The words you are searching are inside this book. To get more targeted content, please make full-text search by clicking here.

แบบเรียนภาษาลาว

Discover the best professional documents and content resources in AnyFlip Document Base.
Search
Published by supawan.ph, 2022-11-06 09:06:37

ภาษาลาว

แบบเรียนภาษาลาว

ກ ະ ຊ ວ ງ ສຶ ກ ສ າ ທິ ກ າ ນ
ສະຖາບັນຄົ້ນຄວ້າ ວິທະຍາສາດ ການສຶກສາ

ຄຳນຳ

ເພື່ອສົ່ງເສີມປະສິດທິພາບການຮຽນ ການສອນວິຊາພາສາລາວ

ໃນລະດັບຊັ້ນປະຖົມສຶກສາໃຫ້ດີຂຶ້ນ, ຈຶ່ງໄດ້ຮຽບຮຽງປຶ້ມແບບຮຽນ

ພາສາລາວນີ້ຂຶ້ນ. ປຶ້ມຮຽນພາສາລາວນີ້ ປະກອບດ້ວຍບົດຫັດອ່ານ

ແລະຄວາມຮູ້ທາງພາສາລາວ. ນອກຈາກນີ້ຢູ່ທ້າຍບົດຮຽນແຕ່ລະບົດ

ຍັງມີແບບເຝິກຫັດ ເພື່ອໃຫ້ນັກຮຽນໄດ້ເຝິກທັກສະທາງພາສາ ໃຫ້

ບັນລຸຜົນຕາມຈຸດປະສົງຂອງຫຼັກສູດອີກດ້ວຍ. ສະນັ້ນ ຈຶ່ງເຫັນວ່າ

ປື້ມຮຽນພາສາລາວເຫຼັ້ມນີ້ຄົງຈະເປັນປະໂຫຍດບໍ່ຫຼາຍກໍນ້ອຍຕໍ່ການ

ຮຽນ ການສອນພາສາລາວ.

ເປັນສິ່ງທີ່ແນ່ນອນວ່າ ການຮຽບຮຽງປຶ້ມເຫຼັ້ມນີ້ອາດຈະຍັງມີຂໍ້

ຂາດຕົກບົກພ່ອງຢູ່. ພວກເຮົາຫວັງຢ່າງຍິ່ງວ່າຄູ ອາຈານ, ກໍຄືທ່ານຜູ້

ຊົມໃຊ້ທັງຫຼາຍຈະໃຫ້ຄວາມຮ່ວມມື, ຕຳໜິສົ່ງຂ່າວເພື່ອໃຫ້ການ

ຮຽບຮຽງ ແລະ ຈັດພິມໃນຄັ້ງຕໍ່ໄປດີຂຶ້ນ.

ສາລະບານ

ໜ້າ

ຄຳນຳ ........................................................................ ກ
ສາລະບານ .................................................................. ຂ
ບົດທີ່ 1 : ຄົນໃໝ່ .................................................... 1
ບົດທີ່ 2 : ຄອບຄົວຂອງຂ້ອຍ ...................................... 3
ບົດທີ່ 3 : ຍາມນ້ຳນອງ ............................................... 5
ບົດທີ່ 4 : ການປ້ອງກັນຍຸງ ........................................ 7
ບົດທີ່ 5 : ອວຍພອນຄູ ............................................. 9
ບົດທີ່ 6 : ອາກາດຢູ່ບ້ານເຮົາ ....................................... 11
ບົດທີ່ 7 : ນາງບົວຂາວໄປຕະຫຼາດ ................................. 13
ບົດທີ່ 8 : ຫຼີກເວັ້ນສິ່ງມຶນເມົາ ...................................... 15
ບົດທີ່ 9 : ອະນຸຊົນຄົນເກັ່ງ ......................................... 17

ບົດທີ່ 1 ຄົນໃໝ່

ບົດຫັດອ່ານ

ຖ້າຫາກຜູ້ໃດໄດ້ພົບພໍ້ ທ້າວສິດ ເທື່ອໜຶ່ງແລ້ວກໍບໍ່ອາດຫຼົງລືມໄດ້ຈັກເທື່ອ, ບໍ່ຄິດວ່າ

ລາວຈະປ່ຽນແປງທັງຮ່າງກາຍ ແລະຈິດໃຈ ກາຍເປັນຄົນດີຄືກັນກັບຄົນທົ່ວໄປໄດ້ອີກ.

ທ້າວສິດມີຮ່າງກາຍຈ່ອຍຜອມ ໜ້າຕາຫຼ່າເຫຼືອງແລະຜົມຍາວ. ລາວເປັນລູກຊາຍໂທນ

ຂອງລຸງສຸກແລະປ້າພອຍ. ຍ້ອນວ່າມີລູກຜູ້ດຽວ, ພໍ່ແມ່ຮັກແລະຕາມໃຈຫຼາຍໂພດ, ທ້າວ

ສິດຈຶ່ງກາຍເປັນຄົນດື້ດ້ານ ແລະ ຂີ້ລັກ, ບໍ່ເອົາຫົວຊາຕໍ່ຄຳເວົ້າຂອງພໍ່ແມ່ ແລະນາຍຄູເລີຍ.

