ອາຫານລາວ
ອາຫານການກິນຂອງຄົນລາວ
ການປະກອບອາຫານ
ເມນູອາຫານ
ໝົກໜໍ່ໄມ້ 1
ແກງໜໍ່ໄມ້ 3
ລາບໄກ່ 5
ຕຳໝາກຫຸ່ງ 7
ເຂົ້າປຸ້ນ 9
ແກງສົ້ມປາ 11
ເອາະຫຼາມໜັງ 12
ໝົກໜໍ່ໄມ້ 1
ສ່ວນປະສົມ
ໜໍ່ໄມ້ ຊອຍ 2 ຈອກກາເຟ
ໃບຕອງ
ຊີ້ນໝູບົດ 1/2 ຖ້ວຍນ້ອຍ
ເຫັດ 1/2 ຖ້ວຍນ້ອຍ(ຖ້າຕ້ອງການ)
ໄຂ່ 1 ໜ່ວຍ
ຜັກອີ່ຕູ່ (ສະເພາະໃບ ແລະ ຍອດອ່ອນ) 1/2 ຖ້ວຍນ້ອຍ
ຫົວສີໄຄ (ຊອຍບາງໆສະເພາະແຕ່ຫົວສີຂາວ ) 1 ຫົວ
ໝາກເຜັດ, ຊອຍ (1-2 ໜ່ວຍ)
ເກືອ 1/2 ບ່ວງຊາ
ນ້ຳປາ 1 ບ່ວງຊາ
ແປ້ງນົວ 1-2 ບ່ວງຊາ
ເຂົ້າເບື່ອ 1 ບ່ວງແກງ
2
ວິທີປຸງແຕ່ງ
1. ກຽມໃບຕອງຕັດເປັນຮູບສີ່ລ່ຽມ 25 x 30 ຊມ, 10-12 ໃບ
2. ຕົ້ມໜໍ່ໄມ້ໃຫ້ສຸກ, ຊອຍເປັນຕ່ອນບາງນ້ອຍ ຫຼື ຊອຍເປັນເສັ້ນ
3. ທຸບໄຂ່ໃສ່ຖ້ວຍ ຫຼື ຊາມ ຕາມດ້ວຍຊີ້ນໝູ, ໜໍ່ໄມ້ຊອຍ, ເຫັດ, ຜັກອີ່ຕູ່, ຫົວສີໄຄຊອຍ,
ໝາກເຜັດຊອຍ, ເກືອ, ນ້ຳປາ, ແປ້ງນົວ ແລະ ເຂົ້າເບືອ.
4. ຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນ, ຊິມ ແລະ ເພີ່ມລົດຊາດ ດ້ວຍເຄື່ອງປຸງຕາມ
ຕ້ອງການ
5. ນຳຕອງມາຫໍ່ ໃຫ້ເປັນໝົກ, ຫຼັງຈາກນັ້ນນຳໃສ່ໝໍ້ຊຶງ ຫຼື ມວຍໜຶ້ງເຂົ້າ ເພື່ອໜຶ້ງໃຫ້ສຸກ
(ຄ້າງໝໍ້ໃຫ້ນໍ້າຟົດ ແລ້ວຈຶ່ງນຳມວຍ ຫຼື ຊຶ້ງທີ່ໃສ່ໝົກໜໍ່ ມາວາງໃສ່)
6. ໜຶ້ງປະໄວ້ ປະມານ 40-60 ນາທີ ຈົນກ່ວາຈະສຸກ.
