ການລ້ຽງດູເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຕາມຫຼັກໂພຊະນາການ. ກໍລະນີສຶກສາ ໂຮງຮຽນລ້ຽງເດັກ-ອະນຸບານໂພທິສານ ບ້ານສົມໂຮງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
ບົດຄັດຫຍໍ້

ການສຶກສາໃນຄັ້ງນີ້ເພື່ອສຶກສາຄວາມຮູ້ທາງດ້ານໂພຊະນາການ ແລະ ການປະຕິບັດໃນການ ລ້ຽງດູເດັກຂອງຄູ ແລະ ຜູ້ປົກຄອງເດັກອາຍຸຕໍ່າກວ່າ 5 ປີ ຢູ່ໂຮງຮຽນລ້ຽງເດັກ-ອະນຸບານໂພທິສານ ບ້ານສົມໂຮງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ກຸ່ມຕົວຢ່າງທີ່ໃຊ້ໃນການສຶກສາໄດ້ກຸ່ມເອົາ ຜູ້ປົກຄອງເດັກອາຍຸຕໍ່າກວ່າ 5 ປີ ໃນຈໍານວນ 90 ຄົນໂດຍການນໍາໃຊ້ວິທີການຊຸ່ມຕົວຢ່າງຂອງ Krejcie ແລະ Morgan. ພ້ອມນີ້ຍັງໄດ້ກຳນົດເອົາຜູ້ອໍານວນການໂຮງຮຽນລ້ຽງເດັກ-ອະນຸບານ ໂພທີ ສານ 1 ທ່ານ, ຄູ 5 ທ່ານ, ຜູ້ປົກຄອງ 10 ທ່ານ ລວມ 16 ທ່ານ ເພື່ອຕອບແບບສໍາພາດ, ແບບ ສອບຖາມ ແລະ ແບບສຳພາດໄດ້ນໍາໃຊ້ເປັນເຄື່ອງມືໃນການເກັບກຳ ແລະ ລວບລວມຂໍ້ມູນ, ໂປຣ ແກມສໍາເລັດຮູບຄອມພິວເຕີໄດ້ຖືກນໍາໃຊ້ເປັນເຄື່ອງມືສໍາລັບການວິເຄາະຂໍ້ມູນທາງດ້ານປະລິມານ ສ່ວນຂໍ້ມູນທາງດ້ານຄຸນນະພາບແມ່ນໄດ້ສັງລວມ ແລະ ປຽບທຽບກັບແນວຄິດທິດສະດີທີ່ກ່ຽວຂ້ອງ.

ຜົນການສຶກສາພົບວ່າ: ຄວາມຮູ້ທາງດ້ານໂພຊະນາການຂອງຄູ ແລະ ຜູ້ປົກຄອງໂດຍລວມ ແມ່ນຢູ່ລະດັບປານກາງ (X=3.05). ເຊິ່ງຜົນການວິເຄາະຂໍ້ມູນທາງປະລິມານ ແລະ ຄຸນນະພາບໄດ້ ສະແດງໃຫ້ຮູ້ວ່າຄູ ແລະ ຜູ້ປົກຄອງມີຄວາມເຂົ້າໃຈວ່າເດັກອາຍຸຕໍ່າກວ່າ 5 ປີຄວນກິນອາຫານຢ່າງ ຫຼາກຫຼາຍ ແລະ ຄົບ 5 ໝູ່ ໂດຍໃຫ້ສອດຄ່ອງກັບຫຼັກໂພຊະນາການ ແຕ່ຜູ້ປົກຄອງບັງບໍ່ທັນຮັບຮູ້ ລາຍລະອຽດວ່າທາດອາຫານທີ່ສໍາຄັນຕ່າງໆທີ່ຮ່າງການເດັກຕ້ອງການນັ້ນມີຢູ່ໃນອາຫານປະເພດໃຕ ແດ່.

