ສະໜັບສະໜູນການພິມໂດຍ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ ມາດຕະຖານຄຸນນະພາບການສຶກສາ ສຳລັບ ຊັ້ນປະຖົມສຶກສາ ກະຊວງສຶກສາທິການ ແລະ ກິລາ 2013
i ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ -------------------------------- ກະຊວງສຶກສາທິການ ແລະ ກິລາ ເລກທີ 2167 /ສສກ.ສປຄ.12 ນະຄອນຫຼວງວຽງຈັນ, ວັນທີ 28 JUN 2012 ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການນໍາໃຊ້ “ມາດຕະຖານຄຸນນະພາບການສຶກສາ ສໍາລັບຊັ້ນປະຖົມສຶກສາ” • ອີງຕາມ ກົດໝາຍວ່າ ດ້ວຍການ ສຶກສາ (ສະບັບ ປັບປຸງ) ສະບັບ ເລກທີ 04/ສພຊ, ລົງ ວັນ ທີ 3 ກໍລະກົດ 2007. • ອີງຕາມ ດໍາລັດ ຂອງ ນາ ຍົກ ລັດຖະມົນຕີ ວ່າ ດ້ວຍ ການຈັດ ຕັ້ງ ແລະ ເຄື່ອນ ໄຫວ ຂອງ ກະຊວງ ສຶກສາ ທິການ ແລະ ກິລາ ສະບັບ ເລກທີ 282/ນຍ, ລົງ ວັນ ທີ 07 ກັນຍາ 2011. • ອີງຕາມ ດໍາລັດ ຂອງ ນາ ຍົກ ລັດຖະມົນຕີ ວ່າ ດ້ວຍການ ຮັບຮອງ ແລະ ປະກາດ ໃຊ້ ຂອບ ພັດທະນາ ຂະ ແໜງ ການສຶກສາ ແຕ່ ປີ 2009-2015 ສະບັບ ເລກທີ 62/ນຍ, ລົງ ວັນ ທີ 4 ເມສາ 2009. • ອີງ ຕາມ ການສະເໜີຂອງສູນປະກັນຄຸນນະພາບການສຶກສາ ແລະ ການເຫັນດີຂອງກົມຈັດຕັ້ງ ແລະ ພະນັກງານ. ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ຈຶ່ງຕົກລົງ: ມາດຕາ 1. ອະນຸຍາດໃຫ້ຈັດພິມ ແລະ ນໍາໃຊ້ “ມາດຕະຖານຄຸນນະພາບການສຶກສາ ສໍາລັບຊັ້ນປະຖົມສຶກສາ” ໃນໂຮງຮຽນ ປະຖົມສຶກສາ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ. ມາດຕາ 2. ມອບໃຫ້ກົມອະນຸບານ ແລະ ປະຖົມສຶກສາ, ສູນປະກັນຄຸນນະພາບການສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງເອົາໃຈໃສ່ຈັດຕັ້ງປະຕິບັດເຜີຍແຜ່ ແລະ ແນະນໍາການນໍາໃຊ້ໃຫ້ມີປະສິດທິຜົນ. ມາດຕາ 3. ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ຂໍ້ ຕົກລົງອື່ນ ທີ່ ຂັດ ກັບ ຂໍ້ຕົກລົງ ສະບັບ ນີ້ ລ້ວນ ແຕ່ ຖືກ ລົບ ລ້າງ. ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ບ່ອນ ສົ່ງ 1. ຫ້ອງການ ກະຊວງ 1 ສະບັບ 2. ກົມ ກ່ຽວຂ້ອງກົມ ລະ 1 ສະບັບ 3. ພະ ແນ ກສຶກສາ ທິການ ແລະ ກິລາ ແຂວງໆ ລະ 1 ສະ ບັບ 4. ເກັບ ມ້ຽນ 2 ສະບັບ
ii ຄຳນຳ ກະຊວງ ສຶກສາທິການ ແລະ ກິລາ ໄດ້ພັດທະນາມາດຕະຖານ ຄຸນນະພາບການສຶກສາສໍາລັບຊັ້ນປະຖົມ ເຊິ່ງໃນການສ້າງມາດຕະຖານດັ່ງກ່າວ ໄດ້ນໍາເອົາ 5 ຫຼັກມູນການສຶກສາ, ກົດໝາຍການສຶກສາ, ແຜນປະຕິບັດ ງານແຫ່ງຊາດການສຶກສາເພື່ອທຸກຄົນ, ຂອບພັດທະນາຂະແໜງການສຶກສາ, ນະໂຍບາຍການສຶກສາ ຮຽນຮ່ວມ, ຈຸດໝາຍຂອງຫຼັກສູດ, ສິດທິເດັກ ແລະ ເອກະສານອື່ນໆ ເປັນບ່ອນອີງໃນການ ກໍານົດມາດຕະຖານ ແລະ ຕົວຊີ້ວັດ. ມາດຕະຖານສະບັບນີ້ໄດ້ອີງໃສ່ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດ ມາດຕະຖານ ໂຮງຮຽນຄຸນນະ ພາບຊັ້ນປະຖົມໃນເມື່ອກ່ອນເປັນພື້ນຖານ ແລະ ປັບປຸງໃຫ້ມີຄວາມສົມບູນຂຶ້ນກວ່າເກົ່າ. ໃນຂະບວນການປັບ ປຸງນັ້ນ, ໄດ້ຈັດຕັ້ງຄະນະຮັບຜິດຊອບ ຈາກສູນປະກັນຄຸນນະພາບການສຶກສາ, ກົມອະນຸບານ ແລະ ປະຖົມສຶກ ສາ, ກົມມັດທະຍົມສຶກສາ, ກົມສ້າງຄູ. ພ້ອມທັງໄດ້ເຊື້ອເຊີນນັກວິຊາການ ຈາກສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາ, ກົມຈັດຕັ້ງ, ກົມການເງິນ, ສູນຮຽນຮ່ວມ ແລະ ຄະນະສຶກສາສາດມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມກອງປະຊຸມວິຊາການຫຼາຍໆຄັ້ງ. ມາດຕະຖານສະບັບນີ້ຍັງໄດ້ຜ່ານການລົງສໍາຫຼວດຄໍາຄິດເຫັນຂອງຜູ້ອໍານວຍການ ໂຮງຮຽນປະຖົມ ສົມບູນຈໍານວນໜຶ່ງ, ຜ່ານກອງປະຊຸມວິຊາການທີ່ເຊື້ອເຊີນຜູ້ບໍລິຫານການສຶກສາຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງຫຼາຍຄັ້ງ. ນອກນັ້ນ, ຍັງໄດ້ຜ່ານກອງປະຊຸມປຶກສາຫາລື ເພື່ອຟັງຄໍາຄິດເຫັນຈາກຄູ່ຮ່ວມ ພັດທະນາຕ່າງໆ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງປະກາດໃຫ້ນໍາໃຊ້ມາດຕະຖານຄຸນນະພາບການສຶກ ສາຊັ້ນປະຖົມສະບັບນີ້ເພື່ອໃຊ້ເປັນຫຼັກໃນການທຽບຄຽງ, ການສົ່ງເສີມ, ການກວດສອບ, ການປະເມີນ ແລະ ການປະກັນຄຸນນະພາບການສຶກສາໃນຊັ້ນປະຖົມ. ສ່ວນລາຍລະອຽດຂອງວິທີການຈັດຕັ້ງປະຕິບັດ ແມ່ນສູນ ປະກັນຄຸນນະພາບການສຶກສາຮ່ວມກັບກົມອະນຸບານ ແລະ ປະຖົມສຶກສາ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ຈະພັດທະນາຄູ່ມືຕ່າງໆ ພ້ອມທັງຈັດການເຝິກອົບຮົມໃຫ້ທຸກໆພາກສ່ວນກ່ຽວຂ້ອງ. ກະຊວງສຶກສາທິການ ແລະ ກິລາ ຫວັງຢ່າງຍິ່ງວ່າ ມາດຕະຖານສະບັບນີ້ຈະເປັນບ່ອນອີງໃຫ້ທຸກໆ ພາກສ່ວນ ເພື່ອຈັດການສຶກສາໃນໂຮງຮຽນປະຖົມສຶກສາທຸກແຫ່ງນັບທັງພາກລັດ ແລະ ເອກະຊົນໃຫ້ມີຄວາມ ເປັນເອກະພາບ ແລະ ເປັນທິດທາງໃນການພັດທະນາຄຸນນະພາບໄປສູ່ເປົ້າໝາຍດຽວກັນ, ເຮັດໃຫ້ບັນດາ ໂຮງຮຽນປະຖົມສຶກສາມີຄຸນນະພາບໄດ້ມາດຕະຖານໃກ້ຄຽງກັນ. ໃນການພັດທະນາມາດຕະຖານສະບັບນີ້, ໄດ້ຮັບການຮ່ວມມືດ້ານວິຊາການ ແລະ ການສະໜັບ ສະໜູນດ້ານການເງິນ ຈາກອົງການອຸຍນິເຊັບ (UNICEF) ປະຈໍາ ສປປ ລາວ. ພ້ອມກັນນັ້ນຍັງໄດ້ຮັບ ການຮ່ວມມື ແລະ ຄຳຄິດເຫັນຈາກບັນດາຄູ່ຮ່ວມພັດທະນາ ໂດຍສະເພາະສະມະຊິກຂອງໜ່ວຍງານການ ປະສານງານການສຶກສາຂັ້ນພື້ນຖານ. ສູນປະກັນຄຸນນະພາບການສຶກສາ
iii ສາລະບັນ ຄຳນຳ 1. ເຫດຜົນ ແລະ ຄວາມເປັນມາ ............................................................................................... 1 2. ຂະບວນການພັດທະນາ ..................................................................................................... 1 3. ແນວຄິດ ແລະ ຫຼັກການຂອງການສຶກສາຊັ້ນປະຖົມ ໃນ ສປປ ລາວ ........................................... 2 4. ຫຼັກການໃນການສ້າງມາດຕະຖານຄຸນນະພາບການສຶກສາ ................................................... 2 4.1 ດ້ານຜູ້ຮຽນ ..................................................................................................... 3 4.2 ດ້ານການຮຽນ-ການສອນ .................................................................................... 4 4.3 ດ້ານສະພາບແວດລ້ອມ ...................................................................................... 5 4.4 ດ້ານອຸປະກອນການຮຽນ-ການສອນ ...................................................................... 5 4.5 ດ້ານຄຸ້ມຄອງ-ບໍລິຫານ ....................................................................................... 5 4.6 ດ້ານການມີສ່ວນຮ່ວມຂອງຊຸມຊົນ ...........................................................................6 5. ມາດຕະຖານຄຸນນະພາບການສຶກສາ .................................................................................... 