44ຕາຕະລາງ 4.4 ຜົນການວິເຄາະຊັ້ນຮຽນ ລ/ດ ເນື້ອໃນ ຈໍານວນ ເປີເຊັນ1 ປີ1 28 252 ປີ2 0 0 3 ປີ3 34 314 ປີ4 44 44ລວມ 110 100ຈາກຕາຕະລາງ 4.4 ພົບວ່າກຸ່ມຕົວຢ່າງໃນການສຶກສາຄັ້ງນີ້ຫຼາຍກວ່າໝູ່ເປັນນັກສຶກສາປີທີ 4ຈໍານວນ49 ຄົນ ກວມເອົາ 44% ຮອງລົງມາແມ່ນນັກສຶກສາປີທີ3 ມີຈໍານວນ 34 ຄົນ ກວມເອົາ 31%ແລະປີທີ1ມີຈໍານວນ 28 ຄົນ ກວມເອົາ 25% ບໍ່ມີນັກສຶກສາປີທີ2. ຕາຕະລາງ 4.5 ຜົນການວິເຄາະສາຂາວິຊາຮຽນ ລ/ດ ເນື້ອໃນ ຈໍານວນ ເປີເຊັນ1 ພາສາຝຣັ່ງ 29 292 ພາສາອັງກິດ 81 71ລວມ 110 100ຈາກຕາຕະລາງ 4.5 ພົບວ່າກຸ່ມຕົວຢ່າງໃນການສຶກສາຄັ້ງສ່ວນໃຫຍ່ແມ່ນເປັນນັກສຶກສາ ສາຂາວິຊາພາສາອັງກິດມີຈໍານວນ 81 ຄົນ ກວມເອົາ 71% ນອກນັ້ນແມ່ນເປັນນັກສຶກສາສາຂາວິຊາພາສາຝຣັ່ງມີຈໍານວນ29ຄົນກວມເອົາ 29%. ຕາຕະລາງ 4.6 ຜົນການວິເຄາະປະສົບການໃນການຮັບບໍລິການ ລ/ດ ເນື້ອໃນ ຈໍານວນ ເປີເຊັນ1 1 ປີ 25 252 2 ປີ 0 0 3 3 ປີ 31 314 4 ປີ 44 44ລວມ 110 100ຈາກຕາຕະລາງ 4.6 ພົບວ່າກຸ່ມຕົວຢ່າງໃນການສຶກສາຄັ້ງນີ້ທີ່ມີປະສົບການໃນການຮັບບໍ່ລິການຈາກພາກວິຊາພາສາຕ່າງປະເທດຫຼາຍກວ່າໝູ່ເປັນນັກສຶກສາປີທີ4 ຈໍານວນ 49 ຄົນ ກວມເອົາ 44%ຮອງລົງມາແມ່ນນັກສຶກສາປີທີ3 ມີຈໍານວນ 34 ຄົນ ກວມເອົາ 31% ແລະ ປີທີ1 ມີຈໍານວນ 28 ຄົນ ກວມເອົາ 25%ບໍ່ມີນັກສຶກສາປີທີ2
45ຕອນທີ2: ຜົນການວິເຄາະຄວາມເພິ່ງພໍໃຈຂອງນັກສຶກສາຕໍ່ກັບການບໍລິການ ຕາຕະລາງ 4.7 ຜົນການວິເຄາະຄວາມເພິ່ງພໍໃຈດ້ານບໍລິການຂໍ້ມູນຂ່າວສານ ລ/ດ ເນື້ອໃນສອບຖາມ SDແປຜົນ1 ມີແຫຼ່ງຂໍ້ມູນຂ່າວສານທີ່ຫຼາກຫຼາຍສໍາລັບການຮຽນຮູ້ 4.00 .00 ຫຼາຍ2 ມີຫໍຂ່າວສໍາລັບນັກສຶກສາໃນການຕິດຕາມຂ່າວສານທັງພາຍໃນ ແລະ ພາຍນອກ 3.00 .00 ປານກາງ3 ນັກສຶກສາສາມາດເຂົ້າເຖິງຂ່າວສານໄດ້ວ່ອງໃວ ແລະ ທັນການ 4.00 .00 ຫຼາຍ4 ໃຫ້ການສະຫນັບສະຫນູນ ແລະ ເຜີຍແຜ່ 3 ລັກສະນະ 5 ຫຼັກມູນຂອງການສຶກສາໄດ້ເປັນຢ່າງດີ 4.00 .00 ຫຼາຍ5 ເຜີຍແຜ່ກົດລະບຽບ, ຫຼັກການ, ວິທີການຮຽນຮູ້ໃຫ້ກ່ນັກສຶກສາ 5.00 .00 ຫຼາຍທີ່ສຸດ6 ໃຫ້ຄໍາປຶກສາ, ແນະແນວ, ແນະນໍາ ແລະ ຊີ້ແນວທາງເພື່ອພັດທະນາການຮຽນຂອງນັກສຶກສາ 3.93 .24 ຫຼາຍ7 ນັກສຶກສາສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ແຫຼ່ງການຮຽນຮູ້ໄດ້ຫຼາກຫຼາຍຊ່ອງທາງ 4.00 .00 ຫຼາຍ8 ມີການທົບທວນຄືນຂໍ້ມູນທີ່ສົ່ງໃຫ້ນັກສຶກສາເພື່ອຄວາມຖືກຕ້ອງ ແລະ ຊັດເຈນ 4.93 .24 ຫຼາຍທີ່ສຸດ9 ມີຫ້ອງສະໝຸດໃຫ້ນັກສຶກສາໄດ້ຊອກຫາຂໍ້ມູນຂ່າວສານ ແລະ ການຮຽນຮູ້ 4.96 .18 ຫຼາຍທີ່ສຸດ10 ມີເອກະສານປະກອບການຮຽນພຽງພໍໃນການສຶກສາຄົ້ນຄວ້າຂອງນັກສຶກ ສາ 5.00 .00 ຫຼາຍທີ່ສຸດ11 ມີມູມການຮຽນຮູ້ທີ່ນັກສຶກສາສາມາດເຂົ້າເຖິງຢ່າງສະດວກສະບາຍ 3.77 .46 ຫຼາຍລວມ 4.23 .10 ຫຼາຍຈາກຕາຕະລາງ 4.7 ພົບວ່າຄວາມເພິ່ງພໍໃຈຂອງນັກສຶກສາໃນດ້ານການບໍລິການຂໍ້ມູນຂ່າວສານໂດຍພາບລວມແມ່ນຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ ( = 4.23) ແລະ (SD=.10) ແຕ່ເມື່ອເບິ່ງເປັນລາຍຂໍ້ເຫັນວ່າເຜີຍແຜ່ກົດລະບຽບ, ຫຼັກການ, ວິທີການຮຽນຮູ້ໃຫ້ກ່ນັກສຶກສາ, ແລະ ມີເອກະສານປະກອບການຮຽນພຽງພໍໃນການສຶກສາຄົ້ນຄວ້າຂອງນັກສຶກສາແມ່ນຢູ່ໃນລະດັບຫຼາຍທີ່ສຸດເຊິ່ງມີຄ່າສະເລ່ຍ ( = 5.00) ແລະ (SD=.00) ຮອງລົງມາແມ່ນມີການທົບທວນຄືນຂໍ້ມູນທີ່ສົ່ງໃຫ້ນັກສຶກສາເພື່ອຄວາມຖືກຕ້ອງ ແລະ ຊັດເຈນເຊິ່ງມີຄ່າສະເລ່ຍ( =4.96 ) ແລະ (SD=.18) ສ່ວນມີຫໍຂ່າວສໍາລັບນັກສຶກສາໃນການຕິດຕາມຂ່າວສານທັງພາຍໃນແລະພາຍນອກແມ່ນ ຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ ( = 3.00) ແລະ (SD=.00)
46ຕາຕະລາງ 4.8 ຜົນການວິເຄາະຄວາມເພິ່ງພໍໃຈດ້ານບໍລິການການຮຽນຮູ້ ລ/ດ ເນື້ອໃນສອບຖາມ SDແປຜົນ1 ມີຫຼັກສູດແຫ່ງຊາດ ແລະ ຫຼັກສູດລາຍວິຊາ ເພື່ອເປັນບ່ອນອີງ ໃນການພັດທະນາການສອນ. 5.00 .00 ຫຼາຍທີ່ສຸດ2 ມີຄູອາຈານທີ່ມີຄວາມຮູ້ຄວາມສາມາດຈາກທັງພາຍໃນ ແລະ ຕ່າງປະເທດ. 5.00 .00 ຫຼາຍທີ່ສຸດ3 ມີຄວາມຊໍານານໃນການສອນໄປຕາມຫຼັກການສອນທີ່ເນັ້ນໃສ່ຜູ້ຮຽນ ເປັນສໍາຄັນ 3.79 .40 ຫຼາຍ4 ມີການຈັດກິດຈະກໍາທີ່ສົ່ງເສີມທັກສະ, ຄວາມສາມາດທາງດ້ານພາສາ ແລະ ທັດສະນະຂອງຄວາມເປັນຄ.ູ 4.02 .49 ຫຼາຍ5 ຈັດສັນເວລາໃນການສົນທະນາ ແລກປ່ຽນປະສົບການໃນການຮຽນຮູ້ ແລະ ສ້າງປະສົບການ 4.24 .63 ຫຼາຍ6 ໃຫ້ເວລານັກສຶກສາໃນການຮຽນນອກສະຖານທີ່ເພື່ອປຽບທຽບທິດສະ ດີກັບພາກປະຕິບັດຈິງໃນຫ້ອງຮຽນ 3.72 .44 ຫຼາຍ7 ແນະນໍາແຫຼ່ງການຮຽນຮູ້ທີ່ຫຼາກຫຼາຍເໝາະແກ່ການຮຽນທັງໃນຫ້ອງ ຮຽນ ແລະ ຮຽນດ້ວຍຕົນເອງ 4.00 .00 ຫຼາຍ8 ມີເອກະສານປະກອບການສອນທີ່ມາຈາກຫຼາຍແຫຼ່ງການຮຽນຮູ້ 3.26 .44 ປານກາງ 9 ຄູສອນທຸກຄົນມີຄວາມເປັນມິດ ແລະ ນັກສຶກສາສາມາດເຂົ້າເຖິງ ໄດ້ງ່າຍ 3.59 .49 ຫຼາຍ10 ຄູສອນທຸກຄົນມີປະສົບການ ແລະ ສາມາດແກ້ໄຂຂໍ້ຂອງໃຈໃຫ້ແກ່ນັກ ສຶກສາໄດ້ 3.94 .35 ຫຼາຍ11 ຄູສອນມີການພັດທະນາຕົນເອງຕະຫຼອດເວລາ ເພື່ອໃຫ້ທັນກັບ ຄວາມຕ້ອງການໃນການຮຽນຮູ້ຂອງນັກສຶກສາໃນໄລ ຍະໃໝ່ 4.00 .00 ຫຼາຍ12 ນໍາໃຊ້ການສອນທັງທາງເຊິງໜ້າ ແລະ ອອນລາຍ 4.00 .00 ຫຼາຍລວມ 4.04 .27 ຫຼາຍຈາກຕາຕະລາງ 4.8 ພົບວ່າຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການດ້ານການຮຽນຮູ້ຂອງພາກວິຊາພາສາຕ່າງປະເທດໂດຍພາບລວມແມ່ນຢູ່ໃນລະດັບຫຼາຍເຊິ່ງຄ່າສະເລ່ຍ ( = 4.04) ແລະ ຄ່າບ່ຽງເບນມາດຕະຖານແມ່ນ (SD= .27) ແຕ່ເມື່ອເບິ່ງເປັນລາຍຂໍ້ເຫັນວ່າ ມີຫຼັກສູດແຫ່ງຊາດ ແລະ ຫຼັກສູດລາຍວິຊາ ເພື່ອເປັນບ່ອນອີງໃນການພັດທະນາການສອນ ແລະ ມີຄູອາຈານທີ່ມີຄວາມຮູ້ຄວາມສາມາດຈາກທັງພາຍໃນແລະຕ່າງປະເທດຢູ່ໃນລະດັບຫຼາຍທີ່ສຸດເຊິ່ງມີຄ່າສະເລ່ຍ ( = 5.00) ແລະ ຄ່າບ່ຽງເບນມາດຕະຖານແມ່ນ(SD=.00)ຮອງລົງມາແມ່ນຈັດສັນເວລາໃນການສົນທະນາແລກປ່ຽນປະສົບການໃນການຮຽນຮູ້ ແລະ ສ້າງປະສົບການເຊິ່ງມີຄ່າສະເລ່ຍ ( = 4.24) ແລະ ຄ່າບ່ຽງເບນມາດຕະຖານ (SD= .63) ສ່ວນມີເອກະສານປະກອບການສອນທີ່ ມາຈາກຫຼາຍແຫຼ່ງການຮຽນຮູ້ຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ ( = 3.26) ແລະ ຄ່າບ່ຽງເບນມາດຕະຖານແມ່ນ (SD= .44)