ແກງໜໍ່ໄມ້ 3
ສ່ວນປະສົມ
ໃບຍານາງສົດ 1 ກຳມືໃຫ່ຍ
ນ້ຳ 2 ຈອກກາເຟ
ໜໍ່ໄມ້ສົດ 500 g
ໝາກເຜັດສຸກ 4 ໜ່ວຍ
ນ້ຳສຳລັບຕົ້ມໜໍ່ໄມ້
ເກືອ 1 ບ່ວງຊາ
ຄະນໍ 2 ບ່ວງຊາ
ເຂົ້າເບືອ 2-3 ບ່ວງແກງ
ປາແດກ ½ ຈອກກາເຟ (ໃສ່ຕ່ອນປາແດກ ຖ້າຕ້ອງການ),
ຫຼື ຈະໃສ່ນ້ຳປາ ພ້ອມກະປິ ຫຼື ນ້ຳປູ ¼ ຈອກກາເຟແທນ
ປາແດກ
ຜັກ ແລະ ສະມຸນໄພເພີ່ມເຕີມ
ໃບໝາກເຜັດ 2-4 ໃບ
ຫອມເປ 2 ມັດນ້ອຍ ຫຼື 1 ມັດໃຫ່ຍ ຊອຍ ½ ຈອກກາເຟ
ຍອດໝາກອຶ 2 ກຳມື ຫຼື ໝາກອຶ
ຍອດໝາກບວບ 2-3 ຍອດ ຫຼື ໝາກບວບ ຕັດຍາວ 5 ຊມ
ໝາກຖົ່ວຍາວ ຕັດຍາວ 5 ຊມ 1 ຈອກກາເຟ
ຜັກອີ່ຕູ່ 2 ຍອດ
4
ວິທີປຸງແຕ່ງ
1. ຕຳຍານາງໃສ່ຄົກ, ຫຼັງຈາກນັ້ນ ຕັກອອກໃສ່ຊາມ ພ້ອມໃສ່ນ້ຳ 2 ຈອກກາເຟ
ຍ່ອງ ຫຼື ຖູ ເພື່ອທີ່ຈະໄດ້ນ້ຳຍາງນາງ (ຫຼື ປັ່ນດ້ວຍເຄື່ອງປັ່ນອາຫານຈົນກວ່ານ້ຳຈະ
ເປັນໂຟມ), ຫຼັງຈາກນັ້ນ ຕອງເອົານ້ຳ ແລ້ວຖິ້ມໃບ
2. ຖ້າໃຊ້ໜໍ່ດອງ, ໃຫ້ຊອຍຍາວ 5 ຊມ
3. ຖ້າໃຊ້ໜໍ່ໄມ້ສົດ, ໃຫ້ຊອຍຍາວ 5 ຊມ ແລ້ວນໍາໄປຕົ້ມນ້ຳ 15 ນາທີ ເພື່ອບໍ່ໃຫ້ຂົມ
4. ຈີ່ໝາກເຜັດ, ແລ້ວຕຳໃສ່ລົງຄົກພ້ອມເກືອ (ຄະນໍ ຖ້າໃສ່)
5. ໃສ່ສ່ວນປະສົມຕ່າງໆທີ່ກຽມໄວ້ ພ້ອມໜໍ່ໄມ້, ນ້ຳຍ່ານາງ ແລະ ນ້ຳທຳມະດາ
ປະມານ 4 ຈອກກາເຟລົງໝໍ້, ນຳໄປຕົ້ມ. ໃສ່ເຂົ້າເບືອ ແລ້ວຕົ້ມປະມານ 15ນາທີ
6. ໃສ່ປາແດກ ຕາມດ້ວຍຜັກ ແລະ ສະມຸນໄພຕ່າງໆ, ປິດຝາຕົ້ມໄວ້ ປະມານ 2-3
ນາທີ. ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ. ລົດຊາດອາດຈະເຕັມໄປດ້ວຍກິ່ນ