7 5.1 ຜູ້ຮຽນ ................................................................................................................. 7 5.2 ການຮຽນ-ການສອນ.............................................................................................10 5.3 ສະພາບແວດລ້ອມ ...................................................................................................12 5.4 ອຸປະກອນການຮຽນ-ການສອນ................................................................................15 5.5 ຄຸ້ມຄອງ-ບໍລິຫານ.....................................................................................................16 5.6 ການມີສ່ວນຮ່ວມຂອງຊຸມຊົນ ............................................................................. 19 6. ການນຳໃຊ້ ............................................................................................................ 20 6.1 ສຳລັບໂຮງຮຽນ ............................................................................................... 20 6.2 ສຳລັບຜູ້ບໍລິຫານຂັ້ນເມືອງ ................................................................................. 20 6.3 ສຳລັບຜູ້ບໍລິຫານຂັ້ນແຂວງ/ນະຄອນຫຼວງ .............................................................. 21 6.4 ສຳລັບຜູ້ບໍລິຫານຂັ້ນກະຊວງ ............................................................................... 21
1 1. ເຫດຜົນ ແລະ ຄວາມເປັນມາ ລັດຖະບານລາວໄດ້ຕັ້ງເປົ້າໝາຍໃນການພັດທະນາປະເທດຊາດ ເພື່ອໃຫ້ຫຸຼດພົ້ນອອກຈາກການ ເປັນປະເທດດ້ອຍພັດທະນາ ພາຍໃນປີ2020 ແລະ ຫຍັບເຂົ້າໃກ້ສູ່ສາກົນເທື່ອລະກ້າວ ເພື່ອໃຫ້ກາຍເປັນ ປະເທດອຸດສາຫະກຳທີ່ທັນສະໄໝເທື່ອລະກ້າວ. ການພັດທະນາຊັບພະຍາກອນມະນຸດ ຈຶ່ງເປັນປັດໄຈ ທີ່ສຳຄັນໃນການບັນລຸ ເປົ້າໝາຍທີ່ກ່າວມານັ້ນ. ລັດຖະບານ ຈຶ່ງຖືເອົາວຽກງານການສຶກສາເປັນໃຈກາງ ເພື່ອສ້າງ ບຸກຄະລະກອນ ທີ່ມີຄວາມຮູ້, ຄວາມສາມາດ ແລະ ທັດສະນະຄະຕິຕາມ 5 ຫຼັກມູນຂອງການສຶກສາ ຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ພະລະສຶກສາ, ສິລະປະສຶກສາ ແລະ ແຮງງານສຶກສາ. ເພື່ອຕອບສະໜອງນະໂຍບາຍດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງແຜນການປະຕິບັດງານ ແຫ່ງຊາດການສຶກສາເພື່ອທຸກຄົນ (EFA) ໃນນັ້ນ, ໄດ້ເນັ້ນໜັກໃຫ້ເດັກທຸກຄົນໃນເກນອາຍຸໄດ້ມີໂອກາດເຂົ້າຮຽນ ໃນຊັ້ນປະຖົມສຶກສາ ແລະ ສືບຕໍ່ຮຽນຈົນຈົບຊັ້ນປະຖົມສຶກສາ ຢ່າງມີຄຸນນະພາບ ຫຼືສາມາດສືບຕໍ່ຮຽນຊັ້ນມັດທະຍົມ ຕອນຕົ້ນ. ດັ່ງນັ້ນ, ຈຶ່ງໄດ້ພັດທະນາ ມາດຕະຖານຄຸນນະພາບການສຶກສາ ສຳລັບຊັ້ນປະຖົມສຶກສານີ້ຂຶ້ນມາເພື່ອເປັນ ທິດທາງໃຫ້ໂຮງຮຽນ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ພະແນກສຶກສາທິການ ແລະ ກິລາແຂວງ/ ນະຄອນຫຼວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນການພັດທະນາ ການສຶກສາຊັ້ນປະຖົມໃຫ້ມີຄຸນນະພາບ. 2. ຂະບວນການພັດທະນາ ນັບແຕ່ປີ2004 ເປັນຕົ້ນມາກົມອະນຸບານ ແລະ ປະຖົມສຶກສາ, ກະຊວງ ສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນດ້ານການເງິນຈາກອົງການອຸຍນີເຊັບ (UNICEF) ປະຈໍາລາວທົດລອງການພັດທະນາ ຄຸນນະພາບການສຶກສາແບບຮອບດ້ານພາຍໃຕ້ຊື່ “ໂຮງຮຽນເພື່ອນເດັກ”. ໃນໄລຍະນັ້ນກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດມາດຕະຖານຄຸນນະພາບການສຶກສາຂຶ້ນໂດຍໃສ່ຊື່ວ່າ: “ຄຸນລັກສະນະຂອງໂຮງ ຮຽນເພື່ອນເດັກ” ເຊິ່ງປະກອບມີ6 ດ້ານ, ຜ່ານການຈັດຕັ້ງປະຕິບັດມາໄດ້ໄລຍະໜຶ່ງ ເຫັນວ່າບໍ່ໄດ້ຜົນເທົ່າທີ່ ຄວນ ແລະ ຍາກສໍາລັບຜູ້ຈັດຕັ້ງປະຕິບັດ ແລະ ອີກດ້ານໜຶ່ງເຫັນວ່າ ຊື່ດັ່ງກ່າວບໍ່ຖືກກັບສະພາບຕົວຈິງຂອງ ຄຸນລັກສະນະໂຮງຮຽນດັ່ງກ່າວ. ໃນປີ2009 ຈຶ່ງໄດ້ປ່ຽນຊື່ຈາກ “ມາດຕະຖານໂຮງຮຽນເພື່ອນເດັກ” ມາເປັນ “ມາດຕະຖານໂຮງຮຽນ ຄຸນນະພາບສໍາລັບຊັ້ນປະຖົມສຶກສາ” ແນວຄວາມຄິດກ່ຽວກັບໂຮງຮຽນຄຸນນະພາບ ໄດ້ຖືກນຳໄປເຜີຍແຜ່ ໃຫ້ຜູ້ບໍລິຫານແລະອາຈານສອນໃນສະຖາບັນສ້າງຄູ; ພ້ອມທັງນຳເອົາແນວຄວາມຄິດດັ່ງກ່າວໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢູ່ໂຮງຮຽນປະຖົມສາທິດຂອງສະຖາບັນສ້າງຄູ. ແນວຄວາມຄິດແລະການຈັດຕັ້ງປະຕິບັດຂອງ “ໂຮງຮຽນຄຸນນະພາບ” ກໍໄດ້ສອດແຊກເຂົ້າໃນຫຼັກສູດການອົບຮົມຂອງສະຖາບັນສ້າງຄູ. ພ້ອມກັນນັ້ນ, ກະຊວງ ສຶກສາທິການ ແລະ ກິລາ ກໍໄດ້ພັດທະນາຄູ່ມືແນະນຳໃນການຈັດຕັ້ງປະຕິບັດ ໂດຍຮວບຮວມເອົາ ປະສົບການໃນການຈັດຕັ້ງປະຕິບັດ ເຊິ່ງໄດ້ຖືກອະນຸມັດໃຫ້ນຳໃຊ້ໃນທົ່ວປະເທດຢ່າງເປັນທາງການ ໃນຕົ້ນປີ 2010. ຜ່ານການຈັດຕັ້ງປະຕິບັດມາໄດ້ໄລຍະໜຶ່ງ ເຫັນວ່າຍັງມີຄວາມຫຍຸ້ງຍາກໃນການຕີລາຄາ ແລະ ສັງລວມ ຄຸນນະພາບການສຶກສາຂອງໂຮງຮຽນ. ການລາຍງານການຈັດຕັ້ງປະຕິບັດຂອງໂຮງຮຽນ ໃຫ້ກັບຂັ້ນເມືອງຍັງ
2 ເປັນແບບລວມໆ ບໍ່ໄປຕາມມາດຕະຖານ ແລະ ຕົວຊີ້ວັດ, ເຮັດໃຫ້ການສ້າງແຜນການມີລັກສະນະລວມໆ ເຊັ່ນດຽວກັນ. ສິ່ງດັ່ງກ່າວສົ່ງຜົນໃຫ້ການວາງແຜນພັດທະນາການສຶກສາມີຄວາມຫຍຸ້ງຍາກ, ຂາດຂໍ້ມູນຕົວຈິງ ມາເປັນສິ່ງຢັ້ງຢືນ. ດັ່ງນັ້ນ, ສູນປະກັນຄຸນນະພາບການສຶກສາ ຈຶ່ງຮ່ວມກັບກົມອະນຸບານ ແລະ ປະຖົມສຶກສາ ປັບປຸງ ໂຄງສ້າງ ແລະ ເນື້ອໃນຂອງມາດຕະຖານຄືນໃໝ່ ໃຫ້ສະດວກໃນການພັດທະນາຄຸນນະພາບການສຶກສາ ແລະ ເພີ່ມຕື່ມຕົວຊີ້ວັດຈໍານວນໜຶ່ງ ໃຫ້ມາດຕະຖານສະບັບນີ້ ມີຄວາມຄົບຖ້ວນຍິ່ງຂຶ້ນ. ພ້ອມທັງໄດ້ປ່ຽນຊື່ເປັນ “ມາດຕະຖານຄຸນນະພາບການສຶກສາ ສໍາລັບຊັ້ນປະຖົມສຶກສາ”. ຄຽງຄູ່ໄປກັບການປັບປຸງເນື້ອໃນຂອງມາດຕະຖານ, ຄະນະຮັບຜິດຊອບຍັງໄດ້ປັບປຸງຮ່າງບົດລາຍ ງານຂອງໂຮງຮຽນ, ພ້ອມທັງວາງແຜນການເຝິກອົບຮົມ ການປະເມີນຕົນເອງໃນຂັ້ນໂຮງຮຽນ ແລະ ການເຝິກ ອົບຮົມການປະກັນຄຸນນະພາບຂັ້ນເມືອງແລະ ແຂວງ/ນະຄອນຫຼວງ ເຊິ່ງລວມໄປເຖິງ ການຕີລາຄາ,ການສັງ ລວມຂໍ້ມູນ ແລະ ການລາຍງານການຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ. 3. ແນວຄິດ ແລະ ຫຼັກການຂອງການສຶກສາຊັ້ນປະຖົມ ໃນ ສປປ ລາວ ອີງຕາມນະໂຍບາຍຂອງພັກ, ກົດໝາຍຂອງລັດຖະບານ ແລະ ຄໍາໝັ້ນສັນຍາກັບສາກົນ ກ່ຽວກັບ ການສຶກສາ ໃນຊັ້ນປະຖົມ, ພໍສັງລວມຫຼັກການຕ່າງໆ ໄດ້ດັ່ງລຸ່ມນີ້: • ການພັດທະນາການຮຽນ-ການສອນ ຕ້ອງປະຕິບັດຢ່າງຮອບດ້ານຕາມ 5 ຫຼັກມູນການສຶກສາ: ຄຸນສົມບັດສຶກສາ, ປັນຍາສຶກສາ, ສິລະປະສຶກສາ, ພະລະສຶກສາ ແລະ ແຮງງານສຶກສາ. • ຕ້ອງສ້າງໃຫ້ນັກຮຽນ ເປັນຄົນຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຮູ້ມູນເຊື້ອອັນດີ ງາມຂອງຊາດ ແລະ ຂອງການປະຕິວັດ. • ຕ້ອງໄດ້ປ່ຽນແປງທັດສະນະ, ວິທີຮຽນ ແລະ ພັດທະນານັກຮຽນໃຫ້ມີຫົວຄິດປະດິດສ້າງ, ມັກ ການອ່ານ, ມີຄວາມກະຕືລືລົ້ນໃນການພັດທະນາຕົນເອງຢູ່ສະເໝີ. • ຕ້ອງໄດ້ປະຕິຮູບວິທີການປະເມີນຜົນການຮຽນຂອງຄູໃຫ້ປະເມີນເປັນປົກກະຕິແລະ ຊ່ວຍເຫຼືອ ນັກຮຽນ ໃຫ້ບັນລຸເປົ້າໝາຍການຮຽນຮູ້. • ສົ່ງເສີມຄວາມຕ້ອງການເຂົ້າຮຽນຂອງເດັກຍິງ, ຊົນເຜົ່າ ແລະ ເດັກໃນຄອບຄົວທຸກທີ່ສຸດ. • ສົ່ງເສີມໃຫ້ທົ່ວສັງຄົມປະກອບສ່ວນເຂົ້າຮ່ວມພັດທະນາການສຶກສາຢ່າງກວ້າງຂວາງ. 4. ຫຼັກການໃນການສ້າງມາດຕະຖານຄຸນນະພາບການສຶກສາ ການສ້າງມາດຕະຖານຄຸນນະພາບການສຶກສາ ຊັ້ນປະຖົມສຶກສາ ທີມງານໄດ້ເລີ່ມຈາກການສຶກສາ ເອກະສານຕ່າງໆ ທີ່ກ່ຽວຂ້ອງ ເຊັ່ນ: ຫຼັກການກໍານົດມາດຕະຖານ ແລະ ຕົວຊີ້ວັດ, ຫຼັກການວັດ ແລະ ປະເມີນ ຜົນການສຶກສາ, ມາດຕະຖານໂຮງຮຽນຄຸນນະພາບຊັ້ນປະຖົມໃນເມື່ອກ່ອນ, ມາດຕະຖານຄຸນນະພາບການ ສຶກສາຊັ້ນປະຖົມຂອງຕ່າງປະເທດ ໂດຍສະເພາະແມ່ນຂອງປະເທດທີ່ໃກ້ຄຽງ. ນອກນີ້ຍັງໄດ້ສຶກສາບັນດາບົດ ວິໄຈຕ່າງໆ ທີ່ກ່ຽວຂ້ອງກັບຄຸນນະພາບການສຶກສາ. ຫຼັງຈາກນັ້ນໄດ້ສະຫລຸບຄໍານິຍາມຄຸນນະພາບຂອງການ