ການປະຕິບັດໃນການລ້ຽງດູເດັກຕາມຫຼັກໂພຊະນາການຂອງຄູ ແລະ ຜູ້ປົກຄອງພົບວ່າສ່ວນ ຫຼາຍແມ່ນປະຕິບັດໄດ້ດີ ໂດຍສະເພາະການປະຕິບັດໃນການລ້ຽງລູກດ້ວຍນົມແມ່ ເຊິ່ງກວມເອົາ

86.222%. ການປະຕິບັດໃນການໃຫ້ອາຫານເສີມຢ່າງພຽງພໍ ແລະ ຖືກວິທີເພື່ອບໍ່ໃຫ້ເດັກຂາດສານ ອາຫານ ກວມເອົາ 93.33%. ການປະຕິບັດໃນການປຸງແຕ່ງອາຫານເຊັ່ນ: ການລ້າງມືໃຫ້ສະອາດທຸກ ຕັ້ງກ່ອນປຸງແຕ່ງອາຫານໃຫ້ລູກກວມເອົາ 100%, ການຕົ້ມເຂົ້າໃສ່ຊີ້ນ, ປາ, ໄຂ່, ຜັກ ແລະ ນ້ຳມັນ ແລ້ວແຕະໃຫ້ມຸ່ນລະອຽດໃຫ້ລູກກິນເມື່ອລູກອາຍຸໄດ້ 6 ເດືອນກວມເອົາ 85.56%, ແລະ ການຂູດໝາກ ໄມ້ສຸກໃຫ້ລູກກິນກວມເອົາ 55.56% ວິທີໃຫ້ອາຫານເດັກເຊັ່ນ: ການປ້ອນອາຫານປຸງແຕ່ງໃໝ່ອາຫານ ສຸກ ສະອາດກວມເອົາ 98.89%, ການໃຊ້ວິທີຍົວະອອຍເວລາປ້ອນອາຫານລູກເພື່ອໃຫ້ລູກກິນອາຫານ ພຽງພໍ່ກວມເອົາ 94.44%, ການປະຕິບັດໃນການດູແລເບິ່ງແຍງລູກເຫັນວ່າສ່ວນໃຫຍ່ແມ່ນໄດ້ປະຕິບັດ ການລ້ຽງລູກຕາມຄໍາແນະນໍາຂອງພໍ່ແມ່, ໝູ່ເພື່ອນ, ຍາດພີ່ນ້ອງເຊິ່ງກວມເອົາ 91.11%, ການປະຕິບັດ
ເວລາລູກເປັນໄຂ້ໄດ້ໃຫ້ລູກກິນນົມແມ່ ແລະ ກິນອາຫານເສີມກວມເອົາ 86.67%, ສ່ວນການປະຕິບັດເອົາລູກໄປຮັບການສັກຢາ ແລະ ຢອດຢາເວລາແພດລົງມາບໍລິການຢູ່ບ້ານທຸກຄັ້ງກວມເອົາ 81.11%.
ຜົນການທົດສອບຮົມມຸດຖານພົບວ່າຜູ້ປົກຄອງມີ ອາຍຸ, ການສຶກສາ, ອາຊີບ ແລະ ລາຍຮັບຕ່າງກັນແມ່ນມີຄວາມຮູ້ທາງດ້ານໂພຊະນາການແຕກຕ່າງກັນ (P<.05). ຢ່າງໃດກໍຕາມ, ຜົນການທົດສອບສົມມຸດຖານ ໃນທາງປະຕິບັດການລ້ຽງດູລູກແລ້ວສ່ວນໃຫຍ່ບໍ່ແຕກຕ່າງກັນ. ຖ້າມີກໍມີພຽງແຕ່ບາງການປະຕິບັດເທົ່ານັ້ນທີ່ແຕກຕ່າງກັນເຊັ່ນ: ການລ້ຽງລູກດ້ວຍນົມແມ່ຢ່າງດຽວແຕ່ມື້ເກີດຮອດ 6ເດືອນໂດຍບໍ່ໃຫ້ກິນນໍ້າ, ເຂົ້າ ແລະ ອື່ນໆ.
View Text Version Category : 47
  • Follow
  • 1
  • Embed
  • Share
  • Upload
Related publications