ຂອງສະມຸນໄພ ແລະ ຂົມໜ້ອຍໜຶ່ງ
ຄຳແນະນຳ
ຖ້າໃສ່ຊີ້ນໝູ ໃຫ້ນຳໄປຕົ້ມ ກ່ອນທີ່ຈະໃສ່ໜໍ່ ລົງໝໍ້ 5-10 ນາທີ
ເພີ່ມຜັກຂະ ຫຼື ຜັກຂະແຍງ ເປັນສະມຸນໄພເພີ່ມເຕີມ
ລາບໄກ່ 5
ສ່ວນປະສົມ
ຊີ້ນໄກ່ 2 ຖ້ວຍ (ປະກອບດ້ວຍ ຊີ້ນ ຫົວໃຈ ແລະ ໄຕ)
ນໍ້າ 3 ບ່ວງແກງ
ຜັກທຽມ 2 ຫົວ
ຫົວຜັກບົວແດງ 5 ຫົວ
ໝາກເຜັດ 3 ໜ່ວຍ
ຫົວສີໄຄ 1 ກ້ານ
ນໍ້າປາ ຫຼື ປາແດກ 1 ບ່ວງແກງ
ໝາກນາວ 1-2 ໜ່ວຍ
ເຂົ້າຂົ້ວ 2 ບ່ວງແກງ
ຫອມລາບຊອຍ ½ ຈອກ
ໝາກປີຊອຍ 1 ຖ້ວຍ (ຊອຍໃສ່ນ້ຳ ປະສົມເກືອ ຫຼື ໝາກນາວ ຈົນກວ່າ
ຈະນຳໄປໃຊ້ປຸ່ງແຕ່ງ)
ໝາກເຜັດ 3 ໜ່ວຍ ໃຊ້ປະດັບໜ້າຕາອາຫານ ຫຼັງຈາກສຳເລັດແລ້ວ
6
ວິທີປຸງແຕ່ງ
1. ກຽມເຂົ້າຂົ້ວ
2. ສັບຊີ້ນໄກ່ໃຫ້ມຸ່ນ ໃຊ້ເວລາປະມານ 10 ນາທີ, ແລະ ຊອຍຜັກທຽມ ຜັກບົ່ວ, ໝາກເຜັດ
ແລະ ຫົວສີໄຄ
3. ເດັດຫອມລາບ (ຊອຍຖ້າໃບໃຫ່ຍຫຼາຍເກີນໄປ)
4. ກຽມເຄື່ອງປຸງ ເພື່ອປະສົມກັບຊີ້ນໄກ່
5. ຂົ້ວໄຕໄກ່ ແລະ ຫົວໃຈໄກ່ໃນໝໍ້ແຫ້ງ ໂດຍບໍ່ໃຊ້ນ້ຳມັນໃດໆ
6. ໃສ່ຊີ້ນລົງໃນໝໍ້ ພ້ອມນໍ້າ 2-3 ບ່ວງຊາ ເພື່ອປ້ອງກັນບໍໃຫ້ຊີ້ນແຫ້ງເກີນໄປ ແລະ ການສູນ
ເສຍລົດຊາດ
7. ເຮັດໃຫ້ຊີ້ນເຢັນ ໂດຍນຳອອກຈາກໝໍ້ ແລ້ວເທໃສ່ຊາມ
8. ທອດກະທຽມ ໃສ່ນ້ຳມັນ ຈົນກາຍເປັນສີເຫຼືອງ ແລ້ວໃສ່ລົງໃນຊາມ
9. ໃສ່ນ້ຳປາ ຫຼື ປາແດກ ແລະ ໝາກນາວລົງໃນຊາມ ແລະ ຂົນທຸກຢ່າງໃຫ້ເຂົ້າກັນ. ຕາມດ້ວຍ
ຫົວສີໄຄ, ຫົວຜັກບົ່ວ, ໝາກເຜັດ, ໝາກປີ, ເຂົ້າຂົ້ວ ແລະ ເຄື່ອງປະສົມອື່ນໆ ທີ່ຕ້ອງໃຊ້ ລົງ
ໃນຊາມ, ແລ້ວຂົນໃຫ້ເຂົ້າກັນອີກເທື່ອໜຶ່ງ.