3 ສຶກສາແມ່ນຫຍັງ ແລະ ມີສ່ວນກ່ຽວຂ້ອງຫຼັກກັບຫຍັງແດ່ ເຊິ່ງສາມາດກໍານົດມາດຕະຖານຄຸນນະພາບ ການສຶກສາຂອງຊັ້ນປະຖົມສຶກສາເປັນ 6 ອົງປະກອບຫຼັກ ແລະ 42 ຕົວຊີ້ວັດ ເຊິ່ງປະກອບດ້ວຍ: • ດ້ານຜູ້ຮຽນ ມີ9 ຕົວຊີ້ວັດ (01-09) • ດ້ານການຮຽນ-ການສອນ ມີ8 ຕົວຊີ້ວັດ (10-17) • ດ້ານສະພາບແວດລ້ອມ ມີ8 ຕົວຊີ້ວັດ (18-25) • ດ້ານອຸປະກອນການຮຽນ-ການສອນ ມີ5 ຕົວຊີ້ວັດ (26-30) • ດ້ານຄຸ້ມຄອງ-ບໍລິຫານ ມີ9 ຕົວຊີ້ວັດ (31-39) • ດ້ານການມີສ່ວນຮ່ວມຂອງຊຸມຊົນ ມີ3 ຕົວຊີ້ວັດ (40-42) 4.1 ດ້ານຜູ້ຮຽນ ສຳລັບອົງປະກອບດ້ານຜູ້ຮຽນນີ້ແມ່ນເນັ້ນໃສ່ດ້ານການສະໜອງໂອກາດເຂົ້າຮຽນ ແລະ ຜົນສຳເລັດ ທາງດ້ານການຮຽນຂອງເດັກທຸກຄົນໂດຍບໍ່ຈຳແນກເພດ, ຊົນເຜົ່າ, ສາສະໜາ ແລະ ຖານະທາງດ້ານສັງຄົມໃຫ້ ໄດ້ເຂົ້າຮຽນ ແລະ ສືບຕໍ່ຮຽນຈົນຈົບຊັ້ນປະຖົມ. ດັ່ງນັ້ນ, ເພື່ອຮັບປະກັນ ຄຸນນະພາບ ການສຶກສາກ່ອນອື່ນໝົດ ຕ້ອງສ້າງທຸກເງື່ອນໄຂໃຫ້ເດັກໄດ້ມີໂອກາດເຂົ້າເຖິງການກຽມຄວາມພ້ອມທາງດ້ານການຮຽນຮູ້ກ່ອນທີ່ຈະເຂົ້າ ຮຽນຊັ້ນປະຖົມໂດຍຜ່ານອານຸບານ, ຫ້ອງກຽມປະຖົມ, ກຸ່ມຫຼິ້ນ ຫຼື ໄດ້ຮັບການແນະນໍາໃນຂັ້ນພື້ນຖານຈາກ ຜູ້ປົກຄອງ. ພ້ອມນັ້ນກໍຕ້ອງໄດ້ສົ່ງເສີມໃຫ້ເດັກໃນເກນອາຍຸທຸກຄົນໄດ້ເຂົ້າຮຽນ ແລະ ຮຽນຈົນຈົບຊັ້ນປະຖົມ. ພ້ອມດຽວກັນທາງດ້ານຄຸນນະພາບແມ່ນເນັ້ນໃຫ້ນັກຮຽນທຸກຄົນໄດ້ຮຽນຮູ້ເຕັມຂີດຄວາມສາມາດ ຂອງຕົນ ເພື່ອໃຫ້ມີທັກສະໃນການດຳລົງຊີວິດທີ່ສອດຄ່ອງ ແລະ ເໝາະສົມ, ພ້ອມທັງມີສຸຂະພາບແຂງແຮງ, ມີ ຄວາມຮັບຜິດຊອບຕໍ່ການຮຽນ, ຊັບສິນຂອງໂຮງຮຽນ ແລະ ມີຄຸນສົມບັດດີ. ໃນໄລຍະທີ່ເຂົ້າຊັ້ນປະຖົມ, ຕ້ອງຮັບປະກັນໃຫ້ນັກຮຽນທຸກຄົນ ມີຄວາມຮັບຜິດຊອບຕໍ່ການຮຽນຂອງ ຕົນ, ມີຄວາມຮັບຜິດຊອບຕໍ່ຊັບສິນສ່ວນຕົວ ແລະ ຂອງໂຮງຮຽນ. ສິ່ງເຫຼົ່ານີ້ເປັນປັດໄຈພື້ນຖານ ທີ່ຈະເຮັດໃຫ້ ນັກຮຽນ ມີຄວາມກະຕືລືລົ້ນໃນການພັດທະນາຕົນເອງຢູ່ສະເໝີ, ຮູ້ຈັກຊ່ວຍເຫຼືອຕົນເອງ ແລະ ຮູ້ຈັກຮັກສາຂອງ ສ່ວນລວມ. ຄຸນສົມບັດຂອງນັກຮຽນ ເປັນຄວາມຄາດຫວັງອັນໃຫຍ່ຫຼວງຂອງປະເທດຊາດ. ພວກເຮົາຢາກເຫັນ ນັກຮຽນ ເປັນຄົນດີ, ເຄົາລົບນັບຖືຜູ້ໃຫຍ່, ຮັກແພງໝູ່ເພື່ອນ, ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງ ຕົນ, ປົກປັກຮັກສາສິລະປະວັດທະນະທຳອັນດີງາມຂອງຊາດ, ຮູ້ຄຸນຄ່າຂອງການອອກແຮງງານ, ປະຕິບັດ ກົດລະບຽບຂອງໂຮງຮຽນ ແລະ ກົດໝາຍບ້ານເມືອງໄດ້ເປັນຢ່າງດີ. ສຸຂະພາບຂອງນັກຮຽນ ແລະ ຄວາມຮູ້ຕໍ່ສິ່ງອັນຕະລາຍຕ່າງໆອ້ອມຂ້າງກໍ່ເປັນສິ່ງທີ່ສໍາຄັນ ເພື່ອເຮັດ ໃຫ້ນັກຮຽນປະຕິບັດໜ້າທີ່ການຮຽນຂອງຕົນໄດ້ຢ່າງເຕັມເມັດເຕັມໜ່ວຍ.ເພື່ອຮັບປະກັນວຽກງານນີ້, ໂຮງຮຽນ ຕ້ອງໄດ້ຈັດໃຫ້ມີການບໍລິການດ້ານສຸຂະພາບຂັ້ນພື້ນຖານ ແລະ ເຜີຍແຜ່ຄວາມຮູ້ດ້ານໂພຊະນາການ. ໂຮງຮຽນຕ້ອງໄດ້ຈັດກິດຈະກໍາຕ່າງໆ ເພື່ອສົ່ງເສີມນັກຮຽນໃຫ້ມີຄວາມຮູ້ ແລະ ທັກສະໃນການປ້ອງກັນຕົນເອງ ຈາກສິ່ງເສບຕິດ, ໂລກເອດ, ພະຍາດລະບາດຕ່າງໆ ແລະ ລະເບີດບໍ່ທັນແຕກ.
4 ໂຮງຮຽນຕ້ອງໄດ້ຈັດກິດຈະກໍາຕ່າງໆ ເພື່ອສົ່ງເສີມນັກຮຽນໄດ້ຫຼິ້ນກິລາກາຍະກໍາ, ສິລະປະດົນຕີໃນ ການຟ້ອນ, ລໍາ, ຮ້ອງເພງ ແລະ ສິລະປະກໍາໃນການຄວັດ, ແຕ້ມ, ຈັກສານຕ່າງໆ. ສ່ວນຕົວຂອງນັກຮຽນເອງ ກໍຕ້ອງມີການຮັກສາອະນາໄມໃຫ້ສະອາດຢູ່ສະເໝີເຊິ່ງສິ່ງນີ້ຈະເປັນພື້ນຖານ ໃຫ້ນັກຮຽນມີວິວັດທະນາການ ທາງດ້ານຮ່າງກາຍ ແລະ ຈິດໃຈເບີກບານມ່ວນຊື່ນ, ມີບັນຍາກາດໃນການຮຽນຮູ້ ແລະ ມີພະລະກໍາລັງ. ສຸດທ້າຍ, ນັກຮຽນຕ້ອງມີຜົນການຮຽນໃນແຕ່ລະວິຊາ ໄດ້ບັນລຸຕາມສະມັດຖະພາບທີ່ໄດ້ວາງໄວ້, ເຊິ່ງເປັນເງື່ອນໄຂ ໃຫ້ນັກຮຽນສາມາດສືບຕໍ່ຮຽນໃນຂັ້ນທີ່ສູງກວ່າ ແລະ ຮຽນຈົນຈົບຊັ້ນປະຖົມ. ພ້ອມທັງເປັນ ການຫຼຸດຜ່ອນອັດຕາການຄ້າງຫ້ອງ ແລະ ອັດຕາການປະລະ, ເປັນການເພີ່ມອັດຕາຈົບຊັ້ນຂອງນັກຮຽນທີ່ ເປັນເປົ້າໝາຍອັນສໍາຄັນ ໃນການຈັດການສຶກສາໃນຊັ້ນປະຖົມ ແລະ ເປັນຄໍາໝັ້ນສັນຍາຂອງ ສປປ ລາວ ຕໍ່ ກັບສາກົນ. 4.2 ດ້ານການຮຽນ-ການສອນ ຄູສອນເປັນປັດໄຈພື້ນຖານສໍາຄັນ ໃນຂະບວນການຂອງການຮຽນ-ການສອນ. ມາດຕະຖານໃນດ້ານ ນີ້ເນັ້ນໃສ່ຄຸນນະພາບ ແລະ ປະລິມານຂອງຄູສອນ. ນອກນັ້ນ, ຍັງກໍານົດບັນດາທັກສະຂອງຄູສອນ ແລະ ການຈັດຕັ້ງປະຕິບັດ ການຮຽນ-ການສອນ ດັ່ງຕໍ່ໄປນີ້: ວຸດທິການສຶກສາຂອງຄູສອນ ຢ່າງໜ້ອຍຕ້ອງຈົບຫຼັກສູດສ້າງຄູປະຖົມຊັ້ນກາງຂຶ້ນໄປ ແລະ ມີປະລິ ມານເໝາະສົມກັບຈໍານວນນັກຮຽນ. ພ້ອມດຽວກັນກໍຕ້ອງໄດ້ຮັບການເຝິກອົບຮົມ ທາງດ້ານວິຊາການໃໝ່ໆ ໃນການສິດສອນຢ່າງປົກກະຕິເພື່ອເຮັດໃຫ້ຄູສອນ ມີຄວາມຈູບຈ້າວຫ້າວຫັນໃນວຽກງານ ແລະ ພັດທະນາ ວິຊາການຂອງຕົນຢູ່ເປັນປະຈໍາ. ຄູສອນຕ້ອງມີຈັນຍາບັນໃນອາຊີບຄູສູງ,ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ຂຶ້ນສອນເປັນປົກກະຕິ, ຕັ້ງ ອົກ ຕັ້ງໃຈ ໃສ່ການສອນຢ່າງເຕັມສ່ວນ, ເອົາໃຈໃສ່ນັກຮຽນຢ່າງເທົ່າທຽມກັນ ແລະ ຕິດຕາມຊ່ວຍເຫຼືອນັກຮຽນ ຕາມສະພາບຈຸດພິເສດຂອງແຕ່ລະຄົນ ເພື່ອໃຫ້ທຸກຄົນ ບັນລຸຜົນການສຶກສາຕາມເປົ້າໝາຍ. ຄູສອນຕ້ອງມີທັກສະ ໃນການຈັດການຮຽນ-ການສອນ ທີ່ເອື້ອອຳນວຍໃຫ້ແກ່ນັກຮຽນ ສາມາດຮຽນ ຮູ້ດ້ວຍຕົນເອງ, ໂດຍຄູສອນຕ້ອງເປັນຜູ້ຕິດຕາມ ແລະ ໃຫ້ການຊ່ວຍເຫຼືອຢ່າງເໝາະສົມ ເພື່ອໃຫ້ໝັ້ນໃຈໄດ້ວ່າ ນັກຮຽນບັນລຸຄາດໝາຍຂອງການຮຽນຮູ້ທີ່ໄດ້ຕັ້ງໄວ້ແລະ ຕາມລະດັບຄວາມສາມາດສຳລັບນັກຮຽນພິເສດ. ຄູສອນຕ້ອງມີທັກສະ ໃນການວັດ-ປະເມີນຜົນການຮຽນ, ໝາຍຄວາມວ່າ ຄູສອນຕ້ອງເຂົ້າໃຈແຈ້ງ ເຖິງເປົ້າໝາຍຂອງການຮຽນ - ການສອນ ໃນແຕ່ລະວິຊາຮຽນ, ແຕ່ລະບົດຮຽນ, ແຕ່ລະຊົ່ວໂມງຮຽນຢ່າງລະອຽດ. ຄູສອນ ຈຶ່ງສາມາດປະເມີນຜົນການຮຽນຂອງນັກຮຽນຢ່າງຖືກຕ້ອງ ແລະ ສາມາດນໍາໃຊ້ຜົນຂອງການ ປະເມີນ ໄປຊ່ວຍເຫຼືອໃຫ້ນັກຮຽນສາມາດເຂົ້າໃຈດີຂຶ້ນ ແລະ ພ້ອມດຽວກັນກໍ່ສາມາດ ປັບປຸງການສອນຂອງຕົນໃຫ້ດີ ຂຶ້ນກວ່າເກົ່າໄປເລື້ອຍໆ. ການຮຽນ-ການສອນ ຕ້ອງຖືກຈັດຕັ້ງປະຕິບັດຢ່າງຄົບຖ້ວນ ໂດຍມີການນຳໃຊ້ເນື້ອໃນຫຼັກສູດໃຫ້ ແທດເໝາະກັບທ້ອງຖິ່ນ, ມີການຈັດກິດຈະກໍາຕ່າງໆ ເພື່ອເສີມສ້າງໃຫ້ນັກຮຽນ ມີທັກສະໃນການດໍາລົງຊີວິດ ຢູ່ໃນສັງຄົມຢ່າງຈົບງາມ.
