The words you are searching are inside this book. To get more targeted content, please make full-text search by clicking here.

ກົດລະບຽບ ຂອງສະຫະພັນກຳມະບານລາວ ສະໄໝທີ VIII pdf

Discover the best professional documents and content resources in AnyFlip Document Base.
Search
Published by , 2022-03-23 00:13:01

ກົດລະບຽບ ຂອງສະຫະພັນກຳມະບານລາວ ສະໄໝທີ VIII pdf

ກົດລະບຽບ ຂອງສະຫະພັນກຳມະບານລາວ ສະໄໝທີ VIII pdf

ສາທາລະນະລັດ ປະຊາທປິ ະໄຕ ປະຊາຊນົ ລາວ
ສນັ ຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວດັ ທະນະຖາວອນ

ສນູ ກາງສະຫະພັນກໍາມະບານລາວ

ກດົ ລະບຽບ
ຂອງສະຫະພນັ ກໍາມະບານລາວສະໄໝທີ VIII

ໝວດທີ I
ບົດບນັ ຍັດທວ່ົ ໄປ

ມາດຕາ 1 ຈດຸ ປະສງົ
ກົດລະບຽບສະບັບນີ້ ສ້າງຂຶ້ນເພື່ອກໍານົດຫຼັກການ, ລະບຽບການ, ເນື້ອໃນ, ຮູບການ ແລະ ວິທີການ

ເຄອື່ ນໄຫວວຽກງານ ຂອງສະຫະພັນກໍາມະບານລາວ ແນໃສນ່ ໍາພາ, ເຕ້ົາໂຮມຄວາມສາມັກຄີ, ສຶກສາອົບຮົມ,
ປົກປອ້ ງສິດ ແລະ ຜົນປະໂຫຍດ ອັນຊອບທາໍ ຂອງສະມາຊກິ ກາໍ ມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ
ອ່ນື ເພ່ືອເປນັ ກາໍ ລງັ ແຮງປະກອບສວ່ ນປົກປັກຮກັ ສາ ແລະ ສ້າງສາພັດທະນາປະເທດຊາດ.
ມາດຕາ 2 ສະຫະພັນກໍາມະບານລາວ

ສະຫະພັນກໍາມະບານລາວ ແມ່ນການຈັດຕັ້ງມະຫາຊົນໜຶ່ງທີ່ກວ້າງຂວາງໃນລະບົບການເມືອງ ຂອງ
ລະບອບປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນ ປະຕິວັດລາວເປັນແກນນໍາ; ເປັນຕົວແທນໃຫ້ແກ່
ສະມາຊກິ ກາໍ ມະບານ, ກໍາມະກອນ ແລະ ຜອູ້ ອກແຮງງານອື່ນ, ເຄື່ອນໄຫວຕາມລັດຖະທໍາມະນູນ, ກົດໝາຍ
ຂອງລັດ ແລະ ກົດລະບຽບ ຂອງສະຫະພັນກໍາມະບານລາວ. ສະຫະພັນກໍາມະບານລາວ ໄດ້ຮັບການສ້າງຕັ້ງ
ຂນຶ້ ໃນວນັ ທີ 1 ເດອື ນ ກຸມພາ ປີ 1956.
ມາດຕາ 3 ຫຼັກການ ກ່ຽວກັບການເຄືອ່ ນໄຫວຂອງສະຫະພັນກາໍ ມະບານລາວ

ສະຫະພນັ ກໍາມະບານລາວ ເຄ່ອື ນໄຫວຕາມຫກັຼ ການດັງ່ ນ:ີ້
1. ເຄົາລບົ ແລະ ປະຕິບດັ ຕາມລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ກົດລະບຽບຂອງສະຫະພັນກໍາມະ

ບານລາວ;
2. ລວມສູນປະຊາທິປະໄຕ ພາຍໃຕກ້ ານນໍາພາຂອງພກັ ປະຊາຊົນ ປະຕວິ ດັ ລາວ;
3. ສະຫະພັນກໍາມະບານລາວ ແມ່ນອົງການເລືອກຕັ້ງ, ຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນ ໄດ້

ມາຈາກການເລືອກຕັ້ງໃນກອງປະຊຸມໃຫຍ່ ຂັ້ນຂອງຕົນ ແລະ ເຄື່ອນໄຫວວຽກງານ ໃກ້ສິດຕິດແທດ
ມະຫາຊົນ;

1

4. ປະຕິບັດຫຼັກການ ສາມຝ່າຍ, ປະສານສົມທົບກັບອົງການຈັດຕັ້ງລັດ ທີ່ກ່ຽວຂ້ອງ, ແນວລາວສ້າງຊາດ
ແລະ ອົງການຈດັ ຕງ້ັ ມະຫາຊົນ;

5. ເຄືອ່ ນໄຫວວຽກງານຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ.
ມາດຕາ 4 ຂອບເຂດການນໍາໃຊ້

ກດົ ລະບຽບສະບບັ ນ້ີ ນາໍ ໃຊ້ສາໍ ລັບສະມາຊິກກາໍ ມະບານ, ສະຫະພນັ ກໍາມະບານ, ກໍາມະບານຮາກຖານ ຢູ່
ໃນການຈັດຕງັ້ ພກັ , ລັດ, ແນວລາວສ້າງຊາດ, ອົງການຈັດຕງ້ັ ມະຫາຊນົ ແລະ ຫົວໜວ່ ຍແຮງງານໃນ ສປປ ລາວ.

ສາໍ ລັບການຈັດຕງ້ັ ກໍາມະບານໃນກໍາລງັ ປອ້ ງກັນຊາດ-ປ້ອງກນັ ຄວາມສະຫງບົ ໄດກ້ າໍ ນົດໄວໃ້ ນລະບຽບ
ການຕ່າງຫາກ.

ໝວດທີ II
ສະມາຊກິ ກາໍ ມະບານ

ມາດຕາ 5 ສະມາຊກິ ກໍາມະບານ
ສະມາຊິກກໍາມະບານ ແມ່ນ ບຸກຄົນ ທີ່ເປັນພະນັກງານ-ລັດຖະກອນ ຢູ່ໃນການຈັດຕັ້ງຂອງພັກ, ລັດ,

ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ; ນັກສຶກສາ, ປັນຍາຊົນ, ກໍາມະກອນ ແລະ ຜູ້ອອກແຮງງານ
ອນື່ ທີ່ໄດ້ຮັບເຂົາ້ ເປັນສະມາຊກິ ກາໍ ມະບານ.
ມາດຕາ 6 ມາດຖານ ແລະ ເງອື່ ນໄຂ ເຂາ້ົ ເປັນສະມາຊກິ ກາໍ ມະບານ

ຜູ້ທີ່ຈະເຂ້ົາເປນັ ສະມາຊິກກໍາມະບານ ຕອ້ ງມມີ າດຖານ ແລະ ເງ່ືອນໄຂ ດ່ງັ ນ:້ີ
1. ເປັນພະນກັ ງານ-ລດັ ຖະກອນ, ນກັ ສກຶ ສາ, ປນັ ຍາຊນົ , ກໍາມະກອນ, ຜ້ອູ ອກແຮງງານອນ່ື ທ່ີເປັນພົນລະ

ເມອື ງລາວມີອາຍຸ 18 ປີ ຂຶ້ນໄປໂດຍບໍ່ຈํາແນກເພດ, ເຜາ່ົ , ລະດບັ ການສຶກສາ ແລະ ຖານະທາງດາ້ ນເສດ

ຖະກດິ ;

2. ເປນັ ບຸກຄນົ ທີ່ບ່ຖໍ ກື ສານຕດັ ອດິ ສະຫະຼ ພາບ, ບເ່ໍ ປັນບ້າ ເສຍຈິດ, ບ່ໍພວົ ພັນກບັ ການພະນນັ ແລະ ສິ່ງເສບຕິດ;
3. ມີສຂຸ ະພາບແຂງແຮງ;
4. ມີຄວາມສະໝກັ ໃຈ ເຂ້ົາເປນັ ສະມາຊກິ ກໍາມະບານ ດວ້ ຍຕົນເອງ.
ມາດຕາ 7 ການຂະຫຍາຍ ແລະ ຂນັ້ ຕອນຮັບເຂາົ້ ເປນັ ສະມາຊກິ ກາໍ ມະບານ

ການຂະຫຍາຍສະມາຊກິ ກາໍ ມະບານໃນຫວົ ໜວ່ ຍແຮງງານ ແລະ ກ່ມຸ ການຜະລດິ ທີ່ບທໍ່ ັນມກີ ານຈັດຕັ້ງ
ກາໍ ມະບານ ແມ່ນການຈັດຕງັ້ ກໍາມະບານຂັ້ນເທງິ ຖດັ ເປັນຜູ້ໂຄສະນາຂນົ ຂວາຍຜູ້ອອກແຮງງານໃຫ້ເຂ້ົາເປັນ
ສະມາຊກິ ກໍາມະບານ.

ຜູ້ທີ່ຈະເຂົ້າເປນັ ສະມາຊກິ ກໍາມະບານ ຕອ້ ງແມ່ນຜູ້ທ່ີມີຄວາມສະໝັກໃຈ, ເຫນັ ດີເຫນັ ພ້ອມ ແລະ ປະຕິ
ບດັ ຕາມກົດລະບຽບຂອງ ສະຫະພນັ ກໍາມະບານລາວ;

ຂັ້ນຕອນຮບັ ເຂົາ້ ເປັນສະມາຊິກກໍາມະບານ
1. ເຊື່ອມຊຶມກົດລະບຽບ ຂອງສະຫະພັນກໍາມະບານລາວ;
2. ທາບທາມຄໍາເຫນັ ຄວາມສະໝກັ ໃຈ ເຂາົ້ ເປນັ ສະມາຊິກກາໍ ມະບານ;
3. ນໍາສະເໜີຄະນະສະຫະພນັ ກໍາມະບານ ຂັນ້ ເທິງຖັດຕົນພິຈາລະນາ, ອະນຸມັດຮບັ ເອາົ ມະຫາຊົນເຂ້ົາເປນັ

ສະມາຊກິ ກາໍ ມະບານ ພາຍໃນກໍານົດເວລາ ບໍເ່ ກີນ 15 ວັນລດັ ຖະການ;

2

4. ສະຫະພນັ ກໍາມະບານລາວ ຫຼື ກາໍ ມະບານຮາກຖານ ຈັດຕ້ງັ ພທິ ີປະກາດຮບັ ເອາົ ສະມາຊກິ ກໍາມະບານໃໝ່
ຢາ່ ງເປັນທາງການ.

ມາດຕາ 8 ສດິ ແລະ ໜາ້ ທີ່ ຂອງສະມາຊກິ ກາໍ ມະບານ
ສະມາຊິກກາໍ ມະບານ ມີສດິ ແລະ ໜ້າທີ່ ດັ່ງນ້ີ:

1. ໂຄສະນາຂົນຂວາຍ ແລະ ເປນັ ແບບຢ່າງທດ່ີ ີໃຫກ້ າໍ ມະກອນ, ຜອູ້ ອກແຮງງານອນື່ ໃນການປະຕິບດັ ແນວ
ທາງແຜນນະໂຍບາຍຂອງພກັ , ລັດຖະທາໍ ມະນນູ ແລະ ກດົ ໝາຍຂອງລັດ; ປະຕິບດັ ກົດລະບຽບ ຂອງສະ
ຫະພນັ ກາໍ ມະບານລາວ ແລະ ກົດລະບຽບ ພາຍໃນຂອງຫວົ ໜ່ວຍແຮງງານ ຢ່າງຖືກຕອ້ ງ ແລະ ເຂມັ້ ງວດ;

2. ເປັນເຈາົ້ ການເຄອື່ ນໄຫວ, ເຂົ້າຮວ່ ມຊີວິດການເມືອງ, ຕິດຕາມ, ກວດກາ, ປຶກສາຫາລື, ສະເໜີ, ປະກອບ
ຄໍາຄດິ ຄໍາເຫນັ ກຽ່ ວກັບວຽກງານກໍາມະບານ ແລະ ວຽກງານອື່ນ ໃນຂອບເຂດຄວາມຮັບຜິດຊອບຂອງ
ຕົນ; ຈ່າຍເງນິ ບາໍ ລຸງຕາມກໍານດົ ໄວ້ຢູ່ໃນກົດລະບຽບ ຂອງສະຫະພັນກໍາມະບານລາວ;

3. ເຂ້າົ ຮວ່ ມການເຄອ່ື ນໄຫວວຽກງານຂອງອງົ ການຈດັ ຕງ້ັ ມະຫາຊນົ ແລະ ການຈັດຕັ້ງສັງຄົມທີ່ຖືກຕ້ອງຕາມ
ກົດໝາຍ;

4. ໄດ້ຮັບຂມໍ້ ູນ ຂ່າວສານທີ່ຈໍາເປັນ ແລະ ໄດ້ຮບັ ການຍົກລະດບັ ຄວາມຮູ້, ຄວາມສາມາດ;

5. ເລອື ກຕງ້ັ ແລະ ສະໝກັ ຮັບເລືອກຕ້ັງ ເຂົາ້ ໃນຕໍາແໜ່ງນາໍ ພາ ຂອງສະຫະພນັ ກາໍ ມະບານລາວທຸກຂັນ້ , ລງົ

ຄະແນນສຽງ ເພື່ອຕົກລົງວຽກງານສໍາຄນັ ຢູ່ໃນກອງປະຊຸມກໍາມະບານຂ້ນັ ຂອງຕົນ;

6. ສະເໜີໃຫ້ສະຫະພນັ ກໍາມະບານລາວ ປກົ ປອ້ ງສິດ ແລະ ຜນົ ປະໂຫຍດອັນຊອບທໍາຂອງຕົນ ໃນເມື່ອຖກື
ລະເມີດ;

7. ໄດ້ຮັບນະໂຍບາຍເບິງ່ ແຍງ ຊ່ວຍເຫືອຼ ໃນເວລາເຈັບເປນັ ແລະ ພບົ ຄວາມຫຍງຸ້ ຍາກ ຈາກສະຫະພັນກາໍ ມະ
ບານຂ້ັນຂອງຕົນ ຕາມລະບຽບການ;

8. ເຂາົ້ ຮ່ວມການປບັ ປງຸ , ກ່ໍສ້າງການຈັດຕັ້ງກໍາມະບານຂ້ນັ ຂອງຕນົ , ໂຄສະນາຂນົ ຂວາຍມະຫາຊນົ ເຂົ້າເປັນ

ສະມາຊິກກໍາມະບານ;

9. ຝກຶ ຝນົ ຫຼໍຫ່ ຼອມຕົນເອງໃຫກ້ າຍເປນັ ພົນລະເມືອງດີ, ເປັນສະມາຊກິ ກໍາມະບານທ່ີມີຄວາມຮູ້, ມຄີ ວາມສາ

ມາດ ແລະ ປະຕບິ ັດລະບຽບວໄິ ນດີ;

10. ນາໍ ໃຊ້ສິດ ແລະ ປະຕບິ ັດໜາ້ ທອ່ີ ື່ນ ຕາມທ່ໄີ ດກ້ າໍ ນົດໄວ້ໃນກົດໝາຍ.
ມາດຕາ 9 ພນັ ທະ ຂອງສະມາຊກິ ກາໍ ມະບານ

ສະມາຊິກກາໍ ມະບານ ມີພັນທະ ດັ່ງນ:້ີ
1. ເຄົາລົບ ແລະ ປະຕິບັດລດັ ຖະທໍາມະນູນ, ກດົ ໝາຍ, ລະບຽບການອອກແຮງງານ ແລະ ກດົ ລະບຽບ ຂອງ

ສະຫະພນັ ກໍາມະບານລາວ;
2. ເປນັ ເຈ້າົ ການຄ້ົນຄວ້າຮາໍ່ ຮຽນ, ຝຶກຝົນຫ່ຼໍຫອຼ ມ ເພືອ່ ພດັ ທະນາສມີ ືແຮງງານຕນົ ເອງ;
3. ປະກອບອາຊີບ ຖກື ຕອ້ ງຕາມກົດໝາຍ, ລະບຽບການ ຂອງລັດ;
4. ປະຕບິ ດັ ຕວົ ເລກຄາດໝາຍແຜນການຂອງລດັ ຫຼື ແຜນການຜະລດິ ຂອງຫວົ ໜວ່ ຍແຮງງານ;
5. ປະຕິບດັ ພັນທະປ້ອງກນັ ຊາດ, ປອ້ ງກັນຄວາມສະຫງົບ ໃນສໍານກັ ງານ-ອງົ ການ ແລະ ຫວົ ໜ່ວຍແຮງງານ;

3

6. ເຂາ້ົ ຮວ່ ມການເຄື່ອນໄຫວວຽກງານກາໍ ມະບານ ແລະ ຈ່າຍເງນິ ບໍາລຸງຕາມກົດລະບຽບ ຂອງສະຫະພນັ ກໍາ
ມະບານລາວ.