47ຕາຕະລາງ 4.9 ຜົນການວິເຄາະຄວາມເພິ່ງພໍໃຈດ້ານບໍລິການເຄື່ອນໄຫວນອກຫຼັກສູດ ລ/ດ ເນື້ອໃນສອບຖາມ SDແປຜົນI ບໍລິການສີລະປະ-ກິລາ 1 ມີຜູ້ຮັບຜິດຊອບວຽກງານກິລາ-ສີລະປະທີ່ມີຄວາມສາມາດສະເພາະດ້ານ 4.00 .00ຫຼາຍ2 ມີການຄັດເລືອກ, ຈັດທີມກິລາ-ສີລະປະເໝາະສົມ 4.00 .00ຫຼາຍ3 ມີການແບ່ງເວລາຝຶກຊ້ອມຢ່າງຊັດເຈນ 2.50 .87ປານກາງ4 ມີການຝຶກຊ້ອມເປັນປົກະຕິແລະ ຕໍ່ເນື່ອງ 3.24 .81ປານກາງ5 ສະໜັບສະໜຸນໃຫ້ໄດ້ເຂົ້າຮ່ວມການປະກວດທັງພາຍໃນ ແລະ ພາຍນອກ 3.85 .35ຫຼາຍ6 ມິການປະຕິບັດນະໂຍບາຍຕໍ່ນັກກິລາ-ສີລະປະ 3.80 .39ຫຼາຍລວມ 3.56 .40ຫຼາຍII ບໍລິການຮັກສາສະພາບແວດລ້ອມ 7 ມີການແບ່ງປັນເຂດຮັບຜິດຊອບໃຫ້ແຕ່ລະຫ້ອງຢ່າງຊັດເຈນ 3.10 .60ປານກາງ8 ອໍານວຍຄວາມສະດວກໃຫ້ແກ່ນັກສຶກສາໃນການຮັກສາສະພາບແວດລ້ອມ 2.18 .38ໜ້ອຍ9 ມີລະບົບການຈັດການສິ່ງເສດເຫຼືອທີ່ໄດ້ມາດຕະຖານ 2.00 .00ໜ້ອຍ10 ມີອຸປະກອນຮັບໃຊ້ໃນການຮັກສາສະພາບແວດລ້ອມຢ່າງພຽງພໍແລະ ເໝາະສົມ 2.00 .00ໜ້ອຍ11 ມີຖັງຂີ້ເຫຍື່ອທີ່ສາມາດແຍກປະເພດໄດ້ 2.00 .00ໜ້ອຍ12 ມີການປະສານກັບພາກສ່ວນອື່ນເພື່ອການຈັດສັນສິ່ງເສດເຫຼືອ 2.00 .00ໜ້ອຍ13 ມີການນໍາສິ່ງເສດເຫຼືອໄປທໍາລາຍໃນທຸກໆອາທິດ, ທຸກເດືອນ 3.00 .00ປານກາງ14 ມີການຈັດສັນການຕັດຫຍັາຕາມເຂດຮັບຜິດຊອບເປັນປົກກະຕິ 5.00 .00ຫຼາຍທີ່ສຸດລວມ 2.66 .12ປານກາງIII ບໍລິການອາຄານຮຽນ ແລະ ສິ່ງອໍານວຍຄວາມສະດວກໃນການຮຽນ 1 ມີຫ້ອງຮຽນ, ໂຕະ, ຕັ່ງ ແລະ ອຸປະກອນຮັບໃຊ້ສໍາລັບການຮຽນ- ການສອນພຽງພໍໃນຫ້ອງຮຽນ 3.00 .00ໜ້ອຍ2 ມີການປະດັບປະດາຫ້ອງຮຽນໃຫ້ເໝາະສົມກັບການຮຽນຮູ້ 3.44 .49ປານກາງ3 ມີລະບົບໄຟຟ້າ, ນໍ້າປະປາເພື່ອອໍານວຍຄວາມສະດວກແກ່ການຮຽນ 3.00 .00ປານກາງ4 ມີຫ້ອງນໍ້າສະອາດ ແລະ ພຽງພໍກັບການຊົມໃຊ້ຂອງນັກສຶກສາ 3.00 .00ປານກາງ5 ອຸປະກອນໄຟຟ້າ ແລະ ນໍ້າປະປາມີຄວາມສົມບູນ ປອດໄພ 3.00 .00ປານກາງ6 ໂຕະຕັ່ງສົມບູນພຽງພໍແລະ ສະດວກໃນການຈັດກິດຈະກໍາການຮຽນ 3.00 .00ປານກາງ7 ມີການບູລະນະສ້ອມແປງຮັກສາສະພາບໃຫ້ສາມາດນໍາໃຊ້ໄດ້ດີເປັນປົກກະຕິ 2.44 .49ໜ້ອຍ8 ມິີລະບົບການຮັກສາອະນາໄມເປັນປົກກະຕິໃນຫ້ອງຮຽນ, ອາຄານ ແລະ ບໍລິເວນອາຄານຮຽນ 3.00 .00ປານກາງລວມ 2.98 .12ປານກາງລວມ I, II, III 2.92 .21ປານກາງຈາກຕາຕະລາງ 4.9 ພົບວ່າຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການວຽກງານນອກຫຼັກສູດໂດຍພາບລວມໃນ 3 ວຽກເຫັນວ່າຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ ( = 2.92) ແລະ ຄ່າບ່ຽງເບນມາດຕະຖານແມ່ນ (SD= .21) ແຕ່ເມື່ອເບິ່ງແຕ່ລະໜ້າວຽກເຫັນວ່າການບໍລິການວຽກງານກິລາ-ສີລະປະເຫັນວ່າ ຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ ( = 3.56) ແລະ ຄ່າບ່ຽງເບນມາດຕະຖານ (SD=.40) ຮອງລົງມາແມ່ນການບໍລິການ
48ວຽກງານອາຄານຮຽນ ແລະ ສິ່ງອໍານວຍຄວາມສະດວກໃນການຮຽນຢູ່ໃນລະດັບປານກາງ ( =2.93)ຄ່າບ່ຽງເບນມາດຕະຖານ (SD=.12) ສ່ວນການບໍລິການວຽກງານຮັກສາສະພາບແວດລ້ອມແມ່ນຢູ່ໃນລະດັບປານກາງເຊັ່ນກັນແຕ່ມີຄ່າສະເລ່ຍ ( = 2.66) ແລະ ຄ່າບ່ຽງເບນມາດຕະຖານ (SD=.12) ວຽກງານກິລາສີລະປະໂດຍພາບລວມແມ່ນຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ ( =3.56) ແລະຄ່າບ່ຽງເບນມາດຕະຖານ (SD=. 40) ແຕ່ເມື່ອເບິ່ງເປັນລາຍຂໍ້ເຫັນວ່າມີຜູ້ຮັບຜິດຊອບວຽກງານກິລາ-ສີລະປະທີ່ມີຄວາມຮູ້ສະເພາະດ້ານ ແລະ ມີການຄັດເລືອກ,ຈັດທິມກິລາ-ສີລະປະເໝາະສົມຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ( = 4.00) ແລະ ຄ່າບ່ຽງເບນມາດຕະຖານ (SD=.00) ຮອງລົງມາແມ່ນສະໜັບສະໜູນໃຫ້ເຂົ້າຮ່ວມການປະກວດສີລິປະວັນນະຄະດີທັງພາຍໃນ ແລະ ພາຍນອກຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ ( =3.85) ແລະຄ່າບ່ຽງເບນມາດຕະຖານ (SD=.35) ສ່ວນມີການແບ່ງເວລາໃນການຝຶກຊ້ອມຢ່າງຊັດເຈນຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ ( = 2.50) ແລະ ຄ່າບ່ຽງເບນມາດຕະຖານ (SD=.87) ວຽກງານຮັກສາສະພາບແວດລ້ອມໂດຍພາບລວມແມ່ນຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ( =2.66)ແລະ ຄ່າບ່ຽງເບນມາດຕະຖານ (SD=.12) ແຕ່ເມື່ອເບິ່ງເປັນລາຍຂໍ້ເຫັນວ່າມີການຈັດສັນການຕັດຫຍ້າໃນເຂດຮັບຜິດຊອບເປັນປົກກະຕິຢູ່ໃນລະດັບຫຼາຍທີ່ສຸດເຊິ່ງມີຄ່າສະເລ່ຍ ( = 5.00) ແລະ ຄ່າບ່ຽງ ເບນມາດຕະຖານ(SD=.00) ຮອງລົງມາແມ່ນມີການແບ່ງປັນເຂດຮັບຜິດຊອບໃຫ້ແຕ່ລະຫ້ອງ ຢ່າງຊັດເຈນຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ ( = 3.10) ແລະ ຄ່າບ່ຽງເບນມາດຕະຖານ (SD=.60) ສ່ວນມີລະບົບການຈັດການສິ່ງເສດເຫຼືອທີ່ໄດ້ມາດຕະຖານ, ມີອຸປະກອນຮັບໃຊ້ໃນການຮັກສາສະພາບແວດລ້ອມຢ່າງພຽງພໍ ແລະ ເໝາະສົມ, ມີຖັງຂີ້ເຫຍອື້ ທີ່ສາມາດແຍກປະເພດໄດ້ ແລະ ມີການປະສານກັບພາກສ່ວນອື່ນເພື່ອການຈັດສັນສິ່ງ ເສດເຫຼືອແມ່ນຢູ່ໃນລະດັບໜ້ອຍເຊິ່ງມີຄ່າສະເລ່ຍ ( = 2.00) ແລະ ຄ່າບ່ຽງເບນມາດຕະຖານ (SD=.00) ວຽກງານອາຄານສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກໃນການຮຽນໂດຍພາບລວມແມ່ນຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ ( = 2.98) ແລະ ຄ່າບ່ຽງເບນມາດຕະຖານ (SD=.12) ແຕ່ເມື່ອເບິ່ງເປັນລາຍຂໍ້ເຫັນວ່າມກີ ານປະດັບປະດາຫ້ອງຮຽນໃຫ້ເໝາະສົມ ກັບການຮຽນຮູ້ຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ( =3.44)ແລະຄ່າບ່ຽງເບນມາດຕະຖານ (SD=.49) ຮອງລົງມາແມ່ນມີຫ້ອງຮຽນ, ໂຕະ, ຕັ່ງ ແລະ ອຸປະກອນຮັບໃຊ້ສໍາລັບການຮຽນ-ການສອນພຽງພໍໃນຫ້ອງຮຽນ, ມີລະບົບໄຟຟ້າ, ນໍ້າປະປາເພື່ອອໍານວຍຄວາມສະດວກແກ່ການຮຽນ, ມີຫ້ອງນໍ້າສະອາດ ແລະ ພຽງພໍກັບການຊົມໃຊ້ຂອງນັກສຶກສາ, ອຸປະກອນໄຟຟ້າ ແລະ ນໍ້າປະປາມີຄວາມສົມບູນປອດໄພ, ໂຕະຕັ່ງສົມບູນພຽງພໍ ແລະ ສະດວກໃນການຈັດກິດຈະກໍາການຮຽນ ແລະ ມິີລະບົບການຮັກສາອະນາໄມເປັນປົກກະຕິໃນຫ້ອງຮຽນ, ອາຄານ ແລະ ບໍລິເວນອາຄານຮຽນຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ( =3.00) ແລະ ຄ່າບ່ຽງເບນມາດຕະຖານ (SD=.00) ສ່ວນມີການບູລະນະສ້ອມແປງຮັກສາສະພາບໃຫ້ສາມາດນໍາໃຊ້ໄດ້ດີເປັນປົກກະຕິແມ່ນຢູ່ໃນລະດັບໜ້ອຍເຊິ່ງມີຄ່າສະເລ່ຍ ( = 2.44) ແລະ ຄ່າບ່ຽງເບນມາດຕະຖານ(SD=.49)