5 4.3 ດ້ານສະພາບແວດລ້ອມ ສະພາບແວດລ້ອມເປັນປັດໄຈພື້ນຖານ ທີ່ສໍາຄັນອັນໜຶ່ງເຊິ່ງຕ້ອງມີຄວາມປອດໄພສູງເພື່ອປົກປ້ອງ ນັກຮຽນ ຈາກສິ່ງອັນຕະລາຍທັງທາງດ້ານກາຍະພາບ ແລະ ຈິດຕະພາບ. ນອກນັ້ນ, ສະພາບແວດລ້ອມຕ້ອງສົ່ງເສີມ ໃຫ້ນັກຮຽນ ແລະ ຄູສອນ ໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ໄດ້ຢ່າງເຕັມເມັດເຕັມໜ່ວຍ; ພ້ອມທັງ ເປັນການດຶງດູດຈິດໃຈໃຫ້ນັກຮຽນຢາກມາຮຽນ ແລະ ຕັ້ງໃຈຮຽນຈົນຈົບ. ສະພາບແວດລ້ອມໃນທີ່ນີ້ໝາຍເຖິງ ທີ່ຕັ້ງ, ເນື້ອທີ່ຂອງໂຮງຮຽນ, ເດີ່ນຫຼິ້ນ/ເດີ່ນກິລາ, ອົງປະກອບຈໍາເປັນອື່ນໆທີ່ເປັນສັນຍາລັກຂອງໂຮງຮຽນ, ລວມໄປເຖິງ ອາຄານຮຽນ, ຫ້ອງຮຽນ ແລະ ສະຖານທີ່ອໍານວຍຄວາມສະດວກອື່ນໆ. ສະພາບແວດລ້ອມນີ້ ຕ້ອງໄດ້ຕາມມາດຕະຖານທີ່ກໍານົດ ແລະ ເໝາະສົມກັບນັກຮຽນທຸກຄົນ. ໂຮງຮຽນຕ້ອງຈັດສະພາບແວດລ້ອມ ໃຫ້ເອື້ອອໍານວຍຕໍ່ການຮຽນ-ການສອນ, ສົ່ງເສີມໃຫ້ນັກຮຽນໄດ້ ອ່ານ ແລະ ມັກໃນການອ່ານ. ໂຮງຮຽນຕ້ອງມີສະພາບແວດລ້ອມຖືກສຸຂະອະນາໄມ, ມີນ້ຳດື່ມ, ນ້ຳໃຊ້ສະອາດ ຕະຫຼອດປີ, ມີຫ້ອງນໍ້າທີ່ສະອາດ ແລະ ພຽງພໍ. 4.4 ດ້ານອຸປະກອນການຮຽນ-ການສອນ ດ້ານອຸປະກອນການຮຽນການສອນ ແມ່ນເນັ້ນໃສ່ບັນດາອຸປະກອນພື້ນຖານ ທີ່ໂຮງຮຽນຕ້ອງມີເຊັ່ນ: ໂຕະ, ຕັ່ງ, ກະດານດໍາ ແລະ ອື່ນໆ ຕ້ອງພຽງພໍ ແລະ ໄດ້ມາດຕະຖານ. ນອກນັ້ນ, ກໍ່ຍັງເນັ້ນໜັກເຖິງອຸປະ ກອນການຮຽນຂອງນັກຮຽນ, ອຸປະກອນການສອນຂອງຄູສອນ ແລະ ອຸປະກອນກິລາ/ສິລະປະອື່ນໆ ເຊິ່ງຕ້ອງ ມີພຽງພໍແລະ ຖືກນໍາໃຊ້ຢ່າງເໝາະສົມ. 4.5 ດ້ານຄຸ້ມຄອງ-ບໍລິຫານ ດ້ານການຄຸ້ມຄອງ-ບໍລິຫານ ແມ່ນເນັ້ນໃສ່ຜູ້ອຳນວຍການໂຮງຮຽນພ້ອມຄະນະ ໂດຍເລີ່ມຈາກຜູ້ອໍາ ນວຍການ ຕ້ອງເປັນຜູ້ນຳທີ່ມີແນວຄິດຫຼັກໝັ້ນການເມືອງ ກຳແໜ້ນແນວທາງນະໂຍບາຍ ການສຶກສາ ແລະ ການນໍາພາດີ. ຜູ້ອຳນວຍການຕ້ອງມີຄວາມຮູ້, ປະສົບການທີ່ເໝາະສົມ, ຜ່ານການເຝິກອົບຮົມ ວຽກງານບໍລິ- ຫານ/ຄຸ້ມຄອງໂຮງຮຽນ ແລະ ວຽກງານປະກັນຄຸນນະພາບການສຶກສາ. ໂຮງຮຽນຕ້ອງມີລະບົບຄຸ້ມຄອງສະຖິຕິແລະ ຂໍ້ມູນຂ່າວສານທີ່ຄົບຖ້ວນ, ມີການຄຸ້ມຄອງຊັບສິນຢ່າງ ເປັນລະບົບ, ມີການຕິດຕາມການຈັດຕັ້ງປະຕິບັດຫລັກສູດ ແລະ ມີການຈັດກິດຈະກໍານອກຫຼັກສູດເປັນປົກກະ ຕິ. ໂຮງຮຽນຕ້ອງສົມທົບກັບອໍານາດການປົກຄອງບ້ານຢ່າງສະໜິດແໜ້ນ ແລະ ເກັບກໍາສະພາບການ ເຂົ້າຮຽນຂອງເດັກທຸກຄົນໃນເກນອາຍຸເຂົ້າຮຽນ; ຊອກຫາເດັກໃນເກນອາຍຸທຸກຄົນມາເຂົ້າຮຽນ ແລະ ຕິດຕາມ, ຊຸກຍູ້ສົ່ງເສີມນັກຮຽນຮຽນຈົນຈົບຊັ້ນປະຖົມໂດຍບໍ່ຈຳແນກເພດ, ຊົນເຜົ່າ, ສາສະໜາ, ຖານະທາງສັງຄົມ ແລະ ເດັກທີ່ມີຄວາມຕ້ອງການພິເສດ. ໂຮງຮຽນຕ້ອງສົ່ງເສີມສິດສະເໝີພາບລະຫວ່າງຍິງ-ຊາຍ, ມີການປົກປ້ອງນັກ ຮຽນຈາກຄວາມຮຸນແຮງ ແລະ ການກະທົບກະເທືອນດ້ານຮ່າງກາຍ-ຈິດໃຈ.
6 ໂຮງຮຽນຕ້ອງໄດ້ມີການປະເມີນຕົນເອງ, ສ້າງແຜນພັດທະນາໂຮງຮຽນ ທີ່ສອດຄ່ອງກັບສະພາບຕົວຈິງ, ແບ່ງຄວາມຮັບຜິດຊອບໃຫ້ສະມາຊິກພາຍໃນໂຮງຮຽນຢ່າງເໝາະສົມ ແລະ ຕິດຕາມການຈັດຕັ້ງປະຕິບັດ ຢ່າງເປັນຮອບວຽນ. 4.6 ດ້ານການມີສ່ວນຮ່ວມຂອງຊຸມຊົນ ວຽກງານການສຶກສາ ແມ່ນໜ້າທີ່ຂອງທົ່ວປວງຊົນ,ເຊິ່ງໃນລະດັບຂອງໂຮງຮຽນ ກໍ່ແມ່ນໜ້າທີ່ຂອງຊຸມ ຊົນ.ໃນລະດັບການສຶກສາຊັ້ນປະຖົມຕົວແທນຂອງຊຸມຊົນແມ່ນຄະນະພັດທະນາການສຶກສາຂັ້ນບ້ານເຊິ່ງປະ ກອບດ້ວຍຕົວແທນຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ອໍານາດການປົກຄອງບ້ານ, ສະມາຄົມພໍ່ແມ່ນັກຮຽນ, ອົງການຈັດຕັ້ງມະຫາຊົນ, ຜູ້ບໍລິຫານໂຮງຮຽນ ແລະ ຄູສອນພາຍໃນໂຮງຮຽນ. ມາດຕະຖານດ້ານນີ້ໄດ້ເນັ້ນການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງຊຸມຊົນໃນການວາງແຜນ,ການ ຄຸ້ມຄອງ, ການກໍ່ສ້າງ, ສ້ອມແປງ, ປົກປັກຮັກສາ ແລະ ພັດທະນາໂຮງຮຽນ ເພື່ອລູກຫຼານຂອງຕົນ. ຊຸມຊົນ ຕ້ອງມີສ່ວນຮ່ວມໃນການເຄື່ອນໄຫວກິດຈະກໍາຕ່າງໆຂອງໂຮງຮຽນ ເພື່ອເປັນແວ່ນແຍງໃຫ້ນັກຮຽນໄດ້ຮຽນ ຮູ້ແລະ ທັງເປັນການຖ່າຍທອດສິລະປະ-ວັດທະນະທໍາ ແລະ ພູມປັນຍາທ້ອງຖິ່ນໃຫ້ກັບນັກຮຽນໄດ້ສືບທອດ ຕໍ່ໄປ. ມາດຕະຖານຄຸນນະພາບການສຶກສາທັງ 6 ດ້ານ ທີ່ກ່າວມາຂ້າງເທິງນັ້ນ ປະກອບມີ42 ຕົວຊີ້ວັດ, ເຊິ່ງເປັນບ່ອນອີງໃຫ້ແກ່ໂຮງຮຽນ ໃນການພັດທະນາຄຸນນະພາບ ແລະ ການປະເມີນຕົນເອງຂອງໂຮງຮຽນ. ໂດຍໄດ້ສັງລວມ ເປັນຕາຕະລາງໃນຂໍ້ຕໍ່ໄປນີ້.
