The words you are searching are inside this book. To get more targeted content, please make full-text search by clicking here.

1 ບົດສະຫຼຸບກາງສະໄໝ @07-07-2023

Discover the best professional documents and content resources in AnyFlip Document Base.
Search
Published by Soukphachan Vannasy, 2023-09-08 11:00:40

1 ບົດສະຫຼຸບກາງສະໄໝ @07-07-2023

1 ບົດສະຫຼຸບກາງສະໄໝ @07-07-2023

1 ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ພັກປະຊາຊົນປະຕິວັດລາວ ຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ເລກທີ............/ຄພ.ກປ ນະຄອນຫຼວງວຽງຈັນ, ວັນທີ…….......... (ຮ່າງ) ບົດສະຫຼຸບຕີລາຄາການຊີ້ນํາ-ນํາພາ ຮອບດ້ານ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI (ກາງສະໄໝ) ຂອງຄະນະບໍລິຫານງານພັກກະຊວງກະສິກໍາ ແລະ ປ່າໄມ້ ຕິດພັນກັບການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ພາກທີ I ຕີລາຄາການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກກະຊວງ I. ສະພາບລວມ ພາຍຫຼັງສໍາເລັດການດໍາເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ຄັ້ງ ວັນທີ ໃນວັນທີ17 ພະຈິກ 2020, ຄະນະພັກກະຊວງໄດ້ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກ ກະຊວງ ແລະ ໄດ້ສ້າງແຜນດໍາເນີນງານການເມືອງ ແຕ່ 2021-2025, ໄດ້ນໍາພາປັບປຸງກົງຈັກການຈັດຕັ້ງ, ພາລະ ບົດບາດ, ນໍາພາການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ, ແຜນດໍາເນີນງານວາລະແຫ່ງຊາດ, ປັບປຸງບັນດາ ນິຕິກໍາຕ່າງໆທີ່ກ່ຽວຂ້ອງ, ສຶກສາອົບຮົມການເມືອງ-ແນວຄິດ, ນໍາພາຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິ ວັດລາວ ສະໄໝທີ XI, ປັບປຸງ, ກໍ່ສ້າງ ແລະ ຂະຫຍາຍພັກ; ນໍາພາລັດໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກ ງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນຂອບເຂດທົ່ວປະເທດ ແລະ ຊີ້ນໍາອົງການຈັດຕັ້ງມະຫາຊົນ ໃຫ້ ປະກອບສ່ວນໃນການປະຕິບັດໜ້າທີ່ການເມືອງຂອງຂະແໜງການຢ່າງຕັ້ງໜ້າ. ການຈັດຕັ້ງປະຕິບັດມະຕິຂອງກອງ ປະຊຸມໃຫຍ່ຄັ້ງທີ VI (ກາງສະໄໝ) ແມ່ນຢູ່ໃນສະພາບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ: ເກີດມີການລະບາດ ຂອງພະຍາດໂຄວິດ-19, ສະພາບເສດຖະກິດມີຄວາມຫຍຸ້ງຍາກ, ລາຄານໍ້າມັນແພງ, ເງິນເຟີ້, ຄ່າຄອງຊີບສູງ ແລະ ລາຄາປັດໄຈການຜະລິດສູງຂຶ້ນ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ການຜະລິດກະສິກໍາ ຂອງຊາວກະສິກອນ. ເຖິງຢ່າງໃດກໍ່ຕາມຕໍ່ກັບສະພາບດັ່ງກ່າວ, ຄະນະພັກພວກເຮົາ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະ ແຜນພັດທະນາກະສິກํາ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ IX (2021-2025) ຊຶ່ງໄດ້ກํານົດເປັນ 6 ແຜນດํາເນີນງານ ແລະ 16 ໂຄງການ ສາມາດຕີລາຄາຜົນສํາເລັດຕົວຈິງ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ດັ່ງນີ້: II. ຕີລາຄາຜົນໄດ້ຮັບຕົວຈິງໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VI (ກາງສະໄໝ) ຜ່ານການນໍາພາ-ຊີ້ນໍາ, ເຕົ້າໂຮມ ກໍາລັງແຮງສັງລວມ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນລວມ ມີ ໝາກຜົນສໍາເລັດຄື: ການຂະຫຍາຍຕົວຂອງຂະແໜງກະສິກໍາ ແລະ ປ່າໄມ້ ສະເລ່ຍບັນລຸໄດ້ 2,7% ຕໍ່ປີລື່ນ ແຜນການທີ່ສະພາແຫ່ງຊາດຮັບຮອງ 0,2%, ການຜະລິດກະສິກໍາເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຜະລິດກະສິກໍາເພື່ອເປັນສິນຄ້າສົ່ງອອກ ໄດ້ບັນລຸຄາດໝາຍສູ້ຊົນທີ່ກໍານົດໄວ້. ສ່ວນວຽກງານຄຸ້ມຄອງ ແລະ ພັດທະນາປ່າໄມ້ ແລະ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຍັງມີຈັງຫວະຊັກຊ້າ ລາຍ ລະອຽດຜົນສໍາເລັດແຕ່ລະດ້ານມີດັ່ງນີ້: ປັບປຸງວັນທີ 7/7/2023


2 1. ການສຶກສາອົບຮົມການເມືອງ-ແນວຄິດ ໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນກົກ, ໂດຍໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ຮໍ່າຮຽນ ບັນດາ ມະຕິ, ຄໍາສັ່ງ ຕ່າງໆ ຂອງຂັ້ນເທິງ, ຈັດຕັ້ງປາຖະກະຖາມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ ໃຫ້ບັນດາ ຄະນະພັກ ແຕ່ລະຂັ້ນ, 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ພະນັກງານນໍາພາ-ຄຸ້ມຄອງ ໄດ້ຈໍານວນ 11 ຄັ້ງ, ມີຜູ້ເຂົ້າຮ່ວມ ທັງໝົດ 2.483 ເທື່ອຄົນ (ຍິງ 510) ປະກອບມີເອກະສານສໍາຄັນເຊັ່ນ: ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ; ມະຕິ ກອງປະຊຸມໃຫຍ່ອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ VI; ເອກະສານຜັນ ຂະຫຍາຍເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI; ມະຕິກອງປະຊຸມຄົບຄະນະບໍລິຫານງານສູນ ກາງພັກ 1-5 ສະໄໝທີ XI ແລະ ອື່ນໆ. ພ້ອມນີ້ ຄະນະພັກແຕ່ລະຂັ້ນ ກໍ່ໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງຕົນຢ່າງທົ່ວເຖິງ ມີຜູ້ເຂົ້າຮ່ວມ 2.532 ເທື່ອຄົນ (ຍິງ 527). ຜ່ານການສຶກສາອົບຮົມນໍາພາທາງດ້ານການເມືອງ-ແນວຄິດ ເຫັນວ່າ: ສະມາຊິກພັກ, ພະນັກງານນໍາພາ, ພະນັກງານ-ລັດຖະກອນຂັ້ນຕ່າງໆ ມີທັດສະນະການເມືອງທີ່ຖືກຕ້ອງ, ມີຄວາມເຊື່ອໝັ້ນໃນອຸດົມການ, ມີຄວາມ ຮັກຊາດຕິດພັນກັບການຮັກລະບອບໃໝ່, ເຫັນແຈ້ງຄວາມຮັບຜິດຊອບໜ້າທີ່ການເມືອງ, ມີຄວາມເປັນເອກະພາບ ສູງ ຕໍ່ແນວທາງນະໂຍບາຍຂອງພັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ຕ້ານແນວຄິດຫຼາຍພັກຫຼາຍເຄົ້າ, ຈໍາແນກມິດ-ສັດຕູ ໄດ້ຢ່າງຈະແຈ້ງ; ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ. 2. ການພັດທະນາວຽການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກຕາມທິດຫັນເປັນອຸດ ສະຫະກໍາ, ທັນສະໄໝ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ ຄະນະພັກກະຊວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ເພື່ອປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ກໍານົດໄວ້ໃນ ມະຕິ ແລະ ແຜນພັດທະນາຂະແໜງການ ເຊິ່ງມີຜົນສໍາເລັດດັ່ງນີ້: 1) ການຜະລິດກະສິກໍາ ເພື່ອຄໍ້າປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ການຜະລິດສະບຽງອາຫານສາມາດບັນລຸຕາມແຜນການ, ສາມາດຄໍ້າປະກັນດ້ານສະບຽງອາຫານພຽງພໍຕອບ ສະໜອງໃຫ້ແກ່ການບໍລິໂພກພາຍໃນ ແລະ ມີສ່ວນແຮໄວ້, ດ້ານໂພຊະນາການໄດ້ປັບປຸງດີຂຶ້ນ, ຜະລິດເຂົ້າເປືອກ ໄດ້ສະເລ່ຍ 3,72 ລ້ານໂຕນ/ປີລື່ນແຜນການ 2,77% (ແຜນການ 3,5-4 ລ້ານໂຕນ/ປີ); ຜົນຜະລິດພືດສະບຽງ ອາຫານອື່ນໆໄດ້ ສະເລ່ຍ 2,31 ລ້ານໂຕນ/ປີ ລື່ນແຜນການ 8% (ແຜນການ 2,1 ລ້ານໂຕນ/ປີ); ອັດຕາການ ບໍລິໂພກທາດຊີ້ນໄດ້ ສະເລ່ຍ 68,2 ກິໂລ/ຄົນ/ປີປະຕິບັດໄດ້93% ຂອງແຜນການ (ແຜນການ 73 ກິໂລ/ຄົນ/ ປີ). 2) ການຜະລິດກະສິກໍາ ເພື່ອເປັນສິນຄ້າສົ່ງອອກ ໄດ້ຊຸກຍູ້ສົ່ງເສີມທຸກພາກສ່ວນເສດຖະກິດ ເຂົ້າຮ່ວມການຜະລິດກະສິກໍາເປັນສິນຄ້າ ຕາມມາດຕະຖານກະສິ ກໍາສະອາດ ທີ່ເປັນທ່າແຮງ, ພົ້ນເດັ່ນແມ່ນການສົ່ງອອກ ພືດ, ຜະລິດຕະພັນພືດ; ດ້ານການລ້ຽງສັດ ແລະ ສັດນໍ້າ ມີ ການຂະຫຍາຍຕົວດີພໍສົມຄວນ; ໄມ້ ແລະ ຜະລິດຕະພັນໄມ້ ກໍ່ຂະຫຍາຍຕົວເພີ່ມຂຶ້ນ, ຊຶ່ງສາມາດສົ່ງອອກຜົນຜະລິດ ກະສິກໍາ ແລະ ປ່າໄມ້ ໄດ້ທັງໝົດ 4.296,42 ລ້ານໂດລາສະຫະລັດ ຖ້າທຽບໃສ່ແຜນການ 5 ປີ ເທົ່າກັບ 71,60% ແຜນການ (6 ຕື້ໂດລາສະຫະລັດ). 3) ການຄຸ້ມຄອງ ແລະ ພັດທະນາປ່າໄມ້ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປົກປັກຮັກສາປ່າໄມ້ ໄປຕາມທິດສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ໂດຍຖືເອົາການສໍາຫຼວດ, ກໍານົດເນື້ອທີ່ດິນປ່າໄມ້, ທົບທວນຄືນເນື້ອທີ່ປ່າປ້ອງກັນ ແຫ່ງຊາດ, ປ່າສະຫງວນ-ອຸທິຍານແຫ່ງຊາດ, ປ່າຜະລິດ ໂດຍການສ້າງ ແລະ ປັບປຸງບັນດານິຕິກໍາ, ການສ້າງແຜນ ຄຸ້ມຄອງ, ການລົງທຶນ, ການປະຕິບັດສົນທິສັນຍາ ແລະ ອະນຸສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອຄຸ້ມຄອງ ແລະ ພັດທະນາ 3 ປະເພດປ່າດັ່ງກ່າວ ແລະ ການຄຸ້ມຄອງຊີວະນາໆພັນທີ່ໃກ້ຈະສູນພັນ ໃຫ້ເປັນຮູບປະທໍາ. ຈາກ ການຊີ້ນໍາ-ນໍາພາວຽກງານດັ່ງກ່າວ ສາມາດຍົກລະດັບປ່າສະຫງວນແຫ່ງຊາດ ເປັນ ອຸທິຍານແຫ່ງຊາດ ໄດ້ 4 ແຫ່ງ (ແຜນການ 5 ແຫ່ງ), ການປູກໄມ້ອຸດສາຫະກํາປະຕິບັດໄດ້32.270 ເຮັກຕາ ເທົ່າກັບ 16% ຂອງແຜນການ (2