ລາວມັກຂາດໂຮງຮຽນເລື້ອຍໆ, ບາງມື້ເລີກຈາກໂຮງຮຽນກໍໄປຫຼິ້ນຕາມລຳພັງໃຈຂອງຕົນ,

ລາວຕິດກັບໝູ່ເພື່ອນທີ່ບໍ່ດີຈຳນວນໜຶ່ງ ແລະກໍ່ຄວາມເດືອດຮ້ອນໃຫ້ແກ່ຄອບຄົວ ແລະ

ຊຸມຊົນ.

ມີຫຼາຍເທື່ອທາງການຈັດຕັ້ງບ້ານ ພ້ອມກັບເຈົ້າໜ້າທີ່ໄດ້ເອີ້ນໄປຕັກເຕືອນ, ລາວກໍ່ຍັງ

ບໍ່ປ່ຽນແປງ ມີນິໄສບໍ່ດີຂຶ້ນເລື້ອຍໆ ຈຶ່ງຖືກກັກຕົວ. ເມື່ອມີການສຳມະນາ ເພື່ອສຶກສາ

ອົບຮົມຊາວໜຸ່ມ ຍິງຊາຍໃນຄຸ້ມບ້ານ, ນະໂຍບາຍຂອງພັກ ກ່ຽວກັບການກໍ່ສ້າງຊາວໜຸ່ມ

ຜູ້ທີ່ກະທຳຜິດ ໃຫ້ກາຍເປັນຄົນດີ. ຍ້ອນເຂົ້າໃຈແຈ້ງຕໍ່ແນວທາງດັ່ງກ່າວ ລາວໄດ້ໃຫ້ຄຳ

ໝັ້ນສັນຍາ ໂດຍຂຽນໃບປະຕິຍານຕົນເອງແລ້ວອ່ານຕໍ່ໜ້າພໍ່ແມ່, ເຖົ້າແກ່ແລະອານາດການ

ປົກຄອງໃນຄຸ້ມບ້ານວ່າ : ຈະຕັດສິນໃຈປ່ຽນແປງແນວຄິດ ແລະການປະພຶດທຸກໆຢ່າງທີ່ບໍ່

ດີຜ່ານມາ. ນັບແຕ່ນັ່ນມາ, ທ້າວສິດກໍໄດ້ໄປໂຮງຮຽນເປັນປົກກະຕິ. ຍາມພັກຮຽນ, ລາວ

ໄດ້ໄປຊ່ອຍພໍ່ແມ່ເຮັດນາ ແລະສວນ. ດຽວນີ້, ລາວມີຮ່າງກາຍແຂງແຮງດີ, ເປັນຄົນຊື່ສັດ

ແລະດຸໝັ່ນຄືກັບຄົນຮູ້ຜູ້ດີອື່ນໆ.

1

ອະທິບາຍສັບ

ໂທນ : ດ່ຽວ, ຜູ້ດຽວ
ຊຸມຊົນ : ບັນດາຜູ້ຄົນທີ່ຢູ່ໃນເຂດດຽວກັນ, ເຂດທີ່ມີປະຊາຊົນອາໄສຢູ່ຫຼາຍ
ປະຕິຍານ : ຄຳໝັ້ນສັນຍາ, ການໃຫ້ຄຳໝັ້ນສັນຍາ

ຄຳຖາມ

1. ແຕ່ກ່ອນທ້າວສິດເປັນແນວໃດ ?
2. ຍ້ອນເຫດຜົນອັນໃດ ທ້າວສິດຈຶ່ງກາຍເປັນຄົນໃໝ່ ?
3. ຜ່ານການສຶກສາອົບຮົມທ້າວສິດເປັນຄົນແນວໃດ ?

ບົດເຝິກຫັດ

ຈົ່ງເອົາຄຳເຫຼົ່ານີ້ຕື່ມໃສ່ບ່ອນວ່າງໃນປະໂຫຍກ ເພື່ອໃຫ້ໄດ້ຄວາມໝາຍ ເຊັ່ນ ຈ່ອຍຜອມ,
ໂຮງຮຽນ, ໂທນ, ຜົມຍາວ, ລຳພັງໃຈ, ນິໄສ, ປ່ຽນແປງ.
ກ. ທ້າວສິດມີຮູບຮ່າງ......ໜ້າຕາຫຼ່າເຫຼືອງ ແລະ......
ຂ. ລາວເປັນລູກຊາຍ...... ຂອງລຸງສຸກແລະປ້າພອຍ.
ຄ. ລາວມັກຂາດ......ເລື້ອຍໆ, ບາງມື້ເລີກຈາກໂຮງຮຽນກໍໄປຫຼິ້ນຕາມ.....ຂອງຕົນ.
ງ. ລາວກໍຍັງບໍ່...... ຍິ່ງເພີ່ມ......ບໍ່ດີຂຶ້ນເລື້ອຍໆ.