49ຕາຕະລາງ 4.10 ຜົນການວິເຄາະຄວາມເພິ່ງພໍໃຈດ້ານບໍລິການຕິດຕາມປະເມີນຜົນ ລ/ດ ເນື້ອໃນສອບຖາມ SDແປຜົນ1 ມີໂຄງການ ແລະ ແຜນການປະຕິບັດງານອັນລະອຽດ 4.28 .66 ຫຼາຍ2 ມີການມອບວຽກຢ່າງຊັດເຈນເປັນຂັ້ນຕອນ 4.52 .50 ຫຼາຍທີ່ສຸດ3 ມີການຕິດຕາມ, ຊຸກຍູ້ເພື່ອໃຫ້ມີຜົນສໍາເລັດ 4.11 .83 ຫຼາຍ4 ມີການຮັບສ່ອງແສງລາຍງານເປັນໄລຍະໃນລະຫວ່າງ ແລະ ຫຼັງການປະຕິບັດວຽກສໍາເລັດ 3.45 .51 ປານກາງ 5 ມີການຮັບສ່ອງແສງລາຍງານຫຼັງຈາກການປະຕິບັດແຕ່ລະວຽກສໍາເລັດ 3.56 .93 ຫຼາຍ6 ມີການບັນທຶກຜົນສໍາເລັດ ແລະ ບັນຫາໃນການປະຕິບັດວຽກ 3.29 .45 ປານກາງ 7 ນໍາເອົາຂໍ້ຫຍຸ້ງຍາກໄປປັບປຸງແກ້ໄຂໃນໜ້າວຽກໃນອະນາຄົດ 3.29 .45 ປານກາງ 8 ມີການຍ້ອງຍໍ, ຊົມເຊີຍ ເພື່ອເປັນການໃຫ້ກໍາລັງໃຈໃນການປະຕິບັດໃນຕໍ່ໜ້າ 4.14 .49 ຫຼາຍລວມ 3.82 .60 ຫຼາຍຈາກຕາຕະລາງ 4.10 ພົບວ່າຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການວຽກງານຕິດຕາມປະເມີນຜົນ ໂດຍພາບລວມເຫັນວ່າຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ ( = 3.82) ແລະ ຄ່າບ່ຽງເບນມາດຕະຖານແມ່ນ(SD= .60) ແຕ່ເມື່ອເບິ່ງເປັນລາຍຂໍ້ເຫັນວ່າມີການມອບວຽກຢ່າງຊັດເຈນເປັນຂັ້ນຕອນຢູ່ໃນລະດັບຫຼາຍທີ່ສຸດເຊິ່ງມີຄ່າສະເລ່ຍ ( = 4.52) ແລະ ຄ່າບ່ຽງເບນມາດຕະຖານ (SD=.50) ຮອງລົງມາແມ່ນມີໂຄງການແລະແຜນການປະຕິບັດງານອັນລະອຽດຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ ( = 4.28) ຄ່າບ່ຽງເບນມາດຕະຖານ(SD=.66) ສ່ວນມີການບັນທຶກຜົນສໍາເລັດ ແລະ ບັນຫາໃນການປະຕິບັດວຽກ ແລະ ນໍາເອົາຂໍ້ຫຍຸ້ງຍາກໄປປັບປຸງແກ້ໄຂໃນໜ້າວຽກໃນອະນາຄົດແມ່ນຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ ( = 3.29) ແລະ ຄ່າບ່ຽງເບນມາດຕະຖານ (SD=.45) ຕາຕະລາງ 4. 11: ປຽບທຽບຜົນການວິເຄາະຂໍ້ມູນຄວາມເພິ່ງພໍໃຈຂອງນັກຮຽນໃນການບໍລິການຂອງພາກວິຊາພາສາຕ່າງປະເທດໃນ 4 ດ້ານ ລ/ດ ເນື້ອໃນ SDແປຜົນ1 ດ້ານບໍລິການຂໍ້ມູນຂ່າວສານ 4.23 .10 ຫຼາຍ2 ດ້ານບໍລິການການຮຽນຮູ້ 4.04 .27 ຫຼາຍ3 ດ້ານບໍລິການເຄື່ອນໄຫວນອກຫຼັກສູດ 2.92 .21 ປານກາງ4 ດ້ານການຕິດຕາມປະເມີນຜົນ 3.82 .60 ຫຼາຍລວມ 3.75 .29 ຫຼາຍຈາກຕາຕະລາງ 4.11 ພົບວ່າຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການຂອງພາກວິຊາພາສາຕ່າງປະເທດສົກຮຽນ 2021-2022 ໃນ 4 ດ້ານໂດຍພາບລວມເປັນວ່າຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ( =3.75)ແລະ ຄ່າບ່ຽງເບນມາດຕະຖານແມ່ນ (SD= .29) ແຕ່ເມື່ອເບິ່ງເປັນລາຍດ້ານເຫັນວ່າດ້ານບໍລິການຂໍ້ມູນຂ່າວສານຢູ່ໃນລະດັບຫຼາຍເຊິ່ງມຄີ ່າສະເລ່ຍສູງສຸດ ( = 4.23) ແລະ ຄ່າບ່ຽງເບນມາດຕະຖານ (SD=.10) ຮອງລົງມາແມ່ນດ້ານບໍລິການການຮຽນຮູ້ຢູ່ໃນລະດັບຫຼາຍເຊັ່ນກັນແຕ່ມີຄ່າສະເລ່ຍ ( = 4.04) ຄ່າບ່ຽງເບນມາດຕະຖານ(SD=.27) ຖັດລົງມາແມ່ນດ້ານການຕິດຕາມປະເມີນຜົນມີຄ່າສະເລ່ຍ ( = 3.82) ແລະ ຄ່າບ່ຽງເບນມາດ
50ຕະຖານ (SD=.60) ແລະ ດ້ານການບໍລິການເຄື່ອນໄຫວນອກຫຼັກສູດແມ່ນດ້ານທີ່ຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍຕໍ່າກວ່າໝູ່ໝົດໃນ 4 ດ້ານ ( = 2.92) ແລະ ຄ່າບ່ຽງເບນມາດຕະຖານ (SD=.21)
51ບົດທີ5 ສະຫ ຼ ບ, ອະພິປາຍຜົນ ແລະ ຂໍ້ສະເໜີແນະ ສະຫ ຼ ບ ການວິໄຈຄັ້ງນີ້ແມ່ນການສໍາຫຼວດຄວາມເພິ່ງພໍໃຈຂອງນກສຶກສາພາກວິຊາພາສາຕ່າງປະເທດກ່ຽວກັບການໃຫ້ບໍລິການຂອງພາກວິຊາພາສາຕ່າງປະເທດ, ວິທະຍາໄລຄູປາກເຊ, ສົກຮຽນ 2021-2022 ໃນ4 ດ້ານຄື: ດ້ານບໍ ລິການຂໍ້ມູນຂ່າວສານ, ດ້ານບໍລິການການຮຽນຮູ້, ດ້ານບໍລິການວຽກງານນອກຫຼັກສູດ ແລະ ດ້ານການປະເມີນຜົນ.ປະຊາກອນ ແລະ ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈຄັ້ງນີ້ໄດ້ແກ່ກຸ່ມດຽວກັນຄື: ນັກສຶກສາພາກວິຊາພາສາຕ່າງປະເທດທັງໝົດ 110 ຄົນ, ຍິງ 76 ຄົນ, ເນື່ອງຈາກວ່າການວິໄຈຄັ້ງນີ້ເປັນການວິໄຈແບບປະລິມານດັ່ງນັ້ນຜູ້ວິໄຈຈິ່ງໄດ້ກໍານົດເອົາກຸ່ມຕົວຢ່າງທັງໝົດຂອງປະຊາກອນ ເພື່ອເຮັດໃຫ້ຂໍ້ມູນມີຄວາມຊັດເຈນຂຶ້ນ ໂດຍການເລືອກແບບງ່າຍດາຍ. ເຄື່ອມືທີ່ໃຊ້ໃນການວິໄຈຄັ້ງນີ້ແມ່ນແບບສອບຖາມທີຜູ້ວິໄຈສ້າງຂຶ້ນເອງຕາມຈຸດປະສົງຂອງການວິໄຈເຊິ່ງກວມເອົາ 2 ຕອນດັ່ງລຸ່ມນີ້: ຕອນທີ1. ສອບຖາມຂໍ້ມູນສ່ວນຕົວຂອງຜູ້ຕອບແບບສອບຖາມ. ຕອນທີ2. ສອບຖາມສະພາບຄວາມເປັນຈິງຂອງກ່ຽວກັບການໃຫ້ບໍລິການຂອງພາກວິຊາພາສາ ຕ່າງປະເທດ, ວິທະຍາໄລຄູປາກເຊ. ການວິເຄາະຂໍ້ມູນໃນການວິໄຈຄັ້ງນີ້ຜູ້ວິໄຈໄດ້ແບ່ງອອກເປັນ 2 ຮູບແບບຄື: 1) ວິເຄາະຂໍ້ມູນສ່ວນຕົວຂອງຜູ້ຕອບແບບສອບຖາມ ໂດຍການໃຊ້ຄ່າເປັນສ່ວນຮ້ອຍ (%). 2) ວິເຄາະຂໍ້ມູນກ່ຽວກັບຄວາມເພິ່ງພໍໃຈຂອງນັກສຶກສາຕໍ່ການບໍລິການຂອງພາກວິຊາພາສາຕ່າງປະເທດ, ຊອກຫາຄ່າສະເລ່ຍໂດຍແປຄວາມໝາຍອອກເປັນ5ລະ ດັບ ຕາມເກນທີ່ຕັ້ງໄວ້ດັ່ງນີ້: ຄ່າສະເລ່ຍລະຫວ່າງ 1,00 – 1,50 ມີລະດັບການປະຕິບັດໜ້ອຍທີ່ສຸດ. ຄ່າສະເລ່ຍລະຫວ່າງ 1,51 – 2,50 ມີລະດັບການປະຕິບັດໜ້ອຍ. ຄ່າສະເລ່ຍລະຫວ່າງ 2,51 – 3,50 ມີລະດັບການປະຕິບັດປານກາງ. ຄ່າສະເລ່ຍລະຫວ່າງ 3,51 – 4,50 ມີລະດັບການປະຕິບັດຫຼາຍ. ຄ່າສະເລ່ຍລະຫວ່າງ 4,51 – 5,00 ມີລະດັບການປະຕິບັດຫຼາຍທີ່ສຸດ ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນໃນການວິໄຈຄັ້ງນີ້ຜູ້ວິໄຈໄດ້ນໍາໃຊ້ສະຖິຕິເບື້ອງຕົ້ນກ່ຽວກັບການວັດແລະ ປະເມີນຜົນໃນການວິເຄາະຂໍ້ມູນດັ່ງນີ້: 1. ຄ່າສ່ວນຮ້ອຍ ( % ) ໃຊ້ວິເຄາະຂໍ້ມູນສະຖານະພາບຂອງຜູ້ຕອບແບບສອບຖາມເຊິ່ງມີສູດຄິດໄລ່ດັ່ງນີ້: P = x 100 % P = ເປີເຊັນ. F = ຄວາມຖີ່ທີ່ຕ້ອງການຄິດເປັນເປີເຊັນ. N = ຈໍານວນກຸ່ມຕົວຢ່າງທັງໝົດ.