3 ແສນເຮັກຕາ); ຟື້ນຟູປ່າຊຸດໂຊມ ແບບທໍາມະຊາດ ແລະ ປູກເສີມ ໄດ້ 132.755 ເຮັກຕາ, ເທົ່າກັບ 7% ຂອງ ແຜນການ 1.800.000 ເຮັກຕາ. ວຽກກວດກາປ່າໄມ້ ແລະ ທີ່ດິນປ່າໄມ້: ໄດ້ສຸມໃສ່ໂຄສະນາເຜີຍແຜ່ກົດໝາຍວ່າ ດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ; ຄໍາສັ່ງ ຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີຄວາມ ເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເລກທີ15/ນຍ ແລະ ຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງ ຫ້າມ ສະບັບເລກທີ05/ນຍ ທົ່ວສັງຄົມຢ່າງກວ້າງຂວາງສົມຄວນ, ພ້ອມນີ້ກໍ່ໄດ້ເອົາໃຈໃສ່ກວດກາ ແລະ ດໍາເນີນ ຄະດີຕໍ່ການບຸກລຸກທີ່ດິນປ່າໄມ້, ການຄ້າຂາຍສັດປ່າ ແລະ ເຄື່ອງປ່າຂອງດົງ ປະເພດຫວງຫ້າມ ຢ່າງເຂັ້ມງວດ. 4) ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງເຂົ້າສູ່ລວງເລິກ ໄດ້ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ຄໍາສັ່ງ ເລກທີ 097/ກມສພ, ລົງວັນທີ 19 ກຸມພາ 2020 ວ່າດ້ວຍການ ເພີ່ມທະວີການນໍາພາຊີ້ນໍາ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ນິຕິກໍາ ກ່ຽວຂ້ອງ, ສຸມທຶນຮອນເຂົ້າໃສ່ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢ່າງຕໍ່ ເນື່ອງ ຕິດພັນກັບການກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ ສະແດງອອກ ຄື: ໂຄງລ່າງພື້ນຖານຮັບໃຊ້ການຜະລິດ ແລະ ການດໍາລົງຊີວິດ ຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ກໍ່ສ້າງໃໝ່ ຂະຫຍາຍລົງສູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກຫຼາຍກວ່າເກົ່າ, ຫຼາຍເມືອງ ແລະ ບ້ານ ຢູ່ຊົນນະບົດໄດ້ມີຕະຫຼາດ ຫຼື ບ່ອນຊື້-ຂາຍສິນຄ້າ ແລະ ເຊື່ອມເຂົ້າຕະຫຼາດຕົວເມືອງໃຫຍ່ໄດ້ຢ່າງສະດວກ, ຈັດສັນອາຊີບການປູກ-ການລ້ຽງໃຫ້ ປະຊາຊົນ, ພ້ອມນັ້ນ ຢູ່ແຕ່ລະທ້ອງຖິ່ນ ກໍໄດ້ຈັດສັນເຂດການຜະລິດ ແລະ ອາຊີບຄົງທີ່ໃຫ້ປະຊາຊົນ ຕາມເງື່ອນໄຂ ແລະ ທ່າແຮງ ຂອງແຕ່ລະບ່ອນ. ສ້າງຄອບຄົວພົ້ນທຸກໄດ້48.067 ຄອບຄົວ ເທົ່າກັບ 23,52% (ແຜນ 204.360 ຄອບຄົວ); ບ້ານພົ້ນທຸກໄດ້ 420 ບ້ານ ເທົ່າກັບ 13,53% (ແຜນ 3.104 ບ້ານ); ເມືອງພົ້ນທຸກໄດ້ 7 ເມືອງ ເທົ່າ ກັບ 10,14% (ແຜນ 69 ເມືອງ); ສ້າງຄອບຄົວພັດທະນາໄດ້ 50.076 ຄອບຄົວ ເທົ່າກັບ 20,38% (ແຜນ 245.754 ຄອບຄົວ); ສ້າງບ້ານພັດທະນາໄດ້ 482 ບ້ານ ເທົ່າກັບ 10,90% (ແຜນ 4.420 ບ້ານ); ສ້າງບ້ານໃຫຍ່ ເປັນຕົວເມືອງໃນຊົນນະບົດໄດ້ 10 ບ້ານ ເທົ່າກັບ 100% (ແຜນ 10 ບ້ານ).ສ້າງໄດ້ 2.051 ກຸ່ມຊ່ວຍເຫຼືອກັນ ຢູ່ 465 ບ້ານເປົ້າຫມາຍ ໃນ 12 ເມືອງ 4 ແຂວງ (ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ) ຂອງໂຄງການ ກອງທຶນ ຫຼຸດຜ່ອນຄວາມທຸກຍາກ ແລະ ໄດ້ສະຫນອງເງິນ ຈໍານວນ 33.3 ຕື້ກີບ ເພື່ອສ້າງເປັນກອງທຶນໝຸນວຽນຂອງກຸ່ມ ຊ່ວຍເຫຼືອກັນ ຄຸ້ມຄອງ ແລະ ນໍາໃຊ້ຕໍ່ໄປ, ພ້ອມນີ້ ຍັງໄດ້ສະຫນັບສະໜູນທຶນຕໍ່ການພັດທະນາພື້ນຖານໂຄງລ່າງ ໃຫ້ ບັນດາບ້ານເປົ້າຫມາຍຂອງໂຄງການ ຈໍານວນ 173 ກິດຈະກໍາຍ່ອຍ ລວມມູນຄ່າ 24,41 ຕື້ກີບ ເປັນຕົ້ນແມ່ນ ປັບປຸງ ສ້ອມແປງເສັ້ນທາງເຂົ້າສູ່ພື້ນທີ່ການຜະລິດກະສິກໍາ, ສ້າງລະບົບຊົນລະປະທານຂະຫນາດນ້ອຍຄຸ້ມຄອງໂດຍຊຸມຊົນ, ສ້າງຕະຫຼາດກະສິກໍາຊົນນະບົດ ແລະ ສະຫນອງນໍ້າໃຫ້ແກ່ການຜະລິດກະສິກໍາ. 3. ການຊຸກຍູ້ສົ່ງເສີມຈັດຕັ້ງການຜະລິດດ້ວຍຫຼາຍຮູບແບບ ໄດ້ຍູ້ແຮງຂະບວນການຜະລິດເປັນສິນຄ້າ, ມີການນໍາໃຊ້ກົນຈັກທັນສະໄໝ ເຂົ້າໃນການຜະລິດຫຼາຍຂຶ້ນ; ໄດ້ພັດທະນາສູນຈໍານວນໜຶ່ງກາຍເປັນສູນຕົວແບບ ແລະ ການບໍລິການກົນຈັກກະສິກໍາ ທີ່ເປັນລະບົບຄົບຊຸດ; ການຈັດຕັ້ງກຸ່ມການຜະລິດ ແລະ ສະຫະກອນກໍ່ຮັບການຂະຫຍາຍຕົວເພີ່ມຂຶ້ນ ເຊິ່ງສາມາດຈັດຕັ້ງກຸ່ມການຜະລິດ ໄດ້ທັງໝົດ 4.193 ກຸ່ມ ເພີ່ມຂຶ້ນ 2.665 ກຸ່ມ ເທົ່າກັບ 274% ຂອງແຜນການ ແລະ ສ້າງສະຫະກອນການຜະລິດ 27 ສະຫະກອນ ເທົ່າກັບ 77% ຂອງແຜນການ (35 ສະຫະກອນ). ພ້ອມນີ້ ກໍ່ໄດ້ຖ່າຍທອດເຕັກໂນໂລຊີ ແລະ ການບໍລິການດ້ານຂໍ້ມູນຂ່າວສານ ເຕັກນິກກະສິກໍາ ແລະ ປ່າໄມ້ ແມ່ນໄດ້ໂຄສະນາເຜີຍແຜ່ຂໍ້ມູນເຕັກນິກວິຊາການ ດ້ານການປູກ-ການລ້ຽງ ຜ່ານວາລະສານ ແລະ ລະບົບອອນລາຍຢ່າງກວ້າງຂວາງ. 4. ການຄ້ົນຄວ້ານໍາໃຊ້ວິທະຍາສາດ, ເຕັກໂນໂລຊີ; ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໄດ້ຄົ້ນຄວ້າແນວພັນ-ເຕັກນິກ ເພື່ອຍົກສະມັດຕະພາບ, ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ; ສໍາ ຫຼວດ, ເຕົ້າໂຮມ, ສຶກສາ, ປັບປຸງແນວພັນ, ຂະຫຍາຍພັນ ພ້ອມແນະນໍາດ້ານເຕັກນິກວິຊາການ ມີແນວພັນ ພື້ນເມືອງຂອງ ພືດ ແລະ ສັດ (ເຂົ້າ, ສາລີ, ພືດຜັກ-ໄມ້ໃຫ້ໝາກ, ໄກ່, ໝູ, ງົວ ແລະ ປາ); ສ້າງ ແລະ ປົກປັກ ຮັກສາແຫຼ່ງແກ່ນ ພັນໄມ້, ສໍາຫຼວດເຄື່ອງປ່າຂອງດົງ, ນໍາໃຊ້ເຕັກໂນໂລຊີທາງຜ່ານປາເພື່ອອະນຸລັກຊະນິດພັນປາ


4 ແລະ ເພີ່ມຜົນຜະລິດ ໄດ້ເຮັດໃຫ້ສະຖາບັນມີເຕັກນິກວິຊາການໃໝ່: ອັນສໍາຄັນຊ່ວງນີ້ແມ່ນໄດ້ມີການເຕົ້າໂຮມແນວ ພັນຢາງພາລາ 8 ແນວພັນ, ປັບປຸງແນວພັນພືດໃໝ່ອອກສູ່ສັງຄົມ ເຊັ່ນ ແນວພັນເຂົ້າໃໝ່ທີ່ມີຄຸນນະພາບສູງທົນ ທານຕໍ່ພະຍາດແມງໄມ້ ແລະ ປັບຕົວເຂົ້າກັບດິນຟ້າອາກາດ 15 ແນວພັນ, ຖົ່ວເຫຼືອງ 1 ແນວພັນ, ສາລີ 1 ແນວ ພັນ, ໝາກເລັ່ນ 1 ແນວພັນ, ແນວພັນປາ 2 ຊະນິດ, ນອກນັ້ນ ຍັງໄດ້ຜະລິດແນວພັນເຂົ້າ, ພືດ-ສັດ ເພື່ອຫຼຸດຜ່ອນ ການນໍາເຂົ້າໄດ້ໂດຍພື້ນຖານ. ໄດ້ຄົ້ນຄວ້າເຕັກນິກການຈັດການການຫຍ້າໃນນາຢອດ-ນາຫວ່ານ ເພື່ອຫຼຸດຜ່ອນຕົ້ນ ທຶນການຜະລິດ; ສົ່ງເສີມເຕັກນິກການປູກຜັກໃນເຮືອນຮົ່ມ; ຖ່າຍທອດເຕັກນິກການເກັບຮັກສາແກ່ນພັນໄມ້, ຜະລິດເບັ້ຍໄມ້, ເບັ້ຍຢາງພາລາ, ໄມ້ໃຫ້ໝາກ; ພ້ອມທັງໄດ້ອານຸລັກ ແລະ ຂະຫຍາຍພັນພືດແບບທໍາມະຊາດ ດ້ວຍ ການເພາະລ້ຽງເນື້ອເຍື່ອ ເກັບຮັກສາໄວ້ໃນເຮືອນຮົ່ມ ແລະ ຫຼອດແກ້ວ ເປັນຕົ້ນ ພືດເປັນຢາ, ພືດເປັນອາຫານ, ດອກເຜິ້ງ/ໄມ້ປະດັບ ໄມ້ໃຫ້ໝາກ/ພັນກ້ວຍ; ສຶກສາຄົ້ນຄວ້າຈຸລິນຊີ, ສູດອາຫານເພາະລ້ຽງຖັງເຊົ່າ, ຄົ້ນຄວ້າສູດຝຸ່ນ ຊີວະພາບປະສົມເຊື້ອລາຄວບຄຸມແມງໄມ້, ສັດຕູພືດ; ສຶກສາຂະຫຍາຍເຊື້ອເຫັດ ເປັນອາຫານ ແລະ ເປັນຢາ. ສັງລວມແລ້ວ ໃນຜົນສໍາເລັດດັ່ງກ່າວ ໄດ້ມີປັດໄຈໃໝ່ທີ່ຕັ້ງໜ້າ ດັ່ງນີ້: 1) ດ້ານການລ້ຽງສັດ: ①ການລ້ຽງງົວນົມ, ງົວຊີ້ນ ແບບອຸດສາຫະກໍາທັນສະໄໝ ຢູ່ແຂວງຊຽງຂວາງ; ②ການ ລ້ຽງງົວ, ຄວາຍ ເປັນຟາມທັນສະໄໝ ເພື່ອສົ່ງອອກ ແຂວງບໍ່ແກ້ວ, ຫຼວງນໍ້າທາ, ໄຊຍະບູລີ; ③ການລ້ຽງງົວເປັນ ຟາມຄົບວົງຈອນ ນັບແຕ່ຜະລິດແນວພັນງົວ, ຜະລິດລູກງົວຈົນຮອດທອມເປັນງົວຊີ້ນ ເພື່ອຈໍາໜ່າຍ ຢູ່ນະຄອນຫຼວງ ວຽງຈັນ; ④ການລ້ຽງໄກ່ພັນໄຂ່-ຊີ້ນເປັນຟາມ, ລ້ຽງໄກ່ລາດເປັນຟາມ ຄົບວົງຈອນແບບທັນສະໄໝຢູ່ແຂວງ ສະຫວັນນະເຂດ, ນະຄອນຫຼວງ, ຫຼວງນໍ້າທາ ແລະ ແຂວງວຽງຈັນ; ⑤ໂຮງງານຜະລິດຫົວອາຫານສັດ ຢູ່ນະຄອນ ຫຼວງວຽງຈັນ. 2) ດ້ານການປູກຝັງ: ①ການນໍາໃຊ້ເນື້ອທີ່ນາມີນໍ້າຊົນລະປະທານ ປູກຖົ່ວເຫຼືອງຝັກສົດ-ພືດຜັກ ທີ່ມີການປຸງແຕ່ງ, ຫຸ້ມຫໍ່ ໄດ້ມາດຕະຖານ ເພື່ອສົ່ງອອກ ຢູ່ແຂວງໄຊຍະບູລີ, ຫຼວງນໍ້າທາ, ອຸດົມໄຊ, ບໍແກ້ວ; ②ລາຍການສິນຄ້າ ແລະ ສິນຄ້າສົ່ງອອກ ເພີ່ມຂຶ້ນ, ສິນຄ້າມີມາດຕະຖານ, ມີການກວດກາ ຢັ້ງຢືນສະຖານທີ່ປະກອບການ ຫຼື ອອກ ໃບຢັ້ງຢືນສຸຂານາໄມພືດ ສາມາດກວດສອບຄືນຫຼັງໄດ້ ສ້າງຄວາມເຊື່ອໝັ້ນໃຫ້ປະເທດຄູ່ຄ້າຫຼາຍຂຶ້ນ; ③ການ ບໍລິການດ້ານກົນຈັກກະສິກໍາທີ່ທັນສະໄໝເຂົ້າໃນ ການກະກຽມດິນ, ການປັກດໍາ, ການເກັບກ່ຽວ ຕິດພັນກັບການ ປັບປຸງ ນາໄຮ່ນ້ອຍ ໃຫ້ເປັນນາໄຮ່ໃຫຍ່; ການຍົກສະມັດຕະພາບເຂົ້າດ້ວຍການປັບປຸງດິນ. 3) ດ້ານຊົນລະປະທານ: ການນํາໃຊ້ພະລັງງານແສງອາທິດ ເຂົ້າໃນລະບົບຊົນລະປະທານ, ການສະໜອງນໍ້າໃຫ້ແກ່ ການປູກ-ການລ້ຽງ ໃນລະດັບຄອບຄົວ, ຟາມຂະໜາດນ້ອຍ, ກາງ ຢູ່ເຂດບໍ່ມີໄຟຟ້າ. 4) ດ້ານປ່າໄມ້: ①ການຄຸ້ມຄອງປົກປັກຮັກສາປ່າໄມ້ແບບຍືນຍົງ ຕິດພັນກັບການສົ່ງເສີມ ການທ່ອງທ່ຽວທໍາມະ ຊາດ ໂດຍການມີສ່ວນຮ່ວມ ລະຫວ່າງ ອົງການລັດ, ຜູ້ປະກອບການ ແລະ ປະຊາຊົນ ບົນພື້ນຖານ ຕ່າງຝ່າຍຕ່າງມີ ຜົນປະໂຫຍດ ເຊັ່ນ; ອຸທິຍານແຫ່ງຊາດ ຫີນນາມໜໍ່, ອຸທິຍານແຫ່ງຊາດ ດົງຫົວສາວ, ນໍ້າກັດຢໍລະປາ ແຂວງອຸດົມ ໄຊ, ນໍ້າປຽນຢໍລະປາ ນະຄອນຫຼວງວຽງຈັນ, ນໍ້າກ່ານ ແຂວງບໍ່ແກ້ວ, ພູຜາມ່ານ ແຂວງຄໍາມ່ວນ ແລະ ບ່ອນອື່ນໆ; ②ໂຮງງານປຸງແຕ່ງໄມ້ປູກຂະໜາດໃຫຍ່ ຢູ່ແຂວງພາກກາງ ເພື່ອປຸງແຕ່ງໄມ້ອັດ ແລະ ເນື້ອເຈ້ຍ ຊົມໃຊ້ພາຍໃນ ແລະ ສົ່ງອອກ; ③ການຊື້-ຂາຍ ສິນເຊື່ອກາກບອນ; ④ການປູກໄມ້ເປັນສິນຄ້າ ຢູ່ປ່າຜະລິດທີ່ຊຸດໂຊມ. 5) ດ້ານການຄົ້ນຄວ້າ: ①ມີແນວພັນເຂົ້າໃໝ່ ເພື່ອສົ່ງເສີມເປັນສິນຄ້າ ຈໍານວນ 8 ແນວພັນ ຊຶ່ງເປັນແນວພັນເຂົ້າ ທີ່ມີຄວາມຫອມ, ໃຫ້ຜົນຜະລິດສູງ (4-6 ໂຕນ/ຮຕ), ທົນທານຕໍ່ນໍ້າຖ້ວມ (10-20 ວັນ), ຕ້ອງການນໍ້າໜ້ອຍ, ທົນຕໍ່ພະຍາດຄໍຮວງເນົ່າ, ພະຍາດໃບໄໝ້ ແລະ ຂອບໃບແຫ້ງ; ②ການຂະຫຍາຍພັນດ້ວຍການເພາະລ້ຽງເນື້ອເຍື່ອ