2

ບົດທີ່ 2 ຄອບຄົວຂອງຂ້ອຍ

ບົດຫັດອ່ານ

ຂ້ອຍຊື່ວ່າທ້າວແສງຈັນ. ຄອບຄົວຂອງຂ້ອຍມີ 6 ຄົນ ຄື : ພໍ່, ແມ່, ອ້າຍ, ເອື້ອຍ,

ນ້ອງ ແລະ ຂ້ອຍເອງ. ພໍ່ ແລະ ແມ່ຂອງຂ້ອຍເພິ່ນຍັງແຂງແຮງ, ພວກເພິ່ນເປັນຜູ້ຫາ

ລ້ຽງຄອບຄົວ, ອ້າຍ ແລະ ເອື້ອຍຂອງຂ້ອຍຮຽນຢູ່ຊັ້ນມັດທະຍົມ. ສ່ວນຂ້ອຍ ແລະ

ນ້ອງ ຮຽນຢູ່ຊັ້ນປະຖົມ.

ແຕ່ລະມື້ເອື້ອຍຊ່ວຍແມ່ຄົວກິນ, ຂ້ອຍ ແລະ ນ້ອງສາວຊ່ວຍກັນປັດເຮືອນ, ສ່ວນ

ອ້າຍຊ່ວຍພໍ່ກວາດເດີ່ນບ້ານ ແລະ ເກືອເປັດເກືອໄກ່. ຄົນໃນຄອບຄົວຂອງຂ້ອຍມີຄວາມ

ສາມັກຄີ ແລະ ຮັກແພງກັນດີ.

3

ອະທິບາຍສັບ

ສາມັກຄີ : ພ້ອມພຽງກັນ
ແຂງແຮງ : ມີເຫື່ອແຮງ, ມີກຳລັງ

ຄຳຖາມ

1. ໃນຄອບຄົວນີ້ມີຈັກຄົນ? ມີໃຜແດ່ ?
2. ແຕ່ລະມື້ ອ້າຍ, ເອື້ອຍ, ນ້ອງ ແລະ ເຈົ້າເອງເຮັດຫຍັງ ຊ່ວຍພໍ່ແມ່ ?
3. ຄົນໃນຄອບຄົວເຈົ້າເປັນແນວໃດ ?

ບົດເຝິກຫັດ

ຈົ່ງເລືອກຕົວສະກົດ ງ, ຍ, ນ ຕື່ມໃສ່ບ່ອນວ່າງ.
ຕົວຢ່າງ : ຂ້ອ......ຊື່ວ່າ ທ້າວແສງຈັ...... ( ງ, ຍ, ນ ).
ຂ້ອຍຊື່ວ່າ ທ້າວແສງຈັນ.
1. ໃນຄອບຄົວຂອງຂ້ອ......ມີ 6 ຄົ...... ( ງ, ຍ, ນ ).
2. ພໍ່ ແລະ ແມ່ ຂອງຂ້ອ......ຍັງແຂ......ແຮງ ( ງ, ຍ, ນ ).
3. ພວກເພິ່...... ເປັນຜູ້ຫາລ້ຽ......ຄອບຄົວ ( ງ, ຍ, ນ ).
4. ອ້າຍ ແລະ ເອື້ອ...... ຂອງຂ້ອຍຮຽ...... ຢູ່ຊັ້ນມັດທະຍົມ ( ງ, ຍ, ນ ).

4

ບົດທີ່ 3 ຍາມນ້ຳນອງ

ບົດຫັດອ່ານ

ໃນລະດູຝົນ ປະເທດເຮົາເຄີຍປະສົບກັບໄພນ້ຳຖ້ວມ ຍ້ອນນ້ຳນອງຢ່າງຮ້າຍແຮງ ອັນ

ເນື່ອງມາຈາກສະພາບດິນຟ້າອາກາດມີການຄາດເຄື່ອນລະດູການ ຈຶ່ງເກີດໄພແຫ້ງແລ້ງ ຫຼື

ນ້ຳຖ້ວມ. ອັນນັ້ນກໍຍ້ອນວ່າຜ່ານມາປະຊາຊົນເຮົາອາໄສການຖາງປ່າເຮັດໄຮ່ເພື່ອລ້ຽງຊີບ

ເປັນຕົ້ນຕໍ, ເຮັດໃຫ້ປ່າດົງອັນຕຶບໜາຖືກທຳລາຍເກືອບໝົດ. ຢູ່ຕາມຍອດຫ້ວຍ ແລະ

ແຄມເຊບໍ່ມີຕົ້ນໄມ້ ເພື່ອຮັກສາແຫ່ງນ້ຳເອົາໄວ້. ເມື່ອຝົນຕົກ, ນ້ຳຝົນຈະໄຫຼລົງຈາກທີ່ສູງສູ່

ຫ້ວຍຮ່ອງຄອງບຶງ, ເໝືອງ ແລະແມ່ນ້ຳລຳເຊທີ່ເປັນສາຂາຂອງແມ່ນ້ຳຂອງ ແຕ່ເໜືອ

ຕະຫຼອດໃຕ້ ເຮັດໃຫ້ແມ່ນ້ຳຂອງເພີ່ມຂຶ້ນຢ່າງກະທັນຫັນ ຈຶ່ງພາໃຫ້ເກີດໄພນ້ຳຖ້ວມ.

