານ ແລະ ກົມກອງມີ 415 ກົມກອງ, ຫຼຽນໄຊ ແຮງງານ ຊັ້ນ II ມອບໃຫ້ບຸກຄົນມີ 6.160 ທ່ານ ແລະ ກົມກອງມີ 571 ກົມກອງ, ຫຼຽນໄຊແຮງງານ ຊັ້ນ III ມອບໃຫ້ບຸກຄົນ ມີ 10.916 ທ່ານ ແລະ ກົມກອງມີ 780 ກົມກອງ, ຫຼຽນນາມມະຍົດວິລະຊົນແຮງ ງານ ໃຫ້ ບຸກ ຄົນ 01 ທ່ານ, ຫຼຽນນາມມະຍົດ ພັດທະນາດີເດັ່ນແຫ່ງຊາດບຸກຄົນ 02 ທ່ານ, ຫຼຽນກາແຮງງານບຸກຄົນ 19.949 ທ່ານ ແລະ ກົມກອງ 1.152 ກົມກອງ, ໃບຍ້ອງຍໍລັດຖະບານ ບຸກຄົນ47.246 ທ່ານ ແລະ ກົມກອງ 2.113 ກົມກອງ. ຈາກນັ້ນໃນກອງປະຊຸມໄດ້ຈັດໃຫ້ມີພິທີ ປະດັບຫຼຽນນາມມະຍົດວິລະຊົນແຮງງານ ຈຳນວນ 1 ທ່ານ, ຫຼຽນນາມມະຍົດນັກ ພັດທະນາດີເດັ່ນແຫ່ງຊາດ ຈໍານວນ 2 ທ່ານ, ຫຼຽນໄຊແຮງງານ ຊັ້ນ I ໃຫ້ 14 ກົມກອງ ແລະ ຫຼຽນໄຊແຮງງານ ຊັ້ນ I ໃຫ້ 17 ທ່ານ. ໃນນີ້ ທ່ານ ເກຍ ອູ໋ສິດທິເດດ, ເຈົ້າຂອງໂຮງງານຜະລິດ ນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ຮັບ ຫຼຽນນາມມະຍົດວິລະຊົນແຮງງານ, ທ່ານ ສາຍສະໝອນ ກວານເມືອງຈັນ, ປະທານ ທີ່ປຶກສາສະຖາບັນການເງິນຈຸລະພາກທີ່
ກະຊວງພາຍໃນ Ministry of Home Affairs 5 ຮັບເງິນຝາກສາຍໄຍສຳພັນ ແລະ ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ, ຜູ້ອຳນວຍ ການ ບໍລິສັດ ທົ່ງລະຫາສິນ ໄດ້ຮັບຫຼຽນ ນາມມະຍົດນັກພັດທະນາດີເດັ່ນແຫ່ງ ຊາດ ໂດຍການໃຫ້ກຽດປະດັບຫຼຽນຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວປະທານປະເທດ. ຈາກນັ້ນ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໃຫ້ກຽດຂຶ້ນປະດັບ ຫຼຽນໄຊແຮງງານຊັ້ນ I ໃຫ້ກົມກອງ ດີເດັ່ນ ແລະ ຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ບຸກຄົນດີເດັ່ນ. ທ່ານ ກິແກ້ວ ໄຂຄໍາພິທູນ ຮອງ ນາຍົກລັດຖະມົນຕີ ຕາງໜ້າຄະນະຊີ້ນໍາ ລະດັບຊາດກ່ຽວກັບການແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ຂຶ້ນສະເໜີ ເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ໃນທົ່ວປະເທດ ແຕ່ນີ້ຫາປີ 2025 ວ່າ: ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX ແນໃສ່ນຳພາປະເທດຊາດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ໃນປີ 2026 ດ້ວຍການປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ທຸກຂົງເຂດວຽກງານ ຢ່າງຕັ້ງໜ້າປຸກລະດົມພົນລະເມືອງ ລາວທຸກຄົນທຸກການຈັດຕັ້ງຂອງພັກ ຂອງລັດອົງການຈັດຕັ້ງມະຫາຊົນ ແລະ ທຸກພາກສ່ວນເສດຖະກິດທັງພາກລັດ ແລະ ເອກະຊົນ ເຂົ້າຮວມຢ່າງແຂງແຮງ ແລະ ກ້ວາງຂວາງ ເພື່ອແຂ່ງຂັນກັນສ້າງ ຂະບວນການກໍ່ສ້າງຮາກຖານການເມືອງ ການພັດທະນາຊົນນະບົດຮອບດ້ານ ແກ່ໄຂຄວາມທຸກຍາກ ແລະ ການສ້າງ ເປັນຫົວໜ່ວຍຍຸດທະສາດສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງເງື່ອນໄຂນໍາພາປະເທດຊາດ ພົ້ນຈາກສະຖານະພາບປະເທດດ້ອຍ ພັດທະນາ ໃນປີ 2026 ໃຫ້ເປັນຂະບວນ ການຟົດຟື້ນຕໍ່ເນື່ອງຮັບປະກັນສູ້ຊົນປະຕິ ບັດສອງໜ້າທີ່ຍຸດທະສາດ:ປົກປັກຮັກ ສາ ແລະ ພັດທະນາປະເທດຊາດ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບຄໍາຂວັນ “ ຮັກຊາດ ແລະ ພັດທະນາ ” ບົນຈິດໃຈສືບຕໍ່ບູລະນະ ລະ ບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນ ຍິ່ງຂຶ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິງ ແລະ ຮອບດ້ານເພື່ອກ້າວສູ່ ຈຸດໝາຍສັງຄົມນິຍົມ.
ກະຊວງພາຍໃນ Ministry of Home Affairs 6 ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ ແລະ ພັດທະນາ ໃຫ້ເຂົ້າສູ່ລວງເລິກແທ້. ອັນທີ່ຫ້າ ໃຫ້ຖືເອົາການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາວຽກດີ, ຄົນເດັ່ນ ທັງຈັດຕັ້ງຍ້ອງຍໍ ໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະ ການກະຕຸ້ນ ເພື່ອສົ່ງເສີມຂະບວນການ ໃຫ້ ຂະຫຍາຍຕົວ ນັບມື້ກວ້າງ ຂວາງ ແລະ ແຂງແຮງ ເຮັດໃຫ້ກາຍເປັນການປຸກລະ ດົມຄວາມຟົດຟື້ນ, ຫ້າວຫັນແທ້, ຜູ້ທີ່ມີ ຫົວຄິດປະດິດສ້າງຢ່າງແຂງແຮງເຜີຍແຜ່ ໃຫ້ປະຊາຊົນໄດ້ກວ້າງຂວາງ ແລະ ຮຽນ ຮູ້ໃນທົ່ວສັງຄົມ ກໍ່ໃຫ້ເປັນຕົວເດັ່ນ ແລະ ຍ້ອງຍໍທັນທີໂລດ. ອັນທີຫົກ, ບັນດາອົງການຈັດຕັ້ງໃນ ທົ່ວລະບົບການເມືອງຕ້ອງໄດ້ສືບຕໍ່ເພີ່ມ ທະວີການນໍາພາຊີ້ນໍາ, ບັນຊາ ແລະ ຕິດ ຕາມ, ກວດກາການຜັນຂະຫຍາຍຂໍ້ແຂ່ງ ຂັນຮັກຊາດ ແລະ ພັດທະນາ ເປັນທັງ ທິດທາງລວມ ແລະ ທັງເປັນເນື້ອໃນວຽກ ງານຂອງຂົງເຂດ ຫຼື ຂະແໜງການຕົນ ຢ່າງຈະແຈ້ງ, ຖືເປັນຫຼັກການ-ຄວາມຮັບ ຜິດຊອບ ຊີ້ນຳ-ນຳພາ ໃນການເຄື່ອນໄຫວ ແລະ ປຸກລະດົມຂະບວນການ, ຖືເປັນຄວາມ ຮັບຜິດຊອບການເມືອງຂອງຕົນ. ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວປະ ທານປະເທດແຫ່ງ ສປປລາວ ໄດ້ມີຄຳ ເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານ ໄດ້ເນັ້ນບາງເນື້ອໃນວ່າ: ໜຶ່ງ, ຂໍໃຫ້ ສືບຕໍ່ປຸກລະດົມທົ່ວປວງຊົນລາວບັນ ດາເຜົ່າ, ຊັ້ນຄົນຕ່າງໆໃນທົ່ວປະເທດ ພ້ອມກັນຕັ້ງໜ້າເຂົ້າຮ່ວມໃນຂະບວນ ການແຂ່ງຂັນ «ຮັກຊາດ ແລະ ພັດ ທະນາ» ຕາມຄາດໝາຍ ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມ ກົດໝາຍ. ການແຂ່ງຂັນສ້າງຂະບວນ ການຕ້ອງດໍາເນີນໄປຢ່າງເປັນປົກກະ ຕິ-ຕໍ່ເນື່ອງ ແລະ ຫຼາຍຮູບ, ຫຼາຍແບບ, ຫຼາຍລະດັບ; ຕ້ອງຜັນຂະຫຍາຍໃຫ້ເຂົ້າ ສູ່ລວງເລິກກວ່າເກົ່າ ເປັນຕົ້ນ ສ້າງ ໃຫ້ມີຜະລິດຕະພັນໃໝ່ເກີດຂຶ້ນ, ເສີມ ຂະຫຍາຍຫົວຄິດປະດິດສ້າງ, ການປະ ດິດຄິດແຕ່ງໃໝ່ ແລະ ນຳໃຊ້ນະ ວັດຕະກໍາໃໝ່ເຂົ້າສູ່ການຜະລິດໃຫ້ ຫຼາຍ. ອັນທີສອງ, ຄະນະພັກ, ອົງການ ປົກຄອງແຕ່ລະຂັ້ນ ຕ້ອງສືບຕໍ່ປ່ຽນແປງ ຕົນເອງຢ່າງບໍ່ຢຸດຢັ້ງຕາມຈິດໃຈ ສ້າງ ການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕອບສະໜອງຄວາມ ຕ້ອງການໃນການຍົກສູງຄວາມສາ ມາດ ແລະ ຄຸນນະພາບ ໃນການນໍາພາ ຂອງພັກ ໃນໄລຍະໃໝ່; ການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂໍໃຫ້ເປັນ ການທົດສອບຄວາມສາມາດ ໃນການ ນໍາພາຂອງຄະນະພັກ ແລະ ອົງການ ປົກຄອງແຕ່ລະຂັ້ນ ໃນໄລຍະໃໝ່. ອັນທີສາມ, ການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕ້ອງເຮັດໃຫ້ແຕ່ລະຄົນ, ແຕ່ລະຄອບຄົວ ແລະ ສັງຄົມ ມີຄວາມ ພາກພູນໃຈ ໃນຄວາມເປັນລາວ-ເປັນ ຄົນລາວ, ມີສະຕິຊາດ ເອກະພາບ, ເອກະ ລາດ, ເປັນເຈົ້າຕົນເອງ ໃຫ້ໄດ້ຮັບການ ເຊີດຊູ ຂຶ້ນສູ່ລະດັບສູງ, ຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນຂອງ ພວກເຮົາໃຫ້ຫຼາຍ, ແກ້ໄຂຄວາມຫຍໍ້ ທໍ້ດ້ານເສດຖະກິດ, ຕີຖອຍ ແລະ ກໍາຈັດປັດເປົ່າສິ່ງຫຍໍ້ທໍ້ຕ່າງໆ, ສ້າງ ສັງຄົມໃຫ້ເປັນສັງຄົມທີ່ເພີ່ງຕົວເອງ, ກຸ້ມຕົວເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົວເອງ ແລະ ມີຄວາມເອກອ້າງ ເຖິງ ຄົນລາວ ແລະ ສັງຄົມລາວ ທີ່ໂອບເອື້ອ ອາລີ, ເອື້ອເຟື້ອເພື່ອແຜ່. ອັນທີສີ່, ຕ້ອງສ້າງຕົວແບບດີເດັ່ນ, ນໍາໜ້າ ຈາກນ້ອຍຫາໃຫຍ່, ຈາກແຕ່ລະ ດ້ານດຽວກ້າວສູ່ຫຼາຍດ້ານ ແລະ ຂະ ຫຍາຍອອກໃຫ້ກວ້າງຂວາງ, ມີຄຸນນະ ພາບ, ຍືນຍົງ ແລະ ຂະຫຍາຍຕົວ; ຕ້ອງສ້າງຕົວແບບດີເດັ່ນ, ນໍາໜ້າຈາກ ນ້ອຍຫາໃຫຍ່, ຈາກແຕ່ລະດ້ານດຽວ ກ້າວສູ່ຫຼາຍດ້ານ ແລະ ຂະຫຍາຍ ອອກໃຫ້ກວ້າງຂວາງ, ມີຄຸນນະພາບ, ຍືນຍົງ ແລະ ຂະຫຍາຍຕົວ; ຕ້ອງໄດ້ ຍົກລະດັບຂຶ້ນ ໃນແຕ່ລະໄລຍະ ເພື່ອ ສ້າງຕົວແບບການພັດທະນານັ້ນ; ບໍ່ມີ ອັນໃດທີ່ເກີດຂຶ້ນແລ້ວສົມບູນແບບ ແຕ່ຖ້າເກີດມີໜໍ່ແໜ່ງຕ້ອງຈັບເອົາໜໍ ່ແໜງນັ້ນພັດທະນາໄປ ເພື່ອຄວາມ ສົມບູນແບບ ຈຶ່ງຖືວ່າໄດ້ຜົນ. ດັ່ງນັ້ນ, ທຸກອັນຕ້ອງຜ່ານການທົດລອງ, ທົດ ສອບ ແລະ ສະຫຼຸບຖອດຖອນບົດ ຮຽນ, ນຳໃຊ້ຕໍ່ຍອດ ເພື່ອຂະຫຍາຍ ອອກໄປໄດ້ກວ້າງຂວາງ ແລະ ກາຍ ເປັນຂະບວນການໄດ້. ບົນພື້ນຖານນັ້ນ ພວກເຮົາ, ຕ້ອງຕັ້ງໜ້າເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສ້າງບັນດາ ຕົວແບບດີເດັ່ນດ້ານຕ່າງໆ ຢູ່ແຕ່ລະ ຂະແໜງການ, ແຕ່ລະທ້ອງຖິ່ນ-ຮາກ ຖານ,ທັງຕ້ອງຮູ້ສະຫຼຸບສັງລວມບົດ ຮຽນຈາກຕົວແບບນັ້ນ ໃຫ້ທັນການ, ກວ້າງຂວາງ, ຖ້າມີຕົວແບບທີ່ດີ ແມ່ນ ຢາກໃຫ້ພາຫະນະສື່ມວນຊົນເຜີຍແຜ່ ຫຼື ລວມທັງເອົາເຂົ້າເປັນຫຼັກຕຳລາ ການຮຽນການສອນ ເພື່ອຜັນຂະຫຍາຍ ອອກ, ເຮັດໃຫ້ “ຕົວແບບ” ເຫຼົ່ານັ້ນ ນັບມື້ນັບແຜ່ຂະຫຍາຍສູ່ທຸກຂະແໜງ ການ, ບໍລິເວນ ແລະ ທົ່ວປະເທດ; ອັນນັ້ນກໍ່ແມ່ນບົດຮຽນໃຫ້ພວກເຮົາ ສ້າງຂະບວນການແຂ່ງຂັນຮັກຊາດ
ກະຊວງພາຍໃນ Ministry of Home Affairs 7 ລັດຖະມົນຕີກະຊວງພາຍໃນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ສປປ ລາວ ວັນທີ 28 ກຸມພາ 2022 ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງ ພາຍໃນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ Annete KNOBLOCH ເອກອັກຄະລັດຖະທູດຜູ້ມິອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ. ລັດຖະມົນຕີ ກະຊວງພາຍໃນ ຕ້ອນຮັບການເຂົ້າຢ້ຽມຢາມພົບປະ ຂອງ ຜູ້ຕາງໜ້າຈາກທະນາຄານໂລກ ໃນໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ເຢຍລະມັນ ຕໍ່ລັດຖະບານເຢຍລະມັນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ເປັນຕົ້ນແມ່ນ ວຽກງານແຜນງານການມີສ່ວນຮ່ວມ ຂອງປະຊາຊົນຕໍ່ວຽກງານການປົກ ຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງ ດ້ວຍກົດໝາຍ ແລະ ໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ ໄດ້ລາຍງານຫຍໍ້ກ່ຽວ ກັບສະພາບການຈັດຕັ້ງປະຕິບັດວຽກງ ານຂອງກະຊວງພາຍໃນ ແລະ ປຶກສາ ຫາລືແຜນການພົວພັນຮ່ວມມືຊ່ວຍ ເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ ເພື່ອ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມ ມືມິດຕະພາບ ຂອງສອງຊາດລາວເຢຍລະມັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ພ້ອມດຽວກັນນີ້ ນາງ Annete KNOBLOCH ເອກອັກຄະລັດຖະ ທູດ ຜູ້ມິອຳນາດເຕັມແຫ່ງສາທາລະ ນະລັດ ສະຫະພັນເຢຍລະມັນ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງ ກ່າວວ່າຈະພະຍາຍາມຢ່າງຕັ້ງໜ້າເພື່ອ ປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມ ສາມາດ ເພື່ອປະກອບສ່ວນເຂົ້າໃນ ການສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບຂອງ ສອງປະເທດ ເຢຍລະ ມັນ-ລາວ ໃຫ້ນັບມື້ນັບກ້ວາງຂວາງ. ວັນທີ 11 ກໍລະກົດ 2022 ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ ໄດ້ຕ້ອນຮັບການເຂົ້າ ຢ້ຽມຢາມພົບປະ ຂອງ ທ່ານ ດຣ. ແຊມ ມິວ (DR SAMUEL MILLS) ຊ່ຽວຊານອາວຸໂສດ້ານສາທາລະນະສຸກ ຂອງ ທະນາຄານໂລກ ພ້ອມດ້ວຍຄະນະ. ການຢ້ຽມຢາມພົບປະໃນຄັ້ງນີ້ ທ່ານ ດຣ. ແຊມ ມິວ (DR SAMUEL MILLS) ຊ່ຽວຊານອາວຸໂສດ້ານສາທາ ລະນະສຸກ ຂອງ ທະນາຄານໂລກ ໄດ້ ລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງ ການເດີ່ນທາງມາເຄື່ອນໄຫວວຽກງານ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນກາລະ ໂອກາດສໍາຄັນທີ່ທັງ 2 ຝ່າຍ ກໍ່ຄື ກົມຄຸ້ມ ຄອງພົນລະເມືອງ ກະຊວງພາຍໃນ ແລະ ຄະນະທີມງານຈາກທະນາໂລກ ໄດ້ເຮັດວຽກຮ່ວມກັນ ເພື່ອທົບທວນ ຄືນຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດກິດຈະກຳຂອງໂຄງການຈົດ ທະບຽນ ແລະ ສະຖິຕິພົນລະເມືອງ ລວມທັງການວາງແຜນການຈັດຕັ້ງ ປະຕິບັດກິດຈະກຳຂອງໂຄງການໃນ ຕໍ່ໜ້າ ເປັນຕົ້ນ ແມ່ນວຽກງານການພັດ ທະນາ ແລະ ແຜນການຂະຫຍາຍລະບົບ ຖານຂໍ້ມູນຄຸ້ມຄອງພົນລະເມືອງເອເລັກ ໂຕຣນິກ, ວຽກງານໂຄສະນາສື່ສານ, ວຽກງານການຈົດທະບຽນ ແລະ ສະຖິ ຕິພົນລະເມືອງ, ວຽກງານການຄຸ້ມຄອງ ການເງິນ ແລະ ວຽກງານການຈັດຊື້ ຈັດຈ້າງຂອງໂຄງການ, ການສຶກສາ ຜົນກະທົບທາງດ້ານສັງຄົມ ແລະ ດ້ານ ສິ່ງແວດລ້ອມກ່ຽວກັບວຽກງານຈົດທະ ບຽນ ແລະ ສະຖິຕິພົນລະເມືອງ. ໃນໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ສະແດງຄວາມຂອບໃຈ ຕໍ່ການເຂົ້າ ຢ້ຽມຢາມພົບປະຂອງ ທ່ານ ດຣ. ແຊມ ມິວ (DR SAMUEL MILLS) ຊ່ຽວຊານອາວຸໂສດ້ານສາທາລະນະສຸກ ຂອງ ທະນາຄານໂລກ ພ້ອມດ້ວຍຄະນະ ແລະ ອວຍພອນໃຫ້ປະສົບຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ຕາມເປົ້າໝາຍທຸກປະການ ແລະ ແລະ ເດີ່ນທາງກັບສູ່ປະເທດດ້ວຍຄວາມ ສະຫວັດດີພາບ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ໃນວັນທີ 01 ກັນຍາ 2021 ກົມ ກະຊວງພາຍໃນ Ministry of Home Affairs 8 ພິທີປະດັບຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍລັດຖະບານ ໃຫ້ກອງສຳຫຼວດວັດແທກ, ກົມແຜນທີ່-ກົມໃຫ່ຍເສນາທິການກອງທັບ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ວັນທີ 03 ພະຈິກ 2022 ກະຊວງ ພາຍໃນ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຈັດພິທີປະດັບຫຼຽນກາ ມິດຕະພາບ ແລະ ໃບຍ້ອງຍໍລັດຖະບານ ໃຫ້ກອງສຳຫຼວດວັດແທກ, ກົມແຜນທີ່- ກົມໃຫ່ຍເສນາທິການກອງທັບ, ກະຊວງ ປ້ອງກັນປະເທດ ສສ ຫວຽດນາມ ຂື້ນ ທີ່ກະຊວງພາຍໃນ ໂດຍໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ພັນຕີ ຫງວຽນແທັງເຈືອງ ຫົວໜ້າກອງ ສຳຫຼວດວັດແທກ ກົມແຜນທີ່ກອງທັບ ສສ.