5 ເຊັ່ນ: ແນວພັນມັນຕົ້ນ ທີ່ທົນທາງຕໍ່ພະຍາດໃບດ່າງ ຟອຍຂົນໄກ່ ແລະ ແນວພັນກ້ວຍ ທີ່ປອດພະຍາດ; ③ການນໍາ ໃຊ້ເຕັກໂນໂລຊີ ຊີວະພາບເຂົ້າໃນການຂະຫຍາຍພັນພືດ ແລະ ການຜະລິດກະສິກໍາອິນຊີ; ④ຊາວກະສິກອນ ແລະ ຜູ້ປະກອບການ ຈໍານວນໜຶ່ງ ສາມາດຜະລິດພໍ່ແມ່ພັນສາລີແຂງລູກປະສົມ ເຮັດໃຫ້ ລາຄາເມັດພັນ ຖືກກວ່ານໍາເຂົ້າ ຈາກ ສສ ຫວຽດນາມ ແລະ ໄທ; ⑤ສູນວິໄຈຢາງພາລາ ເພື່ອເປັນບ່ອນຄົ້ນຄວ້າ, ທົດລອງ ແລະ ສາທິດ. 5. ການພັດທະນາຊັບພະຍາກອນມະນຸດ ໄດ້ຖືສໍາຄັນວຽກງານພັດທະນາຊັບພະຍາກອນມະນຸດ ໂດຍໄດ້ບໍາລຸງກໍ່ສ້າງສະມາຊິກພັກ, ພະນັກງານລັດຖະກອນ ເປັນປົກກະຕິແລະ ຕໍ່ເນື່ອງ ອີງໃສ່ແຜນບໍາລຸງ-ກໍ່ສ້າງພະນັກງານຕາມແຜນກໍານົດພະນັກງານ ແລະ ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງກະຊວງກະສິກໍາ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສ ທັດຮອດປີ 2030, ເຊິ່ງປະຕິບັດໄດ້ດັ່ງນີ້: ດ້ານວິຊາສະເພາະ: ພະນັກງານ-ລັດຖະກອນ ໄດ້ຮັບການຍົກລະດັບ ປະລິນຍາ ເອກ, ໂທ, ຕີ ແລະ ຊັ້ນສູງ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ ທັງໝົດ 255 ຄົນ (ຍິງ 77), ປະຈຸບັນ ກໍາລັງສຶກສາລະດັບຕ່າງໆ ຈໍານວນ 133 ຄົນ, ຍິງ 41 ຄົນ. ສະແດງໃຫ້ເຫັນວ່າສາມາດສ້າງໄດ້ນັກວິຊາການລະດັບ ຕ່າງໆເພີ່ມຂຶ້ນຈໍານວນຫຼາຍ. ນອກຈາກການຍົກລະດັບດ້ານວິຊາສະເພາະແລ້ວ ສະມາຊິກພັກ, ພະນັກງານລັດຖະກອນ ຍັງໄດ້ເຂົ້າຮ່ວມຝຶກອົບຮົມ, ທັດສະນະສຶກສາ ແລະ ເຮັດພາກປະຕິບັດຕົວຈິງຢູ່ຮາກຖານການຜະລິດ ແລະ ຄົ້ນຄວ້າດ້ວຍຕົນເອງ. ພ້ອມນີ້ກໍ່ໄດ້ຈັດຕັ້ງການຝຶກອົບຮົມກ່ຽວກັບການປູກ-ການລ້ຽງ, ປ່າໄມ້ ແລະ ຊົນລະປະທານ ໄດ້ຈໍານວນ 233 ຫົວຂໍ້ ມີຜູ້ເຂົ້າຮ່ວມ 9.530 ເທື່ອຄົນ (ຍິງ 3.624). ດ້ານທິດສະດີການເມືອງ: ໄດ້ຈັດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ແລະ ວຽກງານພັກ-ພະນັກງານ ໄດ້ຈໍານວນ 52 ສະຫາຍ (ຍິງ 25); ຍົກລະດັບທິດສະດີການເມືອງ-ການປົກຄອງ ຊັ້ນສູງ, ຄົ້ນຄວ້າປະລິນຍາໂທ, ຄົ້ນຄວ້າ ແລກປ່ຽນບົດຮຽນຫົວຂໍ້ສະເພາະໄລຍະສັ້ນ, ການເກັບກໍາຫາງສຽງສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ວຽກງານປ້ອງກັນພັກ-ພະນັກງານ ຈໍານວນທັງໝົດ 15 ສະຫາຍ (ຍິງ 3). ມາຮອດປະຈຸບັນ ສະມາຊິກ ພັກ-ພະນັກງານ ໄດ້ຮັບການບໍາລຸງທາງດ້ານທິດສະດີການເມືອງ-ການປົກຄອງຈໍານວນ 1.030 ສະຫາຍ (ຍິງ 335). ວຽກງານຄຸ້ມຄອງວິທະຍາໄລ ແລະ ໂຮງຮຽນ: 4 ວິທະຍາໄລກະສິກໍາ ແລະ ປ່າໄມ້ແລະ ໂຮງຮຽນ ຊົນລະປະທານຊັ້ນສູງທ່າງ່ອນ ໄດ້ຮັບການປັບປຸງຫຼັກສູດ, ສະພາບແວດລ້ອມໃນການຮຽນ-ການສອນ. ໂດຍເນັ້ນ ຄວາມຊໍານານ ມີ 11 ສາຂາວິຊາ, ໄດ້ຮັບນັກຮຽນເຂົ້າຮຽນໃນແຜນໃນລະດັບຊັ້ນສູງ ທັງໝົດ 591 ຄົນ (ຍິງ 132) ແລະ ມີນັກສຶກສາຮຽນຈົບ ທັງໝົດ 373 ຄົນ (ຍິງ 135). 6. ດ້ານການຄຸ້ມຄອງລັດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ການປັບປຸງການຈັດຕັ້ງ, ພາລະບົດບາດ ຂອງກະຊວງກະສິກໍາ ແລະ ປ່າໄມ້ ບັນດາຫ້ອງການ, ກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ ຕາມທິດກະທັດຮັດ, ເຂັ້ມແຂງ, ມີປະສິດທິພາບ ໂດຍກໍານົດໂຄງປະກອບກົງຈັກຂັ້ນກົມ ມີທັງໝົດ 14 ຫົວໜ່ວຍ ປະກອບມີ 01 ຫ້ອງການ, 11 ກົມ, 02 ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງ 04 ຫົວໜ່ວຍ ແລະ 05 ຫົວໜ່ວຍ ທີ່ຂຶ້ນກັບກົມ; ໄດ້ສັບຊ້ອນວຽກຊ່ວຍໜູນເຂົ້າກັນ ແລະ ໂຮມວຽກວິຊາການທີ່ມີໜ້າທີ່ໃກ້ຄຽງກັນ ເຂົ້າກັນ ເຮັດໃຫ້ຈໍານວນກົງຈັກທີ່ຂຶ້ນກັບບັນດາກົມຫຼຸດລົງ 19 ຫົວໜ່ວຍ (ຈາກ 180 ມາເປັນ 161 ຫົວໜ່ວຍ). ໄດ້ຄົ້ນຄວ້າ ອອກຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ນະຄອນ ເພື່ອເປັນບ່ອນອີງໃຫ້ແຕ່ລະພາກສ່ວນຜັນຂະຫຍາຍເປັນອັນສະເພາະຂອງຕົນເອງ. ໄປຄຽງຄູ່ ກັບການປັບປຸງກົງຈັກການຈັດຕັ້ງກໍໄດ້ເອົາໃຈໃສ່ວຽກງານການກໍານົດຕໍາແໜ່ງງານ. ດ້ານນິຕິກໍາ, ກົດໝາຍ ແລະ ລະບຽບການ: ໄດ້ປະຕິບັດຕາມແຜນການປັບປຸງບັນດາກົດໝາຍ ແລະ ນິຕິກํາ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ຄື: ໄດ້ຮັບອະນຸມັດດໍາລັດ 603/ນຍ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ສໍາເລັດການປັບປຸງພາລະບົດບາດຂອງບັນດາກົມ, ຫ້ອງການ ແລະ ອົງການ ລັດທຽບເທົ່າກົມ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້


6 ເມືອງ; ທົ່ວຂະແໜງກະສິກໍາ ແລະ ປ່າໄມ້ ມີນິຕິກໍາທີ່ໄດ້ປະກາດນໍາໃຊ້ທັງໝົດ 113 ສະບັບ. ສໍາລັບເຄິ່ງສະໄໝຜ່ານ ມາ ໄດ້ປະກາດນໍາໃຊ້ນິຕິກํາ ທັງໝົດຈํານວນ 30 ສະບັບ, ໃນນັ້ນ: ມີດํາລັດ ຈํານວນ 14 ສະບັບ, ຂໍ້ຕົກລົງ 7 ສະບັບ, ຄໍາສັ່ງ 4 ສະບັບ ແລະ ຄໍາແນະນໍາ 5 ສະບັບ; ໄດ້ສໍາເລັດການກໍານົດ ນະໂຍບາຍ ແລະ ສ້າງຍຸດທະສາດ ຈໍານວນ ຄື: 1)ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ຂອງ ສປປ ລາວ, 2) ຍຸດທະ ສາດພັດທະນາຊັບພະຍາກອນມະນຸດຂອງກະຊວງກະສິກໍາ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030; ຄົ້ນຄວ້າປັບປຸງກົດໝາຍ ແລະ ຍຸດທະສາດ ຈํານວນ 10 ສະບັບ ແລະ ກํາລັງສ້າງບັນດານິຕິກํາໃໝ່ ຈํານວນ 12 ສະບັບ. 7. ການນໍາພາອົງການຈັດຕັ້ງມະຫາຊົນ ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາ 3 ອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ ປະຕິບັດກົດລະບຽບຂອງແຕ່ລະອົງການ, ເຕົ້າໂຮມເປັນກໍາລັງແຮງເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງ ຂະແໜງການ ໂດຍຕິດພັນກັບຂະບວນການປະຕິບັດຂໍ້ແຂ່ງຂັນຂອງຕົນເອງ (3 ດີ ຂອງສະຫະພັນແມ່ຍິງ, 5 ເປັນ ເຈົ້າຂອງສະຫະພັນກໍາມະບານ ແລະ 4 ບຸກ ຂອງຊາວໜຸ່ມ). ພົ້ນເດັ່ນ ແມ່ນຂະບວນການຊຸກຍູ້ການຜະລິດລະດູແລ້ງ ລະດູຝົນ, ຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ຂະບວນການບໍລິຈາກເລືອດຊ່ວຍເຫຼືອ ສັງຄົມ ແລະ ອື່ນໆ. 8. ການພົວພັນຮ່ວມມື ກັບຕ່າງປະເທດ ໄດ້ເອົາໃຈໃສ່ນໍາພາວຽກງານພົວພັນຮ່ວມມືກັບຕ່າງປະເທດ ໂດຍປະຕິບັດແຜນ ການຮ່ວມມືທີ່ດີ ແລະ ກວ້າງຂວາງ ແນ່ໃສ່ເຮັດໃຫ້ການຮ່ວມມືກັບຕ່າງປະເທດ ມີປະສິດທິຜົນ ແລະ ຍົກສູງບົດບາດຄວາມເປັນເຈົ້າການ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ ແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບ ບົນ ພື້ນຖານເຄົາລົບຊຶ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເປັນຕົ້ນການຮ່ວມມືກັບປະເທດ ເພື່ອນມິດຍຸດທະ ສາດ, ບັນດາປະເທດກຸ່ມອາຊຽນ, ອົງການຈັດຕັ້ງສາກົນ, ກອງທຶນສາກົນ, ບັນດາປະເທດໃນພາກພື້ນ ແລະ ໃນ ໂລກ. ພ້ອມທັງ ຍາດແຍ່ງການຊ່ວຍທາງການເພື່ອການພັດທະນາ ແລະ ກູ້ຢືມ, ຊຸກຍູ້ປຸກລະດົມນັກລົງທຶນຕ່າງປະ ເທດມາຮ່ວມມື ແລະ ລົງທຶນໃນຂະແໜງກະສິກໍາ ແລະ ປ່າໄມ້ ຜະລິດເປັນສິນຄ້າສົ່ງອອກ ໃຫ້ນັບມື້ນັບຫຼາຍຂຶ້ນ ພ້ອມທັງເອົາໃຈໃສ່ຄຸ້ມຄອງໂຄງການຊ່ວຍເຫຼືອລ້າ, ກູ້ຢືມ, ໂຄງການລົງທຶນຂອງລັດຖະບານລາວ ລວມທັງການ ລົງທຶນ ຂອງຕ່າງປະເທດ ໃຫ້ມີປະສິດທິຜົນສູງ ແລະ ຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ ຂອງ ສປປ ລາວ. 9. ວຽກງານປ້ອງກັນພາຍໃນ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄະນະພັກກະຊວງ ໄດ້ເອົາໃຈໃສ່ຊີ້ນໍານໍາພາ ສຶກສາອົບ ຮົມ ດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງ ສັດຕູ, ບໍ່ຕົກເຂົ້າໃນເລ່ກົນການຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ອິດທິກໍາລັງປໍລະປັກ, ສະກັດກັ້ນ ແລະ ຕ້ານ ການສໍ້ລາດບັງຫຼວງ, ຈັດຕັ້ງປ້ອງກັນເວນຍາມສໍານັກງານ-ອົງການ ໂດຍມີການປະສານສົມທົບກັບກົມປ້ອງກັນພາຍ ໃນ, ກະຊວງປ້ອງກັນຄວາມສະຫງົບ ຢ່າງເປັນປົກກະຕິແລະ ສາມາດຮັກສາຄວາມສະຫງົບປອດໄພໄດ້ເປັນຢ່າງດີ. 10. ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງຄວາມສາມາດໃນການນໍາພາຂອງພັກ ວຽກງານກວດກາພັກ: ໂດຍປະຕິບັດແຜນດໍາເນີນງານການເມືອງ ຂອງອົງຄະນະພັກກະຊວງສະໄໝທີ VI, ແຜນດໍາເນີນງານທີ VI, ວຽກງານຕິດຕາມ, ກວດກາພັກ. ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ ບັນດາຮາກຖານພັກ ໄດ້ຈັດຕັ້ງປະຕິບັດຕາມເນື້ອໃນ, ບາດກ້າວ ແລະ ຂັ້ນຕອນ ທີ່ກໍານົດໄວ້, ປີ 2021 ຮັບຮອງ ເປັນໜ່ວຍພັກແຂງ 48 ໜ່ວຍພັກ ເທົ່າກັບ 80% ເມື່ອທຽບໃສ່ແຜນການສາມາດປະຕິບັດໄດ້ຕາມຄາດໝາຍ, ປີ 2022 ຮັບຮອງເປັນໜ່ວຍພັກແຂງ 43 ໜ່ວຍພັກ ເທົ່າກັບ 73% ເມື່ອທຽບໃສ່ແຜນການແມ່ນຫຼຸດຄາດໝາຍ (ຄາດໝາຍ 80%-90% ຂຶ້ນໄປ) ເນື່ອງຈາກສຸມໃສ່ຮັບປະກັນທາງດ້ານຄຸນນະພາບ. ໄດ້ລົງຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດລະບຽບຂອງພັກ ຢູ່ບັນດາຮາກຖານພັກໄດ້ 8 ຮາກຖານພັກ ຊຶ່ງບັນດາຮາກຖານພັກ ສ່ວນ ຫຼາຍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຕາມກົດລະບຽບຂອງພັກຢ່າງເຂັ້ມງວດ ໂດຍສະເພາະແມ່ນ ດ້ານ