ມາດຕາ 10 ຜນົ ປະໂຫຍດ ຂອງສະມາຊກິ ກາໍ ມະບານ
ສະມາຊກິ ກາໍ ມະບານ ໄດຮ້ ບັ ຜນົ ປະໂຫຍດ ດັງ່ ນ:້ີ

1. ໄດ້ຮັບການຊ່ວຍເຫຼືອແກ້ໄຂຂໍ້ຂັດແຍ່ງດ້ານສິດ ແລະ ຜົນປະໂຫຍດອັນຊອບທໍາ, ການອອກແຮງງານທີ່
ປອດໄພ, ອຸປະຕເິ ຫດແຮງງານ ແລະ ພະຍາດອາຊບີ ;

2. ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບວຽກງານກໍາມະບານ, ການອອກແຮງງານທີ່ປອດໄພ ແລະ ຂໍ້ມູນ
ຂ່າວສານອນ່ື ໆ;

3. ໄດ້ຮບັ ການຍົກລະດັບຄວາມຮູ້ຄວາມສາມາດທາງດາ້ ນວິຊາສະເພາະ ແລະ ສີມືແຮງງານ ຕາມກດົ ໝາຍ;
4. ເຂ້າົ ຮວ່ ມການເຄືອ່ ນໄຫວວຽກງານ ແລະ ກິດຈະກາໍ ອືນ່ ໆ ທີອ່ ົງການກາໍ ມະບານຈດັ ຂນ້ຶ ;
5. ໄດຮ້ ບັ ການເບິ່ງແຍງຊ່ວຍເຫຼືອ ຈາກອົງການຈັດຕັ້ງກໍາມະບານ ໃນເວລາພົບຄວາມຫຍຸ້ງຍາກ, ພັກຜ່ອນ

ຮັບບາໍ ນານ, ເຈບັ ເປັນ, ເສຍຊີວດິ ຫືຼ ໄພພິບດັ ທາງທາໍ ມະຊາດ ຕາມເງ່ອື ນໄຂຕວົ ຈິງ.
6. ສະມາຊິກກໍາມະບານ ຜູ້ທີ່ມີຜົນງານ ແລະ ມີຫົວຄິດປະດິດສ້າງດີເດັ່ນ ຈະໄດ້ຮັບການຍ້ອງຍໍຈາກ

ສະຫະພນັ ກາໍ ມະບານ ຫືຼ ພາກສວ່ ນທີ່ກ່ຽວຂ້ອງ.
ມາດຕາ 11 ການຍກົ ຍາ້ ຍສະມາຊິກກາໍ ມະບານ

ສະມາຊິກກໍາມະບານ ທີ່ໄດ້ຮັບການຍົກຍ້າຍໄປປະຈໍາການຢູ່ກົມກອງອື່ນ ທີ່ມີການຈັດຕັ້ງກໍາມະບານ
ແມ່ນນໍາເອົາບັດສະມາຊິກໄປສະເໜີຕໍ່ອົງການຈັດຕັ້ງກໍາມະບານໃໝ່ເພື່ອສືບຕໍ່ເຄື່ອນໄຫວ; ຖ້າຫາກໄດ້
ຍົກຍາ້ ຍໄປປະຕບິ ັດໜາ້ ທ່ີຢູບ່ ອ່ ນທ່ີບ່ໍມກີ ານຈັດຕັ້ງກໍາມະບານ ຕ້ອງຮກັ ສາບັດສະມາຊກິ ກາໍ ມະບານໄວ.້
ມາດຕາ 12 ການສນ້ິ ສດຸ ການເປນັ ສະມາຊກິ ກາໍ ມະບານ

- ລາອອກ;
- ຖກື ປະຕບິ ັດວໄິ ນຂນັ້ ໄລ່ອອກ ຈາກການເປນັ ລດັ ຖະກອນ, ອອກຈາກຫົວໜ່ວຍແຮງງານ ຫຼື ສານຕັດ

ອິດສະຫະຼ ພາບ;
- ໝດົ ກໍາລງັ ແຮງງານ, ເປັນບາ້ -ເສຍຈິດ;
- ຮັບບໍານານ;
- ເສຍຊີວດິ .

ໝວດທີ III
ລະບບົ ການຈດັ ຕງັ້ ຂອງສະຫະພນັ ກາໍ ມະບານລາວ

ມາດຕາ 13 ລະບບົ ສາຍໄຍການຈດັ ຕງັ້ ຂອງສະຫະພນັ ກາໍ ມະບານລາວ
ສະຫະພັນກໍາມະບານລາວ ມີລະບບົ ສາຍໄຍການຈັດຕງ້ັ ດັງ່ ນ້:ີ

1. ສູນກາງສະຫະພນັ ກໍາມະບານລາວ;
2. ສະຫະພັນກາໍ ມະບານ ກະຊວງ, ອົງການ, ແຂວງ, ນະຄອນຫວຼ ງວຽງຈັນ;

4

3. ສະຫະພັນກໍາມະບານນະຄອນ, ເມືອງ, ເທດສະບານ, ສະຖາບັນການສຶກສາໃຫຍ່, ໂຮງງານໃຫຍ່, ກຸ່ມ
ບໍລິສັດໃຫຍ່ ທ່ີມີສະມາຊກິ ຫຼາຍກວາ່ 100 ສະຫາຍ;

4. ກໍາມະບານຮາກຖານ ມີສະມາຊກິ ຈາໍ ນວນ 99 ສະຫາຍ ລງົ ມາ.
ກໍາມະບານຮາກຖານໃດ ມີສະມາຊິກຫຼາຍກວ່າ 15 ສະຫາຍ ໃຫ້ຈັດຕັ້ງເປັນຫຼາຍໜ່ວຍຂຶ້ນກັບຮາກ

ຖານ, ແຕ່ໜ່ວຍກໍາມະບານບໍ່ແມ່ນ ການຈັດຕັ້ງຂັ້ນໜຶ່ງຂອງສະຫະພັນກໍາມະບານລາວ, ໜ່ວຍເປັນບ່ອນ
ເຄື່ອນໄຫວວຽກງານ, ດໍາເນີນຊີວິດການເມືອງ ແລະ ຈ່າຍເງິນບໍາລຸງຂອງສະມາຊິກ. ໜ່ວຍກໍາມະບານບ່ໍ
ໃຫ້ດໍາເນນີ ກອງປະຊມຸ ໃຫຍ່ ແລະ ບ່ໃໍ ຫຫ້ ັກເງິນບາໍ ລຸງ ໄວ້ຢໃູ່ ນຄັງຂອງຕນົ .
ມາດຕາ 14 ການພວົ ພນັ ສາຍຕງ້ັ , ສາຍຂວາງ ຂອງສະຫະພນັ ກໍາມະບານລາວ

ສາຍຕງັ້ : ສະຫະພນັ ກํາມະບານແຕລ່ ະຂ້ັນ ພົວພນັ ເຊິ່ງກນັ ແລະ ກນັ ດ່ງັ ນ້ີ:
- ການຈັດຕງ້ັ ປະຕບິ ັດໜ້າທີ່ຕາມພາລະບົດບາດ ຂອງສະຫະພັນກํາມະບານລາວ;
- ລາຍງານສອ່ ງແສງສະພາບວຽກງານກາໍ ມະບານປະຈໍາເດືອນ, ໄຕມາດ, ປີ ແລະ ວຽກງານອນື່ ຕາມການ

ຊນ້ີ າໍ ຂອງສະຫະພນັ ກໍາມະບານຂນ້ັ ເທງິ ;
- ລາຍງານເນື້ອໃນ, ລາຍການດາໍ ເນນີ ກອງປະຊຸມໃຫຍ່ຜແູ້ ທນ ຫຼື ກອງປະຊຸມໃຫຍ່ສະມາຊກິ ກາํ ມະບານ;
- ຂຄໍ ໍາເຫັນກ່ຽວກັບການປບັ ປຸງການຈັດຕັງ້ ແລະ ບກຸ ຄະລາກອນ.
- ພົວພນັ ປະສານງານຢ່າງກມົ ກຽວກັບສະຫະພນັ ກໍາມະບານແຂວງ, ເມອື ງ ແລະ ຮາກຖານ ທ່ຕີ ົນຕັ້ງຢູ່.

ສາຍຂວາງ: ສະຫະພັນກາໍ ມະບານຂນ້ັ ໃດ ແມ່ນຢູ່ໃຕກ້ ານຊີ້ນໍາ-ນໍາພາໂດຍກງົ ໃນດ້ານຕ່າງໆ ຈາກຄະນະ
ພັກ, ຄະນະນາໍ ຂ້ັນ ຂອງຕົນ ດັ່ງນ:ີ້
- ວຽກງານການເມືອງ-ແນວຄິດ;
- ອະນຸມດັ ແລະ ຮັບຮອງແຜນການເຄອ່ື ນໄຫວວຽກງານກໍາມະບານແຕ່ລະໄລຍະ;
- ອະນຸມດັ ດາໍ ເນນີ ກອງປະຊຸມໃຫຍ່ຜູ້ແທນ ຫືຼ ກອງປະຊມຸ ໃຫຍ່ສະມາຊກິ ກາໍ ມະບານ;
- ຕກົ ລງົ ດາ້ ນບກຸ ຄະລາກອນ;
- ອະນມຸ ດັ ງົບປະມານ, ອາຄານສະຖານທເີ່ ຮັດວຽກ, ພາຫະນະ, ວດັ ຖອຸ ປຸ ະກອນຮັບໃຊ້ ແລະ ສິ່ງອໍານວຍ

ຄວາມສະດວກຕ່າງໆ.
ມາດຕາ 15 ການສາ້ ງຕງັ້ ແລະ ຍບຸ ເລກີ ການຈດັ ຕງັ້ ກາໍ ມະບານຂັ້ນຕາ່ ງໆ

ຫວົ ໜວ່ ຍແຮງງານ, ກ່ມຸ ການຜະລດິ , ກຸມ່ ວິຊາຊບີ ທມີ່ ີກໍາມະກອນ ແລະ ຜ້ອູ ອກແຮງງານ ແຕ່ສບິ ຄນົ
ຂ້ຶນໄປ ສາມາດສ້າງຕ້ັງການຈັດຕ້ັງກາໍ ມະບານ. ໃນກລໍ ະນີ ບ່ໍສາມາດສ້າງຕ້ັງກໍາມະບານໄດ້ ກໍໃຫ້ຜ້ອູ ອກແຮງ
ງານຄັດເລືອກຜູ້ຕາງໜ້າຂອງຕົນເປັນການຊ່ົວຄາວ ໂດຍແມ່ນສະຫະພັນກໍາມະບານ ຂອງການຈັດຕ້ັງທ່ຫີ ົວ
ໜວ່ ຍແຮງງານນນັ້ ຂນຶ້ ກບັ ເປນັ ຜແູ້ ນະນາໍ , ຮັບຮອງຕາມກົດໝາຍວ່າດວ້ ຍກໍາມະບານລາວ.

ການສ້າງຕງັ້ ແລະ ຍຸບເລກີ ກໍາມະບານຮາກຖານ ແມນ່ ຄະນະບໍລິຫານງານກໍາມະບານຮາກຖານນັ້ນ ເປັນ
ຜ້ຄູ ນົ້ ຄວ້າ, ນໍາສະເໜີຂໍຄໍາເຫນັ ຈາກຄະນະພັກ ຫຼື ຄະນະນາໍ ແລະ ຄະນະປະທານຄະນະບໍລຫິ ານງານສະຫະພນັ
ກໍາມະບານຂ້ນັ ເທິງຖດັ ຕົນເປນັ ຜຕູ້ ກົ ລງົ .

5

ໝວດທີ IV
ຜຕູ້ າງໜ້າຜອູ້ ອກແຮງງານ

ມາດຕາ 16 ຜຕູ້ າງໜາ້ ຜອູ້ ອກແຮງງານ
ຜຕູ້ າງໜ້າຜອູ້ ອກແຮງງານ ແມ່ນບກຸ ຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຮັບການຄັດເລືອກໂດຍແມ່ນກໍາມະກອນ

ແລະ ຜູ້ອອກແຮງງານຢູ່ຫົວໜວ່ ຍແຮງງານນັ້ນ ໃຫ້ເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ
ຂອງຕົນ ຕາມທໄີ່ ດ້ກໍານດົ ໄວ້ໃນມາດຕາ 24 ຂອງກດົ ໝາຍວ່າດ້ວຍກາໍ ມະບານລາວ.

ຜ້ຕູ າງໜ້າຜ້ອູ ອກແຮງງານ ຕ້ອງໄດ້ຖືກຮັບຮອງຈາກສະຫະພັນກໍາມະບານ ຂອງການຈັດຕັ້ງ ທີ່ຫົວໜ່ວຍ
ແຮງງານຂ້ຶນກບັ ພາຍໃນ ສິບຫ້າວັນ. ຜູ້ຕາງໜາ້ ຜູ້ອອກແຮງງານຈະສິ້ນສຸດໜ້າທີ່ ໃນເມື່ອຢູ່ຫົວໜ່ວຍແຮງງານ
ນ້ນັ ໄດສ້ າ້ ງຕ້ັງການຈດັ ຕ້ັງກາໍ ມະບານຂຶນ້ .
ມາດຕາ 17 ຂນັ້ ຕອນການຄດັ ເລືອກ ແລະ ຮບັ ຮອງຜຕູ້ າງໜາ້ ຜອູ້ ອກແຮງງານ

ການຄັດເລອື ກ ແລະ ຮບັ ຮອງຜຕູ້ າງໜ້າຜອູ້ ອກແຮງງານຢູ່ຫວົ ໜວ່ ຍແຮງງານ ປະຕິບັດດງັ່ ນີ້:
1. ຫົວໜ່ວຍແຮງງານທີ່ມີກํາມະກອນ, ຜອູ້ ອກແຮງງານແຕ່ ສິບ ຫາ ຫ້າສິບສະຫາຍ ໃຫ້ຄດັ ເລືອກເອົາຜູ້ຕາງ

ໜ້າຜອູ້ ອກແຮງງານ ໜງ່ຶ ສະຫາຍ; ແຕ່ ຫາ້ ສິບເອັດ ເຖິງ ໜ່ງຶ ຮ້ອຍສະຫາຍ ໃຫ້ມີຜຕູ້ າງໜ້າ ສອງສະຫາຍ
ແລະ ຜ້ອູ ອກແຮງງານ ໜງ່ຶ ຮ້ອຍສະຫາຍເພີ່ມຂຶ້ນ ໜຶ່ງສະຫາຍ;
2. ຄະນະອາํ ນວຍການວິສາຫະກດິ , ຫວົ ໜ້າກຸ່ມການຜະລດິ ອອກໜັງສແື ຕ່ງຕງັ້ ຜູ້ຕາງໜ້າຜູ້ອອກແຮງງານຢູຫ່ ວົ
ໜ່ວຍແຮງງານ ຂອງຕົນ ພອ້ ມທັງນໍາສະເໜກີ ານແຕງ່ ຕັງ້ ນ້ນັ ລາຍງານໃຫ້ສະຫະພນັ ກາໍ ມະບານຂ້ນັ ເທິງຖດັ
ພິຈາລະນາ;
3. ສະຫະພັນກາํ ມະບານຂ້ັນເທິງຖັດ ເປນັ ຜູ້ຄົ້ນຄວ້າ ແລະ ອອກຂຕ້ໍ ກົ ລົງຮບັ ຮອງການແຕ່ງຕ້ັງຜຕູ້ າງໜ້າຜອູ້ ອກ
ແຮງງານຢຫູ່ ວົ ໜວ່ ຍແຮງງານນ້ນັ ພາຍໃນກາໍ ນົດເວລາບ່ໍເກີນ ສບິ ຫ້າວນັ ຕາມກົດໝາຍວ່າດ້ວຍກໍາມະບານ
ລາວ.

ໝວດທີ V
ກອງປະຊມຸ ຂອງສະຫະພນັ ກໍາມະບານລາວ

ມາດຕາ 18 ປະເພດກອງປະຊມຸ ຂອງສະຫະພນັ ກາໍ ມະບານລາວ
ກອງປະຊຸມ ຂອງສະຫະພນັ ກາໍ ມະບານລາວ ມີ ສາມ ປະເພດ ດັ່ງນ:້ີ

1. ກອງປະຊມຸ ໃຫຍ;່
2. ກອງປະຊມຸ ສາມັນ;
3. ກອງປະຊມຸ ວສິ າມນັ .
ມາດຕາ 19 ກອງປະຊມຸ ໃຫຍ່ ຂອງກາໍ ມະບານແຕລ່ ະຂນັ້

ກອງປະຊມຸ ໃຫຍ່ ຂອງກາໍ ມະບານແຕ່ລະຂ້ນັ ລວມມີ ກອງປະຊຸມໃຫຍ່ຜ້ແູ ທນ ແລະ ກອງປະຊມຸ ໃຫຍ່
ສະມາຊກິ .

ກ. ກອງປະຊມຸ ໃຫຍຜ່ ແູ້ ທນກາໍ ມະບານ
ກອງປະຊຸມໃຫຍ່ຜູ້ແທນກໍາມະບານ ແມ່ນກອງປະຊຸມຕົວແທນສະມາຊິກກໍາມະບານ ຊຶ່ງຫ້າປີໃດ
ດໍາເນີນເທ່ືອໜຶງ່ ໂດຍແມນ່ ປະທານສະຫະພັນກໍາມະບານຂັ້ນນັ້ນ ເປັນຜູ້ຮຽກໂຮມ ກ່ອນຈະເປີດກອງປະຊຸມ

6

ໃຫຍ່ຜ້ແູ ທນນ້ັນ; ປະທານຄະນະບໍລຫິ ານງານສະຫະພັນກํາມະບານລາວ ຕ້ອງໄດ້ແຈ້ງໄປຍັງກํາມະການຄະນະ
ບໍລຫິ ານງານ ສະຫະພັນກາໍ ມະບານ ຂ້ນັ ຂອງຕົນ ແລະ ຂ້ັນລ່ມຸ ຮບັ ຊາບກອ່ ນລວ່ ງໜາ້ ຫົກເດອື ນ.