522. ຄ່າສະເລ່ຍຂອງຂໍ້ມູນຄວາມເພິ່ງພໍໃຈໃນການບໍລິການຂອງພາກວິຊາພາສາຕ່າງປະເທດເຊິ່ງມີສູດຄິດໄລ່ດັ່ງນີ້ = = ຜົນລວມຂອງຄວາມຖີ່ຄູນໃຫ້ຄ່າລະດັບ. N = ຈໍານວນກຸ່ມຕົວຢ່າງທັງໝົດ. = ຄ່າສະເລ່ຍ. X = ຄ່າລະດັບ. 3. ສະຖິຕິການຄິດໄລ່ຄ່າຜັນປ່ຽນມາດຖານ (Standard Deviation) S = 2 (−1) − ( ) 2 S = ສ່ວນຜັນປ່ຽນມາດຕາຖານ X = ຄະແນນແຕ່ລະຕົວ N = ຈໍານວນຄະແນນໃນກຸ່ມ ∑ = ຜົນລວມ 4. ສະຖິຕິຄິດໄລ່ຫາຄຸນນະພາບຂອງເຄື່ອງມື(IOC) IOC = ∑R IOC =ດັດສະນີຄວາມສອດຄ່ອງລະຫວ່າງຄໍາຖາມກັບຈຸດປະສົງ ∑R = ຜົນຄະແນນຄວາມຄິດເຫັນຂອງຜູ້ຊ່ຽວຊານທັງໝົດ N = ຈໍານວນຜູ້ຊ່ຽວຊານທັງໝົດ ຜົນການວິໄຈພົບວ່າ: ຈາກການເກັບກໍາຂໍ້ມູນເຫັນວ່າກຸ່ມຕົວຢ່າງໃນການສຶກສາຄັ້ງນີ້ທັງໝົດມີ110 ຄົນ, ສ່ວນໃຫຍ່ແມ່ນເປັນເພດຍິງຈໍານວນ 76 ຄົນເຊິ່ງກວມເອົາ 69.10% ນອກນັ້ນແມ່ນເປັນເພດຊາຍມີຈໍານວນ 34 ຄົນເຊິ່ງກວມເອົາ30.90%, ໂດຍລວມກຸ່ມຕົວຢ່າງມີອາຍຸລະຫວ່າງ 16-24 ປີເຊິ່ງເປັນນັກສຶກສາແຕ່ປີທີ1, 3 ແລະ4, ພາກວິຊາພາສາຕ່າງປະເທດ, ສາສາຂາວິຊາພາສາອັງກິດມີຈໍານວນ 81 ຄົນ ກວມເອົາ 71%ນອກນັ້ນແມ່ນເປັນນັກສຶກສາສາຂາວິຊາພາສາຝຣັ່ງມີຈໍານວນ 29 ຄົນກວມເອົາ 29%. ກຸ່ມຕົວຢ່າງໃນການສຶກສາ ຄັ້ງນີ້ທີ່ມີປະສົບການໃນການຮັບບໍລິການຈາກພາກວິຊາພາສາຕ່າງປະເທດຫຼາຍກວ່າໝູ່ເປັນນັກສຶກສາປີທີ4 ຈໍານວນ 49 ຄົນກວມເອົາ44% ຮອງລົງມາແມ່ນນັກສຶກສາປີທີ3 ມີຈໍານວນ 34 ຄົນ ກວມເອົາ 31% ແລະ ປີທີ1 ມີຈໍານວນ28ຄົນກວມເອົາ 25% ບໍ່ມີນັກສຶກສາປີທີ2. 1. ຄວາມເພິ່ງພໍໃຈຂອງນັກສຶກສາໃນດ້ານການບໍລິການຂໍ້ມູນຂ່າວສານ ໂດຍພາບລວມແມ່ນຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ = 4.23 ແລະ SD=.10 ແຕ່ເມື່ອເບິ່ງເປັນລາຍຂໍ້ເຫັນວ່າການເຜີຍແຜ່ກົດລະບຽບ, ຫຼັກການ,ວິທີການຮຽນຮູ້ໃຫ້ແກ່ນັກສຶກສາ ແລະ ມີເອກະສານປະກອບການຮຽນພຽງພໍໃນການສຶກສາຄົ້ນຄວ້າຂອງນັກສຶກສາແມ່ນຢູ່ໃນລະດັບຫຼາຍທີ່ສຸດເຊິ່ງມີຄ່າສະເລ່ຍ = 5.00 ແລະ SD=.00, ສ່ວນມີຫໍ ຂ່າວສໍາລັບນັກສຶກສາໃນການຕິດຕາມຂ່າວສານທັງພາຍໃນ ແລະ ພາຍນອກແມ່ນຢູ່ໃນລະດັບປານກາງ ເຊິ່ງມີຄ່າສະເລ່ຍ =3.00ແລະ SD=.00.
532. ຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການດ້ານການຮຽນຮູ້ຂອງພາກວິຊາພາສາຕ່າງປະເທດໂດຍພາບລວມ ແມ່ນຢູ່ໃນລະດັບຫຼາຍເຊິ່ງຄ່າສະເລ່ຍ ( = 4.04) ແລະ ຄ່າບ່ຽງເບນມາດຕະຖານແມ່ນ(SD=.27)ສ່ວນມີ ເອກະສານປະກອບການສອນທີ່ມາຈາກຫຼາຍແຫຼ່ງການຮຽນຮູ້ ຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ( = 3.26) ແລະ ຄ່າບ່ຽງເບນມາດ ຕະຖານແມ່ນ (SD= .44) 3. ຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການວຽກງານນອກຫຼັກສູດໂດຍພາບລວມໃນ3ວຽກເຫັນວ່າຢູ່ ໃນລະດັບ ປານກາງເຊິ່ງມີຄ່າສະເລ່ຍ ( = 2.92) ແລະ ຄ່າບ່ຽງເບນມາດຕະຖານແມ່ນ (SD=.21) ສ່ວນການບໍລິການວຽກງານຮັກສາສະພາບແວດລ້ອມ ແມ່ນຢູ່ໃນລະດັບປານກາງເຊັ່ນກັນແຕ່ມີຄ່າສະເລ່ຍ( =2.66)ແລະ ຄ່າບ່ຽງ ເບນມາດຕະຖານ (SD=.12). 4. ຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການວຽກງານຕິດຕາມປະເມີນຜົນໂດຍພາບລວມເຫັນວ່າຢູ່ໃນລະດັປານກາງເຊິ່ງມີຄ່າສະເລ່ຍ ( = 3.82) ແລະ ຄ່າບ່ຽງເບນມາດຕະຖານແມ່ນ (SD= .60) ສ່ວນມີການບັນທຶກຜົນສໍາເລັດ ແລະ ບັນຫາໃນການປະຕິບັດວຽກ ແລະ ນໍາເອົາຂໍ້ຫຍຸ້ງຍາກໄປປັບປຸງແກ້ໄຂໃນໜ້າວຽກໃນອະນາຄົດແມ່ນຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ ( = 3.29)ແລະ ຄ່າບ່ຽງເບນມາດຕະຖານ(SD=.45.)ອະພິປາຍຜົນ ການສຶກສາກ່ຽວກັບຄວາມເພິ່ງພໍໃຈຂອງນັກສຶກສາ ໃນການບໍລິການຂອງພາກວິຊາພາສາຕ່າງປະເທດສົກຮຽນ 2021-2022 ໃນ 4 ດ້ານຄື: ດ້ານບໍລິການຂໍ້ມູນຂ່າວສານ, ດ້ານບໍລິການໆຮຽນຮູ້, ດ້ານບໍລິການວຽກງານເຄື່ອນໄຫວນອກຫຼັກສູດ ແລະ ດ້ານການຕິດຕາມປະເມີນຜົນ ໂດຍພາບລວມເປັນວ່າຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ ( = 3.75) ແລະ ຄ່າບ່ຽງເບນມາດຕະຖານແມ່ນ (SD= .29) ເນື່ອງຈາກວ່າພາກວິຊາ ພາສາຕ່າງປະເທດເຫັນໄດ້ຄວາມສໍາຄັນຂອງການພັດທະນາການຮຽນ-ການສອນ ຈິ່ງໄດ້ມີການໃຫ້ບໍລິການໃນທຸກດ້ານເພື່ອອໍານວຍຄວາມສະດວກໃຫ້ແກ່ການຮຽນ ແລະ ການສອນຂອງຄູ ສິ່ງດັ່ງກ່າວນີ້ເຮັດໃຫ້ນັກສຶກສາສາມາດຮັບຮູ້, ເຂົ້າເຖິງຂ່າວສານໄດ້ທັນທ່ວງທີ ແລະ ສາມາດປະຕິບັດໜ້າວຽກໄດ້ສໍາເລັດຕາມການມອບໝາຍເຊິ່ງ ສອດຄ່ອງກັບSmith Satchukon (1999, ອ້າງໃນ ສຸນັນທາ ທະວີພອນ, 2007) ວ່າການບໍລິການແມ່ນການດໍາເນີນງານທີ່ ການກະທໍາຫຼືຈັດການກັບຜູ້ໃຊ້ບໍລິການ, ການອະນຸຍາດໃຫຜ້ ູ້ຄົນທີ່ແຕກຕ່າງກັນໄດ້ນໍາໃຊ້ຜົນປະໂຫຍດໃນທາງໃດກໍ່ຕາມດ້ວຍຄວາມພະຍາຍາມ ໂດຍວິທີການໃດໜຶ່ງທີ່ຈະບັນລຸໄດບ້ ຸກຄົນທີ່ມີສ່ວນຮ່ວມໃນການໄດ້ຮັບການຊ່ວຍເຫຼືອສາມາດຖືກຈັດປະເພດ ເປັນການສະໜອງການບໍລິການທັງໝົດ ເພື່ອຄວາມສະດວກສະບາຍ, ຄວາມວ່ອງໃວ, ການຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ບໍລິການແມ່ນການບໍລິການ ເພາະສະນັ້ນ, ການສະໜອງຕໍ່ຄວາມຕ້ອງການ, ການອໍານວຍຄວາມສະດວກໃນທຸກໆກໍລະນີລ້ວນແລ້ວແຕ່ແມ່ນການບໍລິການທີ່ມີຄຸນນະພາບ. 1. ດ້ານບໍລິການຂໍ້ມູນຂ່າວສານໂດຍພາບລວມແມ່ນຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ =4.23ແລະSD=.10 ແຕ່ເມື່ອເບິ່ງເປັນລາຍຂໍ້ເຫັນວ່າເຜີຍແຜ່ກົດລະບຽບ, ຫຼັກການ, ວິທີການຮຽນຮູ້ໃຫ້ກ່ນັກສຶກສາ ແລະມີເອກະສານ ປະກອບການຮຽນພຽງພໍໃນການສຶກສາຄົ້ນຄວ້າຂອງນັກສຶກສາແມ່ນຢູ່ໃນລະດັບຫຼາຍທີ່ສຸດເຊິ່ງມີຄ່າສະ ເລ່ຍ = 5.00 ແລະ SD=.00, ໝາຍຄວາມວ່າ ຄູສອນໄດ້ເອົາໃຈໃສ່ໃນການສຶກສາອົບ ຮົມແລະເຜີຍແຜ່ ບັນດາລະບຽບຫຼັກການທີ່ຈະເຮັດໃຫ້ນັກສຶກສາກາຍເປັນຄູສອນທີ່ດີແລະ ມີຄຸນນະພາບໃນອະນາຄົດພ້ອມກັນນັ້ນຍັງໄດ້ເອົາໃຈໃສ່ໃນການແນະນໍາຫຼັກການ ແລະ ວິທີການໃນການຮຽນຮູ້ດ້ວຍຫຼາຍຊ່ອງທາງທີ່ສາມາດເຮັດໃຫ້ນັກສຶກສາເຂົ້າເຖິງໄດ້ງ່າຍ ສິ່ງດັ່ງກ່ານນີ້ເຮັດໃຫ້ການຮຽນຮູ້ຂອງນັກສຶກສາເປັນໄປຕາມລະບົບ ແລະ ຂັ້ນຕອນທີ່ເໝາະສົມສາມາດຮຽນຮູ້ໄດ້ຢ່າງກວ້າງຂວາງເຊິ່ງສອດຄ່ອງກັບ ດີເຣກ (2528) ກ່າວວ່າ: ຄວາມເພິ່ງພໍໃຈໝາຍເຖິງທັດສະນະຂະຕິທາງບວກຂອງບຸກຄົນທີ່ມີຕໍ່ສິ່ງໃດໜຶ່ງ, ເປັນຄວາມຮູ້ສຶກຫຼືທັດສະນະຄະຕິທີ່ດີໃນທາງບວກຕໍ່ວຽກທີ່ ຕົນເຮັດ, ຄວາມສຸກຂອງບຸກຄົນທີ່ເກີດຈາກການປະຕິບັດ ແລະ ໄດ້ຮັບຜົນທີ່ຫນ້າພໃໍ ຈເຮັດໃຫ້ຄົນກະຕືລືລົ້ນ, ມີຄວາມສຸກ, ມີຄວາມຕັ້ງໃຈໃນການເຮັດວຽກ.