7 ແບບແຜນວິທີເຮັດວຽກ, ວຽກງານກໍ່ສ້າງຂະຫຍາຍພັກ, ວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການຮ່ວມຊີວິດພັກ. ການກໍ່ສ້າງ-ຂະຫຍາຍພັກ ແມ່ນໄດ້ຜ່ານການຄົ້ນຄວ້າ ແລະ ກວດກາ ຕາມລະບຽບການ ຢ່າງເຂັ້ມງວດ ເຊິ່ງສາມາດຂະຫຍາຍສະມາຊິກພັກໄດ້ 147 ສະຫາຍ (ຍິງ 60) ລື່ນຄາດໝາຍ 18% ທຽບໃສ່ ແຜນການ; ພ້ອມນີ້ກໍ່ໄດ້ເຂັ້ມງວດໃນການຕິດຕາມກວດກາ ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ລະເມີດຕໍ່ ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ. ດ້ານການປັບປຸງແບບແຜນວິທີເຮັດວຽກ ຄະນະພັກ ກະຊວງໄດ້ອອກຂໍ້ກໍານົດ ວ່າດ້ວຍແບບແຜນວິທີເຮັດວຽກ ຂອງຄະນະກວດກາພັກ ອ້ອມຂ້າງອົງຄະນະພັກກະຊວງ ກະສິກໍາ ແລະ ປ່າໄມ້(ສະບັບເລກທີ 0204/ຄພ.ກປ, ລົງວັນທີ 20 ພຶດສະພາ 2022) ພ້ອມທັງໄດ້ດໍາເນີນການ ສ່ອງແສງຄະນະກວດກາພັກກະຊວງ ປະຈໍາໄຕມາດເປັນປົກກະຕິ. ວຽກງານກວດກາລັດ: ໄດ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດ ທະນາຊົນນະບົດ; ການຈັດຕັ້ງຜັນຂະຫຍາຍແຜນດํາເນີນງານວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ດ້ານການເງິນ, ນອກນັ້ນ ໄດ້ຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ທີ່ຂຶ້ນກັບກະຊວງ; ການຈັດຕັ້ງປະຕິບັດການແກ້ໄຂຜົນຂອງການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດປະຈໍາປີ, ຄົ້ນຄວ້າ ຄໍາຮ້ອງ-ຄໍາສະເໜີຈາກສັງຄົມ ແລະ ພະນັກງານ ໂດຍປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາກ່ຽວກັບການບຸກລຸກທີ່ດິນທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້ຄຸ້ມຄອງ, ການບຸກລຸກທີ່ດິນປ່າໄມ້-ການທໍາລາຍປ່າໄມ້ ແລະ ບັນຫາຂໍ້ຂັດແຍ່ງຂອງຄອບຄົວພະນັກງານ-ລັດຖະກອນ ແລະ ສໍາເລັດການດໍາເນີນແຈ້ງຊັບສິນ-ລາຍຮັບ ຂັ້ນສູນກາງຄຸ້ມຄອງໃຫ້ອົງການກວດກາແຫ່ງລັດ ແລະ ເກັບຮັກສາຂັ້ນ ກະຊວງຄຸ້ມຄອງ. 11. ວຽກພະນັກງານ ໄດ້ເອົາໃຈໃສ່ການສ້າງແຜນການນົດພະນັກງານນໍາພາ-ຄຸ້ມຄອງ ເພື່ອເປັນບ່ອນອີງໃນການຄຸ້ມຄອງນໍາໃຊ້, ບໍາລຸງສ້າງ ໃຫ້ມີລັກສະນະສືບທອດຕໍ່ເນື່ອງ, ຫັນເປັນໜຸ່ມ ໂດຍປະຕິບັດຖືກຕ້ອງ ແລະ ສອດຄ່ອງຕາມເນື້ອໃນ ແລະ ຂັ້ນຕອນ ຂອງນິຕິກໍາທີ່ກໍານົດໄວ້. ການບັນຈຸສັບຊ້ອນຈັດວາງພະນັກງານນໍາພາ-ຄຸ້ມຄອງ ແມ່ນອີງໃສ່ແຜນ ກໍານົດ, ຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ຄວາມຮູ້ຄວາມສາມາດ ເຊິ່ງໄດ້ຄົ້ນຄວ້າແຕ່ງຕັ້ງ, ບັນຈຸສັບ ຊ້ອນ-ຈັດວາງ ພະນັກງານ ຄື: ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂັ້ນກົມ ຕໍາແໜ່ງບໍລິຫານປະເພດ 2-3 ຈໍານວນ 42 ທ່ານ (ຍິງ 3); ຂັ້ນພະແນກ ຕํາແໜ່ງບໍລິຫານປະເພດ 4-5 ຈํານວນ 265 ທ່ານ (ຍິງ 70). ສํາລັບຢູ່ຂັ້ນ ທ້ອງຖິ່ນໄດ້ປະຕິບັດຕາມການແບ່ງຂັ້ນຄຸ້ມຄອງໄດ້ຄົ້ນຄວ້າແຈ້ງຕອບແຂວງ, ນະຄອນຫຼວງວຽງຈັນ ກ່ຽວກັບການ ແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດຕ່າງໆ ຂັ້ນຫົວໜ້າ,ຮອງ ພະແນກພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈໍານວນ 29 ທ່ານ (ຍິງ 2); ຂັ້ນຂະແໜງ 125 ທ່ານ (ຍິງ 12); ຂັ້ນຫົວໜ້າ, ຮອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈໍານວນ 68 ທ່ານ (ຍິງ 7). ການຄຸ້ມຄອງພະນັກງານ-ລັດຖະກອນ ໄດ້ປະຕິບັດຕາມການແບ່ງຂັ້ນຄຸ້ມຄອງ ຕິດພັນກັບວຽກງານປ້ອງກັນ ພັກ-ພະນັກງານໃນໄລຍະໃໝ່ ໂດຍອີງໃສ່ ກົດໝາຍ ແລະ ນິຕິກໍາທີ່ວາງອອກ; ໄດ້ຜັນຂະຫຍາຍນິຕິກໍາລວມມາເປັນ ອັນສະເພາະຂອງກະຊວງ. ພ້ອມນີ້ ໄດ້ຫັນເປັນທັນສະໄໝໃນວຽກງານຄຸ້ມຄອງຂໍ້ມູນພະນັກງານ-ລັດຖະກອນ ເປັນ ຖານຂໍ້ມູນອອນລາຍເຊື່ອມໂຍງລົງຮອດທ້ອງຖິ່ນ; ໄດ້ຄົ້ນຄວ້າບັນຈຸລັດຖະກອນໃໝ່ ຕາມທິດຫຼຸດຜ່ອນຈໍານວນພົນ ແລະ ລະບຽບການບັນຈຸລັດຖະກອນໃໝ່, ເຊິ່ງໄດ້ບັນຈຸລັດຖະກອນໃໝ່ທັງໝົດ 76 ຄົນ (ຍິງ 29); ໄດ້ຍົກຍ້າຍ ພະນັກງານໄປປະຈໍາການຢູ່ຂະແໜງການອື່ນ 66 ຄົນ (ຍິງ16), ຮັບມາຈາກຂະແໜງການອື່ນ 129 ຄົນ (ຍິງ 70). ປັດຈຸບັນ ທົ່ວຂະແໜງກະສິກໍາ ແລະ ປ່າໄມ້ ມີພະນັກງານ-ລັດຖະກອນ ທັງໝົດ 10.117 ຄົນ (ຍິງ 2.971). ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານ-ລັດຖະກອນ ຕາມກົດໝາຍ, ນິຕິກໍາ ທີ່ວາງອອກ ຢ່າງຖືກຕ້ອງສອດຄ່ອງ, ໄດ້ດໍາເນີນເປັນປົກກະຕິຕໍ່ເນື່ອງ ແລະ ທັນເວລາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດນະໂຍ ບາຍເງິນເດືອນ, ເງິນອຸດໜູນ, ນະໂຍບາຍເລື່ອນຊັ້ນ-ຂັ້ນເງິນເດືອນ ເລື່ອນຕໍາແໜ່ງ, ຍ້ອງຍໍຜົນງານ, ອຸດໜູນບໍາ ນານ ແລະ ອື່ນໆ ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້. ໄດ້ຄົ້ນຄວ້າ ແລະ ສະຫຼຸບຂໍ້ແຂ່ງຂັນຂອງຂະແໜງກະສິກໍາ ແລະ ປ່າໄມ້ ພາຍໃຕ້ຄໍາຂວັນ ຮັກຊາດ ແລະ ພັດທະນາ ຍ້ອງຍໍຜົນງານ 5 ປີ(2016-2020). ພ້ອມນີ້, ກໍ່ໄດ້ເປີດ


8 ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2021-2025 ຂອງຂະແໜງການ; ສໍາລັບການຍ້ອງຍໍປະຈໍາປີ ປະຕິບັດໄດ້ຄື: ໃບຍ້ອງຍໍຂັ້ນກະຊວງ ບຸກຄົນ 1.261 ທ່ານ, ກົມກອງລວມໝູ່ 57 ພາກສ່ວນ; ໃບຊົມເຊີຍຂັ້ນ ກະຊວງ ບຸກຄົນ 563 ທ່ານ, ກົມກອງລວມໝູ່ 12 ພາກສ່ວນ. ສາເຫດທີ່ພາໃຫ້ມີດ້ານດີ 1) ຍ້ອນກົມການເມືອງ, ຄະນະເລຂາທິການສູນກາງພັກ ໄດ້ເອົາໃຈໃສ່ຊີ້ທິດເຍືອງທາງຕໍ່ວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງເຮັດໃຫ້ວຽກງານ ຂອງຂະແໜງການ ໄດ້ຮັບການປັບປຸງເຕີບໃຫຍ່ ແລະ ເຂັ້ມແຂງ ເປັນກ້າວໆມາ; 2) ຄະນະພັກກະຊວງ ແລະ ຄະນະພັກຂັ້ນຕ່າງໆ ໄດ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ, ນໍາພາທາງດ້ານ ແນວຄິດ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມ ເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ ແລະ ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ; 3) ຄະນະພັກ ແລະ ອົງການປົກຄອງ ໄດ້ເອົາໃຈໃສ່ຊີ້ນໍາ ນໍາພາຂະບວນການຜະລິດ ຈຶ່ງເຮັດໃຫ້ທົ່ວປວງຊົນລາວທັງ ຊາດ ສາມາດຕອບສະໜອງໃຫ້ແກ່ການບໍລິໂພກພາຍໃນ, ມີສ່ວນແຮໄວ້, ສາມາດຄໍ້າປະກັນທາງດ້ານສະບຽງ ອາຫານພຽງພໍ ແລະ ສາມາດຜະລິດເປັນສິນຄ້າ ເພື່ອສົ່ງອອກ. III. ຕີລາຄາ ດ້ານອ່ອນ-ຂໍ້ຄົງຄ້າງ ກ. ດ້ານອ່ອນ-ຂໍ້ຄົງຄ້າງ ຄຽງຄູ່ກັບຜົນງານທີ່ຍາດມາໄດ້ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການ ແລະ ຄວາມອາດສາມາດບົ່ມຊ້ອນ ຂອງຂະແໜງການ, ຈັ່ງຫວະການພັດທະນາຂອງພວກເຮົາ ເຫັນວ່າຍັງຊັກຊ້າ ແລະ ການຫັນໄປສູ່ອຸດສະຫະກໍາ ແລະ ທັນສະໄໝ ຍັງບໍ່ທັນແຂງແຮງ ແລະ ສາມາດສັງລວມໄດ້ດັ່ງນີ້: 1) ເຖິງວ່າຄະນະພັກກະຊວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຢ່າງເປັນປົກກະຕິຕໍ່ເນື່ອງກໍຕາມ ແຕ່ ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນຈໍານວນໜຶ່ງ ຄວາມຮັບຜິດຊອບໜ້າທີ່ການເມືອງ, ຄວາມ ບຸກບືນຫ້າວຫັນ, ຄວາມກະຕືລືລົ້ນ, ເຮັດແທ້ທໍາຈິງ, ແນວຄິດບຸກທະລຸ, ການພັດທະນາໃຫ້ເປັນມືອາຊີບ ຍັງບໍ່ ສູງເທົ່າທີ່ຄວນ, ຍັງບໍ່ທັນເປັນເຈົ້າການໃນການປັບປຸງແບບແຜນວິທີເຮັດວຽກ, ການຕີລາຄາປະເມີນຜົນການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບາງຮາກຖານພັກ ບໍ່ຖືກກັບສະພາບຄວາມເປັນຈິງ; ການຈັດ ປະເພດຂອງສະມາຊິກພັກ, ໜ່ວຍພັກ ສູງກວ່າຜົນງານຕົວຈິງ; 2) ການຊີ້ນໍາ-ນໍາພາຂອງບາງຮາກຖານພັກໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ຍັງບໍ່ທັນເຂັ້ມແຂງ, ບໍ່ ສາມາດບັນລຸຕົວເລກຄາດໝາຍທີ່ວາງໄວ້ເປັນຕົ້ນ: ການຜະລິດກະສິກໍາ ເພື່ອເປັນສິນຄ້າສົ່ງອອກ ໂດຍສະເພາະ ການສົ່ງເສີມລ້ຽງງົວສົ່ງອອກໄປ ສປ.ຈີນ, ການສົ່ງເຂົ້າໄປ ຈີນ, ການສົ່ງເສີມການປູກໄມ້, ການຄຸ້ມຄອງ 3 ປະເພດປ່າ, ການສ້າງຄອບຄົວພົ້ນທຸກ-ບ້ານພົ້ນທຸກ ແລະ ຄອບຄົວພັດທະນາ-ບ້ານພັດທະນາ, ການຈັດສັນແບ່ງ ເຂດດິນກະສິກໍາ, ການຄຸ້ມຄອງການລົງທຶນໃນຂະແໜງກະສິກໍາ ແລະ ປ່າໄມ້, ການຄົ້ນຄວ້າເຕັກນິກວິທະຍາສາດ ແລະ ນະວັດຕະກໍາ, ການຈັດຕັ້ງກຸ່ມການຜະລິດ, ສູນສະຖານີບໍລິການເຕັກນິກກະສິກໍາ ແລະ ໂຄງລ່າງພື້ນຖານ ຊົນລະປະທານ; 3) ການບໍາລຸງສ້າງ ພະນັກງານ-ລັດຖະກອນ ຢູ່ຮາກຖານຕົວຈິງ ໂດຍການຫັນພະນັກງານລົງສູ່ ສູນ, ສະຖານີ ແລະ ສາມປະເພດປ່າ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ; ການຜັນຂະຫຍາຍແຜນຍຸດທະສາດການ ພັດທະນາຊັບພະຍາກອນມະນຸດຂອງ ບັນດາກົມ, ສະຖາບັນ ແລະ ທຽບເທົ່າ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຍັງບໍ່ທັນໄດ້ດໍາເນີນໄປຢ່າງເປັນລະບົບຄົບຊຸດ ເປັນຕົ້ນແມ່ນ ການວາງແຜນຝຶກ ອົບຮົມ, ການຄຸ້ມຄອງ, ພັດທະນາຫຼັກສູດ, ງົບປະມານ, ການຈັດຝຶກອົບຮົມ, ການຕິດຕາມປະເມີນຜົນ; ບາງ ກົມວິຊາການໃນການປະກອບສ່ວນພັດທະນາຫຼັກສູດການຮຽນ-ການສອນ, ພື້ນຖານໂຄງລ່າງ, ເຄື່ອງມື, ວັດຖຸ ອຸປະກອນ ຮັບໃຊ້ການຮຽນ-ການສອນ ຂອງບັນດາວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ໂຮງຮຽນ ເກົ່າແກ່ ບໍ່ ຮັບປະກັນຄຸນນະພາບ ແລະ ປະລິມານເທື່ອ;


9 4) ເຖິງວ່າການປັບປຸງກົງຈັກການຈັດຕັ້ງຂັ້ນກະຊວງໄດ້ສໍາເລັດ, ແຕ່ການກໍານົດຕໍາແໜ່ງງານ ຂອງບາງກົມຍັງຊັກ ຊ້າ. ສໍາລັບຂັ້ນທ້ອງຖິ່ນ ກະຊວງໄດ້ອອກບັນດານິຕິກໍາ ເພື່ອເປັນບ່ອນອີງໃນການປັບປຸງກົງຈັກ ແລະ ພາລະ ບົດບາດ ຂອງບັນດາພະແນກກະສິກໍາ ແລະ ປ່າໄມ້ ແຂວງ/ນະຄອນຫຼວງ ແຕ່ເຫັນວ່າ ຫຼາຍພາກສ່ວນຍັງດໍາເນີນ ຊັກຊ້າ ເຮັດໃຫ້ການມອບໝາຍໜ້າທີ່ວຽກງານໃຫ້ພະນັກງານ-ລັດຖະກອນ ຍັງບໍ່ເຂົ້າສູ່ລະບົບແບບແຜນ ເຮັດ ໃຫ້ການສັບຊ້ອນບັນຈຸບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ຖັນແຖວພະນັກງານລັດຖະກອນມີລັກສະນະເຫຼືອ-ບໍ່ພໍ ແລະ ຄຸນນະພາບຂອງວຽກງານບໍ່ສູງ; ການຄົ້ນຄວ້າສ້າງນິຕິກໍາ, ການສະໜອງ ຂໍ້ມູນຂ່າວສານ ກ່ຽວກັບການລົງທຶນໃນຂະແໜງການກະສິກໍາ ແລະ ປ່າໄມ້ ເພື່ອດຶງດູດການລົງທຶນຍັງເຮັດບໍ່ທັນ ໄດ້ດີ, ບໍ່ກວ້າງຂວາງ; 5) ອົງການຈັດຕັ້ງມະຫາຊົນ ຍັງບໍ່ທັນເປັນກໍາລັງແຮງສັງລວມ ໃນການຈັດຕັ້ງຜັນຂະຫຍາຍ ບັນດາຄໍາສັ່ງ ຂອງ ຄະນະພັກຂັ້ນເທິງ, ຕິດພັນກັບຂໍ້ແຂ່ງຂັນ ຂອງແຕ່ລະອົງການ ຍັງເຮັດບໍ່ທັນໄດ້ດີ; 6) ເຖິງວ່າໄດ້ກໍານົດແຜນດໍາເນີນງານວາລະແຫ່ງຊາດ ຕິດພັນກັບຂະແໜງກະສິກໍາ ແລະ ປ່າໄມ້ ທີ່ລະອຽດ, ຄົບ ຖ້ວນແລ້ວກໍ່ຕາມ ແຕ່ການຈັດຕັ້ງປະຕິບັດຕົວຈິງຂອງບັນດາກົມ ເຫັນວ່າ ບາງໜ້າວຽກຍັງບໍ່ໜັກ ແໜ້ນ, ຊັກ ຊ້າ, ບໍ່ບັນລຸຕາມແຜນທີ່ກໍານົດໄວ້ ເຊັ່ນ: ການເກັບກໍາເນື້ອທີ່ການປູກຝິ່ນ ແລະ ການຈັດສັນອາຊີບປ່ຽນແທນ, ການຊຸກຍູ້ ສົ່ງເສີມການຜະລິດຕິດພັນກັບການປຸງແຕ່ງເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ; ການສະໜອງວັດຖຸດິບທີ່ເປັນສ່ວນປະສົມຕົ້ນຕໍ ສໍາລັບການຜະລິດຫົວອາຫານສັດ, ຝຸ່ນ ຍັງບໍ່ໄດ້ດີ. ຂ. ສາເຫດພາໃຫ້ມີ ດ້ານອ່ອນ-ຂໍ້ຄົງຄ້າງ • ສາເຫດໃນຕົວ: 1. ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງຄະນະພັກແຕ່ລະຂັ້ນ ເຂົ້າສູ່ວຽກຕົວຈິງຂອງບາງຮາກຖານ ພັກ ຍັງບໍ່ທັນເລິກເຊິ່ງ ແລະ ບໍ່ທັນຫັນເປັນແຜນງານ, ໂຄງການ, ແຜນການ ທີ່ສາມາດຈັດຕັ້ງປະຕິບັດໄດ້ ໂດຍ ມີພາກລັດ, ພາກສ່ວນທຸລະກິດ, ກຸ່ມ, ສະຫະກອນ ເຂົ້າຮ່ວມ ຍັງເປັນໂຄງການ PCAP ຢູ່, ຍັງບໍ່ທັນສະແດງ ໃຫ້ເຫັນຜົນໄດ້ຮັບຕາມຕົວເລກຄາດໝາຍທີ່ວາງໄວ້; ກົນໄກໃນການຊຸກຍູ້ຕິດຕາມແຕ່ລະຕົວຊີ້ບອກ ຍັງເຮັດບໍ່ ທັນໄດ້ດີ; 2. ການແບ່ງຄວາມຮັບຜິດຊອບ ລະຫວ່າງ ກົມກອງພາຍໃນ, ກະຊວງ-ຂະແໜງການ, ທ້ອງຖິ່ນ ບາງວຽກຍັງບໍ່ ທັນແຈ້ງ ເປັນຕົ້ນແມ່ນ ການຜະລິດເປັນສິນຄ້າ, ການພັດທະນາຊົນນະບົດ; ແບບແຜນວິທີເຮັດວຽກໃນ ເງື່ອນໄຂໃໝ່ ຍັງບໍ່ທັນສອດຄ່ອງ, ຄວາມອາດສາມາດໃນການບັນຊາຊີ້ນໍາ, ການອໍານວຍຄວບຄຸມ, ການເສີມ ຂະຫຍາຍບົດບາດ ຂອງຜູ້ເປັນຫົວໜ້າຢູ່ບາງກົມກອງ ຍັງບໍ່ທັນສູງ, ສະຕິບືນຕົວເປັນເຈົ້າຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງຂອງ ຄະນະພັກ, ສະມາຊິກພັກ-ພະນັກງານ ຈໍານວນ ໜຶ່ງ ຍັງບໍ່ທັນສູງ; 3. ຄະນະກວດກາພັກຢູ່ບາງຮາກຖານພັກ ຍັງບໍ່ທັນເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງເປັນປົກກະຕິ, ຈຶ່ງ ເປັນສາເຫດໃຫ້ ການກໍາແໜ້ນນິຕິກໍາ, ບາດກ້າວ ແລະ ວິທີການປະເມີນຕີລາຄາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບໍ່ແທດເຖິງກັບຄວາມເປັນຈິງ; ຍ້ອນຄະນະພັກຂັ້ນຕ່າງໆ ຍັງບໍ່ທັນເອົາໃຈໃສ່ໃນ ການ ຄົ້ນຄວ້າ ແລະ ກໍາແໜ້ນກ່ຽວກັບມາດຖານ ວຽກງານກວດກາການປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີບາງຮາກຖານພັກມີແນວຄິດຈົ່ງຈຽມບໍ່ກ້າຕໍານິຕິຊົມກັນແບບຈິງໃຈ ຈຶ່ງເຮັດໃຫ້ການ ຕີລາຄາຈັດປະເພດ ຂອງສະມາຊິກພັກສູງກວ່າຜົນງານຕົວຈິງ. • ສາເຫດນອກຕົວ: 1. ການລະບາດຂອງພະຍາດໂຄວີດ-19, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ປັດໄຈການຜະລິດລາຄາສູງ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າຂອງ ຜູ້ຜະລິດ, ຜູ້ປະກອບການ; ການລະບາດຂອງພະຍາດສັດ ເປັນຕົ້ນແມ່ນ ອາຫິວາໝູອາຟຣິກາ, ຜິວໜັງອັກເສບ ງົວ-ຄວາຍ, ການລະບາດຂອງສັດຕູພືດ: ບົ້ງຝູງສາລີ, ພະຍາດຫ່ຽວ ເຫຼືອງໝາກກ້ວຍ;