5. ມາດຕະຖານຄຸນນະພາບການສຶກສາ ດ້ານ ຕົວຊີ້ວັດ ຄາດໝາຍ 5.1 ຜູ້ຮຽນ 1. ເດັກທຸກຄົນໄດ້ເຂົ້າຮຽນ ໂດຍບໍ່ ຈຳແນກ ເພດ, ຊົນເຜົ່າ, ສາສະໜາ, ຖານະທາງສັງຄົມ ແລະ ເດັກທີ່ມີຄວາມຕ້ອງການພິເສດ • ໂຮງຮຽນສົມທົບກັບອຳນາດການປົກຄອງບ້ານ ເພື່ອເກັບກຳສະຖິຕິ, ຂ້ໍມູນຂອງເດັກ ໃນເຂດບໍລິການ • ມີບັນຊີລາຍຊື່ເດັກທຸກຄົນໃນເກນອາຍຸເຂົ້າຮຽນ ໃນເຂດບໍລິການໂດຍໃຫ້ມີ ລາຍລະອຽດຂອງເພດ, ຊົນເຜົ່າ, ເດັກທີ່ມີຄວາມຕ້ອງການພິເສດ, ໄດ້ເຂົ້າຮຽນແລ້ວ ໃນເຂດບໍລິການ, ໄດ້ເຂົ້າຮຽນແລ້ວໃນເຂດບໍລິການອື່ນ (ຊື່ໂຮງຮຽນ), ຫຼືຍັງບໍ່ທັນ ໄດ້ເຂົ້າຮຽນ (ເຫດຜົນ) ສຳລັບແຕ່ລະປີ • ມີແຜນທີ່ ຫືຂໍ້ມນທີ່ສະແດງເຖິງທີ່ຕັ້ງຂອງຄອບຄົວເດັກທີ່ບໍ່ທັນໄດ້ເຂົ້າຮຽນ
7 • ມແຜນທ ຫຼຂມູນທສະແດງເຖງທຕງຂອງຄອບຄວເດກທບທນໄດເຂາຮຽນ • ຮ່ວມກັບອຳນາດການປົກຄອງ ແລະ ຊຸມຊົນ ປຸກລະດົມເດັກມາເຂົ້າຮຽນ ແລະ ຕິດຕາມ ການຮຽນຂອງເດັກຢ່າງເປັນລະບົບ ຈົນຈົບຊັ້ນປະຖົມ 2. ນັກຮຽນຂັ້ນ ປ1 ໄດ້ຜ່ານການກຽມຄວາມພ້ອມ ທາງດ້ານການຮຽນຮູ້ • ນັກຮຽນຂັ້ນ ປ1 ໄດ້ຜ່ານການກຽມຄວາມພ້ອມທາງດ້ານການຮຽນຮູ້ໃນອະນຸບານ, ຫ້ອງກຽມປະຖົມ, ກຸ່ມຫຼິ້ນຂອງຊຸມຊົນ ຫຼືໄດ້ຮັບການແນະນຳຂັ້ນພື້ນຖານຈາກຜູ້ປົກຄອງ
8 3. ນັກຮຽນມີຄຸນສົມບັດດີ • ໂຮງຮຽນມີຂໍ້ກຳນົດຂອງຕົນ ເພື່ອສົ່ງເສີມໃຫ້ນັກຮຽນມີຄຸນສົມບັດດີຍົກຕົວຢ່າງ: (1) ເຄົາລົບນັບຖືຜູ້ອາວຸໂສ, ຮັກແພງໝູ່ເພື່ອນ ແລະ ທຸກຄົນໃນຄອບຄົວ (2) ຮູ້ຖາມສະບາຍດີ, ຮູ້ຂອບໃຈ, ຮູ້ຄອບລາ, ຮູ້ສາລະພາບຄວາມຜິດ ແລະ ຮູ້ຮັກສາຄຳໝັ້ນສັນຍາ (3) ມີວິໄນ, ມີຄວາມຮັບຜິດຊອບ ແລະ ປະຕິບັດກົດລະບຽບຂອງໂຮງຮຽນ (4) ມີຄວາມຮູ້ເບື້ອງຕົ້ນກ່ຽວກັບຊາດ, ປະເທດຊາດ, ກາຊາດ, ທຸງຊາດ, ເພງຊາດ, ນະຄອນຫຼວງ ແລະ ສາມາດຮ້ອງເພງຊາດໄດ້(5) ປົກປັກຮັກສາສິ່ງຂອງສ່ວນຕົວ ສ່ວນລວມ ນັບທັງພືດພັນ ແລະ ສັດສາວາສິ່ງ • ໂຮງຮຽນເຜີຍແຜ່ໃຫ້ຄູຜູ້ປົກຄອງ ແລະ ຊຸມຊົນກ່ຽວກັບ ຄຸນສົມບັດຂອງນັກຮຽນ • ມີກິດຈະກຳທີ່ເປັນຮູບປະທຳ ເພື່ອສົ່ງເສີມຄຸນສົມບັດຂອງນັກຮຽນ • ມີການຖອດຖອນບົດຮຽນ ກ່ຽວກັບຄນສົມບັດຂອງນັກຮຽນ ກັບຄສອນ ຜ້ປົກຄອງ
• ມການຖອດຖອນບດຮຽນ ກຽວກບຄຸນສມບດຂອງນກຮຽນ ກບຄູສອນ, ຜູປກຄອງ ແລະ ຊຸມຊົນ ຢ່າງເປັນປົກກະຕິ 4. ນັກຮຽນຮັກການຮຽນຮູ້, ມັກສະແຫວງຫາຄວາມຮູ້ດ້ວຍຕົນເອງ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ • ນັກຮຽນມາໂຮງຮຽນປົກກະຕິ, ທັນເວລາ ແລະ ປະຕິບັດກິດຈະກຳການຮຽນ • ຮັກການອ່ານ ແລະ ມີຄວາມກະຕືລືລົ້ນ ສົນໃຈການຮຽນຮູ້ຈາກແຫຼ່ງຕ່າງໆ • ຮູ້ຕັ້ງຄຳຖາມເພື່ອຊອກຫາ ເຫດ ແລະ ຜົນ • ສາມາດສະຫຼຸບປະເດັນບັນຫາ ຈາກການຮຽນຮູ້ແລະ ປະສົບການໄດ້ຢ່າງຖືກຕ້ອງດ້ວຍ ຕົນເອງ 5. ນັກຮຽນມີຜົນການຮຽນດີຂຶ້ນ • ນັກຮຽນອ່ອນທຸກຂັ້ນ ໄດ້ຮັບການສອນບຳລຸງໝົດທຸກຄົນ ໂດຍບໍ່ໄດ້ຈຳແນກຖານະທາງ ຄອບຄົວ • ອັດຕາຄ້າງຫ້ອງຂອງເດັກຍິງ ແລະ ເດັກຊາຍຫຼຸດລົງ • ຄະແນນປະຈຳປີຂອງທຸກວິຊາຜ່ານເກນ
6. ນັກຮຽນສືບຕໍ່ຮຽນຈົນຈົບ • ນັກຮຽນທີ່ຂາດຮຽນ ໄດ້ຮັບການຕິດຕາມ ແລະ ໃຫ້ຄຳປຶກສາຫາລື • ຄອບຄົວຂອງນັກຮຽນທີ່ຂາດຮຽນຍ້ອນບັນຫາຄອບຄົວ ໄດ້ຮັບການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອ ຈາກຄະນະພັດທະນາການສຶກສາຂັ້ນບ້ານ • ອັດຕາປະລະຂອງນັກຮຽນ ນັບທັງເດັກຍິງ ແລະ ເດັກຊາຍ, ຄອບຄົວທຸກຍາກຫຼຸດລົງ 7. ນັກຮຽນມີການຮັກສາ ອະນາໄມສ່ວນຕົວດີ • ໂຮງຮຽນໄດ້ກຳນົດວິທີການໃຫ້ຄວາມຮູ້ແລະ ທັກສະໃນການຮັກສາອະນາໄມສ່ວນຕົວ ໃຫ້ແກ່ນັກຮຽນ ເຊັ່ນ: ການນຸ່ງຖື, ການອະນາໄມເລັບຕີນເລັບມື, ການອະນາໄມ ຜົ້ງປາກ ແລະ ແຂ້ວ, ການອະນາໄມຜົມ ແລະ ຕົນໂຕ ແລະ ອື່ນໆ • ມີການເຜີຍແຜ່ໃຫ້ຄູສອນ, ຜູ້ປົກຄອງ ແລະ ຊຸມຊົນ ກ່ຽວກັບການຮັກສາອະນາໄມ ສ່ວນຕົວຂອງນັກຮຽນ • ມີກິດຈະກຳທີ່ເປັນຮູບປະທຳ ເພື່ອສົ່ງເສີມການຮັກສາອະນາໄມສ່ວນຕົວຂອງນັກຮຽນ ີົ ່ັັໄ່ົັ
9 • ມີການຖອດຖອນບົດຮຽນ ກຽວກັບການຮັກສາອະນາໄມສວນຕົວຂອງນັກຮຽນ ກັບຄູສອນ ຜູ້ປົກຄອງ ແລະ ຊຸມຊົນ ຢ່າງເປັນປົກກະຕິ 8. ນັກຮຽນໄດ້ຮັບການບໍລິການ ດ້ານສຸຂະພາບ ຂັ້ນພື້ນຖານ ແລະ ຄວາມຮູ້ດ້ານໂພຊະນາການ • ນັກຮຽນທຸກຄົນໄດ້ກິນຢາຂ້າແມ່ທ້ອງ ໂດຍການສົມທົບກັບຜູ້ປົກຄອງ ແລະ ຂະແໜງ ສາທາລະນະສຸກ • ໄດ້ຮັບການແທກສາຍຕາ, ຊັ່ງນໍ້າໜັກ, ແທກລວງສູງ ແລະ ບັນທຶກໄວ້ຢ່າງຕໍ່າ 1 ຄັ້ງຕໍ່ປີ • ໄດ້ຮັບຟັງການເຜີຍແຜ່ຄວາມຮູ້ທາງໂພຊະນາການ • ໄດ້ຮັບການປະຖົມພະຍາບານຂັ້ນຕົ້ນໃນກໍລະນີສຸກເສີນ
10 9. ນັກຮຽນໄດ້ຮັບການສົ່ງເສີມ ໃຫ້ມີທັກສະຊີວິດໃນການປ້ອງກັນ ຕົນເອງຈາກສິ່ງເສບຕິດ, ໂລກເອດ, ພະຍາດລະບາດຕ່າງໆ ແລະ ລະເບີດບໍ່ທັນແຕກ • ໂຮງຮຽນມີແຜນກິດຈະກຳເຜີຍແຜ່ ກ່ຽວກັບສິ່ງເສບຕິດ, ໂລກເອດ, ພະຍາດລະບາດ ຕ່າງໆ, ລະເບີດບໍ່ທັນແຕກ ແລະ ວິທີປ້ອງກັນ • ນັກຮຽນ ໄດ້ເຂົ້າຮ່ວມກິດຈະກຳຢ່າງທົ່ວເຖິງ ແລະ ຕັ້ງໜ້າ (ໂດຍກິດຈະກຳອາດມີ ການນຳໃຊ້ອຸປະກອນປະຈັກຕາຕ່າງໆ, ຫຼືເປັນການສະແດງລະຄອນ/ບົດບາດສົມມຸດ, ຫຼືເຊີນພາກສ່ວນທີ່ກ່ຽວຂ້ອງມາເຜີຍແຜ່ໃຫ້ຄວາມຮູ້ແລະ ຂໍ້ມູນຂ່າວສານ) • ມີການຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ • ບັບປຸງເນື້ອໃນ ແລະ ວິທີຈັດຕັ້ງປະຕິບັດກິດຈະກຳ ເພື່ອໃຫ້ແທດເໝາະກັບສະພາບ ຕົວຈິງ 5.2 ການຮຽນ- ການສອນ 10. ຄູສອນມີວຸດທິການສຶກສາ ທີ່ເໝາະສົມ • ຄູສອນທັງໝົດຈົບຫຼັກສູດສ້າງຄູປະຖົມຊັ້ນກາງຂຶ້ນໄປ • ຄູສອນຂັ້ນ ປ1 ມີປະສົບການສອນຢ່າງໜ້ອຍ 3 ປີຂຶ້ນໄປ ່ ່່້ ່່
11. ຄູສອນມີອັດຕາສ່ວນພຽງພໍ ຕໍ່ນັກຮຽນໃນແຕ່ລະຂັ້ນຮຽນ • ອັດຕາສ່ວນຂອງນັກຮຽນໃນແຕ່ລະຂັ້ນຮຽນ ຕໍ່ຄູສອນບໍ່ເກີນ 40:1 • ອັດຕາສ່ວນຂອງນັກຮຽນໃນຫ້ອງຮຽນຂັ້ນ ປ1 ແລະ ຫ້ອງກຽມ (ທີ່ຮຽກຮ້ອງຄວາມເອົາໃຈໃສ່ ຈາກຄູສອນເປັນພິເສດ) ຕໍ່ຄູສອນບໍ່ເກີນ 30:1 • ອັດຕາສ່ວນຂອງນັກຮຽນໃນຫ້ອງຮຽນຄວບ (ຈຳນວນລວມ) ຕໍ່ຄູສອນບໍ່ເກີນ 25:1 • ບໍ່ມີການຈັດຫ້ອງຄວບຂັ້ນ ປ1 ຫຼືຖ້າຄວບຂັ້ນ ປ1 ໂດຍຈຳນວນນັກຮຽນ ຕໍ່ຄູສອນບໍ່ເກີນ 20:1