10. ຊິມ ແລະ ເພີ່ມເຄື່ອງປຸງໃສ່, ເມື່ອລົດຊາດເຂົ້າກັນແລ້ວ ໃຫ້ໃສ່ຫອມລາບ. ຕັກໃສ່ຊາມ ແລະ
ແຕ່ງໜ້າອາຫານໂດຍ ໝາກເຜັດດິບ 3 ໜ່ວຍທີ່ກຽມໄວ້
ຄຳແນະນຳ
ຮັບປະທານກັບເຂົ້າໜຽວ
ຕຳໝາກຫຸ່ງ 7
ສ່ວນປະສົມ
ໝາກຫຸ່ງເຄິ່ ງໜ່ວຍ
ກະທຽມ 2 ກີບໃຫ່ຍ
ໝາກເຜັດດິບ 3 ໜ່ວຍ (ສາມາດເພີ່ມປະລິມານ
ໝາກເຜັດໄດ້ຕາມຕ້ອງການ)
ເກືອ 1 ບ່ວງຊາ
ນ້ຳຕານ 1 ບ່ວງເຄິ່ງ(1 ½), (ບ່ວງແກງ)
ນ້ຳປູ ຫຼື ກະປິ ½ ບ່ວງຊາ
ໝາກເຂືອ 1 ໜ່ວຍ ຜ່າເປັນ 8 ປ່ຽງ
ໝາກເລັ່ນ ເຄິ່ງໜ່ວຍ ຜ່າເປັນ 4 ປ່ຽງ
ປາແດກ ¼ ຈອກກາເຟ (1 ບ່ວງຊາ - 3 ບ່ວງແກງ
ນ້ຳປາ)
ໝາກນາວ 2 ໜ່ວຍໃຫ່ຍ ຫຼື 3 ໜ່ວຍນ້ອຍ
8
ວິທີປຸງແຕ່ງ
1. ປອກເປືອກໝາກຫຸ່ງອອກໃຫ້ໝົດ ແລ້ວໃຊ້ມີດຂູດ ຂູດໝາກຫຸ່ງຂະໜານຕາມລວງຕັ້ງ
ວິທີນີ້ ເປັນວິທີທີ່ ງ່າຍທີ່ ສຸດ
2. ໃສ່ເກືອ, ນ້ຳຕານ, ນ້ຳປູ, ກະທຽມ, ຫຼື ໝາກເຂືອ ລົງຄົກ ຕຳໃຫ້ເຂົ້າກັນປະມານ 1-2
ນາທີ. ໃສ່ໝາກນາວ ແລະ ປາດກ (ນ້ຳປາ) ຕາມດ້ວຍໝາກຫຸ່ງ ແລະ ໝາກເລັ່ນ ແລ້ວຕຳ
ອີກເທື່ອໜຶ່ງ ໂດຍໃຊ້ບ່ວງເປັນອຸປະກອນເສີມ ໃນການຄົນ
3. ຊິມລົດຊາດ ຕື່ມສ່ວນປະສົມເພີ່ມເຕີມໄດ້ຕາມຕ້ອງການ ເຊັ່ນ ນ້ຳຕານ, ປາແດກ ຫຼື
ໝາກນາວ
4. ຮັບປະທານກັບເຂົ້າໜຽວ, ຂຽບມັນ ຜັກກະລຳ ຫຼື ສະລັດ
ຄຳແນະນຳ
ສູດນີ້ເປັນສູດພື້ນຖານຂອງການຕຳໝາກຫຸ່ງ, ສາມາດໃສ່ຫົວກະຣົດ,
ໝາກຫຸ່ງ ແລະ ໝາກແຕງໄດ້
ໃສ່ກຸ້ງແຫ້ງກັບໝາກເເຜັດ ແທນນ້ຳປູ
ໃສ່ໝາກຂາມ ແລະ ໝາກເຜັດ ເປັນສ່ວນປະສົມເພີ່ມເຕີມ
ເຂົ້າປຸ້ນ 9