ຫວຽດນາມ, ບັນດາທ່ານ ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ ຂອງກະຊວງພາຍໃນ ແລະ ຄະນະນຳ ກອງສຳຫຼວດວັດແທກ ສສ ຫວຽດນາມ ເຂົ້າຮ່ວມ. ໃນພິທີ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ໃຫ້ ກຽດຂຶ້ນປະດັບຫຼຽນກາມິດຕະພາບ 01 ໜ່ວຍ ໃຫ້ແກ່ກອງສຳຫຼວດວັດແທກ ສສ ຫວຽດນາມ ແລະ ມອບໃບຍ້ອງຍໍ ລັດຖະບານ ໃຫ້ແກ່ຄະນະນຳກອງສຳ ຫຼວດວັດແທກ ສສ ຫວຽດນາມ ຈຳນວນ 03 ທ່ານ ຄື: ທ່ານ ພັນຕີ ຫງວຽນ ແທັງເຈືອງ ຫົວໜ້າກອງ, ທ່ານ ພັນຕີ ຫງວຽນແອັງເຢືອງ ຮອງຫົວໜ້າກອງ ແລະ ທ່ານ ພັນຕີ ເຈີ່ນແອັງດົ່ງ ຮອງ ຫົວໜ້າກອງ ພ້ອມນີ້ ຍັງໄດ້ມອບໃບ ຍ້ອງຍໍລັດຖະມົນຕີກະຊວງພາຍໃນ 01 ໃບ ໃຫ້ ທ່ານ ພັນຕີ ດ່າວວັນເຮືອງ ຜູ້ ກວດກາຕື່ມອີກ. ການປະດັບຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ ກອງສຳຫຼວດວັດແທກ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນເປັນການຍ້ອງຍໍເຖິງຄຸນ ງາມຄວາມດີ ແລະ ຜົນງານດີເດັ່ນ ປະກອບສ່ວນໃນການພົວພັນຮ່ວມມື ໃນຂົງເຂດວຽກງານສຳຫຼວດວັດແທກ ແລະ ແຜນທີ່ ລາວ-ຫວຽດນາມ ໃນໄລ ຍະຜ່ານມາໄດ້ຮັບຜົນສຳເລັດເປັນຢ່າງ ດີ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ສຳຫຼວດວັດແທກ (01/01/1952- 01/01/2022) ຄົບຮອບ 70 ປີ. ເປັນການປະກອບສ່ວນອັນສຳຄັນໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບ, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ ໂດຍສະເພາະ ກະຊວງ ພາຍໃນ ສປປ ລາວ ແລະ ກອງສຳຫຼວດ ວັດແທກ, ກົມແຜນທີ່-ກົມໃຫ່ຍເສນາ ທິການກອງທັບ, ກະຊວງປ້ອງກັນປະ ເທດ ສສ ຫວຽດນາມ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກະຊວງພາຍໃນ Ministry of Home Affairs 9 ວັນທີ 09 ສິງຫາ 2022 ກະຊວງ ພາຍໃນ ໄດ້ຈັດພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈໍາປີ 2021 ແລະ ມອບ ໃບຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ປະຈໍາປີ 2020 ໂດຍການເປັນປະທານ ຂອງທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງພາຍໃນ, ເຂົ້າຮ່ວມ ມີ ທ່ານ ນາງ ລີວົງ ລາວລີ ກໍຳມະການ ສໍາຮອງສູນກາງພັກ ຄະນະປະຈໍາພັກກະ ຊວງ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ສະມາຊິກພັກ-ພະນັກ ງານທີ່ໄດ້ຮັບການຍ້ອງຍໍເຂົ້າຮ່ວມ. ໃນພິທີໄດ້ຮັບຟັງການຜ່ານມະຕິຕົກ ລົງວ່າດ້ວຍການຮັບຮອງເອົາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ ປີ 2021 ແລະ ຂໍ້ຕົກລົງວ່າດ້ວຍການ ຍ້ອງຍໍບຸກຄົນດີເດັ່ນ ປະຈໍາປີ 2020 ຈາກນັ້ນ ທ່ານ ປອ ທອງຈັນ ມະນີໄຊ ໄດ້ຂື້ນຜູ້ມອບໃບຢັ້ງຢືນໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ມອບໃບຍ້ອງຍໍບຸກຄົນທີ່ມີຜົນງານ ດີເດັ່ນ ປະເພດ I ປະຈໍາປີ 2020 ໃຫ້ ຄະນະໜ່ວຍພັກ ແລະ ບຸກຄົນທີ່ໄດ້ ຮັບການຍ້ອງຍໍ ແລະ ທ່ານ ນາງ ລີວົງ ລາວລີ ໄດ້ຂື້ນມອບໃບຊົມເຊີຍໃຫ້ ບຸກຄົນທີ່ມີຜົນງານດີເດັ່ນ ປະເພດ II ປະຈໍາປີ 2020 ໃຫ້ບຸກຄົນທີ່ໄດ້ຮັບ ການຊົມເຊີຍ. ຕອນທ້າຍພິທີ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ໂອ້ລົມຕໍ່ພິທີຄັ້ງນີ້ວ່າ ໃບຢັ້ງຢືນໜ່ວຍ ພັກປອດໃສ, ໃບຍ້ອງຍໍ ແລະ ໃບຊົມ ເຊີຍ ເປັນການສະແດງເຖິງນາມມະຍົດ ອັນລໍ້າຄ່າຂອງພັກ ແລະ ລັດທີ່ໄດ້ມອບ ໃຫ້ໜ່ວຍພັກ ແລະ ພະນັກງານ-ລັດຖະ ກອນ ທີ່ມີຜົນງານພົ້ນເດັ່ນ ແລະ ໄດ້ ເນັ້ນໜັກ ໃຫ້ຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເອົາໃຈ ໃສ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍ ບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ຂອງລັດ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ ເກີດດອກອອກຜົນ, ຮັກສາມູນເຊື້ອ ຄວາມເປັນແບບຢ່າງ, ຕັ້ງໜ້າຝຶກຝົນ ຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ເອົາໃຈໃສ່ປະຕິບັດ ແຜນນໍາພາ ແລະ ວິທີເຮັດວຽກຕາມ ຫຼັກການລວມສູນປະຊາທິປະໄຕຢ່າງ ເຂັ້ມງວດ, ຮັກສາໃຫ້ໄດ້ຄວາມສາມັກ ຄີເປັນເອກະພາບພາຍໃນການຈັດຕັ້ງ ໃຫ້ມີຄວາມແໜ້ນແຟ້ນ ແລະ ພາຍໃນ ສະມາຊິກພັກ ແລະ ພະນັກງານ-ລັດຖະ ກອນ ໃຫ້ເປັນປຶກແຜ່ນ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ ພິທີມອບ-ຮັບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ປະຈໍາປີ 2021
ກະຊວງພາຍໃນ Ministry of Home Affairs 10 ກອງປະຊຸມປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ກະຊວງພາຍໃນ ຈັດກອງປະຊຸມ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ຂຶ້ນ ໃນ ວັນທີ 7 ເມສາ 2022 ໂດຍການເປັນ ປະທານ ຂອງ ທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາ ຄະນະພັກກະຊວງ ລັດຖະມົນຕີ ກະຊວງ ພາຍໃນ ມີ ຄະນະປະຈຳພັກ, ຄະນະພັກ ກະຊວງພາຍໃນ, ບັນດາເລຂາ, ຮອງ ເລຂາໜ່ວຍພັກ ຄະນະໜ່ວຍພັກ, ສະມາ ຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຂອງ ກະຊວງພາຍໃນ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງ ພັກ ເລຂາຄະນະພັກກະຊວງ ລັດຖະມົນ ຕີກະຊວງພາຍໃນ ໄດ້ໃຫ້ກຽດປາຖະ ກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 67 ປີ ເຊິ່ງທ່ານໄດ້ ຍົກໃຫ້ຮູ້ເຖິງການກຳເນີດ ຂອງພັກ ປະຊາຊົນປະຕິວັດ ແລະ ຄວາມໝາຍ ສຳຄັນຂອງພັກ, 66 ປີແຫ່ງການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ເສີມຂະຫຍາຍມູນເຊື້ອທາດແທ້ຂອງ ພັກປະຊາຊົນປະຕິວັດລາວ ແລະ ທ່ານ ນ. ທອງຈັນ ແກ້ວແສນຫອມ ຄະນະ ປະຈຳພັກກະຊວງ ຫົວໜ້າກົມເອກະ ສານແຫ່ງຊາດ ເຜີຍແຜ່ເອກະສານກ່ຽວ ກັບວັນສ້າງຕັ້ງອົງການກວດກາພັກລັດ ສປປ ລາວ ຄົບຮອບ 40 ປີ ຕື່ມອີກ. ກອງປະຊຸມເຜີຍແຜ່ເຊື່ອມຊຶມ ໃນ ຄັ້ງນີ້ ມີຄວາມໝາຍ ແລະ ຄວາມສໍາ ຄັນຢ່າງຍິ່ງ ເພື່ອເຮັດໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຂອງກະຊວງ ມີຄວາມຮັບຮູ້-ເຂົ້າໃຈກ່ຽວກັບມູນ ເຊື້ອ ແລະ ໄຊຊະນະປະຫວັດສາດຂອງ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສໍາເລັດ ໃນ ພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດພາຍໃຕ້ການນໍາ ພາ ຂອງພັກປະຊາຊົນປະຕິວັດລາວ ຕະ ຫຼອດໄລຍະ 67 ປີ, ກຳແໜ້ນ ແລະ ເປັນເອກະພາບສູງ ຕໍ່ບັນດາເນື້ອໃນ ສຳຄັນຮັບຮູ້ເຂົ້າໃຈຕາມແນວທາງການ ຕ່າງປະເທດທີ່ພັກ ເຮົາໄດ້ວາງໄວ້, ສືບຕໍ່ ປະກອບສ່ວນເຂົ້າໃນພາລະກິດປົກປັກ ຮັກສາ, ສ້າງສາພັດທະນາປະເທດຊາດ ໃນເງຶ່ອນໄຂທີ່ປະເທດເຮົາເຊື່ອໂຍງສາກົນ ແລະ ພາກພື້ນຢ່າງຕັ້ງໜ້າ, ໄປພ້ອມກັນນັ້ນ ເປັນເຈົ້າການຍົກສູງສະຕິລະວັງຕົວຕໍ່ກົນ ອຸບາຍມ້າງເພຂອງອິດທິກໍາລັງປໍລະປັກ, ຕີ ຖອຍບັນດາປາກົດການຫຍໍ້ທໍ້ຕ່າງໆ ໃນ ສັງຄົມ, ຮັບປະກັນສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ ແລະ ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ກໍຄື ຄວາມສະຫງົບສຸກຂອງປະຊາຊົນ. ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະ ບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ເຊີດຊຸບົດບາດ ການນໍາພາຂອງພັກ ໄປພ້ອມກັບການປຸກ ລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍຕິດພັນກັບການຍູ້ແຮງຂະ ບວນການຕ່າງໆ ເພື່ອຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້, ສືບຕໍ່ບຸກທະລຸທາງດ້ານແນວຄິດ ຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນ ຢ່າງແຂງແຮງ, ເລິກເຊີ່ງ ແລະ ຮອບດ້ານ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກະຊວງພາຍໃນ Ministry of Home Affairs 11 ກະຊວງພາຍໃນ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 113 ປີ ວັນທີ 28 ກໍລະກົດ 2022 ກະຊວງພາຍໃນ ໄດ້ຈັດເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະຂອງຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 4 ສະໄໝ ທີ XI ແລະ ວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 113 ປີ ໃຫ້ ແກ່ ສະມາຊິກພັກ-ພະນັກງານ ກະຊວງ ພາຍໃນ ໂດຍການເປັນປະທານ ຂອງ ທ່ານ ນິສິດ ແກ້ວປັນຍາ ຮອງເລຂາ ຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງພາຍໃນ, ໂດຍມີ ບັນດາຮອງ ເລຂາ, ຄະນະພັກກະຊວງ, ຄະນະໜ່ວຍ ພັກຮາກຖານ ແລະ ສະມາຊິກພັກ ເຂົ້າຮ່ວມ. ກອງປະຊຸມ ທ່ານ ນິສິດ ແກ້ວປັນຍາ ຮອງເລຂາຄະນະພັກ ກະຊວງ ຮອງລັດ ຖະມົນຕີກະຊວງພາຍໃນ ໄດ້ຂຶ້ນເຜີຍ ແຜ່ກ່ຽວກັບວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ (13/7/1909-13/7/2022)ໂດຍໄດ້ ໃຫ້ຮູ້ວ່າ ປະທານ ສຸພານຸວົງ ແມ່ນການນໍາ ຜູ້ໜຶ່ງທີ່ມີບົດບາດພົ້ນເດັ່ນ ໃນພາລະກິດ ປະຕິວັດປົດປ່ອຍຊາດ ແລະ ສ້າງສາພັດ ທະນາປະເທດຊາດ, ເປັນຜູ້ນໍາທີ່ມີຄວາມ ຕື່ນຕົວເສຍສະຫຼະຜົນປະໂຫຍດສ່ວນ ຕົວ ເພື່ອຜົນປະໂຫຍດລວມ ຂອງປະເທດ ຊາດ ແລະ ປະຊາຊົນບັນດາເຜົ່າ; ທັງເປັນ ແກ່ນສານ ແລະ ໃຈກາງເຕົ້າໂຮມຄວາມ ສາມັກຄີປະຊາຊົນບັນດາເຜົ່າ, ບັນດາ ຊັ້ນຄົນ, ສາສະໜາ ແລະ ເພດໄວ ເຂົ້າໃນ ແນວໂຮມປົດປ່ອຍຊາດ ແລະ ສ້າງສາ ພັດທະນາປະເທດຊາດ, ທັງໄດ້ອຸທິດ ສະຕິປັນຍາ, ຫົວຄິດປະດິດສ້າງ ແລະ ກໍາລັງວັງຊາຂອງຕົນ ເພື່ອພາລະກິດ ປະຕິວັດແຕ່ຕົ້ນຕະຫຼອດປາຍ. ໂອກາດນີ້ ທ່ານນາງ ລີວົງ ລາວລີ ຄະນະປະຈໍາພັກກະຊວງ ຮອງລັດຖະມົນ ຕີກະຊວງພາຍໃນ ຍັງໄດ້ເຜີຍແຜ່ກ່ຽວ ກັບມະຕິກອງປະຊຸມຄົບຄະນະຂອງ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ໂດຍທ່ານໄດ້ຍົກໃຫ້ເຫັນການຄົ້ນຄວ້າ, ປຶກສາຫາລື ແລະ ທິດຊີ້ນໍາ ຂອງຄະນະ ບໍລິຫານງານສູນກາງພັກ ຕໍ່ບັນຫາທີ່ ສໍາຄັນ ເປັນຕົ້ນແມ່ນການຕີລາຄາຜົນ ການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການຊຸກຍູ້, ສົ່ງເສີມຜູ້ປະກອບການຂະ ໜາດນ້ອຍ, ຂະໜາດກາງ ແລະ ຈຸນລະ ວິສາຫາກິດ ໃຫ້ມີຄວາມເຂັ້ມແຂງ, ການ ເພີ່ມທະວີການພັດທະນາຊັບພະຍາກອນ ມະນຸດ ໃຫ້ມີຄຸນນະພາບສູງ, ການປັບປຸງ ລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກ ການເຄື່ອນໄຫວຂອງອົງການບໍລິຫານ ລັດຕາມທິດເຂັ້ມແຂງ ແລະ ປະສິດ ທິພາບ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກະຊວງພາຍໃນ Ministry of Home Affairs 12 ຍົກລະດັບທິດສະດີການເມືອງ-ການປົກຄອງ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງ ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ ວັນທີ 6 ມິຖຸນາ 2022 ກະຊວງ ພາຍໃນ ໄດ້ຈັດພິທີເປີດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ໄລຍະ ສັ້ນ45 ວັນ ຊຸດທີ VI ໃຫ້ແກ່ ສະມາຊິກ ພັກ-ພະນັກງານຫຼັກແຫຼ່ງ ໂດຍການເປັນ ປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ ຄະນະ ປະຈໍາພັກກະຊວງ ຮອງລັດຖະມົນຕີ ກະຊວງພາຍໃນ, ເຂົ້າຮ່ວມມີທ່ານ ປອ ນາງ ໄກສອນ ຈັນສີນາ ກຳມະການພັກ ຫົວໜ້າກົມຄຸ້ມຄອງການຮຽນ-ການ ສອນສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ, ທ່ານ ນາງ ຄໍາໄພ ລັດສະໝີ ຫົວໜ້າພະແນກພາຍໃນນະ ຄອນຫຼວງວຽງຈັນ, ມີຄະນະພັກ, ຄະນະ ຫ້ອງການ, ບັນດາກົມ, ສະຖາບັນ, ສູນ ແລະ ສະມາຊິກພັກ-ພະນັກງານ ຫຼັກແຫຼ່ງກະຊວງພາຍໃນເຂົ້າຮ່ວມ. ການຈັດຊຸດຝຶກອົບຮົມຄັ້ງນີ້ ເພື່ອ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ມີຄວາມຮູ້ພື້ນຖານດ້ານທິດສະດີການ ເມືອງ-ການປົກຄອງ, ທິດສະດີມາກ-ເລ ນິນ, ກໍາໄດ້ແນວທາງນະໂຍບາຍຂອງ ພັກໃນໄລຍະໃໝ່ ເພື່ອສ້າງ ແລະ ປັບ ປຸງທັດສະນະຫຼັກໝັ້ນການເມືອງໃຫ້ສະ ມາຊິກພັກ-ພະນັກງານ ສາມາດຈໍາແນກ ໄດ້ມິດ-ສັດຕູຢ່າງຈະແຈ້ງ, ມີຄວາມເຊື່ອ ໝັ້ນຕໍ່ການນໍາພາ ແລະ ອຸດົມການ ຂອງພັກ, ຝຶກຝົນຫຼໍ່ຫຼອມຕົນເອງທາງ ດ້ານຄຸນສົມບັດສິນທໍາປະຕິວັດ, ຄຸນ ທາດການເມືອງ, ສ້າງແບບແຜນການ ດໍາລົງຊີວິດທີ່ປອດໃສຂາວສະອາດ ເພື່ອ ກຽມພ້ອມຮັບໃຊ້ຊາດ ແລະ ຮັບໃຊ້ ປະຊາຊົນ. ໃນໂອກາດນີ້ ທ່ານຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ມີຄໍາເຫັນຕໍ່ພິທີປິດ ຊຸດຝຶກອົບຮົມວ່າ ການຈັດຝຶກອົບຮົມ ຄັ້ງນີ້ ຈະເປັນການຍົກສູງຄວາມຮັບຮູ້ ເຂົ້າໃຈທາງດ້ານທິດສະດີ ແລະ ພຶດຕິກໍາ ຕົວຈິງ, ການຮໍ່າຮຽນທິດສະດີຂອງ ລັດ ທິມາກ-ເລນິນ ແມ່ນຄວາມຈໍາເປັນ ສໍາລັບພະນັກງານ ນໍາພາ-ຄຸ້ມຄອງ ແລະ ພະນັກງານສືບທອດ-ປ່ຽນແທນ; ການ ຝຶກອົບຮົມຄັ້ງນີ້ຈະເປັນໄລຍະສັ້ນ ແຕ່ ມີບົດຮຽນຫຼາຍດ້ານ, ນັກຝຶກອົບຮົມ ທຸກທ່ານຕ້ອງເອົາໃຈໃສ່ຄົ້ນຄວ້າຮໍ່າ ຮຽນ ເພື່ອພັດທະນາຍົກລະດັບຄວາມ ຮູ້ດ້ານທິດສະດີຂອງຕົນເອງແລ້ວນໍາເອົາ ຄວາມຮູ້ ແລະ ປະສົບການທີ່ໄດ້ຮັບ ຈາກການຝຶກອົບຮົມໃນຄັ້ງນີ້ ໄປຜັນ ຂະຫຍາຍເຂົ້າໃນວຽກງານຕົວຈິງທີ່ຮັບ ຜິດຊອບ ໃຫ້ເກີດໝາກຜົນຕົວຈິງ. ສໍາລັບບົດຮຽນທີ່ສໍາມະນາກອນຈະ ໄດ້ພ້ອມກັນຄົ້ນຄວ້າປະກອບມີ ພາກ ວິຊາປັດຊະຍາ, ພາກວິຊາເສດຖະສາດ ການເມືອງ, ພາກວິຊາລັດທິສັງຄົມນິຍົມ ວິທະຍາສາດ, ພາກວິຊາບໍລິຫານສາດ ແລະ ພາກວິຊາກໍ່ສ້າງພັກ; ຊຸດຝຶກອົບ ຮົມຄັ້ງນີ້ ປະກອບມີນັກສໍາມະນາກອນ ທັງໝົດ 33 ທ່ານຍິງ 7 ທ່ານ.
