The words you are searching are inside this book. To get more targeted content, please make full-text search by clicking here.

ວິທີການເຮັດອາຫານລາວ

Discover the best professional documents and content resources in AnyFlip Document Base.
Search
Published by kanokwun2929, 2022-04-16 13:18:16

ອາຫານລາວ

ວິທີການເຮັດອາຫານລາວ

ອາຫານລາວ
ເຮັດງ່າຍ



ເມນູອາຫານ

ຕຳໝາກຫຸ່ງ 1






3
ລາບໝູ





5


ແກງໜໍ່ໄມ້


7





ໄກ່ຜັດຂິງ 9





ເອາະຫຼາມ

1

ຕຳໝາກຫຸ່ງ

ສ່ວນປະກອບ

1. ໝາກຫຸ່ງດິບຝັກແລ້ວ
2. ຫົວກະລົດຝັກແລ້ວ
3. ໝາກຖົ່ງຍາວ
4. ໝາກເຂືອປ້ອມ
5. ໝາກເລັ່ນ
6. ໝາກກະຈູ້
7. ໝາກເຜັດດິບເເດງ
8. ໝາກນາວ
9. ໝາກກອກ
10. ປາເເດກ(ສຸກຫຼືດິບກໍ່ໄດ້)
11. ກະທຽມ
12.ນຳ້ ປາ
13.ນຳ້ ຕານ
14. ແປ້ງນົວ
15. ຫົວຜັກຫອມຈຽວ
16. ໝາກຖົ່ວດີນຂົ້ວສຸກ

ຕຳໝາກຫຸ່ງ 2

ວິທີການເຮັດ

ທຳອິດແມ່ນເອົາກະທຽມ ໝາກເພັດ ແປ້ງນົວ ນຳ້ ຕານ ລົງຕຳໃຫ້ແຫຼກ
ແລະເຂົ້າກັນກ່ອນ

ຈາກນັ້ນຕາມດ້ວຍ ປາແດກຫຼືນຳ້ ປາ ແລະບີບນຳ້ ໝາກນາວລົງໄປ
ຕໍ່ດ້ວຍ ໝາກກອກ ໝາກເລັ່ນ ໝາກຖົ່ວ ໝາກເຂືອ ໝາກກະຈູ້
ລົງໄປແລ້ວຕຳໃຫ້ເຂົ້າກັນ ແລ້ວຊິມລົດຊາດຕາມໃຈເຮົາມັກເລີຍ

ຈາກນັ້ນກໍ່ເອົາ ໝາກຫຸ່ງ ແລະ ຫົວກະລົດທີ່ຝັກເປັນເສັ້ນແລ້ວລົງໄປ
ແລ້ວຕຳໃຫ້ເຂົ້າກັນທັງໝົດ ແລ້ວຊິມລົດຊາດອີກຄັ້ງ

ສຸດທ້າຍກໍ່ຕັກອອກມາໃສ່ຈານ ແລ້ວໂຮຍໜ້າດ້ວຍ ຫົວຜັກຫອມຈຽວ
ແລະໝາກຖົ່ວດີນຂົ້ວໃສ່ເລີຍ

ລາບໝູ 3

ສ່ວນປະກອບ

1. ຊີ້ ນໝູຝັກຫຼືຊອຍແລ້ວ
2. ໜັງໝູຕົ້ມສຸກແລະຊອຍແລ້ວ
3.ນຳ້ ເພ້ຍ ຫຼື ນຳ້ ປາແດກ ຕົ້ມສຸກ
4.ເຂົ້າຂົ້ວ ຕຳຫຼືບົດລະອຽດ
5. ຜັກຫອມລາບ
6. ຜັກຫອມປ້ອມ
7. ຜັກຫອມບົ່ວ
8. ຜັກຫອມເປ
9. ເກືອ
10. ແປ້ງນົວ
11.ໝາກເພັດດິບ ຫຼື ໝາກເພັດປົ່ນ
12. ໝາກນາວ
13. ຫົວຫອມແດງ

ລາບໝູ 4

ວິທີການເຮັດ




ທຳອິດແມ່ນເອົາຊີ້ນໝູທີ່ຝັກຫຼືຊອຍແລ້ວ ໄປຂົ້ວໃຫ້ສຸກ
ຕາມໃຈມັກ ກ່ອນແລະປຸງລົດຊາດເລັກນ້ອຍດ້ວຍເກືອແລະແປ້ງນົວ.