54ໝາຍຄວາມວ່າການບໍລິການຂໍ້ມູນຂ່າວສານເປັນປັດໄຈຫຼັກບໍ່ວ່າໃນການປະຕິບັດໜ້າທີໃດໆເພາະວ່າ ຖ້າຂໍ້ມູນຂ່າວສານມີຄວາມວ່ອງໃວ, ຈະແຈ້ງຊັດເຈນກໍ່ຈະເຮັດໃຫ້ຜູ້ໄດ້ຮັບຂໍ້ມູນຂ່າວສານມີຄວາມເຂົ້າໃຈປະຕິບັດໄດ້ວ່ອງໃວ ແລະ ທັນການ. ຜູ້ໄດ້ຮັບການບໍລິການກໍເກີດມີຄວາມເພິ່ງພໍໃນການບໍລິການທັງຍັງເຮັດ ໃຫ້ເຂົາເຈົ້າເຕັມໃຈແລະ ໃຫ້ຄວາມຮ່ວມມືກັນໃນການດໍາເນີນການໃຫ້ມີຜົນສໍາເລັດຢ່າງມີປະສິດທິພາບສູງເຊິ່ງ ສອດຄ່ອງກັບສຸນັນທາທະວີພົນ (2007) ທສີ່ ົນທະນາກ່ຽວກັບການບໍລິການ ແລະ ມີຂໍ້ສະຫຼບໄດ້ດັ່ງນີ້: ການບໍລິຫານມີຫຼາຍຫຼັກການເພື່ອການດໍາເນີນງານທີ່ມີປະສິດທິພາບ: ຫຼັກຄວາມສອດຄ່ອງກັບຄວາມຕ້ອງການສ່ວນບຸກສ່ວນໃຫຍ່ແມ່ນຜົນປະໂຫຍດ ແລະ ການບໍລິການທີ່ອົງການຈັດຕັ້ງຈັດໃຫ້ ຈະຕ້ອງບໍ່ຕອບສະໜອງຄວາມຕ້ອງການຂອງບຸກຄົນເປັນສ່ວນໃຫຍ່ຫຼືທັງໝົດ, ບເໍ່ ປັນການຈັດໃຫ້ກຸ່ມຄົນໃດໜຶ່ງສະເພາະ. ນອກຈາກການບໍ່ເກີດປະໂຫຍດສູງສຸດໃນການສະໜອງຜົນປະໂຫຍດແລະການບໍລິການແລ້ວ ຍັງບໍ່ຄຸ້ມຄ່າກັບການເຮັດວຽກງານນັ້ນ; ຫຼັກຄວາມສະໝໍ່າສະເໝ:ີ ແມ່ນການບໍລິການຕ້ອງໄດ້ຮັບການປະຕິບັດຢ່າງຕໍ່ເນື່ອງ ແລະ ສອດຄ່ອງບໍ່ໃຫ້ຢຸດເຊົາຕາມຄວາມພໍໃຈຂອງຜູ້ໃຫ້ບລໍ ິການບລໍ ິການ; ຫຼັກຄວາມສະເໝີພາບ: ຜູ້ທີ່ໄດ້ຮັບບໍລິການ ຕ້ອງໄດ້ຮັບການສະໜອງທາງດ້ານການບໍລິການໃຫ້ເທົ່າທຽມກັນທັງໝົດບໍ່ເລືອກຊັ້ນວັນນະ, ຖານະໃດໆ; ຫຼັກການເສດຖະກິດ: ຄ່າໃຊ້ຈ່າຍທີ່ຕ້ອງການສໍາລັບການບໍລິການຈະບໍ່ເກີນຜົນໄດ້ຮັບທີ່ຄາດໄວ້; ຫຼັກການຄວາມສະດວກ: ການບໍລິການທີ່ສະໜອງໃຫ້ລູກຄ້າຕ້ອງຢູ່ໃນລັກສະນະທີ່ງ່າຍຕໍ່ການປະຕິບັດ,ສະດວກ, ສະບາຍ, ບໍ່ເສຍຊັບພະຍາກອນຫຼາຍ ແລະ ບໍ່ສ້າງພາລະບັນຫາສໍາລັບຜູ້ໃຫ້ບໍລິການຫຼືຜູ້ໃຊບ້ ໍລິການຫຼາຍເກີນໄປ. ເພາະສະນັ້ນ, ເມື່ອການບໍລິການຂໍ້ມູນຂ່າວສານເປັນໄປຕາມຫຼັກຂອງການບໍລິການແລ້ວະເຮັດໃຫ້ຜູ້ໄດ້ຮັບການບໍລິການມີຄວາມສະບາຍໃຈ ເຊັ່ນດຽວກັນກໍ່ເກີດມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ຂອງຕົນໄດ້ດີແລະມີປະສິດທິພາບສູງ. ຈາກການສຶກສາໃນຄັ້ງນີ້ ພົບວ່ານັກສຶກສາພາກພາສາຕ່າງປະເທດມີຄວາມເພິ່ງພໍໃຈໃນດ້ານການບໍລິການຂໍ້ມູນຂ່າວສານໃນລະດັບຫຼາຍ ເນື່ອງຈາກວ່າ ນັກສິກສາມີຄວາມພໍໃຈໃນການອໍານວຍຄວາມສະດວກແລະ ເປັນກັນເອງຂອງຄູອາຈານພາຍໃນພາກວະຊາສິ່ງດັ້ງກ່າວນີ້ເຮັດໃຫ້ນັກສຶກສາສາ ມາດດໍາເນີນວຽກງານທີ່ທາງພາກວິຊາມອບໝາຍໃຫ້ໄດ້ສໍາເລັດຜົນຢ່າງມີປະສິດທິພາບສູງ. ຢ່າງໃດກໍຕາມ, ການບໍລິການທີ່ດີຕ້ອງຄວບຄຸມທັງບໍລິການພາຍໃນ ແລະ ພາຍນອກທັງນີ້ເພື່ອເຮັດໃຫ້ການບໍລິການມີຄວາມທັນສະໄໝແລະ ທັນການ, ທາງພາກວິຊາພາສາຕ່າງປະເທດໄດ້ມີການບໍລິການຫຼາຍຊ່ອງທາງທີ່ທັນສະໄໝເຊັ່ນ: ວັອດແອັບ, ເມດສເຊັນເຈ,ີໂທລະຊັບມືຖືອັນເຮັດໃຫ້ຫໍຂ່າວຂອງພາກວິຊາໄດ້ມີການເຄື່ອນໄຫວຢ່າງວ່ອງໃວ ແລະ ທັນການ ແຕ່ວ່າ ພາກວິຊາພາສາຕ່າງປະເທດບໍ່ໄດ້ນໍາຂ່າວສານຕ່າງໆໄປຕິດໃສ່ກະດານຂ່າວ ຈິ່ງເຮັດໃຫ້ບໍ່ມີຂ່າວສານທີ່ເປັນລາຍລັກອັກສອນຈາກຫໍຂ່າວສໍາລັບນັກສຶກສາໃນການຕິດຕາມຂ່າວສານທັງພາຍໃນ ແລະ ພາຍນອກ ເຮັດໃຫ້ຢູ່ໃນລະດັບປານກາງ ເຊິ່ງມີຄ່າສະເລ່ຍ ( = 3.00) ແລະ (SD=.00) ໝາຍຄວາມວ່າ ການນໍາໃຊ້ກະດານຂ່າວບໍ່ມີຜົນຫຍັງຕໍ່ການຈໍລະຈອນຂໍ້ມູນຂ່າວສານໃຫ້ແກ່ນັກສຶກສາ ເພາະວ່າ ນັກສຶກສາກໍຍັງສາມາດຕິດຕາມຂໍ້ມູນຂ່າວສານໄດ້ທ່ວງທັນການແລະສາມາດປະຕິບັດຕາມແຜນການ ແລະ ເຄື່ອນໄຫວໄດ້ຢ່າງທັນການເຮັດການບໍລິການຂ່າວສານຂອງພາກວິຊາມີຄວາມຄ່ອງຕົວ ແລະ ທັນການ. 2. ຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການດ້ານການຮຽນຮູ້ໂດຍພາບລວມແມ່ນຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ ( = 4.04) ແລະ ຄ່າບ່ຽງເບນມາດຕະຖານແມ່ນ (SD= .27) ພາກວິຊາພາສາຕ່າງປະເທດໄດ້ຈັດການຮຽນຮູ້ໂດຍຖືເອົາຫຼັກສູດແຫ່ງຊາດ ແລະ ຫຼັກສູດລາຍວິຊາເປັນບ່ອນອີງໃນການພັດທະນາການສອນແລະມີຄູອາຈານທີ່ມີຄວາມຮູ້ຄວາມສາມາດຈາກທັງພາຍໃນ ແລະ ຕ່າງປະເທດ ເຖິງແມ່ນວ່າ ຄູບໍ່ມີປຶ້ມຕໍາລາຮຽນລາຍວິຊາເປັນບອ່ ນອີງໃນການແຕ່ງບົດສອນກໍ່ຕາມ ສິ່ງດັ່ງກ່າວນີ້ເປັນການເປິດໂອກາດໃຫ້ຄູສາມາດອອກແບບເນື້ອໃນບົດຮຽນ ແລະ ສ້າງແຜນການສອນທີ່ແທດເໝາະກັບລະດັບຄວາມຮັບຮູ້ຂອງຜູ້ຮຽນ ໂດຍການເຊື່ອມໂຍງເນື້ອໃນ
55ບົດຮຽນທີ່ຈະສອນໃຫ້ແທດເໝາະກັບປະສົບການນອກໂຮງຮຽນຂອງນັກສຶກສາເຮັດໃຫ້ນັກສຶກສາມີຄວາມກ້າທີ່ຈະສະແດງຄວາມຄິດເຫັນໃນການແລກ ປ່ຽນບົດຮຽນໃນເວລາຄູສອນ. ເຊັ່ນດຽວກັນ ຄູສອນທີ່ສອນໃນພາກວິຊາ ຍັງເປັນຜູ້ທີ່ມີປະສົບການຕົງກ່ຽວກັບການສອນທັງວິທີການສອນເດັກນ້ອຍ ແລະ ວິທີການສອນຜູ້ໃຫຍ່ໂດຍຜ່ານການຝຶກອົບຮົມ ແລະ ການສອນຕົວຈິງໃນໂຮງຮຽນສາມັນພ້ອມທັງໄດ້ຮັບຂມໍ້ ູນຈິງການນັກສຶກສາທີ່ລົງຝຶກຫັດວິຊາຊີບໃນແຕ່ລະສົກຮຽນ ເຮັດໃຫ້ຄູສອນສາມາດນໍາເອົາບົດຮຽນ ທີ່ໄດ້ມາປັບໃຊ້ເຂົ້າໃນການອອກແບບການຮຽນການສອນເຮັດໃຫ້ນັກສຶກສາສາມາດຮຽນຮູ້ໄດ້ ຈາກຫຼາຍແຫຼ່ງຂໍ້ມູນບໍ່ວ່າໂດຍຕົງຈາກຄູສອນ, ຈາກສື່ອອນລາຍ, ຈາກແຫ່ງຂໍ້ມູນອື່ນໃນຫ້ອງສະໝຸດເຮັດໃຫ້ເຂົ້າເຈົ້າເພີ່ມພູນແລະ ຝຶກຊ້ອມດ້ວຍຕົນເອງໃດ້ຫຼາຍຂຶ້ນ ແລະ ເປັນອິດສະຫຼະຂຶ້ນເຊິ່ງສອດຄ່ອງກັບຄໍາເວົ້າທີ່ວ່າ: ການຮຽນຮູ້ແມ່ນປະກົດການທີ່ເປັນທໍາມະຊາດສໍາລັບທຸກສິ່ງມີຊີວິດລວມທັງມະນຸດ ແລະ ສັດ. ການຮຽນຮູ້ສົ່ງຜົນກະທົບຕໍ່ການພັດທະນາຂອງເດັກ, ເດັກນ້ອຍຮຽນຮູ້ນິໄສໃຫມ່ພຽງແຕ່ຜ່ານຂະບວນການຂອງການຮຽນຮູ້, ຜ່ານປະເພນີແລະຮີດຄອງປະເພນ.