12. ຄູສອນໄດ້ຮັບການພັດທະນາ ວິຊາຊີບຄູຢ່າງເປັນລະບົບຕໍ່ເນື່ອງ • ໂຮງຮຽນມີແຜນຍົກລະດັບ, ບຳລຸງ ແລະ ເຝິກອົບຮົມຄູສອນ • ຄູສອນໄດ້ຮັບການນິເທດພາຍໃນ ກ່ຽວກັບການຮຽນ-ການສອນ, ການແຕ່ງບົດສອນ, ການຜະລິດອຸປະກອນການສອນ ແລະ ອື່ນໆຢ່າງເປັນປົກກະຕິ • ຄູສອນ ໄດ້ສະສົມຜົນງານ ແລະ ເຂົ້າຮ່ວມກິດຈະກຳ ເຜີຍແຜ່ຜົນງານ/ປະສົບການ • ມີການປະເມີນຄູສອນເປັນໄລຍະ ຢ່າງປົກກະຕິ(ໄລຍະທ້າຍພາກຮຽນ) 13. ຄູສອນມີຄວາມຮັບຜິດຊອບຕໍ່ໜ້າທີ່ ວຽກງານຂອງຕົນ • ມີແຜນການສອບປະຈຳປີແລະ ປະຈຳເດືອນ • ມີບົດສອນຄົບທຸກບົດຂອງທຸກວິຊາ • ມີບົດຄົ້ນຄວ້າບົດຮຽນ ຫຼືບົດແກ້ບົດເຝິກຫັດ ທີ່ສຳຄັນ • ມາສອນປົກກະຕິແລະ ທັນເວລາ • ຜະລິດ ຫຼືຈັດຫາສື່, ອຸປະກອນປະກອບການຮຽນ-ການສອນຢ່າງຄົບຖ້ວນ ້ ້່້
11 14. ຄູສອນນຳໃຊ້ວິທີການສິດສອນ ທີ່ເນັ້ນໃຫ້ນັກຮຽນເກີດການຮຽນຮູ້ • ຄູສອນຈັດກິດຈະກຳໂດຍມີການນຳໃຊ້ສື່ເຂົ້າໃນການຮຽນ-ການສອນ • ຄູສອນຈັດກິດຈະກຳເພື່ອໃຫ້ນັກຮຽນໄດ້ຄົ້ນຄິດ, ຊອກຫາຂໍ້ມູນ, ຕັດສິນໃຈ ແລະ ແກ້ໄຂບັນຫາດ້ວຍຕົວເອງ 15. ຄູສອນມີການວັດ-ປະເມີນຜົນ ການຮຽນ ແລະ ນຳໃຊ້ຜົນ ໄປປັບປຸງການຮຽນ-ການສອນ • ວັດ-ປະເມີນຜົນລະຫວ່າງການສອນ ຢ່າງເປັນປົກກະຕິ • ວັດ-ປະເມີນຫຼັງການສອນ ຢ່າງເປັນປົກກະຕິ • ນຳໃຊ້ຜົນການປະເມີນເພື່ອຊ່ວຍນັກຮຽນ • ນຳໃຊ້ຜົນຂອງການປະເມີນປັບປຸງການສອນຂອງຕົນເອງ
12 16. ຄູສອນຕິດຕາມຊ່ວຍເຫຼືອນັກຮຽນ ຕາມສະພາບຈຸດພິເສດ ຂອງແຕ່ລະຄົນ • ມີບັນຊີລາຍຊື່ນັກຮຽນທີ່ມີຄວາມຕ້ອງການພິເສດ • ຈັດກິດຈະກຳການຮຽນທີ່ສອດຄ່ອງກັບຄວາມຕ້ອງການ ແລະ ລະດັບຄວາມສາມາດ • ປະເມີນຄວາມກ້າວໜ້າໃນການຮຽນເປັນປົກກະຕິ • ຈັດກິດຈະກຳເສີມເພື່ອຊ່ວຍເຫຼືອນັກຮຽນເຫຼົ່ານັ້ນ 17. ຄູສອນນຳໃຊ້ຫຼັກສູດໃຫ້ແທດເໝາະ ກັບທ້ອງຖິ່ນ • ນຳໃຊ້ເນື້ອໃນຂອງບົດຮຽນໃນປຶ້ມແບບຮຽນໃຫ້ແທດເໝາະກັບທ້ອງຖິ່ນ • ສອດແຊກ ພູມປັນຍາທ້ອງຖິ່ນເຂົ້າໃນການສອນຢ່າງສອດຄ່ອງ • ນຳໃຊ້ສື່ທີ່ມີໃນທ້ອງຖິ່ນເຂົ້າໃນການຮຽນ-ການສອນ 5.3 ສະພາບ ແວດລ້ອມ 18. ໂຮງຮຽນມີທີ່ຕັ້ງທີ່ເໝາະສົມ ແລະ ປອດໄພ • ໂຮງຮຽນຕັ້ງຢູ່ບ່ອນທີ່ນັກຮຽນໄປມາສະດວກ, ແຕ່ບໍ່ຕັ້ງໃນສະຖານທີ່ແອອັດ ເປັນອຸປະສັກ ກີດຂວາງການສັນຈອນຂອງຄົນທົ່ວໄປ • ຫ່າງໄກຈາກບໍລິເວນ ທີ່ເປັນອັນຕະລາຍ ເຊັ່ນ: ນໍ້າຖ້ວມ, ນໍ້າຂັງ, ດິນເຈື່ອນ, ່
ລະເບີດບໍ່ທັນແຕກ • ບໍ່ມີການຕິດຕັ້ງວັດຖຸທີ່ແຜ່ຄື້ນໄຟຟ້າແມ່ເຫຼັກສູງ ເຊັ່ນ: ເສົາສັນຍານໂທລະສັບ, ເສົາໄຟຟ້າແຮງສູງ ແລະ ອື່ນໆ • ປາສະຈາກສິ່ງລົບກວນ (ສຽງ, ກິ່ນ) ເຊັ່ນ: ຮ້ານສະໜຸກເກີ້, ຮ້ານບັນເທີງ, ຮ້ານເກມ, ໂຮງຈັກໂຮງງານ, ປ້າຍໂຄສະນາ ແລະ ອື່ນໆ
19. ໂຮງຮຽນມີເນື້ອທີ່ ແລະ ການນຳໃຊ້ທີ່ເໝາະສົມ • ມີໃບຕາດິນ ຫຼືໃບອະນຸຍາດນຳໃຊ້ທີ່ດິນ (ໃນກໍລະນີເຊົ່າ ຕ້ອງມີສັນຍາເຊົ່າ ແລະ ອາຍຸສັນຍາ ຍັງເຫຼືອຢ່າງໜ້ອຍ 3 ປີຂຶ້ນໄປ) • ຄວາມໜາແໜ້ນຂອງນັກຮຽນ ຕໍ່ເນື້ອທີ່ ຢ່າງຕໍ່າ 5 ຕາແມັດ/ຄົນ ຂຶ້ນໄປ • ເນື້ອທີ່ຂອງເດີ່ນຫຼິ້ນມີຂະໜາດຢ່າງຕໍ່າ 1.5 ເທົ່າຂອງເນື້ອທີ່ສິ່ງປຸກສ້າງທັງໝົດ (ຫຼືຢ່າງຕໍ່າ 60% ຂອງເນື້ອທີ່ທັງໝົດ) • ມີການຈັດສັນບາງສ່ວນຂອງເດີ່ນຫຼິ້ນ ເປັນເດີ່ນກິລາ ຕາມຄວາມເໝາະສົມ 20. ໂຮງຮຽນມີອົງປະກອບຈຳເປັນ ທີ່ເປັນສັນຍາລັກຂອງໂຮງຮຽນ • ມີຫຼັກທຸງ, ທຸງຊາດ ແລະ ປົກປັກຮັກສາເປັນຢ່າງດີ • ມີປ້າຍຊື່ໂຮງຮຽນທີ່ເໝາະສົມ • ມີປ້າຍຫ້ອງຮຽນທີ່ເໝາະສົມ • ມີຮົ້ວອ້ອມ ແລະ ປະຕູທີ່ແໜ້ນໜາ
13 21. ໂຮງຮຽນມີອາຄານໄດ້ມາດຕະຖານ ແລະ ເໝາະສົມກັບນັກຮຽນທຸກຄົນ • ສະພາບຂອງອາຄານ ແລະ ຫ້ອງຮຽນ ຢ່າງຕໍ່າຕ້ອງເປັນ ແບບເຄິ່ງຖາວອນຂຶ້ນໄປ • ຂະໜາດຂອງອາຄານ ແລະ ຫ້ອງຮຽນຢ່າງຕໍ່າມີຂະໜາດ 6 ແມັດ x 7 ແມັດ • ມີແສງສະຫວ່າງພຽງພໍຕໍ່ການອ່ານ ແລະ ການຈັດການຮຽນ-ການສອນ • ມີຄວາມສະດວກສຳລັບເດັກພິການ 22. ໂຮງຮຽນຈັດສະພາບແວດລ້ອມ ເອື້ອອຳນວຍຕໍ່ການຮຽນ-ການສອນ • ມີມູມຮຽນຮູ້ພ້ອມທັງໄດ້ນຳໃຊ້ເປັນປົກກະຕິ • ມີການວາງສະແດງຜົນງານຕ່າງໆ ຂອງນັກຮຽນຢ່າງເໝາະສົມ • ມີສວນຄົວ ຫຼືສວນຊີວະພາບ ພ້ອມທັງໄດ້ບົວລະບັດຮັກສາເປັນປົກກະຕິ • ມີສວນດອກໄມ້ແລະ ຕົ້ນໄມ້ປະດັບພ້ອມທັງໄດ້ບົວລະບັດຮັກສາເປັນຢ່າງດີ • ມີຕົ້ນໄມ້ໃຫ້ຮົ່ມ ພ້ອມທັງໄດ້ບົວລະບັດຮັກສາ ແລະ ມີປ້າຍຊື່ບອກຕົ້ນໄມ້ແຕ່ລະຕົ້ນ • ມີຫໍຂ່າວພ້ອມທັງໄດ້ນຳໃຊ້ເປັນປົກກະຕິ
14 23. ໂຮງຮຽນຈັດສະພາບແວດລ້ອມ ເພື່ອສົ່ງເສີມການອ່ານ • ມີຫ້ອງສະໝຸດ ຫຼືຫ້ອງອ່ານ ຫຼືສະຖານທີ່ອ່ານໜັງສື(ຕູບອ່ານໜັງສື) • ມີປຶ້ມອ່ານ, ປຶ້ມແບບຮຽນ, ປຶ້ມເລື່ອງ, ນິທານ ແລະ ສິ່ງພິມຕ່າງໆ • ມີການຂຶ້ນທະບຽນ ເກັບກຳຈຳນວນ ແລະ ຈັດວາງເປັນລະບຽບ • ໃຫ້ການບໍລິການເປັນປົກກະຕິ • ມີການປົກປັກຮັກສາເປັນຢ່າງດີ • ມີວິທີການໃດໜຶ່ງ ເພື່ອຊຸກຍູ້ໃຫ້ນັກຮຽນມານຳໃຊ້ຢ່າງເປັນຂະບວນການ 24. ໂຮງຮຽນມີສະພາບແວດລ້ອມ ຖືກສຸຂະອະນາໄມ • ບໍລິເວນໂຮງຮຽນ ແລະ ຫ້ອງຮຽນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດ • ມີການຈັດສັນບ່ອນຖິ້ມຂີ້ເຫຍື້ອທັງໃນ ແລະ ນອກຫ້ອງຮຽນ ເຊັ່ນ: ກະຕ່າ, ຖັງຂີ້ເຫຍື້ອ • ນັກຮຽນມີສ່ວນຮ່ວມໃນການຮັກສາຄວາມສະອາດ • ມີການຈັດສັນບ່ອນກຳຈັດຂີ້ເຫຍື້ອ ໂດຍຄຳນຶງເຖິງສິ່ງແວດລ້ອມ ່່້້ ່
• ມີການຈັດສັນບ່ອນຂາຍອາຫານ/ເຄື່ອງຫຼິ້ນໃຫ້ນັກຮຽນ ຢ່າງເໝາະສົມ ແລະ ມີການ ກວດກາເປັນປົກກະຕິ 25. ໂຮງຮຽນມີນໍ້າດື່ມ, ນໍ້າໃຊ້ແລະ ຫ້ອງນໍ້າທີ່ສະອາດ ແລະ ພຽງພໍ • ມີນໍ້າດື່ມສະອາດຕະຫຼອດປີໂດຍການສະໜອງຂອງໂຮງຮຽນ ຫຼືຊຸມຊົນ • ມີຫ້ອງນໍ້າສະອາດ, ພຽງພໍແລະ ແຍກຍິງ-ຊາຍ • ຫ້ອງນໍ້າມີຄວາມສະດວກສຳລັບນັກຮຽນພິການ • ມີສະບູເພື່ອໃຫ້ນັກຮຽນໄດ້ໃຊ້ເພື່ອລ້າງມື • ມີລະບົບລະບາຍນໍ້າເປື້ອນ