ກະຊວງພາຍໃນ Ministry of Home Affairs 13 ພິທີຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃຫ້ພະນັກງານຫຼັກແຫຼ່ງ ຂອງກະຊວງພາຍໃນ ຊຸດທີ III ວັນທີ 10 ພະຈິກ 2022 ກະຊວງພາຍໃນ ໄດ້ສໍາເລັດບັ້ນຝຶກ ອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກພະນັກງານ ໃຫ້ ພະນັກງານຫຼັກແຫຼ່ງ ຂອງກະຊວງພາຍໃນ ຊຸດທີ III ປີ 2022, ໂດຍການເປັນປະທານຂອງ ສະຫາຍ ປອ ທອງຈັນ ມະນີໄຊ ກໍາມະ ການສູນກາງພັກ ເລຂາຄະນະພັກ-ລັດ ຖະມົນຕີກະຊວງພາຍໃນ ເຂົ້າຮ່ວມມີ ສະຫາຍ ດອນ ໄພວົງ ຄະນະພັກ-ຫົວ ໜ້າກົມຄຸ້ມຄອງພະນັກງານ ຄະນະຈັດ ຕັ້ງສູນກາງພັກ ມີ ບັນດາສະຫາຍຄະ ນະພັກກະຊວງ ຄະນະຫ້ອງການ ບັນ ດາກົມ ສະຖາບັນ ສູນ ແລະ ມີສໍາມະ ນາກອນ ທີ່ເປັນສະມາຊິກພັກ-ພະນັກ ງານຫຼັກແຫຼ່ງ ຂອງ ກະຊວງພາຍໃນ 30 ສະຫາຍ ເຂົ້າຮ່ວມ. ສະຫາຍ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະນະ ພັກ-ລັດຖະມົນຕີກະຊວງພາຍໃນ ໄດ້ມີ ຄໍາເຫັນໂອ້ລົມຕໍ່ນັກສໍາມະນາກອນ ວ່າ: ວຽກງານກໍ່ສ້າງພັກເປັນວຽກຍຸດທະ ສາດສຳຄັນຂອງພັກ ຕ້ອງໄດ້ສືບຕໍ່ນໍາ ເອົາບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ໄປຄົ້ນຄວ້າຄືນຢ່າງເລິກເຊິ່ງ ແລະ ກໍາ ແໜ້ນແຕ່ລະເນື້ອໃນເພື່ອນໍາໄປຈັດຕັ້ງ ປະຕິບັດໃຫ້ຖືກຕ້ອງຕາມແນວທາງ ນະໂຍບາຍຂອງພັກ, ຍຶດໝັ້ນ ແລະ ເປັນ ເອກະພາບຕໍ່ແນວທາງປ່ຽນແປງໃໝ່ ຂອງພັກ, ອຸດົມການຂອງພັກບົນເສັ້ນ ທາງກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ຍົກສູງຄວາມສາມາດນຳພາ ແລະ ລັກ ສະນະນຳໜ້າຂອງພັກ, ເອົາໃຈໃສ່ຈັດ ຕັ້ງປະຕິບັດວຽກງານປ້ອງກັນພັກ-ພະ ນັກງານໃນໄລຍະໃໝ່ ຢ່າງເຂັ້ມງວດ ຕັ້ງໜ້າຄົ້ນຄວ້າແນວທາງນະໂຍບາຍ ຂອງພັກກ່ຽວກັບວຽກງານປ້ອງກັນພັກ ໃຫ້ເລິກເຊິ່ງ ປັບປຸງທັດສະນະຫຼັກ ໝັ້ນທາງດ້ານການເມືອງ ແນວຄິດຈຳ ແນກມິດ-ສັດຕູໃຫ້ຈະແຈ້ງ, ຍົກສູງ ສະຕິພັກ ສະຕິຊາດ ປົກປັກຮັກສາຄວາມ ລັບຂອງພັກ ຂອງຊາດ ຢ່າງເຂັ້ມງວດ, ຍົກສູງຄຸນນະພາບການນຳພາຮອບ ດ້ານຂອງການຈັດຕັ້ງຕົນ ເປັນຕົ້ນ: ຍົກ ບົດບາດເປັນແກນນໍາທາງດ້ານການ ເມືອງ,ບົດບາດນຳພາການເຄື່ອນໄຫວ ກໍ່ສ້າງພາຍໃນພັກ, ຕັ້ງໜ້າກໍ່ສ້າງໜ່ວຍ ພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການ ຈັດຕັ້ງ ແລະ ແບບແຜນນຳພາ, ປັບ ປຸງວິທີນຳພາຂອງໜ່ວຍພັກ, ສ້າງສະ ມາຊິກພັກໃຫ້ຖືກຕ້ອງ ແລະ ມີການ ປ່ຽນແປງເຂົ້າສູ່ຄຸນນະພາບໃໝ່ຢ່າງ ຈະແຈ້ງ ພ້ອມທັງເພີ່ມທະວີການກວດ ກາຕີລາຄາແບ່ງປະເພດຄຸນນະພາບ ການຈັດຕັ້ງຮາກຖານພັກ ແລະ ສະມາ ຊິກພັກໃຫ້ເປັນປົກກະຕິ ເພື່ອຮັບປະກັນ ໃຫ້ແກ່ການຄົງຕົວ ແລະ ການຂະຫຍາຍ ຕົວຂອງພັກ, ເຮັດໃຫ້ພັກມີຄວາມປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເອົາໃຈ ໃສ່ການຄຸ້ມຄອງ, ບໍາລຸງກໍ່ສ້າງພະນັກງານ ດ້ານຕ່າງໆ ເພື່ອສາມາດກຳໄດ້ທາງດ້ານ ຈຳນວນ, ຊີວະປະຫວັດ ແລະ ການເຄື່ອນ ໄຫວຂອງພະນັກງານພ້ອມທັງຕີລາຄາປະ ເມີນຜົນ ແລະ ສ້າງແຜນກຳນົດພະນັກງານ ເພື່ອເປັນບ່ອນອີງໃນການແຕ່ງຕັ້ງ, ຍົກ ຍ້າຍ, ສັບປ່ຽນໜ້າທີ່, ນຳໃຊ້ການເລື່ອນ ຊັ້ນຂອງພະນັກງານ ຢູ່ໃນແຕ່ລະຂົງເຂດ ຢ່າງເໜາະສົມ, ປະຕິບັດຕາມນະໂຍບາຍ ດ້ານຕ່າງໆ ທີ່ພະນັກງານ-ລັດຖະກອນໃຫ້ ຖືກຕ້ອງຕາມລະບຽບການ ວາງອອກ. ຊຸດຝຶກອົບຮົມຄັ້ງນີ້ ສໍາມະນາກອນ ໄດ້ຮຽນຮູ້ ແລະ ຄົ້ນຄວ້າເອກະສານຕ່າງໆ ປະກອບມີ: ວິທີຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ, ໂຄງປະກອບການ ຈັດຕັ້ງ, ການສ້າງການຈັດຕັ້ງໃໝ່, ຄວາມ ຮູ້ພື້ນຖານກ່ຽວກັບທິດສະດີຈັດຕັ້ງ, ຍົກ ສູງຄຸນນະພາບການຈັດຕັ້ງຮາກຖານພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການຕີລາ ຄາຄຸນນະພາບ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ, ການຕີລາຄາຄຸນນະພາບ ຂອງສະມາຊິກພັກ ແລະ ວຽກງານຂະ ຫຍາຍພັກໃນໄລຍະໃໝ່, ເພີ່ມທະວີການ ຄຸ້ມຄອງ ແລະ ລະບຽບການຍົກຍ້າຍ ຮ່ວມຊີວິດພັກ, ເນື້ອໃນພື້ນຖານກ່ຽວກັບ ວຽກງານປ້ອງກັນພັກ-ພະນັກງານ, ວຽກ ງານຄຸ້ມຄອງພະນັກງານ, ວຽກງານຂຶ້ນ ແຜນກຳນົດພະນັກງານ, ການສັບປ່ຽນໜ້າ ທີ່ ແລະ ບ່ອນປະຈຳການຂອງພະນັກງານ, ວຽກງານຕີລາຄາ ແລະ ນຳໃຊ້ພະນັກງານ, ການສ້າງມາດຖານພະນັກງານ, ການບຳ ລຸງ-ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ຢູ່ ສປປ ລາວ ແລະ ການປະຕິບັດນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ຢູ່ ສປປ ລາວ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກະຊວງພາຍໃນ 15 Ministry of Home Affairs 14 ພິທີປິດກອງປະຊຸມຝຶກອົບຮົມວຽກງານຂະແໜງການພາຍໃນ ພິທີປິດກອງປະຊຸມຝຶກອົບຮົມວຽກ ງານຂະແໜງການພາຍໃນ ໄດ້ຈັດຂື້ນ ໃນວັນທີ 28 ມັງກອນ 2022 ທີ່ ກະຊວງ ພາຍໃນ ໂດຍການເປັນປະທານ ຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ ເຂົ້າຮ່ວມ ມີ ຮອງຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານ, ຄະນະພະແນກພາຍໃນ ທົ່ວ ປະເທດ ແລະ ຕາງໜ້າພະນັກງານລັດຖະກອນ ຂັ້ນຫົວໜ້າຂະແໜງ ຂອງ ບັນດາພະແນກພາຍໃນແຂວງ ເຂົ້າຮ່ວມ. ກອງປະຊຸມຝຶກອົບຮົມວຽກງານຂະ ແໜງການພາຍໃນ ແມ່ນກອງປະຊຸມ ຝຶກອົບຮົມໜຶ່ງມີຄວາມໝາຍຄວາມ ສຳຄັນ ເຊິ່ງສຳມະນາກອນໄດ້ຮັບຟັງ ການນໍາສະເໜີເນື້ອໃນວຽກງານຂອງ ຂະແໜງການພາຍໃນ ປະກອບມີ 9 ເອກະສານທີ່ສຳຄັນຄື: ວຽກງານບໍລິຫານ ລັດ, ວຽກງານປົກຄອງທ້ອງຖິ່ນ, ວຽກ ງານຄຸ້ມຄອງລັດຖະກອນ, ວຽກງານປະ ເມີນຜົນລັດຖະກອນ, ວຽກງານແຜນ ທີ່, ວຽກງານເອກະສານທາງລັດຖະ ການ, ວຽກງານຄຸ້ມຄອງພົນລະເມືອງ, ວຽກງານຊົນເຜົ່າ ແລະ ສາສະໜາ, ວຽກງານແຂ່ງຂັນ ແລະ ຍ້ອງຍໍ, ພ້ອມ ທັງແລກປ່ຽນ ບົດຮຽນ, ປະສົບການ ໃນການຈັດຕັ້ງປະຕິບັດຜ່ານມາ. ໃນພິທີປິດກອງປະຊຸມຝຶກອົບຮົມຄັ້ງ ນີ້ ທ່ານ ປອ ທອງຈັນ ມະນີໄຊ ໄດ້ມີ ຄຳເຫັນໂອ້ລົມໃຫ້ບັນດາທ່ານສໍາມະ ນາກອນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ ເນື້ອໃນວຽກງານຂອງຂະແໜງການ ພາຍໃນ ທີ່ໄດ້ສະເໜີໄປນັ້ນ ໃຫ້ເລິກ ເຊິ່ງເຖິງຖອງ, ໃຫ້ຮັບຮູ້, ເຂົ້າໃຈ ຢ່າງ ຈະແຈ້ງ ພ້ອມທັງນໍາ ໄປຈັດຕັ້ງປະຕິບັດ ຢູ່ກົມກອງໃຫ້ຖືກຕ້ອງ ແລະ ເປັນເອ ກະພາບ; ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການໃນການຈັດຕັ້ງປະຕິ ບັດ ແລະ ແນະນໍາບັນດາເນື້ອໃນທີ່ ໄດ້ຝຶກອົບຮົມ ໃຫ້ພະນັກງານທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນຈັດຕັ້ງປະ ຕິບັດໃຫ້ຖືກຕ້ອງ ແລະ ລາຍງານ ຕໍ່ ຄະນະນໍາແຕ່ລະພາກສ່ວນພ້ອມຈັດຕັ້ ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ; ກອງປະຊຸມຝຶກອົບຮົມວຽກງານຂະ ແໜງການພາຍໃນ ໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 24-28 ມັງກອນ 2022 ບັນດາສຳມະນາກອນ ແມ່ນພະນັກ ງານຫຼັກແຫຼ່ງຂອງພະແນກພາຍໃນ ຈາກ 18 ແຂວງ, ນະຄອນຫຼວງ, ຈຳນວນ 36 ທ່ານ, ຍິງ 8 ທ່ານ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກະຊວງພາຍໃນ Ministry of Home Affairs 15 ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ ກອງປະຊຸມ ປະເມີນການຈັດຕັ້ງປະຕິບັດ ແລະ ທາບທາມທິດທາງ ໃນການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນໃນຕໍ່ໜ້າ ໃນລະຫວ່າງວັນທີ 7-8 ກຸມພາ 2022, ກະຊວງພາຍໃນ ໄດ້ຈັດກອງປະ ຊຸມທາງໄກປະເມີນການຈັດຕັ້ງປະຕິບັດ ແລະ ທາບທາມທິດທາງໃນການປັບປຸງ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ໃນຕໍ່ໜ້າ ໂດຍການເປັນປະທານຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນ ຕີກະຊວງພາຍໃນ ເຂົ້າຮ່ວມມີ ບັນດາ ຫົວໜ້າ, ຮອງຫົວພະແນກພາຍໃນ, ຫົວ ໜ້າ, ຮອງຫົວໜ້າຫ້ອງວ່າການ, ຄະນະ ຈັດຕັ້ງແຂວງ, ຕາງໜ້າສະພາປະຊາຊົນ ຂັ້ນແຂວງ, ບັນດາທ່ານຫົວໜ້າຫ້ອງ ການພາຍໃນ, ຫ້ອງວ່າການຂັ້ນເມືອງ ທົ່ວປະເທດ ທັງໝົດ 148 ເມືອງ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງ ພາຍໃນ ໄດ້ກ່າວວ່າ: ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປີ 2015 ໄດ້ຖືກຮັບຮອງ ແລະ ປະກາດໃຊ້ມາ ເປັນໄລຍະ 6 ປີ ຜ່ານມາ, ໃນດ້ານທິດ ສະດີທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນຄາດໝາຍ ແມ່ນ ສ້າງໃຫ້ໄປຕາມທິດນຳ 3 ສ້າງ ເນັ້ນໃສ່ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ມີຄວາມເຂັ້ມແຂງ ເສີມຂະຫຍາຍສິດ ເປັນເຈົ້າອົງການເຫັນໄດ້ການແບ່ງຂັ້ນ ຄຸ້ມຄອງໃຫ້ທ້ອງຖິ່ນແຕ່ລະຂັ້ນຢ່າງ ຈະແຈ້ງ, ແຕ່ໃນເບື້ອງການຈັດຕັ້ງປະຕິ ບັດຕົວຈິງ, ໂດຍສະເພາະແມ່ນອົງການ ປົກຄອງທ້ອງຖິ່ນ ຜູ້ທີ່ຢູ່ທ້ອງຖິ່ນເປັນ ຜູ້ຈັດຕັ້ງປະຕິບັດຕົວຈິງຈະເປັນຜູ້ຮູ້ ແລະ ກຳໄດ້ດີວ່າກົດໝາຍວ່າດ້ວຍການ ປົກຄອງທ້ອງຖິ່ນ ທີ່ນຳໃຊ້ປັດຈຸບັນນີ້ ເປັນແນວໃດມີຄວາມຖືກຕ້ອງສອດ ຄ່ອງກັບເງຶ່ອນໄຂ ຂອງທ້ອງຖິ່ນຕົນ ຫຼື ບໍ. ກອງປະຊຸມໃນຄັ້ງນີ້ ແມ່ນຈະທົບ ທວນ ຫຼື ປະເມີນຄືນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປົກຄອງທ້ອງ ຖິ່ນ ໄລຍະຜ່ານມາ ແລະ ທ່ານໄດ້ຮຽກ ຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມ ກັນ ປະກອບຄຳຄິດຄຳເຫັນ ສະເໜີບັນຫາ ທີ່ພົບພໍ້ຕົວຈິງ ເພື່ອເຮັດໃຫ້ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ທີ່ຈະປັບ ປຸງໃໝ່ໃນຕໍ່ໜ້ານີ້ ໃຫ້ມີເນື້ອໃນຄົບ ຖ້ວນ, ຈະແຈ້ງ, ຊັດເຈນ, ສາມາດຈັດ ຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບ ເງື່ອນໄຂຕົວຈິງຂອງທ້ອງຖິ່ນ. ກົດໝາຍ ວ່າດ້ວຍການປົກຄອງ ສະບັບປັງປຸງ 2015 ປະກອບມີ 9 ພາກ, 26 ໝວດ ແລະ ມີ 96 ມາດຕາ, ເຊິ່ງບັນດາເນື້ອ ໃນຂອງໂຄງ, ພາກ, ໝວດ ແລະ ມາດຕາ ເຫຼົ່ານີ້ຈະມີການປັບປຸງປ່ຽນແປງ ໄປໃນ ທິດທາງທີ່ດີຂຶ້ນເລື້ອຍໆ ໃນກອງປະຊຸມ ຜ່ານເນື້ອໃນຢູ່ຂັ້ນຕ່າງໆ ເພື່ອໃຫ້ກົດ ໝາຍການປົກຄອງທ້ອງຖິ່ນ ສະບັບໃໝ່ ໄດ້ຮັບການປັບປຸງໃຫ້ຖືກຕ້ອງສອດ ຄ່ອງທີ່ສຸດກັບເງື່ອນໄຂການຈັດຕັ້ງປະຕິ ບັດຕົວຈິງຂອງທ້ອງຖິ່ນ, ສອດຄ່ອງກັບ ສະພາບຄວາມເປັນຈິງຂອງປະເທດ ແລະ ຄວາມຕ້ອງການພັດທະນາໃນໄລຍະໃໝ່
ກະຊວງພາຍໃນ Ministry of Home Affairs 16 ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍຈັນຍາບັນ ແລະ ຄໍາແນະນໍາການຈັດຕັ້ງ ປະຕິບັດວຽກງານຈັນຍາບັນ ຂອງ ພະນັກງານ-ລັດຖະກອນ ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍ ຈັນຍາບັນ ແລະ ຄໍາແນະນໍາການຈັດຕັ້ງ ປະຕິບັດວຽກງານຈັນຍາບັນ ຂອງ ພະນັກ ງານ-ລັດຖະກອນ ໄດ້ຈັດຂຶ້ນໃນວັນທີ 17 ມີນາ 2022 ທີ່ ກະຊວງພາຍໃນ ໂດຍການເປັນປະທານຮ່ວມຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ, ທ່ານ H.M Mr. Alexander Kremer ຜູ້ຈັດການ ຂອງ ທະນາຄານໂລກ ປະຈຳ ສປປ ລາວ ແລະ Ms. Baiba Zarina ເລຂາເອກ ຂອງ ສະຫະພາບເອີຣົບ ເຂົ້າຮ່ວມມີ ຂັ້ນ ກົມ, ຂັ້ນພະແນກ ແລະ ວິຊາການ ກົມ ຈັດຕັ້ງ ແລະ ພະນັກງານ, ກົມກວດກາ ຂອງ ບັນດາກະຊວງ ແລະ ອົງການທຽບ ເທົ່າຂັ້ນສູນກາງ. ໃນກອງປະຊຸມ ທ່ານ ທອງສະຫວັນ ປັນຍາວິຈິດ ຫົວໜ້າກົມຄຸ້ມຄອງຫົວ ໜ່ວຍວິຊາການ ແລະ ພາລະກອນ ໄດ້ ຂຶ້ນເຜີຍແຜ່ດຳລັດວ່າດ້ວຍຈັນຍາບັນ ຂອງພະນັກງານ-ລັດຖະກອນ ສະບັບ ເລກທີ 184/ລບ ແລະ ຮັບຟັງ ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມ ຄອງຫົວໜ່ວຍງວິຊາການ ແລະ ພາລະ ກອນ ຂຶ້ນເຜີຍແຜ່ 03 ເອກະສານ ຄື ປະ ຫວັດຄວາມເປັນມາຂອງວຽກງານຈັນ ຍາບັນ ແລະ ແນະນຳຈັດຕັ້ງປະຕິບັດ ວຽກງານຈັນຍາບັນ (ຈຸດປະສົງ ແລະ ຄວາມໝາຍ, ຈັນຍາບັນຕໍ່ຕົນເອງ), ເຜີຍ ແຜ່ ແລະ ແນະນຳການຈັດຕັ້ງປະຕິບັດ ວຽກງານຈັນຍາບັນ (ຈັນຍາບັນຕໍ່ວິຊາ ຊີບ, ຈັນຍາບັນຕໍ່ການຈັດຕັ້ງ, ຈັນຍາ ບັນຕໍ່ປະຊາຊົນ ແລະ ສັງຄົມ), ເຜີຍແຜ່ ແລະ ແນະນໍາການຈັດຕັ້ງປະຕິບັດວຽກ ງານຈັນຍາບັນ (ຜົນປະໂຫຍດແອບແຝງ, ການຕີລາຄາ, ມາດຕະການຕໍ່ຜູ້ລະເມີດ ແລະ ການຈັດຕັ້ງປະຕິບັດ). ໃນໂອກາດນີ້ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ມີ ຄຳເຫັນຕໍ່ກອງປະຊຸມ ໄດ້ຮຽກຮ້ອງໃຫ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ນໍາເອົາ ເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ໄປລາຍງານຂັ້ນເທິງຂອງຕົນ ເພື່ອຈັດຕັ້ງ ຜັນຂະຫຍາຍ ໂດຍສະເພາະການເຜີຍແຜ່ ວຽກງານຈັນຍາບັນ ແລະ ການຈັດຕັ້ງ ຜັນຂະຫຍາຍ ໃຫ້ມີຈັນຍາບັນເປັນຂອງ ແຕ່ລະຂະແໜງການ ແລະ ພ້ອມກັນ ຊຸກຍູ້ຢ່າງແຂງແຮງມີການກໍານົດແບບ ແຜນ, ຂັ້ນຕອນ ແລະ ຂອບເວລາ ໃນ ການຈັດຕັ້ງເຜີຍແຜ່ວຽກງານຈັນຍາບັນ ໃຫ້ກວ້າງຂວາງ ແລະ ບັນລຸຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນກ່ຽວກັບການຮ່ວມມືທາງດ້ານວິຊາການ ໃນຂົງເຂດສາທາລະນະສຸກ ແລະ ຂົງເຂດການປົກຄອງ 17 ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ກ່ຽວກັບການຮ່ວມມື ທາງດ້ານວິຊາການ ໃນຂົງເຂດສາທາ ລະນະສຸກ ແລະ ຂົງເຂດການປົກຄອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງ ການປົກຄອງທ້ອງຖິ່ນ ແລະ ສົ່ງເສີມ ການບໍລິການຂອງລັດໃນຂະແໜງການ ສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 8 ເມສາ 2022 ທີ່ ໂຮງແຮມຄລາວ ພາຊາ ມີ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງລັດຖະ ມົນຕີກະຊວງພາຍໃນ, ຮອງລັດຖະມົນ ຕີກະຊວງສາທາລະນະສຸກ , ຕາງໜ້າອົງ ການອະນາໄມໂລກ ປະຈໍາ ສປປ ລາວ, ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ຕາງໜ້າຫ້ອງການ, ກົມຈາກກະຊວງ ສາທາລະນະສຸກ ແລະ ກະຊວງພາຍໃນ ແລະ ພະນັກງານຈາກອົງການອະນາໄມ ໂລກ ແລະ ອົງການຄູ່ຮ່ວມພັດທະນາ ເຂົ້າຮ່ວມ. ໃນພິທີ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວວ່າ ໄລຍະທີ່ຜ່ານມາ ກະຊວງ ພາຍໃນ ແລະ ກະຊວງສາທາລະນະສຸກ ແມ່ນໄດ້ເຮັດວຽກຮ່ວມກັນໃນຫຼາຍໆ ດ້ານຢ່າງໃກ້ຊິດ ເປັນຕົ້ນແມ່ນ ວຽກ ງານສາມສ້າງຕັ້ງແຕ່ໄລຍະທົດລອງປີ 2012, ວຽກງານສະຖິຕິພົນລະເມືອງ ຫຼື CRVS ເຊິ່ງໄດ້ມີບົດບັນທຶກຄວາມ ເຂົ້າໃຈຮ່ວມກັນໃນຂັ້ນກົມ ໃນປີ 2020 ແລະ ກໍຮ່ວມກັນຈັດຕັ້ງປະຕິ ບັດໂຄງການໄລຍະສັ້ນ ເພື່ອໂຕ້ຕອບ ກັບພະຍາດໂຄວິດ 19 ໂດຍສ້າງຄວາມ ເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງ ຖິ່ນ. ໃນໂຄງການດັ່ງກ່າວໄດ້ມີການລົງ ປະຕິບັດຕົວຈິງກັບອົງການປົກຄອງ ທ້ອງຖິ່ນຢູ່ 4 ແຂວງເປົ້າໝາຍ ຈາກ ຜົນງານການເຮັດວຽກທີ່ໃກ້ຊິດຕິດ ແທດຜ່ານມາການລົງນາມຮ່ວມກັນ ໃນ ບົດບັນທຶກຄວາມເຂົ້າໃຈລະຫວ່າງ 2 ກະຊວງ ໃນວັນນີ້ ເຊິ່ງຈະເປັນນິຕິກໍາ ອ້າງອີງທີ່ສໍາຄັນ ບໍ່ສະເພາະແຕ່ຂັ້ນສູນ ກາງເທົ່ານັ້ນ ແຕ່ຈະເປັນບ່ອນອີງໃນ ການປັບປຸງການປະສານງານ ແລະ ແບບ ແຜນການເຮັດວຽກຂ້າມຂະແໜງການ ໃນຂັ້ນທ້ອງຖິ່ນລະຫວ່າງຂະແໜງສາ ທາລະນະສຸກ ແລະ ຂະແໜງພາຍ ໃນ ໃນອະນາຄົດ ເຊິ່ງໃນບົດບັນທຶກດັ່ງ ກ່າວຈະເນັ້ນໜັກໃສ່ ການຊຸກຍູ້, ສົ່ງ ເສີມການຮ່ວມມືທາງດ້ານວິຊາການໃນຂົງ ເຂດສາທາລະນະສຸກ ແລະ ຂົງເຂດວຽກ ງານດ້ານການປົກຄອງຕາມທິດນໍາ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ. ໂດຍອີງຕາມແຜນ ພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 ໄດ້ມີ ການກໍານົດວ່າ ພາຍໃນ 5 ປີ (2021- 2025) ໃຫ້ສາມາດສ້າງແຂວງໃຫ້ເປັນຫົວ ໜ່ວຍຍຸດທະສາດໃຫ້ໄດ້ຢ່າງໜ້ອຍ 2/3 ຂອງຈໍານວນແຂວງທັງໝົດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານໃຫ້ໄດ້ 1/3 ຂອງຈໍານວນເມືອງທັງໝົດ ແລະ ສ້າງ ບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ 2/3 ຂອງຈໍານວນບ້ານທັງໝົດ. ໃນນີ້ອົງປະ ກອບທີ່ສໍາຄັນຂອງການສ້າງແຂວງ, ເມືອງ ແລະ ບ້ານສາມສ້າງກໍແມ່ນການບັນລຸຕົວ ຊີ້ວັດຂອງຂະແໜງສາທາລະນະສຸກ ແລະ ວຽກງານທີ່ພົວພັນກັບການຈົດທະບຽນ ພົນເມືອງ ແລະ ການປັບປຸງການບໍລິການ ຂອງລັດໃນຂັ້ນທ້ອງຖິ່ນ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະ ຫວ່າງກະຊວງສາທາລະນະສຸກ ແລະ ກະ ຊວງພາຍໃນກ່ຽວກັບການຮ່ວມມືທາງ ດ້ານວິຊາການ ໃນຂົງເຂດສາທາລະນະສຸກ ແລະ ຂົງເຂດການປົກຄອງ ເພື່ອສ້າງຄວາມ ເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ສົ່ງເສີມການບໍລິການຂອງລັດໃນຂະ ແໜງການສາທາລະນະສຸກ ໃນຄັ້ງນີ້ ແມ່ນ ໃຫ້ກຽດລົງນາມຮ່ວມລະຫວ່າງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງ ພາຍໃນ ແລະ ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາ ລະນະສຸກ. ກະຊວງພາຍໃນ Ministry of Home Affairs
ເພື່ອເປັນການແລກປ່ຽນຄວາມຄິດ ເຫັນກ່ຽວກັບຜົນການສໍາຫຼວດຂອງຜູ້ ຊົມໃຊ້ບໍລິການຂອງລັດໃນຂັ້ນເມືອງ ກະຊວງພາຍໃນ Ministry of Home Affairs 18 ກອງປະຊຸມຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ III ໃຫ້ ຜູ້ຮັບຜິດຊອບ ຂອງ ກະຊວງພາຍໃນ ເພື່ອເຮັດໃຫ້ ຜູ້ຮັບຜິດຊອບວຽກ ງານກວດກາພັກ-ລັດ ປະຈໍາຢູ່ແຕ່ລະ ພາກສ່ວນ ຂອງ ກະຊວງພາຍໃນ ຮັບຮູ້ ໄດ້ຄວາມໝາຍ ແລະ ຄວາມສຳຄັນ ຂອງວຽກງານກວດກາພັກ-ລັດ, ວຽກ ງານຕິດຕາມຂອງພັກ, ການກວດກາ ການຈັດຕັ້ງພັກ-ລັດ ແລະ ສະມາຊິກ ພັກ, ພະນັກງານ-ລັດຖະກອນ, ລະບຽບ ວິໄນຂອງພັກ ແລະ ກວດກາການລົງ ວິໄນພາຍໃນພັກ, ພື້ນຖານຈິດຕະສາດ ວຽກງານກວດກາ, ຄວາມຮູ້ພື້ນຖານ ກ່ຽວກັບການສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫຼວງ, ການຄົ້ນຄວ້າຄຳຮ້ອງ ຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ, ການ ຕິດຕາມ, ກວດກາໂຄງການລົງທຶນ ຂອງລັດແຕ່ຫົວທີ, ການສືບສວນ-ສອບ ສວນ, ການແກ້ໄຂຜົນການກວດກາ ແລະ ການຕິດຕາມ, ກວດກາການຈັດຕັ້ງ ປະຕິບັດຜົນການກວດກາ ແລະ ບັນຫາ ທີ່ສຳຄັນອື່ນໆ. ລະຫວ່າງວັນທີ 23 ພຶດສະພາ ຫາ ວັນທີ 03 ມິຖຸນາ 2022 ກະຊວງພາຍໃນ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານ ກວດກກາ ໃຫ້ຜູ້ຮັບຜິດຊອບວຽກງານ ດັ່ງກ່າວ ທີ່ປະຈໍາຢູ່ບັນດາໜ່ວຍພັກ ສັງ ກັດກະຊວງພາຍໃນ ຈໍານວນ 40 ທ່ານ ໃນນັ້ນມີ ຍິງ 10 ທ່ານ. ທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະ ພັກ-ລັດຖະມົນຕີກະຊວງພາຍໃນ ໄດ້ ມີຄໍາເຫັນຕໍ່ພິທີປິດຊຸດຝຶກອົບຮົມ ໂດຍ ທ່ານໄດ້ເນັ້ນບາງບັນຫາສຳຄັນວ່າ: ພັກ ເຮົາຍາມໃດກໍ່ໄດ້ກໍ່ຢັ້ງຢືນວ່າວຽກງານ ກວດກາແມ່ນວຽກໜຶ່ງທີ່ສຳຄັນໃນ ບົດບາດ ແລະ ແບບແຜນການນຳ ພາທີ່ສຳຄັນຂອງພັກ ‘’ ບໍ່ມີການກວດ ກາ ກໍ່ໝາຍຄວາມວ່າ ບໍ່ມີການນຳພາ ” ໃນເງື່ອນໄຂເສດຖະກິດຕະຫຼາດໃນ ປັດຈຸບັນ ແລະ ການເປີດກວ້າງການ ພົວພັນຮ່ວມມື-ເຊື່ອມໂຍງກັບສາກົນ. ຄະນະພັກ, ຄະນະນຳແຕ່ລະຂັ້ນຕ້ອງໄດ້ ເພີ່ມທະວີການນຳພາ-ຊີ້ນຳການຕິດຕາມ ກວດກາ, ເຊິ່ງຄະນະພັກ, ຄະນະນໍາ ກະຊວງພາຍໃນ ໄດ້ຖືເອົາວຽກງານ ກວດກາໃນບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງລັດ ທັງເປັນວຽກງານ ທີ່ຕິດພັນ ແລະ ສອດຫ້ອຍຢູ່ທຸກຂົງເຂດ ວຽກງານ ແລະ ໄດ້ເຮັດເປັນປົກກະຕິ ເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫຼວງບໍ່ໃຫ້ເກີດຂຶ້ນໃນຂະແໜງພາຍ ໃນ ຍ້ອນເຫັນຄວາມສຳຄັນຄືແນວນັ້ນ ຄະນະພັກ, ຄະນະນຳກະຊວງ ກໍ່ຄື ຄະນະ ກວດກາພັກແຕ່ລະຂັ້ນໄດ້ນຳພາ-ຊີ້ນຳ ຢ່າງໃກ້ສິດຕິດແທດ ແລະ ມີຄວາມ ຮັບຜິດຊອບສູງ. ຕອນທ້າຍພິທີປິດຊຸດຝຶກອົບຮົມ ທ່ານ ປອ ທອງຈັນ ມະນີໄຊ ກຳມະການ ສູນກາງພັກ, ເລຂາຄະນະພັກ-ລັດຖະ ມົນຕີກະຊວງພາຍໃນ ໄດ້ໃຫ້ກຽດຂຶ້ນ ມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມຝຶກອົບ ຮົມວຽກງານກວດກາ ໃນຄັ້ງນີ້ຕື່ມອີກ. ຂ່າວ: ທອງຜູ ດວງພະຈັນ ພາບ: ພະແນກ ປຂສ ຫ້ອງການ
ຂ່າວ: ທອງຜູ ດວງພະຈັນ ພາບ: ພະແນກ ປຂສ ຫ້ອງການ ກະຊວງພາຍໃນ Ministry of Home Affairs 19 ກິດຈະກຳການຈົດທະບຽນແຕ່ງດອງ ແລະ ຈົດທະບຽນການເກີດ ວັນທີ 31 ພຶດສະພາ 2022 ທີ່ກະຊວງພາຍໃນ ໄດ້ຈັດກິດ ຈະກຳການຈົດທະບຽນຄອບຄົວເຄື່ອນ ທີ່ ຂຶ້ນໂດຍເນັ້ນໃສ່ການຈົດທະບຽນ ແຕ່ງດອງ ແລະ ຈົດທະບຽນການ ເກີດ, ກິດຈະກຳຄັ້ງນີ້ ແມ່ນຈັດຂຶ້ນ ເພື່ອ ສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບ ຮອບ 112 ປີ, ວັນເດັກນ້ອຍສາກົນ, ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບ ຮອບ 67 ປີ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ 22 ພະຈິກ ພາຍໃຕ້ ການເປັນປະທານເປີດຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງ ພາຍໃນ, ມີບັນດາທ່ານຮອງລັດຖະ ມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສູນ ແລະ ສະຖາບັນ ຕະຫຼອດຮອດພະ ນັກງານ-ລັດຖະກອນ ພ້ອມດ້ວຍສະມາ ຊິກໃນຄອບຄົວ ເຂົ້າຮ່ວມທັງໝົດ 300 ກວ່າຄົນ. ການຈົດທະບຽນເຄື່ອນທີ່ຄັ້ງນີ້ ຖື ເປັນຄັ້ງທຳອິດ ທີ່ຈັດຂຶ້ນຢູ່ກະຊວງ ພາຍໃນ ເປັນການຈັດກິດຈະກຳທີ່ຕິດ ພັນກັບວຽກງານວິຊາສະເພາະ, ຊຶ່ງເປັນ ການຈັດຕັ້ງຜັນຂະຫຍາຍຍຸດທະສາດ ຈົດທະບຽນ ແລະ ສະຖິຕິພົນລະເມືອງ ທັງເປັນການສະເຫຼີມສະຫຼອງ 2 ວັນ ປະຫວັດສາດ ທີ່ມີຄວາມໝາຍສຳຄັນ ຕໍ່ເດັກ ແລະ ແມ່ຍິງ. ເດັກມີບົດບາດ ສຳຄັນໃນຊີວິດສັງຄົມ ເຊິ່ງນອກຈາກ ເດັກ ຈະເປັນລູກຮັກຫຼານແພງ ຂອງ ຄອບຄົວ, ຊຸມຊົນ ແລະ ສັງຄົມແລ້ວ, ເດັກຍັງເປັນຕົວແທນຂອງການປ່ຽນ ແປງ ເພື່ອສືບທອດການພັດທະນາ ແລະ ສ້າງສາປະເທດຊາດ ໃນອະນາຄົດຢ່າງ ໝັ້ນຄົງ; ເຊັ່ນດຽວກັນກັບແມ່ຍິງທຸກ ຊົນເຜົ່າຄວນໄດ້ຮັບການປະຕິບັດຈາກ ສັງຄົມ ແລະ ຈາກລັດຢ່າງເທົ່າທຽມ ເຊັ່ນ: ສິດໃນການເຂົ້າເຖິງການສຶກສາ, ສິດໃນການເລືອກຄູ່ຄອງ, ສິດໃນການ ຄອບຄອງສັບສິນ, ສິດໃນການອອກ ສຽງຕໍ່ການພັດທະນາຕໍ່ຄອບຄົວ, ບ້ານ ແລະ ຊຸມຊົນ, ສິດໃນການໄດ້ຮັບຄ່າແຮງ ທີ່ເທົ່າທຽມ ແລະ ອື່ນໆ. ການຈົດທະບຽນການແຕ່ງດອງ ແລະ ການຈົດທະບຽນການເກີດ ແມ່ນນອນ ໃນ 7 ໜ້າວຽກ ຂອງການຈົດທະບຽນ ຄອບຄົວ ທີ່ກະຊວງພາຍໃນ ຮັບຜິດ ຊອບ ວຽກງານຈົດທະບຽນຄອບຄົວ ແມ່ນວຽກໜຶ່ງທີ່ສຳຄັນ ແລະ ຈຳເປັນ ມັນຕິດພັນກັບຜົນປະໂຫຍດຂອງປະຊາ ຊົນ, ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ລັດຖະ ບານໄດ້ວາງວິໄສທັດຮອດ ປີ 2030 ສິດທິຂອງພົນລະເມືອງ ມີການຮັບປະ ກັນດ້ວຍການຄຸ້ມຄອງລັດດ້ວຍກົດ ໝາຍທີ່ສັກສິດ, ຊຶ່ງໃນໄລຍະຜ່ານມາ ລັດຖະບານລາວກໍໄດ້ອອກກົດໝາຍ ຫຼາຍສະບັບ ທີ່ກ່ຽວຂ້ອງກັບການປົກ ປ້ອງສິດ ແລະ ຜົນປະໂຫຍດຂອງ ພົນລະເມືອງລາວ. ເພື່ອເປັນການຊຸກຍູ້ການຈັດຕັ້ງປະຕິ ບັດວຽກງານ, ກະຊວງພາຍໃນ ກໍໄດ້ສ້າງ ຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ພ້ອມທັງປັບປຸງ ນິຕິກຳລຸມກົດໝາຍທີ່ກ່ຽວຂ້ອງ ໃຫ້ມີ ຄວາມຮັດກຸມ ແລະ ໄດ້ສ້າງຖານຂໍ້ມູນ ຄຸ້ມຄອງພົນລະເມືອງແບບທັນສະໄຫມ ຊຶ່ງໄດ້ດໍາເນີນການທົດລອງຢູ່ 03 ແຂວງ (ແຂວງຫຼວງພະບາງ, ແຂວງຈໍາປາສັກ ແລະ ນະຄອນຫຼວງວຽງຈັນ ລວມທັງໝົດ 31 ເມືອງ, ປັດຈຸບັນພວມພັດທະນາລະ ບົບດັ່ງກ່າວ; ພ້ອມດຽວກັນນັ້ນ, ກໍໄດ້ກຳ ນົດໂຄງການການຈົດທະບຽນເຄື່ອນທີ່ ເພື່ອເຂົ້າໄປບໍລິການປະຊາຊົນ ໃນເຂດ ຊົນນະບົດ, ຫ່າງໄກ-ທຸລະກັນດານ ໃຫ້ສາ ມາດເຂົ້າເຖິງການຈົດທະບຽນຄອບຄົວ. ໃນໄລຍະຜ່ານມາ, ເນື່ອງໃນໂອກາດ ວັນສະເຫຼີມສະຫຼອງວັນເດັກສາກົນ, ກະ ຊວງພາຍໃນ ໄດ້ມີການຈັດໃຫ້ມີກິດຈະກຳ ການຈົດທະບຽນ ແລະ ອອກໃບຢັ້ງຢືນ ການເກີດເຄື່ອນທີ່ ໃຫ້ແກ່ເດັກໃນ 6 ຕົວ ເມືອງ ຂອງນະຄອນຫຼວງວຽງຈັນ. ນອກ ຈາກນີ້ ກະຊວງຍັງຈັດໃຫ້ມີການຈົດທະ ບຽນການເກີດເຄື່ອນທີ່ ສໍາລັບເດັກທີ່ຢູ່ ເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ ເມືອງສະໜາມໄຊ, ແຂວງອັດຕະປື. ການສ້າງກິດຈະກຳການຈົດທະບຽນ ແຕ່ງດອງ ແລະ ຈົດທະບຽນການເກີດ ເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນຄົບ ຮອບ 112 ປີ, ວັນເດັກນ້ອຍສາກົນ, ວັນ ສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 67 ປີ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ 22 ພະຈິກ ຢູ່ທີ່ກະຊວງພາຍໃນ ໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ອົບອຸ່ນ, ພາຍຫຼັງທີ່ມີການຈົດທະບຽນ ທ່ານລັດຖະມົນຕີກະຊວງພາຍໃນ ກໍໄດ້ ມອບໃບຢັ້ງຢືນໃຫ້ກັບຜູ້ທີ່ມາຈົດທະ ບຽນ; ນອກຈາກນັ້ນ, ກໍຍັງມີກິດຈະກຳ ອື່ນ ເຊັ່ນ : ກິດຈະກຳຖາມ-ຕອບ ກ່ຽວກັບ ເດັກ ແລະ ແມ່ຍິງ, ກິດຈະກຳແຈກຂອງ ຂວັນໃຫ້ເດັກນ້ອຍດ້ວຍບັນຍາກາດມ່ວນ ຊື່ນ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກອງປະຊຸມ ຄົ້ນຄວ້າສ້າງຕັ້ງສະພາວິທະຍາສາດ ຂະແໜງການພາຍໃນ ຄັ້ງທີ 1 ກະຊວງພາຍໃນ Ministry of Home Affairs 20 ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ ວັນທີ 21 ມິຖຸນາ 2022 ສະຖາບັນຄົ້ນຄວ້າວິທະຍາສາດການ ປົກຄອງ ແລະ ຝຶກອົບຮົມ ກະຊວງ ພາຍໃນໄດ້ຈັດກອງປະຊຸມສ້າງຕັ້ງສະ ພາວິທະຍາສາດຂະແໜງການພາຍໃນ ຄັ້ງທີ 1 ຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີອະດີດ ຮອງລັດຖະມົນຕີ, ພະນັກງານອາວຸໂສ ບຳນານ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ ກະຊວງພາຍໃນ, ຕາງ ໜ້າຈາກຄະນະຈັດຕັ້ງສູນກາງພັກ, ສະ ຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ ແລະ ພະນັກງານທີກ່ຽວຂ້ອງ ເຂົ້າຮ່ວມ. ທ່ານລັດຖະມົນຕີກະຊວງພາຍໃນ ໄດ້ ກ່າວວ່າວຽກງານປັບປຸງລະບົບການປົກ ຄອງ ແລະ ການຄຸ້ມຄອງບໍລິຫານລັດ ແມ່ນວຽກງານໜຶ່ງທີມີຄວາມຈຳເປັນ ພາວະວິໄສ ແລະ ຕ້ອງໄດ້ເອົາໃຈ ໃສ່ໃນການສຶກສາຄົ້ນຄວ້າຢ່າງເປັນລະ ບົບ, ແນວໃດກໍຕາມຖ້າຢາກໃຫ້ວຽກ ງານດັ່ງກ່າວດຳເນີນໄປໄດ້ດີຈຳເປັນ ຕ້ອງມີຍຸດທະສາດ ແລະ ແຜນນະ ໂຍບາຍທີ່ເໝາະສົມ ໂດຍອີງໃສ່ການ ດໍາເນີນການຄົ້ນຄວ້າ-ວິເຄາະວິໄຈ ເພື່ອ ຊອກໃຫ້ເຫັນວ່າ ຜ່ານມາມີບັນຫາຄືແນວ ໃດ, ແນວທາງນະໂຍບາຍພັກ-ລັດຖະບານ ແຕ່ລະໄລຍະມີແນວໃດ, ສະພາບຈຸດພິເ ສດ, ຈຸດແຂງ, ຈຸດອ່ອນ, ສິ່ງທ້າທາຍຕໍ່ ການປົກຄອງແຕ່ລະໄລຍະມີແນວໃດ ແລ້ວ ນຳເອົາຜົນການຄົ້ນຄວ້າວິໄຈນັ້ນມາກຳ ນົດເປັນແຜນຍຸດທະສາດ ແລະ ແຜນນະ ໂຍບາຍແກ້ໄຂບັນຫາຕ່າງໆ ໃຫ້ຖືກຕ້ອງ. ກອງປະຊຸມໃນຄັ້ງນີ້ຜູ້ເຂົ້າຮັບຟັງ ທ່ານ ປອ ນາງ ຈັນທາ ອ່ອນໄຊວຽງ ຫົວໜ້າ ສະຖາບັນຄົ້ນຄວ້າວິທະຍາສາດການປົກ ຄອງ ແລະ ຝຶກອົບຮົມ ນຳສະເໜີກ່ຽວ ກັບເອກະສານການສ້າງຕັ້ງສະພາວິທະຍາ ສາດຂະແໜງພາຍໃນ ເພື່ອສືບຕໍ່ຈັດຕັ້ງ ປະຕິບັດໃຫ້ມີຜົນສຳເລັດ ເປັນຕົ້ນແມ່ນ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງສະພາວິທະຍາສາດຂະ ແໜງພາຍໃນ, ສະບັບເລກທີ 178/ພນ, ລົງວັນທີ 25 ເມສາ 2022, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງສະມາຊິກສະພາວິທະ ຍາສາດ ກະຊວງພາຍໃນ, ສະບັບເລກທີ 179/ພນ, ລົງວັນທີ 25 ເມສາ 2022. ຍົກລະດັບວຽກງານສະຖິຕິ ໃຫ້ຜູ້ຮັບຜິດຊອບຂອງກະຊວງພາຍໃນ ຫ້ອງການ ກະຊວງພາຍໃນ ໄດ້ ຈັດກອງປະຊຸມສຳມະນາກ່ຽວກັບວຽກ ງານສະຖິຕິ ແລະ ວຽກງານຕົວຊີ້ບອກ ໃຫ້ແກ່ ຜູ້ຮັບຜິດຊອບວຽກງານສະຖິຕິ ຂອງຂະແໜງພາຍໃນ ຂຶ້ນ ໃນວັນທີ 18 ຕຸລາ 2022 ນີ້ ໂດຍການເປັນປະທານ ຂອງ ທ່ານ ວິໄລທອນ ສູນທອນ ໄຊມົງຄຸນ ຫົວໜ້າຫ້ອງການ ເຂົ້າຮ່ວມ ມີ ຮອງຫົວໜ້າຫ້ອງການ, ຮອງຫົວໜ້າ ບັນດາກົມ, ຄະນະພະແນກ ແລະ ວິຊາ ການທີ່ຮັບຜິດຊອບວຽກງານສະຖິຕິ ປະ ຈໍາຢູ່ ບັນດາກົມ, ສະຖາບັນ, ສູນ ກະ ຊວງພາຍໃນ ແລະ ຄະນະວິທະຍາກອນ ຈາກສູນສະຖິຕິແຫ່ງຊາດ ການຈັດກອງ ປະຊຸມສຳມະນາຄັ້ງນີ້ ເພື່ອສ້າງຄວາມ ຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກ ງານສະຖິຕິ ແລະ ວຽກງານຕົວຊີ້ບອກ ໃຫ້ແກ່ຜູ້ຮັບຜິດຊອບວຽກງານສະຖິຕິ ຂະແໜງພາຍໃນ ທີ່ສັງກັດຢູ່ ບັນດາກົມ, ສະຖາບັນ ແລະ ສູນ ເປັນການພັດທະ ນາວຽກງານສະຖິຕິຂະແໜງພາຍໃນ ໃຫ້ມີການເກັບກໍາຂໍ້ມູນມີຄວາມຖືກ ຕ້ອງ, ຊັດເຈນ ແລະ ຄົບຖ້ວນ ໃນການ ເຜີຍແຜ່ໃຫ້ສັງຄົມ ກໍ່ຄືເພື່ອສະໜອງ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງນໍາໃຊ້ ເປັນຂໍ້ມູນອ້າງອີງເຂົ້າໃນການຄົ້ນຄວ້າ ແນວທາງ ແລະ ແຜນການຕ່າງໆ. ກອງປະຊຸມສໍາມະນາວຽກງານ ສະຖິຕິຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການ ລາຍງານຜົນສໍາເລັດໃນການຈັດຕັ້ງປະ ຕິບັດວຽກງານສະຖິຕິຂະແໜງພາຍ ໃນໄລຍະຜ່ານມາ ແລະ ຮັບຟັງການ ສະເໜີບົດຮຽນຈາກວິທະຍາກອນ ສູນສະຖິຕິແຫ່ງຊາດ ກ່ຽວກັບ ການຈັດ ຕັ້ງປະຕິບັດວຽກງານສະຖິຕິຂະແໜງ ການດ້ານສັງຄົມ ແລະ ຄວາມໝັ້ນຄົງ ເປັນຕົ້ນແມ່ນ: ຄວາມສໍາຄັນ ແລະ ພາລະ ບົດບາດຂອງສະຖິຕິຂະແໜງການ, ກອບ ຄວາມຕ້ອງການໃນການຜະລິດຕົວຊີ້ບອກ ດ້ານສັງຄົມ ແລະ ຄວາມໝັ້ນຄົງ, ຄວາມ ອາດສາມາດໃນການຜະລິດຂໍ້ມູນ, ບັນຫາ ແລະ ສິ່ງທ້າທາຍຕ່າງໆ, ແຜນຈັດຕັ້ງ ປະຕິບັດໃນຕໍ່ໜ້າ ແລະ ໄລຍະເວລາ ໃນການລາຍງານຂໍ້ມູນ.