ຈາກນັ້ນ ປະໃຫ້ເຢັນເລັກນ້ອຍ ກໍ່ນຳເອົາສວ່ນປະກອບຕ່າງໆລົງໄປ
ເຊັ່ນ ໜັງໝູສຸກຊອຍແລ້ວ ເຂົ້າຂົ້ວ ນຳ້ ເພ້ຍຕອງແລ້ວ ໝາກເພັດ
ປົ່ນແລະດິບຊອຍແລ້ວ ໝາກນາວ ຫົວຫອມແດງ ລົງໄປແລ້ວຄົນໃຫ້
ເຂົ້າກັນ ຈາກນັ້ນຊິມລົດຊາດຕາມໃຈເຮົາ.




ຈາກນັ້ນກໍ່ເອົາປະເພດຜັກຫອມລົງ ເຊັ່ນ ຜັກຫອມບົ່ວ ຜັກຫອມ
ປ້ອມ ຜັກຫອມລາບ ຜັກຫອມເປ ທີ່ຊອຍແລ້ວໆ ລົງໄປ ຈາກນັ້ນກໍ່
ຄົນໃຫ້ເຂົ້າກັນທັງໝົດອີກຄັ້ງ.

5

ແກງໜໍ່ໄມ້

ສ່ວນປະກອບ

1. ໜໍ່ໄມ້ອ່ອມສົດ

2.ຊີ້ນໝູ ຫຼື ປາດຸກ
3.ນຳ້ ປາແດກ
4.ນຳ້ ຢານາງສົດ
5. ເຂົ້າປຽນແຊ່ນຳ້
6. ໝາກອຶ
7. ໝາກບວບ
8. ໝາກແຂ້ວງ
9.ເຫັດເຝືອງ ເຫັດນາງຟ້າ ເຫັດຕາບ
10. ຜັກໝາກອຶ
11. ຜັກໝາກບວບ
12. ຜັກອີ່ ຕູ່ຫອມ
13. ຜັກອີ່ ແງະ
14. ຜັກສະແງງ
15. ຜັກຄະ
16. ເກືອ
17. ແປ້ງນົວ
18. ໝາກເພັດດິບ
19.ນຳ້ ຕານ

ແກງໜໍ່ໄມ້ 6

ວິທີການເຮັດ

ທຳອິດຕົ້ນໜໍ່ໄມ້ທີ່ຊອຍໄວ້ແລ້ວ ໃຫ້ສຸກແລະຈືດກ່ອນ ແລະຖອກນຳ້
ທຳອິດຖີ້ມກ່ອນ ແລ້ວຈື່ງເອົານຳ້ ທີ່ສອງແກງ ເພື່ອບໍ່ໃຫ້ມັນຂົມ.

ຫຼັງຈາກປ່ຽນນຳ້ ແລ້ວກໍ່ເອົາ ຊີ້ນໝູ ກະດູກໝູ ຫຼື ປາດຸກ ແລະ ນຳ້ ປາ
ແດກ ລົງໄປ.

ແລ້ວກໍ່ປຸງລົດຊາດ ດວ້ຍການ ເອົາເຂົ້າປຽນທີແຊ່ນຳ້ ແລ້ວ ມາຕຳພ້ອມ
ກັບ ເກືອ ແປ້ງນົວ ໝາກເພັດດິບ ນຳ້ ຕານ ມາຕຳໃຫ້ລະອຽດເຂົ້າກັນ
ຈາກນັ້ນກໍ່ໃສ່ລົງໄປ.

ຫຼັງຈາກຊີ້ນຫຼືປາພໍສຸກແລ້ວ ກໍ່ນຳເອົາ ໝາກອຶ ໝາກບວບ ໝາກແຂ້ວງ
ເຫັດ ແລະນຳ້ ຢານາງ ລົງໄປພ້ອມກັນ.

ຫຼັງຈາກນັ້ນກໍ່ເອົາ ຜັກໝາກອຶ ຜັກໝາກບວບ ຜັກຄະ ຜັກສະແງງ ລົງ
ໄປກ່ອນ.