5.4 ອຸປະກອນ ການຮຽນ 26. ໂຮງຮຽນມີອຸປະກອນການສຶກສາ ພຽງພໍ • ມີໂຕະ, ຕັ່ງ, ກະດານດຳພຽງພໍແລະ ຖືກຕ້ອງຕາມມາດຕະຖານ ຂອງກະຊວງສຶກສາ ທິການ ແລະ ກິລາ ວາງໄວ້ • ມີຕູ້ຫຼືຖ້ານເກັບມ້ຽນເອກະສານ • ບໍ່ນຳໃຊ້ເພື່ອຈຸດປະສົງອື່ນໆ ທີ່ບໍ່ກ່ຽວຂ້ອງກັບການຮຽນ-ການສອນ • ມີການປົກປັກຮັກສາເປັນຢ່າງດີ 27. ນັກຮຽນທຸກຄົນມີອຸປະກອນການຮຽນ ພຽງພໍ • ນັກຮຽນທັງໝົດມີປຶ້ມແບບຮຽນຜູ້ລະ 1 ຊຸດ • ນັກຮຽນທັງໝົດມີປຶ້ມຂຽນ, ສໍດຳ, ໄມ້ບັນທັດ, ຢາງລຶບ ແລະ ອື່ນໆ • ນັກຮຽນຢູ່ຂັ້ນ ປ1 ແລະ ປ2 ມີກະດານດຳນ້ອຍ (ອຸປະກອນອື່ນທີ່ມີຄຸນລັກສະນະ ການນຳໃຊ້ຄືກັນ) 28. ຄູສອນມີອຸປະກອນການສອນພຽງພໍ • ຄູມີປຶ້ມຫຼັກສູດ ແລະ ລາຍລະອຽດຂອງສະມັດຖະພາບຜູ້ຮຽນ ້ ້່້່
15 • ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູຄົບທຸກວິຊາຕາມຂັ້ນຮຽນທີ່ຕົນເອງສອນ • ປຶ້ມແຕ່ງບົດສອນ • ປຶ້ມຮຽກຊື່ໃຫ້ຄະແນນນັກຮຽນ ແລະ ປຶ້ມຕິດຕາມການຮຽນຂອງນັກຮຽນ • ປຶ້ມບັນທຶກສ່ວນຕົວຄູກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ 29. ໂຮງຮຽນມີອຸປະກອນກິລາ ແລະ ນຳໃຊ້ຢ່າງເໝາະສົມ • ມີອຸປະກອນກິລາພື້ນຖານ ແລະ ເໝາະສົມກັບສະພາບຂອງໂຮງຮຽນ • ມີບັນຊີຂອງອຸປະກອນກິລາ ພ້ອມດ້ວຍລາຍລະອຽດ ເຊັ່ນ: ຈຳນວນແຫຼ່ງທີ່ມາ, ວັນທີເລີ່ມນຳໃຊ້ແລະ ອື່ນໆ • ມີວິທີການເກັບຮັກສາ ອຸປະກອນດັ່ງກ່າວ ຢ່າງເໝາະສົມ • ຈັດຕາຕະລາງ ເພື່ອການນຳໃຊ້ທີ່ເປັນປົກກະຕິແລະ ທົ່ວເຖິງ • ນັກຮຽນ ແລະ ຄູສອນມີສ່ວນຮ່ວມໃນການຮັບຜິດຊອບ ອຸປະກອນດັ່ງກ່າວ
16 30. ໂຮງຮຽນມີອຸປະກອນສິລະປະ ແລະ ນຳໃຊ້ຢ່າງເໝາະສົມ • ມີອຸປະກອນສິລະປະພື້ນຖານ ແລະ ເໝາະສົມກັບສະພາບຂອງໂຮງຮຽນ • ມີບັນຊີອຸປະກອນສິລະປະ ພ້ອມລາຍລະອຽດ ເຊັ່ນ: ຈຳນວນແຫຼ່ງທີ່ມາ, ວັນທີ ເລີ່ມນຳໃຊ້ແລະ ອື່ນໆ • ມີວິທີການເກັບຮັກສາ ອຸປະກອນດັ່ງກ່າວ ຢ່າງເໝາະສົມ • ຈັດຕາຕະລາງ ເພື່ອການນຳໃຊ້ທີ່ເປັນປົກກະຕິແລະ ທົ່ວເຖິງ • ນັກຮຽນ ແລະ ຄູສອນມີສ່ວນຮ່ວມໃນການຮັບຜິດຊອບ ອຸປະກອນດັ່ງກ່າວ 5. ຄຸ້ມຄອງ- ບໍລິຫານ 31. ຜູ້ອຳນວຍການມີແນວຄິດຫຼັກໝັ້ນ ການເມືອງ ແລະ ການນຳພາດີ • ມີຄວາມເຂົ້າໃຈກ່ຽວກັບນະໂຍບາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງວຽກງານປະຖົມ ສຶກສາ • ມີການເຜີຍແຜ່ນະໂຍບາຍ ແລະ ນິຕິກຳຕ່າງໆ ໃຫ້ແກ່ຄູແລະ ຊຸມຊົນ ຢ່າງເປັນ ປົກກະຕິ ່້່້
• ມີການແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ • ມີມະນຸດສຳພັນດີແລະ ເປັນແບບຢ່າງທີ່ດີໃຫ້ແກ່ຄູແລະ ຊຸມຊົນ 32. ຜູ້ອຳນວຍການມີຄວາມຮູ້ແລະ ປະສົບການທີ່ເໝາະສົມ • ຜູ້ອຳນວຍການຈົບລະບົບການສ້າງຄູຊັ້ນກາງຂຶ້ນໄປ ຫຼືຈົບສາຂາອື່ນ ໃນລະດັບ ປະລິນຍາຕີຂຶ້ນໄປ • ມີປະສົບການດ້ານການສອນຢ່າງໜ້ອຍ 3 ປີຫຼືມີປະສົບການເປັນຜູ້ບໍລິຫານ ໃນຕຳແໜ່ງໃດໜຶ່ງຢ່າງໜ້ອຍ 3 ປີຂຶ້ນໄປ • ໄດ້ຮັບການເຝິກອົບຮົມກ່ຽວກັບວຽກງານບໍລິຫານ-ຄຸ້ມຄອງໂຮງຮຽນ • ໄດ້ຮັບການເຝິກອົບຮົມກ່ຽວກັບວຽກງານປະກັນຄຸນນະພາບການສຶກສາ
33. ໂຮງຮຽນມີລະບົບຄຸ້ມຄ້ອງສະຖິຕິ ແລະ ຂໍ້ມູນຂ່າວສານ • ມີສະຖິຕິແລະ ຂໍ້ມູນຂ່າວສານພາຍໃນໂຮງຮຽນ • ມີການຮັກສາເປັນລະບົບເພື່ອນຳມາໃຊ້ໄດ້ງ່າຍ (ທັງຂໍ້ມູນໃນປັດຈຸບັນ ແລະ ຂໍ້ມູນ ໃນໄລຍະຜ່ານມາ) • ມີການນຳໃຊ້ຕົວເລກສະຖິຕິຕ່າງໆ ເຂົ້າໃນການບໍລິຫານ ຢ່າງເປັນປົກກະຕິ(ຕົວຢ່າງ ເຜີຍແຜ່ ອັດຕາເຂົ້າຮຽນ, ອັດຕາປະລະ ແລະ ຕົວເລກອື່ນໆ ກັບຄູສອນ ແລະ ຊຸມຊົນ ເພື່ອຮ່ວມມືກັນປັບປຸງ ແລະ ແກ້ໄຂບັນຫາ) • ມີການບັນທຶກສະພາບການປ່ຽນແປງເປັນໄລຍະ ເພື່ອໃຫ້ຖືກຕ້ອງກັບຕົວຈິງຢູ່ສະເໝີ • ມີການສັງລວມ ຫຼືບັນທຶກເປັນປຶ້ມປະຫວັດໂຮງຮຽນ 34. ໂຮງຮຽນຄຸ້ມຄອງຊັບສິນ ຢ່າງເປັນລະບົບ • ມີຄະນະຮັບຜິດຊອບວຽກງານການເງິນ ແລະ ຊັບສິນ • ມີບັນຊີລາຍຮັບ-ລາຍຈ່າຍ ທີ່ໂປ່ງໃສຕາມລະບຽບຫຼັກການ • ມີບັນຊີຊັບສິນແຍກຕາມແຕ່ລະປະເພດ
17 • ມບນຊຊບສນແຍກຕາມແຕລະປະເພດ • ມີການລາຍງານລາຍຮັບ-ລາຍຈ່າຍ ແລະ ສະພາບການນຳໃຊ້ຊັບສິນ ໃຫ້ພາກສ່ວນກ່ຽວຂ້ອງ ຮັບຊາບເປັນໄລຍະ 35. ໂຮງຮຽນຕິດຕາມການປະຕິບັດ ຫຼັກສູດ ເປັນປົກກະຕິ • ມີການຕິດຕາມ-ກວດກາແຜນການສອນ • ມີການຕິດຕາມ-ກວດກາບົດສອນ • ຕິດຕາມການມາສອນຂອງຄູຢ່າງເປັນປົກກະຕິແລະ ຕໍ່ເນື່ອງ • ມີການສອນແທນ ຫຼືສອນຄືນໃນເມື່ອຄູຂາດສອນ 36. ໂຮງຮຽນສົ່ງເສີມການຈັດກິດຈະກຳ ນອກຫຼັກສູດເປັນປົກກະຕິ • ມີແຜນການຈັດກິດຈະກຳກິລາ ແລະ ຈັດຕັ້ງປະຕິບັດເປັນປົກກະຕິ • ມີແຜນການຈັດກິດຈະກຳສິລະປະ-ວັນນະຄະດີແລະ ຈັດຕັ້ງປະຕິບັດເປັນປົກກະຕິ • ມີແຜນການຈັດກິດຈະກຳວັດທະນະທຳ-ສັງຄົມ ແລະ ຈັດຕັ້ງປະຕິບັດເປັນປົກກະຕິ • ມີແຜນການຈັດກິດຈະກຳອອກແຮງງານ ແລະ ຈັດຕັ້ງປະຕິບັດເປັນປົກກະຕິ
18 37. ໂຮງຮຽນສົ່ງເສີມສິດສະເໝີພາບ ລະຫວ່າງຍິງ-ຊາຍ ໃນການຈັດຕັ້ງ ແລະ ເຄື່ອນໄຫວກິດຈະກຳຕ່າງໆ • ລະບົບການຈັດຕັ້ງຂອງໂຮງຮຽນ ມີສັດສ່ວນຍິງ-ຊາຍຢ່າງເໝາະສົມ • ລະບົບການຈັດຕັ້ງຫ້ອງຮຽນມີສັດສ່ວນຍິງ-ຊາຍຢ່າງເໝາະສົມ • ນັກຮຽນຍິງ-ຊາຍໄດ້ເຄື່ອນໄຫວກິດຈະກຳທຸກຢ່າງຂອງໂຮງຮຽນຢ່າງເທົ່າທຽມກັນ • ຍິງ-ຊາຍສະແດງຄວາມຄິດເຫັນເທົ່າທຽມກັນ 38. ໂຮງຮຽນມີສະພາບແວດລ້ອມທີ່ ເປັນມິດ ແລະ ປົກປ້ອງນັກຮຽນ ຈາກຄວາມຮຸນແຮງ ແລະ ກະທົບ ກະເທືອນດ້ານຮ່າງກາຍ-ຈິດໃຈ • ມີຄະນະຮັບຜິດຊອບວຽກງານປົກປ້ອງນັກຮຽນ ຫຼືຄະນະປ້ອງກັນຄວາມສະຫງົບ • ມີການເຜີຍແຜ່ລະບຽບກ່ຽວກັບການປ້ອງກັນການໃຊ້ຄວາມຮຸນແຮງ ແລະ ສິ່ງຄຸກຄານ ຕ່າງໆ ເຊັ່ນ: ບໍ່ມີການລົງໂທດ, ປ້ອຍດ່າ ຫຼືຂ້ຽນຕີນັກຮຽນ • ມີກ່ອງຮັບຄຳຄິດເຫັນ • ມີການຕິດຕາມ, ໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອນັກຮຽນທີ່ມີບັນຫາ 39ໂຮງຮຽນມີການພັດທະນາຕົນເອງ ໂຮງຮຽນມີການປະເມີນຕົນເອງທກໆ ປີ