ໃນກລໍ ະນຈີ າໍ ເປນັ ກໍສາມາດດໍາເນີນໄວກ່ອນ ຫຼື ຊ້າກ່ອນກໍານົດກໍໄດ້ ແຕ່ບໍ່ໃຫ້ເກີນ ຫົກເດືອນ, ພ້ອມ
ທງັ ແຈງ້ ໃຫ້ກາໍ ມະການຄະນະບລໍ ຫິ ານງານຂນ້ັ ຂອງຕົນ ແລະ ຂັ້ນລມຸ່ ຮັບຊາບກ່ອນ ສອງເດອື ນ.

ຜູແ້ ທນກໍາມະບານທີຈ່ ະເຂາົ້ ຮ່ວມກອງປະຊມຸ ໃຫຍປ່ ະກອບມ:ີ
- ກໍາມະການຄະນະບໍລຫິ ານງານສະຫະພນັ ກํາມະບານຂັ້ນຂອງຕນົ ;
- ຈํານວນຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນກํາມະບານທົ່ວປະເທດ ຕ້ອງໄດ້ຮັບການ

ປ່ອນບດັ ຄັດເລືອກຈາກກອງປະຊຸມໃຫຍ່ຂ້ັນລຸ່ມ ໂດຍແມ່ນ ສູນກາງສະຫະພັນກາໍ ມະບານລາວ ເປັນຜກູ້ ໍານົດ.
- ຈํານວນຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນກํາມະບານກະຊວງ, ອົງການ, ແຂວງ,

ນະຄອນຫວຼ ງວຽງຈນັ , ສະຫະພັນກໍາມະບານເມືອງ ແລະ ນະຄອນ ໃຫ້ສະຫະພັນກໍາມະບານຂັ້ນນັ້ນສະເໜີ
ໃຫຄ້ ະນະພກັ ຕກົ ລົງ.

ຂ. ກອງປະຊມຸ ໃຫຍ່ສະມາຊກິ ກາໍ ມະບານ
ກອງປະຊມຸ ໃຫຍສ່ ະມາຊກິ ກາໍ ມະບານ ແມ່ນກອງປະຊຸມໃຫຍ່ ທີ່ສະມາຊິກກໍາມະບານສາມາດເຂົ້າຮ່ວມ
ໄດທ້ ງັ ໝດົ ຊງ່ຶ ຫາ້ ປີໃດ ດາໍ ເນີນເທ່ອື ໜຶ່ງ ໂດຍແມ່ນປະທານກາໍ ມະບານຮາກຖານນັ້ນ ເປັນຜູ້ຮຽກໂຮມ ແລະ
ແຈ້ງໃຫ້ສະມາຊິກຮບັ ຊາບກອ່ ນລ່ວງໜ້າ ສາມເດອື ນ.
ມາດຕາ 20 ມາດຖານ ຂອງຜູ້ແທນເຂາ້ົ ຮວ່ ມກອງປະຊຸມໃຫຍ່
ຜແູ້ ທນເຂົ້າຮວ່ ມກອງປະຊຸມໃຫຍ່ຕອ້ ງມີມາດຖານ ດັ່ງນີ້:
- ຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບໜ້າທີ່ການເມືອງສູງ, ເປັນຜູ້ດີເດັ່ນ, ເປັນ

ແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບຜິດຊອບ, ເປັນຜູ້ທີ່ມີບົດບາດໄດ້ຮັບຄວາມ

ເຊື່ອຖືໄວວ້ າງໃຈຂອງຖັນແຖວສະມາຊິກກໍາມະບານ ແລະ ພະນັກງານ-ລັດຖະກອນ, ມີສະຕິຕໍ່ການຈັດຕັ້ງ,
ຕໍ່ລະບຽບວິໄນ ແລະ ເປນັ ເຈາົ້ ການການຄ້ົນຄວ້າພຈິ າລະນາບນັ ຫາຕ່າງໆຂອງກອງປະຊຸມ;
- ຜທູ້ ່ີມີຄວາມສາມາດໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ຕົກລົງຕໍ່ບັນຫາຕ່າງໆໃນກອງປະຊຸມ
ໃຫຍທ່ ໄ່ີ ດ້ຮບັ ຮອງເພອື່ ນໍາໄປເຜີຍແຜ່ ແລະ ຈັດຕງ້ັ ຜັນຂະຫຍາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

- ມີສຸຂະພາບແຂງແຮງດີ, ສາມາດເຂ້າົ ຮວ່ ມກອງປະຊຸມໃຫຍ່ຈນົ ສໍາເລັດ.

ມາດຕາ 21 ກອງປະຊຸມສາມນັ ຄບົ ຄະນະບໍລິຫານງານສະຫະພັນກໍາມະບານລາວ
ກອງປະຊຸມສາມັນຄົບຄະນະບໍລຫິ ານງານສະຫະພັນກໍາມະບານລາວ ເປີດຂຶ້ນ ປີລະໜຶ່ງເທື່ອ ໂດຍແມ່ນ

ປະທານຄະນະບໍລຫິ ານງານສະຫະພນັ ກາໍ ມະບານຂນັ້ ນັ້ນ ເປັນຜູ້ຮຽກໂຮມ. ກ່ອນຈະເປີດກອງປະຊຸມຄົບຄະນະ
ປະຈໍາປນີ ້ັນ ປະທານຕອ້ ງໄດ້ແຈງ້ ໄປຍັງຄະນະບໍລຫິ ານງານກໍາມະບານຂັນ້ ຂອງຕນົ ແລະ ສະຫະພັນກໍາມະບານ
ຂນ້ັ ລ່ມຸ ຮັບຊາບກ່ອນ ສາມເດືອນ. ກອງປະຊຸມສາມັນ ຕ້ອງມີຄະນະບໍລິຫານງານກໍາມະບານເຂົ້າຮ່ວມຢ່າງ
ໜ້ອຍ ສອງສ່ວນສາມ ຈງ່ຶ ສາມາດດາໍ ເນີນກອງປະຊຸມໄດ້.

ມາດຕາ 22 ກອງປະຊມຸ ວສິ າມນັ ຄະນະບລໍ ຫິ ານງານສະຫະພັນກາໍ ມະບານລາວ
ກອງປະຊຸມວິສາມນັ ຄະນະບໍລິຫານງານສະຫະພັນກໍາມະບານແມນ່ ກອງປະຊຸມທ່ໄີ ດເ້ ປີດຂຶ້ນໃນລະຫວາ່ ງ

ສອງກອງປະຊຸມສາມັນ ເພ່ອື ພິຈາລະນາບນັ ຫາສໍາຄັນ, ຈໍາເປນັ ແລະ ຮີບດວ່ ນ ຕາມການສະເໜີ ຂອງຄະນະ
ປະທານ ຫຼື ຢ່າງໜ້ອຍ ໜຶ່ງສ່ວນສ່ີ ຂອງຄະນະບໍລຫິ ານງານສະຫະພັນກໍາມະບານ ໂດຍແມ່ນປະທານຄະນະ

7

ບລໍ ຫິ ານງານສະຫະພນັ ກໍາມະບານຂນ້ັ ນນັ້ ເປນັ ຜູ້ຮຽກໂຮມ ແລະ ມີຈໍານວນຄະນະບໍລິຫານງານເຂົ້າຮ່ວມຢ່າງ
ໜ້ອຍ ສອງສວ່ ນສາມ ຈງ່ຶ ສາມາດດາໍ ເນນີ ກອງປະຊຸມວິສາມນັ ໄດ້.
ມາດຕາ 23 ໜາ້ ທ່ີ ຂອງກອງປະຊມຸ ໃຫຍແ່ ຕລ່ ະຂນັ້

ກອງປະຊຸມໃຫຍ່ຄະນະບລໍ ິຫານງານສະຫະພນັ ກໍາມະບານລາວ ແຕລ່ ະຂ້ັນ ມໜີ ້າທີ່ ດັງ່ ນ:ີ້
1. ຄນ້ົ ຄວ້າ ພິຈາລະນາເນອ້ື ໃນ ຮ່າງບົດລາຍງານການເມອື ງ, ຮ່າງແຜນຍຸດທະສາດພັດທະນາວຽກງານກາໍ ມະ

ບານ ຂອງ ສະຫະພນັ ກໍາມະບານຂ້ັນຂອງຕນົ ;

2. ປະກາດຮັບຮອງສະຫະພັນກາໍ ມະບານ 5 ເປັນເຈົ້າ ແລະ ຍ້ອງຍໍກົມກອງລວມໝ,ູ່ ບຸກຄົນດີເດ່ັນ (ຖ້າມ)ີ ;
3. ພຈິ າລະນາ ແລະ ຮັບຮອງເອາົ ບົດສາໍ ຫວຼ ດການນາໍ ພາ ຂອງຄະນະບລໍ ຫິ ານງານສະຫະພັນກໍາມະບານຊຸດເກ່າົ ;

4. ຮັບຮອງເອົາການປັບປຸງກດົ ລະບຽບ ຂອງສະຫະພນັ ກໍາມະບານລາວ (ສໍາລບັ ກອງປະຊຸມໃຫຍ່ຜູ້ແທນ
ສະຫະພັນກໍາມະບານລາວທົວ່ ປະເທດ);

5. ເລືອກຕັ້ງເອາົ ຄະນະບໍລຫິ ານງານສະຫະພັນກໍາມະບານ ຂນ້ັ ຂອງຕນົ ;
6. ດາໍ ເນີນກອງປະຊຸມ ຄ້ັງປະຖົມມະລຶກ ເພື່ອເລືອກເອົາປະທານ, ຮອງປະທານຄະນະບໍລຫິ ານງານ ແລະ ປະ

ທານກວດກາວຽກງານກໍາມະບານ, ຄັດເລອື ກເອົາຜູ້ແທນ ໄປຮ່ວມກອງປະຊມຸ ໃຫຍ່ສະຫະພັນກໍາມະບານ
ຂ້ັນເທງິ ຕາມທີ່ກາໍ ນົດໄວ້ໃນມາດຕາ 19 ຂອງກດົ ລະບຽບສະບັບນ;້ີ
7. ຮບັ ຮອງເອົາມະຕກິ ອງປະຊຸມໃຫຍ່ ສະຫະພັນກໍາມະບານຂັນ້ ຂອງຕນົ .
ມາດຕາ 24 ໜາ້ ທ່ີ ຂອງກອງປະຊຸມສາມນັ ຄົບຄະນະບລໍ ຫິ ານງານແຕ່ລະຂນັ້

ກອງປະຊມຸ ສາມນັ ຄົບຄະນະບລໍ ິຫານງານສະຫະພັນກໍາມະບານລາວແຕລ່ ະຂັ້ນ ມໜີ ້າທີ່ ດັ່ງນ້ີ:
1. ຄນົ້ ຄວ້າ, ຮບັ ຮອງເອາົ ບດົ ສະຫຸບຼ ການເຄື່ອນໄຫວວຽກງານຮອບດ້ານປະຈາໍ ປີ ແລະ ທດິ ທາງແຜນການ

ຂອງສະຫະພນັ ກໍາມະບານຂ້ັນຂອງຕນົ ;
2. ຄນົ້ ຄວ້າ ປະກອບຄາໍ ເຫນັ ຕ່ເໍ ນ້ືອໃນວຽກງານສໍາຄນັ ຕາມການສະເໜີ ຫຼື ເຈາະຈີມ້ ຂອງຄະນະປະທານ

(ຖ້າມີ);
3. ດາໍ ເນນີ ຊີວດິ ການເມອື ງ ເພື່ອສໍາຫວຼ ດການນໍາພາວຽກງານປະຈາໍ ປີ ຂອງກໍາມະການຄະນະບໍລິຫານງານ

ສະຫະພັນກໍາມະບານຂັນ້ ຂອງຕົນ;
4. ກອງປະຊຸມສາມນັ ຄບົ ຄະນະບລໍ ຫິ ານງານ ຄ້ງັ ທີ II ແລະ ຄງ້ັ ທີ III ຮບັ ຮອງເອາົ ການບງົ່ ຕົວແຕງ່ ຕ້ງັ ເພ່ີມ

ເຕມີ ຄະນະບລໍ ິຫານງານຂນ້ັ ຂອງຕົນ ທ່ີວາ່ ງລງົ ;
5. ຕກົ ລງົ ບັນຫາສໍາຄັນຕາ່ ງໆ ຂອງສະຫະພນັ ກໍາມະບານ ຂນັ້ ຂອງຕົນ;
6. ຮັບຮອງ ເອົາມະຕິກອງປະຊຸມຄບົ ຄະນະບລໍ ຫິ ານງານ ສະຫະພັນກໍາມະບານ ຂນ້ັ ຂອງຕນົ .
ມາດຕາ 25 ໜາ້ ທ່ີ ຂອງກອງປະຊມຸ ວສິ າມນັ ຄະນະບລໍ ຫິ ານງານ

ກອງປະຊຸມວສິ າມັນຄະນະບລໍ ຫິ ານງານສະຫະພນັ ກໍາມະບານແຕ່ລະຂັ້ນ ມີໜາ້ ທີ່ ດັງ່ ນ:ີ້
1. ຄນົ້ ຄວ້າ ປະກອບຄໍາເຫນັ ຕໍ່ເນອ້ື ໃນວຽກງານສໍາຄັນ ແລະ ຮບີ ດ່ວນຕາມການສະເໜີ ຂອງຄະນະປະທານ

ຫຼື ຄະນະບໍລິຫານງານຂນ້ັ ຂອງຕນົ ;
2. ຕົກລົງ ບັນຫາສໍາຄັນ ແລະ ຮີບດ່ວນຕາ່ ງໆ ໃນການບໍລິຫານວຽກງານ ຂອງສະຫະພັນກໍາມະບານ;
3. ຮບັ ຮອງ ເອົາມະຕິກອງປະຊມຸ ຄບົ ຄະນະບໍລຫິ ານງານ ສະຫະພັນກໍາມະບານ ຂນ້ັ ຂອງຕົນ.

8

ມາດຕາ 26 ມະຕກິ ອງປະຊມຸ
ມະຕກິ ອງປະຊຸມໃຫຍ່, ກອງປະຊມຸ ສາມັນ ແລະ ກອງປະຊຸມວສິ າມນັ ແມ່ນ ການຮັບຮອງເອາົ ເນ້ືອໃນ

ຂອງກອງປະຊມຸ ດງ່ັ ກ່າວຈາກຜແູ້ ທນກອງປະຊມຸ . ມະຕິກອງປະຊຸມນັ້ນ ຈະມີຄຸນຄ່າໄດ້ ກຕໍ ເໍ່ ມອ່ື ໄດ້ຮບັ ຄະ
ແນນສຽງເຫັນດີ ຫາຼ ຍກວ່ າເຄິງ່ ໜ່ງຶ ຂອງຈໍານວນຜູ້ແທນທ່ີເຂົ້າຮວ່ ມກອງປະຊຸມ.

ໝວດທີ VI
ໂຄງປະກອບການຈັດຕງ້ັ ແລະ ຄະນະບລໍ ຫິ ານງານ

ມາດຕາ 27 ໂຄງປະກອບການຈດັ ຕງ້ັ ຂອງສນູ ກາງສະຫະພນັ ກາໍ ມະບານລາວ
ໂຄງປະກອບການຈັດຕງັ້ ຂອງສູນກາງສະຫະພັນກໍາມະບານລາວ ປະກອບມດີ ງ່ັ ນີ້:

- ຫ້ອງການ
- ກມົ ຈດັ ຕັ້ງ-ພະນກັ ງານ;
- ກົມກວດກາ;
- ກົມໂຄສະນາອົບຮົມ;
- ກົມປກົ ປອ້ ງແຮງງານ;
- ກມົ ຂ່າວສານ;
- ກມົ ຂະບວນການ;
- ກົມພົວພນັ ຮ່ວມມືຕາ່ ງປະເທດ;
- ສະຖາບນັ ພດັ ທະນາກໍາມະບານລາວ.
ມາດຕາ 28 ໂຄງປະກອບການຈດັ ຕງັ້ ຂອງສະຫະພນັ ກາໍ ມະບານ ແຂວງ, ນະຄອນຫວຼ ງວຽງຈນັ

ໂຄງປະກອບການຈັດຕ້ງັ ຂອງສະຫະພັນກໍາມະບານແຂວງ, ນະຄອນຫຼວງວຽງຈັນ ມີຂະແໜງການ
ດັ່ງນ້ີ:
- ຫ້ອງການ (ມີໜ້າວຽກ: ກອງທນຶ , ການເງິນ ແລະ ພວົ ພນັ ຮວ່ ມມຕື ່າງປະເທດ);
- ຂະແໜງຈັດຕັງ້ -ພະນກັ ງານ ແລະ ກວດກາ;
- ຂະແໜງປກົ ປອ້ ງແຮງງານ;
- ຂະແໜງໂຄສະນາອບົ ຮມົ ແລະ ຂ່າວສານ;
- ຂະແໜງຂະບວນການ.
ມາດຕາ 29 ໂຄງປະກອບການຈດັ ຕງັ້ ຂອງສະຫະພນັ ກາໍ ມະບານເມືອງ, ນະຄອນ ແລະ ທຽບເທາ່ົ ຂນັ້ ເມອື ງ

ໂຄງປະກອບການຈັດຕງ້ັ ຂອງສະຫະພັນກາໍ ມະບານເມອື ງ, ນະຄອນ ມີໜ່ວຍງານ ດ່ັງນ:້ີ
- ຫ້ອງການ (ລວມມີວຽກ: ຈດັ ຕ້ັງ, ກວດກາ, ກອງທຶນ ແລະ ພວົ ພັນຕ່າງປະເທດ);
- ໜວ່ ຍງານປົກປ້ອງແຮງງານ;
- ໜ່ວຍງານໂຄສະນາອົບຮົມ, ຂ່າວສານ ແລະ ຂະບວນການ.

9

ໝວດທີ VII
ຄະນະບລໍ ິຫານງານສະຫະພນັ ກໍາມະບານລາວ

ມາດຕາ 30 ໂຄງປະກອບບກຸ ຄະລາກອນ ຂອງຄະນະບລໍ ຫິ ານງານສະຫະພນັ ກາໍ ມະບານແຕລ່ ະຂນ້ັ
ຄະນະບລໍ ຫິ ານງານສະຫະພນັ ກາໍ ມະບານແຕລ່ ະຂນັ້ ປະກອບດວ້ ຍ:

- ປະທານຄະນະບໍລິຫານງານ;
- ຮອງປະທານຄະນະບລໍ ຫິ ານງານ ສອງ ຫາ ສາມສະຫາຍ, ຮອງປະທານຄະນະບໍລິຫານງານຜໜູ້ ຶ່ງເປັນປະ

ທານກວດກາ;
- ກາํ ມະການຄະນະບໍລິຫານງານຈํານວນໜ່ຶງ.

ສາໍ ລບັ ກາໍ ມະບານຮາກຖານ ປະກອບດວ້ ຍ:
- ປະທານກາໍ ມະບານຮາກຖານ;
- ຮອງປະທານກາໍ ມະບານຮາກຖານ ໜງ່ຶ ຫາ ສອງສະຫາຍ, ຮອງປະທານກํາມະບານຮາກຖານຜູ້ໜ່ງຶ ເປັນປະ

ທານກວດກາ.
ມາດຕາ 31 ມາດຖານ ຂອງຄະນະບລໍ ຫິ ານງານສະຫະພນັ ກໍາມະບານ ແຕລ່ ະຂນ້ັ

ຄະນະບລໍ ິຫານງານສະຫະພັນກໍາມະບານແຕ່ລະຂັ້ນ ຕ້ອງແມ່ນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີ
ຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ ແລະ ບົດຮຽນໃນພຶດຕິກໍາ; ມີແບບແຜນວິທີເຮັດ
ວຽກ; ເປັນແບບຢາ່ ງໃນການເຄົາລົບ ແລະ ປະຕບິ ັດກົດໝາຍຂອງລດັ , ກດົ ລະບຽບຂອງສະຫະພັນກໍາມະບານ
ລາວ, ມີແບບແຜນດໍາລົງຊີວິດຖືກຕ້ອງປອດໃສ, ບໍ່ສໍ້ລາດບັງຫຼວງ; ໄດ້ຮັບຄວາມເຊື່ອຖືໄວ້ວາງໃຈຈາກ
ສະມາຊິກກາໍ ມະບານ ແລະ ມສີ ຂຸ ະພາບແຂງແຮງດ.ີ
ມາດຕາ 32 ລະບຽບການເລືອກຕງ້ັ ກາໍ ມະການຄະນະບລໍ ຫິ ານງານສະຫະພນັ ກາໍ ມະບານ
- ການເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນ ຕ້ອງປະຕິບັດຕາມຫຼັກການລົງ

ຄະແນນສຽງໂດຍກົງ, ປິດລັບ;
- ກ່ອນຈະດໍາເນີນການປ່ອນບດັ ເລອື ກຕັ້ງຜູ້ແທນສົມບູນຂອງກອງປະຊຸມມີສິດຊັກຖາມ ແລະ ສະເໜີຄວາມ

ຄດິ ເຫັນຂອງຕນົ ຕໍ່ຜ້ອູ ອກສະໝັກເລືອກຕ້ງັ ຄະນະບລໍ ິຫານງານ;
- ຜທູ້ ່ໄີ ດຮ້ ັບການເລອື ກຕງັ້ ຕອ້ ງແມ່ນຜູທ້ ໄ່ີ ດ້ຮັບຄະແນນສຽງຫຼາຍກວ່າເຄີ່ງໜຶ່ງຂອງຈํານວນຜູ້ແທນສົມບູນທີ່

ເຂາ້ົ ຮວ່ ມກອງປະຊຸມໃຫຍ.່
- ຄະນະປະທານກອງປະຊມຸ ໃຫຍເ່ ປັນ ຜູ້ນํາພາ ຄວບຄມຸ ການປ່ອນບດັ ເລືອກຕັ້ງຄະນະບໍລິຫານງານສະຫະພັນ

ກາໍ ມະບານຂັ້ນຂອງຕົນ.
ມາດຕາ 33 ສດິ ແລະ ໜາ້ ທີ່ ຂອງປະທານຄະນະບໍລຫິ ານງານສະຫະພນັ ກາໍ ມະບານແຕລ່ ະຂ້ນັ

ປະທານຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນ ມີ ສິດ ແລະ ໜ້າທ່ີ ດ່ງັ ນີ້:

1. ຊີ້ນໍາ, ນໍາພາໂດຍກົງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ; ຕົກລົງ ຮັບຮອງ

ບນັ ດາແຜນງານ, ໂຄງການເຄ່ືອນໄຫວຮອບດາ້ ນ ໃນລະຫວາ່ ງສອງສະໄໝກອງປະຊຸມໃຫຍ;່

2. ຕົກລົງບັນຫາສໍາຄັນໃນວຽກງານ ຂອງສະຫະພັນກໍາມະບານລາວ ໃນຂອບເຂດຄວາມຮັບຜິດຊອບຂອງ
ຕນົ ບົນພນື້ ຖານຄວາມເປັນເອກະພາບ ຂອງໝູຄ່ ະນະ;

3. ປະສານສົມທົບ, ປຶກສາຫາລືວຽກງານກໍາມະບານລາວ ແລະ ວຽກງານອື່ນທີ່ສໍາຄັນ ກັບອົງການຈັດຕັ້ງ

ພກັ -ລັດ, ແນວລາວສ້າງຊາດ ແລະ ອງົ ການຈດັ ຕັ້ງມະຫາຊົນອນ່ື ຂນ້ັ ຂອງຕົນ ທເີ່ ຫນັ ວ່າມີຄວາມຈໍາເປັນ;

10

4. ຕກົ ລົງ, ຮຽກໂຮມ ທງັ ເປັນປະທານກອງປະຊຸມໃຫຍ,່ ກອງປະຊມຸ ສາມັນ ແລະ ກອງປະຊຸມວິສາມນັ ;

5. ຊຸກຍ້,ູ ຕິດຕາມ ແລະ ກວດກາ ການເຄື່ອນໄຫວວຽກງານພາຍໃນ ແລະ ຕ່າງປະເທດ ຂອງສະຫະພັນກໍາ

ມະບານຂ້ັນຂອງຕນົ ;
6. ປະກອບຄໍາຄິດຄໍາເຫັນນໍາການຈັດຕັ້ງພັກ, ລັດທີ່ກ່ຽວຂ້ອງ ໃນການປະຕິບັດນະໂຍບາຍຕໍ່ສະມາຊິກ

ກາໍ ມະບານ, ກໍາມະກອນ ແລະ ຜອູ້ ອກແຮງງານອື່ນ ເປັນຕນົ້ ການບໍາລງຸ , ສາ້ ງ, ການເລື່ອນຊັ້ນ-ຕໍາແໜ່ງ,

ການປ່ຽນແປງຊ້ັນ-ຂນັ້ ເງນິ ເດອື ນ, ການຍ້ອງຍໍ ຫຼື ລົງວິໄນ ແລະ ນະໂຍບາຍອື່ນ ທີ່ພົວພັນເຖິງສິດ ແລະ

ຜົນປະໂຫຍດອນັ ຊອບທໍາ ຂອງເຂົາເຈົາ້ ;

7. ສະຫຼຸບ, ລາຍງານສະພາບຮອບດ້ານ ຂອງວຽກງານກໍາມະບານ ໃຫ້ຄະນະບໍລິຫານງານ ແລະ ໃຫ້ຂັ້ນ

ເທິງຖດັ ຕນົ ເປນັ ປກົ ກະຕ;ິ

8. ນາໍ ໃຊ້ສິດ ແລະ ປະຕບິ ັດໜາ້ ທອ່ີ ນື່ ຕາມທໄ່ີ ດ້ກາໍ ນດົ ໄວ້ໃນກົດໝາຍ.
ມາດຕາ 34 ສດິ ແລະ ໜາ້ ທ່ີ ຂອງຮອງປະທານຄະນະບໍລຫິ ານງານສະຫະພນັ ກາໍ ມະບານແຕລ່ ະຂນ້ັ

ຮອງປະທານຄະນະບໍລິຫານງານສະຫະພນັ ກໍາມະບານແຕລ່ ະຂນ້ັ ມີ ສິດ ແລະ ໜ້າທ່ີ ດງ່ັ ນ້:ີ

1. ຮບັ ຜິດຊອບ ລົງເລກິ ຊນ້ີ ໍາ, ນໍາພາວຽກງານຈໍານວນໜຶງ່ ຕາມການມອບໝາຍ ຂອງປະທານຄະນະບໍລຫິ ານ

ງານສະຫະພນັ ກໍາມະບານຂັ້ນຂອງຕົນ;

2. ໃຫ້ຄໍາປກຶ ສາ, ປະກອບຄາໍ ຄິດຄໍາເຫນັ ຊວ່ ຍປະທານຄະນະບໍລິຫານງານສະຫະພັນກາໍ ມະບານຂັ້ນຂອງຕົນ ໃນ

ການຈດັ ຕງ້ັ ປະຕິບັດໜ້າທີ່ວຽກງານກໍາມະບານ ຫຼື ວຽກງານອນ່ື ທ່ກີ ຽ່ ວຂ້ອງ;

3. ຮັກສາການແທນ ປະທານຄະນະບລໍ ຫິ ານງານສະຫະພັນກໍາມະບານຂ້ັນຂອງຕນົ ໃນເວລາປະທານຕິດຂດັ
ຫຼື ຕາມການມອບໝາຍ;

4. ນໍາໃຊ້ສິດ ແລະ ປະຕິບັດໜ້າທອ່ີ ່ືນ ຕາມທ່ີໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 35 ຈາໍ ນວນກາໍ ມະການຄະນະບລໍ ຫິ ານງານສະຫະພນັ ກາໍ ມະບານ ແຕລ່ ະຂັນ້

ກອງປະຊຸມສາມນັ ຄບົ ຄະນະບໍລິຫານງານສະຫະພນັ ກໍາມະບານທ້າຍສະໄໝ ເປັນຜູ້ກໍານົດຈໍານວນຄະນະ

ບລໍ ິຫານງານຂ້ນັ ຂອງຕນົ ແລວ້ ນາໍ ສະເໜຄີ ະນະພກັ ເປນັ ຜູ້ຕົກລງົ ຕາມການເຫນັ ດີຂອງປະທານຄະນະບໍລິຫານ

ງານສະຫະພນັ ກໍາມະບານຂ້ນັ ເທງິ ຖັດຕົນ.
ມາດຕາ 36 ສດິ ແລະ ໜາ້ ທ່ີ ຂອງກາໍ ມະການຄະນະບໍລຫິ ານງານສະຫະພນັ ກາໍ ມະບານ ແຕລ່ ະຂັ້ນ

ກໍາມະການຄະນະບລໍ ຫິ ານງານສະຫະພັນກໍາມະບານລາວ ມີ ສິດ ແລະ ໜາ້ ທ່ີ ດ່ັງນີ:້
1. ຮບັ ຜິດຊອບ ລງົ ເລກິ ວຽກງານໃດໜຶງ່ ຕາມການມອບໝາຍ ຂອງຄະນະບໍລຫິ ານງານຂນ້ັ ຂອງຕນົ ;

2. ເຂາ້ົ ຮ່ວມກອງປະຊຸມ, ປກຶ ສາຫາລື, ປະກອບຄໍາເຫັນ ແລະ ລງົ ຄະແນນສຽງຮັບຮອງເອົາບນັ ຫາສໍາຄນັ

ຕາ່ ງໆ ກຽ່ ວກັບວຽກງານກໍາມະບານຂັນ້ ຂອງຕນົ ແລະ ຂ້ນັ ລຸມ່ ຂອງຕົນ;

3. ນາໍ ໃຊ້ສິດ ແລະ ປະຕບິ ດັ ໜາ້ ທອີ່ ່ືນ ຕາມທ່ໄີ ດກ້ ໍານົດໄວ້ໃນກົດໝາຍ.

ມາດຕາ 37 ການຍກົ ຍາ້ ຍ, ການສນິ້ ສດຸ ແລະ ການບົ່ງຕວົ ແຕງ່ ຕງັ້ ເປັນຄະນະບລໍ ຫິ ານງານສະຫະພນັ ກາໍ ມະບານ ແຕລ່ ະຂນ້ັ

ການຍົກຍາ້ ຍຄະນະບໍລິຫານງານສະຫະພັນກໍາມະບານ ຕ້ອງປະຕິບັດຕາມມະຕິຕົກລົງຂອງຄະນະພັກ ຫືຼ

ຄະນະອໍານວຍການວິສາຫະກດິ ແຕຕ່ ້ອງໄດປ້ ະສານສົມທົບ ແລະ ໄດ້ຮັບຄໍາເຫັນດີຈາກສະຫະພັນກໍາມະບານ

ຂ້ນັ ເທິງຖດັ ສາກ່ອນ.

11

ການສິ້ນສດຸ ເປນັ ຄະນະບໍລິຫານງານສະຫະພັນກໍາມະບານ ແຕລ່ ະຂັ້ນ ກຕໍ ໍ່ເມື່ອຜູ້ກ່ຽວໄດ້ຍົກຍ້າຍໄປຮັບ
ໜາ້ ທີໃ່ ໝທ່ ບີ່ ແໍ່ ມ່ນວຽກງານກໍາມະບານ ຫຼື ພັກການຮັບອຸດໜູນບໍານານ ໂດຍໄດ້ມີການຮັບຮອງເອົາຜູ້ໃໝ່
ປ່ຽນແທນ, ລາອອກ ຫຼື ໝດົ ສະໄໝ, ຖືກປະຕບິ ັດວໄິ ນ ເຖງິ ຂນ້ັ ໄລ່ອອກຈາກການຈັດຕງ້ັ ແລະ ເສຍຊີວດິ .

ການບງ່ົ ຕົວແຕ່ງຕັ້ງ ເປັນຄະນະບໍລິຫານງານສະຫະພັນກໍາມະບານ ແຕ່ລະຂັ້ນ ແມ່ນປະຕິບັດຕາມການ
ຕົກລົງຂອງຄະນະພັກ ຫຼື ຄະນະອາໍ ນວຍການວິສາຫະກິດ ແຕ່ຕ້ອງໄດ້ທາບທາມຫາງສຽງຈາກຄະນະບໍລິຫານ
ງານສະຫະພັນກໍາມະບານຂັ້ນຂອງຕົນ, ພ້ອມທັງໄດ້ປະສານສົມທົບ ແລະ ຮັບຄໍາເຫັນດີຈາກສະຫະພັນ
ກໍາມະບານຂນ້ັ ເທງິ ຖັດສາກອ່ ນ.

ໝວດທີ VIII
ສິດ ແລະ ໜ້າທ່ີ ຂອງສະຫະພນັ ກໍາມະບານ ແຕລ່ ະຂັນ້

ມາດຕາ 38 ສດິ ແລະ ໜາ້ ທີ່ ຂອງສນູ ກາງສະຫະພນັ ກາໍ ມະບານລາວ
ສູນກາງສະຫະພັນກາໍ ມະບານລາວ ມີ ສິດ ແລະ ໜາ້ ທ່ດີ ່ັງນ:ີ້

1. ຄນົ້ ຄວ້າຫນັ ເອົາແນວທາງ, ນະໂຍບາຍ ແລະ ມະຕິກອງປະຊຸມໃຫຍ່ຜແູ້ ທນກໍາມະບານທົ່ວປະເທດ ໃຫ້ເປັນ
ແຜນການ, ແຜນງານ, ໂຄງການ ແລະ ກດິ ຈະກໍາລະອຽດ ໃນແຕລ່ ະໄລຍະ;

2. ສກຶ ສາອົບຮົມ, ໂຄສະນາ, ເຜີຍແຜແ່ ນວທາງ, ນະໂຍບາຍ, ກົດໝາຍ, ມະຕກິ ອງປະຊມຸ ໃຫຍ່ ຂອງກໍາມະ
ບານລາວ ໃຫ້ແກ່ສະມາຊິກກໍາມະບານ, ກາໍ ມະກອນ ແລະ ຜູ້ອອກແຮງງານອື່ນ ຮັບຮູ້ເຊ່ືອມຊຶມຢ່າງທ່ວົ ເຖງິ ;

3. ເຕົາ້ ໂຮມຄວາມສາມັກຄ,ີ ປກຸ ລະດົມສະມາຊກິ ກໍາມະບານ, ກາໍ ມະກອນ ແລະ ຜອູ້ ອກ ແຮງງານອນ່ື ເຂົ້າຮ່ວມ
ຂະບວນການແຂ່ງຂັນ, ສ້າງເງືອ່ ນໄຂໃຫ້ເຂົາເຈົ້າໄດ້ຝຶກຝົນ ຫໍຼ່ຫຼອມຕົນເອງຢ່າງຮອບດ້ານ;

4. ສະເໜີສ້າງ ແລະ ປັບປຸງກົດໝາຍທກ່ີ ່ຽວຂ້ອງ, ພິຈາລະນາຮບັ ຮອງເອົາ ແລະ ປະກາດໃຊ້ນິຕິກໍາໃຕ້ກົດ
ໝາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ປະກາດລບົ ລາ້ ງ ຫຼື ໂຈະການປະຕິບດັ ມະຕິ, ຄໍາແນະນໍາ,
ແຈງ້ ການ, ລະບຽບການ ຂອງສະຫະພັນກໍາມະບານຂ້ນັ ລຸ່ມ ທບີ່ ່ໍສອດຄອ່ ງກັບກົດໝາຍ, ກົດລະບຽບ ຫຼື
ມະຕິກອງປະຊຸມໃຫຍ່ຜູແ້ ທນກໍາມະບານລາວທົ່ວປະເທດ;