10 2. ງົບປະມານ ປັບປຸງ-ສ້ອມແປງ ຊົນລະປະທານ, ພື້ນຖານດ້ານການຄົ້ນຄວ້າ-ທົດລອງ, ງົບປະມານເຄື່ອນໄຫວ; 3. ນະໂຍບາຍ, ນິຕິກໍາ, ຂັ້ນຂອດການບໍລິຫານລັດ. IV. ບົດຮຽນທີ່ຖອດຖອນໄດ້ 1. ຖືເອົາການສຶກສາອົບຮົມການເມືອງແນວຄິດ ໃຫ້ແທດເຖິງທຸກເປົ້າໝາຍ, ທັນກັບກໍານົດເວລາ ເປັນບັນຫາກົກ ຂອງທົ່ວອົງຄະນະພັກ; ຖືເອົາການບໍາລຸງສ້າງຍົກລະດັບ ຄວາມຮູ້ຄວາມສາມາດຂອງພະນັກງານ ທາງດ້ານວິຊາ ສະເພາະ ຕິດພັນກັບການຝືກຝົນຫຼໍ່ຫຼອມຄຸນທາດການເມືອງ ຄຸນສົມບັດສີນທໍາປະຕິວັດໃຫ້ສົມຄູ່ກັບໜ້າທີ່ ການເມືອງ ທີ່ໄດ້ຮັບມອບໝາຍ ເປັນບັນຫານຕັດສີນ; 2. ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດ, ເຂັ້ມແຂງ ແລະ ມີປະສິດທິພາບ ພ້ອມທັງກໍານົດຕໍາແໜ່ງ ງານ ໃຫ້ສ່ອດຄອງກັບພາລະບົດບາດ ທ່ວງທັນກັບເວລາ ແລະ ບັນຈຸສັບຊ້ອນພະນັກງານ-ລັດຖະກອນ ໃຫ້ຖືກ ກັບມາດຕະຖານຕໍາແໜ່ງງານທີ່ກໍານົດໄວ້; 3. ຄະນະພັກແຕ່ລະຂັ້ນຕ້ອງເປັນເຈົ້າການໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ ເຂັ້ມແຂງ ເພື່ອໃຫ້ສາມາດບັນລຸຕົວເລກຄາດໝາຍທີ່ວາງໄວ້; 4. ຄະນະພັກແຕ່ລະຂັ້ນຕ້ອງຖືສໍາຄັນໃນການນໍາພາຈັດຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບຂະແໜງກະສິກໍາ ແລະ ປ່າໄມ້ໃຫ້ບັນລຸຕາມແຜນດໍາເນີນງານທີ່ວາງໄວ້ ພ້ອມທັງມີລະບົບຕິດຕາມກວດກາປະເມີນຜົນຄວາມຄືບ ໜ້າແຕ່ລະກິດຈະກໍາໃນແຕ່ລະໄລຍະໃຫ້ຖືກຕ້ອງ, ຕໍ່ເນື່ອງ ແລະ ທັນເວລາ. 5. ຍຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງງານຄວາມຮັບຜິດຊອບໃຫ້ຈະແຈ້ງ ແລະ ປະຕິບັດລະບອບຫົວໜ້າດຽວ ເປັນມາດຕະການທີ່ສໍາຄັນ ເຮັດໃຫ້ການນໍາພາຂອງພັກໃນທຸກຂົງເຂດວຽກ ງານ ມີຜົນສໍາເລັດເປັນຢ່າງດີ. V. ຂໍ້ສະຫຼຸບຈໍານວນໜຶ່ງ 1. ການເລັ່ງທວງທີ່ສໍາຄັນ ຊຶ່ງຄະນະພັກ-ການນໍາ ທຸກຂັ້ນ ຕ້ອງຊອກຫາທາງອອກ: 1) ການຜະລິດ-ປຸງແຕ່ງ ສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ ທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ໄດ້ ມາດຕະຖານ ເພື່ອເພີ່ມຄວາມສາມາດ ໃນການແຂ່ງຂັນຕະຫຼາດ ພາຍໃນ ແລະ ສົ່ງອອກ ກໍ່ຄືການປະຕິບັດ ວາລະແຫ່ງຊາດ; 2) ການຄຸ້ມຄອງ, ປົກປັກຮັກສາ ປ່າ ແລະ ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ; 3) ການສ້າງຄອບຄົວພົ້ນທຸກ,ຄອບຄົວພັດທະນາ,ບ້ານພົ້ນທຸກ,ບ້ານພັດທະນາໃຫ້ບັນລຸຕາມຕົວເລກຄາດໝາຍ; 4) ການປັບປຸງຂັ້ນຂອດການລົງທຶນ, ການນໍາໃຊ້ທຶນຊ່ວຍເຫຼືອລ້າ. 2. ບັນຫາທີ່ເກີດຈາກຈຸດອ່ອນ ຂໍ້ຄົງຄ້າງ ຕ້ອງຮີບດ່ວນແກ້ໄຂ: 1) ການຍົກສູງຄວາມຮັບຜິດຊອບ ຕໍ່ການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງ ເປັນຕົ້ນແມ່ນ ການນໍາພາ ປະຕິບັດ ແຜນງານ, ໂຄງການ, ແຜນວຽກຈຸດສຸມ ຂອງຄະນະພັກແຕ່ລະຂັ້ນ. 3. ບັນຫາທີ່ເກີດຈາກສະພາບການໃໝ່ ແຕ່ການປະຕິບັດຍັງເຮັດຄືເກົ່າ ນັ້ນແມ່ນ ບຸກທະລຸດ້ານແນວຄິດ ຈິນຕະນາການ, ແບບແຜນວິທີເຮັດວຽກ, ຄວາມເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມ, ຕໍ່ວຽກລວມ; ການ ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດ, ເຂັ້ມແຂງ ແລະ ມີປະສິດທິພາບ, ການນໍາໃຊ້, ສັບຊ້ອນ ພະນັກງານ ຕາມທິດມີຂຶ້ນມີລົງ, ມີເຂົ້າມີອອກ.


11 ພາກທີ II ທິດທາງ, ໜ້າທີ່, ຄາດໝາຍ ໄລຍະເຄິ່ງທ້າຍສະໄໝ ຮອດປີ 2025 ສິ່ງທ້າທາຍ ແລະ ກາລະໂອກາດ ໃນຕໍ່ໜ້ານີ້ ພວກເຮົາຍັງຕ້ອງໄດ້ປະເຊີນກັບສະພາບການຂອງໂລກສືບຕໍ່ຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ, ສະພາບສາກົນມີຄວາມເຄັ່ງຕຶງ. ຢູ່ພາຍໃນປະເທດກໍ່ປະສົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພເງິນ ເຟີ້, ຄ່າຄອງຊີບສູງ, ສະພາບດິນຟ້າອາກາດ ສົ່ງຜົນກະທົບກໍ່ໃຫ້ເກີດໄພພິບັດທາງທໍາມະຊາດ ຢູ່ໃນຫຼາຍທ້ອງຖີ່ນ, ການລະບາດຂອງສັດຕູພືດ ແລະ ພະຍາດສັດ, ການລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບໃຫ້ແກ່ການຜະລິດ ກະສິກໍາ ແລະ ປ່າໄມ້. ພ້ອມດຽວກັນນັ້ນ ສະພາບຄວາມເປັນຈິງຂອງຊົນນະບົດ ແລະ ກະສິກໍາຂອງປະເທດເຮົາ ການ ຜະລິດເປັນສິນຄ້າຍັງບໍ່ທັນເຂັ້ມແຂງ. ນອກຈາກສິ່ງທ້າທາຍນັ້ນ ພວກເຮົາກໍ່ຍັງມີກາລະໂອກາດ ແລະ ທ່າແຮງທີ່ບົ່ມ ຊ້ອນເຊັ່ນ: ດິນກະສິກໍາ-ແຫຼ່ງນໍ້າ ທີ່ສະອາດ, ຊັບພະຍາກອນປ່າໄມ້ ທີ່ອຸດົມສົມບູນ, ມີເສັ້ນທາງລົດໄຟ ລາວ-ຈີນ, ລະບົບໂລຈີສະຕິກ, ການເປີດກວ້າງການຮ່ວມມືກັບຕ່າງປະເທດດ້ານການຄ້າ ແລະ ການລົງທຶນ. ສະນັ້ນ, ຄະນະພັກ ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ວາງທິດທາງລວມ, ວຽກງານຈຸດສຸມແຕ່ລະດ້ານ ແລະ ມາດຕະການຈັດຕັ້ງ ປະຕິບັດ ດັ່ງນີ້: I. ທິດທາງລວມ ແລະ ຄາດໝາຍສູ້ຊົນ 1. ທິດທາງລວມ - ສືບຕໍ່ກໍ່ສ້າງ ແລະ ປັບປຸງປົວແປງພາຍໃນພັກ ໃຫ້ເລິກເຊິ່ງ, ໜັກແໜ້ນໃນທຸກດ້ານ, ເສີມຂະຫຍາຍ ປະຊາທິປະໄຕພາຍໃນພັກ ຕິດພັນກັບການເພີ່ມທະວີ ການສຶກສາອົບຮົມການເມືອງແນວຄິດ ໃຫ້ທົ່ວອົງຄະນະພັກ ເພື່ອຍົກສູງຄວາມຮັບຜິດຊອບ ຂອງຄະນະພັກຂັ້ນຕ່າງໆ, ຂອງພະນັກງານ, ສະມາຊິກພັກ ແລະ 3 ອົງການຈັດຕັ້ງ ມະຫາຊົນ ຕາມທິດສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສຸມໃສ່ການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ກໍ່ຄື ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄປຄຽງຄູ່ກັບ ການປະຕິບັດ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີຜົນສໍາເລັດຕົວຈິງ. - ສືບຕໍ່ພັດທະນາກະສິກໍາ ແລະ ປ່າໄມ້ ໃຫ້ເຂົ້າສູ່ລວງເລິກ ແລະ ໜັກແໜ້ນ ດ້ວຍການຂຸດຄົ້ນທຸກທ່າແຮງ ບົ່ມຊ້ອນ, ປຸກລະດົມກໍາລັງແຮງທັງພາຍໃນ, ຕ່າງປະເທດ ແລະ ຊາວກະສິກອນ ເຂົ້າໃນການປະຕິບັດ ແຜນການຄໍ້າ ປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ການຄຸ້ມຄອງປັກປັກຮັກສາຟື້ນຟູບູລະນະປ່າໄມ້, ຍູ້ແຮງການຜະລິດ ກະສິກໍາ ແລະ ປ່າໄມ້ ເປັນສິນຄ້າ ສະໜອງພາຍໃນ ແລະ ສົ່ງອອກ ຕາມທ່າແຮງທີ່ໄດ້ປຽບ ຂອງແຕ່ລະເຂດແຄວ້ນ ຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດ, ຊຸກຍູ້ການພັດທະນາ ວິສາຫະກິດ, ຟາມ, ຄອບຄົວຕົວແບບ, ກຸ່ມການ ຜະລິດ ຫຼື ສະຫະກອນ ຕາມທິດຫັນເປັນອຸດສາຫະກໍາ, ທັນສະໄໝ, ສະອາດ, ສີຂຽວ ແລະ ຍືນຍົງ ໃຫ້ມີບາດກ້າວ ບຸກທະລຸຢ່າງຕັ້ງໜ້າ. - ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ເຂົ້າສູ່ລົງເລິກ ແລະ ທົ່ວເຖິງ ຕາມທິດສາມ ສ້າງ, ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ, ເຮັດໃຫ້ລະບົບການເມືອງຢູ່ເຂດຊົນນະບົດ ມີຄວາມເຂັ້ມແຂງ, ໜັກແໜ້ນ, ສາມາດນໍາພາປະຊາຊົນ ເປັນເຈົ້າການປົກປັກຮັກສາ, ພັດທະນາຕົນເອງ ແລະ ພັດທະນາບ້ານຊ່ອງໃຫ້ຫຼຸດພົ້ນອອກ ຈາກຄວາມທຸກຍາກ ຊີວິດການເປັນຢູ່ ທາງດາ ້ນວັດຖຸ ແລະ ຈິດໃຈ ຂອງປະຊາຊົນໃນຊົນນະບົດ ໄດ້ຮັບການປັບປຸງ ດີຂື້ນ. - ພັດທະນາຊັບພະຍາກອນມະນຸດ ແລະ ຄຸນນະພາບບຸກຄະລາກອນ ເປັນບັນຫາໃຈກາງ ເພື່ອເພີ່ມທະວີ ບົດບາດຄຸ້ມຄອງ ມະຫາພາກ ແລະ ຈຸລະພາກ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ມີປະສິດທິພາບ ແລະ ເພີ່ມ ປະສິດທິພາບການເຄື່ອນໄຫວຂອງ ບັນດາກົມ, ສະຖາບັນຄົ້ນຄວ້າ, ສູນ, ສະຖານີ ເຂົ້າໃນການບໍລິການສັງຄົມ ແລະ ປະຊາຊົນ ຜະລິດເພື່ອເພີ່ງພາຕົນເອງຢູ່ພາຍໃນ ເປັນຕົ້ນຕໍ ແລະ ຊຸກຍູ້ການຜະລິດເພື່ອສົ່ງອອກເປັນສໍາຄັນ.