39. ໂຮງຮຽນມການພດທະນາຕນເອງ ທີ່ສອດຄ່ອງກັບສະພາບຕົວຈິງ ຢ່າງເປັນລະບົບ • ໂຮງຮຽນມການປະເມນຕນເອງທຸກໆ ປ • ມີແຜນພັດທະນາໂຮງຮຽນປະຈຳປີແລະ ແຜນພັດທະນາໄລຍະຍາວ ໂດຍອີງໃສ່ຜົນ ການປະເມີນຕົນເອງ • ມີການຈັດຕັ້ງປະຕິບັດຕາມແຜນພ້ອມທັງຕິດຕາມ • ມີການທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນຢ່າງເປັນປົກກະຕິ
5.6 ການມີ ສ່ວນຮ່ວມ ຂອງຊຸມຊົນ 40. ໂຮງຮຽນສົ່ງເສີມການຮ່ວມມື ກັບຊຸມຊົນ • ຜູ້ອຳນວຍການ ແລະ ຄູສອນສ້າງຄວາມສຳພັນທີ່ດີກັບຊຸມຊົນໃນການພັດທະນາ ການສຶກສາ • ຜູ້ອຳນວຍການ ແລະ ຄູສອນ ຮ່ວມເຄື່ອນໄຫວກິດຈະກຳຕ່າງໆ ຂອງຊຸມຊົນ ຢ່າງເປັນປົກກະຕິ • ຜູ້ອຳນວຍການ ລາຍງານຜົນປະເມີນຂອງຕົນເອງຕໍ່ຊຸມຊົນ • ຜູ້ອຳນວຍການ ແລະ ຄູສອນສາມາດອະທິບາຍໄດ້ເຖິງຄວາມຈຳເປັນ ແລະ ຄວາມ ຕ້ອງການໃນການຮ່ວມມືກັບຊຸມຊົນ • ມີການປືກສາຫາລືເປັນປົກກະຕິເພື່ອຮ່ວມກັນພັດທະນາ ການສຶກສາ 41. ຊຸມຊົນມີສ່ວນຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ໂ • ມີສ່ວນຮ່ວມໃນການປະເມີນຕົນເອງຂອງໂຮງຮຽນ, ການວາງແຜນ, ການຈັດຕັ້ງປະຕິບັດແຜນ ແລະ ສະຫຼຸບຖອດຖອນບົດຮຽນ ້ົ້່ົ່ິ ິົ້
19 ໂຮງຮຽນ • ຊຸກຍູເດັກມາເຂົາຮຽນຢາງທົວເຖິງ ແລະ ຕິດຕາມການມາຮຽນ/ຜົນສຳເລັດທາງດານ ການຮຽນຂອງນັກຮຽນຢ່າງເປັນປົກກະຕິ • ຕິດຕາມການປະຕິບັດໜ້າທີ່ຂອງຄະນະອຳນວຍການ/ຄູສອນ ແລະ ໃຫ້ການຊ່ວຍເຫຼືອ ທາງດ້ານຊີວິດການເປັນຢູ່ຂອງຄູຕາມເໝາະສົມ • ປະກອບສ່ວນເຂົ້າໃນການກ່ໍສ້າງໂຮງຮຽນ, ສ້ອມແປງ ແລະ ປົກປັກຮັກສາໂຮງຮຽນ 42. ຊຸມຊົນມີສ່ວນຮ່ວມໃນການຈັດ ກິດຈະກຳເຄື່ອນໄຫວຕ່າງໆ ຂອງໂຮງຮຽນ • ມີສ່ວນຮ່ວມໃນການສອນຄວາມຮູ້ທີ່ເປັນພູມປັນຍາທ້ອງຖິ່ນໃຫ້ແກ່ນັກຮຽນ • ມີສ່ວນຮ່ວມໃນການຈັດຫາອຸປະກອນການຮຽນ-ການສອນ ໃຫ້ແກ່ນັກຮຽນ • ມີສ່ວນຮ່ວມໃນການຈັດກິດຈະກຳເຄື່ອນໄຫວນອກຫຼັກສູດ: ກິລາ, ສິລະປະ ແລະ ອື່ນໆ • ມີສ່ວນຮ່ວມໃນການສະເຫຼີມສະຫຼອງວັນບຸນ ແລະ ວັນສຳຄັນຕ່າງໆ ຂອງຊາດ
20 6. ການນຳໃຊ້ ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດມາດຕະຖານຄຸນນະພາບການສຶກສາສຳລັບຊັ້ນປະຖົມ ສຶກສາ ໂດຍມີຈຸດປະສົງໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ທັງໃນຂັ້ນສູນກາງຮອດທ້ອງຖິ່ນໄດ້ນຳໃຊ້ເຂົ້າໃນ ການປັບປຸງ ແລະ ພັດທະນາຄຸນນະພາບການສຶກສາກໍຄືຜົນສຳເລັດການຮຽນຂອງນັກຮຽນ. ດັ່ງມີລາຍລະອຽດລຸ່ມນີ້: 6.1. ສຳລັບໂຮງຮຽນ • ເປັນແນວທາງໃນການກຳນົດວິໄສທັດ, ກິດຈະກໍາ, ເປົ້າໝາຍ ແລະ ຄວາມສຳເລັດຂອງການ ພັດທະນາໄດ້ຢ່າງຊັດເຈນ ແລະ ເປັນຮູບປະທຳ. • ເປັນບ່ອນອີງໃຫ້ແກ່ການປະເມີນຕົນເອງຂອງໂຮງຮຽນຕາມມາດຕະຖານຄຸນະພາບການສຶກສາ. • ເປັນບ່ອນອີງໃຫ້ແກ່ການສຶກສາສະພາບບັນຫາ ແລະ ຄວາມຕ້ອງການທີ່ຈຳເປັນຂອງໂຮງຮຽນ ຢ່າງເປັນລະບົບ. • ເປັນບ່ອນອີງໃຫ້ແກ່ການສ້າງແຜນພັດທະນາໂຮງຮຽນປະຈຳປີ. • ເປັນບ່ອນອີງໃຫ້ແກ່ການຂຽນບົດລາຍງານປະຈຳປີໃຫ້ໜ່ວຍງານຕົ້ນສັງກັດ. • ເປັນແນວທາງໃນການປັບປຸງ, ປ່ຽນແປງ ແລະ ພັດທະນາໂຮງຮຽນຢ່າງເປັນລະບົບ ແລະ ຕໍ່ເນື່ອງ ເພື່ອໃຫ້ຄຸນນະພາບການສຶກສາດີຂຶ້ນເປັນລຳດັບ. • ເປັນບ່ອນອີງໃນການຕິດຕາມຄວາມຄືບໜ້າ ແລະ ປະເມີນຄຸນນະພາບການສຶກສາໃນໂຮງຮຽນ ຂອງຕົນ. • ເປັນບ່ອນອີງໃນການຈັດກຽມເອກະສານຫຼັກຖານ ແລະ ຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບການ ພັດທະນາຄຸນນະພາບຕາມມາດຕະຖານຄຸນນະພາບການສຶກສາ. • ເປັນບ່ອນອີງໃຫ້ໂຮງຮຽນຮ່ວມກັບ ຄພສບ ລະດົມແຫຼ່ງທຶນເພື່ອພັດທະນາໂຮງຮຽນ. 6.2. ສຳລັບຜູ້ບໍລິຫານຂັ້ນເມືອງ • ເປັນບ່ອນອີງໃຫ້ແກ່ການສົ່ງເສີມ, ສະໜັບສະໜູນ ແລະ ຮ່ວມພັດທະນາລະບົບການປະກັນ ຄຸນນະພາບພາຍໃນຂອງສະຖານສຶກສາ. • ເປັນບ່ອນອີງໃຫ້ແກ່ການຕິດຕາມ, ກວດສອບຄຸນນະພາບການສຶກສາພາຍໃນເມືອງ. • ເປັນບ່ອນອີງໃຫ້ແກ່ການຕິດຕາມ, ກວດສອບຄຸນນະພາບ, ການປະເມີນຕົນເອງ ຂອງໂຮງຮຽນ ແລະ ການຂຽນແຜນພັດທະນາໂຮງຮຽນປະຖົມພາຍໃນເມືອງ. • ເປັນບ່ອນອີງໃຫ້ແກ່ການຂຶ້ນແຜນງົບປະມານພັດທະນາການສຶກສາພາຍໃນເມືອງ. 6.3. ສຳລັບຜູ້ບໍລິຫານຂັ້ນແຂວງ/ນະຄອນຫຼວງ • ເປັນຂໍ້ມູນໃຫ້ແກ່ການວາງແຜນປັບປຸງຄຸນນະພາບການສຶກສາໃນທົ່ວແຂວງ.
21 • ເປັນບ່ອນອີງໃຫ້ແກ່ການຂຶ້ນແຜນງົບປະມານພັດທະນາການສຶກສາຕາມແຜນພັດທະນາ ຂອງໂຮງຮຽນ. • ເປັນຂໍ້ມູນໃຫ້ແກ່ຜູ້ບໍລິຫານ ແລະ ອໍານາດການປົກຄອງແຂວງໃນການຈັດສັນງົບປະມານ ຫຼື ຊັບພະຍາກອນຕ່າງໆ ໃຫ້ແກ່ໂຮງຮຽນຢ່າງເໝາະສົມ ແລະ ຖືກຕ້ອງກັບຕົວຈິງ. • ເປັນບ່ອນອີງໃຫ້ແກ່ການຂໍງົບປະມານ ໃນການຈັດກອງປະຊຸມ ເຝິກອົບຮົມກ່ຽວກັບວຽກງານ ການປະກັນ ຄຸນນະພາບໃຫ້ໂຮງຮຽນປະຖົມໃນທົ່ວແຂວງ. • ເປັນບ່ອນອີງໃຫ້ແກ່ການຕິດຕາມ, ກວດສອບຄຸນນະພາບການສຶກສາ ການປະເມີນຕົນເອງ ແລະ ການຂຽນແຜນພັດທະນາໂຮງຮຽນປະຖົມໃນທົ່ວແຂວງ. • ເປັນບ່ອນອີງໃຫ້ແກ່ການສະຫຼຸບ ຖອດຖອນບົດຮຽນ ກ່ຽວກັບການປະກັນຄຸນະພາບ ການສຶກສາ ຂັ້ນແຂວງ. 6.4. ສຳລັບຜູ້ບໍລິຫານຂັ້ນກະຊວງ • ເປັນແນວທາງໃນການຊຸກຍູ້, ຕິດຕາມ, ກວດສອບການຈັດຕັ້ງປະບັດ ມາດຕະຖານຄຸນນະພາບ ການສຶກສາ ສໍາລັບຊັ້ນປະຖົມ ແລະ ມັດທະຍົມສຶກສາ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ. • ເປັນບ່ອນອີງໃຫ້ແກ່ການຮັບຮອງຄຸນນະພາບ ໃຫ້ໂຮງຮຽນ ທີ່ບັນລຸມາດຕະຖານຄຸນນະພາບການ ສຶກສາສຳລັບ ຊັ້ນປະຖົມສຶກສາ. • ເພື່ອເປັນທິດທາງ ແລະ ບ່ອນອີງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ, ກະຊວງ ສຶກສາທິການ ແລະ ກິລາ ຈະໄດ້ພັດທະນາເຄື່ອງມື ແລະ ຄູ່ມືແນະນຳລະອຽດເພີ່ມເຕີມ. --------------o—o--------------