5. ພິຈາລະນາສາ້ ງຕ້ງັ ຫຼື ຍຸບເລກີ ກົງຈັກຊ່ວຍວຽກຂັ້ນຂອງຕນົ ; ອະນຍຸ າດສາ້ ງຕ້ງັ ຫຼື ຍບຸ ເລີກ ການຈັດຕງ້ັ
ກໍາມະບານຂ້ນັ ລຸ່ມຂອງຕົນ; ກໍສ່ າ້ ງ, ບາໍ ລງຸ , ຍົກລະດບັ ທິດສະດີ, ວິຊາສະເພາະວຽກງານກາໍ ມະບານ ໃຫ້ພະ
ນກັ ງານກໍາມະບານແຕ່ລະຂ້ນັ ;

6. ຮບັ ຮອງເອົາການແຕ່ງຕ້ັງຜູ້ຕາງໜ້າຜູ້ອອກແຮງງານຢູ່ຫວົ ໜ່ວຍແຮງງານ ໃນຂອບເຂດຄວາມຮບັ ຜິດຊອບ
ຂອງຕົນ;

7. ເຂາ້ົ ຮ່ວມກອງປະຊຸມປຶກສາຫາລື ແລະ ແກໄ້ ຂບນັ ຫາທີພ່ ົວພັນເຖງິ ສິດ ແລະ ຜນົ ປະໂຫຍດອນັ ຊອບທໍາ
ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານອື່ນ ຕາມກົນໄກການປະສານງານ ສາມຝ່າຍ;

8. ເກບັ ກາໍ ສະຖິຕິ, ອອກບັດໃຫ້ສະມາຊິກກໍາມະບານທງັ ຢູ່ພາຍໃນ ແລະ ຕາ່ ງປະເທດ ເພ່ອື ຕດິ ຕາມການ
ເຄ່ອື ນໄຫວ ແລະ ປົກປ້ອງສິດ ແລະ ຜນົ ປະໂຫຍດອັນຊອບທໍາຂອງເຂົາເຈົ້າ;

9. ຕິດຕາມ ສະພາບແວດລອ້ ມການອອກແຮງງານ, ຮັບຟງັ ຄໍາຄິດ ຄໍາເຫັນ, ຄວາມມງຸ່ ມາດປາຖະໜາ ແລະ
ຕາງໜ້າກໍາມະກອນ, ຜອູ້ ອກແຮງງານອ່ນື ສ້າງສັນຍາແຮງງານລວມໝູ່ ຢູຫ່ ວົ ໜວ່ ຍແຮງງານຂັນ້ ຂອງຕົນ;

12

10. ຂນົ ຂວາຍ ແລະ ຊກຸ ຍູ້ຈັດຕງັ້ ກາໍ ມະບານຮາກຖານ ຢ່ກູ ມຸ່ ການຜະລິດ, ກຸ່ມວຊິ າຊີບໃຫ້ແກແ່ ຮງງານນອກ
ລະບບົ ;

11. ປະກອບສ່ວນຊກຸ ຍູ,້ ສ່ງົ ເສີມການຝກຶ ອົບຮົມ ພດັ ທະນາສີມືແຮງງານ, ສະໜອງຂມ້ໍ ູນ ຂາ່ ວສານ ແລະ
ຝຶກອບົ ຮມົ ໃຫ້ຄວາມຮູກ້ ່ຽວກັບຄວາມປອດໄພແຮງງານ ແກກ່ ໍາມະກອນ ແລະ ຜ້ອູ ອກແຮງງານອື່ນໆ;

12. ສາ້ ງແຫ່ຼງລາຍຮັບທ່ີຖກື ຕ້ອງຕາມກົດໝາຍ, ຄ້ມຸ ຄອງ ແລະ ນໍາໃຊລ້ າຍຮບັ ນ້ັນ ເພ່ືອສ້າງຄວາມເຂມັ້ ແຂງ
ໃຫແ້ ກກ່ ານຈັດຕ້ັງ ແລະ ການເຄ່ອື ນໄຫວວຽກງານກໍາມະບານ;

13. ເຂາົ້ ຮວ່ ມໃນການຕດິ ຕາມ, ກວດກາ ການເຄອື່ ນໄຫວວຽກງານ ຂອງສະພາແຫ່ງຊາດ, ສະພາປະຊາຊົນ
ຂ້ນັ ແຂວງ ແລະ ສະມາຊິກສະພາດ່ັງກ່າວ;

14. ພົວພັນ ແລະ ຮວ່ ມມື ກັບອົງການຈດັ ຕັ້ງກໍາມະບານປະເທດເພ່ືອນມດິ , ອງົ ການຈດັ ຕງ້ັ ສາກນົ , ອງົ ການ
ບໍ່ສງັ ກັດລັດຖະບານ ທງັ ພາຍໃນ ແລະ ຕ່າງປະເທດ;

15. ສະຫບຸຼ , ລາຍງານການເຄ່ືອນໄຫວວຽກງານກໍາມະບານ ໃນຂອບເຂດທວ່ົ ປະເທດ ໃຫ້ຂ້ນັ ເທງິ ທກີ່ ຽ່ ວ
ຂອ້ ງ ຢ່າງເປັນປົກກະຕ;ິ

16. ນໍາໃຊ້ສິດ ແລະ ປະຕບິ ດັ ໜາ້ ທອີ່ ່ືນ ຕາມທ່ີໄດ້ກາໍ ນົດໄວ້ໃນກົດໝາຍ.
ມາດຕາ 39 ສດິ ແລະ ໜາ້ ທີ່ ຂອງສະຫະພນັ ກາໍ ມະບານ ກະຊວງ, ອງົ ການ, ແຂວງ ແລະ ນະຄອນຫວຼ ງວຽງຈັນ

ສະຫະພນັ ກໍາມະບານ ກະຊວງ, ອງົ ການ, ແຂວງ, ນະຄອນຫວຼ ງ ມີ ສດິ ແລະ ໜ້າທ່ີ ດ່ັງນີ້:
1. ຄນ້ົ ຄວ້າ ເຊ່ືອມຊຶມມະຕິ ຂອງຄະນະພັກ, ແຜນພັດທະນາເສດຖະກດິ -ສັງຄມົ ຂອງທ້ອງຖິນ່ , ຂອງກະຊວງ,

ອົງການ, ມະຕກິ ອງປະຊຸມກໍາມະບານຂ້ັນເທິງ ເພືອ່ ສ້າງເປັນແຜນການ, ໂຄງການ, ກດິ ຈະກໍາໃນແຕລ່ ະໄລຍະ;

2. ສຶກສາອົບຮົມ, ໂຄສະນາ, ເຜຍີ ແຜແ່ ນວທາງ, ນະໂຍບາຍ, ກດົ ໝາຍ, ມະຕກິ ອງປະຊຸມໃຫຍ່ ຂອງ
ກໍາມະບານລາວ ໃຫ້ແກ່ສະມາຊິກກາໍ ມະບານ, ກໍາມະກອນ ແລະ ຜອູ້ ອກແຮງງານອນ່ື ຮັບຮ້ເູ ຊ່ອື ມຊຶມຢາ່ ງ
ທ່ວົ ເຖິງ;

3. ເຕ້າົ ໂຮມຄວາມສາມກັ ຄ,ີ ປຸກລະດົມ ສະມາຊິກກາໍ ມະບານ, ກາໍ ມະກອນ ແລະ ຜູ້ອອກແຮງງານອນ່ື ເຂົ້າ
ຮ່ວມຂະບວນການແຂ່ງຂນັ , ສາ້ ງເງອ່ື ນໄຂໃຫ້ເຂົາເຈ້ົາໄດ້ຝຶກຝົນ ຫໍ່ຼຫອຼ ມຕນົ ເອງຢ່າງຮອບດ້ານ;

4. ສະເໜີສ້າງຕັ້ງ ຫຼື ຍຸບເລກີ ກງົ ຈກັ ຊວ່ ຍວຽກຂ້ນັ ຂອງຕົນ; ສະເໜີສ້າງຕ້ັງ ຫືຼ ຍຸບເລກີ ການຈັດຕ້ງັ

ກໍາມະບານຂ້ນັ ລຸ່ມຂອງຕົນ; ສ້າງ, ບາໍ ລງຸ , ຍົກລະດັບທດິ ສະດີ, ວິຊາສະເພາະວຽກງານກາໍ ມະບານ ໃຫ້ພະ

ນກັ ງານກໍາມະບານ;

5. ປະກາດລົບລາ້ ງ ຫຼື ໂຈະການປະຕິບັດມະຕິ, ຄໍາແນະນໍາ, ແຈງ້ ການ, ລະບຽບການ ຂອງສະຫະພນັ ກາໍ ມະ

ບານຂນັ້ ລຸ່ມ ທບ່ີ ່ໍສອດຄ່ອງກບັ ກດົ ໝາຍ, ກົດລະບຽບ ຫຼື ມະຕິກອງປະຊຸມໃຫຍ່ຜແູ້ ທນກໍາມະບານຂ້ັນ

ຂອງຕົນ;

6. ຮັບຮອງເອົາການແຕງ່ ຕ້ັງຜູ້ຕາງໜາ້ ຜູ້ອອກແຮງງານຢູຫ່ ົວໜ່ວຍແຮງງານ ໃນຂອບເຂດຄວາມຮັບຜດິ ຊອບ
ຂອງຕົນ;

7. ເຂົ້າຮ່ວມກອງປະຊມຸ ປກຶ ສາຫາລື ແລະ ແກໄ້ ຂບັນຫາ ທພີ່ ົວພນັ ເຖິງສິດ ແລະ ຜນົ ປະໂຫຍດອນັ ຊອບທາໍ
ຂອງສະມາຊິກກໍາມະບານ, ກາໍ ມະກອນ ແລະ ຜູ້ອອກແຮງງານອ່ນື ຕາມກນົ ໄກການປະສານງານສາມຝ່າຍ;

13

8. ເກບັ ກາໍ ສະຖິຕິ ແລະ ອອກບັດໃຫ້ສະມາຊິກກໍາມະບານ ໃນຂອບເຂດຄວາມຮບັ ຜິດຊອບຂອງຕົນ;
9. ຕດິ ຕາມ ສະພາບແວດລ້ອມການອອກແຮງງານ, ຮັບຟງັ ຄໍາຄດິ ຄໍາເຫນັ , ຄວາມມງຸ່ ມາດປາຖະໜາ ແລະ

ຕາງໜ້າກໍາມະກອນ, ຜູ້ອອກແຮງງານ ສ້າງສັນຍາແຮງງານລວມໝູ່ ຢູ່ຫົວໜ່ວຍແຮງງານຂ້ນັ ຂອງຕົນ;
10. ຂນົ ຂວາຍ ແລະ ຊຸກຍຈູ້ ັດຕງັ້ ກໍາມະບານຮາກຖານ ຢູກ່ ່ມຸ ການຜະລິດ, ກຸ່ມວິຊາຊີບໃຫແ້ ກແ່ ຮງງານນອກ

ລະບົບ;
11. ປະກອບສວ່ ນຊກຸ ຍູ້, ສົ່ງເສີມ ການຝກຶ ອົບຮົມ ພດັ ທະນາສີມືແຮງງານ, ສະໜອງຂໍມ້ ນູ ຂ່າວສານ ແລະ

ຝຶກອົບຮົມ ໃຫ້ຄວາມຮູ້ກ່ຽວກບັ ຄວາມປອດໄພແຮງງານ ແກ່ຊາວຜູ້ອອກແຮງງານອນ່ື ໆ;
12. ສາ້ ງແຫ່ງຼ ລາຍຮັບທີ່ຖກື ຕອ້ ງຕາມກົດໝາຍ, ຄຸ້ມຄອງ ແລະ ນາໍ ໃຊ້ລາຍຮັບນ້ນັ ເພ່ືອສ້າງຄວາມເຂ້ມັ ແຂງ

ໃຫ້ແກ່ການຈດັ ຕງ້ັ ແລະ ການເຄືອ່ ນໄຫວວຽກງານກໍາມະບານ;
13. ເຂາົ້ ຮວ່ ມໃນການຕິດຕາມ, ກວດກາ ການເຄືອ່ ນໄຫວວຽກງານ ຂອງສະພາແຫ່ງຊາດ, ສະພາປະຊາຊົນ

ຂັ້ນແຂວງ ແລະ ສະມາຊິກຂອງສະພາດງ່ັ ກ່າວ;
14. ພົວພັນ ແລະ ຮວ່ ມມື ກັບອົງການຈັດຕັງ້ ກໍາມະບານປະເທດເພື່ອນມດິ , ອງົ ການຈດັ ຕ້ງັ ສາກນົ , ອົງການ

ບສໍ່ ັງກດັ ລັດຖະບານ ທງັ ພາຍໃນ ແລະ ຕ່າງປະເທດ ຕາມການຕກົ ລງົ ຂອງຂນັ້ ເທິງ;
15. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານຂອງຕົນ ໃຫ້ຂັ້ນເທງິ ທ່ີກ່ຽວຂອ້ ງ ຢ່າງເປັນປົກກະຕິ;
16. ນໍາໃຊ້ສິດ ແລະ ປະຕິບັດໜ້າທອີ່ ່ືນ ຕາມທໄີ່ ດ້ກໍານົດໄວ້ໃນກດົ ໝາຍ.
ມາດຕາ 40 ສດິ ແລະ ໜາ້ ທ່ີ ຂອງສະຫະພນັ ກາໍ ມະບານເມອື ງ, ນະຄອນ, ສະຖາບນັ ການສກຶ ສາໃຫຍ,່ ໂຮງງານໃຫຍ່ ແລະ
ກ່ມຸ ບລໍ ສິ ດັ ໃຫຍ່

ສະຫະພັນກໍາມະບານ ເມອື ງ, ເທດສະບານ, ນະຄອນ, ສະຖາບນັ ການສຶກສາໃຫຍ່, ໂຮງງານໃຫຍ່, ກມຸ່
ບລໍ ິສັດໃຫຍ່ ມີສິດ ແລະ ໜາ້ ທ່ີ ດັ່ງນ:້ີ
1. ຄນົ້ ຄວ້າ ເຊອື່ ມຊມື ມະຕິຂອງຄະນະພັກ, ແຜນພັດທະນາເສດຖະກິດ-ສງັ ຄົມ ຂອງທ້ອງຖນິ່ , ຂອງກະຊວງ,

ອົງການ, ມະຕກິ ອງປະຊຸມກໍາມະບານຂັ້ນເທິງ ເພ່ືອສ້າງເປັນແຜນການ, ໂຄງການ, ກິດຈະກາໍ ໃນແຕ່ລະໄລຍະ;
2. ສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍ, ມະຕິກອງປະຊຸມໃຫຍ່ ຂອງກໍາມະ

ບານລາວ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານອ່ືນຮບັ ຮເູ້ ຊື່ອມຊຶມຢ່າງທ່ວົ ເຖິງ;
3. ເຕ້າົ ໂຮມຄວາມສາມກັ ຄີ, ປຸກລະດົມ ສະມາຊກິ ກໍາມະບານ, ກາໍ ມະກອນ ແລະ ຜູອ້ ອກແຮງງານອນື່ ເຂາົ້

ຮວ່ ມຂະບວນການແຂ່ງຂນັ , ສ້າງເງ່ືອນໄຂໃຫເ້ ຂົາເຈົາ້ ໄດ້ຝກຶ ຝົນ ຫຫຼ່ໍ ຼອມຕນົ ເອງ ຢ່າງຮອບດ້ານ;
4. ສະເໜີສ້າງຕ້ັງ ຫືຼ ຍບຸ ເລີກກົງຈກັ ຊວ່ ຍວຽກຂນ້ັ ຂອງຕົນ; ສະເໜີສ້າງຕງັ້ ຫືຼ ຍຸບເລກີ ການຈດັ ຕັ້ງ

ກໍາມະບານຂັ້ນລຸ່ມຂອງຕົນ; ສ້າງ, ບາໍ ລຸງ, ຍກົ ລະດບັ ທິດສະດີ, ວິຊາສະເພາະວຽກງານກໍາມະບານ ໃຫ້
ພະນກັ ງານກາໍ ມະບານ;
5. ຮັບຮອງເອົາການແຕງ່ ຕັງ້ ຜູ້ຕາງໜ້າຜູ້ອອກແຮງງານຢູ່ຫວົ ໜວ່ ຍແຮງງານ ໃນຂອບເຂດຄວາມຮັບຜິດຊອບ
ຂອງຕນົ ;
6. ເກັບກໍາສະຖຕິ ິ ແລະ ອອກບັດໃຫ້ສະມາຊກິ ກໍາມະບານ ໃນຂອບເຂດຄວາມຮບັ ຜິດຊອບຂອງຕນົ ;

14

7. ຕດິ ຕາມສະພາບແວດລ້ອມການອອກແຮງງານ, ຮັບຟງັ ຄໍາຄິດຄໍາເຫນັ , ຄວາມມຸງ່ ມາດປາຖະໜາ ແລະ
ຕາງໜ້າກໍາມະກອນ, ຜູ້ອອກແຮງງານ ສ້າງສັນຍາແຮງງານລວມໝູ່ ຢູ່ຫົວໜ່ວຍແຮງງານຂ້ັນ ຂອງຕົນ;