ໃນຍາມນ້ຳນອງ ເມື່ອຝົນຕົກໜັກບາງແຫ່ງ ຫຼື ບາງເຂດແຂວງມັກມີນ້ຳຖ້ວມນາ,

ສວນ, ບ້ານເຮືອນ ແລະອື່ນໆ. ນ້ຳຖ້ວມເຮັດໃຫ້ເຂົ້າໃນນາ, ເຄື່ອງປູກຂອງຝັງຕາມສວນ

ແລະ ພຶກສາຊາດທັງຫຼາຍສູນຫາຍໄປນັບຈຳນວນບໍ່ຖ້ວນ. ຍາມນ້ຳນອງ ຫຼື ນ້ຳຖ້ວມນີ້ເປັນ

ໄພອັນຕະລາຍຕໍ່ຊີວິດ, ຊັບສິນ ແລະ ຜົນລະປູກຢ່າງຫຼວງຫຼາຍ. ມີຫຼາຍປະເທດໄດ້ຮັບ

ຄວາມເສຍຫາຍ ຈາກໄພນ້ຳຖ້ວມຢ່າງໃຫຍ່ຫຼວງເຊັ່ນ ເຮືອນຫັກເພພັງ, ຄົນແລະສັດລົ້ມ

ຫາຍຕາຍຈາກຢ່າງອະເນກນອງ. ຜູ້ຄົນຂາດທີ່ເພີ່ງພາອາໄສ ແລະອາຫານການກິນເປັນ

ເວລາໂດນນານ. ຢູ່ປະເທດເຮົາຖ້າບໍ່ພາກັນມີສະຕິລະວັງຕົວ, ບໍ່ພາກັນປົກປັກຮັກສາ

ທຳມະຊາດເອົາໄວ້ ກໍຈະປະສົບກັບໄພອັນຕະລາຍເຊັ່ນນີ້ແນ່ນອນ.

ເພື່ອຫຼີກເວັ້ນຄວາມເສຍຫາຍ ອັນເນື່ອງມາຈາກໄພນ້ຳຖ້ວມ, ພວກເຮົາຕ້ອງຕິດຕາມ

ຂ່າວສະພາບດິນຟ້າອາກາດໃນແຕ່ລະໄລຍະຢ່າງເປັນປະຈຳ. ພ້ອມນັ້ນ ພວກເຮົາຕ້ອງເປັນ

ຈິດໜຶ່ງໃຈດຽວກັນປ້ານຄູຕັນນ້ຳໃນບ່ອນທີ່ຕ່ຳໃຫ້ສູງ ບໍ່ປະປ່ອຍໃຫ້ໄພທຳມະຊາດຂົ່ມຂູ່

ແລະທຳລາຍເຮົາໄດ້ຢ່າງງ່າຍດາຍ. ສິ່ງທີ່ສຳຄັນຕ້ອງຊ່ອຍກັນຢຸດຕິການຖາງປ່າ; ປຸກລະດົມ

ໃຫ້ມີຂະບວນການປູກຕົ້ນໄມ້ໃຫ້ເປັນປ່າຄືນ.

5

ອະທຶບາຍສັບ

ເໝືອງ : ຮ່ອງລະບາຍນ້ຳ.

ພຶກສາ : ຕົ້ນໄມ້ນາໆຊະນິດ.

ອະເນກນອງ : ຫຼວງຫຼາຍ.

ການຄາດເຄື່ອນ : ການປ່ຽນແປງ, ບໍ່ກົງກັບເວລາເດີມ.

ນ້ຳນອງ : ນ້ຳຂຶ້ນຫຼາຍ.

ຄຳຖາມ

1. ນ້ຳນອງ, ນ້ຳຖ້ວມເກີດຂຶ້ນດ້ວຍສາເຫດອັນໃດ ? ມີຜົນເສຍຫາຍແນວໃດ ?
2. ເພື່ອຫຼີກເວັ້ນຜົນເສຍຫາຍຈາກໄພນ້ຳຖ້ວມ, ພວກເຮົາຄວນປ້ອງກັນແນວໃດ ?

ບົດເຝີກຫັດ

ໃຫ້ຊອກຫາຄຳສັບ ຫຼື ຂໍ້ຄວາມທີ່ເໝາະສົມຕື່ມໃສ່ບ່ອນວ່າງດັ່ງຕໍ່ໄປນີ້
ກ. ......, ຝົນຕົກໜັກນ້ຳຂອງຂຶ້ນເຕັມຝັ່ງ.
ຂ. ຂ້ອຍໄປໂຮງຮຽນ...... .
ຄ. ໃນ......ມັກມີນ້ຳຖ້ວມຕາມບ່ອນຕ່າງໆ.

6

ບົດທີ່ 4 ການປ້ອງກັນຍຸງ

ບົດຫັດອ່ານ

ຍຸງແມ່ນແມງປະເພດໜຶ່ງ ທີ່ອາໄສຢູ່ຕາມປ່າ ແລະ ບ້ານເຮືອນ. ຍຸງມັກຢູ່ບ່ອນມືດ

ແລະ ຮົກເຮື້ອເຊັ່ນ: ແຈເຮືອນ, ກ້ອງຕູ້, ກ້ອງຕຽງ, ໂສ້ງເສື້ອທີ່ຫ້ອຍໄວ້ຕາມຝາເຮືອນ

ແລະ ຕະຄອງຮ່ອງນ້ຳທີ່ເປີເປື້ອນເນົ່າເໝັນ. ສ່ວນຍຸງລາຍຊ້ຳພັດອາໄສ ແລະ ໄຂ່ໃສ່ນ້ຳ

ສະອາດເຊັ່ນ: ອຸນ້ຳກິນ ແລະ ນ້ຳໃຊ້ທີ່ບໍ່ມີຝາອັດ, ກະໂປະ, ກະປ໋ອງ ແລະ ໂຖດອກໄມ້ທີ່ມີ

ນ້ຳຫົ້ງ.