ປະຈຸບັນ ກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ Ministry of Home Affairs 21 4 ທະນາຄານ ເຂົ້າຮ່ວມໂຄງການອອກບັດ ພະນັກງານ-ລັດຖະກອນ ວັນທີ 24 ມິຖຸນາ 2022 ກະຊວງ ພາຍໃນ ໄດ້ຈັດພິທີເຊັນສັນຍາອອກບັດ ພະນັກງານ-ລັດຖະກອນ ລະຫວ່າງ ກະ ຊວງພາຍໃນ ກັບ 4 ທະນາຄານ ທີ່ເຂົ້າ ຮ່ວມໂຄງການອອກບັດພະນັກງານລັດຖະກອນ ຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະ ມົນຕີກະຊວງພາຍໃນ, ມີຫົວໜ້າ-ຮອງ ຫົວໜ້າກົມ, ຫ້ອງການ, ສະຖາບັນ ແລະ ສູນ ສັງກັດກະຊວງພາຍໃນ, ຕາງໜ້າ 4 ທະນາຄານ, ຕາງໜ້າຈາກອົງການຈັດ ຕັ້ງລັດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການຈັດພິທີເຊັນສັນຍາຄັ້ງນີ້ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດການອອກ ບັດໃຫ້ ພະນັກງານ-ລັດຖະກອນ ທົ່ວປະ ເທດສໍາເລັດຕາມແຜນການທີ່ກໍານົດ ໄວ້ ທັງເປັນການອໍານວຍຄວາມສະ ດວກໃນການນໍາໃຊ້ບັດຂອງພະນັກ ງານທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສະດວກສະບາຍ ໃນການ ເຂົ້າເຖິງລະບົບບໍລິການຂອງທະນາຄານ ໄດ້ງ່າຍ ແລະ ຢ່າງວ່ອງໄວ. ໃນພິທີ ທ່ານ ສິງທະວອນ ດາລາວົງ ຫົວໜ້າກົມຄຸ້ມຄອງລັດຖະ ກອນ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການ ອອກບັດພະນັກງານ-ລັດຖະກອນ ໃນ ໄລຍະຜ່ານ, ຜ່ານຂໍ້ຕົກລົງຮັບຮອງເອົາ 4 ທະນາຄານເຂົ້າຮ່ວມໂຄງການການ ອອກບັດ ພະນັກງານ-ລັດຖະກອນ ແລະ ຜ່ານຮູບແບບບັດພະນັກງານ-ລັດຖະ ກອນ. ໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນຕໍ່ພິທີວ່າ ການອອກບັດ ພະນັກງານ-ລັດຖະກອນ ແມ່ນການ ຜັນຂະຫຍາຍ ເນື້ອໃນກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ, ເປັນກົນໄກ ໜຶ່ງໃນການຄຸ້ມຄອງພະນັກງານ-ລັດ ຖະກອນ ໃຫ້ເຂົ້າສູ່ລະບົບຄຸ້ມຄອງດ້ວຍ ກົດໝາຍ ແລະ ເປັນການປະກອບສ່ວນ ສຳຄັນໜຶ່ງໃນການຈັດຕັ້ງປະຕິບັດວາ ລະແຫ່ງຊາດວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ແລະ ທັງເປັນການກວດກາຄືນ ຈຳນວນ ພະນັກງານ-ລັດຖະກອນ ທີ່ມີ ໜ້າຕົວຈິງຢູ່ໃນອົງການບໍລິຫານລັດ. ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ ກະຊວງພາຍໃນ ໂດຍສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດວຽກ ງານການອອກບັດພະນັກງານ-ລັດຖະ ກອນ ເຫັນວ່າມີຂໍ້ສະດວກຫຼາຍດ້ານ ຄຽງຄູ່ກັນນັ້ນ ກໍ່ມີສິ່ງທີ່ທ້າທາຍຈຳ ນວນໜຶ່ງທີ່ເຮັດໃຫ້ວຽກງານອອກ ບັດພະນັກງານ-ລັດຖະກອນ ບໍ່ບັນລຸຕາມ ແຜນການທີ່ວາງໄວ້ໃນເບື້ອງຕົ້ນ ບໍ່ວ່າຈະ ເປັນການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນ , ຂອດການປະສານງານລະຫວ່າງກະຊວງ ພາຍໃນ ກັບ ພາກສ່ວນກ່ຽວຂ້ອງ, ສະພາບ ການແຜ່ລະບາດຂອງພະຍາດອັກເສບ ປອດສາຍພັນໃໝ່ (COVID-19) ສິ່ງດັ່ງ ກ່າວລ້ວນແລ້ວແຕ່ເປັນບົດຮຽນອັນລ້ຳຄ່າ ທີ່ທາງຄະນະຮັບຜິດຊອບອອກບັດ ແລະ ບັນດາທະນາຄານທີ່ເຂົ້າຮ່ວມໂຄງການ ຕ້ອງໄດ້ຮ່ວມກັນຄົ້ນຄວ້າ, ວາງແຜນ, ປັບ ປຸງ ແລະ ແກ້ໄຂ ຂັ້ນຂອດຕ່າງໆ ເພື່ອຮັບ ປະກັນໃຫ້ການຈັດຕັ້ງປະຕິບັດວຽກງານ ຮ່ວມກັນຢ່າງຮັດກຸມ, ຄ່ອງຕົວ, ມີປະສິດທິ ພາບ ແລະ ປະສິດທິຜົນ ສູງຂື້ນກວ່າເກົ່າ. ຕອນທ້າຍພິທີໄດ້ມີການເຊັນສັນຍາ ກ່ຽວກັບການໃຫ້ບໍລິການອອກບັດພະນັກ ງານ-ລັດຖະກອນ ລະຫວ່າງ ກະຊວງພາຍ ໃນ ໂດຍແມ່ນ ທ່ານ ນາງ ແພງພັນ ດວງປະຊາ ຮອງຫົວໜ້າຫ້ອງການ ກະຊວງ ພາຍໃນ ແລະ ຕາງໜ້າໃຫ້ກັບ 04 ທະນາ ຄານທຸລະກິດ ຄື: ທະນາຄານການຄ້າຕ່າງ ປະເທດລາວມະຫາຊົນ, ທະນາຄານພັດທະ ນາລາວຈຳກັດ, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານຮ່ວມທຸລະກິດລາວຫວຽດຈຳກັດ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກະຊວງພາຍໃນ Ministry of Home Affairs 22 ກອງປະຊຸມສອງຝ່າຍ ແລະ ພິທີ ແລກປ່ຽນບົດບັນທຶກການຮ່ວມມືສອງ ຝ່າຍ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ຄະນະກຳມະການ ຊົນເຜົ່າແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນ ໃນວັນທີ 25 ກໍລະກົດ 2022 ຢູ່ ກະຊວງພາຍໃນ ໃນໂອກາດທີ່ ຄະນະ ກຳມະການຊົນເຜົ່າ ແຫ່ງ ສສ ຫວຽດ ນາມເດີ່ນທາງມາຢ້ຽມຢາມ ແລະ ເຄື່ອນ ໄຫວວຽກງານ ລະຫວ່າງວັນທີ 24-28 ກໍລະກົດ 2022 ຢູ່ ສປປ ລາວ. ກອງປະຊຸມໃນຄັ້ງນີ້ ຕາງໜ້າຄະນະ ຜູ້ແທນຝ່າຍລາວນຳໂດຍ ທ່ານ ນ. ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ແລະ ຕາງໜ້າຄະນະຜູ້ແທນຝ່າຍຫວຽດ ນາມ ນຳໂດຍ ທ່ານ ເລ ເຊີນ ຮ໋າຍ ຮອງ ລັດຖະມົນຕີ, ຮອງປະທານຄະນະກໍາມະ ການຊົນເຜົ່າ ມີບັນດາຄະນະຜູ້ແທນທີ່ ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ. ກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້ ເປັນການສືບຕໍ່ຮັດແໜ້ນເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນ ດີງາມ, ຄວາມສາມັກຄີລະຫວ່າງສອງ ພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ຂົງເຂດວຽກງານຊົນເຜົ່າ ທີ່ທັງສອງຝ່າຍ ກໍ່ຄື ກະຊວງພາຍໃນ ສປປ ລາວ ແລະ ຄະນະກຳມະການຊົນເຜົ່າ ສສ ຫວຽດ ນາມ ທີ່ໄດ້ເຊັນບົດບັນທຶກຄວາມເຂົ້າ ໃຈຮ່ວມກັນ ໃນຄັ້ງວັນທີ 18 ກັນຍາ 2017 ທີ່ຮ່າໂນ້ຍ ສສ ຫວຽດນາມ ເຊິ່ງພາຍຫຼັງ ທີ່ໄດ້ລົງນາມເຊັນບົດບັນ ທຶກຮ່ວມກັນ ແລ້ວທັງສອງຝ່າຍໄດ້ຜັນ ຂະຫຍາຍເນື້ອໃນຂອງບົດບັນທຶກດັ່ງ ກ່າວ ແລະ ໄດ້ຈັດຕັ້ງປະຕິບັດບັນດາກິດ ຈະກໍາເປັນຕົ້ນແມ່ນ ໃນລະຫວ່າງປີ 2018-2019 ທັງສອງຝ່າຍ ໄດ້ມີການ ເດີ່ນທາງໄປແລກປ່ຽນຢ້ຽມຢາມເຊິ່ງ ກັນ ແລະ ກັນ ຢ່າງເປັນປົກກະຕິ ແລະ ເຮັດວຽກຮ່ວມກັນ ເພື່ອປຶກສາ ຫາລືກ່ຽວກັບການຜັນຂະຫຍາຍບົດບັນ ທຶກຮ່ວມມືສອງຝ່າຍ ແລະ ແລກປ່ຽນ ດ້ານວິຊາການກ່ຽວກັບວຽກງານຊົນ ເຜົ່າຂອງສອງປະເທດ, ເຊິ່ງຄະນະ ກຳມະການຊົນເຜົ່າ ແຫ່ງ ສສ ຫວຽດ ນາມ ໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງບຳລຸງ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ ແກ່ ພະນັກງານຂັ້ນສູນກາງ ແລະ ທ້ອງ ຖິ່ນ ຂອງຂະແໜງພາຍໃນ ໄດ້ເຂົ້າຮ່ວມ ຝຶກອົບຮົມໄລຍະສັ້ນກ່ຽວກັບວຽກງານ ຊົນເຜົ່າ ຢູ່ ສສ ຫວຽດນາມ ເປັນແຕ່ລະ ໄລຍະ, ນອກນັ້ນ ພະນັກງານຄະນະກໍາມະ ການຊົນເຜົ່າ ສສ ຫວຽດນາມ ຈໍານວນ 02 ທ່ານ ກໍ່ໄດ້ມາຮຽນພາສາລາວ ຢູ່ ມະຫາວິທະຍາໄລແຫ່ງຊາດລາວ ເປັນ ໄລຍະເວລາ 01 ປີ. ແຕ່ມາເຖິງຕົ້ນປີ 2020-2022 ແຜນການ ແລະ ກິດຈະ ກໍາທີ່ກໍານົດໄວ້ບໍ່ໄດ້ຮັບການຈັດຕັ້ງປະຕິ ບັດ ເນື່ອງຈາກມີການແຜ່ລະບາດຂອງ ພະຍາດໂຄວິດ 19 ຈຶ່ງເຮັດໃຫ້ມີຄວາມ ຫຍຸ້ງຍາກໃນການຢ້ຽມຢາມ, ແລກປ່ຽນ ບົດຮຽນກ່ຽວກັບວຽກງານຊົນເຜົ່າຮ່ວມ ກັນ. ການພົບປະຂອງສອງຝ່າຍໃນຄັ້ງນີ້ ເປັນໂອກາດອັນດີ ທີ່ທັງສອງພັກ-ສອງ ລັດ ເວົ້່າລວມ, ເວົ້າສະເພາະ ກໍ່ຄື ກະຊວງ ພາຍໃນ ສປປ ລາວ ແລະ ຄະນະກໍາມະ ການຊົນເຜົ່າ ສສ ຫວຽດນາມ ໄດ້ສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ທົບທວນຄືນການຈັດຕັ້ງປະຕິບັດບົດ ບັນທຶກຄວາມເຂົ້າໃຈວ່າດ້ວຍການ ຮ່ວມມືທັງສອງຝ່າຍ ແລະ ສືບຕໍ່ປຶກສາ ຫາລືກ່ຽວກັບກິດຈະກຳ ແລະ ແຜນການ ຮ່ວມມື ໃນຂົງເຂດວຽກງານຊົນເຜົ່າ ຕາມທີ່ໄດ້ກຳນົດໄວ້ ໃນສັນຍາຮ່ວມມື ສອງຝ່າຍ ແຕ່ປີ 2022-2030. ກອງປະຊຸມສອງຝ່າຍ ແລະ ພິທີແລກປ່ຽນບົດບັນທຶກການຮ່ວມມື ສອງຝ່າຍລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ຄະນະກຳມະການຊົນເຜົ່າ ແຫ່ງ ສສ ຫວຽດນາມ ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກະຊວງພາຍໃນ Ministry of Home Affairs 23 ກອງປະຊຸມຖ່າຍທອດເສັ້ນເຂດແດນເຊື່ອມຕໍ່ລົງໃສ່ແຜນທີ່ພູມສັນ ຖານ ແລະ ຮັບຮອງບົດບັນທຶກເຂດແດນເຊື່ອມຕໍ່ ລະຫວ່າງ ແຂວງ ກອງປະຊຸມຖ່າຍທອດເສັ້ນເຂດແດນ ເຊື່ອມຕໍ່ລົງໃສ່ແຜນທີ່ພູມສັນຖານ ແລະ ຮັບຮອງບົດບັນທຶກເຂດແດນເຊື່ອມຕໍ່ ລະຫວ່າງ ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ໄດ້ຈັດຂຶ້ນ ໃນວັນທີ 21 ຕຸລາ 2022 ນີ້ ທີ່ ກະຊວງພາຍໃນ ໂດຍການເຂົ້າຮ່ວມ ຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງແຂວງ ຈຳປາສັກ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງແຂວງອັດຕະປື, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງແຂວງ ເຊກອງ, ທ່ານ ສົມໃຈ ອຸ່ນຈິດ ຮອງ ເຈົ້າແຂວງແຂວງສາລະວັນ, ມີບັນດາ ທ່ານຮອງລັດຖະມົນຕີ, ຄະນະຫ້ອງ ການ, ກົມການປົກຄອງທ້ອງຖິ່ນ ແລະ ກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ, ບັນດາຫົວໜ້າພະແນກພາຍໃນແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ ແລະ ຄະນະ ຮັບຜິດຊອບແກ້ໄຂບັນຫາເຂດແດນ ເຊື່ອມຕໍ່ ຂອງ 4 ແຂວງ ພ້ອມດ້ວຍ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງ ທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມການປົກຄອງ ທ້ອງຖິ່ນ ກະຊວງພາຍໃນ ຂຶ້ນລາຍງານ ຜົນຂອງກອງປະຊຸມດ້ານວິຊາການ ຮ່ວມຂອງຄະນະຮັບຜິດຊອບວຽກ ງານເຂດແດນເຊື່ອມຕໍ່ ລະຫວ່າງ ກະຊວງພາຍໃນ ແລະ ແຂວງເຊກອງ, ແຂວງສາລະວັນ, ແຂວງຈໍາປາສັກ ແລະ ແຂວງອັດຕະປື ທີ່ຈັດຂຶ້ນ ໃນວັນທີ 20 ຕຸລາ 2022 ຊຶ່ງຜ່ານ ການປຶກສາຫາລື, ກອງປະຊຸມ ໄດ້ເປັນ ເອກະພາບກັນຄື: ໄດ້ເພີ່ມຄ່າພິກັດເຂົ້າ ໃນເນື້ອໃນບົດພັນລະນາເຂດແດນ ເຊື່ອມຕໍ່ຢູ່ບາງຈຸດ ເພື່ອໃຫ້ມີຄວາມລະ ອຽດ ແລະ ຈະແຈ້ງ ຂຶ້ນຕື່ມ, ໄດ້ມີການ ປັບປຸງບາງຈຸດ ເພື່ອໃຫ້ສອດຄ່ອງກັບ ການຄຸ້ມຄອງຕົວຈິງ ແລະ ການດໍາລົງ ຊີວິດຂອງປະຊາຊົນຢູ່ບໍລິເວນເຂດ ແດນເຊື່ອມຕໍ່ ແຕ່ພື້ນຖານແມ່ນຍັງຮັກ ສາເນື້ອໃນຈິດໃຈ ທີ່ບັນດາແຂວງໄດ້ ເປັນເອກະພາບຮ່ວມກັນ, ໄດ້ສໍາເລັດ ການກວດກາທິດເນັ່ງເສັ້ນເຂດແດນ ເຊື່ອມຕໍ່ໃນແຜນທີ່ພູມສັນຖານມາດ ຕາສ່ວນ 1:100.000 (ໃນຮູບແບບ ແຜນທີ່ Digital), ໂດຍໄດ້ກຳນົດເສັ້ນ ເຂດແດນເຊື່ອມຕໍ່ ຈຳນວນ 03 ເສັ້ນ ຄື: ແຂວງສາລະວັນ ກັບ ແຂວງຈໍາປາສັກ, ແຂວງເຊກອງ ກັບ ແຂວງຈໍາປາສັກ ແລະ ແຂວງເຊກອງ ກັບ ອັດຕະປື. ປັດຈຸບັນ ຖືວ່າ: ເສັ້ນເຂດແດນເຊື່ອມ ຕໍ່ຈຳນວນ 03 ເສັ້ນ ຄື: ແຂວງສາລະວັນ ກັບ ແຂວງຈໍາປາສັກ, ແຂວງເຊກອງ ກັບ ແຂວງຈໍາປາສັກ ແລະ ແຂວງເຊກອງ ກັບ ອັດຕະປື ແມ່ນມີຄວາມເປັນເອກະ ພາບສູງ ແລະ ສໍາເລັດສົມບູນ; ສະນັ້ນ, ກະຊວງພາຍໃນ ຈຶ່ງໄດ້ຈັດກອງປະຊຸມ ຄັ້ງນີ້ຂຶ້ນ ເພື່ອເຊື້ຶອເຊີນການນໍາຂອງ 04 ແຂວງ ແລະ ບັນດາພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ ແລະ ລົງນາມໃນສອງເອກະສານສໍາຄັນຄື: ບົດບັນທຶກການກຳນົດເຂດແດນ ເຊື່ອມຕໍ່ ແລະ ແຜນທີ່ເສັ້ນເຂດແດນ ເຊື່ອມຕໍ່ (ແຜນທີ່ພູມສັນຖານມາດຕາ ສ່ວນ1:100.000). ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ ໄດ້ມີຄຳເຫັນຕໍ່ກອງປະ ຊຸມວ່າ: ໂດຍປະຕິບັດຕາມຄໍາສັ່ງຂອງນາ ຍົກລັດຖະມົນຕີສະບັບເລກທີ 06/ນຍ ລົງວັນທີ 23 ມີນາ 2022 ວ່າດ້ວຍການ ເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມ ຄອງ ແລະ ແກ້ໄຂວຽກງານເຂດແດນ ເຊຶ່ອມຕໍ່ທົ່ວປະເທດ, ພວກເຮົາໄດ້ພ້ອມ ກັນຈັດກອງປະຊຸມ ເຊັນບົດບັນທຶກຮັບ ຮອງເອົາການແກ້ໄຂເຂດແດນເຊື່ອມຕໍ່ໃນ ຄັ້ງນີ້ ຊຶ່ງເຂດແດນເຊື່ອມຕໍ່ລະຫວ່າງແຂວງ ຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ ມີຄວາມສຳຄັນຢ່າງຍິ່ງສຳລັບການປົກ ຄອງ, ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫົງບ ໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄື ໄລຍະແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນປັດຈຸບັນ ພັກ ແລະ ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ໃນ ການປັບປຸງບູລະນະ ແລະ ຈັດແບ່ງເຂດ ແດນການປົກຄອງ ເປັນຕົ້ນແມ່ນເຂດ ແດນເຊື່ອມຕໍ່ລະຫວ່າງນະຄອນຫຼວງກັບ ແຂວງ, ແຂວງ ກັບ ແຂວງ ໃຫ້ສອດຄ່ອງກັບ ຍຸດທະສາດການປົກຄອງ, ການພັດທະນາ ເສດຖະກິດ-ສັງຄົມ ແລະ ຍຸດທະສາດ ການປ້ອງກັນຊາດປ້ອງກັນຄວາມສະຫງົບ ຂອງປະເທດເຮົາໃນແຕ່ລະໄລຍະໂດຍໄດ້ ມີການສ້າງຕັ້ງໃໝ່, ຍຸບເລີກ, ໂຮມເຂົ້າ, ແຍກອອກແຂວງ ແລະ ເມືອງຈຳນວນ ໜື່ງ ເຊິ່ງເຮັດໃຫ້ເຂດແດນເຊື່ອມຕໍ່ມີການ ປ່ຽນແປງ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນຂັ້ນການນໍາກະຊວງ ໃສ່ຮ່າງຍຸດທະສາດວຽກງານການບໍລິການຜ່ານປະຕູດຽວ ຂອງ ສປປ ລາວ 2030 ກະຊວງພາຍໃນ Ministry of Home Affairs 24 ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ໄດ້ຈັດກອງປະຊຸມປຶກ ສາຫາລື ແລະ ປະກອບຄໍາເຫັນຂັ້ນການ ນໍາກະຊວງ ໃສ່ຮ່າງຍຸດທະສາດວຽກງານ ການບໍລິການຜ່ານປະຕູດຽວ 2030 ຂຶ້ນ ໃນວັນທີ 11 ພະຈິກ 2022 ທີ່ໂຮງແຮມ ລາວພາຊາ ໂດຍການເປັນປະທານຮ່ວມ ຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດ ຖະມົນຕີກະຊວງພາຍໃນ ແລະ Ms. Ricarda Reiger Resident Representative UNDP Lao PDR, ມີບັນດາຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ ຈາກບັນດາກະຊວງ, ອົງການທຽບເທົ່າ ກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນິສິດ ແກ້ວປັນຍາ ຮອງ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວ ວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອ ແລກປ່ຽນບົດຮຽນ ຂໍ້ສະດວກຂໍ້ຫຍຸ້ງ ຍາກ ໃນການຈັດຕັ້ງປະຕິບັດກົນໄກ ການບໍລິການຜ່ານປະຕູດຽວ ໃນໄລຍະ ຜ່ານມາ ແລະ ປະກອບຄໍາເຫັນໃສ່ຮ່າງ ຍຸດທະສາດ ທີ່ ກະຊວງພາຍໃນ ໄດ້ຮ່າງ ຂຶ້ນ ໃຫ້ມີຄວາມຮັດກຸມ ຮອບຄອບ ແລະ ຮັບປະກັນວ່າບັນດາແຜນງານ ແລະ ໜ້າ ວຽກທີ່ກໍານົດໄວ້ໃນຍຸດທະສາດ ຈະເປັນ ເຄື່ອງມືໃນການແກ້ໄຂບັນຫາຕ່າງໆ ທີ່ ເປັນອຸປະສັກໃນການໃຫ້ບໍລິການປະຊາ ຊົນຜ່ານສູນບໍລິການຜ່ານປະຕູດຽວ ເພື່ອ ບໍລິການຮັບໃຊ້ສັງຄົມ ກໍຄື ປະຊາຊົນ ດ້ວຍຄວາມວ່ອງໄວ, ໂປ່ງໃສ ແລະ ມີປະ ສິດທິຜົນ. ທ່ານຮອງລັດຖະມົນຕີ ກະຊວງພາຍໃນ ຍັງໄດ້ຮຽກຮ້ອງມາຍັງ ຜູ້ເຂົ້າຮ່ວມສຸມທຸກຄວາມຮູ້ຄວາມສາ ມາດ, ບົດຮຽນ ແລະ ປະສົບການ ເພື່ອ ປະກອບຄໍາເຫັນໃສ່ຮ່າງຍຸດທະສາດພັດ ທະນາການບໍລິການຜ່ານປະຕູດຽວ ໃຫ້ມີ ຄວາມສົມບູນ ແລະ ພາວະວິໃສ ເມື່ອຮັບ ຮອງແລ້ວສາມາດນໍາໄປຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ຮ່າງຍຸດທະສາດວຽກງານການບໍລິການ ຜ່ານປະຕູດຽວ ຂອງ ສປປ ລາວ 2030 ສະບັບນີ້ ມີຈຸດປະສົງເພື່ອກໍານົດທິດທາງ ລວມໃນການພັດທະນາການບໍລິການ ຂອງພາກລັດ ຮອດປີ 2030 ແນ່ໃສ່ ພັດທະນາສ້າງສູນບໍລິການຜ່ານປະຕູ ດຽວກາຍເປັນພາບລັກ ແລະ ມາດຕະ ຖານ ໃນການສະໜອງການບໍລິການ ຂອງພາກລັດໃຫ້ແກ່ປະຊາຊົນຢ່າງມີປະ ສິດທິພາບ ແລະ ປະສິດທິຜົນສູງ ຕາມ ຄໍາຂວັນທີ່ວ່າ: ຮັບໃຊ້ປະຊາຊົນ ແລະ ເພື່ອປະຊາຊົນ ຂອງພັກ-ລັດ ວາງອອກ. ທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າ ກົມພັດທະນາການບໍລິຫານລັດ ໄດ້ລາຍ ງານ ໂດຍສັງເຂບກ່ຽວກັບເຫດຜົນ ແລະ ຄວາມຈໍາເປັນໃນການສ້າງແຜນຍຸດທະ ສາດພັດທະນາວຽກງານການບໍລິການ ຜ່ານປະຕູດຽວ 2030 ໂດຍໄດ້ຍົກໃຫ້ ເຫັນວ່າ ນັບແຕ່ປີ 2006 ເປັນຕົ້ນມາ ລັດຖະບານ ໄດ້ລິເລີ່ມສ້າງສູນບໍລິການ ຜ່ານປະຕູດຽວ ເພື່ອປັບປຸງຂອດການບໍລິ ການອໍານວຍຄວາມສະດວກໃຫ້ແກ່ປະ ຊາຊົນ ໃຫ້ສາມາດເຂົ້າເຖິງການບໍລິການ ຂອງລັດ ທີ່ສະດວກ ແລະ ວ່ອງໄວ ຂຶ້ນ ເທື່ອລະກ້າວ. ໃນຕົ້ນປີ 2006 ຢູ່ທົ່ວ ປະເທດ ມີສູນບໍລິການຜ່ານປະຕູດຽວ ພຽງແຕ່ໜຶ່ງແຫ່ງເທົ່ານັ້ນ ຄື: ສູນບໍລິການ ຜ່ານປະຕູດຽວຂອງເມືອງໄຊເສດຖາ ນະ ຄອນຫຼວງວຽງຈັນ (ຖືວ່າເປັນສູນທົດ ລອງ). ມາຮອດເດືອນ ພະຈິກ 2021 ມີສູນບໍລິການຜ່ານປະຕູດຽວ ຢູ່ອົງການ ປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະ ເທດຈຳນວນ 49 ສູນ ຊຶ່ງເປັນຂໍ້ມູນ ຫຼັກຖານອ້າງອີງອັນສໍາຄັນໃນການຂະ ຫຍາຍຕົວຂອງການສ້າງສູນບໍລິການ ຜ່ານປະຕູດຽວຢູ່ ສປປ ລາວ.