8. ເຂ້ົາຮ່ວມກອງປະຊຸມປຶກສາຫາລື ແລະ ປະສານສົມທົບກບັ ພາກສ່ວນທ່ກີ ຽ່ ວຂ້ອງ ເພ່ອື ແກ້ໄຂຂໍ້ຂດັ ແຍ່ງ
ທາງດ້ານສິດ ແລະ ຜົນປະໂຫຍດອນັ ຊອບທໍາ ຂອງສະມາຊກິ ກໍາມະບານ, ກາໍ ມະກອນ ແລະ ຜູ້ອອກແຮງ
ງານອ່ນື ໆ;

9. ຂນົ ຂວາຍ ແລະ ຊຸກຍູ້ຈັດຕັງ້ ກາໍ ມະບານຮາກຖານ ຢູກ່ ຸ່ມການຜະລິດ, ກຸ່ມວິຊາຊບີ ໃຫ້ແກແ່ ຮງງານນອກ
ລະບບົ ;

10. ຝຶກອົບຮມົ ໃຫຄ້ ວາມຮູກ້ ຽ່ ວກບັ ວຽກງານກໍາມະບານ, ປະກອບສ່ວນວຽກງານ ຝກຶ ອົບຮົມ ພັດທະນາ
ສມີ ືແຮງງານ, ສະໜອງຂໍມ້ ູນ ຂ່າວສານ ແລະ ຄວາມປອດໄພແຮງງານ ແກ່ສະມາຊິກກໍາມະບານ, ກໍາ
ມະກອນ ແລະ ຜູ້ອອກແຮງງານອ່ນື ໆ;

11. ສ້າງແຫງຼ່ ລາຍຮບັ ທ່ີຖືກຕອ້ ງຕາມກດົ ໝາຍ, ຄມຸ້ ຄອງ ແລະ ນາໍ ໃຊ້ລາຍຮບັ ນນ້ັ ເພ່ືອສ້າງຄວາມເຂ້ັມແຂງ
ໃຫແ້ ກ່ການຈດັ ຕັງ້ ແລະ ການເຄື່ອນໄຫວວຽກງານກາໍ ມະບານ;

12. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານຂອງຕົນ ໃຫ້ຂນ້ັ ເທງິ ທີ່ກຽ່ ວຂ້ອງ ຢ່າງເປັນປົກກະຕິ;
13. ນາໍ ໃຊ້ສິດ ແລະ ປະຕິບັດໜ້າທ່ອີ ື່ນ ຕາມທໄີ່ ດກ້ າໍ ນົດໄວ້ໃນກດົ ໝາຍ.
ມາດຕາ 41 ສດິ ແລະ ໜາ້ ທີຂ່ ອງກາໍ ມະບານຮາກຖານ

ກໍາມະບານຮາກຖານ ມີ ສິດ ແລະ ໜ້າທີ່ ດງ່ັ ນ:້ີ
1. ສຶກສາອົບຮົມ, ເຕ້າົ ໂຮມຄວາມສາມກັ ຄີ, ປຸກລະດມົ ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກ

ແຮງງານອື່ນ ຢູ່ຫົວໜ່ວຍແຮງງານ ປະຕບິ ດັ ແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ກດົ
ລະບຽບຂອງຫວົ ໜ່ວຍແຮງງານ;
2. ສະເໜີສາ້ ງ, ປັບປງຸ ການຈັດຕງັ້ , ຂະຫຍາຍສະມາຊິກກາໍ ມະບານ ແລະ ນໍາພາສະມາຊກິ ກາໍ ມະບານ ຈັດຕັ້ງ
ປະຕບິ ັດລະບອບຮວ່ ມຊີວດິ , ຈ່າຍເງນິ ບາໍ ລຸງຕາມທໄີ່ ດ້ກາໍ ນົດໄວ້ໃນກດົ ລະບຽບ ຂອງສະຫະພນັ ກໍາມະ
ບານລາວ;
3. ຕາງໜ້າກາໍ ມະກອນ ແລະ ຊາວຜູ້ອອກແຮງງານອື່ນ ດາໍ ເນນີ ການຕ່ໍລອງລວມໝູ່, ສ້າງສັນຍາແຮງງານ
ລວມໝູ່ ແລະ ປະກອບຄາໍ ເຫັນຕກ່ໍ ານສ້າງ ແລະ ປັບປງຸ ກດົ ລະບຽບພາຍໃນ ຂອງຫວົ ໜ່ວຍແຮງງານ;
4. ຈດັ ຕ້ັງ ແລະ ນໍາພາຂະບວນການແຂງ່ ຂນັ ຂອງສະຫະພນັ ກໍາມະບານລາວ ຕດິ ພນັ ກັບການປະຕິບັດໜ້າທ່ີ
ວິຊາສະເພາະ, ປະຕບິ ັດແຜນການ ຂອງຫົວໜ່ວຍແຮງງານໃນແຕ່ລະໄລຍະດ້ວຍຮູບການ ແລະ ວິທີການ
ທເ່ີ ໝາະສົມ;
5. ເກັບກໍາສະຖຕິ ິ ແລະ ຄມຸ້ ຄອງບັດສະມາຊກິ ກໍາມະບານ ໃນຫວົ ໜ່ວຍແຮງງານຂອງຕົນ;
6. ປະສານສົມທົບກັບພາກສວ່ ນອ່ືນທ່ກີ ່ຽວຂອ້ ງໃນການຕິດຕາມ, ກວດກາ, ຊກຸ ຍ້ກູ ານປະຕິບັດນະໂຍ
ບາຍ, ສະຫວດັ ດກີ ານສັງຄົມ, ຄ່າແຮງງານຂັນ້ ຕໍ່າ ຕ່ໍສະມາຊກິ ກໍາມະບານ, ກໍາມະກອນ ແລະ ຜອູ້ ອກແຮງ
ງານອນ່ື ໆ;

15

7. ປະກອບສວ່ ນ ສະໜອງຂມ້ໍ ນູ ແລະ ອບົ ຮົມຄວາມປອດໄພແຮງງານ ໃຫ້ແກ່ສະມາຊກິ ກໍາມະບານ, ກາໍ
ມະກອນ ແລະ ຜູອ້ ອກແຮງງານ ຢູ່ຫວົ ໜວ່ ຍແຮງງານ;

8. ເປນັ ຕວົ ແທນ ເຂ້າົ ຮວ່ ມໃນການໄກ່ເກ່ຍ ປະນປີ ະນອມ, ແກໄ້ ຂຂ້ໍຂັດແຍ່ງທາງດາ້ ນສິດ ແລະ ຜນົ ປະໂຫຍດ
ອັນຊອບທາໍ ຂອງສະມາຊິກກໍາມະບານ, ກາໍ ມະກອນ ແລະ ຜູ້ອອກແຮງງານ ຢູ່ຫົວໜ່ວຍແຮງງານ;

9. ສະຫຸຼບ, ລາຍງານວຽກງານຂອງຕົນ ໃຫ້ຂ້ນັ ເທິງ ຢ່າງເປັນປກົ ກະຕິ;

10. ນາໍ ໃຊ້ສດິ ແລະ ປະຕບິ ດັ ໜ້າທີ່ອື່ນ ຕາມທ່ີໄດກ້ ໍານົດໄວ້ໃນກດົ ໝາຍ.

ໝວດທີ IX
ການແກໄ້ ຂຂຂໍ້ ດັ ແຍງ່ ດ້ານສດິ ແລະ ຜນົ ປະໂຫຍດ

ມາດຕາ 42 ສດິ ແລະ ຜນົ ປະໂຫຍດອັນຊອບທາໍ .
ສິດ ແລະ ຜນົ ປະໂຫຍດອນັ ຊອບທໍາ ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ

ແມນ່ ນະໂຍບາຍຂອງລັດ ທ່ີໄດກ້ ໍານົດໄວ້ໃນລັດຖະທາໍ ມະນນູ , ກດົ ໝາຍ, ນຕິ ກິ າໍ ລຸ່ມກົດໝາຍ ລວມທັງ
ສັນຍາແຮງງານບກຸ ຄົນ ແລະ ສນັ ຍາແຮງງານລວມໝ.ູ່
ມາດຕາ 43 ຂຂ້ໍ ດັ ແຍງ່ ດາ້ ນສດິ ແລະ ຜົນປະໂຫຍດ

ຂໍ້ຂດັ ແຍ່ງດ້ານສດິ ແລະ ຜນົ ປະໂຫຍດ ແມ່ນຂໍ້ຂດັ ແຍງ່ ລະຫວາ່ ງສະມາຊິກກາໍ ມະບານ, ກາໍ ມະກອນ ຫຼື
ຜູອ້ ອກແຮງງານອືນ່ ກບັ ຜູ້ໃຊ້ແຮງງານກ່ຽວກັບສິດ ແລະ ຜນົ ປະໂຫຍດອນັ ຊອບທໍາຂອງຕົນ ໃນເມື່ອຖືກ
ລ່ວງລະເມດີ .
ມາດຕາ 44 ວທິ ກີ ານ ແກໄ້ ຂຂຂ້ໍ ດັ ແຍງ່ ດາ້ ນສດິ ແລະ ຜນົ ປະໂຫຍດ

ການແກໄ້ ຂຂ້ໍຂັດແຍ່ງດ້ານສິດ ແລະ ຜົນປະໂຫຍດ ລະຫວາ່ ງກໍາມະກອນ ຫືຼ ຊາວຜູ້ອອກແຮງງານອ່ືນ
ກັບຜູ້ໃຊ້ແຮງງານຢຫູ່ ວົ ໜ່ວຍແຮງງານ ໃຫ້ປະຕບິ ັດດ້ວຍວທິ ີການ ໄກເ່ ກຍ່ ແບບປະນີປະນອມ.

ການໄກເ່ ກ່ຍແບບປະນີປະນອມ ສາມາດປະຕບິ ັດ ໂດຍສະຫະພນັ ກໍາມະບານ ຫຼື ຜູ້ຕາງໜ້າຜ້ອູ ອກແຮງ
ງານ ກັບຜູ້ໃຊ້ແຮງງານ ຢຫູ່ ົວໜວ່ ຍແຮງງານນ້ນັ .

ໃນກໍລະນີ ທ່ີບ່ໍສາມາດແກ້ໄຂຂ້ໍຂັດແຍ່ງແບບປະນີປະນອມໄດ້ ຄ່ກູ ໍລະນີ ກໍສາມາດສະເໜຕີ ອ່ໍ ົງການຈັດ
ຕັ້ງທີ່ກ່ຽວຂອ້ ງ ເພື່ອແກ້ໄຂ ຕາມທີ່ໄດກ້ ໍານົດໄວ້ໃນກົດໝາຍ.
ມາດຕາ 45 ຂນ້ັ ຕອນການໄກເ່ ກຍ່ ແບບປະນປີ ະນອມ

ການໄກ່ເກ່ຍແບບປະນີປະນອມໃຫ້ປະຕບິ ດັ ຕາມຂັ້ນຕອນດງັ່ ນ້ີ:
- ຮວບຮວມຂໍ້ສະເໜີ ຂອງສະມາຊກິ ກํາມະບານ, ກํາມະກອນ ແລະ ຜອູ້ ອກແຮງງານ ກ່ຽວກບັ ບັນຫາ

ປະຕບິ ັດກົດໝາຍ, ລະບຽບການ, ສັນຍາແຮງງານ ແລະ ບັນຫາອນ່ື ທ່ກີ ່ຽວຂອ້ ງກັບສິດ ແລະ ຜົນປະໂຫຍດ
ຢູ່ຫົວໜວ່ ຍແຮງງານຂອງຕົນ;
- ນາํ ເອົາຂໍ້ສະເໜີໄປປຶກສາຫາລກື ບັ ຜູ້ໃຊແ້ ຮງງານ ເພອື່ ຊອກຫາທາງອອກ ແລະ ແກໄ້ ຂຮ່ວມກນັ ໂດຍສັນຕິ
ວິທີ;
- ການແກໄ້ ຂຂໍຂ້ ັດແຍ່ງສํາລບັ ບຸກຄົນ ຕ້ອງໃຫ້ຮູ້ຜົນກອ່ ນ 15 ວນັ , ສ່ວນລວມໝູ່ ແມນ່ ກ່ອນ 30 ວນັ
ນັບຕັງ້ ແຕ່ວນັ ຍ່ືນຂ້ໍສະເໜີຢ່າງເປນັ ລາຍລັກອັກສອນ;
- ໃນກໍລະນບີ ໍ່ສາມາດແກໄ້ ຂແບບປະນປີ ະນອມໄດ້ ແມ່ນມອບໃຫອ້ ົງການຄຸ້ມຄອງແຮງງານເປນັ ຜສູ້ ືບຕໍ່ແກ້ໄຂ.

16

ໝວດທີ X
ການເງນິ ຂອງສະຫະພັນກາໍ ມະບານລາວ

ມາດຕາ 46 ແຫຼງ່ ຫາຼ ຍຮບັ ການເງນິ ຂອງສະຫະພນັ ກາໍ ມະບານລາວ
ແຫຼງ່ ລາຍຮບັ ຂອງສະຫະພນັ ກໍາມະບານລາວ ໄດ້ມາຈາກ:

1. ງົບປະມານຂອງລັດ;
2. ເງນິ ບາໍ ລງຸ ຂອງສະມາຊກິ ກາໍ ມະບານ;
3. ກອງທຶນຊ່ວຍເຫຼືອເຊ່ິງກນັ ແລະ ກັນ ຂອງສະມາຊກິ ກາໍ ມະບານ;
4. ການຊ່ວຍເຫຼືອຈາກບຸກຄົນ, ນຕິ ິບກຸ ຄົນ, ການຈດັ ຕັງ້ ທງັ ພາຍໃນ ແລະ ຕາ່ ງປະເທດ;
5. ລາຍຮບັ ອືນ່ ທຖ່ີ ືກຕ້ອງຕາມກດົ ໝາຍ.
ມາດຕາ 47 ເງນິ ບາໍ ລຸງ ຂອງສະມາຊກິ ກາໍ ມະບານ

ເງນິ ບໍາລຸງ ແມ່ນເງນິ ປະກອບສວ່ ນຂອງສະມາຊິກກໍາມະບານ ເພອື່ ເປນັ ທຶນຮອນສະໜບັ ສະໜນູ ການ
ເຄືອ່ ນໄຫວວຽກງານກໍາມະບານ, ແຕລ່ ະສະຫາຍຕ້ອງໄດ້ຈ່າຍ 5.000 ກີບ ຕໍ່ເດືອນ; ສະມາຊກິ ກໍາມະບານທີ່
ເປນັ ນກັ ສຶກສາ ແມນ່ ໃຫຈ້ ່າຍ 2.000 ກບີ ຕ່ເໍ ດອື ນ.

ມາດຕາ 48 ລະບຽບການສງ່ົ ເງນິ ບํາລງຸ
ກໍານດົ ສົ່ງເງິນບາໍ ລຸງ: ກາໍ ມະບານຮາກຖານສງົ່ ໃຫ້ສະຫະພັນກໍາມະບານຂນ້ັ ເທິງຖດັ ຕົນ ເດືອນລະໜຶ່ງຄັ້ງ,

ສະຫະພັນກໍາມະບານເມືອງ, ນະຄອນ, ແຂວງ, ນະຄອນຫຼວງວຽງຈັນ, ກະຊວງ ແລະ ອົງການ ສົ່ງໃຫ້
ສະຫະພັນກາໍ ມະບານຂ້ັນເທິງຖດັ ຕນົ ສາມເດືອນຕ່ໍຄ້ງັ .
ມາດຕາ 49 ການຄຸ້ມຄອງ ແລະ ນາໍ ໃຊ້ ເງິນບາໍ ລງຸ

ການຄຸ້ມຄອງ ແລະ ນໍາໃຊ້ເງິນບໍາລຸງ ຂອງສະຫະພັນກໍາມະບານ ແຕ່ລະຂັ້ນຕ້ອງປະຕິບັດຕາມຫຼັກການ
ເປດີ ເຜຍີ , ຖກື ຕອ້ ງຕາມລະບຽບການເງິນ ຂອງລັດ ທໄ່ີ ດກ້ າໍ ນົດໄວ້ ແລະ ມີການແບ່ງຮ່ວງນໍາໃຊດ້ ງ່ັ ນີ້:

ກ. ການຄຸ້ມຄອງ ແລະ ນໍາໃຊ້
ສະຫະພັນກາໍ ມະບານ ແຕ່ລະຂັນ້ ຄຸ້ມຄອງ ແລະ ນໍາໃຊ້ເງິນບໍາລຸງຕາມຫຼັກການເປີດເຜີຍ, ຖືກຕ້ອງຕາມ
ລະບຽບການເງນິ ຂອງລັດທ່ໄີ ດ້ກາໍ ນົດໄວ້ ດັງ່ ນ:ີ້
- ກາໍ ມະບານຮາກຖານເກັບເງນິ ບາໍ ລງຸ ຈາກສະມາຊິກ ຂອງຕົນໃນແຕ່ລະເດືອນແລ້ວຫັກໄວ້ຄັງຂອງຕົນເອງ
60% ຂອງເງິນບາํ ລງຸ ທັງໝົດ, ສ່ວນເຫຼອື 40% ແມ່ນສົງ່ ໃຫສ້ ະຫະພັນກํາມະບານຂັ້ນເທິງຖດັ ຕົນ.
- ສະຫະພັນກໍາມະບານເມືອງ, ນະຄອນ ແລະ ສະຫະພັນກໍາມະບານທຽບເທົ່າຂັ້ນເມືອງ ໄດ້ຮັບເງິນບໍາລຸງ
ຈາກກໍາມະບານຮາກຖານ ທີ່ຂນ້ຶ ກບັ ຕນົ ທງັ ໝົດແລ້ວ ຫກັ ໄວ້ຄັງຂອງຕນົ 60%, ສວ່ ນເຫຼືອ 40% ແມ່ນ
ສງ່ົ ໃຫ້ສະຫະພັນກາໍ ມະບານຂນ້ັ ເທງິ ຖັດຕົນ.
- ສະຫະພັນກໍາມະບານກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຮັບເງິນບໍາລຸງຈາກ
ສະຫະພັນກາໍ ມະບານ ແລະ ກໍາມະບານຮາກຖານ ທີ່ຂຶ້ນກັບຕົນທັງໝົດແລ້ວ ຫັກໄວ້ຄັງຂອງຕົນ 60%,
ສ່ວນເຫອຼື 40% ແມນ່ ສ່ົງໃຫສ້ ນູ ກາງສະຫະພັນກາໍ ມະບານລາວ.