ສະນັ້ນພວກເຮົາຕ້ອງປັດກວາດບ່ອນຢູ່ອາໄສໃຫ້ສະອາດ ເກັບມ້ຽນເຄື່ອງໃຊ້ ແລະ

ເຄື່ອງນຸ່ງໃຫ້ດີ, ອຸນ້ຳຕ້ອງມີຝາອັດໄວ້ບໍ່ປະໃຫ້ນ້ຳຫົ້ງຄ້າງຢູ່ບ່ອນໃດໜຶ່ງ ເພາະຍຸງຈະໄຂ່ໃສ່.

ກ່ອນຈະນອນຕ້ອງກາງມຸ້ງ ເພື່ອບໍ່ໃຫ້ຍຸງກັດ ເພາະມັນຈະດູດກິນເລືອດ ແລ້ວປ່ອຍ

ພະຍາດໄຂ້ເລືອດອອກ, ໄຊ້ທໍລະພິດ ແລະ ພະຍາດອື່ນໆໃສ່ຄົນເຮົາ.

7

ອະທິບາຍສັບ

ຫົ້ງ : ຄ້າງ
ໂຖ : ເຕົ້າ
ທໍລະພິດ : ພິດຮ້າຍແຮງ
ອຸນ້ຳ : ໄຫນ້ຳ

ຄຳຖາມ

1. ຍຸງອາໄສຢູ່ບ່ອນໃດແດ່ ?
2. ເຮົາຈະຕ້ານພະຍາດໄຂ້ຍຸງໄດ້ແນວໃດ ?
3. ເມື່ອຍຸງກັດມັນຈະປ່ອຍພະຍາດຫຍັງແດ່ໃສ່ຄົນເຮົາ ?

ບົດເຝີກຫັດ

ຈົ່ງເອົາຄຳໃນວົງເລັບແຕ່ງເປັນປະໂຫຍກ ( ອາໄສ, ສະອາດ, ນ້ຳ, ດື່ມ, ຕູ້, ຕຽງ ).
ຕົວຢ່າງ : ອາໄສ : ຍຸງລາຍອາໄສ ແລະ ໄຂ່ໃສ່ນ້ຳສະອາດ.
ສະອາດ : ................................................
ນ້ຳ : ................................................
ດື່ມ : ................................................
ຕູ້ : ...............................................
ຕຽງ : ................................................

8

ບົດທີ່ 5 ອວຍພອນຄູ

ບົດຫັດອ່ານ

ໃນຕອນເຊົ້າຂອງເດືອນຕຸລາ ນາຍຄູຄຳແພງນັ່ງອ່ານປຶ້ມຢູ່ຫ້ອງຮັບແຂກ ຄາວໜຶ່ງເພິ່ນ

ໄດ້ຍິນສຽງເຄາະປະຕູເພື່ອຂໍອະນຸຍາດ, ເພິ່ນຈຶ່ງເອີ້ນບອກວ່າ : “ ເຊີນເຂົ້າມາໂລດ ”.

ນັກຮຽນທຸກຄົນຍໍມືໄຫວ້ ແລະເວົ້າພ້ອມກັນວ່າ : “ ສະບາຍດີນາຍຄູ ” ນາງຈຳປາຖືຊໍ່

ດອກໄມ້ຕາງໜ້າໝູ່ກ່າວວ່າ : “ ມື່ຄົບຮອບວັນຄູປີນີ້ພວກນັກຮຽນຊັ້ນ ປ.2 ທຸກຄົນຂໍ

ອວຍພອນໃຫ້ຄູຈົ່ງມີສຸຂະພາບແຂງແຮງ, ມີຈິດໃຈມ່ວນຊື່ນ, ມີອາຍຸໝັ້ນຍືນ ແລະ ມີ

ຜົນສຳເລັດອັນດີໃນໜ້າທີ່ວຽກງານ ”.

ຈາກນັ້ນນາງຈຳປາກໍມອບຊໍ່ດອກໄມ້ໃຫ້ນາຍຄູ. ນາຍຄູຄຳແພງຮັບເອົາຊໍ່ດອກໄມ້ດ້ວຍ

ຄວາມດີໃຈ ແລະກ່າວກັບນັກຮຽນວ່າ : “ ຂອບໃຈ ຂໍໃຫ້ພວກເຈົ້າໄດ້ຮັບແຕ່ຄວາມສຸກ

ຄວາມຈະເລີນຄືກັນ ”.