ສ່ວນປະສົມ ສ່ວນປະສົມເພີ່ມເຕີມ
ປາ 500 g ເຂົ້າປຸ້ນສົດ 1 Kg
ກະດູກໝູຊີ້ນຕິດ Kg ໝາກຫຸ່ງ ເຄິ່ງໜ່ວຍ ຫຼື ຫົວກະຣົດ
ນໍ້າ 2 L 1 ຫົວຊອຍ
ເກືອ 2 ບ່ວງຊາ ໝາກປີ 1 ຫົວຊອຍ
ຫົວສີໄຄ 1 ຫົວ ກະລຳປີ 1 ຫົວຊອຍ
ຂີງ ຫຼື ຂ່າ 6 ຫົວຊອຍ ຫອມບົ່ວໃບຊອຍ
ຜັກຫອມປ້ອມ 3 ຕົ້ນ ຖົ່ວງອກ 1 ຈອກ
ຫອມບົ່ວໃບ 3 ຕົ້ນ ໃບຂີ້ຫູດ 6 ໃບ
ປາແດກ 2 ບ່ວງແກງ ໝາກເຜັດ 6 ໜ່ວຍ
ເລືອດ 360 g ຕັດເປັນຕ່ອນ 2,5 ຊມ
ຊີ້ນໝູ 300 g
ໝາກເຜັດປົ່ນ 2 ບ່ວງຊາ
ກະທິ 3 ຈອກ
10
ວິທີປຸງແຕ່ງ
1. ຄ້າງໝໍ້ຕົ້ມນໍ້າໃສ່ເກືອ ເພື່ອຕົ້ມຫົວສີໄຄ, ກະທຽມ, ຫົວຜັກບົ່ວ, ໃບຜັກບົ່ວ, ແລະ ຂ່າ
ຕາມດ້ວຍກະດູກໝູ ຫຼັງຈາກຕົ້ມຈົນນໍ້າຟົດແລ້ວໃສ່ ນໍ້າປາ ແລະ ປາ
2. ຫຼັງຈາກປາສຸກ ໃຫ້ຕັກອອກ ປະໄວ້ໃຫ້ເຢັນ ສຳລັບກະດູກໝູໃຫ້ຕົ້ມຕໍ່ໄປປະມານ 1
ຊົ່ວໂມງ ຫຼື ຈົນກວ່າ ຊີ້ນ ແລະ ກະດູກ ຈະເປື່ອຍແຍກອອກຈາກກັນ
3. ນໍາຊີ້ນໝູອອກຈາກໝໍ້ ພ້ອມກັ່ນຕອງ ຂ່າ, ຫົວຜັກຕ່າງໆ ອອກຈາກນໍ້າແກງ ຫຼັງຈາກນຳ
ນໍ້າແກງອອກໝໍ້ແລ້ວ ນຳໝໍ້ໄປລ້າງໃຫ້ສະອາດ
4. ນໍານໍ້າແກງໃສ່ລົງໃນໝໍ້ອີກເທື່ອໜຶ່ງ
5. ໃສ່ເລືອດລົງໄປ ຕົ້ມຈົນຟູຂຶ້ນແລ້ວຕັກອອກ
6. ແກະກ້າງອອກຈາກປາໃຫ້ໝົດ ແລ້ວນຳຊີ້ນປາໃສ່ລົງໃນຄົກ ເພື່ອຕຳ. ແຍກຊີ້ນອອກຈາກ
ກະດູກ ແລ້ວຊອຍເປັນຕ່ອນນ້ອຍໆ ຫຼັງຈາກນັ້ນໃຫ້ນຳຊີ້ນປາທີ່ຕຳ ແລະ ຊີ້ນໝູຊອຍໃສ່
ລົງໃນໝໍ້ແກງ
7. ຖ້າບໍ່ໃສ່ກະທິ ໃຫ້ຕຳ ຫຼື ບົດກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດປົ່ນໃສ່ນຳກັນ ແລ້ວ