ກະຊວງພາຍໃນ Ministry of Home Affairs 25 ພິທີວາງສະແດງເອກະສານປະຫວັດສາດ ແລະ ເປີດໂຕປຶ້ມ “ ສາຍພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ “ ພິທີວາງສະແດງເອກະສານປະຫວັດ ສາດ ແລະ ເປີດໂຕປຶ້ມ “ ສາຍພົວພັນ ຮ່ວມມືແບບພິເສດລາວ-ຫວຽດນາມ“ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2022 ທີ່ ກະຊວງພາຍໃນ, ໃຫ້ກຽດເຂົ້າຮ່ວມ ຝ່າຍລາວ ນໍາໂດຍ ທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເຂລາ ຄະນະພັກ, ລັດຖະມົນຕີກະຊວງພາຍໃນ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ເລຍໍແທັງ ທ່ານ ເລຍໍແທັງ ທີປຶກສາທູດ ຮອງເລຂາພັກ ສະຖານທູດ ສສ ຫວຽດ ນາມປະຈຳລາວ, ມີທັງບັນດາການນຳ ກະຊວງພາຍໃນ ສປປ ລາວ, ຄະນະ ຜູ້ແທນກົມເອກະສານ ແລະ ສຳເນົາ ແຫ່ງລັດ ສສ ຫວຽດນາມ, ບັນດາ ຫົວໜ້າຫ້ອງການຈາກກະຊວງ-ອົງ ການ, ມີຫົວໜ້າກົມ, ຫ້ອງການ, ສູນ, ສະຖາບັນ ແລະ ພະນັກງານ-ລັດຖະ ກອນ ທີ່ຂຶ້ນກັບກະຊວງພາຍໃນ ເຂົ້າ ຮ່ວມ. ທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະ ພັກ, ລັດຖະມົນຕີກະຊວງພາຍໃນ ໄດ້ ໃຫ້ກຽດກ່າວເປີດພິທີ ແລະ ທ່ານໄດ້ ກ່າວບາງຕອນວ່າ: ຕະຫຼອດໄລຍະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ແລະ 45 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ສອງຊາດ ລາວ-ຫວຽດນາມ ໄດ້ພ້ອມກັນເພີ່ມພູນ ຄູນສ້າງມິດຕະພາບແບບພິເສດ, ການ ຮ່ວມມືຮອບດ້ານນຳກັນຢ່າງບໍ່ຢຸດຢັ້ງ ທັງທາງກວ້າງ ແລະ ທາງເລິກ, ທັງລະ ດັບສູນກາງ ແລະ ທ້ອງຖິ່ນ ເຊິ່ງໄດ້ເປັນ ປັດໃຈສຳຄັນຕັດສິນອັນໜຶ່ງຕໍ່ຜົນສຳ ເລັດ ແລະ ໄຊຊະນະຂອງພາລະກິດປ່ຽນ ແປງໃໝ່ຢູ່ໃນສອງປະເທດສາມາດ ຕອບສະໜອງຜົນປະໂຫຍດຂອງປະຊາ ຊົນສອງຊາດໄດ້ເປັນຢ່າງດີ. ດັ່ງນັ້ນ, ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລາວ-ຫວຽດນາມ ໃຫ້ເຂົ້າສູ່ ລວງເລິກ, ສູ້ຊົນເຮັດໃຫ້ການພົວພັນ ຮ່ວມມືດ້ານການເມືອງ, ວັດທະນະທຳສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບໃຫ້ມີຄວາມໝັ້ນຄົງ, ພວກເຮົາ ຕ້ອງເພີ່ມທະວີການໂຄສະນາສຶກສາ ອົບຮົມພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ເປັນຕົ້ນແມ່ນຄົນ ຮຸ່ນໃໝ່ໃຫ້ມີຄວາມຮັບຮູ້ , ເຂົ້າໃຈ ກ່ຽວກັບມູນເຊື້ອສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ- ສສ ຫວຽດນາມ ແລະ ສືບຕໍ່ ປົກປັກຮັກສາສາຍພົວພັນ ແລະ ຄວາມ ສາມັກຄີພິເສດ ນີ້ໄວ້ໃຫ້ໝັ້ນຄົງ ດັ່ງຄໍາເວົ້າ ຂອງ ທ່ານ ປະທານໄກສອນ ພົມວິຫານ ວ່າ “ເຖິງວ່າພູຈະຖືກເຊາະເຈື່ອນ, ແມ່ນໍ້າ ລໍາເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດ ຕະພາບລາວ-ຫວຽດນາມ ຈະໝັ້ນຄົງຂະ ໜົງແກ່ນຊົ່ວກາລະນານ” ແລະ ໃນບົດ ກະວີທີ່ມີຊື່ສຽງຂອງ ປະທານ ໂຮ່ຈິມິງ ເພີ່ນ ວ່າ “ຮັກຫອມກັນໝາຍໝັ້ນຫລາຍສັນພູ ກໍ່ປີນໄຕ່, ຫລາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍ່ດຸ່ງໄປ, ສອງຊາດຫວຽດ-ລາວ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົງ່ຮາທັງແມ່ ຂອງບໍ່ເລິກປຸນປານໄດ້”. ໃນໂອກາດດັ່ງ ກ່າວນີ້, ເພື່ອເປັນການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ກໍ່ຄື 2 ວັນປະຫວັດສາດ ທີ່ສໍາ ຄັນນີ້ ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ໂດຍສະ ເພາະແມ່ນ ກົມເອກະສານແຫ່ງຊາດລາວ ແລະ ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ໄດ້ຮ່ວມກັນຈັດພິທີວາງສະ ແດງເອກະສານປະຫວັດສາດ ແລະ ເປີດໂຕ ປຶ້ມ “ ສາຍພົວພັນຮ່ວມມືແບບພິເສດລາວ -ຫວຽດນາມ “ ທີ່ສ່ອງແສງເຖິງການພົວ ພັນຮ່ວມມືແບບພິເສດຂອງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ ແລະ ຫວຽດນາມ-ລາວ. ເອກະສານ ປະຫວັດສາດ ທີ່ນຳມາເປີດໂຕ ແລະ ວາງ ສະແດງໃນຄັ້ງນີ້ ມີທັງໝົດ 266 ສະບັບ, ຮູບພາບ 60 ແຜ່ນ, ປຶ້ມ 132 ຫົວ ໂດຍ ແບ່ງອອກເປັນ 2 ໄລຍະຄື: 1. ເອກະສານ ປະຫວັດສາດ ແລະ ຮູບພາບກ່ຽວກັບການ ຮ່ວມສຳພັນສູ້ຮົບ ແລະ ສາຍພົວພັນການ ທູດລາວ-ຫວຽດນາມ, ຫວຽດນາມ-ລາວ ແຕ່ປີ 1950-1975; 2. ເອກະສານ ປະຫວັດສາດ ແລະ ຮູບພາບກ່ຽວກັບ ການເພີ່ມທະວີຄວາມສາມັກຄີ ແລະ ການ ຮ່ວມມື ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການຮ່ວມມືພິເສດ ແລະ ຮອບດ້ານ ລະຫວ່າງລາວ-ຫວຽດ ນາມ, ຫວຽດນາມ-ລາວ ປີ 1976 -ປະຈຸບັນ.
ກະຊວງພາຍໃນ Ministry of Home Affairs 26 ແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 06 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ວັນທີ 12 ທັນວາ 2022 ກະຊວງພາຍໃນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາ ແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງລະຫວ່າງ 06 ປະເທດລຸ່ມ ແມ່ນໍ້າຂອງຂຶ້ນ ທີ່ໂຮງແຮມພູນແມນຫຼວງພະບາງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການ ເປັນປະທານຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີຜູ້ເຂົ້າຮ່ວມຈາກ 06 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງປະ ກອບມີ: ຣາຊະອານາຈັກກໍາປູເຈຍ, ສາທາລະນະລັດ ປະຊາຊົນຈີນ, ສະຫະພາບມຽນມາ, ຣາຊະອານາ ຈັກໄທ, ສາທາລະນະລັດສັງຄົມນິຍົມຫວຽດນາມ, ກອງເລຂາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ມີບັນ ດາຫົວໜ້າກົມ-ຮອງຫົວໜ້າກົມຂອງ ກະຊວງ ພາຍໃນ, ບັນດາກະຊວງທີ່ກ່ຽວຂ້ອງກັບວຽກງານ ຄຸ້ມຄອງພົນລະເມືອງ, ບັນດາຫົວໜ້າພະແນກຮອງຫົວໜ້າພະແນກພາຍໃນແຂວງ, ບັນດາ ຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງ ໃນ ຂອບເຂດທົ່ວປະເທດ, ພະນັກງານວິຊາການກົມ ຄຸ້ມຄອງພົນລະເມືອງ, ພະນັກງານໂຄງການຈົດ ທະບຽນ ແລະ ສະຖິຕິພົນລະເມືອງ ລວມທັງໝົດ 300 ກວ່າທ່ານ. ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອແລກ ປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະ ຖິຕິພົນລະເມືອງຮ່ວມກັນ ລະຫວ່າງ 06 ປະເທດ ລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ເພື່ອສ້າງ ເງື່ອນໄຂໃຫ້ພະນັກງານທີ່ຮັບຜິດຊອບວຽກງານ ການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຂອງປະເທດສະມາຊິກແມ່ນໍ້າຂອງເວົ້າລວມ, ເວົ້າ ສະເພາະຂອງຂະແໜງພາຍໃນ ແລະ ຂະແໜງການ ທີ່ກ່ຽວຂ້ອງຂອງ ສປປ ລາວ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ມີໂອກາດຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການຕົວຈິງໃນວຽກ ງານດັ່ງກ່າວ ຂອງບັນດາປະເທດໃນພາກພື້ນ. ໂດຍ ຕາງໜ້າຜູ້ເຂົ້າຮ່ວມຈາກບັນດາປະເທດ ໄດ້ຜັດປ່ຽນ ກັນຂຶ້ນນໍາສະເໜີກ່ຽວກັບວຽກງານການຈົດ ທະບຽນ ແລະ ການເກັບກໍາສະຖິຕິພົນລະເມືອງ, ພາຍຫຼັງສໍາເລັດການນໍາ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວ ເປີດກອງປະຊຸມບາງຕອນວ່າ: ກອງປະຊຸມ ຄັ້ງ ນີ້ເປັນການສໍາມະນາແລກປ່ຽນບົດຮຽນວຽກ ງານການຈົດທະບຽນ ແລະ ສະຖິຕິພົນລະ ເມືອງລະຫວ່າງ 06 ປະເທດລຸ່ມແມ່ນໍ້າຂອງແມ່ນໍ້າລ້ານຊ້າງສ້າງໂອກາດ ໃຫ້ບັນດາກົມ, ພະແນກພາຍໃນແຂວງ, ຫ້ອງການພາຍໃນ ເມືອງ ແລະ ວິຊາການຂອງລາວ ທັງສູນກາງ ແລະ ທ້ອງຖິ່ນໄດ້ຖອດຖອນບົດຮຽນກ່ຽວກັບ ວຽກງານການຈົດທະບຽນ ແລະ ການເກັບກໍາ ສະຖິຕິພົນລະເມືອງ ເພື່ອນໍາເອົາບົດຮຽນໄປ ຈັດຕັ້ງຜັນຂະຫຍາຍປັບປຸງໃນວຽກງານການ ຈົດທະບຽນ ແລະ ສະຖິຕິພົນລະເມືອງ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຕົນໃຫ້ໄດ້ມາດຕະຖານສາກົນ ແລະ ທັນ ສະໄໝສາມາດຮັບປະກັນໄດ້ຂໍ້ມູນທີ່ມີຄຸນນະ ພາບສະໜອງ ແລະ ນໍາໃຊ້ເຂົ້າໃນການວາງແຜນ ພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນ. ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ສ້າງຕັ້ງຂຶ້ນ ໃນວັນທີ 23 ມີນາ 2016, ຊຶ່ງປະກອບມີປະເທດສະມາຊິກຄື:ຣາດຊະ ອານາຈັກກໍາປູເຈຍ, ສາທາລະນະລັດປະຊາຊົນ ຈີນ, ສະຫະພາບມຽນມາ, ຣາຊອານາຈັກໄທ, ສາທາລະນະລັດສັງຄົມນິຍົມຫວຽດນາມ ເພື່ອ ສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາການເປັນປະເທດເພື່ອນບ້ານທີ່ດີ, ດໍາເນີນການຮ່ວມມືຢ່າງເປັນຮູບປະທໍາ ແລະ ສົ່ງເສີມການພັດທະນາແບບຍືນຍົງສະເໜີບົດ ຮຽນຂອງແຕ່ລະປະເທດແລ້ວຜູ້ເຂົ້າຮ່ວມ ທັງ ພາຍໃນ ແລະ ຕ່າງປະເທດ ຈະໄດ້ມີການ ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບແຕ່ລະຫົວຂໍ້ທີ່ໄດ້ຮັບຟັງການນໍາສະ ເໜີຮ່ວມກັນ. ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດ ຖະໜາ ຂອງບັນດາປະເທດໃນອະນຸພາກພື້ນ. ໂດຍມີກົນໄກການຮ່ວມມືໃນ 3 ເສົ້າຄໍ້າປະ ກອບມີ: ການເມືອງ-ຄວາມໝັ້ນຄົງ, ການພັດ ທະນາເສດຖະກິດ, ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນໃນພາກພື້ນແມ່ ນໍ້າຂອງ. ສໍາລັບການດໍາເນີນຈັດກອງປະຊຸມສໍາມະນາ ການແລກປ່ຽນບົດຮຽນວຽກງານການຈົດທະ ບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງປະເທດ ສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແມ່ນໄດ້ ຮັບທຶນສະໜັບສະໜູນຈາກລັດຖະບານ ສປ ຈີນ ພາຍໃຕ້ກອງທຶນຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ໃນປີ 2017, ໃນຫົວຂໍ້ “ ໂຄງການຝຶກອົບຮົມວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 06 ປະ ເທດລຸ່ມແມ່ນໍ້າຂອງ ” ປະກອບມີ 03 ກິດຈະ ກໍາ ໄລຍະເວລາຈັດຕັ້ງປະຕິບັດ 03 ປີ (2018- 2020). ການຈັດກອງປະຊຸມຄັ້ງນີ້ ແມ່ນ ກິດຈະກໍາທີ 03 ສໍາລັບປີ 2022 ທີ່ ກະຊວງ ພາຍໃນ ສປປ ລາວ ໄດ້ເປັນເຈົ້າພາບ, ຜ່ານມາ ໄດ້ຈັດຕັ້ງປະຕິບັດກິດຈະກໍາທີ 01 ຢູ່ ແຂວງ ຫຼວງພະບາງ ໃນປີ 2018 ແລະ 02 ຢູ່ ແຂວງຈໍາປາສັກ ໃນປີ 2019 ຍ້ອນການ ແຜ່ລະບາດຂອງພະຍາດໂຄວິດ 19 ເລີ່ມລະບາດ ໃນປີ 2020 ເປັນຕົ້ນມາ ເຮັດໃຫ້ແຜນການ ຈັດຕັ້ງປະຕິບັດກິດຈະກໍາໄດ້ເລື່ອນມາຈັດຕັ້ງ ປະຕິບັດໃນປີນີ້. ສໍາລັບ ສປປ ລາວ ວຽກງານການຈົດທະ ບຽນ ແລະ ສະຖິຕິພົນລະເມືອງ ເພື່ອເປັນ ການປະກອບສ່ວນເຮັດໃຫ້ມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ແລະ XI ຂອງພັກ ທີ່ໄດ້ ກໍານົດຮອດປີ 2030 ສິດທິຂອງພົນລະເມືອງ ຕ້ອງຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດ ໝາຍທີ່ສັກສິດ, ຄາດໝາຍສູ້ຊົນຮອດປີ 2025 “ພົນລະເມືອງລາວໃນເກນອາຍຸ ໄດ້ສໍາເລັດການ ສຶກສາຂັ້ນມັດທະຍົມຕົ້ນ, ປະຊາຊົນໄດ້ຮັບ ການບໍລິການດ້ານສາທາລະນະສຸກທີ່ມີຄຸນ ນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍ ສູງກວ່າ 73 ປີ, ກໍາລັງແຮງງານ ໄດ້ຮັບການ ພັດທະນາທັງທາງດ້ານປະລິມານ ແລະ ຄຸນນະ ພາບ...”, ປະຕິບັດຕາມແຜນພັດທະນາເສດຖະ ກິດ-ສັງຄົມ ແຕ່ປີ 2016-2025 ພົນລະເມືອງ ລາວ ຕ້ອງໄດ້ເຂົ້າເຖິງການບໍລິການດ້ານສຸຂະ ພາບ ແລະ ການສຶກສາ, ຍຸດທະສາດວຽກ ງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ກໍ່ຄື ວິໄສທັດຮອດປີ 2030 ພົນລະເມືອງລາວ ທຸກຄົນຈະໄດ້ຊົມໃຊ້ການບໍລິການການຈົດ ທະບຽນ, ການປົກຄອງທີ່ດີ ແລະ ການພັດ ທະນາ. ທັງເປັນການສູ້ຊົນໃຫ້ບັນລຸເປົ້າໝາຍ ການພັດທະນາທີ່ຍືນຍົງ (SDGs), ສົນທິ ສັນຍາວ່າດ້ວຍສິດທິເດັກ, ສິດທິມະນຸດ ແລະ ປະຕິບັດຕາມຖະແຫຼງການພາກພື້ນອາຊີ-ປາຊີ ຟິກ ທີ່ບັນດາຜູ້ນໍາໄດ້ຮັບຮອງຮ່ວມກັນ ໃນປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະ ຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນ ການເກີດຢ່າງໜ້ອຍໃຫ້ໄດ້ 70%, ພ້ອມທັງຮັບ ປະກັນໃຫ້ ພົນລະເມືອງລາວ ທຸກຄົນໄດ້ເຂົ້າເຖິງ ການບໍລິການຢ່າງທົ່ວເຖິງ.
ກະຊວງພາຍໃນ Ministry of Home Affairs 27 ຜົນສໍາເລັດການເຂົ້າຮ່ວມກອງປະຊຸມຫົວໜ້າລັດຖະກອນອາຊຽນ ຄັ້ງທີ 21 ລະຫວ່າງວັນທີ 02-06 ສິງຫາ 2022 ນີ້ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໃນ ນາມຫົວໜ້າລັດຖະກອນອາຊຽນ ແຫ່ງ ສປປ ລາວ ພ້ອມດ້ວຍ ຫົວໜ້າກົມ ຄຸ້ມຄອງລັດຖະກອນ, ຫົວໜ້າສະຖາ ບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ແລະ ພະນັກງານ ທີ່ກ່ຽວຂ້ອງ ໄດ້ເດີນທາງໄປຮ່ວມກອງ ປະຊຸມວຽກງານລັດຖະກອນອາຊຽນ ຄັ້ງທີ 21 ໂດຍແມ່ນ ກະຊວງພາຍໃນ ສສ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນທີ່ ນະຄອນຫຼວງຮ່າໂນຍ. ການຈັດກອງ ປະຊຸມໃນຄັ້ງນີ້ ໄດ້ທົບທວນ ແລະ ຕີລາ ຄາຄືນການຈັດຕັ້ງປະຕິບັດແຜນການ ຮ່ວມມືວຽກງານລັດຖະກອນອາຊຽນ (2021-2025) ໃນໄລຍະຜ່ານມາ ແລະ ວາງແຜນການເຄື່ອນໄຫວໃນຕໍ່ ໜ້າຮ່ວມກັບບັນດາປະເທດສະມາຊິກ, ປະເທດບວກ 3 ແລະ ປະເທດຄູ່ຮ່ວມ ເຈລະຈາ ເພື່ອເປັນການຮັດແໜ້ນສາຍ ພົວພັນ ແລະ ສົ່ງເສີມການຮ່ວມມືໃນ ວຽກງານຄຸ້ມຄອງລັດຖະກອນ. ໃນ ກອງປະຊຸມວຽກງານລັດຖະກອນ ຄັ້ງນີ້ ຍັງປະກອບມີກອງປະຊຸມຫຼາຍລະດັບ ເຊັ່ນ: ກອງປະຊຸມຫົວໜ້າລັດຖະກອນ ອາຊຽນ ເປັນກອງປະຊຸມລະດັບລັດຖະ ມົນຕີໃນຂະແໜງການລັດຖະກອນ, ມີ ກອງປະຊຸມເຈົ້າໜ້າທີ່ອາວຸໂສ, ກອງປະ ຊຸມປຶກສາຫາລືກ່ຽວກັບການມີສ່ວນ ຮ່ວມ ແລະ ຄວາມຫຼາກຫຼາຍ ໃນ ອົງກອນ, ກອງປະຊຸມສໍາມະນາກ່ຽວ ກັບການປົກຄອງທີ່ດີ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ ບັນດາປະເທດ ສະມາຊິກ ແລະ ປະເທດຄູ່ເຈລະຈາ ໄດ້ພ້ອມກັນແລກປ່ຽນບົດຮຽນ ແລະ ປຶກສາຫາລືວຽກງານຄຸ້ມຄອງລັດຖະ ກອນ ເພື່ອຊອກຫາວິທີແກ້ໄຂບັນຫາ ທີ່ຍັງຄົງຄ້າງ, ທົບທວນ ແລະ ຕີລາ ຄາການຈັດຕັ້ງປະຕິບັດແຜນການຮ່ວມ ມືວຽກງານລັດຖະກອນອາຊຽນ (2021-2025), ປຶກສາຫາລືກ່ຽວກັບ ສາຍພົວພັນ ແລະ ການຮ່ວມມືລະ ຫວ່າງບັນດາປະເທດສະມາຊິກອາ ຊຽນ, ປະເທດບວກ3 ແລະ ປະເທດຄູ່ ຮ່ວມເຈລະຈາຕໍ່ກັບວຽກງານລັດຖະ ກອນໃນການສົ່ງເສີມ ແລະ ຂະຫຍາຍ ການຮ່ວມມືວຽກງານດັ່ງກ່າວໃຫ້ ກວ້າງຂວາງກວ່າເກົ່າ. ນອກຈາກນີ້ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນແບບພິເສດລາວຫວຽດນາມ ໂດຍສະເພາະ ສອງກະຊວງ ພາຍໃນ ສສ ຫວຽດນາມ ແລະ ສປປ ລາວ ຍັງໄດ້ຈັດກອງປະຊຸມພົບປະສອງ ຝ່າຍ ລະຫວ່າງຄະນະນຳ ຂອງສອງກະຊວງ ພາຍໃນ ໃຫ້ການຕ້ອນຮັບໂດຍ ທ່ານ ນາງ Pham Thi Thanh Tra ລັດຖະມົນຕີ ກະຊວງພາຍໃນ ສສ ຫວຽດ ນາມ , ກອງ ປະຊຸມພົບປະຄັ້ງນີ້ ຄະນະຜູ້ແທນທັງສອງ ຝ່າຍ ໄດ້ປຶກສາຫາລືກ່ຽວກັບແຜນການ ຮ່ວມມືສອງຝ່າຍ ແລະ ທົບທວນຄືນບັນ ດາບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນ ຮ່ວມກັນໃນເມື່ອກ່ອນ. ໃນປີ 2023 -2024 ທີ່ຈະມາເຖິງນີ້ ສປປ ລາວ ຈະໄດ້ ເປັນເຈົ້າພາບຈັດກອງປະຊຸມສໍາມະນາ ກ່ຽວກັບວຽກງານລັດຖະກອນ ຈໍານວນ 02 ຄັ້ງ ຄື: ການຈັດສໍາມະນາ-ຝຶກອົບຮົມ ແບບເອເລັກໂຕນິກທີ່ມີປະສິດທິພາບ ແລະ ກອງປະຊຸມກ່ຽວກັບການບໍລິຫານລັດ ແບບທັນສະໄໝ.