17

ຂ. ການນາໍ ໃຊ້ເງິນບາໍ ລຸງ
ສະຫະພນັ ກາໍ ມະບານ ແຕ່ລະຂັ້ນມສີ ິດຄມຸ້ ຄອງ, ນາໍ ໃຊ້ເງນິ ບໍາລຸງໃນສ່ວນທີ່ຫັກໄວ້ໃນຄັງຂອງຕົນ ແລະ
ຈດັ ແບງ່ ຮວ່ ງນໍາໃຊ້ ດ່ງັ ນີ້:
1. ຈ່າຍເຂົ້າໃນການດໍາເນີນກອງປະຊຸມໃຫຍ່, ກອງປະຊຸມສາມັນ, ວິສາມັນຂອງຄະນະບໍລິຫານງານ ແລະ

ການເຄືອ່ ນໄຫວວຽກງານກໍາມະບານ 50%;

2. ນະໂຍບາຍຍອ້ ງຍ,ໍ ນະໂຍບາຍຊ່ວຍເຫອຼື ເຊງ່ິ ກັນ ແລະ ກນັ 35%;

3. ເງິນສະສມົ ທນຶ ຮອນ 15%.
ມາດຕາ 50 ກອງທຶນຊວ່ ຍເຫອືຼ ເຊງິ່ ກນັ ແລະ ກັນ ຂອງສະຫະພນັ ກາໍ ມະບານລາວ

ກອງທຶນຊ່ວຍເຫືຼອເຊ່ິງກັນ ແລະ ກັນ ຂອງສະຫະພນັ ກາໍ ມະບານແຕ່ລະຂັນ້ ສ້າງຕັງ້ ຂນ້ຶ ບນົ ພນ້ື ຖານ
ຄວາມສະໝັກໃຈຂອງສະມາຊກິ ກໍາມະບານ, ເພືອ່ ຊວ່ ຍເຫຼືອເຊິ່ງກນັ ແລະ ກນັ ໃນເວລາຫຍ້ງຸ ຍາກເປັນຕນົ້ :
ເຈັບເປັນ, ເສຍຊວີ ິດ, ອຸທົກກະໄພ, ອັກຄີໄພ ແລະ ອນ່ື ໆທີຈ່ ໍາເປນັ ທີ່ກາໍ ນົດໄວ້ໃນກົດລະບຽບກອງທນຶ .

ການຄຸ້ມຄອງ ແລະ ນາໍ ໃຊເ້ ງນິ ກອງທນຶ ຊວ່ ຍເຫືອຼ ເຊ່ງິ ກນັ ແລະ ກັນ ໃຫປ້ ະຕິບັດຕາມກົດລະບຽບກອງ
ທນຶ ຂອງສະຫະພັນກໍາມະບານແຕລ່ ະຂ້ັນ ຢາ່ ງເຂັມ້ ງວດ.
ມາດຕາ 51 ລາຍຮັບອນື່ ໆ

ລາຍຮບັ ອື່ນໆ ແມນ່ ລາຍຮັບທ່ີໄດ້ມາຈາກການເຄ່ືອນໄຫວບໍລກິ ານຕ່າງໆ ທ່ຖີ ືກຕ້ອງຕາມລະບຽບກົດ
ໝາຍ, ການຊ່ວຍເຫອືຼ , ການປະກອບສວ່ ນຈາກບຸກຄົນ, ນຕິ ບິ ຸກຄນົ , ສງັ ຄົມທງັ ພາຍໃນ ແລະ ຕ່າງປະເທດ.

ໝວດທີ XI
ຂຫ້ໍ າ້ ມ

ມາດຕາ 52 ຂຫໍ້ າ້ ມ ສໍາລບັ ຄະນະບລໍ ຫິ ານງານ, ສະມາຊກິ ກາໍ ມະບານ ແລະ ຜຕູ້ າງໜາ້ ຜອູ້ ອກແຮງງານ
ຫ້າມ ຄະນະບລໍ ິຫານງານ, ສະມາຊກິ ກໍາມະບານ ແລະ ຜຕູ້ າງໜ້າຜອູ້ ອກແຮງງານ ມີພດຶ ຕິກໍາ ດັ່ງນີ້:

1. ບ່ໍປະຕບິ ັດ ພນັ ທະຂອງພນົ ລະເມອື ງ, ຢດຸ ເຊົາການເຮັດວຽກ ຫືຼ ຍກົ ເລີກສນັ ຍາແຮງງານ ໂດຍບໍ່ໄດ້ຮັບ
ອະນຍຸ າດຈາກພາກສວ່ ນທີ່ກຽ່ ວຂອ້ ງ ຫືຼ ບ່ໍຖກື ຕ້ອງຕາມກົດໝາຍ;

2. ສວຍໃຊ້ໜ້າທ່ີຕາໍ ແໜ່ງທາງລັດຖະການ, ໃຊ້ບດັ ສະມາຊກິ ກາໍ ມະບານ ໄປເຄ່ືອນໄຫວກະທາໍ ສິ່ງທີ່ຜິດກົດໝາຍ;

3. ນາໍ ພາ, ປຸກລະດົມ ຂົນຂວາຍ, ຈດັ ຕງ້ັ ເປນັ ກ່ມຸ ກອ້ ນ, ພັກພວກ, ແບ່ງແຍກຄວາມສາມກັ ຄ,ີ ຊມຸ ນຸມປະ

ທວ້ ງ ຫຼື ກະທໍາສງ່ິ ທກີ່ ່ໍໃຫ້ມຄີ ວາມປ�ນັ ປວ່ ນ, ສ້າງຄວາມບສ່ໍ ະຫງົບ, ສ້າງຜົນເສຍຫາຍ ຕ່ໍການຈັດຕງ້ັ , ຕ່ໍ
ຊີວດິ , ສຸຂະພາບຂອງບຸກຄົນ, ຊບັ ສິນຂອງລດັ , ລວມໝູ່ ແລະ ບກຸ ຄນົ ລວມທງັ ຂອງຫົວໜວ່ ຍແຮງງານ;
4. ມີພຶດຕິກໍາອື່ນ ທເ່ີ ປັນການລະເມີດກດົ ໝາຍ.
ມາດຕາ 53 ຂຫ້ໍ າ້ ມສາໍ ລັບບກຸ ຄນົ ແລະ ການຈດັ ຕງັ້ ອນື່

ຫາ້ ມ ບຸກຄນົ ແລະ ການຈັດຕງ້ັ ອ່ືນ ມພີ ຶດຕິກໍາ ດງັ່ ນ:ີ້
1. ຍົກຍ້າຍ, ຍົກເລກີ ສນັ ຍາແຮງງານ ຂອງປະທານ, ຮອງປະທານ, ປະທານກວດກາ ຫຼື ກໍາມະການ ໃນ

ຄະນະບໍລິຫານງານສະຫະພນັ ກໍາມະບານ ອອກຈາກວຽກໂດຍບໍ່ມເີ ຫດຜນົ ແລະ ແຕ່ງຕງ້ັ ປ່ຽນແທນຕາໍ
ແໜ່ງນ້ນັ ໂດຍບ່ໍໄດ້ສົມທບົ ແລະ ບໄໍ່ ດ້ຮບັ ຄວາມເຫັນດເີ ປນັ ລາຍລັກອກັ ສອນ ຈາກສະຫະພັນກໍາມະບານ
ຂ້ນັ ເທງິ ຖັດນັ້ນ;

18

2. ປອມແປງ, ຜະລິດ, ຈໍາໜ່າຍ ຫືຼ ນໍາໃຊ້ເຄ່ອື ງໝາຍ, ເຄືອ່ ງແບບ, ຕາປະທັບ ຂອງສະຫະພັນກໍາມະບານ
ລາວ ໂດຍບ່ໍໄດ້ຮັບອະນຸຍາດ ຈາກສູນກາງສະຫະພັນກໍາມະບານລາວ;

3. ລະເມີດສິດ ແລະ ຜົນປະໂຫຍດອັນຊອບທາໍ ຂອງສະມາຊກິ ກໍາມະບານ, ກາໍ ມະກອນ ແລະ ຜູ້ອອກແຮງ
ງານອນື່ ; ສວຍໃຊ້ໜ້າທີ່, ຕໍາແໜ່ງ ຍັກຍອກ, ສໍ້ໂກງເອົາຊບັ ສນິ ຂອງສະຫະພນັ ກໍາມະບານລາວ ໄປເປັນ
ຂອງຕົນ;

4. ມີພຶດຕກິ ໍາອ່ືນ ທີເ່ ປນັ ການລະເມີດກົດໝາຍ.

ໝວດທີ XII
ຄະນະກວດກາ ວຽກງານກໍາມະບານລາວ

ມາດຕາ 54 ຄະນະກວດກາ ວຽກງານກາํ ມະບານລາວ
ຄະນະກວດກາ ວຽກງານກໍາມະບານລາວ ແມ່ນຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງສະຫະພັນ

ກໍາມະບານລາວ.
ຄະນະກວດກາ ວຽກງານກໍາມະບານລາວ ມີອາຍຸການ ເທົ່າກັນກັບອາຍຸການ ຂອງຄະນະບໍລິຫານງານ

ສະຫະພນັ ກໍາມະບານຂ້ນັ ດຽວກັນ. ປະທານກວດກາ, ຮອງປະທານກວດກາ ແລະ ກໍາມະການກວດກາ ແມ່ນ
ໄດມ້ າຈາກການເລອື ກຕັງ້ ໃນກອງປະຊຸມຄ້ງັ ປະຖົມມະລຶກ ຂອງຄະນະບລໍ ຫິ ານງານຂັນ້ ຂອງຕົນ;
ມາດຕາ 55 ສດິ ແລະ ໜາ້ ທ່ີ ຂອງຄະນະກວດກາວຽກງານກາໍ ມະບານລາວ

ຄະນະກວດກາ ວຽກງານກາໍ ມະບານລາວ ມສີ ິດ ແລະ ໜາ້ ທ່ີ ດັງ່ ນ:້ີ
1. ຄົນ້ ຄວ້າ, ຈັດຕັ້ງຜັນຂະຫຍາຍວຽກງານກວດກາ ເປັນແຜນການ, ແຜນງານ, ໂຄງການ ວຽກງານກວດກາ

ກາໍ ມະບານຂນັ້ ຂອງຕົນ;
2. ກວດກາ ການປະຕິບດັ ແນວທາງນະໂຍບາຍ, ກດົ ໝາຍ ແລະ ການປະຕບິ ດັ ສົນທິສັນຍາ, ສນັ ຍາສາກນົ ທີ່

ພວົ ພັນກັບວຽກງານກໍາມະບານ;
3. ກວດກາ ການຈັດຕງ້ັ ແລະ ການເຄື່ອນໄຫວວຽກງານຮອບດ້ານ ຂອງສະຫະພັນກໍາມະບານຂນ້ັ ດຽວກນັ

ແລະ ຂນັ້ ລ່ມຸ ຂອງຕົນ;
4. ສະເໜີຄະນະປະທານສະຫະພນັ ກາໍ ມະບານ ພຈິ າລະນາໂຈະ ຫືຼ ລົບລ້າງການປະຕິບັດນິຕິກໍາ ຂອງສະຫະພນັ

ກາໍ ມະບານຂນັ້ ລຸ່ມ ທ່ີຂັດກັບກດົ ໝາຍ, ຂັດກັບມະຕ,ິ ຄໍາສັງ່ ຂອງຂັ້ນເທງິ ;
5. ປະສານສົມທບົ ກັບຄະນະກວດກາພກັ , ລດັ , ແນວລາວສ້າງຊາດ, ອງົ ການຈັດຕ້ັງມະຫາຊນົ ອືນ່ ໃນຂ້ນັ

ດຽວກນັ ເພ່ອື ປະຕິບັດໜ້າທວ່ີ ຽກງານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
6. ຮັບພິຈາລະນາ ແລະ ລາຍງານສອ່ ງແສງຕໍ່ຄະນະພກັ , ຄະນະນํາຂ້ັນຂອງຕນົ ກຽ່ ວກບັ ຄํາສະເໜ,ີ ຄໍາຮ້ອງ

ຟ້ອງ ຂອງສະມາຊກິ ກໍາມະບານ;
7. ສະເໜີ ວທິ ີການ ແລະ ມາດຕະການແກ້ໄຂ ຜນົ ຂອງການກວດກາຂອງຕນົ ;
8. ນໍາໃຊ້ສິດ ແລະ ປະຕບິ ັດໜ້າທີອ່ ່ືນ ຕາມທີ່ໄດກ້ ໍານົດໄວ້ໃນກດົ ໝາຍ.
ມາດຕາ 56 ເນ້ືອໃນກວດກາ ວຽກງານກາໍ ມະບານລາວ

ເນ້ອື ໃນກວດກາ ວຽກງານກໍາມະບານລາວ ມີ ດັງ່ ນ:້ີ

19

1. ກວດກາ ການປະຕິບັດໜ້າທ່ີ ຕາມພາລະບົດບາດ, ສດິ , ໜາ້ ທີ່, ຄວາມຮັບຜິດຊອບ ແລະ ແບບແຜນວິທີ
ເຮັດວຽກຂອງຄະນະບໍລິຫານງານ, ພະນັກງານກໍາມະບານ, ສະມາຊິກກໍາມະບານ ຂັ້ນຂອງຕົນ ແລະ ຂັ້ນ
ລຸ່ມຂອງຕນົ ;

2. ກວດກາ ການຈັດຕັ້ງປະຕິບັດກົດໝາຍຂອງລັດ, ປະຕິບັດມະຕິກອງປະຊຸມ, ກົດລະບຽບຂອງ
ສະຫະພັນກາໍ ມະບານລາວ;

3. ກວດກາ ການປະຕບິ ັດຫຼກັ ການ ແລະ ແບບແຜນວິທີເຮັດວຽກ ຂອງຄະນະບໍລຫິ ານງານຂນ້ັ ຂອງຕນົ ;
4. ກວດກາ ການສ້າງ, ການຄຸ້ມຄອງ, ການນໍາໃຊ້, ການປະຕິບັດນະໂຍບາຍ, ການປົກປ້ອງສິດ ແລະ ຜົນ

ປະໂຫຍດອນັ ຊອບທໍາ ຂອງສະມາຊກິ ກາໍ ມະບານ, ກໍາມະກອນ ແລະ ຜ້ອູ ອກແຮງງານອນື່ ໆ;
5. ກວດກາການຄຸ້ມຄອງ, ການນໍາໃຊ້ຊັບສິນ, ການເງິນ ລວມທັງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ

ຂອງສະຫະພັນກາໍ ມະບານ ຂັນ້ ຂອງຕົນ ແລະ ຂນັ້ ລ່ມຸ ຂອງຕນົ .
ມາດຕາ 57 ຮບູ ການກວດກາ

ການກວດກາ ວຽກງານກໍາມະບານລາວ ແມ່ນການກວດກາໂດຍອົງການກວດກາພັກ-ລັດຖະບານ,
ຄະນະກວດກາກາໍ ມະບານ, ກວດກາໂດຍສະມາຊິກກາໍ ມະບານ ແລະ ການກວດກາຜ່ານຫາງສຽງສັງຄົມ. ຮູບ
ການການກວດກາວຽກງານກໍາມະບານ ມີ ດງ່ັ ນ:້ີ
1. ການກວດກາປົກກະຕິ ຕາມແຜນການວຽກງານ ຊງ່ຶ ແມ່ນການກວດກາຕາມແຜນການ ແລະ ມກີ າໍ ນົດ

ເວລາຢ່າງແນນ່ ອນ ຂອງຄະນະກວດກາແຕ່ລະຂນັ້ ;
2. ການກວດກາ ໂດຍແຈ້ງໃຫ້ຊາບລ່ວງໜາ້ ຊຶງ່ ແມ່ນການກວດກາ ຕາມຂ້ໍຕົກລງົ , ຄໍາສ່ັງ, ຄໍາແນະນໍາ ຂອງ

ຄະນະກວດກາ ແລະ ຄໍາສະເໜີ ຂອງສະຫະພັນກໍາມະບານແຕ່ລະຂັ້ນ ໂດຍແຈງ້ ໃຫເ້ ປົ້າໝາຍທ່ີຖກື
ກວດກາຊາບລວ່ ງໜ້າ;
3. ການກວດກາແບບກະທນັ ຫນັ ແມນ່ ການກວດກາຢ່າງຮີບດວ່ ນໂດຍບ່ແໍ ຈ້ງໃຫເ້ ປ້ົາໝາຍທ່ຖີ ກື ກວດກາ
ຊາບລ່ວງໜ້າ.