9

ອະທຶບາຍສັບ

ເດືອນຕຸລາ : ເດືອນສິບສາກົນ
ຫ້ອງຮັບແຂກ : ຫ້ອງຕ້ອນຮັບຄົນທີ່ມາຢ້ຽມຢາມ

ອະນຸຍາດ : ໃຫ້, ຕົກລົງ, ຍິນຍອມ
ອວຍພອນ : ເວົ້າຄຳດີ
ຜົນສຳເລັດ : ສິ່ງທີ່ໄດ້ເຮັດ ໄດ້ທຳ

ຈະເລີນ : ງອກງາມຂຶ້ນ

ຄຳຖາມ

1. ນາຍຄູຄຳແພງພວມເຮັດຫຍັງ ? ຢູ່ໃສ ?
2. ກ່ອນເຂົ້າຫ້ອງນາຍຄູ ນັກຮຽນຄວນເຮັດແນວໃດ ?
3. ເມື່ອພົບນາຍຄູຄວນເຮັດແນວໃດ ?
4. ແມ່ນໃຜເປັນຜູ້ມອບດອກໄມ້ໃຫ້ນາຍຄູ ?

ບົດເຝິກຫັດ

ຈົ່ງເອົາຄຳກຳມະໃນວົງເລັບລຸ່ມນີ້ແຕ່ງເປັນປະໂຫຍກ.
(ອ່ານ, ມອບ, ຖື, ໄຫວ້, ຮັບ).

ຕົວຢ່າງ : ມອບ : ນາງຈຳປາມອບຊໍ່ດອກໄມ້ໃຫ້ນາຍຄູ
ອ່ານ : ..........................................
ຖື : ..........................................
ໄຫວ້ : ..........................................
ຮັບ : ..........................................

10

ບົດທີ່ 6 ອາກາດຢູ່ບ້ານເຮົາ

ບົດຫັດອ່ານ

ບ້ານພັດທະນາເປັນບ້ານນ້ອຍແຫ່ງໜຶ່ງ ຕັ້ງຢູ່ທາງພາກເໜືອຂອງລາວ. ອາກາດໃນ

ບໍລິເວນນີ້ປ່ຽນແປງເລື້ອຍໆ. ແຕ່ນັກຮຽນສ່ວນຫຼາຍກໍລື້ງກັບອາກາດເຂດນີ້ແລ້ວ ຍັງແຕ່

ທ້າວຄຳສອນ, ເຊິ່ງຍ້າຍມາຈາກບ່ອນອື່ນຍັງບໍ່ທັນລື້ງ. ທ້າວຄຳສອນ ເວົ້າກັບ ນາງ ຄຳມວນ

ວ່າ : “ ມື້ນີ້ຂ້ອຍຮູ້ສຶກຮ້ອນຫຼາຍ. ບ້ານເກົ່າຂ້ອຍບໍ່ຮ້ອນປານໃດ ເພາະມັນຕັ້ງຢູ່ພູສູງ ຍາມ

ນີ້ອາກາດໜາວຫຼາຍ, ມີນ້ຳໝອກຕົກ ; ຕ້ອງໄດ້ນຸ່ງເຄື່ອງກັນໜາວ ຫຼື ຝິງໄຟ ຈຶ່ງຢູ່ໄດ້ ”.

ນາງ ຄຳມວນ ຈຶ່ງເວົ້າວ່າ : “ ໂອ ! ກໍສົມພໍດອກ ມື້ນີ້ເຈົ້າຈຶ່ງຮ້ອຍຫຼາຍ ເພາະເຈົ້າຍັງບໍ່

ລື້ງກັບອາກາດເຂດນີ້ເທື່ອ, ເຈົ້າຢູ່ໄປດົນໆ ກໍລື້ງເອງດອກ ”. ທ້າວຄຳສອນຂອບໃຈແລ້ວ

ເວົ້າວ່າ : “ ຂ້ອຍຈະພະຍາຍາມຮັກສາສຸຂະພາບ ແລະ ຈະປັບຕົນເອງເຂົ້າກັບສະພາບ

ອາກາດໃນເຂດນີ້ ”.

11

ອະທິບາຍສັບ

ບໍລິເວນ : ພື້ນທີ່ພາຍໃນຂອບເຂດທີ່ກຳນົດໄວ້, ຂອບເຂດ
ອາກາດ : ບ່ອນເປົ່າຫວ່າງ, ພື້ນຟ້າ
ປ່ຽນແປງ : ເຮັດໃຫ້ມີລັກສະນະຕ່າງອອກໄປ

ລື້ງ : ຄຸ້ນເຄີຍ, ແກວ້ນເຄີຍ

ຄຳຖາມ

1. ບ້ານພັດທະນາຕັ້ງຢູ່ໄສ ?
2. ນັກຮຽນສ່ວນຫຼາຍເປັນແນວໃດ ?
3. ທ້າວ ຄຳສອນ ຂອບໃຈແລ້ວເວົ້າວ່າແນວໃດ ?

ບົດເຝິກຫັດ

ຈົ່ງຊອກຄຳທີ່ມີພະຍັນຊະນະປະສົມ ຫຼ, ໜ, ໝ ໃນບົດນີ້.
ຕົວຢ່າງ :
ຫຼ : ຫຼາຍ, ...............................................
ໜ : .......................................................
ໝ : .......................................................