ສຸດທ້າຍກໍ່ເອົາຜັກ ອີ່ຕູ່ ແລະຜັກອີ່ແງະ ລົງສຸດທ້າຍ ເພາະມັນຈະສຸກໄວ
ຈາກນັນກໍ່ ຊິມລົດຊາດຕາມໃຈມັກເລີຍ.

7

ໄກ່ຜັດຂິງ

ສ່ວນປະກອບ

1. ຊີ້ ນໄກ່
2. ຂິງ
3. ຜັກຫອມປ້ອມ
4. ຜັກບົ່ວຫົວໃຫຍ່
5. ຜັກທຽມ
6. ໃບຜັກຫອມຊອຍ
7. ນ້ຳມັນ
8. ນ້ຳມັນຫອຍ
9. ນ້ຳປາ
10. ໜາກເຜັດ

ໄກ່ຜັດຂິງ 8

ວິທີການເຮັດ

ທຳອິດແມ່ນເອົານ້ຳມັນ ເອົາຜັກບົ່ວຫົວໃຫຍ່ຊອຍໄວ້ຈືນພໍ
ຫອມ.



ຈຶ່ງເອົາຊີ້ນໄກ່ແລະຜັກທຽມທັບໄວ້ລງຄົນໃຫ້ທົ່ວ. ຜັດໄປ
ຈົນໄກ່ຫອມ ຫຼັງຈາກນັ້ນເອົານ້ຳມັນຫອມແລະນ້ຳປາໃສ່ຄົນ
ໃຫ້ທົ່ວກັນ.



ພໍຫມໍ້ຝົດແລ້ວ ໃຫ້ເອາຫົວຜັກບົ່ວຈືນ ຂິງຈືນໃສ່ ຊິງເບິ່ງ
ຕາມຊອບ.



ໃບຜັກບັກບົ່ວຕັດໃສ່ ຄົນໃຫ້ທົ່ວ ຕັກໃສ່ຈານ ໝາກເຜັດ
ຊອຍ ຫອມຊອຍໂຮຍໜ້າ.

9

ເອາະຫຼາມ

ສ່ວນປະກອບ

1. ໜັງຄວາຍຕົ້ມເປື່ອຍ
2. ໝາກເຂືອອ່ອນ
3. ເຫັດຫູໜູ
4. ສະຂ່ານ
5. ໝາກເຜັດ
6. ດອກກ້ວຍ
7. ຜັກຕຳນິນ
8. ຜັກຊີ
9. ຜັກອີ່ ຕູ່
10. ປາແດກ
11. ເກືອ

ເອາະຫຼາມ 10

ວິທີການເຮັດ

ທຳອິດແມ່ນເອົາໜັງຄວາຍຕົ້ມເປື່ອຍແລະເກືອ ແລ້ວໃສ່ໝາກເຂືອ
ອ່ອນ ເຫັດຫູໜູ ສະຂ່ານ ດອກກ້ວຍ ແລະເກືອຕົ້ມຈົນເປື່ອຍ.

ຫຼັງຈາກນັ້ນຕັກອອກມາຕຳໃຫ້ແຫຼັກ ແລ້ວຕັກໃສ່ໝໍ້ຄືນ ໃສ່ປາແດກ
ເອາະໄປພໍຟົດ.

ໃສ່ຜັກຕຳນິນ ພໍເຫັນວ່າຜັກສຸກ ຈຶ່ງເອາຜັກຊີ ຜັກອີ່ຕູ່ໃສ່ ຊີມເບິ່ງ
ຕາມຊອບ.

ອາຫານລາ
ວເຮັດງ່າຍ



ຈັດທຳ
ໂດຍ
ນາງ ກະໜົກ
ວັນ ຍວນໃຈ
ຮະຫັດນັກຮຽນ 6
23020196-3
ສາຂາຄະນິດສາດ ຄ
ະນະວິດທະຍາສາດ








ອ້າງອິງ : https://khenkham.wordpress.com/category/ວິທີເຮັດອາຫານ/
https://medium.com/@phim.l
pms/ແຈກສູດ-3ເມນູອາຫານລາວດັ້ງເດີມ-
ຕົ້ນຕຳລັບ-ຊິມີຫຍັງແດ່-ກົດເຂົ້າມາເບີ່ງນຳກັນໄດ້ເລີຍ-2c4d0c0e3be4


Click to View FlipBook Version