ກະຊວງພາຍໃນ Ministry of Home Affairs 28 ໃນລະຫວ່າງວັນທີ 25-26 ສິງຫາ 2022 ທີ່ສະໂມສອນຫ້ອງວ່າການແຂວງ ສະຫວັນນະເຂດ, ຄະນະຮັບຜິດຊອບກະ ກຽມດຳເນີນກອງປະຊຸມສະຫຼຸບຕີລາຄາ ວຽກງານກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດຕິດພັນກັບວຽກງານ 3 ສ້າງ ແລະ ວຽກງານຂະບວນການແຂ່ງ ຂັນຍ້ອງຍໍຮັກຊາດ ແລະ ພັດທະນາ, ໄດ້ຈັດ ກອງປະຊຸມທາບທາມ ເພື່ອລະດົມຄໍາຄິດ ເຫັນຕໍ່ຮ່າງບົດສະຫຼຸບຕີລາຄາວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນ ນະບົດຮອບດ້ານແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ຂະບວນການ ແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໃນໄລຍະຜ່ານມາ ແລະ ທິດທາງແຜນ ການໃນຕໍ່ໜ້າ, ໂດຍການເປັນປະທານ ກອງປະຊຸມ ຂອງ ສະຫາຍ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະ ມົນຕີກະຊວງພາຍໃນ, ມີບັນດາສະຫາຍ ເລຂາ-ຮອງເລຂາພັກແຂວງ, ເຈົ້າເມືອງຮອງເຈົ້າເມືອງ ແລະ ພະແນກການທີ່ ກ່ຽວຂ້ອງ ຈາກແຂວງຄໍາມ່ວນ, ສະຫວັນ ນະເຂດ, ຈໍາປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊມຄັ້ງນີ້ ແມ່ນ ເພື່ອທາບທາມ ແລະ ເກັບກຳຄໍາຄິດເຫັນ ຂອງທ້ອງຖິ່ນຮາກຖານ ໃນການຈັດ ຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງຂອງສູນ ກາງພັກກ່ຽວກັບວຽກງານກໍ່ສ້າງຮາກ ຖານການເມືອງ, ວຽກງານພັດທະນາ ຊົນນະບົດຮອບດ້ານແກ້ໄຂຄວາມທຸກ ຍາກ, ວຽກງານ 3 ສ້າງ ແລະ ຂະບວນ ການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດ ທະນາ, ຊຶ່ງໃນກອງປະຊຸມບັນດາຜູ້ ແທນໄດ້ຍົກສູງຄວາມຮັບຜິດຊອບ ສຸມສະຕິປັນຍາປະກອບຄໍາເຫັນໃສ່ ຮ່າງບົດສະຫຼຸບເປັນຕົ້ນແມ່ນ: 1. ດ້ານ ໂຄງສ້າງຂອງບົດສະຫຼຸບຕີລາຄາ, ການ ກຳນົດແຕ່ລະພາກ ແລະ ແຕ່ລະໂລ ແມັງ, 2. ການສະຫຼຸບຕີລາຄາບັນດາ ໝາກຜົນທີ່ຍາດມາໄດ້ທັງຜົນສໍາເລັດ, ຈຸດອ່ອນ-ຂໍ້ຄົງຄ້າງ, ບັນດາສາເຫດ ແລະ ບົດຮຽນ ທີ່ເປັນພື້ນຖານກ່ຽວກັບ ວຽກງານດັ່ງກ່າວ 3. ທິດທາງ , ໜ້າທີ່, ຄາດໝາຍ, ວຽກງານຈຸດສຸມ ໃນຕໍ່ໜ້າ 4. ສະພາບການປະຕິບັດຂໍ້ແຂ່ງຂັນຮັກ ຊາດ ແລະ ພັດທະນາ, ເນື້ອໃນຂໍ້ແຂ່ງ ຂັນໃນໄລຍະທີ່ຜ່ານມາ ຊຶ່ງບັນດາຄໍາ ຄິດເຫັນທີ່ກ່າວມານັ້ນ ຖືເປັນບ່ອນອີງ ທີ່ສໍາຄັນ ໃຫ້ແກ່ຄະນະຮັບຜິດຊອບ ໃນການກະກຽມຄວາມພ້ອມທາງດ້ານ ເນື້ອໃນ, ກອງປະຊຸມສະຫຼຸບຕີລາຄາ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂ ຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ວຽກງານແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາທົ່ວປະເທດ ທີ່ຈະໄຂຂຶ້ນ ໃນກາງເດືອນກັນຍາ ທີ່ຈະມາເຖິງນີ້. ນອກຈາກນີ້, ໃນວັນທີ 26 ຄະນະ ຮັບຜິດຊອບກະກຽມດຳເນີນກອງປະ ຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງຮາກ ຖານການເມືອງ, ພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງ ແລະ ວຽກງານຂະບວນການແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ລົງເຄື່ອນ ໄຫວຢ້ຽມຢາມໂຄງການຮ່ວມໃຈສາຍ ໃຍໂລມາຄໍາ ຈຸດສຸມຕັງອາໄລ ບ້ານປະ ແນະ ແລະ ບ້ານຕາຍົງ ເມືອງນອງ ແລະ ຈຸດສຸມຄໍາປະແໜ ເມືອງຊົນນະບູລີ ຊຶ່ງ ເປັນຈຸດສຸມພັດທະນາ ແລະ ຕົວແບບ ການຜະລິດ ຂອງແຂວງສະຫວັນນະເຂດ ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງ ແລະວຽກງານຂະບວນການແຂ່ງຂັນຍ້ອງຍໍ ຮັກຊາດ ແລະພັດທະນາ
ກະຊວງພາຍໃນ Ministry of Home Affairs 29 ກະຊວງພາຍໃນ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກໍາມະບານ ປະຈໍາປີ 2021 ແລະ ທິດທາງແຜນການ 2022 ແລະ ເຊື່ອມຊຶມ 2 ວັນສໍາຄັນ ໃຫ້ພະນັກງານ-ລັດຖະກອນ ໃນວັນທີ 29 ເມສາ 2022 ນີ້ ກະຊວງພາຍໃນ ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ກໍາມະບານປະຈໍາປີ 2021 ແລະ ທິດ ທາງແຜນການ 2022, ພ້ອມທັງປາ ຖະກະຖາວັນສ້າງຕັ້ງສະຫະພັນກໍາມະ ບານລາວ ຄົບຮອບ 66 ປີ (01 ກຸມພາ 1956-01 ກຸມພາ 2022) ແລະ ວັນ ກໍາມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ 1886-1 ພຶດສະພາ 2022) ໂດຍການເປັນປະທານຂອງ ທ່ານ ປອ ທອງຈັນ ມະນີໄຊ ເລຂາ ຄະນະພັກ ລັດຖະມົນຕີກະຊວງພາຍໃນ, ມີ ຄະນະບໍລິຫານງານກໍາມະບານ ກະ ຊວງ, ຄະນະບໍລິຫານງານໜ່ວຍກໍາມະ ບານ, ຕາງໜ້າອົງການມະຫາຊົນ ແລະ ສະມະຊິກກໍາມະບານ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ປອ ທອງຈັນ ມະນີໄຊ ເລຂາຄະນະພັກ ລັດຖະມົນຕີ ກະຊວງພາຍໃນ ໄດ້ຜ່ານເອກະສານມູນ ເຊື້ອການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະ ບານລາວ ຄົບຮອບ 66 ປີ (01 ກຸມພາ 1956-01 ກຸມພາ 2022) ໂດຍໄດ້ ຍົກໃຫ້ເຫັນວ່າສະຫະພັນກໍາມະບານ ລາວ ແມ່ນການຈັດຕັ້ງມະຫາຊົນໜຶ່ງ ທີ່ກວ້າງຂວາງໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວເປັນ ແກນນໍາ, ເປັນຕົວແທນໃຫ້ແກ່ສະມາ ຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານອື່ນໆ, ມີໜ້າທີ່ ເຄື່ອນໄຫວຕາມລັດຖະທໍາມະນູນ, ກົດ ໝາຍຂອງລັດ ແລະ ກົດລະບຽບ ຂອງ ສະຫະພັນກໍາມະບານລາວ ແລະ ໄດ້ຍົກ ໃຫ້ເຫັນຄວາມເປັນມາ ແລະ ຄວາມ ສຳຄັນ ຂອງວັນກໍາມະກອນສາກົນ ກໍຄື ວັນທີ 1 ພຶດສະພາຂອງທຸກໆປີ, ເຊິ່ງ ໃນທ້າຍສັດຕະວັດທີ 18 ຫາຕົ້ນສັດ ຕະວັດທີ 19 ຫຼາຍປະເທດໃນທະ ວີບເອີຣົບ ແລະ ອາເມຣິກາ ໄດ້ສໍາເລັດ ການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທືນຂຶ້ນແທນ ແຕ່ ພາຍໃຕ້ການປົກຂອງຂອງນາຍທືນຊົນ ຊັ້ນກໍາມະກອນໄດ້ຖືກກົດຂີ່ຂູດຮີດ ຢ່າງໜັກໜ່ວງ. ສະນັ້ນ, ຈຶ່ງເຮັດໃຫ້ເກີດ ຂໍ້ຂັດແຍ່ງລະຫວ່າງພວກນາຍທືນ ແລະ ກໍາມະກອນຊາວຜູ້ອອກແຮງງານ ເຮັດ ໃຫ້ມີຂະບວນການລຸກຮື້ຂຶ້ນຂອງກໍາ ມະກອນ ເພື່ອປະທວງໃຫ້ພວກນາຍທຶນ ເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວ ໂມງເຮັດວຽກລົງ, ຂະບວນການຕໍ່ສູ້ຄັ້ງ ທໍາອິດແມ່ນຢູ່ປະເທດອັງກິດ ໃນປີ 1764 ເພາະປະເທດອັງກິດເປັນປະເທດ ທີ່ຂະຫຍາຍຕົວທາງດ້ານອຸດສາຫະ ກໍາໄວກວ່າໝູ່, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ແລະ ນໍາພາ ກໍາມະກອນຕໍ້ສູ້ຕ້ານພວກນາຍທຶນຊົນ ຊັ້ນກໍາມະກອນໃນປະເທດອັງກິດ ຈຶ່ງ ໄດ້ສ້າງຕັ້ງອົງການກໍາມະບານ ເພື່ອເປັັນ ຕົວແທນຂຶ້ນ ຈາກນັ້ນຂະບວນການຕໍ່ສູ້ ຂອງຊົນຊັ້ນກໍາມະກອນຊາວຜູ້ອອກແຮງ ງານນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ. ນອກຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບ ຟັງການໄດ້ຜ່ານບົດສະຫຼຸບການເຄື່ອນ ໄຫວວຽກງານກໍາມະບານ ປະຈໍາປີ 2021 ແລະ ທິດທາງແຜນການ 2022 ຈາກ ທ່ານ ຕ໋ອງ ພູມມີພັນ ປະທານສະຫະພັນກໍາມະ ບານກະຊວງພາຍໃນ ໂດຍທ່ານໄດ້ຍົກ ໃຫ້ເຫັນວ່າ ໃນໄລຍະ 1 ປີຜ່ານມາ ຄະນະ ບໍລິຫານງານກໍາມະບານກະຊວງພາຍໃນ ໄດ້ຖືເປັນສໍາຄັນວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ສະມາຊິກ ພັກ, ພະນັກງານ-ລັດຖະກອນກໍຄືສະມາ ຊິກກໍາມະບານເປັນຕົ້ນ ຈັດຕັ້ງ ແລະ ເຂົ້າ ຮ່ວມເຊື່ອມຊຶມບັນດາແນວທາງນະໂຍ ບາຍ ແລະ ມະຕິ-ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບຂອງລັດວາງອອກ, ເຊື່ອມ ຊຶມບັນດາເອກະສານສໍາຄັນຂອງພັກ ຂອງ ຊາດ ເຮັດໃຫ້ສະມາຊິກກໍາມະບານມີ ຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຫຼັກໝັ້ນ ການເມືອງໜັກແໜ້ນ, ມີນໍ້າໃຈຮັກຊາດ ຮັກລະບອບໃໝ່ ແລະ ມີຄວາມເປັນເອ ກະພາບສູງຕໍ່ແນວທາງການນໍາພາຂອງ ພັກ, ມີຄວາມບຸກບືນຫ້າວຫັນໃນການ ປະຕິບັດໜ້າການເມືອງ, ປະຕິບັດໜ້າທີ່ ວິຊາສະເພາະຂອງຕົນຕາມການມອບ ໝາຍຢ່າງມີປະສິດທິພາບ, ປະສິດທິຜົນສູງ ແລະ ມີຜົນສຳເລັດ. ໃນຕອນທ້າຍຂອງກອງປະຊຸມຍັງໄດ້ ມອບໃບຍ້ອງຍໍໃຫ້ສະມາຊິກກໍາມະບານ ທີ່ ເຂົ້າຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອ ສັງຄົມ ຈໍານວນ 65 ຄົນ ແລະ ລາຍງານ ຜົນການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ພ້ອມທັງມອບໃບຢັ້ງຢືນໃຫ້ສະຫະພັນກຳ ມະບານກະຊວງພາຍໃນ ເປັນສະຫະພັນ ກຳມະບານ 5 ເປັນເຈົ້າ ປະຈຳປີ 2021 ແລະ ມອບໃບການຢັ້ງຢືນກຳມະບານຮາກ ຖານ ແລະ ສະມາຊິກກຳມະບານ 5 ເປັນ ເຈົ້າ ປະຈຳປີ 2021. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກອງປະຊຸມພົບປະແລກປ່ຽນທາງດ້ານວິຊາການ ລະຫວ່າງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງພາຍໃນ ແລະ ກະຊວງການຕ່າງປະເທດ ກະຊວງພາຍໃນ Ministry of Home Affairs 30 ວັນທີ 23 ກັນຍາ 2022 ກອງປະ ຊຸມພົບປະແລກປ່ຽນທາງດ້ານວິຊາການ ລະຫວ່າງ ຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ກະຊວງພາຍໃນ ແລະ ກະຊວງການ ຕ່າງປະເທດ ໄດ້ຈັດຂຶ້ນທີ່ກະຊວງພາຍໃນ ໂດຍການເຂົ້າຮ່ວມຂອງ ສະຫາຍ ນ. ລີວົງ ລາວລີ ຄະນະປະຈໍາພັກ ຮອງລັດຖະມົນ ຕີກະຊວງພາຍໃນ, ມີ ສະຫາຍ ດວງມະນີ ຍອດສີອຸດົມ ກໍາມະການຄະນະພັກກະ ຊວງ ເລຂາ ຄຊປປລ ກະຊວງການຕ່າງ ປະເທດ ແລະ ສະຫາຍ ອາໂນລັກ ສິດ ທິເດດ ເລຂາ ຄຊປປລ ກະຊວງພາຍໃນ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງ 2 ກະ ຊວງ ເຂົ້າຮ່ວມ. ສະຫາຍ ນ. ລີວົງ ລາວລີ ຄະນະປະຈໍາ ພັກ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ກ່າວຕໍ່ກອງປະຊຸມວ່າ ຄະນະບໍລິຫານ ງານ ຊປປລ ກະຊວງພາຍໃນ ແມ່ນໜຶ່ງ ໃນບັນດາອົງການຈັດຕັ້ງມະຫາຊົນ ຂຶ້ນກັບການຊີ້ນຳ ຂອງຄະນະພັກກະ ຊວງພາຍໃນ ມີພາລະບົດບາດເປັນເສນາ ທິການໃຫ້ແກ່ຄະນະພັກ ໃນການນໍາພາ -ຊີ້ນຳສະມາຊິກຊາວໜຸ່ມ ທີ່ສັງກັດຢູ່ ຫ້ອງການ, ກົມ, ສະຖາບັນ ແລະ ສູນ ເພື່ອສ້າງສະມາຊິກຊາວໜຸ່ມໃຫ້ກາຍ ເປັນກໍາລັງແຮງຂອງທຸກໆຂະບວນການ ເຄື່ອນໄຫວວຽກງານ ໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງ; ຄະນະບໍລິ ຫານງານ ຊປປລ ໄດ້ຖືກເລືອກຕັ້ງຈາກ ກອງປະຊຸມໃຫຍ່ ຄັ້ງທີ II ຂອງຜູ້ແທນ ສະມາຊິກຊາວໜຸ່ມກະຊວງພາຍໃນ ຄັ້ງ ວັນທີ 22 ພະຈິກ 2019. ໄດ້ຖືກຮັບ ຮອງຕາມມະຕິຕົກລົງສະບັບເລກທີ 62/ ລຂ, ລົງວັນທີ 22 ມັງກອນ 2020. ປະຈຸບັນປະກອບມີ ເລຂາ 01 ສະຫາຍ, ຮອງເລຂາ 2 ສະຫາຍ, ກຳມະການ 09 ສະຫາຍ, ຍິງ 02 ສະຫາຍ; ມີສະມາ ຊິກຊາວໜຸ່ມທັງໝົດ 280 ສະຫາຍ, ຍິງ 120 ສະຫາຍ ກວມເອົາ 63,06% ຂອງ ຈໍານວນ ພະນັກງານ-ລັດຖະກອນ ໃນທົ່ວ ກະຊວງພາຍໃນ. ກອງປະຊຸມໃນຄັ້ງນີ້ ໄດ້ມີການນໍາ ສະເໜີບົດຮຽນ ໃນຫົວຂໍ້: ການກໍານົດ ຕໍາແໜ່ງງານ ຈາກຕາງໜ້າສະມາຊີກ ຊາວໜຸ່ມ ກະຊວງພາຍໃນ ແລະ ຕາງໜ້າ ຈາກຄະນະບໍລິຫານງານຊາວໜຸ່ມກະ ຊວງການຕ່າງປະເທດ ນໍາສະເໜີ ຫົວຂໍ້: ສະພາບການພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນໃນປະຈຸບັນ ໃຫ້ແກ່ບັນດາສະ ມາຊິກຊາວໜຸ່ມ ຈາກສອງກະຊວງ ທີ່ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ຮັບຮູ້ ແລະ ເຂົ້າໃຈຕື່ມກ່ຽວກັບວຽກງານຕໍ່າ ແໜ່ງງານ ແລະ ວຽກງານສາກົນມີ ຄວາມເປັນເອກະພາບກັນສູງ ທາງດ້ານ ຄວາມຄິດ, ຄວາມຮັບຮູ້ ແລະ ສອດຄ່ອງ ຕາມທິດທາງຂອງພັກຫຼາຍຂຶ້ນຕື່ມ. ກອງປະຊຸມຄົບຄະນະບໍລິຫານງານກາງສະໄໝ ແລະ ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂອງສະຫະພັນແມ່ຍິງກະຊວງພາຍໃນ ວັນທີ 27 ທັນວາ 2022 ສະຫະ ພັນແມ່ຍິງກະຊວງພາຍໃນ ໄດ້ຈັດກອງ ປະຊຸມຄົບຄະນະບໍລິຫານງານກາງສະ ໄໝ ແລະ ສະຫຼຸບການເຄື່ອນໄຫວ ວຽກງານ ປະຈໍາປີ 2022 ແລະ ທິດທາງ ແຜນການ ປີ 2023 ຂຶ້ນໂດຍການ ເປັນປະທານຂອງ ທ່ານ ນາງ ຄໍາພູນ ແກ້ວສະຫວັນ ປະທານສະຫະພັນ ແມ່ຍິງ ກະຊວງພາຍໃນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ລີວົງ ລາວລີ ກໍາມະການ ສໍາຮອງສູນກາງພັກ ຄະນະປະຈໍາພັກ ກະຊວງ ຮອງລັດຖະມົນຕີກະຊວງ ພາຍໃນ, ມີຮອງປະທານສະຫະພັນແມ່ ຍິງກະຊວງ , ຄະນະບໍລິຫານງານສະຫະ ພັນແມ່ຍິງກະຊວງ, ຄະນະໜ່ວຍແມ່ຍິງ ຂອງບັນດາກົມ, ຫ້ອງການ, ສະຖາບັນ ແລະ ສູນ ທີ່ສັງກັດກະຊວງພາຍໃນ ເຂົ້າຮ່ວມ. ໃນກອງປະຊຸມໄດ້ມີການຜ່ານຮ່າງ ບົດສະຫຼຸບການນໍາພາຂອງຄະນະບໍລິ ຫານງານສະຫະພັນແມ່ຍິງກະຊວງພາຍ ໃນ ປີ 2022, ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງສະຫະພັນແມ່ຍິງ ລາວ ຄັ້ງທີ 2 ສະໄໝທີ VIII, ຜ່ານ ບົດສະຫຼຸບການເຄື່ອນໄຫວວຽກງານ ກອງທຶນພັດທະນາແມ່ຍິງກະຊວງພາຍ ໃນ ປະຈໍາປີ 2022 ແລະ ໄດ້ຜ່ານ ບົດສະຫຼຸບການເຄື່ອນໄຫວການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 3 ດີ ປີ 2022. ພ້ອມນີ້ຄະນະໜ່ວຍແມ່ຍິງ ຂອງບັນດາ ກົມ, ຫ້ອງການ, ສະຖາບັນ ແລະ ສູນ ໄດ້ ພ້ອມກັນຈັບມືຮັບເອົາຂໍ້ແຂ່ງຂັນ 3 ດີ ໃນປີ 2023 ແລະ ຜູ້ເຂົ້າຮ່ວມຍັງໄດ້ ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ເພື່ອ ໃຫ້ໄດ້ເນື້ອໃນທີ່ກະທັດຮັດ, ຖືກຕ້ອງ ແລະ ຊັດເຈນ ຕື່ມອີກ. ໂອກາດນີ້ ທ່ານ ນາງ ລີວົງ ລາວລີ ກຳມະການສຳຮອງສູນກາງພັກ ຄະນະ ປະຈໍາພັກກະຊວງ ຮອງລັດຖະມົນຕີກະ ຊວງພາຍໃນ ໄດ້ຊົມເຊີຍຕໍ່ຜົນງານໃນດ້ານ ຕ່າງໆ ທີ່ຄະນະບໍລິຫານງານສະຫະພັນ ແມ່ຍິງຍາດມາໄດ້ໃນປີ 2022 ແລະ ມີຄໍາເຫັນເພື່ອຊີ້ທິດເຍືອງທາງໃຫ້ ຄະນະ ບໍລິຫານງານສະຫະພັນແມ່ຍິງ ກະຊວງ ພາຍໃນ ໃນການຈັດຕັ້ງປະຕິບັດວຽກງານ ໃນປີ 2023 ອີກດ້ວຍ. ພາບ-ຂ່າວ: ພນ. ປະຊາສຳພັນ, ຂໍ້ມູນຂ່າວສານ ແລະ ສະຖິຕິ
ກະຊວງພາຍໃນ Ministry of Home Affairs 31 ກະຊວງພາຍໃນ ຊ່ວຍເຫຼືອ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ເພື່ອເປັນການຊ່ວຍເຫຼືອບັນດາ ຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກພາຍຸລະດູຮ້ອນມາອອນ ໃນທ້າຍ ເດືອນສິງຫາຜ່ານມາ ທີ່ເຮັດໃຫ້ມີຝົນ ຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງກໍ່ໃຫ້ ເກີດນໍ້າປ່າໄຫຼຊຸແຮງ ແລະ ສ້າງຄວາມ ເສຍຫາຍຢ່າງໜັກໜ່ວງຫລາຍດ້ານ ໃຫ້ແກ່ປະຊາຊົນ ກໍ່ຄື ແຂວງອຸດົມໄຊ ເຊັ່ນ: ພື້ນຖານໂຄງລ່າງ ຊີວິດ ຊັບສິນ ສະຖານທີ່ຢູ່ອາໃສ ສັດລ້ຽງ ເນື້ອທີ່ເຮັດ ການຜະລິດ ໄຟຟ້າ ນໍ້າປະປາ ໂຮງຮຽນ ໂຮງໝໍ ລະບົບການສື່ສານ ແລະ ອື່ນໆ ໃນ 4 ເມືອງ ຄື: ເມືອງໄຊ ເມືອງນາໝໍ້ ເມືອງງາ ແລະ ເມືອງຫຼາ. ກະຊວງພາຍໃນ ຈຶ່ງໄດ້ລະດົມການ ຊ່ວຍເຫຼືອຈາກພະນັກງານ-ລັດຖະ ກອນ ແລະ ອົງການຈັດຕັ້ງທາງສັງຄົມ ປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ ແລະ ວັດຖູປັດໃຈ ລວມມູນຄ່າທັງໝົດ ເປັນເງິນ 45.000.000 ກີບ ໄປ ມອບໃຫ້ອໍານາດການປົກຄອງ ແຂວງ ອຸດົມໄຊ ໃນວັນທີ 02 ກັນຍາ 2022 ນີ້ ຕາງໜ້າກະຊວງພາຍໃນ ມອບໂດຍ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນ ຕີກະຊວງພາຍໃນ ສະມາຊິກສະພາແຫ່ງ ຊາດ ຊຸດທີ IX ປະຈຳເຂດເລືອກ ຕັ້ງທີ 4 ແຂວງອູດົມໄຊ ແລະ ຕາງໜ້າອໍານາດ ການປົກຄອງແຂວງອຸດົມໄຊ ຮັບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ. ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ເປັນ ການປະກອບສ່ວນເບື້ອງຕົ້ນ ເພື່ອແບ່ງເບົາ ຄວາມຫຍຸ້ງຍາກຂາດເຂີນ ແກ່ໄຂຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ເປັນກຳລັງ ໃຈໃຫ້ອໍານາດການປົກຄອງແຂວງ ໃຫ້ ກ້າວຜ່ານວິກິດການຄັ້ງນີ້ໄປໄດ້ດ້ວຍດີ. 03 ອົງການຈັດຕັ້ງມະຫາຊົນ ກະຊວງພາຍໃນ ຮ່ວມໃຈບໍລິຈາກເລືອດ ຕ້ອນຮັບວັນຊາດ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 02 ທັນວາ ຄົບຮອບ 47 ປີ (02/12/1975-02/12/2022) ພະນັກງານ-ລັດຖະກອນ ກໍຄື 03 ອົງ ການຈັດຕັ້ງມະຫາຊົນ: ກໍາມະບານ, ຊາວໜຸ່ມ ແລະ ແມ່ຍິງ ຂອງກະຊວງ ພາຍໃນ ໄດ້ຮ່ວມໃຈກັນບໍລິຈາກເລືອດ ໃນວັນທີ 30 ພະຈິກ 2022 ທີ່ສູນ ການຄ້າລາວ-ໄອເຕັກ, ໂດຍການນໍາພາ ຂອງ ທ່ານ ຕ໋ອງ ພູມີພັນ ປະທານຄະ ນະບໍລິຫານງານສະຫະພັນກໍາມະບານ ກະຊວງພາຍໃນ ແລະ ທ່ານ ອາໂນລັກ ສິດທິເດດ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະ ຊວງພາຍໃນ ພ້ອມດ້ວຍພະນັກງານ ຈໍານວນ 8 ທ່ານ. ການຈັດພິທີບໍລິຈາກເລືອດໃນຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975 – 2 ທັນວາ 2022 ), ເຊິ່ງເລືອດ ມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ຕໍ່ມະນຸດ, ປັດຈຸບັນຍັງມີຫຼາຍຊີວິດ ໃນ ໂລກ ເວົ້າສະເພາະແມ່ນຢູ່ ສປປ ລາວ ຍັງ ມີກຸ່ມຄົນຈໍານວນໜຶ່ງທີ່ຈໍາເປັນຕ້ອງ ອາໄສເລືອດເພື່ອຄວາມຢູ່ລອດຂອງຊີ ວິດ, ການປຸກລະດົມບໍລິຈາກເລືອດ ທີ່ເຕັມໄປດ້ວຍຄວາມເອື້ອອາທອນ ແລະ ເປັນບຸນກຸສົນອັນຍິ່ງໃຫຍ່ຂອງ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ກໍຄື ພະນັກງານ-ລັດຖະກອນ ທີ່ມີ ບົດບາດ ແລະ ຄວາມສໍາຄັນຕໍ່ສັງຄົມ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ. ການບໍລິຈາກເລືອດໄດ້ຊ່ວຍຟື້ນຟູ ສຸຂະພາບ, ຊ່ວຍຊີວິດຄົນຈາກໂລກ ໄພໄຂ້ເຈັບພະຍາດຮ້າຍແຮງຕ່າງໆ ເປັນ ຕົ້ນແມ່ນ ອຸບັດຕິເຫດ, ການຟອກ ໄຂ່ຫຼັງ, ພະຍາດເລືອດຈາງ ແລະ ການ ຜ່າຕັດຕ່າງໆ, ການບໍລິຈາກເລືອດເປັນ ວິທີທີ່ສາມາດຊ່ວຍຊິວິດຂອງຄົນໄດ້ດີທີ່ ສຸດ ເພາະເລືອດມີຄຸນຄ່າ ແລະ ມີຄວາມ ສໍາຄັນທີ່ສຸດຕໍ່ຮ່າງກາຍ ແຕ່ເລືອດບໍ່ສາ ມາດຜະລິດຂຶ້ນໄດ້ ມີແຕ່ຮ່າງກາຍຂອງ ຄົນເທົ່ານັ້ນທີ່ສ້າງເລືອດທີ່ປອດໄພຂຶ້ນ ມາໄດ້. ຜ່ານມາກະຊວງພາຍໃນ ກໍໄດ້ປຸກລະດົມ ໃຫ້ພະນັກງານ-ລັດຖະກອນ ໃນການບໍ ລິຈາກເລືອດ ແລະ ມີພະນັກງານ-ລັດ ຖະກອນໄດ້ຕື່ນຕົວສະໝັກໃຈເຂົ້າຮ່ວມ ບໍລິຈາກເລືອດ ໃນໂອກາດວັນສໍາຄັນ ຕ່າງໆຂອງຊາດຢ່າງເປັນປົກກະຕິ.