ໝວດທີ XIII
ວນັ ສ້າງຕັ້ງ, ເພງ, ເຄ່ືອງໝາຍ, ເຄອື່ ງແບບ ແລະ ຕາປະທບັ

ມາດຕາ 58 ວນັ ສາ້ ງຕງັ້ ສະຫະພນັ ກາໍ ມະບານລາວ
ວັນສ້າງຕັ້ງສະຫະພັນກໍາມະບານລາວ ແມ່ນ ວັນທີ 1 ກຸມພາ 1956. ສະຫະພັນກໍາມະບານແຕ່ລະຂັ້ນ

ຈດັ ຕ້ັງຂະບວນການ ສະເຫຼມີ ສະຫອຼ ງວນັ ດ່ັງກາ່ ວ ທຸກປ.ີ

ມາດຕາ 59 ເພງປະຈາໍ ສະຫະພນັ ກາໍ ມະບານລາວ
ສະຫະພນັ ກໍາມະບານລາວ ຖເື ອົາເພງສາກົນກໍາມະຊບີ ເປນັ ເພງປະຈາໍ ອົງການຂອງຕົນ ເພ່ືອສະແດງ

ຄວາມສາມັກຄ,ີ ມິດຕະພາບກບັ ຊນົ ຊ້ນັ ກາໍ ມະກອນ-ຊາວກາໍ ມະຊບີ ໃນທວົ່ ໂລກ. ເພງສາກນົ ກໍາມະຊີບ ນາໍ ໃຊ້
ເຂ້າົ ໃນວາລະເຄາົ ລົບທຸງຊາດ ເວລາດໍາເນນີ ກອງປະຊມຸ ໃຫຍ່ ຂອງສະຫະພັນກໍາມະບານແຕ່ລະຂັນ້ .

20

ມາດຕາ 60 ກາໝາຍ ຂອງສະຫະພນັ ກາໍ ມະບານລາວ
ສະຫະພັນກໍາມະບານລາວ ມີກາໝາຍສະເພາະຂອງຕົນ ຊຶ່ງເນື້ອໃນ ຄວາມໝາຍ, ການຄຸ້ມຄອງ ແລະ

ການນໍາໃຊ້ ໄດກ້ ໍານົດໄວໃ້ ນລະບຽບການເລກທີ 002/ສກລ, ລົງວັນທີ 2 ມງັ ກອນ 2018.
ກາໝາຍກໍາມະບານລາວ ໃຊ້ເປັນເຄື່ອງປະດັບບຸກຄົນສະມາຊິກກໍາມະບານ ແລະ ເປັນເຄື່ອງທີ່ລະນຶກ

ໃຫ້ການ ຈັດຕັ້ງ ຫຼື ບຸກຄົນອື່ນ; ກາໝາຍ ໃຊ້ຕິດເສື້ອແບບ, ໃຊ້ຕິດເວທີກອງປະຊຸມໃຫຍ່, ໃຊ້ເປັນເຄື່ອງ
ໝາຍໃນຫຼຽນກາ, ໃນທຸງໄຊ, ໃນຕາປະທັບ, ໃນປ້າຍຄໍາຂວັນ, ປ້າຍໂຄສະນາກິດຈະກໍາການເຄື່ອນໄຫວ
ວຽກງານກາໍ ມະບານ ຫືຼ ເຄື່ອງທ່ີລະນຶກຕາ່ ງໆ ຂອງສະຫະພັນກໍາມະບານລາວ.
ມາດຕາ 61 ເຄອ່ື ງແບບ ຂອງສະຫະພນັ ກາໍ ມະບານລາວ

ເຄອ່ື ງແບບ ຂອງສະຫະພັນກໍາມະບານລາວ ປະກອບມເີ ສືອ້ ຊາເຟີລີ, ເສອ້ື ເຊດີ , ເສືອ້ ຍືດ. ພະນັກງານກໍາ
ມະບານອາຊບີ ຕ້ອງໄດນ້ ່ງຸ ເຄື່ອງແບບກໍາມະບານ ໃນວັນລດັ ຖະການ. ສໍາລບັ ພະນັກງານກໍາມະບານເຄ່ງິ ອາຊີບ,
ສະມາຊກິ ກໍາມະບານໃຫນ້ ຸ່ງເຄື່ອງແບບກາໍ ມະບານ ອາທິດລະໜງ່ຶ ມ້,ື ນອກນ້ນັ ໃຫ້ນຸ່ງໃນເວລາເຂາ້ົ ຮວ່ ມກອງ
ປະຊມຸ ແລະ ເຂາ້ົ ຮວ່ ມການເຄື່ອນໄຫວກິດຈະກາໍ ຕາ່ ງໆທີ່ສະຫະພັນກາໍ ມະບານຈັດຂນ້ຶ .
ມາດຕາ 62 ທງຸ ໄຊ ຂອງສະຫະພນັ ກໍາມະບານລາວ

ທງຸ ໄຊຂອງສະຫະພັນກໍາມະບານລາວ ເປັນແພພ້ນື ສີແດງ, ແຂບຍອຍສີຄໍາ. ໝາຍເຖິງການປະກອບສວ່ ນ
ອທຸ ິດຊວີ ິດ, ເລອື ດເນ້ືອ, ເຫອື່ ແຮງຂອງການຈດັ ຕັ້ງ, ສະມາຊິກກາໍ ມະບານ ແລະ ກໍາມະກອນ ທີ່ມີຜົນງານ
ດີເດັນ່ ໃນພາລະກດິ ການປົກປັກຮກັ ສາ ແລະ ສາ້ ງສາພັດທະນາປະເທດຊາດ. ເນ້ືອໃນມີຄວາມໝາຍວ່າ:
ສະຫະພນັ ກໍາມະບານທໄີ່ ດ້ຮັບທຸງໄຊນນ້ັ ໄດ້ມີຜົນງານດີເດ່ັນໃນຂະບວນການແຂງ່ ຂນັ ປະຈໍາສະໄໝກອງປະ
ຊຸມໃຫຍ່ຂັ້ນຂອງຕົນ ຫືຼ ໄດມ້ ີຜົນງານອື່ນ ຕາມເນ້ືອໃນທ່ີໄດ້ຂຽນໃສ່ທຸງໄຊນັ້ນ.
ມາດຕາ 63 ຫຼຽນກາ ກາໍ ມະບານ

ຫຽຼ ນກາ ກໍາມະບານລາວ ແມນ່ ຫຽຼ ນຍ້ອງຍໍຜນົ ງານສງູ ສດຸ ຂອງສະຫະພັນກໍາມະບານລາວ ຊງຶ່ ເຮດັ ດວ້ ຍ
ໂລຫະເປັນຮບູ ດາວສີຄໍາເຫ້ືຼອມງາມສະຫງ່າ ມກີ າໝາຍກໍາມະບານລາວຢູ່ໃຈກາງ, ມີເສ້ັນຜ່າກາງ 4,5 ຊງັ ຕີ
ແມດັ , ມນີ ໍ້າໜັກ 14 ກາຼ ມ, ຫົວຫຼຽນກາ ສີແດງ ມີໜັງສືຂຽນວາ່ : “ຫຽຼ ນກາ”.

ນໍາໃຊເ້ ພອ່ື ຍອ້ ງຍໍສັນລະເສນີ ຜົນງານລວມໝູ່ ຫຼື ບຸກຄນົ ທ່ີມີຜົນງານປະກອບສ່ວນ ພດັ ທະນາວຽກງານ
ກາໍ ມະບານ ໃນແຕ່ລະໄລຍະຕາມຂໍກ້ ໍານດົ ວາ່ ດ້ວຍການນາໍ ໃຊ້ຫຼຽນກາກາໍ ມະບານລາວ ເລກທີ 0269/ສກລ,
ລງົ ວນັ ທີ 07/4/2005.
ມາດຕາ 64 ຕາປະທບັ

ການຈດັ ຕງ້ັ ກໍາມະບານລາວແຕ່ລະຂນັ້ ມີຕາປະທບັ ເປັນຂອງຕົນ ເພື່ອນໍາໃຊເ້ ຂ້ົາໃນວຽກງານທາງລັດຖະ
ການ ຊ່ງຶ ຕ້ອງນໍາໃຊ້ຢາ່ ງມີຄວາມຮັບຜດິ ຊອບ ແລະ ຖກື ຕ້ອງຕາມຂອບເຂດສິດອາໍ ນາດ ຂອງການຈັດຕ້ັງຂັ້ນ
ຂອງຕົນ ພ້ອມທງັ ປົກປັກຮັກສາ ບໍ່ໃຫ້ຕກົ ເຮ່ຍເສຍຫາຍ.

ໝວດທີ XIV
ການຍອ້ ງຍໍ, ການນະໂຍບາຍຕຜໍ່ ທູ້ ່ີມຜີ ນົ ງານ ແລະ ມາດຕະການຕຜ່ໍ ລູ້ ະເມດີ

ມາດຕາ 65 ການຍອ້ ງຍໍ
ການຍ້ອງຍໍບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ມີຜົນງານດີເດັ່ນ ໃນ

ການເຄື່ອນໄຫວຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ຂອງລັດ ແລະ ກົດລະບຽບຂອງ

21

ກໍາມະບານຈະໄດ້ຮບັ ການຍອ້ ງຍຈໍ າກກໍາມະບານ ຫືຼ ສະເໜໃີ ຫອ້ ົງການປົກຄອງຍ້ອງຍໍດ້ວຍວັດຖຸ, ໃບຍ້ອງຍໍ,
ຫຽຼ ນກາ, ຫຼຽນໄຊຕາ່ ງໆຕາມຄວາມເໝາະສົມ. ຮບູ ການຍອ້ ງຍໍ ຂອງກໍາມະບານ ປະກອບມີ:
- ຫຽຼ ນກາກາໍ ມະບານ;
- ທງຸ ໄຊຂອງກໍາມະບານ;
- ໃບຍ້ອງຍ;ໍ
- ໃບຊມົ ເຊຍີ ;
- ໃບກຽດຕຄິ ນຸ .
ມາດຕາ 66 ນະໂຍບາຍ ຕຜໍ່ ທູ້ ມີ່ ຜີ ນົ ງານ

ບຸກຄົນ, ນິຕບິ ກຸ ຄົນ ຫືຼ ການຈັດຕ້ງັ ທ່ີມີຜົນງານດີເດນ່ັ ໃນການປະຕິບັດກົດລະບຽບສະບັບນີ້ ຈະໄດ້ຮັບ
ການຍອ້ ງຍໍ ຫຼື ນະໂຍບາຍອນ່ື ຕາມລະບຽບກົດໝາຍ.

ມາດຕາ 67 ມາດຕະການຕຜໍ່ ລູ້ ະເມດີ
ບກຸ ຄົນ, ນຕິ ບິ ຸກຄນົ ຫືຼ ການຈັດຕງັ້ ທ່ລີ ະເມດີ ກົດລະບຽບສະບັບນ້ີ ຈະຖກື ປະຕບິ ັດມາດຕະການ ສກຶ ສາ

ອບົ ຮົມ, ກາ່ ວເຕືອນ, ລງົ ວໄິ ນ ຫຼື ລງົ ໂທດ ຕາມກລໍ ະນເີ ບົາ ຫືຼ ໜກັ ພອ້ ມທັງໃຊແ້ ທນຄ່າເສຍຫາຍ ທີ່ຕົນໄດ້
ກໍ່ຂຶ້ນ.

ກ. ສາໍ ລບັ ການຈດັ ຕງ້ັ ກາํ ມະບານ
ຖາ້ ອົງການຈດັ ຕ້ັງທ່ີກະທາໍ ຜດິ ຕ່ໍແນວທາງນະໂຍບາຍຂອງພັກ, ກດົ ໝາຍຂອງລດັ ແລະ ກດົ ລະບຽບຂອງ
ກໍາມະບານ ຈະຖືກປະຕບິ ັດວໄິ ນ ດັ່ງນ:ີ້
- ຕິຕຽນຄວາມຜິດ;
- ກ່າວເຕືອນຄວາມຜດິ ;
- ຍຸບການຈັດຕ້ງັ
ຂ. ສາໍ ລບັ ສະມາຊກິ ກາํ ມະບານ
ຖ້າສະມາຊິກກໍາມະບານທີ່ກະທໍາຜິດຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍ ຂອງລັດ ແລະ ກົດ
ລະບຽບຂອງສະຫະພັນກາໍ ມະບານລາວ ຈະຖືກປະຕິບດັ ວໄິ ນ ດັງ່ ນ:້ີ
- ຕິຕຽນຄວາມຜດິ ;
- ກ່າວເຕືອນຄວາມຜິດ, ປະໄວ້ໃນອງົ ການຈດັ ຕ້ງັ ກໍາມະບານຊົ່ວຄາວເພື່ອສຶກສາອົບຮົມ;
- ປະກາດລບົ ລາ້ ງຊອ່ື ອກຈາກສະມາຊິກກໍາມະບານ, ຖອນບດັ ສະມາຊກິ ກາໍ ມະບານ;
- ຖາ້ ວ່າສະມາຊິກກາํ ມະບານຜູ້ຖືກວິໄນມີການປ່ຽນແປງຂໍ້ຜິດພາດຂອງຕົນ ແລະ ມີຄວາມກ້າວໜ້າຢ່າງແທ້
ຈິງ ຄະນະກາໍ ມະບານຂັນ້ ນັ້ນຈະຄົ້ນຄວ້າ ພິຈາລະນາຮັບເອົາຜູ້ກ່ຽວເຂົ້າເປັນສະມາຊິກກໍາມະບານຄືນໃໝ່
ໂດຍມກີ ານຕົກລົງຈາກຄະນະສະຫະພນັ ກໍາມະບານຂ້ັນເທງິ ຖັດຕົນ.

22

ມາດຕາ 68 ລົງວິໄນສະມາຊິກ ແລະ ການຈັດຕັງ້ ກາໍ ມະບານ
1. ກອງປະຊຸມຮາກຖານກາํ ມະບານເປັນຜູ້ພິຈາລະນາຕົກລົງ, ໃນກໍລະນີລົບລ້າງຊື່ອອກຈາກສະມາຊິກຕ້ອງ
ໄດ້ຮັບການຕົກລົງເຫັນດີຈາກ 2/3 ຂອງຈໍານວນສະມາຊິກກໍາມະບານທັງໝົດທີ່ມີໜ້າເຂົ້າຮ່ວມກອງ
ປະຊມຸ ແລະ ລາຍງານໃຫກ້ າໍ ມະບານຂ້ັນເທງິ ຊາບ;
2. ການລງົ ວໄິ ນຕ່ຄໍ ະນະບໍລິຫານງານກໍາມະບານແຕ່ລະຂັ້ນ ແມ່ນກອງປະຊຸມຄົບຄະນະບໍລິຫານງານຂັ້ນນັ້ນ
ເປນັ ຜູ້ພຈິ າລະນາ ແລະ ນໍາສະເໜີໃຫ້ກໍາມະບານຂນ້ັ ເທງິ ຖັດຕົກລງົ ;
3. ການລງົ ວໄິ ນຕຄໍ່ ະນະກວດກາກາໍ ມະບານ, ບຸກຄົນກໍາມະການກວດກາແຕ່ລະຂັ້ນ ແມ່ນໃຫ້ປະຕິບັດຄືກັນ
ກັບການປະຕິບດັ ວໄິ ນຕພ່ໍ ະນັກງານກາໍ ມະບານ ແລະ ຄະນະບໍລິຫານງານກໍາມະບານຂັ້ນນ້ັນ;
4. ສໍາລບັ ການຈັດຕງັ້ ກໍາມະບານ, ຖ້າຜິດພາດເຖິງຂັນ້ ຍບຸ ການຈັດຕ້ງັ ແລະ ໄດ້ຮັບການເຫັນດີຂອງຄະນະພັກ
ກ່ຽວຂ້ອງ ແມນ່ ໃຫ້ສະຫະພັນກໍາມະບານຂັ້ນເທິງຖັດນນ້ັ ເປັນຜຕູ້ ກົ ລງົ .

ໝວດທີ XV
ບດົ ບັນຍດັ ສຸດທາ້ ຍ

ມາດຕາ 69 ການຈດັ ຕ້ງັ ປະຕິບດັ
ສະຫະພັນກໍາມະບານແຕ່ລະຂັນ້ , ສະມາຊິກກໍາມະບານ ເປັນຜ້ຈູ ັດຕ້ັງປະຕບິ ດັ ກດົ ລະບຽບສະບັບນ.້ີ

ມາດຕາ 70 ຜົນສກັ ສດິ
ກົດລະບຽບສະບັບນີ້ ໄດ້ຮັບຮອງເອົາຈາກກອງປະຊຸມໃຫຍ່ ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ

VIII ຊງຶ່ ດໍາເນີນຢູ່ນະຄອນຫຼວງວຽງຈັນ ວັນທີ 2-3 ທັນວາ 2020. ມີແຕ່ກອງປະຊຸມໃຫຍ່ຜູ້ແທນກໍາມະ
ບານລາວທ່ົວປະເທດເທາ່ົ ນນ້ັ ຈງຶ່ ມສີ ິດດັດແປງກດົ ລະບຽບສະຫະພັນກໍາມະບານລາວສະບັບນີ້, ໃນກໍລະນີຈໍາ
ເປນັ ກອງປະຊຸມສາມັນຄບົ ຄະນະບລໍ ຫິ ານງານສນູ ກາງສະຫະພນັ ກາໍ ມະບານລາວ ກ່ສໍ າມາດດັດແປງໄດ.້

ກອງປະຊຸມໃຫຍ່ຜູແ້ ທນກາໍ ມະບານລາວທ່ົວປະເທດຄງ້ັ ທີ VIII

23


Click to View FlipBook Version