ີ ທັກສະທາງປັນຍາຍັງໄດ້ຮັບການພັດທະນາ ໂດຍຜ່ານການຮຽນຮູ້ຈາກທັງໃນແລະນອກໂຮງຮຽນ. ການຕັດສິນໃຈຖືກ ແລະ ຜິດ, ແນວຄວາມຄິດກ່ຽວກັບຄວາມຍຸດຕິທໍາ, ຄວາມສວຍງາມ, ແລະອື່ນໆໄດ້ຖືກພັດທະນາໂດຍຜ່ານການຮຽນຮູ້, ຂະບວນການຮຽນຮູ້ນີ້ຍັງສືບຕໍ່ຕະຫຼອດຊີວິດ, ການຮຽນຮູ້ແມ່ນພື້ນຖານຂອງການເຕີບໃຫຍ່ ແລະ ການຮຽນຮູ້ມີຜົນກະທົບຕໍ່ການດໍາລົງຊີວິດຂອງຄົນເຮົາທາງດ້ານ: ພາສາ, ຮີດຄອງປະເພນ,ີ ທັດສະນະຄະຕິຄວາມເຊື່ອ, ບຸກຄະລິກກະພາບ ແລະ ເປົ້າໝາຍໃນຊີວິດ. ດັ່ງນັ້ນ, ການທີ່ນັກສຶກສາໄດ້ຮັບຄວາມຮູ້ຈາກຫຼາຍແຫຼ່ງຂໍ້ມູນການຮຽນຮູ້ເຮັດໃຫ້ນັກສຶກສາສາມາດຮຽນຮູ້ໄດ້ກວ້າງຂຶ້ນ, ສາມາດເພີ່ມຄວາມຮູ້ດ້ວຍຕົນເອງຕາມຄວາມສາມາດໃນການຮຽນຮູ້ຂອງເຂົາເຈົ້າ, ນັກສຶກສາສາມາດນໍາໃຊ້ແຫຼ່ງການຮຽນຮູ້ທີ່ຈັດໃຫ້ໃນການອໍານວຍຄວາມສະດວກໃນການສຶກສາຄົ້ນຄວ້າດ້ວຍຕົນເອງໄດ້ຢ່າງຄ່ອງແຄ້ວເຮັດໃຫ້ນັກສຶກສາໄດ້ຝຶກທັກສະແລະຄວາມສາມາດຢ່າງເປັນອິດສະຫຼະ. 3. ຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການວຽກງານນອກຫຼັກສູດໂດຍພາບລວມໃນ3 ວຽກເຫັນວ່າການ ບໍລິການວຽກງານກິລາ-ສີລະປະໂດຍພາບລວມເຫັນວ່າຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ ( =3.56)ແລະຄ່າບ່ຽງເບນມາດຕະຖານ (SD=.40) ເນື່ອງຈາກວ່າວຽກງານດັ່ງກ່າວ ເປັນວຽກງານທີ່ເນັ້ນການຝຶກຊ້ອມແບບອິດສະຫຼະ, ບໍ່ຕ້ອງການການຄວບຄຸມ ແລະ ທີ່ສໍາຄັນເປັນວຽກງານທີ່ບໍ່ໄດ້ດໍາເນີນການຢູ່ກາງແຈ້ງທັງເປັນການຝຶກຊ້ອມຢ່າງມ່ວນຊື່ນ ແລະ ບໍ່ຕ້ອງການການໃຫ້ບໍລິການຫຍັງຫຼາຍ ເພາະນັກສຶກສາມາດຝຶກຊ້ອມໄດ້ດ້ວຍການນໍາໃຊ້ໂທລະຊັບມືຖື ແລະ ລໍາໂພງບູທູດໜຶ່ງໜ່ວຍເທົ່ານັ້ນ, ສວ່ນການບໍລິການທີ່ໃຫ້ນັກສຶກສາ ແມ່ນຄວາມເອົາໃຈໃສ່, ຕິດຕາມໃກ້ຊິດ, ໃຫ້ກໍາລັງໃຈ ແລະ ສະໜັບສະໜຸນງົບປະມານຈໍານວນໜຶ່ງຕາມຄວາມຈໍາເປັນແລະຕ້ອງການໃນການຝຶກຊ້ອມ, ສິ່ງນີ້ ເຮັດໃຫ້ນັກສຶກສາມີຄວາມພໍໃຈ ແລະ ທັງຍັງເປັນການຜ່ອນຄາຍຫຼັງຈາກການຮຽນທີ່ໜັກໜ່ວງໃນແຕ່ລະວັນສ່ວນການຕິດຕາມໃກ້ຊິດ, ໃຫ້ກໍາລັງໃຈ ແລະ ສະໜັບສະນຸນໃນງົບປະມານແມ່ນອາໃສການຈັດການດໍາເນີນການຂອງພາກວິຊາ ແລະ ສິ່ງເລົ່ານີ້ ເປັນແຮງສົ່ງເສີມໃຫ້ນັກສຶກສາມີຄວາມຫ້າວຫັນໃນການຝຶກຊ້ອມເລື້ອຍມາ ເຊິ່ງສອດຄ່ອງກັບ Pimon Meksawad (2007:27) ກ່າວວ່າປັດໃຈທີ່ມີຜົນກະທົບຕໍ່ຄວາມພໍໃຈຂອງຜູ້ໃຊ້ບໍລກິ ານປະກອບດ້ວຍປັດໄຈດັ່ງຕໍ່ໄປນີ້: 1. ຜະລິດຕະພັນການບໍລິການເພື່ອສະເຫນີການບໍລິການ, ຕ້ອງມີຜະລິດຕະພັນການບໍລິການທີ່ມີຄຸນນະພາບແລະ ລະດັບການບໍລິການທີ່ຕອບສະໜອງຄວາມຕ້ອງການຂອງຜູ້ຮັບການບໍລິການຫຼືຜູ້ໃຊ້ ໂດຍຜູ້ໃຫ້ບໍລິການຕ້ອງສະແດງໃຫ້ເຫັນຜູ້ຮັບຫຼືຜູ້ໃຊ້ເພື່ອເບິ່ງຄວາມຕ້ອງການຂອງຜູ້ຮັບການບໍລິການໃນການດູແລແລະຄວາມຈິງໃຈຍົກສູງຄຸນນະພາບຂອງຜະລິດຕະພັນການບໍລິການສົ່ງເຖິງຜູ້ຮັບຫຼືຜູ້ໃຊ້; 2. ລາຄາບໍລິການຄວາມພໍໃຈຂອງຜູ້ໃຫ້ບໍລິການຫຼືຜູ້ໃຊ້ແມ່ນອີງໃສ່ການປະເມີນ. ຄຸນນະພາບແລະຮູບແບບການບໍລິການແມ່ນສົມທຽບກັບລາຄາຂອງການບໍລິການທີ່ຕ້ອງຈ່າຍ, ຜູ້ປະກອບການຕ້ອງກໍານົດລາຄາຂອງການບໍລິການທີ່ສອດຄ່ອງກັບຄຸນນະພາບຂອງການບໍລິການ ແລະ ສອດຄ່ອງກັບຄວາມເຕັມໃຈທີ່ຈະຈ່າຍຜູ້ຮັບບໍລກິ ານຫຜຼື ູ້ຊົມໃຊ້;
563. ສະຖານທີ່ໃຫ້ບໍລິການ ຜູ້ປະຕິບັດງານຕ້ອງຊອກຫາສະຖານທີ່ໃຫ້ບໍລິການນັ້ນ ຜູ້ຮັບບລໍ ິການຫຼືຜໃູ້ຊ້ບໍລິການສາມາດເຂົ້າເຖິງໄດ້ຢ່າງງ່າຍດາຍ. ສິ່ງອໍານວຍຄວາມສະດວກແມ່ນກວ້າງຂວາງພໍສົມຄວນແລະຕ້ອງພິຈາລະນາເພື່ອອໍານວຍຄວາມສະດວກໃຫ້ຜູ້ຮັບບໍລິການ ຫຼືຜູ້ນໍາໃຊ້ໃນທຸກດ້ານ; 4. ການສົ່ງເສີມການບໍລິການແນະນໍາຜູ້ປະຕິບັດງານຕ້ອງ ໃຫ້ຂໍ້ມູນໃນທາງບວກຕໍ່ກັບຜູ້ຮັບການບໍລິການຫຼືຜູ້ໃຊ້ໃນດ້ານຄຸນນະພາບການບໍລິການ ແລະ ຮູບພາບຂອງການບໍລິການຜ່ານສື່ຕ່າງໆ ເພື່ອໃຫ້ຜູ້ຮັບການບໍລິການຫຼືຜູ້ໃຊ້ໃຊ້ຂໍ້ມູນນີ້ເພື່ອຊ່ວຍປະເມີນການຕັດສິນໃຈຊື້ບໍລິການຕໍ່ໄປ; 5. ຜູ້ໃຫ້ບໍລິການ, ຜູ້ປະກອບການຕ້ອງຮັບຮູ້ຕົນເອງວ່າມີບົດບາດສໍາຄັນໃນການສ້າງຄວາມພໍໃຈໃຫ້ແກ່ການບໍລິການຂອງຜູ້ໃຫ້ບໍລິການຫຼືຜູ້ໃຊ້ໂດຍກໍານົດຂະບວນການຄຸ້ມຄອງ. ຮູບແບບການບໍລິການຕ້ອງເປັນມັນຄໍານຶງເຖິງຜູ້ຮັບຫຼືຜູ້ໃຊ້ເປັນບູລິມະສິດ, ທັງສະແດງພຶດຕິກໍາແລະການບໍລິການ ແລະ ການສະເໜີການບໍລິການທີ່ລູກຄ້າຕ້ອງການຄວາມສົນໃຈ, ເອົາໃຈໃສ່ຢ່າງເຕັມທີ່ກັບຄວາມຮູ້ສຶກຂອງການບໍລິການ; 6. ສະພາບແວດລ້ອມການບໍລິການ ຜູ້ປະຕິບັດງານຕ້ອງສ້າງຄວາມງາມຂອງອາຄານ ໂດຍຜ່ານການອອກແບບຕົກແຕ່ງ ການແບ່ງປັນທີ່ ທີ່ເໝາະສົມຂອງພື້ນທີ່ໃຊ້ໄດ້ສ້າງ ຮູບພາບທີ່ດີຂອງທຸລະກິດການບໍລິການແລະຖ່າຍທອດຮູບພາບນີ້ໃຫ້ກັບຜູ້ຮັບ ຫຼືຜູ້ໃຊ້ເຊັ່ນກັນ; 7. ຜູ້ປະກອບການຂະບວນການບໍລິການມີຈຸດປະສົງເພື່ອປະສິດທິພາບຂອງອົງການຈັດຕັ້ງການບໍລິການເພື່ອເພີ່ມຄວາມຍືດຫຍຸ່ນ ແລະ ຄວາມສາມາດໃນການຕອບສະໜອງຄວາມຕ້ອງການຂອງລູກຄ້າຢ່າງຖືກຕ້ອງແລະມີຄຸນນະພາບ ໂດຍການນໍາເອົາບຸກຄະລາກອນດ້ານເຕັກໂນໂລຊີເຂົ້າມາຮ່ວມ ເພື່ອເພີ່ມປະສິດຕິພາບແລະປະສິດທິຜົນການບໍລິການທີ່ຈະເກີດຂຶ້ນກັບຜູ້ຮັບການບໍລິການຫຼືຜູ້ໃຊ້. ຈາກບັນດາປັດໄຈຂອງການບໍລິການນີ້ເຮັດໃຫ້ເຫັນໄດ້ວ່າທຸກປັດໄຈແມ່ນມີອິດທິພົນຕໍ່ການບໍລິການໂດຍສະເພາະ ປັດໄຈສົ່ງເສີມການບໍລິການ ໝາຍຄວາມວ່າ ການສົ່ງເສີມສາມາດເປັນໄດ້ຫຼາຍຮູບແບບຂຶ້ນກັບການເລືອກໃຊ້ຂອງຜູ້ໃຫ້ບໍລິການ ແຕ່ຈະມີຜົນດີທີ່ສຸດຖ້າການສົ່ງເສີມນັ້ນເປັນການສົ່ງເສີມໃນທາງບວກເຊັ່ນດຽວກັນກັບການໃຫ້ບໍລິການທາງດ້ານສີລະປະ ແລະ ກິລາກາຍຍະກໍາຂອງພາກວິຊາພາສາຕ່າງປະເທດ ເຖິງແມ່ນວ່າບໍ່ມີງົບປະມານພຽງພໍ ໃຫ້ແກ່ການຝຶກຊ້ອມຫຼືການປະຕິບັດໜ້າທີ່ວຽກງານຂອງນັກສຶກສາ ແຕ່ພາກວິຊາກໍ່ໄດ້ເອົາໃຈໃສ່ໃນການຕິດຕາມຊຸກຍູ້: ໃຫ້ກໍາລັງໃຈ ແລະ ລະດົມປັດໄຈຈໍານວນໜຶ່ງ ເພື່ອເປັນການສົ່ງເສີມເຮັດໃຫ້ນັກສຶກສາມາສາມາດພັດທະນາທັກສະຂອງຕົນເອງໄດ້ເລື້ອຍໆ ດ້ວຍເຫດນີ້ຈິ່ງເຮັດ ໃຫ້ນັກສຶກສາມີຄວາມພໍໃຈໃນການບໍລິການດ້ານນ.