ໃສ່ລົງໃນໝໍ້ແກງ ເພີ່ມນໍ້າປາ ຫຼື ເກືອ ຫຼື ປາແດກ
8. ຖ້າໃສ່ກະທິໃຫ້ ເທລົງໄປໃນເຄື່ອງປະສົມທີ່ຕຳໄວ້ກ່ອນ ເພື່ອນຳໄປຂົ້ວຈົນຟົດ ແລ້ວຈັ່ງໃສ່
ລົງໃນໝໍ້ແກງ
9. ກຽມເຂົ້າປຸ້ນສົດ ໂດຍການແຊ່ນໍ້າເຢັນ ອາດຈະຕັດແລ້ວນຳໄປໃສ່ຈານ. ຖ້າເປັນເສັ້ນແຫ້ງ
ໃຫ້ນຳໄປຕົ້ມກ່ອນ ໃຊ້ຊ້ອມ ຫຼື ໄມ້ຄີບຖູ ຄົນແຍກເສັ້ນ, ເມື່ອເສັ້ນສຸກແລ້ວ ຖອກນໍ້າ
ອອກຈາກໝໍ້ ພັກໄວ້ 3 ນາທີ ຫຼັງຈາກນັ້ນກຽມໃສ່ຈານຄືກັບເຂົ້າປຸ້ນສົດ
10. ນຳເຂົ້າປຸ້ນ ແລະ ສ່ວນປະສົມເພີ່ມເຕີມ (ເຫຍື່ອ)ທີ່ກຽມໄວ້ຂ້າງເທິງ ມາວາງໄວ້ໂຕະ
ອາຫານເພື່ອຮັບປະທານ. ວິທີຮັບປະທານໃຫ້ໃສ່ເສັນເຂົ້າປຸ້ນປະມານໜຶ່ງກຳມື ແລ້ວ
ຕັກນໍ້າແກງໃສ່ອາດ ຈະເພີ່ມສ່ວນປະສົມ (ເຫຍື່ອ) ຕາມຕ້ອງການ
ແກງສົ້ມປາ 11
ສ່ວນປະສົມ ວິທີປຸງແຕ່ງ
ນໍ້າ 2 ຈອກ ຫຼື ຖ້ວຍ 1. ໃສ່ນໍ້າລົງໝໍ້ ພ້ອມໃບສົ້ມລົມ ຕົ້ມ
ໃບສົ້ມລົມ 1 ຖ້ວຍ ( ສາມາດໃຊ້ໃບຂີຫູດ 4 ໄວ້ 5 ນາທີ
ໃບ ຫຼືໃບໝາກຂາມ ຫຼື ນໍ້າໝາກຂາມ 4 ບ່ວງ
ຊາ ຫຼື ນໍ້າສົ້ມສາຍຊູ 1 ບ່ວງຊາ ແທນໄດ້ 2. ໃສ່ເກືອ, ໝາກເຜັດ ແລະ ຫົວສີໄຄ
ຫົວສີໄຄ 1 ຫົວ 3. ໃສ່ປາ ແລ້ວລົດລະດັບໄຟໝໍ້ຕົ້ມລົງ
ເກືອ 1 ບ່ວງຊາ
ໝາກເຜັດ 1 ໜ່ວຍ ເພື່ອຕົ້ມປາ 10 ນາທີ ຫຼັງຈາກນັ້ນ
ປາຕັດເປັນຕ່ອນຍາວ 4 ຊມ 1 ຖ້ວຍ ໃສ່ໝາກເລັ່ນລົງໄປ
ໝາກເລັ່ນ1 ໜ່ວຍ ຜ່າເປັນ 8 ປ່ຽງ 4. ຊອຍຫອມບົ່ວໃບ ແລະ ຜັກອີ່ຕູ່
ຍາວ 2 ຊມ
ສ່ວນປະສົມເພີ່ມເຕີມ 5. ໃສ່ຫອມບົ່ວໃບ ແລະ ຜັກອີ່ຕູ່