12

ບົດທີ່ 7 ນາງບົວຂາວໄປຕະຫຼາດ

ບົດຫັດອ່ານ

ຕອນເຊົ້າວັນອາທິດແລ້ວນີ້ ນາງ ບົວຂາວ ໄດ້ໄປຕະຫຼາດນຳແມ່. ມືເບື້ອງໜຶ່ງຂອງ

ນາງ ບົວຂາວ ຫິ້ວກະຕ່າ ອີກເບື້ອງໜຶ່ງຈັບແຂນແມ່ ຍ່າງເລາະຫາຊື້ເຄື່ອງ. ແມ່ຂອງລາວໄດ້

ຊື້ແພເສື້ອ, ສະບູ, ແລະ ຢາຖູແຂ້ວ. ຫຼັງຈາກນັ້ນແມ່ກໍພາບົວຂາວໄປຊື້ເຄື່ອງກິນ ເພິ່ນໄດ້

ຊື້ຊີ້ນ, ປາ, ໝາກຖົ່ວ, ໝາກເຫຼັ່ນ, ຜັກກາດ, ຜັກບົ່ວ, ແລະ ຜັກຊີ. ສຸດທ້າຍ ແມ່ໄດ້ຊື້

ໝາກຫຸ່ງສຸກໜ່ວຍໜຶ່ງ ແລະ ໝາກກ້ວຍສອງຫວີ ແລ້ວຈຶ່ງພາບົວຂາວກັບເມືອເຮືອນ.

13

ອະທິບາຍສັບ

ຍ່າງເລາະ : ຍ່າງຊອກເບິ່ງ
ຕະຫຼາດ : ບ່ອນຊື້ບ່ອນຂາຍສິ່ງຂອງ

ຄຳຖາມ

1. ວັນອາທິດແລ້ວນີ້ ນາງ ບົວຂາວ ໄປໄສ ? ໄປກັບໃຜ ?
2. ແມ່ຂອງລາວ ໄດ້ຊື້ເຄື່ອງຂອງອັນໃດແດ່ ?

ບົດເຝິກຫັດ

ຈົ່ງເລືອກຄຳໃນວົງເລັບ ຕື່ມໃສ່ໃຫ້ເປັນປະໂຫຍກຄຳຖາມ.
ຕົວຢ່າງ : ບົວຂາວໄປຕະຫຼາດນຳແມ່ ( ແມ່ນໃຜ ? ຢູ່ໃສ ? ເຮັດຫຍັງ ? )
ແມ່ນໃຜໄປຕະຫຼາດນຳແມ່ ?
1. ສວນຂອງ ທ້າວ ພູເພັດ ຢູ່ໃກ້ໆຫ້ວຍນ້ຳ ( ແມ່ນໃຜ ? ຢູ່ໃສ ? ເຮັດຫຍັງ ? )
....................................................................
2. ທ້າວ ພູເພັດ ຊ່ວຍພໍ່ແມ່ຫົດຜັກ ( ແມ່ນໃຜ ? ຢູ່ໃສ ? ເຮັດຫຍັງ ? )
....................................................................
3. ແມ່ຊື້ໝາກຫຸ່ງສຸກຢູ່ຕະຫຼາດ ( ແມ່ນໃຜ ? ຢູ່ໃສ ? ເຮັດຫຍັງ ? )
....................................................................

14

ບົດທີ່ 8 ຫຼີກເວັ້ນສິ່ງມຶນເມົາ



ບົດຫັດອ່ານ

ລຸງວັນທອງ ເປັນຄົນມັກດື່ມເຫຼົ້າ ແລະ ສູບຢາ ມາຫຼາຍປີແລ້ວ ຈຶ່ງພາໃຫ້ສຸຊະພາບ

ອ່ອນເພຍ. ມື້ໜຶ່ງລາວເປັນໄຂ້ ແລະ ໄອ ຈົນວ່ານອນບໍ່ຫຼັບ. ເວລາໄອຄືກັບວ່າມີແນວໃດ

ແນວໜຶ່ງສຽບແທງເຂົ້າໜ້າເອິກຢ່າງແຮງ. ທ່ານໝໍກວດເບິ່ງ ເພິ່ນຮູ້ວ່າຕັບ ແລະ ປອດ

ຂອງລຸງຊ້ຳບວມ ຍ້ອນດື່ມເຫຼົ້າ ແລະ ສູບຢາຫຼາຍໂພດ. ເພິ່ນໃຫ້ລຸງນອນໂຮງໝໍ ເພື່ອຮັບ

ການປິ່ນປົວ ດົນເຕີບ ຈຶ່ງມີສຸຊະພາບດີຂຶ້ນ.

ທ່ານໝໍເຕືອນລຸງວ່າ : “ ຕ້ອງເຊົາສູບຢາ ແລະ ເຊົາດື່ມເຫຼົ້າ ຕະຫຼອດທັງຂອງມຶນ

ເມົາອື່ນໆ ຢ່າງເດັດຂາດ ຈຶ່ງຈະບໍ່ເຈັບເປັນແບບນີ້ອີກ ”.

15

ອະທິບາຍສັບ

ປິ່ນປົວ : ຮັກສາໃຫ້ຊ່ວງເຊົາ
ອ່ອນເພຍ : ເມື່ອຍ

ຄຳຖາມ

1. ລຸງວັນທອງ ເປັນຫຍັງ ຈຶ່ງໄປນອນໂຮງໝໍ ?
2. ຕັບ ແລະ ປອດຂອງລຸງຊ້ຳບວມຍ້ອນຫຍັງ ?
3. ທ່ານໝໍ ເຕືອນວ່າແນວໃດ ?