ີ້4. ຄວາມເພິ່ງພໍໃຈຂອງນັກສຶກສາໃນການບໍລິການວຽກງານຕິດຕາມປະເມີນຜົນໂດຍພາບລວມເຫັນວ່າຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ ( = 3.82) ແລະ ຄ່າບ່ຽງເບນມາດຕະຖານແມ່ນ (SD= .60) ວຽກງານນີ້ເປັນວຽກງານທີ່ສໍາຄັນ ແລະ ຈໍາເປັນ ເພາະວ່າການທີ່ຈະຮັບຮູ້ວ່າການປະຕິບັດໜ້າທີ່ວຽກງານຂອງນັກສຶກສາສໍາເລັດຫຼືບໍນັ້ນມັນມີຄວາມຈໍາເປັນຕ້ອງໄດ້ຕິດຕາມ ແລະ ຊຸກຍູ້ ເພື່ອໃຫ້ໄດ້ຜົນສໍາເລັດທີ່ມີປະສິດທິພາບສູງ. ການລາຍງານຜົນສໍາເລັດເປັນວິທີດີທີ່ສຸດເພື່ອເຫັນໄດ້ຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການດໍາເນີນງານຂອງນັກສຶກສາ. ໃນໄລຍະຜ່ານມາທາງພາກວິາພາສາຕ່າງປະເທດກໍ່ໄດ້ມີການຕິດຕາມ ແລະ ເອົາໃຈໃສ່ໃນການປະຕິບັດໜ້າວຽກຂອງນັກສຶກສາ ແລະ ຮັບຟັງການລາຍງາຍໃນຫຼາຍຊ່ອງທາງທີ່ເຮັດໃຫ້ການລາຍງານມີຄວາສະດວກວ່ອງໄວແຕ່ຢ່າງໃດກໍຕາມການຕິດຕາມຊຸກຍູ້ບາງໜ້າວຽກຍັງບໍ່ທັນໄດ້ດີເທົ່າທີ່ຄວນເປັນ ຕົ້ນວຽກງານວຽກງານດ້ານສະພາບແວດລ້ອມ, ວຽກງານຄູປະຈໍາຫ້ອງ ໝາຍຄວາມວ່າ ການຕິດຕາມແມ່ນ ຕິດຕາມຊຸກຍູ້ດ້ວຍການປະສານທາງສື່ອອນລາຍເປັນສ່ວນໃຫຍ່ ແລະ ເມື່ອໃດທີ່ເຫັນວ່າມີບັນຫາໃນຫ້ອງ ຄູປະຈໍາຫ້ອງຈະເອີ້ນນັກສຶກສາຂຶ້ນມາສຶກສາອົບຮົມ ແລະ ບົດບັນທຶກສິ່ງດັ່ງກ່າວນີ້ເປັນວິທີໜິ່ງທີ່ຄູສາມາດເຮັດໄດ້ ເພື່ອຫຼີກລຽງການເວົ້າຄໍາເດີມຊໍ້າໆກັບນັກສຶກສາ ແຕ່ສິ່ງທີ່ສໍາຄັນກວ່າແມ່ນນັກສຶກສາຍັງຕ້ອງການພົບປະ ແລະ ສົນທະນາກັບຄູເຊິ່ງໜ້າ ເພື່ອໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມຮູ້ສຶກຫ່ວງໃຍຕໍ່ເຂົາເຈົ້າ ເຊິ່ງສອດຄ່ອງ ກັບ Jenet Manyi &Jessica Erikssonທີ່ສຶກສາກ່ຽວກັບຄວາມສໍາພັນ ລະຫວ່າງ ຄວາມພໍໃຈຂອງລູກຄ້າ ແລະ ຄຸນນະພາບການບໍລິການໃນສາມຂະແໜງການບໍລິການຂອງ Umeå. ການ ສຶກສາເຫັນໄດ້ຊັດເຈນວ່າ: 'ການຕອບສະໜອງ', ຄວາມເຫັນ ອົກເຫັນໃຈ' ແລະ'
57ຄວາມຫນ້າເຊື່ອຖື' ແມ່ນ ມີຄວາມກ່ຽວຂ້ອງກັບຄຸນນະພາບການບໍລິການຢ່າງຫຼວງຫຼາຍ ແລະ ເຊັ່ນດຽວກັນ; ' ຄວາມຫນ້າເຊື່ອຖື' ແລະ 'ຄວາມເຫັນອົກເຫັນໃຈ', ແມ່ນມີຄວາມກ່ຽວຂ້ອງຢ່າງຫຼວງຫຼາຍກັບຄວາມພໍໃຈຂອງລູກຄ້າ. ດ້ວຍເຫດນີ້, ການທີ່ຄູໃຫ້ຄວາໃກ້ຊິດກັບນັກສຶກສາບໍ່ວ່າທາງໃດກໍາຕາມແມ່ນມີຜົນຕໍ່ຄວາມຮູ້ສຶກໃນທາງບວກ ແຕ່ຖ້າຄູສາມາດໃຫ້ຄວາມໃກ້ຊິດກັບນັກສຶກສາໃນຮູບແບບເຊິ່ງໜ້າຍິ່ງເປັນການດີ ເພາະນັກສຶກສາຈະສາມາດສໍາຜັດໄດ້ເຖິງຄວາມຮູ້ສຶກ, ຄວາມເອົາໃຈໃສ່ ແລະ ຄວາມເຫັນອົກເຫັນໃຈຕໍ່ນັກສຶກສາເຮັດໃຫ້ນັກສຶກສາສາມາດປະຕິບັດໜ້າທີ່ໄດ້ຢ່າງເຕັມຄວາມສາມາດ ແລະ ມີຄວາມເຕັມໃຈໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ມີຜົນສໍາເລັດຢ່າງມີປະສິດທິພາບສູງ. ຂໍ້ສະເໜີແນະໃນການວິໄຈ ຂໍ້ສະເໜິແນະທົ່ວໄປ ໃນການສຶກສາກ່ຽວກັບຄວາມເພິ່ງພໍໃຈຂອງນັກສຶກສາຕໍ່ກັບການບໍລິການຂອງພາກວິຊາພາສາຕ່າງປະເທດວທິ ະຍາໄລຄູປາກເຊ, ສົກຮຽນ 2021-2022 ເຫັນວ່າມີປະເດັນສໍາຄັນມາສະເໜີແນະ ເພື່ອການປັບປຸງລະບົບການບໍລິການຂອງພາກວິຊາພາສາຕ່າງປະເທດໃນຕໍ່ໜ້າດັ່ງລຸ່ມນ:ີ້ 1. ຄູຄວນໃຫ້ຄວາມໃກ້ຊິດ, ຕິດຕາມ ແລະ ຊຸກຍູ້ການປະຕິບັດວຽກຂອງນັກສຶກສາເປັນປົກກະຕິແລະຕໍ່ເນື່ອງ.2. ພາກວິຊາຄວນມີງົບປະມານໃນການສະໜັບສະໜຸນວຽກງານການເຄື່ອນໄຫວສີລະປະ, ກິລາກາຍະກໍາ ແລະການຮັກສາສະພາບແວດລ້ອມ. ຂໍ້ສະເໜີແນະສໍາລັບການວິໄຈໃນຕໍ່ໜ້າ ເພື່ອເປັນການພັດທະນາວຽກງານການບໍລິການຂອງພາກວິຊາພາສາຕ່າງປະເທດໃນຕໍ່ໜ້າໃຫ້ມີປະສິດທິພາບສູງຂຶ້ນ, ຜູ້ວິໄຈຄວນສຶກສາລົງເລິກໃນຫົວຂໍ້ຕໍ່ໄປນີ້: 1. ພັດທະນາການຮຽນຮູ້ຂອງນັກສຶກສາໂດຍການນໍາໃຊ້ແຫຼ່ງຂໍ້ມູນການຮຽນຮູ້ທີ່ຫຼາກຫຼາຍ. 2. ສົ່ງເສີມການຮັກສາສະພາບແວດລ້ອມທີ່ເປັນມິດກັບການຮຽນຮູ້ຂອງນັກສຶກສາ. 3. ສົ່ງເສີມການຮຽນຮູ້ຕາມ 5 ຫຼັກມູນຂອງການສຶກສາ.
58ບັນນານຸກົມ ຈວູ ົງ ໄຊຍະບຸດ (1993:11-14) ຫຼັກການບໍລິການທຕີ່ ້ອງສອດຄ່ອງກັບອັນທີ່ເອີ້ນວ່າຫຼັກການພັດທະນາຊຸດບໍລິການແບບບຸກທະລຸຮອບດ້ານ (Package service) ມະຫາວິທະຍາໄລ ມະຫາສາລາຄາມ. ພິມົນ ເມກສະຫວັດ (2007:27) ປັດໄຈທີ່ສົ່ງຜົນຕໍ່ ຄວາມເພິ່ງພໍໃຈຂອງຜູ້ໃຊ້ບໍລິການ,ມະຫາວິທະຍາໄລລາດສະພັດສີສະເກດ. ພະລາຊູຣະມັນ (Parasuraman. et al. 1990; Parasuraman ແລະ Grewal. 2000) ໄດ້ລະບຸວ່າການປັບປຸງຄຸນນະພາບຂອງການບໍລິການເພື່ອຄວາມພໍໃຈຂອງລູກຄ້າ. ນໍ້າລິນ ທຽມແກ້ວ (2560) ສຶກສາຄວາມເພິ່ງພໍໃຈຕໍ່ຄຸນນະພາບກາໃຫ້ບໍລິການສໍາລັບນັກ ວິທະຍາບໍລິການມະຫາວິທະຍາໄລມະຫາສະລາຄາມ. https://physicscatalyst.com/graduation/meaning-of-learning/ 26/5/2022 https://www.novabizz.com/NovaAce/Manage/c 21-02-2022 https://www.igiglobal.com/dictionary/information-service/14500 26/05/22 https://physicscatalyst.com/graduation/meaning-of-learning/ 26/5/2022 https://www.google.la/search?q=what+is+learning+services 20/04/2022 https://www.shakopee.k12.mn.us/Page/964 13/06/2022 https://www.safeopedia.com/definition/1778/environmental-services 12/5/2022 https://www.myenglishpages.com/blog/definition-of-testing-assessment-and-evaluation/ 27/05/2022https://en.wikipedia.org/wiki/Monitoring_and_evaluation 20/04/2022