ຜັກອີ່ຕູູ່ 1 ກ້ານ ພ້ອມນໍ້າປາ 1 ບ່ວງແກງ ແລ້ວປິດ
ຫອມບົ່ວໃບ 1 ຕົ້ນ ຝາໄວ້ປະມານ 1 ນາທີ
ນໍ້າປາ 1 ບ່ວງແກງ 6. ຕັກໃສ່ຖ້ວຍ ພ້ອມຮັບປະທານ
ເອາະຫຼາມໜັງ 12
ສ່ວນປະສົມ ວິທີປຸງແຕ່ງ
ນໍ້າ 8-10 ຈອກ 1. ຕົ້ມໜັງງົວ ຫຼື ຄວາຍ 1-2 ຊົ່ວໂມງ
ໜັງງົວ ຫຼື ຄວຍແຫ້ງ 1 ມັດ (1 ກຳມື), ຕັດ ຈົນກົ່ວຈະນຸ່ມ
ເປັນຕ່ອນຍາວ 1 ຊມ
ໄມ້ສະຄານ 3 ກ້ານ 2. ໃສ່ໄມ້ສະຄານ ແລະ ຍອດຫວາຍລົງ
ຍອດຫວາຍ 5 ກ້ານ, ປອກເປືອກແຂງອອກ ໄປກ່ອນ ຫຼັງຈາກໝໍ້ຟົດແລ້ວຈັ່ງ
ເພື່ອເອົາແກນອ່ອນດ້ານໃນ, ຫຼັງຈາກນັ້ນຕັດ ຕາມດ້ວຍ ໝາກເຂືອ ແລະ ໝາກ
ເປັນຕ່ອນຍາວ 5 ຊມ ເຜັດ
ໝາກເຂືອ 8-10 ໜ່ວຍນ້ອຍ, ຖ້າໃຫ່ຍໃຫ້
ຜ່າເຄິ່ ງ 3. ເອົານໍ້າມັນອອກຈາກຊີ້ນເປັດໃຫ້
ໝາກເຜັດ 1-2 ໜ່ວຍ (ຖ້າບໍ່ໃສ່ໄມ້ສະຄານ ໝົດ ໃຊ້ພຽງຊີ້ນ ແລະ ກະດູກ ຕັດ
ໃຫ້ ໃສ່ໝາກເຜັດ 5 ໜ່ວຍ ພ້ອມພິກໄທດໍາ ເປັນຕ່ອນຍາວ 4 ຊມ
1 ບ່ວງຊາ)
ຊີ້ນເປັດ 750 g (ບໍ່ຈໍາເປັນທີ່ຈະຕ້ອງໃສ່) 4. ໃສ່ຊີ້ນເປັດ ແລະ ເກືອລົງໃນໝໍ້ ຕົ້ມ
ເກືອ 2 ບ່ວງຊາ ໄວ້ 30-40 ນາທີ, ຂຶ້ນກັບເນື້ອເປັດ
ຜັກສີຂຽວ, ລ້າງ ແລະ ຕັດບໍ່ໃຫ້ຍາວເກີນ 10 ທີ່ໃຊ້ 10 ນາທີສຸດທ້າຍ ໃຫ້ໃສ່ຜັກສີ
ຊມ (ໃບໝາກອຶ, ຜັກຊີ, ໃບກະເພົາ ແລະ ຂຽວຕ່າງໆ ລົງໄປ
ໝາກຖົ່ວ)
ອາຫານລາວ
ເຮັດໂດຍ
ນາງ ສຸປະວີ ທຳດີ
ລະຫັດນັກສຶກສາ 623080558-9
ສາຂາພາສາໄທ ຄະນະມະນຸດສາດແລະສັງຄົມສາດ
ມະຫາວິທະຍາໄລຂອນແກ່ນ ປະເທດໄທ
ອ້າງອີງ:
https://www.phakhaolao.la/stories