ບົດເຝິກຫັດ

ຈົ່ງເລືອກຄຳກຳມະໃນວົງເລັບ ຕື່ມໃສ່ບ່ອນວ່າງ.
ຕົວຢ່າງ : ລຸງວັນທອງ ດື່ມ ເຫຼົ້າ ( ໄຂ້, ດື່ມ, ສູບ, ນອນ)
1. ລາວ ...... ຢາມາຫຼາຍປີແລ້ວ ( ໄຂ້, ດື່ມ, ສູບ, ນອນ)
2. ລາວເປັນ ...... ແລະ ໄອ ( ໄຂ້, ດື່ມ, ສູບ, ນອນ)
3. ລາວໄອຫຼາຍຈົນ ...... ບໍ່ຫຼັບ ( ໄຂ້, ດື່ມ, ສູບ, ນອນ)

16

ບົດທີ່ 9 ອະນຸຊົນຄົນເກັ່ງ

ບົດຫັດອ່ານ

ນາງ ມຸກດາ ເປັນນັກຮຽນເກັ່ງ. ລາວຖືກຄັດເລືອກໃຫ້ເປັນຜູ້ຕາງໜ້າອະນຸຊົນ ຂອງ

ໂຮງຮຽນ ເພື່ອໄປແຂ່ງຂັນສິລະປະ ຢູ່ທີ່ຫໍວັດທະນະທຳ, ເນື່ອງໃນງານບຸນ ວັນທີ່ 1 ເດືອນ

6, ເຊິ່ງເປັນວັນເດັກນ້ອຍ. ລາວດີໃຈຫຼາຍ ຍ້ອນບໍ່ເຄີຍຄິດຝັນມາກ່ອນວ່າ ຕົນເອງຈະໂຊກ

ດີຄືແນວນີ້. ເມື່ອໄປຮອດບ່ອນສະແດງ ໂຄສົກໄດ້ປະກາດວ່າ : “ ລາຍການຕໍ່ໄປ ແມ່ນ

ຮ້ອງເພງໂດຍ ນາງ ມຸກດາ ”. ຈາກນັ້ນ ລາວກໍຂຶ້ນໄປຮ້ອງເພງ ດ້ວຍຄວາມກ້າຫານ ພ້ອມ
ທັງມີສຽງມ່ວນ.

ການແຂ່ງຂັນຄັ້ງນີ້ ມີນັກຮຽນມາຈາກຫຼາຍພາກສ່ວນ, ແຕ່ວ່າ ນາງ ມຸກດາ ໄດ້ຮັບ

ລາງວັນທີ່ໜຶ່ງ. ນາຍຄູ ແລະ ໝູ່ເພື່ອນທຸກຄົນ ໃຜໆກໍຍ້ອງວ່າ ນາງ ມຸກດາ ຮ້ອງເພງມ່ວນ

ຫຼາຍ. ພໍ່ແມ່, ອ້າຍ, ເອື້ອຍ ແລະ ນ້ອງ ຂອງລາວກໍມີຄວາມພາກພູມໃຈນຳ.

17

ອະທິບາຍສັບ ການສະແດງ
ບ່ອນສະແດງສິລະປະ
ສິລະປະ : ບໍ່ຢ້ານ, ບໍ່ອາຍ
ຫໍວັດທະນະທຳ :

ກ້າຫານ :

ຄຳຖາມ

1. ນາງ ມຸກດາ ເປັນນັກຮຽນແນວໃດ ?
2. ລາວໄປແຂ່ງຂັນສິລະປະ ຢູ່ໃສ ?
3. ເນື່ອງໃນວັນບຸນຫຍັງ ນາງ ມຸກດາ ຈຶ່ງໄປແຂ່ງຂັນສິລະປະ ?
4. ຜົນການແຂ່ງຂັນຮ້ອງເພງຂອງລາວເປັນແນວໃດ ?

ບົດເຝິກຫັດ

ຈົ່ງເລືອກຕົວສະກົດ ດ, ນ, ງ ຕື່ມໃສ່ບ່ອນວ່າງຄຳໃນປະໂຫຍກ.
ຕົວຢ່າງ : ເມື່ອໄປຮອດບ່ອນສະແດງ ໂຄສົກໄດ້ປະກາດ ( ດ, ນ, ງ )
1. ລາຍກາ......ຕໍ່ໄປ ແມ່ນຮ້ອ...... ເພງ ໂດຍ ນາງ ມຸກດາ ( ດ, ນ, ງ )
2. ລາວຮ້ອ......ດ້ວຍຄວາມກ້າຫາ...... ( ດ, ນ, ງ )
3. ລາວໄດ້ຮັບລາ......ວັນທີ່ໜຶ່ງ ( ດ, ນ, ງ )

18

ແ ບ ບ ຮ ຽ ນ ພ າ ສ າ ລ າ ວ ເ ຫຼັ້ ມ ນີ້
ຈັດເຮັດໂດຍ ນາງ ສຸພະວັນ ຜົນບຸດ


Click to View FlipBook Version