12 2. ຄາດໝາຍສູ້ຊົນ ໃນໄລຍະທ້າຍສະໄໝຈະຕ້ອງໄດ້ສູ້ຊົນເຮັດໃຫ້ຈັງຫວະການຂະຫຍາຍຕົວຂອງຂະແໜງກະສິກໍາ ແລະ ປ່າໄມ້ ສະເລ່ຍບັນລຸໄດ້ 2,5% ຕໍ່ປີ, ກວມເອົາ 15,3% ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນປີ 2025. ຜະລິດເຂົ້າເປືອກໃຫ້ໄດ້ 3,5-4 ລ້ານໂຕນຕໍ່ປີ, ມູນຄ່າການສົ່ງອອກ ພືດ ແລະ ສັດ 1,2 ຕື້ໂດລາຕໍ່ປີ (ສັດ 0,1 ຕື້ ໂດລາຕໍ່ປີ), ການບໍລິໂພກທາດຊີ້ນ ບັນລຸ 73 ກິໂລ/ຄົນ/ປີ, ສົ່ງງົວອອກ ສປ. ຈີນ ໃຫ້ໄດ້ 150.000 ໂຕ, ເພີ່ມ ລະດັບຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດໃນປີ 2025, ສຸມໃສ່ແກ້ໄຂ 23 ເມືອງທຸກຍາກ, ຈັດສັນພູມລໍາເນົາ ແລະ ອາຊີບທີ່ໝັ້ນຄົງ ໃນ 25 ຈຸດສຸມ ໃຫ້ມີປະສິດທິຜົນ. II. ວຽກງານຈຸດສຸມແຕ່ລະດ້ານ 1. ການສຶກສາອົບຮົມການເມືອງ-ແນວຄິດ ເພີ່ມທະວີສຶກສາອົບຮົມ ການເມືອງແນວຄິດ ໃຫ້ສະມາຊິກພັກ ແລະ ຖັນແຖວພະນັກງານນໍາພາ-ຄຸ້ມຄອງ, ພະນັກງານ-ລັດຖະກອນ ໃຫ້ມີຄວາມໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ອຸດົມການ, ມີຄວາມຮັກຊາດຕິດພັນກັບການ ຮັກລະບອບໃໝ່, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກຂອງຊາດ, ໃຫ້ເຫັນແຈ້ງຄວາມຮັບຜິດຊອບການເມືອງ, ເປັນເອກພາບຕໍ່ແນວທາງນະໂຍບາຍຂອງພັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ໂດຍການເຊື່ອມຊຶມກໍາແໜ້ນ ບັນດາແນວທາງນະໂຍບາຍ, ມະຕິຄໍາສັ່ງ, ແຜນພັດທະນາຂະແໜງການ ວາລະແຫ່ງຊາດ ເພື່ອສ້າງການຫັນປ່ຽນ ໃ ໝ່ ໃນທົ່ວອົງຄະນະພັກກະຊວງ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ, ຖືກຕ້ອງ ແລະ ເປັນເອກະພາບໄປລວງດຽວກັນ ພ້ອມທັງເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ, ຍົກສູງຄວາມຮັບຜິດຊອບຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ, ມີນໍາ ້ໃຈເສຍສະຫຼະ ຍົກສູງສະຕິເປັນເຈົ້າການ ພ້ອມກັນບຸກບືນ ໃນການປະຕິບັດໜ້າທີ່ ການເມືອງຂອງຕົນ ໃຫ້ມີຜົນສໍາເລັດ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ. 2. ການພັດທະນາວຽການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກຕາມທິດຫັນເປັນອຸດ ສະຫະກໍາ, ທັນສະໄໝ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ 1) ການຜະລິດກະສິກໍາ ເພື່ອຄໍ້າປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ໃນທ້າຍສະໄໝຕໍ່ໜ້ານີ້ ພວກເຮົາຕ້ອງເພີ່ມທະວີ ຊຸກຍູ້ສົ່ງເສີມ ການຜະລິດກະສິກໍາ ນັບທັງການປູກ-ການ ລ້ຽງ ແບບປະສົມປະສານ, ສ້າງມູນຄ່າເພີ່ມຂອງການນໍາໃຊ້ທີ່ດິນ ເພື່ອຕອບສະໜອງໃຫ້ແກ່ການບໍລິໂພກຢູ່ພາຍໃນ ດ້ວຍການເພິ່ງພາຕົນເອງເປັນຕົ້ນຕໍ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ ຕອບສະໜອງທາງດ້ານ ໂພຊະນາການທີ່ດີ ໃຫ້ແກ່ປະຊາກອນ ໃຫ້ໄດ້ 2.600 ກິໂລກະລໍລີ/ຄົນ/ມື້. ຮອດປີ 2025 ສູ້ຊົນຜະລິດເຂົ້າເປືອກ ໃຫ້ໄດ້ 3,5-4 ລ້ານໂຕນ/ປີ ໃນນັ້ນ ແຮໄວ້ເພື່ອຄໍ້າປະກັນສະບຽງອາຫານພາຍໃນ 2,5 ລ້ານໂຕນ/ປີ ແລະ ພືດອື່ນໆ ເຊັ່ນ: ພືດຜັກ, ສາລີຫວານ, ເຜືອກມັນ ແລະ ໝາກໄມ້ ໃຫ້ໄດ້ 2,1 ລ້ານໂຕນ, ການລ້ຽງສັດ ແລະ ການປະມົງ ສູ້ ຊົນເຮັດໃຫ້ອັດຕາການບໍລິໂພກທາດຊີ້ນບັນລຸໄດ້ 73 ກິໂລ/ຄົນ/ປີ. ພວກເຮົາຕ້ອງຍູ້ແຮງການຫັນປ່ຽນແນວຄິດ ແລະ ເຕັກນິກການລ້ຽງສັດແບບທໍາມະຊາດ ໄປສູ່ການລ້ຽງສັດແບບເປັນຟາມ ເຊັ່ນ: ການລ້ຽງງົວ, ຄວາຍ, ໝູ, ໄກ່ ພັນໄຂ່, ເປັດໄກ່ພັນຊີ້ນ ແລະ ສັດນໍ້າ ດ້ວຍການພັດທະນາ ແລະ ຖ່າຍຖອດເຕັກນິກກະສິກໍາສະໄໝໃໝ່, ເພີ່ມ ຄວາມຮັບຮູ້ໃໝ່ ໃຫ້ແກ່ຊາວກະສິກອນ ກໍ່ຄື ຜູ້ປະກອບການ ເພື່ອຍົກຜະລິດຕະພາບໃຫ້ສູງຂື້ນ ດ້ວຍການນໍາໃຊ້ ແນວພັນ, ພືດອາຫານສັດ ແລະ ການບໍລິຫານຈັດການທີ່ດີ. 2) ການຜະລິດກະສິກໍາ ເພື່ອເປັນສິນຄ້າສົ່ງອອກ ຊຸກຍູ້ສົ່ງເສີມ ທຸກພາກສ່ວນເສດຖະກິດ ເຂົ້າຮ່ວມການຜະລິດກະສິກໍາເປັນສິນຄ້າ ຕາມມາດຕະຖານ ກະສິກໍາສະອາດ (GAP) ທີ່ເປັນທ່າແຮງ ແລະ ສິນຄ້າທີ່ມີມູນຄ່າເພີ່ມສູງເພື່ອສົ່ງອອກ. ຜະລິດພືດເປັນສິນຄ້າສົ່ງ ອອກມູນຄ່າສົ່ງອອກ 5,5 ຕື້ໂດລາສະຫະລັດ ຫຼື 1,1 ຕື້ໂດລາສະຫະລັດ/ປີ, ໃນນັ້ນສຸມໃສ່ເຂົ້າ, ກາເຟ, ສາລີ ອາຫານສັດ, ມັນຕົ້ນ, ກ້ວຍ, ໝາກໄມ້ປະເພດຕ່າງໆ, ພືດຕະກຸນຖົ່ວ, ເຜືອກມັນ ແລະ ຢາງພາລາ ດ້ວຍການ ປະຕິບັດ 8 ໂຄງການຈຸດສຸມຜະລິດກະສິກໍາເປັນສິນຄ້າ ໃນເຂດ 7 ທົ່ງພຽງໃຫຍ່ ຢູ່ພາກກາງ, ພາກໃຕ້ ແລະ


13 ເຂດອື່ນໆ ທີ່ມີເງື່ອນໄຂ ແລະ ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ 916 ລ້ານໂດລາສະຫະລັດ/ປີ. ຈັດຕັ້ງ ປະຕິບັດ 3 ແຜນວຽກຫຼັກ ຂອງແຜນງານການສົ່ງເສີມລ້ຽງງົວສົ່ງອອກ ສປ ຈີນ ເພື່ອຮັບປະກັນຮອດປີ 2025 ສາມາດສົ່ງງົວອອກ ໃຫ້ໄດ້ຫຼາຍກວ່າ 150.000 ໂຕ ຫຼື 50.000 ໂຕ/ປີ. ເພື່ອຮັບປະກັນ ໃຫ້ແກ່ການຈັດຕັ້ງ ປະຕິບັດແຜນງານ ຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ແຜນງານຜະລິດກະສິກໍາເປັນສິນຄ້າ ໃຫ້ພົ້ນ ເດັ່ນຂຶ້ນ ໃນເງື່ອນໄຂສະພາບການຂອງໂລກ ແລະ ການລະບາດຂອງພະຍາດພືດ ແລະ ສັດ ເຊິ່ງກະທົບໃສ່ ເສດຖະກິດ ປະເທດເຮົາພວມປະເຊີນໜ້າ ກັບໄພເງິນເຟີ້ເຮັດໃຫ້ເງິນກີບອ່ອນຄ່າ ພວກເຮົາຕ້ອງ ເປັນເຈົ້າເພີ່ງພາຕົນ ເອງຢູ່ພາຍໃນເປັນຕົ້ນຕໍ, ພ້ອມກັນຄົ້ນຄິດ ຫັນທິດປະດິດສ້າງຢ່າງເປັນເຈົ້າການ ຂຸດຄົ້ນນໍາໃຊ້ພູມປັນຍາຊາວບ້ານ ສົມທົບກັບການນໍາໃຊ້ວິທະຍາສາດເຕັກໂນໂລຊີໃໝ່ ເຂົ້າໃນວຽກງານຕ່າງໆ ໂດຍສຸມໃສ່ວຽກງານຕົ້ນຕໍ ດັ່ງນີ້: - ເອົາໃຈໃສ່ຊ່ວຍທ້ອງຖີິ່ນ ສໍາຫຼວດວິໄຈດິນ, ສ້າງແຜນທີ່ດິນກະສິກໍາ, ແບ່ງເຂດການຜະລິດ, ການປູກ-ການ ລ້ຽງ ແລະ ພັດທະນາທີ່ດິນ, ດໍາເນີນການປັກຫຼັກໝາຍເຂດດິນສະຫງວນໄວ້ ເພື່ອການກະສິກໍາ, ວາງແຜນນໍາໃຊ້ໃຫ້ ຮັດກຸມ ອອກລະບຽບການຈໍາກັດ ການຫັນດິນກະສິກໍາ ໄປເປັນດິນປະເພດອື່ນໃຫ້ຈະແຈ້ງ. - ຂຸດຄົ້ນນໍາໃຊ້ນໍ້າຊົນລະປະທານໃຫ້ເຕັມຄວາມສາມາດ ດ້ວຍການຟື້ນຟູພື້ນຖານໂຄງລ່າງຊົນລະປະທານ ທີ່ ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ແລະ ສຸມທຶນຮອນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງໂຄງການຊົນລະປະທານ ໃນເຂດທີ່ຈໍາເປັນ ແລະ ສືບຕໍ່ກໍ່ສ້າງຊົນລະປະທານ ໃນເຂດທີ່ຍັງບໍ່ທັນສໍາເລັດແຕ່ມີປະສິດທິຜົນສູງ ເຂົ້າຮັບໃຊ້ການ ຜະລິດ ບົນພື້ນຖານການກວດກາມູນຄ່າໂຄງການຄືນໃໝ່ໃຫ້ຖືກຕ້ອງ. ພັດທະນາຊົນລະປະທານ ແລະ ຊົນລະ ກະເສດ ຕິດພັນກັບການພັດທະນາໄຟຟ້າພະລັງງານນໍ້າ ແຕ່ຫົວທີ, ສົ່ງເສີມພັດທະນາຊົນລະປະທານພູມປັນຍາ ຊາວບ້ານ ຕາມຮູບແບບຊຸມຊົນພັດທະນາ, ຊຸມຊົນນໍາໃຊ້ ແລະ ປົກປັກຮັກສາ. ປັບປຸງຂໍ້ກໍານົດລະບຽບການນໍາ ໃຊ້ນໍ້າໃໝ່ ໃຫ້ສອດຄ່ອງ ແລະ ປັບປຸງກຸ່ມຜູ້ນໍາໃຊ້ນໍ້າ ປັບປຸງກົນໄກຄຸ້ມຄອງນໍາໃຊ້ນໍ້າຊົນລະປະທານ ໃຫ້ມີ ປະສິດທິພາບ. - ເຜີຍແຜ່ຄວາມຮູ້ໃຫ້ແກ່ຊາວນາ-ຊາວສວນ ກ່ຽວກັບເຕັກນິກການຜະລິດກະສິກໍາ, ປ່າໄມ້ ແບບປະສົມ ປະສານ, ປູກພືດໝູນວຽນ, ເຕັກນິກນາຫວ່ານ, ນາຢອດ, ນາດໍາ ດ້ວຍກົນຈັກ, ເຕັກນິກການປູກພືດອາຫານສັດ, ຂຸນສັດ, ເຕັກນິກການປູກພືດຜັກ ແລະ ເຂົ້າ ແບບໃຊ້ນໍ້າໜ້ອຍ, ໃຊ້ນໍ້າຢົດ, ນໍ້າພຸ່ງ, ພືດຜັກເຮືອນຮົ່ມ, ປູກ ກາງແຈ້ງ, ເຕັກນິກການປູກພືດລະດູຝົນ, ການປະຍຸກ ແລະ ນໍາໃຊ້ພະລັງງານແສງອາທິດ ເຂົ້າໃນການສະໜອງນໍ້າ ໃຕ້ດິນ ປະຢັດຕົ້ນທຶນຄ່າກະແສໄຟຟ້າ ໃຫ້ແກ່ການຜະລິດຢູ່ເຂດຊົນນນະບົດ ຊານເມືອງ ເທດສະບານແຂວງ ນັບທັງ ຊານເມືອງນະຄອນຫຼວງວຽງຈັນ ທີ່ມີຂໍ້ຈໍາກັດ ໃນການໃຊ້ພະລັງງງານໄຟຟ້າ ໂດຍສະເພາະແມ່ນກຸ່ມຜະລິດພືດຜັກ ອີນຊີ, ກະສິກໍາສະອາດ. - ເອົາໃຈໃສ່ພັດທະນາສູນຄົ້ນຄວ້າ ແລະ ສູນບໍລິການເຕັກນິກ ທີ່ມີຢູ່ໃນທົ່ວປະເທດໃຫ້ເຂັ້ມແຂງຮັບປະກັນ ການເຄື່ອນໄຫວໃຫ້ມີປະສິດທິພາບ ດ້ວຍການປະກອບ ວິຊາການທີ່ດີ, ປະກອບວັດຖຸ-ເຕັກນິກ ແລະ ເຕັກໂນໂລຢີ ທັນສະໄໝ ໃຫ້ແກ່ສູນຕ່າງໆ ເພື່ອຖ່າຍທອດບົດຮຽນ, ເຕັກໂນໂລຢີ ການປູກ-ການລ້ຽງ ແລະ ທັງເປັນບ່ອນສາທິດ ໃຫ້ແກ່ນັກສຶກສາ ແລະ ຊາວກະສິກອນ. ເສີ່ມຂະຫຍາຍບົດບາດ ແລະ ບົດຮຽນປະສົບການ ຂອງບັນດາສູນຫົວໜ່ ວຍວິຊາການລະດັບສອງ ແລະ ສູນທີ່ຂຶ້ນບັນດາກົມ, ສະຖາບັນ. ພັດທະນາສູນຮ່ວມມືລະບົບມາດຖານການຜະລິດ ແລະ ການກັກກັນພືດ ແລະ ສັດ, ຜະລິດຕະພັນພືດ ແລະ ສັດ, ພັດທະນາເຂດອຸດສະຫະກໍາ, ກະສິກໍາ ແລະ ລະບົບ ການຫຸ້ມຫໍ່-ຂົນສົ່ງ (ໂລຈີສະຕິກ) ທັນສະໄໝ ຕິດພັນກັບການສ້າງເສດຖະກິດ ການຜະລິດກະສິກໍາ ແລະ ປ່າໄມ້ ຕາມແລວທາງລົດໄຟ ລາວ-ຈີນ ໃຫ້ສໍາເລັດທັນກັບເວລາ. 3) ການຄຸ້ມຄອງ ແລະ ພັດທະນາປ່າໄມ້ ສືບຕໍ່ຈັດຕັ້ງປະຕິບັດແຜນງານຄຸ້ມຄອງປົກປັກຮັກສາປ່າໄມ້ໃຫ້ມີເນື້ອທີ່ປົກຫຸ້ມກວມ 70% ຂອງເນື້ອທີ່ ທົ່ວປະເທດ; ຍົກລະດັບປ່າສະຫງວນແຫ່ງຊາດ ຂຶ້ນເປັນອຸທິຍານແຫ່ງຊາດ ໃຫ້ໄດ້1 ແຫ່ງ; ຟື້ນຟູປ່າ ໃນເຂດປ່າ ສະຫງວນ ແລະ ປ່າປ້ອງກັນໃຫ້ໄດ້1.667.245 ເຮັກຕາ; ສົ່ງເສີມປູກໄມ້ອຸດສາຫະກໍາໃຫ້ໄດ້167.730 ເຮັກຕາ, ໂດຍສຸມໃສ່ຄົ້ນຄວ້າ, ຜັນຂະຫຍາຍເປັນອັນລະອຽດບັນດານະໂຍບາຍ ຍຸດທະສາດ ກ່ຽວກັບວຽກງານປ່າໄມ້; ມີ