-2- ແບບສອບຖາມ ສໍາຫຼວດຄວາມຄວາມເພິ່ງພໍໃຈຂອງນັກສຶກສາພາກວິຊາພາສາຕ່າງປະເທດກ່ຽວກັບການບໍລິການຂອງພາກວິຊາພາສາຕ່າງປະເທດ ວິທະຍາໄລຄູປາກເຊ ເຊິ່ງແບ່ງອອກເປັນ 4 ດ້ານຄື: ດ້ານບໍລິການຂໍ້ມູນຂ່າວສານ, ດ້ານບໍລິການການຮຽນຮ,ູ້ ດ້ານບໍລິການເຄື່ອນໄຫວນອກຫຼັກສູດ ແລະ ການຕິດຕາມປະເມີນຜົນ. ການສໍາຫຼວດນເີ້ພື່ອນໍາເອົາຂໍ້ມູນມາວິເຄາະ ແລ້ວຊອກຫາວິທີໃນການພັດທະນາ ແລະ ປັບປຸງຂະບວນການບໍລິການໃຫ້ດີຂຶ້ນ ດ້ວຍເຫດນີ້ ຂ້າພະເຈົ້າຈິ່ງຂໍ້ຄວາມຮ່ວມມືນໍານັກສຶກສາທຸກຄົນໃຫ້ໝາຍ ✓ໃສ່ ❒ທີ່ເຫັນວ່າຖືກຕ້ອງກັບຄວາມເປັນຈິງທຸກຄໍາຕອບຂອງທ່ານຈະມີຜົນຕໍ່ການພັດທະນາການບໍລິການຂອງ ພາກວິຊາພາສາຕ່າງປະເທດທົ່ານັ້ນ ແລະ ຈະບໍ່ມີຜົນກະທົບໃດໆຕໍ່ທ່ານໃນຖານະເປັນນັກສຶກສາພາກວິຊາພາສາຕ່າງປະເທດ. ພາກທີ1: ຂໍ້ມູນທົ່ວໄປຂອງຜູ້ຕອບແບບສອບຖາມ (ກະລຸນາກວດເບິ່ງຂໍ້ມູນຄວາມເປັນຈິງກ່ຽວກັບທ່ານແລ້ວແລ້ວໝາຍ ✓ ໃສ່ ບ່ອນທີ່ເໝາະສົມ). 1. ເພດ: ❒ ຊາຍ ❒ ເພດຍິງ 2. ອາຍ:ຸ ❒ 16 -18 ປີ ❒19-20 ປີ ❒ 21-23 ປີ ❒25 ປີຂຶ້ນໄປ3. ສະຖານະພາບ ❒ ຄູສອນ ❒ ນັກສຶກສາ 4. ຊັ້ນຮຽນ ❒ ປີ1 ❒ ປີ2 ❒ ປີ3 ❒ປີ4 5. ປະສົບການໃນການຮັບບໍລິການ ❒1 ປີ ❒ 2 ປີ ❒ 3 ປີ❒4 ປີ ພາກທີ2: ສອບຖາມຄວາມເພິ່ງພໍໃຈຂອງນັກສຶກສາໃນ 4 ດ້ານ (ກະລຸນາຫມາຍ ✓ໃສ່ຫ້ອງທີ່ສອດຄ່ອງກັບຄວາມຄິດເຫັນ ແລະ ຄວາມມັກຂອງທ່ານ) ບັນຫາ/ຫົວຂໍ້ ລະດັບຄວາມເພິ່ງພໍໃຈຫຼາຍທີ່ ສຸດ ຫຼາຍ ປານກາງ ໜ້ອຍໜ້ອຍທີ່ ສຸດ1. ຄວາມເພິ່ງພໍໃຈດ້ານບໍລິການຂໍ້ມູນຂ່າວສານ 1. ມີແຫຼ່ງຂໍ້ມູນຂ່າວສານທີ່ຫຼາກຫຼາຍ 2. ມີຫໍຂ່າວສໍາລັບນັກສຶກສາໃນການຕິດຕາມຂ່າວສານທັງພາຍໃນ ແລະ ພາຍນອກ 3. ນັກສຶກສາສາມາດເຂົ້າເຖິງຂ່າວສານໄດ້ວ່ອງໃວ ແລະ ທັນການ 4. ໃຫ້ການສະຫນັບສະຫນູນ ແລະ ເຜີຍແຜ່ 3 ລັກສະນະ 5 ຫຼັກມູນຂອງການສຶກສາໄດ້ເປັນຢ່າງດີ 5. ເຜີຍແຜ່ກົດລະບຽບ, ຫຼັກການ, ວິທີການຮຽນຮູ້ໃຫ້ກ່ນັກສຶກສາ 6. ໃຫ້ຄໍາປຶກສາ, ແນະແນວ, ແນະນໍາ ແລະ ຊີ້ແນວທາງເພື່ອພັດທະນາການຮຽນຂອງນັກສຶກສາ 7. ນັກສຶກສາສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ແຫຼ່ງການຮຽນຮູ້ໄດ້ຫຼາກຫຼາຍຊ່ອງທາງ 8. ມີການທົບທວນຄືນຂໍ້ມູນທີ່ສົ່ງໃຫ້ນັກສຶກສາເພື່ອຄວາມຖືກ ຕ້ອງ ແລະ ຊັດເຈນ 9. ມີຫ້ອງສະໝຸດໃຫ້ນັກສຶກສາໄດ້ຊອກຫາຂໍ້ມູນຂ່າວສານ ແລະ ການຮຽນຮູ້ 10. ມີເອກະສານປະກອບການຮຽນພຽງພໍໃນການສຶກສາຄົ້ນຄວ້າ ຂອງນັກສຶກສາ
-3- 11. ມີມຸມການຮຽນຮູ້ທີ່ນັກສຶກສາສາມາດເຂົ້າເຖິງໄດ້ຢ່າງ ສະດວກສະບາຍ 2. ຄວາມເພິ່ງພໍໃຈໃນດ້ານບໍລິການການຮຽນຮູ້ 2.1 ມີຫຼັກສູດແຫ່ງຊາດ ແລະ ຫຼັກສູດລາຍວິຊາ ເພື່ອເປັນ ບ່ອນອີງໃນການພັດທະນາການສອນ. 2.2 ມີຄູອາຈານທີ່ມີຄວາມຮູ້ຄວາມສາມາດຈາກທັງພາຍໃນ ແລະ ຕ່າງປະເທດ. 2.3 ມີຄວາມຊໍານານໃນການສອນໄປຕາມຫຼັກການສອນທີ່ເນັ້ນ ໃສ່ຜູ້ຮຽນເປັນສໍາຄັນ 2.4 ມີການຈັດກິດຈະກໍາທີ່ສົ່ງເສີມທັກສະ, ຄວາມສາມາດທາງດ້ານ ພາສາ ແລະ ທັດສະນະຂອງຄວາມເປັນຄູ. 2.5 ຈັດສັນເວລາໃນການສົນທະນາ ແລກປ່ຽນປະສົບການ ໃນການຮຽນຮູ້ແລະ ສ້າງປະສົບການ 2.6 ໃຫ້ເວລານັກສຶກສາໃນການຮຽນນອກສະຖານທີ່ ເພື່ອປຽບ ທຽບທິດສະດີກັບພາກປະຕິບັດຈິງໃນຫ້ອງຮຽນ 2.7 ແນະນໍາແຫຼ່ງການຮຽນຮູ້ທີ່ຫຼາກຫຼາຍເໝາະແກ່ການຮຽນ ທັງໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງ 2.8 ມີເອກະສານປະກອບການສອນທີ່ມາຈາກຫຼາຍແຫຼ່ງການ ຮຽນຮູ້ 2.9 ຄູສອນທຸກຄົນມີຄວາມເປັນມິດ ແລະ ນັກສຶກສາສາມາດ ເຂົ້າເຖິງໄດ້ 2.10 ຄູສອນທຸກຄົນມີປະສົບການ ແລະ ສາມາດແກ້ໄຂຂໍ້ຂອງ ໃຈໃຫ້ແກ່ນັກສຶກສາໄດ້ 2.11 ຄູສອນມີການພັດທະນາຕົນເອງຕະຫຼອດເວລາ ເພື່ອໃຫ້ ທັນກັບຄວາມຕ້ອງການໃນການຮຽນຮຂູ້ ອງນັກສຶກສາໃນໄລຍະໃໝ່ 2.12 ນໍາໃຊ້ການສອນທັງທາງເຊິງໜ້າ ແລະ ອອນລາຍ 3. ຄວາມເພິ່ງພໍໃຈດ້ານບໍລິການວຽກງານນອກຫຼັກສູດ 1) ການບລິການກິລາ-ສີລະປະ 1.1 ມີຜູ້ຮັບຜິດຊອບວຽກງານກິລາ-ສີລະປະທີ່ມີຄວາມ ສາມາດສະເພາະດ້ານ 1.2 ມີການຄັດເລືອກ, ຈັດທິມສີລະປະ-ກິລາເໝາະສົມ 1.3 ມີການແບ່ງເວລາຝຶກຊ້ອມຢ່າງຊັດເຈນ 1.4 ມີການຝຶກຊ້ອມເປັນປົກກະຕິແລະ ຕໍ່ເນື່ອງ 1.5 ສະໜັບສະໜຸນໃຫ້ໄດ້ເຂົ້າຮ່ວມການປະກວດທັງພາຍໃນ ແລະ ພາຍນອກ 1.6 ມີການປະຕິບັດນະໂຍບາຍຕໍ່ນັກກິລາ-ສີລະປະ 2) ບໍລິການຮັກສາສະພາບແວດລ້ອມ 2.1 ມີການແບ່ງເຂດຮັບຜິດຊອບໃຫ້ແຕ່ລະຫ້ອງຢ່າງຊັດເຈນ 2.2 ອໍານວຍຄວາມສະດວກໃຫ້ແກ່ນັກສຶກສາໃນການຮັກ ສາສະພາບແວດລ້ອມ 2.3 ມີລະບົບຈັດການສິ່ງເສດເຫຼືອທີ່ໄດ້ມາດຕະຖານ
-4- 2.4 ຄໍາແນະນໍາອື່ນໆ ...................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................................2.4 ມີອຸປະກອນຮັບໃຊ້ໃນການຮັກສາສະພາບແວດລ້ອມຢ່າງ ພຽງພໍແລະ ເໝາະສົມ 2.5 ມີຖັງຂີ້ເຫຍື່ອທີ່ສາມາດແຍກປະເພດໄດ້ 2.6 ມີການປະສານກັບພາກສ່ວນອື່ນເພື່ອການຈັດສັນສິ່ງເສດເຫຼືອ 2.7 ມີການນໍາສິ່ງເສດເຫຼືອໄປທໍາລາຍໃນທຸກໆອາທິດ, ທຸກເດືອນ 2.8 ມີການຈັດສັນການຕັດຫຍັາຕາມເຂດຮັບຜິດຊອບເປັນປົກກະຕິ 3) ບໍລິການຄຸ້ມຄອງອາຄານຮຽນ ແລະ ສິ່ງອຊານວຍຄວາມ ສະດວກໃນການຮຽນ 3.1 ມີຫ້ອງຮຽນ, ໂຕະ, ຕັ່ງ ແລະ ອຸປະກອນຮັບໃຊ້ສໍາລັບການ ຮຽນການສອນພຽງພໍໃນຫ້ອງຮຽນ 3.2 ມີການປະດັບປະດາຫ້ອງຮຽນໃຫ້ເໝາະສົມກັບການຮຽນຮູ້ 3.3 ມີລະບົບໄຟຟ້າ, ນໍ້າປະປາເພື່ອອໍານວຍຄວາມສະດວກ ແກ່ນັກສຶກສາ 3.4 ມີຫ້ອງນໍ້າສະອາດ ແລະ ພຽງພໍກັບການຊົມໃຊ້ຂອງນັກສຶກສາ 3.5 ອຸປະກອນໄຟຟ້າ ແລະ ນໍ້າປະປາມີຄວາມສົມບູນປອດໄພ 3.6 ໂຕະຕັ່ງສົມບູນພຽງພໍແລະ ສະດວກໃນການຈັດກິດ ຈະກໍາການຮຽນ 3.7 ມີການບູລະນະສ້ອມແປງຮັກສາສະພາບໃຫ້ສາມາດນໍາໃຊ້ໄດ້ດີ ແລະ ເປັນປົກກະຕິ 3.8 ມີລະບົບຮັກສາອະນາໄມເປັນປົກກະຕິໃນຫ້ອງຮຽນ, ອາຄານ, ແລະ ບໍລິເວນອາຄານຮຽນ 4. ຄວາມເພິ່ງພໍໃຈດ້ານການປະເມີນຜົນ 4.1 ມີໂຄງການ ແລະ ແຜນການປະຕິບັດງານອັນລະອຽດ 4.2 ມີການມອບວຽກຢ່າງຊັດເຈນເປັນຂັ້ນຕອນ 4.3 ມີການຕິດຕາມ, ຊຸກຍູ້ເພື່ອໃຫ້ມີຜົນສໍາເລັດ 4.4 ມີການຮັບສ່ອງແສງລາຍງານເປັນໄລຍະໃນລະຫວ່າງ ແລະ ຫຼັງການປະຕິບັດວຽກສໍາເລັດ 4.5 ມີການຮັບສ່ອງແສງລາຍງານຫຼັງຈາກການ ປະຕິບັດແຕ່ລະວຽກສໍາເລັດ 4.6 ມີການບັນທຶກຜົນສໍາເລັດ ແລະ ບັນຫາໃນການປະຕິບັດວຽກ 4.7 ນໍາເອົາຂໍ້ຫຍຸ້ງຍາກໄປປັບປຸງແກ້ໄຂໃນໜ້າວຽກໃນອະນາຄົດ 4.8 ມີການຍ້ອງຍໍ, ຊົມເຊີຍ ເພື່ອເປັນການໃຫ້ກໍາລັງໃຈ ໃນການປະຕິບັດໜ້າທີ່
-5-