ກະຊວງພາຍໃນ Ministry of Home Affairs 32 ພະແນກພາຍໃນແຂວງຜົ້ງສາລີ ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງການຂຽນກຳນົດຕຳແໜ່ງງານ ພາບ-ຂ່າວ: ພະແນກພາຍໃນແຂວງຫຼວງພະບາງ ກົດໝາຍວັນນີ້ ກົດໝາຍວ່າດ້ວຍທະບຽນຄອບຄົວ (ສະບັບປັບປຸງ) ພາກທີ II ວຽກງານທະບຽນຄອບຄົວ ໝວດທີ 2 ການຈົດທະບຽນຄອບຄົວ ຕໍ່ຈາກສະບັບກ່ອນ ມາດຕາ 29 (ປັບປຸງ) ການຈົດທະບຽນການເອົາເດັກເປັນລູກລ້ຽງ ການຈົດທະບຽນການເອົາເດັກເປັນລູກລ້ຽງ ມີຄວາມສໍາຄັນໃນການຢັ້ງຢືນການເອົາລູກຂອງຜູ້ອື່ນ ມາເປັນລູກຂອງຕົນ ແລະ ຮັບປະກັນສາຍພົວພັນຄອບຄົວ ລະຫວ່າງ ພໍ່ລ້ຽງ, ແມ່ລ້ຽງ ກັບລູກລ້ຽງ. ການຈົດທະບຽນການເອົາເດັກເປັນລູກລ້ຽງ ສໍາລັບພົນລະເມືອງລາວດ້ວຍກັນ ໃຫ້ດໍາເນີນຢູ່ຫ້ອງການຍຸຕິທໍາຂັ້ນເມືອງ ບ່ອນພໍ່ລ້ຽງ, ແມ່ລ້ຽງອາໄສຢູ່. ຫ້ອງການຍຸຕິທຳຂັ້ນເມືອງ ຕ້ອງພິຈາລະນາຈົດທະບຽນ ແລະ ອອກໃບຢັ້ງຢືນການເອົາເດັກເປັນລູກລ້ຽງ ພາຍໃນເວລາ ສາມສິບວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງ ເປັນຕົ້ນໄປ ແລ້ວແຈ້ງໃຫ້ກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງ. ການຈົດທະບຽນການເອົາເດັກນ້ອຍລາວເປັນລູກລ້ຽງ ຂອງຄົນຕ່າງດ້າວ ຫຼື ຄົນຕ່າງປະເທດ ໃຫ້ດໍາເນີນຢູ່ກົມທີ່ຮັບຜິດຊອບ ວຽກງານທະບຽນຄອບຄົວຂອງກະຊວງຍຸຕິທໍາ. ກົມດັ່ງກ່າວ ຕ້ອງພິຈາລະນາຈົດທະບຽນ ແລະ ອອກໃບຢັ້ງຢືນການເອົາເດັກເປັນລູກ ລ້ຽງ ພາຍໃນເວລາ ສາມສິບວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງ ເປັນຕົ້ນໄປ ແລ້ວແຈ້ງໃຫ້ກະຊວງພາຍໃນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງການຕ່າງປະເທດ. ສໍາລັບການເອົາເດັກນ້ອຍທີ່ເປັນຄົນຕ່າງປະເທດ ມາເປັນລູກລ້ຽງຂອງຄົນລາວ ໃຫ້ປະຕິບັດຕາມກົດໝາຍຂອງປະເທດທີ່ກ່ຽວ ຂ້ອງ. ມາດຕາ 30 (ປັບປຸງ) ການຈົດທະບຽນການຮັບຮູ້ການເປັນພໍ່ ຫຼື ແມ່ ການຈົດທະບຽນການຮັບຮູ້ການເປັນພໍ່ ມີຄວາມສໍາຄັນໃນການຢັ້ງຢືນຄວາມເປັນພໍ່ ໃນກໍລະນີທີ່ພໍ່ກັບແມ່ ບໍ່ໄດ້ແຕ່ງດອງ ຫຼື ບໍ່ໄດ້ຢູ່ນໍາກັນ ເພື່ອຮັບປະກັນສາຍພົວພັນຄອບຄົວລະຫວ່າງ ພໍ່ ກັບ ລູກ. ການຈົດທະບຽນການຮັບຮູ້ການເປັນແມ່ ມີຄວາມສໍາຄັນໃນການຢັ້ງຢືນຄວາມເປັນແມ່ ໃນກໍລະນີທີ່ແມ່ປະຖິ້ມເດັກ ຫຼື ມີການສັບປ່ຽນເດັກ ເພື່ອຮັບປະກັນສາຍພົວພັນຄອບຄົວລະຫວ່າງ ແມ່ ກັບ ລູກ. ການຈົດທະບຽນການຮັບຮູ້ການເປັນພໍ່ ຫຼື ແມ່ ໃຫ້ດໍາເນີນຢູ່ຫ້ອງການຍຸຕິທໍາຂັ້ນເມືອງ ບ່ອນ ພໍ່ ຫຼື ແມ່ອາໄສຢູ່ ຫຼື ບ່ອນສານລົງຄຳຕັດສີນ ກ່ຽວກັບການຮັບຮູ້ການເປັນ ພໍ່ ຫຼື ແມ່. ຫ້ອງການຍຸຕິທຳຂັ້ນເມືອງດັ່ງກ່າວ ຕ້ອງຈົດທະບຽນ ແລະ ອອກໃບຢັ້ງຢືນການຮັບຮູ້ການເປັນ ພໍ່ ຫຼື ແມ່ ພາຍໃນເວລາ ສິບວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງຂໍກ່ຽວກັບການຮັບຮູ້ການເປັນ ພໍ່ ຫຼື ແມ່ ຕາມການຮັບຮູ້ ຫຼື ຕາມຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດ ເປັນຕົ້ນໄປ. ມາດຕາ 31 (ປັບປຸງ) ການຈົດທະບຽນການຫາຍສາບສູນ ການຈົດທະບຽນການຫາຍສາບສູນ ມີຄວາມສໍາຄັນໃນການປົກປ້ອງ ຊັບສິນ, ສິດ, ຜົນປະໂຫຍດ ແລະ ພັນທະຂອງຜູ້ຫາຍ ສາບສູນ ລວມທັງຜູ້ຮ້ອງຂໍໃຫ້ມີການຫາຍສາບສູນ. ການຈົດທະບຽນການຫາຍສາບສູນ ໃຫ້ດຳເນີນຢູ່ຫ້ອງການຍຸຕິທຳຂັ້ນເມືອງ ບ່ອນຜູ້ຮ້ອງຂໍອາໄສຢູ່ ພາຍໃນເວລາ ສາມສິບວັນ ນັບແຕ່ວັນມີຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ເປັນຕົ້ນໄປ ແລະ ຫ້ອງການຍຸຕິທໍາຂັ້ນເມືອງທີ່ກ່ຽວຂ້ອງ ຕ້ອງແຈ້ງ ໄປຍັງຫ້ອງການພາຍໃນຂັ້ນເມືອງ ພາຍໃນເວລາ ຫ້າວັນ ລັດຖະການ. ສຳລັບການຫາຍສາບສູນຂອງຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ໃຫ້ດຳເນີນຢູ່ພະແນກຍຸຕິທຳຂັ້ນແຂວງ ບ່ອນຜູ້ຮ້ອງຂໍອາໄສຢູ່ ພາຍໃນເວລາ ສາມສິບວັນ ນັບແຕ່ວັນມີຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ເປັນຕົ້ນໄປ. ພາຍຫຼັງທີ່ໄດ້ຈົດ ທະບຽນການຫາຍສາບສູນແລ້ວ ພະແນກຍຸຕິທໍາຂັ້ນແຂວງທີ່ກ່ຽວຂ້ອງ ຕ້ອງແຈ້ງໄປຍັງກອງບັນຊາການປ້ອງກັນຄວາມສະຫງົບຂັ້ນ ແຂວງ. ມາດຕາ 32 (ປັບປຸງ) ການປ່ຽນແປງ, ການລົບລ້າງ ແລະ ການຄັດຄ້ານ ການຈົດທະບຽນຄອບຄົວ ບຸກຄົນໃດ ຫາກເຫັນວ່າ ການຈົດທະບຽນຄອບຄົວຂອງຕົນ ບໍ່ຖືກຕ້ອງແລ້ວ ຜູ້ກ່ຽວມີສິດຮ້ອງຂໍຕໍ່ເຈົ້າໜ້າທີ່ທະບຽນຄອບຄົວ ບ່ອນຕົນອາໄສຢູ່ ເພື່ອໃຫ້ປ່ຽນແປງ ຫຼື ລົບລ້າງ. ໃນກໍລະນີທີ່ເຈົ້າໜ້າທີ່ທະບຽນຄອບຄົວ ຫາກບໍ່ພິຈາລະນາຜູ້ກ່ຽວກໍມີສິດຮ້ອງຂໍຕໍ່ສານ ເພື່ອໃຫ້ປ່ຽນແປງ ຫຼື ລົບລ້າງການຈົດທະບຽນດັ່ງກ່າວ. ສຳລັບການຈົດທະບຽນຄອບຄົວ ທີ່ແຕະຕ້ອງເຖິງ ສິດ ແລະ ຜົນປະໂຫຍດຂອງບຸກຄົນໃດໜຶ່ງ ບຸກຄົນນັ້ນ ກໍມີສິດຂໍຄັດຄ້ານ ການຈົດທະບຽນດັ່ງກ່າວ. ເຈົ້າໜ້າທີ່ທະບຽນຄອບຄົວ ທີ່ເຫັນວ່າການຈົດທະບຽນຄອບຄົວຂອງຕົນບໍ່ຖືກຕ້ອງ ກໍມີສິດປ່ຽນແປງ ຫຼື ລົບລ້າງໂດຍ ໜ້າທີ່ໄດ້. ການປ່ຽນແປງ ຫຼື ລົບລ້າງການຈົດທະບຽນຄອບຄົວ ຕ້ອງພິຈາລະນາ ພາຍໃນເວລາ ສິບຫ້າວັນ ນັບແຕ່ວັນໄດ້ຮັບຄຳຮ້ອງ ເປັນຕົ້ນໄປ.
ກະຊວງພາຍໃນ Ministry of Home Affairs 33 ຕໍ່ຈາກສະບັບກ່ອນ ກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ພາກທີ III ສິດ, ໜ້າທີ່, ພັນທະ, ຈັນຍາບັນ ແລະ ການສິ້ນສຸດ ການເປັນພະນັກງານ-ລັດຖະກອນ ໝວດທີ 1 ສິດຂອງພະນັກງານ-ລັດຖະກອນ ມາດຕາ 51 ສິດໃນການປະຕິບັດໜ້າທີ່ທາງລັດຖະການ ໃນການປະຕິບັດໜ້າທີ່ທາງລັດຖະການຂອງຕົນ ພະນັກງານ-ລັດຖະກອນ ມີ ສິດ ດັ່ງນີ້: 1. ໄດ້ຮັບມອບສິດ ຢ່າງສົມຄູ່ກັບໜ້າທີ່; 2. ໄດ້ຮັບການຕອບສະໜອງສະຖານທີ່ເຮັດວຽກ, ພາຫະນະ, ອຸປະກອນຮັບໃຊ້ ແລະ ສິ່ງອໍານວຍຄວາມສະດວກອື່ນ ຕາມລະບຽບການ; 3. ໄດ້ຮັບຂໍ້ມູນ ຂ່າວສານ ເວັ້ນເສຍແຕ່ຂໍ້ມູນທີ່ເປັນຄວາມລັບ; 4. ໄດ້ຮັບການຝຶກອົບຮົມ ແລະ ການພັດທະນາ; 5. ປະກອບຄຳເຫັນ, ຕຳນິຕິຊົມ, ສະເໜີບັນຫາ ແລະ ວິທີແກ້ໄຂ ຕໍ່ການຈັດຕັ້ງບ່ອນຕົນສັງກັດ; 6. ໄດ້ຮັບການປົກປ້ອງຈາກການຈັດຕັ້ງ ຕາມກົດໝາຍ ແລະ ລະບຽບການ; 7. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ. ມາດຕາ 52 ສິດໄດ້ຮັບຜົນປະໂຫຍດ ພະນັກງານ-ລັດຖະກອນ ມີ ສິດ ໄດ້ຮັບຜົນປະໂຫຍດ ດັ່ງນີ້: 1. ເງິນເດືອນ, ເງິນອຸດໜູນ, ເງິນບໍາເນັດ, ເງິນອຸດໜູນບໍານານ ແລະ ເງິນອຸດໜູນອື່ນ ຈາກຄັງເງິນເດືອນ ແລະ ຄັງປະກັນສັງຄົມ ລວມທັງຜົນປະໂຫຍດອື່ນຕາມລະບຽບການ; 2. ເງິນອຸດໜູນ ຈາກການເຮັດວຽກນອກໂມງລັດຖະການ ຕາມກົດໝາຍ ແລະ ລະບຽບການ. ມາດຕາ 53 ສິດໃນການລາພັກ ນອກຈາກການພັກທາງລັດຖະການແລ້ວ ພະນັກງານ-ລັດຖະກອນ ຍັງມີສິດລາພັກ ຕາມກໍລະນີ ທີ່ໄດ້ກໍານົດໄວ້ໃນມາດຕາ 28 ຂອງກົດໝາຍສະບັບນີ້. ມາດຕາ 54 ໜ້າທີ່ລວມຂອງພະນັກງານ-ລັດຖະກອນ ພະນັກງານ-ລັດຖະກອນ ມີ ໜ້າທີ່ລວມ ດັ່ງນີ້: 1. ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ ພ້ອມທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນ; 2. ເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆ ຢູ່ໃນອົງການຈັດຕັ້ງບ່ອນຕົນສັງກັດ; 3. ອຳນວຍຄວາມສະດວກ ແລະ ໃຫ້ການບໍລິການແກ່ປະຊາຊົນດ້ວຍຄວາມຈິງໃຈ, ວ່ອງໄວ, ເປັນທຳ ແລະ ສະເໝີພາບ; 4. ລາຍງານການປະຕິບັດວຽກງານຂອງຕົນໃຫ້ຂັ້ນເທິງ ຕາມຄວາມເປັນຈິງ ແລະ ຢ່າງເປັນປົກກະຕິ; 5. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ມາດຕາ 55 ໜ້າທີ່ສະເພາະຂອງພະນັກງານການນໍາລະດັບສູງ ແລະ ລັດຖະກອນທີ່ມີຕໍາແໜ່ງບໍລິຫານ ພະນັກງານການນໍາລະດັບສູງ ແລະ ລັດຖະກອນ ທີ່ມີຕໍາແໜ່ງບໍລິຫານ ມີ ໜ້າທີ່ສະເພາະ ດັ່ງນີ້: 1. ຄົ້ນຄວ້າ ແລະ ຜັນຂະຫຍາຍແນວທາງ ນະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ ກ່ຽວກັບວຽກງານທີ່ຕົນຮັບຜິດຊອບ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ພ້ອມທັງຊີ້ນໍາການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ; 2. ຄົ້ນຄວ້າ, ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳອື່ນ ຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ເພື່ອສະເໜີຂັ້ນເທິງພິຈາລະນາ; 3. ຄົ້ນຄວ້າ ແລະ ປັບປຸງກົງຈັກການຈັດຕັ້ງຂອງຕົນໃຫ້ຖືກຕ້ອງ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ ໃນການເຄື່ອນໄຫວວຽກງານໃນແຕ່ລະໄລຍະ; 4. ໂຄສະນາ ເຜີຍແຜ່ແນວທາງ ນະໂຍບາຍ, ກົດໝາຍ ແລະ ລະບຽບການ ໃຫ້ພະນັກ ງານ-ລັດຖະກອນ ໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ; ກົດໝາຍວັນນີ້ ໝວດທີ 2 ໜ້າທີ່ຂອງພະນັກງານ-ລັດຖະກອນ
ກະຊວງພາຍໃນ Ministry of Home Affairs 34
ກະຊວງພາຍໃນ Ministry of Home Affairs 35
ກະຊວງພາຍໃນ ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໂທ: +856 212545, 2123648. ແຟັກ: +856 213649. ອີເມວ: [email protected] ເພຈເຟດບຸກ: ຂ່າວສານພາຍໃນ www.moha.gov.la Ministry of Home Affairs Ban Sisavath, Chanthabuly District, Vientiane Capital P.O Box 6376 Tel: +856 212545, 2123648. Fax: +856 213649. Email: [email protected] Page FB: ຂ່າວສານພາຍໃນ Website: www.moha.gov.la ຈາກໃຈຖະໜົນ ຖະໜົນ ຂໍເອີ່ຍອ້າງ ວາງວາດລົງກອນ ຖອດຖ່າຍ ຄວາມພູມໃຈ ຂີດຂຽນລົງແຕ້ມ ຊອນແຊມດ້ວຍ ຄວາມໃນໃຈອ່າວ ຈຶ່ງໄຄ່ ເຜີຍຜ່ອງແຍ້ມ ໄຂຂໍ້ຂ່າວຂານ ນັບແຕ່ ເມກເຄື່ອນຍ້າຍ ຟ້າໃໝ່ສີຄາມ ຂ້ອຍອ່າວ ເບີຍເບົາອົກ ຊື່ນຊົມຍິນຍ້ອງ ຕາມທາງ ຫຼຸມຂຸມຄື້ນ ເຄີຍຂັງນ້ຳແຊ່ ໝ້ອງຖືກຖົມ ຮາບກ້ຽງ ພຽງພ້ອມພໍ່າກັນ ສອງຂອບແຄມ ລຽບຕ້າຍ ເຄີຍອັ່ງຕັນຕຶບ ບັດນີ້ ແປງເປັນຄອງ ເຄືອບເບຕົງໜາແໜ້ນ ເຖິງແມ່ນ ຝົນເທທ້າງ ຄືນວັນລິນຫຼັ່ງ ນ້ຳຮ່ອງໄຫຼ ລ່ອງສ້ຽງ ແປນກ້ຽງທົ່ວທາງ ຂ້ອຍຄ່ອຍຍັງ ເອກອ້າງ ເອີບອີ່ມເສາະໃສ ເປັນສາຍໃຈຄົນທຽວ ຫ່າງໂພຍໄພຮ້າຍ ເປັນສາຍ ໂລຫິດໃຫ້ ຈໍລະຈອນຂົນສົ່ງ ແລ່ນໂດຍສານ ທຸກກ້ຳ ໄກໃກ້ທ່ອງເຖິງ ບັດນີ້ ຍິນມ່ວນແມ້ງ ປອດປົ່ງໃນມະໂນ ຮູ້ຮຸ່ງ ເຫັນຄຸນຄົນ ຖອກເທແຮງປັ້ນ ປົວແປງທາງ ຖະໜົນໃຫ້ ເດີນດີກ້ຽງຄ່ອງ ທົ່ວແດນລາວ ເອກອ້າງ ທາງຂ້ອຍຊື່ນບານ. ໂດຍ: ກະຕັນຍູ