14 ຄວາມເຂັ້ມງວດໃນການບັງຄັບໃຊ້ກົດໝາຍ, ປະຕິບັດນະໂຍບາຍສົ່ງເສີມການປູກໄມ້ແລະ ເຄື່ອງປ່າຂອງດົງເປັນ ສິນຄ້າ, ການສົ່ງເສີມປູກໄມ້ແລະ ຟື້ນຟູປ່າໄມ້ເພື່ອປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກ ຮັກສາສິ່ງແວດລ້ອມ ຕາມທິດ ສີຂຽວ ແລະ ຍືນຍົງ, ສົ່ງເສີມທຸລະກິດເພື່ອການທ່ອງທ່ຽວທໍາມະຊາດ ແລະ ລະບົບ ນິເວດປ່າໄມ້, ຄຸ້ມຄອງໂຮງງານອຸດສະຫະກໍາປຸງແຕ່ງໄມ້, ເຄື່ອງປ່າຂອງດົງ ແລະ ຢາງພາລາ ໃຫ້ຖືກຕ້ອງຕາມ ລະບຽບກົດໝາຍ; ເປັນເຈົ້າການປະຕິບັດສັນຍາ ແລະ ອະນຸສັນຍາສາກົນ ທີ່ ສປປ ລາວ ເປັນພາຄີເປັນຕົ້ນ ສົນທິສັນຍາສາກົນ CITES ຢ່າງເຂັ້ມງວດ ແນ່ໃສ່ຢຸດຕິການຄ້າຂາຍ, ການນํາເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດປ່າ, ພືດ ປ່າ ທີ່ຫາຍາກໃກ້ຈະສູນພັນ ແລະ ບໍ່ສອດຄ່ອງກັບກົດໝາຍສາກົນ. 4) ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງເຂົ້າສູ່ລວງເລິກ ຮັບປະກັນເຮັດໃຫ້ ຊົນນະບົດ ມີຄຸນນະພາບຊີວິດທີ່ດີຂື້ນ: ໃນຕໍ່ໜ້ານີ້ ພວກເຮົາຕ້ອງເອົາໃຈໃສ່ປັບປຸງແຜນແມ່ບົດພັດທະນາຊົນນະບົດຮອບດ້ານ ລວມທັງແຜນວຽກ ແຜນຄົນ, ແຜນເງີນ ພ້ອມດຽວກັນນັ້ນຕ້ອງໄດ້ຈັດບຸລິມະສິດເຂດຊາຍແດນ ຊົນເຜົ່າ ເພື່ອຍົກສູງຊີວິດການເປັນຢູ່ ທາງດ້ານວັດຖຸ, ຈິດໃຈ ແລະ ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນ. ດັ່ງນັ້ນ, ຕ້ອງເລັ່ງໃສ່ສ້າງບ້ານໃຫຍ່ໃຫ້ເປັນຕົວ ເມືອງນ້ອຍຢູ່ຊົນນະບົດ ໂດຍສຸມໃສ່ແກ້ໄຂ 23 ເມືອງທຸກຍາກທີ່ສຸດ ໃນຂອບເຂດທົ່ວປະເທດ, ຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ຢູ່ 25 ຈຸດສຸມ. ສ້າງເມືອງພົ້ນທຸກໃຫ້ໄດ້ 62 ເມືອງ ບ້ານພົ້ນທຸກໃຫ້ໄດ້ 2.684 ບ້ານ, ສ້າງ ຄອບຄົວພົ້ນທຸກໃຫ້ໄດ້ 156.293 ຄອບຄົວ. ສ້າງບ້ານພັດທະນາໃຫ້ໄດ້ 3.938 ບ້ານ, ຄອບຄົວພັດທະນາ ໃຫ້ໄດ້ 195.678 ຄອບຄົວ; ຄົ້ນຄວ້າກํານົດມາດຕະຖານ, ຕົວຊີ້ວັດແຫ່ງຊາດ ກ່ຽວກັບວຽກງານພັດທະນາຊົນນະບົດໃໝ່ , ນະໂຍບາຍຄໍ້າປະກັນຫຼຸດຜ່ອນຄວາມສ່ຽງ ໃຫ້ແກ່ຊາວກະສິກອນ, ມີນະໂຍບາຍສົ່ງເສີມພິເສດດ້ານຕ່າງໆ ໃຫ້ເຂດ ເປົ້າໝາຍບູລິມະສິດ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອສົ່ງເສີມທຸກພາກສ່ວນເສດຖະກິດ, ບຸກຄົນ ແລະ ສັງຄົມ ເຂົ້າຮ່ວມ. 3. ການຊຸກຍູ້ສົ່ງເສີມຈັດຕັ້ງການຜະລິດດ້ວຍຫຼາຍຮູບແບບ ສືບຕໍ່ປັບປຸງການຈັດຕັ້ງການຜະລິດ ແລະ ການບໍລິການ ໃຫ້ແກ່ຊາວກະສິກອນ ເພື່ອກ້າວໄປເຖິງການ ສ້າງຕັ້ງສະຫະກອນແບບໃໝ່ ເຮັດໜ້າທີ່ບໍລິການເປັນຕົ້ນຕໍໃຫ້ແກ່ສະມາຊິກ ຕິດພັນກັບການຕະຫຼາດຈໍາໜ່າຍ ສິນຄ້າ. ກ່ອນອື່ນໝົດ ແມ່ນເລັ່ງໃສ່ສ້າງສະຫະກອນພືດຜັກ, ໝາກໄມ້, ພືດເສດຖະກິດສະອາດ, ການລ້ຽງສັດ ແລະ ການປະມົງ, ຈັດຕັ້ງຮູບແບບຮ່ວມສໍາພັນເສດຖະກິດ ລະຫວ່າງຄອບຄົວຊາວກະສິກອນ ກັບບັນດາວິສາຫະກິດດ້ວຍ ຫຼາຍຮູບແບບ ເປັນຕົ້ນແມ່ນຮູບແບບ 2+3 (ປະຊາຊົນເປັນເຈົ້າຂອງທີ່ດີນ, ແຮງງານ, ສ່ວນຜູ້ລົງທືນ ແມ່ນ ຮັບຜິດຊອບທືນ, ເຕັກນີກວິຊາການ ແລະ ການຕະຫຼາດ); ຊຸກຍູ້ສົ່ງເສີມບັນດາວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ ລົງທຶນດ້ວຍເຕັກໂນໂລຊີສູງ ຕາມທິດຫັນເປັນອຸດສາຫະກໍາທັນສະໄໝ ເທື່ອລະກ້າວ, ສ້າງເງື່ອນໄຂໃຫ້ ຊາວກະສິກອນ ໄດ້ເຂົ້າຮ່ວມການຜະລິດສິນຄ້າ ຕາມສັນຍາຂອງການຮ່ວມມື ເພື່ອສະສົມບົດຮຽນ ແລະ ຮຽນຮູ້ ການນໍາໃຊ້ເຕັກໂນໂລຊີການຜະລິດ, ການບໍລິຫານຈັດການ ເປັນພື້ນຖານໃຫ້ແກ່ ການພັດທະນາເສດຖະກິດ ຄອບຄົວໃຫ້ເປັນຟາມ ເປັນວິສາຫະກິດການຜະລິດ ແລະ ປຸງແຕ່ງກະສິກໍາ, ປ່າໄມ້; ລັດເຮັດໜ້າທີ່ຊ່ວຍໜູນດ້ານທຶນ ເພື່ອບໍລິການຝຶກອົມຮົມວຽກງານບໍລິຫານຈັດການ, ການຄ້າຂາຍຍົກ ແລະ ການຕະຫລາດຈໍາໜ່າຍສິນຄ້າພາຍໃນ ແລະ ຕ່າງປະເທດ. 4. ການຄ້ົນຄວ້ານໍາໃຊ້ວິທະຍາສາດ, ເຕັກໂນໂລຊີ; ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ສົ່ງເສີມນໍາໃຊ້ວິທະຍາສາດ-ເຕັກໂນໂລຊີໃໝ່ ເຂົ້າໃນທຸກຕ່ອງໂສ້ການຜະລິດ ເພື່ອສາມາດປັບຕົວເຂົ້າກັບ ການປ່ຽນແປງດິນຟ້າອາກາດ, ຫຼຸດຜ່ອນຕົ້ນທຶນການຜະລິດ, ຫຼຸດຜ່ອນການນໍາໃຊ້ແຮງງານກະສິກໍາ ຢູ່ທົ່ງພຽງໃຫຍ່ ພາກກາງ ແລະ ພາກໃຕ້ ເຮັດໃຫ້ການຜະລິດຕິດພັນກັບການປຸງແຕ່ງຮັບໃຊ້ພາຍໃນ ແລະ ສົ່ງອອກທີ່ໄດ້ຕາມ ມາດຕະຖານ, ພັດທະນາລະບົບກວດກາ, ກັກກັນພະຍາດພືດ ແລະ ສັດໃຫ້ມີຄວາມທັນສະໄໝ, ພັດທະນາລະບົບ


15 ອຸຕຸກະເສດ ໃຫ້ທັນສະໄໝ ເພື່ອຮັບໃຊ້ໃຫ້ແກ່ການວາງແຜນປ້ອງກັນພະຍາດ, ຕ້ານແລ້ງຕ້ານຖ້ວມ ແລະ ການ ບໍລິຫານຈັດການນໍ້າທີ່ດີ; ດໍາເນີນການຈັດສັນເຂດຜະລິດ-ປຸງແຕ່ງກະສິກໍາ ສໍາລັບການສົ່ງອອກ ໃຫ້ເປັນຮູບປະທໍາ ໂດຍເນັ້ນການສ້າງຜະລິດຕະພັນຫຼັກໆ ທີ່ພວກເຮົາມີທ່າແຮງໄດ້ປຽບໃນການແຂ່ງຂັນ ຊຶ່ງໃນເບື້ອງຕົ້ນຄວນ ສຸມໃສ່ ພັດທະນາຕາມແລວທາງເສດຖະກິດ ທີ່ສະດວກ ເປັນຕົ້ນ ຕາມແລວທາງຕາເວັນອອກ-ຕາເວັນຕົກ ຢູ່ແຂວງຄໍາມ່ວນ ສະຫວັນນະເຂດ, ຈໍາປາສັກ, ແລວທາງເສດຖະກິດ ລາວ-ຈີນ ແລະເສັ້ນທາງເຊື່ອມຈອດສະດວກ ແລະ ສາມາດເຂົ້າ ເຖິງຕະຫຼາດທີ່ໝັ້ນຄົງ ຂອງບັນດາປະເທດໃກ້ຄຽງ. 5. ການພັດທະນາຊັບພະຍາກອນມະນຸດ - ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດ ຂອງກະສິກໍາ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດ 2030 ໃຫ້ເປັນຮູບປະທํາ ແນໃສ່ພັດທະນາບຸກຄະລາກອນ ໃຫ້ມີຄວາມພ້ອມດ້ານຄວາມຮູ້ ຄວາມສາມາດ, ດ້ານຄຸນສົມບັນສິນທໍາປະຕິວັດ ໃນການນໍາພາຄຸ້ມຄອງ, ການຄົ້ນດ້ານເຕັກນິກວິທະຍາສາດ, ການ ສົ່ງເສີມບໍລິການເຕັກນິກວິຊາການເພື່ອປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ. - ເພື່ອຮັບປະກັນໃຫ້ກົງຈັກ ມີຄວາມກະທັດຮັດ, ມີປະສິດທິພາບ ຕາມທິດຫັນເປັນໜຸ່ມ ຄະນະພັກ ຕ້ອງເພີ່ມ ທະວີ ສຸມໃສ່ສ້າງພະນັກງານ-ລັດຖະກອນ ທຸກປະເພດ ມີຄວາມຮູ້, ຄວາມສາມາດ ທັງເປັນການສ້າງຖັນແຖວ ພະນັກງານສືບທອດປ່ຽນແທນ ດ້ວຍການປ່ຽນແປງວີທີບໍາລຸງກໍ່ສ້າງພະນັກງານໃຫ້ສອດຄ່ອງ ກັບສະພາວະຄວາມ ເປັນຈິງ ຂອງພະນັກງານ, ພະນັກງານອ່ອນດ້ານໃດ, ຂາດດ້ານໃດ, ຕ້ອງກໍ່ສ້າງບໍາລຸງດ້ານນັ້ນ, ສ້າງແຜນກໍານົດ ພະນັກງານ, ຄາດຄະເນການຈັດວາງພະນັກງານເຂົ້າໃນຕໍາແໜ່ງງານຕ່າງໆໃຫ້ຖືກຕ້ອງ, ຊັດເຈນ. - ສ້າງ ແລະ ປະຕິບັດແຜນກໍ່ສ້າງ, ບໍາລຸງພະນັກງານ, ລັດຖະກອນໃຫ້ໄປຕາມແຜນກໍານົດກໍ່ສ້າງພະນັກງານ ຂອງຄະນະພັກ, ເອົາໃຈໃສ່ຊີ້ນໍາ ກໍ່ສ້າງຖັນແຖວພະນັກງານໃຫ້ໄດ້ຕາມມາດຕະຖານຕໍາແໜ່ງງານ ທີ່ກໍານົດໄວ້, ສ້າງ ພະນັກງານ ເພື່ອຍົກສູງລະດັບວິຊາສະເພາະ, ຊ່ຽວຊານສະເພາະດ້ານ, ທິດສະດີການເມືອງ-ການປົກຄອງ, ການ ບໍລິຫານຄຸ້ມຄອງ ໃຫ້ບັນດາກົງຈັກ ນັບທັງພະນັກງານ, ຄູອາຈານ ຢູ່ວິທະຍາໄລ ແລະ ໂຮງຮຽນຂອງກະຊວງ. ພ້ອມ ດຽວກັນນັ້ນ ກໍ່ຊຸກຍູ້ຕິດຕາມ, ກວດກາວຽກງານຢູ່ຮາກຖານ, ຄະນະພັກຕ້ອງມີຄວາມຕັດສິນໃຈເອົາພະນັກງານ ທີ່ ມີຈຸດອ່ອນຂໍ້ບົກຜ່ອງ, ບໍ່ມີຄວາມສາມາດອອກຈາກແຜນກໍານົດກໍ່ສ້າງພະນັກງານ. 6. ດ້ານການຄຸ້ມຄອງລັດ ສືບຕໍ່ປັບປຸງກົງຈັກ ການຈັດຕັ້ງຄຸ້ມຄອງຂອງລັດ ໄປຕາມທິດກະທັດຮັດ ມີປະສິດທິພາບ, ມີຄວາມ ເຂັ້ມແຂງ ເພື່ອເພີ່ມຄວາມສາມາດຄຸ້ມຄອງມະຫາພາກເປັນຕົ້ນຕໍ, ສູ້ຊົນເຮັດໃຫ້ບັນດາສູນຄົ້ນຄວ້າ, ສູນບໍລິການ ເຕັກນິກ, ວິທະຍາໄລຕ່າງໆ ທີ່ມີເງື່ອນໄຂ ເປັນເຈົ້າທາງດ້ານການເງິນບໍລິຫານ ແລະ ວິຊາການສູງຂຶ້ນ, ສ້າງເງື່ອນໄຂ ດ້ານຕ່າງໆ ເພື່ອຍົກລະດັບສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂຶ້ນເປັນສະຖາບັນບັນດິດ ໃນອານາຄົດ; ຂະແໜງການຂັ້ນສູນກາງຕ້ອງສຸ່ມໃສ່ສ້າງກົດໝາຍ, ນະໂຍບາຍ, ຍຸດທະສາດການພັດທະນາ ທົ່ວ ຂະແໜງການ, ແບ່ງຄວາມຮັບຜິດຊອບ ແລະ ສິດໃນການແກ້ໄຂ ສະພາວະການປະຕິບັດໜ້າທີ່ຊໍ້າຊ້ອນ, ກ້າວກ່າຍ ກັນ ບໍ່ສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ. ພ້ອມດຽວກັນ ກໍ່ນໍາໃຊ້ເຄື່ອງມື ແລະ ເຕັກໂນໂລຢີທັນສະໄໝ ເຂົ້າໃນ ການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມສັກສິດ, ມີຄຸນນະພາບ, ວ່ອງໄວ, ແກ້ໄຂຂອດຂັ້ນຊັກຊ້າ ໃນການບໍລິການ ສັງຄົມ ແລະ ປະຊາຊົນ. ພ້ອມດຽວກັນນີ້ ກໍ່ສືບຕໍ່ຄົ້ນຄວ້າໂຮມຄະນະພັກທີ່ເຮັດໜ້າທີ່ຄືກັນ, ແຍກຮາກຖານພັກຈໍາ ນວນໜຶ່ງ ໃຫ້ຂຶ້ນກັບຄະນະປະຈໍາພັກໂດຍກົງ ເພື່ອເສີມຂະຫຍາຍບົດບາດນໍາພາຂອງຮາກຖານພັກ. 7. ເຊີດຊູບົດບາດອົງການຈັດຕັ້ງມະຫາຊົນເປັນຫົວຈັກໃນການປະຕິບັດມະຕິຂອງພັກ: ຊຸກຍູ້ແລະ ສ້າງເງື່ອນໄຂໃຫ້ບັນດາອົງການຈັດຕັ້ງມະຫາຊົນ ໄດ້ເສີມຂະຫຍາຍປະຕິບັດພາລະບົດບາດ ແຕ່ ລະອົງການຈັດຕັ້ງເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງທົ່ວອົງຄະນະພັກ. ສະມາຊິກອົງ ການຈັດຕັ້ງມະຫາຊົນ ຕ້ອງຕັ້ງໜ້າຫັນລົງສູ່ຮາກຖານ ເພື່ອປະຕິບັດໜ້າທີ່ວິຊາສະເພາະ, ຄົ້ນຄວ້າທາງດ້ານ


16 ວິທະຍາສາດ, ນໍາໃຊ້ວິທະຍາສາດເຕັກໂນໂລຍີ ແລະ ຫັນເປັນທັນສະໄໝໃນທຸກຂົງເຂດວຽກງານ ເປັນກໍາລັງທີ່ ສໍາຄັນ ເປັນຕົ້ນແມ່ນ ອົງການຈັດຕັ້ງຊາວໜຸ່ມ ປະຕິບັດໜ້າທີ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ, ອົງການກໍາມະບານ ລົງເລິກການພັດທະນາປັບປຸງ ການຈັດຕັ້ງການຜະລິດ ໃຫ້ເປັນຂະບວນການ ຟົດຟື້ນ, ອົງການແມ່ຍິງ ຍູ້ແຮງການຖ່າຍທອດທັກສະຄວາມຮູ້ ກ່ຽວກັບການປູກ-ການລ້ຽງ ໂດຍຖືເອົາໝາກຜົນ ຂອງການປະຕິບັດໜ້າທີ່ ເປັນໄມ້ຫຼາວັດແທກ ເພື່ອຂະຫຍາຍສາມາຊິກ ແລະ ເປັນເປົ້າໝາຍຂະຫຍາຍເຂົ້າພັກ. 8. ການພົວພັນຮ່ວມມື ກັບຕ່າງປະເທດ ໃນຕໍ່ໜ້ານີ້ ພວກເຮົາຕ້ອງຍາດແຍ່ງ ເອົາການຮ່ວມມືສາກົນ ເພື່ອພັດທະນາພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ ຂອງຂະແໜງການ ເປັນຕົ້ນແມ່ນການຮ່ວມມື ຈາກປະເທດເພື່ອນມິດຍຸດທະສາດ ໃນຂອບ ການຮ່ວມມືສອງຝ່າຍ ຫຼື ຫຼາຍຝ່າຍ, ຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ການຮ່ວມມືກັບບັນດາ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ. ນໍາໃຊ້ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ໃຫ້ມີປະສິດທິຜົນ, ບໍ່ເກື້ອກຸນ, ເຮັດໃຫ້ທຶນສ່ວນໃຫຍ່ ໄປເປັນທຶນພັດທະນາ ແລະ ສ້າງຊັບພະຍາກອນມະນຸດທົ່ວຂະແໜງການໃນທົ່ວປະເທດ, ສ້າງເງື່ອນໄຂເພື່ອນໍາໃຊ້ເສດຖະກິດດີຈິຕ໊ອນ ເຂົ້າໃນການພັດທະນາຂະແໜງ ການໃນໄລຍະຍາວ, ສ້າງອົງກອນຄຸ້ມ ຄອງນໍາໃຊ້ທຶນ ໂດຍມີຄະນະຮັບຜິດຊອບລວມຊີ້ນໍາບັນດາໂຄງການ ມີຂໍ້ກໍານົດພາລະບົດບາດ, ສິດໜ້າທີ່ ທີ່ຈະແຈ້ງ ເພື່ອກັ່ນຕອງວຽກ ແລະ ທຶນ. ຄຸ້ມຄອງກວດກາຕິດຕາມການປະຕິບັດໜ້າທີ່ຂອງຜູ້ປະສານງານ ແລະ ພະນັກງານ ໂຄງການ, ໂຄງການປະຕິບັດຢູ່ທ້ອງຖິ່ນໃດ ຕ້ອງມີສ່ວນຮ່ວມໃນການຕັດສິນບັນຫາ ຂອງການນໍາທ້ອງຖິ່ນ ກໍ່ຄື ການກວດກາຂອງສະພາປະຊາຊົນຂັ້ນທ້ອງຖິ່ນ. 9. ວຽກງານປ້ອງກັນພາຍໃນ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ, ສະມາຊິກພັກເຫັນແຈ້ງຍຸດທະສາດຫັນປ່ຽນ ໂດຍສັນຕິ ຂອງອິດທິກໍາລັງປໍລະປັກ ແຕ່ລະໄລຍະ; ບໍາລຸງສ້າງໜ່ວຍງານປ້ອງກັນຕົນເອງ ຂອງສໍານັກງານໃຫ້ຮູ້ຈັກ ພາລະບົດບາດ, ໜ້າທີ່, ເຄື່ອນໄຫວເປັນປົກກະຕິ ໄປຄຽງຄູ່ກັບການປຸກລະດົມຄວາມຕື່ນຕົວເປັນເຈົ້າ ຂອງ ມະຫາຊົນ ເຂົ້າໃນການປະຕິບັດວຽກງານປ້ອງກັນພາຍໃນ ຢູ່ສໍານັກງານຂອງຕົນເປັນປົກກະຕິ. 10. ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງຄວາມສາມາດໃນການນໍາພາຂອງພັກ - ສ້າງພັກໃຫ້ມີຄວາມເຂັ້ມແຂງ ດ້ານການຈັດຕັ້ງ ກ່ອນອື່ນໝົດແມ່ນສຸມໃສ່ສ້າງພະນັກງານນໍາພາຮາກຖານພັກ ໃຫ້ມີຄວາມຮູ້, ຄວາມສາມາດສຶກສາອົບຮົມການເມືອງແນວຄິດ, ຮູ້ຈັກນໍາພາຮ່ວມຊີວິດທີ່ມີເນື້ອໃນຕາມສາມ ລັກສະນະ, ຮູ້ນໍາພາດໍາເນີນຊີວິດການເມືອງ, ສໍາຫຼວດກວດກາ, ຕໍານິຕິຊົມຊຶ່ງກັນ ແລະ ກັນ ແບບສ້າງສັນ ເປັນ ປົກກະຕິ ພ້ອມດຽວກັນນັ້ນ ກໍ່ກໍ່ສ້າງ, ບໍາລຸງຖັນແຖວພະນັກງານນໍາພາ ສືບທອດປ່ຽນແທນໃຫ້ແກ່ສະໄໝຕໍ່ໄປໃຫ້ ມີຄວາມຮູ້ຄວາມສາມາດນໍາພາ, ເປັນແບບຢ່າງທີ່ດີ; ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ປະຕິບັດລະບອບຫົວໜ້າດຽວ; ການກໍ່ສ້າງພັກ ແລະ ຂະຫຍາຍພັກຕ້ອງ ບົນພື້ນຖານຜົນສໍາເລັດຂອງວຽກງານ, ບຸກຄົນທີ່ພົ້ນເດັ່ນຈາກຂະບວນການວຽກງານແຂ່ງຂັນຮັກຊາດແລະ ພັດທະນາຖືເອົາຄຸນນະພາບເປັນຕົ້ນຕໍ; ສຸມໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. - ເພີ່ມທະວີປັບປຸງຄະນະກວດກາພັກ ທຸກຂັ້ນໃຫ້ມີປະສິດທິພາບ; ສ້າງພະນັກງານກວດກາ ກໍາແໜ້ນພາລະບົດ ບາດໜ້າທີ່ວຽກງານກວດກາ ພາຍໃຕ້ການຊີ້ນໍາໂດຍກົງ, ຮອບດ້ານ ຂອງເລຂາຄະນະພັກ; ພະນັກງານກວດກາ ຕ້ອງມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສິນທໍາປະຕິວັດ. ຕ້ອງສຸ່ມໃສ່ກວດກາ ການປະຕິບັດກົດລະບຽບ ພັກ, ຂໍ້ຫ້າມສະມາຊິກພັກ; ກວດກາການປະຕິບັດ ມະຕິຄໍາສັ່ງ ຂອງພະນັກງານ ແລະ ກວດກາປ້ອງກັນສະກັດກັ້ນ ການສໍ້ລາດບັງຫລວງ ແລະ ການປະພຶດໃນສັງຄົມບໍ່ຖືກຕ້ອງ ຕ້ານການເຊື່ອມທາດເສຍຄຸນ ຂອງພະນັກງານ ເພື່ອ ປ້ອງກັນພັກ, ປ້ອງກັນພະນັກງານ ບໍ່ໃຫ້ຕົກເຂົ້າສູ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ. 11. ວຽກພະນັກງານ - ນໍາພາສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ 5 ປີ (2021-2025), ນໍາພາກໍ່ສ້າງພະນັກງານ ຄຸ້ມຄອງຈັດ ວາງບັນຈຸພະນັກງານໃຫ້ມີຄວາມສົມສ່ວນ ໃຫ້ພະນັກງານໄດ້ເຮັດຕົວຈິງຢູ່ຮາກຖານ, ສູນສະຖານີ; ພັດທະນາ


17 ລັດຖະກອນໃໝ່ ແລະ ບໍາລຸງສ້າງພະນັກງາເກົ່າ; ຄົ້ນຄວ້ານະໂຍບາຍຕໍ່ວິຊາການເກັ່ງສະເພາະດ້ານ; ເອົາໃຈໃສ່ ປະຕິບັດນະໂຍບາຍຕໍ່ຜູ້ທີ່ລົງເຄື່ອນໄຫວຢູ່ຮາກຖານ, ຜູ້ທີ່ເກັ່ງ, ມີຜົນງານດີເດັ່ນ, ພ້ອມກັນນັ້ນ ກໍ່ເອົາໃຈໃສ່ປະຕິບັດ ນະໂຍບາຍຕໍ່ພະນັກງານອາວຸໂສບໍານານຕາມນະໂຍບາຍຂອງພັກ ແລະ ລັດ. - ຮີບຮ້ອນກວດຄືນ ແລະ ປັບປຸງແຜນກໍານົດ ແລະ ຍຸດທະສາດກ່ຽວກັບພະນັກງານ ເພື່ອສ້າງໃຫ້ໄດ້ຖັນແຖວ ພະນັກງານທີ່ມີຄຸນນະພາບ, ຄົບຊຸດ ແລະ ມີໂຄງປະກອບພະນັກງານທີ່ເໝາະສົມ ແນໃສ່ຕອບສະໜອງຄວາມ ຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານທັງມີຖັນແຖວພະນັກງານ-ລັດຖະກອນຜູ້ສືບທອດທີ່ໜັກແໜ້ນ. - ຕ້ອງເດັດດ່ຽວແກ້ໄຂປະກົດການຂອງທັດສະນະເອກະຊົນ, ອັດຕະວິໄສ, ຄວາມອະຄະຕິ ກໍຄືສະພາບການຈົ່ງ ຈຽມເອົາໃຈກັນ, ມະລຸ້ມມະລ້ວຍໃນວຽກງານພະນັກງານ, ປະຕິບັດລະບອບເອົາຄວາມເຫັນລວມໝູ່, ມີ ປະຊາທິປະໄຕໃນການຕີລາຄາ, ເລືອກເຟັ້ນ ແລະ ແຕ່ງຕັ້ງພະນັກງານ. ຢຶດໝັ້ນຫຼັກການຖືຄຸນສົມບັດ ແລະ ຄວາມ ສາມາດຄວບຄູ່ກັນເປັນຫຼັກໃນການເລືອກເຟັ້ນພະນັກງານ; ຖືເອົາຜົນສໍາເລັດໃນວຽກງານຕົວຈິງ ແລະ ອີງໃສ່ຄວາມ ເຫັນ, ຄວາມເຊື່ອໝັ້ນໄວ້ວາງໃຈຂອງມະຫາຊົນ ເປັນປັດໄຈໃນການຕີລາຄາ ແລະ ຈັດວາງຊັບຊ້ອນພະນັກງານ. III. ມາດຕະການຈັດຕັ້ງປະຕິບັດ − ຄະນະພັກ, ຄະນະນໍາຂັ້ນຕ່າງໆ ຈັດຕັ້ງຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນຢ່າງເລິກເຊິ່ງ ຕໍ່ເນື້ອໃນການສະຫຼຸບຕີລາຄາ ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ, ເນື້ອໃນທິດທາງລວມ, ທິດທາງແຕ່ລະດ້ານ ນໍາໄປວິເຄາະ-ໄຈ້ແຍກ ລົງເລິກ ບັນດາວຽກງານຈຸດສຸມ, ຜັນຂະຫຍາຍອອກ ແຜນການທີ່ເນັ້ນຜົນໄດ້ຮັບ, ໂຄງການລະອຽດຂອງຕົນ ແລະ ຈັດຕັ້ງ ປະຕິບັດໃຫ້ເປັນຮູບປະທໍາ; ສ້າງຄວາມສອດຄ່ອງໃນການຄຸ້ມຄອງບໍລິຫານລັດ, ພ້ອມນີ້ ຕ້ອງໄດ້ຫັນປ່ຽນຢ່າງ ແຂງແຮງ ໃຫ້ເກີດຄວາມມຸ່ງໝັ້ນ, ຄວາມຕັດສິນໃຈ, ຄວາມເສຍ ສະຫຼະ ແລະ ພ້ອມກັນຍົກສູງຄວາມຮັບຜິດຊອບ ເພື່ອເຮັດຫຼ້ອນໜ້າທີ່ການເມືອງ ກ້າວສູ່ຄຸນນະພາບໃໝ່; − ເຊີດຊູບົດບາດການນໍາຂອງພັກດ້ານການເມືອງ, ສຶກສາອົບຮົມດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນ ການນໍາພາ, ແບບແຜນວິທີເຮັດວຽກ, ດ້ານຄວາມຮັບຜິດຊອບໜ້າທີ່ການເມືອງ, ສືບຕໍ່ດໍາເນີນການເຜີຍແຜ່ ເຊື່ອມຊຶມມະຕິ, ຄໍາສັ່ງ, ກົດລະບຽບພັກ, ແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເອກະສານສໍາຄັນຂອງພັກຢ່າງຕໍ່ເນື່ອງ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ແໜ້ນແຟ້ນ; − ສ້າງບາດກ້າວບຸກທະລຸ ໃນການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງກົມ, ແບ່ງຄວາມຮັບຜິດຊອບ ແລະ ໜ້າວຽກ ຕາມພາລະບົດບາດຂອງແຕ່ລະພະແນກ ແລະ ອົງການຈັດຕັ້ງມະຫາຊົນ ຢ່າງຈະແຈ້ງ; ຍົກສູງຄວາມຮັບຜິດຊອບ ການນໍາພາ-ຊີ້ນໍາຂອງຄະນະພັກ, ສະມາຊິກພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນ ໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ມີປະສິດທິຜົນ, ມີການສະຫຼຸບລາຍງານ ຖອດຖອນ ບົດຮຽນໃນແຕ່ລະໄລຍະ ແລະ ວາງແຜນການໃນຕໍ່ໜ້າ; − ຄະນະພັກ, ຄະນະກວດກາພັກແຕ່ລະຂັ້ນ ຕ້ອງສືບຕໍ່ຄົ້ນຄວ້າ, ເຊື່ອມຊືມກໍາແໜ້ນເນື້ອໃນຄາດໝາຍ ແຜນດໍາເນີນ ງານການເມືອງ ຂອງອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ສະໄໝທີ VI ໂດຍສະເພາະແຜນດໍາເນີນງານທີ VI: ຊີ້ນໍາ-ນໍາພາ ວຽກງານກວດກາ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້; − ມອບໃຫ້ ຄະນະປະຈໍາພັກກະຊວງ ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃຫ້ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງ ແລະ ຊີ້ນໍາບັນດາຄະນະພັກຂັ້ນຕ່າງໆ ສະມາຊິກພັກ-ພະນັກງານ ຜັນຂະຫຍາຍຈັດ ຕັ້ງປະຕິບັດ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ຫ້ອງການມີໜ້າທີ່ຕິດຕາມກວດກາ ແລະ ລາຍງານຢ່າງ ເປັນປົກກະຕິ. ຄະນະປະຈໍາພັກກະຊວງກະສິກໍາ ແລະ ປ່າໄມ້ ເລຂາ


Click to View FlipBook Version